ບົດນໍາ

ໃນວັນທີ 11 ກຸມພາ ປີ 1991, ພຣະເຈົ້າໄດ້ກ່າວພຣະຄຳຂອງພຣະອົງເປັນຄັ້ງທຳອິດໃນຄຣິສຕະຈັກ ແລະ ພຣະຄຳນີ້ກໍມີຜົນພິເສດຕໍ່ທຸກຄົນທີ່ດຳລົງຊີວິດຢູ່ໃນກະແສຂອງພຣະວິນຍານບໍລິສຸດໃນເວລານັ້ນ. ພຣະຄຳຂໍ້ນີ້ໄດ້ກ່າວເຖິງ “ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ” ແລະ “ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງ”. ດ້ວຍພຣະທຳທີ່ມີຄວາມໝາຍຢ່າງເລິກເຊິ່ງເຫຼົ່ານີ້, ທຸກຄົນແມ່ນໄດ້ຖືກນໍາເຂົ້າສູ່ອານາຈັກໃໝ່. ທຸກຄົນທີ່ໄດ້ອ່ານພຣະຄຳນີ້ຮູ້ສຶກເຖິງການຊີ້ແຈງເຖິງພາລະກິດໃໝ່, ພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າກຳລັງຈະລິເລີ່ມ. ມັນແມ່ນພຣະຄຳທີ່ສວຍງາມ, ນິ້ມນວນ ແລະ ກະທັດຮັດນີ້ທີ່ໄດ້ນໍາພາມະນຸດຊາດທັງປວງເຂົ້າສູ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເຂົ້າສູ່ຍຸກໃໝ່ ແລະ ວາງພື້ນຖານ ແລະ ກຳນົດຂັ້ນຕອນສຳລັບພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງນີ້. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະຄຳທີ່ພຣະເຈົ້າໄດ້ກ່າວໃນເວລານີ້ແມ່ນພຣະຄຳທີ່ເຊື່ອມຕໍ່ຍຸກຕ່າງໆ, ມັນຄືຄັ້ງທຳອິດນັບຕັ້ງແຕ່ການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນທີ່ພຣະເຈົ້າໄດ້ກ່າວຢ່າງເປີດເຜີຍຕໍ່ມະນຸດຊາດ, ມັນຄືຄັ້ງທຳອິດທີ່ພຣະອົງໄດ້ກ່າວຫຼັງຈາກທີ່ລີ້ລັບເປັນເວລາສອງພັນປີ ແລະ ຍິ່ງໄປກວ່ານັ້ນ ມັນຄືການເລີ່ມຕົ້ນ, ເປັນຈຸດເລີ່ມຕົ້ນທີ່ສຳຄັນ ສຳລັບພາລະກິດທີ່ພຣະເຈົ້າກຳລັງຈະປະຕິບັດໃນຍຸກແຫ່ງອານາຈັກ.

ຄັ້ງທຳອິດທີ່ພຣະເຈົ້າກ່າວພຣະຄຳ, ພຣະອົງກ່າວໃນລັກສະນະຄຳສັນລະເສີນຈາກທັດສະນະຂອງບຸກຄົນທີສາມ, ໃນພາສາທີ່ທັງສະຫງ່າງາມ ແລະ ລຽບງ່າຍ, ພ້ອມທັງການສະໜອງຊີວິດທີ່ເຂົ້າໃຈໄດ້ໂດຍທັນທີ ແລະ ຢ່າງງ່າຍດາຍ. ດ້ວຍສິ່ງນີ້, ພຣະອົງຈຶ່ງເອົາຜູ້ຄົນກຸ່ມນ້ອຍນີ້, ຜູ້ທີ່ຮູ້ຈັກພຽງແຕ່ຮັບເອົາພຣະຄຸນຂອງພຣະອົງ ໃນຂະນະທີ່ກຳລັງລໍຖ້າການກັບຄືນມາຂອງພຣະເຢຊູເຈົ້າຢ່າງຮ້ອນຮົນ ແລະ ນໍາພວກເຂົາເຂົ້າສູ່ອີກຂັ້ນຕອນໜຶ່ງຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະເຈົ້າຢ່າງງຽບໆ. ພາຍໃຕ້ສະຖານະການເຫຼົ່ານີ້, ມະນຸດຊາດບໍ່ຮູ້ຫຍັງເລີຍ ແລະ ແຮງໄກທີ່ຈະກ້າຈິນຕະນາການວ່າ ໃນທີ່ສຸດແລ້ວ ພຣະເຈົ້າກຳລັງຈະປະຕິບັດພາລະກິດແບບໃດ ຫຼື ແມ່ນຫຍັງຄືສິ່ງທີ່ລໍຖ້າໃນຫົນທາງຂ້າງໜ້າ. ຫຼັງຈາກນັ້ນ ພຣະເຈົ້າສືບຕໍ່ກ່າວພຣະຄຳຫຼາຍຢ່າງເພື່ອນໍາມະນຸດຊາດເທື່ອລະບາດກ້າວເຂົ້າສູ່ຍຸກໃໝ່. ຢ່າງໜ້າອັດສະຈັນໃຈ, ພຣະຄຳທຸກຂໍ້ຂອງພຣະເຈົ້າແມ່ນແຕກຕ່າງກັນໃນເນື້ອຫາ ແລະ ຍິ່ງໄປກວ່ານັ້ນ ແມ່ນໃຊ້ຮູບແບບຂອງຄຳສັນລະເສີນ ແລະ ວິທີກ່າວທີ່ແຕກຕ່າງກັນ. ພຣະຄຳເຫຼົ່ານີ້ ທີ່ຄ້າຍຄືກັນໃນນໍ້າສຽງ ແຕ່ແຕກຕ່າງກັນໃນເນື້ອຫາແມ່ນເຕັມໄປດ້ວຍຄວາມຮູ້ສຶກຫ່ວງໃຍ ແລະ ກັງວົນຂອງພຣະເຈົ້າໂດຍບໍ່ປ່ຽນແປງ ແລະ ແຕ່ລະຂໍ້ສ່ວນໃຫຍ່ແມ່ນມີການສະໜອງຊີວິດດ້ວຍເນື້ອຫາທີ່ແຕກຕ່າງກັນ, ພ້ອມທັງພຣະທຳແຫ່ງການເຕືອນ, ການຕັກເຕືອນ ແລະ ການປອບໃຈຈາກພຣະເຈົ້າສູ່ມະນຸດ. ໃນພຣະຄຳເຫຼົ່ານີ້, ຂໍ້ຄວາມເຊັ່ນນີ້ປາກົດຂຶ້ນຊໍ້າແລ້ວຊໍ້າອີກ: “ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ... ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ”; “ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ”; “ພຣະອົງຈັບຈັກກະວານໄວ້ໃນມືຂອງພຣະອົງ”; ແລະ ອື່ນໆອີກ. ເນື້ອຄວາມແມ່ນໄດ້ຖືກຖ່າຍທອດໃນຂໍ້ຄວາມເຫຼົ່ານີ້ ຫຼື ຄົນໆໜຶ່ງສາມາດເວົ້າໄດ້ວ່າ ຂໍ້ຄວາມເຫຼົ່ານີ້ໄດ້ຖ່າຍທອດເນື້ອຄວາມສູ່ມະນຸດຊາດ: ພຣະເຈົ້າໄດ້ເຂົ້າມາສູ່ໂລກມະນຸດແລ້ວ, ພຣະເຈົ້າກຳລັງຈະເລີ່ມຕົ້ນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າ, ອານາຈັກຂອງພຣະເຈົ້າໄດ້ລົງມາຢູ່ທ່າມກາງກຸ່ມຄົນໃດໜຶ່ງແລ້ວ ແລະ ພຣະເຈົ້າໄດ້ຮັບເອົາສະຫງ່າລາສີ ແລະ ເອົາຊະນະຝູງສັດຕູຂອງພຣະອົງແລ້ວ. ພຣະຄຳແຕ່ລະຂໍ້ຂອງພຣະເຈົ້າຈັບໃຈຂອງມະນຸດທຸກຄົນ. ມະນຸດຊາດທັງປວງລໍຖ້າຢ່າງຮ້ອນຮົນໃຫ້ພຣະເຈົ້າກ່າວພຣະທຳໃໝ່ຫຼາຍຂຶ້ນ, ຍ້ອນທຸກຄັ້ງທີ່ພຣະເຈົ້າກ່າວ ພຣະອົງໄດ້ສັ່ນຫົວໃຈຂອງມະນຸດຈົນເຖິງຮາກຂອງມັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈັດການ ແລະ ຄວບຄຸມທຸກການເຄື່ອນໄຫວ ແລະ ທຸກຄວາມຮູ້ສຶກຂອງມະນຸດ, ເພື່ອວ່າມະນຸດຊາດຈະເລີ່ມເພິ່ງພາ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອເຊີດຊູພຣະທຳຂອງພຣະເຈົ້າ... ໃນວິທີນີ້, ຜູ້ຄົນຈຳນວນຫຼວງຫຼາຍໄດ້ລືມພຣະຄຳພີຢ່າງສິ້ນເຊີງໂດຍບໍ່ຮູ້ຕົວ ແລະ ເຖິງກັບຍອມຮັບສາລະພາບຕໍ່ຄຳເທດສະນາ ແລະ ບົດຂຽນທີ່ຫຼ້າສະໄໝຂອງບຸກຄົນຝ່າຍວິນຍານ, ເພາະພວກເຂົາບໍ່ສາມາດຄົ້ນພົບພື້ນຖານໃດເລີຍສຳລັບພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນບົດຂຽນຜ່ານມາ ຫຼື ພວກເຂົາບໍ່ສາມາດຄົ້ນພົບຈຸດປະສົງຂອງພຣະເຈົ້າໃນການກ່າວພຣະຄຳເຫຼົ່ານີ້ໃນທຸກບ່ອນ. ເມື່ອເປັນເຊັ່ນນີ້, ອີກຫຼາຍສໍ່າໃດທີ່ຈະເຮັດໃຫ້ມະນຸດຊາດຕ້ອງຍອມຮັບວ່າພຣະຄຳເຫຼົ່ານີ້ແມ່ນສຽງຂອງພຣະເຈົ້າທີ່ບໍ່ໄດ້ເຫັນ ຫຼື ໄດ້ຍິນມາກ່ອນນັບຕັ້ງແຕ່ຕອນເລີ່ມຕົ້ນ, ພວກມັນຢູ່ເໜືອການຢັ່ງເຖິງຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ພວກມັນຢູ່ເໜືອທຸກສິ່ງທີ່ບຸກຄົນຝ່າຍວິນຍານໄດ້ກ່າວໃນຍຸກຕ່າງໆທີ່ຜ່ານມາ ຫຼື ພຣະຄຳໃນອະດີດຂອງພຣະເຈົ້າ. ເມື່ອຖືກກະຕຸ້ນໂດຍພຣະຄໍາທຸກຂໍ້ເຫຼົ່ານີ້, ມະນຸດຊາດກໍໄດ້ເຂົ້າສູ່ລັດສະໝີແຫ່ງພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ຮູ້ຕົວ, ເຂົ້າສູ່ຊີວິດທີ່ຢູ່ໃນແຖວໜ້າຂອງຍຸກໃໝ່. ເມື່ອຖືກກະຕຸ້ນໂດຍພຣະທຳຂອງພຣະເຈົ້າ, ມະນຸດຊາດທີ່ເຕັມໄປດ້ວຍການຄາດຫວັງກໍໄດ້ຊີມລົດຊາດດ້ວຍຕົນເອງຄວາມຫວານຂອງການຖືກນໍາພາດ້ວຍພຣະທຳຂອງພຣະເຈົ້າ. ເຮົາເຊື່ອວ່າ ຊ່ວງໄລຍະທີ່ຜ່ານໄປຢ່າງໄວນີ້ເປັນເວລາທີ່ມະນຸດທຸກຄົນຈະລະນຶກເຖິງດ້ວຍຄວາມຊົງຈໍາຢ່າງຍາວນານ, ເມື່ອໃນຄວາມເປັນຈິງແລ້ວ ສິ່ງທີ່ມະນຸດຊາດໄດ້ຮັບໃນຊ່ວງເວລານີ້ບໍ່ໄດ້ເປັນຫຼາຍກວ່າລັດສະໝີແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນໆໜຶ່ງບໍ່ສາມາດເອີ້ນມັນວ່າ ລົດຊາດຫວານຂອງນໍ້າຕານທີ່ເຄືອບດ້ວຍເມັດຢາ. ນີ້ກໍຍ້ອນ ຈາກຈຸດນີ້ເປັນຕົ້ນໄປ ຍັງຢູ່ພາຍໃຕ້ການນໍາພາແຫ່ງພຣະທຳຂອງພຣະເຈົ້າ, ຍັງຢູ່ພາຍໃຕ້ລັດສະໝີແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຊາດຖືກນໍາພາເຂົ້າສູ່ອີກໄລຍະໜຶ່ງຂອງພຣະທຳຂອງພຣະເຈົ້າໂດຍບໍ່ຮູ້ຕົວ ເຊິ່ງເປັນບາດກ້າວທຳອິດຂອງພາລະກິດ ແລະ ພຣະຄຳຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ນັ້ນກໍຄື ການທົດລອງຂອງຜູ້ບໍລິການ.

ພຣະທຳທີ່ກ່າວກ່ອນການທົດລອງຂອງຜູ້ບໍລິການສ່ວນໃຫຍ່ແມ່ນຢູ່ໃນຮູບແບບການສັ່ງສອນ, ການຕັກເຕືອນ, ການຕິເຕືອນ ແລະ ການລົງວິໄນ ແລະ ໃນບາງແຫ່ງ ພຣະທໍາເຫຼົ່ານັ້ນກໍໃຊ້ການກ່າວແບບດັ່ງເດີມທີ່ໃຊ້ໃນຍຸກແຫ່ງພຣະຄຸນ, ໂດຍໃຊ້ ຄໍາວ່າ “ລູກຊາຍຂອງເຮົາ” ສຳລັບຄົນທີ່ຕິດຕາມພຣະເຈົ້າ ເພື່ອເຮັດໃຫ້ມັນງ່າຍຂຶ້ນສຳລັບມະນຸດຊາດທີ່ຈະຍັບເຂົ້າໃກ້ພຣະເຈົ້າ ຫຼື ເພື່ອວ່າມະນຸດຊາດອາດຈະຖືວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າເປັນຄວາມສຳພັນທີ່ໃກ້ຊິດກັນ. ໃນວິທີນີ້ ບໍ່ວ່າພຣະເຈົ້າສະແດງການພິພາກສາຫຍັງກໍຕາມຕໍ່ຄວາມທະນົງຕົວ, ຄວາມອວດດີ ແລະ ອຸປະນິໄສອື່ນໆທີ່ເສື່ອມຊາມຂອງມະນຸດຊາດ, ມະນຸດກໍຈະສາມາດຈັດການ ແລະ ຍອມຮັບມັນໃນຖານະທີ່ເປັນ “ລູກຊາຍ” ຂອງເຂົາ, ໂດຍບໍ່ມີຄວາມເປັນປໍລະປັກຕໍ່ພຣະຄຳຂອງ “ພຣະເຈົ້າພຣະບິດາ”, ນອກເໜືອຈາກນັ້ນ ສັນຍາທີ່ “ພຣະເຈົ້າພຣະບິດາ” ໄດ້ເຮັດໄວ້ກັບ “ລູກຊາຍ” ຂອງພຣະອົງແມ່ນບໍ່ມີຂໍ້ສົງໄສເລີຍ. ໃນລະຫວ່າງຊ່ວງເວລານີ້, ມະນຸດຊາດທັງປວງໄດ້ຮັບການເປັນຢູ່ໂດຍປາສະຈາກບັນຫາຄືກັນກັບການເປັນຢູ່ຂອງເດັກນ້ອຍອ່ອນ ແລະ ສິ່ງນີ້ກໍໄດ້ບັນລຸຈຸດປະສົງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ເມື່ອພວກເຂົາໄດ້ເຂົ້າສູ່ “ຄວາມເປັນຜູ້ໃຫຍ່”, ພຣະອົງກໍຈະເລີ່ມສະແດງການພິພາກສາຕໍ່ພວກເຂົາ. ສິ່ງນີ້ຍັງໄດ້ວາງພື້ນຖານສຳລັບພາລະກິດແຫ່ງການພິພາກສາມະນຸດຊາດທີ່ພຣະເຈົ້າໄດ້ເລີ່ມຕົ້ນຢ່າງເປັນທາງການໃນຍຸກແຫ່ງອານາຈັກ. ເພາະພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງນີ້ຫຼັກໆແມ່ນເພື່ອພິພາກສາ ແລະ ເອົາຊະນະມະນຸດຊາດທັງປວງ, ທັນທີທີ່ມະນຸດວາງຕີນຂອງເຂົາເທິງພື້ນດິນຢ່າງໝັ້ນຄົງ, ພຣະເຈົ້າກໍຈະເລີ່ມເຂົ້າສູ່ວິທີທາງຂອງພາລະກິດຂອງພຣະອົງທັນທີ ນັ້ນກໍຄື ພາລະກິດທີ່ພຣະອົງພິພາກສາມະນຸດ ແລະ ຂ້ຽນຕີເຂົາ. ເຫັນໄດ້ຢ່າງຈະແຈ້ງວ່າ ພຣະຄຳທຸກຂໍ້ກ່ອນການທົດລອງຜູ້ບໍລິການແມ່ນຖືກກ່າວອອກເພື່ອໃຫ້ຜ່ານພົ້ນການປ່ຽນແປງ, ຈຸດປະສົງທີ່ແທ້ຈິງແມ່ນມີຫຼາຍກວ່າທີ່ມັນປາກົດອອກ. ເຈດຕະນາອັນຮ້ອນຮົນຂອງພຣະເຈົ້າກໍຄື ພຣະອົງອາດຈະສາມາດເລີ່ມຕົ້ນພາລະກິດຂອງພຣະອົງໃນຍຸກແຫ່ງອານາຈັກຢ່າງເປັນທາງການ ໃຫ້ໄວເທົ່າທີ່ຈະໄວໄດ້. ບໍ່ມີທາງທີ່ພຣະອົງຈະປາຖະໜາສືບຕໍ່ຊັກຊວນມະນຸດຊາດໄປຂ້າງໜ້າໂດຍປ້ອນເມັດຢາທີ່ເຄືອບດ້ວຍນໍ້າຕານ; ກົງກັນຂ້າມ ພຣະອົງຮ້ອນຮົນທີ່ຈະເຫັນໃບໜ້າທີ່ແທ້ຈິງຂອງມະນຸດທຸກຄົນມາຢູ່ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະອົງ ແລະ ພຣະອົງຍິ່ງປາຖະໜາຢ່າງຮ້ອນຮົນຢ່າງຍິ່ງທີ່ຈະເຫັນທ່າທີທີ່ແທ້ຈິງທີ່ມະນຸດຊາດທັງປວງຈະມີຕໍ່ພຣະອົງຫຼັງຈາກທີ່ສູນເສຍພຣະຄຸນຂອງພຣະອົງ. ພຣະອົງພຽງປາຖະໜາຢາກເຫັນຜົນ, ບໍ່ແມ່ນຢາກເຫັນຂະບວນການ. ແຕ່ໃນເວລານັ້ນ ບໍ່ມີຜູ້ໃດເຂົ້າໃຈເຈດຕະນາອັນຮ້ອນຮົນຂອງພຣະເຈົ້າ, ເພາະວ່າ ຫົວໃຈຂອງມະນຸດກັງວົນພຽງແຕ່ກັບຈຸດໝາຍປາຍທາງຂອງເຂົາ ແລະ ຄວາມຄາດຫວັງໃນອະນາຄົດຂອງເຂົາ. ບໍ່ປະຫຼາດໃຈເລີຍທີ່ການພິພາກສາຂອງພຣະເຈົ້າແມ່ນແນໃສ່ມະນຸດຊາດທັງປວງຄັ້ງແລ້ວຄັ້ງເລົ່າ. ມີພຽງແຕ່ເມື່ອມະນຸດຊາດໄດ້ເລີ່ມຕົ້ນດຳລົງຊີວິດທີ່ປົກກະຕິຂອງມະນຸດໂດຍພາຍໃຕ້ການນໍາພາຂອງພຣະເຈົ້າ, ທ່າທີຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຈຶ່ງໄດ້ປ່ຽນ.

ປີ 1991 ແມ່ນປີທີ່ບໍ່ປົກກະຕິ; ໃຫ້ພວກເຮົາເອີ້ນປີນີ້ວ່າ “ປີທອງ”. ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດໃໝ່ຂອງຍຸກແຫ່ງອານາຈັກ ແລະ ເນັ້ນພຣະຄຳຂອງພຣະອົງໃສ່ມະນຸດຊາດທັງປວງ. ໃນເວລາດຽວກັນ, ມະນຸດຊາດກໍໄດ້ຮັບຄວາມອົບອຸ່ນທີ່ບໍ່ເຄີຍມີມາກ່ອນ ແລະ ຍິ່ງໄປກວ່ານັ້ນ ແມ່ນໄດ້ຜະເຊີນກັບຄວາມເຈັບປວດຈາກການພິພາກຂອງພຣະເຈົ້າຕໍ່ສາມະນຸດແບບບໍ່ເຄີຍມີມາກ່ອນ. ມະນຸດຊາດໄດ້ຊີມລົດຊາດຄວາມຫວານທີ່ບໍ່ເຄີຍຮູ້ຈັກ ແລະ ຮູ້ສຶກມາກ່ອນ, ພ້ອມທັງລົດຊາດຂອງການພິພາກສາ ແລະ ການປະຖິ້ມທີ່ບໍ່ເຄີຍຮູ້ຈັກມາກ່ອນອີກດ້ວຍ, ຄືກັບວ່າພວກເຂົາໄດ້ຮັບເອົາພຣະເຈົ້າ ແລະ ອີກຄັ້ງ ຄືກັບວ່າພວກເຂົາໄດ້ສູນເສຍພຣະເຈົ້າ. ການທົນທຸກໃນການຄອບຄອງ ແລະ ການທົນທຸກຕໍ່ຄວາມຍາກລໍາບາກ, ຄວາມຮູ້ສຶກເຫຼົ່ານີ້ເປັນທີ່ຮູ້ຈັກຕໍ່ຄົນທີ່ໄດ້ຜະເຊີນພວກມັນເປັນການສ່ວນຕົວເທົ່ານັ້ນ; ມັນຄືສິ່ງທີ່ມະນຸດບໍ່ມີຄວາມສາມາດ ຫຼື ວິທີການທີ່ຈະບັນຍາຍໄດ້. ບາດແຜແບບນີ້ແມ່ນສິ່ງທີ່ພຣະເຈົ້າປະທານໃຫ້ແກ່ມະນຸດທຸກຄົນດັ່ງຮູບແບບຂອງປະສົບການ ແລະ ຊັບສິນທີ່ບໍ່ສາມາດຈັບຕ້ອງໄດ້. ຕາມຄວາມຈິງແລ້ວ ເນື້ອຫາຂອງພຣະຄຳທີ່ພຣະເຈົ້າໄດ້ກ່າວໃນປີນີ້ຕົກຢູ່ໃນສອງພາກສ່ວນໃຫຍ່: ພາກສ່ວນທຳອິດແມ່ນບ່ອນທີ່ພຣະເຈົ້າລົງສູ່ໂລກມະນຸດເພື່ອເຊີນຊວນມະນຸດຊາດໃຫ້ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຖານະແຂກ; ພາກສ່ວນທີສອງແມ່ນໃນກໍລະນີທີ່ມະນຸດຊາດຖືກພຣະເຈົ້າໃຊ້ໃນຖານະຜູ້ບໍລິການ ຫຼັງຈາກໄດ້ກິນ ແລະ ດື່ມຈົນອີ່ມແລ້ວ. ແນ່ນອນ ມັນເຫັນໄດ້ຢ່າງຊັດເຈນວ່າ ພາກສ່ວນທຳອິດຄືຄວາມປາຖະໜາອັນມີຄ່າສູງສຸດ ແລະ ຢ່າງຈິງຈັງທີ່ສຸດຂອງມະນຸດຊາດ, ຍິ່ງໄປກວ່ານັ້ນກໍຍ້ອນມະນຸດໄດ້ສ້າງຄວາມເບີກບານຢ່າງຕິດນິໄສກັບທຸກສິ່ງທີ່ກ່ຽວກັບພຣະເຈົ້າໃຫ້ເປັນເປົ້າໝາຍແຫ່ງຄວາມເຊື່ອທີ່ພວກເຂົາມີໃນພຣະອົງຕັ້ງແຕ່ໃດມາ. ນີ້ຄືເຫດຜົນທີ່ເປັນຫຍັງ ທັນທີທີ່ພຣະເຈົ້າເລີ່ມຕົ້ນກ່າວພຣະຄຳຂອງພຣະອົງ, ມະນຸດຊາດຈຶ່ງລ້ວນແລ້ວແຕ່ກຽມພ້ອມທີ່ຈະເຂົ້າສູ່ອານາຈັກ ແລະ ລໍຖ້າຢູ່ທີ່ນັ້ນເພື່ອໃຫ້ພຣະເຈົ້າປະທານລາງວັນທີ່ແຕກຕ່າງກັນໃຫ້ແກ່ພວກເຂົາ. ຜູ້ຄົນທີ່ຢູ່ໃນສະຖານະການເຫຼົ່ານີ້ບໍ່ໄດ້ຈ່າຍລາຄາອັນເໝາະສົມ ໂດຍການປ່ຽນແປງອຸປະນິໄສຂອງພວກເຂົາ, ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ອື່ນໆອີກ. ໂດຍເບິ່ງແບບຜີວເຜີນແລ້ວ ມະນຸດເບິ່ງຄືວ່າວຸ້ນວາຍຢູ່ເລື້ອຍໆໃນຂະນະທີ່ພວກເຂົາເສຍສະຫຼະຕົນເອງ ແລະ ເຮັດວຽກເພື່ອພຣະເຈົ້າ, ໃນຂະນະທີ່ ຄວາມເປັນຈິງແລ້ວ ໃນສ່ວນລັບຂອງສ່ວນເລິກທີ່ສຸດຂອງຫົວໃຈພວກເຂົາ, ພວກເຂົາກຳລັງຄິດເຖິງບາດກ້າວຕໍ່ໄປທີ່ພວກເຂົາຄວນຍ່າງເພື່ອຮັບເອົາພອນ ຫຼື ເພື່ອປົກຄອງດັ່ງກະສັດ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ໃນຂະນະທີ່ຫົວໃຈຂອງມະນຸດກຳລັງຮັບເອົາພຣະເຈົ້າ, ໃນເວລາດຽວກັນພວກເຂົາກໍຄິດຄຳນວນກ່ຽວກັບພຣະເຈົ້າ. ມະນຸດຊາດທີ່ຢູ່ໃນສະພາບແບບນີ້ແມ່ນພົບກັບຄວາມກຽດຊັງ ແລະ ຄວາມລັງກຽດຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າຈະບໍ່ອົດກັ້ນຕໍ່ການທີ່ມະນຸດຫຼອກລວງ ຫຼື ໃຊ້ພຣະອົງ. ບໍ່ມີມະນຸດຄົນໃດສາມາດຢັ່ງເຖິງສະຕິປັນຍາຂອງພຣະເຈົ້າໄດ້. ມັນແມ່ນຢູ່ທ່າມກາງການອົດກັ້ນກັບການທົນທຸກເຫຼົ່ານີ້ທັງໝົດທີ່ພຣະອົງໄດ້ກ່າວສ່ວນທຳອິດຂອງພຣະຄຳຂອງພຣະອົງ. ພຣະເຈົ້າອົດກັ້ນກັບການທົນທຸກຫຼາຍສໍ່າໃດ ແລະ ພຣະອົງເສຍສະຫຼະຄວາມຫ່ວງໃຍ ແລະ ຄວາມຄິດຫຼາຍສໍ່າໃດໃນເວລານີ້, ບໍ່ມີມະນຸດຄົນໃດສາມາດຈິນຕະນາການໄດ້. ຈຸດປະສົງຂອງສ່ວນທຳອິດຂອງພຣະຄຳເຫຼົ່ານີ້ແມ່ນເພື່ອເປີດໂປງລັກສະນະທີ່ແຕກຕ່າງກັນຂອງຄວາມຂີ້ຮ້າຍທີ່ມະນຸດໄດ້ສະແດງອອກ ເມື່ອຜະເຊີນກັບຕໍາແໜ່ງ ແລະ ຜົນປະໂຫຍດ ແລະ ເພື່ອເປີດໂປງຄວາມໂລພາ ແລະ ຄວາມຕໍ່າຊ້າຂອງມະນຸດ. ເຖິງແມ່ນວ່າ ໃນການກ່າວ ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງດ້ວຍນໍ້າສຽງທີ່ຈິງໃຈ ແລະ ຈິງຈັງຂອງແມ່ອັນເປັນທີ່ຮັກ, ຄວາມໂກດຮ້າຍທີ່ຢູ່ໃນສ່ວນເລິກທີ່ສຸດຂອງຫົວໃຈຂອງພຣະອົງແມ່ນເຜົາໄໝ້ຄືກັບດວງຕາເວັນໃນຕອນທ່ຽງ, ຄືກັບວ່າມັນຖືກແນໃສ່ສັດຕູຂອງພຣະອົງ. ພາຍໃຕ້ສະຖານະການໃດກໍຕາມ ພຣະເຈົ້າບໍ່ເຕັມໃຈທີ່ຈະກ່າວຕໍ່ກຸ່ມຄົນທີ່ກຳລັງຂາດລັກສະນະທີ່ປົກກະຕິຂອງມະນຸດຊາດ ແລະ ດ້ວຍເຫດນັ້ນ ເມື່ອໃດກໍຕາມທີ່ພຣະອົງກ່າວ ພຣະອົງກໍຈະອົດກັ້ນຄວາມໂກດຮ້າຍທີ່ຢູ່ໃນຫົວໃຈຂອງພຣະອົງໄວ້, ໃນຂະນະດຽວກັນ ພຣະອົງກໍບັງຄັບໃຫ້ຕົນເອງກ່າວພຣະຄຳຂອງພຣະອົງ. ຍິ່ງໄປກວ່ານັ້ນ ພຣະອົງແມ່ນກ່າວຕໍ່ມະນຸດຊາດທີ່ປາສະຈາກຄວາມເປັນມະນຸດປົກກະຕິ, ໄຮ້ເຫດຜົນ, ເສື່ອມຊາມຈົນເຖິງທີ່ສຸດ, ໂດຍມີຄວາມໂລພາຝັງເລິກເປັນທຳມະຊາດອັນທີສອງຂອງພວກເຂົາ ແລະ ບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະເຈົ້າຈົນເຖິງຈຸດຈົບຢ່າງຂົມຂື່ນ. ຄວາມເລິກທີ່ຊົນຊາດມະນຸດໄດ້ຕົກລົງສູ່ ແລະ ຂອບເຂດຂອງຄວາມລັງກຽດ ແລະ ຄວາມເບື່ອໜ່າຍຂອງພຣະເຈົ້າສຳລັບຊົນຊາດມະນຸດແມ່ນສາມາດຈິນຕະນາການໄດ້ຢ່າງງ່າຍດາຍ; ສິ່ງທີ່ຍາກທີ່ມະນຸດຊາດຈະຈິນຕະນາການໄດ້ກໍຄືຄວາມເຈັບປວດທີ່ພວກເຂົາໄດ້ສ້າງໃຫ້ກັບພຣະເຈົ້າ, ສິ່ງນັ້ນແມ່ນເປັນໄປບໍ່ໄດ້ທີ່ຈະບັນຍາຍດ້ວຍຄຳເວົ້າ. ແຕ່ມັນແມ່ນຍ້ອນເບື້ອງຫຼັງນີ້ແທ້ໆ ທີ່ບໍ່ມີຜູ້ໃດສາມາດຄົ້ນພົບວ່າຫົວໃຈຂອງພຣະເຈົ້າໄດ້ທົນທຸກແນວໃດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດຄົ້ນພົບວ່າມະນຸດຊາດໄຮ້ເຫດຜົນ ແລະ ບໍ່ສາມາດແກ້ໄຂ້ໄດ້ສໍ່າໃດ, ແຕ່ລະຄົນຈຶ່ງລະເລີຍໂດຍບໍ່ມີຢາງອາຍແມ່ນແຕ່ເລັກນ້ອຍ ຫຼື ຄວາມລັງເລໃຈແມ່ນແຕ່ໜ້ອຍດຽວວ່າ ພວກເຂົາມີສິດຂອງລູກຊາຍຂອງພຣະເຈົ້າທີ່ຈະໄດ້ຮັບລາງວັນທັງໝົດທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ແກ່ມະນຸດ, ຈົນເຖິງຈຸດທີ່ແຂ່ງຂັນກັນເອງ ໂດຍທີ່ບໍ່ມີຜູ້ໃດປາຖະໜາທີ່ຈະຕົກໄປຢູ່ຂ້າງຫຼັງ ແລະ ທຸກຄົນຢ້ານຢ່າງເລິກໆຕໍ່ການສູນເສຍ. ເຈົ້າຄວນຮູ້ໃນຕອນນີ້ວ່າ ຕໍາແໜ່ງປະເພດໃດທີ່ຜູ້ຄົນໃນເວລານັ້ນມີໃນສາຍຕາຂອງພຣະເຈົ້າ. ຊົນຊາດເຊັ່ນນີ້ຈະສາມາດໄດ້ຮັບລາງວັນຂອງພຣະເຈົ້າໄດ້ແນວໃດ? ແຕ່ສິ່ງທີ່ມະນຸດໄດ້ຮັບຈາກພຣະເຈົ້າຄືຊັບສົມບັດທີ່ລໍ້າຄ່າທີ່ສຸດຕະຫຼອດເວລາ ແລະ ໃນທາງກົງກັນຂ້າມ ສິ່ງທີ່ພຣະເຈົ້າໄດ້ຮັບຈາກມະນຸດຄືຄວາມເຈັບປວດທີ່ສຸດ. ຕັ້ງແຕ່ການເລີ່ມຕົ້ນຂອງຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ, ນີ້ແມ່ນສິ່ງທີ່ມະນຸດໄດ້ຮັບຈາກພຣະເຈົ້າສະເໝີມາ ແລະ ນີ້ແມ່ນສິ່ງທີ່ເຂົາໄດ້ມອບໃຫ້ແກ່ພຣະເຈົ້າເປັນການຕອບແທນຢູ່ສະເໝີ.

ເຖິງແມ່ນວ່າ ພຣະເຈົ້າຈະເຜົາໄໝ້ໄປດ້ວຍຄວາມກັງວົນໃຈ, ເມື່ອພຣະອົງເຫັນຊົນຊາດຂອງມະນຸດນີ້ ທີ່ເສື່ອມຊາມຈົນເຖິງທີ່ສຸດ, ພຣະອົງບໍ່ມີທາງເລືອກ ນອກຈາກທີ່ຈະໂຍນພວກເຂົາຖິ້ມໃນທະເລແຫ່ງໄຟ ເພື່ອວ່າພວກເຂົາຈະຖືກຫຼໍ່ຫຼອມ. ນີ້ຄືສ່ວນທີສອງຂອງພຣະຄຳຂອງພຣະເຈົ້າ ເຊິ່ງພຣະເຈົ້າໄດ້ໃຊ້ມະນຸດຊາດໃຫ້ເປັນຜູ້ບໍລິການຂອງພຣະອົງ. ໃນສ່ວນນີ້, ພຣະເຈົ້າເລີ່ມຕົ້ນຈາກຄວາມອ່ອນໂຍນຈົນເຖິງຄວາມຮຸນແຮງ ແລະ ຈາກເລັກນ້ອຍຈົນເຖິງຈຳນວນຫຼາຍ, ໃນເລື່ອງຂອງວິທີການ ແລະ ໄລຍະເວລາ ແມ່ນໃຊ້ຕໍາແໜ່ງ “ບຸກຄົນຂອງພຣະເຈົ້າ” ໃຫ້ເປັນເຫຍື່ອລໍ້ເພື່ອເປີດໂປງທຳມະຊາດທີ່ເສື່ອມຊາມຂອງມະນຸດ ໃນຂະນະດຽວກັນນັ້ນກໍນໍາສະເໜີປະເພດທີ່ແຕກຕ່າງກັນຂອງ[ກ] ຜູ້ບໍລິການ, ປະຊາຊົນຂອງພຣະເຈົ້າ ແລະ ບຸດຊາຍຂອງພຣະເຈົ້າໃຫ້ມະນຸດຊາດໄດ້ເລືອກ. ແນ່ນອນ, ດັ່ງທີ່ພຣະເຈົ້າໄດ້ທຳນວາຍໄວ້, ບໍ່ມີຜູ້ໃດເລືອກທີ່ຈະກາຍມາເປັນຜູ້ບໍລິການໃຫ້ກັບພຣະເຈົ້າ ແລະ ກົງກັນຂ້າມ ທຸກຄົນພະຍາຍາມທີ່ຈະກາຍມາເປັນບຸກຄົນຂອງພຣະເຈົ້າ. ເຖິງແມ່ນວ່າ ໃນລະຫວ່າງເວລານີ້ ຄວາມຮຸນແຮງທີ່ພຣະເຈົ້າກ່າວແມ່ນສິ່ງທີ່ມະນຸດບໍ່ເຄີຍຄາດການເລີຍ ແລະ ແຮງໄກທີ່ພວກເຂົາຈະເຄີຍໄດ້ຍິນ, ເຖິງຢ່າງໃດກໍຕາມ ເມື່ອກັງວົນກັບສະຖານະຫຼາຍເກີນໄປ ແລະ ນອກເໜືອກວ່າສິ່ງນີ້ ເມື່ອໝົກມຸ້ນຢູ່ກັບການໄດ້ຮັບພອນຢ່າງເອົາເປັນເອົາຕາຍ, ພວກເຂົາຈຶ່ງບໍ່ມີເວລາທີ່ຈະສ້າງແນວຄິດກ່ຽວກັບນໍ້າສຽງຂອງພຣະເຈົ້າໃນການກ່າວ ແລະ ວິທີກ່າວຂອງພຣະອົງ, ແຕ່ກົງກັນຂ້າມ ສະຖານະຂອງພວກເຂົາເອງ ແລະ ສິ່ງທີ່ຈະໄດ້ຮັບໃນອະນາຄົດແມ່ນຊັ່ງຊາຢູ່ໃນຄວາມຄິດຂອງພວກເຂົາຢູ່ສະເໝີ. ໃນວິທີນີ້, ມະນຸດຊາດຖືກພຣະຄຳຂອງພຣະເຈົ້ານໍາໂດຍບໍ່ຮູ້ຕົວໄປສູ່ “ທາງສັບສົນ” ທີ່ພຣະອົງໄດ້ວາງໄວ້ໃຫ້ແກ່ພວກເຂົາ. ເມື່ອຖືກລໍ້ໂດຍເຫຍື່ອລໍ້ຂອງອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ ດ້ວຍຄວາມເຕັມໃຈ ຫຼື ບໍ່ກໍຕາມ, ມະນຸດຮູ້ວ່າຕົນເອງບໍ່ດີພໍທີ່ຈະກາຍມາເປັນບຸກຄົນຂອງພຣະເຈົ້າ ແລະ ເຖິງຢ່າງໃດກໍຕາມພວກເຂົາກໍບໍ່ເຕັມໃຈທີ່ຈະປະພຶດດັ່ງຜູ້ບໍລິການຂອງພຣະອົງ. ເມື່ອຕ້ອງເລືອກລະຫວ່າງຈິດໃຈທີ່ຂັດແຍ່ງກັນເຫຼົ່ານີ້, ພວກເຂົາກໍຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີທີ່ບໍ່ເຄີຍມີມາກ່ອນຢ່າງບໍ່ຮູ້ສຶກຕົວ ທີ່ພຣະເຈົ້າໄດ້ຈັດໄວ້ໃຫ້ມະນຸດຊາດ. ໂດຍທຳມະຊາດແລ້ວ ຮູບແບບຂອງການພິພາກສາ ແລະ ການຫຼໍ່ຫຼອມນີ້ແມ່ນສິ່ງທີ່ມະນຸດຊາດບໍ່ມີທາງເຕັມໃຈຈະຍອມຮັບໄດ້. ແຕ່ຢ່າງໃດກໍຕາມ, ມີພຽງພຣະເຈົ້າທີ່ມີສະຕິປັນຍາ ແລະ ມີພຽງພຣະອົງທີ່ມີລິດອຳນາດທີ່ຈະຮຽກຮ້ອງໃຫ້ຊົນຊາດມະນຸດທີ່ເສື່ອມຊາມນີ້ຍອມອ່ອນນ້ອມ, ເພື່ອວ່າພວກເຂົາທຸກຄົນຈະໄດ້ຍອມໃນທີ່ສຸດ ໂດຍເຕັມໃຈ ຫຼື ບໍ່ເຕັມໃຈກໍຕາມ. ມະນຸດຊາດບໍ່ມີທາງໃຫ້ເລືອກ. ມີພຽງແຕ່ພຣະເຈົ້າທີ່ມີອຳນາດຕັດສິນໃຈ ແລະ ມີພຽງແຕ່ພຣະເຈົ້າທີ່ສາມາດໃຊ້ວິທີການເຊັ່ນນີ້ເພື່ອປະທານຄວາມຈິງ ແລະ ຊີວິດໃຫ້ແກ່ມະນຸດ ແລະ ສະແດງທິດທາງໃຫ້ແກ່ເຂົາ. ວິທີການນີ້ຄືການປະຕິບັດພາລະກິດຂອງພຣະເຈົ້າໃນມະນຸດທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ມັນຍັງເປັນຄວາມຈຳເປັນທີ່ຂາດບໍ່ໄດ້ຂອງມະນຸດອີກດ້ວຍ ເຊິ່ງຢູ່ນອກເໜືອຂໍ້ສົງໄສ ຫຼື ຂໍ້ໂຕ້ແຍ້ງ. ພຣະເຈົ້າກ່າວ ແລະ ປະຕິບັດພາລະກິດໃນວິທີການດັ່ງກ່າວເພື່ອສື່ຂໍ້ແທ້ຈິງນີ້ໃຫ້ແກ່ມະນຸດຊາດ: ໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະເຈົ້າແມ່ນເຮັດຈາກຄວາມຮັກ ແລະ ຄວາມເມດຕາຂອງພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ; ໃນການຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ມະນຸດຊາດຮັບເອົາ ຍ້ອນວ່າມັນໄດ້ຕົກລົງຈົນເຖິງຈຸດທີ່ພຣະເຈົ້າບໍ່ສາມາດເຮັດຫຍັງໄດ້ ນອກຈາກກ່າວເປັນການສ່ວນຕົວ. ເມື່ອມະນຸດຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ນີ້ແມ່ນພຣະຄຸນທີ່ຍິ່ງໃຫຍ່ທີ່ສຸດ ແລະ ມັນຍັງເປັນຄວາມພູມໃຈທີ່ພິເສດ; ນັ້ນໝາຍຄວາມວ່າ ຖ້າບໍ່ແມ່ນຍ້ອນພຣະເຈົ້າກ່າວພຣະຄຳຂອງພຣະອົງດ້ວຍຕົນເອງ, ໂຊກຊະຕາຂອງມະນຸດຊາດກໍຈະດັບສູນໄປ. ໃນຂະນະທີ່ພຣະອົງກຽດຊັງມະນຸດຊາດ, ພຣະເຈົ້າຍັງກຽມພ້ອມ ແລະ ເຕັມໃຈທີ່ຈະຈ່າຍລາຄາໃດກໍຕາມເພື່ອຄວາມລອດພົ້ນຂອງມະນຸດ. ໃນຂະນະທີ່ມະນຸດເວົ້າຊໍ້າແລ້ວຊໍ້າອີກເຖິງຄວາມຮັກຂອງເຂົາສຳລັບພຣະເຈົ້າ ແລະ ວິທີທີ່ເຂົາອຸທິດທຸກສິ່ງໃຫ້ແກ່ພຣະເຈົ້າ, ເຂົາກໍກຳລັງກະບົດຕໍ່ພຣະເຈົ້າ ແລະ ຂູດຮີດພຣະຄຸນທຸກປະເພດຈາກພຣະເຈົ້າ ແລະ ເຖິງກັບທຳຮ້າຍພຣະເຈົ້າ ແລະ ສ້າງຄວາມເຈັບປວດໃນຫົວໃຈຂອງພຣະເຈົ້າຢ່າງບໍ່ສາມາດບັນຍາຍໄດ້. ສິ່ງດັ່ງກ່າວຄືຄວາມແຕກຕ່າງຢ່າງຊັດເຈນຂອງຄວາມບໍ່ເຫັນແກ່ຕົວ ແລະ ຄວາມເຫັນແກ່ຕົວລະຫວ່າງພຣະເຈົ້າ ແລະ ມະນຸດ!

ໃນການປະຕິບັດພາລະກິດ ແລະ ການກ່າວ, ພຣະເຈົ້າບໍ່ໄດ້ຖືກບີບບັງຄັບໃຫ້ປະຕິບັດຕາມວິທີການໃດໜຶ່ງ, ແຕ່ບັນລຸຜົນຕາມເປົ້າໝາຍຂອງພຣະອົງເອງ. ຍ້ອນເຫດຜົນນີ້, ໃນສ່ວນນີ້ຂອງພຣະຄຳຂອງພຣະອົງ, ພຣະເຈົ້າຈຶ່ງເຮັດໃຫ້ມັນເປັນປະເດັນທີ່ຈະບໍ່ເປີດເຜີຍຕົວຕົນຂອງພຣະອົງເອງຢ່າງຊັດເຈນ, ພຽງແຕ່ເປີດເຜີຍສອງສາມປະເດັນ ເຊັ່ນ: “ພຣະຄຣິດແຫ່ງຍຸກສຸດທ້າຍ” “ເຈົ້ານາຍແຫ່ງຈັກກະວານ” ແລະ ອື່ນໆອີກ. ສິ່ງນີ້ບໍ່ມີທາງກະທົບຕໍ່ພັນທະກິດຂອງພຣະຄຣິດ ຫຼື ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ, ໂດຍສະເພາະແມ່ນນັບຕັ້ງແຕ່ທີ່ມະນຸດຊາດໃນສະໄໝຕົ້ນໆເຫຼົ່ານັ້ນບໍ່ຮູ້ເຖິງແນວຄວາມຄິດກ່ຽວກັບ “ພຣະຄຣິດ” ແລະ “ການບັງເກີດເປັນມະນຸດ” ຢ່າງສິ້ນເຊີງ, ຈົນພຣະເຈົ້າຕ້ອງໄດ້ຖ່ອມພຣະອົງເອງເປັນບຸກຄົນທີ່ມີ “ໜ້າທີ່ພິເສດ” ເພື່ອກ່າວພຣະຄຳຂອງພຣະອົງ. ນີ້ຄືຄວາມຫ່ວງໃຍ ແລະ ຄວາມຄິດອັນພາກພຽນຂອງພຣະເຈົ້າ, ຍ້ອນຜູ້ຄົນໃນເວລານັ້ນພຽງແຕ່ສາມາດຍອມຮັບເອົາຮູບແບບຂອງການຮຽກເອີ້ນນີ້. ບໍ່ວ່າພຣະເຈົ້າຈະໃຊ້ການຮຽກເອີ້ນໃນຮູບແບບໃດກໍຕາມ, ຜົນຂອງພາລະກິດຂອງພຣະອົງກໍບໍ່ໄດ້ຮັບຜົນກະທົບ, ຍ້ອນໃນທຸກສິ່ງທີ່ພຣະອົງເຮັດ ພຣະເຈົ້າມີວັດຖຸປະສົງທີ່ຈະເຮັດໃຫ້ມະນຸດສາມາດປ່ຽນແປງ, ເຮັດໃຫ້ມະນຸດສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ, ພຣະເຈົ້າແມ່ນມີຄວາມຕ້ອງການຂອງມະນຸດໃນຄວາມຄິດຢູ່ສະເໝີ. ນີ້ຄືເຈດຕະນາທີ່ຢູ່ເບື້ອງຫຼັງການປະຕິບັດພາລະກິດ ແລະ ການກ່າວຂອງພຣະເຈົ້າ. ເຖິງແມ່ນພຣະເຈົ້າລະມັດລະວັງຫຼາຍໃນການພິຈາລະນາທຸກລັກສະນະຂອງມະນຸດຊາດ ແລະ ມີສະຕິປັນຍາຢ່າງຫຼວງຫຼາຍໃນທຸກສິ່ງທີ່ພຣະອົງໄດ້ກະທຳ, ເຮົາສາມາດເວົ້າສິ່ງນີ້ໄດ້ວ່າ: ຖ້າພຣະເຈົ້າບໍ່ໄດ້ເປັນພະຍານໃຫ້ກັບພຣະອົງເອງ, ຈະບໍ່ມີຜູ້ໃດໃນບັນດາຊົນຊາດມະນຸດທີ່ຖືກສ້າງຂຶ້ນສາມາດຮັບຮູ້ພຣະເຈົ້າເອງ ຫຼື ລຸກຂຶ້ນເປັນພະຍານໃຫ້ກັບພຣະເຈົ້າເອງໄດ້. ຖ້າພຣະເຈົ້າສືບຕໍ່ໃຊ້ “ບຸກຄົນທີ່ມີໜ້າທີ່ພິເສດ” ເພື່ອກ່າວໃນພາລະກິດຂອງພຣະອົງ, ຈະບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ສາມາດຖືວ່າພຣະເຈົ້າເປັນພຣະເຈົ້າ, ນີ້ຄືຄວາມໂສກເສົ້າຂອງມະນຸດຊາດ. ນັ້ນໝາຍຄວາມວ່າ ໃນບັນດາຊົນເຜົ່າຂອງມະນຸດທີ່ຖືກສ້າງ ບໍ່ມີຜູ້ໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້, ແຮງໄກທີ່ຈະມີຜູ້ໃດຮັກພຣະເຈົ້າ, ຫ່ວງໃຍພຣະເຈົ້າ ແລະ ຍັບເຂົ້າໃກ້ພຣະເຈົ້າ. ຄວາມເຊື່ອຂອງມະນຸດແມ່ນເພື່ອເຫັນແກ່ການໄດ້ຮັບພອນພຽງຢ່າງດຽວ. ຕົວຕົນຂອງພຣະເຈົ້າດັ່ງບຸກຄົນທີ່ມີໜ້າທີ່ພິເສດໄດ້ໃຫ້ຂໍ້ຄິດແກ່ມະນຸດທຸກຄົນ: ມະນຸດຊາດພົບວ່າມັນງ່າຍທີ່ຈະຮັບເອົາພຣະເຈົ້າສຳລັບບຸກຄົນທີ່ຢູ່ໃນບັນດາຊົນເຜົ່າຂອງມະນຸດທີ່ຖືກສ້າງ; ຄວາມເຈັບປວດ ແລະ ຄວາມອັບອາຍທີ່ໃຫຍ່ຫຼວງທີ່ສຸດທີ່ມະນຸດຊາດໄດ້ສ້າງໃຫ້ແກ່ພຣະເຈົ້າກໍຄື ເມື່ອພຣະອົງປາກົດ ຫຼື ປະຕິບັດພາລະກິດຢ່າງເປີດເຜີຍ, ພຣະເຈົ້າກໍຍັງຖືກມະນຸດປະຕິເສດ ແລະ ເຖິງກັບຖືກເຂົາລືມ. ພຣະເຈົ້າອົດກັ້ນກັບຄວາມອັບອາຍທີ່ຍິ່ງໃຫຍ່ທີ່ສຸດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ໃນການໃຫ້ທຸກສິ່ງ, ຈຸດປະສົງຂອງພຣະອົງແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເພື່ອຮັບເອົາການຍອມຮັບຂອງມະນຸດຊາດ. ລາຄາທີ່ພຣະເຈົ້າຈ່າຍສຳລັບທຸກສິ່ງນີ້ແມ່ນສິ່ງທີ່ທຸກຄົນທີ່ມີຄວາມສຳນຶກຄວນສາມາດເຫັນຄຸນຄ່າໄດ້. ມະນຸດຊາດໄດ້ຮັບເອົາພຣະຄຳ ແລະ ພາລະກິດຂອງພຣະເຈົ້າ ແລະ ໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ໃນເວລາດຽວກັນ, ບໍ່ມີຜູ້ໃດມີຄວາມຄິດທີ່ຈະຖາມສິ່ງນີ້ເລີຍ: ແມ່ນຫຍັງຄືສິ່ງທີ່ພຣະເຈົ້າໄດ້ຮັບຈາກມະນຸດຊາດ? ຈາກພຣະຄຳແຕ່ລະຂໍ້ຂອງພຣະເຈົ້າ, ມະນຸດຊາດໄດ້ຮັບເອົາຄວາມຈິງ, ໄດ້ສຳເລັດໃນການປ່ຽນແປງ, ໄດ້ຄົ້ນພົບທິດທາງໃນຊີວິດ; ແຕ່ສິ່ງທີ່ພຣະເຈົ້າໄດ້ຮັບຄືຄຳເວົ້າທີ່ມະນຸດຊາດໃຊ້ເພື່ອສະແດງຄວາມເປັນໜີ້ບຸນຄຸນຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄຳສັນລະເສີນຄ່ອຍໆພຽງສອງສາມຄໍາ. ແນ່ນອນ ນີ້ບໍ່ແມ່ນການຕອບແທນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແມ່ນບໍ?

ເຖິງແມ່ນວ່າໃນຕອນນີ້ ພຣະຄຳຫຼາຍຂໍ້ຂອງພຣະເຈົ້າໄດ້ຖືກກ່າວອອກມາ, ແຕ່ ຜູ້ຄົນສ່ວນໃຫຍ່ແມ່ນຍັງຄ້າງຢູ່ໃນຂັ້ນຕອນທີ່ພຣະທຳຂອງພຣະເຈົ້າໄດ້ເປັນຕົວແທນໃນເບື້ອງຕົ້ນເຖິງຄວາມຮູ້ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາບໍ່ໄດ້ກ້າວໄປຂ້າງໜ້າ, ນີ້ຄືຫົວຂໍ້ທີ່ເຈັບປວດຢ່າງແທ້ຈິງ. ພາກສ່ວນນີ້ຂອງ “ພຣະຄຳຂອງພຣະຄຣິດໃນຕົ້ນເດີມ” ເປັນພຽງກະແຈເພື່ອເປີດຫົວໃຈຂອງມະນຸດອອກ; ການຢຸດພັກໃນທີ່ນີ້ຄືການບໍ່ສໍາເລັດໃນການປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ຈຸດປະສົງຂອງພຣະເຈົ້າໃນການກ່າວພາກສ່ວນນີ້ຂອງພຣະຄຳຂອງພຣະອົງແມ່ນເພື່ອນໍາມະນຸດຊາດຈາກຍຸກແຫ່ງພຣະຄຸນໄປສູ່ຍຸກແຫ່ງອານາຈັກ; ບໍ່ມີທາງທີ່ພຣະອົງຈະປາຖະໜາໃຫ້ມະນຸດຊາດຄ້າງຢູ່ໃນພາກສ່ວນນີ້ຂອງພຣະຄຳຂອງພຣະອົງ ຫຼື ແມ່ນແຕ່ຮັບເອົາສ່ວນນີ້ຂອງພຣະຄຳຂອງພຣະອົງເປັນຄູ່ມື, ບໍ່ດັ່ງນັ້ນ ພຣະຄຳໃນອະນາຄົດຂອງພຣະເຈົ້າກໍຈະບໍ່ຈຳເປັນ ຫຼື ບໍ່ມີຄວາມໝາຍ. ຖ້າມີຜູ້ໃດກໍຕາມທີ່ຍັງບໍ່ສາມາດເຂົ້າສູ່ສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດບັນລຸໄດ້ໃນສ່ວນນີ້ຂອງພຣະຄຳຂອງພຣະອົງ, ແລ້ວທາງເຂົ້າຂອງບຸກຄົນນັ້ນກໍຍັງຄົງບໍ່ເປັນທີ່ຮູ້ຈັກ. ສ່ວນນີ້ຂອງພຣະຄຳຂອງພຣະເຈົ້າປະກອບມີເງື່ອນໄຂທີ່ເປັນພື້ນຖານທີ່ສຸດທີ່ພຣະເຈົ້າໄດ້ຮຽກຮ້ອງຈາກມະນຸດໃນຍຸກແຫ່ງອານາຈັກ ແລະ ມັນເປັນພຽງວິທີດຽວທີ່ມະນຸດຊາດຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້. ຖ້າເຈົ້າເປັນບຸກຄົນທີ່ບໍ່ເຂົ້າໃຈຫຍັງເລີຍ, ແລ້ວທາງທີ່ດີເຈົ້າຄວນເລີ່ມຕົ້ນດ້ວຍການອ່ານພຣະທຳໃນພາກສ່ວນນີ້.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ປະເພດທີ່ແຕກຕ່າງກັນຂອງ”.

ກ່ອນນີ້: ຄໍານໍາ

ຕໍ່ໄປ: ບົດທີ 1

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການເຮັດຜິດຈະນໍາມະນຸດໄປສູ່ນາຮົກ

ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າ ເພື່ອປົກຄອງພວກເຈົ້າ. ປັດຈຸບັນ ພວກເຈົ້າຮູ້ສຶກພັດທະນາຫຼາຍຂຶ້ນກວ່າໃນອະດີດ,...

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ພາລະກິດ ແລະ ທາງເຂົ້າ (3)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ,...

ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້