24. ລາງວັນໃນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ

ໂດຍ ຢາງມິງເຈີ້ນ, ການາດາ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ແມ່ນການສະແຫວງຫາຈິດໃຈຂອງພຣະເຈົ້າ. ການເຊື່ອຟັງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ” (ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າໄດ້ເຮັດໃຫ້ຂ້ານ້ອຍຄິດເຖິງປະສົບການຂອງຂ້ານ້ອຍໃນການອ່ອນນ້ອມຕໍ່ພຣະເຈົ້າ.

ທັງໝົດນີ້ແມ່ນເລີ່ມຕົ້ນຂຶ້ນໃນເດືອນມີນາ 2016 ໃນຕອນທີ່ຂ້ານ້ອຍໜີອອກຈາກປະເທດຈີນ ເພື່ອໜີຈາກການຈັບໂຕ ແລະ ການຂົ່ມເຫັງຂອງພັກຄອມມູນິດຈີນ, ເພື່ອທີ່ຂ້ານ້ອຍຈະສາມາດປະຕິບັດຄວາມເຊື່ອຂອງຂ້ານ້ອຍຢ່າງອິດສະຫຼະ. ຊ່ວງໜຶ່ງຫຼັງຈາກນັ້ນ, ຜູ້ນໍາຄຣິດຕະຈັກ ກໍຄື ເອື້ອຍຊັງ ໄດ້ມາຫາຂ້ານ້ອຍ ແລະ ຖາມຂ້ານ້ອຍວ່າ: “ເຈົ້າຢາກຈະຮັບເອົາໜ້າທີ່ໃນການຫົດນໍ້າບໍ?” ຂ້ານ້ອຍຕອບໄປດ້ວຍຄວາມປຶ້ມປິຕິວ່າ: “ນັ້ນຈະເປັນສິ່ງທີ່ດີຫຼາຍ! ຂ້ານ້ອຍຈະສາມາດຊ່ວຍບັນດາອ້າຍເອື້ອຍນ້ອງໃຫ້ເຂົ້າໃຈຄວາມຈິງ ແລະ ຊ່ວຍສ້າງຮາກຖານໃນທາງທີ່ເປັນຈິງ. ນັ້ນເປັນສິ່ງທີ່ດີ!” ຂ້ານ້ອຍຄິດກັບໂຕຂ້ານ້ອຍເອງວ່າ: ຖ້າບັນດາອ້າຍເອື້ອຍນ້ອງ ຜູ້ທີ່ຮູ້ຈັກຂ້ານ້ອຍຮູ້ວ່າຂ້ານ້ອຍເຮັດໜ້າທີ່ໃນການຫົດນໍ້າ, ພວກເຂົາຈະຊົມເຊີຍຂ້ານ້ອຍແທ້ໆ ແລະ ເຄົາລົບຂ້ານ້ອຍ. ສິ່ງນີ້ຈະເຮັດໃຫ້ຂ້ານ້ອຍດູດີ. ຢ່າງໃດກໍຕາມ, ໃນຕອນທີ່ຂ້ານ້ອຍມີຄວາມຫວັງນັ້ນ, ຜູ້ນໍາກໍໄດ້ເຂົ້າມາລົມນໍາຂ້ານ້ອຍອີກເທື່ອໜຶ່ງ. ລາວເວົ້າວ່າ ເອື້ອຍນ້ອງບາງຄົນຕ້ອງໄດ້ຍ້າຍ ເນື່ອງຈາກສະພາວະສຸກເສີນ, ແຕ່ພວກເຂົາຍັງບໍ່ພົບສະຖານທີ່ເໝາະສົມ. ລາວເວົ້າວ່າ ບ້ານຂອງຂ້ານ້ອຍຈະເໝາະຫຼາຍ ແລະ ຖາມຖ້າຂ້ານ້ອຍສາມາດເຮັດໜ້າທີ່ໃນການເປັນເຈົ້າບ້ານຮັບຮອງ. ຂ້ານ້ອຍຮູ້ສຶກວຸ້ນວານພາຍໃນ ໃນຕອນທີ່ລາວເວົ້າແບບນັ້ນ. ຂ້ານ້ອຍຄິດວ່າ ຂ້ານ້ອຍກໍາລັງຈະໄດ້ເຮັດໜ້າທີ່ຫົດນໍ້າ, ແຕ່ດຽວນີ້ ມັນແມ່ນໜ້າທີ່ການເປັນເຈົ້າບ້ານຮັບຮອງ. ຂ້ານ້ອຍຈະບໍ່ໄດ້ໃຊ້ເວລາທັງໝົດໃນເຮືອນຄົວບໍ? ມັນຈະເປັນວຽກທີ່ຍາກ, ແຕ່ຍິ່ງໄປກວ່ານັ້ນ ມັນຈະເປັນສິ່ງທີ່ໜ້າອັບອາຍ! ໃນໂລກພາຍນອກ, ຂ້ານ້ອຍໄດ້ຈັດການກັບທຸລະກິດຂະໜາດໃຫຍ່ ແລະ ມີໂຮງງານຂອງຂ້ານ້ອຍເອງ. ບັນດາໝູ່ ແລະ ພີ່ນ້ອງລ້ວນແຕ່ເອີ້ນຂ້ານ້ອຍວ່າ ຜູ້ຍິງເກັ່ງ. ຢູ່ບ້ານ ຂ້ານ້ອຍມີແມ່ບ້ານເຮັດຊັກລີດ, ແຕ່ງກິນ ແລະ ເຮັດຄວາມສະອາດ. ດຽວນີ້ ຂ້ານ້ອຍຕ້ອງເຮັດບົດບາດນັ້ນ ແລະ ແຕ່ງກິນໃຫ້ຄົນອື່ນ. ຂ້ານ້ອຍບໍ່ຢາກເຮັດໜ້າທີ່ນີ້ແທ້ໆ. ແຕ່ຂ້ານ້ອຍຄິດເຫັນວ່າບັນດາເອື້ອຍນ້ອງຈະບໍ່ມີສະຖານທີ່ອາໄສ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງສະຫງົບ, ພ້ອມທັງບ້ານຂອງຂ້ານ້ອຍເອງກໍເໝາະສົມໃນການຮັບຮອງ, ດັ່ງນັ້ນ ຂ້ານ້ອຍຈຶ່ງຕົກລົງຢ່າງບໍ່ເຕັມໃຈ.

ຫຼາຍມື້ຈາກນັ້ນ, ຂ້ານ້ອຍພວມປະຕິບັດໜ້າທີ່ຂອງຂ້ານ້ອຍໃນການຮັບຮອງຕາມຜີວເຜີນ, ແຕ່ພາຍໃນແລ້ວ ຂ້ານ້ອຍວຸ້ນວາຍໃຈ ແລະ ຂ້ານ້ອຍກໍໄດ້ເລີ່ມສົງໄສ. ບັນດາອ້າຍເອື້ອຍນ້ອງຂອງຂ້ານ້ອຍຄິດວ່າຂ້ານ້ອຍບໍ່ເໝາະສົມກັບໜ້າທີ່ການຫົດນໍ້າບໍ? ເປັນຫຍັງພວກເຂົາຈຶ່ງຂໍໃຫ້ຂ້ານ້ອຍເປັນເຈົ້າບ້ານຮັບຮອງ? ຖ້າພວກອ້າຍເອື້ອຍນ້ອງ ຜູ້ທີ່ຮູ້ຈັກຂ້ານ້ອຍຮູ້, ພວກເຂົາອາດຈະເວົ້າວ່າ ຂ້ານ້ອຍຂາດຄວາມຈິງທີ່ເປັນຈິງ ແລະ ຂ້ານ້ອຍບໍ່ສາມາດເຮັດໜ້າທີ່ອື່ນໆໄດ້ ນອກຈາກການຮັບເປັນເຈົ້າບ້ານຮັບຮອງບໍ? ຄວາມຄິດດັ່ງກ່າວນີ້ ຍິ່ງເຮັດໃຫ້ຂ້ານ້ອຍເສຍໃຈກວ່າເກົ່າ. ຫຼັງຈາກນັ້ນ ຂ້ານ້ອຍຄິດເຖິງປະນິທານທີ່ຂ້ານ້ອຍໄດ້ເຮັດຕໍ່ໜ້າພຣະເຈົ້າ, ບໍ່ວ່າໜ້າທີ່ໃດກໍຕາມ ທີ່ໄດ້ມອບໝາຍໃຫ້ຂ້ານ້ອຍ, ຕາບໃດທີ່ມັນເປັນປະໂຫຍດຕໍ່ວຽກງານຂອງຄຣິດຕະຈັກ, ຂ້ານ້ອຍຈະພະຍາຍາມເຮັດໃຫ້ເຖິງທີ່ສຸດ ເພື່ອທີ່ຈະເຮັດມັນໃຫ້ດີ ແລະ ເຖິງວ່າຂ້ານ້ອຍຈະບໍ່ມັກມັນກໍຕາມ, ຂ້ານ້ອຍກໍຍັງຈະອ່ອນນ້ອມ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ດັ່ງນັ້ນ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດອ່ອນນ້ອມໃນຕອນນີ້ ໃນເມື່ອໄດ້ມີການຂໍໃຫ້ຂ້ານ້ອຍເຮັດໜ້າທີ່ໃນການຮັບຮອງ? ຂ້ານ້ອຍອະທິຖານຢ່າງງຽບໆເຖິງພຣະເຈົ້າ. ຂ້ານ້ອຍເວົ້າວ່າ: “ໂອ ພຣະເຈົ້າ, ພຣະອົງປົກຄອງ ແລະ ຈັດແຈງໃຫ້ຂ້ານ້ອຍເຮັດໜ້າທີ່ໃນການຮັບຮອງ, ແຕ່ຂ້ານ້ອຍມີຄວາມຮູ້ສຶກຢາກຈະກະບົດຢູ່ຕະຫຼອດເວລາ ແລະ ບໍ່ສາມາດອ່ອນນ້ອມໄດ້ເລີຍ. ກະລຸນາໃຫ້ແສງສະຫວ່າງ ແລະ ນໍາພາຂ້ານ້ອຍ ເພື່ອທີ່ຂ້ານ້ອຍຈະສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະອົງ”.

ຫຼັງຈາກນັ້ນ, ຂ້ານ້ອຍໄດ້ອ່ານສອງບົດຄວາມກ່ຽວກັບພຣະທໍາຂອງພຣະເຈົ້າ: “ໃນການວັດແທກວ່າຜູ້ຄົນສາມາດເຊື່ອຟັງພຣະເຈົ້າໄດ້ ຫຼື ບໍ່ນັ້ນ, ສິ່ງສຳຄັນທີ່ຕ້ອງເບິ່ງແມ່ນພວກເຂົາປາຖະໜາສິ່ງທີ່ຟຸມເຟືອຍໃດໆຈາກພຣະເຈົ້າ ຫຼື ບໍ່, ພວກເຂົາມີແຮງຈູງໃຈທີ່ແອບແຝງຢູ່ ຫຼື ບໍ່. ຖ້າຜູ້ຄົນຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ, ມັນພິສູດໃຫ້ເຫັນວ່າ ພວກເຂົາບໍ່ເຊື່ອຟັງພຣະອົງ. ບໍ່ວ່າແມ່ນຫຍັງກໍຕາມເກີດຂຶ້ນກັບເຈົ້າ, ຖ້າເຈົ້າບໍ່ສາມາດໄດ້ຮັບມັນຈາກພຣະເຈົ້າ, ບໍ່ສາມາດສະແຫວງຫາຄວາມຈິງ, ເວົ້າຈາກການໃຫ້ເຫດຜົນຂອງຕົວເຈົ້າເອງສະເໝີ ແລະ ຮູ້ສຶກວ່າມີແຕ່ເຈົ້າຄົນດຽວທີ່ຖືກຢູ່ສະເໝີ ແລະ ເຖິງກັບສາມາດສົງໄສພຣະເຈົ້າໄດ້, ແລ້ວເຈົ້າກໍຈະມີບັນຫາ. ຄົນເຊັ່ນນັ້ນເປັນຄົນທີ່ອວດດີ ແລະ ກະບົດທີ່ສຸດຕໍ່ພຣະເຈົ້າ. ຜູ້ຄົນທີ່ຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີແມ່ນບໍ່ສາມາດເຊື່ອຟັງພຣະອົງໄດ້ຢ່າງແທ້ຈິງ. ຖ້າເຈົ້າຮຽກຮ້ອງຈາກພຣະເຈົ້າ, ນີ້ພິສູດວ່າເຈົ້າກຳລັງເຮັດຂໍ້ຕົກລົງກັບພຣະເຈົ້າຢູ່, ເຈົ້າກຳລັງເລືອກຄວາມຄິດຂອງຕົວເຈົ້າເອງຢູ່ ແລະ ກຳລັງປະຕິບັດຕາມຄວາມຄິດຂອງຕົວເຈົ້າເອງ. ໃນນີ້ ເຈົ້າທໍລະຍົດພຣະເຈົ້າ ແລະ ບໍ່ມີຄວາມເຊື່ອຟັງ” (ຄັດຈາກບົດ “ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ແມ່ນຫຍັງຄືຄວາມອ່ອນນ້ອມທີ່ແທ້ຈິງ? ເມື່ອໃດກໍ່ຕາມທີ່ພຣະເຈົ້າເຮັດບາງສິ່ງທີ່ເປັນໄປຕາມແນວທາງຂອງເຈົ້າ ແລະ ເຈົ້າຮູ້ສຶກວ່າທຸກສິ່ງເປັນຕາເພິ່ງພໍໃຈ ແລະ ເໝາະສົມ ແລະ ເຈົ້າຖືກເຮັດໃຫ້ໂດດເດັ່ນ, ເຈົ້າຮູ້ສຶກວ່າສິ່ງນີ້ຂ້ອນຂ້າງມີສະຫງ່າລາສີ ແລະ ເຈົ້າກໍ່ເວົ້າວ່າ ‘ຂອບໃຈພຣະເຈົ້າ’ ແລະ ສາມາດຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ. ເຖິງແນວໃດກໍ່ຕາມ, ເມື່ອໃດກໍ່ຕາມທີ່ເຈົ້າຖືກມອບໝາຍໃຫ້ຢູ່ໃນສະຖານທີ່ໆບໍ່ໂດດເດັ່ນ ເຊິ່ງເປັນບ່ອນທີ່ເຈົ້າຈະບໍ່ມີວັນສາມາດໄດ້ໂດດເດັ່ນຈັກເທື່ອ ແລະ ໃນບ່ອນທີ່ບໍ່ມີໃຜຈະຮັບຮູ້ເຈົ້າ, ຫຼັງຈາກນັ້ນ ເຈົ້າກໍ່ເຊົາຮູ້ສຶກມີຄວາມສຸກ ແລະ ພົບວ່າມັນຍາກທີ່ຈະຍອມອ່ອນນ້ອມ... ໂດຍປົກກະຕິແລ້ວ ການຍອມອ່ອນນ້ອມໃນຂະນະທີ່ເງື່ອນໄຂເອື້ອອຳນວຍເປັນສິ່ງທີ່ງ່າຍດາຍ. ຖ້າເຈົ້າຍັງສາມາດຍອມອ່ອນນ້ອມໃນສະຖານະການທີ່ບໍ່ເພິ່ງປະສົງ ນັ້ນກໍ່ຄື ບັນດາສິ່ງຕ່າງໆບໍ່ເປັນໄປຕາມທາງຂອງເຈົ້າ ແລະ ຄວາມຮູ້ສຶກຂອງເຈົ້າເຈັບປວດ, ເຮັດໃຫ້ເຈົ້າອ່ອນແອ, ເຮັດໃຫ້ເຈົ້າທົນທຸກທາງຮ່າງກາຍ ແລະ ສ້າງຄວາມເສຍຫາຍໃຫ້ກັບຊື່ສຽງຂອງເຈົ້າ, ທີ່ບໍ່ສາມາດຕອບສະໜອງຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງເຈົ້າໄດ້ ແລະ ທີ່ເຮັດໃຫ້ເຈົ້າປະສົບກັບຄວາມເຈັບປວດທາງຈິດໃຈ, ຫຼັງຈາກນັ້ນ ເຈົ້າຈະເຕີບໃຫຍ່ຢ່າງແທ້ຈິງ. ນີ້ບໍ່ແມ່ນເປົ້າໝາຍທີ່ພວກເຈົ້າຄວນສະແຫວງຫາບໍ? ຖ້າພວກເຈົ້າມີຄວາມເດັດດ່ຽວເຊັ່ນນີ້, ເປົ້າໝາຍເຊັ່ນນີ້, ແລ້ວກໍ່ຍັງມີຫວັງຢູ່” (ຄັດຈາກການສົນທະນາຂອງພຣະເຈົ້າ). ພຣະທໍາຂອງພຣະເຈົ້າສະແດງໃຫ້ຂ້ານ້ອຍເຫັນວ່າ ການອ່ອນນ້ອມທີ່ແທ້ຈິງ ບໍ່ແມ່ນຄວາມສໍາພັນລະຫວ່າງບຸກຄົນ ແລະ ທາງເລືອກສ່ວນບຸກຄົນບໍ່ສາມາດເກີດຂຶ້ນໄດ້. ບໍ່ວ່າຂ້ານ້ອຍຈະມັກ ຫຼື ບໍ່, ບໍ່ວ່າມັນຈະເປັນປະໂຫຍດຕໍ່ຂ້ານ້ອຍ ຫຼື ບໍ່, ແຕ່ຕາບໃດທີ່ມັນມາຈາກພຣະເຈົ້າ ແລະ ຊ່ວຍວຽກຂອງຄຣິດຕະຈັກໄດ້, ຂ້ານ້ອຍກໍຄວນອ່ອນນ້ອມຢ່າງແທ້ຈິງ. ແຕ່ກົງກັນຂ້າມ ຂ້ານ້ອຍພັດເຮັດຫຍັງ? ໃນຕອນທີ່ຂ້ານ້ອຍຖືກຮ້ອງຂໍໃຫ້ເຮັດໜ້າທີ່ໃນການຮັບຮອງ, ການຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ການຍົກສູງວຽກງານຂອງຄຣິດຕະຈັກ ແມ່ນບໍ່ໄດ້ຢູ່ໃນຫົວຂອງຂ້ານ້ອຍ, ແຕ່ຂ້ານ້ອຍພັດພຽງແຕ່ຄິດວ່າ ຂ້ານ້ອຍຈະສາມາດສະແດງອອກໄດ້ ຫຼື ບໍ່ ເພື່ອເຮັດໃຫ້ຄົນອື່ນແນມເບິ່ງຂ້ານ້ອຍ ແລະ ຈະມີການຕອບສະໜອງຄວາມທະນົງຕົນຂອງຂ້ານ້ອຍ ຫຼື ບໍ່. ນັ້ນເປັນການອ່ອນນ້ອມຕໍ່ພຣະເຈົ້າໄດ້ແນວໃດ? ຂ້ານ້ອຍຄິດຄືນຫຼັງໃນຕອນທີ່ຂ້ານ້ອຍເປັນຫົວໜ້າກຸ່ມ. ຜູ້ນໍາຄຣິດຕະຈັກໄດ້ສົນທະນາກັບຂ້ານ້ອຍກ່ອນກ່ຽວກັບວຽກໃນຄຣິດຕະຈັກ. ຂ້ານ້ອຍເຄີຍຄິດວ່າ ຜູ້ນໍາຄິດວ່າຂ້ານ້ອຍສໍາຄັນ ແລະ ບັນດາອ້າຍເອື້ອຍນ້ອງເຄົາລົບຂ້ານ້ອຍ. ບໍ່ມີຄວາມພະຍາຍາມໃດທີ່ຍິ່ງໃຫຍ່ເກີນໄປໃນໜ້າທີ່ຂອງຂ້ານ້ອຍ ແລະ ບໍ່ວ່າມັນຈະໜັກ ຫຼື ເມື່ອຍເທົ່າໃດ, ຂ້ານ້ອຍກໍມີຄວາມສຸກທີ່ຈະເຮັດມັນ. ແຕ່ເມື່ອຜະເຊີນກັບໜ້າທີ່ໃນການຮັບຮອງ, ຂ້ານ້ອຍກໍເກີດມີດ້ານລົບ ໂດຍຄິດວ່າມັນເປັນເລື່ອງຕໍ່າໆ. ຍິ່ງສໍາຄັນໄປກວ່ານັ້ນ, ບໍ່ວ່າຂ້ານ້ອຍໄດ້ພະຍາຍາມໜັກເທົ່າໃດ, ຄົນອື່ນຈະບໍ່ເຫັນຄວາມພະຍາຍາມນັ້ນ. ນັ້ນຄືເຫດຜົນທີ່ຂ້ານ້ອຍຮູ້ສຶກລັງກຽດມັນ ແລະ ບໍ່ຢາກທີ່ຈະເຮັດມັນ. ເມື່ອຮອດຈຸດນັ້ນເທົ່ານັ້ນ ຂ້ານ້ອຍຈຶ່ງເຫັນວ່າ ຂ້ານ້ອຍໄດ້ທຸ້ມເທຄວາມພະຍາຍາມຢ່າງໜັກໃນໜ້າທີ່ເກົ່າຂອງຂ້ານ້ອຍ ເນືື່ອງຈາກຂ້ານ້ອຍສາມາດສະແດງອອກ ແລະ ຄົນອື່ນຈະເຄົາລົບຂ້ານ້ອຍ. ຢ່າງໃດກໍຕາມ, ໜ້າທີ່ຮັບຮອງບໍ່ສາມາດຕອບສະໜອງຄວາມທະເຍີທະຍານຂອງຂ້ານ້ອຍໄດ້, ດັ່ງນັ້ນ ຂ້ານ້ອຍຈຶ່ງບໍ່ສາມາດອ່ອນນ້ອມໄດ້. ຫຼັງຈາກນັ້ນ, ຂ້ານ້ອຍຈຶ່ງໄດ້ຮັບຮູ້ວ່າ ຂ້ານ້ອຍມີແຕ່ຄວາມມັກ ແລະ ທາງເລືອກສ່ວນຕົວໃນໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ ແລະ ສິ່ງດຽວທີ່ຂ້ານ້ອຍຄິດແມ່ນກ່ຽວກັບຊື່ສຽງຂອງຂ້ານ້ອຍ, ສະຖານະຂອງຂ້ານ້ອຍ ແລະ ວິທີທີ່ມັນໃຫ້ປະໂຫຍດແກ່ຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ອ່ອນນ້ອມຕໍ່ພຣະເຈົ້າເລີຍ!

ຫຼັງຈາກນັ້ນ ຂ້ານ້ອຍໄດ້ອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າ: “ຄົນທີ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ກໍສາມາດຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າ ເມື່ອກຳລັງເຮັດສິ່ງຕ່າງໆ. ເມື່ອເຈົ້າຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຖືກເຮັດໃຫ້ຊື່ກົງ. ຖ້າເຈົ້າພຽງແຕ່ເຮັດສິ່ງຕ່າງໆເພື່ອໃຫ້ຄົນອື່ນເບິ່ງ ແລະ ບໍ່ຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າ, ແລ້ວພຣະເຈົ້າຍັງຢູ່ໃນຫົວໃຈຂອງເຈົ້າບໍ? ຄົນແບບນີ້ບໍ່ມີຄວາມເຄົາລົບຢຳເກງຕໍ່ພຣະເຈົ້າ. ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າຄຳນຶງເຖິງສະຖານະ, ກຽດຕິຍົດ ຫຼື ຊື່ສຽງຂອງເຈົ້າເອງ. ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດອີກດ້ວຍ! ກ່ອນອື່ນໝົດ ເຈົ້າຕ້ອງຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າເຈົ້າບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ເຮັດສຸດຄວາມສາມາດຂອງເຈົ້າເພື່ອຈົງຮັກພັກດີ ຫຼື ບໍ່, ເຮັດສຸດຄວາມສາມາດຂອງເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ມອບທັງໝົດຂອງເຈົ້າແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ໃສ່ຄວາມຄິດຂອງເຈົ້າໃສ່ໜ້າທີ່ຂອງພຣະເຈົ້າ ແລະ ພາລະກິດໃນເຮືອນຂອງພຣະເຈົ້າຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງຄຳນຶງເຖິງສິ່ງເຫຼົ່ານີ້. ໃຫ້ຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ານ້ອຍພົບເສັ້ນທາງແຫ່ງການປະຕິບັດໃນພຣະທໍາຂອງພຣະເຈົ້າ. ຂ້ານ້ອຍໄດ້ຍອມຮັບການກວດສອບຂອງພຣະເຈົ້າໃນໜ້າທີ່ຂອງຂ້ານ້ອຍ, ມີຫົວໃຈທີ່ຢໍາເກງພຣະເຈົ້າ, ສາມາດປ່ອຍວາງຜົນປະໂຫຍດສ່ວນຕົວ ແລະ ພຽງແຕ່ເຮັດສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ຄຣິດຕະຈັກ. ຫຼັງຈາກທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ກ່າວຄໍາອະທິຖານນີ້: “ໂອ ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະຮັບເອົາການກວດສອບຂອງພຣະອົງ. ຂ້ານ້ອຍຈະບໍ່ສົນໃຈສິ່ງທີ່ຄົນອື່ນຄິດກ່ຽວກັບຂ້ານ້ອຍອີກຕໍ່ໄປ. ຂ້ານ້ອຍພຽງແຕ່ຕ້ອງການທີ່ຈະສາມາດອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ ແລະ ເຮັດໜ້າທີ່ໃນການຮັບຮອງຂອງຂ້ານ້ອຍໃຫ້ດີ”. ຫຼາຍມື້ຫຼັງຈາກນີ້, ບັນດາເອື້ອຍນ້ອງໃນຄຣິດຕະຈັກຂອງຂ້ານ້ອຍຮູ້ວ່າ ຂ້ານ້ອຍຫາກໍມາຮອດປະເທດຕ່າງແດນນີ້ ແລະ ການຊື້ສິ່ງຂອງຕ່າງໆແມ່ນຍາກສໍາລັບຂ້ານ້ອຍ, ດັ່ງນັ້ນ ພວກເຂົາໄດ້ຫາເວລາໄປຊື້ເຄື່ອງທີ່ຈໍາເປັນກັບຂ້ານ້ອຍ. ພວກເຂົາຫຍຸ້ງຫຼາຍກັບໜ້າທີ່ຂອງຕົວເອງ, ແຕ່ພວກເຂົາກໍໄດ້ຊ່ວຍຂ້ານ້ອຍເຮັດວຽກເຮືອນ ໃນຕອນທີ່ພວກເຂົາສາມາດຊ່ວຍໄດ້. ເມື່ອໃດກໍຕາມທີ່ຂ້ານ້ອຍມີບັນຫາ, ພວກເຂົາກໍຈະສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າກັບຂ້ານ້ອຍ ແລະ ສົນທະນາກ່ຽວກັບປະສົບການຂອງພວກເຂົາເອງ ເພື່ອຊ່ວຍ ແລະ ສະໜັບສະໜູນຂ້ານ້ອຍ. ບໍ່ມີເອື້ອຍນ້ອງຜູ້ໃດດູຖູກຂ້ານ້ອຍ ຫຼື ຫຼົບຫຼີກຈາກຂ້ານ້ອຍ ເນື່ອງຈາກວ່າຂ້ານ້ອຍເປັນເຈົ້າບ້ານຮັບຮອງ. ຂ້ານ້ອຍຮູ້ສຶກຍິນດີວ່າ ມັນບໍ່ມີສູງ ຫຼື ຕໍ່າແທ້ໆ ເມື່ອເວົ້າເຖິງການເຮັດໜ້າທີ່ກັບບັນດາອ້າຍເອື້ອຍນ້ອງ. ພວກເຮົາພຽງແຕ່ປະຕິບັດໜ້າທີ່ ແລະ ພັນທະຂອງພວກເຮົາ ຕໍ່ໜ້າພຣະເຈົ້າ. ຫຼັງຈາກປະສົບການນີ້, ຂ້ານ້ອຍຄິດວ່າ ຂ້ານ້ອຍສາມາດອ່ອນນ້ອມໄດ້ໜ້ອຍໜຶ່ງໃນໜ້າທີ່ຂອງຂ້ານ້ອຍ, ແຕ່ເນື່ອງຈາກວ່າ ຂ້ານ້ອຍບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບທໍາມະຊາດ ແລະ ແກ່ນແທ້ຂອງຂ້ານ້ອຍ, ຂ້ານ້ອຍຍັງບໍ່ໄດ້ປ່ອຍວາງການສະແຫວງຫາຊື່ສຽງ ແລະ ສະຖານະໄດ້ຢ່າງບໍ່ສົມບູນ. ຂ້ານ້ອຍຖືກເປີດໂປງອີກຄັ້ງໃນຊ່ວງເວລາທີ່ສະຖານະການທີ່ຂ້ານ້ອຍບໍ່ມັກປາກົດຂຶ້ນ.

ຫຼັງຈາກນັ້ນໄລຍະໜຶ່ງ, ຜູ້ນໍາຄຣິດຕະຈັກໄດ້ໂທຫາຂ້ານ້ອຍ ກ່າວວ່າ ເອື້ອຍຊູ ຫຍຸ້ງຫຼາຍໃນການເທດສະໜາຂ່າວປະເສີດ ແລະ ລາວກໍໄດ້ຖາມຖ້າຂ້ານ້ອຍສາມາດແບ່ງເວລາເຄິ່ງມື້ ໃນທຸກໆວັນເສົາ ເພື່ອເປັນເອື້ອຍລ້ຽງໃຫ້ແກ່ລູກສາວຂອງເອື້ອຍຊູ. ຂ້ານ້ອຍຕໍ່ຕ້ານຄວາມຄິດໃນການເບິ່ງແຍງເດັກນ້ອຍນີ້ຢ່າງທັນທີ. ຂ້ານ້ອຍເຄີຍຫຍຸ້ງຫຼາຍກັບທຸລະກິດຂອງຂ້ານ້ອຍ ທີ່ເຮັດໃຫ້ຂ້ານ້ອຍບໍ່ໄດ້ເບິ່ງແຍງລູກຂອງຂ້ານ້ອຍເອງ. ການເບິ່ງແຍງລູກໆຂອງຄົນອື່ນຈະເຮັດໃຫ້ຂ້ານ້ອຍເປັນເອື້ອຍລ້ຽງແທ້ໆ. ບັນດາອ້າຍເອື້ອຍນ້ອງຜູ້ທີ່ຮູ້ຈັກຂ້ານ້ອຍຈະຄິດແນວໃດຖ້າພວກເຂົາຮູ້ກ່ຽວກັບເລື່ອງນີ້? ຂ້ານ້ອຍຈະສາມາດກ້າປະເຊີນໄດ້ແນວໃດ? ແຕ່ຂ້ານ້ອຍຄິດກ່ຽວກັບຄວາມຫຍຸ້ງຍາກທີ່ແທ້ຈິງທີ່ເອື້ອຍຊູມີ ແລະ ຂ້ານ້ອຍກໍຮູ້ວ່າ ຖ້າຂ້ານ້ອຍບໍ່ຊ່ວຍ, ມັນເປັນມະໂນທໍາຂອງຂ້ານ້ອຍ. ຂ້ານ້ອຍຄິດກ່ຽວກັບມັນຊ່ວງໜຶ່ງ ແລະ ກໍເຫັນດີ. ຕອນສວາຍວັນເສົານັ້ນ, ຂ້ານ້ອຍໄດ້ໄປເຮືອນເອື້ອຍຊູ. ຂ້ານ້ອຍເກືອບບໍ່ໄດ້ເຮັດຫຍັງເລີຍ ຈົນກະທັງ ໃນຕອນແລງນັ້ນ ທັນໃດນັ້ນ ເມື່ອເດັກນ້ອຍໄດ້ເລີ່ມສ້າງຄວາມວຸ້ນວາຍ ແລະ ຮ້ອງໄຫ້ຫາແມ່ຂອງລາວຂຶ້ນ ແລະ ຂ້ານ້ອຍບໍ່ສາມາດປອບໃຈລາວເລີຍ. ຂ້ານ້ອຍໄດ້ຟ້າວຊອກຫາເຄື່ອງຍ້ອມໃຈເພື່ອຈະເອົາໃຫ້ລາວເພື່ອເຮັດໃຫ້ລາວມີຄວາມສຸກ, ຂ້ານ້ອຍເລົ່າເລື່ອງໃຫ້ລາວຟັງ ແລະ ເປີດລາຍການກາຕູນໃຫ້ລາວເບິ່ງ ແລະ ໃນທ້າຍທີ່ສຸດ ລາວກໍເຊົາຮ້ອງໄຫ້. ໃນຕອນທີ່ຂ້ານ້ອຍເດີນທາງກັບ, ຂ້ານ້ອຍໄດ້ຍ່າງຕາມທາງ ແລະ ຄິດວ່າ: “ການເບິ່ງແຍງເດັກນ້ອຍແມ່ນຍາກແທ້. ມັນບໍ່ພຽງແຕ່ເມື່ອຍຈົນໝົດແຮງ, ແຕ່ມັນກໍຍັງເປັນວຽກຮັບໃຊ້ ແລະ ບໍ່ມີໃຜເຫັນຄຸນຄ່າເລີຍ”. ຍິ່ງຂ້ານ້ອຍຄິດຫຼາຍເທົ່າໃດ, ຂ້ານ້ອຍກໍຍິ່ງຮູ້ສຶກໂສກເສົ້າຫຼາຍເທົ່ານັ້ນ. ເມື່ອຂ້ານ້ອຍກັບຮອດບ້ານ, ຂ້ານ້ອຍເຫັນບັນດາເອື້ອຍນ້ອງຢູ່ທີ່ນັ້ນພວມສົນທະນາກ່ຽວກັບລາງວັນ ແລະ ປະສົບການຕ່າງໆທີ່ພວກເຂົາໄດ້ຮັບຈາກໜ້າທີ່ຂອງພວກເຂົາຢ່າງມີຄວາມສຸກ. ຂ້ານ້ອຍຮູ້ສຶກອິດສາ ແລະ ອຸກອັ່ງໃຈ. ຂ້ານ້ອຍຄິດວ່າ “ເມື່ອໃດຂ້ານ້ອຍຈະສາມາດເຮັດໜ້າທີ່ຫົດນໍ້າຄືເອື້ອຍນ້ອງຂອງຂ້ານ້ອຍ? ໃນໜ້າທີ່ນີ້ທີ່ຂ້ານ້ອຍກໍາລັງເຮັດຢູ່ດຽວນີ້, ຂ້ານ້ອຍເຮັດແຕ່ຂັດລ້າງໝໍ້ ແລະ ໝໍ້ຂາງ ຫຼື ຂ້ານ້ອຍເບິ່ງແຍງເດັກນ້ອຍ. ຄວາມຈິງອັນໃດທີ່ຂ້ານ້ອຍສາມາດໄດ້ຮັບຈາກການເຮັດສິ່ງນີ້? ຈະມີຄົນເວົ້າວ່າຂ້ານ້ອຍບໍ່ມີຄວາມຈິງທີ່ເປັນຈິງບໍ, ດັ່ງນັ້ນຂ້ານ້ອຍມີຄວາມອາດສາມາດພຽງແຕ່ໃຊ້ແຮງງານເປັນຄົນຮັບໃຊ້ແບບນີ້ບໍ?” ຄວາມຄິດນີ້ເຮັດໃຫ້ຂ້ານ້ອຍໂສກເສົ້າຍິ່ງຂຶ້ນ. ຄືນນັ້ນເອງ, ຂ້ານ້ອຍນອນລົງເທິງຕຽງປິ້ນໂຕໄປມາ, ບໍ່ສາມາດນອນຫຼັບຕາໄດ້, ດັ່ງນັ້ນ ຂ້ານ້ອຍຈຶ່ງໄປຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. ຂ້ານ້ອຍ ເວົ້າວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຮູ້ສຶກໂສກເສົ້າຫຼາຍໃນຂະນະນີ້. ຂ້ານ້ອຍຕ້ອງການເຮັດໜ້າທີ່ຕ່າງໆທີ່ເຮັດໃຫ້ຂ້ານ້ອຍໂດດເດັ່ນຕະຫຼອດເວລາ, ທີ່ເຮັດໃຫ້ຜູ້ອື່ນເຄົາລົບຂ້ານ້ອຍ. ໂອ ພຣະເຈົ້າ, ຂ້ານ້ອຍຮູ້ວ່າການໄລ່ນໍາສິ່ງນີ້ແມ່ນຂັດກັບຄວາມປະສົງຂອງພຣະອົງ, ແຕ່ຂ້ານ້ອຍພົບວ່າມັນຍາກຫຼາຍທີ່ຈະອ່ອນນ້ອມ. ພຣະເຈົ້າ, ກະລຸນາຊີ້ນໍາຂ້ານ້ອຍ ແລະ ນໍາພາຂ້ານ້ອຍ ແລະ ຊ່ວຍຂ້ານ້ອຍເພື່ອໃຫ້ຂ້ານ້ອຍຮູ້ຕົວຂອງຂ້ານ້ອຍເອງ ເພື່ອວ່າຂ້ານ້ອຍຈະສາມາດປ່ອຍວາງສະພາວະທີ່ຜິດນີ້ໄວ້ຂ້າງຫຼັງ”.

ແລ້ວຂ້ານ້ອຍກໍ່ໄດ້ອ່ານພຣະທໍາບາງຂໍ້ຂອງພຣະເຈົ້າ: “ອຸປະນິໄສທີ່ເສື່ອມຊາມຂອງມະນຸດເຊື່ອງຢູ່ພາຍໃນທຸກຄວາມຄິດ ແລະ ແນວຄິດຂອງພວກເຂົາ, ພາຍໃນແຮງຈູງໃຈທີ່ຢູ່ເບື້ອງຫຼັງທຸກການກະທຳຂອງພວກເຂົາ; ມັນເຊື່ອງຢູ່ໃນທຸກມຸມມອງທີ່ມະນຸດມີກ່ຽວກັບສິ່ງໃດກໍຕາມ ແລະ ພາຍໃນທຸກຄວາມຄິດເຫັນ, ຄວາມເຂົ້າໃຈ, ມຸມມອງ ແລະ ຄວາມປາຖະໜາທີ່ພວກເຂົາມີໃນວິທີການຂອງພວກເຂົາຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ. ມັນຖືກປິດບັງຢູ່ພາຍໃນສິ່ງເຫຼົ່ານີ້” (ຄັດຈາກບົດ “ຖ້າຫາກວ່າຄົນໆໜຶ່ງພຽງແຕ່ເຊື່ອຟັງຢ່າງແທ້ຈິງ ພວກເຂົາຈຶ່ງມີຄວາມເຊື່ອທີ່ແທ້ຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ອຸປະນິໄສທີ່ເສື່ອມຊາມຂອງຊາຕານຖືກຝັງຮາກລົງເລິກຫຼາຍໃນຜູ້ຄົນ; ມັນກາຍເປັນຊີວິດຂອງພວກເຂົາ. ແທ້ຈິງແລ້ວ ຜູ້ຄົນສະແຫວງຫາ ແລະ ປາດຖະໜາທີ່ຈະໄດ້ຮັບຫຍັງ? ພາຍໃຕ້ແຮງຜັກດັນຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ອຸດົມການ, ຄວາມຫວັງ, ຄວາມທະເຍີທະຍານ ແລະ ເປົ້າໝາຍ ແລະ ທິດທາງຊີວິດຂອງຄົນແມ່ນຫຍັງ? ພວກມັນບໍ່ໄດ້ສວນທາງກັນກັບສິ່ງທີ່ເປັນບວກບໍ? ຕົວຢ່າງ, ຜູ້ຄົນຕ້ອງການເປັນຄົນທີ່ມີຊື່ສຽງ ຫຼື ເປັນຄົນດັງຢູ່ສະເໝີ; ພວກເຂົາປາດຖະໜາທີ່ຈະມີຊື່ສຽງ ແລະ ກຽດສັກສີອັນຍິ່ງໃຫຍ່ ແລະ ເພື່ອນຳເອົາກຽດຕິຍົດມາສູ່ບັນພະບຸລຸດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນບວກບໍ? (ບໍ່.) ສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບສິ່ງທີ່ເປັນບວກເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາແລ່ນສວນທາງກັບກົດຂອງພຣະເຈົ້າທີ່ມີສິດຄອບຄອງຊະຕາກໍາຂອງມະນຸດຊາດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນຍິ່ງໃຫຍ່, ຄົນມີຊື່ສຽງ, ຄົນສູງສັກ ຫຼື ຄົນທີ່ເຮັດໃຫ້ໂລກສັນຄອນບໍ? (ບໍ່.) ສະນັ້ນ, ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນທີ່ວາງຕີນຢ່າງໝັ້ນຄົງບົນພື້ນດິນ ທີ່ສະແຫວງຫາທີ່ຈະເປັນສິ່ງມີຊີວິດທີ່ມີຄຸນສົມບັດຂອງພຣະເຈົ້າ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ມີຊີວິດໃຫ້ສຳເລັດ ແລະ ຜູ້ທີ່ສາມາດຮັກສາຕຳແໜ່ງຂອງມະນຸດໄດ້... ແລ້ວທັດສະນະຄະຕິທີ່ບໍ່ດີທີ່ຊົ່ວຊ້ຮ້າຍໄດ້ນໍາຫຍັງມາໃຫ້ແກ່ຄົນ? (ກົງກັນຂ້າມກັບພຣະເຈົ້າ.) ແມ່ນຫຍັງຂອງຄົນທີ່ກົງກັນຂ້າມກັບພຣະເຈົ້າ? (ຄວາມເຈັບປວດ.) ຄວາມເຈັບປວດ? ມັນແມ່ນການທໍາລາຍ! ຄວາມເຈັບປວດບໍ່ແມ່ນເຄິ່ງໜຶ່ງຂອງມັນ. ສິ່ງທີ່ເຈົ້າເຫັນຕໍ່ໜ້າຕໍ່ຕາຂອງເຈົ້າແມ່ນຄວາມເຈັບປວດ, ຜົນກະທົບທາງລົບ ແລະ ຄວາມອ່ອນແອ ແລະ ມັນແມ່ນການຕໍ່ຕ້ານ ແລະ ການຮ້ອງທຸກ—ຜົນໄດ້ຮັບອັນໃດທີ່ສິ່ງເຫຼົ່ານີ້ໄດ້ນໍາມາ? ການດັບສູນ! ສິ່ງນີ້ບໍ່ແມ່ນເລື່ອງເລັກນ້ອຍ ແລະ ມັນກໍບໍ່ແມ່ນເກມ” (ຄັດຈາກບົດ “ອຸປະນິໄສທີ່ເສື່ອມຊາມສາມາດຖືກແກ້ໄຂໄດ້ໂດຍການສະແຫວງຫາຄວາມຈິງ ແລະ ການເພິ່ງພາພຣະເຈົ້າເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກນັ້ນ ຂ້ານ້ອຍໄດ້ອ່ານພຣະທໍາຂອງພຣະເຈົ້າກ່ຽວກັບການພິພາກສາ ແລະ ການເປີດເຜີຍ, ຂ້ານ້ອຍຮູ້ສຶກລະອາຍໃຈຫຼາຍ. ຂ້ານ້ອຍເລີ່ມທົບທວນໂຕເອງ: “ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດອ່ອນນ້ອມກັບສະຖານະການຕ່າງໆທີ່ພຣະເຈົ້າໄດ້ຈັດແຈງໃຫ້? ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຄີຍເຕັມໃຈເລີຍທີ່ຈະເຮັດໜ້າທີ່ຕ່າງໆທີ່ເບິ່ງແລ້ວບໍ່ສໍາຄັນ? ຂ້ານ້ອຍຮູ້ສຶກວ່າຄົນອື່ນຈະດູຖູກຂ້ານ້ອຍທີ່ເຮັດໜ້າທີ່ດັ່ງກ່າວ, ປຽບກັບວ່າຂ້ານ້ອຍເປັນຄົນຕໍ່າກວ່າ. ຂ້ານ້ອຍບໍ່ສາມາດທີ່ຈະເຫງີຍໜ້າຂຶ້ນສູງໄດ້ ແລະ ຂ້ານ້ອຍກໍຮູ້ສຶກບໍ່ມີຄ່າ. ຂ້ານ້ອຍຮູ້ສຶກວ່າມີພຽງໜ້າທີ່ທີ່ສໍາຄັນເຫຼົ່ານັ້ນຈະເຮັດໃຫ້ຂ້ານ້ອຍໂດດເດັ່ນໄດ້ ແລະ ໄດ້ຮັບການຊື່ນຊົມຈາກຄົນອື່ນ ແລະ ເຮັດໃຫ້ຂ້ານ້ອຍຮູ້ສຶກມີຄ່າໃນການເຮັດມັນ”. ໃນຂະນະທີ່ຂ້ານ້ອຍໄຕ່ຕອງຄວາມຄິດເຫຼົ່ານີ້, ຂ້ານ້ອຍກໍພົບວ່າຂ້ານ້ອຍຍັງຖືກຄວບຄຸມໂດຍຄວາມປາຖະໜາຂອງຂ້ານ້ອຍເພື່ອຊື່ສຽງ ແລະ ສະຖານະ. ຂ້ານ້ອຍກໍາລັງມີຊີວິດໂດຍສານພິດຂອງຊາຕານຄືກັນກັບ “ດັ່ງຕົ້ນໄມ້ທີ່ມີຊີວິດຢູ່ເພື່ອເປືອກຂອງມັນ, ມະນຸດມີຊີວິດຢູ່ເພື່ອໜ້າຕາຂອງເຂົາ”, “ມະນຸດປະຊື່ຂອງເຂົາໄວ້ໃນບ່ອນໃດກໍຕາມທີ່ເຂົາຢູ່ ເຊັ່ນດຽວກັບຫ່ານທີ່ຮ້ອງອອກມາບ່ອນໃດກໍຕາມທີ່ມັນບິນໄປ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”. ສານພິດເຫຼົ່ານີ້ໄດ້ມາດົນຍ້ອນມັນໄດ້ຢັ່ງຮາກລົງໃນຂ້ານ້ອຍ ແລະ ກາຍເປັນທໍາມະຊາດຂອງຂ້ານ້ອຍ. ພວກມັນໄດ້ເຮັດໃຫ້ຂ້ານ້ອຍຍິ່ງ ແລະ ອວດດີຫຼາຍ. ຂ້ານ້ອຍຮັກທີ່ຈະມີຄົນອື່ນເຄົາລົບຂ້ານ້ອຍ. ຂ້ານ້ອຍຮັກທີ່ຈະມີຊື່ສຽງ ແລະ ສະຖານະ ແລະ ຂ້ານ້ອຍຖືເອົາສິ່ງເຫຼົ່ານີ້ເປັນເປົ້າໝາຍຊີວິດເພື່ອທີ່ຈະໄລ່ຕາມ. ຂ້ານ້ອຍຮັບຮູ້ວ່າສິ່ງເຫຼົ່ານີ້ເປັນເປົ້າໝາຍອັນດຽວກັນກັບທີ່ຄົນອື່ນທີ່ຢູ່ໃນໂລກນີ້ໄລ່ຕາມ. ກ່ອນທີ່ຂ້ານ້ອຍເລີ່ມເຊື່ອໃນພຣະເຈົ້າ, ຂ້ານ້ອຍເຄີຍເປັນຄົນທີ່ມັກແຂ່ງຂັນຫຼາຍ. ຂ້ານ້ອຍເຮັດວຽກຈາກຮຸ່ງເຊົ້າຈົນຮອດຄໍ່າ ແລະ ເຮັດໃຫ້ຂ້ານ້ອຍເມື່ອຍກັບວຽກເພື່ອພະຍາຍາມທີ່ຈະຮັກສາໂຮງງານຂອງຂ້ານ້ອຍໃຫ້ດໍາເນີນການດ້ວຍດີ. ເມື່ອໃດກໍຕາມທີ່ຂ້ານ້ອຍຢ້ຽມຢາມບ້ານເກີດຂອງຂ້ານ້ອຍເອງ ແລະ ໝູ່ເພື່ອນຂອງຂ້ານ້ອຍ ແລະ ຍາດພີ່ນ້ອງ ໄດ້ທັກທາຍຂ້ານ້ອຍຢ່າງອົບອຸ່ນ ແລະ ເອີ້ນຂ້ານ້ອຍວ່າ ແມ່ຍິງເກັ່ງ, ຄວາມທະນົງຕົວຂອງຂ້ານ້ອຍໄດ້ເຮັດໃຫ້ຂ້ານ້ອຍຕື່ມເຕັມ ແລະ ຂ້ານ້ອຍກໍຍິນດີທີ່ຈະຈ່າຍໃນລາຄາເທົ່າໃດກໍໄດ້. ຂ້ານ້ອຍຍັງມີຊີວິດໂດຍທັດສະນະຄະຕິເຫຼົ່ານີ້ພາຍຫຼັງທີ່ໄດ້ຮັບຄວາມເຊື່ອແລ້ວ. ການເຮັດໜ້າທີ່ຂອງຂ້ານ້ອຍເພື່ອຊື່ສຽງ ແລະ ຕໍາແໜ່ງໄດ້ເຮັດໃຫ້ຂ້ານ້ອຍກັງວົນກ່ຽວກັບສິ່ງທີ່ຂ້ານ້ອຍໄດ້ມາ ແລະ ເສຍໄປ. ໂດຍຕໍາແໜ່ງທີ່ຄົນອື່ນເຄົາລົບ, ຂ້ານ້ອຍມີຄວາມສຸກ. ຖ້າປາສະຈາກຕຳແໜ່ງນັ້ນ, ເມື່ອໃດທີ່ຂ້ານ້ອຍບໍ່ສາມາດໂດດເດັ່ນໄດ້, ຂ້ານ້ອຍກໍ່ຄິດລົບ ແລະ ບໍ່ມີຄວາມສຸກ, ຂ້ານ້ອຍຕໍ່ຕ້ານພຣະເຈົ້າ ແລະ ຂ້ານ້ອຍຕໍ່ຕ້ານສະຖານະການທີ່ພຣະເຈົ້າຈັດແຈງໃຫ້. ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ານ້ອຍຍິ່ງຮັບຮູ້ວ່າສານພິດເຫຼົ່ານີ້ຂອງຊາຕານໄດ້ພາໃຫ້ຂ້ານ້ອຍເຈັບປວດ ແລະ ພວກມັນໄດ້ເຮັດໃຫ້ຂ້ານ້ອຍກະບົດຕໍ່ພຣະເຈົ້າ ແລະ ທ້າທາຍພຣະອົງດ້ວຍໂຕຂ້ານ້ອຍເອງຫຼາຍເທົ່ານັ້ນ. ຖ້າຂ້ານ້ອຍຍັງຄົງດໍາເນີນໄປກັບການສະແຫວງຫາແບບນີ້, ຂ້ານ້ອຍແນ່ໃຈວ່າຈະລົງເອີຍ ໂດຍການກຽດຊັງຂອງພຣະເຈົ້າ ແລະ ພຣະອົງເອງຈະກໍາຈັດຂ້ານ້ອຍ. ຍິ່ງຂ້ານ້ອຍຄິດເຖິງມັນຫຼາຍເທົ່າໃດ, ຂ້ານ້ອຍຍິ່ງຮູ້ສຶກຢ້ານ ກ່ຽວກັບຫົນທາງທີ່ຂ້ານ້ອຍພວມຕິດຕາມຫຼາຍເທົ່ານັ້ນ. ຂ້ານ້ອຍຟ້າວໄປອະທິຖານ ແລະ ກັບໃຈຕໍ່ພຣະເຈົ້າ. ຂ້ານ້ອຍບໍ່ຕ້ອງການໄລ່ຕາມຊື່ສຽງ ແລະ ສະຖານະ ຫຼື ໃຫ້ຄົນອື່ນເຄົາລົບຂ້ານ້ອຍອີກຕໍ່ໄປ, ແຕ່ຂ້ານ້ອຍຕ້ອງການທີ່ຈະສະແຫວງຫາທີ່ຈະເປັນສິ່ງມີຊີວິດທີ່ແທ້ຈິງທີ່ຖືກສ້າງຂຶ້ນຕາມພຣະທໍາຂອງພຣະເຈົ້າ. ຫຼັງຈາກນັ້ນ ຂ້ານ້ອຍກໍອະທິຖານ, ຫົວໃຈຂອງຂ້ານ້ອຍກໍເລີ່ມສະຫງົບລົງ.

ໃນລະຫວ່າງການເຝົ້າດ່ຽວຂອງຂ້ານ້ອຍໃນມື້ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າ: “ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນເຊື່ອຟັງພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າໄດ້. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້” (ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການອ່ານພຣະທໍາຂອງພະເຈົ້າເຮັດໃຫ້ຂ້ານ້ອຍເຂົ້າໃຈວ່າ ໃນຖານະທີ່ເປັນສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນມາ, ຂ້ານ້ອຍຄວນຈະອ່ອນນ້ອມຕໍ່ກັບການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ຂ້ານ້ອຍຄວນຈະໄລ່ຕາມຄວາມຈິງ ແລະ ໄລ່ຕາມການປ່ຽນແປງໃນອຸປະນິໄສຂອງຂ້ານ້ອຍ. ອັນນີ້ແມ່ນໜ້າທີ່ຂອງຂ້ານ້ອຍ ແລະ ມັນເປັນສິ່ງທີ່ຂ້ານ້ອຍຄວນໄລ່ຕາມ. ຂ້ານ້ອຍບໍ່ມັກສະຖານະການທີ່ພຣະເຈົ້າຈັດແຈງໄວ້, ແຕ່ວ່າ ຄວາມຕັ້ງໃຈທີ່ດີຂອງພຣະເຈົ້າແມ່ນຢູ່ເບື້ອງຫຼັງມັນ. ພຣະອົງໄດ້ຈັດແຈງທຸກຢ່າງ ຢ່າງລະມັດລະວັງ ເພື່ອເຮັດໃຫ້ຂ້ານ້ອຍບໍລິສຸດ ແລະ ປ່ຽນແປງຂ້ານ້ອຍ. ຂ້ານ້ອຍບໍ່ສາມາດໄລ່ຕາມຊື່ສຽງ ແລະ ຕຳແໜ່ງໄດ້ ຫຼື ເລືອກເອົາແຕ່ໜ້າທີ່ຂອງຂ້ານ້ອຍອີກຕໍ່ໄປ. ຂ້ານ້ອຍຄວນສຸມໃສ່ການໄລ່ຕາມຄວາມຈິງ ແລະ ຍອມຮັບການພິພາກສາ ແລະ ການຕິສອນຈາກພຣະທໍາຂອງພຣະເຈົ້າເພື່ອແກ້ໄຂທັດສະນະຄະຕິທີ່ບໍ່ດີຂອງຂ້ານ້ອຍ. ຂ້ານ້ອຍຄວນຕັ້ງໃຈເຮັດໜ້າທີ່ຂອງຂ້ານ້ອຍໃຫ້ດີ.

ຫຼາຍມື້ຕໍ່ມາ, ຂ້ານ້ອຍໄດ້ຢຸດສຸມໃສ່ສິ່ງທີ່ຄົນອື່ນຄິດກ່ຽວກັບຂ້ານ້ອຍ ແຕ່ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ໜ້າພຣະເຈົ້າ. ບາງເທື່ອ ເມື່ອອ້າຍເອື້ອຍນ້ອງຫຍຸ້ງກັບໜ້າທີ່ຂອງພວກເຂົາ ແລະ ບໍ່ມີເວລາເບິ່ງແຍງລູກຂອງພວກເຂົາ, ຂ້ານ້ອຍຈະສະເໜີໂຕຊ່ວຍ. ເມື່ອໃດທີ່ຂ້ານ້ອຍເຫັນອ້າຍເອື້ອຍນ້ອງກໍາລັງເທດສະໜາຂ່າວປະເສີດ ແລະ ນໍາຄົນເຂົ້າມາຢູ່ຕໍ່ໜ້າພຣະເຈົ້າຫຼາຍຂຶ້ນ, ຂ້ານ້ອຍຮູ້ສຶກດີໃຈຢູ່ໃນໃຈຂອງຂ້ານ້ອຍ. ເຖິງແມ່ນວ່າ ຂ້ານ້ອຍບໍ່ສາມາດໂດດເດັ່ນໃນໜ້າທີ່ຂອງຂ້ານ້ອຍ, ແຕ່ຂ້ານ້ອຍກໍສາມາດເຮັດໃຫ້ຈິດໃຈຂອງອ້າຍເອື້ອຍນ້ອງເປັນສຸກໄດ້ ແລະ ເຮັດສ່ວນຂອງຂ້ານ້ອຍຢ່າງສະຫງົບງຽບເພື່ອການຂະຫຍາຍຕົວຂອງອານາຈັກຂ່າວປະເສີດ. ສິ່ງນີ້ກໍມີຄວາມໝາຍຄືກັນ. ໃນຂະນະທີ່ຂ້ານ້ອຍປະຕິບັດໜ້າທີ່ການເປັນເຈົ້າບ້ານຮັບຮອງ ແລະ ຊ່ວຍເຫຼືອໃນການເບິ່ງແຍງເດັກ, ເຖິງແມ່ນວ່າ ຄວາມທະນົງຕົວ ແລະ ຄວາມປາຖະໜາຂອງຂ້ານ້ອຍຕໍ່ກັບກຽດສັກສີບໍ່ເປັນທີ່ພໍໃຈ, ຂ້ານ້ອຍພົບວ່າມັນເປັນສິ່ງທີ່ໃຫ້ລາງວັນຫຼາຍ. ຂ້ານ້ອຍຮູ້ວ່າການໄລ່ຕາມຊື່ສຽງ ແລະ ຕໍາແໜ່ງ ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ການອ່ອນນ້ອມຢູ່ໃຕ້ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີທີ່ສຸດແມ່ນສິ່ງທີ່ຂ້ານ້ອຍຄວນຈະໄລ່ຕາມ. ຂ້ານ້ອຍຮູ້ຊຶ້ງຢ່າງແທ້ຈິງວ່າມັນບໍ່ມີໜ້າທີ່ໃດສູງ ຫຼື ຕໍ່າ ໃນໜ້າທີ່ໃນເຮືອນຂອງພຣະເຈົ້າ. ບໍ່ວ່າໜ້າທີ່ອັນໃດກໍຕາມທີ່ຂ້ານ້ອຍຈະເຮັດ, ມັນມີບົດຮຽນສະເໝີເພື່ອຈະຮຽນຮູ້ ແລະ ຄວາມຈິງທີ່ຂ້ານ້ອຍຄວນປະຕິບັດ ແລະ ເຂົ້າເຖິງ. ຕາບໃດທີ່ຂ້ານ້ອຍອ່ອນນ້ອມ ແລະ ສະແຫວງຫາຄວາມຈິງ, ຈາກນັ້ນຂ້ານ້ອຍກໍຈະໄດ້ຜົນປະໂຫຍດຈາກມັນ. ສິ່ງນີ້ສະແດງໃຫ້ຂ້ານ້ອຍເຫັນວ່າພຣະເຈົ້າຊອບທໍາ ແລະ ພຣະອົງບໍ່ໂປດປານຜູ້ໃດ. ການມີຄວາມເຂົ້າໃຈ ແລະ ການປ່ຽນແປງເລັກນ້ອຍນີ້ເປັນຂອງປະທານທີ່ມອບໃຫ້ກັບຊີວິດຂອງຂ້ານ້ອຍໂດຍພະເຈົ້າ. ຂອບໃຈພຣະເຈົ້າ!

ກ່ອນນີ້: 23. ການມອບຫົວໃຈຂອງຂ້ອຍໃຫ້ກັບພຣະເຈົ້າ

ຕໍ່ໄປ: 25. ຄົນໆໜຶ່ງຄວນພິຈາລະນາໜ້າທີ່ຂອງຕົນເອງແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກທ່ານໄປບ່ອນເຮົາຢູ່. ດ້ວຍວ່າເຮົາຢູ່ບ່ອນໃດ ບ່ອນນັ້ນກໍຈະມີພວກທ່ານຢູ່ເຊັ່ນກັນ” (ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້