52. ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!

ໂດຍ ລີເຟີຍ, ສະເປນ

ເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ, ບໍ່ເຄີຍຜິດກັບໃຜ, ທຸກຄົນມັກພວກເຂົາ ແລະ ພວກເຂົາບໍ່ເຄີຍເຮັດໃຫ້ໃຜເສຍໃຈ. ຂ້ອຍປາຖະໜາຈະເປັນຄົນປະເພດນີ້. ເພາະວ່າຕັ້ງແຕ່ຂ້ອຍຍັງນ້ອຍ, ຂ້ອຍຖືກຄອບງຳຜ່ານການສຶກສາຂອງຂ້ອຍ ແລະ ໂດຍສັງຄົມດ້ວຍສິ່ງຕ່າງໆເຊັ່ນ “ຄວາມປອງດອງຄືຊັບສົມບັດ; ຄວາມອົດທົນແມ່ນຄວາມສະຫຼາດ”, “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ”, “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”, “ບໍ່ຈິງຈັງກັບຫຍັງເກີນໄປ”, “ເມື່ອຄວາມບໍ່ຮູ້ຄືຄວາມສຸກ, ການທົນທຸກກັບການສູນເສຍກໍ່ຄືພອນ” ແລະ “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”. ຂ້ອຍຖືເອົາຄວາມຄິດເຫຼົ່ານີ້ເປັນຄຳເວົ້າຂອງໂຕເອງໃນການດຳລົງຊີວິດ. ມັນບໍ່ສຳຄັນວ່າມັນແມ່ນຄອບຄົວ ແລະ ໝູ່ເພື່ອນ ຫຼື ພຽງແຕ່ຄົນຮູ້ຈັກ, ຂ້ອຍບໍ່ໄດ້ເຮັດຜິດໃຈຜູ້ໃດ ແລະ ເຮັດຕາມສິ່ງທີ່ຄົນອື່ນຕ້ອງການຢູ່ສະເໝີ. ທຸກຄົນຍ້ອງຍໍຂ້ອຍວ່າເປັນຄົນດີກັບຜູ້ຄົນ ແລະ ເຂົ້າກັນໄດ້ງ່າຍ. ຂ້ອຍຍັງຮູ້ສຶກວ່າການຢູ່ລອດໃນສັງຄົມມືດມົນ ແລະ ຊົ່ວຮ້າຍນີ້ຕ້ອງສ້າງຄວາມສໍາພັນທີ່ດີກັບຄົນອ້ອມຂ້າງເຈົ້າໃຫ້ແໜ້ນແຟ້ນ, ເພາະນັ້ນເປັນວິທີດຽວທີ່ຈະສ້າງສະຖານທີ່ສໍາລັບຕົວເຈົ້າເອງ. ຕໍ່ມາ, ຫຼັງຈາກທີ່ຂ້ອຍຍອມຮັບພາລະກິດຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ໃນທີ່ສຸດ ຂ້ອຍຈຶ່ງເຫັນວ່າຫຼັກການຄວາມຢູ່ລອດເຫຼົ່ານີ້ແມ່ນປັດຊະຍາຂອງຊາຕານ, ພິດຂອງຊາຕານ ແລະ ບໍ່ແມ່ນຫຼັກການທີ່ຜູ້ຄົນຄວນຍຶດຖື. ຂ້ອຍເຫັນວ່າ ໂດຍການໃຊ້ຊີວິດແບບນີ້, ຂ້ອຍຍິ່ງກາຍເປັນຄົນຄົດໂກງ, ຫຼອກລວງ, ເຫັນແກ່ຕົວ ແລະ ໜ້າລັງກຽດຫຼາຍຂຶ້ນເລື້ອຍໆ, ຂ້ອຍບໍ່ມີລັກສະນະຄ້າຍຄືກັບມະນຸດທຳມະດາ. ໃນທີ່ສຸດ ຂ້ອຍກໍ່ເລີ່ມກຽດຊັງໂຕເອງ ແລະ ຂ້ອຍກໍ່ກັບໃຈຫາພຣະເຈົ້າ.

ໃນປີ 2018, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳເມືອງ. ທຳອິດ, ຂ້ອຍບໍ່ໄດ້ຮູ້ຫຍັງຫຼາຍກ່ຽວກັບວຽກງານທັງໝົດຂອງຄຣິດຕະຈັກ. ເອື້ອຍຫຼິວ ເຊິ່ງເປັນເພື່ອນຮ່ວມງານຂອງຂ້ອຍໄດ້ເຮັດໜ້າທີ່ນີ້ມາເປັນເວລາຫຼາຍປີ ແລະ ລາວເຂົ້າໃຈແງ່ມຸມຕ່າງໆຂອງວຽກງານຄຣິດຕະຈັກ, ດັ່ງນັ້ນຂ້ອຍຈຶ່ງຖາມລາວກ່ຽວກັບບັນຫາ ຫຼື ຂໍ້ຫຍຸ້ງຍາກໃດໜຶ່ງທີ່ຂ້ອຍມີ ແລະ ລາວໄດ້ຊ່ວຍຂ້ອຍຫຼາຍຢ່າງ. ຕໍ່ມາ, ຂ້ອຍໄດ້ຍິນເອື້ອຍຫຼິວເວົ້າຫຼາຍຄັ້ງວ່າຜູ້ນຳຄຣິດຕະຈັກແຫ່ງໜຶ່ງທີ່ລາວຮັບຜິດຊອບຢູ່ ນັ້ນຄືເອື້ອຍຈາງ ເຊິ່ງເຮັດໜ້າທີ່ຂອງຕົນພໍເປັນພິທີມາໄລຍະໜຶ່ງແລ້ວ, ບໍ່ໄດ້ເຮັດວຽກຕົວຈິງ, ເວົ້າຈາຊ້ຳຊາກ ແລະ ຫຼັກຄຳສອນໃນທີ່ປະຊຸມ ແລະ ເປັນຄົນອວດດີ, ຖືວ່າຕົນເອງຊອບທຳ ແລະ ປະຕິເສດທີ່ຈະຍອມຮັບຄຳແນະນຳ ຫຼື ຄວາມຊ່ວຍເຫຼືອຂອງຄົນອື່ນ. ໃນເວລານັ້ນ, ຂ້ອຍຄິດວ່າສິ່ງເຫຼົ່ານີ້ທັງໝົດອາດແມ່ນການສຳແດງຂອງຜູ້ນຳຈອມປອມຜູ້ທີ່ບໍ່ເຮັດວຽກຕົວຈິງ ແລະ ເນື່ອງຈາກວ່າເອື້ອຍຫຼິວຮູ້ເລື່ອງນີ້ແລ້ວ, ຂ້ອຍຈຶ່ງສົງໄສວ່າ ເປັນຫຍັງລາວຈຶ່ງບໍ່ໄດ້ເຮັດການປ່ຽນແປງບາງຢ່າງ ແລະ ໄລ່ເອື້ອຍຈາງອອກເສຍ. ຂ້ອຍຢາກເວົ້າບາງສິ່ງກັບລາວ, ແຕ່ຂ້ອຍຄິດວ່າ ຂ້ອຍຫາກໍ່ເລີ່ມປະຕິບັດໜ້າທີ່ນີ້ ແລະ ຂ້ອຍບໍ່ໄດ້ຮູ້ຈັກເອື້ອຍຈາງເປັນຢ່າງດີ. ຖ້າຂ້ອຍເວົ້າຫຍັງອອກໄປໂດຍກົງ, ເອື້ອຍຫຼິວອາດວິຈານຂ້ອຍວ່າເປັນຄົນໃຈຮ້ອນ ແລະ ບໍ່ປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ. ດ້ວຍຄວາມຄິດນີ້, ຂ້ອຍໄດ້ແບ່ງປັນຄວາມຄິດຂອງຂ້ອຍກັບເອື້ອຍຫຼິວໂດຍທາງອ້ອມ, ແຕ່ລາວກໍ່ບໍ່ໄດ້ເຮັດຫຍັງຫຼາຍ ແລະ ຂໍໃຫ້ຂ້ອຍຊ່ວຍເອື້ອຍຈາງດ້ວຍຄວາມຮັກ. ຂ້ອຍຄິດວ່າ “ເອື້ອຍຫຼິວຕ້ອງຮູ້ຫຼັກການສຳລັບການສັບປ່ຽນຜູ້ນຳ, ດັ່ງນັ້ນ ຖ້າຂ້ອຍເວົ້າເຖິງເລື່ອງນີ້ອີກຄັ້ງ, ລາວຈະບໍ່ຄິດວ່າຂ້ອຍກຳລັງເວົ້າວ່າລາວບໍ່ໄດ້ເຮັດວຽກຕົວຈິງບໍ? ລາວຄົງຈະຄິດວ່າ ຂ້ອຍສ້າງບັນຫາຫຼາຍເກີນໄປ ແລະ ເຂົ້າກັບຂ້ອຍໄດ້ຍາກ. ຖ້າເລື່ອງນີ້ເຮັດໃຫ້ເກີດຂໍ້ຂັດແຍ່ງລະຫວ່າງພວກເຮົາ, ແລ້ວໃນອະນາຄົດພວກເຮົາຈະເຮັດໜ້າທີ່ຂອງພວກເຮົາໃນຖານະເພື່ອນຮ່ວມງານກັນໄດ້ແນວໃດ?” ໃນຈຸດນັ້ນ, ຂ້ອຍຈຶ່ງຕັດສິນໃຈບໍ່ເວົ້າຫຍັງຕື່ມອີກ.

ຂ້ອຍສົນທະນາກັບເອື້ອຍຈາງຫຼາຍເທື່ອເພື່ອເປີດເຜີຍ ແລະ ວິເຄາະບັນຫາຂອງລາວ. ລາວບໍ່ພຽງປະຕິເສດທີ່ຈະຍອມຮັບມັນ, ລາວໂຕ້ຖຽງກັບຂ້ອຍ. ຫຼັງຈາກນັ້ນບໍ່ດົນ, ອ້າຍເອື້ອຍນ້ອງບາງຄົນກໍ່ເລີ່ມລາຍງານວ່າເອື້ອຍຈາງບໍ່ໄດ້ປະຕິບັດວຽກຕົວຈິງ. ນັ້ນແມ່ນເວລາທີ່ຂ້ອຍຮັບຮູ້ວ່າບັນຫາຂອງເອື້ອຍຈາງນັ້ນຮ້າຍແຮງ ແລະ ຖ້າພວກເຮົາບໍ່ຈັດກັບມັນໄດ້ທັນເວລາ, ມັນຈະເຮັດໃຫ້ວຽກງານຂອງຄຣິດຕະຈັກ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຂອງພວກເຮົາຊັກຊ້າ. ດັ່ງນັ້ນ, ຂ້ອຍຈຶ່ງຍົກເລື່ອງການໄລ່ເອື້ອຍຈາງອອກກັບເອື້ອຍຫຼິວອີກ. ແຕ່ເອື້ອຍຫຼິວເວົ້າວ່າ “ການລາຍງານເຫຼົ່ານີ້ໄດ້ຖືກສົ່ງໄປຫາຜູ້ບັງຄັບບັນຊາຂອງພວກເຮົາແລ້ວ. ໃຫ້ຖ້າຈົນກວ່າພວກເຂົາສືບສວນເລື້ອງນີ້ຢ່າງລະອຽດກ່ອນທີ່ພວກເຮົາຈະໄລ່ລາວອອກ”. ຂ້ອຍຄິດວ່າ “ຜ່ານການລາຍງານ ແລະ ການພິຈາລະນາເບິ່ງຕາມສະຖານະການ, ພວກເຮົາສາມາດເຫັນໄດ້ວ່າ ເອື້ອຍຈາງບໍ່ໄດ້ປະຕິບັດວຽກຕົວຈິງ, ເຮັດພໍເປັນພິທີ ແລະ ພຽງແຕ່ເວົ້າເຖິງຄຳເວົ້າຊ້ຳຊາກ ແລະ ຫຼັກຄຳສອນເປັນເວລາດົນນານ. ພວກເຮົາຮູ້ແລ້ວວ່າລາວເປັນຜູ້ນຳຈອມປອມ, ດັ່ງນັ້ນ ຕາມຫຼັກການແລ້ວ, ລາວຄວນຖືກໄລ່ອອກໃຫ້ໄວເທົ່າທີ່ເປັນໄປໄດ້. ພວກເຮົາເປັນຜູ້ນຳເມືອງ ແລະ ຜູ້ນຳຈອມປອມຄົນໜຶ່ງໄດ້ປາກົດຕົວໃນຄຣິດຕະຈັກຂອງພວກເຮົາ, ແຕ່ແທນທີ່ຈະຈັດການກັບມັນໃນທັນທີ, ພວກເຮົາກຳລັງໂຍນມັນໃຫ້ແກ່ຜູ້ບັງຄັບບັນຊາຂອງພວກເຮົາ. ນີ້ບໍ່ແມ່ນການຢຸດເຊົາ ແລະ ປ່ອຍໃຫ້ຜູ້ນໍາຈອມປອມສືບຕໍ່ທໍາຮ້າຍອ້າຍເອື້ອຍນ້ອງຂອງພວກເຮົາບໍ? ນີ້ເກືອບເປັນການຢືນຢັດກັບຊາຕານ ແລະ ຕໍ່ຕ້ານພຣະເຈົ້າ! ນີ້ແມ່ນບັນຫາທີ່ຮ້າຍແຮງຫຼາຍ!” ຂ້ອຍຢາກເວົ້າເຖິງເລື່ອງນີ້ກັບເອື້ອຍຫຼິວອີກຄັ້ງ, ແຕ່ຂ້ອຍຄິດວ່າ “ເທື່ອສຸດທ້າຍທີ່ຂ້ອຍເວົ້າເຖິງເລື່ອງນີ້, ລາວບໍ່ໄດ້ຕ້ອງການປ່ຽນເອື້ອຍຈາງ ແລະ ບອກໃຫ້ຂ້ອຍປະຕິບັດຕໍ່ລາວດ້ວຍຄວາມຮັກ. ມັນເບິ່ງຄືວ່າພວກເຂົາເຂົ້າກັນໄດ້ດີແທ້ໆ, ສະນັ້ນ ຖ້າຂ້ອຍຍົກເລື່ອງການໄລ່ເອື້ອຍຈາງອອກຂຶ້ນມາອີກ, ເອື້ອຍຫຼິວອາດເວົ້າວ່າຂ້ອຍຈອງຫອງເກີນໄປ. ລາວຈະບໍ່ຄິດວ່າຂ້ອຍກໍ່ພຽງແຕ່ອວດອ້າງ ດັ່ງຄໍາເວົ້າທີ່ວ່າ ‘ຄົນທີ່ໃໝ່ໃນວຽກຕ້ອງພິສູດຄວາມກ້າຫານຂອງຕົນ’ ບໍ? ບໍ່ເວົ້າຫຍັງເລີຍຄົງຈະດີກວ່າ. ຢ່າງໜ້ອຍຜູ້ບັງຄັບບັນຊາຂອງພວກເຮົາກໍ່ກຳລັງກວດສອບ ແລະ ກວດເບິ່ງຄວາມຈິງຢູ່. ຖ້າອີກສອງສາມມື້ຄົງຈະບໍ່ເຮັດໃຫ້ເຈັບປວດ”. ດັ່ງນັ້ນ, ຂ້ອຍຈຶ່ງກັກຄຳເວົ້າໄວ້ຢູ່ປາຍລີ້ນຂອງຂ້ອຍ. ສອງສາມມື້ຕໍ່ມາ ຫຼັງຈາກທີ່ຜູ້ບັງຄັບບັນຊາຂອງພວກເຮົາກວດສອບເລື່ອງດັ່ງກ່າວ, ພວກເຂົາກໍ່ຈັດການກັບພວກເຮົາຢ່າງຮຸນແຮງທີ່ບໍ່ໄດ້ຈັດການກັບຜູ້ນຳຈອມປອມຢ່າງທັນເວລາ, ເວົ້າວ່າພວກເຮົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິດຕະຈັກ ແລະ ເຮັດໃຫ້ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຂອງພວກເຮົາຊັກຊ້າ. ພວກເຂົາເວົ້າວ່ານີ້ເປັນການສົມຮູ້ຮ່ວມຄິດກັບຊາຕານ ແລະ ເປັນການທຳຮ້າຍອ້າຍເອື້ອຍນ້ອງຂອງພວກເຮົາ. ເມື່ອໄດ້ຍິນດັ່ງນີ້, ຂ້ອຍກໍ່ຮູ້ສຶກໂສກເສົ້າ. ຂ້ອຍຮັບຮູ້ວ່າຂ້ອຍບໍ່ໄດ້ປະຕິບັດຄວາມຈິງທີ່ຂ້ອຍຮູ້ຈັກຢ່າງແຈ່ມແຈ້ງ ແລະ ຂ້ອຍບໍ່ໄດ້ຍຶດຖືຫຼັກການ. ຂ້ອຍໄດ້ປົກປ້ອງຜູ້ນຳຈອມປອມແທ້ໆ. ຂ້ອຍກຳລັງປົກປິດລາວ. ດັ່ງນັ້ນ, ຂ້ອຍຈຶ່ງໄລ່ລາວອອກທັນທີ. ແຕ່ຫຼັງຈາກນັ້ນ, ຂ້ອຍພຽງແຕ່ຮູ້ສຶກຕຳນິໂຕເອງ ແລະ ບໍ່ສະບາຍໃຈເລັກນ້ອຍ ແລະ ຂ້ອຍກໍ່ໍບໍ່ໄດ້ໃຊ້ໂອກາດເພື່ອທົບທວນໂຕເອງອີກຕໍ່ໄປ. ຕໍ່ມາຂ້ອຍຄົ້ນພົບວ່າເອື້ອຍຫຼິວມັກເວົ້າເລື່ອງຊ້ຳຊາກ ແລະ ຫຼັກຄຳສອນໃນທີ່ປະຊຸມຢູ່ສະເໝີ ແລະ ລາວບໍ່ສາມາດແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກຂອງອ້າຍເອື້ອຍນ້ອງໄດ້. ເມື່ອຂ້ອຍຊີ້ໃຫ້້້ເຫັນບັນຫາ ແລະ ຄວາມບົກຜ່ອງບາງຢ່າງຂອງລາວ, ລາວກໍ່ປະຕິເສດທີ່ຈະຍອມຮັບມັນ ແລະ ພະຍາຍາມໂຕ້ຖຽງ ແລະ ໂຕ້ແຍ້ງກັບຂ້ອຍ. ບໍ່ມີຫຍັງຖືກບັນລຸໃນວຽກງານທີ່ລາວຮັບຜິດຊອບ ແລະ ເມື່ອຫົວໜ້າຂອງພວກເຮົາລິຮານ ແລະ ຈັດການກັບລາວ, ລາວກໍ່ປະຕິເສດທີ່ຈະຍອມຮັບມັນ. ລາວກາຍເປັນຄົນຄິດລົບ ແລະ ລະເລີຍໃນວຽກງານຂອງຕົນ, ຕິດຢູ່ກັບການຈົ່ມຕໍ່ວ່າ ແລະ ຄວາມເຂົ້າໃຈຜິດ. ໃນເວລານັ້ນ, ຂ້ອຍຢາກເປີດໂປງສະພາວະຂອງລາວ, ແຕ່ຂ້ອຍຮັບຮູ້ວ່າ ໃນນາມເປັນເພື່ອນຮ່ວມງານຂອງລາວ, ຂ້ອຍກໍ່ມີສ່ວນຮັບຜິດຊອບເຊັ່ນກັນ ຖ້າພວກເຮົາເຮັດວຽກບໍ່ໄດ້ດີ ແລະ ຖ້າຂ້ອຍວິເຄາະບັນຫາຂອງລາວ, ລາວກໍ່ຈະເວົ້າວ່າ ຂ້ອຍບໍ່ເຂົ້າໃຈ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ກ້າ. ກົງກັນຂ້າມ, ຂ້ອຍພຽງແຕ່ພະຍາຍາມປອບໃຈລາວ ແລະ ໃຫ້ກຳລັງໃຈລາວບໍ່ໃຫ້ຄິດລົບ. ແຕ່ຫຼັງຈາກນັ້ນ, ຂ້ອຍກໍ່ຮັບຮູ້ວ່າເອື້ອຍຫຼິວຍັງບໍ່ມີການປ່ຽນແປງຫຍັງເລີຍ. ລາວບໍ່ມີການຕື່ນຕົວເລີຍ! ຖ້າສິ່ງຕ່າງໆຍັງສືບຕໍ່ເປັນແບບນີ້, ມັນຈະເຮັດໃຫ້ວຽກງານຂອງຄຣິດຕະຈັກຊັກຊ້າ ແລະ ທຳຮ້າຍອ້າຍເອື້ອຍນ້ອງເທົ່ານັ້ນ. ຂ້ອຍຮັບຮູ້ວ່າຂ້ອຍຕ້ອງລາຍງານສິ່ງເຫຼົ່ານີ້ໃຫ້ຜູ້ບັນຄັງບັນຊາຂອງພວກເຮົາຮັບຊາບໃຫ້ໄວເທົ່າທີ່ຈະໄວໄດ້. ຄຣິດຕະຈັກບັງເອີນເຮັດການສຳຫຼວດຄວາມຄິດເຫັນທົ່ວໄປ ແລະ ຜູ້ບັງຄັບບັນຊາຂອງພວກເຮົາກໍ່ຂໍໃຫ້ຂ້ອຍຂຽນການປະເມີນກ່ຽວກັບເອື້ອຍຫຼິວ. ຂ້ອຍກຽມພ້ອມທີ່ຈະຂຽນມັນ, ແຕ່ຈື່ໄດ້ວ່າອ້າຍເອື້ອຍນ້ອງສ່ວນຫຼາຍບໍ່ມີການຢັ່ງເຖິງກ່ຽວກັບລາວ ແລະ ສະໜັບສະໜູນລາວແທ້ໆ. ດັ່ງນັ້ນ, ຖ້າຂ້ອຍຍື່ນມືຂອງຂ້ອຍອອກເພື່ອລາຍງານບັນຫາຂອງເອື້ອຍຫຼິວ, ພວກເຂົາຈະບໍ່ເວົ້າບວ່າຂ້ອຍກຳລັງວາງແຜນ ແລະ ຕ້ອງການໃຫ້ລາວຖືກໂຍກຍ້າຍ, ເພື່ອວ່າຂ້ອຍຈະສາມາດເວົ້າໄດ້ທຸກຢ່າງ? ນອກຈາກນັ້ນ, ພວກເຮົາເປັນຄູ່ຮ່ວມງານໃນໜ້າທີ່ຂອງພວກເຮົາ ແລະ ລາວໄດ້ເຮັດຫຼາຍຢ່າງເພື່ອຊ່ວຍຂ້ອຍ. ຖ້າລາວຖືກໄລ່ອອກແທ້ໆ, ລາວຈະບໍ່ຊັງຂ້ອຍບໍ? ຂ້ອຍຄິດກັບໄປວົນມາ ແລະ ໃນທີ່ສຸດກໍ່ຕັດສິນໃຈວ່າຂ້ອຍຈະປົກປິດລາຍລະອຽດເລື່ອງທີ່ລາວບໍ່ໄດ້ເຮັດວຽກຕົວຈິງ ຫຼື ຍອມຮັບຄວາມຈິງ. ແຕ່ພາຍຫຼັງທີ່ໄດ້ສົ່ງການປະເມີນຂອງຂ້ອຍ, ຂ້ອຍກໍ່ບໍ່ສາມາດລະງັບຄວາມບໍ່ສະບາຍໃຈໃນຫົວໃຈຂອງຂ້ອຍໄດ້. ຂ້ອຍຮູ້ວ່າຂ້ອຍກຳລັງປົກປິດຄວາມຈິງ ແລະ ຫຼອກລວງພຣະເຈົ້າ ແລະ ຂ້ອຍຮູ້ສຶກມືດມົນທາງວິນຍານຫຼາຍຂຶ້ນເລື້ອຍໆ. ຂ້ອຍງຶກຫົວຮັບຢູ່ສະເໝີ ເມື່ອຂ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ຂ້ອຍບໍ່ໄດ້ຮັບແສງສະຫວ່າງ ຫຼື ແສງເຍືອງທາງຈາກການສົນທະນາໃນທີ່ຊຸມນຸມ. ຂ້ອຍບໍ່ສາມາດຄົ້ນພົບບັນຫາໃດໆທີ່ອ້າຍເອື້ອຍນ້ອງຂອງຂ້ອຍມີ. ຂ້ອຍຫຍຸ້ງຢູ່ທຸກມື້ໂດຍບໍ່ມີກຳລັງແມ່ນແຕ່ໜ້ອຍເລີຍ ແລະ ຂ້ອຍຮູ້ສຶກວ່າພຣະເຈົ້າໄດ້ປະຖິ້ມຂ້ອຍແລ້ວ.

ຕໍ່ມາ ຜູ້ບັງຄັບບັນຊາຂອງພວກເຮົາໄດ້ກວດເບິ່ງສິ່ງຕ່າງ ແລະ ເອື້ອຍຫຼິວໄດ້ຖືກໄລ່ອອກ ເນື່ອງຈາກວ່າເປັນຜູ້ນໍາຈອມປອມທີ່ບໍ່ໄດ້ເຮັດວຽກຕົວຈິງ. ຕອນນັ້ນ ຂ້ອຍຮູ້ສຶກອັບອາຍຫຼາຍ ແລະ ຕຳນິໂຕເອງ, ໂດຍສະເພາະເມື່ອຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າ “ພວກເຈົ້າຈະພົບເຫັນຄົນດີຫຼາຍຢູ່ໃນສັງຄົມທີ່ເວົ້າໃນລັກສະນະທີ່ສູງສົ່ງຫຼາຍ ແລະ ເຖິງວ່າຕາມພາຍນອກແລ້ວ ພວກເຂົາເບິ່ງຄືວ່າບໍ່ໄດ້ເຮັດຄວາມຊົ່ວທີ່ໃຫຍ່ຫຼວງ, ແຕ່ເລິກລົງໄປແລ້ວ ພວກເຂົາຫຼອກລວງ ແລະ ເຈົ້າເລ່. ໂດຍສະເພາະແລ້ວ, ພວກເຂົາສາມາດເຫັນໄດ້ວ່າລົມພັດໄປທາງໃດ ແລະ ພວກເຂົາມີຄວາມນຸ້ມນວນ ແລະ ເປັນສາກົນໃນຄາລົມຂອງພວກເຂົາ. ຕາມທີ່ຂ້ອຍເຫັນ, ‘ຄົນດີ’ ເຊັ່ນນັ້ນເປັນຄົນຈອມປອມ, ເປັນຄົນໜ້າຊື່ໃຈຄົດ; ຄົນເຊັ່ນນັ້ນພຽງແຕ່ທຳທ່າເປັນຄົນດີ. ທຸກຄົນທີ່ຍຶດຕິດຢູ່ກັບສື່ກາງທີ່ມີຄວາມສຸກລ້ວນແຕ່ເປັນບາບທີ່ສຸດ. ພວກເຂົາພະຍາຍາມບໍ່ລ່ວງເກີນຜູ້ໃດ, ພວກເຂົາເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ພວກເຂົາເຂົ້າກັບສິ່ງຕ່າງໆ ແລະ ບໍ່ມີໃຜສາມາດເບິ່ງຜ່ານພວກເຂົາໄດ້. ຄົນແບບນັ້ນຄືຊາຕານທີ່ມີຊີວິດຢູ່!(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈິ່ງສາມາດປະຖິ້ມໂສ້ລ່າມຂອງອຸປະນິໄສອັນເສື່ອມຊາມໄດ້). ພຣະທຳຂອງພຣະເຈົ້າເປີດເຜີຍວ່າ ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈເປັນຄົນທີ່ເປັນຕາຢ້ານ ແລະ ມີເລ່ຫຼ່ຽມຫຼາຍທີ່ສຸດ, ພວກເຂົາແມ່ນຊາຕານທີ່ມີຊີວິດຢູ່. ຂ້ອຍຮັບຮູ້ວ່າມັນແມ່ນສິ່ງທີ່ຂ້ອຍເປັນ. ຂ້ອຍຮູ້ມາໄດ້ໄລຍະໜຶ່ງແລ້ວວ່າເອື້ອຍຫຼິວເປັນຜູ້ນຳຈອມປອມ, ແຕ່ເພື່ອປົກປ້ອງຄວາມສຳພັນຂອງຂ້ອຍກັບລາວ ແລະ ປົກປ້ອງໂຕເອງ, ຂ້ອຍເລືອກທີ່ຈະເຮັດຜິດຕໍ່ພຣະເຈົ້າແທນ ແລະ ບໍ່ປະຕິບັດຄວາມຈິງ. ຂ້ອຍໄດ້ປົກປິດຜູ້ນຳຈອມປອມອີກຄັ້ງ, ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ລ່ວງລະເມີດ. ຂ້ອຍຮູ້ສຶກວ່າຂ້ອຍຈົບແລ້ວ, ພຣະເຈົ້າຈະບໍ່ຊ່ວຍຄົນຄືຂ້ອຍໃຫ້ລອດພົ້ນ. ຂ້ອຍຢູ່ໃນຄວາມໂສກເສົ້າ ແລະ ຄວາມຄິດລົບເປັນເວລາສອງສາມມື້. ຂ້ອຍສູນເສຍຄວາມສົນໃຈທັງໝົດໃນການເຮັດສິ່ງຕ່າງໆ. ແຕ່ຕໍ່ມາ, ຂ້ອຍໄດ້ຈື່ພຣະທຳຂອງພຣະເຈົ້າ: “ບໍ່ວ່າເຈົ້າໄດ້ເຮັດຜິດຫຍັງກໍຕາມ, ບໍ່ວ່າເຈົ້າໄດ້ຫຼົງທາງໄປໄກສໍ່າໃດກໍຕາມ ຫຼື ເຈົ້າໄດ້ຝ່າຝືນຢ່າງຮ້າຍແຮ້ງຫຼາຍສໍ່າໃດກໍຕາມ, ຢ່າປ່ອຍໃຫ້ສິ່ງເຫຼົ່ານີ້ກາຍມາເປັນພາລະ ຫຼື ກະເປົາສ່ວນເກີນທີ່ເຈົ້າຕ້ອງແບກກັບເຈົ້າໃນການທີ່ເຈົ້າສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ໃຫ້ສືບຕໍ່ກ້າວໄປຂ້າງໜ້າ. ທຸກເວລາ, ພຣະເຈົ້າກຳຄວາມລອດພົ້ນຂອງມະນຸດໄວ້ໃນຫົວໃຈຂອງພຣະອົງ; ສິ່ງນີ້ບໍ່ເຄີຍປ່ຽນແປງຈັກເທື່ອ. ນີ້ແມ່ນສ່ວນທີ່ລໍ້າຄ່າທີ່ສຸດຂອງແກ່ນແທ້ຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI). ຂ້ອຍໄຕ່ຕອງພຣະທຳເຫຼົ່ານີ້ຂອງພຣະເຈົ້າຊ້ຳແລ້ວຊ້ຳອີກ ແລະ ຂ້ອຍຮູ້ສຶກວ່າ ພຣະທຳທຸກຂໍ້ ແລະ ທຸກແຖວມີຄວາມເມດຕາ ແລະ ຄວາມຫວັງສຳລັບຂ້ອຍ. ເຖິງແມ່ນວ່າຄວາມຊົ່ວຮ້າຍຂອງຂ້ອຍໄດ້ເຮັດຜິດອຸປະນິໄສຂອງພຣະເຈົ້າ, ພຣະເຈົ້າກໍ່ຍັງໃຊ້ພຣະທຳຂອງພຣະອົງເພື່ອປອບໃຈຂ້ອຍ, ໃຫ້ກຳລັງໃຈຂ້ອຍ ແລະ ບອກໃຫ້ຂ້ອຍກ້າວຕໍ່ໄປ. ຂ້ອຍຮູ້ສຶກຂອບໃຈເປັນຢ່າງຍິ່ງ ແລະ ບອກໂຕເອງວ່າຂ້ອຍບໍ່ສາມາດເປັນຄົນຄິດລົບອີກຕໍ່ໄປ. ເມື່ອໃດກໍ່ຕາມທີ່ຂ້ອຍລົ້ມເຫຼວ, ຂ້ອຍຕ້ອງຍົກໂຕເອງຂຶ້ນມາຈາກພື້ນ. ຂ້ອຍຄວນທົບທວນ, ເຂົ້າໃຈບັນຫາຂອງໂຕເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ.

ຕໍ່ມາຂ້ອຍກໍ່ອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າ: “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ຮູ້ສຶກເຖິງຄວາມເຈັບປວດທີ່ແທງຫົວໃຈຂອງຂ້ອຍ. ຂ້ອຍເຫັນວ່າ ຂ້ອຍເປັນພຽງຄົນທີ່ເຮັດໃຫ້ຄົນອື່ນພໍໃຈທີ່ເຈົ້າເລ່ ແລະ ມີເລ່ຫຼຽມ. ເມື່ອຜະເຊີນກັບບັນຫາ, ຂ້ອຍກໍ່ເຮັດທຸກຢ່າງທີ່ເຮັດໄດ້ເພື່ອປົກປ້ອງໂຕເອງ ແລະ ບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງເຮືອນພຣະເຈົ້າ ແລະ ຂ້ອຍບໍ່ມີຄວາມຮູ້ສຶກຮັບຜິດຊອບ ຫຼື ພາລະໃດໆໃນໜ້າທີ່່ຂອງຂ້ອຍ. ຂ້ອຍຄວນຈັດການກັບມັນໃນທັນທີເມື່ອຜູ້ນຳຈອມປອມປາກົດຕົວ, ແຕ່ກົງກັນຂ້າມ ຂ້ອຍໄດ້ປົກປ້ອງຕົວເອງ ແລະ ຢ້ານເຮັດຜິດຕໍ່ເອື້ອຍຫຼິວ, ຂ້ອຍຢ້ານຫຼາຍເກີນໄປທີ່ຈະປະຕິບັດຄວາມຈິງ ຫຼື ເປີດໂປງ ແລະ ລາຍງານເລື່ອງນັ້ນ. ຂ້ອຍຕັ້ງໃຈປິດບັງຄວາມຈິງ ແລະ ປົກປິດມັນເພື່ອປົກປ້ອງລາວ. ຜົນທີ່ໄດ້ຄືວຽກງານໃນຄຣິດຕະຈັກທຸກດ້ານໄດ້ຮັບຜົນກະທົບ ແລະ ອ້າຍເອື້ອຍນ້ອງຂອງຂ້ອຍກໍ່ຂາດຊີວິດຄຣິດຕະຈັກທີ່ເປັນປົກກະຕິ. ເຮືອນຂອງພຣະເຈົ້າໄດ້ມອບໝາຍໜ້າທີ່ໆສຳຄັນເຊັ່ນນັ້ນໃຫ້ຂ້ອຍ, ແຕ່ເມື່ອຜູ້ນຳຈອມປອມປາກົດຕົວໃນຄຣິດຕະຈັກ, ຂ້ອຍກໍ່ໄດ້ທໍລະຍົດຕໍ່ຫຼັກການແຫ່ງຄວາມຈິງເພື່ອປົກປ້ອງຜົນປະໂຫຍດຂອງໂຕເອງ, ຢືນຢູ່ກັບຊາຕານ ແລະ ປົກປ້ອງພວກມັນຄັ້ງແລ້ວຄັ້ງເລົ່າ. ຂ້ອຍຮູ້ດີວ່າວຽກງານຂອງຄຣິດຕະຈັກຈະປະສົບກັບຄວາມຫຍຸ້ງຍາກ, ແຕ່ຂ້ອຍບໍ່ໄດ້ປະຕິບັດຄວາມຈິງ ຫຼື ຍຶດຖືຄວາມຊອບທໍາ. ເມື່ອໃດກໍ່ຕາມທີ່ຂ້ອຍອາດຈະເຮັດໃຫ້ບາງຄົນຂຸ່ນເຄືອງໃຈ, ຂ້ອຍກໍ່ປະຖິ້ມຫຼັກການແຫ່ງຄວາມຈິງ. ຂ້ອຍເຮັດຢ່າງເຫັນແກ່ໂຕ ເພື່ອຜົນປະໂຫຍດຂອງໂຕເອງ. ການເຮັດສິ່ງຕ່າງໆແບບນັ້ນບໍ່ແມ່ນການລົບກວນ ແລະ ການຂັດຂວາງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ ແລະ ການເຮັດໂຕເປັນຜູ້ສົມຮູ້ຮ່ວມຄິດກັບຊາຕານບໍ? ຂ້ອຍບໍ່ກ້າປະຕິບັດຄວາມຈິງ ຫຼື ຍຶດຖືຫຼັກການ; ຂ້ອຍບໍ່ມີຄວາມສຳນຶກເຖິງຄວາມຊອບທຳ. ຂ້ອຍເໝາະສົມທີ່ຈະເປັນຜູ້ນຳຄຣິດຕະຈັກໄດ້ແນວໃດ? ຂ້ອຍເຫັນແກ່ໂຕ, ໜ້າລັງກຽດ, ເຈົ້າເລ່, ຫຼອກລວງ ແລະ ໃຈແຄບ! ມັນເຈັບແສບເປັນພິເສດເມື່ອຂ້ອຍຄຳນຶງເຖິງພຣະທຳຂອງພຣະເຈົ້າທີ່ວ່າພຣະເຈົ້າລັງກຽດ ແລະ ກຽດຊັງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ ແລະ ບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ຄຳເທດສະໜາໄດ້ເວົ້າຄັ້ງແລ້ວຄັ້ງເລົ່າວ່າເຮືອນຂອງພຣະເຈົ້າປະຕິເສດຢ່າງຈິງຈັງທີ່ຈະຍອມຮັບເອົາຄົນທີ່ເຮັດໃຫ້ຜູ້ຄົນພໍໃຈເປັນຜູ້ນຳ ຍ້ອນວ່າພວກເຂົາມີຫົວໃຈຊົ່ວຮ້າຍ ແລະ ພຽງແຕ່ສາມາດທຳຮ້າຍເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງຂອງພວກເຂົາ. ໂດຍການປົກປ້ອງ ແລະ ປົກປິດຜູ້ນຳຈອມປອມ, ຂ້ອຍກໍ່ໄດ້ເຮັດຜິດຕໍ່ພຣະເຈົ້າ ແລະ ເຮັດຜິດຕໍ່ອຸປະນິໄສຂອງພຣະອົງແລ້ວ, ດັ່ງນັ້ນຂ້ອຍຈຶ່ງໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຫາພຣະອົງວ່າ: “ພຣະເຈົ້າ, ຂ້ານ້ອຍໄດ້ລ່ວງເກີນຄວາມປະສົງຂອງພຣະອົງຄັ້ງແລ້ວຄັ້ງເລົ່າ. ຂ້ານ້ອຍຮູ້ຈັກຄວາມຈິງຢ່າງຊັດເຈນ ແຕ່ບໍ່ໄດ້ປະຕິບັດມັນ ແລະ ເຮັດໃຫ້ວຽກງານໃນຄຣິດຕະຈັກເສຍຫາຍໃນຂະບວນການນີ້. ຂ້ານ້ອຍເຕັມໃຈທີ່ຈະຍອມຮັບການສາບແຊ່ງ ແລະ ການລົງໂທດຂອງພຣະອົງ. ບໍ່ວ່າໃນອະນາຄົດພຣະອົງຈະປະຕິບັດຕໍ່ຂ້ານ້ອຍແນວໃດກໍ່ຕາມ, ຂ້ານ້ອຍກໍ່ເຕັມໃຈທີ່ຈະເຊື່ອຟັງ ແລະ ກັບໃຈຫາພຣະອົງ”.

ຂ້ອຍເລີ່ມສົງໃສວ່າເປັນຫຍັງຂ້ອຍຈຶ່ງພະຍາຍາມເຮັດໃຫ້ຜູ້ຄົນພໍໃຈ ແລະ ບໍ່ສາມາດປະຕິບັດຄວາມຈິງໄດ້ເມື່ອສິ່ງຕ່າງໆເກີດຂຶ້ນກັບຂ້ອຍ. ແມ່ນຫຍັງທີ່ກຳລັງຄວບຄຸມຂ້ອຍຢູ່? ຕໍ່ມາ ຂ້ອຍໄດ້ອ່ານຂໍ້ຄວາມໜຶ່ງຂໍ້ຈາກພຣະທຳຂອງພຣະເຈົ້າ: “ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນທຳມະຊາດໃນຂອງມະນຸດ. ‘ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’ ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັໃດຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ... ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍພົບວ່າຕົ້ນເຫດວ່າເປັນຫຍັງຂ້ອຍຈຶ່ງເຮັດໂຕຄືກັບຜູ້ທີ່ເຮັດໃຫ້ຜູ້ຄົນພໍໃຈ. ເປັນຍ້ອນວ່ານັບຕັ້ງແຕ່ຂ້ອຍຍັງໜຸ່ມ, ຂ້ອຍໄດ້ຮັບການສຶກສາຈາກພັກກອມມູນິດຈີນ ແລະ ຂ້ອຍກໍ່ເຕັມໄປດ້ວຍປັດຊະຍາ, ເຫດຜົນ ແລະ ກົດເກນທາງໂລກທຸກປະເພດ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມະນຸດບໍ່ແມ່ນນັກບວດ; ພວກເຂົາຈະສາມາດປາສະຈາກຂໍ້ຜິດພາດໄດ້ແນວໃດ? ” “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ”, “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ” ແລະ ອື່ນໆ. ສິ່ງເຫຼົ່ານີ້ຝັງເລິກຢູ່ໃນໃຈຂ້ອຍ ແລະ ຂ້ອຍກໍ່ດຳລົງຊີວິດຕາມພວກມັນ. ຂ້ອຍຍິ່ງອວດດີ, ຖືວ່າໂຕເອງຊອບທຳ, ເຫັນແກ່ໂຕ, ໜ້າລັງກຽດ, ເຈົ້າເລ່ ແລະ ຫຼອກລວງຫຼາຍຂຶ້ນຕະຫຼອດເວລາ. ຂ້ອຍເຮັດໃຫ້ສິ່ງເຫຼົ່ານີ້ເປັນຄະຕິປະຈຳຊີວິດຂອງຂ້ອຍ. ໃນການເຂົ້າກັບຜູ້ຄົນ ຂ້ອຍສັງເກດທຸກຄຳເວົ້າ ແລະ ການສະແດງອອກຂອງຄົນອື່ນຢ່າງຮອບຄອບ ແລະ ຂ້ອຍຈັດການກັບຄວາມສຳພັນຂອງຂ້ອຍກັບທຸກຄົນຢ່າງລະມັດລະວັງ. ຂ້ອຍເປັນຜູ້ທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຍ່າງບົນເສັ້ນທາງທີ່ເປັນກາງ, ຂ້ອຍບໍ່ໄດ້ເຮັດຜິດໃຈຜູ້ໃດ, ຂ້ອຍບໍ່ກ້າເວົ້າຄວາມຈິງ ຫຼື ຍຶດຖືຄວາມຊອບທຳ ແລະ ຂ້ອຍດຳລົງຊີວິດທີ່ບໍ່ມີກຽດສັກສີແມ່ນແຕ່ນ້ອຍເລີຍ. ເມື່ອຜູ້ນຳຈອມປອມປາກົດຕົວໃນຄຣິດຕະຈັກ, ຢ້ານວ່າຈະເຮັດໃຫ້ເອື້ອຍຫຼິວເຄື່ອງໃຈ, ຂ້ອຍປະຖິ້ມຫຼັກການຂອງໂຕເອງ, ເລືອກທີ່ຈະເປັນຄົນຂີ້ຢ້ານ ແລະ ປ່ອຍໃຫ້ພວກມັນທຳຮ້າຍອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ຂັດຂວາງພາລະກິດໃນຄົວເຮືອນຂອງພຣະເຈົ້າ. ຂ້ອຍຈະສາມາດເອີ້ນໂຕເອງວ່າເປັນຄົນດີໄດ້ແນວໃດ? ຂ້ອຍເປັນຄົນໃຈດຳ, ເປັນ “ຄົນດີ”, ເປັນທາດທີ່ໜ້າລັງກຽດຂອງຊາຕານ. ຂ້ອຍຂາດສຳນຶກເຖິງຄວາມກ້າຫານ ຫຼື ຄວາມຊອບທຳ. ຖ້າຂ້ອຍຊ່ວຍ ແລະ ວິເຄາະເອື້ອຍຫຼິວກ່ອນໜ້ານີ້, ລາວອາດຈະບໍ່ໄດ້ເຮັດການລ່ວງລະເມີດຫຼາຍປານນີ້, ພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງອາດຈະບໍ່ຖືກຂັດຂວາງ ແລະ ຂ້ອຍກໍ່ອາດຈະບໍ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ແລ້ວໃນທີ່ສຸດ ຂ້ອຍກໍ່ເຫັນວ່າການດຳເນີນຊີວິດຕາມປັດຊະຍາທາງໂລກຂອງຊາຕານ ແລະ ການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈມີແຕ່ທຳຮ້າຍຜູ້ຄົນ ຫຼື ທຳລາຍພວກເຂົາເທົ່ານັ້ນ ແລະ ເຮັດເຊັ່ນດຽວກັນກັບໂຕຂ້ອຍເອງ. ຈາກສິ່ງທີ່ຂໍ້ແທ້ຈິງໄດ້ເປີດເຜີຍອອກ, ໃນທີ່ສຸດຂ້ອຍກໍ່ສາມາດເຫັນໄດ້ວ່າປັດຊະຍາ, ເຫດຜົນ ແລະ ກົດເກນທາງໂລກເຫຼົ່ານີ້ຂອງຊາຕານພຽງແຕ່ສາມາດຫຼອກລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມເທົ່ານັ້ນ. ພວກມັນເປັນສັດຕູກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ເມື່ອພວກເຮົາດຳລົງຊີວິດຕາມປັດຊະຍາທາງໂລກເຫຼົ່ານີ້ຂອງຊາຕານ, ບໍ່ວ່າພວກເຮົາຈະເບິ່ງວ່າໃຈດີ, ອ່ອນໂຍນ ຫຼື ເປັນຕາຄົບປານໃດກໍ່ຕາມ, ພວກເຮົາກໍ່ຍັງເປັນຄົນເຈົ້າເລ່, ຫຼອກລວງ, ໜ້າລັງກຽດ ແລະ ໜ້າສົມເພດ. ຖ້າພວກເຮົາບໍ່ປະຕິບັດຄວາມຈິງ, ກັບໃຈ ແລະ ປ່ຽນແປງ, ພວກເຮົາກໍ່ຈະຖືກປະຖິ້ມ ແລະ ຖືກພຣະເຈົ້າກຳຈັດຢ່າງແນ່ນອນ.

ຕໍ່ມາ ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ: “ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). “ການທີ່ພຣະເຈົ້າຂໍໃຫ້ຜູ້ຄົນຊື່ສັດກໍ່ພິສູດວ່າພຣະອົງກຽດຊັງຄົນທີ່ຫຼອກລວງຢ່າງແທ້ຈິງ ແລະ ພຣະອົງບໍ່ມັກຄົນທີ່ຫຼອກລວງ. ຂໍ້ແທ້ຈິງທີ່ພຣະເຈົ້າບໍ່ມັກຄົນທີ່ຫຼອກລວງກໍ່ໝາຍຄວາມວ່າພຣະອົງບໍ່ມັກການກະທຳ, ອຸປະນິໄສ ແລະ ແຮງຈູງໃຈຂອງພວກເຂົາ; ນັ້ນກໍ່ຄື ພຣະອົງບໍ່ມັກວິທີການທີ່ພວກເຂົາເຮັດສິ່ງຕ່າງໆ. ສະນັ້ນ, ຖ້າພວກເຮົາຕ້ອງເຮັດໃຫ້ພຣະເຈົ້າພໍໃຈ, ພວກເຮົາກໍ່ຕ້ອງປ່ຽນແປງການກະທຳຂອງພວກເຮົາ ແລະ ວິທີການທີ່ພວກເຮົາເປັນຢູ່ກ່ອນ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). “ຖ້າເຈົ້າສືບຕໍ່ດຳລົງຊີວິດຕາມອຸປະນິໄສຊາຕານຂອງເຈົ້າ ແລະ ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າເປັນເວລາເທົ່າໃດປີກໍ່ຕາມ, ເຈົ້າກໍ່ບໍ່ແຕກຕ່າງຫຍັງຈາກຜູ້ທີ່ບໍ່ເຊື່ອ, ແລ້ວເຊື່ອໃນພຣະເຈົ້າຂອງເຈົ້າມີຄວາມໝາຍບໍ? ມັນມີຄຸນຄ່າບໍ? ເປົ້າໝາຍ ແລະ ຫຼັກການຂອງຊີວິດເຈົ້າ ແລະ ວິຖີຊີວິດຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ສິ່ງດຽວທີ່ວາງເຈົ້າເໜືອຄົນທີ່ບໍ່ມີຄວາມເຊື່ອແມ່ນການຮັບຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ. ເບິ່ງຄືກັບວ່າເຈົ້າກຳລັງຕິດຕາມພຣະເຈົ້າ, ແຕ່ອຸປະນິໄສ-ຊີວິດຂອງເຈົ້າຍັງບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍເລີຍ. ໃນທີ່ສຸດແລ້ວ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນ. ໃນກໍລະນີນີ້, ນີ້ບໍ່ແມ່ນພຽງແຕ່ຄວາມເຊື່ອທີ່ຫວ່າງເປົ່າ ແລະ ຄວາມສຸກທີ່ຫວ່າງເປົ່າບໍ?(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈິ່ງສາມາດປະຖິ້ມໂສ້ລ່າມຂອງອຸປະນິໄສອັນເສື່ອມຊາມໄດ້). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຫັນວ່າພຣະເຈົ້າຊື່ສັດໂດຍແກ່ນແທ້. ພຣະເຈົ້າມັກຄົນຊື່ສັດ ແລະ ກຽດຊັງຄົນຫຼອກລວງ. ເມື່ອຂ້ອຍດຳເນີນຊີວິດຕາມປັດຊະຍາເຫຼົ່ານີ້ຂອງຊາຕານ, ມຸມມອງຂອງຂ້ອຍຕໍ່ສິ່ງຕ່າງໆ ແລະ ວິທີທີ່ຂ້ອຍປະພຶດຕົນບໍ່ໄດ້ປ່ຽນແປງເລີຍ. ຂ້ອຍກໍ່ພຽງແຕ່ເປັນຄືກັບຜູ້ທີ່ບໍ່ເຊື່ອ. ບໍ່ວ່າຂ້ອຍເຊື່ອແບບນັ້ນໃນພຣະເຈົ້າມາຈັກປີແລ້ວ, ຂ້ອຍກໍ່ຈະບໍ່ມີວັນໄດ້ຮັບຄວາມຈິງ ຫຼື ຄວາມລອດພົ້ນ. ມີພຽງຜູ້ທີ່ປະຕິບັດຄວາມຈິງ, ຜູ້ທີ່ເປັນຄົນຊື່ສັດ, ຜູ້ບໍ່ມີຄວາມຫຼອກລວງໃນໃຈຂອງພວກເຂົາ, ຜູ້ມີຄວາມກ້າຫານທີ່ຈະຍຶດຖືຫຼັກການແຫ່ງຄວາມຈິງ, ຜູ້ມີຈິດສຳນຶກເຖິງຄວາມຍຸດຕິທຳ ແລະ ຜູ້ທີ່ຢືນຢູ່ຂ້າງພຣະເຈົ້າໃນທຸກສິ່ງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າແມ່ນຜູ້ທີ່ພຣະອົງຮັກ ແລະ ຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໂດຍພຣະອົງ! ຫຼັງຈາກທີ່ເຂົ້າໃຈສິ່ງທີ່ພຣະເຈົ້າຮຽກຮ້ອງ, ຂ້ອຍກໍ່ອະທິຖານຫາພຣະເຈົ້າ ແລະ ກ່າວຄຳສາບານວ່າຂ້ອຍຈະກັບໃຈ, ປະຕິບັດຄວາມຈິງ ແລະ ເປັນຄົນຊື່ສັດ.

ສອງສາມເດືອນຫຼັງຈາກນັ້ນ, ຂ້ອຍກໍ່ພົບວ່າເພື່ອນຮ່ວມງານໃໝ່ຂອງຂ້ອຍ ນັ້ນກໍ່ຄືອ້າຍລີ ມັກເວົ້າເຖິງຄຳເວົ້າຊ້ຳຊາກ ແລະ ຫຼັກຄຳສອນ ແລະ ອວດອ້າງໂຕໃນທີ່ຊຸມນຸມຢູ່ສະເໝີ. ຂ້ອຍໄດ້ສົນທະນາກັບລາວກ່ຽວກັບເລື່ອງນີ້ຫຼາຍຄັ້ງ, ແຕ່ບໍ່ເຫັນມີການປັບປຸງຫຍັງເລີຍ, ດັ່ງນັ້ນ ຂ້ອຍຈຶ່ງບອກຜູ້ບັງຄັບບັນຊາຂອງພວກເຮົາກ່ຽວກັບເລື່ອງນີ້. ແຕ່ແລ້ວ ພວກເຂົາກໍ່ຂໍໃຫ້ຂ້ອຍແຍກແຍະ ແລະ ເປີດໂປງພຶດຕິກຳຂອງລາວ ແລະ ຂ້ອຍກໍ່ເລີ່ມຮູ້ສຶກຢ້ານ. ຂ້ອຍຮູ້ສຶກວ່າລີ້ນພັນກັນກ່ຽວກັບກັບສິ່ງເຫຼົ່ານີ້, ເພາະວ່າອ້າຍລີໄດ້ປະຕິບັດໜ້າທີ່ຂອງລາວຢູ່ທີ່ນັ້ນດົນກວ່າຄົນອື່ນ. ລາວຖືກເບິ່ງເປັນຜູ້ອາວຸໂສຄົນໜຶ່ງ ແລະ ລາວໄດ້ຊ່ວຍຂ້ອຍກັບວຽກຂອງຂ້ອຍໃນອະດີດ. ຖ້າຂ້ອຍເປີດໂປງສະພາວະຂອງລາວ, ລາວຈະຄິດແນວໃດກັບຂ້ອຍ? ລາວຈະບໍ່ເຄືອງໃຈບໍ? ແລ້ວຂ້ອຍກໍ່ອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ຖ້າເຈົ້າມີແຮງຈູງໃຈແລະທັດສະນະຂອງ ‘ຄົນດີ’, ເຈົ້າຈະລົ້ມລົງສະເໝີ ແລະ ລົ້ມເຫຼວໃນເລື່ອງດັ່ງກ່າວ. ແລ້ວເຈົ້າຄວນເຮັດຫຍັງໃນສະຖານະການເຫຼົ່ານັ້ນ? ເມື່ອຜະເຊີນໜ້າກັບສິ່ງດັ່ງກ່າວ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ. ຂໍໃຫ້ພຣະອົງປະທານຄວາມເຂັ້ມແຂງໃຫ້ແກ່ເຈົ້າ ແລະ ເຮັດໃຫ້ເຈົ້າປະຕິບັດຕາມຫຼັກການ, ເຮັດສິ່ງທີ່ເຈົ້າຄວນເຮັດ, ຈັດການສິ່ງຕ່າງໆຕາມຫຼັກການ, ຢືນຢັດ ແລະ ປ້ອງກັນອັນຕະລາຍໃດໆກັບພາລະກິດໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າສາມາດປະຖິ້ມຜົນປະໂຫຍດສ່ວນຕົວຂອງເຈົ້າ, ຊື່ສຽງ ແລະ ຈຸດຢືນຂອງ ‘ຄົນດີ’ ແລະ ຖ້າເຈົ້າເຮັດສິ່ງທີ່ເຈົ້າຄວນເຮັດດ້ວຍຫົວໃຈທີ່ຊື່ສັດ ແລະ ບໍ່ແບ່ງແຍກ, ແລ້ວເຈົ້າກໍ່ຈະໄດ້ເອົາຊະນະຊາຕານ ແລະ ຈະໄດ້ຮັບຄວາມຈິງດ້ານນີ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີແຕ່ການຮູ້ຈັກຕົນເອງເທົ່ານັ້ນຈຶ່ງຊ່ວຍໃນການສະແຫວງຫາຄວາມຈິງໄດ້). ການອ່ານພຣະຄຳຂອງພຣະເຈົ້າຂໍ້ນີ້ເຮັດໃຫ້ຂ້ອຍມີຄວາມແຈ່ມແຈ້ງພາຍໃນວ່າສິ່ງນີ້ເກີດຂຶ້ນກັບຂ້ອຍເພາະວ່າພຣະເຈົ້າກຳລັງທົດສອບຂ້ອຍ ແລະ ໃຫ້ໂອກາດຂ້ອຍກັບໃຈ. ພຣະເຈົ້າຕ້ອງການເບິ່ງວ່າຂ້ອຍຈະຈັດການເລື່ອງນີ້ແນວໃດ. ຂ້ອຍບໍ່ສາມາດປ່ອຍໃຫ້ໂຕເອງປົກປ້ອງຄວາມສຳພັນຂອງຕົນເອງກັບຄົນອື່ນຄືກັບທີ່ຂ້ອຍເຄີຍມີມາກ່ອນ. ຂ້ອຍຕ້ອງເອົາວຽກຂອງຄຣິດຕະຈັກມາກ່ອນ, ປະຕິບັດຄວມຈິງ ແລະ ຍຶດຖືຄວາມຊອບທຳ. ຖ້າອ້າຍລີແມ່ນຜູ້ທີ່ສະແຫວງຫາຄວາມຈິງ, ລາວກໍ່ສາມາດໃຊ້ການສົນທະນາ ແລະ ການວິເຄາະເພື່ອທົບທວນ ແລະ ເຂົ້າໃຈໂຕລາວເອງ, ເຊິ່ງຈະຊ່ວຍໃນການເຂົ້າສູ່ຊີວິດຂອງລາວ ແລະ ແລ້ວກໍ່ຫຼີກເວັ້ນການເຮັດການລ່ວງລະເມີດຫຼາຍຂຶ້ນ. ເພາະສະນັ້ນ ຂ້ອຍຈຶ່ງໄປຫາອ້າຍລີ, ເປີດເຜີຍ ແລະ ແຍກແຍະສະພາວະ ແລະ ພຶດຕິກຳຂອງລາວເທື່ອລະອັນໂດຍໃຊ້ພຣະທຳຂອງພຣະເຈົ້າ. ສິ່ງທີ່ເຮັດໃຫ້ຂ້ອຍປະຫຼາດໃຈຄື ລາວບໍ່ພຽງແຕ່ບໍ່ຄຽດໃຫ້ຂ້ອຍເທົ່ານັ້ນ, ແຕ່ຍັງເວົ້າດ້ວຍຄວາມສຳນຶກຜິດວ່າ “ຖ້າເຈົ້າບໍ່ເປີດໂປງ ແລະ ແຍກແຍະຂ້ອຍແບບນີ້, ຂ້ອຍກໍ່ຈະບໍ່ມີວັນຮູ້ເຖິງບັນຫາຂອງໂຕເອງ. ຂ້ອຍຈຳເປັນຕ້ອງທົບທວນໂຕເອງແທ້ໆ”. ການໄດ້ຍິນອ້າຍລີກ່າວຄຳເວົ້າເຫຼົ່ານັ້ນກໍ່ເຮັດໃຫ້ຂ້ອຍຕື້ນຕັນໃຈຫຼາຍ. ຂ້ອຍໄດ້ກັງວົນວ່າ ການເປີດໂປງລາວຈະເຮັດໃຫ້ລາວຄຽດໃຫ້ຂ້ອຍ, ແຕ່ສິ່ງນັ້ນລ້ວນແລ້ວແຕ່ເປັນຈິນຕະນາການຂອງຂ້ອຍເອງທັງໝົດ. ໃນເວລານັ້ນ, ຂ້ອຍໄດ້ສຳຜັດຢ່າງແທ້ຈິງວ່າ ການປະຕິບັດຄວາມຈິງ ແລະ ການເປັນຄົນຊື່ສັດນັ້ນເຮັດໃຫ້ຈິດໃຈສະຫງົບ ແລະ ເປັນສຸກ ແລະ ເຮັດໃຫ້ພວກເຮົາເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ. ຂ້ອຍຍັງໄດ້ສຳຜັດຢ່າງແທ້ຈິງວ່າທາງດຽວທີ່ຈະປົກປ້ອງພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໄດ້ແມ່ນຕ້ອງປະຕິບັດຄວາມຈິງ ແລະ ຮັບມືກັບສິ່ງຕ່າງໆຕາມຫຼັກການ. ນີ້ຍັງເປັນທາງດຽວທີ່ຈະຊ່ວຍອ້າຍເອື້ອຍນ້ອງຂອງພວກເຮົາໄດ້ຢ່າງແທ້ຈິງ. ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ບາງມຸມມອງທີ່ຜິດຂອງຂ້ອຍໄດ້ຖືກປ່ຽນແປງ ແລະ ອຸປະນິໄສທີ່ເຈົ້າເລ່ ແລະ ມີເລ່ຫຼ່ຽມແບບຊາຕານຂອງຂ້ອຍກໍ່ຖືກປ່ຽນແປງເລັກນ້ອຍ. ໃນປັດຈຸບັນນີ້, ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງຄວາມເສື່ອມຊາມອອກມາ ຫຼື ເມື່ອສິ່ງຕ່າງໆຖືກຈັດການໃນທາງທີ່ຂັດກັບຫຼັກການແຫ່ງຄວາມຈິງ, ຂ້ອຍກໍ່ບໍ່ປົກປິດພວກເຂົາ, ປົກປ້ອງພວກເຂົາ ຫຼື ພະຍາຍາມປົກປ້ອງຄວາມສຳພັນຂອງຂ້ອຍກັບຜູ້ຄົນອີກຕໍ່ໄປ. ຂ້ອຍສາມາດປະຕິບັດຄວາມຈິງ, ສົນທະນາ, ຊ່ວຍ, ຊີ້ໃຫ້ເຫັນສິ່ງຕ່າງໆ ແລະ ເປີດໂປງສິ່ງຕ່າງໆໄດ້ຢ່າງມີສະຕິ. ເຖິງແມ່ນວ່າບາງເທື່ອຂ້ອຍຍັງລັງເລໃຈ ແລະ ຢ້ານເຮັດໃຫ້ຄົນອື່ນເຄືອງໃຈ, ຂ້ອຍກໍ່ສາມາດອະທິຖານຫາພຣະເຈົ້າ, ປະຖິ້ມໂຕເອງ, ປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ບໍ່ດຳເນີນຊີວິດຕາມປັດຊະຍາຂອງຊາຕານອີກຕໍ່ໄປ. ດ້ວຍການປະຕິບັດແບບນີ້, ຂ້ອຍຮູ້ສຶກສະຫງົບ ແລະ ໝັ້ນຄົງຫຼາຍຍິ່ງຂຶ້ນ. ມັນໂລ່ງໃຈຫຼາຍ. ການບັນລຸການປ່ຽນແປງເຫຼົ່ານີ້ ແລະ ການໄດ້ຮັບສິ່ງທັງໝົດນີ້ລ້ວນແລ້ວແຕ່ເປັນຜົນຂອງການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ.

ກ່ອນນີ້: 51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຕໍ່ໄປ: 53. ການແກ້ຄວາມຜູກພັນທີ່ຜູກມັດອອກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້