ບົດທີ 2
ພ້ອມກັບການເຂົ້າສູ່ວິທີການໃໝ່ ກໍຈະມີບາດກ້າວໃໝ່ໃນພາລະກິດຂອງເຮົາ. ເໝືອນດັ່ງຢູ່ໃນອານາຈັກ, ເຮົາຈະເຮັດສິ່ງຕ່າງໆຜ່ານຄວາມເປັນພຣະເຈົ້າໂດຍກົງ, ນໍາພາທຸກບາດກ້າວໃນເສັ້ນທາງຢ່າງຊັດເຈນ ແລະ ຢ່າງລາຍລະອຽດທີ່ສຸດ ແລະ ປາສະຈາກການປົນເຈືອດ້ວຍເຈດຕະນາຂອງມະນຸດຢ່າງແນ່ນອນ. ຂ້າງລຸ່ມນີ້ອະທິບາຍເຖິງວິທີການປະຕິບັດຕົວຈິງ: ຍ້ອນຜ່ານຄວາມລໍາບາກ ແລະ ການຫຼໍ່ຫຼອມ ພວກເຂົາຈຶ່ງໄດ້ຮັບຕໍາແໜ່ງ “ປະຊາຊົນ” ແລະ ຍ້ອນພວກເຂົາເປັນປະຊາຊົນແຫ່ງອານາຈັກຂອງເຮົາ, ເຮົາຈຶ່ງຕ້ອງວາງເງື່ອນໄຂຢ່າງເຂັ້ມງວດສໍາລັບພວກເຂົາ ເຊິ່ງສູງກວ່າວິທີການຂອງພາລະກິດທີ່່ເຮົາໃຊ້ກັບຮຸ່ນຜ່ານມາ. ມັນບໍ່ແມ່ນພຽງແຕ່ຄວາມເປັນຈິງແຫ່ງພຣະທຳເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ມັນຄືຄວາມເປັນຈິງໃນການປະຕິບັດ ແລະ ກ່ອນອື່ນໝົດ ສິ່ງນີ້ຕ້ອງຖືກເຮັດໃຫ້ສຳເລັດ. ໃນທຸກຄຳເວົ້າ ແລະ ການກະທຳ, ພວກເຂົາຕ້ອງບັນລຸມາດຕະຖານທີ່ຈໍາເປັນຂອງປະຊາຊົນແຫ່ງອານາຈັກ ແລະ ຜູ້ໃດທີ່ເຮັດຜິດແມ່ນຈະຖືກກຳຈັດທັນທີ ເພື່ອຫຼີກເວັ້ນບໍ່ໃຫ້ພວກເຂົານໍາເອົາຄວາມອັບອາຍມາສູ່ນາມຂອງເຮົາ. ເຖິງຢ່າງໃດກໍຕາມ, ສໍາລັບຄົນທີ່ໂງ່ຈ້າຜູ້ທີ່ບໍ່ສາມາດເຫັນ ແລະ ເຂົ້າໃຈຢ່າງຊັດເຈນແມ່ນຈະຖືກຍົກເວັ້ນ. ໃນການສ້າງອານາຈັກຂອງເຮົາ, ໃຫ້ໃສ່ໃຈກັບການກິນ ແລະ ດື່ມພຣະທຳຂອງເຮົາ, ຮັບຮູ້ສະຕິປັນຍາຂອງເຮົາ ແລະ ຄົ້ນຫາຫຼັກຖານຜ່ານພາລະກິດຂອງເຮົາ. ຖ້າຜູ້ໃດໃສ່ໃຈກັບປຶ້ມທີ່ບໍ່ມີພຣະທໍາຂອງເຮົາ, ເຮົາຈະບໍ່ຕ້ອງການຢ່າງແນ່ນອນ; ຜູ້ຄົນດັ່ງກ່າວຄືຍິງໂສເພນີທີ່ຕໍ່ຕ້ານເຮົາ. ໃນຖານະທີ່ເປັນອັກຄະສາວົກ, ເຈົ້າຕ້ອງບໍ່ອາໄສຢູ່ໃນເຮືອນດົນເກີນໄປ. ຖ້າເຈົ້າເຮັດແບບນັ້ນ ເຮົາກໍຈະບໍ່ບັງຄັບເຈົ້າ ແຕ່ ເຮົາຈະໂຍນຖິ້ມ ແລະ ບໍ່ໃຊ້ເຈົ້າອີກຕໍ່ໄປ. ເມື່ອອັກຄະສາວົກບໍ່ໄດ້ຢູ່ແຕ່ໃນເຮືອນ, ພວກເຂົາໃຊ້ເວລາຢູ່ແຕ່ໃນຄຣິສຕະຈັກເພື່ອຈະໄດ້ຮັບການສັ່ງສອນ. ອັກຄະສາວົກຕ້ອງເຂົ້າຮ່ວມຊຸມນຸມໃນຄຣິສຕະຈັກຢ່າງໜ້ອຍຄັ້ງໜຶ່ງໃນທຸກໆສອງຄັ້ງ. ດັ່ງນັ້ນ ການຊຸມນຸມຂອງຜູ້ຮ່ວມປະຕິບັດພາລະກິດ (ຮວມທັງການຊຸມນຸມຂອງອັກຄະສາວົກທັງໝົດ, ການຊຸມນຸມຂອງຜູ້ນໍາຄຣິສຕະຈັກທຸກຄົນ ແລະ ການຊຸມນຸມທັງໝົດສຳລັບໄພ່ພົນທີ່ມີຄວາມເຂົ້າໃຈຢ່າງຊັດເຈນ) ຕ້ອງເກີດຂຶ້ນເປັນປະຈໍາ. ຢ່າງໜ້ອຍພວກເຈົ້າບາງຄົນຕ້ອງເຂົ້າຮ່ວມແຕ່ລະການຊຸມນຸມ ແລະ ອັກຄະສາວົກກໍຕ້ອງເອົາໃຈໃສ່ໃນການເຝົ້າເບິ່ງຄຣິສຕະຈັກເທົ່ານັ້ນ. ເງື່ອນໄຂສໍາລັບການສ້າງໄພ່ພົນຜ່ານມາແມ່ນເລິກເຊິ່ງຂຶ້ນຫຼາຍໃນປັດຈຸບັນ. ສຳລັບຄົນທີ່ເຮັດຜິດກ່ອນທີ່ເຮົາເປັນພະຍານໃຫ້ກັບນາມຂອງເຮົາ ຍ້ອນຄວາມອຸທິດທີ່ພວກເຂົາມີສຳລັບເຮົາ, ເຮົາຍັງຈະໃຊ້ພວກເຂົາຫຼັງຈາກທີ່ພວກເຂົາຖືກເຮົາທົດສອບ. ຢ່າງໃດກໍຕາມ, ສຳລັບຄົນທີ່ເຮັດຜິດອີກຄັ້ງຫຼັງຈາກຄຳພະຍານຂອງເຮົາ ແລະ ຕັ້ງໃຈທີ່ຈະເລີ່ມຕົ້ນໃໝ່, ຄົນປະເພດດັ່ງກ່າວຈະຍັງຄົງຢູ່ພາຍໃນຄຣິສຕະຈັກເທົ່ານັ້ນ. ຢ່າງໃດກໍຕາມ, ພວກເຂົາບໍ່ສາມາດປະໝາດ ແລະ ເສເພ, ແຕ່ກົງກັນຂ້າມ ພວກເຂົາຕ້ອງເຂັ້ມງວດຫຼາຍກວ່າຄົນອື່ນ. ແຕ່ສຳລັບຄົນທີ່ບໍ່ແກ້ໄຂວິທີທາງຂອງພວກເຂົາຫຼັງຈາກທີ່ເຮົາໄດ້ກ່າວອອກໄປ, ພຣະວິນຍານຂອງເຮົາຈະປະຖິ້ມພວກເຂົາທັນທີ ແລະ ຄຣິສຕະຈັກກໍຈະມີສິດຕັດສິນລົງໂທດພວກເຂົາ ແລະ ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ສິ່ງນີ້ແມ່ນແນ່ນອນ ແລະ ຈະບໍ່ມີໝ້ອງໃຫ້ພິຈາລະນາ. ຖ້າຄົນໜຶ່ງລົ້ມລົງລະຫວ່າງການທົດລອງ ນັ້ນກໍຄື ຖ້າຄົນນັ້ນໜີໄປ, ໃຜກໍຕາມບໍ່ຄວນສົນໃຈກັບບຸກຄົນນັ້ນ, ເພື່ອຫຼີກເວັ້ນການທົດສອບເຮົາ ແລະ ປ່ອຍໃຫ້ຊາຕານເຂົ້າສູ່ຄຣິສຕະຈັກຢ່າງບ້າປ່ວງ. ນີ້ແມ່ນວິທີທີ່ເຮົາພິພາກສາຄົນດັ່ງກ່າວ, ໃຜກໍຕາມທີ່ເຮັດສິ່ງທີ່ບໍ່ຊອບທຳ ແລະ ປະພຶດໂດຍອີງໃສ່ອາລົມຂອງຕົນເອງຕໍ່ບຸກຄົນທີ່ໜີໄປນັ້ນ ບໍ່ພຽງແຕ່ຜູ້ທີ່ໜີໄປ ແຕ່ຜູ້ຄົນດັ່ງກ່າວກໍຈະຖືກຂັບໄລ່ອອກຈາກຕໍາແໜ່ງປະຊາຊົນຂອງເຮົາເຊັ່ນກັນ. ອີກໜ້າທີ່ໜຶ່ງຂອງອັກຄະສາວົກແມ່ນການໃສ່ໃຈໃນການເຜີຍແຜ່ຂ່າວປະເສີດ. ແນ່ນອນ, ໄພ່ພົນທັງປວງກໍສາມາດປະຕິບັດພາລະກິດນີ້ເຊັ່ນກັນ, ແຕ່ພວກເຂົາຕ້ອງມີສະຕິປັນຍາໃນການເຮັດສິ່ງນີ້ ແລະ ຕ້ອງລະເວັ້ນຈາກການສ້າງບັນຫາ. ສິ່ງທີ່ກ່າວມາຂ້າງເທິງແມ່ນວິທີການປະຕິບັດໃນປັດຈຸບັນ. ອີກຢ່າງ ເພື່ອເປັນການເຕືອນໃຈ ພວກເຈົ້າຕ້ອງໃສ່ໃຈກັບການເຮັດໃຫ້ບົດເທດສະໜາຂອງພວກເຈົ້າເລິກເຊິ່ງຍິ່ງຂຶ້ນ, ເພື່ອວ່າທຸກຄົນຈະໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງເຮົາ. ພວກເຈົ້າຕ້ອງຕິດຕາມພຣະທຳຂອງເຮົາຢ່າງໃກ້ຊິດ ແລະ ເຮັດໃຫ້ທຸກຄົນເຂົ້າໃຈພຣະທຳເຫຼົ່ານັ້ນຢ່າງຊັດເຈນ ແລະ ບໍ່ມີຂໍ້ສົງໄສໃດໆທັງສິ້ນ. ສິ່ງນີ້ເປັນເລື່ອງສຳຄັນທີ່ສຸດ. ຄົນທີ່ຢູ່ທ່າມກາງປະຊາຊົນຂອງເຮົາທີ່ມີຄວາມຄິດຫັກຫຼັງຕ້ອງຖືກກຳຈັດ ແລະ ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງເຮົາດົນເກີນໄປ ເພື່ອບໍ່ໃຫ້ພວກເຂົານໍາເອົາຄວາມອັບອາຍມາສູ່ນາມຂອງເຮົາ.
ວັນທີ 21 ກຸມພາ 1992