ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 27

ໃນປະຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ຮອດຈຸດສຸດຍອດ ເຊິ່ງຖ້າຈະວ່າໄປແລ້ວ ພາກສ່ວນທີສອງຂອງຍຸກແຫ່ງການພິພາກສາແມ່ນໄດ້ຮອດຈຸດສູງສຸດແລ້ວ. ແຕ່ນັ້ນບໍ່ແມ່ນຈຸດທີ່ສູງທີ່ສຸດ. ນະເວລານີ້ ນໍ້າສຽງຂອງພຣະເຈົ້າໄດ້ປ່ຽນໄປ ເຊິ່ງບໍ່ແມ່ນການເຍາະເຍີ້ຍ ແລະ ບໍ່ແມ່ນຕະຫຼົກ ແລະ ບໍ່ໄດ້ຟາດຕີ ຫຼື ສາບແຊ່ງ; ພຣະເຈົ້າໄດ້ຫຼຸດນໍ້າສຽງຂອງພຣະທໍາຂອງພຣະອົງລົງ. ດຽວນີ້ ພຣະເຈົ້າເລີ່ມ “ແລກປ່ຽນຄວາມຮູ້ສຶກ” ກັບມະນຸດ. ພຣະເຈົ້າທັງສືບຕໍ່ພາລະກິດຂອງຍຸກແຫ່ງການພິພາກສາ ແລະ ເປີດເສັ້ນທາງຂອງໝວດຕໍ່ໄປຂອງພາລະກິດ ເພື່ອວ່າ ທຸກໝວດຂອງພາລະກິດຂອງພຣະອົງຈະກ່ຽວພັນກັນ. ໃນດ້ານໜຶ່ງ, ພຣະອົງເວົ້າກ່ຽວກັບ “ຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກຂອງມະນຸດ” ແລະ ໃນອີກດ້ານ ພຣະອົງເວົ້າວ່າ “ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ ເຊິ່ງທັງສອງຢ່າງໄດ້ກະຕຸ້ນປະຕິກິລິຍາໃນໃຈຂອງຜູ້ຄົນ ແລະ ດົນໃຈແມ່ນແຕ່ຜູ້ທີ່ໃຈດໍາທີ່ສຸດໃນບັນດາພວກເຂົາ. ເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາເຫຼົ່ານີ້ ໂດຍຕົ້ນຕໍແລ້ວແມ່ນເພື່ອເຮັດໃຫ້ທຸກຄົນລົ້ມລົງຢູ່ຕໍ່ໜ້າພຣະເຈົ້າ ໂດຍບໍ່ມີຮ່ອງຮອຍ ເຊິ່ງໃນທີ່ສຸດແລ້ວ ແລະ ຫຼັງຈາກນັ້ນເທົ່ານັ້ນ “ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ”. ຄວາມຮູ້ກ່ຽວກັບພຣະເຈົ້າຂອງຜູ້ຄົນໃນຍຸກນີ້ຍັງແມ່ນຜິວເຜີນໂດຍສິ້ນເຊີງ, ມັນບໍ່ແມ່ນຄວາມຮູ້ທີ່ແທ້ຈິງ. ເຖິງວ່າ ພວກເຂົາຈະພະຍາຍາມຢ່າງໜັກເທົ່າທີ່ພວກເຂົາຈະສາມາດ ແຕ່ພວກເຂົາກໍບໍ່ສາມາດບັນລຸຄວາມປະສົງຂອງພຣະເຈົ້າໄດ້; ໃນປະຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ຮອດຈຸດສຸດຍອດແລ້ວ ແຕ່ຜູ້ຄົນຍັງຢູ່ໃນຂັ້ນຕອນຕົ້ນໆ ແລະ ດ້ວຍເຫດນີ້ ຈຶ່ງບໍ່ສາມາດເຂົ້າສູ່ພຣະວັດຈະນະແຫ່ງປະຈຸບັນ ເຊິ່ງສະແດງໃຫ້ເຫັນວ່າ ພຣະເຈົ້າ ແລະ ມະນຸດແມ່ນແຕກຕ່າງຄືກັນກັບສໍຂາວ ແລະ ເນີຍ. ໂດຍອີງໃສ່ສິ່ງນີ້ ເມື່ອພຣະທໍາຂອງພຣະເຈົ້າສິ້ນສຸດລົງ ຜູ້ຄົນຈະສາມາດບັນລຸມາດຕະຖານຕໍ່າສຸດຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນວິທີການທີ່ພຣະເຈົ້າເຮັດພາລະກິດໃນຜູ້ຄົນເຫຼົ່ານີ້ ທີ່ຖືກມັງກອນແດງທີ່ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຕ້ອງເຮັດພາລະກິດ ເພື່ອໃຫ້ບັນລຸຜົນທີ່ເໝາະສົມ. ຜູ້ຄົນຂອງຄຣິສຕະຈັກໃຫ້ຄວາມສົນໃຈໜ້ອຍໜຶ່ງຕໍ່ພຣະທໍາຂອງພຣະເຈົ້າ ແຕ່ເຈດຕະນາຂອງພຣະເຈົ້າກໍຄື ພວກເຂົາອາດຈະຮູ້ຈັກພຣະເຈົ້າໃນພຣະທໍາຂອງພຣະອົງ. ມັນບໍ່ແຕກຕ່າງກັນບໍ? ຢ່າງໃດກໍຕາມ, ໃນສະຖານະການປະຈຸບັນ ພຣະເຈົ້າແມ່ນບໍ່ໄດ້ສົນໃຈຄວາມອ່ອນແອຂອງມະນຸດອີກຕໍ່ໄປ ແລະ ສືບຕໍ່ເວົ້າໂດຍບໍ່ຄໍານຶງວ່າ ຜູ້ຄົນຈະສາມາດຍອມຮັບພຣະທໍາຂອງພຣະອົງ ຫຼື ບໍ່. ຕາມເຈດຕະນາຂອງພຣະອົງ, ເມື່ອພຣະທໍາຂອງພຣະອົງສິ້ນສຸດລົງກໍຈະເປັນເວລາທີ່ພາລະກິດຂອງພຣະອົງເທິງແຜ່ນດິນໂລກສໍາເລັດ. ແຕ່ພາລະກິດນີ້ແມ່ນຄືກັບໃນອະດີດ. ເມື່ອພຣະວັດຈະນະຂອງພຣະເຈົ້າສິ້ນສຸດລົງກໍຈະບໍ່ມີໃຜຮູ້; ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງກໍຈະບໍ່ມີໃຜຮູ້; ແລະ ເມື່ອຮູບຮ່າງຂອງພຣະເຈົ້າປ່ຽນກໍຈະບໍ່ມີໃຜຮູ້. ສິ່ງດັ່ງກ່າວແມ່ນສະຕິປັນຍາຂອງພຣະເຈົ້າ. ເພື່ອຫຼີກລ່ຽງການກ່າວຫາໃດໜຶ່ງຈາກຊາຕານ ແລະ ການແຊກແຊງໃດໜື່ງຈາກກອງກໍາລັງທີ່ບໍ່ເປັນມິດ, ພຣະເຈົ້າແມ່ນເຮັດພາລະກິດໂດຍບໍ່ໃຫ້ໃຜຮູ້ ແລະ ໃນເວລານີ້ກໍຈະບໍ່ມີປະຕິກິລິຍາໃນທ່າມກາງມະນຸດເທິງແຜ່ນດິນໂລກ. ເຖິງວ່າ ສັນຍາລັກຂອງການປ່ຽນຮູບຂອງພຣະເຈົ້າແມ່ນຄັ້ງໜຶ່ງເຄີຍຖືກກ່າວເຖິງ ແຕ່ບໍ່ມີໃຜສາມາດເຫັນສິ່ງນີ້ ເນື່ອງຈາກມະນຸດໄດ້ລືມບັນຫານີ້ ແລະ ເຂົາກໍບໍ່ໄດ້ສົນໃຈໃນສິ່ງນີ້. ຍ້ອນການໂຈມຕີຈາກທັງພາຍໃນ ແລະ ພາຍນອກ ກໍຄືຄວາມພິນາດຂອງໂລກພາຍນອກ ແລະ ພຣະທໍາຂອງພຣະເຈົ້າທີ່ເຜົາໄໝ້ ແລະ ທີ່ຊໍາລະລ້າງ ຜູ້ຄົນຈຶ່ງບໍ່ເຕັມໃຈເຮັດວຽກໜັກເພື່ອພຣະເຈົ້າອີກຕໍ່ໄປ ເພາະພວກເຂົາຫຍຸ້ງກັບທຸລະຂອງຕົວເອງຫຼາຍ. ເມື່ອທຸກຄົນປະຕິເສດຄວາມຮູ້ ແລະ ສະແຫວງຫາອະດີດ, ເມື່ອທຸກຄົນໄດ້ເຫັນຕົວເອງຢ່າງຊັດເຈນ, ພວກເຂົາກໍຈະລົ້ມເຫຼວ ແລະ ຕົວຕົນຂອງພວກເຂົາເອງຈະບໍ່ມີບ່ອນໃນໃຈຂອງພວກເຂົາອີກຕໍ່ໄປ. ຫຼັງຈາກນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະປາດຖະໜາເຖິງພຣະທໍາຂອງພຣະເຈົ້າຢ່າງຈິງໃຈ, ຫຼັງຈາກນັ້ນເທົ່ານັ້ນ ພຣະທໍາຂອງພຣະເຈົ້າຈຶ່ງຈະມີບ່ອນໃນໃຈຂອງພວກເຂົາຢ່າງແທ້ຈິງ ແລະ ຫຼັງຈາກນັ້ນເທົ່ານັ້ນ ພຣະທໍາເຫຼົ່ານີ້ຈຶ່ງຈະກາຍເປັນແຫຼ່ງທີ່ມາຂອງການມີຢູ່ຂອງພວກເຂົາ ແລະ ນະຊ່ວງເວລານີ້ ຄວາມປະສົງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສໍາເລັດ. ແຕ່ຜູ້ຄົນໃນປະຈຸບັນແມ່ນຫ່າງໄກຈາກສິ່ງນັ້ນຫຼາຍ. ພວກເຂົາບາງຄົນເກືອບຈະບໍ່ເຄື່ອນໄຫວແມ່ນແຕ່ນິ້ວ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ ນີ້ແມ່ນ “ຄວາມຜິດຊໍ້າຊາກ”.

ພຣະທໍາທັງໝົດຂອງພຣະເຈົ້າແມ່ນມີຫຼາຍຄໍາຖາມ. ເປັນຫຍັງພຣະເຈົ້າຈຶ່ງມີແຕ່ຖາມຄໍາຖາມດັ່ງກ່າວ? “ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກັບໃຈ ແລະ ເກີດໃໝ່ໄດ້? ເປັນຫຍັງຜູ້ຄົນຈຶ່ງເຕັມໃຈທີ່ຈະດຳລົງຊີວິດຢູ່ໃນບຶງຕະຫຼອດໄປ ແທນທີ່ຈະຢູ່ໃນບ່ອນທີ່ປາສະຈາກຂີ້ຕົມ? …” ໃນອະດີດ ພຣະເຈົ້າໄດ້ເຮັດພາລະກິດດ້ວຍວິທີການຊີ້ໃຫ້ເຫັນສິ່ງຕ່າງໆໂດຍກົງ ຫຼື ການເປີດເຜີຍໂດຍກົງ. ແຕ່ຫຼັງຈາກຜູ້ຄົນໄດ້ທົນທຸກກໍາຄວາມເຈັບປວດທີ່ຫຼວງຫຼາຍ ເຊິ່ງດ້ວຍເຫດນັ້ນ ພຣະເຈົ້າກໍບໍ່ໄດ້ເວົ້າໂດຍກົງ. ໃນດ້ານໜຶ່ງ, ຜູ້ຄົນແມ່ນເຫັນຄວາມບົກຜ່ອງຂອງຕົວເອງໃນຄໍາຖາມເຫຼົ່ານີ້ ແລະ ໃນອີກດ້ານ ພວກເຂົາແມ່ນເຂົ້າໃຈເຖິງເສັ້ນທາງໃນການປະຕິບັດ. ຍ້ອນທຸກຄົນມັກທີ່ຈະເພີດເພີນກັບໝາກຜົນຈາກການອອກແຮງງານຂອງຜູ້ອື່ນ ພຣະເຈົ້າຈຶ່ງເວົ້າໃຫ້ເໝາະກັບເງື່ອນໄຂຂອງພວກເຂົາ ໂດຍໃຫ້ຫົວຂໍ້ໃຫ້ພວກເຂົາໄຕ່ຕອງ ເພື່ອວ່າ ພວກເຂົາຈະສາມາດໄຕ່ຕອງສິ່ງເຫຼົ່ານັ້ນ. ນີ້ແມ່ນແງ່ມຸມໜຶ່ງຂອງຄວາມສໍາຄັນຂອງຄໍາຖາມຂອງພຣະເຈົ້າ. ໂດຍທໍາມະຊາດແລ້ວ ນີ້ບໍ່ແມ່ນຄວາມສໍາຄັນຂອງບາງຄໍາຖາມຂອງພຣະອົງ ເຊັ່ນຍົກຕົວຢ່າງ: ເປັນໄປໄດ້ບໍ ທີ່ເຮົາໄດ້ປະຕິບັດບໍ່ດີກັບພວກເຂົາ? ເປັນໄປໄດ້ບໍ ທີ່ເຮົາໄດ້ຊີ້ນໍາພວກເຂົາໄປໃນທິດທາງທີ່ຜິດ? ເປັນໄປໄດ້ບໍ ທີ່ເຮົາໄດ້ນໍາພາພວກເຂົາໄປສູ່ນາຮົກ? ຄໍາຖາມແບບນີ້ຊີ້ໃຫ້ເຫັນແນວຄວາມຄິດໃນສ່ວນເລິກຂອງໃຈຂອງມະນຸດ. ເຖິງວ່າ ປາກຂອງພວກເຂົາຈະບໍ່ເວົ້າມັນ ແຕ່ກໍບໍ່ມີຂໍ້ສົງໄສໃນໃຈຂອງພວກເຂົາ ແລະ ພວກເຂົາເຊື່ອວ່າ ພຣະທໍາຂອງພຣະເຈົ້າໄດ້ສະແດງໃຫ້ເຫັນພວກເຂົາວ່າ ບໍ່ມີປະໂຫຍດຫຍັງ. ໂດຍທໍາມະຊາດແລ້ວ ຜູ້ຄົນດັ່ງກ່າວບໍ່ຮູ້ຈັກຕົວເອງ ແຕ່ໃນທີ່ສຸດແລ້ວ ພວກເຂົາຈະຍອມຮັບຄວາມພ່າຍແພ້ຈາກພຣະທໍາຂອງພຣະເຈົ້າ ເຊິ່ງນີ້ແມ່ນສິ່ງທີ່ຫຼີກລ່ຽງບໍ່ໄດ້. ຫຼັງຈາກຄໍາຖາມເຫຼົ່ານີ້ ພຣະເຈົ້າຍັງເວົ້າວ່າ “ເຮົາຈະທຳລາຍບັນດາປະຊາຊາດໃຫ້ກາຍເປັນເສດສ່ວນນ້ອຍໆ, ຍິ່ງໄປກວ່ານັ້ນ ສໍາລັບຄອບຄົວຂອງມະນຸດແມ່ນບໍ່ຕ້ອງເອີ່ຍເຖິງເລີຍ”. ເມື່ອຜູ້ຄົນຍອມຮັບຊື່ຂອງພຣະເຈົ້າ, ທຸກຊາດຈະສັ່ນສະເທືອນ ເຊິ່ງດ້ວຍເຫດນັ້ນ ຜູ້ຄົນຈະປ່ຽນຄວາມຄິດຂອງພວກເຂົາເທື່ອລະໜ້ອຍ ແລະ ໃນຄອບຄົວ ຄວາມສໍາພັນລະຫວ່າງພໍ່ ແລະ ລູກຊາຍ, ແມ່ ແລະ ລູກສາວ ຫຼື ຜົວ ແລະ ເມຍກໍຈະໝົດໄປ. ຍິ່ງໄປກວ່ານັ້ນ ຄວາມສໍາພັນລະຫວ່າງຜູ້ຄົນໃນຄອບຄົວຍິ່ງຈະຫ່າງເຫີນ; ພວກເຂົາຈະຮ່ວມກັບຄອບຄົວທີ່ຍິ່ງໃຫຍ່ ແລະ ຄວາມສະໝໍ່າສະເໝີຂອງຊີວິດຂອງເກືອບທຸກຄອບຄົວຈະຖືກຈີກແຍກຈາກກັນ. ຍ້ອນສິ່ງນີ້ ແນວຄວາມຄິດຂອງຄອບຄົວໃນໃຈຂອງຜູ້ຄົນຈະບໍ່ແຈ່ມແຈ້ງຍິ່ງຂຶ້ນ.

ໃນພຣະທໍາຂອງພຣະເຈົ້າແຫ່ງປະຈຸບັນ ເປັນຫຍັງຫຼາຍຢ່າງຈຶ່ງຖືກອຸທິດຕໍ່ “ການແລກປ່ຽນຄວາມຮູ້ສຶກ” ກັບຜູ້ຄົນ? ໂດຍທໍາມະຊາດແລ້ວ ນີ້ກໍຍັງເພື່ອບັນລຸຜົນທີ່ເປັນຮູບປະທໍາ: ສະແດງເຖິງວິທີທີ່ໃຈຂອງພຣະເຈົ້າເຕັມໄປດ້ວຍຄວາມກັງວົນໃຈ. ພຣະເຈົ້າເວົ້າວ່າ “ເມື່ອເຮົາໂສກເສົ້າ ແມ່ນໃຜສາມາດປອບໃຈເຮົາດ້ວຍຫົວໃຈຂອງພວກເຂົາໄດ້?” ພຣະເຈົ້າເວົ້າພຣະທໍາເຫຼົ່ານີ້ຍ້ອນໃຈຂອງພຣະອົງແມ່ນພ່າຍແພ້ຕໍ່ຄວາມໂສກເສົ້າ. ຍ້ອນຜູ້ຄົນບໍ່ສາມາດມອບທຸກຄວາມເອົາໃຈໃສ່ໃຫ້ແກ່ຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາໄຮ້ສິນທໍາຕະຫຼອດ ແລະ ກໍບໍ່ສາມາດຄວາມຄຸມຕົວເອງ. ພວກເຂົາເຮັດຕາມທີ່ພວກເຂົາມັກ; ຍ້ອນພວກເຂົາຊ້າຫຼາຍ ແລະ ພວກເຂົາໃຫ້ອະໄພຕົວເອງຕະຫຼອດ ແລະ ບໍ່ເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າ. ແຕ່ຍ້ອນວ່າ ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຈົນຮອດປະຈຸບັນ ແລະ ບໍ່ສາມາດປົດປ່ອຍຕົວເອງ ພຣະເຈົ້າຈຶ່ງເວົ້າວ່າ: “ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ?” ຜູ້ຄົນດໍາລົງຊີວິດໃນເນື້ອໜັງ ກໍຄືໃນປາກຂອງໝາປ່າທີ່ຫິວໂຫຍ. ຍ້ອນສິ່ງນີ້ ແລະ ຍ້ອນຜູ້ຄົນບໍ່ມີການຮັບຮູ້ຕົວເອງ ແລະ ຍອມຕາມໃຈຕົວເອງຕະຫຼອດ ແລະ ຍອມຈໍານົນຕໍ່ສິ່ງມຶນເມົາ ພຣະເຈົ້າຈຶ່ງບໍ່ສາມາດຊ່ວຍໄດ້ ນອກຈາກກັງວົນໃຈ. ດ້ວຍເຫດນັ້ນ ຍິ່ງພຣະເຈົ້າເຕືອນຜູ້ຄົນ ພວກເຂົາກໍຍິ່ງຮູ້ສຶກດີຂຶ້ນໃນໃຈຂອງພວກເຂົາ ແລະ ພວກເຂົາກໍຍິ່ງເຕັມໃຈພົວພັນກັບພຣະເຈົ້າຫຼາຍຂຶ້ນ. ຫຼັງຈາກນັ້ນເທົ່ານັ້ນ ມະນຸດ ແລະ ພຣະເຈົ້າຈຶ່ງເຂົ້າກັນໄດ້ ໂດຍທີ່ບໍ່ມີຄວາມແບ່ງແຍກ ຫຼື ຄວາມຫ່າງເຫີນລະຫວ່າງພວກເຂົາ. ໃນປະຈຸບັນ ມວນມະນຸດທັງໝົດແມ່ນລໍຖ້າການມາເຖິງຂອງມື້ຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມວນມະນຸດຈຶ່ງບໍ່ເຄີຍເຄື່ອນໄປທາງໜ້າ. ແຕ່ພຣະເຈົ້າກໍເວົ້າວ່າ: “ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ”. ເວົ້າອີກແບບໜຶ່ງກໍຄື ເມື່ອພຣະເຈົ້າປ່ຽນຮູບຮ່າງຂອງພຣະອົງ, ທິດຕາເວັນອອກກໍຈະໄດ້ຮັບແສງກ່ອນ ແລະ ປະເທດຂອງທິດຕາເວັນອອກກໍຈະເປັນປະເທດທໍາອິດທີ່ຈະເຂົ້າມາແທນ ເຊິ່ງຫຼັງຈາກນັ້ນ ປະເທດທີ່ເຫຼືອຈະຖືກສ້າງໃໝ່ຈາກທິດໃຕ້ຫາທິດເໜືອ. ນີ້ແມ່ນລໍາດັບ ແລະ ທຸກສິ່ງຈະເປັນໄປຕາມພຣະທໍາຂອງພຣະເຈົ້າ ແລະ ເມື່ອໄລຍະນີ້ສິ້ນສຸດລົງ ທຸກຄົນກໍຈະເຫັນ. ພຣະເຈົ້າແມ່ນເຮັດພາລະກິດຕາມລໍາດັບນີ້. ເມື່ອພວກເຂົາເຫັນມື້ນີ້ ຜູ້ຄົນກໍຈະດີໃຈຫຼາຍ. ສາມາດເຫັນໄດ້ຈາກເຈດຕະນາທີ່ຮີບດ່ວນຂອງພຣະເຈົ້າ ມື້ນີ້ຈຶ່ງບໍ່ໄດ້ຢູ່ໄກອອກໄປ.

ໃນພຣະທໍາແຫ່ງປະຈຸບັນ ພາກສ່ວນທີສອງ ແລະ ທີສາມແມ່ນກະຕຸ້ນໃຫ້ມີນໍ້າຕາແຫ່ງຄວາມເຈັບປວດໃນທຸກຄົນທີ່ຮັກພຣະເຈົ້າ. ໃຈຂອງພວກເຂົາແມ່ນຖືກປົກບັງໃນເງົາທັນທີ ແລະ ນັບແຕ່ເວລານີ້ເປັນຕົ້ນໄປ ທຸກຄົນຈະເຕັມໄປດ້ວຍຄວາມໂສກເສົ້າທີ່ມະຫາສານຍ້ອນໃຈຂອງພຣະເຈົ້າ.​ ຫຼັງຈາກພຣະເຈົ້າໄດ້ສໍາເລັດພາລະກິດຂອງພຣະອົງຢູ່ແຜ່ນດິນໂລກເທົ່ານັ້ນ ພວກເຂົາຈຶ່ງຈະຮູ້ສຶກສະບາຍ. ນີ້ແມ່ນແນວທາງທົ່ວໄປ. “ຄວາມໂມໂຫແມ່ນເພີ່ມຂຶ້ນພາຍໃນໃຈຂອງເຮົາ ຕາມດ້ວຍຄວາມຮູ້ສຶກໂສກເສົ້າທີ່ເພີ່ມຂຶ້ນ. ເມື່ອຕາຂອງເຮົາໄດ້ເຫັນການກະທໍາຂອງຜູ້ຄົນ ແລະ ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາທີ່ສົກກະປົກ, ຄວາມກາດກ້ຽວຂອງເຮົາກໍຈະໄຫຼຖ້ວມຂຶ້ນ ແລະ ໃນໃຈຂອງເຮົາກໍຈະມີຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມບໍ່ຍຸຕິທໍາຂອງໂລກມະນຸດ ເຊິ່ງເຮັດໃຫ້ເຮົາເສົ້າໃຈຫຼາຍຂຶ້ນ; ເຮົາປາດຖະໜາທີ່ຈະຢຸດຕິເນື້ອໜັງຂອງມະນຸດທັນທີ. ເຮົາບໍ່ຮູ້ວ່າ ເປັນຫຍັງມະນຸດຈຶ່ງບໍ່ສາມາດຊໍາລະລ້າງຕົວເອງໃນເນື້ອໜັງ ແລະ ເປັນຫຍັງມະນຸດຈຶ່ງບໍ່ສາມາດຮັກຕົວເອງໃນເນື້ອໜັງ. ເປັນໄປໄດ້ບໍທີ່ ‘ພາລະໜ້າທີ່’ ຂອງເນື້ອໜັງແມ່ນຍິ່ງໃຫຍ່ຫຼາຍ? ໃນພຣະທໍາຂອງພຣະເຈົ້າໃນປະຈຸບັນ ພຣະເຈົ້າໄດ້ເປີດເຜີຍຄວາມກັງວົນທັງໝົດພາຍໃນໃຈຂອງພຣະອົງທີ່ມີຕໍ່ມະນຸດຢ່າງເປີດເຜີຍ ໂດຍທີ່ບໍ່ໄດ້ອົດກັ້ນໄວ້. ເມື່ອທູດສະຫວັນຂອງສະຫວັນທີສາມຫຼິ້ນດົນຕີເພື່ອພຣະອົງ, ພຣະເຈົ້າກໍຍັງຮູ້ສຶກຜູກພັນກັບຜູ້ຄົນເທິງແຜ່ນດິນໂລກ ແລະ ເປັນຍ້ອນສິ່ງນີ້ ພຣະອົງຈຶ່ງເວົ້າວ່າ “ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ”. ຍ້ອນເຫດຜົນນີ້ ເຮົາຈຶ່ງເວົ້າວ່າ: “ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ”. ຄວາມເສົ້າຂອງພຣະເຈົ້າແມ່ນເພີ່ມຄວາມກຽດຊັງຂອງພຣະອົງທີ່ມີຕໍ່ຜີຮ້າຍ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເປີດເຜີຍຈຸດຈົບຂອງພວກເຂົາຕໍ່ມວນຊົນລ່ວງໜ້າ. ນີ້ແມ່ນພາລະກິດຂອງພຣະເຈົ້າ. ພຣະເຈົ້າປາດຖະໜາຕະຫຼອດທີ່ຈະຢູ່ຮ່ວມກັບທຸກຄົນໃໝ່ ແລະ ນໍາເອົາຍຸກເກົ່າໄປສູ່ການສິ້ນສຸດ. ທຸກຄົນໃນທົ່ວຈັກກະວານກໍາລັງເລີ່ມທີ່ຈະເຄື່ອນໄຫວ ເຊິ່ງຖ້າຈະວ່າໄປແລ້ວ ທຸກຄົນທີ່ຢູ່ກ້ອງຈັກກະວານກໍາລັງເຂົ້າສູ່ການຊີ້ນໍາຂອງພຣະເຈົ້າ. ດ້ວຍເຫດນັ້ນ, ຄວາມຄິດຂອງພວກເຂົາຈຶ່ງປ່ຽນເປັນການກະບົດຕໍ່ຈັກກະພັດຂອງພວກເຂົາ. ອີກບໍ່ດົນ ຜູ້ຄົນຂອງໂລກຈະມີຄວາມສັບສົນວຸ້ນວາຍຢ່າງກະທັນຫັນ ແລະ ຜູ້ນໍາຂອງທຸກປະເທດຈະລົບໜີໄປທຸກທິດທາງ ເຊິ່ງໃນທີ່ສຸດແລ້ວ ກໍຈະຖືກປະຊາຊົນຂອງພວກເຂົາເອງຊຸກໃຫ້ໄປຢູ່ເຄື່ອງປະຫານຊີວິດ. ນີ້ແມ່ນຈຸດຈົບຄັ້ງສຸດທ້າຍຂອງກະສັດຂອງຜີຮ້າຍ; ໃນທີ່ສຸດແລ້ວ ບໍ່ມີໃຜຈະສາມາດລົບໜີໄດ້, ທຸກຄົນຈະຕ້ອງໄດ້ຜ່ານມັນ. ໃນປະຈຸບັນ, ຜູ້ທີ່ “ສະຫຼາດ” ແມ່ນໄດ້ເລີ່ມຖອຍຫຼັງ. ເມື່ອເຫັນວ່າ ສິ່ງຕ່າງໆໄປບໍ່ໄດ້ດີ ພວກເຂົາກໍໃຊ້ໂອກາດນີ້ເພື່ອເລີກລົ້ມ ແລະ ລົບໜີຈາກຄວາມລໍາບາກຈາກໄພພິບັດ. ແຕ່ເຮົາຂໍເວົ້າຢ່າງແຈ່ມແຈ້ງວ່າ ພາລະກິດທີ່ພຣະເຈົ້າເຮັດໃນໄລຍະຍຸກສຸດທ້າຍ ຕົ້ນຕໍແມ່ນການຂ້ຽນຕີມະນຸດ ແລ້ວຜູ້ຄົນເຫຼົ່ານີ້ຈະສາມາດລົບໜີໄດ້ແນວໃດ? ປະຈຸບັນແມ່ນຂັ້ນຕອນທໍາອິດ. ມື້ໜຶ່ງ ທຸກຢ່າງທົ່ວຈັກກະວານຈະຕົກຢູ່ໃນຄວາມວຸ້ນວາຍຈາກສົງຄາມ, ຜູ້ຄົນແຫ່ງແຜ່ນດິນໂລກຈະບໍ່ມີຜູ້ນໍາອີກຕໍ່ໄປ, ໂລກທັງໝົດຈະຄືກັນກັບກອງຊາຍທີ່ຫຼວມ, ບໍ່ມີໃຜປົກຄອງ ແລະ ຜູ້ຄົນຈະສົນໃຈແຕ່ຊີວິດຂອງພວກເຂົາເທົ່ານັ້ນ ໂດຍທີ່ບໍ່ສົນໃຈຜູ້ໃດ ເນື່ອງຈາກທຸກສິ່ງແມ່ນຖືກຄວບຄຸມໂດຍມືຂອງພຣະເຈົ້າ ເຊິ່ງນີ້ກໍຄືເຫດຜົນທີ່ພຣະເຈົ້າເວົ້າວ່າ “ມະນຸດທຸກຄົນ ກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ”. ຕອນນີ້ “ແກຂອງທູດສະຫວັນ” ທີ່ພຣະເຈົ້າເວົ້າເຖິງແມ່ນສັນຍານ, ສິ່ງເຫຼົ່ານັ້ນກໍາລັງສົ່ງສຽງເຕືອນສໍາລັບມະນຸດ ແລະ ເມື່ອມີການເປົ່າແກອີກຄັ້ງ ຍຸກສຸດທ້າຍຂອງໂລກກໍຈະມາເຖິງ. ນະເວລານັ້ນ ການຂ້ຽນຕີທັງໝົດຂອງພຣະເຈົ້າຈະເກີດຂຶ້ນຢູ່ແຜ່ນດິນໂລກທັງໝົດ; ນີ້ຈະເປັນການພິພາກສາທີ່ບໍ່ມີຄວາມເມດຕາ ແລະ ເປັນການເລີ່ມຕົ້ນຢ່າງເປັນທາງການຂອງເວລາແຫ່ງການຂ້ຽນຕີ. ໃນທ່າມກາງຊາວອິດສະຣາແອນ ແມ່ນຈະມີສຽງຂອງພຣະເຈົ້າເປັນປະຈໍາ ເພື່ອນໍາພາພວກເຂົາໃຫ້ຜ່ານສະພາບແວດລ້ອມຕ່າງໆ ແລະ ເຊັ່ນດຽວກັນນັ້ນ ທູດສະຫວັນກໍຈະປະກົດຢູ່ຕໍ່ໜ້າພວກເຂົາ. ຊາວອິດສະຣາແອນຈະຖືກເຮັດໃຫ້ສົມບູນໃນເວລາສອງສາມເດືອນ ຍ້ອນວ່າ ພວກເຂົາຈະບໍ່ໄດ້ຜ່ານຂັ້ນຕອນຂອງການກໍາຈັດພິດຂອງມັງກອນແດງທີ່ຍິ່ງໃຫຍ່, ມັນຈະງ່າຍສໍາລັບພວກເຂົາທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ພາຍໃຕ້ການຊີ້ນໍາທີ່ຫຼາກຫຼາຍປະເພດ. ຈາກການພັດທະນາໃນອິດສະຣາແອນແມ່ນສາມາດເຫັນສະພາບຂອງຈັກກະວານທັງໝົດ ແລະ ນີ້ສະແດງໃຫ້ເຫັນວ່າ ຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນໄວຊໍ່າໃດ. “ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ!” ໃນອະດີດ ພຣະເຈົ້າປົກຄອງໃນສະຫວັນເທົ່ານັ້ນ. ໃນປະຈຸບັນ, ພຣະອົງແມ່ນປົກຄອງແຜ່ນດິນໂລກ; ພຣະເຈົ້າໄດ້ເອົາອໍານາດທັງໝົດຂອງພຣະອົງກັບຄືນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກທໍານວາຍວ່າ ມະນຸດທຸກຄົນຈະບໍ່ມີຊີວິດມະນຸດແບບປົກກະຕິອີກຕໍ່ໄປ ເນື່ອງຈາກພຣະເຈົ້າຈະຈັດລະບຽບສະຫວັນ ແລະ ແຜ່ນດິນໂລກ ແລະ ບໍ່ມີມະນຸດຜູ້ໃດຈະໄດ້ຮັບອະນຸຍາດໃຫ້ແຊກແຊງ. ສະນັ້ນ, ພຣະເຈົ້າຈຶ່ງເຕືອນມະນຸດເປັນປະຈໍາວ່າ “ເຖິງເວລາແລ້ວ! ເມື່ອຊາວອິດສະຣາແອນທຸກຄົນໄດ້ກັບຄືນປະເທດຂອງພວກເຂົາ ກໍຄືມື້ທີ່ປະເທດອິດສະຣາແອນທັງໝົດໄດ້ຖືກຟື້ນຟູ ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າກໍຈະສິ້ນສຸດ. ຜູ້ຄົນທົ່ວຈັກກະວານຈະກະບົດ ແລະ ປະເທດຕ່າງໆທົ່ວຈັກກະວານຈະຕົກຢູ່ກ້ອງດວງດາວໃນສະຫວັນໂດຍທີ່ບໍ່ມີໃຜຮູ້; ທັນທີທັນໃດ ພວກເຂົາກໍຈະກາຍເປັນຊາກທີ່ເປເພ. ຫຼັງຈາກຈັດການກັບພວກເຂົາແລ້ວ ພຣະເຈົ້າກໍຈະສ້າງອານາຈັກທີ່ເປັນທີ່ຮັກຂອງໃຈຂອງພຣະອົງ.

​ກ່ອນ​ນີ້ :ບົດທີ 24 ແລະ 25

ຕໍ່​ໄປ:ບົດທີ 28

ທ່ານອາດຈະຍັງມັກ