ບົດນໍາ

ໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ແມ່ນສ່ວນທີສອງຂອງພຣະຄຳທີ່ພຣະຄຣິດໄດ້ກ່າວໃນຕົວຕົນຂອງພຣະເຈົ້າເອງ. ພຣະທຳເຫຼົ່ານີ້ປົກຄຸມຊ່ວງເວລານັບຕັ້ງແຕ່ວັນທີ 20 ກຸມພາ 1992 ຈົນເຖິງວັນທີ 1 ມິຖຸນາ 1992 ແລະ ປະກອບມີທັງໝົດສີ່ສິບເຈັດບົດ. ລັກສະນະ, ເນື້ອຫາ ແລະ ທັດສະນະຂອງພຣະທຳຂອງພຣະເຈົ້າທີ່ຢູ່ໃນພຣະຄຳເຫຼົ່ານີ້ບໍ່ໄດ້ຄືກັນກັບໜັງສື “ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ” ທັງໝົດ. ໜັງສື “ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ” ເປີດໂປງ ແລະ ນໍາພາພຶດຕິກຳພາຍນອກຂອງຜູ້ຄົນ ແລະ ຊີວິດຝ່າຍວິນຍານທີ່ທຳມະດາຂອງພວກເຂົາ. ໃນທີ່ສຸດແລ້ວ, ມັນກໍຈົບລົງດ້ວຍ “ການທົດລອງຂອງຜູ້ບໍລິການ”. ເຖິງຢ່າງໃດກໍຕາມ ໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ເປີດສາກດ້ວຍການສິ້ນສຸດຕົວຕົນຂອງຜູ້ບໍລິການ ແລະ ເລີ່ມຕົ້ນຊີວິດຂອງພວກເຂົາໃນຖານະເປັນປະຊາຊົນຂອງພຣະເຈົ້າ. ມັນນຳພາຜູ້ຄົນໄປສູ່ຈຸດສູງສຸດຄັ້ງທີສອງຂອງພາລະກິດຂອງພຣະເຈົ້າ ເຊິ່ງຢູ່ໃນລະຫວ່າງຊ່ວງໄລຍະເວລາທີ່ພວກເຂົາໄດ້ຜະເຊີນກັບການທົດລອງຂອງທະເລສາບແຫ່ງໄຟ, ການທົດລອງແຫ່ງຄວາມຕາຍ ແລະ ເວລາແຫ່ງການຮັກພຣະເຈົ້າ. ສອງສາມບາດກ້າວເຫຼົ່ານີ້ເປີດໂປງຄວາມຂີ້ຮ້າຍຂອງມະນຸດຕໍ່ໜ້າພຣະເຈົ້າຢ່າງສົມບູນ ພ້ອມທັງໃບໜ້າທີ່ແທ້ຈິງຂອງມະນຸດ. ໃນທີ່ສຸດແລ້ວ ພຣະເຈົ້າກໍສຳເລັດບົດທີ່ພຣະອົງມອບໃຫ້ກັບມະນຸດ, ສິ້ນສຸດບາດກ້າວທັງໝົດຂອງການບັງເກີດເປັນມະນຸດຄັ້ງນີ້ຂອງການເອົາຊະນະຄົນກຸ່ມທຳອິດຂອງພຣະເຈົ້າ.

ໃນໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ພຣະເຈົ້າກ່າວພຣະທຳຂອງພຣະອົງຈາກທັດສະນະຂອງພຣະວິນຍານ. ລັກສະນະທີ່ພຣະອົງກ່າວແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດຊາດ. ຍິ່ງໄປກວ່ານັ້ນ ຄຳສັບ ແລະ ລັກສະນະແຫ່ງພຣະທຳຂອງພຣະອົງແມ່ນສວຍງາມ ແລະ ດົນໃຈ ແລະ ບໍ່ມີຮູບແບບວັນນະຄະດີໃດຂອງມະນຸດສາມາດແທນທີ່ສິ່ງເຫຼົ່ານັ້ນໄດ້. ພຣະທໍາທີ່ພຣະອົງໃຊ້ເພື່ອເປີດໂປງມະນຸດກໍຖືກຕ້ອງ, ບໍ່ມີປັດຊະຍາໃດສາມາດໂຕ້ແຍ້ງພວກມັນໄດ້ ແລະ ພວກມັນເຮັດໃຫ້ທຸກຄົນຍອມຈຳນົນ. ເຊັ່ນດຽວກັບມີດທີ່ແຫຼມຄົມ, ພຣະທຳທີ່ພຣະເຈົ້າໃຊ້ເພື່ອພິພາກສາມະນຸດໄດ້ຕັດທະລຸເຂົ້າໃສ່ສ່ວນເລິກຂອງຈິດວິນຍານຂອງຜູ້ຄົນ, ຕັດເຂົ້າເລິກຫຼາຍຈົນເຮັດໃຫ້ພວກເຂົາບໍ່ມີບ່ອນລີ້. ພຣະທຳທີ່ພຣະອົງປອບໃຈຜູ້ຄົນກໍມີຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ, ພວກມັນອົບອຸ່ນຄືກັນກັບອ້ອມກອດຂອງແມ່ອັນເປັນທີ່ຮັກ ແລະ ພວກມັນເຮັດໃຫ້ຜູ້ຄົນຮູ້ສຶກໝັ້ນຄົງດັ່ງທີ່ບໍ່ເຄີຍເປັນມາກ່ອນ. ລັກສະນະໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງພຣະຄຳເຫຼົ່ານີ້ກໍຄື ໃນລະຫວ່າງຂັ້ນຕອນນີ້ ພຣະເຈົ້າບໍ່ໄດ້ກ່າວໂດຍໃຊ້ຕົວຕົນຂອງພຣະເຢໂຮວາ ຫຼື ພຣະເຢຊູຄຣິດ ຫຼື ພຣະຄຣິດແຫ່ງຍຸກສຸດທ້າຍ. ກົງກັນຂ້າມ, ໂດຍໃຊ້ຕົວຕົນຕາມທຳມະຊາດຂອງພຣະອົງ ທີ່ເປັນພຣະຜູ້ສ້າງ, ພຣະອົງໄດ້ກ່າວ ແລະ ສັ່ງສອນທຸກຄົນທີ່ຕິດຕາມພຣະອົງ ແລະ ທຸກຄົນທີ່ຍັງບໍ່ໄດ້ຕິດຕາມພຣະອົງ. ມັນຖືກຕ້ອງຢ່າງຍິ່ງທີ່ຈະເວົ້າວ່າ ນີ້ຄືຄັ້ງທຳອິດນັບຕັ້ງແຕ່ການເນລະມິດສ້າງໂລກ ທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຊາດທັງປວງ. ພຣະເຈົ້າບໍ່ເຄີຍກ່າວຕໍ່ມະນຸດຊາດທີ່ຖືກສ້າງຢ່າງລາຍລະອຽດດັ່ງກ່າວ ແລະ ເປັນລະບົບລະບຽບເຊັ່ນນີ້ມາກ່ອນ. ແນ່ນອນ ນີ້ຍັງເປັນຄັ້ງທຳອິດທີ່ພຣະອົງໄດ້ກ່າວຕໍ່ມະນຸດຫຼາຍເຊັ່ນນີ້ ແລະ ກ່າວເປັນເວລາດົນນານ. ມັນບໍ່ເຄີຍມີມາກ່ອນເລີຍ. ຍິ່ງໄປກວ່ານັ້ນ ພຣະຄຳເຫຼົ່ານີ້ໄດ້ສ້າງເປັນຂໍ້ຄວາມທຳອິດທີ່ພຣະເຈົ້າກ່າວທ່າມກາງມະນຸດຊາດ ເຊິ່ງພຣະອົງໃຊ້ເພື່ອເປີດໂປງຜູ້ຄົນ, ນໍາພາພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ດ້ວຍເຫດນັ້ນ ພວກມັນກໍຍັງເປັນພຣະຄຳທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກບາດກ້າວຂອງພຣະອົງ, ສະຖານທີ່ໆພຣະອົງນອນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງສຳລັບມະນຸດຊາດ. ມັນສາມາດເວົ້າໄດ້ວ່າ ສິ່ງເຫຼົ່ານີ້ແມ່ນພຣະຄຳທຳອິດທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຊາດຈາກສະຫວັນຊັ້ນສາມ ນັບຕັ້ງແຕ່ການເນລະມິດສ້າງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນຕາມທຳມະຊາດຂອງພຣະອົງເພື່ອປາກົດ ແລະ ສະແດງເຖິງສຽງຈາກຫົວໃຈຂອງພຣະອົງຕໍ່ມະນຸດໃນທ່າມກາງພຣະທຳ.

ພຣະຄຳເຫຼົ່ານີ້ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້; ພວກມັນບໍ່ເຂົ້າໃຈໄດ້ງ່າຍ ຫຼື ເປັນໄປບໍ່ໄດ້ທີ່ຈະເຂົ້າໃຈຈຸດກຳເນີດ ແລະ ເປົ້າໝາຍຂອງພຣະທຳຂອງພຣະເຈົ້າ. ສະນັ້ນ ພຣະຄຣິດຈຶ່ງໄດ້ເພີ່ມຄຳອະທິບາຍຫຼັງຈາກແຕ່ລະບົດ ໂດຍໃຊ້ພາສາທີ່ງ່າຍຕໍ່ການເຂົ້າໃຈຂອງມະນຸດ ເພື່ອນໍາຄວາມຊັດເຈນມາສູ່ພາກສ່ວນໃຫຍ່ຂອງພຣະຄຳ. ເມື່ອລວມກັບພຣະຄຳເອງ, ສິ່ງນີ້ເຮັດໃຫ້ມັນງ່າຍຂຶ້ນສຳລັບທຸກຄົນທີ່ຈະເຂົ້າໃຈ ແລະ ຮູ້ຈັກພຣະທຳຂອງພຣະເຈົ້າ. ພວກເຮົາເຮັດໃຫ້ພຣະທຳເຫຼົ່ານີ້ເປັນພາກພະໜວກໃນໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”. ໃນພຣະທຳເຫຼົ່ານີ້, ພຣະຄຣິດໄດ້ສະໜອງຄຳອະທິບາຍ ໂດຍໃຊ້ການຈັດລຽງຄຳເວົ້າທີ່ງ່າຍຕໍ່ການເຂົ້າໃຈທີ່ສຸດ. ການລວມກັນຂອງທັງສອງຢ່າງຄືການຈັບຄູ່ທີ່ສົມບູນຂອງຄວາມເປັນພຣະເຈົ້າ ແລະ ພຣະເຈົ້າໃນຄວາມເປັນມະນຸດ. ເຖິງແມ່ນພຣະເຈົ້າກ່າວໃນທັດສະນະຂອງບຸກຄົນທີສາມໃນພາກພະໜວກ, ບໍ່ມີຜູ້ໃດສາມາດປະຕິເສດໄດ້ວ່າ ພຣະທຳເຫຼົ່ານີ້ຖືກກ່າວໂດຍພຣະເຈົ້າເປັນການສ່ວນຕົວ, ຍ້ອນບໍ່ມີມະນຸດຄົນໃດສາມາດອະທິບາຍພຣະທຳຂອງພຣະເຈົ້າໄດ້ຢ່າງຊັດເຈນ; ມີພຽງແຕ່ພຣະເຈົ້າເອງທີ່ສາມາດຊີ້ແຈງຈຸດກຳເນີດ ແລະ ເປົ້າໝາຍຂອງພຣະຄຳຂອງພຣະອົງ. ສະນັ້ນ ເຖິງວ່າພຣະເຈົ້າຈະກ່າວໂດຍໃຊ້ຫຼາຍລັກສະນະ, ເປົ້າໝາຍຂອງພາລະກິດຂອງພຣະອົງແມ່ນບໍ່ເຄີຍປ່ຽນແປງ ຫຼື ຈຸດປະສົງໃນແຜນການຂອງພຣະອົງແມ່ນບໍ່ເຄີຍປ່ຽນແປງຈັກເທື່ອ.

ເຖິງແມ່ນໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ຈະຈົບລົງດ້ວຍບົດທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດ, ໃນຄວາມເປັນຈິງແລ້ວ ນີ້ຄືເວລາທີ່ພາລະກິດແຫ່ງການເອົາຊະນະ ແລະ ຄວາມລອດພົ້ນຂອງພຣະເຈົ້າທ່າມກາງມະນຸດ ແລະ ພາລະກິດຂອງພຣະອົງໃນການເຮັດໃຫ້ຜູ້ຄົນສົມບູນນັ້ນໄດ້ຖືກເປີດເຜີຍອອກຢ່າງເປັນທາງການ. ສະນັ້ນ ມັນຈຶ່ງເໝາະສົມສຳລັບພວກເຮົາທີ່ຈະຖືວ່າໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ເປັນຄຳທຳ ນວາຍຂອງພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ຍ້ອນວ່າ ມີພຽງຫຼັງຈາກຈຸດນີ້ເທົ່ານັ້ນ, ບຸດທີ່ບັງເກີດເປັນມະນຸດຈະເລີ່ມຕົ້ນປະຕິບັດພາລະກິດຢ່າງເປັນທາງການ ແລະ ກ່າວໂດຍໃຊ້ຕົວຕົນຂອງພຣະຄຣິດ, ຍ່າງທົ່ວຄຣິສຕະຈັກຕ່າງໆ ແລະ ສະໜອງຊີວິດ ແລະ ຫົດນໍ້າ ແລະ ລ້ຽງດູປະຊາຊົນທຸກຄົນຂອງພຣະອົງ ເຊິ່ງໄດ້ເຮັດໃຫ້ເກີດພຣະຄຳຫຼາຍຂໍ້ໃນໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ”.

ກ່ອນນີ້: ບົດທີ 120

ຕໍ່ໄປ: ບົດທີ 1

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້