ບົດທີ 26

ຈາກພຣະທໍາທຸກຂໍ້ທີ່ພຣະເຈົ້າກ່າວແມ່ນສາມາດເຫັນໄດ້ວ່າ ມື້ຂອງພຣະເຈົ້າແມ່ນໃກ້ເຂົ້າມາທຸກມື້. ມັນເປັນຄືກັບວ່າ ມື້ນີ້ແມ່ນຢູ່ຕໍ່ໜ້າສາຍຕາຂອງຜູ້ຄົນ ແລະ ເປັນຄືກັບວ່າ ມັນຈະມາຮອດໃນມື້ອື່ນ. ສະນັ້ນ, ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າ ທຸກຄົນຈຶ່ງມີຄວາມຢ້ານກົວ ແລະ ພວກເຂົາຍັງຮູ້ສຶກເຖິງສ່ວນໜຶ່ງຂອງຄວາມເປົ່າປ່ຽວຂອງໂລກອີກດ້ວຍ ຄືດັ່ງໃບໄມ້ຫຼົ່ນລົງໃນສາຍລົມ ທີ່ຕາມດ້ວຍສາຍຝົນຄ່ອຍໆ. ຜູ້ຄົນຫາຍໄປໂດຍບໍ່ມີຮ່ອງຮອຍ ຄືກັບວ່າ ພວກເຂົາທຸກຄົນຫາຍສາບສູນໄປຈົນໝົດ. ທຸກຄົນຮູ້ສຶກມີລາງຮ້າຍ ແລະ ເຖິງແມ່ນວ່າທຸກຄົນຈະພະຍາຍາມຢ່າງໜັກ ແລະ ປາຖະໜາທີ່ຈະຕອບສະໜອງຄວາມປະສົງຂອງພຣະເຈົ້າ ແລະ ແຕ່ລະຄົນໃຊ້ກໍາລັງທັງໝົດຂອງພວກເຂົາເພື່ອຕອບສະໜອງເຈດຕະນາຂອງພຣະເຈົ້າ ເພື່ອວ່າ ຄວາມປະສົງຂອງພຣະເຈົ້າອາດຈະດໍາເນີນໄປຢ່າງລາບລື້ນ ແລະ ປາສະຈາກສິ່ງກີດຂວາງໃດໆ ເຊິ່ງທັດສະນະດັ່ງກ່າວແມ່ນປະປົນກັບຄວາມຮູ້ສຶກສັງຫອນໃຈຕະຫຼອດ. ໃຫ້ເອົາການກ່າວພຣະທໍາຂອງມື້ນີ້ເປັນຕົວຢ່າງ: ຖ້າພຣະທໍາເຫຼົ່ານີ້ຖືກເຜີຍແຜ່ແກ່ມວນຊົນ ແລະ ຖືກປະກາດຕໍ່ຈັກກະວານທັງໝົດ, ທຸກຄົນກໍຈະກົ້ມລົງ ແລະ ຮ້ອງໄຫ້ ເນື່ອງຈາກໃນພຣະທໍາທີ່ວ່າ: “ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍທີ່ນັບບໍ່ຖ້ວນ!” ທຸກຄົນທີ່ເຂົ້າໃຈເລື່ອງທາງວິນຍານເຫັນວ່າ ບໍ່ມີຜູ້ໃດທີ່ຈະສາມາດໜີຈາກການຂ້ຽນຕີຂອງພຣະເຈົ້າໄດ້ ແລະ ພາຍຫຼັງທີ່ປະສົບກັບຄວາມທຸກຈາກການຂ້ຽນຕີ ທຸກຄົນກໍຈະຖືກແຍກອອກຕາມປະເພດຂອງພວກເຂົາ. ແທ້ຈິງແລ້ວ ນີ້ແມ່ນຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ເມື່ອພຣະເຈົ້າສ້າງໂລກ ແລະ ເມື່ອພຣະອົງນໍາພາມະນຸດ ພຣະອົງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງ ແລະ ເມື່ອພຣະອົງນໍາຍຸກນີ້ໄປສູ່ການສິ້ນສຸດເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມໂກດຮ້າຍ ແລະ ການຂ້ຽນຕີຢ່າງແທ້ຈິງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ຜ່ານການຂ້ຽນຕີເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຫັນຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍຂອງພຣະອົງ; ນີ້ແມ່ນເສັ້ນທາງທີ່ຕ້ອງໄດ້ຍ່າງຕາມ, ດັ່ງໃນຍຸກສຸດທ້າຍ, ການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນມີຄວາມຈໍາເປັນ ແລະ ຂາດບໍ່ໄດ້. ຫຼັງຈາກທີ່ໄດ້ປະກາດເຖິງການສິ້ນສຸດຂອງມະນຸດຊາດທັງປວງ ພຣະເຈົ້າກໍສະແດງໃຫ້ມະນຸດເຫັນພາລະກິດທີ່ພຣະອົງປະຕິບັດໃນປັດຈຸບັນ. ຍົກຕົວຢ່າງ ພຣະເຈົ້າກ່າວວ່າ: “ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບແຫຼ່ງທີ່ມາຂອງການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ!” “ໂອ, ເອຢິບທີ່ເປັນຕາກຽດຊັງເອີຍ! ... ເຈົ້າຈະບໍ່ຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ?” ພຣະເຈົ້າເຈດຕະນາທີ່ຈະສະແດງໃຫ້ຜູ້ຄົນເຫັນເຖິງຜົນຕາມມາຂອງສອງປະເທດທີ່ແຕກຕ່າງກັນໄດ້ມາພົບກັນໃນມືຂອງພຣະອົງ ເຊິ່ງໃນດ້ານໜຶ່ງແມ່ນໝາຍເຖິງອິດສະຣາເອນ ທີ່ເປັນວັດຖຸ ແລະ ໃນອີກດ້ານແມ່ນໝາຍເຖິງທຸກຄົນທີ່ຖືກພຣະເຈົ້າເລືອກ ເຊິ່ງເວົ້າໄດ້ວ່າ ຄົນທີ່ຖືກພຣະເຈົ້າເລືອກຈະປ່ຽນແປງແນວໃດ ເມື່ອອິດສະຣາເອນປ່ຽນ. ເມື່ອອິດສະຣາເອນໄດ້ກັບຄືນສູ່ຮູບຮ່າງດັ່ງເດີມທັງໝົດ, ຜູ້ທີ່ຖືກເລືອກທັງໝົດ ສຸດທ້າຍ ກໍຈະຖືກເຮັດໃຫ້ສົມບູນ ເຊິ່ງເວົ້າໄດ້ວ່າ ອິດສະຣາເອນແມ່ນສັນຍາລັກທີ່ສໍາຄັນຂອງຜູ້ທີ່ພຣະເຈົ້າຮັກ. ໃນຂະນະດຽວກັນ ເອຢິບແມ່ນຈຸດສູນລວມຂອງຕົວແທນຂອງຜູ້ທີ່ພຣະເຈົ້າກຽດຊັງ. ຍິ່ງມັນເສື່ອມໂຊມສໍ່າໃດ ຜູ້ທີ່ພຣະເຈົ້າກຽດຊັງກໍຍິ່ງເສື່ອມຊາມຫຼາຍສໍ່ານັ້ນ ແລະ ສຸດທ້າຍ ບາບີໂລນກໍຈະຫຼົ້ມຈົມ. ນີ້ເຮັດໃຫ້ເຫັນເຖິງຄວາມແຕກຕ່າງຢ່າງຊັດເຈນ. ໃນການປະກາດການສິ້ນສຸດຂອງອິດສະຣາເອນ ແລະ ເອຢິບ, ພຣະເຈົ້າແມ່ນເປີດເຜີຍປາຍທາງຂອງທຸກຄົນ; ສະນັ້ນ ເມື່ອກ່າວເຖິງອິດສະຣາເອນ ພຣະເຈົ້າຈຶ່ງກ່າວເຖິງເອຢິບເຊັ່ນກັນ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ມື້ແຫ່ງການທໍາລາຍເອຢິບແມ່ນມື້ແຫ່ງການທໍາລາຍລ້າງໂລກ ເຊິ່ງເປັນມື້ທີ່ພຣະເຈົ້າຂ້ຽນຕີທຸກຄົນ. ສິ່ງນີ້ຈະເກີດຂຶ້ນໃນໄວໆນີ້; ພຣະເຈົ້າກໍາລັງຈະປະຕິບັດສິ່ງນີ້ສໍາເລັດ ເຊິ່ງເປັນສິ່ງທີ່ຂ້ອນຂ້າງຈະແນມບໍ່ເຫັນດ້ວຍຕາເປົ່າຂອງມະນຸດ ແຕ່ກໍຂາດບໍ່ໄດ້ ແລະ ປ່ຽນແປງບໍ່ໄດ້. ພຣະເຈົ້າກ່າວວ່າ: “ທຸກຄົນທີ່ຢືນຕໍ່ສູ້ກັບເຮົາຈະຖືກເຮົາຂ້ຽນຕີຕະຫຼອດກາລະນານຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ຈະບໍ່ລະປ່ອຍມະນຸດໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ”. ເປັນຫຍັງພຣະເຈົ້າຈຶ່ງກ່າວດ້ວຍຄໍາເວົ້າທີ່ເດັດຂາດ? ເປັນຫຍັງພຣະອົງຈຶ່ງກາຍເປັນເນື້ອໜັງດ້ວຍຕົວເອງໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່? ຈາກພຣະທໍາຂອງພຣະເຈົ້າແມ່ນສາມາດເຫັນເປົ້າໝາຍຂອງພຣະອົງ: ພຣະອົງບໍ່ໄດ້ມາຊ່ວຍຜູ້ຄົນ ຫຼື ເພື່ອສະແດງຄວາມຮັກຕໍ່ພວກເຂົາ ຫຼື ເບິ່ງແຍງພວກເຂົາ ຫຼື ປົກປ້ອງພວກເຂົາ. ພຣະອົງມາເພື່ອຂ້ຽນຕີທຸກຄົນທີ່ຕໍ່ຕ້ານພຣະອົງ. ເພາະພຣະເຈົ້າກ່າວວ່າ: “ບໍ່ມີໃຜສາມາດໜີພົ້ນຈາກການຂ້ຽນຕີຂອງເຮົາໄດ້”. ພຣະເຈົ້າດໍາລົງຊີວິດໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະອົງແມ່ນຄົນທໍາມະດາ ແຕ່ພຣະອົງບໍ່ໃຫ້ອະໄພຜູ້ຄົນ ເນື່ອງຈາກຄວາມອ່ອນແອຂອງພວກເຂົາໃນການທີ່ບໍ່ສາມາດຮູ້ຈັກພຣະອົງຢ່າງເປັນການສ່ວນຕົວ; ກົງກັນຂ້າມ, ພຣະອົງປະນາມມະນຸດຍ້ອນຄວາມຜິດບາບຂອງພວກເຂົາໂດຍໃຊ້ “ບຸກຄົນທໍາມະດາ”, ພຣະອົງເຮັດໃຫ້ທຸກຄົນທີ່ເຫັນເນື້ອໜັງຂອງພຣະອົງເປັນຜູ້ທີ່ຖືກຂ້ຽນຕີ ແລະ ດ້ວຍເຫດນັ້ນ ພວກເຂົາກໍກາຍເປັນສິ່ງສັງເວີຍສໍາລັບທຸກຄົນທີ່ບໍ່ແມ່ນປະຊາຊົນຂອງປະເທດຂອງມັງກອນແດງທີ່ຍິ່ງໃຫຍ່. ແຕ່ນີ້ບໍ່ແມ່ນໜຶ່ງໃນບັນດາເປົ້າໝາຍຫຼັກຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ຫຼັກໆແລ້ວ ພຣະເຈົ້າກາຍເປັນເນື້ອໜັງເພື່ອຕໍ່ສູ້ກັບມັງກອນແດງຜູ້ຍິ່ງໃຫຍ່ໂດຍຢູ່ໃນເນື້ອໜັງ ແລະ ເພື່ອນໍາເອົາຄວາມອັບອາຍມາສູ່ມັນຜ່ານການຕໍ່ສູ້ນີ້. ຍ້ອນອໍານາດທີ່ຍິ່ງໃຫຍ່ຂອງພຣະເຈົ້າມີຄວາມຊັດເຈນຈາກການຕໍ່ສູ້ກັບມັງກອນແດງຜູ້ຍິ່ງໃຫຍ່ຢູ່ໃນເນື້ອໜັງຫຼາຍກວ່າຢູ່ໃນພຣະວິນຍານ, ພຣະເຈົ້າຈຶ່ງຕໍ່ສູ້ໃນເນື້ອໜັງເພື່ອສະແດງໃຫ້ເຫັນເຖິງການກະທໍາ ແລະ ອໍານາດອັນຍິ່ງໃຫຍ່ຂອງພຣະອົງ. ຜູ້ຄົນຈໍານວນນັບບໍ່ຖ້ວນຖືກປະນາມ “ຢ່າງບໍ່ມີຄວາມຜິດ” ໂດຍການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຜູ້ຄົນຈໍານວນນັບບໍ່ຖ້ວນກໍຖືກໂຍນລົງນະຮົກ ແລະ ໂຍນເຂົ້າສູ່ການຂ້ຽນຕີ ແລະ ທົນທຸກຢູ່ໃນເນື້ອໜັງ. ນີ້ແມ່ນການສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທໍາຂອງພຣະເຈົ້າ ແລະ ບໍ່ວ່າຜູ້ຄົນເຫຼົ່ານັ້ນທີ່ຕໍ່ຕ້ານພຣະເຈົ້າຈະປ່ຽນແປງແນວໃດກໍຕາມໃນປັດຈຸບັນ, ອຸປະນິໄສທີ່ຖືກຕ້ອງຂອງພຣະເຈົ້າຈະບໍ່ມີວັນປ່ຽນແປງ. ເມື່ອຖືກປະນາມແລ້ວ ຜູ້ຄົນກໍຈະຖືກປະນາມຕະຫຼອດການ ໂດຍທີ່ບໍ່ມີວັນສາມາດລຸກຂຶ້ນໄດ້ອີກ. ອຸປະນິໄສຂອງມະນຸດບໍ່ສາມາດເປັນຄືກັບອຸປະນິໄສຂອງພຣະເຈົ້າ. ຕໍ່ຜູ້ຄົນທີ່ຕໍ່ຕ້ານພຣະເຈົ້າ ຜູ້ຄົນເປັນຮ້ອນ ແລະ ໜາວ; ພວກເຂົາແກວ່ງຊ້າຍແກວ່ງຂວາ, ບຶດໜຶ່ງຂຶ້ນ, ບຶດໜຶ່ງລົງ; ພວກເຂົາບໍ່ສາມາດຕັ້ງໝັ້ນໄດ້ ໂດຍບາງຄັ້ງກໍກຽດຊັງຜູ້ທີ່ຕໍ່ຕ້ານພຣະເຈົ້າຈົນເຂົ້າກະດູກດໍາຂອງພວກເຂົາ ແລະ ບາງຄັ້ງກໍກອດຄົນເຫຼົ່ານັ້ນຢູ່ໃກ້ໆ. ສະຖານະການໃນປັດຈຸບັນໄດ້ເກີດຂຶ້ນ ຍ້ອນຜູ້ຄົນບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງກ່າວວ່າ: “ບໍ່ວ່າຢ່າງໃດກໍຕາມ ທູດສະຫວັນກໍແມ່ນທູດສະຫວັນ; ບໍ່ວ່າຢ່າງໃດກໍຕາມ ພຣະເຈົ້າກໍແມ່ນພຣະເຈົ້າ; ບໍ່ວ່າຢ່າງໃດກໍຕາມ ຜີສາດກໍແມ່ນຜີສາດ; ຜູ້ທີ່ບໍ່ຊອບທໍາກໍຍັງແມ່ນຜູ້ທີ່ບໍ່ຊອບທໍາ; ແລະ ຜູ້ບໍລິສຸດກໍຍັງແມ່ນຜູ້ບໍລິສຸດ”? ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງນີ້ບໍ? ພຣະເຈົ້າສາມາດຈື່ຜິດໄດ້ບໍ? ສະນັ້ນ, ພຣະເຈົ້າຈຶ່ງກ່າວວ່າ: “ແຕ່ລະຄົນຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ຊອກຫາທາງຂອງພວກເຂົາກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ”. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ໃນປັດຈຸບັນ ພຣະເຈົ້າໄດ້ຈໍາແນກທຸກສິ່ງເປັນປະເພດຂອງພວກມັນແລ້ວ ເພື່ອວ່າມັນຈະບໍ່ແມ່ນ “ໂລກທີ່ບໍ່ມີຂອບເຂດ” ອີກຕໍ່ໄປ ແລະ ຜູ້ຄົນຈະບໍ່ກິນຈາກໝໍ້ໃຫຍ່ໃບດຽວອີກຕໍ່ໄປ ແຕ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງຕົວເອງ ໂດຍທີ່ຫຼິ້ນບົດບາດຂອງພວກເຂົາເອງ. ນີ້ແມ່ນແຜນດັ່ງເດີມຂອງພຣະເຈົ້າໃນເວລາສ້າງໂລກ; ຫຼັງຈາກຖືກແຍກອອກຕາມປະເພດ ຜູ້ຄົນ “ແຕ່ລະຄົນຈະກິນອາຫານຂອງຕົວເອງ” ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເລີ່ມການພິພາກສາ. ດ້ວຍເຫດນັ້ນ ພຣະທໍາເຫຼົ່ານີ້ຈຶ່ງອອກມາຈາກປາກຂອງພຣະເຈົ້າ: “ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ”. ແນ່ນອນຢູ່ແລ້ວວ່າ ນີ້ແມ່ນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນກໍບໍ່ຍາກທີ່ຈະເຂົ້າໃຈ. ພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງໃຫ້ສໍາເລັດ ແລ້ວມະນຸດສາມາດຢືນຂວາງທາງຂອງພາລະກິດຂອງພຣະອົງໄດ້ບໍ? ພຣະເຈົ້າສາມາດຈີກສັນຍາທີ່ສ້າງຂຶ້ນລະຫວ່າງພຣະອົງ ແລະ ມະນຸດໄດ້ບໍ? ຜູ້ໃດສາມາດປ່ຽນແປງສິ່ງທີ່ພຣະວິນຍານຂອງພຣະເຈົ້າໄດ້ປະຕິບັດບໍ? ມະນຸດໃດໜຶ່ງສາມາດເຮັດເຊັ່ນນັ້ນໄດ້ບໍ?

ໃນອະດີດ ຜູ້ຄົນເຂົ້າໃຈກົດເກນໃນພຣະທໍາຂອງພຣະເຈົ້າ: ເມື່ອມີການກ່າວພຣະທໍາຂອງພຣະເຈົ້າ ພຣະທໍາເຫຼົ່ານັ້ນກໍຖືກເຮັດໃຫ້ເປັນຈິງຢ່າງໄວວາ. ບໍ່ມີຜິດໃນສິ່ງນີ້. ໃນເມື່ອພຣະເຈົ້າໄດ້ກ່າວວ່າ ພຣະອົງຈະຂ້ຽນຕີທຸກຄົນ ແລະ ຍິ່ງໄປກວ່ານັ້ນ ໃນເມື່ອພຣະອົງໄດ້ອອກກົດບັນຍັດແຫ່ງການບໍລິຫານຂອງພຣະອົງ ຈຶ່ງສາມາດເຫັນໄດ້ວ່າ ພາລະກິດຂອງພຣະເຈົ້າໄດ້ຖືກປະຕິບັດເຖິງຂັ້ນຕອນໃດໜຶ່ງແລ້ວ. ກົດບັນຍັດທີ່ໄດ້ວາງອອກກັບທຸກຄົນແມ່ນກ່າວເຖິງຊີວິດຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ສິ່ງນີ້ບໍ່ໄດ້ເຂົ້າເຖິງຕົ້ນຕໍ; ສິ່ງນີ້ບໍ່ໄດ້ກ່າວວ່າ ມີການອີງໃສ່ການກໍານົດລ່ວງໜ້າຂອງພຣະເຈົ້າ ແຕ່ອີງໃສ່ພຶດຕິກໍາຂອງມະນຸດໃນເວລານັ້ນ. ກົດບັນຍັດແຫ່ງການບໍລິຫານຂອງປັດຈຸບັນແມ່ນພິເສດ ແລະ ສິ່ງເຫຼົ່ານັ້ນກ່າວເຖິງວິທີທີ່ “ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ”. ຖ້າບໍ່ມີການອ່ານຢ່າງຕັ້ງໃຈກໍຈະບໍ່ສາມາດຊອກເຫັນບັນຫາໃນສິ່ງນີ້. ຍ້ອນໃນຊ່ວງຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າແຍກທຸກສິ່ງຕາມປະເພດຂອງພວກມັນ ເຊິ່ງພາຍຫຼັງທີ່ໄດ້ອ່ານສິ່ງນີ້ ຄົນສ່ວນໃຫຍ່ກໍຍັງງົງ ແລະ ສັບສົນ; ພວກເຂົາຍັງມີທັດສະນະຄະຕິທີ່ບໍ່ກະຕືລືລົ້ນ ໂດຍບໍ່ເຫັນຄວາມຮີບດ່ວນຂອງເວລາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ເອົາສິ່ງນີ້ເປັນການຕັກເຕືອນ. ໃນຈຸດນີ້ ເປັນຫຍັງກົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າ ເຊິ່ງຖືກປະກາດຕໍ່ຈັກກະວານທັງໝົດຈຶ່ງຖືກນໍາສະແດງອອກຕໍ່ມະນຸດ? ຜູ້ຄົນເຫຼົ່ານີ້ເປັນຕົວແທນຂອງທຸກສິ່ງທົ່ວຈັກກະວານບໍ? ໃນທີ່ສຸດ ພຣະເຈົ້າສາມາດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ຫຼາຍຂຶ້ນບໍ? ຜູ້ຄົນເຫຼົ່ານີ້ມີສອງຫົວບໍ? ເມື່ອພຣະເຈົ້າຂ້ຽນຕີຜູ້ຄົນທົ່ວຈັກກະວານທັງປວງ ແລະ ເມື່ອຄວາມຫາຍຍະນະທຸກຮູບແບບໂຈມຕີ, ການປ່ຽນແປງກໍຈະເກີດຂຶ້ນໃນດວງຕາເວັນ ແລະ ດວງເດືອນ ເນື່ອງຈາກຄວາມຫາຍຍະນະເຫຼົ່ານີ້ ແລະ ເມື່ອຄວາມຫາຍຍະນະເຫຼົ່ານີ້ສິ້ນສຸດລົງ ດວງຕາເວັນ ແລະ ດວງເດືອນກໍຈະຖືກປ່ຽນແປງ ແລະ ນີ້ແມ່ນເອີ້ນວ່າ: “ການປ່ຽນແປງ”. ມັນພຽງພໍທີ່ຈະເວົ້າວ່າ ໄພພິບັດໃນອະນາຄົດຈະຮ້າຍແຮງ. ກາງຄືນອາດມາແທນກາງເວັນ, ດວງຕາເວັນອາດຈະບໍ່ປາກົດເປັນເວລາໜຶ່ງປີ, ອາດຈະມີຄວາມຮ້ອນທີ່ເຜົາໄໝ້ເປັນເວລາຫຼາຍເດືອນ, ເດືອນແຮມອາດຈະຢູ່ກັບມະນຸດຕະຫຼອດ, ສະພາບທີ່ແປກປະຫຼາດຂອງດວງຕາເວັນ ແລະ ດວງເດືອນທີ່ຂຶ້ນພ້ອມກັນອາດຈະປາກົດມີ ແລະ ອື່ນໆ. ໃນທີ່ສຸດແລ້ວ ຫຼັງຈາກການປ່ຽນແປງທີ່ໝູນວຽນໄປມາ ພ້ອມກັບການເວລາທີ່ຜ່ານໄປ, ສິ່ງເຫຼົ່ານັ້ນຈະຖືກສ້າງຂຶ້ນໃໝ່. ພຣະເຈົ້າເອົາໃຈໃສ່ເປັນພິເສດກັບການຈັດແຈງຂອງພຣະອົງສໍາລັບຜູ້ທີ່ເປັນຄົນຂອງຜີສາດຮ້າຍ. ສະນັ້ນ, ພຣະອົງຈຶ່ງຕັ້ງໃຈກ່າວວ່າ: “ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ”. ກ່ອນ “ຜູ້ຄົນ” ເຫຼົ່ານີ້ຈະໄດ້ສະແດງທາດແທ້ຂອງພວກເຂົາ ພຣະເຈົ້າແມ່ນໄດ້ໃຊ້ພວກເຂົາມາຕະຫຼອດ ເພື່ອໃຫ້ເຮັດການບໍລິການ; ດ້ວຍເຫດນັ້ນ ພຣະອົງຈຶ່ງບໍ່ສົນໃຈກັບການກະທໍາຂອງພວກເຂົາ, ພຣະອົງບໍ່ໃຫ້ “ລາງວັນ” ແກ່ພວກເຂົາເມື່ອພວກເຂົາເຮັດດີ ຫຼື ພຣະອົງຕັດ “ຄ່າຈ້າງ” ຂອງພວກເຂົາເມື່ອພວກເຂົາເຮັດບໍ່ດີ. ເພາະສະນັ້ນ ພຣະອົງຈຶ່ງບໍ່ເອົາໃຈໃສ່ພວກເຂົາ ແລະ ເມີນເສີຍຕໍ່ພວກເຂົາ. ພຣະອົງບໍ່ໄດ້ປ່ຽນແປງທັນທີຍ້ອນ “ຄວາມດີ” ຂອງພວກເຂົາ ເນື່ອງຈາກວ່າ ທາດແທ້ຂອງມະນຸດບໍ່ປ່ຽນແປງ ບໍ່ວ່າຈະໃນເວລາໃດ ຫຼື ຢູ່ບ່ອນໃດກໍຕາມ ຄືກັນກັບສັນຍາທີ່ສ້າງຂຶ້ນລະຫວ່າງພຣະເຈົ້າກັບມະນຸດ ແລະ ຄືດັ່ງທີ່ມະນຸດກ່າວວ່າ: “ຈະບໍ່ມີການປ່ຽນແປງເຖິງແມ່ນວ່າທະເລຈະແຫ້ງ ແລະ ຫີນຈະແຕກເປັນກ້ອນນ້ອຍໆ”. ສະນັ້ນ, ພຣະເຈົ້າພຽງແຕ່ຈັດຜູ້ຄົນເຫຼົ່ານັ້ນຕາມປະເພດຂອງພວກເຂົາ ແລະ ບໍ່ມີຄວາມພ້ອມທີ່ຈະເອົາໃຈໃສ່ພວກເຂົາ. ຈາກເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ, ຜີສາດຮ້າຍບໍ່ເຄີຍປະພຶດຕົນຢ່າງດີ. ມັນສ້າງຄວາມລົບກວນ, ຄວາມກໍ່ກວນ ແລະ ຄວາມຂັດແຍ້ງຕະຫຼອດ. ເມື່ອພຣະເຈົ້າກະທໍາການ ຫຼື ກ່າວ ຜີສາດຮ້າຍກໍຈະພະຍາຍາມເຂົ້າຮ່ວມຕະຫຼອດ ແຕ່ພຣະເຈົ້າກໍບໍ່ສົນໃຈມັນ. ເມື່ອກ່າວເຖິງຜີສາດຮ້າຍ ຄວາມໂມໂຫຂອງພຣະເຈົ້າກໍຫຼັ່ງໄຫຼອອກມາ ເຊິ່ງບໍ່ສາມາດຢັບຢັ້ງໄດ້; ຍ້ອນພວກເຂົາບໍ່ແມ່ນຈິດວິນຍານດຽວ, ສະນັ້ນ ຈຶ່ງບໍ່ມີຄວາມກ່ຽວຂ້ອງກັນ ໂດຍມີແຕ່ຄວາມເຫີນຫ່າງ ແລະ ການແບ່ງແຍກເທົ່ານັ້ນ. ຫຼັງຈາກການເປີດເຜີຍຕາປະທັບທັງເຈັດ ສະພາບຂອງແຜ່ນດິນໂລກກໍຮ້າຍແຮງຂຶ້ນຕະຫຼອດ ແລະ ທຸກສິ່ງ “ເດີນໜ້າຢ່າງຄຽງບ່າຄຽງໄຫຼ່ພ້ອມກັບຕາປະທັບທັງເຈັດ” ໂດຍບໍ່ໄດ້ຫ່າງໄກແມ່ນແຕ່ໜ້ອຍດຽວ. ຕະຫຼອດພຣະທໍາຂອງພຣະເຈົ້າ, ພຣະເຈົ້າເຫັນຜູ້ຄົນມຶນເມົາ, ພວກເຂົາບໍ່ຕື່ນຕົວເລີຍ. ເພື່ອໄປຮອດຈຸດທີ່ສູງກວ່າເກົ່າ ເພື່ອປຸກກໍາລັງຂອງທຸກຄົນ ແລະ ຍິ່ງໄປກວ່ານັ້ນ ເພື່ອເຮັດໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດໃນຈຸດສູງສຸດຂອງພາລະກິດ, ພຣະເຈົ້າຈຶ່ງໄດ້ຖາມຄໍາຖາມຈໍານວນໜຶ່ງກັບຜູ້ຄົນ ຄືກັບວ່າ ເປັນການສູບລົມເຂົ້າທ້ອງຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພຣະອົງກໍຈະໄດ້ເຕີມເຕັມທຸກຄົນ. ຍ້ອນຜູ້ຄົນເຫຼົ່ານີ້ບໍ່ມີວຸດທິພາວະທີ່ແທ້ຈິງ, ອີງຕາມສະຖານະການຕົວຈິງ ຜູ້ທີ່ຖືກສູບລົມໃສ່ຈຶ່ງແມ່ນສິນຄ້າທີ່ໄດ້ມາດຕະຖານ ໃນຂະນະທີ່ຜູ້ທີ່ບໍ່ໄດ້ຖືກສູບລົມໃສ່ແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ. ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເປົ້າໝາຍຂອງວິທີການທີ່ພຣະເຈົ້າກ່າວ. ໂດຍສະເພາະແລ້ວ ເມື່ອພຣະເຈົ້າກ່າວວ່າ: “ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ ເຮົາບໍ່ໄດ້ເປັນຄືກັນກັບຕອນທີ່ເຮົາຢູ່ໃນສະຫວັນ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ສະຫວັນ ເຮົາບໍ່ສາມາດລົງມາເທິງແຜ່ນດິນໂລກ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາບໍ່ສົມຄວນເກີດໃນສະຫວັນ?” ເຊິ່ງຄໍາຖາມເຫຼົ່ານີ້ແມ່ນເປັນເສັ້ນທາງທີ່ແຈ່ມແຈ້ງໃນການທີ່ມະນຸດອາດຈະຮູ້ຈັກພຣະເຈົ້າ. ຈາກພຣະທໍາຂອງພຣະເຈົ້າ ຈະເຫັນຄວາມປະສົງອັນຮີບດ່ວນຂອງພຣະອົງ; ຜູ້ຄົນບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ພຣະເຈົ້າກໍໄດ້ເພີ່ມເງື່ອນໄຂຊໍ້າແລ້ວຊໍ້າອີກ, ດ້ວຍເຫດນັ້ນ ຈຶ່ງເປັນການເຕືອນທຸກຄົນໃຫ້ຮູ້ຈັກພຣະເຈົ້າແຫ່ງສະຫວັນທີ່ຢູ່ເທິງແຜ່ນດິນໂລກ ແລະ ໃຫ້ຮູ້ຈັກພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ດໍາລົງຊີວິດຢູ່ເທິງແຜ່ນດິນໂລກ.

ຈາກພຣະທໍາຂອງພຣະເຈົ້າແມ່ນສາມາດເຫັນສະພາບຂອງມະນຸດ: “ມະນຸດທຸກຄົນໃຊ້ຄວາມພະຍາຍາມໃນພຣະທຳຂອງເຮົາ, ດຳເນີນການສືບສວນຂອງພວກເຂົາເອງໃນຮູບຮ່າງພາຍນອກຂອງເຮົາ, ແຕ່ພວກເຂົາກໍລ້ວນແລ້ວແຕ່ພົບກັບຄວາມລົ້ມເຫຼວ ໂດຍທີ່ຄວາມພະຍາຍາມຂອງພວກເຂົາບໍ່ມີໝາກຜົນຫຍັງເລີຍ ແລະ ກົງກັນຂ້າມ ພວກເຂົາຖືກຕີໃຫ້ລົ້ມດ້ວຍພຣະທຳຂອງເຮົາ ແລະ ບໍ່ກ້າລຸກຂຶ້ນອີກເລີຍ”. ຜູ້ໃດສາມາດເຂົ້າໃຈຄວາມໂສກເສົ້າຂອງພຣະເຈົ້າແດ່? ຜູ້ໃດສາມາດປອບໃຈພຣະເຈົ້າບໍ່? ຜູ້ໃດຍອມເຮັດຕາມໃຈພຣະເຈົ້າໃນສິ່ງທີ່ພຣະອົງຂໍບໍ່? ເມື່ອຜູ້ຄົນບໍ່ໄດ້ຮັບໝາກຜົນ ພວກເຂົາກໍປະຕິເສດຕົວເອງ ແລະ ຍອມຮັບເອົາການປັ້ນແຕ່ງຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອພວກເຂົາສະແດງໃຫ້ເຫັນເຖິງຫົວໃຈທີ່ແທ້ຈິງຂອງພວກເຂົາ, ແຕ່ລະຄົນກໍຖືກແຍກອອກຕາມປະເພດຂອງພວກເຂົາເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ຈຶ່ງເຫັນໄດ້ວ່າ ທາດແທ້ຂອງທູດສະຫວັນຄືການເຊື່ອຟັງທັງໝົດຕໍ່ພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງກ່າວວ່າ: “ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ”. ເມື່ອພາລະກິດຂອງພຣະເຈົ້າຮອດຂັ້ນຕອນນີ້ ທຸກຢ່າງກໍຈະໄດ້ສໍາເລັດລົງ. ປາກົດວ່າ ພຣະເຈົ້າບໍ່ໄດ້ກ່າວຫຍັງກ່ຽວກັບການທີ່ພຣະອົງເປັນຕົວຢ່າງໃຫ້ກັບລູກຊາຍ ແລະ ປະຊາຊົນຂອງພຣະອົງ, ແຕ່ກົງກັນຂ້າມ ແມ່ນໄດ້ສຸມໃສ່ການເຮັດໃຫ້ທຸກຄົນສະແດງຮູບຮ່າງດັ່ງເດີມຂອງພວກເຂົາ. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາເຫຼົ່ານີ້ບໍ?

ກ່ອນນີ້: ບົດທີ 24 ແລະ 25

ຕໍ່ໄປ: ບົດທີ 27

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້