ບົດທີ 21

ໃນສາຍຕາຂອງພຣະເຈົ້າ, ຜູ້ຄົນເປັນຄືກັບສັດທີ່ຢູ່ໃນໂລກຂອງສັດ. ພວກເຂົາຕີກັນເອງ, ຂ້າກັນເອງ ແລະ ມີປະຕິກິລິຍາທີ່ພິເສດຕໍ່ກັນເອງ. ໃນສາຍຕາຂອງພຣະເຈົ້າ, ພວກເຂົາຍັງເປັນຄືກັບທະນີຄົນ, ວາງແຜນຕໍ່ສູ້ກັນເອງ ບໍ່ວ່າຈະອາຍຸສໍ່າໃດ ຫຼື ເພດໃດກໍຕາມ. ດັ່ງນັ້ນ ທຸກສິ່ງທີ່ມະນຸດຊາດທັງປວງເຮັດ ແລະ ສຳແດງອອກແມ່ນບໍ່ເຄີຍຕາມໃຈພຣະເຈົ້າຈັກເທື່ອ. ເວລາທີ່ພຣະເຈົ້າປົກປິດໃບໜ້າຂອງພຣະອົງກໍຄືເວລາທີ່ຜູ້ຄົນທົ່ວໂລກຖືກທົດສອບແທ້ຈິງ. ທຸກຄົນຮ້ອງຄາງດ້ວຍຄວາມເຈັບປວດ, ພວກເຂົາທຸກຄົນດຳລົງຊີວິດຢູ່ພາຍໃຕ້ການຂົ່ມຂູ່ຂອງໄພພິບັດ ແລະ ບໍ່ມີພວກເຂົາແມ່ນແຕ່ຄົນດຽວທີ່ເຄີຍຫຼົບໜີຈາກການພິພາກສາຂອງພຣະເຈົ້າໄດ້. ຄວາມເປັນຈິງແລ້ວ ເປົ້າໝາຍຫຼັກໆຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງກໍຄືເພື່ອພິພາກສາມະນຸດ ແລະ ກ່າວໂທດເຂົາໃນເນື້ອໜັງຂອງພຣະອົງ. ໃນຄວາມຄິດຂອງພຣະເຈົ້າ ມັນໄດ້ຖືກຕັດສິນແຕ່ດົນແລ້ວວ່າ ຜູ້ໃດຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກທຳລາຍຕາມທາດແທ້ຂອງພວກເຂົາ ແລະ ສິ່ງນີ້ຈະຖືກເຮັດໃຫ້ຊັດແຈ້ງເທື່ອລະໜ້ອຍໃນໄລຍະສຸດທ້າຍ. ເມື່ອວັນ ແລະ ເດືອນໄດ້ຜ່ານໄປ, ຜູ້ຄົນກໍປ່ຽນໄປ ແລະ ຮູບຮ່າງເດີມຂອງພວກເຂົາກໍຖືກເປີດເຜີຍ. ມັນຊັດເຈນວ່າມີໄກ່ ຫຼື ເປັດຢູ່ໃນໄຂ່ ກໍເມື່ອໄຂ່ນັ້ນແຕກອອກ. ເວລາທີ່ໄຂ່ແຕກອອກແມ່ນເວລາທີ່ໄພພິບັດເທິງໂລກຈະສິ້ນສຸດລົງ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ ກ່ອນທີ່ຈະຮູ້ຈັກວ່າ ມີ “ໄກ່” ຫຼື “ເປັດ” ຢູ່ໃນໄຂ່, “ໄຂ່” ຕ້ອງຖືກເຮັດໃຫ້ແຕກອອກກ່ອນ. ນີ້ແມ່ນແຜນການໃນຫົວໃຈຂອງພຣະເຈົ້າ ແລະ ມັນຈະຕ້ອງຖືກເຮັດໃຫ້ສຳເລັດ.

“ມະນຸດຊາດທີ່ຕໍ່າຊ້າ ແລະ ເປັນຕາສົມເພດເອີຍ! ເປັນຫຍັງມະນຸດຈຶ່ງຮັກເຮົາ ແຕ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະວິນຍານຂອງເຮົາ?” ຍ້ອນສະພາວະແບບນີ້ຂອງມະນຸດ, ເຂົາຈຶ່ງຕ້ອງຜ່ານການຖືກຈັດການເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຍ້ອນວ່າ ພຣະເຈົ້າກຽດຊັງມະນຸດຊາດ, ພຣະອົງຈຶ່ງປະກາດຫຼາຍຄັ້ງວ່າ “ໂອ ມະນຸດຊາດທີ່ກະບົດທຸກຄົນເອີຍ! ພວກເຂົາຕ້ອງຖືກທຳລາຍລົງພາຍໃຕ້ຕີນຂອງເຮົາ, ພວກເຂົາຕ້ອງຫາຍໄປທ່າມກາງການຂ້ຽນຕີຂອງເຮົາ ແລະ ພວກເຂົາຕ້ອງຖືກໂຍນຖິ້ມຈາກບັນດາມະນຸດຊາດໃນມື້ທີ່ກິດຈະການອັນຍິ່ງໃຫຍ່ຂອງເຮົາຖືກເຮັດໃຫ້ສົມບູນ, ເພື່ອວ່າມະນຸດຊາດທັງປວງຈະຮູ້ຈັກໜ້າຂີ້ເຮິຂອງພວກເຂົາ”. ພຣະເຈົ້າກຳລັງກ່າວຕໍ່ມະນຸດຊາດທັງປວງໃນເນື້ອໜັງ ແລະ ພຣະອົງກຳລັງກ່າວຕໍ່ຊາຕານໃນໂລກຝ່າຍວິນຍານອີກດ້ວຍ ນັ້ນກໍຄື ກ່າວເໜືອຈັກກະວານທັງປວງ. ນີ້ແມ່ນຄວາມປະສົງຂອງພຣະເຈົ້າ ແລະ ນີ້ເປັນສິ່ງທີ່ຈະຖືກເຮັດໃຫ້ສໍາເລັດໂດຍແຜນການ 6.000 ປີຂອງພຣະເຈົ້າ.

ຕາມຄວາມຈິງແລ້ວ ພຣະເຈົ້າທຳມະດາເປັນພິເສດ ແລະ ມີບາງສິ່ງທີ່ສາມາດຖືກເຮັດໃຫ້ສຳເລັດໄດ້ກໍຕໍ່ເມື່ອພຣະອົງປະຕິບັດສິ່ງເຫຼົ່ານັ້ນດ້ວຍຕົວພຣະອົງເອງ ແລະ ເຫັນສິ່ງເຫຼົ່ານັ້ນດ້ວຍຕາຂອງພຣະອົງເອງ. ມັນບໍ່ໄດ້ເປັນຄືກັບທີ່ຜູ້ຄົນຈິນຕະນາການ, ພຣະເຈົ້າບໍ່ໄດ້ນອນຢູ່ລ້າໆ ແລ້ວທຸກສິ່ງກໍເປັນໄປຕາມທີ່ພຣະອົງປາຖະໜາ; ນີ້ແມ່ນຜົນຮັບຈາກການລົບກວນຜູ້ຄົນຂອງຊາຕານ ເຊິ່ງເຮັດໃຫ້ຜູ້ຄົນບໍ່ຊັດເຈນກ່ຽວກັບໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອເປີດເຜີຍຄວາມເປັນຈິງຂອງພຣະອົງໃຫ້ກັບມະນຸດ ໂດຍບໍ່ມີການປິດບັງຫຍັງທັງສິ້ນ. ການບັນລະຍາຍບາງຢ່າງທີ່ກ່ຽວກັບອຸປະນິໄສຂອງພຣະເຈົ້າແມ່ນເປັນການເວົ້າເກີນຄວາມຈິງ ເຊັ່ນ: ການເວົ້າວ່າ ພຣະເຈົ້າສາມາດທຳລາຍລ້າງໂລກໄດ້ໂດຍພຣະທຳຂໍ້ດຽວ ຫຼື ຄວາມຄິດພຽງເລັກນ້ອຍ. ຜົນຕາມມາກໍຄື ຄົນສ່ວນໃຫຍ່ເວົ້າວ່າ ເມື່ອພຣະເຈົ້າມີອຳນາດເຮັດທຸກຢ່າງໄດ້ ແຕ່ເປັນຫຍັງບໍ່ສາມາດກືນກິນຊາຕານດ້ວຍຄຳດຽວໄດ້? ຄຳເວົ້າເຫຼົ່ານີ້ບໍ່ສົມເຫດສົມຜົນເລີຍ ແລະ ສະແດງໃຫ້ເຫັນວ່າຜູ້ຄົນຍັງບໍ່ຮູ້ຈັກພຣະເຈົ້າ. ກ່ອນທີ່ພຣະເຈົ້າຈະທຳລາຍລ້າງສັດຕູຂອງພຣະອົງໄດ້ກໍຈຳເປັນຕ້ອງມີຂະບວນການ, ແຕ່ມັນກໍເປັນຈິງທີ່ຈະເວົ້າວ່າ ພຣະເຈົ້າມີໄຊຊະນະເໜືອທຸກສິ່ງ: ພຣະເຈົ້າຈະເອົາຊະນະສັດຕູຂອງພຣະອົງໃນທີ່ສຸດ. ຄືກັບເມື່ອປະເທດທີ່ເຂັ້ມແຂງເອົາຊະນະປະເທດທີ່ອ່ອນແອ, ມັນຕ້ອງບັນລຸໄຊຊະນະດ້ວຍຕົວມັນເອງ, ເທື່ອລະຂັ້ນຕອນ, ບາງຄັ້ງກໍໃຊ້ກຳລັງ, ບາງຄັ້ງກໍໃຊ້ຍຸດທະສາດ. ມີຂະບວນການ, ແຕ່ມັນບໍ່ສາມາດເວົ້າໄດ້ວ່າ ຍ້ອນປະເທດທີ່ເຂັ້ມແຂງມີອາວຸດພະລັງປະລະມະນູລຸ້ນໃໝ່ ແລະ ປະເທດທີ່ອ່ອນແອກໍດ້ອຍກວ່າຫຼາຍ, ດັ່ງນັ້ນ ປະເທດທີ່ອ່ອນແອຈຶ່ງຍອມຈໍານົນໂດຍບໍ່ຕໍ່ສູ້ເລີຍ. ນັ້ນແມ່ນການໂຕ້ຖຽງທີ່ບໍ່ສົມເຫດສົມຜົນ. ມັນມີເຫດຜົນຖ້າຈະເວົ້າວ່າ ປະເທດທີ່ເຂັ້ມແຂງນັ້ນຈະໄດ້ຮັບໄຊຊະນະຢ່າງແນ່ນອນ ແລະ ປະເທດທີ່ອ່ອນແອຈະເສຍແນ່ນອນ, ແຕ່ປະເທດທີ່ເຂັ້ມແຂງ ສາມາດເວົ້າໄດ້ວ່າ ມີກຳລັງທີ່ໃຫຍ່ກວ່າເມື່ອມັນຮຸກຮານປະເທດທີ່ອ່ອນແອດ້ວຍຕົນເອງ. ສະນັ້ນ ພຣະເຈົ້າຈຶ່ງເວົ້າຢູ່ສະເໝີວ່າ ມະນຸດບໍ່ຮູ້ຈັກພຣະອົງ. ສະນັ້ນ ພຣະທໍາຂ້າງເທິງນັ້ນສະແດງເຖິງດ້ານໜຶ່ງຂອງເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກພຣະເຈົ້າບໍ? ສິ່ງເຫຼົ່ານີ້ແມ່ນແນວຄິດຂອງມະນຸດບໍ? ເປັນຫຍັງພຣະເຈົ້າຈຶ່ງພຽງແຕ່ຂໍໃຫ້ມະນຸດຮູ້ຈັກຄວາມເປັນຈິງຂອງພຣະອົງ ແລະ ດ້ວຍເຫດນັ້ນຈຶ່ງກາຍເປັນເນື້ອໜັງດ້ວຍຕົວເອງ? ສະນັ້ນ ຄົນສ່ວນໃຫຍ່ກໍພາກັນນະມັດສະການສະຫວັນຢ່າງຈິງໃຈ, ແຕ່ “ສະຫວັນບໍ່ເຄີຍໄດ້ຮັບຜົນກະທົບຈາກການກະທຳຂອງມະນຸດແມ່ນແຕ່ໜ້ອຍດຽວ ແລະ ຖ້າການປະຕິບັດຂອງເຮົາຕໍ່ມະນຸດແມ່ນອີງຕາມການກະທຳທຸກຢ່າງຂອງມະນຸດ, ແລ້ວມະນຸດຊາດທັງປວງກໍຈະດຳລົງຊີວິດທ່າມກາງການຂ້ຽນຕີຂອງເຮົາ”.

ພຣະເຈົ້າເບິ່ງທະລຸເຖິງທາດແທ້ຂອງມະນຸດ. ໃນຖ້ອຍຄຳຂອງພຣະເຈົ້າ, ພຣະເຈົ້າເບິ່ງຄື “ທໍລະມານ” ຫຼາຍກັບມະນຸດ ຈົນພຣະອົງບໍ່ສົນໃຈທີ່ຈະໃສ່ໃຈກັບມະນຸດອີກເລີຍ ຫຼື ບໍ່ມີຄວາມຫວັງໃນເຂົາແມ່ນແຕ່ໜ້ອຍດຽວ; ເບິ່ງຄືກັບວ່າ ມະນຸດແມ່ນເກີນຄວາມລອດພົ້ນແລ້ວ. “ເຮົາໄດ້ເຫັນຫຼາຍຄົນທີ່ມີນໍ້າຕາໄຫຼລົງອາບແກ້ມຂອງພວກເຂົາ ແລະ ເຮົາໄດ້ເຫັນຫຼາຍຄົນຖວາຍຫົວໃຈຂອງພວກເຂົາເພື່ອແລກປ່ຽນກັບຄວາມຮັ່ງມີຂອງເຮົາ. ເຖິງແມ່ນວ່າຈະມີ ‘ຄວາມອຸທິດຕົນຢ່າງແຮງກ້າ’ ດັ່ງກ່າວ, ເຮົາກໍບໍ່ເຄີຍເຕັມໃຈມອບທັງໝົດຂອງເຮົາໃຫ້ກັບມະນຸດຍ້ອນຄວາມປາຖະໜາທັນທີທັນໃດຂອງເຂົາ, ເພາະວ່າ ມະນຸດບໍ່ເຄີຍເຕັມໃຈທີ່ຈະອຸທິດຕົນຕໍ່ໜ້າເຮົາດ້ວຍຄວາມຍິນດີ”. ເມື່ອພຣະເຈົ້າເປີດເຜີຍທຳມະຊາດຂອງມະນຸດ, ມະນຸດກໍອາຍກ່ຽວກັບຕົນເອງ, ແຕ່ນີ້ເປັນພຽງຄວາມຮູ້ຜິວເຜີນ ແລະ ເຂົາແມ່ນບໍ່ສາມາດຮູ້ຈັກທຳມະຊາດຂອງເຂົາຢ່າງແທ້ຈິງໃນພຣະທຳຂອງພຣະເຈົ້າ; ສະນັ້ນ ຄົນສ່ວນໃຫຍ່ຈຶ່ງບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ສາມາດຄົ້ນພົບເສັ້ນທາງສຳລັບຊີວິດຂອງພວກເຂົາໃນພຣະທຳຂອງພຣະເຈົ້າ ແລະ ສະນັ້ນ ຍິ່ງພວກເຂົາໂງ່ຈ້າສໍ່າໃດ, ພຣະເຈົ້າກໍເຍາະເຍີ້ຍພວກເຂົາຢ່າງຮຸນແຮງສໍ່ານັ້ນ. ສະນັ້ນ ພວກເຂົາຈຶ່ງເຂົ້າສູ່ບົດບາດທີ່ເປັນຕາຢ້ານໂດຍບໍ່ຮູ້ຕົວ ແລະ ຜົນຕາມມາກໍຄື ພວກເຂົາໄດ້ມາຮູ້ຈັກກັບຕົນເອງ ເພາະພວກເຂົາຖືກແທງດ້ວຍ “ດາບອ່ອນ”. ພຣະທຳຂອງພຣະເຈົ້າເບິ່ງຄືກັບຕົບມືໃຫ້ກັບການກະທຳຂອງມະນຸດ ແລະ ສົ່ງເສີມການກະທຳຂອງມະນຸດ ແຕ່ຜູ້ຄົນຮູ້ສຶກຢູ່ສະເໝີວ່າພຣະເຈົ້າກຳລັງເຍາະເຍີ້ຍພວກເຂົາ. ແລ້ວດ້ວຍເຫດນັ້ນ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ກ້າມຊີ້ນທີ່ຢູ່ເທິງໃບໜ້າຂອງພວກເຂົາກໍເນັ້ງຕີງຄັ້ງແລ້ວຄັ້ງເລົ່າ ຄືກັບວ່າພວກເຂົາກຳລັງຊັກດີ້ນ. ນີ້ແມ່ນຄວາມສໍານຶກທີ່ບໍ່ບໍລິສຸດຂອງພວກເຂົາ ແລະ ມັນເປັນຍ້ອນສິ່ງນີ້ ພວກເຂົາຈຶ່ງດີ້ນໂດຍບໍ່ຕັ້ງໃຈ. ຄວາມເຈັບປວດຂອງພວກເຂົາແມ່ນສິ່ງທີ່ພວກເຂົາຢາກຫົວ ແຕ່ພວກເຂົາກໍຫົວບໍ່ໄດ້, ຢາກໄຫ້ ແຕ່ພວກເຂົາກໍໄຫ້ບໍ່ໄດ້, ຍ້ອນຄວາມເປັນຕາຫົວຂອງຜູ້ຄົນແມ່ນຖືກຫຼິ້ນເທິງເຄື່ອງຄວບຄຸມໄລຍະໄກຂອງ “ເຄື່ອງຫຼິ້ນກະແຊັດວິດີໂອ”, ແຕ່ພວກເຂົາບໍ່ສາມາດປິດມັນໄດ້ ນອກຈາກແຕ່ອົດທົນ. ເຖິງແມ່ນ “ການໃສ່ໃຈກັບພຣະທຳຂອງພຣະເຈົ້າ” ຖືກເທດສະໜາໃນລະຫວ່າງການຊຸມນຸມຂອງເພື່ອນຮ່ວມງານທຸກຄົນ, ຜູ້ໃດບໍ່ຮູ້ຈັກກ່ຽວກັບທຳມະຊາດຂອງລູກຂອງມັງກອນແດງໃຫຍ່ແດ່? ເມື່ອຢູ່ຕໍ່ໜ້າ ພວກເຂົາກໍເຊື່ອຟັງຄືກັບລູກແກະ, ແຕ່ເມື່ອຢູ່ລັບຫຼັງ ພວກເຂົາກໍປາເຖື່ອນຄືກັບໝາປ່າ ເຊິ່ງສາມາດເຫັນໄດ້ໃນພຣະທຳຂອງພຣະເຈົ້າທີ່ວ່າ “ຫຼາຍຄົນຮັກເຮົາຢ່າງແທ້ຈິງ ເມື່ອເຮົາສະໜອງພຣະທຳຂອງເຮົາໃຫ້, ແຕ່ບໍ່ຖະໜຸຖະໜອມພຣະທຳຂອງເຮົາໃນຈິດວິນຍານຂອງພວກເຂົາ, ກົງກັນຂ້າມ ພວກເຂົາໃຊ້ພຣະທຳເຫຼົ່ານັ້ນແບບຊົ່ວຄາວຄືກັນກັບຊັບສິນສາທາລະນະ ແລະ ໂຍນພຣະທຳເຫຼົ່ານັ້ນກັບຄືນບ່ອນເກົ່າເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ”. ເປັນຫຍັງພຣະເຈົ້າຈຶ່ງເປີດໂປງມະນຸດຢູ່ສະເໝີ? ສິ່ງນີ້ສະແດງໃຫ້ເຫັນວ່າທຳມະຊາດເດີມຂອງມະນຸດບໍ່ເຄີຍຫວັ່ນໄຫວແມ່ນແຕ່ໜ້ອຍດຽວ. ຄືກັບພູເຂົາທາຍ, ມັນຕັ້ງສູງຢູ່ໃນຫົວໃຈຂອງຄົນຫຼາຍຮ້ອຍລ້ານຄົນ, ແຕ່ມື້ໜຶ່ງຈະມາເຖິງ ມື້ທີ່ຢູກອງ ໄດ້ເຄື່ອນຍ້າຍພູເຂົານັ້ນ; ນີ້ແມ່ນແຜນການຂອງພຣະເຈົ້າ. ໃນຖ້ອຍຄຳຂອງພຣະອົງ, ບໍ່ມີໄລຍະເວລາໃດທີ່ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດ, ເຕືອນມະນຸດ, ຫຼື ຊີ້ໃຫ້ເຫັນເຖິງທຳມະຊາດຂອງມະນຸດ ເຊິ່ງຖືກເປີດເຜີຍໃນຊີວິດຂອງເຂົາ “ເມື່ອມະນຸດຫ່າງເຫີນຈາກເຮົາ ແລະ ເມື່ອເຂົາທົດສອບເຮົາ, ເຮົາກໍເຊື່ອງຊ້ອນຕົນເອງຈາກເຂົາໃນກ້ອນເມກ. ຜົນຕາມມາກໍຄື ເຂົາບໍ່ສາມາດຄົ້ນພົບຮ່ອງຮອຍຂອງເຮົາໄດ້ເລີຍ ແລະ ພຽງແຕ່ດຳລົງຊີວິດດ້ວຍມືຂອງຄົນຊົ່ວຮ້າຍ, ເຮັດທຸກສິ່ງທີ່ພວກເຂົາຮ້ອງຂໍ”. ໃນຄວາມເປັນຈິງ, ຜູ້ຄົນເກືອບຈະບໍ່ມີໂອກາດທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ຍ້ອນພວກເຂົາມີຄວາມປາຖະໜາໜ້ອຍເກີນໄປໃນການສະແຫວງຫາ; ຜົນຕາມມາກໍຄື ເຖິງແມ່ນຄົນສ່ວນໃຫຍ່ຈະຮັກພຣະເຈົ້າ, ພວກເຂົາກໍດຳລົງຊີວິດຢູ່ພາຍໃຕ້ກໍາມືຂອງສິ່ງຊົ່ວຮ້າຍ ແລະ ທຸກສິ່ງທີ່ພວກເຂົາເຮັດກໍຖືກຊີ້ນໍາໂດຍສິ່ງຊົ່ວຮ້າຍ. ຖ້າຜູ້ຄົນດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າຢ່າງແທ້ຈິງ, ສະແຫວງຫາພຣະເຈົ້າໃນທຸກໄລຍະເວລາ ແລະ ທຸກມື້, ມັນກໍບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າເວົ້າແບບນີ້, ແມ່ນບໍ? ເມື່ອມະນຸດປະວາງຂໍ້ຄວາມ, ພວກເຂົາກໍປະວາງພຣະເຈົ້າໄວ້ກັບໜັງສືນັ້ນ ແລະ ສະນັ້ນ ພວກເຂົາຈຶ່ງຫຍຸ້ງຕົນເອງກັບທຸລະຂອງພວກເຂົາເອງ, ຫຼັງຈາກນັ້ນ ພຣະເຈົ້າກໍຫາຍໄປຈາກຫົວໃຈຂອງພວກເຂົາ. ແຕ່ເມື່ອພວກເຂົາຈັບປຶ້ມຂຶ້ນມາອີກຄັ້ງ, ພວກເຂົາກໍນຶກຂຶ້ນໄດ້ວ່າ ພວກເຂົາໄດ້ປະພຣະເຈົ້າໄວ້ໃນດ້ານຫຼັງຄວາມຄິດຂອງພວກເຂົາ. ຊີວິດດັ່ງກ່າວຂອງມະນຸດແມ່ນ “ປາສະຈາກຄວາມຊົງຈຳ”. ຍິ່ງພຣະເຈົ້າເວົ້າຫຼາຍສໍ່າໃດ, ພຣະທຳຂອງພຣະອົງຍິ່ງສູງສົ່ງຫຼາຍສໍ່ານັ້ນ. ເມື່ອພຣະທໍາເຫຼົ່ານັ້ນໄດ້ໄປເຖິງຈຸດສູງສຸດຂອງມັນ, ພາລະກິດທຸກຢ່າງກໍຈະຖືກເຮັດໃຫ້ສຳເລັດລົງ ແລະ ຜົນຕາມມາກໍຄື ພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ. ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດແມ່ນເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ ເມື່ອມັນໄປເຖິງຈຸດສູງສຸດ; ພຣະອົງບໍ່ໄດ້ສືບຕໍ່ປະຕິບັດພາລະກິດ ເມື່ອມັນໄປເຖິງຈຸດສູງສຸດແລ້ວ, ແຕ່ເຊົາທັນທີ. ພຣະອົງບໍ່ເຄີຍປະຕິບັດພາລະກິດທີ່ບໍ່ຈຳເປັນ.

ກ່ອນນີ້: ບົດທີ 20

ຕໍ່ໄປ: ບົດທີ 22 ແລະ 23

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້