1. ຂ້ານ້ອຍໂຊກດີທີ່ໄດ້ເຮັດການບໍລິການເພື່ອພຣະເຈົ້າ

ໂດຍ ເກີນຊຸ່ຍ, ເກົາຫຼີໃຕ້

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ກ່ອນສະໄໝຂອງຜູ້ບໍລິການ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ສະໄໝຂອງຜູ້ບໍລິການຕະລອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມະນຸດບໍ່ສາມາດໃຊ້ສະໝອງຂອງເຂົາຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ເຂົາຍັງເຫັນວ່າວຸດທິພາວະຂອງເຂົາຕໍ່າສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ບໍ່ເຊື່ອຟັງ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດຂຶ້ນກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ: ທັງສອງຢ່າງແມ່ນເຮັດເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງພຣະທໍາ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ?” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳເຫຼົ່ານີ້ຂອງພຣະເຈົ້າເປັນສິ່ງທີ່ດົນບັນດານຂ້ານ້ອຍແທ້ໆ. ຂ້ານ້ອຍສາມາດຮູ້ສຶກວ່າພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ເພື່ອຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດເຖິງການທົດລອງທຳອິດທີ່ຂ້ານ້ອຍຂ້ານ້ອຍໄດ້ຜ່ານຫຼັງຈາກທີ່ໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ເຊິ່ງເປັນການທົດລອງຂອງຜູ້ໃຫ້ບໍລິການ.

ມື້ໜຶ່ງໃນເດືອນກຸມພາຂອງປີ 1991, ຂ້ານ້ອຍໄດ້ເຂົ້າຮ່ວມການເຕົ້າໂຮມຄືກັບປົກກະຕິ ເມື່ອອ້າຍຄົນໜຶ່ງເວົ້າກັບພວກເຮົາຢ່າງມີຄວາມສຸກວ່າ “ພຣະວິນຍານບໍລິສຸດໄດ້ກ່າວພຣະທຳ!” ຫຼັງຈາກນັ້ນ ອ້າຍເອື້ອຍນ້ອງກໍ່ເລີ່ມອ່ານ: “ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜາເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ...” “ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ!” (ຄັດຈາກ “ບົດທີ 1” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ເຖິງແມ່ນຂ້ານ້ອຍບໍ່ເຂົ້າໃຈຢ່າງສົມບູນກ່ຽວກັບສິ່ງນີ້ໃນເວລານັ້ນ ເມື່ອຂ້ານ້ອຍອ່ານມັນ, ຂ້ານ້ອຍກໍ່ຮູ້ສຶກວ່າມັນພິເສດຫຼາຍ, ເປັນການດົນບັນດານໃຈຫຼາຍ ແລະ ບໍ່ມີມະນຸດຄົນໃດສາມາດເວົ້າພຣະທຳດັ່ງກ່າວໄດ້. ຂ້ານ້ອຍແນ່ໃຈວ່າພຣະທຳເຫຼົ່ານີ້ມາຈາກພຣະເຈົ້າ, ພວກມັນເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ. ຫຼັງຈາກນັ້ນ, ພຣະທຳຂອງພຣະວິນຍານບໍລິສຸດບົດແລ້ວບົດເລົ່າກໍ່ຖືກສົ່ງມາໃຫ້ຄຣິດຕະຈັກຂອງພວກເຮົາຕະຫຼອດເວລາ, ພຣະທຳທີ່ເປີດເຜີຍຄວາມຈິງຫຼາຍຢ່າງກ່ຽວກັບຄວາມເຊື່ອ ແລະ ຄວາມເລິກລັບໃນພຣະຄຳພີ ແລະ ຍັງເປີດເຜີຍເສັ້ນທາງໃນການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຊີວິດໃຫ້ກັບພວກເຮົາ. ໃນລະຫວ່າງເວລານັ້ນ ພວກເຮົາໄດ້ມີການເຕົ້າໂຮມກັນເກືອບທຸກມື້ເພື່ອອ່ານພຣະທຳຂອງພຣະວິນຍານບໍລິສຸດ. ມັນເປັນການລ້ຽງດູ ແລະ ການບຳລຸງລ້ຽງສຳລັບຫົວໃຈຂອງພວກເຮົາ. ທຸກຄົນຈົມຢູ່ໃນຄວາມປິຕິຍິນດີ ແລະ ຄວາມຊື່ນຊົມຍິນດີ ແລະ ຮູ້ສຶກໄດ້ຮັບພອນຫຼາຍ. ພວກເຮົາທຸກຄົນຄິດວ່າພວກເຮົາຢູ່ທ່າມກາງຄົນທຳອິດທີ່ຖືກຍົກຂຶ້ນຕໍ່ໜ້າພຣະເຈົ້າ, ພວກເຮົາເປັນຜູ້ເອົາຊະນະທີ່ພຣະເຈົ້າຈະສ້າງ, ພວກເຮົາຈະເປັນສ່ວນໜຶ່ງໃນອານາຈັກສະຫວັນຢ່າງແນ່ນອນ ແລະ ພວກເຮົາເໝາະສົມທີ່ຈະໄດ້ຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ. ໂດຍເຕັມລົ້ນດ້ວຍຄວາມເຊື່ອ, ພວກເຮົາທຸກຄົນໄດ້ເສຍສະລະຕົນເອງສຳລັບພຣະເຈົ້າ. ບາງຄົນກໍ່ຄັດລອກພຣະທຳຂອງພຣະວິນຍານບໍລິສຸດຢ່າງຮີບຮ້ອນ, ບາງຄົນກໍ່ເອົາພຣະທຳເຫຼົ່ານີ້ເຂົ້າໃສ່ດົນຕີເພື່ອປ່ຽນໃຫ້ພວກມັນກາຍເປັນເພງສັນລະເສີນ. ສະຖານະການຂອງພວກເຮົາຍັງເປັນການທົດລອງແທ້ໆໃນເວລານັ້ນ ໂດຍມີອ້າຍເອື້ອຍນ້ອງສອງສາມຄົນຖືກຈັບກຸມໃນຂະນະທີ່ຢູ່ໃນການເຕົ້າໂຮມ. ຂ້ານ້ອຍບໍ່ໄດ້ຕາຂາວ ຫຼື ຢ້ານກົວ, ແຕ່ສືບຕໍ່ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງກະຕືລືລົ້ນ.

ເມື່ອຂ້ານ້ອຍເຕັມລົ້ນດ້ວຍຄວາມຫວັງທີ່ຈະໄດ້ຮັບພອນ ແລະ ເຂົ້າສູ່ອານາຈັກສະຫວັນນັ້ນເອງ, ພຣະເຈົ້າກໍ່ໄດ້ກ່າວພຣະທຳໃໝ່ ແລະ ເຮັດໃຫ້ພວກເຮົາເລີ່ມຕົ້ນເຂົ້າສູ່ການທົດລອງຂອງຜູ້ໃຫ້ບໍລິການ. ມື້ໜຶ່ງໃນເດືອນຕຸລາ, ຂ້ານ້ອຍໄດ້ຮັບແຈ້ງໃຫ້ໄປການເຕົ້າໂຮມຂອງຄຣິດຕະຈັກທີ່ຢູ່ຫ່າງໄກ 25 ໄມລ໌ ເພື່ອເກັບກຳພຣະທຳໃໝ່ທີ່ພຣະວິນຍານບໍລິສຸດໄດ້ກ່າວອອກ. ຂ້ານ້ອຍຄິດວ່າມີຂ່າວທີ່ອັດສະຈັນ, ສະນັ້ນ ຂ້ານ້ອຍຈຶ່ງຈັບລົດຖີບຂອງຂ້ານ້ອຍຢ່າງຕື່ນເຕັ້ນ ແລະ ຂີ່ໄປທີ່ສະຖານທີ່ເຕົ້າໂຮມ, ຮ້ອງທຳນອງຄ່ອຍໆ ແລະ ເຕັມລົ້ນຄວາມກຳລັງ. ສິ່ງທີ່ເຮັດໃຫ້ຂ້ານ້ອຍປະຫຼາດໃຈ, ເມື່ອຂ້ານ້ອຍໄປຮອດ ຂ້ານ້ອຍກໍ່ເຫັນອ້າຍເອື້ອຍນ້ອງຂອງຂ້ານ້ອຍກຳລັງເບິ່ງຄືເປັນທຸກໃຈ ແລະ ທຸກຄົນກໍ່ຄໍຕົກ. ອ້າຍຄົນໜຶ່ງເວົ້າກັບຂ້ານ້ອຍວ່າ “ພຣະວິນຍານບໍລິສຸດໄດ້ກ່າວພຣະທຳ. ພຣະເຈົ້າເວົ້າວ່າພວກເຮົາທຸກຄົນເປັນຜູ້ໃຫ້ບໍລິການ”. ເອື້ອຍຄົນໜຶ່ງເວົ້າໂດຍທີ່ຕາຂອງລາວເຕັມໄປດ້ວຍນໍ້າຕາວ່າ “ພວກເຮົາທຸກຄົນເປັນຜູ້ໃຫ້ບໍລິການ. ຄົນຈີນແມ່ນສຳລັບການສະໜອງບໍລິການ ແລະ ພວກເຮົາຈະບໍ່ໄດ້ຮັບພອນຫຍັງເລີຍ”. ຂ້ານ້ອຍບໍ່ສາມາດເຊື່ອແທ້ໆວ່າມັນເປັນຄວາມຈິງ. ຂ້ານ້ອຍຟ້າວໄປອ່ານພຣະທຳຂອງພຣະເຈົ້າ ແລະ ອ່ານສິ່ງນີ້ຈາກພຣະເຈົ້າ: “ໃນປະເທດຈີນ ນອກຈາກລູກຊາຍກົກຂອງເຮົາ ແລະ ປະຊາຊົນຂອງເຮົາ, ທຸກຄົນທີ່ເຫຼືອເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ຕ້ອງຖືກປະຖິ້ມ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈ, ໃນທີ່ສຸດແລ້ວ ປະເທດຈີນກໍເປັນຊົນຊາດທີ່ຖືກເຮົາສາບແຊ່ງ ແລະ ປະຊາຊົນຂອງເຮົາສອງສາມຄົນກໍເປັນພຽງຄົນທີ່ໃຫ້ບໍລິການແກ່ພາລະກິດຂອງເຮົາໃນອະນາຄົດ. ເວົ້າອີກຢ່າງໜຶ່ງກໍຄື ນອກຈາກລູກຊາຍກົກຂອງເຮົາ ບໍ່ແມ່ນຜູ້ໃດອີກ ນັ້ນກໍຄື ພວກເຂົາທຸກຄົນຕ້ອງຈິບຫາຍ. ຢ່າຄິດວ່າ ເຮົາຮຸນແຮງເກີນໄປໃນການກະທຳຂອງເຮົາ ນັ້ນກໍຄື ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ຄົນທີ່ທົນທຸກກັບຄຳສາບແຊ່ງຂອງເຮົາແມ່ນເປົ້າໝາຍຂອງຄວາມກຽດຊັງຂອງເຮົາ ແລະ ສິ່ງນີ້ຖືກກຳນົດໄວ້ໃນກ້ອນຫີນ” (ຄັດຈາກ “ບົດທີ 95” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ການອ່ານສິ່ງນີ້ເຮັດໃຫ້ຂ້ານ້ອຍຕົກຕະລຶງ. ຜູ້ໃຫ້ບໍລິການຖືກກ່າວເຖິງຫຼາຍຄັ້ງໃນພຣະທຳຂອງພຣະວິນຍານບໍລິສຸດ ແລະ ຂ້ານ້ອຍຄິດຢູ່ສະເໝີວ່າມັນໝາຍເຖິງຜູ້ທີ່ບໍ່ເຊື່ອ. ແຕ່ມັນກັບກາຍເປັນວ່າມັນແມ່ນກ່ຽວກັບພວກເຮົາ. ມັນເວົ້າວ່າຄົນຈີນເປັນຜູ້ໃຫ້ບໍລິການ ຜູ້ເຊິ່ງຈະຖືກສາບແຊ່ງໂດຍພຣະເຈົ້າ ແລະ ເມື່ອພວກເຂົາສຳເລັດບການບໍລິການຂອງພວກເຂົາ, ພວກເຂົາກໍ່ຈະຖືກໂຍນລົງສູ່ເຫວເລິກທີ່ບໍ່ສິ້ນສຸດ. ຂ້ານ້ອຍຮູ້ສຶກວ່າທົ່ວຮ່າງກາຍຂອງຂ້ານ້ອຍເລີ່ມອ່ອນແອ. ຂ້ານ້ອຍບໍ່ເຄີຍຈິນຕະນາການວ່າຂ້ານ້ອຍເປັນຜູ້ໃຫ້ບໍລິການ. ຄວາມເຊື່ອຕະຫຼອດເວລາຫຼາຍປີບໍ່ມີຜົນຫຍັງບໍ? ບໍ່ພຽງແຕ່ຂ້ານ້ອຍຈະບໍ່ໄດ້ຮັບພອນໃນອານາຈັກສະຫວັນ, ແຕ່ຂ້ານ້ອຍຈະຖືກໂຍນລົງສູ່ເຫວເລິກທີ່ບໍ່ສິ້ນສຸດ! ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍຖືກໂຍນລົງສູ່ຂຸມນະຮົກ. ຂ້ານ້ອຍທຸກໃຈ ແລະ ຄຳຕໍ່ວ່າກໍ່ເລີ່ມປາກົດຂຶ້ນ. ຂ້ານ້ອຍຄິດເຖິງວ່າຂ້ານ້ອຍໄດ້ສະລະການສຶກສາຂອງຂ້ານ້ອຍເພື່ອຕິດຕາມພຣະຜູ້ເປັນເຈົ້າແນວໃດ, ຜູ້ຄົນໃນໂລກເຍາະເຍີ້ຍຂ້ານ້ອຍແນວໃດ, ໝູ່ເພື່ອນ ແລະ ຄອບຄົວບໍ່ສາມາດເຂົ້າໃຈຂ້ານ້ອຍແນວໃດ ແລະ ກ່ຽວກັບການຂົ່ມເຫັງຂອງພັກກອມມູນິດຈີນ ແລະ ຂ້ານ້ອຍຫຼົບໜີຈາກການຈັບກຸມຢ່າງຫວຸດຫວິດຫຼາຍຄັ້ງແນວໃດ, ແຕ່ຂ້ານ້ອຍ ກໍ່ບໍ່ເຄີຍຖອຍກັບ, ກົງກັນຂ້າມ ຂ້ານ້ອຍໄດ້ສືບຕໍ່ສະລະຕົນເອງ ແລະ ດຳເນີນການເສຍສະລະ. ຂ້ານ້ອຍທົນທຸກຢ່າງຫຼວງຫຼາຍ. ຂ້ານ້ອຍຄິດວ່າຂ້ານ້ອຍໄດ້ເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບພອນ, ແຕ່ຕອນນີ້ ຂ້ານ້ອຍເປັນຜູ້ໃຫ້ບໍລິການທີ່ຕໍ່າຕ້ອຍ. ຂ້ານ້ອຍບໍ່ສາມາດຄາດເດົາຫຍັງຈາກມັນເລີຍ. ຂ້ານ້ອຍນັ່ງຢູ່ບ່ອນນັ້ນຊົ່ວໄລຍະໜຶ່ງ ໃນຂະນະທີ່ຖອນຫາຍໃຈດ້ວຍຄວາມສິ້ນຫວັງ. ອ້າຍເອື້ອຍນ້ອງຄົນອື່ນກຳລັງຄໍຕົກ, ບາງຄົນກໍ່ຫຼັ່ງນໍ້າຕາ, ບາງຄົນກໍ່ປິດໃບໜ້າຂອງພວກເຂົາ ແລະ ເລີ່ມຮ້ອງໄຫ້ສຽງດັງ ແລະ ອ້າຍນ້ອງບາງຄົນເຖິງກັບຮ້ອງໄຫ້ຄຳ່ຄວນຂຶ້ນດັງ.

ເມື່ອກຳລັງເດີນທາງກັບຫຼັງຈາກການເຕົ້າໂຮມ, ຂ້ານ້ອຍກໍ່ເກືອບບໍ່ມີກຳລັງທີ່ຈະຂີ່ລົດຖີບຂອງຂ້ານ້ອຍ. ຂ້ານ້ອຍສົງໄສຕະຫຼອດທາງວ່າ “ຂ້ານ້ອຍຈະສາມາດເປັນຜູ້ໃຫ້ບໍລິການໄດ້ແນວໃດ?” ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍ່ຍິ່ງທຸກໃຈຫຼາຍສໍ່ານັ້ນ ແລະ ນໍ້າຕາຂອງຂ້ານ້ອຍກໍ່ສືບຕໍ່ໄຫຼອອກມາ. ເມື່ອກັບເຮືອນ, ຂ້ານ້ອຍບໍ່ສົນໃຈທີ່ຈະເຮັດຫຍັງເລີຍ ແລະ ເຖິງແມ່ນໃນເວລາທີ່ຂ້ານ້ອຍຍ່າງ ຂ້ານ້ອຍກໍ່ຈະຄໍຕົກ, ບໍ່ເຕັມໃຈທີ່ຈະເວົ້າກັບຜູ້ໃດ. ແມ່ນແຕ່ການຫາຍໃຈກໍ່ຮູ້ສຶກວ່າອິດເມື່ອຍ. ຂ້ານ້ອຍພຽງແຕ່ບໍ່ສາມາດຖອນຕົນເອງໃຫ້ເປັນຜູ້ໃຫ້ບໍລິການໄດ້ແທ້ໆ ເຊິ່ງໃນຕອນທ້າຍ ເປັນຜູ້ທີ່ຈະບໍ່ໄດ້ຮັບພອນຫຍັງເລີຍ.

ພຣະທຳຂອງພຣະເຈົ້າຖືກປ່ອຍອອກບົດແລ້ວບົດເລົ່າ ແລະ ຂ້ານ້ອຍກໍ່ໄດ້ອ່ານແຕ່ລະບົດຢ່າງກະຕືລືລົ້ນ, ປາຖະໜາທີ່ຈະໃຫ້ມີຄວາມຫວັງເລັກໆນ້ອຍໆໃນພຣະທຳຂອງພຣະອົງ, ເພື່ອວ່າຜົນໄດ້ຮັບຂອງຂ້ານ້ອຍສາມາດຖືກປ່ຽນແປງ. ແຕ່ບໍ່ພຽງແຕ່ວ່າຂ້ານ້ອຍບໍ່ເຫັນຫຍັງກ່ຽວກັບພອນທີ່ຂ້ານ້ອຍປາຖະໜາເລີຍ, ແຕ່ມັນລ້ວນແລ້ວແຕ່ເປັນການພິພາກສາທີ່ຮຸນແຮງ. ມີພຣະທຳບາງຂໍ້ຂອງພຣະເຈົ້າທີ່ເວົ້າໂດຍສະເພາະວ່າ: “ບັນດາຜູ້ທີ່ໃຫ້ບໍລິການ ແລະ ບັນດາຜູ້ທີ່ເປັນຂອງມານຮ້າຍແມ່ນຄົນຕາຍທີ່ໄຮ້ວິນຍານ ແລະ ພວກເຂົາທັງໝົດຈະຕ້ອງຖືກປະຖິ້ມ ແລະ ກາຍເປັນຄວາມວ່າງເປົ່າ. ນີ້ແມ່ນຄວາມລຶກລັບແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາທີ່ມະນຸດຊາດບໍ່ສາມາດເຂົ້າໃຈໄດ້; ແນວໃດກໍຕາມ, ໃນຂະນະດຽວກັນ ເຮົາໄດ້ເຜີຍແຜ່ເລື່ອງນີ້ແກ່ທຸກຄົນ. ບັນດາຜູ້ທີ່ບໍ່ເປັນຂອງເຮົາກໍຕໍ່ຕ້ານເຮົາ; ບັນດາຜູ້ທີ່ເປັນຂອງເຮົາແມ່ນຜູ້ທີ່ເຂົ້າກັນກັບເຮົາໄດ້. ນີ້ເປັນສິ່ງທີ່ໂຕ້ແຍ້ງບໍ່ໄດ້ຢ່າງສິ້ນເຊີງ ແລະ ມັນຄືຫຼັກການທີ່ຢູ່ເບື້ອງຫຼັງການທີ່ເຮົາພິພາກສາຊາຕານ. ຫຼັກການນີ້ຄວນເປັນທີ່ຮູ້ຈັກແກ່ທຸກຄົນເພື່ອວ່າພວກເຂົາຈະສາມາດເຫັນຄວາມຊອບທຳ ແລະ ຄວາມທ່ຽງທຳຂອງເຮົາ. ທຸກຄົນທີ່ມາຈາກຊາຕານຈະຖືກພິພາກສາ, ເຜົາໄໝ້ ແລະ ເຮັດໃຫ້ກາຍເປັນຂີ້ເທົ່າ. ນີ້ແມ່ນຄວາມໂກດຮ້າຍຂອງເຮົາເຊັ່ນກັນ ແລະ ຈາກນີ້ ອຸປະນິໄສຂອງເຮົາໄດ້ຖືກເຮັດໃຫ້ຊັດເຈນຍິ່ງຂຶ້ນ” (ຄັດຈາກ “ບົດທີ 108” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). “ຫຼັງຈາກທີ່ເຮັດບໍລິການໃຫ້ກັບເຮົາໃນມື້ນີ້, ພວກເຂົາທຸກຄົນຕ້ອງຈາກໄປ! ຢ່າຍ່າງໂຊເຊໃນເຮືອນຂອງເຮົາ; ຈົ່ງຢຸດການສວຍໂອກາດທີ່ໄຮ້ຢາງອາຍຢູ່ສະໝໍ່າສະເໝີຂອງເຈົ້າ! ຄົນທີ່ເປັນຂອງຊາຕານລ້ວນແລ້ວແຕ່ເປັນລູກຊາຍຂອງມານຮ້າຍ ແລະ ພິນາດຕະຫຼອດໄປ” (ຄັດຈາກ “ບົດທີ 109” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ເມື່ອເຫັນວ່າພຣະເຈົ້າກຳລັງພິພາກສາ ແລະ ສາບແຊ່ງຜູ້ໃຫ້ບໍລິການ, ຂ້ານ້ອຍກໍ່ສູນເສຍຄວາມຫວັງທັງໝົດ ແລະ ຮູ້ສຶກວ່າຂ້ານ້ອຍໄດ້ຕົກລົງສູ່ເຫວເລິກທີ່ບໍ່ສິ້ນສຸດແທ້ໆ. ຂ້ານ້ອຍເຖິງກັບບໍ່ຮູ້ວ່າຈະອະທິບາຍເຖິງຄວາມຮູ້ສຶກທຸກໃຈແນວໃດ. ຂ້ານ້ອຍຄິດກ່ຽວກັບວ່າຂ້ານ້ອຍຫາກໍ່ເຂົ້າມາໃນຢູ່ອ້ອມກອດຂອງພຣະເຈົ້າ, ຮັບເອົາຄວາມຮັກຂອງພຣະອົງ, ແຕ່ຕອນນີ້ ຂ້ານ້ອຍຖືກໂຍນຖີ້ມ, ຖືກປະນາມ ແລະ ຖືກສາບແຊ່ງໂດຍພຣະເຈົ້າ, ຖືກໂຍນລົງສູ່ເຫວເລິກທີ່ບໍ່ສິ້ນສຸດ. ຂ້ານ້ອຍຈົມລົງສູ່ການຫຼໍ່ຫຼອມທີ່ທຸກໃຈ ແລະ ເລີ່ມຄິດລົບຫຼາຍ. ຂ້ານ້ອຍບໍ່ມີກຳລັງທີ່ຈະອະທິຖານ, ຟັງເພງສັນລະເສີນ ຫຼື ອ່ານພຣະທຳຂອງພຣະເຈົ້າ. ຂ້ານ້ອຍເຖິງກັບເລີ່ມເສຍໃຈກັບທຸກສິ່ງທີ່ຂ້ານ້ອຍທຸ້ມເທ ແລະ ເສຍສະລະກ່ອນໜ້າ. ຖ້າຂ້ານ້ອຍຮູ້ວ່າມັນຈະກາຍເປັນແບບນັ້ນ, ຂ້ານ້ອຍກໍ່ຈະເຮັດໃຫ້ຕົນເອງມີທາງອອກ, ແຕ່ຕອນນີ້ຂ້ານ້ອຍບໍ່ເຫຼືອຫຍັງ. ຖ້າໝູ່ເພື່ອນ ແລະ ສະມາຊິກຄອບຄົວຂອງຂ້ານ້ອຍທີ່ບໍ່ເຊື່ອຮູ້ວ່າຂ້ານ້ອຍກາຍເປັນຜູ້ໃຫ້ບໍລິການ ແລະ ຈະຈົບລົງໂດຍບໍ່ໄດ້ຮັບຫຍັງ, ພວກເຂົາຈະບໍ່ເຍາະເຍີ້ຍຂ້ານ້ອຍຈົນບໍ່ຈົບສິ້ນບໍ? ຂ້ານ້ອຍຈະສາມາດສູ້ໜ້າໄດ້ແນວໃດ? ຂ້ານ້ອຍສາມາດເຮັດຫຍັງໄດ້? ເມື່ອຂ້ານ້ອຍຄິດກ່ຽວກັບສິ່ງນັ້ນ, ຂ້ານ້ອຍກໍ່ຮູ້ສຶກຖືກຕຳນິແທ້ໆ. ໂດຍຄິດເຖິງຕະຫຼອດປີທີ່ຂ້ານ້ອຍເຊື່ອ, ເຖິງແມ່ນຂ້ານ້ອຍໄດ້ທົນທຸກຂ້ອນຂ້າງເລັກນ້ອຍ, ຂ້ານ້ອຍກໍ່ມີຄວາມສຸກກັບຄວາມເມດຕາ ແລະ ພອນຂອງພຣະເຈົ້າຫຼາຍ. ມື້ນີ້ ຂ້ານ້ອຍຖືກຍົກຂຶ້ນໂດຍພຣະເຈົ້າໃຫ້ຟັງພຣະທຳໃໝ່ຂອງພຣະອົງ ແລະ ຂ້ານ້ອຍກໍ່ຮຽນຮູ້ຄວາມເລິກລັບ ແລະ ຄວາມຈິງຫຼາຍຢ່າງ. ຂ້ານ້ອຍບໍ່ສາມາດອອກຈາກພຣະເຈົ້າ ບໍ່ວ່າຫຍັງກໍ່ຕາມ.

ໃນຂະນະທີ່ພວກເຮົາກຳລັງດຳລົງຊີວິດໃນຄວາມເຈັບປວດ, ພວກເຮົາກໍ່ໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນການເຕົ້າໂຮມ: “ເຮົາປາດຖະໜາພຽງແຕ່ວ່າພວກເຈົ້າຖະຫວາຍພາລະກຳລັງທັງໝົດຂອງພວກເຈົ້າໃຫ້ແກ່ເຮົາແບບໝົດຈິດໝົດໃຈຂອງພວກເຈົ້າ ແລະ ດ້ວຍສຸດຄວາມສາມາດຂອງພວກເຈົ້າ. ບໍ່ວ່າຈະເປັນມື້ນີ້ ຫຼື ມື້ອື່ນ, ບໍ່ວ່າເຈົ້າຈະເປັນຜູ້ທີ່ໃຫ້ບໍລິການແກ່ເຮົາ ຫຼື ເປັນຜູ້ທີ່ໄດ້ຮັບພອນ, ພວກເຈົ້າທັງໝົດຄວນອອກແຮງວັດກຳລັງຂອງພວກເຈົ້າເພື່ອລາຊະອານາຈັກຂອງເຮົາ. ນີ້ແມ່ນຂໍ້ມູກມັດທີ່ຜູ້ທີ່ຖືກສ້າງທັງໝົດຄວນຮັບເອົາ ແລະ ມັນຕ້ອງຖືກປະຕິບັດ ແລະ ຖືກຈັດຕັ້ງປະຕິບັດດ້ວຍວິທີນີ້. ເຮົາຈະກະຕຸ້ນໃຫ້ທຸກສິ່ງໃຫ້ບໍລິການເພື່ອເຮັດໃຫ້ຄວາມງົດງາມຂອງລາຊະອານາຈັກຂອງເຮົາໃໝ່ຕະຫຼອດໄປ ແລະ ເພື່ອເຮັດໃຫ້ເຮືອນຂອງເຮົານັ້ນມີຄວາມກົມກຽວ ແລະ ສາມັກຄີກັນ. ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ທ້າທາຍເຮົາ ແລະ ໃຜກໍຕາມທີ່ເຮັດເຊັ່ນນັ້ນຈະຕ້ອງປະສົບກັບການພິພາກສາ ແລະ ຖືກສາບແຊ່ງ” (ຄັດຈາກ “ບົດທີ 100” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຜູ້ນໍາຄຣິດຕະຈັກໃນເວລານັ້ນຍັງໄດ້ແບ່ງປັນການໂອ້ລົມບາງຢ່າງຂອງອ້າຍຈາກເບື້ອງເທິງ. “ຫຼາຍຄົນໄດ້ຮູ້ສຶກວ່າ ມັນເປັນຕາອາຍທີ່ຈະເປັນຜູ້ໃຫ້ບໍລິການ, ແຕ່ນັ້ນຄືສິ່ງທີ່ຜິດແທ້ໆ. ການທີ່ພວກເຮົາສາມາດສະໜອງການບໍລິການໃຫ້ແກ່ພຣະເຈົ້າໃນມື້ນີ້ກໍເປັນສິ່ງທີ່ພຣະອົງໄດ້ກຳນົດໄວ້ລ່ວງໜ້າ ແລະ ຍິ່ງໄປກວ່ານັ້ນ ພວກເຮົາຖືກເລືອກໂດຍພຣະເຈົ້າໃຫ້ເຮັດແບບນັ້ນ. ໃນຄວາມເປັນຈິງແລ້ວ, ການສະໜອງການບໍລິການໃຫ້ແກ່ພຣະເຈົ້າທີ່ສູງສຸດ ແລະ ມີລິດທານຸພາບສູງສຸດແມ່ນເປັນສິ່ງທີ່ມີສະຫງ່າລາສີພໍສົມຄວນ! ພວກເຮົາເປັນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງຫຼາຍ ແລະ ຕໍ່ໜ້າພຣະເຈົ້າ ພວກເຮົາລ້ວນແລ້ວແຕ່ເປັນສິ່ງຖືກສ້າງທີ່ເລັກນ້ອຍ. ຜູ້ໃດເໝາະສົມທີ່ຈະເຮັດບໍລິການໃຫ້ແກ່ພຣະເຈົ້າ? ຈາກບັນດາມະນຸດຊາດທັງປວງ, ພວກເຮົາເປັນຜູ້ທີ່ພຣະເຈົ້າໄດ້ຄັດເລືອກໃຫ້ຮັບໃຊ້ພຣະອົງ. ພວກເຮົາໄດ້ຮັບຫຼາຍຢ່າງ ແລະ ນີ້ແມ່ນການເຊີດຊູອັນຍິ່ງໃຫຍ່ຈາກພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄຳຢືນຢັນທີ່ຖືກຕ້ອງທີ່ສຸດ ແລະ ຖ້າພວກເຮົາບໍ່ສາມາດເຂົ້າໃຈມັນໄດ້, ແລ້ວພວກເຮົາກໍອວດດີເກີນເຫດຜົນທັງປວງ. ເວົ້າແບບກົງໄປກົງມາກໍ່ຄື ພຣະເຈົ້າໄດ້ອະນຸຍາດພວກເຮົາ ຜູ້ທີ່ຂາດຄວາມເປັນມະນຸດຢ່າງແທ້ຈິງ ໃຫ້ຮັບໃຊ້ພຣະອົງ; ເຈົ້າຮູ້ບໍວ່າ ພຣະອົງໄດ້ທົນທຸກກັບຄວາມອັບອາຍຫຼາຍສໍ່າໃດ? ພຣະອົງໄດ້ຜະເຊີນກັບຜູ້ຄົນທີ່ເສື່ອມຊາມເຊັ່ນພວກເຮົາເອງໃນແຕ່ລະມື້, ແຕ່ຜູ້ໃດທ່າມກາງພວກເຮົາເຄີຍຄິດຄຳນຶງເຖິງຄວາມອັບອາຍອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ທົນທຸກ? ພວກເຮົາກະບົດຕໍ່ພຣະອົງ ແລະ ທ້າທາຍພຣະອົງຢ່າງສະເໝີ, ພວກເຮົາຕັດສິນພຣະອົງດ້ວຍແນວຄິດ ແລະ ຈິນຕະນາການຂອງພວກເຮົາເອງ ແລະ ພວກເຮົາໄດ້ທຳລາຍຫົວໃຈຂອງພຣະອົງ. ພຣະເຈົ້າໄດ້ທົນທຸກກັບຄວາມທຸກທໍລະມານຫຼາຍສໍ່າໃດ? ຄວາມຈິງທີ່ຖືກກ່າວໄວ້ກໍ່ຄື ເມື່ອເຮົາເວົ້າວ່າ ພວກເຮົາເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ ແລະ ເມື່ອພວກເຮົາຮັບໃຊ້ພຣະອົງ, ພວກເຮົາຍັງຂາດເງື່ອນໄຂທີ່ພຣະອົງຊົງຮຽກຮ້ອງ. ຫຼັງຈາກພຶດຕິກຳດັ່ງກ່າວ, ພວກເຮົາກໍເຖິງກັບບໍ່ສົມຄວນທີ່ຈະສະໜອງການບໍລິການໃຫ້ແກ່ພຣະເຈົ້າ. ພວກເຮົາເໝາະສົມທີ່ຈະເປັນຜູ້ຄົນຂອງພຣະອົງໄດ້ແນວໃດ?” ການໄດ້ຍິນແບບນີ້ໄດ້ປຸກໃຫ້ຂ້ານ້ອຍຕື່ນຂຶ້ນ. ພຣະເຈົ້າເປັນພຣະຜູ້ສ້າງ ແລະ ພຣະອົງສູງສຸດ. ຂ້ານ້ອຍເປັນສິ່ງທີ່ຕໍ່າຕ້ອຍ ແລະ ເລັກນ້ອຍ, ສະນັ້ນ ການທີ່ສາມາດເຮັດການບໍລິການສຳລັບພຣະອົງເປັນການຍົກຂຶ້ນ ແລະ ຄວາມກະລຸນາຂອງພຣະເຈົ້າ. ແຕ່ຂ້ານ້ອຍບໍ່ໄດ້ຮູ້ຈັກຕົວຕົນ ຫຼື ສະຖານະຂອງຂ້ານ້ອຍເອງ, ໂດຍເຊື່ອວ່າການເປັນຜູ້ໃຫ້ບໍລິການເປັນສິ່ງທີ່ຕໍ່າຕ້ອຍ ແລະ ຂ້ານ້ອຍບໍ່ເຕັມໃຈທີ່ຈະເຮັດແບບນັ້ນເພື່ອພຣະເຈົ້າ. ຂ້ານ້ອຍອວດດີ ແລະ ບໍ່ມີເຫດຜົນຫຼາຍ. ເມື່ອຄິດຍ້ອນກັບ, ເຖິງແມ່ນວ່າຂ້ານ້ອຍສະແຫວງຫາຢ່າງກະຕືລືລົ້ນ, ເສຍສະລະ ແລະ ສະລະຕົນເອງ, ມັນກໍ່ລ້ວນແລ້ວແຕ່ເພື່ອຮັບເອົາພອນ, ເພື່ອມີຄວາມສຸກກັບພອນຂອງອານາຈັກສະຫວັນ. ຂ້ານ້ອຍມີແຮງຜັກດັນແທ້ໆ ເມື່ອຂ້ານ້ອຍໄດ້ອ່ານພຣະທຳແຫ່ງຄຳສັນຍາ ແລະ ພອນຂອງພຣະເຈົ້າສຳລັບມະນຸດ ແລະ ຂ້ານ້ອຍກໍ່ສືບຕໍ່ເຮັດແບບນັ້ນເຖິງແມ່ນຈະຢູ່ຕໍ່ໜ້າການຂົ່ມເຫັງຂອງພັກກອມມູນິດຈີນ. ແຕ່ເມື່ອຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າທີ່ເວົ້າວ່າພວກເຮົາເປັນຜູ້ໃຫ້ບໍລິການເຊິ່ງຈະຖືກໂຍນຖິ້ມລົງສູ່ເຫວເລິກທີ່ບໍ່ສິ້ນສຸດ, ຂ້ານ້ອຍກໍ່ເລີ່ມຈົ່ມຕໍ່ວ່າ ແລະ ກ່າວໂທດພຣະເຈົ້າ ແລະ ເຖິງກັບຄິດກ່ຽວກັບການທໍລະຍົດ ແລະ ການປະຖິ້ມພຣະເຈົ້າ. ຂ້ານ້ອຍເປັນຜູ້ເຊື່ອທີ່ແທ້ຈິງແບບໃດ? ສິ່ງທີ່ຂ້ານ້ອຍໃຫ້, ສິ່ງທີ່ຂ້ານ້ອຍເສຍສະລະ ແລະ ສະລະໃຫ້ກໍ່ລ້ວນແລ້ວແຕ່ຖືກເຈືອປົນໄປດ້ວຍແຮງຈູງໃຈ ແລະ ຄວາມບໍ່ບໍລິສຸດຂອງຂ້ານ້ອຍ. ມັນແມ່ນເພື່ອຮັບພອນ, ມັນຄືການພະຍາຍາມສໍ້ໂກງພຣະເຈົ້າ, ຕໍ່ລອງກັບພຣະເຈົ້າ. ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ. ຂ້ານ້ອຍໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າຢ່າງຫຼວງຫຼາຍ, ການບຳລຸງລ້ຽງ ແລະ ການລ້ຽງດູຈາກພຣະທຳຂອງພຣະອົງ, ແຕ່ຂ້ານ້ອຍກໍ່ຕ້ອງການທໍລະຍົດພຣະອົງໃນຊ່ວງເວລາທີ່ຂ້ານ້ອຍບໍ່ເຫັນພອນໃນສິ່ງນີ້ສຳລັບຂ້ານ້ອຍ. ຂ້ານ້ອຍຂາດຄວາມສຳນຶກ ຫຼື ເຫດຜົນຢ່າງສິ້ນເຊີງ. ຄວາມຄິດນີ້ເຮັດໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມໂສກເສົ້າ ແລະ ການຕຳນິຕົນເອງ. ຂ້ານ້ອຍເປັນເຊື້ອສາຍຂອງມັງກອນແດງທີ່ຍິ່ງໃຫຍ່. ຂ້ານ້ອຍເປັນຂອງຊາຕານ ແລະ ບໍ່ແມ່ນໃນເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອຂອງຂ້ານ້ອຍກໍ່ຖືກກະຕຸ້ນດ້ວຍການໄດ້ຮັບພອນ. ພຣະເຈົ້າບໍລິສຸດ ແລະ ຊອບທຳ ແລະ ອຸປະນິໄສຂອງພຣະອົງກໍ່ບໍ່ອົດທົນຕໍ່ການເຮັດຜິດ. ໂດຍເຮັດຕາມພຶດຕິກຳ ແລະ ທ່າທີ່ຂອງຂ້ານ້ອຍຕໍ່ພຣະເຈົ້າ, ຂ້ານ້ອຍບໍ່ສົມຄວນທີ່ຈະແມ່ນແຕ່ເປັນຜູ້ໃຫ້ບໍລິການ. ຂ້ານ້ອຍຄວນຖືກສາບແຊ່ງ ແລະ ຖືກສົ່ງລົງນະຮົກໂດຍພຣະເຈົ້າແຕ່ດົນມາແລ້ວ. ພຣະເຈົ້າບໍ່ໄດ້ກຳລັງລົງໂທດຂ້ານ້ອຍ, ແຕ່ກຳລັງອະນຸຍາດໃຫ້ຂ້ານ້ອຍດຳລົງຊີວິດດ້ວຍທຸກລົມຫາຍໃຈ ເພື່ອວ່າຂ້ານ້ອຍຈະມີໂອກາດຮັບຟັງຖ້ອຍຄຳຂອງພຣະອົງ, ຍອມຮັບການບຳລຸງລ້ຽງຂອງພຣະອົງສຳລັບຊີວິດ ແລະ ເຮັດການບໍລິການສຳລັບພຣະເຈົ້າ ຜູ້ສູງສຸດ. ນີ້ຄືການຍົກຍ້ອງທີ່ພິເສດ ແລະ ຂ້ານ້ອຍຄວນຂອບໃຈພຣະເຈົ້າ. ຂ້ານ້ອຍມີສິດຫຍັງທີ່ຈະຈົ່ມວ່າ? ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງໃຫ້ການບໍລິການແກ່ພຣະເຈົ້າເປັນຢ່າງດີ!

ໃນທ້າຍເດືອນພະຈິກ, ພວກເຮົາໄດ້ຮັບພຣະທຳໃໝ່ຂອງພຣະເຈົ້າຕື່ມອີກ. ພຣະເຈົ້າເວົ້າວ່າ “ຫຼັງຈາກທີ່ເຮົາກັບຄືນໄປພູເຂົາຊີໂອນ, ຜູ້ທີ່ຢູ່ເທິງແຜ່ນດິນໂລກຈະສືບຕໍ່ສັນລະເສີນເຮົາດັ່ງໃນອະດີດ. ຜູ້ເຮັດການບໍລິການທີ່ຈົງຮັກພັກດີເຫຼົ່ານັ້ນຈະລໍຖ້າຢ່າງທີ່ເຄີຍ ເພື່ອໃຫ້ບໍລິການແກ່ເຮົາ ແຕ່ໜ້າທີ່ຂອງພວກເຂົາກໍຈະຈົບລົງແລ້ວ. ດີທີ່ສຸດທີ່ພວກເຂົາສາມາດເຮັດໄດ້ແມ່ນການພິຈາລະນາສະຖານະການແຫ່ງການປາກົດຕົວຂອງເຮົາຢູ່ເທິງແຜ່ນດິນໂລກ. ໃນເວລານັ້ນ, ເຮົາຈະເລີ່ມນໍາເອົາຄວາມຈິບຫາຍມາສູ່ຜູ້ທີ່ຈະທົນທຸກກັບໄພພິບັດ; ແຕ່ທຸກຄົນເຊື່ອວ່າ ເຮົາເປັນພຣະເຈົ້າທີ່ຊອບທໍາ. ເຮົາຈະບໍ່ລົງໂທດຜູ້ເຮັດການບໍລິການທີ່ຈົງຮັກພັກດີເຫຼົ່ານັ້ນຢ່າງແນ່ນອນ ແຕ່ຈະປ່ອຍໃຫ້ພວກເຂົາໄດ້ຮັບພຣະຄຸນຂອງເຮົາເທົ່ານັ້ນ. ເນື່ອງຈາກເຮົາໄດ້ກ່າວໄວ້ວ່າ ເຮົາຈະລົງໂທດຜູ້ທີ່ເຮັດຊົ່ວ ແລະ ຜູ້ທີ່ກະທໍາດີຈະໄດ້ຮັບຄວາມສຸກທາງດ້ານວັດຖຸທີ່ເຮົາປະທານໃຫ້ ເຊິ່ງສະແດງໃຫ້ເຫັນວ່າ ເຮົາເອງແມ່ນພຣະເຈົ້າແຫ່ງຄວາມຊອບທໍາ ແລະ ຄວາມຊື່ສັດ” (ຄັດຈາກ “ບົດທີ 120” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ານ້ອຍເຫັນວ່າພຣະເຈົ້າບໍ່ໄດ້ປະຖິ້ມພວກເຮົາເລີຍ ແລະ ພຣະອົງບໍ່ໄດ້ກຳລັງລົງໂທດພວກເຮົາ ເພາະພວກເຮົາເປັນເຊື້ອສາຍຂອງມັງກອນແດງໃຫຍ່. ພຣະເຈົ້າຍັງອະນຸຍາດໃຫ້ພວກເຮົາເປັນຜູ້ໃຫ້ບໍລິການທີ່ອຸທິດໃຫ້ກັບພຣະອົງ ແລະ ຍົກຍ້ອງພຣະອົງເທິງແຜ່ນດິນໂລກ. ສິ່ງນີ້ເຮັດໃຫ້ຂ້ານ້ອຍມີຄວາມຮູ້ສຶກອົບອຸ່ນ ແລະ ຂ້ານ້ອຍກໍ່ມີກຳລັງຂຶ້ນແທ້ໆ. ຂ້ານ້ອຍຮູ້ສຶກແທ້ໆວ່າການທີ່ສາມາດເຮັດການບໍລິການສຳລັບພຣະເຈົ້າເປັນການຖືກຍົກຍ້ອງໂດຍພຣະອົງ ແລະ ມັນເປັນພອນ. ຕະຫຼອດຊ່ວງໄລຍະເວລານັ້ນ, ພວກເຮົາໄດ້ຮ້ອງເພງສັນລະເສີນ “ມັນເປັນໂຊກດີຂອງພວກເຮົາທີ່ຈະໃຫ້ການບໍລິການແກ່ພຣະເຈົ້າ” ໃນການເຕົ້າໂຮມທຸກຄັ້ງ: “... ໂດຍຜ່ານການເປີດເຜີຍ ແລະ ການພິພາກສາຈາກພຣະທໍາຂອງພຣະເຈົ້າເທົ່ານັ້ນ ພວກເຮົາຈຶ່ງເຫັນໄດ້ວ່າພວກເຮົາເສື່ອມຊາມຢ່າງເລິກເຊິ່ງສໍ່າໃດ. ດ້ວຍຄວາມຕັ້ງໃຈ ແລະ ຄວາມປາດຖະໜາອັນເຕັມປ່ຽມທີ່ຈະໄດ້ຮັບພອນ, ພວກເຮົາມີຄ່າຄວນທີ່ຈະດໍາລົງຊີວິດຕໍ່ໜ້າພຣະເຈົ້າໄດ້ແນວໃດ? ພວກເຮົາບໍ່ເໝາະສົມທີ່ຈະເຂົ້າໄປໃນອານາຈັກສະຫວັນ; ການໃຫ້ການບໍລິການແກ່ພຣະເຈົ້າແມ່ນການເຊີດຊູພຣະອົງເປັນທີ່ຮຽບຮ້ອຍແລ້ວ. ໂອ້! ດ້ວຍພຣະຄຸນຂອງພຣະເຈົ້າ, ພວກເຮົາໃຫ້ການບໍລິການ ແລະ ການໃຫ້ການບໍລິການແມ່ນໂຊກດີຂອງພວກເຮົາ. ບໍ່ວ່າຈະຜ່ານໂຊກ ຫຼື ໄພພິບັດ, ຂ້ອຍປາດຖະໜາພຽງແຕ່ຊິເຮັດການບໍລິການຈົນເຖິງທີ່ສຸດ. ທຸກມື້ນີ້, ພວກເຮົາສາມາດໃຫ້ການບໍລິການແກ່ພຣະເຈົ້າໄດ້ ແລະ ພວກເຮົາຮູ້ສຶກວ່າບໍ່ຄວນຄ່າຫຼາຍ. ບໍ່ວ່າໂອກາດ, ໂຊກຊະຕາ ແລະ ຜົນໄດ້ຮັບຂອງພວກເຮົາຈະເປັນຫຍັງກໍຕາມ, ພວກເຮົາຈະຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ພຣະເຈົ້າໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ພວກເຮົາບໍລິສຸດ, ເພື່ອຟື້ນຟູຄວາມສໍານຶກ ແລະ ຄວາມມີເຫດຜົນຂອງພວກເຮົາ. ໂອ້! ພວກເຮົາເຕັມໃຈທີ່ຈະເຮັດວຽກເພື່ອພຣະເຈົ້າຄືກັບສັດຮ້າຍທີ່ມີພາລະ ແລະ ອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຕ່າງໆຂອງພຣະອົງ. ດ້ວຍຫົວໃຈທັງໝົດຂອງພວກເຮົາ, ພວກເຮົາຈະໃຫ້ບໍລິການແກ່ພຣະເຈົ້າຕະຫຼອດຊີວິດຂອງພວກເຮົາ ແລະ ຈະສັນລະເສີນອຸປະນິໄສອັນຊອບທໍາຂອງພຣະເຈົ້າຕະຫຼອດໄປ” (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່).

ຫຼັງຈາກທີ່ພວກເຮົາເຕັມໃຈທີ່ເຮັດການບໍລິການເພື່ອພຣະເຈົ້າ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ກ່າວພຣະທຳໃໝ່. ນີ້ແມ່ນວັນທີ 20 ກຸມພາ 1992. ພຣະອົງໄດ້ຍົກພວກເຮົາຂຶ້ນໃຫ້ກາຍເປັນປະຊາຊົນໃນອານາຈັກ ແລະ ນໍາເອົາການທົດລອງຂອງຜູ້ໃຫ້ບໍລິການມາເຖິງຈຸດສິ້ນສຸດ. ພຣະທຳຂອງພຣະເຈົ້າເວົ້າວ່າ: “ສະຖານະການໃນປັດຈຸບັນບໍ່ຄືແຕ່ກອນ ແລະ ພາລະກິດຂອງເຮົາໄດ້ເຂົ້າສູ່ຈຸດເລີ່ມຕົ້ນໃໝ່ແລ້ວ. ເມື່ອເປັນແບບນັ້ນ, ມັນກໍຈະມີວິທີການໃໝ່: ຄົນທີ່ເຫັນພຣະທຳຂອງເຮົາ ແລະ ຍອມຮັບເອົາພຣະທຳເປັນຊີວິດຈິດໃຈຂອງພວກເຂົາ ແມ່ນຄົນແຫ່ງອານາຈັກຂອງເຮົາ. ຍ້ອນພວກເຂົາຢູ່ໃນອານາຈັກຂອງເຮົາ, ພວກເຂົາແມ່ນຄົນແຫ່ງອານາຈັກຂອງເຮົາ. ເພາະວ່າພວກເຂົາໄດ້ຮັບການນໍາພາໂດຍພຣະທຳຂອງເຮົາ, ເຖິງແມ່ນພວກເຂົາຈະຖືກເອີ້ນວ່າປະຊາຊົນຂອງເຮົາ, ຕໍາແໜ່ງນີ້ກໍບໍ່ໄດ້ເປັນຮອງການຖືກເອີ້ນວ່າ ‘ບຸດຊາຍ’ ຂອງເຮົາ” (ຄັດຈາກ “ບົດທີ 1” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ເມື່ອເຫັນວ່າພຣະເຈົ້າໄດ້ປ່ຽນຜູ້ໃຫ້ບໍລິການໃຫ້ກາຍເປັນປະຊາຊົນໃນຍຸກແຫ່ງລາຊະອານາຈັກຂອງພຣະອົງ, ຂ້ານ້ອຍກໍ່ຮູ້ສຶກມີຄວາມສຸກປະສົມກັບຄວາມເສຍໃຈ ແລະ ການຕຳນິຕົນເອງ. ຂ້ານ້ອຍເສຍໃຈທີ່ຂ້ານ້ອຍຄິດລົບ, ອ່ອນແອ ແລະ ບໍ່ມີຄວາມຫວັງໃນລະຫວ່າງການທົດລອງຂອງຜູ້ໃຫ້ບໍລິການ ແລະ ເຖິງກັບຈົ່ມຕໍ່ວ່າພຣະເຈົ້າ, ເຂົ້າໃຈຜິດ ແລະ ກ່າວໂທດພຣະອົງ. ຂ້ານ້ອຍບໍ່ເຕັມໃຈທີ່ຈະເປັນຜູ້ໃຫ້ບໍລິການຂອງພຣະອົງ. ຂ້ານ້ອຍຂາດການອຸທິຕົນ ແລະ ຄວາມເຊື່ອຟັງສຳລັບພຣະເຈົ້າແທ້ໆ. ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກເສຍໃຈແທ້ໆ ແລະ ເປັນໜີ້ພຣະເຈົ້າ. ຂ້ານ້ອຍມີຄວາມສຸກທີ່ໃນຖານະເຊື້ອສາຍຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງກະບົດ ແລະ ເສື່ອມຊາມຫຼາຍ, ພຽງແຕ່ເພາະພວກເຮົາບໍ່ໄດ້ຍອມຜ່າຍແພ້ຜ່ານການທົດລອງ, ພຣະເຈົ້າໄດ້ຍົກພວກເຮົາຂຶ້ນເປັນປະຊາຊົນແຫ່ງອານາຈັກ, ເປັນສະມາຊິກໃນເຮືອນຂອງພຣະອົງ. ຂ້ານ້ອຍສາມາດຮູ້ສຶກເຖິງຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳລັບພວກເຮົາ ແລະ ຄວາມຮູ້ບຸນຄຸນ ແລະ ການສັນລະເສີນພຣະເຈົ້າກໍ່ເຕັມລົ້ນຫຼາຍຂຶ້ນໃນຫົວໃຈຂອງຂ້ານ້ອຍ.

ຫຼັງຈາກທີ່ໄດ້ຜ່ານການທົດລອງຂອງຜູ້ໃຫ້ບໍລິການ, ຂ້ານ້ອຍກໍ່ເຫັນເຖິງສະຕິປັນຍາທີ່ບໍ່ເປັນຕາເຊື່ອໃນພາລະກິດຂອງພຣະເຈົ້າ. ພຣະອົງພິພາກສາ, ຂ້ຽນຕີ ແລະ ເຖິງກັບສາບແຊ່ງຜູ້ຄົນດ້ວຍພຣະທຳຂອງພຣະອົງ ແລະ ເຖິງແມ່ນພຣະທຳເຫຼົ່ານັ້ນຮຸນແຮງ, ເຮັດໃຫ້ພວກເຮົາເຈັບປວດ ແລະ ຮູ້ສຶກໂສກເສົ້າ, ມັນກໍ່ລ້ວນແລ້ວແຕ່ເພື່ອຊໍາລະລ້າງ ແລະ ປ່ຽນແປງພວກເຮົາ. ເຖິງແມ່ນຂ້ານ້ອຍຖືກຫຼໍ່ຫຼອມຜ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍ່ໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ພຣະອົງລັງກຽດໂດຍແຮງຈູງໃຈ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາ ແລະ ພຣະອົງລັງກຽດໂດຍຄວາມເຊື່ອທີ່ຖືກກະຕຸ້ນໂດຍພອນ. ຫຼັງຈາກປະສົບການນີ້, ທັດສະນະຂອງຂ້ານ້ອຍກ່ຽວກັບຄວາມເຊື່ອກໍ່ປ່ຽນແປງໄປໜ້ອຍໜຶ່ງ. ຂ້ານ້ອຍເຊົາມຸ່ງໝັ້ນທີ່ຈະສະແຫວງຫາພອນ ແລະ ທາງເຂົ້າສູ່ອານາຈັກສະຫວັນ, ແຕ່ຮູ້ສຶກວ່າການເປັນຜູ້ໃຫ້ບໍລິການທີ່ກຳລັງໃຫ້ບໍລິການສຳລັບພຣະຜູ້ສ້າງກໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມັນຄືພອນສຳລັບຂ້ານ້ອຍ. ມັນເຮັດໃຫ້ຂ້ານ້ອຍຮູ້ສຶກພູມໃຈ ແລະ ເປັນກຽດ!

ຕໍ່ໄປ: 2. ທ່າມກາງການທົດລອງແຫ່ງຄວາມຕາຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້