51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ
ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ. ຂ້ອຍຈະຍອມກັບແມ່ນຫຍັງກໍ່ຕາມ ແລະ ປ່ອຍໃຫ້ຜູ້ຄົນເຮັດຕາມທາງຂອງພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດເວົ້າຄໍາເວົ້າທີ່ບໍ່ສຸພາບເວົ້າກ່ຽວກັບຂ້ອຍ. ຂ້ອຍບໍ່ເຄີຍຖຽງກັບຜູ້ໃດ. ແມ່ນແຕ່ເມື່ອຂ້ອຍສັງເກດເຫັນວ່າຄົນໜຶ່ງມີບັນຫາ, ຂ້ອຍຍັງຈະບໍ່ເວົ້າຫຍັງເລີຍ. ເມື່ອເວລາຜ່ານໄປ, ທຸກຄົນກໍ່ເລີ່ມຄິດວ່າຂ້ອຍເປັນຄົນດີ. ຂ້ອຍສືບຕໍ່ນຳໃຊ້ປັດຊະຍານີ້ເພື່ອການດຳລົງຊີວິດຢູ່ໃນເລື່ອງຕ່າງໆຂອງຂ້ອຍ ແລະ ໃນການພົວພັນຂອງຂ້ອຍກັບຄົນອື່ນ ແມ່ນແຕ່ຫຼັງຈາກທີ່ກາຍເປັນຜູ້ເຊື່ອ. ຂ້ອຍຈື່ໄດ້ວ່າ ບໍ່ດົນຫຼັງຈາກທີ່ຂ້ອຍມີຄວາມເຊື່ອ, ຂ້ອຍກໍ່ສັງເກດເຫັນວ່າອ້າຍທຽນ, ຜູ້ທີ່ຮັບຜິດຊອບສຳລັບການເຕົ້າໂຮມຂອງກຸ່ມຂອງພວກເຮົາ, ມີຄວາມອ່ອນໂຍນຫຼາຍຢູ່ສະເໝີໃນຄໍາເວົ້າຂອງລາວ ແລະ ການໂອ້ລົມຂອງລາວກ່ຽວກັບພຣະທຳຂອງພຣະເຈົ້າກໍ່ສ່ອງແສງສະຫວ່າງ. ເມື່ອໃດກໍ່ຕາມທີ່ມີບາງສິ່ງເກີດຂຶ້ນກັບຂ້ອຍ ຫຼື ຂ້ອຍມີຄວາມຫຍຸ້ງຍາກບາງຢ່າງ, ຂ້ອຍມັກຊອກຫາລາວເພື່ອຊ່ວຍຂ້ອຍໃນການແກ້ໄຂມັນ ແລະ ລາວກໍ່ມີຄວາມອົດທົນແທ້ໆໃນການໂອ້ລົມກັບຂ້ອຍ. ພວກເຮົາເຂົ້າກັນໄດ້ດີຫຼາຍ. ສອງສາມປີຕໍ່ມາ ພວກເຮົາທັງສອງໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງຄຣິດຕະຈັກ ແລະ ຂ້ອຍກໍ່ຕື່ນເຕັ້ນຫຼາຍທີ່ມີໂອກາດໄດ້ເຮັດໜ້າທີ່ຂອງຂ້ອຍຄຽງຂ້າງລາວ. ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍກໍ່ສັງເກດເຫັນວ່າອ້າຍທຽນບໍ່ໄດ້ແບກຮັບພາລະແທ້ໆໃນໜ້າທີ່ຂອງລາວ ແລະ ເມື່ອອ້າຍເອື້ອຍນ້ອງຄິດລົບ ແລະ ອ່ອນແອ, ລາວກໍ່ພຽງແຕ່ທຳທ່າ ແລະ ແບ່ງປັນການໂອ້ລົມທີ່ງ່າຍໆ. ລາວບໍ່ສົນໃຈແທ້ໆວ່າມັນເກີດຜົນຫຍັງ ຫຼື ບໍ່. ຂ້ອຍຄິດວ່າ, “ລາວບໍ່ໄດ້ໃສ່ໃຈໃນໜ້າທີ່ຂອງລາວບໍ? ສິ່ງນີ້ຈະເຮັດໃຫ້ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຊັກຊ້າຢ່າງແນ່ນອນ. ຂ້ອຍຕ້ອງໂອ້ລົມກັບລາວ. ແຕ່ໃນອີກດ້ານ, ລາວເຮັດໜ້າທີ່ນີ້ດົນກວ່າຂ້ອຍ ແລະ ລາວມີປະສົບການບາງຢ່າງກັບວຽກງານນີ້. ຂ້ອຍຫາກໍ່ເລີ່ມເຮັດໜ້າທີ່ຂອງຂ້ອຍໃນຖານະຜູ້ນຳ. ລາວຈະຄິດແນວໃດກ່ຽວກັບຂ້ອຍ ຖ້າຂ້ອຍບອກລາວວ່າລາວບໍ່ໄດ້ແບກຮັບພາລະໃນວຽກງານຂອງລາວ?” ດັ່ງທີ່ພວກເຂົາເວົ້າວ່າ, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”. ສະນັ້ນ ເພື່ອຮັກສາຄວາມສໍາພັນຂອງພວກເຮົາໃຫ້ມັນເປັນແບບນັ້ນ, ຂ້ອຍພຽງແຕ່ເວົ້າກັບລາວ ແລະ ເວົ້າຜ່ານໆກ່ຽວກັບບັນຫາຂອງລາວ.
ໃນການເຕົ້າໂຮມໜຶ່ງຄັ້ງຂອງພວກເຮົາ, ອ້າຍເອື້ອຍນ້ອງບາງຄົນໄດ້ຍົກຄວາມຫຍຸ້ງຍາກທີ່ພວກເຂົາປະສົບໃນການແບ່ງປັນຂ່າວປະເສີດ, ໂດຍຫວັງວ່າພວກເຮົາຈະສາມາດຊ່ວຍພວກເຂົາໃນການແກ້ໄຂບັນຫາເຫຼົ່ານີ້ໄດ້. ຂ້ອຍໄດ້ລົມກັບອ້າຍທຽນກ່ຽວກັບການທີ່ພວກເຮົາໄປນຳກັນ, ແຕ່ລາວຫາຂໍ້ແກ້ຕົວວ່າວຽກງານຂ່າວປະເສີດບໍ່ແມ່ນຈຸດແຂງຂອງລາວ, ສະນັ້ນ ລາວຈຶ່ງບໍ່ຢາກໄປ. ຂ້ອຍໂອ້ລົມກັບລາວ, ໂດຍເວົ້າວ່າອ້າຍເອື້ອຍນ້ອງຂອງພວກເຮົາກຳລັງມີຄວາມຫຍຸ້ງຍາກໃນໜ້າທີ່ຂອງພວກເຂົາ, ສະນັ້ນ ພວກເຮົາຄວນເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອຊ່ວຍພວກເຂົາ ແລະ ພວກເຮົາບໍ່ສາມາດເຮັດໜ້າທີ່ຂອງພວກເຮົາໂດຍອີງໃສ່ຄວາມມັກຂອງພວກເຮົາເທົ່ານັ້ນ. ລາວຕອບດ້ວຍຄວາມງຽບ, ສະນັ້ນ ຂ້ອຍຈຶ່ງຄິດວ່ານັ້ນແມ່ນຂໍ້ຕົກລົງໂດຍປະລິຍາຍຂອງລາວ. ດ້ວຍຄວາມແປກໃຈຂອງຂ້ອຍ, ລາວບໍ່ໄດ້ປາກົດຕົວໃນມື້ຕໍ່ມາ. ຂ້ອຍຮູ້ສຶກຜິດຫວັງກັບລາວໜ້ອຍໜຶ່ງ, ລາວບໍ່ໄດ້ກຳລັງບໍ່ມີຄວາມຮັບຜິດຊອບບໍ ໃນຖານະຜູ້ນໍາຂອງຄຣິດຕະຈັກ ທີ່ບໍ່ຢືນມືເຂົ້າໄປແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງ? ຂ້ອຍຮູ້ວ່າຂ້ອຍຕ້ອງນໍາມັນຂຶ້ນມາເວົ້າກັບລາວ.
ຂ້ອຍໄດ້ໄປລົມກັບອ້າຍທຽນໃນທັນທີຫຼັງຈາກການເຕົ້າໂຮມ ແລະ ຕະຫຼອດເວລາທີ່ເດີນທາງໄປທີ່ນັ້ນ ຂ້ອຍກຳລັງຄິດກ່ຽວກັບວິທີການໂອ້ລົມກັບລາວ. ແຕ່ລາວມີຄວາມອົບອຸ່ນ ແລະ ເປັນມິດກັບຂ້ອຍຫຼາຍ ເມື່ອຂ້ອຍໄປຮອດເຮືອນຂອງລາວ ແລະ ຂ້ອຍກໍ່ເລີ່ມຮູ້ສຶກສະຫງົບລົງໜ້ອຍໜຶ່ງ. ຂ້ອຍຄິດວ່າ, “ອ້າຍທຽນຍິ້ມແຍ້ມແຈ່ມໃສ ແລະ ເຖິງກັບເຍັ້ນຊາໃຫ້ຂ້ອຍ. ຂ້ອຍຈະສາມາດເວົ້າສິ່ງນີ້ກັບລາວໄດ້ແນວໃດ? ຖ້າຂ້ອຍເວົ້າວ່າລາວບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງລາວ ແລະ ລາວຢູ່ໃນສະພາວະທີ່ອັນຕະລາຍ, ນັ້ນຈະບໍ່ເປັນຕາອັບອາຍສຳລັບລາວແທ້ໆບໍ? ດັ່ງທີ່ພວກເຂົາເວົ້າວ່າ, ‘ຢ່າຍົກມືຕ້ານໃບໜ້າທີ່ຍິ້ມແຍ້ມແຈ່ມໃສ’. ພວກເຮົາເຂົ້າກັນໄດ້ດີຢູ່ສະເໝີ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນໄດ້ແນວໃດ ຖ້າຂ້ອຍທໍາລາຍຄວາມສໍາພັນຂອງພວກເຮົາ? ພວກເຮົາເຫັນກັນຕະຫຼອດເວລາ, ສະນັ້ນ ມັນຈະເປັນພຽງແຕ່ການສ້າງຄວາມອຶດອັດແທ້ໆ!” ສະນັ້ນ ຂ້ອຍຈຶ່ງເວົ້າກັບລາວຢ່າງອ່ອນໂຍນຫຼາຍວ່າ, “ພວກເຮົາຕ້ອງພັດທະນາຄວາມຮູ້ສຶກເຖິງພາລະຕໍ່ກັບໜ້າທີ່ຂອງພວກເຮົາ. ພວກເຮົາບໍ່ສາມາດພຽງແຕ່ເຮັດສິ່ງຕ່າງໆໂດຍອີງຕາມຄວາມມັກສ່ວນຕົວຂອງພວກເຮົາ”. ເມື່ອລາວກົ້ມຫົວລົງດ້ວຍຄວາມອັບອາຍ ແລະ ບໍ່ເວົ້າຫຍັງຈັກຄຳ, ຂ້ອຍກໍ່ຮູ້ສຶກບໍ່ດີທີ່ຈະເວົ້າຫຍັງຕື່ມອີກ. ຂ້ອຍຄິດກ່ຽວກັບວ່າຂ້ອຍຫາກໍ່ເລີ່ມຕົ້ນເປັນຜູ້ນໍາຄຣິດຕະຈັກ ແລະ ຂ້ອຍຍັງບໍ່ຮູ້ວຽກງານຂອງຄຣິດຕະຈັກເປັນຢ່າງດີເທື່ອ. ມີຫຼາຍສິ່ງຫຼາຍຢ່າງທີ່ຂ້ອຍຕ້ອງການຄວາມຊ່ວຍເຫຼືອຈາກລາວ ແລະ ດັ່ງຄໍາສຸພາສິດທີ່ກ່າວວ່າ, “ຢ່າຈູດຂົວຂອງຕົນ”. ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດສ້າງຄວາມລຳບາກໃຈໃຫ້ກັບລາວເກີນໄປ, ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ເວົ້າຫຍັງຕື່ມອີກ.
ຕໍ່ມາ ກໍ່ມີຂໍ້ຄວາມໜຶ່ງມາຈາກຜູ້ນໍາຂອງພວກເຮົາ ເຊິ່ງແຈ້ງໃຫ້ພວກເຮົາຮັບຊາບກ່ຽວກັບການເຕົ້າໂຮມ ແລະ ອ້າຍທຽນ ແລະ ຂ້ອຍກໍ່ຕັດສິນໃຈວ່າພວກເຮົາແຕ່ລະຄົນຈະແຈ້ງໃຫ້ອ້າຍເອື້ອຍນ້ອງບາງຄົນຮັບຊາບ. ຂ້ອຍຖາມລາວວ່າລາວໄດ້ແຈ້ງຫຍັງ ຫຼື ບໍ່ ເມື່ອພວກເຮົາເຫັນກັນໃນມື້ຕໍ່ມາ, ແຕ່ລາວເວົ້າໂດຍບໍ່ກັງວົນຫຍັງທັງສິ້ນວ່າ ລາວຫຍຸ້ງກັບການເຮັດສິ່ງອື່ນໆ ແລະ ລືມກ່ຽວກັບເລື່ອງນີ້. ເມື່ອເຫັນວ່າລາວເບິ່ງຄືເສີຍຊາ, ຂ້ອຍຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກກ່າວຕໍານິລາວ. ຂ້ອຍເວົ້າວ່າ, “ການເຮັດໜ້າທີ່ຂອງເຈົ້າໃນລັກສະນະນີ້ແມ່ນບໍ່ມີຄວາມຮັບຜິດຊອບ ແລະ ມັນສາມາດເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າໄດ້”. ຂ້ອຍຕົກຕະລຶງເມື່ອລາວເຮັດໜ້າບໍ່ພໍໃຈ, ຈັບກະແຈຂອງລາວ ແລະ ຈາກໄປເສີຍ. ເມື່ອເຫັນຄວາມບໍ່ພໍໃຈຂອງລາວ, ຂ້ອຍບໍ່ກ້າເວົ້າຫຍັງຕື່ມອີກ, ຍ້ອນຢ້ານມັນຈະທໍາລາຍຄວາມສໍາພັນຂອງພວກເຮົາຢ່າງສົມບູນ.
ຂ້ອຍເຫັນວ່າອ້າຍທຽນບໍ່ໄດ້ແບກຮັບພາລະໃດເລີຍໃນໜ້າທີ່ຂອງລາວ, ລາວບໍ່ໄດ້ໃສ່ໃຈ, ລາວມັກເຮັດໃຫ້ເກີດຄວາມຊັກຊ້າ ແລະ ເມື່ອຜະເຊີນໜ້າກັບບັນຫາ ລາວກໍ່ຂາດຄວາມຮູ້ກ່ຽວກັບຕົນເອງ. ເມື່ອຄົນອື່ນໂອ້ລົມ ຫຼື ຊີ້ເຖິງບັນຫາຂອງລາວອອກໃຫ້ແກ່ລາວ, ລາວກໍ່ຈະບໍ່ຍອມຮັບມັນ. ສິ່ງນັ້ນບໍ່ໄດ້ລ້ວນແລ້ວແຕ່ຊີ້ໃຫ້ເຫັນວ່າລາວກຳລັງເປັນຜູ້ນໍາຈອມປອມບໍ ເຊິ່ງບໍ່ສາມາດຍອມຮັບຄວາມຈິງ ຫຼື ເຮັດວຽກຕົວຈິງບໍ? ຖ້າລາວຮັກສາຕໍາແໜ່ງຂອງລາວໃນຖານະເປັນຜູ້ນໍາຄົນໜຶ່ງ, ມັນຈະຖ່ວງດຶງວຽກງານຂອງຄຣິດຕະຈັກ, ຂ້ອຍຮູ້ວ່າຂ້ອຍຄວນແຈ້ງໃຫ້ຜູ້ນໍາຮັບຊາບກ່ຽວກັບບັນຫາຂອງລາວ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດກ່ຽວກັບວ່າຜູ້ນໍາຈະລິຮານ ແລະ ຈັດການກັບລາວຢ່າງແນ່ນອນ ເມື່ອພວກເຂົາຄົ້ນພົບບກ່ຽວກັບທຸກສິ່ງນັ້ນ ແລະ ລາວອາດຈະສູນເສຍຕໍາແໜ່ງຂອງລາວ. ຖ້າອ້າຍທຽນຄົ້ນພົບວ່າຂ້ອຍເປັນຜູ້ລາຍງານເລື່ອງຂອງລາວ, ລາວຈະເວົ້າວ່າຂ້ອຍບໍ່ມີຫົວໃຈ, ຂ້ອຍທໍລະຍົດເພື່ອນເກົ່າ. ຂ້ອຍຈະຜະເຊີນໜ້າກັບລາວໄດ້ແນວໃດຫຼັງຈາກນັ້ນ? ຄວາມຄິດນີ້ເຮັດໃຫ້ຂ້ອຍບໍ່ແນ່ໃຈວ່າຕ້ອງເຮັດແນວໃດ. ຫຼັງຈາກຄິດຫຼາຍກ່ຽວກັບເລື່ອງນັ້ນ, ໃນທີ່ສຸດ ຂ້ອຍກໍ່ຕັດສິນທີ່ຈະບໍ່ລາຍງານກ່ຽວກັບລາວ. ຂ້ອຍພຽງແຕ່ເປີດໂປງບັນຫາຂອງລາວ, ບາງທີ ລາວຈະໄຕ່ຕອງ ແລະ ເຂົ້າໃຈບັນຫາຂອງລາວ ແລະ ຫຼັງຈາກນັ້ນກໍ່ກັບໃຈ. ລາວເປັນຜູ້ເຊື່ອເປັນເວລາຫຼາຍປີ ແລະ ລາວກໍ່ຂ້ອນຂ້າງມີຄວາມຮັບຜິດຊອບໃນໜ້າທີ່ຂອງລາວໃນເມື່ອກ່ອນ. ສະນັ້ນ ຂ້ອຍຈຶ່ງຕັດສິນໃຈທີ່ຈະສັງເກດສິ່ງຕ່າງໆອີກສອງສາມມື້ ແລະ ຖ້າລາວຍັງບໍ່ປ່ຽນແປງ, ຂ້ອຍກໍ່ສາມາດລາຍງານກ່ຽວກັບລາວໃນເວລານັ້ນ.
ຫຼັງຈາກນັ້ນ, ພວກເຮົາມີຄົນທີ່ອາດກາຍມາເປັນຜູ້ເຊື່ອ ເຊິ່ງມີຄວາມເປັນມະນຸດທີ່ດີ ແລະ ສົນໃຈທີ່ຈະພິຈາລະນາເບິ່ງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ແຕ່ລາວຕ້ອງອອກໄປນອກເມືອງເພື່ອເຮັດວຽກໃນອີກສອງສາມມື້. ພວກເຮົາຈຳເປັນຕ້ອງຫາຄົນໄປແບ່ງປັນຂ່າວປະເສີດກັບລາວໃຫ້ໄວເທົ່າທີ່ເປັນໄປໄດ້. ພວກເຮົາປຶກສາຫາລືກ່ຽວກັບເລື່ອງນັ້ນ ແລະ ຕັດສິນໃຈໃຫ້ອ້າຍທຽນໄປ. ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຄາດຄິດ ລາວສັບສົນເລື່ອງເວລາ ແລະ ບໍ່ໄດ້ໄປໃນມື້ທີ່ລາວຄວນຈະໄປ. ຂ້ອຍໃຈຮ້າຍແທ້ໆ ເມື່ອຂ້ອຍຮູ້ເລື່ອງນັ້ນ. ຂ້ອຍໄດ້ເຕືອນລາວຫຼາຍຄັ້ງ, ແຕ່ລາວບໍ່ເຄີຍປ່ຽນແປງ ແລະ ເວລານັ້ນ ລາວໄດ້ເຮັດບາງສິ່ງທີ່ສຳຄັນພາດໄປຍ້ອນຄວາມປະໝາດແທ້ໆ. ມັນປາກົດໃນຄວາມຄິດຂອງຂ້ອຍວ່າ ຂ້ອຍຮູ້ເປັນຢ່າງດີວ່າອ້າຍທຽນທຳທ່າເຮັດໜ້າທີ່ຂອງລາວເປັນເວລາຊົ່ວໄລຍະໜຶ່ງ ແລະ ລາວບໍ່ມີຄວາມຮູ້ສຶກຮັບຜິດຊອບ, ແຕ່ຂ້ອຍມົກມຸ້ນກັບຄວາມສໍາພັນຂອງພວກເຮົາ. ຂ້ອຍຢ້ານທີ່ຈະເຮັດໃຫ້ລາວບໍ່ພໍໃຈ, ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ບອກຜູ້ນໍາກ່ຽວກັບບັນຫາຂອງລາວ. ສິ່ງນັ້ນໄດ້ຖ່ວງດຶງເວລາເຮັດວຽກຂອງຄຣິດຕະຈັກຄັ້ງແລ້ວຄັ້ງເລົ່າ. ບໍ່ແມ່ນຂ້ອຍກຳລັງເຮັດສິ່ງຊົ່ວຮ້າຍບໍ? ຂ້ອຍເສຍໃຈ ແລະ ເຕັມໄປດ້ວຍການຕຳນິຕົນເອງໃນຄວາມຄິດນີ້.
ໃນຕອນແລງຂອງມືື້ນັ້ນ, ຂ້ອຍໄດ້ອະທິຖານຫາພຣະເຈົ້າ, ໂດຍຂໍໃຫ້ພຣະອົງຊີ້ນໍາຂ້ອຍໃຫ້ເຂົ້າໃຈບັນຫາຂອງຂ້ອຍເອງ. ຫຼັງຈາກນັ້ນ ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ຄົນສ່ວນໃຫຍ່ປາຖະໜາທີ່ຈະສະແຫວງຫາ ແລະ ປະຕິບັດຄວາມຈິງ, ແຕ່ສ່ວນໃຫຍ່ແລ້ວ ພວກເຂົາພຽງແຕ່ມີຄວາມເດັດດ່ຽວ ແລະ ຄວາມປາຖະໜາທີ່ຈະເຮັດເຊັ່ນນັ້ນ; ຄວາມຈິງບໍ່ໄດ້ກາຍເປັນຊີວິດຂອງພວກເຂົາ. ຜົນຕາມມາກໍ່ຄື ເມື່ອພວກເຂົາຜະເຊີນກັບກອງກຳລັງຊົ່ວຮ້າຍ ຫຼື ພົບກັບຄົນຊົ່ວຮ້າຍ ແລະ ບໍ່ດີທີ່ກຳລັງເຮັດການຊົ່ວ ຫຼື ຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງເຮັດສິ່ງຕ່າງໆໃນລັກສະນະທີ່ລະເມີດຫຼັກການ, ແລ້ວກໍ່ໃຫ້ວຽກງານໃນຄົວເຮືອນຂອງພຣະເຈົ້າຕ້ອງໄດ້ຮັບການສູນເສຍ ແລະ ທຳຮ້າຍຄົນທີ່ພຣະເຈົ້າໄດ້ເລືອກໄວ້, ພວກເຂົາສູນເສຍຄວາມກ້າຫານທີ່ຈະລຸກຂຶ້ນ ແລະ ເວົ້າອອກ. ມັນໝາຍຄວາມວ່າແນວໃດ ເມື່ອເຈົ້າບໍ່ມີຄວາມກ້າຫານ? ມັນໝາຍຄວາມວ່າ ເຈົ້າຂີ້ຢ້ານ ຫຼື ເວົ້າບໍ່ເກັ່ງບໍ? ຫຼື ມັນແມ່ນການທີ່ເຈົ້າບໍ່ເຂົ້າໃຈຢ່າງທົ່ວເຖິງ ແລະ ດ້ວຍເຫດນັ້ນກໍ່ບໍ່ມີຄວາມໝັ້ນໃຈທີ່ເວົ້າອອກບໍ? ມັນບໍ່ແມ່ນສິ່ງເຫຼົ່ານີ້; ມັນຄືການທີ່ເຈົ້າຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຫຼາຍປະເພດ. ໜຶ່ງໃນອຸປະນິໄສເຫຼົ່ານີ້ກໍ່ຄືເລ່ຫຼ່ຽມ. ເຈົ້າຄິດເຖິງຕົນເອງກ່ອນ ໂດຍຄິດວ່າ ‘ຖ້າຂ້ານ້ອຍເວົ້າອອກ, ມັນຈະສົ່ງຜົນປະໂຫຍດຫຍັງຕໍ່ຂ້ານ້ອຍ? ຖ້າຂ້ານ້ອຍເວົ້າອອກ ແລະ ເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ, ພວກເຮົາຈະເຂົ້າກັນໄດ້ແນວໃດໃນອະນາຄົດ?’ ນີ້ຄືຄວາມຄິດທີ່ມີເລ່ຫຼ່ຽມ, ແມ່ນບໍ? ນີ້ບໍ່ແມ່ນຜົນມາຈາກອຸປະນິໄສທີ່ມີເລ່ຫຼ່ຽມບໍ? ອີກຢ່າງແມ່ນອຸປະນິໄສທີ່ເຫັນແກ່ຕົວ ແລະ ໃຈຄັບແຄບ. ເຈົ້າຄິດວ່າ ‘ຄວາມເສຍຫາຍຕໍ່ຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າກ່ຽວຂ້ອງຫຍັງກັບຂ້ານ້ອຍ? ເປັນຫຍັງຂ້ານ້ອຍຈຶ່ງຕ້ອງສົນໃຈ? ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍເຫັນມັນ ແລະ ໄດ້ຍິນມັນເກີດຂຶ້ນ, ຂ້ານ້ອຍກໍ່ບໍ່ຈຳເປັນຕ້ອງເຮັດຫຍັງ. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ານ້ອຍ, ຂ້ານ້ອຍບໍ່ແມ່ນຜູ້ນໍາ’. ສິ່ງດັ່ງກ່າວຢູ່ພາຍໃນເຈົ້າ ຄືກັບວ່າພວກມັນເກີດຂຶ້ນຈາກຈິດໃຈທີ່ໄຮ້ສຳນຶກຂອງເຈົ້າ ແລະ ຄືກັບວ່າພວກມັນຄອບຄອງຕໍາແໜ່ງຖາວອນຢູ່ໃນຫົວໃຈຂອງເຈົ້າ, ພວກມັນຄືອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຄວບຄຸມຄວາມຄິດຂອງເຈົ້າ ແລະ ຜູກມັດມື ແລະ ຕີນຂອງເຈົ້າ ແລະ ພວກມັນຄວບຄຸມປາກຂອງເຈົ້າ. ເມື່ອເຈົ້າຕ້ອງການເວົ້າບາງສິ່ງບາງຢ່າງໃນຫົວໃຈຂອງເຈົ້າ, ຄໍາເວົ້າໄປຮອດຮີມສົບຂອງເຈົ້າ ແຕ່ເຈົ້າບໍ່ເວົ້າພວກມັນອອກມາ ຫຼື ຖ້າເຈົ້າເວົ້າ ຄໍາເວົ້າ ຂອງເຈົ້າກໍ່ອ້ອມໄປມາ ໂດຍປ່ອຍໃຫ້ເຈົ້າມີພື້ນທີ່ໃນການຫຼົບຫຼີກ, ເຈົ້າບໍ່ເວົ້າຢ່າງຊັດເຈນເລີຍ. ຄົນອື່ນບໍ່ໄດ້ຮູ້ສຶກຫຍັງຫຼັງຈາກທີ່ໄດ້ຍິນເຈົ້າເວົ້າ ແລະ ສິ່ງທີ່ເຈົ້າເວົ້າກໍ່ບໍ່ໄດ້ແກ້ໄຂບັນຫາ. ເຈົ້າຄິດກັບຕົນເອງ: ‘ດີ, ຂ້ານ້ອຍເວົ້າອອກ. ຄວາມສຳນຶກຂອງຂ້ານ້ອຍກໍ່ສະບາຍ. ຂ້ານ້ອຍໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ານ້ອຍ’. ໃນຄວາມເປັນຈິງ, ເຈົ້າຮູ້ໃນຫົວໃຈຂອງເຈົ້າວ່າ ເຈົ້າບໍ່ໄດ້ເວົ້າທຸກສິ່ງທີ່ເຈົ້າຄວນເວົ້າ, ສິ່ງທີ່ເຈົ້າເວົ້າບໍ່ມີຜົນຍັງ ແລະ ຄວາມເສຍຫາຍຕໍ່ວຽກງານໃນຄົວເຮືອນຂອງພຣະເຈົ້າກໍ່ຍັງຄົງຢູ່. ເຈົ້າບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ແຕ່ເຈົ້າເວົ້າຢ່າງເປີດເຜີຍວ່າເຈົ້າໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ຫຼື ສິ່ງທີ່ກໍາລັງເກີດຂຶ້ນກໍ່ບໍ່ຊັດເຈນສຳລັບເຈົ້າ. ແລ້ວເຈົ້າບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າຢ່າງສົມບູນບໍ?” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງແຕ່ຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ). ພຣະທຳທຸກຂໍ້ຂອງພຣະເຈົ້າໄດ້ໂຈມຕີຂ້ອຍຄືກັບສາຍຟ້າແມບ, ຄືກັບວ່າຂ້ອຍໄດ້ຜະເຊີນໜ້າກັບພຣະອົງ ໃນຂະນະທີ່ພຣະອົງພິພາກສາ ແລະ ເປີດໂປງຂ້ອຍ. ຂ້ອຍຮູ້ສຶກຜິດຫຼາຍ. ຂ້ອຍໄດ້ເຫັນຢ່າງຊັດເຈນວ່າອ້າຍທຽນບໍ່ໄດ້ແບກຮັບພາລະໃດເລີຍໃນໜ້າທີ່ຂອງລາວ ແລະ ມັນໄດ້ຖ່ວງດຶງວຽກງານຂອງຄຣິດຕະຈັກ, ແຕ່ຂ້ອຍພຽງແຕ່ຫຼິ້ນບົດເປັນຄົນດີ ເພື່ອຂ້ອຍຈະສາມາດປົກປ້ອງຄວາມສໍາພັນຂອງຂ້ອຍກັບລາວ, ແລ້ວຫຼັບຫູຫຼັບຕາ. ຂ້ອຍໄດ້ຮວບຮວມຄວາມກ້າຫານບາງຢ່າງເພື່ອຊີ້ໃຫ້ເຫັນເຖິງບັນຫາຂອງລາວ, ແຕ່ເຖິງແມ່ນໃນຕອນນັ້ນ ຂ້ອຍໄດ້ອົດກັ້ນ, ບໍ່ກ້າເວົ້າກ່ຽວກັບແກ່ນແທ້ ແລະ ຜົນຕາມມາທີ່ເປັນອັນຕະລາຍຈາກການກະທໍາຂອງລາວ. ແລ້ວຂ້ອຍຕົວະຕົນເອງໃຫ້ຄິດວ່າຂ້ອຍກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດ. ຂ້ອຍໄດ້ເຫັນເຖິງອັນຕະລາຍທີ່ຜູ້ນໍາຈອມປອມສາມາດເຮັດຕໍ່ວຽກງານໃນເຮືອນຂອງພຣະເຈົ້າ, ແຕ່ເພື່ອເຫັນແກ່ການຮັກສາຕົນເອງ, ຂ້ອຍບໍ່ໄດ້ເປີດໂປງ ແລະ ລາຍງານກ່ຽວກັບລາວ. ຂ້ອຍຍິ່ງເຕັມໃຈທີ່ຈະເຮັດຜິດຕໍ່ພຣະເຈົ້າຫຼາຍກວ່າທີ່ຈະເຮັດໃຫ້ບຸກຄົນໃດໜຶ່ງບໍ່ພໍໃຈ. ການປະຕິບັດໃນລັກສະນະນັ້ນເຮັດໃຫ້ຂ້ອຍເປັນລູກນ້ອງຂອງຊາຕານ, ຢືນຢູ່ຄຽງຂ້າງຜູ້ນໍາຈອມປອມ, ເກືອກຢູ່ໃນຂີ້ຕົມກັບລາວ, ຖ່ວງດຶງວຽກງານຂອງຄຣິດຕະຈັກ. ສິ່ງນີ້ເປັນຕາລັງກຽດ ແລະ ເປັນຕາກຽດຊັງສຳລັບພຣະເຈົ້າ. ພຣະເຈົ້າໄດ້ຍົກຂ້ອຍຂຶ້ນ, ອະນຸຍາດໃຫ້ຂ້ອຍຮັບໜ້າທີ່ຂອງຜູ້ນຳຄຣິດຕະຈັກ, ໂດຍຫວັງວ່າຂ້ອຍຈະໂອ້ລົມກ່ຽວກັບຄວາມຈິງ, ແກ້ໄຂບັນຫາຂອງອ້າຍເອື້ອຍນ້ອງ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ. ແຕ່ກົງກັນຂ້າມ, ຂ້ອຍພຽງແຕ່ປົກປ້ອງຄວາມສໍາພັນສ່ວນຕົວຂອງຂ້ອຍ ແລະ ເອົາອົກເອົາໃຈຜູ້ນໍາຈອມປອມ ໃນຂະນະທີ່ລາວຂັດຂວາງວຽກງານຂອງຄຣິດຕະຈັກ. ຂ້ອຍເຫັນວ່າຂ້ອຍຂາດການອຸທິດຕົນແທ້ໆໃນໜ້າທີ່ຂອງຂ້ອຍ. ບໍ່ພຽງແຕ່ຂ້ອຍບໍ່ສາມາດປະຕິບັດຄວາມຈິງ, ແຕ່ຂ້ອຍໄດ້ກະທຳຜິດ. ຂ້ອຍເຮັດໃຫ້ຄວາມພະຍາຍາມອັນພາກພຽນຂອງພຣະເຈົ້າຫຼຸດລົງແທ້ໆ. ໃນທີ່ສຸດ ຂ້ອຍກໍ່ໄດ້ເຫັນວ່າຄົນທີ່ເຮັດໃຫ້ຜູ້ຄົນພໍໃຈບໍ່ແມ່ນຄົນດີ, ແຕ່ພວກເຂົາເຫັນແກ່ຕົວ ແລະ ມີເລ່ຫຼ່ຽມ. ການຮັບຮູ້ສິ່ງນີ້ເຮັດໃຫ້ຂ້ອຍເສຍໃຈແທ້ໆ ແລະ ຂ້ອຍຮູ້ສຶກບໍ່ດີຫຼາຍກ່ຽວກັບຕົນເອງ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈອີກຕໍ່ໄປ, ແຕ່ຂ້ອຍຈຳເປັນຕ້ອງນໍາຄວາມຈິງໄປປະຕິບັດ ແລະ ເປີດໂປງອ້າຍທຽນສຳລັບການທີ່ບໍ່ເຮັດວຽກງານຕົວຈິງ. ຂ້ອຍຕ້ອງບອກຄວາມຈິງກ່ຽວກັບບັນຫາຂອງລາວໃຫ້ແກ່ຜູ້ນໍາ ແລະ ຢຸດປົກປິດເລື່ອງຂອງລາວ.
ໃນຄືນດຽວກັນນັ້ນ ຂ້ອຍໄດ້ຂຽນຈົດໝາຍຫາຜູ້ນໍາກ່ຽວກັບການປະຕິບັດງານຂອງອ້າຍທຽນ. ຂ້ອຍຮູ້ສຶກໂລ່ງໃຈຫຼາຍ ແລະ ສະຫງົບສຸກ ຫຼັງຈາກທີ່ຂ້ອຍຂຽນຈົດໝາຍຂອງຂ້ອຍແລ້ວ ແລະ ຂ້ອຍຮູ້ສຶກຄືກັບວ່າ ໃນທີ່ສຸດ ຂ້ອຍກໍ່ເລີ່ມມີຄວາມຮູ້ສຶກຍຸຕິທຳ, ຂ້ອຍບໍ່ໄດ້ຊົ່ວຮ້າຍ ແລະ ເປັນຕາກຽດຊັງຄືກັບທີ່ຂ້ອຍເຄີຍເປັນມາກ່ອນ. ດັ່ງທີ່ພຣະເຈົ້າກ່າວວ່າ: “ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ, ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ປະຖິ້ມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງເຈົ້າເອງ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ເອົາໃຈໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການດຳລົງຊີວິດ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ໂດຍບໍ່ຕ້ອງເປັນຄົນຕໍ່າຊາມ ຫຼື ເປັນຄົນໄຮ້ປະໂຫຍດ, ດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນມີຈິດໃຈຄັບແຄບ ຫຼື ໃຈໂຫດຮ້າຍ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນດຳລົງຊີວິດ ແລະ ປະຕິບັດ. ຄວາມປາຖະໜາພາຍໃນຫົວໃຈຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ເມື່ອຂ້ອຍເຫັນອ້າຍທຽນໃນມື້ຕໍ່ມາ, ຂ້ອຍໄດ້ໂອ້ລົມກັບລາວ, ໄຈ້ແຍກບັນຫາໃນໜ້າທີ່ຂອງລາວ ແລະ ຂ້ອຍໄດ້ເວົ້າກ່ຽວກັບທຳມະຊາດ ແລະ ຜົນຕາມມາຂອງການບໍ່ເອົາໃຈໃສ່ ແລະ ເຮັດພໍເປັນພິທີ. ຫຼັງຈາກໄດ້ຍິນຂ້ອຍເວົ້າ, ລາວໄດ້ຍອມຮັບວ່າລາວມີບັນຫາ. ຕໍ່ມາ ຜູ້ນຳຂອງພວກເຮົາໄດ້ຕັດສິນຜ່ານການປະຕິບັດງານທົ່ວໄປຂອງລາວວ່າ ລາວບໍ່ໄດ້ເຮັດວຽກງານຕົວຈິງ ແລະ ລາວເປັນຜູ້ນຳຈອມປອມ ແລະ ລາວໄດ້ຖືກປົດຕໍາແໜ່ງ. ເຖິງແມ່ນວ່າລາວສູນເສຍຕໍາແໜ່ງຂອງລາວ, ຂ້ອຍຍັງມີຄວາມຮັບຜິດຊອບທີ່ບໍ່ສາມາດປະຕິເສດໄດ້ສຳລັບຄວາມເສຍຫາຍທີ່ລາວໄດ້ກໍ່ຂຶ້ນຕໍ່ວຽກງານຂອງຄຣິດຕະຈັກ. ຂ້ອຍສາບານກັບຕົວເອງວ່າ ຂ້ອຍຈະບໍ່ເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈອີກຕໍ່ໄປ, ຂ້ອຍຈະບໍ່ຢືນຂວາງທາງວຽກງານຂອງຄຣິດຕະຈັກອີກຕໍ່ໄປ.
ຫຼັງຈາກນັ້ນບໍ່ດົນ, ຂ້ອຍກໍ່ເລີ່ມເຮັດວຽກຮ່ວມກັນກັບອ້າຍລີ ຜູ້ທີ່ໄດ້ກາຍມາເປັນຜູ້ນໍາຄຣິດຕະຈັກ. ພວກເຮົາໄດ້ແບ່ງປັນການໂອ້ລົມ ແລະ ປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກໃດໜຶ່ງທີ່ພວກເຮົາປະສົບໃນວຽກງານຂອງພວກເຮົາ. ເມື່ອຂ້ອຍຢູ່ໃນສະພາວະທີ່ບໍ່ດີ, ລາວໄດ້ຊ່ວຍຂ້ອຍຜ່ານການໂອ້ລົມ. ພວກເຮົາເຂົ້າກັນໄດ້ດີແທ້ໆ. ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ, ມັນກໍ່ຊັດເຈນວ່າອ້າຍລີບໍ່ໄດ້ເຮັດວຽກຕົວຈິງໃນໜ້າທີ່ຂອງລາວ. ລາວພຽງແຕ່ທຳທ່າໃນການເຕົ້າໂຮມ, ແຕ່ລາວບໍ່ໄດ້ແກ້ໄຂຄວາມຫຍຸ້ງຍາກໃນຊີວິດຈິງຂອງອ້າຍເອື້ອຍນ້ອງ. ມັນປາກົດຂຶ້ນໃນຄວາມຄິດຂອງຂ້ອຍວ່າ ອ້າຍລີບໍ່ມີຄວາມຮັບຜິດຊອບຫຼາຍ ແລະ ຂ້ອຍຄວນຈະໂອ້ລົມກັບລາວ. ຕໍ່ມາບໍ່ດົນ, ຂ້ອຍໄດ້ຍົກເອົາບັນຫານີ້ຂຶ້ນມາເວົ້າກັບລາວ ແລະ ເປີດໂປງທຳມະຊາດ ແລະ ຜົນຕາມມາຂອງວິທີການທີ່ລາວເຮັດໜ້າທີ່ຂອງລາວ.
ຂ້ອຍສັງເກດເຫັນວ່າ ເຖິງແມ່ນເວລາໄດ້ຜ່ານໄປແລ້ວພໍສົມຄວນ, ອ້າຍລີຍັງບໍ່ໄດ້ປັບປ່ຽນທ່າທີຂອງລາວຕໍ່ໜ້າທີ່ຂອງລາວ ແລະ ນອກຈາກນັ້ນ ລາວຍັງສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ. ເມື່ອລາວບໍ່ໄດ້ບັນລຸຫຍັງໃນວຽກງານຂອງລາວ ແລະ ບໍ່ສາມາດໄດ້ຮັບຄວາມເຄົາລົບຈາກຄົນອື່ນ, ລາວກໍ່ຄິດລົບ ແລະ ບໍ່ໃສ່ໃຈຕໍ່ວຽກງານຂອງຄຣິດຕະຈັກ. ຂ້ອຍໄປໂອ້ລົມກັບລາວອີກຄັ້ງ ແລະ ຂໍໃຫ້ລາວໄຕ່ຕອງ ແລະ ພະຍາຍາມເຂົ້າໃຈແຮງຈູງໃຈຂອງລາວໃນໜ້າທີ່ຂອງລາວ. ໃນເວລານັ້ນ, ລາວຮັບຮູ້ວ່າທັດສະນະຂອງລາວໃນການສະແຫວງຫາຂອງລາວຖືກຊີ້ນໍາຢ່າງຜິດໆ, ແຕ່ຫຼັງຈາກນັ້ນ ສະພາວະຂອງລາວກໍ່ບໍ່ໄດ້ປ່ຽນແປງຫຍັງເລີຍ. ຂ້ອຍຮູ້ວ່າຖ້າລາວສືບຕໍ່ເຮັດໜ້າທີ່ນັ້ນ, ມັນຈະເປັນທຳລາຍວຽງານຂອງຄຣິດຕະຈັກ, ສະນັ້ນ ຂ້ອຍຈຶ່ງຕັດສິນໃຈທີ່ຈະແຈ້ງໃຫ້ຜູ້ນໍາຮັບຊາບ. ແຕ່ທັນທີທີ່ຂ້ອຍຈັບເອົາປາກກາຂອງຂ້ອຍ ແລະ ກຽມພ້ອມທີ່ຈະຂຽນຈົດໝາຍຂອງຂ້ອຍ, ຂ້ອຍກໍ່ຄິດວ່າ, “ຖ້າຜູ້ນໍາຄົ້ນພົບກ່ຽວກັບພຶດຕິກໍາຂອງອ້າຍລີ, ພວກເຂົາຈະປະຕິບັດຕາມຫຼັກການຢ່າງແນ່ນອນ ແລະ ປົດລາວຈາກຕໍາແໜ່ງ. ອ້າຍລີໃຫ້ຄວາມສຳຄັນກັບຊື່ສຽງຂອງລາວຫຼາຍ, ລາວຈະບໍ່ພໍໃຈຂ້ອຍບໍ ຖ້າລາວຖືກປົດອອກຈາກຕໍາແໜ່ງ? ເມື່ອຂ້ອຍເລີ່ມຕົ້ນເຮັດໜ້າທີ່ຂອງຂ້ອຍ, ລາວໄດ້ແບ່ງປັນການໂອ້ລົມ ແລະ ຊ່ວຍເຫຼືອຂ້ອຍຢູ່ສະເໝີ, ສະນັ້ນ ຖ້າຂ້ອຍລາຍງານກ່ຽວກັບບັນຫາລາວໃນຕອນນີ້, ລາວຈະບໍ່ຄິດວ່າຂ້ອຍບໍ່ມີຫົວໃຈບໍ? ຂ້ອຍຈະຜະເຊີນໜ້າກັບລາວໄດ້ແນວໃດຫຼັງຈາກນັ້ນ?” ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ວ່າຂ້ອຍກຳລັງຈະກາຍເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈອີກຄັ້ງ ແລະ ຂ້ອຍບໍ່ໄດ້ກຳລັງສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ. ຂ້ອຍຂ້ອນຂ້າງຮູ້ສຶກຜິດກ່ຽວກັບເລື່ອງນີ້, ສະນັ້ນ ຂ້ອຍຈຶ່ງກ່າວຄໍາອະທິຖານຢ່າງໄວວ່າ: “ພຣະເຈົ້າ, ຂ້ານ້ອຍໄດ້ເຫັນເຖິງບັນຫາຂອງອ້າຍລີ ແລະ ຂ້ານ້ອຍຕ້ອງການລາຍງານກ່ຽວກັບພວກມັນ, ແຕ່ຂ້ານ້ອຍຢ້ານທີ່ຈະເຮັດໃຫ້ລາວບໍ່ພໍໃຈ. ຂ້ານ້ອຍຮູ້ເປັນຢ່າງດີກ່ຽວກັບຄວາມຈິງ ແຕ່ຂ້ານ້ອຍບໍ່ສາມາດນໍາມັນໄປປະຕິບັດໄດ້. ນັ້ນບໍ່ແມ່ນການສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ. ໂອ ພຣະເຈົ້າ, ໄດ້ໂປດຊີ້ນໍາຂ້ານ້ອຍໃຫ້ຮູ້ຈັກຕົນເອງ ເພື່ອວ່າຂ້ານ້ອຍຈະສາມາດກັບໃຈ ແລະ ປ່ຽນແປງໄດ້”.
ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກຄໍາອະທິຖານຂອງຂ້ອຍ: “ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນທຳມະຊາດໃນຂອງມະນຸດ. ‘ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’ ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັໃດຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ... ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ... ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ).
ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍສາມາດເຂົ້າໃຈວ່າການທີ່ຂ້ອຍເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈມີຮາກມາຈາກການເປັນຄົນເຫັນແກ່ຕົວ, ເປັນຕາລັງກຽດ, ຄົດໂກງ ແລະ ມີເລ່ຫຼ່ຽມເກີນໄປ. ຂ້ອຍໃຫ້ຄວາມສົນໃຈຂອງຕົນເອງມາເປັນອັນດັບທໍາອິດໃນທຸກສິ່ງ. ຂ້ອຍດຳລົງຊີວິດຕາມກົດໝາຍຂອງຊາຕານເພື່ອຄວາມຢູ່ລອດ ແລະ ທັດສະນະ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”, “ຈົ່ງຄິດກ່ອນເວົ້າ ແລະ ຫຼັງຈາກນັ້ນຈົ່ງເວົ້າໂດຍມີຂໍ້ຈຳກັດ” ແລະ “ຢ່າຕີຜູ້ຄົນລຸ່ມສາຍແອວຈັກເທື່ອ”. ຂ້ອຍປິດປາກຂອງຂ້ອຍກ່ຽວກັບບັນຫາຂອງຄົນອື່ນ, ບໍ່ວ່າຂ້ອຍກຳລັງຈັດການກັບຜູ້ໃດ, ໂດຍຄິດວ່າສິ່ງນັ້ນຈະເຮັດໃຫ້ຄົນອື່ນຮັກຂ້ອຍ, ພວກເຂົາຈະມັກຂ້ອຍ. ຂ້ອຍໄດ້ປົກປ້ອງຄວາມສຳພັນລະຫວ່າງບຸກຄົນຂອງຂ້ອຍໃນທຸກຄັ້ງ; ຂ້ອຍປົກປ້ອງພາບລັກຂອງຂ້ອຍໃນສາຍຕາຂອງຄົນອື່ນ. ແຮງຈູງໃຈ ແລະ ສິ່ງເຈືອປົນຂອງຂ້ອຍເອງໄດ້ຖືກປະສົມເຂົ້າໃນທຸກສິ່ງທີ່ຂ້ອຍເຮັດ ຄືກັບແຜນການທີ່ມີເລ່ຫຼ່ຽມຂອງຊາຕານ. ຂ້ອຍຮູ້ວ່າອ້າຍທຽນບໍ່ຮູ້ສຶກເຖິງຄວາມຮັບຜິດຊອບໃດເລີຍຕໍ່ໜ້າທີ່ຂອງລາວ ແລະ ລາວຂັດຂວາງ ແລະ ເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າຄັ້ງແລ້ວຄັ້ງເລົ່າ, ແຕ່ຂ້ອຍຍັງບໍ່ໄດ້ລົງລາຍລະອຽດກ່ຽວກັບບັນຫາຂອງລາວ ຫຼື ລາຍງານມັນຕໍ່ຜູ້ນໍາຂອງພວກເຮົາ, ຍ້ອນຢ້ານວ່າຈະເຮັດໃຫ້ລາວບໍ່ພໍໃຈ ແລະ ຫວັງວ່າຈະຮັກສາພາບລັກທີ່ລາວມີຕໍ່ຂ້ອຍ. ສິ່ງນີ້ໄດ້ສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ. ແລ້ວຫຼ້າສຸດນີ້, ຂ້ອຍເຫັນວ່າອ້າຍລີຫາກໍ່ໃຫ້ຄວາມສຳຄັນກັບການສະແຫວງຫາຊື່ສຽງ ແລະ ສະຖານະໃນໜ້າທີ່ຂອງລາວ ແລະ ລາວບໍ່ມີຄວາມຮັບຜິດຊອບໃດເລີຍຕໍ່ວຽກງານຂອງຄຣິດຕະຈັກ. ຂ້ອຍຍັງຮູ້ວ່າລາວບໍ່ມີຄວາມເຂົ້າໃຈທີ່ແທ້ຈິງໃດເລີຍກ່ຽວກັບຕົນເອງ, ລາວບໍ່ເໝາະສົມດີກັບຕໍາແໜ່ງນັ້ນ ແລະ ຂ້ອຍຄວນບອກໃຫ້ຜູ້ນໍາຮັບຊາບໃນທັນທີ ເພື່ອປົກປ້ອງວຽກງານໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ຂ້ອຍກັງວົນວ່າລາວຈະບໍ່ພໍໃຈກັບຂ້ອຍ ແລະ ຜົນປະໂຫຍດ ແລະ ຊື່ສຽງຂອງຂ້ອຍເອງຈະຖືກທໍາລາຍ, ສະນັ້ນ ຂ້ອຍຈຶ່ງຕ້ອງການຮັບເອົາບົດບາດຂອງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈອີກຄັ້ງ. ຂ້ອຍຮູ້ວ່າຂ້ອຍກຳລັງດຳລົງຊີວິດຕາມປັດຊະຍາຊີວິດຂອງຊາຕານໃນທຸກດ້ານ, ເຮັດໃຫ້ຄວາມສົນໃຈ ແລະ ຊື່ສຽງຂອງຂ້ອຍເອງຢູ່ເໜືອທຸກສິ່ງ ໂດຍບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິດຕະຈັກເລີຍ. ຂ້ອຍເປັນຄົນເຫັນແກ່ຕົວ ແລະ ເປັນຕາກຽດຊັງແທ້ໆ. ຂ້ອຍໄດ້ເຫັນທຸກສິ່ງນີ້ທີ່ເກີດຂຶ້ນທັງໝົດ ກໍ່ເພາະວ່າຂ້ອຍດໍາລົງຊີວິດດັ່ງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ ໂດຍອີງໃສ່ປັດຊະຍາຊີວິດຂອງຊາຕານ.
ຂ້ອຍເຄີຍຄິດວ່າການເຂົ້າກັນໄດ້ຢ່າງກົມກຽວກັບທຸກຄົນ ແລະ ບໍ່ເຄີຍທຳຮ້າຍຄວາມຮູ້ສຶກຂອງຜູ້ໃດເລີຍຈະເຮັດໃຫ້ຂ້ອຍກາຍເປັນຄົນດີ. ແຕ່ຄວາມເປັນຈິງໄດ້ສະແດງໃຫ້ຂ້ອຍເຫັນວ່າ ເຖິງແມ່ນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈບໍ່ເຄີຍທໍາຮ້າຍຄົນອື່ນ, ເມື່ອພວກເຂົາເຫັນຄົນໜຶ່ງດໍາລົງຊີວິດຢູ່ພາຍໃຕ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຖືກຊາຕານທຳຮ້າຍ ແລະ ກຳລັງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄຣິດຕະຈັກ, ສິ່ງທີ່ພວກເຂົາໃສ່ໃຈເປັນພຽງການປົກປ້ອງຜົນປະໂຫຍດສ່ວນຕົວ ແລະ ຄວາມສໍາພັນສ່ວນຕົວຂອງພວກເຂົາ. ພວກເຂົາບໍ່ສາມາດຢືນໃນດ້ານຄວາມຈິງເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນອ້າຍເອື້ອຍນ້ອງ ແລະ ສົ່ງເສີມວຽກງານຂອງຄຣິດຕະຈັກ. ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈອາດເບິ່ງຄືກັບວ່າເປັນຄົນດີທີ່ມີຄວາມຍຸຕິທໍາ ແລະ ຄວາມເຂົ້າໃຈ, ແຕ່ສິ່ງນັ້ນລ້ວນແລ້ວແຕ່ເປັນສາກໜ້າ. ເລິກໆໃນຫົວໃຈຂອງພວກເຂົາ, ພວກເຂົາພຽງແຕ່ຄິດຫາຜົນປະໂຫຍດສ່ວນຕົວຂອງຕົນເອງ. ພວກເຂົາເຖິງກັບເຮັດໂດຍບໍ່ຄຳນຶງອີກຄັ້ງ ໃນຂະນະທີ່ວຽກງານຂອງຄຣິດຕະຈັກໄດ້ຮັບຄວາມເສຍຫາຍ ແລະ ຄວາມກ້າວໜ້າໃນຊີວິດຂອງອ້າຍເອື້ອຍນ້ອງຖືກເຮັດໃຫ້ຊັກຊ້າ. ພວກເຂົາສະແຫວງຫາຜົນປະໂຫຍດສ່ວນຕົວຈາກການສູນເສຍຂອງຄົນອື່ນ. ຄວາມເປັນມະນຸດຢູ່ໃສໃນສິ່ງນັ້ນ? ມັນຊັດເຈນຫຼາຍວ່າພວກເຂົາເປັນຄົນໜ້າຊື່ໃຈຄົດທີ່ມີເລ່ຫຼ່ຽມ, ຫຼອກລວງ, ຊົ່ວຮ້າຍ ແລະ ເປັນຕາລັງກຽດ. ຂ້ອຍຮູ້ສຶກອັບອາຍຫຼາຍ ເມື່ອຂ້ອຍຮູ້ເລື່ອງນີ້. ຂ້ອຍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າ, ແຕ່ເມື່ອຜະເຊີນກັບບັນຫາ, ຂ້ອຍໄດ້ຢືນຢູ່ຂ້າງຊາຕານດັ່ງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ. ນັ້ນເປັນການເຮັດໜ້າທີ່ຂອງຂ້ອຍແນວໃດ? ຂ້ອຍກຳລັງຊ່ວຍເຫຼືອສັດຕູ ແລະ ກັດມືທີ່ປ້ອນຂ້ອຍ. ຂ້ອຍເປັນໜຶ່ງໃນລູກມືຂອງຊາຕານ, ຂັດຂວາງວຽກງານຂອງຄຣິດຕະຈັກ, ເຮັດສິ່ງຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ!
ການຮັບຮູ້ນີ້ເປັນຕາຢ້ານແທ້ໆສຳລັບຂ້ອຍ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານໃນທັນທີ: “ພຣະເຈົ້າ, ຂ້ານ້ອຍໄດ້ເຮັດສິ່ງຊົ່ວຫຼາຍຢ່າງ. ຂ້ານ້ອຍສົມຄວນໄດ້ຮັບການລົງໂທດຈາກພຣະອົງມາດົນແລ້ວ, ແຕ່ພຣະອົງຍັງໃຫ້ໂອກາດແກ່ຂ້ານ້ອຍເພື່ອເຮັດໜ້າທີ່ຂອງຂ້ອຍ. ຂ້ານ້ອຍຮູ້ສຶກຂອບຄຸນຫຼາຍສໍາລັບຄວາມເມດຕາຂອງພຣະອົງ. ໂອ ພຣະເຈົ້າ, ຂ້ານ້ອຍປາຖະໜາທີ່ຈະກັບໃຈ. ໄດ້ໂປດຊີ້ນຳ ແລະ ນຳພາຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໄດ້”.
ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ເມື່ອຄວາມຈິງແກວ່ງໄກວຢູ່ໃນຫົວໃຈຂອງເຈົ້າ ແລະ ກາຍມາເປັນຊີວິດຂອງເຈົ້າ, ແລ້ວເມື່ອເຈົ້າເຫັນບາງສິ່ງທີ່ບໍ່ຮ້ອນບໍ່ໜາວ, ບໍ່ດີ ຫຼື ຊົ່ວຮ້າຍກຳລັງເກີດຂຶ້ນ, ປະຕິກິລິຍາໃນຫົວໃຈຂອງເຈົ້າກໍ່ຈະແຕກຕ່າງຢ່າງສິ້ນເຊີງ. ກ່ອນອື່ນ, ເຈົ້າຈະຮູ້ສຶກເຖິງການຕໍານິ ແລະ ຮູ້ສຶກບໍ່ສະບາຍໃຈ, ແລ້ວຕາມມາດ້ວຍຄວາມຮູ້ສຶກນີ້ທັນທີ: ‘ຂ້ານ້ອຍບໍ່ສາມາດຢູ່ຊື່ໆ ແລະ ຫຼັບຫູຫຼັບຕາໄດ້. ຂ້ານ້ອຍຕ້ອງຢືນຂຶ້ນ ແລະ ເວົ້າອອກມາ, ຂ້ານ້ອຍຕ້ອງຢືນຂຶ້ນ ແລະ ຮັບຜິດຊອບ’. ແລ້ວເຈົ້າກໍ່ຢືນຂຶ້ນ ແລະ ຢຸດການກະທໍາທີ່ຊົ່ວຮ້າຍເຫຼົ່ານີ້, ເປີດໂປງພວກມັນ, ພະຍາຍາມປົກປ້ອງຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າ ແລະ ປ້ອງກັນພາລະກິດຂອງພຣະເຈົ້າບໍ່ໃຫ້ຖືກລົບກວນ. ເຈົ້າຈະບໍ່ພຽງແຕ່ມີຄວາມກ້າຫານ ແລະ ຄວາມເດັດດ່ຽວນີ້ ແລະ ເຈົ້າຈະສາມາດທີ່ຈະເຂົ້າໃຈເລື່ອງດັ່ງກ່າວຢ່າງສົມບູນ, ແຕ່ເຈົ້າຈະຍັງປະຕິບັດຄວາມຮັບຜິດຊອບທີ່ເຈົ້າຄວນແບກຮັບສຳລັບພາລະກິດຂອງພຣະເຈົ້າອີກດ້ວຍ ແລະ ສຳລັບຜົນປະໂຫຍດໃນຄົວເຮືອນຂອງພຣະອົງ ແລະ ແລ້ວໜ້າທີ່ຂອງເຈົ້າກໍ່ຈະສຳເລັດລົງ. ຖ້າເຈົ້າ ພິຈາລະນາການປະຕິບັດໜ້າທີ່ຂອງເຈົ້າ ວ່າເປັນຄວາມຮັບຜິດຊອບ ແລະ ພັນທະ ແລະ ເປັນການມອບໝາຍຂອງພຣະເຈົ້າ, ເປັນບາງສິ່ງທີ່ຕ້ອງເຮັດໃຫ້ສຳເລັດເປັນຢ່າງດີເພື່ອຜະເຊີນໜ້າກັບພຣະເຈົ້າ ແລະ ຈິດສຳນຶກຂອງເຈົ້າ, ແລ້ວເຈົ້າຈະບໍ່ດຳລົງຊີວິດຕາມຄວາມສຳນຶກ, ເຫດຜົນ, ຄວາມຊື່ສັດ ແລະ ສັກສີບໍ? ການກະທຳ ແລະ ພຶດຕິກຳຂອງເຈົ້າຈະເປັນ ‘ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ’ ທີ່ພຣະອົງກ່າວເຖິງ. ເຈົ້າຈະປະຕິບັດແກ່ນແທ້ຂອງພຣະທຳເຫຼົ່ານີ້ ແລະ ດໍາລົງຊີວິດຕາມຄວາມເປັນຈິງຂອງພວກມັນ. ເມື່ອຄວາມຈິງກາຍມາເປັນຊີວິດຂອງບຸກຄົນໃດໜຶ່ງ, ແລ້ວພວກເຂົາກໍ່ສາມາດດຳລົງຊີວິດຕາມຄວາມເປັນຈິງນີ້” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງແຕ່ຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ). “ໃນຄຣິສຕະຈັກ ຈົ່ງຢືນເປັນພະຍານໃຫ້ເຮົາຢ່າງໝັ້ນຄົງ ແລະ ຈົ່ງຢືນຢັນດ້ວຍຄວາມຈິງ; ຖືກກໍຄືຖືກ ແລະ ຜິດກໍຄືຜິດ. ຈົ່ງຢ່າສັບສົນວ່າ ດໍາແມ່ນຂາວ. ເຈົ້າຈະຕ້ອງຕໍ່ສູ້ກັບຊາຕານ ແລະ ຕ້ອງທໍາລາຍມັນ ເພື່ອບໍ່ໃຫ້ມັນລຸກຂຶ້ນມາໄດ້ອີກຕໍ່ໄປ. ເຈົ້າຕ້ອງເສຍສະຫຼະທຸກສິ່ງເພື່ອປົກປ້ອງການເປັນພະຍານໃຫ້ແກ່ເຮົາ. ສິ່ງນີ້ຈະເປັນເປົ້າໝາຍຂອງການກະທໍາຂອງເຈົ້າ ແລະ ຈົ່ງຢ່າລືມສິ່ງນີ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41). ການອ່ານພຣະທຳຂອງພຣະເຈົ້າຊ່ວຍໃຫ້ຂ້ອຍເຂົ້າໃຈວ່າ ໃນໜ້າທີ່ຂອງຂ້ອຍ, ຂ້ອຍຕ້ອງຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ໃຫ້ຜົນປະໂຫຍດຂອງຄຣິດຕະຈັກມາກ່ອນຢູ່ສະເໝີ. ຖ້າຂ້ອຍຄົ້ນພົບສິ່ງໃດໜຶ່ງທີ່ລະເມີດຫຼັກການແຫ່ງຄວາມຈິງ, ຂ້ອຍບໍ່ສາມາດປົກປ້ອງຄວາມສໍາພັນຂອງຂ້ອຍ ຍ້ອນຄວາມຮູ້ສຶກ ແລະ ປົກປ້ອງຜົນປະໂຫຍດສ່ວນຕົວຂອງຂ້ອຍໄດ້, ແຕ່ກົງກັນຂ້າມ ຂ້ອຍຕ້ອງກ້າທີ່ຈະນໍາເອົາສິ່ງທີ່ບໍ່ດີມາເປີດເຜີຍ, ເຮັດສິ່ງຕ່າງໆໃຫ້ສອດຄ່ອງກັບຫຼັກການ ແລະ ສະໜັບສະໜູນວຽກງານໃນເຮືອນຂອງພຣະເຈົ້າ. ນີ້ແມ່ນວິທີດຽວທີ່ຈະບັນລຸໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂ້ອຍ. ອ້າຍລີເປັນຜູ້ນໍາຄຣິດຕະຈັກ, ສະນັ້ນ ຖ້າຂ້ອຍເຫັນບັນຫາໃນວິທີການທີ່ລາວເຮັດໜ້າທີ່ຂອງລາວ ແຕ່ບໍ່ຍົກພວກມັນຂຶ້ນມາເວົ້າ, ມັນບໍ່ພຽງແຕ່ຈະເປັນອັນຕະລາຍຕໍ່ວຽກງານໃນເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ມັນຈະເປັນອັນຕະລາຍຕໍ່ອ້າຍລີອີກດ້ວຍ. ຂ້ອຍຮູ້ວ່າ ບໍ່ວ່າລາວອາດຄິດແນວໃດກໍ່ຕາມກ່ຽວກັບຂ້ອຍ ຫຼື ລາວອາດປະຕິບັດແນວໃດກໍ່ຕາມກັບຂ້ອຍຫຼັງຈາກນັ້ນ, ຂ້ອຍຕ້ອງຍຶດຖືຄວາມຈິງ ແລະ ລາຍງານບັນຫາຂອງລາວ. ໃນຂະນະທີ່ຂ້ອຍກຽມພ້ອມທີ່ຈະຂຽນຈົດໝາຍນັ້ນ, ຜູ້ນໍາໄດ້ຈັດແຈງການເຕົ້າໂຮມສຳລັບພວກເຮົາ. ໃນການເຕົ້າໂຮມນັ້ນ, ຂ້ອຍໄດ້ແບ່ງປັນທຸກຢ່າງກ່ຽວກັບການປະຕິບັດງານຂອງອ້າຍລີ. ຫຼັງຈາກທີ່ຜູ້ນໍາໄດ້ກວດສອບມັນທັງໝົດໃນມື້ຕໍ່ມາ ແລະ ຢືນຢັນວ່າອ້າຍລີບໍ່ສາມາດເຮັດວຽກຕົວຈິງໄດ້, ລາວກໍ່ຖືກປົດອອກຈາກໜ້າທີ່ຂອງລາວ. ການເຮັດສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈ ແລະ ສະຫງົບສຸກແທ້ໆ.
ຂ້ອຍບໍ່ເຄີຍຮູ້ຕົນເອງມາກ່ອນ. ຂ້ອຍເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈຢູ່ສະເໝີ ຜູ້ເຊິ່ງດຳລົງຊີວິດໂດຍປັດຊະຍາຂອງຊາຕານໃນທຸກສິ່ງ. ຂ້ອຍປົກປ້ອງຜົນປະໂຫຍດຂອງຂ້ອຍເອງ, ຢ້ານທີ່ຈະເຮັດໃຫ້ຕົກລົ່ນ ແລະ ທໍາລາຍຄວາມສໍາພັນຂອງຂ້ອຍກັບຄົນອື່ນ. ຂ້ອຍປິດປາກຂອງຂ້ອຍ ແມ່ນແຕ່ເມື່ອຂ້ອຍຮູ້ວ່າຄົນອື່ນໄດ້ເຮັດຜິດ. ຂ້ອຍບໍ່ສາມາດສະໜັບສະໜູນຫຼັກການແຫ່ງຄວາມຈິງ ແລະ ຂ້ອຍບໍ່ໄດ້ປົກປ້ອງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ຂ້ອຍດຳລົງຊີວິດໂດຍບໍ່ມີກຽດສັກສີ ຫຼື ຄວາມຊື່ສັດໃດເລີຍ. ໂດຍການປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງຂ້ອຍ, ການມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າໃນໜ້າທີ່ຂອງຂ້ອຍ ແລະ ການຍຶດຖືຫຼັກການ ແລະ ການປົກປ້ອງວຽກງານໃນເຮືອນຂອງພຣະເຈົ້າ, ຕອນນີ້ ຂ້ອຍຮູ້ສຶກສະຫງົບສຸກທີ່ສຸດ. ຂ້ອຍຮູ້ສຶກວ່ານີ້ຄືຫົນທາງດຽວທີ່ຈະດຳລົງຊີວິດດ້ວຍລັກສະນະຂອງມະນຸດ. ຂ້ອຍຮູ້ສຶກຂອບພຣະຄຸນຫຼາຍສໍາລັບຄວາມລອດພົ້ນຂອງພຣະເຈົ້າ!