ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຄວນກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາຕໍ່ພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ສາມາດທີ່ຈະມີຄວາມເໝາະສົມໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນແນວຄິດກ່ຽວກັບການເຊື່ອໃນພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ມີຄວາມໝາຍແຝງທາງສາສະໜາທີ່ໜັກແໜ້ນ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າມີອໍານາດສູງສຸດເໜືອສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງຖອດຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງງ່າຍດາຍ ແລະ ບໍ່ເປັນຕາຈິງຈັງນໍາຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້, ມັນສູນເສຍຄວາມໝາຍຂອງມັນ ແລະ ເຖິງແມ່ນວ່າ ພວກເຂົາອາດສືບຕໍ່ເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າ, ນັ້ນກໍຍ້ອນວ່າ ພວກເຂົາຍ່າງໃນເສັ້ນທາງທີ່ຜິດ. ຜູ້ທີ່ເຊື່ອໃນພຣະເຈົ້າມາຈົນຮອດທຸກມື້ນີ້ ທ່າມກາງຄໍາເວົ້າ ແລະ ຫຼັກຄຳສອນທີ່ວ່າງເປົ່າ, ຍັງບໍ່ຮູ້ວ່າ ພວກເຂົາຂາດແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ວ່າພວກເຂົາບໍ່ສາມາດໄດ້ຮັບຄວາມຮັບຮອງຈາກພຣະເຈົ້າ. ແຕ່ພວກເຂົາກໍຍັງອະທິຖານຂໍໃຫ້ພຣະເຈົ້າອວຍພອນພວກເຂົາດ້ວຍສັນຕິສຸກ ແລະ ພຣະຄຸນຢ່າງພຽງພໍ. ໃຫ້ພວກເຮົາເຮັດໃຫ້ຫົວໃຈຂອງພວກເຮົາສະຫງົບ ແລະ ຄິດຢ່າງໜັກເບິ່ງວ່າ: ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າເປັນເລື່ອງທີ່ງ່າຍທີ່ສຸດໃນໂລກ? ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍຫຍັງນອກຈາກເປັນການຮັບເອົາພຣະຄຸນຢ່າງຫຼວງຫຼາຍຈາກພຣະເຈົ້າ? ຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ຫຼື ເຊື່ອໃນພຣະອົງ ແຕ່ຕໍ່ຕ້ານພຣະອົງ ຈະສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ແທ້ບໍ?

ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ. ມັນເປັນເລື່ອງເໝາະສົມທີ່ມະນຸດຄວນເຊື່ອຟັງ ໂດຍບໍ່ອ້າງມຸມມອງນີ້ ຫຼື ນັ້ນ, ເພາະວ່າ ມະນຸດເປັນພຽງຂີ້ຝຸ່ນ. ໃນເມື່ອມັນຄືເຈດຕະນາຂອງພວກເຮົາທີ່ຈະສະແຫວງຫາພຣະເຈົ້າ ພວກເຮົາບໍ່ຄວນນໍາເອົາແນວຄິດຂອງພວກເຮົາທີ່ມີຕໍ່ພາລະກິດຂອງພຣະອົງມາໃຫ້ພຣະເຈົ້າພິຈາລະນາ, ແຮງໄກທີ່ພວກເຮົາຄວນນໍາໃຊ້ອຸປະນິໄສອັນເສື່ອມຊາມທີ່ສຸດຂອງພວກເຮົາເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາ ແລະ ຢ່າງສຸດກຳລັງ. ນັ້ນບໍ່ແມ່ນເປັນການເຮັດໃຫ້ພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ຜູ້ຄົນເຫຼົ່ານັ້ນຈະເຊື່ອໃນພຣະເຈົ້າໄດ້ແນວໃດ? ໃນເມື່ອພວກເຮົາເຊື່ອວ່າມີພຣະເຈົ້າ ແລະ ໃນເມື່ອພວກເຮົາຕ້ອງການເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງການເຫັນພຣະອົງ, ພວກເຮົາຄວນສະແຫວງຫາເສັ້ນທາງແຫ່ງຄວາມຈິງ ແລະ ຄວນຊອກຫາວິທີທີ່ຈະເຂົ້າກັບພຣະເຈົ້າໄດ້. ພວກເຮົາບໍ່ຄວນຢືນຄໍແຂງກະດ້າງໃນການຕໍ່ຕ້ານພຣະເຈົ້າ. ແລ້ວການເຮັດແບບນັ້ນຈະໄດ້ຮັບຜົນປະໂຫຍດຫຍັງ?

ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືບໍ່ປົກກະຕິສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າໃນຕອນນີ້, ເພາະມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ສາມາດໄດ້ຮັບຄວາມຈິງໄດ້ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຂັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ມັນບໍ່ຍາກທີ່ຈະສອບຖາມໃນສິ່ງດັ່ງກ່າວ, ແຕ່ມັນຮຽກຮ້ອງໃຫ້ພວກເຮົາແຕ່ລະຄົນຮູ້ຈັກຄວາມຈິງນີ້ກ່ອນ: ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີການສະແດງອອກຂອງພຣະເຈົ້າ. ຍ້ອນພຣະເຈົ້າໄດ້ບັງເກີດເປັນມະນຸດ, ພຣະອົງຈຶ່ງນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາກັບພຣະອົງ ແລະ ຍ້ອນວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະກວດສອບວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງກຳນົດຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອກຳນົດວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ກຸນແຈສຳຄັນວ່າມັນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະຄຳຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆຫຼາຍຢ່າງ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດກວດສອບແຕ່ພຽງລັກສະນະພາຍນອກຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ, ແລ້ວນີ້ກໍສະແດງໃຫ້ເຫັນວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ບໍ່ແມ່ນໃບໜ້າ ແລະ ການນຸ່ງຖືຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງໄດ້ບໍ? ພວກຟາຣີຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ຍອມຮັບພຣະທໍາທີ່ອອກຈາກປາກຂອງພຣະອົງຢ່າງມີສະຕິບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາການປາກົດຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາຣີຊາຍແຫ່ງຍຸກສະໄໝໃໝ່ ແລະ ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີຈິດໃຈທີ່ແຈ່ມແຈ້ງກ່ຽວກັບວິທີທີ່ຈະເປັນຄົນອ່ອນນ້ອມຕໍ່ຄວາມຈິງ ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວັນ ແລະ ມົວແຕ່ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

ເຈົ້າອາດໄດ້ເປີດປື້ມເຫຼັ້ມນີ້ເພື່ອຈຸດປະສົງໃນການຄົ້ນຄວ້າ ຫຼື ດ້ວຍເຈດຕະນາທີ່ຈະຍອມຮັບ; ບໍ່ວ່າທ່າທີຂອງເຈົ້າຈະແມ່ນຫຍັງກໍຕາມ, ເຮົາຫວັງວ່າ ເຈົ້າຈະອ່ານໃຫ້ຈົບ ແລະ ຈະບໍ່ປະວາງມັນຢ່າງງ່າຍດາຍ. ບາງເທື່ອ ຫຼັງຈາກທີ່ໄດ້ອ່ານພຣະທໍາເຫຼົ່ານີ້ແລ້ວ ທັດສະນະຄະຕິຂອງເຈົ້າຈະປ່ຽນແປງ, ແຕ່ນັ້ນແມ່ນຂຶ້ນຢູ່ກັບແຮງຈູງໃຈຂອງເຈົ້າ ແລະ ລະດັບຄວາມເຂົ້າໃຈຂອງເຈົ້າ. ເຖິງຢ່າງໃດກໍຕາມ ມີສິ່ງໜຶ່ງທີ່ເຈົ້າຄວນຮູ້: ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າໂງ່ເກີນໄປ. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ເປີດຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຈະກ້າວໄປໃນຍຸກໃໝ່. ຄວາມສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງການປະຕິບັດບາງຢ່າງທີ່ງ່າຍດາຍ ຫຼື ຄວາມຮູ້ເທົ່ານັ້ນ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທີ່ລຽບງ່າຍຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ. ຢ່າງໃດກໍຕາມ, ເຈົ້າບໍ່ຄວນສະຫຼັບດໍາກັບຂາວ ຫຼື ເຮັດໃຫ້ສູງກາຍເປັນຕໍ່າ ຫຼື ບັນລະຍາຍສິ່ງທີ່ເລິກວ່າເປັນສິ່ງທີ່ຕື້ນ; ເຖິງຢ່າງໃດກໍຕາມ, ເຈົ້າບໍ່ຄວນຈົງໃຈໂຕ້ແຍ້ງສິ່ງທີ່ເຈົ້າຮູ້ຢ່າງຊັດເຈນວ່າເປັນຄວາມຈິງ. ທຸກຄົນທີ່ເຊື່ອວ່າມີພຣະເຈົ້າກໍຄວນສອບຖາມບັນຫາຈາກມຸມມອງທີ່ຖືກຕ້ອງ ແລະ ຄວນຮັບເອົາພາລະກິດໃໝ່ຂອງພຣະເຈົ້າ ແລະ ພຣະທໍາໃໝ່ຂອງພຣະອົງຈາກຕຳແໜ່ງຂອງສິ່ງທີ່ຖືກສ້າງ; ບໍ່ດັ່ງນັ້ນພວກເຂົາກໍຈະຖືກກໍາຈັດໂດຍພຣະເຈົ້າ.

ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລີ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ.

ຖ້າຜູ້ຄົນຍັງຢຸດຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ມີວັນຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ຊ່າງໜ້າສົງສານແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ປະສົບກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າຢ່າງແທ້ຈິງ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າຂອງພຣະເຈົ້າ, ໄດ້ຍິນພຣະຄໍາທີ່ກ່າວໂດຍຕົວພຣະອົງເອງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມເຈດຕະນາຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກຕັດສິນວ່າຜິດໃນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດໄດ້ຮັບການນຳພາໂດຍຕົວພຣະເຈົ້າເອງ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງໄດ້ຮັບຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫຼ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16). ນິມິດດັ່ງກ່າວນີ້ແມ່ນເປັນການສະແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສທັງໝົດຂອງພຣະອົງກໍຍັງເປັນການສະແດງເຖິງພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະອົງ. ຢູ່ໃນສະພາວະທີ່ຫຼັ່ງໄຫຼແຫ່ງການຂ້ຽນຕີ ແລະ ການພິພາກສາ, ບຸດມະນຸດສະແດງອອກເຖິງອຸປະນິໄສໂດຍແທ້ຂອງພຣະອົງຜ່ານວິທີການແຫ່ງພຣະສຸລະສຽງຂອງພຣະເຈົ້າ ເຊິ່ງເຮັດໃຫ້ທຸກຄົນທີ່ຍອມຮັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ທີ່ເປັນການພັນລະນາຢ່າງຊື່ສັດເຖິງໃບໜ້າຂອງບຸດມະນຸດທີ່ໂຢຮັນເຄີຍໄດ້ເຫັນ. (ແນ່ນອນ ທຸກສິ່ງນີ້ຈະບໍ່ສາມາດເຫັນໄດ້ໂດຍຜູ້ຄົນທີ່ບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກແຫ່ງລາຊະອານາຈັກ). ໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດ ແລະ ດັ່ງນັ້ນ ພຣະເຈົ້າຈຶ່ງໃຊ້ວິທີການໃນການສະແດງອອກອຸປະນິໄສໂດຍແທ້ຂອງພຣະອົງເພື່ອສະແດງໃບໜ້າທີ່ແທ້ຈິງຂອງພຣະອົງໃຫ້ມະນຸດເຫັນ. ນັ້ນໝາຍຄວາມວ່າ ທຸກຄົນທີ່ໄດ້ຊື່ນຊົມອຸປະນິໄສໂດຍແທ້ຂອງບຸດມະນຸດກໍຈະໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ເພາະວ່າພຣະເຈົ້າແມ່ນຍິ່ງໃຫຍ່ເກີນໄປ ແລະ ບໍ່ສາມາດອະທິບາຍໄດ້ຢ່າງສົມບູນໂດຍໃຊ້ພາສາຂອງມະນຸດໄດ້. ຫຼັງຈາກທີ່ມະນຸດໄດ້ປະສົບກັບທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າໃນຍຸກແຫ່ງລາຊະອານາຈັກ, ພວກເຂົາກໍຈະຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຄໍາເວົ້າຂອງໂຢຮັນ ທີ່ເພິ່ນເວົ້າເຖິງບຸດມະນຸດຢູ່ໃນທ່າມກາງຄັນໂຄມໄຟວ່າ: “ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫຼ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ”. ໃນເວລານັ້ນ, ເຈົ້າຈະຮູ້ຢ່າງບໍ່ຕ້ອງສົງໄສວ່າ ເນື້ອໜັງທີ່ທໍາມະດານີ້ທີ່ໄດ້ກ່າວຢ່າງຫຼວງຫຼາຍຄືພຣະເຈົ້າຜູ້ບັງເກີດເປັນມະນຸດຄັ້ງທີສອງໂດຍປະຕິເສດບໍ່ໄດ້. ຍິ່ງໄປກວ່ານັ້ນ ເຈົ້າຈະຮູ້ສຶກຢ່າງແທ້ຈິງວ່າ ເຈົ້າຊ່າງໂຊກດີ ແລະ ຮູ້ສຶກວ່າຕົນເອງເປັນຄົນທີ່ໂຊກດີທີ່ສຸດ. ເຈົ້າຈະບໍ່ເຕັມໃຈຮັບເອົາພອນນີ້ບໍ?

ພາກທໍາອິດຂອງໜັງສືເຫຼັ້ມນີ້ແມ່ນ “ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ”. ພຣະຄໍາເຫຼົ່ານີ້ສະແດງເຖິງການປ່ຽນແປງຈາກຈຸດສິ້ນສຸດຂອງຍຸກແຫ່ງພຣະຄຸນ ຈົນເຖິງການເລີ່ມຕົ້ນຂອງຍຸກແຫ່ງລາຊະອານາຈັກ ແລະ ພຣະຄໍາເຫຼົ່ານີ້ແມ່ນຄຳພະຍານຢ່າງເປີດເຜີຍຂອງພຣະວິນຍານບໍລິສຸດຕໍ່ຄຣິສຕະຈັກຕ່າງໆກ່ຽວກັບບຸດມະນຸດ ພ້ອມນີ້ ພຣະຄໍາດັ່ງກ່າວຍັງໄດ້ຖືກບັນລຸຕາມຂໍ້ພຣະທໍາໃນພຣະນິມິດທີ່ກ່າວໄວ້ວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ພຣະທຳເຫຼົ່ານີ້ສະແດງເຖິງຂັ້ນຕອນທຳອິດຂອງພາລະກິດທີ່ພຣະເຈົ້າໄດ້ເລີ່ມຕົ້ນໃນຍຸກແຫ່ງລາຊະອານາຈັກ. ພາກທີສອງຂອງໜັງສືເຫຼັ້ມນີ້ປະກອບດ້ວຍພຣະທໍາທີ່ກ່າວໂດຍກົງຈາກບຸດມະນຸດ ພາຍຫຼັງທີ່ພຣະອົງໄດ້ເປີດເຜີຍຕົນເອງຢ່າງເປັນທາງການ. ມັນປະກອບດ້ວຍພຣະຄຳ ແລະ ພຣະທໍາຫຼາຍປະເພດ ເຊັ່ນ: ຄໍາທໍານາຍ, ການເປີດເຜີຍຄວາມເລິກລັບ ແລະ ຫົນທາງແຫ່ງຊີວິດ, ເນື້ອຫາທີ່ຂ້ອນຂ້າງອຸດົມສົມບູນ, ມີການຄາດຄະເນເຖິງອະນາຄົດຂອງອານາຈັກ, ການເປີດເຜີຍຄວາມເລິກລັບຂອງແຜນການຄຸ້ມຄອງຂອງພຣະເຈົ້າ, ການແຍກແຍະທໍາມະຊາດຂອງມະນຸດ, ການແນະນໍາ ແລະ ການຕັກເຕືອນ, ການພິພາກສາທີ່ຮຸນແຮງ, ຄໍາປອບໃຈຢ່າງຈິງໃຈ, ການສົນທະນາກ່ຽວກັບຊີວິດ, ການສົນທະນາ ກ່ຽວກັບເສັ້ນທາງເຂົ້າ ແລະ ອື່ນໆ. ສະຫຼຸບກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ ພ້ອມທັງອຸປະນິໄສຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ໄດ້ສະແດງອອກໃນພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງ. ແນ່ນອນ ພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນແມ່ນເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຂ້ຽນຕີ ແລະ ການພິພາກສາ ແລະ ບົນພື້ນຖານເພື່ອນໍາຄວາມຈິງມາສູ່ມະນຸດຫຼາຍຂຶ້ນ ແລະ ໄດ້ຊີ້ໃຫ້ພວກເຂົາເຫັນເຖິງຫຼາຍວິທີທາງຂອງການປະຕິບັດ, ນີ້ກໍເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາເອງ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງລາຊະອານາຈັກ. ເຈົ້າປາຖະໜາທີ່ຈະເຂົ້າສູ່ຍຸກໃໝ່ນີ້ບໍ? ເຈົ້າປາຖະໜາທີ່ຈະຫຼຸດພົ້ນອອກຈາກອຸປະນິໄສອັນເສື່ອມຊາມຂອງເຈົ້າບໍ? ເຈົ້າຢາກຈະໄດ້ຮັບຄວາມຈິງທີ່ສູງສົ່ງກວ່ານີ້ ຫຼື ບໍ່? ເຈົ້າປາຖະໜາທີ່ຈະເຫັນໃບໜ້າແທ້ຈິງຂອງບຸດມະນຸດບໍ? ເຈົ້າປາຖະໜາທີ່ຈະດໍາລົງຊີວິດຢູ່ຢ່າງມີຄຸນຄ່າບໍ? ເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າບໍ? ແລ້ວເຈົ້າຈະຕ້ອນຮັບການສະເດັດກັບມາຂອງພຣະເຢຊູເຈົ້າໄດ້ແນວໃດ?

ຕໍ່ໄປ: ບົດນໍາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້