ບົດທີ 1

ຄົນທີ່ໄດ້ເຫັນພຣະທຳຂອງເຮົາຍອມຮັບພຣະທຳເຫຼົ່ານັ້ນແທ້ບໍ? ພວກເຈົ້າຮູ້ຈັກເຮົາແທ້ບໍ? ພວກເຈົ້າໄດ້ຮຽນຮູ້ໃນການເຊື່ອຟັງແທ້ບໍ? ພວກເຈົ້າສະຫຼະຕົນເອງເພື່ອເຮົາຢ່າງຈິງໃຈບໍ? ພວກເຈົ້າໄດ້ຍຶດໝັ້ນ ແລະ ຕັ້ງໃຈເປັນພະຍານໃຫ້ກັບເຮົາ ເມື່ອຢູ່ຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່ຢ່າງແທ້ຈິງບໍ? ການອຸທິດຂອງພວກເຈົ້າເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍແທ້ບໍ? ຜ່ານການທົດລອງແຫ່ງພຣະທຳຂອງເຮົາເທົ່ານັ້ນ ເຮົາຈຶ່ງສາມາດບັນລຸເປົ້າໝາຍຂອງເຮົາໃນການຊໍາລະລ້າງຄຣິສຕະຈັກ ແລະ ເລືອກຄົນທີ່ຮັກເຮົາຢ່າງແທ້ຈິງໄດ້. ຖ້າເຮົາບໍ່ປະຕິບັດພາລະກິດໃນລັກສະນະນີ້, ແລ້ວຜູ້ໃດຈະສາມາດຮູ້ຈັກເຮົາໄດ້? ຜູ້ໃດສາມາດເຂົ້າໃຈຄວາມສະຫງ່າງາມຂອງເຮົາ, ຄວາມໂກດຮ້າຍຂອງເຮົາ ແລະ ສະຕິປັນຍາຂອງເຮົາຜ່ານທາງພຣະທຳຂອງເຮົາໄດ້ບໍ່? ເມື່ອເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາແລ້ວ ເຮົາກໍຈະເຮັດໃຫ້ມັນສຳເລັດ, ແຕ່ເຖິງຢ່າງໃດມັນກໍຍັງເປັນເຮົາທີ່ວັດແທກຫົວໃຈຂອງມະນຸດໃຫ້ເລິກທີ່ສຸດ. ໃນຄວາມເປັນຈິງແລ້ວ, ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາໄດ້ຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງໃຊ້ພຣະທໍາເພື່ອນໍາພາມະນຸດທຸກຄົນ ແລະ ນໍາພາພວກເຂົາທຸກຄົນໄປສູ່ຍຸກໃໝ່. ໃນທີ່ສຸດແລ້ວ ເຮົາຈະໃຊ້ພຣະທຳເພື່ອເຮັດໃຫ້ພາລະກິດທັງໝົດຂອງເຮົາສຳເລັດ ໂດຍເຮັດໃຫ້ຄົນທີ່ຮັກເຮົາຢ່າງແທ້ຈິງກັບຄືນສູ່ອານາຈັກຂອງເຮົາຢ່າງຍອມຈຳນົນ ແລະ ເພື່ອດຳລົງຊີວິດຕໍ່ໜ້າບັນລັງຂອງເຮົາ. ສະຖານະການໃນປັດຈຸບັນບໍ່ຄືແຕ່ກ່ອນ ແລະ ພາລະກິດຂອງເຮົາໄດ້ເຂົ້າສູ່ຈຸດເລີ່ມຕົ້ນໃໝ່ແລ້ວ. ເມື່ອເປັນແບບນັ້ນ, ມັນກໍຈະມີວິທີການໃໝ່: ຄົນທີ່ເຫັນພຣະທຳຂອງເຮົາ ແລະ ຍອມຮັບເອົາພຣະທຳເປັນຊີວິດຈິດໃຈຂອງພວກເຂົາ ແມ່ນຄົນແຫ່ງອານາຈັກຂອງເຮົາ. ຍ້ອນພວກເຂົາຢູ່ໃນອານາຈັກຂອງເຮົາ, ພວກເຂົາແມ່ນຄົນແຫ່ງອານາຈັກຂອງເຮົາ. ເພາະວ່າພວກເຂົາໄດ້ຮັບການນໍາພາໂດຍພຣະທຳຂອງເຮົາ, ເຖິງແມ່ນພວກເຂົາຈະຖືກເອີ້ນວ່າປະຊາຊົນຂອງເຮົາ, ຕໍາແໜ່ງນີ້ກໍບໍ່ໄດ້ເປັນຮອງການຖືກເອີ້ນວ່າ “ບຸດຊາຍ” ຂອງເຮົາ. ເມື່ອເປັນປະຊາຊົນຂອງເຮົາ, ທຸກຄົນກໍຕ້ອງຮັບໃຊ້ຢ່າງຊື່ສັດທີ່ສຸດ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນອານາຈັກຂອງເຮົາ. ຜູ້ໃດກໍຕາມທີ່ເຮັດຜິດຕໍ່ກົດບັນຍັດແຫ່ງການບໍລິຫານຂອງເຮົາຈະຕ້ອງໄດ້ຮັບການລົງໂທດຂອງເຮົາ. ນີ້ແມ່ນຄຳເຕືອນຂອງເຮົາຕໍ່ທຸກຄົນ.

ໃນຕອນນີ້ ວິທີການໃໝ່ຖືກນໍາໃຊ້ແລ້ວ, ສິ່ງທີ່ຜ່ານມາບໍ່ຈຳເປັນຕ້ອງເວົ້າເຖິງອີກ. ເຖິງຢ່າງໃດກໍຕາມ, ດັ່ງທີ່ເຮົາໄດ້ກ່າວມາກ່ອນໜ້ານີ້: ເຮົາຍຶດໝັ້ນໃນສິ່ງທີ່ເຮົາກ່າວ, ສິ່ງທີ່ເຮົາຍຶດໝັ້ນ ເຮົາເຮັດໃຫ້ສໍາເລັດສະເໝີ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້; ນີ້ເປັນສິ່ງທີ່ແນ່ນອນ. ບໍ່ວ່າຈະເປັນພຣະທໍາທີ່ເຮົາກ່າວໃນອະດີດ ຫຼື ພຣະທໍາທີ່ເຮົາຈະກ່າວໃນອະນາຄົດ, ເຮົາຈະເຮັດໃຫ້ທຸກສິ່ງເປັນຈິງເທື່ອລະກ້າວ ແລະ ເຮັດໃຫ້ມະນຸດຊາດທຸກຄົນເຫັນສິ່ງດັ່ງກ່າວເປັນຈິງ. ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳ ແລະ ພາລະກິດຂອງເຮົາ. ໃນເມື່ອການສ້າງຄຣິສຕະຈັກຂອງເຮົາໄດ້ຖືກເຮັດໃຫ້ສຳເລັດແລ້ວ, ບັດນີ້ບໍ່ແມ່ນຍຸກແຫ່ງການສ້າງຄຣິສຕະຈັກອີກຕໍ່ໄປ ແຕ່ກົງກັນຂ້າມ ແມ່ນຍຸກທີ່ອານາຈັກຖືກສ້າງຈົນສຳເລັດແລ້ວ. ແຕ່ວ່າ ໃນເມື່ອພວກເຈົ້າຍັງຢູ່ເທິງແຜ່ນດິນໂລກ, ການຊຸມນຸມຂອງພວກເຈົ້າຍັງຈະຮູ້ກັນໃນນາມວ່າ “ຄຣິສຕະຈັກ”. ຢ່າງໃດກໍຕາມ, ທາດແທ້ຂອງຄຣິສຕະຈັກແມ່ນບໍ່ຄືເກົ່າ, ມັນຄືຄຣິສຕະຈັກທີ່ຖືກສ້າງຂຶ້ນຢ່າງສຳເລັດ. ສະນັ້ນ, ເຮົາຈຶ່ງເວົ້າວ່າອານາຈັກຂອງເຮົາໄດ້ລົງມາເທິງແຜ່ນດິນໂລກແລ້ວ. ບໍ່ມີໃຜສາມາດເຂົ້າໃຈແກ່ນແທ້ແຫ່ງພຣະທຳຂອງເຮົາໄດ້ ແລະພວກເຂົາກໍບໍ່ສາມາດເຂົ້າໃຈຈຸດປະສົງຂອງເຮົາໃນການກ່າວເຖິງພຣະທຳເຫຼົ່ານັ້ນ. ຈາກລັກສະນະທີ່ເຮົາເວົ້າໃນມື້ນີ້, ພວກເຈົ້າຈະປະສົບກັບແສງສະຫວ່າງຢ່າງທັນທີທັນໃດ. ບາງຄົນອາດຈະຮ້ອງໄຫ້ຂຶ້ນດັງໆ; ບາງຄົນອາດຮູ້ສຶກຢ້ານວ່ານີ້ແມ່ນວິທີທີ່ເຮົາກ່າວ. ບາງຄົນອາດຍຶດຕິດກັບທັດສະນະແບບຫົວບູຮານໃນຂະນະທີ່ພວກເຂົາເຝົ້າເບິ່ງທຸກການເຄື່ອນໄຫວຂອງເຮົາ; ບາງຄົນອາດເສຍໃຈທີ່ໄດ້ສະແດງຄວາມໂສກເສົ້າຂອງພວກເຂົາ ຫຼື ຕໍ່ຕ້ານເຮົາໃນເວລານັ້ນ; ບາງຄົນອາດຍິນດີຢູ່ຂ້າງໃນ ຍ້ອນພວກເຂົາບໍ່ເຄີຍອອກຫ່າງຈາກພຣະນາມຂອງເຮົາຈັກເທື່ອ ພວກເຂົາຈຶ່ງຖືກເຮັດໃຫ້ຟື້ນຂຶ້ນໃຫມ່. ອາດມີບາງຄົນທີ່ “ທໍລະມານ” ໂດຍພຣະທຳຂອງເຮົາເປັນເວລາດົນນານຈົນວ່າພວກເຂົາຕາຍໄປເຄິ່ງໜຶ່ງ, ບໍ່ມີກະຈິດກະໃຈ, ທໍ້ແທ້ ແລະ ບໍ່ມີໃຈທີ່ຈະສົນໃຈກັບພຣະທຳທີ່ເຮົາກ່າວອີກຕໍ່ໄປ, ເຖິງແມ່ນວ່າເຮົາໄດ້ປ່ຽນແປງວິທີການເວົ້າຂອງເຮົາ; ຫຼື ຄົນອື່ນຜູ້ທີ່ໄດ້ຮັບໃຊ້ເຮົາໂດຍອຸທິດຕົນຈົນເຖິງຈຸດໃດໜຶ່ງ, ໂດຍບໍ່ເຄີຍຈົ່ມຕໍ່ວ່າ, ບໍ່ເຄີຍສົງໄສ ໃນປັດຈຸບັນແມ່ນໂຊກດີທີ່ໄດ້ຮັບການປົດປ່ອຍເປັນອິດສະຫຼະ ແລະ ໃນຫົວໃຈຂອງພວກເຂົາ ພວກເຂົາຮູ້ສຶກຮູ້ບຸນຄຸນຕໍ່ເຮົາເໜືອຄຳບັນຍາຍ. ທຸກກໍລະນີຂ້າງເທິງແມ່ນໃຊ້ໄດ້ກັບມະນຸດທຸກຄົນໃນລະດັບແຕກຕ່າງກັນ. ແຕ່ວ່າ ອະດີດກໍຄືອະດີດ ແລະ ປັດຈຸບັນກໍໄດ້ມາຮອດແລ້ວ ຈຶ່ງບໍ່ຈຳເປັນຕ້ອງປາຖະໜາເຖິງອະດີດຄວາມຫຼັງອີກຕໍ່ໄປ ຫຼື ມີຄວາມຄິດກ່ຽວກັບອະນາຄົດ. ໃນການເປັນມະນຸດ, ຜູ້ໃດກໍຕາມທີ່ຕໍ່ຕ້ານຄວາມເປັນຈິງ ແລະ ບໍ່ປະຕິບັດສິ່ງຕ່າງໆຕາມການນໍາພາຂອງເຮົາແມ່ນຈະບໍ່ມີຈຸດຈົບທີ່ດີ ມີແຕ່ຈະນໍາເອົາຄວາມເດືອດຮ້ອນມາສູ່ພວກເຂົາເອງເທົ່ານັ້ນ. ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງເຮົາ. ມີສິ່ງໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງເຮົາ? ທຸກສິ່ງທີ່ເຮົາເວົ້າໄປແມ່ນຖືກເຮັດໃຫ້ສໍາເລັດ ແລະ ໃນທ່າມກາງມະນຸດ ມີໃຜບໍທີ່ສາມາດປ່ຽນແປງຄວາມຄິດຂອງເຮົາໄດ້? ມັນອາດຈະແມ່ນສັນຍາທີ່ເຮົາສ້າງຂຶ້ນເທິງແຜ່ນດິນໂລກບໍ? ບໍ່ມີຫຍັງສາມາດຂັດຂວາງແຜນການຂອງເຮົາໃຫ້ກ້າວໄປຂ້າງໜ້າ; ເຮົາຢູ່ໃນພາລະກິດຂອງເຮົາຕະຫຼອດໄປ ພ້ອມທັງຢູ່ໃນແຜນການແຫ່ງການຄຸ້ມຄອງຂອງເຮົາ. ໃນທ່າມກາງມະນຸດມີຜູ້ໃດແດ່ທີ່ສາມາດຍື່ນມືເຂົ້າມາແຊກແຊງ? ບໍ່ແມ່ນເຮົາບໍທີ່ໄດ້ປັ້ນແຕ່ງສິ່ງເຫຼົ່ານີ້ດ້ວຍຕົວເຮົາເອງ? ໃນປັດຈຸບັນ ການເຂົ້າສູ່ໂລກນີ້ບໍ່ໄດ້ອອກຫ່າງຈາກແຜນການຂອງເຮົາ ຫຼື ນອກເໜືອສິ່ງທີ່ເຮົາໄດ້ທໍານາຍໄວ້; ທຸກສິ່ງລ້ວນແລ້ວແຕ່ຖືກເຮົາກຳນົດມາເປັນເວລາດົນນານແລ້ວ. ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຢັ່ງເຖິງຂັ້ນຕອນນີ້ຂອງແຜນການຂອງເຮົາບໍ? ປະຊາຊົນຂອງເຮົາຈະຟັງສຽງຂອງເຮົາ ແລະ ທຸກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາຢ່າງແນ່ນອນ.

ວັນທີ 20 ກຸມພາ 1992

ກ່ອນນີ້: ບົດນໍາ

ຕໍ່ໄປ: ບົດທີ 2

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້