ບົດທີ 22 ແລະ 23

ໃນປັດຈຸບັນ, ທຸກຄົນແມ່ນເຕັມໃຈທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແຕ່ກໍບໍ່ມີໃຜຮູ້ເຫດຜົນວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະຕິບັດຕາມສິ່ງທີ່ພວກເຂົາເຕັມໃຈເຮັດ, ເປັນຫຍັງໃຈຂອງພວກເຂົາຈຶ່ງທໍລະຍົດພວກເຂົາ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດບັນລຸສິ່ງທີ່ພວກເຂົາຕ້ອງການ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຖືກອ້ອມລ້ອມໄປດ້ວຍຄວາມໝົດຫວັງຢ່າງໜັກອີກຄັ້ງ ແຕ່ພວກເຂົາກໍຍັງຢ້ານກົວ. ເມື່ອບໍ່ສາມາດສະແດງອາລົມທີ່ຄັດກັນເຫຼົ່ານີ້ ພວກເຂົາຈຶ່ງໄດ້ແຕ່ເຮັດຄໍຕົກດ້ວຍຄວາມໂສກເສົ້າ ແລະ ຖາມຕົວເອງຊໍ້າແລ້ວຊໍ້າອີກວ່າ: "ເປັນໄປໄດ້ບໍທີ່ພຣະເຈົາບໍ່ໄດ້ໃຫ້ແສງສະຫວ່າງແກ່ຂ້ານ້ອຍ? ເປັນໄປໄດ້ບໍທີ່ພຣະເຈົ້າໄດ້ປະຖິ້ມຂ້ານ້ອຍຢ່າງລັບໆ? ບາງເທື່ອຄົນອື່ນແມ່ນມີຄວາມສຸກດີ ແລະ ພຣະເຈົາໄດ້ໃຫ້ແສງສະຫວ່າງແກ່ທຸກຄົນນອກຈາກຂ້ານ້ອຍ. ເປັນຫຍັງຂ້ານ້ອຍຄືຮູ້ສຶກບໍ່ສະບາຍໃຈຕະຫຼອດ ເມື່ອຂ້ານ້ອຍອ່ານພຣະທໍາຂອງພຣະເຈົ້າ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຄີຍເຂົ້າໃຈຫຍັງເລີຍ?” ເຖິງແມ່ນວ່າ ຄວາມຄິດດັ່ງກ່າວຈະມີຢູ່ໃນຈິດໃຈຂອງຜູ້ຄົນ, ແຕ່ກໍບໍ່ມີໃຜກ້າທີ່ຈະສະແດງພວກມັນອອກມາ; ພວກເຂົາພຽງແຕ່ສືບຕໍ່ດິ້ນລົນຢູ່ພາຍໃນ. ທີ່ຈິງແລ້ວ, ບໍ່ມີໃຜ ນອກຈາກພຣະເຈົ້າທີ່ສາມາດເຂົ້າໃຈພຣະທໍາຂອງພຣະອົງ ຫຼື ເຂົ້າໃຈຄວາມປະສົງທີ່ແທ້ຈິງຂອງພຣະອົງ. ແຕ່ພຣະເຈົ້າກໍຂໍໃຫ້ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະອົງສະເໝີ. ນີ້ບໍ່ຄືກັນກັບການພະຍາຍາມບັງຄັບໃຫ້ເປັດປີນຂຶ້ນຮາວບໍ? ພຣະເຈົ້າບໍ່ຮູ້ຄວາມລົ້ມເຫຼວຂອງມະນຸດບໍ? ນີ້ແມ່ນຈຸດເຊື່ອມຕໍ່ຂອງພາລະກິດຂອງພຣະເຈົ້າ, ມັນແມ່ນສິ່ງທີ່ຜູ້ຄົນບໍ່ເຂົ້າໃຈ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ທາດແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ”. ອີງຕາມສິ່ງທີ່ພຣະທໍາຂອງພຣະເຈົ້າບອກມະນຸດ ແລະ ສິ່ງທີ່ພຣະອົງຂໍຈາກມະນຸດ, ບໍ່ມີໃຜຈະລອດຊີວິດໄດ້ ເນື່ອງຈາກວ່າ ບໍ່ມີຫຍັງໃນເນື້ອໜັງຂອງມະນຸດ ທີ່ຍອມຮັບເອົາພຣະທໍາຂອງພຣະເຈົ້າ, ສະນັ້ນ ການສາມາດເຊື່ອຟັງພຣະທໍາຂອງພຣະເຈົ້າ, ຖະໜຸຖະໜອມ ແລະ ສະແຫວງຫາພຣະທໍາຂອງພຣະເຈົ້າ ແລະ ນໍາໃຊ້ພຣະທໍາເຫຼົ່ານັ້ນຂອງພຣະເຈົ້າ ຊີ້ເຖິງສະພາບຂອງມະນຸດເພື່ອໃຫ້ເຫັນສະພາບຂອງພວກເຂົາເອງ ແລະ ດ້ວຍເຫດນັ້ນ ຈຶ່ງມາຮູ້ຈັກຕົວພວກເຂົາເອງ; ນີ້ແມ່ນມາດຕະຖານທີ່ສູງສຸດ. ເມື່ອໃນທີ່ສຸດອານາຈັກໄດ້ກາຍເປັນຈິງ, ມະນຸດຜູ້ທີ່ດໍາລົງຊິວິດຢູ່ໃນເນື້ອໜັງຍັງຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍັງຈະຕ້ອງການການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ; ແຕ່ຜູ້ຄົນຈະບໍ່ມີການແຊກແຊງຂອງຊາຕານ ແລະ ຈະມີຊີວິດປົກກະຕິຂອງມະນຸດ; ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເອົາຊະນະຊາຕານ ເຊິ່ງພຣະອົງປະຕິບັດເປັນຫຼັກ ເພື່ອຟື້ນຟູແກ່ນແທ້ດັ່ງເດີມຂອງມະນຸດ ຜູ້ທີ່ຖືກຊົງສ້າງໂດຍພຣະເຈົ້າ. ໃນຄວາມຄິດຂອງພຣະເຈົ້າ, “ເນື້ອໜັງ” ແມ່ນໝາຍເຖິງສິ່ງຕໍ່ໄປນີ້: ຄວາມບໍ່ສາມາດຮູ້ຈັກແກ່ນແທ້ຂອງພຣະເຈົ້າ; ຄວາມບໍ່ສາມາດເຫັນວຽກງານຂອງໂລກແຫ່ງວິນຍານ ແລະ ນອກຈາກນັ້ນ ກໍຄືຄວາມສາມາດທີ່ຈະຖືກຊາຕານເຮັດໃຫ້ເສື່ອມຊາມ ແຕ່ຍັງຖືກຊີ້ນໍາໂດຍກົງຈາກພຣະວິນຍານຂອງພຣະເຈົ້າ. ນີ້ແມ່ນທາດແທ້ຂອງເນື້ອໜັງທີ່ພຣະເຈົ້າສ້າງ. ໂດຍທໍາມະຊາດແລ້ວ ມັນຍັງເພື່ອຫຼີກເວັ້ນຄວາມສັບສົນ ທີ່ເກີດຈາກການຂາດລະບຽບໃນຊີວິດຂອງມະນຸດ. ຍິ່ງພຣະເຈົ້າກ່າວ ແລະ ຍິ່ງພຣະອົງກ່າວຢ່າງເລິກເຊິ່ງສໍ່າໃດ ຜູ້ຄົນກໍຍິ່ງເຂົ້າໃຈຫຼາຍສໍ່ານັ້ນ. ຜູ້ຄົນປ່ຽນແປງໂດຍບໍ່ຮູ້ສຶກຕົວ ແລະ ດໍາລົງຊີວິດໃນແສງສະຫວ່າງໂດຍບໍ່ຮູ້ສຶກຕົວ ແລະ ດ້ວຍເຫດນັ້ນ “ຍ້ອນແສງສະຫວ່າງ ທຸກຄົນຈຶ່ງເຕີບໃຫຍ່ ແລະ ໄດ້ອອກຈາກຄວາມມືດ”. ນີ້ແມ່ນພາບທີ່ສວຍງາມຂອງອານາຈັກ ແລະ ຄື “ການດໍາລົງຊີວິດໃນແສງສະຫວ່າງ ແລະ ການອອກຈາກຄວາມຕາຍ” ທີ່ຖືກກ່າວເຖິງເປັນປະຈໍາໃນອະດີດ. ເມື່ອດິນແດນສິນິມຖືກເຮັດໃຫ້ເປັນຈິງເທິງແຜ່ນດິນໂລກ, ເມື່ອອານາຈັກຖືກເຮັດໃຫ້ເປັນຈຶງ ກໍຈະບໍ່ມີສົງຄາມເທິງແຜ່ນດິນໂລກອີກຕໍ່ໄປ; ຈະບໍ່ມີຄວາມອຶດຢາກ, ໂຣກລະບາດ ແລະ ແຜ່ນດິນໄຫວອີກຕໍ່ໄປ; ຜູ້ຄົນຈະຢຸດຜະລິດອາວຸດ; ທຸກຄົນຈະດໍາລົງຊີວິດໃນຄວາມສະຫງົບ ແລະ ຄວາມໝັ້ນຄົງ; ແລະ ຈະມີການປະຕິບັດຢ່າງປົກກະຕິລະຫວ່າງປະຊາຊົນ ແລະ ລະຫວ່າງປະເທດຊາດຕ່າງໆ. ແຕ່ປັດຈຸບັນແມ່ນບໍ່ມີຫຍັງທີ່ຈະປຽບທຽບກັບສິ່ງນີ້ໄດ້. ທຸກສິ່ງທຸກຢ່າງທີ່ຢູ່ໃຕ້ສະຫວັນແມ່ນຢູ່ໃນຄວາມສັບສົນວຸ້ນວາຍ ແລະ ລັດຖະປະຫານກໍເລີ່ມເກີດຂຶ້ນໃນແຕ່ລະປະເທດເທື່ອລະໜ້ອຍ. ຫຼັງຈາກການກ່າວພຣະວັດຈະນະຂອງພຣະເຈົ້າ ຜູ້ຄົນກໍປ່ຽນແປງເທື່ອລະໜ້ອຍ ແລະ ທຸກປະເທດກໍຖືກທໍາລາຍຢູ່ຂ້າງໃນຢ່າງຊ້າໆ. ພື້ນຖານທີ່ໝັ້ນຄົງຂອງບາບີໂລນກໍເລີ່ມສັ່ນຄອນ ຄືກັບຜາສາດເທິງດິນຊາຍ ແລະ ເມື່ອຄວາມປະສົງຂອງພຣະເຈົ້າຜັນປ່ຽນ, ການປ່ຽນແປງທີ່ຍິ່ງໃຫຍ່ກໍເກີດຂື້ນໃນໂລກໂດຍບໍ່ມີໃຜສັງເກດເຫັນ ແລະ ປ້າຍທຸກຮູບແບບກໍປາກົດຂຶ້ນທຸກໆເວລາເຊິ່ງສະແດງໃຫ້ຜູ້ຄົນເຫັນວ່າ ຍຸກສຸດທ້າຍຂອງໂລກໄດ້ມາຮອດແລ້ວ! ນີ້ແມ່ນແຜນການຂອງພຣະເຈົ້າ; ສິ່ງເຫຼົ່ານີ້ແມ່ນຂັ້ນຕອນທີ່ພຣະອົງປະຕິບັດພາລະກິດ ແລະ ແຕ່ລະປະເທດຈະຖືກທໍາລາຍເປັນເສດສ່ວນຢ່າງແນ່ນອນ, ເມືອງໂຊດົມເກົ່າຈະຖືກທໍາລາຍລ້າງເປັນຄັ້ງທີສອງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ແຜ່ນດິນໂລກກຳລັງຫຼົ້ມຈົມ! ບາບີໂລນກຳລັງເປັນອຳມະພາດ!” ບໍ່ມີຜູ້ໃດ ນອກຈາກພຣະເຈົ້າເອງ ທີ່ສາມາດເຂົ້າໃຈສິ່ງນີ້ຢ່າງຄົບຖ້ວນ; ແທ້ຈິງແລ້ວ ການຮັບຮູ້ຂອງຜູ້ຄົນແມ່ນມີຂໍ້ຈໍາກັດ. ຍົກຕົວຢ່າງ: ລັດຖະມົນຕີກະຊວງພາຍໃນອາດຈະຮູ້ວ່າ ສະຖານະການໃນປັດຈຸບັນແມ່ນບໍ່ໝັ້ນຄົງ ແລະ ສັບສົນວຸ້ນວາຍ ແຕ່ພວກເຂົາກໍບໍ່ສາມາດຈັດການກັບສິ່ງເຫຼົ່ານັ້ນໄດ້. ພວກເຂົາພຽງແຕ່ສາມາດຂີ່ຄື້ນກະແສເທົ່ານັ້ນ ໂດຍຫວັງຢູ່ໃນໃຈຂອງພວກເຂົາເຖິງມື້ ທີ່ພວກເຂົາສາມາດເງີຍຫົວຂຶ້ນສູງເພື່ອມື້ທີ່ຕາເວັນຂຶ້ນໃນທິດຕາເວັນອອກຈະມາເຖິງອີກຄັ້ງ ໂດຍສ່ອງແສງໄປທົ່ວດິນແດນ ແລະ ປ່ຽນແປງສະພາບຂອງເຫດການທີ່ຮ້າຍແຮງນີ້. ແຕ່ຢ່າງໃດກໍຕາມ ພວກເຂົາບໍ່ຮູ້ເລີຍວ່າ ເມື່ອຕາເວັນຂຶ້ນເປັນຄັ້ງທີສອງ ການຂຶ້ນຂອງມັນບໍ່ແມ່ນເພື່ອຟື້ນຟູຄວາມເປັນລະບຽບດັ່ງເດີມ ແຕ່ມັນແມ່ນການເກີດໃໝ່ ເຊິ່ງເປັນການປ່ຽນແປງຢ່າງທົ່ວເຖິງ. ສິ່ງດັ່ງກ່າວແມ່ນແຜນການຂອງພຣະເຈົ້າ ສໍາລັບຈັກກະວານທັງໝົດ. ພຣະອົງຈະເລີ່ມຕົ້ນໂລກໃໝ່ ແຕ່ເໜືອທຸກສິ່ງອື່ນໃດ ກ່ອນອື່ນໝົດ ພຣະອົງຈະສ້າງມະນຸດຄືນໃໝ່. ໃນປັດຈຸບັນ, ການນໍາເອົາຜູ້ຄົນເຂົ້າສູ່ພຣະທໍາຂອງພຣະເຈົ້າແມ່ນສິ່ງທີ່ສໍາຄັນ ໂດຍບໍ່ພຽງແຕ່ເຮັດໃຫ້ພວກເຂົາມີຄວາມສຸກກັບພອນແຫ່ງສະຖານະເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ດັ່ງທີ່ພຣະເຈົ້າເວົ້າວ່າ: “ໃນອານາຈັກ, ເຮົາເປັນກະສັດ ແຕ່ແທນທີ່ຈະປະຕິບັດຕໍ່ເຮົາຄືກັບກະສັດຂອງເຂົາ ມະນຸດກັບປະຕິບັດຕໍ່ເຮົາຄືກັບພຣະຜູ້ຊ່ວຍໃຫ້ລອດທີ່ລົງມາຈາກສະຫວັນ. ຜົນຕາມມາກໍຄື ເຂົາປາຖະໜາທີ່ຈະໃຫ້ເຮົາຖວາຍທານໃຫ້ເຂົາ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບຕົວເຮົາເລີຍ”. ສິ່ງດັ່ງກ່າວແມ່ນສະພາບການທີ່ແທ້ຈິງຂອງທຸກຄົນ. ໃນປັດຈຸບັນ, ສິ່ງທີ່ສໍາຄັນແມ່ນການກໍາຈັດຄວາມໂລບມາກໂລພາທີ່ບໍ່ຮູ້ຈັກພໍຂອງມະນຸດໃຫ້ໝົດສິ້ນ, ເຊິ່ງດ້ວຍເຫດນັ້ນ ກໍຈະເຮັດໃຫ້ຜູ້ຄົນຮູ້ຈັກພຣະເຈົ້າໂດຍບໍ່ຮຽກຮ້ອງສິ່ງໃດໆ. ມັນຈຶ່ງບໍ່ແປກໃຈທີ່ພຣະເຈົ້າເວົ້າວ່າ: “ຫຼາຍຄົນໄດ້ຮ້ອງໄຫ້ຢູ່ຕໍ່ໜ້າເຮົາຄືກັບເປັນຄົນຂໍທານ; ຫຼາຍຄົນໄດ້ເປີດ “ຖົງ” ຂອງພວກເຂົາຕໍ່ເຮົາ ແລະ ອ້ອນວອນຂໍໃຫ້ເຮົາມອບອາຫານໃຫ້ພວກເຂົາເພື່ອຢູ່ລອດ”. ສະພາບຕ່າງໆເຫຼົ່ານີ້ຊີ້ໃຫ້ເຫັນຄວາມໂລບມາກໂລພາຂອງຜູ້ຄົນ ແລະ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ຜູ້ຄົນບໍ່ຮັກພຣະເຈົ້າ ແຕ່ຮຽກຮ້ອງຈາກພຣະອົງ ຫຼື ພະຍາຍາມຮັບເອົາສິ່ງຕ່າງໆທີ່ພວກເຂົາປາດຖະໜາ. ຜູ້ຄົນມີທໍາມະຊາດຂອງໝາປ່າທີ່ຫິວໂຫຍ, ພວກເຂົາມີເລ່ຫຼ່ຽມ ແລະ ໂລບມາກໂລພາ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສ້າງເງື່ອນໄຂໃຫ້ແກ່ພວກເຂົາຊໍ້າແລ້ວຊໍ້າອີກ ເຊິ່ງບັງຄັບໃຫ້ພວກເຂົາມອບຄວາມໂລບມາກໂລພາທີ່ຢູ່ໃນໃຈຂອງພວກເຂົາ ແລະ ຮັກພຣະເຈົ້າດ້ວຍຄວາມຈິງໃຈ. ໃນຄວາມເປັນຈິງ ປັດຈຸບັນ ຜູ້ຄົນຍັງບໍ່ໄດ້ມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ; ພວກເຂົາຢືນຈ່າງຂາໃສ່ເຮືອສອງລໍາ, ບາງຄັ້ງເພິ່ງຕົວເອງ, ບາງຄັ້ງເພິ່ງພຣະເຈົ້າ ໂດຍບໍ່ໄດ້ເພິ່ງພາພຣະເຈົ້າທັງໝົດ. ເມື່ອພາລະກິດຂອງພຣະເຈົ້າໄດ້ດໍາເນີນເຖິງຈຸດໃດໜຶ່ງ, ທຸກຄົນກໍຈະດໍາລົງຊີວິດຢູ່ທ່າມກາງຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ຄວາມປະສົງຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ; ສະນັ້ນ, ຄວາມຕ້ອງການຂອງພຣະເຈົ້າກໍໄດ້ບໍ່ສູງ.

ທູດສະຫວັນໄດ້ເຄື່ອນໄຫວໃນທ່າມກາງບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າຢ່າງຕໍ່ເນື່ອງ ໂດຍຟ້າວໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ລົງມາສູ່ໂລກມະນຸດຫຼັງຈາກທີ່ໄດ້ກັບຄືນໄປໂລກແຫ່ງວິນຍານໃນແຕ່ລະມື້. ນີ້ແມ່ນໜ້າທີ່ຂອງພວກເຂົາ ແລະ ດ້ວຍເຫດນັ້ນ ໃນແຕ່ລະມື້ ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າຈຶ່ງຖືກຊີ້ນໍາ ແລະ ຊີວິດຂອງພວກເຂົາກໍປ່ຽນແປງເທື່ອລະໜ້ອຍ. ໃນມື້ທີ່ພຣະເຈົ້າປ່ຽນຮູບຮ່າງຂອງພຣະອົງ, ພາລະກິດຂອງທູດສະຫວັນຢູ່ເທິງແຜ່ນດິນໂລກກໍຈະສິ້ນສຸດລົງຢ່າງເປັນທາງການ ແລະ ພວກເຂົາຈະກັບຄືນໄປໂລກແຫ່ງສະຫວັນ. ໃນປັດຈຸບັນ ບຸດຊາຍ ແລະ ປະຊາຊົນທັງໝົດຂອງພຣະເຈົາແມ່ນຢູ່ໃນສະພາບດຽວກັນ. ເມື່ອເວລາຜ່ານພົ້ນໄປ, ທຸກຄົນກໍໄດ້ປ່ຽນແປງ ແລະ ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າກໍຄ່ອຍໆເຕີບໃຫຍ່ຂຶ້ນເທື່ອລະໜ້ອຍ. ໃນການປຽບທຽບ ຜູ້ກະບົດທຸກຄົນກໍໄດ້ປ່ຽນແປງຢູ່ຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່ເຊັ່ນກັນ: ຜູ້ຄົນບໍ່ຈົງຮັກພັກດີຕໍ່ມັງກອນແດງທີ່ຍິ່ງໃຫຍ່ອີກຕໍ່ໄປ ແລະ ຜີຮ້າຍກໍບໍ່ປະຕິບັດຕາມການຈັດແຈງຂອງມັນອີກຕໍ່ໄປ. ກົງກັນຂ້າມ, “ທຸກສິ່ງທີ່ປະຕິບັດຄືສິ່ງທີ່ພວກເຂົາເຫັນວ່າເໝາະສົມ ແລະ ແຕ່ລະຢ່າງກໍໄປຕາມເສັ້ນທາງຂອງມັນເອງ”. ສະນັ້ນ, ເມື່ອພຣະເຈົ້າເວົ້າວ່າ: “ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ຈິບຫາຍໄດ້ແນວໃດ? ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ລົ້ມສະລາຍໄດ້ແນວໃດ?” ສະຫວັນກໍຫຼົ່ນຕົກລົງມາທັນທີ... ມັນເປັນຄືກັບວ່າ ມີຄວາມຮູ້ສຶກທີ່ເປັນລາງຮ້າຍທີ່ສັງຫອນເຖິງຈຸດຈົບຂອງມວນມະນຸດ. ສັນຍານທີ່ເປັນລາງຮ້າຍຕ່າງໆທີ່ຖືກທໍານວາຍຢູ່ນີ້ ແມ່ນສິ່ງທີ່ເກີດຂຶ້ນໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ບໍ່ມີໃຜຢູ່ເທິງແຜ່ນດິນໂລກຈະສາມາດໜີພົ້ນໄດ້. ສິ່ງດັ່ງກ່າວແມ່ນສິ່ງທີ່ຖືກທໍານວາຍໃນພຣະທໍາຂອງພຣະເຈົ້າ. ໃນປັດຈຸບັນ ທຸກຄົນມີຄວາມສັງຫອນໃຈວ່າເວລາມັນສັ້ນ ແລະ ພວກເຂົາຄືກັບຮູ້ສຶກວ່າໄພພິບັດກໍາລັງໃກ້ຈະເກີດຂຶ້ນກັບພວກເຂົາ ແຕ່ພວກເຂົາບໍ່ມີວິທີທາງທີ່ຈະຫຼົບໜີ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງໝົດຄວາມຫວັງ. ພຣະເຈົ້າເວົ້າວ່າ: “ເມື່ອເຮົາຕົບແຕ່ງ “ດ້ານໃນ" ຂອງອານາຈັກຂອງເຮົາແຕ່ລະມື້, ບໍ່ມີໃຜໂພ່ເຂົ້າໄປໃນ “ຫ້ອງເຮັດວຽກ” ຂອງເຮົາຢ່າງທັນທີເພື່ອລົບກວນພາລະກິດຂອງເຮົາ.” ທີ່ຈິງແລ້ວ, ຄວາມໝາຍຂອງພຣະທໍາຂອງພຣະເຈົ້າບໍ່ແມ່ນພຽງການເວົ້າວ່າຜູ້ຄົນອາດຮູ້ຈັກພຣະເຈົ້າໃນພຣະທໍາຂອງພຣະອົງເທົ່ານັ້ນ. ສໍາຄັນທີ່ສຸດກໍຄື ພວກເຂົາຊີ້ໃຫ້ເຫັນວ່າ ແຕ່ລະມື້ ພຣະເຈົ້າຈັດແຈງການພັດທະນາໃນທຸກຮູບແບບທົ່ວຈັກກະວານ ເພື່ອຮັບໃຊ່ພາກສ່ວນຕໍ່ໄປຂອງພາລະກິດຂອງພຣະອົງ. ເຫດຜົນທີ່ພຣະອົງເວົ້າວ່າ: “ບໍ່ມີໃຜໂພ່ເຂົ້າໄປໃນ “ຫ້ອງເຮັດວຽກ” ຂອງເຮົາຢ່າງທັນທີເພື່ອລົບກວນພາລະກິດ” ຂອງເຮົາ ແມ່ນຍ້ອນວ່າ ພຣະເຈົ້າເຮັດພາລະກິດໃນຄວາມເປັນພຣະເຈົ້າ ແລະ ເຖິງແມ່ນວ່າ ຜູ້ຄົນອາດມີຄວາມປາດຖະໜາ ແຕ່ພວກເຂົາກໍບໍ່ສາມາດເຂົ້າຮ່ວມພາລະກິດຂອງພຣະອົງໄດ້. ໃຫ້ເຮົາຖາມເຈົ້າວ່າ: ເຈົ້າສາມາດຈັດກຽມທຸກການພັດທະນາໃນທົ່ວຈັກກະວານໄດ້ບໍ? ເຈົ້າສາມາດເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກບໍ່ເຊື່ອຟັງບັນພະບູລຸດຂອງພວກເຂົາໄດ້ບໍ? ເຈົ້າສາມາດເຮັດໃຫ້ຜູ້ຄົນທົ່ວຈັກກະວານຮັບໃຊ້ຄວາມປະສົງຂອງພຣະເຈົ້າໄດ້ບໍ? ເຈົ້າສາມາດເຮັດໃຫ້ຊາຕານແລ່ນອາລະວາດໄດ້ບໍ? ເຈົ້າສາມາດເຮັດໃຫ້ຜູ້ຄົນຮູ້ສຶກວ່າໂລກນີ້ໂດດດ່ຽວ ແລະ ວ່າງເປົ່າໄດ້ບໍ? ຜູ້ຄົນບໍ່ສາມາດເຮັດສິ່ງດັ່ງກ່າວນີ້ໄດ້. ໃນອະດີດ, ເມື່ອ “ທັກສະ” ຂອງຊາຕານຍັງບໍ່ທັນຖືກເປີດເຜີຍຢ່າງເຕັມທີ່ ມັນຈະແຊກແຊງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າຕະຫຼອດ; ໃນຂັ້ນຕອນນີ້ ຊາຕານແມ່ນໄດ້ໝົດກົນອຸບາຍແລ້ວ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເຮັດໃຫ້ຊາຕານສະແດງທາດແທ້ຂອງມັນ ເພື່ອວ່າ ທຸກຄົນອາດຈະຮູ້ຈັກມັນ. ນີ້ແມ່ນຄວາມຈິງກ່ຽວກັບພຣະທໍາທີ່ວ່າ “ບໍ່ມີໃຜເຄີຍລົບກວນການປະຕິບັດພາລະກິດຂອງເຮົາ”.

ແຕ່ລະມື້ ຜູ້ຄົນຂອງຄຣິສຕະຈັກຈະອ່ານພຣະທໍາຂອງພຣະເຈົ້າ ແລະ ແຕ່ລະມື້ ພວກເຂົາຈະວິເຄາະຢ່າງລະອຽດຢູ່ “ໂຕະຜ່າຕັດ”. ຍົກຕົວຢ່າງ: ”ສູນເສຍຕໍາແໜ່ງຂອງພວກເຂົາ”, “ໄລ່ອອກ” “ຄວາມຢ້ານຂອງພວກເຂົາກໍຖືກບັນເທົາ ແລະ ຈິດໃຈກໍກັບຄືນສູ່ສະພາບເດີມ”, “ການປະຖິ້ມ” ແລະ “ປາສະຈາກຄວາມຮູ້ສຶກ”; ພຣະທໍາເຍາະເຍີ້ຍດັ່ງກ່າວ “ທໍລະມານ” ຜູ້ຄົນ ແລະ ເຮັດໃຫ້ພວກເຂົາໂງ່ຈ້າດ້ວຍຄວາມອັບອາຍ; ມັນເປັນຄືກັບວ່າ ບໍ່ມີສ່ວນໃດໃນຮ່າງກາຍທັງໝົດຂອງພວກເຂົາ ຈາກຫົວຮອດນິ້ວໂປ້ຕີນ ແລະ ຈາກຂ້າງໃນຫາຂ້າງນອກຖືກອະນຸມັດໂດຍພຣະເຈົ້າ. ເປັນຫຍັງພຣະທໍາຂອງພຣະເຈົ້າຈຶ່ງຮື້ຖອນຊີວິດຂອງຜູ້ຄົນຈົນບໍ່ເຫຼືອຫຍັງ? ພຣະເຈົ້າຈົງໃຈເຮັດໃຫ້ສິ່ງຕ່າງໆມີຄວາມລໍາບາກສໍາລັບຜູ້ຄົນບໍ? ມັນເປັນຄືກັບວ່າ ໃບໜ້າຂອງທຸກຄົນແມ່ນມີຮອຍເປື້ອນຈາກຂີ້ຕົມທີ່ບໍ່ສາມາດລ້າງອອກໄດ້. ແຕ່ລະມື້ ພວກເຂົາກົ້ມຫົວລົງ, ພວກເຂົາເລົ່າເລື່ອງລາວກ່ຽວກັບຄວາມຜິດບາບຂອງພວກເຂົາຄືກັບນັກນັກຕົ້ມຕຸນ. ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຈົນວ່າ ພວກເຂົາບໍ່ຮູ້ສຶກຫຍັງທັງໝົດເຖິງສະພາບຕົວຈິງຂອງພວກເຂົາເອງ. ແຕ່ສໍາລັບພຣະເຈົ້າແລ້ວ, ພິດຂອງຊາຕານແມ່ນຢູ່ໃນທຸກພາກສ່ວນຂອງຮ່າງກາຍຂອງພວກເຂົາ ແມ່ນແຕ່ຢູ່ໃນໄຂກະດູກຂອງພວກເຂົາ; ດ້ວຍເຫດນັ້ນ ຍິ່ງການເປີດເຜີຍຂອງພຣະເຈົ້າມີຄວາມເລິກເຊິ່ງສໍ່າໃດ ຜູ້ຄົນກໍຍິ່ງຍໍາເກງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ, ທຸກຄົນຈຶ່ງສາມາດຮູ້ຈັກຊາຕານ ແລະ ເຫັນຊາຕານໃນຕົວມະນຸດ ເພາະວ່າພວກເຂົາບໍ່ສາມາດເຫັນຊາຕານດ້ວຍຕາເປົ່າຂອງພວກເຂົາ. ເນື່ອງຈາກວ່າ ທຸກຄົນໄດ້ເຂົ້າສູ່ຄວາມເປັນຈິງ, ພຣະເຈົ້າຈຶ່ງໄດ້ເປີດເຜີຍທໍາມະຊາດຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງໄດ້ເປີດເຜີຍຮູບລັກຂອງຊາຕານ ແລະ ດ້ວຍເຫດນັ້ນ ກໍເຮັດໃຫ້ມະນຸດເຫັນຊາຕານຕົວຈິງ ແລະ ສໍາຜັດໄດ້ ເຊິ່ງກໍຊ່ວຍໃຫ້ພວກເຂົາຮູ້ຈັກພຣະເຈົ້າທີ່ແທ້ຈິງໄດ້ດີຂຶ້ນ. ພຣະເຈົ້າອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງໃນເນື້ອໜັງ ແລະ ມອບຮູບຮ່າງໃຫ້ແກ່ຊາຕານ ເຮັດໃຫ້ມະນຸດຮູ້ຈັກຊາຕານຕົວຈິງ ແລະ ສໍາຜັດໄດ້ໃນເນື້ອໜັງຂອງທຸກຄົນ. ສະພາບຕ່າງໆທີ່ກ່າວເຖິງແມ່ນລ້ວນແລ້ວແຕ່ເປັນການສະແດງອອກຂອງການກະທໍາຂອງຊາຕານ. ສະນັ້ນ, ມັນຈຶ່ງອາດເວົ້າໄດ້ວ່າ ທຸກຄົນທີ່ມີເນື້ອໜັງແມ່ນຕົວຕົນຂອງຮູບລັກຂອງຊາຕານ. ພຣະເຈົ້າເຂົ້າກັນບໍ່ໄດ້ກັບສັດຕູຂອງພຣະອົງ, ພວກເຂົາມີເຈດຕະນາຮ້າຍຕໍ່ກັນ ແລະ ເປັນສອງກອງກໍາລັງທີ່ແຕກຕ່າງກັນ; ສະນັ້ນ ຜີສາດຈຶ່ງເປັນຜີສາດຕະຫຼອດໄປ ແລະ ພຣະເຈົ້າຈຶ່ງເປັນພຣະເຈົ້າຕະຫຼອດການ; ພວກເຂົາເຂົ້າກັນບໍ່ໄດ້ຄືກັນກັບໄຟ ແລະ ນໍ້າ ແລະ ຢູ່ຫ່າງຈາກກັນຄືກັບສະຫວັນ ແລະ ແຜ່ນດິນໂລກ. ເມື່ອພຣະເຈົ້າສ້າງມະນຸດ, ຜູ້ຄົນປະເພດໜຶ່ງແມ່ນມີວິນຍານຂອງທູດສະຫວັນ ແລະ ອີກປະເພດໜຶ່ງແມ່ນບໍ່ມີວິນຍານ, ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກວິນຍານແຫ່ງຜີສາດຄອບງໍາ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກເອີ້ນວ່າ ຜີສາດ. ໃນທີ່ສຸດ ທູດສະຫວັນກໍຄືທູດສະຫວັນ, ຜີສາດກໍຄືຜີສາດ ແລະ ພຣະເຈົ້າກໍຄືພຣະເຈົ້າ. ນີ້ຄືຄວາມໝາຍທີ່ວ່າ ແຕ່ລະຢ່າງຖືກຈັດຕາມປະເພດ ແລະ ສະນັ້ນ ເມື່ອທູດສະຫວັນໄດ້ປົກຄອງແຜ່ນດິນໂລກ ແລະ ໄດ້ຮັບພອນ, ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງ ແລະ ສ່ວນທີ່ເຫຼືອ ນັ້ນກໍຄື ສັດຕູຂອງພຣະເຈົ້າແມ່ນຈະຖືກທໍາລາຍເປັນຂີ້ເທົ່າ. ທີ່ຈິງແລ້ວ, ທາງດ້ານພາຍນອກ ທຸກຄົນແມ່ນຮັກພຣະເຈົ້າ ແຕ່ຮາກຖານແມ່ນນອນຢູ່ໃນແກ່ນແທ້ຂອງພວກເຂົາ; ຜູ້ທີ່ມີທໍາມະຊາດຂອງທູດສະຫວັນຈະສາມາດຫຼຸດອອກຈາກມືຂອງພຣະເຈົ້າ ແລະ ຕົກສູ່ຂຸມເລິກທີ່ສຸດໄດ້ແນວໃດ? ຜູ້ທີ່ມີທໍາມະຊາດຂອງຜິສາດຈະສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ? ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ຮັກພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາຈະສາມາດມີໂອກາດເຂົ້າສູ່ອານາຈັກໄດ້ແນວໃດ? ທຸກສິ່ງຖືກຈັດແຈງໂດຍພຣະເຈົ້າເມື່ອພຣະອົງສ້າງໂລກ, ດັ່ງທີ່ພຣະເຈົ້າເວົ້າວ່າ: “ເຮົາກ້າວໄປຂ້າງໜ້າທ່າມກາງລົມ ແລະ ຝົນ ແລະ ໄດ້ໃຊ້ເວລາປີແລ້ວປີເລົ່າທ່າມກາງມະນຸດຈົນເຖິງປັດຈຸບັນ. ສິ່ງເຫຼົ່ານີ້ບໍ່ແມ່ນບາດກ້າວໃນແຜນການຄຸ້ມຄອງຂອງເຮົາບໍ? ຜູ້ໃດເຄີຍເພີ່ມຫຍັງເຂົ້າໃນແຜນການຂອງເຮົາບໍ່? ຜູ້ໃດສາມາດໜີຈາກຂັ້ນຕອນຕ່າງໆທີ່ຢູ່ໃນແຜນການຂອງເຮົາບໍ່?” ການກາຍເປັນເນື້ອໜັງ, ພຣະເຈົ້າຕ້ອງປະສົບກັບຊີວິດຂອງມະນຸດ ແລະ ນີ້ບໍ່ແມ່ນດ້ານທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງບໍ? ພຣະເຈົ້າບໍ່ໄດ້ເຊື່ອງຫຍັງຈາກມະນຸດ ຍ້ອນຄວາມອ່ອນແອຂອງມະນຸດ; ກົງກັນຂ້າມ ພຣະອົງໄດ້ເປີດເຜີຍຄວາມຈິງຕໍ່ມະນຸດ, ດັ່ງທີ່ພຣະເຈົ້າເວົ້າວ່າ: “ເຮົາໄດ້ໃຊ້ເວລາປີແລ້ວປີເລົ່າທ່າມກາງມະນຸດ”. ມັນເປັນຍ້ອນວ່າ ພຣະເຈົ້າແມ່ນພຣະເຈົ້າທີ່ກາຍເປັນເນື້ອໜັງ ທີ່ພຣະອົງໄດ້ຜ່ານປີແລ້ວປີເລົ່າຢູ່ເທິງແຜ່ນດິນໂລກ; ມີພຽງຫຼັງຈາກໄດ້ປະສົບກັບຂະບວນການທຸກຮູບແບບເທົ່ານັ້ນ ພຣະອົງຈຶ່ງຈະສາມາດຖືໄດ້ວ່າເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ມີພຽງຫຼັງຈາກນັ້ນເທົ່ານັ້ນພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດໃນຄວາມເປັນພຣະເຈົ້າພາຍໃນເນື້ອໜັງ. ຫຼັງຈາກນັ້ນ ພາຍຫຼັງທີ່ໄດ້ເປີດເຜີຍຄວາມລຶກລັບທັງໝົດແລ້ວ ພຣະອົງກໍຈະສາມາດປ່ຽນຮູບຮ່າງຂອງພຣະອົງ. ນີ້ແມ່ນການອະທິບາຍໃນອີກດ້ານໜຶ່ງກ່ຽວກັບ “ການບໍ່ໄດ້ຢູ່ເໜືອທໍາມະຊາດ” ເຊິ່ງພຣະເຈົ້າຊີ້ນໍາໂດຍກົງ.

ມັນຈໍາເປັນຕ້ອງຜ່ານບົດທົດສອບຂອງພຣະທໍາຂອງພຣະເຈົ້າແຕ່ລະຂໍ້ໂດຍບໍ່ແມ່ນເຮັດພໍເປັນພິທີ. ນີ້ແມ່ນການມອບໝາຍຂອງພຣະເຈົ້າ!

ກ່ອນນີ້: ບົດທີ 21

ຕໍ່ໄປ: ບົດທີ 24 ແລະ 25

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາເຊື່ອວ່າບໍ່ມີອ້າຍເອື້ອຍນ້ອງຄົນໃດຈະບອກວ່າ...

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger