ບົດທີ 19

ໃນຈິນຕະນາການຂອງຜູ້ຄົນແມ່ນເບິ່ງຄືວ່າ ພຣະເຈົ້າສູງສົ່ງຫຼາຍ ແລະ ບໍ່ສາມາດຢັ່ງເຖິງພຣະອົງໄດ້. ມັນເປັນຄືກັບວ່າ ພຣະເຈົ້າບໍ່ໄດ້ອາໄສໃນທ່າມກາງມະນຸດ ແລະ ຄືກັບວ່າ ພຣະອົງດູຖູກຜູ້ຄົນຍ້ອນພຣະອົງສູງສົ່ງຫຼາຍ. ຢ່າງໃດກໍຕາມ, ພຣະເຈົ້າທໍາລາຍແນວຄິດຂອງຜູ້ຄົນ ແລະ ກໍາຈັດມັນທັງໝົດ, ຝັງມັນໄວ້ໃນ “ຂຸມຝັງສົບ” ເຊິ່ງເປັນບ່ອນທີ່ພວກມັນຈະກາຍເປັນຂີ້ເທົ່າ. ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ແນວຄິດຂອງມະນຸດແມ່ນຄ້າຍຄືກັບທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຄົນຕາຍ ເຊິ່ງກໍານົດພວກເຂົາຢ່າງຕາມໃຈ. ເບິ່ງຄືວ່າ “ແນວຄິດ” ບໍ່ມີປະຕິກິລິຍາ; ດັ່ງນັ້ນ, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດນີ້ນັບແຕ່ການສ້າງໂລກຈົນຮອດປັດຈຸບັນ ແລະ ບໍ່ເຄີຍໄດ້ຢຸດຢັ້ງ. ຍ້ອນເນື້ອໜັງ ມະນຸດຈຶ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຍ້ອນການກະທໍາຂອງຊາຕານຢູ່ເທິງແຜ່ນດິນໂລກ ມະນຸດຈຶ່ງມີແນວຄິດທຸກຮູບແບບໃນຊ່ວງເວລາປະສົບການຂອງພວກເຂົາ. ນີ້ເອີ້ນວ່າ “ການສ້າງໂດຍທໍາມະຊາດ”. ນີ້ແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງດ້ວຍເຫດນັ້ນ ວິທີການຂອງພາລະກິດຂອງພຣະອົງຈຶ່ງໄດ້ຮອດຈຸດສູງສຸດ ແລະ ພຣະອົງກໍເພີ່ມທະວີການຝຶກຝົນຂອງພຣະອົງຕໍ່ຜູ້ຄົນ ເພື່ອວ່າພວກເຂົາຈະສາມາດຖືກເຮັດໃຫ້ສົມບູນໃນພາລະກິດສຸດທ້າຍຂອງພຣະອົງ ເຊິ່ງໃນທີ່ສຸດແລ້ວ ກໍເປັນການຕອບສະໜອງຄວາມປະສົງຂອງພຣະເຈົ້າ. ກ່ອນໜ້ານັ້ນແມ່ນມີພຽງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໃນທ່າມກາງມະນຸດເທົ່ານັ້ນ ແຕ່ບໍ່ມີພຣະທໍາທີ່ກ່າວໂດຍພຣະເຈົ້າເອງ. ເມື່ອພຣະເຈົ້າກ່າວດ້ວຍສຽງຂອງພຣະອົງເອງ ທຸກຄົນກໍຕົກໃຈ ແລະ ພຣະທໍາໃນປັດຈຸບັນກໍຍິ່ງເປັນປິດສະໜາຫຼາຍຂຶ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນຍິ່ງຍາກທີ່ຈະຢັ່ງເຖິງ ແລະ ເບິ່ງຄືວ່າ ມະນຸດມີຄວາມສັບສົນ ເນື່ອງຈາກວ່າ ຫ້າສິບເປີເຊັນຂອງພຣະທໍາຂອງພຣະອົງແມ່ນຢູ່ໃນເຄື່ອງໝາຍວົງຢືມ. “ເວລາທີ່ເຮົາກ່າວ ຜູ້ຄົນຈະຟັງສຽງຂອງເຮົາດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງອົກຕັ້ງໃຈ; ແຕ່ເມື່ອເຮົາງຽບ ພວກເຂົາກໍເລີ່ມ ‘ກິດຈະການ’ ຂອງພວກເຂົາອີກຄັ້ງ”. ວັກນັ້ນມີພຣະທໍາຢູ່ໃນເຄື່ອງໝາຍວົງຢືມ. ຍິ່ງພຣະເຈົ້າກ່າວດ້ວຍຄວາມຕະຫຼົກຫຼາຍສໍ່າໃດ ດັ່ງທີ່ພຣະອົງໄດ້ເຮັດຢູ່ໃນນີ້ ພຣະທໍາເຫຼົ່ານັ້ນກໍຍິ່ງສາມາດດຶງດູດຜູ້ຄົນໃຫ້ອ່ານພຣະທໍາຫຼາຍສໍ່ານັ້ນ. ຜູ້ຄົນແມ່ນສາມາດຍອມໃຫ້ຖືກຈັດການໃນເວລາທີ່ພວກເຂົາສະບາຍໃຈ. ແຕ່ຫຼັກໆແລ້ວ ນີ້ແມ່ນເພື່ອປ້ອງກັນຫຼາຍຄົນບໍ່ໃຫ້ໝົດກໍາລັງໃຈ ຫຼື ຜິດຫວັງເມື່ອພວກເຂົາບໍ່ເຂົ້າໃຈພຣະທໍາຂອງພຣະເຈົ້າ. ນີ້ແມ່ນກົນລະຍຸດໃນສົງຄາມຂອງພຣະເຈົ້າຕໍ່ຊາຕານ. ດ້ວຍວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຍັງຈະມີຄວາມສົນໃຈຕໍ່ພຣະທໍາຂອງພຣະເຈົ້າ ແລະ ສືບຕໍ່ໃຫ້ຄວາມສົນໃຈຕໍ່ພຣະທໍາເຫຼົ່ານັ້ນ ແມ່ນແຕ່ໃນເວລາທີ່ພວກເຂົາບໍ່ສາມາດເຮັດຕາມທາງຂອງພວກເຂົາ. ຢ່າງໃດກໍຕາມ, ພຣະທໍາທັງໝົດຂອງພຣະອົງແມ່ນມີສະເໜ່ຫຼາຍເຊັ່ນກັນ ທີ່ບໍ່ໄດ້ຖືກອ້ອມໄປດ້ວຍເຄື່ອງໝາຍວົງຢືມ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດສັງເກດເຫັນພຣະທໍາເຫຼົ່ານັ້ນຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຮັກພຣະທໍາຂອງພຣະເຈົ້າຫຼາຍຂຶ້ນ ແລະ ຮູ້ສຶກເຖິງຄວາມຫວານຂອງພຣະທໍາຂອງພຣະເຈົ້າໃນຫົວໃຈຂອງພວກເຂົາເອງ. ໃນຂະນະທີ່ພຣະທໍາຂອງພຣະເຈົ້າມາໃນຫຼາກຫຼາຍຮູບແບບ ແລະ ອຸດົມສົມບູນ ແລະ ແຕກຕ່າງກັນ ແລະ ຍ້ອນບໍ່ມີຄໍານາມທີ່ຊໍ້າກັນໃນທ່າມກາງພຣະທໍາທັງຫຼາຍຂອງພຣະເຈົ້າ, ໃນຄວາມສໍາຜັດທີສາມຂອງພວກເຂົາ ຜູ້ຄົນແມ່ນເຊື່ອວ່າ ພຣະເຈົ້າໃໝ່ຕະຫຼອດ ແລະ ບໍ່ເຄີຍເກົ່າ. ຍົກຕົວຢ່າງ: “ເຮົາບໍ່ໄດ້ຂໍໃຫ້ຜູ້ຄົນເປັນພຽງ ‘ຜູ້ບໍລິໂພກ’; ເຮົາຂໍໃຫ້ພວກເຂົາເປັນ ‘ຜູ້ຜະລິດ’ ທີ່ເອົາຊະນະຊາຕານເຊັ່ນກັນ”. ພຣະທໍາທີ່ວ່າ “ຜູ້ບໍລິໂພກ” ແລະ “ຜູ້ຜະລິດ” ໃນປະໂຫຍກນັ້ນແມ່ນມີຄວາມໝາຍທີ່ຄ້າຍຄືກັບບາງພຣະທໍາທີ່ໄດ້ກ່າວກ່ອນໜ້ານັ້ນ ແຕ່ພຣະເຈົ້າບໍ່ໄດ້ຕາຍຕົວ; ກົງກັນຂ້າມ, ພຣະອົງເຮັດໃຫ້ຜູ້ຄົນຮູ້ເຖິງຄວາມສົດໃສຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍເຫັນຄຸນຄ່າເຖິງຄວາມຮັກຂອງພຣະເຈົ້າ. ການຕະຫຼົກໃນຄໍາກ່າວຂອງພຣະເຈົ້າປະກອບມີການພິພາກສາຂອງພຣະອົງ ແລະ ຄວາມຮຽກຮ້ອງຂອງພຣະອົງທີ່ມີຕໍ່ມະນຸດ. ຍ້ອນພຣະທໍາຂອງພຣະເຈົ້າລ້ວນແລ້ວແຕ່ມີວັດຖຸປະສົງ ແລະ ຍ້ອນພຣະທໍາເຫຼົ່ານັ້ນລ້ວນແລ້ວແຕ່ມີຄວາມໝາຍ, ຄວາມຕະຫຼົກຂອງພຣະອົງບໍ່ພຽງແຕ່ມີເຈດຕະນາເຮັດໃຫ້ບັນຍາກາດດີຂຶ້ນ ຫຼື ເຮັດໃຫ້ຜູ້ຄົນຫົວສຽງດັງກ້ອງ ຫຼື ພຽງເຈດຕະນາເຮັດໃຫ້ກ້າມຊີ້ນພວກເຂົາຜ່ອນຄາຍ. ກົງກັນຂ້າມ, ຄວາມຕະຫຼົກຂອງພຣະເຈົ້າແມ່ນມີເຈດຕະນາເຮັດໃຫ້ມະນຸດເປັນອິດສະຫຼະຈາກຄວາມເປັນທາດຫ້າພັນປີ ໂດຍຈະບໍ່ມີວັນຖືກຜູກມັດອີກຕໍ່ໄປ ເພື່ອວ່າພວກເຂົາຈະສາມາດຍອມຮັບເອົາພຣະທໍາຂອງພຣະເຈົ້າໄດ້ດີຂຶ້ນ. ວິທີການຂອງພຣະເຈົ້າແມ່ນການໃຊ້ນໍ້າຕານເຕັມບ່ວງ ເພື່ອຊ່ວຍໃຫ້ຢາເລື່ອນໄຫຼລົງຄໍໄດ້; ພຣະອົງບໍ່ໄດ້ບັງຄັບຍັດຢາຂົມລົງຄໍຜູ້ຄົນ. ມັນມີຄວາມຂົມພາຍໃນຄວາມຫວານ ແລະ ມີຄວາມຫວານພາຍໃນຄວາມຂົມເຊັ່ນກັນ.

“ເມື່ອແສງສະຫວ່າງຄ່ອຍໆເລີ່ມປາກົດຂຶ້ນໃນທິດຕາເວັນອອກ, ທຸກຄົນພາຍໃນຈັກກະວານຈະໃຫ້ຄວາມສົນໃຈຕໍ່ແສງສະຫວ່າງນັ້ນຫຼາຍຂຶ້ນ. ເມື່ອນອນບໍ່ຫຼັບ, ມະນຸດກໍອອກໄປສັງເກດແຫຼ່ງກຳເນີດຂອງແສງສະຫວ່າງຈາກທິດຕາເວັນອອກນີ້. ເນື່ອງຈາກຄວາມສາມາດທີ່ຈໍາກັດຂອງພວກເຂົາ ຈຶ່ງບໍ່ມີຜູ້ໃດສາມາດເຫັນແຫຼ່ງທີ່ມາຂອງແສງສະຫວ່າງນັ້ນໄດ້”. ສິ່ງນີ້ກໍາລັງເກີດຂຶ້ນຢູ່ທຸກບ່ອນໃນຈັກກະວານ ໂດຍບໍ່ແມ່ນແຕ່ໃນທ່າມກາງລູກຊາຍຂອງພຣະເຈົ້າ ແລະ ປະຊາຊົນຂອງພຣະອົງເທົ່ານັ້ນ. ຜູ້ຄົນໃນແວດວົງສາສະໜາ ແລະ ຜູ້ທີ່ບໍ່ເຊື່ອລ້ວນແລ້ວແຕ່ມີປະຕິກິລິຍານີ້. ໃນຊ່ວງເວລາທີ່ແສງສະຫວ່າງຂອງພຣະເຈົ້າສ່ອງແສງອອກ, ຫົວໃຈທັງໝົດຂອງພວກເຂົາແມ່ນປ່ຽນແປງເທື່ອລະໜ້ອຍ ແລະ ພວກເຂົາເລີ່ມຄົ້ນພົບໂດຍບໍ່ໄດ້ເຈດຕະນາວ່າ ຊີວິດຂອງພວກເຂົາແມ່ນບໍ່ມີຄວາມໝາຍ ແລະ ຊີວິດຂອງມະນຸດແມ່ນບໍ່ມີຄ່າ. ມະນຸດບໍ່ສະແຫວງຫາອະນາຄົດ, ບໍ່ພິຈາລະນາເຖິງມື້ອື່ນ ຫຼື ບໍ່ຫ່ວງມື້ອື່ນ; ກົງກັນຂ້າມ ພວກເຂົາຍຶດຖືແນວຄວາມຄິດທີ່ວ່າ ພວກເຂົາຄວນກິນ ແລະ ດື່ມໃຫ້ຫຼາຍຂຶ້ນໃນຂະນະທີ່ພວກເຂົາຍັງ “ໜຸ່ມນ້ອຍ” ແລະ ທຸກຢ່າງຈະຄຸ້ມຄ່າເມື່ອຍຸກສຸດທ້າຍມາເຖິງ. ມະນຸດບໍ່ມີຄວາມປາຖະໜາໃດໆໃນການປົກຄອງໂລກ. ພະລັງຂອງຄວາມຮັກຂອງມະນຸດທີ່ມີຕໍ່ໂລກແມ່ນຖືກ “ຜີສາດຮ້າຍ” ລັກເອົາໄປໝົດແລ້ວ ແຕ່ບໍ່ມີຜູ້ໃດຮູ້ວ່າ ຕົ້ນຕໍແມ່ນຫຍັງ. ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ແມ່ນແລ່ນໄປມາ ແລະ ແຈ້ງເຕືອນກັນ ແລະ ກັນ ເນື່ອງຈາກວ່າ ມື້ຂອງພຣະເຈົ້າຍັງບໍ່ໄດ້ມາເຖິງເທື່ອ. ໃນມື້ໜຶ່ງ ທຸກຄົນຈະເຫັນຄໍາຕອບຕໍ່ຄວາມລຶກລັບທັງໝົດທີ່ບໍ່ສາມາດຢັ່ງເຖິງໄດ້. ນີ້ແມ່ນສິ່ງທີ່ພຣະເຈົ້າໝາຍເຖິງຢ່າງແທ້ຈິງເມື່ອພຣະອົງກ່າວວ່າ: “ມະນຸດຕື່ນຈາກການນອນຫຼັບ ແລະ ຄວາມຝັນ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງຮູ້ວ່າ ມື້ຂອງເຮົາໄດ້ມາຮອດພວກເຂົາເທື່ອລະໜ້ອຍແລ້ວ”. ເມື່ອເວລານັ້ນມາເຖິງ, ທຸກຄົນທີ່ເປັນຄົນຂອງພຣະເຈົ້າຈະເປັນຄືໃບໄມ້ສີຂຽວ “ທີ່ລໍຖ້າຫຼິ້ນບົດບາດຂອງຕົວເອງເພື່ອເຮົາ ໃນຂະນະທີ່ເຮົາຢູ່ແຜ່ນດິນໂລກ”. ມີຫຼາຍຄົນໃນທ່າມກາງປະຊາຊົນຂອງພຣະເຈົ້າໃນປະເທດຈີນທີ່ຍັງຢູ່ໃນສະພາບເດີມພາຍຫຼັງທີ່ພຣະເຈົ້າເປັ່ງສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກ່າວວ່າ: “... ແຕ່ບໍ່ມີພະລັງທີ່ຈະປ່ຽນແປງຄວາມຈິງ, ບໍ່ສາມາດເຮັດຫຍັງໄດ້ ນອກຈາກຖ້າໃຫ້ເຮົາປະກາດການຕັດສິນ”. ຍັງຈະມີບາງຄົນໃນທ່າມກາງພວກເຂົາທີ່ຈະຖືກກໍາຈັດ. ບໍ່ແມ່ນທຸກຄົນທີ່ຈະບໍ່ໄດ້ປ່ຽນແປງ. ກົງກັນຂ້າມ, ຜູ້ຄົນສາມາດເຮັດຕາມມາດຕະຖານຫຼັງຈາກຖືກທົດສອບເທົ່ານັ້ນ ເຊິ່ງຈະມີການອອກ “ໃບຢັ້ງຢືນຄຸນນະພາບ” ໃຫ້ແກ່ພວກເຂົາ; ບໍ່ສະນັ້ນ, ພວກເຂົາຈະກາຍເປັນຂີ້ເຫຍື້ອຢູ່ກອງຂີ້ເຫຍື້ອ. ພຣະເຈົ້າຊີ້ໃຫ້ເຫັນເປັນປະຈໍາເຖິງສະພາບທີ່ແທ້ຈິງຂອງມະນຸດ ເພື່ອຜູ້ຄົນຈະຮູ້ສຶກເຖິງຄວາມລຶກລັບຂອງພຣະເຈົ້າຫຼາຍຂຶ້ນ. “ຖ້າພຣະອົງບໍ່ແມ່ນພຣະເຈົ້າ ແລ້ວພຣະອົງຈະສາມາດຮູ້ຈັກສະພາບທີ່ແທ້ຈິງຂອງພວກເຮົາເປັນຢ່າງດີໄດ້ບໍ?” ຢ່າງໃດກໍຕາມ, ຍ້ອນຄວາມອ່ອນແອຂອງຜູ້ຄົນ “ໃນໃຈຂອງມະນຸດ ເຮົາຈຶ່ງບໍ່ໄດ້ສູງສົ່ງ ຫຼື ຕໍ່າຕ້ອຍ. ສໍາລັບພວກເຂົາແລ້ວ ມັນບໍ່ໄດ້ມີຫຍັງແຕກຕ່າງ ຖ້າເຮົາມີຕົວຕົນ ຫຼື ບໍ່ມີກໍຕາມ”. ນີ້ບໍ່ແມ່ນສະພາບຂອງທຸກຄົນທີ່ເໝາະສົມທີ່ສຸດກັບຄວາມເປັນຈິງຢ່າງແທ້ຈິງບໍ? ສໍາລັບມະນຸດແລ້ວ ພຣະເຈົ້າແມ່ນມີຕົວຕົນເມື່ອພວກເຂົາສະແຫວງຫາພຣະອົງ ແລະ ບໍ່ມີຕົວຕົນເມື່ອພວກເຂົາບໍ່ໄດ້ສະແຫວງຫາພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າມີຕົວຕົນຢູ່ໃນຫົວໃຈຂອງມະນຸດທັນທີທີ່ພວກເຂົາຕ້ອງການຄວາມຊ່ວຍເຫຼືອ ແຕ່ເມື່ອພວກເຂົາບໍ່ໄດ້ຕ້ອງການພຣະອົງອີກຕໍ່ໄປ ພຣະອົງກໍບໍ່ມີຕົວຕົນອີກຕໍ່ໄປ. ນີ້ແມ່ນສິ່ງທີ່່ຢູ່ພາຍໃນຫົວໃຈຂອງຜູ້ຄົນ. ໃນຄວາມເປັນຈິງແລ້ວ ທຸກຄົນທີ່ຢູ່ແຜ່ນດິນໂລກຄິດແບບນີ້ ລວມເຖິງ “ຜູ້ທີ່ບໍ່ເຊື່ອວ່າມີພຣະເຈົ້າ” ແລະ “ຄວາມຮູ້ສຶກ” ຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງເລື່ອນລອຍ ແລະ ມືດມົວອີກດ້ວຍ.

“ສະນັ້ນ, ພູເຂົາຈຶ່ງກາຍເປັນຊາຍແດນລະຫວ່າງປະເທດຕ່າງໆຢູ່ແຜ່ນດິນໂລກ, ນໍ້າກາຍເປັນຮົ້ວກັ້ນເພື່ອແຍກປະຊາຊົນຂອງດິນແດນຕ່າງໆອອກຈາກກັນ ແລະ ອາກາດກາຍເປັນສິ່ງທີ່ໄຫຼຈາກຄົນໜຶ່ງສູ່ຄົນໜຶ່ງໃນອາວະກາດຢູ່ເທິງແຜ່ນດິນໂລກ”. ນີ້ແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນຕອນສ້າງໂລກ. ການກ່າວສິ່ງນີ້ຢູ່ໃນນີ້ເຮັດໃຫ້ຜູ້ຄົນສົບສົນ: ເປັນໄປໄດ້ບໍວ່າ ພຣະເຈົ້າຕ້ອງການສ້າງໂລກອື່ນ? ມັນຍຸຕິທໍາແລ້ວທີ່ຈະກ່າວສິ່ງນີ້: ທຸກຄັ້ງທີ່ພຣະເຈົ້າກ່າວ ພຣະທໍາຂອງພຣະອົງປະກອບດ້ວຍການຊົງສ້າງ, ການຄຸ້ມຄອງ ແລະ ການທໍາລາຍໂລກ; ມັນເປັນພຽງແຕ່ວ່າ ບາງຄັ້ງສິ່ງເຫຼົ່ານັ້ນແມ່ນມີຄວາມຊັດເຈນ ແລະ ບາງຄັ້ງສິ່ງເຫຼົ່ານັ້ນກໍເລື່ອນລອຍ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນສະແດງອອກຢູ່ໃນພຣະທໍາຂອງພຣະອົງ; ມັນເປັນພຽງແຕ່ວ່າ ຜູ້ຄົນບໍ່ສາມາດຈໍາແນກສິ່ງເຫຼົ່ານັ້ນໄດ້ເທົ່ານັ້ນ. ພອນທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດເຮັດໃຫ້ຄວາມເຊື່ອຂອງພວກເຂົາເພີ່ມຂຶ້ນຫຼາຍຮ້ອຍເທົ່າ. ຈາກພາຍນອກ, ເບິ່ງຄືກັບວ່າ ພຣະເຈົ້າກໍາລັງເຮັດສັນຍາກັບພວກເຂົາ ແຕ່ໃນແກ່ນແທ້ແລ້ວ ມັນແມ່ນມາດຕະການທີ່ພຣະເຈົ້າຮຽກຮ້ອງຈາກປະຊາຊົນຂອງອານາຈັກຂອງພຣະອົງ. ຜູ້ທີ່ມີຄວາມເໝາະສົມໃນການຮັບໃຊ້ຈະຄົງຢູ່ ໃນຂະນະທີ່ຜູ້ທີ່ບໍ່ເໝາະສົມຈະຖືກກືນກິນດ້ວຍໄພພິບັດທີ່ຕົກລົງມາຈາກສະຫວັນ. “ສຽງຟ້າຮ້ອງດັງກຶກກ້ອງໄປທົ່ວທ້ອງຟ້າຈະໂຈມຕີມະນຸດໃຫ້ລົ້ມລົງ; ໃນຂະນະທີ່ພວກເຂົາລົ້ມລົງ ພູເຂົາສູງກໍຈະຝັງພວກເຂົາ; ສັດຮ້າຍທີ່ຫິວໂຫຍຈະກິນພວກເຂົາ; ແລະ ມະຫາສະໝຸດຍິ່ງຂຶ້ນຈະຖ້ວມຫົວພວກເຂົາ. ໃນຂະນະທີ່ມະນຸດມີຂໍ້ຂັດແຍ້ງເຊິ່ງກັນແລະກັນ, ມະນຸດທຸກຄົນຈະສະແຫວງຫາຄວາມພິນາດຂອງພວກເຂົາເອງໃນໄພພິບັດທີ່ເກີດຂຶ້ນຈາກພວກເຂົາ”. ນີ້ແມ່ນ “ການປະຕິບັດທີ່ພິເສດ” ທີ່ຈະຈັດໃຫ້ຜູ້ທີ່ບໍ່ໄດ້ມາດຕະຖານ ແລະ ຜູ້ທີ່ ໃນທີ່ສຸດ ຈະບໍ່ໄດ້ຮັບຄວາມລອດພົ້ນໃນອານາຈັກຂອງພຣະເຈົ້າ. ຍິ່ງພຣະເຈົ້າກ່າວສິ່ງຕ່າງໆຫຼາຍຂຶ້ນເຊັ່ນ: “ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ”, ຜູ້ຄົນກໍຍິ່ງຮູ້ກ່ຽວກັບຄວາມເປັນຕາເຄົາລົບນັບຖືຂອງພວກເຂົາຫຼາຍຂຶ້ນ; ສະນັ້ນ, ພວກເຂົາຈຶ່ງມີຄວາມເຊື່ອໃນການສະແຫວງຫາຊີວິດໃໝ່. ພຣະເຈົ້າສະໜອງໃຫ້ມະນຸດໃນຂະນະທີ່ພວກເຂົາຂໍຈາກພຣະອົງ. ເມື່ອພຣະເຈົ້າໄດ້ເປີດໂປງພວກເຂົາໃນລະດັບໃດໜຶ່ງ, ພຣະອົງກໍປ່ຽນແປງວິທີການກ່າວຂອງພຣະອົງ ໂດຍໃຊ້ນໍ້າສຽງຂອງການໃຫ້ພອນເພື່ອໄດ້ຮັບຜົນທີ່ດີທີ່ສຸດ. ການຮຽກຮ້ອງຕໍ່ມະນຸດດ້ວຍວິທີນີ້ເຮັດໃຫ້ໄດ້ຮັບຜົນທາງພາກປະຕິບັດຫຼາຍຂຶ້ນ. ຍ້ອນທຸກຄົນເຕັມໃຈທີ່ຈະເວົ້າທຸລະກິດກັບຜູ້ຮ່ວມເຮັດທຸລະກິດຂອງພວກເຂົາ. ພວກເຂົາທຸກຄົນແມ່ນຊ່ຽວຊານດ້ານທຸລະກິດ. ນີ້ແມ່ນສິ່ງທີ່ພຣະເຈົ້າສຸມໃສ່ຢ່າງແທ້ຈິງໃນການກ່າວສິ່ງນີ້. ສະນັ້ນ ແຜ່ນດິນ “ຊິນິມ” ແມ່ນຫຍັງ? ໃນນີ້ ພຣະເຈົ້າບໍ່ໄດ້ໝາຍເຖິງອານາຈັກຢູ່ເທິງແຜ່ນດິນໂລກ ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແຕ່ກົງກັນຂ້າມ ແມ່ນໝາຍເຖິງການຊຸມນຸມແຫ່ງທູດສະຫວັນທັງໝົດທີ່ມາຈາກພຣະເຈົ້າ. ພຣະທໍາທີ່ວ່າ: “ຍຶດໝັ້ນ ແລະ ບໍ່ສັ່ນຄອນ” ມີຄວາມໝາຍວ່າ ທູດສະຫວັນຈະທະລຸຜ່ານກອງກໍາລັງທັງໝົດຂອງຊາຕານ, ດ້ວຍເຫດນັ້ນ ກໍຈະສ້າງແຜ່ນດິນຊິນິມທົ່ວຈັກກະວານທັງໝົດ. ສະນັ້ນ, ຄວາມໝາຍທີ່ແທ້ຈິງຂອງແຜ່ນດິນຊິນິມແມ່ນການເຕົ້າໂຮມທູດສະຫວັນທັງໝົດຢູ່ເທິງແຜ່ນດິນໂລກ ແລະ ໃນນີ້ ມັນໝາຍເຖິງຜູ້ທີ່ຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນ, ອານາຈັກທີ່ຈະມີຢູ່ເທິງແຜ່ນດິນໂລກ ສຸດທ້າຍ ຈະຖືກເອີ້ນວ່າແຜ່ນດິນ “ຊິນິມ” ແລະ ບໍ່ແມ່ນ “ອານາຈັກ”. ບໍ່ມີຄວາມໝາຍທີ່ແທ້ຈິງຂອງ “ອານາຈັກ” ຢູ່ເທິງແຜ່ນດິນໂລກ; ໃນແກ່ນແທ້ແລ້ວ ມັນແມ່ນແຜ່ນດິນຊິນິມ. ສະນັ້ນ, ພຽງເມື່ອເຊື່ອມໂຍງສິ່ງເຫຼົ່ານັ້ນກັບຄໍານິຍາມຂອງຊິນິມເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະທໍາທີ່ວ່າ: “ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ”. ສິ່ງນີ້ສະແດງໃຫ້ເຫັນເຖິງຕໍາແໜ່ງຂອງທຸກຄົນຢູ່ເທິງແຜ່ນດິນໂລກໃນອະນາຄົດ. ປະຊາຊົນທຸກຄົນຂອງແຜ່ນດິນຊິນິມຈະເປັນກະສັດທີ່ປົກຄອງທຸກຄົນຢູ່ແຜ່ນດິນໂລກຫຼັງຈາກທີ່ພວກເຂົາໄດ້ທົນທຸກຕໍ່ການຂ້ຽນຕີ. ທຸກຢ່າງຢູ່ແຜ່ນດິນໂລກຈະດໍາເນີນຢ່າງປົກກະຕິຍ້ອນການຄຸ້ມຄອງຂອງປະຊາຊົນແຫ່ງແຜ່ນດິນຊິນິມ. ນີ້ເປັນພຽງຮູບຮ່າງບາງສ່ວນຂອງສະຖານະການ. ມະນຸດທຸກຄົນຈະຄົງຢູ່ພາຍໃນອານາຈັກຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ພວກເຂົາຈະຖືກປະໄວ້ໃນແຜ່ນດິນຊິນິມ. ມະນຸດຢູ່ແຜ່ນດິນໂລກຈະສາມາດສື່ສານກັບທູດສະຫວັນ. ດ້ວຍເຫດນັ້ນ, ສະຫວັນ ແລະ ແຜ່ນດິນໂລກຈະຖືກເຮັດໃຫ້ເຊື່ອມຕໍ່ກັນ; ຫຼື ເວົ້າອີກຢ່າງໜຶ່ງກໍຄື ທຸກຄົນຢູ່ເທິງແຜ່ນດິນໂລກຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮັກພຣະເຈົ້າດັ່ງທີ່ທູດສະຫວັນປະຕິບັດກັນຢູ່ສະຫວັນ. ໃນເວລານັ້ນ ພຣະເຈົ້າຈະປາກົດຕໍ່ທຸກຄົນຢູ່ເທິງແຜ່ນດິນໂລກຢ່າງເປີດເຜີຍ ແລະ ອະນຸຍາດໃຫ້ພວກເຂົາເຫັນໃບໜ້າທີ່ແທ້ຈິງຂອງພຣະອົງດ້ວຍຕາເປົ່າ ແລະ ພຣະອົງຈະເປີດເຜີຍຕົວເອງຕໍ່ພວກເຂົາໃນເວລາໃດກໍໄດ້.

ກ່ອນນີ້: ບົດທີ 18

ຕໍ່ໄປ: ບົດທີ 20

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້