ບົດທີ 20

ພຣະເຈົ້າສ້າງມະນຸດຊາດທັງປວງ ແລະ ໄດ້ນໍາພາມະນຸດຊາດຈົນເຖິງປັດຈຸບັນ. ສະນັ້ນ ພຣະເຈົ້າຈຶ່ງຮູ້ຈັກທຸກສິ່ງທີ່ເກີດຂຶ້ນທ່າມກາງມະນຸດ: ພຣະອົງຮູ້ຈັກເຖິງຄວາມຂົມຂື່ນໃນໂລກຂອງມະນຸດ, ເຂົ້າໃຈຄວາມຫວານຊື່ນໃນໂລກຂອງມະນຸດ ແລະ ສະນັ້ນ ໃນແຕ່ລະມື້ ພຣະອົງຈຶ່ງອະທິບາຍສະພາບຊີວິດຂອງມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈັດການກັບຄວາມອ່ອນແອ ແລະ ຄວາມເສື່ອມຊາມຂອງມະນຸດຊາດທັງປວງ. ມັນບໍ່ແມ່ນຄວາມປະສົງຂອງພຣະເຈົ້າທີ່ຈະໃຫ້ມະນຸດຊາດທັງປວງຖືກໂຍນຖິ້ມລົງສູ່ເຫວເລິກທີ່ຢັ່ງບໍ່ເຖິງ ຫຼື ທີ່ຈະໃຫ້ມະນຸດຊາດທັງໝົດຖືກຊ່ວຍໃຫ້ລອດພົ້ນ. ມີຫຼັກການໃນການກະທຳຂອງພຣະເຈົ້າຢູ່ສະເໝີ, ແຕ່ບໍ່ມີໃຜສາມາດເຂົ້າໃຈກົດເກນຂອງທຸກສິ່ງທີ່ພຣະອົງເຮັດໄດ້. ເມື່ອຜູ້ຄົນຮູ້ຈັກເຖິງຄວາມສະຫງ່າຜາເຜີຍ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ, ພຣະເຈົ້າກໍປ່ຽນແປງນໍ້າສຽງໃຫ້ກາຍເປັນຄວາມເມດຕາ ແລະ ຄວາມຮັກທັນທີ, ແຕ່ເມື່ອຜູ້ຄົນມາຮູ້ຈັກຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ທັນທີພຣະອົງກໍປ່ຽນນໍ້າສຽງອີກຄັ້ງ ໂດຍເຮັດໃຫ້ພຣະທຳຂອງພຣະອົງກິນຍາກ ຄືກັບວ່າພຣະທຳເຫຼົ່ານັ້ນເປັນໄກ່ດິບ. ໃນບັນດາພຣະທຳທັງໝົດຂອງພຣະເຈົ້າ, ການເລີ່ມຕົ້ນບໍ່ເຄີຍຊໍ້າໄປມາ ແລະ ພຣະທຳຂໍ້ໃດຂໍ້ໜຶ່ງຂອງພຣະອົງກໍບໍ່ເຄີຍຖືກກ່າວຕາມຫຼັກການຂອງຖ້ອຍຄຳທີ່ຢູ່ໃນມື້ວານ; ແມ່ນແຕ່ນໍ້າສຽງກໍບໍ່ຄືກັນ ຫຼື ບໍ່ມີເນື້ອຫາເຊື່ອມໂຍງກັນເລີຍ, ທຸກສິ່ງເຫຼົ່ານີ້ຍິ່ງເຮັດໃຫ້ຜູ້ຄົນຮູ້ສຶກສັບສົນຫຼາຍຂຶ້ນ. ນີ້ຄືສະຕິປັນຍາຂອງພຣະເຈົ້າ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ພຣະອົງໃຊ້ນໍ້າສຽງ ແລະ ລັກສະນະຄຳເວົ້າຂອງພຣະອົງເພື່ອແຍກແນວຄິດຂອງຜູ້ຄົນອອກ ເພື່ອເຮັດໃຫ້ຊາຕານສັບສົນ, ບໍ່ໃຫ້ຊາຕານມີໂອກາດໄດ້ໃສ່ພິດໃນການກະທຳຂອງພຣະເຈົ້າ. ຄວາມມະຫັດສະຈັນຂອງການກະທຳຂອງພຣະເຈົ້າເຮັດໃຫ້ຄວາມຄິດຂອງຜູ້ຄົນຫວັ່ນໄຫວໂດຍພຣະທຳຂອງພຣະເຈົ້າ. ພວກເຂົາເກືອບຈະບໍ່ສາມາດຄົ້ນພົບປະຕູທາງໜ້າຂອງພວກເຂົາເອງ ຫຼື ບໍ່ຮູ້ຈັກແມ່ນແຕ່ວ່າເມື່ອໃດພວກເຂົາຄວນກິນ ຫຼື ພັກຜ່ອນເພື່ອບັນລຸ “ການເສຍສະຫຼະການຫຼັບນອນ ແລະ ອາຫານເພື່ອພຣະເຈົ້າ” ຢ່າງແທ້ຈິງ. ແມ່ນແຕ່ໃນເວລານີ້, ພຣະເຈົ້າກໍຍັງບໍ່ພໍໃຈກັບສະຖານະການໃນປັດຈຸບັນ ແລະ ໃຈຮ້າຍກັບມະນຸດຢູ່ສະເໝີ, ບັງຄັບໃຫ້ເຂົານໍາຫົວໃຈທີ່ແທ້ຈິງຂອງເຂົາອອກມາ. ບໍ່ດັ່ງນັ້ນ ໃນການຜ່ອນຜັນແມ່ນແຕ່ໜ້ອຍດຽວຈາກພຣະເຈົ້າກໍຈະເຮັດໃຫ້ຜູ້ຄົນ “ເຊື່ອຟັງ” ທັນທີ ແລະ ເລີ່ມບໍ່ເອົາໃຈໃສ່. ນີ້ຄືຄວາມຕໍ່າຕ້ອຍຂອງມະນຸດ; ເຂົາບໍ່ສາມາດຖືກຍົວະໄດ້, ແຕ່ຕ້ອງຖືກຕີ ຫຼື ລາກເພື່ອໃຫ້ເຂົາເຄື່ອນໄຫວ. “ໃນບັນດາຄົນທີ່ເຮົາເຝົ້າເບິ່ງ, ບໍ່ມີໃຜສະແຫວງຫາເຮົາຢ່າງຕັ້ງໃຈ ແລະ ແບບກົງໄປກົງມາ. ພວກເຂົາລ້ວນແລ້ວແຕ່ມາຢູ່ຕໍ່ໜ້າເຮົາຍ້ອນການຊັກຈູງຂອງຄົນອື່ນ, ແລ່ນຕາມຄົນສ່ວນໃຫຍ່ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ຫຼື ໃຊ້ເວລາເພື່ອເພີ່ມພູນຊີວິດຂອງພວກເຂົາ”. ສິ່ງດັ່ງກ່າວຄືສະຖານະການຂອງທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກ. ສະນັ້ນ ຫາກປາສະຈາກພາລະກິດຂອງອັກຄະສາວົກ ຫຼື ຜູ້ນໍາ, ທຸກຄົນກໍຈະຖືກເຮັດໃຫ້ແຕກກະຈັກກະຈາຍແຕ່ດົນແລ້ວ ແລະ ສະນັ້ນທົ່ວຍຸກຕ່າງໆຈຶ່ງບໍ່ມີການຂາດອັກຄະສາວົກ ແລະ ຜູ້ປະກາດພຣະທຳ.

ໃນຖ້ອຍຄຳເຫຼົ່ານີ້, ພຣະເຈົ້າໃສ່ໃຈເປັນພິເສດເພື່ອສະຫຼຸບສະພາບຊີວິດຂອງມະນຸດຊາດທັງປວງ. ພຣະທຳເຊັ່ນ “ຊີວິດຂອງມະນຸດບໍ່ມີຄວາມອົບອຸ່ນແມ່ນແຕ່ໜ້ອຍດຽວ ແລະ ປາສະຈາກຮ່ອງຮອຍຂອງມະນຸດ ຫຼື ແສງສະຫວ່າງທັງສິ້ນ, ແຕ່ເຂົາກໍຍັງຕາມໃຈຕົວເອງ, ພວກເຂົາປ່ອຍໃຫ້ຊີວິດໝົດຄຸນຄ່າກັບການດີ້ນລົນໂດຍບໍ່ບັນລຸຫຍັງຈັກຢ່າງ. ໃນພິບຕາດຽວ, ມື້ແຫ່ງຄວາມຕາຍກໍໃກ້ເຂົ້າມາ ແລະ ມະນຸດກໍຕາຍຢ່າງຂົມຂື່ນ” ລ້ວນແລ້ວແຕ່ເປັນແບບນີ້ໝົດ. ເປັນຫຍັງພຣະເຈົ້າຈຶ່ງນໍາພາການເປັນຢູ່ຂອງມະນຸດຊາດຈົນເຖິງປັດຈຸບັນ ແລະ ເປີດເຜີຍຄວາມວ່າງເປົ່າຂອງຊີວິດໃນໂລກມະນຸດເຊັ່ນກັນ? ແລ້ວເປັນຫຍັງພຣະອົງຈຶ່ງບັນລະຍາຍວ່າຊີວິດທັງໝົດຂອງທຸກຄົນຄື “ການຮີບມາ ແລະ ການຮີບໄປ”? ສາມາດເວົ້າໄດ້ວ່າ ສິ່ງນີ້ແມ່ນລ້ວນແລ້ວແຕ່ເປັນແຜນການຂອງພຣະເຈົ້າ, ມັນຖືກກຳນົດໄວ້ໂດຍພຣະເຈົ້າ, ເວົ້າອີກຢ່າງໜຶ່ງກໍຄື ມັນສະທ້ອນໃຫ້ເຫັນເຖິງວິທີທີ່ພຣະເຈົ້າກຽດຊັງທຸກສິ່ງຍົກເວັ້ນຊີວິດທີ່ຢູ່ໃນຄວາມສັກສິດ. ເຖິງແມ່ນພຣະເຈົ້າສ້າງມະນຸດຊາດທັງປວງ, ພຣະອົງກໍບໍ່ເຄີຍພໍໃຈໃນການດຳລົງຊີວິດຂອງມະນຸດຊາດທັງປວງຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ພຣະອົງພຽງແຕ່ຍອມໃຫ້ມະນຸດຊາດມີຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານ. ຫຼັງຈາກທີ່ມະນຸດຊາດໄດ້ຜ່ານຂະບວນການນີ້, ພຣະອົງກໍຈະທຳລາຍລ້າງ ຫຼື ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ດ້ວຍເຫດນັ້ນ ມະນຸດກໍຈະໄດ້ຮັບຊີວິດເທິງແຜ່ນດິນໂລກທີ່ຢ່າງມີຄວາມໝາຍ. ສິ່ງນີ້ລ້ວນແລ້ວແຕ່ເປັນສ່ວນໜຶ່ງໃນແຜນການຂອງພຣະເຈົ້າ. ແລ້ວສະນັ້ນຈຶ່ງມີຄວາມປາຖະໜາໃນຈິດສໍານຶກຂອງມະນຸດຢ່າງສະເໝີ ເຊິ່ງບໍ່ໄດ້ນໍາພາໃຜໄປສູ່ຄວາມຕາຍຢ່າງໄຮ້ຄວາມໝາຍ, ພຽງແຕ່ຄົນທີ່ບັນລຸຄວາມປາຖະໜານີ້ແມ່ນເປັນຄົນແຫ່ງຍຸກສຸດທ້າຍເທົ່ານັ້ນ. ໃນປັດຈຸບັນ, ຜູ້ຄົນຍັງດຳລົງຊີວິດຢູ່ທ່າມກາງຄວາມວ່າງເປົ່າທີ່ບໍ່ສາມາດກັບຄືນສູ່ສະພາບເດີມໄດ້ ແລະ ພວກເຂົາຍັງລໍຖ້າຄວາມປາຖະໜາທີ່ບໍ່ສາມາດເຫັນໄດ້: “ເມື່ອເຮົາປົກປິດໃບໜ້າຂອງເຮົາດ້ວຍມືຂອງເຮົາ ແລະ ແນບຜູ້ຄົນລົງພື້ນດິນ, ພວກເຂົາກໍຮູ້ສຶກຫັນໃຈຫອບທັນທີ ແລະ ເກືອບຈະບໍ່ສາມາດເອົາຕົວລອດໄດ້. ພວກເຂົາທຸກຄົນກໍຮ້ອງໄຫ້ຫາເຮົາ ໂດຍຢ້ານວ່າເຮົາຈະທຳລາຍພວກເຂົາ ຍ້ອນວ່າ ພວກເຂົາທຸກຄົນປາຖະໜາທີ່ຈະເຫັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ”. ສິ່ງດັ່ງກ່າວແມ່ນສະຖານະການຂອງທຸກຄົນໃນປັດຈຸບັນ. ພວກເຂົາລ້ວນແລ້ວແຕ່ດຳລົງຊີວິດຢູ່ໃນ “ສູນອາກາດ” ທີ່ບໍ່ມີ “ອົກຊີແຊນ” ເຊິ່ງເຮັດໃຫ້ພວກເຂົາຫາຍໃຈຍາກ. ພຣະເຈົ້າໃຊ້ຄວາມປາຖະໜາທີ່ຢູ່ໃນຄວາມຮູ້ສຶກຂອງມະນຸດໃຫ້ສົ່ງເສີມຄວາມຢູ່ລອດຂອງມະນຸດຊາດທັງປວງ; ຖ້າບໍ່ດັ່ງນັ້ນ ທຸກຄົນກໍຈະ “ໜີອອກຈາກບ້ານເພື່ອໄປເປັນພະສົງ” ເຊິ່ງຈະສົ່ງຜົນໃຫ້ມະນຸດຊາດສູນພັນ ແລະ ເຖິງຈຸດຈົບ. ສະນັ້ນ ມັນກໍຍ້ອນສັນຍາທີ່ພຣະເຈົ້າໄດ້ມອບໃຫ້ກັບມະນຸດທີ່ເຮັດໃຫ້ມະນຸດຢູ່ລອດຈົນເຖິງປັດຈຸບັນ. ນີ້ຄືຄວາມຈິງ, ແຕ່ມະນຸດບໍ່ເຄີຍຄົ້ນພົບກົດເກນນີ້ ແລະ ສະນັ້ນ ເຂົາຈຶ່ງບໍ່ຮູ້ຈັກວ່າ ເປັນຫຍັງເຂົາຈຶ່ງ “ຢ້ານຢູ່ເລິກໆວ່າຄວາມຕາຍຈະມາເຖິງເຂົາເປັນຄັ້ງທີສອງ”. ການເປັນມະນຸດ, ບໍ່ມີໃຜມີຄວາມກ້າຫານໃນການສືບຕໍ່ດຳລົງຊີວິດ, ແຕ່ກໍບໍ່ມີໃຜກ້າທີ່ຈະຕາຍ ແລະ ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າຜູ້ຄົນ “ຕາຍຢ່າງຂົມຂື່ນ”. ສິ່ງດັ່ງກ່າວແມ່ນສະຖານະການແທ້ຈິງທີ່ຢູ່ທ່າມກາງມະນຸດ. ບາງເທື່ອໃນຄວາມຄາດຫວັງຂອງພວກເຂົາ, ບາງຄົນໄດ້ຜະເຊີນກັບຄວາມລົ້ມເຫຼວ ແລະ ຄິດເຖິງຄວາມຕາຍ, ແຕ່ຄວາມຄິດເຫຼົ່ານີ້ບໍ່ເຄີຍບັນລຸຜົນໄດ້ຈັກເທື່ອ; ບາງເທື່ອ ບາງຄົນຄິດເຖິງຄວາມຕາຍ ຍ້ອນບັນຫາໃນຄອບຄົວ, ແຕ່ກັງວົນເຖິງຄົນທີ່ພວກເຂົາຮັກ ແລະ ຍັງບໍ່ສາມາດບັນລຸຄວາມປາຖະໜາຂອງພວກເຂົາໄດ້; ແລະ ບາງເທື່ອ ບາງຄົນກໍຄິດເຖິງຄວາມຕາຍ ຍ້ອນບັນຫາໃນຊີວິດຄູ່ຂອງພວກເຂົາ, ແຕ່ພວກເຂົາບໍ່ເຕັມໃຈຜ່ານມັນໄປ. ສະນັ້ນ ຜູ້ຄົນຈຶ່ງຕາຍພ້ອມກັບຄວາມທຸກ ຫຼື ຄວາມເສຍໃຈໃນຫົວໃຈຂອງພວກເຂົາຕະຫຼອດໄປ. ສິ່ງດັ່ງກ່າວແມ່ນສະພາວະທີ່ຫຼາກຫຼາຍຂອງທຸກຄົນ. ເມື່ອຫຼຽວເບິ່ງໂລກກວ້າງຂອງມະນຸດ, ຜູ້ຄົນມາ ແລະ ໄປຢູ່ໃນສະແສຢ່າງບໍ່ສິ້ນສຸດ ແລະ ເຖິງແມ່ນພວກເຂົາຮູ້ສຶກວ່າ ມີຄວາມສຸກໃນການຕາຍຫຼາຍກວ່າໃນການມີຊີວິດຢູ່, ພວກເຂົາກໍຍັງເວົ້າໄດ້ແຕ່ປາກ ແລະ ບໍ່ເຄີຍມີໃຜນໍາພາໂດຍເປັນຕົວຢ່າງ, ໂດຍຕາຍໄປ ແລະ ກັບຄືນມາອີກຄັ້ງ, ແລ້ວມາບອກກັບຜູ້ຄົນທີ່ມີຊີວິດຢູ່ວ່າ ການມີຄວາມສຸກກັບຄວາມຕາຍເປັນແນວໃດ. ຜູ້ຄົນແມ່ນໜ້າເວດທະນາ ແລະ ຕໍ່າຊ້າຫຼາຍ: ພວກເຂົາບໍ່ມີຢາງອາຍ ຫຼື ການເຄົາລົບຕົນເອງ ແລະ ພວກເຂົາຄືນຄຳເວົ້າຢູ່ສະເໝີ. ໃນແຜນການຂອງພຣະອົງ, ພຣະເຈົ້າໄດ້ກຳນົດກຸ່ມຄົນທີ່ຈະໄດ້ຮັບສັນຍາຂອງພຣະອົງໄວ້ລ່ວງໜ້າແລ້ວ ແລະ ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ຫຼາຍຄົນໄດ້ດຳລົງຊີວິດໃນເນື້ອໜັງ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດໃໝ່ເທິງແຜ່ນດິນໂລກ. ແຕ່ບໍ່ເຄີຍມີໃຜທີ່ໄດ້ມີໂອກາດຮັບເອົາພອນແຫ່ງອານາຈັກໃນປັດຈຸບັນ”. ທຸກຄົນທີ່ໄດ້ຮັບພອນແຫ່ງອານາຈັກໃນປັດຈຸບັນແມ່ນໄດ້ຖືກກຳນົດລ່ວງໜ້າໂດຍພຣະເຈົ້າຕັ້ງແຕ່ຕອນພຣະເຈົ້າສ້າງໂລກ. ພຣະເຈົ້າປັ້ນແຕ່ງໃຫ້ວິນຍານເຫຼົ່ານີ້ດຳລົງຊີວິດຢູ່ໃນເນື້ອໜັງໃນລະຫວ່າງຍຸກສຸດທ້າຍ ແລະ ໃນທີ່ສຸດ ພຣະເຈົ້າຈະຮັບເອົາຄົນກຸ່ມນີ້ ແລະ ຈັດກຽມໃຫ້ພວກເຂົາຢູ່ໃນຊິນິມ. ຍ້ອນທາດແທ້ຂອງວິນຍານຂອງຄົນເຫຼົ່ານີ້ຄືທູດສະຫວັນ, ພຣະເຈົ້າຈຶ່ງເວົ້າວ່າ “ບໍ່ເຄີຍມີຮ່ອງຮອຍກ່ຽວກັບເຮົາໃນວິນຍານຂອງມະນຸດແທ້ບໍ?” ຕາມຄວາມຈິງແລ້ວ ເມື່ອຜູ້ຄົນດຳລົງຊີວິດໃນເນື້ອໜັງ, ພວກເຂົາກໍຄົງບໍ່ຮູ້ຈັກເລື່ອງຕ່າງໆທີ່ຢູ່ໃນໂລກຝ່າຍວິນຍານ. ຈາກພຣະທຳງ່າຍໆເຫຼົ່ານີ້ ນັ້ນກໍຄື “[ມະນຸດ] ຫຼຽວເບິ່ງເຮົາຢ່າງລະແວງ”, ມັນສາມາດເຫັນໄດ້ເຖິງອາລົມຂອງພຣະເຈົ້າ. ພາຍໃນພຣະທຳທີ່ງ່າຍດາຍເຫຼົ່ານີ້, ຈິດຕະວິທະຍາທີ່ຊັບຊ້ອນຂອງພຣະເຈົ້າແມ່ນໄດ້ສະແດງອອກມາ. ຕັ້ງແຕ່ເວລາແຫ່ງການສ້າງຈົນເຖິງປັດຈຸບັນ, ມີຄວາມໂສກເສົ້າພ້ອມກັບຄວາມໂມໂຫ ແລະ ການພິພາກສາໃນຫົວໃຈຂອງພຣະເຈົ້າຢູ່ສະເໝີ, ຍ້ອນຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກບໍ່ສາມາດໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ, ຄືກັບທີ່ພຣະເຈົ້າເວົ້າວ່າ “ມະນຸດເໝືອນຄົນປ່າເຖື່ອນທີ່ຢູ່ເທິງພູເຂົາ”. ແລ້ວພຣະເຈົ້າຍັງເວົ້າວ່າ “ແລ້ວມື້ນັ້ນຈະມາເຖິງ ມື້ທີ່ມະນຸດລອຍຂ້າມມະຫາສະໝຸດທີ່ກວ້າງໃຫຍ່ມາຫາເຮົາ ເພື່ອວ່າ ເຂົາອາດຈະໄດ້ຮັບຄວາມຮັ່ງມີເທິງແຜ່ນດິນໂລກ ແລະ ປະຖິ້ມຄວາມສ່ຽງທີ່ຈະຖືກກືນໂດຍທະເລ”. ນີ້ແມ່ນຄວາມສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຍັງສາມາດບັນລະຍາຍໄດ້ວ່າເປັນກະແສທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ມັນເປັນສັນຍາລັກໃຫ້ກັບຄວາມສຳເລັດແຫ່ງພາລະກິດຂອງພຣະເຈົ້າ.

ເມື່ອອານາຈັກລົງມາເທິງແຜ່ນດິນໂລກທັງໝົດ, ທຸກຄົນຈະຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ”. ສິ່ງນີ້ສະແດງໃຫ້ເຫັນວ່າ ມື້ທີ່ພຣະເຈົ້າໄດ້ຮັບສະຫງ່າລາສີຢ່າງສົມບູນແມ່ນມື້ທີ່ມະນຸດມີຄວາມສຸກກັບການພັກຜ່ອນ; ຜູ້ຄົນບໍ່ດີ້ນຮົນເນື່ອງຈາກການລົບກວນຂອງຊາຕານອີກຕໍ່ໄປ, ໂລກຢຸດກ້າວໄປຂ້າງໜ້າ ແລະ ຜູ້ຄົນກໍດຳລົງຊີວິດຢ່າງສະຫງົບ, ຍ້ອນດວງດາວຈຳນວນຫຼວງຫຼາຍທີ່ຢູ່ເທິງທ້ອງຟ້າຖືກສ້າງຂຶ້ນໃໝ່ ແລະ ດວງຕາເວັນ, ດວງເດືອນ, ດວງດາວ ແລະ ອື່ນໆ ແລະ ພູເຂົາ ແລະ ແມ່ນໍ້າທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ລ້ວນແລ້ວແຕ່ປ່ຽນແປງໄປ. ແລ້ວຍ້ອນມະນຸດໄດ້ປ່ຽນໄປ ແລະ ພຣະເຈົ້າກໍໄດ້ປ່ຽນໄປເຊັ່ນກັນ, ສະນັ້ນແລ້ວ ທຸກສິ່ງຈຶ່ງປ່ຽນແປງໄປ. ນີ້ຄືເປົ້າໝາຍສຸດຍອດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ສິ່ງທີ່ຄວນຖືກເຮັດໃຫ້ບັນລຸໃນທີ່ສຸດ. ຈຸດປະສົງຂອງພຣະເຈົ້າໃນການກ່າວພຣະທຳເຫຼົ່ານີ້ ຫຼັກໆ ແມ່ນເພື່ອໃຫ້ມະນຸດຮູ້ຈັກພຣະອົງ. ຜູ້ຄົນບໍ່ເຂົ້າໃຈກົດບັນຍັດບໍລິຫານຂອງພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກປັ້ນແຕ່ງ ແລະ ຈັດແຈງໂດຍພຣະເຈົ້າເອງ ແລະ ພຣະເຈົ້າແມ່ນບໍ່ເຕັມໃຈໃຫ້ໃຜມາແຊກແຊງ; ກົງກັນຂ້າມ ພຣະອົງຍອມໃຫ້ທຸກຄົນເຫັນວ່າ ທຸກສິ່ງແມ່ນຖືກຈັດແຈງໂດຍພຣະເຈົ້າ ແລະ ມະນຸດບໍ່ສາມາດບັນລຸໄດ້. ເຖິງແມ່ນມະນຸດສາມາດເຫັນມັນໄດ້ ຫຼື ພົບວ່າມັນຍາກທີ່ຈະຈິນຕະນາການ, ທຸກສິ່ງກໍຖືກຄວບຄຸມໂດຍພຣະເຈົ້າພຽງຜູ້ດຽວ ແລະ ພຣະເຈົ້າກໍບໍ່ປາຖະໜາທີ່ຈະໃຫ້ມັນມີມົນທິນຈາກຄວາມຄິດແມ່ນແຕ່ໜ້ອຍດຽວຂອງມະນຸດ. ພຣະເຈົ້າຈະບໍ່ໃຫ້ອະໄພຄົນທີ່ມີສ່ວນປະກອບຢ່າງແນ່ນອນ, ແມ່ນແຕ່ໜ້ອຍດຽວກໍຕາມ; ພຣະເຈົ້າເປັນພຣະເຈົ້າ ຜູ້ເຊິ່ງຫຶງຫວງມະນຸດ ແລະ ເບິ່ງຄືກັບວ່າ ພຣະວິນຍານຂອງພຣະເຈົ້າກໍອ່ອນໄຫວໃນເລື່ອງນີ້ເປັນພິເສດ. ສະນັ້ນ ໃຜກໍຕາມທີ່ມີເຈດຕະນາແມ່ນແຕ່ໜ້ອຍດຽວທີ່ຈະແຊກແຊງກໍຈະຖືກອ້ອມລ້ອມດ້ວຍແປວໄຟທີ່ເຜົາທຳລາຍຂອງພຣະເຈົ້າທັນທີ, ປ່ຽນພວກເຂົາໃຫ້ກາຍເປັນຂີ້ເທົາໃນກອງໄຟ. ພຣະເຈົ້າບໍ່ຍອມໃຫ້ຜູ້ຄົນສະແດງພອນສະຫວັນຂອງພວກເຂົາຕາມທີ່ພວກເຂົາພໍໃຈ, ຍ້ອນທຸກຄົນທີ່ມີພອນສະຫວັນແມ່ນປາສະຈາກຊີວິດ; ພອນສະຫວັນທີ່ສົມມຸດຂຶ້ນເຫຼົ່ານີ້ພຽງແຕ່ຮັບໃຊ້ພຣະເຈົ້າ ແລະ ເກີດມາຈາກຊາຕານ ແລະ ສະນັ້ນ ຈຶ່ງເປັນທີ່ກຽດຊັງຂອງພຣະເຈົ້າເປັນພິເສດ ຜູ້ເຊິ່ງບໍ່ຜ່ອນຜັນໃນເລື່ອງນີ້ເລີຍ. ແຕ່ເຖິງຢ່າງໃດກໍຕາມ ມັນແມ່ນຜູ້ຄົນທີ່ຂາດຊີວິດທີ່ມັກມີສ່ວນຮ່ວມໃນພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ການມີສ່ວນຮ່ວມຂອງພວກເຂົາແມ່ນຍັງບໍ່ສາມາດຄົ້ນພົບໄດ້, ຍ້ອນມັນຖືກປິດບັງໂດຍພອນສະຫວັນຂອງພວກເຂົາເອງ. ທົ່ວທັງຍຸກຕ່າງໆ ຄົນທີ່ມີພອນສະຫວັນບໍ່ເຄີຍຍືດໝັ້ນ, ຍ້ອນພວກເຂົາປາສະຈາກຊີວິດ ແລະ ສະນັ້ນ ກໍຂາດອຳນາດໃນການຕໍ່ຕ້ານ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ຖ້າເຮົາບໍ່ເວົ້າຢ່າງແຈ່ມແຈ້ງ, ມະນຸດກໍຈະບໍ່ຮູ້ສຶກຕົວຈັກເທື່ອ ແລະ ຈະຕົກລົງສູ່ການຂ້ຽນຕີຂອງເຮົາໂດຍບໍ່ໄດ້ຕັ້ງໃຈ, ນັ້ນກໍເພາະວ່າ ມະນຸດບໍ່ຮູ້ຈັກເຮົາທີ່ຢູ່ໃນເນື້ອໜັງ”. ທຸກຄົນທີ່ຢູ່ໃນເນື້ອໜັງ ແລະ ເລືອດແມ່ນຖືກນໍາພາໂດຍພຣະເຈົ້າ, ແຕ່ດຳລົງຊີວິດຢູ່ໃນພັນທະນາການຂອງຊາຕານ ແລະ ດັ່ງນັ້ນຜູ້ຄົນຈຶ່ງບໍ່ເຄີຍມີຄວາມສຳພັນປົກກະຕິນໍາກັນເອງຈັກເທື່ອ, ບໍ່ວ່າຈະເປັນຍ້ອນຕັນຫາ ຫຼື ຄວາມຮັກ ຫຼື ການຈັດກຽມຂອງສະພາບແວດລ້ອມຂອງພວກເຂົາ. ຄວາມສຳພັນທີ່ບໍ່ປົກກະຕິດັ່ງກ່າວແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ ແລະ ສະນັ້ນ ຍ້ອນຄວາມສຳພັນດັ່ງກ່າວ ຈຶ່ງມີພຣະທຳທີ່ວ່າ “ສິ່ງທີ່ເຮົາຕ້ອງການແມ່ນສິ່ງມີຊີວິດທີ່ເຕັມໄປດ້ວຍຊີວິດ, ບໍ່ແມ່ນຊາກສົບທີ່ຈົມຢູ່ໃນຄວາມຕາຍ. ເມື່ອເຮົາເນີ້ງລົງເທິງໂຕະໃນອານາຈັກ, ເຮົາຈະບັນຊາທຸກຄົນເທິງແຜ່ນດິນໂລກໃຫ້ຮັບເອົາການກວດສອບຂອງເຮົາ” ອອກມາຈາກປາກຂອງພຣະເຈົ້າ. ເມື່ອພຣະເຈົ້າຢູ່ເໜືອຈັກກະວານ, ໃນແຕ່ລະມື້ ພຣະອົງກໍສັງເກດການກະທຳທຸກຢ່າງທີ່ເກີດຈາກເນື້ອໜັງ ແລະ ເລືອດ ແລະ ບໍ່ເຄີຍເບິ່ງຂ້າມການກະທຳເຫຼົ່ານັ້ນແມ່ນແຕ່ຢ່າງດຽວ. ສິ່ງເຫຼົ່ານີ້ແມ່ນການກະທຳຂອງພຣະເຈົ້າ. ສະນັ້ນ ເຮົາແນະນໍາໃຫ້ທຸກຄົນກວດສອບຄວາມຄິດ, ແນວຄິດ ແລະ ການກະທຳຂອງຕົນເອງ. ເຮົາບໍ່ຂໍໃຫ້ເຈົ້າເປັນສັນຍາລັກແຫ່ງຄວາມອັບອາຍໃຫ້ກັບພຣະເຈົ້າ, ແຕ່ເປັນການສະແດງອອກເຖິງສະຫງ່າລາສີຂອງພຣະເຈົ້າ, ເພື່ອວ່າ ໃນການກະທຳທຸກຢ່າງ, ຄຳເວົ້າ ແລະ ຊີວິດຂອງເຈົ້າ, ເຈົ້າຈະບໍ່ກາຍເປັນຕົວຕະຫຼົກຂອງຊາຕານ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກທຸກຄົນ.

ກ່ອນນີ້: ບົດທີ 18

ຕໍ່ໄປ: ບົດທີ 21

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ...

ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ

ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດເຊື່ອຟັງພາລະກິດຂອງພຣະອົງ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້