ບົດທີ 24 ແລະ 25
ຖ້າບໍ່ໄດ້ອ່ານຢ່າງໃກ້ຊິດ ມັນກໍເປັນໄປບໍ່ໄດ້ທີ່ຈະກວດພົບເຫັນສິ່ງໃດໜຶ່ງໃນພຣະວັດຈະນະຂອງສອງມື້ເຫຼົ່ານີ້; ແທ້ຈິງແລ້ວ ສິ່ງເຫຼົ່ານີ້ຄວນຖືກກ່າວໃນມື້ດຽວ ແຕ່ພຣະເຈົ້າກໍໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສອງມື້. ເວົ້າໄດ້ວ່າ ພຣະວັດຈະນະຂອງສອງມື້ເຫຼົ່ານີ້ແມ່ນເປັນອັນດຽວກັນ ແຕ່ເພື່ອເຮັດໃຫ້ມັນງ່າຍຂຶ້ນສໍາລັບຜູ້ຄົນທີ່ຈະຮັບເອົາສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສອງມື້ ເພື່ອໃຫ້ໂອກາດແກ່ຜູ້ຄົນໄດ້ຫາຍໃຈ. ສິ່ງດັ່ງກ່າວແມ່ນການພິຈາລະນາຂອງພຣະເຈົ້າທີ່ມີຕໍ່ມະນຸດ. ໃນພາລະກິດທັງໝົດຂອງພຣະເຈົ້າ, ທຸກຄົນປະຕິບັດພາລະ ແລະ ໜ້າທີ່ຂອງພວກເຂົາໃນບ່ອນຂອງພວກເຂົາເອງ. ມັນບໍ່ແມ່ນພຽງຜູ້ຄົນທີ່ມີຈິດວິນຍານຂອງທູດສະຫວັນທີ່ໃຫ້ຄວາມຮ່ວມມື; ຜູ້ທີ່ມີຈິດວິນຍານຂອງຜີສາດກໍຍັງໄດ້ “ຮ່ວມມື” ແລະ ເຊັ່ນດຽວກັນກັບຈິດວິນຍານຂອງຊາຕານ. ໃນພຣະວັດຈະນະຂອງພຣະເຈົ້າ ແມ່ນພົບເຫັນຄວາມປະສົງຂອງພຣະເຈົ້າ ແລະ ຄວາມຕ້ອງການຂອງພຣະອົງທີ່ມີຕໍ່ມະນຸດ. ພຣະທໍາທີ່ວ່າ: “ການຂ້ຽນຕີຂອງເຮົາໄດ້ມາເຖິງບັນດາຜູ້ຄົນ, ແຕ່ມັນກໍຍັງຄົງຫ່າງໄກຈາກຜູ້ຄົນທັງປວງ. ຊົ່ວຊີວິດຂອງທຸກຄົນແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມກຽດຊັງຕໍ່ເຮົາ” ສະແດງໃຫ້ເຫັນວ່າ ພຣະເຈົ້າໃຊ້ການຂ້ຽນຕີເພື່ອຂົ່ມຂູ່ທຸກຄົນ ໂດຍເຮັດໃຫ້ພວກເຂົາໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ. ຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ຄວາມອ່ອນແອຂອງທູດສະຫວັນ ພຣະເຈົ້າຈຶ່ງໄດ້ໃຊ້ແຕ່ພຣະທໍາເທົ່ານັ້ນ ແລະ ບໍ່ໄດ້ໃຊ້ກົດບັນຍັດແຫ່ງການບໍລິຫານເພື່ອຂ້ຽນຕີຜູ້ຄົນ. ນັບຕັ້ງແຕ່ເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ ນີ້ແມ່ນຫຼັກການຂອງພາລະກິດຂອງພຣະເຈົ້າ ກ່ຽວກັບທູດສະຫວັນ ແລະ ທຸກຄົນ. ຍ້ອນທູດສະຫວັນເປັນຂອງພຣະເຈົ້າ, ໃນມື້ໜຶ່ງພວກເຂົາກໍຈະກາຍເປັນຜູ້ຄົນແຫ່ງອານາຈັກຂອງພຣະເຈົ້າ ແລະ ຈະໄດ້ຮັບການດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນຂະນະດຽວກັນ, ທຸກຄົນຍັງຈະຖືກຈັດຕາມປະເພດ, ວິນຍານຊົ່ວຮ້າຍທັງໝົດຂອງຊາຕານຈະຖືກຂ້ຽນຕີ ແລະ ທຸກຄົນທີ່ບໍ່ມີວິນຍານຈະຖືກປົກຄອງໂດຍບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນແຜນການຂອງພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າອີກຄັ້ງວ່າ: “ການມາຂອງມື້ເຮົາເປັນຊ່ວງເວລາແຫ່ງຄວາມຕາຍຂອງມະນຸດແທ້ບໍ? ເຮົາສາມາດທຳລາຍມະນຸດໃນເວລາທີ່ອານາຈັກຂອງເຮົາຖືກສ້າງຂຶ້ນແທ້ບໍ?” ເຖິງແມ່ນວ່າ ສິ່ງເຫຼົ່ານີ້ແມ່ນສອງຄໍາຖາມທີ່ງ່າຍ ແຕ່ສິ່ງເຫຼົ່ານີ້ກໍແມ່ນການຈັດແຈງຂອງພຣະເຈົ້າ ສໍາລັບຈຸດໝາຍປາຍທາງຂອງມະນຸດຊາດທັງປວງ. ເວລາທີ່ພຣະເຈົ້າມາເຖິງແມ່ນເວລາທີ່ “ຜູ້ຄົນທົ່ວຈັກກະວານຈະຖືກຄຶງໃສ່ໄມ້ກາງແຂນປີ້ນຫົວລົງລຸ່ມ”. ນີ້ແມ່ນຈຸດປະສົງທີ່ພຣະເຈົ້າປາກົດຕົວຕໍ່ໜ້າທຸກຄົນ ໂດຍນໍາໃຊ້ການຂ້ຽນຕີ ເພື່ອເຮັດໃຫ້ພວກເຂົາຮູ້ຈັກການມີຕົວຕົນຂອງພຣະເຈົ້າ. ຍ້ອນເວລາທີ່ພຣະເຈົ້າລົງມາເທິງແຜ່ນດິນໂລກແມ່ນຍຸກສຸດທ້າຍ ແລະ ເປັນເວລາທີ່ປະເທດຕ່າງໆເທິງແຜ່ນດິນໂລກຢູ່ໃນຄວາມວຸ້ນວາຍທີ່ສຸດຂອງພວກເຂົາ, ດັ່ງນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ເມື່ອເຮົາລົງມາເທິງແຜ່ນດິນໂລກ, ມັນຖືກປົກຄຸມດ້ວຍຄວາມມືດ ແລະ ມະນຸດແມ່ນ ‘ນອນຫຼັບສະນິດ’”. ເພາະສະນັ້ນ ໃນປັດຈຸບັນ ຈຶ່ງມີຄົນພຽງກໍາມືທີ່ສາມາດຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ ໂດຍເກືອບຈະບໍ່ມີໃຜເລີຍ. ຍ້ອນຕອນນີ້ແມ່ນຍຸກສຸດທ້າຍ ຈຶ່ງບໍ່ມີໃຜເຄີຍຮູ້ຈັກພຣະເຈົ້າທີ່ແທ້ຈິງ ແລະ ຜູ້ຄົນແມ່ນມີແຕ່ຄວາມຮູ້ກ່ຽວກັບພຣະເຈົ້າແບບຜິວເຜີນເທົ່ານັ້ນ. ມັນເປັນຍ້ອນສິ່ງນີ້ ຜູ້ຄົນຈຶ່ງດໍາລົງຊີວິດໃນທ່າມກາງການຫຼໍ່ຫຼອມຢ່າງເຈັບປວດ. ເວລາທີ່ຜູ້ຄົນອອກຈາກການຫຼໍ່ຫຼອມຍັງແມ່ນເວລາທີ່ພວກເຂົາເລີ່ມຖືກຂ້ຽນຕີ, ມັນແມ່ນເວລາທີ່ພຣະເຈົ້າຈະປາກົດຕົວຕໍ່ໜ້າທຸກຄົນ ເພື່ອວ່າ ພວກເຂົາອາດຈະເຫັນພຣະອົງດ້ວຍຕົວເອງ. ຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ຄົນຈຶ່ງຕົກສູ່ຄວາມຈິບຫາຍ ແລະ ບໍ່ສາມາດປົດປ່ອຍຕົວເອງໄດ້ ເຊິ່ງນີ້ຄືການລົງໂທດຂອງພຣະເຈົ້າຕໍ່ມັງກອນແດງທີ່ຍິ່ງໃຫຍ່ ແລະ ມັນເປັນກົດບັນຍັດແຫ່ງການບໍລິຫານຂອງພຣະອົງ. ເມື່ອຄວາມອົບອຸ່ນຂອງລະດູໃບໄມ້ປົ່ງມາເຖິງ ແລະ ດອກໄມ້ໄດ້ເບັ່ງບານ, ເມື່ອທຸກສິ່ງທີ່ຢູ່ກ້ອງສະຫວັນຖືກປົກຄຸມໄປດ້ວຍສີຂຽວ ແລະ ທຸກສິ່ງເທິງແຜ່ນດິນໂລກຖືກຈັດແຈງ, ທຸກຄົນ ແລະ ທຸກສິ່ງກໍຈະເຂົ້າສູ່ການຂ້ຽນຕີຂອງພຣະເຈົ້າເທື່ອລະໜ້ອຍ ແລະ ໃນເວລານັ້ນ ພາລະກິດທັງໝົດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກກໍຈະສິ້ນສຸດລົງ. ພຣະເຈົ້າຈະບໍ່ເຮັດພາລະກິດ ຫຼື ອາໄສຢູ່ແຜ່ນດິນໂລກອີກຕໍ່ໄປ ເນື່ອງຈາກວ່າ ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະຖືກເຮັດໃຫ້ສໍາເລັດແລ້ວ. ຜູ້ຄົນຈະບໍ່ສາມາດປະວາງເນື້ອໜັງຂອງພວກເຂົາໃນໄລຍະເວລາອັນສັ້ນໆນີ້ບໍ? ສິ່ງຫຍັງສາມາດຕັດຄວາມຮັກລະຫວ່າງມະນຸດ ແລະ ພຣະເຈົ້າໄດ້? ແມ່ນໃຜສາມາດແຍກຄວາມຮັກລະຫວ່າງມະນຸດ ແລະ ພຣະເຈົ້າ? ແມ່ນພໍ່ແມ່, ຜົວ, ເອື້ອຍນ້ອງ, ເມຍ ຫຼື ການຫຼໍ່ຫຼອມທີ່ເຈັບປວດບໍ? ຄວາມຮູ້ສຶກກ່ຽວກັບສາມັນສໍານຶກສາມາດລຶບຮູບພາບຂອງພຣະເຈົ້າທີ່ຢູ່ພາຍໃນມະນຸດໄດ້ບໍ? ຄວາມເປັນໜີ້ບຸນຄຸນຂອງຜູ້ຄົນ ແລະ ການປະຕິບັດຕໍ່ກັນ ແລະ ກັນແມ່ນການກະທໍາຂອງພວກເຂົາເອງບໍ? ມະນຸດສາມາດແກ້ໄຂສິ່ງເຫຼົ່ານັ້ນໄດ້ບໍ? ແມ່ນໃຜສາມາດປົກປ້ອງຕົວເອງໄດ້ແດ່? ຜູ້ຄົນສາມາດສະໜອງໃຫ້ແກ່ຕົວເອງໄດ້ບໍ? ແມ່ນໃຜແມ່ນຜູ້ທີ່ເຂັ້ມແຂງໃນຊີວິດ? ແມ່ນໃຜສາມາດອອກຈາກເຮົາ ແລະ ດໍາລົງຊີວິດດ້ວຍຕົວພວກເຂົາເອງແດ່? ເປັນຫຍັງພຣະເຈົ້າຈຶ່ງຂໍໃຫ້ທຸກຄົນປະຕິບັດພາລະກິດໃນການໄຕ່ຕອງຕົວເອງຊໍ້າແລ້ວຊໍ້າອີກ? ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ: “ມີໃຜທີ່ສາມາດຈັດແຈງຄວາມຍາກລໍາບາກດ້ວຍມືຂອງພວກເຂົາເອງໄດ້ແດ່?”
ໃນປັດຈຸບັນ ແມ່ນມີຄໍ່າຄືນທີ່ມືດໄປທົ່ວຈັກກະວານ ແລະ ຜູ້ຄົນແມ່ນມຶນຊາ ແລະ ໂງ່ຈ້າ ແຕ່ເຂັມໂມງແມ່ນເໜັງໄປໜ້າສະເໝີ, ນາທີ ແລະ ວິນາທີບໍ່ໄດ້ຢຸດຢັ້ງ ແລະ ການປ່ຽນແປງຂອງແຜ່ນດິນໂລກ, ດວງຕາເວັນ ແລະ ເດືອນກໍໄວຂຶ້ນ. ໃນຄວາມຮູ້ສຶກຂອງພວກເຂົາ, ຜູ້ຄົນເຊື່ອວ່າ ມື້ນັ້ນແມ່ນບໍ່ໄດ້ຫ່າງໄກເລີຍ ຄືກັບວ່າ ມື້ສຸດທ້າຍຂອງພວກເຂົາແມ່ນຢູ່ຕໍ່ໜ້າພວກເຂົາ. ຜູ້ຄົນກະກຽມທຸກສິ່ງໂດຍບໍ່ຢຸດຢັ້ງເພື່ອເວລາຕາຍຂອງພວກເຂົາເອງ ເພື່ອວ່າ ມັນຈະເຮັດໜ້າທີ່ຕາມຈຸດປະສົງຂອງການຕາຍຂອງພວກເຂົາ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະມີຊີວິດໂດຍບໍ່ມີປະໂຫຍດ ແລະ ນັ້ນຈະບໍ່ໜ້າເສຍດາຍບໍ? ເມື່ອພຣະເຈົ້າທໍາລາຍລ້າງໂລກ ພຣະອົງຈະເລີ່ມປ່ຽນແປງວຽກງານພາຍໃນຂອງປະເທດຕ່າງໆ ເຊິ່ງເຮັດໃຫ້ເກີດມີລັດຖະປະຫານ; ສະນັ້ນ, ພຣະເຈົ້າຈຶ່ງລະດົມການຮັບໃຊ້ຈາກຜູ້ຄົນທົ່ວຈັກກະວານ. ດິນແດນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນກ້ຽວຢູ່ຄືເຂດທົດລອງ. ຍ້ອນວ່າ ທາງພາຍໃນແມ່ນຖືກທໍາລາຍ ວຽກງານພາຍໃນຂອງມັນຖືກໂຍນເຂົ້າສູ່ຄວາມສັບສົນວຸ້ນວາຍ, ທຸກຄົນເຮັດວຽກງານປ້ອງກັນຕົວເອງ, ຕຽມການເພື່ອຫຼົບໜີໄປຢູ່ດວງເດືອນ ແຕ່ພວກເຂົາຈະສາມາດຫຼົບໜີຈາກການຄວບຄຸມຂອງມືຂອງພຣະເຈົ້າໄດ້ແນວໃດ? ດັ່ງທີ່ພຣະເຈົ້າໄດ້ກ່າວວ່າຜູ້ຄົນຈະ “ດື່ມໄດ້ແຕ່ຈາກຈອກທີ່ຂົມຂື່ນຂອງພວກເຂົາ”. ເວລາແຫ່ງການຕໍ່ສູ້ກັນພາຍໃນ ແມ່ນເວລາທີ່ພຣະເຈົ້າອອກຈາກແຜ່ນດິນໂລກຢ່າງແນ່ນອນ; ພຣະເຈົ້າຈະບໍ່ສືບຕໍ່ຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ຈະເຮັດພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກໃຫ້ສິ້ນສຸດທັນທີ. ສາມາດເວົ້າໄດ້ວ່າ ເວລາໄດ້ຜ່ານໄປໄວຫຼາຍ ແລະ ບໍ່ມີຫຍັງຫຼາຍທີ່ເຫຼືອຢູ່. ຈາກນໍ້າສຽງຂອງພຣະທໍາຂອງພຣະເຈົ້າ ແມ່ນສາມາດເຫັນໄດ້ວ່າ ພຣະເຈົ້າໄດ້ເວົ້າກ່ຽວກັບຈຸດໝາຍປາຍທາງຂອງທຸກຄົນທົ່ວຈັກກະວານແລ້ວ ແລະ ພຣະອົງບໍ່ມີຫຍັງເຫຼືອທີ່ຈະເວົ້າອີກ. ນີ້ແມ່ນສິ່ງທີ່ພຣະເຈົ້າເປີດເຜີຍຕໍ່ມະນຸດ. ມັນເປັນຍ້ອນເປົ້າໝາຍຂອງພຣະເຈົ້າຄືການສ້າງມະນຸດ ພຣະອົງຈຶ່ງເວົ້າວ່າ: “ໃນສາຍຕາຂອງເຮົາ, ມະນຸດເປັນຜູ້ປົກຄອງເໜືອສັບພະສິ່ງທັງປວງ. ເຮົາມອບສິດອຳນາດຢ່າງໃຫຍ່ຫຼວງໃຫ້ກັບເຂົາ ເຊິ່ງເຮັດໃຫ້ເຂົາສາມາດຈັດການກັບສັບພະທຸກສິ່ງເທິງແຜ່ນດິນໂລກ: ໃບຫຍ້າທີ່ຢູ່ເທິງພູເຂົາ, ສັດຕ່າງໆທີ່ຢູ່ທ່າມກາງປ່າໄມ້ ແລະ ປາທີ່ຢູ່ໃນນໍ້າ”. ເມື່ອພຣະເຈົ້າສ້າງມະນຸດ ພຣະອົງໄດ້ກໍານົດລ່ວງໜ້າວ່າ ມະນຸດຈະເປັນນາຍຂອງທຸກສິ່ງ ແຕ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສາມາດດໍາລົງຊີວິດຕາມທີ່ເຂົາປາດຖະໜາ. ນີ້ໄດ້ນໍາມາສູ່ໂລກແຫ່ງປັດຈຸບັນ ເຊິ່ງຜູ້ຄົນແມ່ນບໍ່ແຕກຕ່າງຈາກສັດຮ້າຍ ແລະ ພູເຂົາໄດ້ປະປົນກັບແມ່ນໍ້າ ເຊິ່ງຜົນໄດ້ຮັບກໍຄື: “ຊົ່ວຊີວິດຂອງເຂົາແມ່ນຊີວິດແຫ່ງຄວາມທຸກທໍລະມານ, ຄວາມດີ້ນຮົນ ແລະ ຄວາມສຸກທີ່ຖືກເພີ່ມເຂົ້າກັບຄວາມວ່າງເປົ່າ”. ຍ້ອນບໍ່ມີຄວາມໝາຍຕໍ່ຊີວິດຂອງມະນຸດ ແລະ ຍ້ອນວ່າ ນີ້ບໍ່ແມ່ນເປົ້າໝາຍຂອງພຣະເຈົ້າໃນການສ້າງມະນຸດ ໂລກທັງໝົດຈຶ່ງໄດ້ວຸ້ນວາຍ. ເມື່ອພຣະເຈົ້າຈັດລະບຽບໃຫ້ແກ່ຈັກກະວານທັງໝົດ ທຸກຄົນກໍຈະເລີ່ມປະສົບກັບຊີວິດມະນຸດຢ່າງເປັນທາງການ ແລະ ພຽງເມື່ອນັ້ນ ຊີວິດຂອງພວກເຂົາຈຶ່ງຈະເລີ່ມມີຄວາມໝາຍ. ຜູ້ຄົນຈະເລີ່ມໃຊ້ອໍານາດທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ, ພວກເຂົາຈະປາກົດຢ່າງເປັນທາງການຢູ່ຕໍ່ໜ້າທຸກສິ່ງໃນຖານະນາຍຂອງສິ່ງເຫຼົ່ານັ້ນ ແລະ ພວກເຂົາຈະຍອມຮັບການນໍາພາຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ຈະບໍ່ຂັດຂືນພຣະເຈົ້າອີກຕໍ່ໄປ ແຕ່ຈະເຊື່ອຟັງພຣະອົງ. ຢ່າງໃດກໍຕາມ, ຜູ້ຄົນໃນປັດຈຸບັນແມ່ນຫ່າງໄກຈາກສິ່ງນັ້ນຫຼາຍ. ສິ່ງດຽວທີ່ພວກເຂົາເຮັດແມ່ນ “ເອົາເງິນໃສ່ກະເປົ໋າຕົວເອງ” ຜ່ານພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຖາມຄໍາຖາມຕ່າງໆເຊັ່ນ: “ພາລະກິດທີ່ເຮົາປະຕິບັດໃນມະນຸດບໍ່ໄດ້ມີຜົນປະໂຫຍດຫຍັງກັບເຂົາເລີຍບໍ?” ຖ້າພຣະເຈົ້າບໍ່ຖາມຄໍາຖາມເຫຼົ່ານີ້ ກໍຈະບໍ່ມີຫຍັງເກີດຂຶ້ນ; ແຕ່ເມື່ອພຣະອົງຖາມສິ່ງດັ່ງກ່າວ ບາງຄົນກໍບໍ່ສາມາດຢືນຢ່າງໝັ້ນຄົງໄດ້ ເນື່ອງຈາກມີໜີ້ບຸນຄຸນໃນສາມັນສໍານຶກຂອງພວກເຂົາ ແລະ ພວກເຂົາບໍ່ແມ່ນເພື່ອພຣະເຈົ້າທັງໝົດ, ແຕ່ເພື່ອພວກເຂົາເອງ. ທຸກສິ່ງແມ່ນເປົ່າວ່າງ; ສະນັ້ນ, ຜູ້ຄົນເຫຼົ່ານີ້ ແລະ “ຜູ້ຄົນໃນທຸກສາສະໜາ, ທຸກສັງຄົມ, ທຸກຊາດ ແລະ ທຸກນິກາຍລ້ວນແລ້ວແຕ່ຮູ້ເຖິງຄວາມວ່າງເປົ່າທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກເຂົາລ້ວນແລ້ວແຕ່ສະແຫວງຫາເຮົາ ແລະ ລໍຖ້າການກັບມາຂອງເຮົາ”. ທຸກຄົນປາດຖະໜາເຖິງການກັບຄືນມາຂອງພຣະເຈົ້າ ເພື່ອວ່າ ພຣະອົງອາດເຮັດໃຫ້ຍຸກເກົ່າທີ່ວ່າງເປົ່າສິ້ນສຸດລົງ ແຕ່ພວກເຂົາກໍຍັງຢ້ານທີ່ຈະຕົກສູ່ຄວາມຈິບຫາຍ. ໂລກສາສະໜາທັງໝົດຈະຖືກປະໃຫ້ໂດດດ່ຽວທັນທີ ແລະ ຖືກລະເລີຍໂດຍທຸກຄົນ; ພວກເຂົາຂາດຄວາມເປັນຈິງ ແລະ ພວກເຂົາຈະຮູ້ວ່າ ຄວາມເຊື່ອຂອງພວກເຂົາໃນຕົວພຣະເຈົ້າແມ່ນເລື່ອນລອຍ ແລະ ເປັນນາມມະທໍາ. ຜູ້ຄົນຈາກທຸກວົງສັງຄົມຍັງຈະຖືກກະຈາຍອອກໄປ ແລະ ທຸກຊາດ ແລະ ນິກາຍຈະເລີ່ມຕົກເຂົ້າສູ່ຄວາມວຸ້ນວາຍ. ສະຫຼຸບກໍຄື ຄວາມເປັນປົກກະຕິຂອງທຸກສິ່ງຈະຖືກຈີກອອກເປັນເສດສ່ວນ, ທຸກສິ່ງຈະສູນເສຍຄວາມເປັນປົກກະຕິຂອງມັນ ແລະ ພ້ອມນັ້ນ ຜູ້ຄົນກໍຈະເປີດເຜີຍໃບໜ້າທີ່ແທ້ຈິງຂອງພວກເຂົາເຊັ່ນກັນ. ສະນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ: “ມີຫຼາຍຄັ້ງທີ່ເຮົາໄດ້ຮ້ອງຫາມະນຸດ, ແຕ່ມີຜູ້ໃດແດ່ທີ່ເຄີຍຮູ້ສຶກເຖິງຄວາມຮັກຂອງເຮົາ? ມີຜູ້ໃດແດ່ທີ່ດຳລົງຊີວິດໃນຄວາມເປັນມະນຸດ? ມະນຸດອາດດຳລົງຊີວິດໃນເນື້ອໜັງ, ແຕ່ເຂົາແມ່ນປາສະຈາກຄວາມເປັນມະນຸດ. ເຂົາເກີດໃນອານາຈັກສັດບໍ?” ການປ່ຽນແປງຍັງຈະເກີດຂຶ້ນໃນທ່າມກາງມະນຸດ ແລະ ຍ້ອນການປ່ຽນແປງນີ້ ແຕ່ລະຄົນຈະຖືກຈັດຕາມປະເພດ. ນີ້ແມ່ນພາລະກິດຂອງພຣະເຈົ້າໃນໄລຍະຍຸກສຸດທ້າຍ ແລະ ແມ່ນຜົນທີ່ຈະຕ້ອງບັນລຸຈາກພາລະກິດແຫ່ງຍຸກສຸດທ້າຍ. ພຣະເຈົ້າກ່າວຢ່າງຊັດເຈນຫຼາຍຂຶ້ນກ່ຽວກັບທາດແທ້ຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງພິສູດວ່າ ຈຸດສິ້ນສຸດຂອງພາລະກິດຂອງພຣະອົງແມ່ນໃກ້ເຂົ້າມາແລ້ວ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າແມ່ນລີ້ລັບຈາກຜູ້ຄົນຫຼາຍຂຶ້ນ ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກອຶດອັດ. ຍິ່ງຜູ້ຄົນສັງເກດເບິ່ງຄວາມປະສົງຂອງພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຍິ່ງໃຫ້ຄວາມສົນໃຈຕໍ່ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າໜ້ອຍສໍ່ານັ້ນ; ສິ່ງນີ້ຢຸດພວກເຂົາຈາກການລົບກວນ ແລະ ດ້ວຍເຫດນັ້ນ ເມື່ອບໍ່ມີໃຜໃຫ້ຄວາມສົນໃຈ ພຣະເຈົ້າຈຶ່ງເຮັດພາລະກິດທີ່ພຣະອົງເຈດຕະນາທີ່ຈະເຮັດ. ນີ້ແມ່ນໜຶ່ງຫຼັກການຂອງພາລະກິດຂອງພຣະະເຈົ້າຕະຫຼອດຍຸກຕ່າງໆ. ຍິ່ງພຣະອົງຄໍານຶ່ງເຖິງຄວາມອ່ອນແອຂອງຜູ້ຄົນໜ້ອຍສໍ່າໃດ ກໍຍິ່ງສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າຂອງພຣະອົງຊັດເຈນຂຶ້ນ ແລະ ດ້ວຍເຫດນັ້ນ ມື້ຂອງພຣະເຈົ້າກໍຍິ່ງເຂົ້າມາໃກ້ຫຼາຍຂຶ້ນ.