50. ສິ່ງທີ່ຢູ່ເບື້ຶອງຫຼັງ “ພາບລັກຂອງພຣະເຈົ້າ”

ໂດຍ ເຫວີຍເຊີນ, ເກົາຫຼີໃຕ້

ໃນເດືອນທັນວາ 2019, ຂ້ອຍເຮັດວຽກເປັນຜູ້ຊ່ວຍສິດຍາພິບານທີ່ຮັບຜິດຊອບຂ່າວປະເສີດໃນຄຣິດຕະຈັກ. ຫຼັງຈາກນັ້ນບໍ່ດົນ, ຂ້ອຍພົບວ່າ ເມື່ອຜູ້ນຳສັງເກດບັນຫາໃນວິທີທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂ້ອງພວກເຂົາ, ພວກເຂົາໄດ້ຊີ້ໃຫ້ພວກເຂົາເຫັນໂດຍກົງ, ບາງຄັ້ງດ້ວຍນ້ຳສຽງທີ່ຮຸນແຮງແທ້ໆ. ຂ້ອຍຄິດວ່າມັນຖືກຕ້ອງສໍາລັບພວກເຂົາທີ່ຈະຊີ້ໃຫ້ເຫັນສິ່ງເຫຼົ່ານີ້, ແຕ່ວິທີການຂອງພວກເຂົາໜ້າອັບອາຍ ແລະ ສາມາດທຳຮ້າຍຜູ້ຄົນໄດ້ຢ່າງງ່າຍດາຍ. ຂ້ອຍບໍ່ຢາກເປັນຄືພວກເຂົາ. ສິ່ງດັ່ງກ່າວຕ້ອງຖືກກ່າວຢ່າງແນບນຽນເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ກັບຜູ້ຄົນ. ດ້ວຍວິທີນີ້ຂ້ອຍຈະໄດ້ຮັບການສະໜັບສະໜູນຈາກທຸກຄົນ ແລະ ຈະເຮັດວຽກຂອງຂ້ອຍໄດ້ງ່າຍຂຶ້ນ. ແລ້ວໃນການເລືອກຕັ້ງຄັ້ງຕໍ່ໄປ, ຂ້ອຍອາດຈະຖືກເລືອກໃຫ້ເປັນຜູ້ນຳ. ດ້ວຍຄວາມຄິດນັ້ນ, ຂ້ອຍຈຶ່ງລະມັດລະວັງຫຼາຍເຖິງວິທີການທີ່ຂ້ອຍມີປະຕິສຳພັນກັບອ້າຍເອື້ອຍນ້ອງ. ຂ້ອຍພະຍາຍາມມີໄຫວພິບແທ້ໆ ແລະ ບໍ່ທຳຮ້າຍຄວາມຮູ້ສຶກຂອງຜູ້ໃດຜູ້ໜຶ່ງ ເພື່ອວ່າທຸກສິ່ງຈະໜ້າຮັບປະທານຫຼາຍຍິ່ງຂຶ້ນ.

ໃນຈຸດໜຶ່ງ, ຂ້ອຍສັງເກດເຫັນວ່າ ເອື້່ອຍເຊິງເລືອກວຽກທີ່ງ່າຍກວ່າ ແລະ ປະລະວຽກທີ່ຍາກ ແລະ ລາວກໍ່ພຽງແຕ່ຖອນຕົວເມື່ອໃດກໍຕາມທີ່ລາວຕ້ອງແປ່ງປັນຂ່າວປະເສີດກັບບາງຄົນທີ່ມີຫຼາຍແນວຄິດ ຫຼື ທັດສະນະຄະຕິທີ່ບໍ່ດີ. ຫຼັງຈາກນັ້ນ ລາວກໍ່ຈະບໍ່ປະກອບໂຕເອງດ້ວຍຄວາມຈິງທີ່ກ່ຽວຂ້ອງເພື່ອແກ້ໄຂແນວຄິດຂອງພວກເຂົາ. ຂ້ອຍເຫັນວ່າລາວບໍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ໜ້າທີ່ຂອງລາວ ແລະ ບໍ່ມີທາງທີ່ລາວຈະສາມາດເຮັດໜ້າທີ່ຂອງຕົນໃຫ້ດີໄດ້ຖ້າລາວສືບຕໍ່ເຮັດແບບນີ້. ຂ້ອຍກຳລັງຈະເວົ້າເຖິງມັນກັບລາວ ແລະ ແບ່ງປັນການສົນທະນາ, ແຕ່ໃນຂະນະທີ່ຂ້ອຍເກືອບຈະສົ່ງຂໍ້ຄວາມຫາລາວ, ມັນກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍວ່າ ເຖິງແມ່ນວ່າລາວຖອຍຫຼັງເມື່ອຜະເຊີນກັບຄວາມຍາກລຳບາກ, ໂດຍທົ່ວໄປແລ້ວ ລາວກໍ່ເຮັດບັນລຸສິ່ງຕ່າງໆໃນໜ້າທີ່ຂອງລາວ. ຖ້າຂ້ອຍເວົ້າເຖິງບັນຫາກັບລາວ, ລາວອາດເວົ້າວ່າ ຂ້ອຍຮຽກຮ້ອງຫຼາຍເກີນໄປ ແລະ ມັນອາດປ່ຽນລາວໃຫ້ຕໍ່ຕ້ານຂ້ອຍ. ແລ້ວຂ້ອຍຈະເຮັດແນວໃດຖ້າລາວບໍ່ເຫັນພ້ອມກັບວຽກງານທີ່ຂ້ອຍໄດ້ຈັດຕຽມໄວ້ໃນອະນາຄົດ? ຖ້າຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຕົນໄດ້ດີ, ຜູ້ນຳຈະບໍ່ເວົ້າວ່າຂ້ອຍບໍ່ມີຄວາມສາມາດສຳລັບວຽກບໍ? ດັ່ງນັ້ນ ເພື່ອບໍ່ເປັນການເຮັດຜິດໃຈລາວ, ຂ້ອຍບໍ່ໄດ້ເວົ້າຫຍັງກ່ຽວກັບບັນຫາຂອງລາວ, ແຕ່ພຽງແຕ່ສົ່ງຂໍ້ຄວາມທີ່ໃຫ້ກຳລັງໃຈຫາລາວ: “ບາງຄົນທີ່ພວກເຮົາແບ່ງປັນຂ່າວປະເສີດນຳນັ້ນມີຫຼາຍແນວຄິດ, ແຕ່ພວກເຂົາແມ່ນຜູ້ເຊື່ອທີ່ແທ້ຈິງ. ພວກເຮົາຕ້ອງມີຄວາມຮັກ ແລະ ຄວາມອົດທົນ, ອະທິຖານ ແລະ ເພິ່ງພຣະເຈົ້າຫຼາຍໃຫ້ຂຶ້ນ. ຍິ່ງພວກເຮົາຜະເຊີນກັບຄວາມຍາກລຳບາກຫຼາຍເທົ່າໃດ, ຄວາມເຊື່ອຂອງພວກເຮົາກໍ່ຍິ່ງສາມາດຖືກເຮັດໃຫ້ສົມບູນຫຼາຍຂຶ້ນເທົ່ານັ້ນ”. ລາວເຫັນດີທັນທີ ໂດຍບໍ່ມີຄວາມເຂົ້າໃຈໃດໆຕໍ່ບັນຫາຂອງລາວເລີຍ, ລາວສືບຕໍ່ຫັນໜີຈາກສິ່ງໃດກໍຕາມທີ່ຍາກ. ລາວບໍ່ໄດ້ປ່ຽນແປງເລີຍ. ແຕ່ຕອນນັ້ນ ຂ້ອຍບໍ່ຮູ້ເຖິງບັນຫາເລີຍ ແລະ ຂ້ອຍຄິດວ່າຂ້ອຍເຮັດໄດ້ດີຫຼາຍ. ທຸກຄັ້ງທີ່ຂ້ອຍຜະເຊີນບາງສິ່ງທີ່ຄ້າຍຄືກັນ, ຂ້ອຍກໍ່ຈັດການມັນແບບນັ້ນ. ຂ້ອຍບໍ່ເຄີຍຈັດການກັບຜູ້ຄົນ ຫຼື ເປີດໂປງຄວາມເສື່ອມຊາມ ຫຼື ຂໍ້ບົກຜ່ອງຂອງພວກເຂົາ, ດັ່ງນັ້ນ ອ້າຍເອື້ອຍນ້ອງທຸກຄົນຈຶ່ງມີຄວາມສຸກທີ່ໄດ້ເຮັດວຽກກັບຂ້ອຍ ແລະ ພວກເຂົາຈະມາຫາຂ້ອຍເພື່ອໂອ້ລົມກ່ຽວກັບສະພາວະຂອງພວກເຂົາ. ນັ້ນເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນໃນວິທີການຂອງຂ້ອຍ ແລະ ຂ້ອຍຄິດວ່າ ອ້າຍເອື້ອຍນ້ອງຄິດວ່າຂ້ອຍສູງສົ່ງ, ທຸກຄົນສະໜັບສະໜູນຂ້ອຍແທ້ໆ.

ແລ້ວຕໍ່ມາ ຂ້ອຍກໍສັງເກດເຫັນວ່າ ເອື້ອຍເຊຍ ຂ້ອນຂ້າງອວດດີ ແລະ ຖືວ່າຕົນເອງຊອບທຳ. ລາວເປັນຄົນຫົວແຂງ ແລະ ເຮັດວຽກກັບຄົນອື່ນບໍ່ໄດ້ດີ ແລະ ສິ່ງນີ້ສົ່ງຜົນກະທົບຕໍ່ວຽກງານຂ່າວປະເສີດຂອງພວກເຮົາ. ຂ້ອຍຄິດວ່າເອື້ອຍເຊຍຊ່າງອວດດີແທ້ ແລະ ຈະບໍ່ຍອມຮັບຄຳແນະນຳຂອງຄົນອື່ນ ເຊິ່ງມັນສົ່ງຜົນກະທົບຕໍ່ໜ້າທີ່ຂອງລາວ. ຂ້ອຍຄິດວ່າຂ້ອຍຄວນຍົກມັນຂຶ້ນມາເວົ້າກັບລາວ ເພື່ອໃຫ້ລາວສາມາດປ່ຽນແປງສິ່ງຕ່າງໆໄດ້. ແຕ່ແລ້ວຂ້ອຍກໍ່ສົງໄສວ່າ ຖ້າຂ້ອຍຊີ້ໃຫ້ເຫັນ ແລະ ລາວບໍ່ຍອມຮັບມັນ, ແຕ່ກັບເຮັດໜ້າບູດບຶ້ງ, ແລ້ວຂ້ອຍຈະເຮັດແນວໃດ? ຄັ້ງໜຶ່ງໃນທີ່ຊຸມນຸມ, ຂ້ອຍໄດ້ຍິນວ່າລາວໃຫ້ການປະເມີນທີ່ຂ້ອນຂ້າງເປັນບວກກ່ຽວກັບຂ້ອຍ, ດັ່ງນັ້ນ ຂ້ອຍຈຶ່ງກັງວົນວ່າ ຖ້າຂ້ອຍເຮັດຜິດໃຈລາວ, ມັນອາດທຳລາຍພາບລັກທີ່ດີທີ່ລາວມີຕໍ່ຂ້ອຍ. ຖ້າຄວາມປະທັບໃຈຂອງລາວກ່ຽວກັບຂ້ອຍປ່ຽນໄປ, ນັ້ນອາດສົ່ງຜົນຕໍ່ໂອກາດຂອງຂ້ອຍທີ່ຈະໄດ້ເປັນຜູ້ນຳ. ຫຼັງຈາກຄິດຢ່າລະອຽດຖີ່ຖ້ວນແລ້ວ, ຂ້ອຍກໍຈົບລົງດ້ວຍການບໍ່ກ່າວເຖິງຄວາມເສື່ອມຊາມ ແລະ ຄວາມບົກຜ່ອງຂອງເອື້ອຍເຊຍ. ກົງກັນຂ້າມ ຂ້ອຍເວົ້າວ່າ “ຂ້ອຍເຂົ້າໃຈການທີ່ບໍ່ໄດ້ຮັບຜົນຮັບທີ່ດີໃນໜ້າທີ່ຂອງເຈົ້າ ແລະ ກຳລັງປະສົບກັບຄວາມຫຍຸ້ງຍາກ, ແຕ່ເຈົ້າຕ້ອງທົບທວນຕົນເອງ ແລະ ຄິດເບິ່ງວ່າເປັນຫຍັງ. ພວກເຮົາຍັງຕ້ອງເຮັດວຽກໄດ້ດີກັບອ້າຍເອື້ອຍນ້ອງອີກດ້ວຍ”. ຂ້ອຍເບິ່ງຂ້າມບັນຫາຫຼັກໆ, ພຽງແຕ່ໃຫ້ຄຳແນະນຳ ແລະ ໃຫ້ກຳລັງໃຈສອງສາມຄຳ. ສອງສາມມື້ຕໍ່ມາ ຜູ້ນຳຄົນໜຶ່ງເຂົ້າມາລົມກັບຂ້ອຍກ່ຽວກັບວຽກຂອງພວກເຮົາ ແລະ ຂ້ອຍໄດ້ເວົ້າວ່າ ເອື້ອເຊຍອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ລາວເຮັດວຽກກັບຄົນອື່ນບໍ່ໄດ້ດີ. ແລ້ວເທື່ອຕໍ່ມາທີ່ເອື້ອຍເຊຍເຫັນຂ້ອຍ, ລາວເວົ້າວ່າ “ເມື່ອຜູ້ນຳຖາມເຈົ້າກ່ຽວກັບວຽກຂອງພວກເຮົາໃນສອງສາມມື້ກ່ອນ, ຂ້ອຍຍ່າງກາຍ ແລະ ບັງເອີນໄດ້ຍິນເຈົ້າເວົ້າວ່າ ຂ້ອຍອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ວ່າຂ້ອຍເຮັດວຽກກັບຄົນອື່ນບໍ່ໄດ້ດີ. ເຈົ້າຮູ້ດີວ່າຂ້ອຍມີບັນຫາຮ້າຍແຮງ, ແຕ່ເຈົ້າບໍ່ໄດ້ເວົ້າສິ່ງໃດກ່ຽວກັບເລື່ອງນີ້ກັບຂ້ອຍ. ເຈົ້າຫາກໍໄດ້ຮັບການຮັບຮອງ. ຂ້ອຍໄດ້ສັງເກດໃນທີ່່ຜ່ານມາແລ້ວວ່າ ເຈົ້າບໍ່ເຄີຍອາລົມເສຍ ຫຼື ຕຳນິຜູ້ຄົນ, ແຕ່ມັກຈະປອບໃຈພວກເຂົາແທນ. ຂ້ອຍຄິດວ່າເຈົ້າເປັນຄົນດີແທ້ໆ. ຕອນນີ້ ຂ້ອຍຮັບຮູ້ແລ້ວວ່າ ເຈົ້າເປັນຄົນ ‘ມີທັກສະ’ ແທ້ໆ, ໂດຍຮັບຮູ້ວ່າເຈົ້າມີກົນລະຍຸດຂອງເຈົ້າ. ເວົ້າຢ່າງກົງໄປກົງມາກໍ່ຄື ເຈົ້າເປັນຄົນໜ້າຊື່ໃຈຄົດ”. ເມື່ອຖືກລາວເວົ້າໃຫ້ໂດຍກົງ, ໃນເວລານີ້ຂ້ອຍສາມາດຮູ້ສຶກໄດ້ວ່າໃບໜ້າຂອງຂ້ອຍແດງ. ຄຳວ່າ “ໜ້າຊື່ໃຈຄົດ” ແລະ “ກົນລະຍຸດ” ຖືກເຜົາໄໝ້ໃນສະໝອງຂອງຂ້ອຍ. ຂ້ອຍໂສກເສົ້າຫຼາຍ ແລະ ມາອະທິຖານຢູ່ຕໍ່ໜ້າພຣະເຈົ້າ, ຂໍໃຫ້ພຣະອົງຊີ້ນຳຂ້ອຍໃຫ້ເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຂ້ອຍເອງ.

ຂ້ອຍອ່ານຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າໃນການເຝົ້າດ່ຽວຂອງຂ້ອຍໃນມື້ຕໍ່ມາ. “ການຫຼອກລວງແມ່ນເຫັນໄດ້ຊັດເຈນທາງພາຍນອກ. ເມື່ອມີຄົນເວົ້າວ່າເຈົ້າເລ່ ແລະ ມີໄຫວພິບດ້ວຍຄຳເວົ້າ, ນັ້ນແມ່ນການຫຼອກລວງ. ແລ້ວລັກສະນະຕົ້ນຕໍຂອງຄວາມຊົ່ວຮ້າຍແມ່ນຫຍັງ? ຄວາມຊົ່ວຮ້າຍແມ່ນເມື່ອສິ່ງທີ່ຜູ້ຄົນເວົ້າຟັງສະບາຍຫູເປັນພິເສດ, ເມື່ອທຸກສິ່ງເບິ່ງຄືວ່າຖືກຕ້ອງ ແລະ ໄຮ້ຕຳນິ ແລະ ດີ ບໍ່ວ່າເຈົ້າແນມເບິ່ງມັນໃນລັກສະນະໃດກໍ່ຕາມ, ແຕ່ການກະທຳຂອງພວກເຂົາຊົ່ວຮ້າຍເປັນພິເສດ ແລະ ລີ້ລັບຫຼາຍ ແລະ ບໍ່ສາມາດແຍກແຍະໄດ້ຢ່າງງ່າຍດາຍ. ພວກເຂົາມັກໃຊ້ບາງຄຳເວົ້າທີ່ຖືກຕ້ອງ ແລະ ວະລີທີ່ຟັງເບິ່ງຄືວ່າດີ ແລະ ໃຊ້ບາງຫຼັກຄຳສອນ, ການໂຕ້ຖຽງ ແລະ ເຕັກນິກທີ່ສອດຄ່ອງກັບຄວາມຮູ້ສຶກຂອງຜູ້ຄົນເພື່ອລວງຕາຂອງພວກເຂົາ; ພວກເຂົາທຳທ່າວ່າໄປທາງໜຶ່ງ ແຕ່ຄວາມຈິງແລ້ວ ໄປອີກທາງໜຶ່ງ, ໃຊ້ການກະທຳທີ່ເບິ່ງຄືວ່າດີ ແລະ ຖືກຕ້ອງ, ສອດຄ່ອງກັບຄວາມຮູ້ສຶກຂອງຜູ້ຄົນ ແລະ ມີຫຼັກການເພື່ອບັນລຸເປົ້າໝາຍລັບຂອງພວກເຂົາ. ນີ້ແມ່ນຄວາມຊົ່ວຮ້າຍ. ໂດຍປົກກະຕິແລ້ວ ຜູ້ຄົນເຊື່ອວ່າເລື່ອງນີ້ເປັນການຫຼອກລວງ. ພວກເຂົາມີຄວາມຮູ້ໜ້ອຍກ່ຽວກັບຄວາມຊົ່ວຮ້າຍ ແລະ ແຍກແຍະມັນໄດ້ໜ້ອຍເຊັ່ນກັນ; ໃນຄວາມຈິງແລ້ວ ຄວາມຊົ່ວຮ້າຍລະບຸໄດ້ຍາກກວ່າການຫຼອກລວງ ເພາະມັນຖືກປິດບັງຫຼາຍກວ່າ ແລະ ວິທີການ ແລະ ເຕັກນິກທີ່ກ່ຽວຂ້ອງແມ່ນມີຄວາມຊັບຊ້ອນກວ່າ. ເມື່ອຜູ້ຄົນມີອຸປະນິໄສທີ່ຫຼອກລວງຢູ່ພາຍໃນຕົວພວກເຂົາ, ໂດຍປົກກະຕິແລ້ວ ມັນໃຊ້ເວລາພຽງສອງ ຫຼື ສາມມື້ກ່ອນທີ່ເຈົ້າສາມາດເຫັນໄດ້ວ່າພວກເຂົາເປັນຄົນຫຼອກລວງ ຫຼື ການກະທຳຂອງພວກເຂົາ ແລະ ປະເພດຂອງສິ່ງຕ່າງໆທີ່ພວກເຂົາເວົ້າບົ່ງບອກເຖິງອຸປະນິໄສທີ່ຫຼອກລວງ. ແຕ່ເມື່ອບາງຄົນຖືກເວົ້າວ່າເປັນຄົນຊົ່ວ, ນີ້ບໍ່ແມ່ນບາງສິ່ງທີ່ສາມາດຖືກແຍກແຍະໄດ້ພາຍໃນໜຶ່ງ ຫຼື ສອງມື້. ເພາະຖ້າບໍ່ມີຫຍັງທີ່ສຳຄັນ ຫຼື ສະເພາະເກີດຂຶ້ນໃນໄລຍະສັ້ນ, ເມື່ອຟັງພຽງຄຳເວົ້າຂອງພວກເຂົາພຽງຢ່າງດຽວ ເຈົ້າອາດຈະຄິດວ່າ ພວກເຂົາເປັນຄົນດີ, ພວກເຂົາສາມາດຍອມສະລະສິ່ງຕ່າງໆ ແລະ ເສຍສະລະຕົນເອງ, ພວກເຂົາເຂົ້າໃຈສິ່ງຕ່າງໆຝ່າຍວິນຍານ ແລະ ທຸກສິ່ງທີ່ພວກເຂົາເວົ້າລ້ວນຖືກຕ້ອງ ແລະ ເຈົ້າຈະມີຊ່ວງເວລາທີ່ຍາກລຳບາກໃນການບອກພວກເຂົາເຖິງສິ່ງທີ່ພວກເຂົາເປັນແທ້ໆ. ມີຫຼາຍຄົນທີ່ເວົ້າສິ່ງທີ່ຖືກຕ້ອງ, ເຮັດສິ່ງທີ່ຖືກຕ້ອງ ແລະ ສາມາດເຜີຍແຜ່ຫຼັກຄຳສອນຊໍ້າແລ້ວຊໍ້າອີກ. ຫຼັງຈາກຢູ່ກັບຄົນເຊັ່ນນັ້ນສອງ ຫຼື ສາມມື້, ເຈົ້າຄິດວ່າພວກເຂົາແມ່ນຄົນທີ່ເຂົ້າໃຈສິ່ງຕ່າງໆຝ່າຍວິນຍານ, ຜູ້ທີ່ມີຫົວໃຈທີ່ຮັກພຣະເຈົ້າ, ຜູ້ທີ່ກະທຳດ້ວຍຈິດສຳນຶກ ແລະ ສາມັນສຳນຶກ. ແຕ່ຫຼັງຈາກນັ້ນ ເຈົ້າກໍ່ເລີ່ມມອບໝາຍໜ້າວຽກໃຫ້ພວກເຂົາ ແລະ ບໍ່ດົນເຈົ້າກໍ່ຮັບຮູ້ວ່າພວກເຂົາບໍ່ແມ່ນຄົນສັດຊື່, ພວກເຂົາຮ້າຍກາດຍິ່ງກວ່າຄົນຫຼອກລວງອີກ, ພວກເຂົາແມ່ນບາງສິ່ງທີ່ຊົ່ວຮ້າຍ. ພວກເຂົາມັກເລືອກຄຳເວົ້າທີ່ຖືກຕ້ອງ, ຄຳເວົ້າທີ່ເຂົ້າກັບຄວາມຈິງ, ທີ່ສອດຄ່ອງກັບຄວາມຮູ້ສຶກຂອງຜູ້ຄົນ ແລະ ສອດຄ່ອງກັບຄວາມເປັນມະນຸດ, ຄຳເວົ້າທີ່ເປັນຕາຟັງ ແລະ ຫຼອກໃຊ້ຄຳເວົ້າເພື່ອສົນທະນາກັບຜູ້ຄົນ, ໃນດ້ານໜຶ່ງ ແມ່ນເພື່ອສ້າງພວກເຂົາເອງ ແລະ ໃນອີກດ້ານໜຶ່ງ ແມ່ນເພື່ອຫຼອກລວງຄົນອື່ນ ເພື່ອໃຫ້ພວກເຂົາສາມາດມີສະຖານະ ແລະ ກຽດສັກສີທ່າມກາງຜູ້ຄົນ ເຊິ່ງທັງໝົດນັ້ນສາມາດເຮັດໃຫ້ຄົນທີ່ບໍ່ຮູ້, ຄົນທີ່ມີຄວາມເຂົ້າໃຈຕື້ນໆກ່ຽວກັບຄວາມຈິງ, ຜູ້ທີ່ບໍ່ເຂົ້າໃຈສິ່ງຕ່າງໆຝ່າຍວິນຍານ ແລະ ຜູ້ຂາດຮາກຖານໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຫຼົງໄຫຼໄດ້ຢ່າງງ່າຍດາຍ. ນີ້ແມ່ນສິ່ງທີ່ຜູ້ຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍເຮັດ” (ຄັດຈາກບົດ “ພວກເຂົາເຮັດໃຫ້ສັບສົນ, ຊັກຊວນໃຫ້ເຂົ້າຮ່ວມ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ໂດຍຖືເອົາພຶດຕິກຳຂອງຂ້ອຍທີ່ຂັດກັບພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ໄດ້ວ່າອຸປະນິໄສທີ່ຊົ່ວຮ້າຍຂອງຂ້ອຍກຳລັງຂັບເຄື່ອນການກະທຳຂອງຂ້ອຍຢູ່. ເມື່ອຂ້ອຍເຫັນບັນຫາໃນໜ້າທີ່ຂອງອ້າຍເອື້ອຍນ້ອງທີ່ກະທົບຕໍ່ວຽກງານຂອງພວກເຂົາ, ຂ້ອຍຈະບໍ່ເປີດໂປງພວກເຂົາ ຫຼື ຍົກບັນຫາຂອງພວກເຂົາຂຶ້ນມາເວົ້າ ເພື່ອໃຫ້ພວກເຂົາທຸກຄົນເວົ້າວ່າ ຂ້ອຍເປັນຄົນດີ ແລະ ເວົ້າດີກັບຂ້ອຍ. ຂ້ອຍເຫັນໄດ້ຢ່າງຊັດເຈນວ່າເອື້ອຍເຈງບໍ່ໄດ້ມີທັດສະນະທີ່ຖືກຕ້ອງຕໍ່ໜ້າທີ່ຂອງຕົນ, ລາວເຮັດພຽງສິ່ງທີ່ງ່າຍ ແລະ ປະລະສິ່ງທີ່ຍາກ. ຂ້ອຍຍັງເຫັນວ່າເອື້ອຍເຊຍກໍອວດດີ ແລະ ຖືວ່າຕົນເອງຊອບທຳເຊັ່ນກັນ ແລະ ມັນສົ່ງຜົນກະທົບຕໍ່ວຽກຂ່າວປະເສີດຂອງຄຣິດຕະຈັກ. ຂ້ອຍຄວນເວົ້າເຖິງສິ່ງເຫຼົ່ານີ້ກັບພວກເຂົາ ແລະ ແບ່ງປັນການສົນທະນາເພື່ອຊ່ວຍພວກເຂົາ. ແຕ່ຂ້ອຍກັງວົນກ່ຽວກັບສິ່ງທີ່ພວກເຂົາຈະຄິດກັບຂ້ອຍ, ກັງວົນວ່າພວກເຂົາຈະບໍ່ສະໜັບສະໜູນຂ້ອຍໃນວຽກງານຂອງຂ້ອຍ ແລະ ແລ້ວຜູ້ນຳກໍ່ຈະຄິດບໍ່ດີກັບຂ້ອຍຖ້າຜົນງານຂອງຂ້ອຍຖືກທົນທຸກ. ດັ່ງນັ້ນຂ້ອຍຈຶ່ງເວົ້າແຕ່ສິ່ງທີ່ເປັນຕາຟັງ ແລະ ບໍ່ກົງກັບຄວາມຄິດເພື່ອໃຫ້ກຳລັງໃຈພວກເຂົາ. ດ້ວຍວິທີນີ້ ຂ້ອຍສາມາດຮັກສາຄວາມສຳພັນຂອງຂ້ອຍກັບພວກເຂົາ ແລະ ຮັກສາພາບລັກຂອງຂ້ອຍໄວ້ໄດ້ ແລະ ພວກເຂົາຈະມັກວຽກງານຂອງຂ້ອຍຕໍ່ໄປ ນັ້ນຄືການຍິງປືນນັດດຽວໄດ້ນົກສອງໂຕ. ຂ້ອຍເປັນຄົນເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍ ແລະ ຂ້ອຍໄດ້ດຶງຜ້າຂົນສັດມາປິດຕາຄົນໄວ້. ຂ້ອຍໄດ້ຫຼອກລວງພວກເຂົາ, ເຮັດໃຫ້ພວກເຂົາຄິດວ່າຂ້ອຍເອົາໃຈໃສ່ ແລະ ເຂົ້າໃຈແທ້ໆ, ພວກເຂົາແນມມາຫາຂ້ອຍ ແລະ ເທີດທູນຂ້ອຍແທ້ໆ. ແລ້ວຕອນນັ້ນເອງທີ່ຂ້ອຍເຫັນວ່າຂ້ອຍມີອຸປະນິໄສທີ່ເຈົ້າເລ່ ແລະ ຊົ່ວຮ້າຍ. ຖ້າບໍ່ແມ່ນຍ້ອນເອື້ອຍເຊຍທີ່ເອີ້ນຂ້ອຍອອກມາ ແລະ ຍ້ອນການເປີດເຜີຍແຫ່ງພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ຄົງຍັງຈະບໍ່ມີຄວາມເຂົ້າໃຈໃດໆກ່ຽວກັບອຸປະນິໄສທີ່ຊົ່ວຮ້າຍຂອງຂ້ອຍ ຫຼື ມີຄວາມຄິດວ່າມັນຮ້າຍແຮງສ່ຳໃດ. ຂ້ອຍເຫັນວ່າການກະທຳຂອງຂ້ອຍນັ້ນຊົ່ວຮ້າຍ ແລະ ໜ້າກຽດຊັງພຽງໃດ, ມັນເປັນທີ່ໜ້າລັງກຽດສຳລັບພຣະເຈົ້າ ແລະ ໜ້າສະອິດສະອຽນສຳລັບຄົນອື່ນ!

ຫຼັງຈາກນັ້ນ ຂ້ອຍກໍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ. “ເມື່ອເຫັນບັນດາອ້າຍເອື້ອຍນ້ອງຂອງພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ລະມັດລະວັງ ແລະ ບໍ່ມີປະສິດທິພາບ, ຜູ້ນຳຄຣິດຕະຈັກບາງຄົນບໍ່ໄດ້ຕຳນິພວກເຂົາ ເຖິງແມ່ນວ່າພວກເຂົາຄວນເຮັດ. ເມື່ອພວກເຂົາເຫັນບາງສິ່ງບາງຢ່າງທີ່ເປັນອັນຕະລາຍຕໍ່ຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຈະແຈ້ງ, ພວກເຂົາເຮັດທໍາທ່າບໍ່ເຫັນ ແລະ ບໍ່ໄດ້ສອບຖາມຫຍັງ ເພື່ອບໍ່ເຮັດໃຫ້ຄົນອື່ນຂູ່ນເຄື່ອງໃຈເປັນຢ່າງໜ້ອຍ. ຈຸດປະສົງ ແລະ ເປົ້າໝາຍທີ່ແທ້ຈິງຂອງພວກເຂົາບໍ່ແມ່ນເພື່ອສະແດງຄວາມເຫັນໃຈຕໍ່ກັບຈຸດອ່ອນຕ່າງໆຂອງຄົນອື່ນ. ພວກເຂົາຮູ້ເປັນຢ່າງດີວ່າພວກເຂົາຕັ້ງໃຈເຮັດຫຍັງ: ‘ຖ້າຂ້ອຍສືບເຮັດສິ່ງນີ້ ແລະ ບໍ່ເຮັດໃຫ້ຜູ້ໃດຂຸ່ນເຄືອງໃຈ, ພວກເຂົາຈະຄິດວ່າຂ້ອຍເປັນຜູ້ນໍາທີ່ດີ. ພວກເຂົາຈະມີຄວາມຄິດເຫັນທີ່ດີ, ສູງສົ່ງກ່ຽວກັບຂ້ອຍ. ພວກເຂົາຈະຍອມຮັບຂ້ອຍ ແລະ ມັກຂ້ອຍ’. ບໍ່ວ່າຄວາມເສຍຫາຍຕໍ່ຜົນປະໂຫຍດຕ່າງໆຂອງເຮືອນຂອງພຣະເຈົ້າຈະເກີດຂຶ້ນຫຼາຍປານໃດກໍຕາມ ແລະ ບໍ່ວ່າຜູ້ທີ່ຖືກເລືອກຂອງພຣະເຈົ້າຈະຖືກຂັດຂວາງຫຼາຍປານໃດກໍຕາມໃນການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ຊີວິດຄຣິດຕະຈັກຂອງພວກເຂົາຈະຖືກລົບກວນຫຼາຍປານໃດກໍຕາມ, ຜູ້ຄົນດັ່ງກ່າວແມ່ນຍຶດໝັ້ນຢູ່ໃນປັດຊະຍາຂອງຊາຕານຂອງພວກເຂົາ ແລະ ບໍ່ເຮັດໃຫ້ຜູ້ໃດຂຸ່ນເຄືອງໃຈ. ບໍ່ເຄີຍມີຄວາມຮູ້ສຶກເຖິງການຕຳນິຕົນເອງຢູ່ໃນໃຈຂອງພວກເຂົາເລີຍ; ຫຼາຍທີ່ສຸດ, ພວກເຂົາອາດຈະກ່າວເຖິງບາງບັນຫາແບບຜ່ານໆແບບສະບາຍໆ ແລະ ຈາກນັ້ນກໍຖືວ່າສິ້ນສຸດກັບມັນ. ພວກເຂົາບໍ່ສົນທະນາຄວາມຈິງ ແລະ ພວກເຂົາຍັງບໍ່ຊີ້ໃຫ້ເຫັນແກ່ນແທ້ຂອງບັນຫາຕ່າງໆຂອງຄົນອື່ນ ແລະ ຍິ່ງໜ້ອຍທີ່ພວກເຂົາຈະແຍກສະພາວະຂອງຜູ້ຄົນ. ພວກເຂົາບໍ່ນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ພວກເຂົາບໍ່ເຄີຍເຜີຍແຜ່ວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ຫຼື ຄວາມຜິດຕ່າງໆທີ່ຄົນມັກຈະກະທໍາ ຫຼື ປະເພດຕ່າງໆຂອງຄວາມເສື່ອມຊາມທີ່ຜູ້ຄົນເປີດເຜີຍ. ພວກເຂົາບໍ່ແກ້ໄຂບັນຫາຕົວຈິງຕ່າງໆເຊັ່ນບັນຫາເຫຼົ່ານີ້; ກົງກັນຂ້າມ, ພວກເຂົາເຄີຍເບິ່ງຜ່ານຄວາມອ່ອນແອຕ່າງໆ ແລະ ການຄິດລົບຂອງຄົນອື່ນ ແລະ ຍັງມີຄວາມບໍ່ໃສ່ໃຈ ແລະ ຄວາມບໍ່ມີປະສິດທິພາບຂອງພວກເຂົາ. ພວກເຂົາປ່ອຍການກະທຳ ແລະ ພຶດຕິກຳເຫຼົ່ານີ້ຂອງຜູ້ຄົນໄປຢ່າງຕໍ່ເນື່ອງໂດຍບໍ່ຖືກເອີ້ນວ່າເປັນໃນສິ່ງທີ່ພວກເຂົາເປັນ ແລະ ເນື່ອງຈາກພວກເຂົາເຮັດແນວນັ້ນແທ້ໆ, ຄົນສ່ວນຫຼາຍຈຶ່ງຄິດວ່າ: ‘ຜູ້ນຳຂອງພວກເຮົາເປັນຄືກັບແມ່ສຳລັບພວກເຮົາ. ລາວຍິ່ງມີຄວາມເຂົ້າໃຈກ່ຽວກັບຈຸດອ່ອນຕ່າງໆຂອງພວກເຮົາຫຼາຍກວ່າທີ່ພຣະເຈົ້າເຂົ້າໃຈ. ວູດທິພາວະຂອງພວກເຮົາອາດຈະນ້ອຍເກີນໄປທີ່ຈະດໍາລົງຊີວິດຕາມຄວາມຕ້ອງການຂອງພຣະເຈົ້າ, ແຕ່ມັນພຽງພໍທີ່ພວກເຮົາຈະສາມາດດໍາລົງຊີວິດຕາມຄວາມຕ້ອງການຂອງຜູ້ນໍາຂອງພວກເຮົາ. ລາວເປັນຜູ້ນໍາທີ່ດີສໍາລັບພວກເຮົາ. ຖ້າມື້ໃດມື້ໜຶ່ງມາເຖິງເມື່ອເບື້ອງເທິງປ່ຽນຜູ້ນຳຂອງພວກເຮົາ, ຈາກນັ້ນພວກເຮົາຄວນເວົ້າອອກ ແລະ ສະແດງຄວາມຄິດເຫັນ ແລະ ຄວາມປາຖະໜາຕ່າງໆຂອງພວກເຮົາ. ພວກເຮົາຄວນພະຍາຍາມເຈລະຈາກັບເບື້ອງເທິງ’. ຖ້າຜູ້ຄົນມີຄວາມຄິດດັ່ງກ່າວ, ຖ້າພວກເຂົາມີຄວາມສໍາພັນປະເພດນີ້ກັບຜູ້ນໍາຂອງພວກເຂົາ ແລະ ມີຄວາມຮູ້ສຶກດັ່ງກ່າວຂອງພວກເຂົາ ແລະ ໄດ້ມີຄວາມຮູ້ສຶກເພິ່ງພາອາໄສ, ຍົກຍ້ອງ, ເຄົາລົບ ແລະ ບູຊາຕໍ່ຜູ້ນໍາຂອງພວກເຂົາໃນໃຈຂອງພວກເຂົາ, ແລ້ວຜູ້ນໍາຄວນຈະຮູ້ສຶກແນວໃດ? ໃນເລື່ອງນີ້, ຖ້າພວກເຂົາຮູ້ສຶກຕໍານິຕົນເອງໜ້ອຍໜຶ່ງ, ບໍ່ສະບາຍໃຈໜ້ອຍໜຶ່ງ ແລະ ຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ, ພວກເຂົາກໍບໍ່ຄວນຍຶດຢູ່ກັບສະຖານະພາບຂອງພວກເຂົາ ຫຼື ຮູບພາບໃນໃຈຂອງຄົນອື່ນ. ພວກເຂົາຄວນເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຍົກຍໍສັນລະເສີນພຣະອົງ ເພື່ອວ່າພຣະອົງຈະມີບ່ອນຢູ່ໃນໃຈຂອງຜູ້ຄົນ ແລະ ເພື່ອວ່າຜູ້ຄົນຈະເຊີດຊູພຣະເຈົ້າວ່າຍິ່ງໃຫຍ່. ດ້ວຍວິທີນີ້ເທົ່ານັ້ນ ຫົວໃຈຂອງພວກເຂົາຈະມີຄວາມສະຫງົບສຸກທີ່ແທ້ຈິງ ແລະ ຜູ້ທີ່ເຮັດແນວນັ້ນຈະແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ແນວໃດກໍຕາມ, ສິ່ງນີ້ບໍ່ແມ່ນເປົ້າໝາຍທີ່ຢູ່ເບື້ອງຫຼັງການກະທໍາຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິດ ກົງກັນຂ້າມ ພວກເຂົາໃຊ້ວິທີການ ແລະ ເຕັກນິກເຫຼົ່ານີ້ເພື່ອຊັກຈູງຜູ້ຄົນໃຫ້ຫຼົງທາງຈາກທາງທີ່ແທ້ຈິງ ແລະ ທໍລະຍົດຄວາມຈິງ ເຖິງຂັ້ນກັບລະເລີຍໂດຍບໍ່ປ່ຽນແປງຕໍ່ການປະຕິບັດໜ້າທີ່ຂອງຜູ້ຄົນ ທີ່ບໍ່ມີຄວາມລະມັດລະວັງ, ເຮັດພໍເປັນພິທີ ແລະ ທີ່ບໍ່ມີຄວາມຮັບຜິດຊອບ ໂດຍມີເປົ້າໝາຍເພື່ອຄອບຄອງບາງບ່ອນໃນຫົວໃຈຂອງຜູ້ຄົນ ແລະ ການຊະນະເຈດຕະນາດີຂອງພວກເຂົາ. ສິ່ງນີ້ບໍ່ແມ່ນຄວາມພະຍາຍາມທີ່ຈະເອົາຊະນະຜູ້ຄົນບໍ? ສິ່ງນີ້ບໍ່ແມ່ນສິ່ງຊົ່ວຮ້າຍ ແລະ ໜ້າລັງກຽດບໍ? ມັນເປັນຕາລັງກຽດ!” (ຄັດຈາກບົດ “ພວກເຂົາພະຍາຍາມເອົາຊະນະຜູ້ຄົນ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ເມື່ອເຫັນສິ່ງທີ່ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍ, ຂ້ອຍຮັບຮູ້ວ່າ ການເຮັດຕາມອຸປະນິໄສທີ່ຊົ່ວຮ້າຍຂອງຂ້ອຍແມ່ນການຫຼອກລວງຜູ້ຄົນ ແລະ ການເອົາຊະນະພວກເຂົາໂດຍການພະຍາຍາມທີ່ຈະເປັນເຈົ້າຂອງພວກເຂົາ, ເພື່ອຄວບຄຸມພວກເຂົາ. ມັນກົງກັນຂ້າມກັບພຣະເຈົ້າ ແລະ ແມ່ນວິທີທີ່ຜູ້ຕໍ່ຕ້ານພຣະຄຣິດປະພຶດແທ້ໆ! ຂ້ອຍອົດບໍ່ໄດ້ທີ່ຈະຮູ້ສຶກຢ້ານໂດຍຄວາມຄິດນີ້. ເພື່ອປົກປ້ອງຕຳແໜ່ງທີ່ຂ້ອຍຖືຢູ່ໃນໃຈຂອງຄົນອື່ນ ແລະ ໂອກາດຂອງຂ້ອຍທີ່ຈະໄດ້ຖືກເລືອກເປັນຜູ້ນຳ, ເມື່ອຂ້ອຍເຫັນບັນຫາໃນໜ້າທີ່ຂອງອ້າຍເອື້ອຍນ້ອງ, ຂ້ອຍບໍ່ເຄີຍຊີ້ໃຫ້ເຫັນບັນຫາເຫຼົ່ານັ້ນໂດຍກົງ ຫຼື ສົນທະນາເຖິງຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ກົງກັນຂ້າມ, ຂ້ອຍເວົ້າສິ່ງທີ່ຟັງມ່ວນຫູ ເພື່ອໃຫ້ຄົນອື່ນມັກຂ້ອຍ ແລະ ເຫັນວ່າຂ້ອຍເປັນຄົນທີ່ມີນ້ຳໃຈ ແລະ ຮັກແພງ. ໂດຍບໍ່ຮູ້ໂຕ, ຂ້ອຍກຳລັງຮວບຮວມຜູ້ຕິດຕາມ ແລະ ມັນຈົບລົງດ້ວຍການທີ່ຜູ້ຄົນທີ່ຂ້ອຍຫຼອກລວງ ບໍ່ພຽງແຕ່ບໍ່ສາມາດເຫັນບັນຫາຂອງພວກເຂົາ ແລະ ແກ້ໄຂພວກມັນເສຍ, ແຕ່ການເຂົ້າສູ່ຊີວິດຂອງພວກເຂົາໄດ້ຮັບຄວາມເສຍຫາຍ, ພວກເຂົາເຖິງກັບແຫງນໜ້າເບິ່ງຂ້ອຍ ແລະ ເທີດທູນຂ້ອຍ. ຂ້ອຍຊ່າງຊົ່ວຮ້າຍ ແລະ ໜ້າລັງກຽດແທ້! ຂ້ອຍຂາດຄວາມເຄົາລົບຕໍ່ຊີວິດຂອງອ້າຍເອື້ອຍນ້ອງໂດຍສິ້ນເຊີງ ແລະ ຕາມໃຈພວກເຂົາ ໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ມີຜົນກະທົບດ້ານລົບຕໍ່ວຽກງານຂອງພວກເຮົາ. ຂ້ອຍກຳລັງເຮັດໜ້າທີ່ເປັນລູກນ້ອງຂອງຊາຕານຢ່າງເຕັມທີ່, ກຳລັງຂັດຂວາງ ແລະ ທຳລາຍພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າ. ໃນການຮັບຮູ້ນີ້, ຂ້ອຍເລີ່ມກຽດຊັງຄວາມເສື່ອມຊາມຂອງຂ້ອຍຈາກກົ້ນບຶ້ງຂອງຫົວໃຈຂ້ອຍ. ຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ກັບໃຈ. ຂ້ອຍເວົ້າວ່າ “ໂອ ພຣະເຈົ້າ, ພຣະທຳຂອງພຣະອົງໄດ້ເຮັດໃຫ້ຂ້ານ້ອຍເຫັນວ່າອຸປະນິໄສທີ່ຊົ່ວຮ້າຍຂອງຂ້ານ້ອຍຮ້າຍແຮງສ່ຳໃດ ແລະ ເຫັນວ່າຂ້ານ້ອຍກຳລັງຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຂ້ານ້ອຍຕ້ອງການກັບໃຈ ແລະ ປະຖິ້ມແຮງຮູງໃຈສ່ວນຕົວຂອງຂ້ານ້ອຍ ແລະ ຢຸດການກະທຳໂດຍອຸປະນິໄສທີ່ຊົ່ວຮ້າຍຂອງຂ້ານ້ອຍ”.

ຂ້ອຍຄິດເຖິງພຣະທຳເຫຼົ່ານີ້ຈາກພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ອຍ: “‘ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ’... ເຈົ້າໄດ້ເຫັນອຸປະນິໄສອັນໃດແດ່ຂອງພຣະເຈົ້າໃນພຣະທໍາຫຍໍ້ໆເຫຼົ່ານີ້ທີ່ພຣະອົງໄດ້ກ່າວບໍ່? ພຣະທໍາເຫຼົ່ານີ້ຂອງພຣະເຈົ້າແມ່ນແທ້ບໍ? ມີການຫຼອກລວງໃດໆບໍ? ມີຄວາມບໍ່ເປັນຈິງບໍ? ມີການຄຸກຄາມໃດໆບໍ? (ບໍ່). ພຣະເຈົ້າບອກມະນຸດຢ່າງກົງໄປກົງມາ, ຢ່າງທ່ຽງທຳ ແລະ ຢ່າງຈິງໃຈກ່ຽວກັບສິ່ງທີ່ເຂົາສາມາດກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້. ພຣະເຈົ້າກ່າວຢ່າງຊັດເຈນ ແລະ ຢ່າງເປີດເຜີຍ. ແລ້ວມີຄວາມໝາຍເລິກລັບໃນພຣະທໍາເຫຼົ່ານີ້ບໍ່? ພຣະທໍາເຫຼົ່ານີ້ກົງໄປກົງມາບໍ? ຈຳເປັນຕ້ອງຄາດເດົາບໍ? (ບໍ່). ບໍ່ຈຳເປັນຕ້ອງທວາຍ. ຄວາມໝາຍຂອງມັນຊັດເຈນ. ຫຼັງຈາກໄດ້ອ່ານພຣະທໍາເຫຼົ່ານີ້ ຜູ້ຄົນຮູ້ສຶກເຂົ້າໃຈກ່ຽວກັບຄວາມໝາຍຂອງມັນ. ນັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການກ່າວ ແລະ ສິ່ງທີ່ພຣະອົງຕ້ອງການສະແດງອອກມາຈາກໃຈຂອງພຣະອົງ. ສິ່ງທີ່ພຣະເຈົ້າສະແດງອອກນັ້ນບໍລິສຸດ, ກົງໄປກົງມາ ແລະ ຊັດເຈນ. ບໍ່ມີແຮງຈູງໃຈທີ່ແອບແຝງ ຫຼື ຄວາມໝາຍທີ່ລີ້ລັບ. ພຣະອົງກ່າວກັບມະນຸດໂດຍກົງ, ບອກເຂົາສິ່ງທີ່ເຂົາສາມາກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IV” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍອ່ານຂໍ້ຄວາມນີ້ ແລະ ຮູ້ສຶກໄດ້ເຖິງວິທີທີ່ພຣະເຈົ້າຢູ່ກັບພວກເຮົາແທ້ໆ. ເມື່ອພຣະເຈົ້າສັ່ງອາດາມ, ພຣະອົງຊັດເຈນຫຼາຍເຖິງສິ່ງທີ່ສາມາດ ແລະ ບໍ່ສາມາດກິນໄດ້ ເພື່ອໃຫ້ມະນຸດຮູ້ໄດ້ຢ່າງຊັດເຈນເຖິງສິ່ງທີ່ຕ້ອງເຮັດ. ບໍ່ມີຫຍັງສັບສົນ ຫຼື ເຮັດໃຫ້ເຂົ້າໃຈຜິດໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີເລ່ຫຼ່ຽມ ຫຼື ການຫຼອກລວງໃດໆ. ພຣະເຈົ້າພຽງຕ້ອງການສິ່ງທີ່ດີທີ່ສຸດໃຫ້ມະນຸດ. ພຣະອົງຄິດເຖິງພວກເຮົາຢ່າງແທ້ຈິງ. ພຣະອົງກ່າວຢ່າງຈິງໃຈແທ້ໆກັບມະນຸດ. ຂ້ອຍເຫັນວ່າແກ່ນແທ້ຂອງພຣະເຈົ້ານັ້ນຈິງໃຈ, ບໍລິສຸດ, ມີເມດຕາ ແລະ ໜ້າຮັກ. ພຣະອົງສົມຄວນໄດ້ຮັບຄວາມໄວ້ວາງໄຈ ແລະ ການຊື່ມຊົມຂອງພວກເຮົາແທ້ໆ. ແຕ່ສ່ວນຂ້ອຍ, ຂ້ອຍບໍ່ໄດ້ຈິງໃຈກັບອ້າຍເອື້ອຍນ້ອງເລີຍ. ທຸກສິ່ງທີ່ຂ້ອຍເວົ້າ ແລະ ກະທຳນັ້ນເຈືອປົນດ້ວຍແຮງຈູງໃຈສ່ວນຕົວຂອງຂ້ອຍ. ຂ້ອຍເຕັມໄປດ້ວຍຄຳຂີ້ຕົວະ ແລະ ການຫຼອກລວງ. ຂ້ອຍພຽງຫຼອກລວງ ແລະ ໃຊ້ຜູ້ຄົນ ແລະ ໃນທີ່ສຸດກໍ່ທຳຮ້າຍອ້າຍເອື້ອຍນ້ອງ. ຂ້ອຍຊ່າງຊົ່ວຮ້າຍຫຼາຍແທ້! ຂ້ອຍຮູ້ສຶກຜິດຢ່າງບໍ່ໜ້າເຊື່ອ ແລະ ເຕັມໄປດ້ວຍຄວາມເສຍໃຈກັບຄວາມຄິດນີ້. ​ຫຼັງຈາກນັ້ນ, ຂ້ອຍກໍ່ໄປຊອກຫາເອື້ອຍເຊຍ ແລະ ເອື້້ອຍເຈງ ແລະ ເປີດໃຈກັບພວກເຂົາກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ຂ້ອຍຍັງໄດ້ບອກພວກເຂົາກ່ຽວກັບບັນຫາຕ່າງໆທີ່ຂ້ອຍໄດ້ເຫັນໃນໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ໄດ້ຄິດບໍ່ດີກັບຂ້ອຍເລີຍ, ແຕ່ກັບເວົ້າວ່າ ການທີ່ຂ້ອຍຊີ້ໃຫ້ເຫັນເຖິງບັນຫາຂອງພວກເຂົາຢ່າງຊັດເຈນ ຈະຊ່ວຍໃຫ້ພວກເຂົາເຂົ້າໃຈບັນຫາເຫຼົ່ານັ້ນ, ບໍ່ດັ່ງນັ້ນ ພວກເຂົາກໍ່ຈະບໍ່ໄດ້ຮັບຮູ້ວ່າບັນຫາຂອງພວກເຂົານັ້ນຮ້າຍແຮງສ່ຳໃດ. ພວກເຂົາຍັງບອກຂ້ອຍໃຫ້ຮູ້ສຶກເປັນອິດສະລະທີ່ຈະບອກໃຫ້ພວກເຂົາຮູ້ອີກ ຖ້າຂ້ອຍເຫັນບັນຫາໃນອະນາຄົດ. ຫຼັງຈາກນັ້ນຂ້ອຍກໍເຫັນການປ່ຽນແປງບາງຢ່າງໃນຕົວພວກເຂົາ ແລະ ພວກເຂົາເລີ່ມເຮັດໜ້າທີ່ຂອງພວກເຂົາໄດ້ດີຂຶ້ນ. ສິ່ງນີ້ເຮັດໃຫ້ຂ້ອຍມີຄວາມສຸກແທ້ໆ.

ໃນການເຝົ້າດ່ຽວຂອງຂ້ອຍຫຼັງຈາກນັ້ນ, ຂ້ອຍເນັ້ນໃສ່ການຊອກຫາວິທີແກ້ໄຂອຸປະນິໄສອັນເສື່ອມຊາມຂອງຂ້ອຍໃນພຣະທຳຂອງພຣະເຈົ້າ. ຂ້ອຍອ່ານພຣະທຳຂອງພຣະເຈົ້າສອງສາມຂໍ້. “ບໍ່ວ່າຕອນນີ້ ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ຫຼື ສະແຫວງຫາໄລຍະເບື້ອງຕົ້ນໃນການປ່ຽນແປງອຸປະນິໄສ, ບໍ່ວ່າເຈົ້າຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມອັນໃດອອກມາ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ... ຕົວຢ່າງ: ຖ້າເຈົ້າພະຍາຍາມປອມຕົວດ້ວຍຄຳເວົ້າທີ່ແສນດີຢູ່ສະເໝີ, ຖ້າເຈົ້າປາຖະໜາທີ່ຈະມີບ່ອນໃນໃຈຂອງຄົນອື່ນ ແລະ ເຮັດໃຫ້ຄົນອື່ນເຄົາລົບເຈົ້າ, ຖ້າເຈົ້າມີເຈດຕະນາເຫຼົ່ານີ້, ນັ້ນກໍ່ໝາຍຄວາມວ່າເຈົ້າກຳລັງຖືກຄວບຄຸມໂດຍອຸປະນິໄສຂອງເຈົ້າ. ເຈົ້າຄວນເວົ້າຄຳເວົ້າທີ່ແສນດີເຫຼົ່ານີ້ບໍ? (ບໍ່). ຖ້າເຈົ້າບໍ່ເວົ້າຄຳເວົ້າເຫຼົ່ານັ້ນ, ເຈົ້າພຽງແຕ່ຈັບພວກມັນໄວ້ເທົ່ານັ້ນບໍ? ຖ້າເຈົ້າພົບປະໂຫຍກທີ່ສະຫຼາດກວ່າ, ປະໂຫຍກທີ່ແຕກຕ່າງກັນເຊິ່ງຄົນອື່ນບໍ່ສາມາດກວດພົບເຈດຕະນາຂອງເຈົ້າໄດ້, ນີ້ກໍ່ຍັງເປັນບັນຫາກັບອຸປະນິໄສຂອງເຈົ້າຢູ່. ອຸປະນິໄສໃດ? ອຸປະນິໄສແຫ່ງຄວາມຊົ່ວ. ອຸປະນິໄສທີ່ເສື່ອມຊາມແກ້ໄຂງ່າຍບໍ? ສິ່ງນີ້ກ່ຽວຂ້ອງກັບທຳມະຊາດ ແລະ ແກ່ນແທ້ຂອງຄົນໆໜຶ່ງ. ຜູ້ຄົນມີແກ່ນແທ້ນີ້, ຮາກຂອງທຳມະຊາດນີ້ ແລະ ມັນຕ້ອງຖືກຂຸດຂຶ້ນເທື່ອລະໜ້ອຍ. ມັນຕ້ອງຖືກຂຸດອອກຈາກທຸກສະພາວະ, ຈາກເຈດຕະນາທີ່ຢູ່ເບື້ອງຫຼັງທຸກຄຳເວົ້າທີ່ເຈົ້າເວົ້າອອກມາ. ມັນຕ້ອງຖືກໄຈ້ແຍກ ແລະ ເປັນທີ່ເຂົ້າໃຈຈາກຄຳເວົ້າທີ່ເຈົ້າເວົ້າອອກມາ. ເມື່ອການຮັບຮູ້ດັ່ງກ່າວຍິ່ງຊັດເຈນຫຼາຍຂຶ້ນ ແລະ ວິນຍານຂອງເຈົ້າຫຼັກແຫຼມຍິ່ງຂຶ້ນ, ເຈົ້າກໍສາມາດບັນລຸການປ່ຽນແປງ” (ຄັດຈາກບົດ “ເມື່ອເຈົ້າຮູ້ຈັກຕົວເອງເທົ່ານັ້ນ ເຈົ້າຈຶ່ງສາມາດສະແຫວງຫາຄວາມຈິງໄດ້” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າຢ່າງຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍສໍ່າເທົ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະປະຖິ້ມເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສື່ສານກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະເຊື່ອຟັງພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້” (ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ໃນຂະນະທີ່ຂ້ອຍພິຈາລະນາພຣະທຳຂອງພຣະເຈົ້າ, ມັນຊັດເຈນວ່າ ຕໍ່ໜ້າຂອງບັນຫາໜຶ່ງ, ຂ້ອຍຕ້ອງກວດສອບຄວາມຄິດຂອງຕົນເອງ, ທົບທວນແຮງຈູງໃຈທີ່ຢູ່ເບື້ອງຫຼັງຄຳເວົ້າ ແລະ ການກະທຳຂອງຂ້ອຍ, ນຳເອົາຄຳເວົ້າ ແລະ ການກະທຳຂອງຂ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງ, ວິເຄາະ ແລະ ຮູ້ຈັກຕົວເອງເມື່ອຂ້ອຍພົບວ່າຕົນເອງກຳລັງເຜີຍອຸປະນິໄສທີ່ຊົ່ວຮ້າຍອອກມາ ແລ້ວອະທິຖານ ແລະ ປະຖິ້ມໂຕເອງໂດຍບໍ່ຊັກຊ້າ. ດ້ວຍວິທີນີ້, ຄວາມເສື່ອມຊາມຂອງຂ້ອຍໃນລັກສະນະນັ້ນຈະຖືກຊຳລະລ້າງເທື່ອລະເລັກລະນ້ອຍ.

ຫຼັງຈາກນັ້ນ, ຂ້ອຍກໍສັງເກດເຫັນວ່າ ມີເອື້ອຍນ້ອງຄົນໜຶ່ງທີ່ເບິ່ງຄືວ່າອ່ອນແອ ແລະ ບໍ່ເຕັມໃຈທີ່ຈະປະສົບກັບຄວາມຍາກລຳບາກໃດໆ. ລາວຈະຫັນຫຼັງກັບເມື່ອໃດກໍຕາມທີ່ລາວປະສົບກັບບັນຫາໃນວຽກງານຂ່າວປະເສີດຂອງລາວ. ມັນປາກົດຂຶ້ນກັບຂ້ອຍວ່າລາວບໍ່ໄດ້ຮັບຜິດຊອບໜ້າທີ່ຂອງລາວ ແລະ ຂ້ອຍຈຳເປັນຕ້ອງສົນທະນາກັບລາວທັນທີເພື່ອຫັນປ່ຽນສິ່ງຕ່າງໆ. ແຕ່ບັນຫາຂອງຂ້ອຍກໍ່ເກີດຂຶ້ນອີກຄັ້ງ. ຂ້ອຍຄິດວ່າ ຖ້າຂ້ອຍເວົ້າເຖິງບັນຫາຂອງລາວ, ລາວອາດຄິດວ່າຂ້ອຍໂຫດຮ້າຍເກີນໄປ ແລະ ລາວອາດຕໍ່ຕ້ານ ແລະ ກຽດຊັງຂ້ອຍ. ຂ້ອຍສົງໄສວ່າຈະໃສ່ຄວາມແນວໃດເພື່ອຈະໃຫ້ມັນເປັນທີ່ຍອມຮັບໄດ້ສໍາລັບລາວ ແລະ ລາວຈະບໍ່ລຳອຽງກັບຂ້ອຍ. ໃນຄວາມຄິດນີ້, ຂ້ອຍຮັບຮູ້ວ່າ ຂ້ອຍກຳລັງປົກປ້ອງສະຖານະ ແລະ ພາບລັກຂອງຂ້ອຍທ່າມກາງອ້າຍເອື້ອຍນ້ອງອີກຄັ້ງ. ຂ້ອຍໄດ້ເວົ້າຄຳອະທິຖານນີ້ກັບພຣະເຈົ້າຢູ່ໃນໃຈຂອງຂ້ອຍ: “ໂອ ພຣະເຈົ້າ, ຂ້ານ້ອຍພ້ອມແລ້ວທີ່ຈະຍອມຮັບການກວດສອບຂອງພຣະອົງ ແລະ ປະຖິ້ມແຮງຈູງໃຈສ່ວນຕົວຂອງຂ້ານ້ອຍ. ຂ້ານ້ອຍຢາກສົນທະນາເຖິງຄວາມຈິງເພື່ອຊ່ວຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ”. ຫຼັງຈາກນັ້ນ ຂ້ອຍກໍ່ແບ່ງປັນການສົນທະນາກັບເອື້ອຍນ້ອງຄົນນັ້ນ ໂດຍການແຍກແຍະບັນຫາຂອງລາວ. ຂ້ອຍໄດ້ຮັບຄວາມສະຫງົບພາຍໃນຫຼາຍຫຼັງຈາກເອົາສິ່ງນີ້ເຂົ້າສູ່ການປະຕິບັດ. ຕອນນີ້ ຂ້ອຍມີການຢັ່ງຮູ້ບາງຢ່າງເໜືອອຸປະນິໄສທີ່ຊົ່ວຮ້າຍຂອງຂ້ອຍ ແລະ ເມື່ອຂ້ອຍຜະເຊີນກັບບັນຫາ, ຂ້ອຍກໍສະແຫວງຫາຄວາມຈິງຢ່າງມີສະຕິ ແລະ ປະຖິ້ມແຮງຈູງໃຈທີ່ເຫັນແກ່ຕົວຂອງຂ້ອຍ. ຂ້ອຍສາມາດກະທຳຕາມພຣະທຳຂອງພຣະເຈົ້າໄດ້. ສິ່ງທັງໝົດນີ້ໄດ້ບັນລຸຜ່ານການພິພາກສາຈາກພຣະທຳຂອງພຣະເຈົ້າ. ຂ້ອຍຮູ້ສຶກຂອບໃຈຫຼາຍສຳລັບຄວາມລອດພົ້ນຂອງພຣະເຈົ້າ!

ກ່ອນນີ້: 49. ຫົນທາງທີ່ອັດສະຈັນໃນການດຳລົງຊີວິດ

ຕໍ່ໄປ: 51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້