11. ວິທີດຽວທີ່ຈະມີຊີວິດຢູ່ຢ່າງຄົນທີ່ແທ້ຈິງ

ໂດຍ ຊິ່ນເຊີງ, ຈີນ

ຂ້ອຍເຄີຍອ່ານນະວະນິຍາຍໂດຍຜູ້ຂຽນຄົນຍີ່ປຸ່ນ, ເຊິ່ງເປັນເລື່ອງກ່ຽວກັບພະນັກງານຂາຍທີ່ສາມາດຂາຍເຊຣຳປູກຜົມ, ສານຍ້ອມສີຜົມ, ນໍ້າມັນໃສ່ຜົມ, ນໍ້າມັນທິນເນີໃສ່ຜົມ ແລະ ອຸປະກອນຕັດຜົມໃຫ້ແກ່ຊ່າງທາສີທີ່ມີຜົມໜ້ອຍ, ໂດຍເວົ້າວ່າມັນສາມາດແກ້ໄຂບັນຫາຂອງລາວໄດ້. ຊ່າງທາສີໃຊ້ເງິນຫຼາຍ ແຕ່ກໍ່ຍັງຈົບລົງດ້ວຍຫົວທີ່ເກືອບລ້ານຄືເກົ່າ. ຜູ້ຂຽນໃຊ້ຄຳເວົ້າສຽດສີເພື່ອເປີດໂປງການສໍ້ໂກງທີ່ພະນັກງານຂາຍບາງຄົນທີ່ໄຮ້ຢາງອາຍນໍາໃຊ້ໃນທຸກມື້ນີ້, ໂດຍເຕືອນບໍ່ໃຫ້ຄົນຕົກເປັນເຫຍື່ອ. ສິ່ງປະເພດນີ້ຍິ່ງໂຫດຮ້າຍຂຶ້ນເລື້ອຍໆ ແຕ່ບໍ່ມີຜູ້ໃດສາມາດແກ້ໄຂບັນຫາດັ່ງກ່າວໄດ້. ຂ້ອຍເຄີຍເປັນໜຶ່ງໃນຄົນເຫຼົ່ານັ້ນເຊັ່ນກັນ. ຂ້ອຍຕົວະ ແລະ ຫຼອກລວງລູກຄ້າ ເພື່ອຫາເງິນເພີ່ມ. ຂ້ອຍຫຼົງພົວພັນກັບມັນຫຼາຍກວ່າ ແລະ ບໍ່ສາມາດຢຸດໄດ້ແທ້ໆ. ຫຼັງຈາກນັ້ນ ຂ້ອຍກໍ່ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍ ແລະ ຂ້ອຍກໍ່ເຂົ້າໃຈຄວາມຈິງບາງຢ່າງໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ທັດສະນະຄະຕິຂອງຂ້ອຍກໍ່ປ່ຽນແປງໄປ ແລະ ຂ້ອຍໄດ້ເລີ່ມປະຕິບັດຄວາມຈິງ ແລະ ກາຍເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ. ນີ້ແມ່ນຫົນທາງດຽວທີ່ຈະມີຊີວິດຢ່າງເປີດເຜີຍ ແລະ ມີລັກສະນະຂອງມະນຸດ.

ເມື່ອຂ້ອຍເປີດຮ້ານຕັດຜົມເປັນຄັ້ງທຳອິດ, ຂ້ອຍກໍ່ສາບານວ່າຂ້ອຍຈະດຳເນີນທຸລະກິດຢ່າງຊື່ສັດ. ຂ້ອຍກໍ່ເຮັດມັນແທ້ໆ, ໂດຍບໍ່ພົວພັນກັບການຄ້າກຳໄລເກີນຄວນ. ຂ້ອຍທຸ້ມສຸດຕົວໃນທຸລະກິດນັ້ນສຳລັບຜົມຂອງລູກຄ້າທຸກຄົນທີ່ຂ້ອຍຮັບເຮັດ ແລະ ຄ່າບໍລິການຂອງຂ້ອຍກໍ່ຕໍ່າກວ່າຊ່າງຜົມຄົນອື່ນໆ. ແຕ່ຫຼັງຈາກທີ່ຂ້ອຍໄດ້ທຸ້ມເທເປັນເວລາໜຶ່ງປີ, ຂ້ອຍກໍ່ເຫຼືອເງິນພຽງ 2.000 ຢວນເທົ່ານັ້ນ ຫຼັງຈາກທີ່ຈ່າຍຄ່າເຊົ່າຂອງຂ້ອຍ, ອາກອນທຸລະກິດ, ຄ່າສາທາລະນຸປະໂພກ, ຄ່າສ້າງຄວາມຮ້ອນ ແລະ ອື່ນໆອີກ. ຂ້ອຍມີທຸລະກິດຫຼາຍກວ່າຮ້ານຕັດຜົມທີ່ຢູ່ຕາມທາງ ແຕ່ພວກເຂົາສ້າງເງິນຫຼາຍກວ່າຂ້ອຍຫຼາຍ. ຂ້ອຍຮູ້ວ່າພວກເຂົາສ້າງເງິນຂອງພວກເຂົາໂດຍການຂູດຮີດລູກຄ້າເປັນຫຼັກ, ອາໄສກົນອຸບາຍທີ່ຊົ່ວຮ້າຍສຳລັບກຳໄລທີ່ພວກເຂົາໄດ້ມາຢ່າງທຸດຈະລິດ. ຄວາມຈິງກໍ່ຄື ບາງຄັ້ງ ຂ້ອຍກໍ່ຢາກເຮັດໃນສິ່ງທີ່ພວກເຂົາກຳລັງເຮັດ ແຕ່ຂ້ອຍຮູ້ສຶກບໍ່ດີກ່ຽວກັບການຫາເງິນໃນລັກສະນະນັ້ນ. ດັ່ງທີ່ຄຳສຸພາສິດໄດ້ກ່າວໄວ້ “ຈົນແຕ່ພູມໃຈ”. ບໍ່ວ່າຂ້ອຍຈະທຸກສໍ່າໃດກໍ່ຕາມ, ຂ້ອຍກໍ່ຮູ້ສຶກວ່າຂ້ອຍຈຳເປັນຕ້ອງຮັກສາຄວາມຊື່ສັດຂອງຂ້ອຍ. ຂ້ອຍຄິດຫຼາຍກ່ຽວກັບເລື່ອງນັ້ນ, ແຕ່ຕັດສິນໃຈທີ່ຈະສຶບຕໍ່ດຳເນີນທຸລະກິດຕາມຄວາມສຳນຶກຂອງຂ້ອຍ ແລະ ເປັນຄົນດີບໍ່ວ່າຂ້ອຍຈະຫາເງິນໄດ້ໜ້ອຍສໍ່າໃດກໍ່ຕາມ. ສາມປີຜ່ານໄປແບບນີ້ ແລະ ຊ່າງຜົມຄົນອື່ນໆທີ່ເລີ່ມຕົ້ນໃນເວລາດຽວກັນກັບຂ້ອຍກໍ່ໄດ້ຊື້ຮ້ານທີ່ໃຫຍ່ກວ່າ ຫຼື ກຳລັງດຳເນີນທຸລະກິດຂະໜາດໃຫຍ່. ພວກເຂົາບາງຄົນເຖິງກັບມີລົດຂອງພວກເຂົາເອງ, ແຕ່ຂ້ອຍຢູ່ໃນຕໍາແໜ່ງເດີມທີ່ຂ້ອຍເຄີຍຢູ່ສາມປີກ່ອນເທົ່ານັ້ນ.

ມື້ໜຶ່ງ ພໍ່ຂອງຂ້ອຍເຈັບປ່ວຍ ແລະ ໄດ້ເຂົ້າໂຮງໝໍ ແລະ ການປິ່ນປົວຂອງລາວຕ້ອງເສຍເງິນຫຼາຍສິບພັນຢວນ. ຂ້ອຍເກືອບບໍ່ມີເງິນເກັບສະສົມ. ຂ້ອຍໄດ້ຢືມເງິນຫຼາຍເທົ່າທີ່ຂ້ອຍສາມາດເຮັດໄດ້, ແຕ່ກໍ່ສາມາດຈ່າຍໄດ້ພຽງແຕ່ເຄິ່ງໜຶ່ງຂອງໃບຮຽກເກັບຄ່າປິ່ນປົວເທົ່ານັ້ນ. ການຄິດເຖິງວ່າຂ້ອຍໄດ້ຢືມຫຼາຍສໍ່າໃດ ແລະ ບໍ່ຮູ້ວ່າຂ້ອຍຈະສາມາດຊໍາລະຄືນໄດ້ເມື່ອໃດ ກໍ່ໄດ້ເລີ່ມມີການຕໍ່ສູ້ຢູ່ພາຍໃນຂ້ອຍ: ຂ້ອຍຄວນຈະຂຶ້ນລາຄາຂອງຂ້ອຍໜ້ອຍໜຶ່ງບໍ? ຈະເປັນແນວໃດຖ້າຂ້ອຍເພີ່ມຈຳນວນເລັກນ້ອຍໃສ່ໃບຮຽກເກັບເງິນສຳລັບລູກຄ້າທີ່ຮັ່ງມີ? ເມື່ອຂ້ອຍຕົກຢູ່ໃນຄວາມລັງເລນີ້, ໝູ່ຂອງຂ້ອຍຄົນໜຶ່ງກໍ່ເວົ້າກັບຂ້ອຍວ່າ “ຄວາມທຸກທໍລະມານທັງໝົດນີ້ເປັນພຽງຍ້ອນເຈົ້າຍຶດຕິດກັບກຽດຕິຍົດຂອງເຈົ້າຫຼາຍ. ກຳໄລປະຈຳປີຂອງເຈົ້າຂອງຮ້ານຕັດຜົມຄົນອື່ນແມ່ນມີຫຼາຍສິບພັນຢວນ, ແຕ່ກຳໄລຂອງເຈົ້າມີພຽງແຕ່ສອງສາມພັນຢວນ. ເຈົ້າເປັນຄົນຫົວແຂງ. ຖ້າເຈົ້າຕ້ອງການຊໍາລະໜີ້ສິນເຫຼົ່ານັ້ນໃນໄວໆນີ້, ເຈົ້າຈຳເປັນຕ້ອງເຮັດທຸລະກິດຂອງເຈົ້າໃຫ້ສະຫຼາດກວ່ານີ້. ເຈົ້າຈຳເປັນຕ້ອງມີກົນລະຍຸດສອງສາມຢ່າງຢູ່ໃນມືຂອງເຈົ້າເພື່ອຫາເງິນຫຼາຍຂຶ້ນ”. ຫຼັງຈາກທີ່ລາວອອກໄປ, ເຈົ້າຂອງຮ້ານຕັດຜົມຄົນໜຶ່ງທີ່ຢູ່ອີກຝັ່ງຂອງຖະໜົນກໍ່ຍ່າງມາຫາ ແລະ ເວົ້າເຍີ້ຍຂ້ອຍວ່າ: “ເຈົ້າເກັ່ງຫຼາຍແທ້ໆໃນການດຳເນີນຮ້ານຕັດຜົມນີ້! ທຸລະກິດກໍ່ດີ ແລະ ເຈົ້າມີຊື່ສຽງທີ່ໂດ່ງດັງ, ແຕ່ມັນບໍ່ໄດ້ສ້າງກໍາໄລຫຼາຍ. ເຈົ້າຢາກເປັນແມ່ເທເຣຊາບໍ? ຖ້າຂ້ອຍມີທັກສະຂອງເຈົ້າ, ຂ້ອຍກໍ່ຄົງຈະລໍ້າລວຍແຕ່ດົນແລ້ວ. ເຈົ້າຊື່ສັດເກີນໄປ. ເຈົ້າຈໍາເປັນຕ້ອງສະຫຼາດໃນການດຳເນີນທຸລະກິດ, ແຕ່ເຈົ້າກໍາລັງເຮັດໃຫ້ຕົນເອງເມື່ອຍ ແລະ ເກືອບບໍ່ໄດ້ຮັບຫຍັງເລີຍ. ທຸກຄົນບໍ່ໄດ້ເວົ້າບໍວ່າ ‘ເງິນເຮັດໃຫ້ໂລກໝຸນ’ ແລະ ‘ມີແຕ່ຄົນໂງ່ເທົ່ານັ້ນທີ່ບໍ່ເອົາເງິນຢູ່ປາຍນິ້ວຂອງລາວ’? ເຈົ້າຄວນຄິດບາງຢ່າງກ່ຽວກັບເລື່ອງນີ້”. ຄືນນັ້ນ ຂ້ອຍນອນຫັນໄປຫັນມາ, ບໍ່ສາມາດນອນຫຼັບໄດ້. “ສິ່ງທີ່ພວກເຂົາສອງຄົນເວົ້ານັ້ນກໍ່ມີເຫດຜົນບາງຢ່າງ”. ຂ້ອຍຄິດວ່າ “ຂ້ອຍດຳເນີນທຸລະກິດດ້ວຍຄວາມຊື່ສັດຢ່າງສິ້ນເຊີງ, ສະນັ້ນ ຂ້ອຍຈະສ້າງກຳໄລໄດ້ໃນເມື່ອໃດ? ຄືກັນກັບທີ່ພວກເຂົາເວົ້າ, ‘ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້’. ເງິນໜຶ່ງກີບສາມາດເອົາຊະນະໄດ້ແມ່ນແຕ່ວີລະບຸລຸດ. ນອກຈາກນັ້ນ, ພໍ່ຂອງຂ້ອຍກໍ່ເຈັບປ່ວຍຢູ່ໃນໂຮງໝໍ ແລະ ຂ້ອຍບໍ່ສາມາດເຮັດໃຫ້ການປິ່ນປົວຂອງລາວຊັກຊ້າໄດ້. ສຳລັບການປິ່ນປົວຂອງພໍ່ຂ້ອຍ ແລະ ເພື່ອວ່າຂ້ອຍຈະສາມາດຊໍາລະໜີ້ຂອງຂ້ອຍໄດ້, ການໃຊ້ກົນລະຍຸດສອງສາມຢ່າງເພື່ອສ້າງກຳໄລເປັນສິ່ງທີ່ເຂົ້າໃຈໄດ້”. ຂ້ອຍປອບໃຈຕົນເອງແບບນັ້ນ ແລະ ຕັດສິນໃຈເລີ່ມທົດລອງໃຊ້ກັບລູກຄ້າທີ່ຮັ່ງມີ.

ມື້ຕໍ່ມາ, ມີລູກຄ້າຄົນໜຶ່ງເຂົ້າມາ ເຊິ່ງຕ້ອງການດັດຜົມຂອງລາວ. ນາງເບິ່ງຄືຮັ່ງມີແທ້ໆ ໂດຍຕັດສິນຈາກວິທີການທີ່ລາວນຸ່ງເຄື່ອງ, ສະນັ້ນຂ້ອຍກໍ່ຄິດວ່າ ຂ້ອຍຈະສວຍໃຊ້ໂອກາດຫາເງິນພິເສດເລັກນ້ອຍ. ໃນເວລາທີ່ລາວກຳລັງຈະຈ່າຍ, ຂ້ອຍກໍ່ຮຽກເງິນ 200 ຢວນໃນທັນທີ. ເວົ້າຄວາມຈິງກໍ່ຄື ຫົວໃຈຂອງຂ້ອຍເຕັ້ນແຮງຫຼາຍ ເພາະໂດຍປົກກະຕິແລ້ວ ຂ້ອຍຮຽກເກັບພຽງແຕ່ 120 ຢວນເທົ່ານັ້ນ, ສະນັ້ນ ເມື່ອຂ້ອຍຮຽກເກັບໃນລາຄານັ້ນ, ຂ້ອຍກໍ່ສົງໄສວ່າລາວຈະກ່າວຫາຂ້ອຍວ່າເກັບເງິນເກີນ ຫຼື ບໍ່. ຖ້າລາວບອກວ່າມັນແພງເກີນໄປ, ຂ້ອຍກໍ່ສາມາດຫຼຸດລາຄາລົງໄດ້ໜ້ອຍໜຶ່ງ. ດ້ວຍຄວາມຮູ້ສຶກຜິດ, ຂ້ອຍບໍ່ສາມາດແມ່ນແຕ່ຈ້ອງຕາລາວ. ລາວພ້ອມຍື່ນເງິນໃຫ້ ແລະ ເຖິງກັບຊົມເຊີຍທັກສະຂອງຂ້ອຍ. ລາວມີຄວາມສຸກແທ້ໆກັບຊົງຜົມ ແລະ ເວົ້າວ່າມັນຄຸ້ມຄ່າກັບເງິນຈຳນວນໃດໜຶ່ງ. ລາວເວົ້າວ່າລາວຈະແນະນຳຂ້ອຍໃຫ້ໝູ່ເພື່ອນ ແລະ ຄອບຄົວຂອງລາວ. ຫຼັງຈາກທີ່ລາວອອກໄປ, ຂ້ອຍກໍ່ຮູ້ສຶກບໍ່ສະບາຍໃຈຊົ່ວໄລຍະໜຶ່ງ. ລາວມີຄວາມໄວ້ວາງໃຈຫຼາຍໃນຕົວຂ້ອຍ ແຕ່ຂ້ອຍໄດ້ສໍ້ໂກງລາວ. ມັນເປັນສິ່ງທີ່ໄຮ້ສິນທໍາ. ແຕ່ຫຼັງຈາກນັ້ນກໍ່ຄິດຫາຄຳເວົ້ານີ້ອີກຄັ້ງ “ມີແຕ່ຄົນໂງ່ເທົ່ານັ້ນທີ່ບໍ່ເອົາເງິນຢູ່ປາຍນິ້ວຂອງລາວ”. ແລ້ວມີໜີ້ຂອງຂ້ອຍເຊັ່ນກັນ, ສະນັ້ນ ຂ້ອຍຈຶ່ງພຽງແຕ່ຝັງຄວາມຮູ້ສຶກຜິດຂອງຂ້ອຍໄວ້. ຈາກມື້ນັ້ນເປັນຕົ້ນມາ, ຂ້ອຍກໍ່ປ່ຽນທັດສະນະຄະຕິຂອງຂ້ອຍໃນການດຳເນີນທຸລະກິດ. ເມື່ອໃດກໍ່ຕາມທີ່ຂ້ອຍເຫັນລູກຄ້າທີ່ເບິ່ງຄືຮັ່ງມີ, ຂ້ອຍກໍ່ຈະຕ້ອນຮັບພວກເຂົາ, ເຕັມໄປດ້ວຍຮອຍຍິ້ມ ແລະ ຂ້ອຍຈະແນະນຳການບໍລິການ ແລະ ຜະລິດຕະພັນທີ່ສະເພາະບາງຢ່າງ.

ຄັ້ງໜຶ່ງ, ລູກຄ້າຄົນໜຶ່ງເວົ້າວ່າ ລາວຕ້ອງການສະ ແລະ ແຕ່ງຊົງຜົມຂອງລາວ ແລະ ຂ້ອຍຄິດວ່າ “ການສະຜົມແມ່ນໜ້ອຍກວ່າ 10 ຢວນ. ຂ້ອຍຈຳເປັນຕ້ອງຊອກຫາກົນອຸບາຍເພື່ອໄດ້ເງິນຫຼາຍກວ່ານັ້ນ”. ສະນັ້ນຂ້ອຍຈຶ່ງບອກລາວວ່າ “ຜົມຂອງເຈົ້າແຫ້ງເກີນໄປ. ຖ້າເຈົ້າບໍ່ເລີ່ມດູແລມັນໃນໄວໆນີ້, ມັນສາມາດລົ່ນອອກໄດ້ ແລະ ຜົມກໍ່ເປັນຄືກັບໃບໜ້າທີສອງສຳລັບແມ່ຍິງ. ຖ້າເຈົ້າເລີ່ມມີບັນຫາກ່ຽວກັບຜົມຂອງເຈົ້າ, ມັນຈະຊ້າເກີນໄປທີ່ຈະເສຍໃຈ”. ລາວຖືກຊັກຈູງໂດຍທຸກສິ່ງທີ່ຂ້ອຍເວົ້າ ແລະ ລາວໃຊ້ເງິນ 300 ຢວນສຳລັບຊຸດຜະລິດຕະພັນບຳລຸງຜົມລົ່ນ ແລະ ກາຍມາເປັນລູກຄ້າປະຈຳສໍາລັບການຮັກສາດ້ວຍນໍ້າມັນຮ້ອນ. ຂ້ອຍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ ຫຼັງຈາກທີ່ລາວອອກໄປ. ຂ້ອຍມີເງິນ, ແຕ່ຂ້ອຍບໍ່ແນ່ໃຈວ່າຜະລິດຕະພັນມີປະສິດທິພາບຫຼາຍສໍ່າໃດ. ຂ້ອຍຢືນຢັນຢ່າງໝັ້ນໃຈ, ແຕ່ຂ້ອຍຈະເຮັດແນວໃດ ຖ້າມັນບໍ່ໄດ້ມີປະສິດທິພາບດີ ແລະ ລາວກັບມາເພື່ອຕໍ່ວ່າ? ແຕ່ບໍ່ມີຈຸດໃຫ້ເປັນຫ່ວງ. ຂ້ອຍໄດ້ຂາຍມັນໄປແລ້ວ, ແລ້ວມັນກໍ່ຈົບລົງສໍ່ານັ້ນ. ເມື່ອຂ້ອຍກຳລັງຕັດຜົມຂອງລູກຄ້າສອງສາມມື້ຕໍ່ມາ, ລາວກໍ່ເວົ້າວ່າລາວມີລັງແຄ ແລະ ຄັນໜັງຫົວ. ຂ້ອຍຄິດວ່າ “ຂ້ອຍສາມາດແນະນໍາຢາສະຜົມບາງຢ່າງທີ່ຂ້ອຍຂາຍຢູ່ທີ່ນີ້ ເພື່ອວ່າຂ້ອຍຈະສາມາດຫາເງິນໄດ້ອີກໜ້ອຍໜຶ່ງ”. ຂ້ອຍເວົ້າຢ່າງມີກົນລະຍຸດວ່າ “ລັງແຄ ແລະ ໜັງຫົວທີ່ຄັນແມ່ນເກີດມາຈາກການອັກເສບ ແລະ ຖ້າມັນຮຸນແຮງຂຶ້ນ ເຈົ້າສາມາດເລີ່ມສູນເສຍຜົມ, ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມຮູ້ສຶກຂອງເຈົ້າກ່ຽວກັບຕົວເຈົ້າເອງ”. ລາວຖາມຂ້ອຍຢ່າງໄວວາວ່າຈະແກ້ໄຂມັນໄດ້ແນວໃດ, ສະນັ້ນ ແນ່ນອນ ຂ້ອຍກໍ່ໄດ້ແນະນໍາຢາສະຜົມປ້ອງກັນລັງແຄຂອງຂ້ອຍໃຫ້ກັບລາວ ແລະ ຂ້ອຍສັນຍາກັບລາວວ່າມັນມີປະສິດທິພາບດີ. ລາວຊື້ຢາສະຜົມດ້ວຍຄວາມສຸກແທ້ໆ. ຂ້ອຍຮຽກເກັບເງິນນໍາລາວ 68 ຢວນສໍາລັບຜະລິດຕະພັນທີ່ຂ້ອຍເສຍພຽງ 25 ຢວນ ແລະ ລາວກໍ່ຂອບໃຈຂ້ອຍຄັ້ງແລ້ວຄັ້ງເລົ່າ. ຂ້ອຍຮູ້ວ່າມັນງ່າຍທີ່ຈະຫາເງິນແບບນັ້ນ. ບໍ່ແປກທີ່ເຈົ້າຂອງຮ້ານຕັດຜົມຄົນອື່ນລໍ້າລວຍແລ້ວ. ຂ້ອຍຄິດວ່າຂ້ອຍກໍ່ສາມາດລໍ້າລວຍໄດ້ໃນໄວໆນີ້ເຊັ່ນກັນ ແລະ ຂ້ອຍຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບໃບຮຽກເກັບເງິນຈາກໂຮງໝໍຂອງພໍ່ຂ້ອຍ. ດ້ວຍວິທີນີ້, ຄວາມບໍ່ສະບາຍໃຈໃນຫົວໃຈຂອງຂ້ອຍກໍ່ຄ່ອຍໆຫາຍໄປ ແລະ ຂ້ອຍກໍ່ມາເຊື່ອວ່າວິທີດຽວທີ່ຈະຫາເງິນໄດ້ຄືເວົ້າຕົວະ ແລະ ສໍ້ໂກງ.

ສິບປີຜ່ານໄປພາຍໃນພິບຕາ. ຂ້ອຍສ້າງກຳໄລ, ຊໍາລະໜີ້ທັງໝົດຂອງຂ້ອຍ ແລະ ຂ້ອຍເຖິງກັບຊື້ເຮືອນ ແລະ ລົດ. ຂ້ອຍບໍ່ຮູ້ວ່າເປັນຫຍັງ, ແຕ່ເຖິງແມ່ນວ່າຂ້ອຍໃຊ້ຊີວິດທີ່ສະດວກສະບາຍຂຶ້ນ, ຂ້ອຍກໍ່ຮູ້ສຶກບໍ່ມີຄວາມສຸກເລີຍ. ຂ້ອຍມີຄວາມຮູ້ສຶກທີ່ວ່າງເປົ່າ ແລະ ບໍ່ສະບາຍໃຈແບບນີ້ຢູ່ສະເໝີີ. ພວກເຂົາເວົ້າວ່າ “ເມື່ອຄົນກະທຳ, ສະຫວັນເຝົ້າເບິ່ງຢູ່” ແລະ “ເຮັດແນວໃດກໍ່ໄດ້ແນວນັ້ນ”. ຂ້ອຍຢ້ານວ່າລູກຄ້າທຸກຄົນທີ່ຂ້ອຍຫຼອກລວງຈະປາກົດຕົວໃນມື້ໜຶ່ງເພື່ອແກ້ແຄ້ນຂ້ອຍ ແລະ ຫຼັງຈາກນັ້ນ ຊື່ສຽງຂອງຂ້ອຍກໍ່ຈະຖືກທຳລາຍ. ຂ້ອຍຢ້ານກົວກັບຄວາມຄິດນັ້ນ ແລະ ມີຊີວິດດ້ວຍຄວາມຢ້ານ. ມັນເມື່ອຍຫຼາຍ. ຂ້ອຍຕ້ອງການກັບໄປດຳເນີນທຸລະກິດດ້ວຍຄວາມຊື່ສັດແທ້ໆ ແຕ່ຂ້ອຍບໍ່ສາມາດນໍາໃຫ້ຕົນເອງໄປເຮັດມັນໄດ້. ຂ້ອຍເປັນຄືກັບໂຈນທີ່ເລີ່ມມັກລົດຊາດຂອງມັນ, ຂ້ອຍຕ້ອງການອອກ ແຕ່ບໍ່ສາມາດເຮັດໄດ້.

ໃນຂະນະທີ່ຂ້ອຍກໍາລັງດີ້ນລົນຢ່າງເຈັບປວດ, ໂດຍຕົກຢູ່ໃນບວກຕົມແຫ່ງຄວາມຜິດບາບ, ໝູ່ເພື່ອນຄົນໜຶ່ງກໍ່ໄດ້ແບ່ງປັນຂ່າວປະເສີດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ກັບຂ້ອຍ. ລາວບອກຂ້ອຍວ່າ ພຣະທຳຂອງພຣະເຈົ້າແມ່ນຄວາມຈິງທັງໝົດ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກທັງໝົດຂອງພວກເຮົາ, ພວກມັນສາມາດປິ່ນປົວຄວາມເຈັບປວດພາຍໃນຈິດວິນຍານຂອງພວກເຮົາໄດ້. ຫຼັງຈາກນັ້ນ, ຂ້ອຍກໍ່ເລີ່ມຮວບຮວມ ແລະ ອ່ານພຣະທຳຂອງພຣະເຈົ້າກັບຄົນອື່ນ, ຮ້ອງເພງສັນລະເສີນ ແລະ ຂ້ອຍຮູ້ສຶກມີຄວາມສະຫງົບສຸກແທ້ໆ. ຄົນໆໜຶ່ງບໍ່ສາມາດໃຫ້ລາຄາກັບຄວາມຮູ້ສຶກປະເພດນັ້ນໄດ້. ຂ້ອຍຕັ້ງໃຈທີ່ຈະປະຕິບັດຄວາມເຊື່ອຂອງຂ້ອຍໃຫ້ດີ.

ໃນການເຕົ້າໂຮມໃນຄັ້ງໜຶ່ງ, ອ້າຍເອື້ອຍນ້ອງໄດ້ອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. “ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ... ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ສິ່ງນີ້ດົນບັນດານໃຈຂ້ອຍແທ້ໆ. ຂ້ອຍເຫັນວ່າພຣະເຈົ້າມັກຄົນຊື່ສັດ ແລະ ກຽດຊັງຄົນທີ່ຫຼອກລວງ. ການເປັນຄົນຊື່ສັດເປັນວິທີດຽວທີ່ຈະເຂົ້າສູ່ອານາຈັກຂອງພຣະອົງ. ອ້າຍເອື້ອຍນ້ອງກໍ່ລ້ວນແລ້ວແຕ່ບໍລິສຸດ ແລະ ເປີດເຜີຍ. ເຖິງແມ່ນວ່າຈະມີບາງເວລາທີ່ພວກເຂົາເວົ້າຕົວະເພື່ອຮັກສາໜ້າ ຫຼື ສະຖານະຂອງພວກເຂົາເອງ, ພວກເຂົາກໍ່ສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ເປີດເຜີຍ ແລະ ຊື່ສັດຢູ່ສະເໝີ. ຊີວິດຂອງພວກເຂົາເປັນອິດສະຫຼະ ແລະ ຖືກປົດປ່ອຍແທ້ໆ. ຂ້ອຍສາມາດຮູ້ສຶກວ່າຄຣິດຕະຈັກບໍ່ເປັນຄືກັບໂລກເລີຍ. ພຣະເຈົ້າມັກຄົນທີ່ຊື່ສັດ ແລະ ຍິ່ງຄົນໆໜຶ່ງຊື່ສັດຫຼາຍສໍ່າໃດ, ພຣະເຈົ້າກໍ່ມັກພວກເຂົາຫຼາຍສໍ່ານັ້ນ, ແຕ່ຍິ່ງພວກເຂົາຫຼອກລວງຫຼາຍສໍ່າໃດ, ພຣະອົງກໍ່ຍິ່ງກຽດຊັງພວກເຂົາຫຼາຍສໍ່ານັ້ນ. ມີພຽງແຕ່ຄົນທີ່ຊື່ສັດເທົ່ານັ້ນທີ່ສາມາດໄດ້ຮັບຄວາມສຸກທີ່ແທ້ຈິງ ແລະ ຄວາມປິຕິຍິນດີ. ຂ້ອຍຕ້ອງການເປັນຄົນຊື່ສັດແທ້ໆ, ຄົນທີ່ພຣະເຈົ້າມັກ. ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດເຖິງວິທີການທີ່ຂ້ອຍເປັນນັກທຸລະກິດ ແລະ ໃນສັງຄົມທີ່ອີງໃສ່ວັດຖຸນິຍົມນີ້ ເຊິ່ງເງິນຄືທຸກສິ່ງ, ການດໍາເນີນທຸລະກິດດ້ວຍຄວາມຊື່ສັດບໍ່ພຽງແຕ່ໝາຍຄວາມວ່າເຈົ້າຈະບໍ່ສາມາດມີລາຍໄດ້, ແຕ່ຄົນອື່ນຈະເບິ່ງວ່າເປັນຄົນໂງ່ຈ້າ. ພຽງແຕ່ບໍ່ມີວິທີການເພື່ອຮັກສາຈຸດໝັ້ນໃນສັງຄົມນີ້ແບບນັ້ນ ແລະ ໃນທີ່ສຸດແລ້ວ ເຈົ້າຈຳເປັນຕ້ອງປິດປະຕູຂອງເຈົ້າ. ແຕ່ພຣະທຳຂອງພຣະເຈົ້າລະບຸໄວ້ຢ່າງຊັດເຈນວ່າ ພຣະອົງມັກຄົນຊື່ສັດ ແລະ ຍາກຫຼາຍທີ່ຄົນຫຼອກລວງຈະຖືກຊ່ວຍໃຫ້ລອດພົ້ນ. ຖ້າຂ້ອຍບໍ່ປະຕິບັດຄວາມຈິງດັ່ງທີ່ພຣະເຈົ້າຮຽກຮ້ອງ ແຕ່ສືບຕໍ່ມີເລ່ຫຼ່ຽມ, ເວົ້າຕົວະ ແລະ ສໍ້ໂກງໃນທຸລະກິດຂອງຂ້ອຍ, ນັ້ນຈະບໍ່ແມ່ນສິ່ງທີ່ເປັນຕາລັງກຽດສຳລັບພຣະເຈົ້າບໍ? ຂ້ອຍຄິດກ່ຽວກັບມັນກັບໄປກັບມາ ແລະ ໃນທີ່ສຸດແລ້ວກໍ່ຕັດສິນໃຈປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ປະຕິບັດການເວົ້າຄວາມຈິງ ແລະ ການເປັນຄົນທີ່ຊື່ສັດ.

ມື້ໜຶ່ງ ເມື່ອຂ້ອຍກຳລັງຕັດຜົມຂອງລູກຄ້າຄົນໜຶ່ງ, ລາວກໍ່ຖາມຂ້ອຍວ່າຜົມຂອງລາວແຫ້ງ ຫຼື ບໍ່ ແລະ ຖ້າແຫ້ງ ລາວຕ້ອງການໆຮັກສາດ້ວຍນໍ້າມັນເຊັ່ນກັນ. ຂ້ອຍຄິດວ່າ “ຂ້ອຍສາມາດໄດ້ເງິນແຕ່ສິບຢວນຈາກການຕັດຜົມເທົ່ານັ້ນ, ແຕ່ການຮັກສາດ້ວຍນໍ້າມັນຈະໝາຍເຖິງເງິນອີກຢ່າງໜ້ອຍໜຶ່ງຮ້ອຍຢວນ. ລູກຄ້າໄດ້ຮ້ອງຂໍເອງ, ຂ້ອຍບໍ່ໄດ້ຊັກຈູງຫຍັງເລີຍເພື່ອເອົາເງິນເພີ່ມ”. ໃນຄວາມເປັນຈິງ, ຂ້ອຍໄດ້ເບິ່ງຜົມຂອງລາວ ແລະ ເຫັນວ່າມັນບໍ່ໄດ້ແຫ້ງເລີຍ, ແຕ່ຖ້າຂ້ອຍບອກຄວາມຈິງກັບລາວ, ລາວກໍ່ຈະບໍ່ຕ້ອງການເຮັດໃຫ້ຮັກສາມັນຢ່າງແນ່ນອນ. ໃນຂະນະທີ່ຂ້ອຍກຳລັງຮູ້ສຶກເວົ້າບໍ່ອອກ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າກໍ່ປາກົດຂຶ້ນກັບຂ້ອຍ: “ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໃຫ້ການເຕືອນທີ່ທັນເວລາກັບຂ້ອຍວ່າຄົນທີ່ຊື່ສັດມີຄຳເວົ້າ ແລະ ການກະທຳຂອງພວກເຂົາທີ່ແທ້ຈິງ ແລະ ເປັນຈິງ. ພວກເຂົາບໍ່ຫຼອກລວງຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າຄົນອື່ນ. ຍ້ອນຂ້ອຍຕ້ອງການເປັນຄົນສັດຊື່, ຂ້ອຍຈຶ່ງຄວນປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ເວົ້າຄວາມຈິງ. ສະນັ້ນ, ຂ້ອຍຈຶ່ງບອກລູກຄ້າວ່າ “ຜົມຂອງເຈົ້າບໍ່ໄດ້ແຫ້ງ. ຢ່າເສຍເງິນຂອງເຈົ້າເລີຍ”. ດ້ວຍຄວາມປະຫຼາດໃຈ, ລາວຕອບ “ຂ້ອຍປະຫຼາດໃຈທີ່ເຈົ້າມີຄວາມຊື່ສັດທາງດ້ານວິຊາຊີບແບບນີ້. ມີຄົນຈຳນວນໜ້ອຍທີ່ດຳເນີນທຸລະກິດແບບເຈົ້າໃນທຸກມື້ນີ້. ຂ້ອຍຈະສົ່ງທຸກຄົນໃນຄອບຄົວຂອງຂ້ອຍມາທີ່ນີ້ເພື່ອເຮັດຜົມຂອງພວກເຂົາຢ່າງແນ່ນອນ”. ຂ້ອຍຕື່ນເຕັ້ນທີ່ໄດ້ຍິນລູກຄ້າເວົ້າແບບນີ້, ຂ້ອຍຂອບພຣະຄຸນພຣະເຈົ້າຄັ້ງແລ້ວຄັ້ງອີກ. ຂ້ອຍໄດ້ມີປະສົບການແລ້ວວ່າ ມັນຊ່າງອັດສະຈັນ, ຊ່າງຫອມຫວານສໍ່າໃດເປັນຄົນຊື່ສັດ ແລະ ເວົ້າຄວາມຈິງ!

ໃນມື້ຕໍ່ມາ, ຂ້ອຍກໍ່ປະຕິບັດໂດຍເປັນຄົນສັດຊື່ຕາມຂໍ້ກຳນົດຂອງພຣະເຈົ້າ. ກ່ອນທີ່ຂ້ອຍຈະຮູ້ຕົວ, ຄວາມຢ້ານທັງໝົດ, ຄວາມກັງວົນທັງໝົດໃນຫົວໃຈຂອງຂ້ອຍກໍ່ຫາຍໄປໝົດແລ້ວ ແລະ ຂ້ອຍບໍ່ກັງວົນວ່າຄົນໃດໜຶ່ງຈະກັບມາ ແລະ ຕໍ່ວ່າອີກຕໍ່ໄປ. ຂ້ອຍນອນຫຼັບສະໜິດໃນທຸກຄືນ. ຂ້ອຍຄິດວ່າຂ້ອຍສາມາດປະຕິບັດຄວາມຈິງ ແລະ ເວົ້າຢ່າງຊື່ສັດ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ອຸປະນິໄສ ແລະ ປັດຊະຍາແບບຊາຕານຂອງຂ້ອຍໄດ້ຝັງເລິກ. ເມື່ອຖືກລໍ້ດ້ວຍກຳໄລຢ່າງຫຼວງຫຼາຍ, ຂ້ອຍກໍ່ກັບໄປຫາວິທີເດີມໆຂອງຂ້ອຍ.

ມື້ໜຶ່ງ, ຜູ້ຍິງຫ້າຄົນເຂົ້າມາໃນຮ້ານຕັດຜົມ. ພວກເຂົາຫາກໍ່ກັບມາຈາກການເດີນທາງ ແລະ ຄົນຂັບລົດແທັກຊີຂອງພວກເຂົາກໍ່ໄດ້ແນະນຳຮ້ານຕັດຜົມຂອງຂ້ອຍ, ສະນັ້ນ ພວກເຂົາຈຶ່ງມາທີ່ນີ້. ໜຶ່ງໃນແມ່ຍິງເຫຼົ່ານັ້ນເວົ້າວ່າ “ລາຄາບໍ່ແມ່ນບັນຫາ, ພຽງແຕ່ໃຫ້ແນ່ໃຈວ່າເຈົ້າເຮັດອອກມາໄດ້ດີ”. ເມື່ອໄດ້ຍິນລາວເວົ້າແນວນີ້, ຂ້ອຍກໍ່ຄິດກັບຕົນເອງວ່າ “ມັນຢູ່ໃນຖົງໂສ້ງຂອງຂ້ອຍແທ້ໆແລ້ວ. ຂ້ອຍຈະຂະຫຍາຍຄວາມຈິງຄັ້ງນີ້ຄັ້ງດຽວ ແລະ ພຣະເຈົ້າຄວນໃຫ້ອະໄພຂ້ອຍ”. ສະນັ້ນ, ຂ້ອຍຈຶ່ງເວົ້າວ່າ ການດັດຜົມທີ່ມີລາຄາ 160 ຢວນແມ່ນ 260 ຢວນ ແລະ ພວກເຂົາກໍ່ບໍ່ເວົ້າຈັກຄຳ. ຂ້ອຍໄດ້ເງິນເພີ່ມ 500 ຢວນຈາກວິທີນັ້ນ. ຂ້ອຍມີຄວາມສຸກແທ້ໆ ເມື່ອຂ້ອຍໄດ້ຮັບເງິນ, ໂດຍຄິດວ່າຂ້ອຍບໍ່ຈຳເປັນຕ້ອງກັງວົນກ່ຽວກັບຄ່າເຊົ່າສຳລັບຮ້ານຂອງຂ້ອຍໃນເດືອນນັ້ນ. ແຕ່ຄືນນັ້ນ, ຂ້ອຍຮູ້ສຶກມືດມົວ ແລະ ອຸກໃຈ. ຂ້ອຍພຽງແຕ່ນອນພິກໄປພິກມາ, ບໍ່ສາມາດນອນໄດ້.

ຫຼັງຈາກນັ້ນ, ຂ້ອຍກໍ່ຄິດເຖິງວ່າ ຂ້ອຍຮູ້ຈັກວ່າການເປັນຄົນທີ່ຊື່ສັດເປັນສິ່ງທີ່ດີໄດ້ແນວໃດ ແລະ ກ່ຽວຂ້ອງແນວໃດກັບການທີ່ພວກເຮົາປະພຶດຕົນເອງ ແລະ ການທີ່ພວກເຮົາຈະສາມາດຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ ຫຼື ບໍ່. ດັ່ງນັ້ນ, ເປັນຫຍັງຂ້ອຍຈຶ່ງບໍ່ສາມາດນໍາມັນໄປປະຕິບັດ? ແມ່ນຫຍັງຄືເຫດຜົນແທ້ໆ? ເມື່ອກຳລັງຊອກຫາຄຳຕອບ, ຂ້ອຍກໍ່ເບິ່ງວີດີໂອການອ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຜູ້ຄົນໃນອະດີດດຳເນີນທຸລະກິດຂອງພວກເຂົາໂດຍບໍ່ມີຜູ້ໃດຖືກສໍ້ໂກງ; ພວກເຂົາຂາຍສິນຄ້າໃນລາຄາດຽວກັນ ບໍ່ວ່າຜູ້ໃດຈະຊື້ກໍຕາມ. ອົງປະກອບຂອງຈິດສຳນຶກທີ່ດີ ແລະ ຄວາມເປັນມະນຸດບໍ່ໄດ້ສະແດງອອກໃນທີ່ນີ້ບໍ? ເມື່ອຜູ້ຄົນດຳເນີນທຸລະກິດຂອງພວກເຂົາແບບນີ້, ດ້ວຍຄວາມສຸດຈະລິດ, ມັນສາມາດເຫັນໄດ້ວ່າພວກເຂົາຍັງມີຄວາມສຳນຶກບາງຢ່າງ ແລະ ຄວາມເປັນມະນຸດບາງຢ່າງໃນເວລານັ້ນ. ແຕ່ຍ້ອນຄວາມຕ້ອງການເງິນຂອງມະນຸດເພີ່ມຂຶ້ນເລື້ອຍໆ, ຜູ້ຄົນກໍເລີ່ມຮັກເງິນ, ຜົນປະໂຫຍດ ແລະ ຄວາມສຸກຂຶ້ນເລື້ອຍໆໂດຍບໍ່ຮູ້ຕົວ. ສະຫຼຸບກໍຄື ຜູ້ຄົນເລີ່ມເບິ່ງເງິນເປັນສິ່ງທີ່ສຳຄັນຫຼາຍກວ່າແຕ່ກ່ອນ. ເມື່ອຜູ້ຄົນເບິ່ງເງິນເປັນສິ່ງທີ່ສຳຄັນກວ່າ, ພວກເຂົາກໍເລີ່ມໃຫ້ຄວາມສຳຄັນໜ້ອຍລົງຕໍ່ຊື່ສຽງຂອງພວກເຂົາ, ຕໍ່ກຽດຕິຄຸນຂອງພວກເຂົາ, ຕໍ່ພາບພົດຂອງພວກເຂົາ ແລະ ຄວາມຊື່ສັດຂອງພວກເຂົາຢ່າງບໍ່ຮູ້ຕົວ, ບໍ່ແມ່ນບໍ? ເມື່ອເຈົ້າມີສ່ວນຮ່ວມໃນທຸລະກິດ, ເຈົ້າກໍຈະເຫັນຄົນອື່ນໃຊ້ຫຼາກຫຼາຍວິທີເພື່ອສໍ້ໂກງຜູ້ຄົນ ແລະ ລວຍຂຶ້ນ. ເຖິງແມ່ນວ່າ ເງິນທີ່ພວກເຂົາໄດ້ມາແມ່ນມາຈາກການສໍ້ໂກງ, ພວກເຂົາກໍຮັ່ງຂຶ້ນເລື້ອຍໆ. ເຖິງແມ່ນພວກເຂົາເຮັດທຸລະກິດແບບດຽວກັນກັບເຈົ້າ, ຄອບຄອບທັງໝົດຂອງພວກເຂົາກໍມີຄວາມສຸກກັບຊີວິດຫຼາຍກວ່າເຈົ້າ ແລະ ເຈົ້າກໍຮູ້ສຶກບໍ່ດີໃຈ, ເວົ້າກັບຕົນເອງວ່າ ‘ເປັນຫຍັງຂ້ານ້ອຍຈຶ່ງເຮັດແບບນັ້ນບໍ່ໄດ້? ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຫາເງິນໄດ້ສໍ່າພວກເຂົາ? ຂ້ານ້ອຍຕ້ອງຄິດຫາວິທີຫາເງິນໃຫ້ໄດ້ຫຼາຍກວ່ານີ້, ເພື່ອເຮັດໃຫ້ທຸລະກິດຂອງຂ້ານ້ອຍຈະເລີນຮຸ່ງເຮືອງ’. ແລ້ວເຈົ້າກໍໄຕ່ຕອງສຸດຄວາມສາມາດຂອງເຈົ້າ ກ່ຽວກັບວິທີທີ່ຈະສ້າງເງິນຫຼາຍໆ. ອີງຕາມວິທີປົກກະຕິຂອງການຫາເງິນນັ້ນ, ການຂາຍສິ່ງຕ່າງໆໃນລາຄາດຽວກັນຕໍ່ລູກຄ້າທຸກຄົນ, ແຕ່ລະຜົນກຳໄລທີ່ເຈົ້າສ້າງແມ່ນເກີດຈາກຄວາມສຳນຶກທີ່ດີ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນວິທີທີ່ຈະເຮັດໃຫ້ຮັ່ງມີໄວ. ຍ້ອນຖືກຂັບເຄື່ອນດ້ວຍຄວາມຕ້ອງການສ້າງຜົນກຳໄລ, ຄວາມຄິດຂອງເຈົ້າຈຶ່ງໄດ້ປ່ຽນແປງເທື່ອລະໜ້ອຍ. ໃນລະຫວ່າງການປ່ຽນແປງນີ້, ຫຼັກການປະພຶດຂອງເຈົ້າກໍເລີ່ມປ່ຽນແປງເຊັ່ນກັນ. ເມື່ອເຈົ້າສໍ້ໂກງຄົນໜຶ່ງເປັນຄັ້ງທໍາອິດ, ເຈົ້າກໍມີຂໍ້ສະຫງວນຂອງເຈົ້າ ໂດຍເວົ້າວ່າ ‘ນີ້ຈະເປັນເທື່ອດຽວທີ່ຂ້ານ້ອຍສໍ້ໂກງຄົນອື່ນ. ຂ້ານ້ອຍຈະບໍ່ເຮັດມັນອີກແລ້ວ. ຂ້ານ້ອຍບໍ່ສາມາດສໍ້ໂກງຜູ້ຄົນໄດ້. ມີຜົນຕາມມາຢ່າງຮ້າຍແຮງໃນການສໍ້ໂກງ. ມັນຈະນໍາບັນຫາຫຼາຍຢ່າງມາໃຫ້ກັບຂ້ານ້ອຍ!’ ເມື່ອເຈົ້າສໍ້ໂກງຄົນອື່ນເປັນຄັ້ງທໍາອິດ, ຫົວໃຈຂອງເຈົ້າກໍຈະມີຄວາມລັງເລໃຈ; ນີ້ແມ່ນທໍາມະຊາດແຫ່ງຈິດສຳນຶກຂອງມະນຸດ ນັ້ນກໍຄື ການເຮັດໃຫ້ເຈົ້າຮູ້ສຶກລັງເລໃຈ ແລະ ຕໍານິຕົນເອງ ເພື່ອວ່າ ເຈົ້າຈະໄດ້ຮູ້ສຶກບໍ່ເປັນທຳມະຊາດເມື່ອເຈົ້າສໍ້ໂກງຄົນອື່ນ. ແຕ່ວ່າ ຫຼັງຈາກເຈົ້າໄດ້ສໍ້ໂກງຄົນອື່ນສຳເລັດ, ເຈົ້າຈະເຫັນໄດ້ວ່າ ບັດນີ້ ເຈົ້າມີເງິນຫຼາຍກວ່າເກົ່າ ແລະ ເຈົ້າຄິດວ່າວິທີນີ້ສາມາດເປັນປະໂຫຍດຕໍ່ເຈົ້າຫຼາຍ. ເຖິງແມ່ນຈະເຈັບປວດເປັນປະຈຳໃນຫົວໃຈຂອງເຈົ້າ, ເຈົ້າກໍຍັງຮູ້ສຶກຄືກັບຊົມເຊີຍຕົນເອງໃນຄວາມສຳເລັດຂອງເຈົ້າ ແລະ ເຈົ້າຮູ້ສຶກຂ້ອນຂ້າງພໍໃຈກັບຕົວເຈົ້າເອງ. ເປັນຄັ້ງທຳອິດທີ່ເຈົ້າເຫັນດີກັບພຶດຕິກຳຂອງເຈົ້າເອງ ແລະ ເຫັນດີກັບວິທີລໍ້ລວງຂອງເຈົ້າເອງ. ຫຼັງຈາກນັ້ນ, ເມື່ອມະນຸດຖືກເຮັດໃຫ້ເປິເປື້ອນດ້ວຍການສໍ້ໂກງນີ້, ມັນກໍຈະເປັນຄືກັບຄົນທີ່ກ່ຽວພັນກັບການພະນັນ ແລະ ສຸດທ້າຍກໍກາຍເປັນນັກພະນັນ. ໃນຄວາມບໍ່ຮູ້ສຶກຕົວຂອງເຈົ້າ, ເຈົ້າເຫັນດີກັບພຶດຕິກຳສໍ້ໂກງຂອງເຈົ້າເອງ ແລະ ຍອມຮັບມັນ. ດ້ວຍຄວາມບໍ່ຮູ້ສຶກຕົວ, ເຈົ້າຖືວ່າການສໍ້ໂກງເປັນພຶດຕິກຳທາງການຄ້າທີ່ຖືກຕ້ອງຕາມກົດໝາຍ ແລະ ເປັນຫົນທາງທີ່ມີປະໂຫຍດທີ່ສຸດເພື່ອການຢູ່ລອດ ແລະ ຄວາມເປັນຢູ່ຂອງເຈົ້າ; ເຈົ້າຄິດວ່າ ໂດຍການເຮັດແບບນີ້ ເຈົ້າຈະໄດ້ຮັ່ງມີໄວໆ. ນີ້ແມ່ນຂະບວນການ: ໃນເບື້ອງຕົ້ນ, ຜູ້ຄົນບໍ່ສາມາດຍອມຮັບພຶດຕິກຳແບບນີ້ ແລະ ພວກເຂົາດູຖູກພຶດຕິກຳ ແລະ ການກະທຳແບບນີ້. ຕໍ່ມາ ພວກເຂົາໄດ້ເລີ່ມທົດລອງກັບພຶດຕິກຳນີ້ດ້ວຍຕົວພວກເຂົາເອງ, ພະຍາຍາມເຮັດດ້ວຍວິທີຂອງພວກເຂົາເອງ ແລະ ຫົວໃຈຂອງພວກເຂົາກໍເລີ່ມປ່ຽນແປງເທື່ອລະໜ້ອຍ. ນີ້ແມ່ນການປ່ຽນແປງແບບໃດ? ມັນເປັນການເຫັນດີ ແລະ ການຍອມຮັບກະແສນີ້, ຍອມຮັບແນວຄິດທີ່ປູກຝັງໃນຕົວເຈົ້າດ້ວຍກະແສໃນສັງຄົມ. ດ້ວຍຄວາມບໍ່ຮູ້ສຶກຕົວ, ຖ້າເຈົ້າບໍ່ສໍ້ໂກງຜູ້ຄົນເມື່ອເຮັດທຸລະກິດກັບພວກເຂົາ, ເຈົ້າຮູ້ສຶກວ່າເຈົ້າຂາດທຶນ; ຖ້າເຈົ້າບໍ່ສໍ້ໂກງຜູ້ຄົນ, ເຈົ້າຮູ້ສຶກເໝືອນກັບວ່າເຈົ້າສູນເສຍບາງສິ່ງບາງຢ່າງ. ໂດຍບໍ່ຮູ້ຕົວ, ການສໍ້ໂກງນີ້ໄດ້ກາຍເປັນຈິດວິນຍານຂອງເຈົ້າ, ເປັນກະດູກສັນຫຼັງຂອງເຈົ້າ ແລະ ພຶດຕິກຳປະເພດໜຶ່ງທີ່ຂາດບໍ່ໄດ້ ເຊິ່ງເປັນຫຼັກການໃນຊີວິດຂອງເຈົ້າ. ຫຼັງຈາກທີ່ມະນຸດໄດ້ຮັບເອົາພຶດຕິກຳນີ້ ແລະ ຄວາມຄິດນີ້, ສິ່ງນີ້ບໍ່ໄດ້ເຮັດໃຫ້ຫົວໃຈຂອງເຂົາປ່ຽນແປງບໍ? ໃນເມື່ອຫົວໃຈຂອງເຈົ້າໄດ້ປ່ຽນແປງ, ຄວາມຊື່ສັດຂອງເຈົ້າຈະບໍ່ປ່ຽນແປງເຊັ່ນກັນບໍ? ຄວາມເປັນມະນຸດຂອງເຈົ້າໄດ້ປ່ຽນແປງໄປແລ້ວບໍ່? ຄວາມສຳນຶກຂອງເຈົ້າໄດ້ປ່ຽນແປງໄປແລ້ວບໍ? (ແມ່ນແລ້ວ.) ແມ່ນແລ້ວ, ທຸກສ່ວນຂອງບຸກຄົນນີ້ໄດ້ຜ່ານການປ່ຽນແປງດ້ານຄຸນນະພາບ, ນັບຕັ້ງແຕ່ຫົວໃຈຂອງພວກເຂົາຫາຄວາມຄິດຂອງພວກເຂົາ, ຈົນເຖິງກັບວ່າ ພວກເຂົາຖືກປ່ຽນແປງຈາກພາຍໃນສູ່ພາຍນອກ. ການປ່ຽນແປງນີ້ຈະດຶງເຈົ້າອອກຫ່າງຈາກພຣະເຈົ້າເລື້ອຍໆ ແລະ ເຈົ້າກໍຍິ່ງຈະພົວພັນກັບຊາຕານຢ່າງໃກ້ຊິດຂຶ້ນເລື້ອຍໆ; ເຈົ້າຍິ່ງຈະເປັນຄືກັບຊາຕານຫຼາຍຂຶ້ນເລື້ອຍໆ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ສະທ້ອນເຖິງຄວາມເປັນຈິງ. ນັ້ນຄືສິ່ງທີ່ຂ້ອຍເປັນແທ້ໆ. ໃນຕອນທໍາອິດ, ຂ້ອຍດຳເນີນໂດຍຄວາມສຳນຶກຂອງຂ້ອຍ ແລະ ດຳເນີນທຸລະກິດຢ່າງຊື່ສັດ. ແຕ່ເມື່ອພໍ່ຂອງຂ້ອຍຕ້ອງເຂົ້າໂຮງໝໍ, ຖືກກະຕຸ້ນຈາກໝູ່ເພື່ອນ ແລະ ເພື່ອນຮ່ວມງານ, ຂ້ອຍຈຶ່ງເລີ່ມເວົ້າຕົວະ ແລະ ສໍ້ໂກງເພື່ອເອົາເງິນເພີ່ມ. ຂ້ອຍຈົບລົງໂດຍທີ່ບໍ່ສາມາດຢຸດຕົນເອງໄດ້. ຂ້ອຍຕ້ອງການຢຸດ ແຕ່ບໍ່ສາມາດຢຸດໄດ້. ຂ້ອຍເຫັນວ່າທຸກສິ່ງເກີດຈາກຄວາມເສື່ອມຊາມຂອງຊາຕານ. ຂ້ອຍໄດ້ຮັບອິດທິພົນຈາກສັງຄົມ ແລະ ຖືເອົາປັດຊະຍາຂອງຊາຕານ ເຊັ່ນ: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ເງິນມາກ່ອນ”, “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້” ແລະ “ເງິນເຮັດໃຫ້ໂລກໝຸນ” ເປັນຄຳຂວັນຂອງຂ້ອຍ. ຂ້ອຍປະຕິບັດຕາມແນວໂນ້ມທີ່ຊົ່ວຮ້າຍ ແທນທີ່ຈະຫາເງິນຢ່າງມີກຽດ. ຂ້ອຍປະຖິ້ມມາດຕະຖານພື້ນຖານຂອງຂ້ອຍກ່ຽວກັບຈັນຍາບັນເພື່ອແລກເອົາກຳໄລ, ຮຽນຮູ້ວິທີການປະດິດສ້າງແນວທາງຂອງຂ້ອຍໃນສິ່ງທີ່ຂ້ອຍສັງເກດໃນຄົນອື່ນ. ຂ້ອຍໃຊ້ສະໝອງຂອງຂ້ອຍຢ່າງໜັກ ແລະ ບໍ່ມີຫຍັງສາມາດຢຸດໄດ້ໃນການສໍ້ໂກງລູກຄ້າ, ແລ້ວເຫັນແກ່ຕົວ, ມີເລ່ຫຼ່ຽມ, ຊົ່ວຮ້າຍ ແລະ ໂລບມາກຫຼາຍຂຶ້ນ. ຂ້ອຍສູນເສຍຄວາມສໍານຶກ, ເຫດຜົນ ແລະ ກຽດສັກສີທີ່ຄົນປົກກະຕິຄວນຈະມີ. ເຖິງແມ່ນວ່າຂ້ອຍສ້າງກຳໄລຈາກການເວົ້າຕົວະ ແລະ ການສໍ້ໂກງຕະຫຼອດຫຼາຍປີ, ຊໍາລະໜີ້ຂອງຂ້ອຍ ແລະ ດຳລົງຊີວິດທີ່ສະດວກສະບາຍຫຼາຍຂຶ້ນ, ຂ້ອຍກໍ່ບໍ່ໄດ້ພົບພໍ້ກັບຄວາມສຸກທີ່ແທ້ຈິງ. ຂ້ອຍຮູ້ສຶກຜິດຢູ່ສະເໝີ, ກັງວົນທີ່ຈະຖືກເປີດໂປງຍ້ອນຄຳເວົ້າຕົວະຂອງຂ້ອຍ ແລະ ທຳລາຍຊື່ສຽງຂອງຂ້ອຍຢູ່ສະເໝີ. ແຕ່ຂ້ອຍຕິດກັບດັກຢູ່ໃນສິ່ງນັ້ນ ແລະ ບໍ່ສາມາດໜີໄດ້. ຫຼັງຈາກທີ່ກາຍເປັນຜູ້ເຊື່ອ, ເຖິງແມ່ນຈະຮູ້ວ່າພຣະເຈົ້າມັກຄົນຊື່ສັດ ແລະ ໄດ້ຕັ້ງໃຈໃນຄຳອະທິຖານທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ, ເມື່ອຂ້ອຍຖືກລໍ້ດ້ວຍຈຳນວນເງິນທີ່ຫຼາຍ ຂ້ອຍກໍ່ບໍ່ສາມາດຢຸດຕົນເອງບໍ່ໃຫ້ເວົ້າຕົວະ ແລະ ສໍ້ໂກງໄດ້. ຂ້ອຍເຫັນວ່າຂ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງຫຼາຍສໍ່າໃດ. ໃນທີ່ສຸດ, ຂ້ອຍກໍ່ຮູ້ວ່າປັດຊະຍາເຫຼົ່ານີ້ຂອງຊາຕານສໍາລັບດໍາລົງຊີວິດແມ່ນສິ່ງທີ່່ບໍ່ດີ ເຊິ່ງນໍາພາໃນທາງທີ່ຜິດ ແລະ ທຳຮ້າຍຜູ້ຄົນ. ພວກມັນເຮັດໃຫ້ຂ້ອຍເສື່ອມຊາມຫຼາຍຈົນຂ້ອຍຊົ່ວຮ້າຍ ແລະ ຊົ່ວຊ້າຫຼາຍຂຶ້ນເລື້ອຍໆ. ການດໍາລົງຊີວິດຕາມຄວາມຄິດເຫຼົ່ານີ້ ແລະ ການດໍາເນີນທຸລະກິດຢ່າງບໍ່ຊື່ສັດບໍ່ແມ່ນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ການປະຕິບັດພຣະທຳຂອງພຣະເຈົ້າ ແລະ ການປະຕິບັດຄວາມຈິງຕາມທີ່ພຣະເຈົ້າຮຽກຮ້ອງ, ດັ່ງຄົນຊື່ສັດ ເປັນເສັ້ນທາງດຽວທີ່ຖືກຕ້ອງໃນຊີວິດ!

ຫຼັງຈາກນັ້ນ ຂ້ອຍກໍ່ອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ຄົນໆໜຶ່ງຄວນປະຕິບັດການເປັນຄົນຊື່ສັດແນວໃດ? (ໂດຍການບໍ່ມີສ່ວນຮ່ວມໃນຄວາມຫຼອກລວງ ແລະ ບໍ່ຖືກເຈືອຈາງເມື່ອຄົນໆໜຶ່ງເວົ້າ.) ‘ບໍ່ຖືກເຈືອຈາງ’ ໝາຍຄວາມວ່າແນວໃດ? ມັນໝາຍເຖິງບໍ່ຕົວະ ຫຼື ມີເຈດຕະນາ ແລະ ຈຸດປະສົງສ່ວນຕົວໃນສິ່ງທີ່ເຈົ້າເວົ້າ. ຖ້າເຈົ້າມີຄວາມຫຼອກລວງ ຫຼື ເຈດຕະນາ ແລະ ຈຸດປະສົງສ່ວນຕົວ, ຄຳຂີ້ຕົວະກໍຈະອອກມາໂດຍທຳມະຊາດ. ຖ້າເຈົ້າບໍ່ມີຄວາມຫຼອກລວງ ຫຼື ເຈດຕະນາ ແລະ ຈຸດປະສົງສ່ວນຕົວຢູ່ພາຍໃນເຈົ້າ, ສິ່ງທີ່ເຈົ້າເວົ້າກໍຈະບໍ່ຖືກເຈືອຈາງ ແລະ ມັນຈະບໍ່ມີຄຳຂີ້ຕົວະໃດໆ; ເມື່ອເຈົ້າເວົ້າວ່າ ‘ແມ່ນ’, ມັນຈະໝາຍຄວາມວ່າ ‘ແມ່ນ’ ແລະ ເມື່ອເຈົ້າເວົ້າວ່າ ‘ບໍ່’, ມັນຈະໝາຍຄວາມວ່າ ‘ບໍ່’. ເພື່ອເຮັດໃຫ້ຫົວໃຈຂອງເຈົ້າບໍລິສຸດແມ່ນເປັນຂັ້ນຕອນທີ່ສໍາຄັນທີ່ສຸດ. ເມື່ອຫົວໃຈຂອງເຈົ້າຖືກເຮັດໃຫ້ບໍລິສຸດ, ບັນຫາຂອງຄວາມຈອງຫອງ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ກົງຂອງເຈົ້າຈະຖືກແກ້ໄຂທັງໝົດ. ເພື່ອເປັນຄົນຊື່ສັດ, ຄົນໆໜຶ່ງຕ້ອງສະສາງຫົວໃຈຂອງພວກເຂົາຈາກສິ່ງເຈືອປົນເຫຼົ່ານີ້; ເມື່ອໄດ້ເຮັດເຊັ່ນນີ້, ມັນກໍຈະງ່າຍທີ່ຈະເປັນຄົນຊື່ສັດ. ການເປັນຄົນຊື່ສັດນັ້ນຊັບຊ້ອນບໍ? ບໍ່, ມັນບໍ່ຊັບຊ້ອນ. ບໍ່ວ່າຈະມີຫຼາຍສະພາວະ ຫຼື ອຸປະນິໄສທີ່ເສື່ອມຊາມຢູ່ພາຍໃນຕົວເຈົ້າກໍຕາມ, ນີ້ແມ່ນຄວາມຈິງໜຶ່ງດຽວທີ່ສາມາດແກ້ໄຂພວກມັນທັງໝົດໄດ້. ຢ່າເວົ້າຕົວະ, ເວົ້າຢ່າງກົງໄປກົງມາ, ປະຕິບັດໃຫ້ສອດຄ່ອງກັບຄວາມຈິງ, ມີຄວາມໂປ່ງໃສໃນທຸກສິ່ງທີ່ເຈົ້າເຮັດ ແລະ ດຳລົງຊີວິດເປັນມະນຸດຢູ່ຕໍ່ໜ້າພຣະເຈົ້າ; ຖ້າເຈົ້າເຮັດແບບນັ້ນ, ເຈົ້າຈະດຳລົງຊີວິດຢູ່ໃນຄວາມສະຫວ່າງ” (ຄັດຈາກບົດ “ເສັ້ນທາງສູ່ການແກ້ໄຂນິໄສອັນເສື່ອມຊາມ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຄົ້ນພົບເສັ້ນທາງແຫ່ງການປະຕິບັດຈາກພຣະທຳຂອງພຣະເຈົ້າ. ຢ່າງທຳອິດ, ພວກເຮົາຕ້ອງຕັ້ງເຮັດໃຫ້ແຮງຈູງໃຈຂອງພວກເຮົາທ່ຽງກົງ, ບໍ່ເວົ້າຕົວະ ແລະ ບໍ່ມີຄວາມຄິດທີ່ຈະຫຼອກລວງ. ພວກເຮົາຕ້ອງດໍາລົງຊີວິດຢ່າງເປີດເຜີຍ, ສົມຄວນໄດ້ຮັບຄວາມເຄົາລົບ ແລະ ຄວາມໄວ້ວາງໃຈຈາກຜູ້ຄົນ ແລະ ດໍາລົງຊີວິດໂດຍຢູ່ໃນລັກສະນະຂອງມະນຸດຫຼາຍຂຶ້ນເລື້ອຍໆ. ພຣະເຈົ້າມັກ ແລະ ອວຍພອນຄົນທີ່ສັດຊື່. ຄົນປະເພດນັ້ນບໍ່ໄດ້ອາໄສຢູ່ໃນຄວາມມືດ ຫຼື ຄວາມເຈັບປວດ ແລະ ພວກເຂົາບໍ່ໃຊ້ສະໝອງຂອງພວກເຂົາຢ່າງໜັກເພື່ອຕົວະຫຼອກຕໍ່ໄປ. ໂດຍສະເພາະແລ້ວ, ພວກເຂົາບໍ່ໄດ້ດໍາລົງຊີວິດໃນທຸກມື້ດ້ວຍຄວາມຢ້ານວ່າຄໍາເວົ້າຕົວະຂອງພວກເຂົາຈະກັບມາຕາມຫຼອກຫຼອນພວກເຂົາ. ຄົນທີ່ຊື່ສັດບໍ່ໄດ້ຖືກຈຳກັດແບບນັ້ນ, ແຕ່ພວກເຂົາມີອິດສະຫຼະ ແລະ ມີຄວາມສະຫງົບສຸກ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງມັນ, ຂ້ອຍກໍ່ເຕັມໃຈທີ່ຈະປະຕິບັດການເປັນຄົນຊື່ສັດຕາມທີ່ພຣະເຈົ້າຮຽກຮ້ອງ.

ປະມານຕອນສວາຍຂອງມື້ຖັດໄປ, ຂ້ອຍກຳລັງຕັດຜົມຂອງຄົນໆໜຶ່ງ ເມື່ອແມ່ຍິງຄົນທີ່ຂ້ອຍແນະນໍາການຮັກສາເພື່ອເຮັດໃຫ້ຜົມໜາຂຶ້ນກ່ອນໜ້າ ໄດ້ຍ່າງເຂົ້າໂດຍເຮັດສີໜ້າບໍ່ພໍໃຈ. ຂ້ອຍຄິດວ່າ “ມັນເບິ່ງຄືວ່າລາວຈະສ້າງບັນຫາບາງຢ່າງ. ຈະເປັນແນວໃດຖ້າລາວເວົ້າວ່າຜະລິດຕະພັນບໍ່ດີ ແລະ ລູກຄ້າຄົນອື່ນກໍ່ໄດ້ຍິນມັນ? ສິ່ງນັ້ນອາດມີຜົນກະທົບຕໍ່ທຸລະກິດຂອງຂ້ອຍ. ຂ້ອຍຈະສາມາດເຮັດແນວໃດເພື່ອໃຫ້ລາວອອກຈາກບ່ອນນີ້?” ໃນຂະນະທີ່ຂ້ອຍກໍາລັງພະຍາຍາມຫາວິທີຈັດການກັບລາວ, ຂ້ອຍກໍ່ຄິດເຖິງພຣະທຳຂອງພຣະເຈົ້າທີ່ວ່າ: “ຢ່າເວົ້າຕົວະ, ເວົ້າຢ່າງກົງໄປກົງມາ, ປະຕິບັດໃຫ້ສອດຄ່ອງກັບຄວາມຈິງ, ມີຄວາມໂປ່ງໃສໃນທຸກສິ່ງທີ່ເຈົ້າເຮັດ ແລະ ດຳລົງຊີວິດເປັນມະນຸດຢູ່ຕໍ່ໜ້າພຣະເຈົ້າ; ຖ້າເຈົ້າເຮັດແບບນັ້ນ, ເຈົ້າຈະດຳລົງຊີວິດຢູ່ໃນຄວາມສະຫວ່າງ” (ຄັດຈາກບົດ “ເສັ້ນທາງສູ່ການແກ້ໄຂນິໄສອັນເສື່ອມຊາມ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ວ່າຂ້ອຍບໍ່ສາມາດເວົ້າຕົວະ ຫຼື ຫຼອກລວງໄດ້ອີກຕໍ່ໄປ ແລະ ບໍ່ວ່າແມ່ຍິງຄົນນັ້ນຈະເວົ້າຫຍັງກໍ່ຕາມ ແລະ ບໍ່ວ່າລູກຄ້າຄົນອື່ນຄິດກັບຂ້ອຍແນວໃດກໍ່ຕາມ, ບໍ່ວ່າຂ້ອຍຈະສາມາດຫາເງິນໄດ້ ຫຼື ບໍ່ຫຼັງຈາກນັ້ນ, ຂ້ອຍກໍ່ຕ້ອງຊື່ສັດຕາມພຣະທຳຂອງພຣະເຈົ້າ ແລະ ພຽງແຕ່ເວົ້າຄວາມຈິງ, ຫຼັງຈາກນັ້ນກໍ່ຍອມຮັບການຕໍ່ວ່າຂອງລາວຢ່າງເໝາະສົມ. ໃນຂະນະທີ່ສິ່ງນັ້ນແລ່ນຜ່ານຄວາມຄິດຂອງຂ້ອຍ, ຂ້ອຍກໍ່ໄດ້ຍິນລາວເວົ້າຢ່າງໃຈຮ້າຍວ່າ “ເຈົ້າບໍ່ໄດ້ເວົ້າບໍວ່າ ຜະລິດຕະພັນເຮັດໃຫ້ຜົມໜານີ້ຈະຊ່ວຍໃຫ້ຜົມຫຼາຍຂຶ້ນ? ບໍ່ມີຜົມໃໝ່ແມ່ນແຕ່ເສັ້ນດຽວຂຶ້ນ. ເຈົ້າກຳລັງຫຼອກລວງຂ້ອຍ, ແມ່ນບໍ?” ຂ້ອຍບອກລາວຢ່າງຈິງໃຈວ່າ “ລູກຄ້າບາງຄົນເວົ້າວ່າຜະລິດຕະພັນນີ້ຂ້ອນຂ້າງມີປະສິດທິພາບ ແລະ ຄົນອື່ນກໍ່ເວົ້າວ່າມັນບໍ່ມີປະສິດທິພາບ. ຂ້ອຍບໍ່ໄດ້ໃຊ້ດ້ວຍຕົວຂ້ອຍເອງ, ສະນັ້ນຂ້ອຍບໍ່ສາມາດເວົ້າໄດ້. ຖ້າເຈົ້າຮູ້ສຶກວ່າມັນບໍ່ໄດ້ຜົນ, ສະນັ້ນ ຢ່າໃຊ້ມັນອີກຕໍ່ໄປ ແລະ ຂ້ອຍຈະໃຫ້ເງິນຄືນແກ່ເຈົ້າ”. ເມື່ອໄດ້ຍິນຂ້ອຍເວົ້າແບບນີ້, ຄວາມໃຈຮ້າຍຂອງລາວກໍ່ຫາຍໄປ ແລະ ລາວກໍ່ເວົ້າດ້ວຍຮອຍຍິ້ມວ່າ “ຂ້ອຍພຽງແຕ່ຢາກຮູ້ຄວາມຈິງກ່ຽວກັບເລື່ອງນີ້. ເນື່ອງຈາກເຈົ້າເຕັມໃຈທີ່ຈະຊື່ສັດ, ບໍ່ຈຳເປັນຕ້ອງສົ່ງເງິນຄືນ. ແຕ່ເຖິງຢ່າງໃດກໍ່ຕາມ, ເຖິງແມ່ນວ່າຜົມຂອງຂ້ອຍບໍ່ໄດ້ໜາຂຶ້ນຈາກການນໍາໃຊ້ຜະລິດຕະພັນນີ້, ມັນກໍ່ອ່ອນ ແລະ ເຫຼື້ອມກວ່າແຕ່ກ່ອນ”. ຫຼັງຈາກທີ່ລາວຈາກໄປ, ຂ້ອຍກໍ່ຄິດເຖິງສິ່ງທີ່ຫາກໍ່ເກີດຂຶ້ນ. ຂ້ອຍມີປະສົບການຢ່າງແທ້ຈິງວ່າການເປັນຄົນຊື່ສັດ ແລະ ການປະຕິບັດຄວາມຈິງບໍ່ໄດ້ເປັນຂໍ້ເສຍປຽບ. ມັນບໍ່ພຽງແຕ່ຊະນະຄວາມນັບຖື ແລະ ຄວາມໄວ້ວາງໃຈຂອງຄົນອື່ນເທົ່ານັ້ນ, ແຕ່ມັນຮູ້ສຶກດີຄືກັນ. ສິ່ງນີ້ເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນໃນການເປັນຄົນສັດຊື່.

ໃນວັນຢຸດທ້າຍອາທິດຄັ້ງໜຶ່ງ, ເອື້ອຍຂອງຂ້ອຍໄດ້ມາຮ້ານຕັດຜົມເພື່ອສະຜົມຂອງລາວ ໃນຂະນະທີ່ມີລູກຄ້າຄົນໜຶ່ງທີ່ຕ້ອງການຍ້ອມສີຜົມ. ຂ້ອຍໄດ້ເບິ່ງຜົມຂອງລາວ ແລະ ບອກລາວວ່າ “ເຈົ້າຫາກໍ່ຍ້ອມຜົມເມື່ອບໍ່ດົນມານີ້. ເຈົ້າຄວນລໍຖ້າຈັກ ໜ້ອຍ, ເພາະວ່າສີຍ້ອມເຫຼົ່ານີ້ມີສານເຄມີຢູ່ໃນພວກມັນເຊິ່ງບໍ່ດີຕໍ່ເຈົ້າ”. ລູກຄ້າຕອບດ້ວຍຄວາມປະຫຼາດໃຈບາງຢ່າງວ່າ “ຂ້ອຍບໍ່ສາມາດເຊື່ອແທ້ໆວ່າມີຄົນທີ່ດຳເນີນທຸລະກິດໃນລັກສະນະນີ້. ບໍ່ແປກໃຈເລີຍທີ່ເຈົ້າເຮັດໄດ້ດີຫຼາຍ. ຄຸນລັກສະນະທີ່ດີເຮັດໃຫ້ທຸລະກິດປະສົບຜົນສໍາເລັດ!” ຫຼັງຈາກລາວອອກໄປ, ເອື້ອຍຂອງຂ້ອຍກໍ່ເຮັດໜ້າຕະຫຼົກໃສ່ຂ້ອຍ ແລະ ເວົ້າວ່າ “ເຈົ້າເປັນໄຂ້ ຫຼື ເປັນຫຍັງບໍ? ເງິນນັ້ນຢູ່ໃນມືຂອງເຈົ້າແທ້ໆ ແຕ່ເຈົ້າບໍ່ ເອົາ”. ຂ້ອຍເວົ້າຢ່າງສະຫງົບວ່າ “ຄວາມປະພຶດຂອງພວກເຮົາມີຜົນກະທົບຕໍ່ທຸລະກິດຂອງພວກເຮົາ. ຄົນໆໜຶ່ງທີ່ບໍ່ແມ່ນຄົນດີຈະສາມາດດໍາເນີນທຸລະກິດທີ່ດີໄດ້ແນວໃດ? ເຈົ້າສາມາດຫາເງິນໄດ້ໄວໂດຍການບໍ່ມີສິນທຳ, ແຕ່ກໍ່ບໍ່ດົນ. ຂ້ອຍເຮັດສິ່ງຕ່າງໆຢ່າງເປີດເຜີຍທັງໝົດໃນຕອນນີ້ ແລະ ຂ້ອຍກໍ່ຮູ້ສຶກດີຂຶ້ນຫຼາຍທີ່ຫາເງິນດ້ວຍຄວາມສຳນຶກ”. ເອື້ອຍຂອງຂ້ອຍກໍ່ຍິ້ມ ແລະ ເວົ້າວ່າ “ນັ້ນບໍ່ແມ່ນວິທີທີ່ເຈົ້າດຳເນີນທຸລະກິດກ່ອນໜ້ານີ້ເລີຍ. ເຈົ້າປ່ຽນໄປແທ້ໆ”. ເມື່ອເຫັນລັກສະນະທີ່ລາວອັດສະຈັນໃຈ, ຂ້ອຍກໍ່ຂອບພຣະຄຸນພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ມັນລ້ວນແລ້ວແຕ່ເປັນຍ້ອນພຣະທຳຂອງພຣະເຈົ້າ ແລະ ຂ້ອຍໄດ້ຊີມລົດຊາດຂອງຄວາມສະຫງົບໃນການເປັນຄົນທີ່ຊື່ສັດ ແລະ ການເວົ້າຄວາມຈິງ.

ຫຼັງຈາກນັ້ນ, ຮ້ານຕັດຜົມຂອງຂ້ອຍກໍ່ມີຄົນເຂົ້າມາໃຊ້ບໍລິການທຸກໆວັນຢຸດທ້າຍອາທິດ ແລະ ວັນພັກ ແລະ ມີຫຼາຍຄົນເຂົ້າມາຍ້ອນຄໍາເວົ້າຈາກປາກຕໍ່ປາກ ຫຼື ຄໍາແນະນໍາຂອງໝູ່ເພື່ອນ. ຂ້ອຍເຄີຍຄິດວ່າຂ້ອຍຈະບໍ່ມີວັນຕັ້ງຫຼັກໄດ້ໃນທຸລະກິດ ຫາກບໍ່ເວົ້າຕົວະກ່ຽວກັບບາງຢ່າງ ແລະ ຜູ້ຄົນຈະຫົວຂວັນໃສ່ຂ້ອຍ. ແຕ່ໃນທີ່ສຸດ, ຂ້ອຍກໍ່ໄດ້ເຫັນວ່າແນວຄິດນັ້ນເປັນຕາຫົວ, ແປກປະຫຼາດສໍ່າໃດ. ການດໍາເນີນໄປຕາມປັດຊະຍາຂອງຊາຕານນໍາເອົາຜົນປະໂຫຍດຊົ່ວຄາວ ແລະ ບໍ່ມີຫຍັງເຫຼືອ ນອກຈາກຄວາມວ່າງເປົ່າ ແລະ ຄວາມເຈັບປວດ. ມັນເປັນວິທີການດໍາລົງຊີວິດທີ່ເປັນຕາລັງກຽດ ແລະ ຊົ່ວຮ້າຍ, ບໍ່ມີລັກສະນະໃດໜຶ່ງຂອງມະນຸດ. ຕອນນີ້, ຂ້ອຍເນັ້ນໃສ່ການປະຕິບັດຄວາມຈິງ, ການເວົ້າຢ່າງຊື່ສັດ ແລະ ການດຳລົງຊີວິດຢ່າງທ່ຽງທຳ. ຂ້ອຍບໍ່ພຽງແຕ່ໄດ້ຮັບຄວາມເຄົາລົບ ແລະ ຄວາມໄວ້ວາງໃຈຈາກຄົນອື່ນເທົ່ານັ້ນ, ແຕ່ຂ້ອຍໄດ້ຮູ້ສຶກເຖິງຄວາມສະຫງົບໃຈເປັນການສ່ວນຕົວ. ມັນເປັນວິທີດຳລົງຊີວິດທີ່ອັດສະຈັນ! ການປ່ຽນແປງເລັກນ້ອຍທີ່ຂ້ອຍໄດ້ຜະເຊີນໃນຕອນນີ້ເປັນຍ້ອນພຣະທຳຂອງພຣະເຈົ້າ. ຂອບພຣະຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ກ່ອນນີ້: 10. ການປົດປ່ອຍຫົວໃຈ

ຕໍ່ໄປ: 12. ມີພຽງແຕ່ຄວາມຊື່ສັດເທົ່ານັ້ນທີ່ກໍ່ໃຫ້ເກີດຄວາມຄ້າຍຄືມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້