37. ພຣະທຳຂອງພຣະເຈົ້າໄດ້ປຸກສັ່ນວິນຍານຂອງຂ້ອຍໃຫ້ຕື່ນຂຶ້ນ

ໂດຍ ນານນານ, ສະຫະລັດອາເມຣິກາ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຂັ້ນຕອນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນຍຸກສຸດທ້າຍ ພຣະອົງຈະບໍ່ປະທານຄວາມກະລຸນາ ແລະ ພອນໃຫ້ແກ່ມະນຸດຄືກັບທີ່ພຣະອົງເຮັດກ່ອນໜ້ານີ້ອີກຕໍ່ໄປ ຫຼື ພຣະອົງບໍ່ຊັກຊວນໃຫ້ມະນຸດກ້າວໄປຂ້າງໜ້າອີກ. ໃນລະຫວ່າງຂັ້ນຕອນນີ້ຂອງພາລະກິດ, ມະນຸດໄດ້ເຫັນຫຍັງຈາກທຸກລັກສະນະຂອງພາລະກິດຂອງພຣະເຈົ້າທີ່ເຂົາໄດ້ຜະເຊີນແດ່? ມະນຸດໄດ້ເຫັນເຖິງຄວາມຮັກຂອງພຣະເຈົ້າ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ໃນລະຫວ່າງຊ່ວງເວລານີ້, ພຣະເຈົ້າໄດ້ສະໜອງ, ສົ່ງເສີມ, ໃຫ້ແສງສະຫວ່າງ ແລະ ນໍາພາມະນຸດ, ເພື່ອວ່າມະນຸດຈະມາຮູ້ຈັກເຈດຕະນາຂອງພຣະອົງເທື່ອລະໜ້ອຍ, ຮູ້ຈັກພຣະທຳທີ່ພຣະອົງກ່າວ ແລະ ຄວາມຈິງທີ່ພຣະອົງໄດ້ປະທານແກ່ມະນຸດ... ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຮັດໃຫ້ຜູ້ຄົນມາຮູ້ຈັກຄວາມເສື່ອມຊາມຂອງມະນຸດຊາດ ແລະ ແກ່ນແທ້ທີ່ຊົ່ວຮ້າຍ. ສິ່ງທີ່ພຣະເຈົ້າສະໜອງໃຫ້, ການທີ່ພຣະອົງສ່ອງແສງສະຫວ່າງໃຫ້ແກ່ມະນຸດ ແລະ ການນໍາພາຂອງພຣະອົງລ້ວນແລ້ວແຕ່ເຮັດໃຫ້ມະນຸດຊາດຮູ້ຈັກແກ່ນແທ້ຂອງຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ຮູ້ຈັກສິ່ງທີ່ຜູ້ຄົນຕ້ອງການຫຼາຍຂຶ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ສິ່ງທີ່ພວກເຂົາດຳລົງຊີວິດເພື່ອ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດຂອງພວກເຂົາ ແລະ ວິທີການຍ່າງໃນຫົນທາງທີ່ຢູ່ເບື້ອງໜ້າ... ເມື່ອຫົວໃຈຂອງມະນຸດໄດ້ຖືກຟື້ນຟູແລ້ວ, ມະນຸດກໍບໍ່ປາຖະໜາທີ່ຈະດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມລົງ ແລະ ເສື່ອມຊາມ, ແຕ່ກົງກັນຂ້າມ ເຂົາຈະປາຖະໜາສະແຫວງຫາຄວາມຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ເມື່ອຫົວໃຈຂອງມະນຸດໄດ້ຖືກປຸກຂຶ້ນ, ແລ້ວມະນຸດກໍຈະສາມາດແຍກຕົນເອງອອກຈາກຊາຕານຢ່າງສົມບູນ. ເຂົາຈະບໍ່ຖືກທຳຮ້າຍໂດຍຊາຕານອີກຕໍ່ໄປ, ບໍ່ຖືກຄວບຄຸມ ຫຼື ຖືກມັນລໍ້ລວງອີກຕໍ່ໄປ. ກົງກັນຂ້າມ, ມະນຸດຈະສາມາດຮ່ວມໃນພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງຢ່າງຫ້າວຫັນ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວໃນທີ່ສຸດ ກໍບັນລຸຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ນີ້ແມ່ນຈຸດປະສົງເດີມຂອງພາລະກິດຂອງພຣະເຈົ້າ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍມີປະສົບການບາງຢ່າງຕໍ່ຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ.

ໃນເດືອນມິຖຸນາຂອງປີ 2016, ຂ້ອຍຖືກມອບໝາຍໃຫ້ເຮັດໜ້າທີ່ຂອງຕົນໃນທີມບັນຍາຍພາສາອັງກິດ ແລະ ກຳລັງຮູ້ສຶກມີຄວາມສຸກແທ້ໆ, ເພາະວ່າໃນທີ່ສຸດຂ້ອຍກໍ່ໄດ້ໃຊ້ທັກສະພາສາອັງກິດເຂົ້າໃນວຽກ. ທັກສະຂອງຂ້ອຍຈະສະແດງອອກຢ່າງເຕັມທີ່! ຂ້ອຍບໍ່ສາມາດລໍຖ້າທີ່ຈະບອກອ້າຍເອື້ອຍນ້ອງຂອງຂ້ອຍທີ່ຢູ່ເຮືອນ ແລະ ໃຫ້ພວກເຂົາຮູ້ຂ່າວດີ. ຂ້ອຍເຖິງກັບເພີ້ຝັນເຖິງຄວາມອິດສາເທິງໃບໜ້າຂອງພວກເຂົາເມື່ອພວກເຂົາຮູ້ເລື່ອງນີ້.

ຫຼັງຈາກເລີ່ມປະຕິບັດໜ້າທີ່, ຂ້ອຍສັງເກດເຫັນວ່າອ້າຍເອື້ອຍນ້ອງຄົນອື່ນອ່ານພາສາອັງກິດໄດ້ຄ່ອງແຄ້ວຫຼາຍ ແລະ ມີການອອກສຽງທີ່ດີເລີດ. ພວກເຂົາມັກຈະລົມກັນເປັນພາສາອັງກິດ ແລະ ແມ່ນແຕ່ໃນລະຫວ່າງການຊຸມນຸມ ແລະ ໃນຂະນະທີ່ປະຕິບັດໜ້າທີ່, ພວກເຂົາກໍ່ຈະສື່ສານກັນເປັນພາສາອັງກິດທັງໝົດ. ພາສາອັງກິດຂອງຂ້ອຍບໍ່ດີສ່ຳພວກເຂົາ. ຂ້ອຍຮູ້ສຶກທັງອິດສາ ແລະ ກັງວົນ, ແຕ່ຂ້ອຍເວົ້າກັບໂຕເອງວ່າ: ຕາບໃດທີ່ຂ້ອຍຮຽນຢ່າງໜັກ. ມື້ໜຶ່ງຂ້ອຍຈະເກັ່ງສ່ຳພວກເຂົາ ຫຼື ອາດເກັ່ງກວ່າພວກເຂົາ! ດັ່ງນັ້ນ ຂ້ອຍເລີ່ມຕື່ນນອນແຕ່ເຊົ້າໆ ແລະ ເຂົ້ານອນເດິກຫຼາຍຂຶ້ນເພື່ອຮຽນພາສາອັງກິດ ແລະ ທ່ອງຈຳຄຳສັບ. ຂ້ອຍຄິດຢູ່ສະເໝີກ່ຽວກັບວິທີທີ່ຂ້ອຍສາມາດປັບປຸງຜົນການເຮັດວຽກຂອງຂ້ອຍ. ເມື່ອໃດກໍ່ຕາມທີ່ຂ້ອຍໄດ້ຍິນຄົນໃດໜຶ່ງແບ່ງປັນປະສົບການເຮັດວຽກຂອງຕົນ, ຂ້ອຍຈະຈັບບິກອອກມາ ແລະ ເລີ່ມຈົດບັນທຶກ. ແຕ່ເມື່ອເວລາຫຼາຍເດືອນຜ່ານໄປ ແລະ ຂ້ອຍຍັງກ້າວໜ້າຊ້າທີ່ສຸດ ແລະ ເຮັດຜົນງານໄດ້ບໍ່ດີທີ່ສຸດໃນບັນດາທຸກຄົນໃນທີມ. ຮູ້ວ່າຂ້ອຍບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງຕົນ ແລະ ຂ້ອຍມັກຈະຕ້ອງໄດ້ຮັບຄໍາແນະນໍາ ແລະ ການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຜູ້ໜຸ່ມນ້ອຍ, ບວກກັບຄວາມຈິງທີ່ວ່າຫົວໜ້າທີມມັກຈະມອບວຽກໃຫ້ຂ້ອຍເຮັດເປັນປະຈໍາ, ວຽກປົກກະຕິໃນຊ່ວງເວລານັ້ນ, ເຮັດໃຫ້ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນສ່ວນທີ່ບໍ່ສາມາດຂາດໄດ້ໃນທີມງານທັງໝົດ. ຂ້ອຍຮູ້ສຶກຫົດຫູ່ ແລະ ວຸ້ນວາຍໃຈແທ້ໆ. ຕໍ່ມາ, ເອື້ອຍຄົນໃໝ່ໄດ້ມາເຮັດວຽກໃນທີມຂອງພວກເຮົາ. ລາວບໍ່ຄຸ້ນເຄີຍກັບໜ້າທີ່ຂອງທີມງານພວກເຮົາ, ດັ່ງນັ້ນ ຂ້ອຍຈຶ່ງຖືກຮ້ອງຂໍທີ່ຈະຊ່ວຍລາວ. ຂ້ອຍມີຄວາມປິຕິຍິນດີຢ່າງລັບໆທີ່ຂ້ອຍບໍ່ໄດ້ເປັນຄົນທີ່ມີທັກສະໜ້ອຍທີ່ສຸດໃນທີມຂອງພວກເຮົາອີກຕໍ່ໄປ. ແຕ່ທີ່ເຮັດໃຫ້ຂ້ອຍຕົກໃຈຄືເອື້ອຍຄົນນີ້ເປັນຄົນທີ່ມີພອນສະຫວັນ ແລະ ຮຽນຮູ້ໄວ, ດັ່ງນັ້ນພາສາອັງກິດຂອງລາວຈຶ່ງປັບປຸງຂຶ້ນຢ່າງໄວ, ພາຍໃນສອງ ຫຼື ສາມເດືອນ, ລາວກໍ່ເຮັດໄດ້ດີກວ່າຂ້ອຍແລ້ວ. ສິ່ງນີ້ເຮັດໃຫ້ຂ້ອຍຕົກໃຈຢ້ານ: “ໃນອັດຕາຄວາມໄວແບບນີ້, ອີກບໍ່ດົນຂ້ອຍຈະເປັນສະມາຊິກທີ່ບໍ່ດີທີ່ສຸດໃນທີມພວກເຮົາອີກ. ສາມາດເຂົ້າໃຈໄດ້ວ່າຂ້ອຍປະຕິບັດບໍ່ໄດ້ດີສ່ຳສະມາຊິກຄົນອື່ນຜູ້ທີ່ໄດ້ເຮັດວຽກມາດົນນານມາແລ້ວ. ຕອນນີ້ ນ້ອງໃໝ່ຄົນນີ້ເຂົ້າມາແລ້ວ ແລະ ຂ້ອຍຖືກຂໍໃຫ້ຊ່ວຍລາວ, ແຕ່ໃນເວລາບໍ່ດົນ ລາວກໍ່ເກັ່ງກວ່າຂ້ອຍແລ້ວ. ໜ້າອັບອາຍແທ້ເດ!” ຂ້ອຍດຳລົງຊີວິດໃນທຸກໆມື້ແຂ່ງຂັນເພື່ອສະຖານະ ແລະ ສັກສີ ແລະ ຂ້ອຍຮູ້ສຶກບໍ່ສະບາຍໃຈຢູ່ຕະຫຼອດ. ຂ້ອຍໄດ້ຜ່ານວັນເວລາຂອງຂ້ອຍໃນຄວາມທຸກຍາກລຳບາກ. ຂ້ອຍເລີ່ມຄິດຮອດວັນເກົ່າໆຕອນທີ່ປະຕິບັດໜ້າທີ່ຢູ່ບ້ານເກີດເມືອງນອນຂອງຕົນ. ຂ້ອຍເຄີຍເປັນຜູ້ນຳພາການສົນທະນາ ແລະ ການວາງແຜນ. ອ້າຍເອື້ອຍນ້ອງຂອງຂ້ອຍລ້ວນແລ້ວແຕ່ເຫັນດີກັບມຸມມອງຂອງຂ້ອຍ ແລະ ຜູ້ນຳຄຣິດຕະຈັກກໍ່ໂປດປານຂ້ອຍຫຼາຍ. ຂ້ອຍເຄີຍເປັນຄົນສຳຄັນ, ແຕ່ຕອນນີ້ ຂ້ອຍຕົກຕ່ຳຫຼາຍ. ຍິ່ງຂ້ອຍຄິດເຖິງມັນຫຼາຍເທົ່າໃດ, ຂ້ອຍກໍ່ຍິ່ງຮູ້ສຶກໂສກເສົ້າ ແລະ ຮູ້ສຶກຜິດຫຼາຍຂຶ້ນເທົ່ານັ້ນ. ຄັ້ງໜຶ່ງ, ຂ້ອຍລົງເອີຍດ້ວຍການລີ້ຢູ່ໃນຫ້ອງອາບນ້ຳ ແລະ ຮ້ອງໄຫ້. ຄືນນັ້ນ, ຢູ່ເທິງຕຽງ ຂ້ອຍນອກພິກໂຕໄປມາ ແລະ ບໍ່ສາມາດນອນຫຼັບໄດ້. ຂ້ອຍຢຸດຄິດບໍ່ໄດ້ວ່າ “ຂ້ອຍເປັນສະມາຊິກທີ່ບໍ່ດີທີ່ສຸດນັບແຕ່ມື້ທີ່ໜຶ່ງ. ອ້າຍເອື້ອຍນ້ອງຄົນອື່ນຕ້ອງຄິດແນວໃດກ່ຽວກັບຂ້ອຍແດ່? ຂ້ອຍບໍ່ຢາກຢູ່ທີ່ນີ້”. ແຕ່ແລ້ວຂ້ອຍກໍ່ຄິດໄດ້ວ່າຂ້ອຍໄດ້ສາບານກັບພຣະເຈົ້າໄວ້ແນວໃດ, ຈະອຸທິດຕົນໃຫ້ກັບພຣະອົງເພື່ອຕອບແທນຄວາມຮັກຂອງພຣະອົງ ຕາບໃດທີ່ຂ້ອຍຍັງມີຊີວິດຢູ່. ຖ້າຂ້ອຍປະຖິ້ມໜ້າທີ່ຂອງຕົນແທ້ໆ, ຂ້ອຍຈະບໍ່ເຮັດຕາມສັນຍາຂອງຂ້ອຍບໍ? ຂ້ອຍຈະບໍ່ໂກງ ແລະ ທໍລະຍົດພຣະເຈົ້າບໍ? ຂ້ອຍຮູ້ສຶກເສົ້າໃຈຫຼາຍ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ, ຂ້ອຍເວົ້າວ່າ: “ຂ້າແຕ່ພຣະເຈົ້າ, ຂ້ານ້ອຍບໍ່ແນ່ໃຈວ່າຈະກ້າວຜ່ານສະຖານະການນີ້ໄດ້ແນວໃດ ຫຼື ແມ່ນຫຍັງທີ່ຕ້ອງຮຽນຮູ້ຈາກມັນ. ກະລຸນານຳພາ ແລະ ສ່ອງສະຫວ່າງໃຫ້ກັບຂ້ານ້ອຍດ້ວຍ”.

ຫຼັງຈາກນັ້ນ, ຂ້ອຍກໍ່ຈັບໂທລະສັບຂຶ້ນມາ ແລະ ອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: ‘ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ’. ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ອະທິບາຍເຖິງສະຖານະການຂອງຂ້ອຍໄດ້ຢ່າງສົມບູນແບບ! ຂ້ອຍບໍ່ໄດ້ເຈັບປວດຫຼາຍ ແລະ ເຖິງກັບຕໍ່ຕ້ານການປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການປະຖິ້ມໜ້າທີ່ຂອງຕົນ ແລະ ທໍລະຍົດພຣະເຈົ້າ ຍ້ອນວ່າຄວາມປາຖະໜາຂອງຂ້ອຍສຳລັບສະຖານະບໍ່ໄດ້ຖືກຕອບສະໜອງບໍ? ນັບຕັ້ງແຕ່ຂ້ອຍເຂົ້າຮ່ວມທີມ, ເຫດຜົນທີ່ຂ້ອຍໄດ້ຮຽນພາສາອັງກິດຢ່າງໜັກເພື່ອປັບປຸງຜົນງານການເຮັດວຽກຂອງຂ້ອຍນັ້ນ ແມ່ນຂ້ອຍພຽງຕ້ອງການພິສູດໂຕເອງ ແລະ ເປັນທີ່ໂດດເດັ່ນໃນທີມ. ເມື່ອເຫັນເອື້ອຍຄົນໃໝ່ປັບປຸງໄດ້ໂດຍໄວ, ຂ້ອຍກັງວົນວ່າລາວຈະເຮັດໄດ້ດີກວ່າຂ້ອຍ ແລະ ຂ້ອຍຈະເປັນຜູ້ທີ່ບໍ່ດີທີ່ສຸດໃນທີມອີກຄັ້ງ. ຂ້ອຍໃຊ້ເວລາໝົດມື້ຢ່າງເຄັ່ງຄຽດກ່ຽວກັບສະຖານະ ແລະ ໃຊ້ຊີວິດຢູ່ໃນຄວາມທຸກຍາກລຳບາກທີ່ສຸດ. ເມື່ອເບິ່ງພຣະທຳຂອງພຣະເຈົ້າ “ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາ”, ຂ້ອຍຖາມໂຕເອງວ່າ: “ເປັນຫຍັງຂ້ອຍຈຶ່ງມຸ່ງໝັ້ນເພື່ອສະຖານະ? ຄວາມຄິດໃດທີ່ເຮັດໃຫ້ເກີດຄວາມທຸກຍາກລຳບາກທັງໝົດນີ້ກັບຂ້ອຍ?” ຫຼັງຈາກທີ່ໄຕ່ຕອງພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້ອຍຈຶ່ງຮັບຮູ້ວ່າ ຂ້ອຍໃຊ້ຊີວິດຕາມສຸພາສິດຂອງຊາຕານ ເຊັ່ນ: “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”, “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ” ແລະ “ຂ້າພະເຈົ້າເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ”. ຕັ້ງແຕ່ອາຍຸຍັງນ້ອຍ ຄູຂອງພວກເຮົາສອນໃຫ້ພວກເຮົາເກັ່ງ, ເປັນຄົນເກັ່ງທີ່ສຸດຂອງທີ່ສຸດ. ຂ້ອຍມັກຈະແນມເບິ່ງ ແລະ ອິດສາຄົນທີ່ມີກຽດຕິຍົດ ແລະ ມີຊື່ສຽງ ແລະ ຂ້ອຍພຽງແຕ່ຢາກເປັນຄືພວກເຂົາ. ບໍ່ວ່າຂ້ອຍຈະຢູ່ບ່ອນໃດ, ຂ້ອຍຢາກໃຫ້ຜູ້ຄົນອື່ນຄິດເຖິງຂ້ອຍຢ່າງສູງສົ່ງຢູ່ສະເໝີ ແລະ ຖ້າພວກເຂົາທຸກຄົນຊົມເຊີຍ, ສະໜັບສະໜູນ ແລະ ສັນລະເສີນຂ້ອຍ ນັ້ນກໍ່ຈະເປັນການດີກວ່າ. ຂ້ອຍຄິດວ່ານີ້ແມ່ນວິທີການໃຊ້ຊີວິດທີ່ສະໜຸກສະໜານ ແລະ ມີຄຸນຄ່າ. ເມື່ອຂ້ອຍບໍ່ໄດ້ຮັບການຊົມເຊີຍ ແລະ ການສັນລະເສີນຂອງຄົນອື່ນ, ຊີວິດຊ່າງໜ້າສັງເວດ ແລະ ຂ້ອຍກໍ່ຈະຮູ້ສຶກຕົກຕ່ຳຫຼາຍ. ຫຼັງຈາກທີ່ຂ້ອຍເລີ່ມປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າ, ຂ້ອຍກໍ່ຍັງສະແຫວງຫາສິ່ງເຫຼົ່ານີ້ຢູ່. ແຕ່ເມື່ອຂ້ອຍບໍ່ໄດ້ເຫັນການປັບປຸງຫຼາຍປານໃດ ຫຼື ໄດ້ຮັບການສັນເສີນ ແລະ ການຊົມເຊີຍຈາກຄົນອື່ນ, ຂ້ອຍກາຍເປັນຄົນທີ່ເບິ່ງໂລກໃນແງ່ຮ້າຍ, ທໍ້ແທ້ ແລະ ທໍ້ໃຈ. ຂ້ອຍເຖິງກັບຄິດທີ່ຈະປະຖິ້ມໜ້າທີ່ຂອງຕົນ ແລະ ທໍລະຍົດພະເຈົ້າ. ຂ້ອຍຖືກກືນກິນດ້ວຍຄວາມຫຼົງໄຫຼກັບຕິຍົດຢ່າງສິ້ນເຊີງ. ຂ້ອຍຈະທົນທຸກກັບຄວາມຍາກລຳບາກໃດໜຶ່ງ ແລະ ຕໍ່ສູກທຸກຄັ້ງເພື່ອໃຫ້ໄດ້ມາ, ຈົນຮອດຈຸດທີ່ໂລກທັງໃບຂອງຂ້ອຍໝຸນຮອບສິ່ງໜຶ່ງນີ້ສິ່ງດຽວ. ເມື່ອນັ້ນເອງ ຂ້ອຍຈຶ່ງຮັບຮູ້ວ່າຂ້ອຍພະຍາຍາມເຮັດສິ່ງທີ່ຜິດ. ຂ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຕົນເພື່ອສະແຫວງຫາຄວາມຈິງ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ, ຂ້ອຍພຽງເຮັດເຊັ່ນນັ້ນເພື່ອຕອບສະໜອງຄວາມປາຖະໜາຂອງໂຕເອງສຳລັບກຽດຕິຍົດ ແລະ ສະຖານະ.

ການເປີດເຜີຍໃນພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າການສະແຫວງຫາຂອງຂ້ອຍຖືກຊີ້ນຳຜິດໆແນວໃດ. ຕໍ່ມາ, ຂ້ອຍອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນພຽງໃດ, ວິທີທີ່ງ່າຍທີ່ສຸດໃນການປະຕິບັດໂດຍການເຂົ້າສູ່ຄວາມເປັນຈິງ-ຄວາມຈິງ ແມ່ນການຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໃນທຸກສິ່ງ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວ, ເຈດຕະນາສ່ວນຕົວ, ແຮງຈູງໃຈ, ຊື່ສຽງ ແລະ ສະຖານະ. ຈົ່ງເອົາໃຈໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ອນ ເຊິ່ງຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນໆໜຶ່ງຄວນເຮັດ... ນອກຈາກນັ້ນ, ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ, ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ປະຖິ້ມຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງເຈົ້າເອງ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ເອົາໃຈໃສ່ຜົນປະໂຫຍດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການດຳລົງຊີວິດ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ໂດຍບໍ່ຕ້ອງເປັນຄົນຕໍ່າຊາມ ຫຼື ເປັນຄົນໄຮ້ປະໂຫຍດ, ດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນມີຈິດໃຈຄັບແຄບ ຫຼື ໃຈໂຫດຮ້າຍ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນດຳລົງຊີວິດ ແລະ ປະຕິບັດ. ຄວາມປາຖະໜາພາຍໃນຫົວໃຈຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ວ່າ ການຖືກຍ້ອງຍໍໂດຍຄົນອື່ນນັ້ນບໍ່ສຳຄັນ. ການອ່ອນນ້ອມຕໍ່ອຳນາດອະທິປະໄຕ ແລະ ແຜນການຂອງພຣະເຈົ້າ, ສະໜັບສະໜູນວຽກງານຂອງເຮືອນຂອງພຣະເຈົ້າ, ປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີຂອງຕົນເອງ, ນີ້ແມ່ນສິ່ງທີ່ສຳຄັນແທ້ໆ ແລະ ນີ້ແມ່ນວິທີການດຳລົງຊີວິດຢ່າງເປີດເຜີຍ ແລະ ຢ່າງຊື່ສັດ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍຮູ້ສຶກໂລ່ງໃຈຫຼາຍ. ຂ້ອຍຍັງເປັນສະມາຊິກທີ່ປະຕິບັດໄດ້ບໍ່ດີທີ່ສຸດຂອງທີມງານພວກເຮົາ, ແຕ່ຂ້ອຍບໍ່ໄດ້ຮູ້ສຶກບໍ່ດີກັບມັນອີກຕໍ່ໄປ. ເມື່ອມີບາງສິ່ງທຳຮ້າຍກຽດຕິຍົດ ແລະ ສະຖານະຂອງຂ້ອຍ, ຂ້ອຍກໍ່ບໍ່ໄດ້ອ່ອນແອຄືແຕ່ກ່ອນ. ຂ້ອຍຈະອະທິຖານຫາພຣະເຈົ້າຢ່າງມີສະຕິ ແລະ ປະຖິ້ມແຮງຈູງໃຈຜິດໆຂອງຂ້ອຍ ແລະ ຂ້ອຍກໍ່ສາມາດຕັ້ງໂຕ ແລະ ປະຕິບັດໜ້າທີ່ຂອງຕົນໄດ້. ແຕ່ພິດຂອງຊາຕານໄດ້ຢັ່ງຮາກເລິກໃນໂຕຂ້ອຍ ແລະ ກາຍເປັນທຳມະຊາດຂອງຂ້ອຍ. ການເຂົ້າໃຈພຽງຢ່າງດຽວບໍ່ພຽງພໍທີ່ຈະຖອນຮາກມັນອອກໄດ້. ຂ້ອຍຍັງຈຳເປັນຕ້ອງປະສົບກັບການພິພາກສາ ແລະ ການຫຼໍ່ຫຼອມເພື່ອທີ່ຈະຖືກຊຳລະລ້າງ ແລະ ຖືກປ່ຽນແປງ.

ຫົວໜ້າທີມຂອງພວກເຮົາໄດ້ມອບໝາຍໃຫ້ເອື້ອຫຼິວ ແລະ ເອື້້ອຍຈາງຕິດຕາມການເຮັດວຽກຂອງພວກເຮົາ ຍ້ອນວ່າພວກເພິ່ນທັງສອງມີທັກສະດ້ານວິຊາຊີບທີ່ເຂັ້ມແຂງ. ຂ້ອຍທັງອິດສາ ແລະ ລິດສະຍາ. ມັນເບິ່ງຄືກັບເປັນເຄື່ອງໝາຍແຫ່ງກຽດຕິຍົດໃນການສັ່ງສອນອ້າຍເອື້ອຍນ້ອງຄົນອື່ນ. ເປັນຫຍັງຂ້ອຍຈື່ງບໍ່ເປັນຄືພວກເຂົາ? ສິ່ງທີ່ຂ້ອຍສາມາດເຮັດໄດ້ແມ່ນວຽກຫຍຸ້ງໆທີ່ບໍ່ຕ້ອງໃຊ້ທັກສະໃດໆ. ຕໍ່ມາ, ຂ້ອຍຖືກແນະນຳໃຫ້ເຮັດໜ້າທີ່ໃນການລ້ຽງດູໃນທີມເພື່ອຊ່ວຍຄົນອື່ນແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ. ແຕ່ຂ້ອຍບໍ່ໄດ້ຕື່ນເຕັ້ນກັບໂອກາດນີ້ເລີຍ ແລະ ເຖິງກັບດູຖູກໜ້າທີ່ນີ້ດ້ວຍຊ້ຳ. ສຳລັບຂ້ອຍແລ້ວ ມັນເບິ່ງຄືວ່າມີພຽງຄົນທີ່ບໍ່ມີທັກສະທີ່ແທ້ຈິງເທົ່ານັ້ນທີ່ໄດ້ຮັບມອບໝາຍໃຫ້ເຮັດໜ້າທີ່ນີ້. ຖ້າທີມຂອງພວກເຮົາປະຕິບັດໄດ້ດີ, ທຸກຄົນກໍ່ຈະເວົ້າວ່າເປັນຍ້ອນເອື້ອຍນ້ອງສອງຄົນນັ້ນລ້ວນໆ. ໃຜຈະສັງເກດເຫັນຂ້ອຍທີ່ເຮັດວຽກຢູ່ຫຼັງສາກ, ສົນທະນາເຖິງຄວາມຈິງເພື່ອແກ້ໄຂບັນຫາຕ່າງໆບໍ? ຍ້ອນຂ້ອຍມີຄວາມຄິດທີ່ຜິດ ແລະ ບໍ່ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້, ຂ້ອຍຈຶ່ງບໍ່ສາມາດຮູ້ສຶກໄດ້ຮັບແຮງຈູງໃຈເພື່ອປະຕິບັດໜ້າທີ່ຂອງຕົນແທ້ໆ ແລະ ບາງຄັ້ງກໍ່ຄິດກັບໂຕເອງວ່າ: “ເປັນຫຍັງຄວາມສາມາດຂອງຂ້ອຍຈຶ່ງບໍ່ເທົ່າກັບຄວາມສາມາດຂອງຄົນອື່ນ? ຂ້ອຍເກັ່ງດ້ານໃດ? ເມື່ອໃດຂ້ອຍຈຶ່ງຈະໄດ້ສະແດງຄວາມສາມາດຢ່າງເຕັມທີ່?” ຂ້ອຍຄ່ອຍໆຮູ້ສຶກຕໍ່ຕ້ານ ແລະ ກະວົນກະວາຍໃຈຫຼາຍຂຶ້ນເລື້ອຍໆ. ເມື່ອບໍ່ດົນມານີ້, ເມື່ອໃດກໍ່ຕາມທີ່ເອື້ອຍຈາງຂໍໃຫ້ຂ້ອຍອັດປະຕູ ຫຼື ເປີດປ່ອງຢ້ຽມ, ຂ້ອຍກໍ່ຮູ້ສຶກຄືກັບວ່າອາລົມເສຍ. ຂ້ອຍຄິດ: “ເຈົ້າເປັນຜູ້ທີ່ເຊື່ອມາດົນປານໃດແລ້ວ? ເຈົ້າກໍ່ພຽງມີທັກສະດີກວ່າເລັກນ້ອຍເທົ່ານັ້ນເອງ. ສິ່ງນັ້ນເຮັດໃຫ້ເຈົ້າມີຄຸນສົມບັດທີ່ຈະເປັນນາຍຂ້ອຍບໍ?” ໃນທີ່ສຸດ, ຂ້ອຍກໍ່ພຽງເມີນເສີຍເອື້ອຍຈາງເມື່ອລາວເວົ້າກັບຂ້ອຍ. ບາງຄັ້ງເມື່ອລາວຖາມຄຳຖາມກັບຂ້ອຍ, ຂ້ອຍຈະເຮັດຄືວ່າຂ້ອຍບໍ່ໄດ້ຍິນລາວ. ຖ້າຂ້ອຍຕອບໄປ, ຂ້ອຍກໍ່ບໍ່ໄດ້ເວົ້າດີໆ. ເມື່ອຂ້ອຍເຫັນວ່າຜົນທີ່ໄດ້ຄືລາວຮູ້ສຶກອົດກັ້ນ, ຂ້ອຍກໍ່ຮູ້ສຶກບໍ່ດີ, ແຕ່ເມື່ອເວົ້າເຖິງເລື່ອງສະຖານະ ແລະ ກຽດຕິຍົດ, ຂ້ອຍຍັງປ່ອຍໃຫ້ອາລົມຂອງຂ້ອຍຄວບຄຸມຂ້ອຍທັງໝົດ.

ເຊົ້າມື້ໜຶ່ງ, ຂ້ອຍເຫັນເອື້ອຍຫຼິວ ແລະ ເອື້ອຍຈາງອອກໄປທາງນອກເພື່ອເຮັດວຽກທີ່ໄດ້ຮັບມອບໝາຍ. ພວກເຂົາເບິ່ງມີລະດັບ ແລະ ທັນສະໄໝໃນຊຸດແຕ່ງກາຍຂອງພວກເຂົາ, ຂ້ອຍຈຶ່ງບໍ່ພໍໃຈ ແລະ ອິດສາພວກເຂົາ. ຂ້ອຍຄິດກັບໂຕເອງວ່າ “ພວກເຈົ້າໄດ້ຮັບສະຫງ່າລາສີທັງໝົດ ໃນຂະນະທີ່ຂ້ອຍຖືກປະໄວ້ໃຫ້ເຮັດວຽກຢ່າງໜັກຢູ່ທີ່ນີ້ຢ່າງໄຮ້ຄ່າຢູ່ເບື້ອງຫຼັງສາກ. ບໍ່ມີໃຜຈະຮູ້ວ່າຂ້ອຍເຮັດວຽກໜັກພຽງໃດ”. ຄືນນັ້ນ ເມື່ອເອື້ອຍນ້ອງກັບມາ, ຄົນອື່ນໆໃນທີມຂອງພວກເຮົາຟ້າວໄປທັກທາຍພວກເຂົາ ແລະ ບາງຄົນເຖິງກັບກະກຽມອາຫານຄ່ຳໄວ້ໃຫ້ພວກເຂົາ. ທຳອິດ, ຂ້ອຍກໍ່ຢາກໄປທັກທາຍພວກເຂົາເຊັ່ນກັນ ແລະ ຖາມວ່າສິ່ງຕ່າງໆດຳເນີນໄປແນວໃດກັບວຽກຂອງພວກເຂົາ, ແຕ່ເມື່ອຂ້ອຍເຫັນວ່າທຸກຄົນມີປະຕິກິລິຍາແນວໃດກັບພວກເຂົາ, ຂ້ອຍກໍ່ອິດສາອີກຄັ້ງ ແລະ ຄິດວ່າ: “ພວກເຈົ້າທັງສອງໄດ້ຮັບສະຫງ່າລາສີອີກຄັ້ງ ແລະ ຕອນນີ້ ຂ້ອຍຍິ່ງເບິ່ງໄຮ້ຄ່າຫຼາຍຂຶ້ນ”. ດ້ວຍຄວາມຄິດນັ້ນ, ຂ້ອຍຫັນໜ້າໜີ ແລະ ໄປທີ່ຫ້ອງຂອງຂ້ອຍທັນທີ. ຂ້ອຍບໍ່ສາມາດຕັ້ງໂຕໄດ້ ເພາະສະນັ້ນຂ້ອຍຈຶ່ງອະທິຖານຫາພຣະເຈົ້າ. ຂ້ອຍເວົ້າວ່າ: “ຂ້າແຕ່ພຣະເຈົ້າ, ຄວາມຫຼົງໄຫຼກັບສະຖານະຂອງຂ້ານ້ອຍໄດ້ປາກົດຫົວທີ່ຂີ້ຮ້າຍຂອງມັນຄືນມາອີກຄັ້ງ. ຂ້ານ້ອຍຢາກປ່ອຍວາງຄວາມປາຖະໜາຂອງຂ້ານ້ອຍຕໍ່ກຽດຕິຍົດ ແລະ ສະຖານະ ແຕ່ຂ້ານ້ອຍບໍ່ສາມາດປ່ອຍວາງໄດ້ແທ້ໆ. ກະລຸນາສະແດງໃຫ້ຂ້ານ້ອຍເຫັນວິທີປົດປ່ອຍໂຕເອງຈາກພັນທະນາການຂອງຊື່ສຽງ ແລະ ສະຖານະ”.

ໃນມື້ຕໍ່ມາ, ເອື້ອຍນ້ອງຄົນໜຶ່ງເຫັນວ່າຂ້ອຍຢູ່ໃນສະພາວະທີ່ບໍ່ດີ ແລະ ອ່ານຂໍ້ຄວາມຕໍ່ໄປນີ້ໃຫ້ຂ້ອຍຟັງ: “ທັນທີທີ່ບາງສິ່ງສໍາຜັດກັບຕໍາແໜ່ງ, ໃບໜ້າ ຫຼື ຊື່ສຽງ, ຫົວໃຈຂອງທຸກຄົນເຕັ້ນແຮງຢ່າງຄາດບໍ່ເຖິງ ແລະ ພວກເຈົ້າແຕ່ລະຄົນກໍຢາກໂດດເດັ່ນ, ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຢູ່ສະເໝີ. ທຸກຄົນບໍ່ເຕັມໃຈທີ່ຈະຍອມແພ້, ແຕ່ກັບປາຖະໜາທີ່ຈະໂຕ້ຖຽງຢູ່ສະເໝີ. ເຖິງແມ່ນວ່າການໂຕ້ຖຽງກັນເປັນສິ່ງທີ່ໜ້າອາຍ ແລະ ບໍ່ໄດ້ຮັບອະນຸຍາດຢູ່ໃນເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າບໍ່ມີການໂຕ້ຖຽງກັນ, ເຈົ້າກໍຍັງບໍ່ພໍໃຈ. ເມື່ອເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ, ເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ມັນບໍ່ຍຸຕິທຳ. ‘ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນຜູ້ນັ້ນຈຶ່ງໂດດເດັ່ນສະເໝີ ແລະ ມັນບໍ່ເຄີຍເປັນທີຂອງຂ້ອຍຈັກເທື່ອ?’ ຈາກນັ້ນເຈົ້າກໍຮູ້ສຶກເຖິງຄວາມຂຸນເຄື່ອງໃຈບາງຢ່າງ. ເຈົ້າພະຍາຍາມທີ່ຈະປາບມັນ, ແຕ່ເຈົ້າເຮັດບໍ່ໄດ້. ເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອເຈົ້າຜະເຊີນໜ້າກັບສະຖານະການແບບນີ້ອີກ, ເຈົ້າກໍບໍ່ສາມາດເອົາຊະນະມັນໄດ້. ນີ້ບໍ່ໄດ້ສະແດງເຖິງວຸດທິພາວະຄວາມບໍ່ເປັນຜູ້ໃຫຍ່ບໍ? ການທີ່ຄົນໆໜຶ່ງກຳລັງຕົກຢູ່ໃນສະພາວະເຊັ່ນນີ້ເປັນກັບດັກບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ” (ຄັດຈາກບົດ “ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ພຣະເຈົ້າ ແລະ ເຈົ້າກໍຈະສາມາດໄດ້ຮັບຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະທຳຂອງພຣະເຈົ້າສະແດງໃຫ້ຂ້ອຍເຫັນວ່າຂ້ອຍບໍ່ໄດ້ປ່ຽນແປງສິ່ງທີ່ຂ້ອຍສະແຫວງຫາແທ້ໆ. ຂ້ອຍຍັງສະແຫວງຫາຊື່ສຽງ, ສະຖານະ ແລະ ເພື່ອເກັ່ງເໜືອກວ່າຄົນອື່ນ. ໂດຍຖືກຄອບງຳໂດຍສິ່ງເຫຼົ່ານີ້, ຂ້ອຍຢາກໂດດເດັ່ນ ແລະ ເປັນທີ່ສັງເກດຢູ່ສະເໝີ ແລະ ເພື່ອເຮັດໜ້າທີ່ໆສຳຄັນ ຫຼື ຕ້ອງມີທັກສະ. ຂ້ອຍຄິດວ່ານີ້ແມ່ນວິທີດຽວທີຂ້ອຍຈະໄດ້ຮັບຄວາມເຄົາລົບ ແລະ ການເຊີດຊູໂດຍຄົນອື່ນ, ໄດ້ຮັບການເຫັນດີເຫັນພ້ອມ ແລະ ໃນທີ່ສຸດແມ່ນຖືກພຣະເຈົ້າອວຍພອນ. ຂ້ອຍລະເລີຍວຽກງານໃດໆທີ່ຂ້ອຍຄິດວ່າບໍ່ສຳຄັນ ແລະ ແນມເບິ່ງໜ້າທີ່ລ້ຽງດູຂອງຂ້ອຍດ້ວຍຄວາມດູຖູກ. ເມື່ອເຫັນວ່າເອື້ອຍທັງສອງໄດ້ຮັບມອບໝາຍໜ້າວຽກທີ່ສຳຄັນແນວໃດ ໃນຂະນະທີ່ຂ້ອຍພວມໄດ້ຮັບໜ້າວຽກເລັກໆນ້ອຍໆທີ່ຈະບໍ່ເຄີຍຖືກສັງເກດເຫັນ, ຂ້ອຍຈຶ່ງອິດສາ ແລະ ບໍ່ພໍໃຈ ແລະ ຈະເຖິງກັບຈົ່ມຕໍ່ວ່າ, ກ່າວໂທດພຣະເຈົ້າທີ່ບໍ່ປະທານຄວາມສາມາດ ຫຼື ທັກສະທີ່ດີກວ່າໃຫ້ຂ້ອຍ. ຂ້ອຍຊ່າງບໍ່ມີເຫດຜົນແທ້! ຍ້ອນຄວາມປາຖະໜາຂອງຂ້ອຍສຳລັບສະຖານະບໍ່ໄດ້ຖືກຕອບສະໜອງ, ຂ້ອຍບໍ່ໄດ້ພະຍາຍາມຫຼາຍໃນໜ້າທີ່ຂອງຕົນ ແລະ ເຖິງກັບລະເບີດໃສ່ເອື້ອຍນ້ອງຂອງຂ້ອຍເພື່ອລະບາຍຄວາມບໍ່ພໍໃຈຂອງຂ້ອຍ. ບໍ່ຕ້ອງສົງໄສເລີຍວ່ານີ້ເປັນການຂົ່ມໃຈ ແລະ ການທຳຮ້າຍເອື້ອຍນ້ອງຂອງຂ້ອຍ. ຍິ່ງຂ້ອຍທົບທວນເລື່ອງນີ້ຫຼາຍເທົ່າໃດ, ຂ້ອຍຍິ່ງຮູ້ສືກເສຍໃຈຫຼາຍຂຶ້ນເທົ່ານັ້ນ. ຂ້ອຍຮັບຮູ້ວ່າຂ້ອຍເຫັນແກ່ໂຕພຽງໃດ ແລະ ຂາດຄວາມເປັນມະນຸດທີ່ຂ້ອຍເຄີຍເປັນ.

ຕໍ່ມາ, ຂ້ອຍໄດ້ມາເຖິງຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ຜູ້ຄົນຕ້ອງການເປັນຄົນທີ່ມີຊື່ສຽງ ຫຼື ເປັນຄົນດັງຢູ່ສະເໝີ; ພວກເຂົາປາດຖະໜາທີ່ຈະມີຊື່ສຽງ ແລະ ກຽດສັກສີອັນຍິ່ງໃຫຍ່ ແລະ ເພື່ອນຳເອົາກຽດຕິຍົດມາສູ່ບັນພະບຸລຸດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນບວກບໍ? (ບໍ່.) ສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບສິ່ງທີ່ເປັນບວກເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາແລ່ນສວນທາງກັບກົດຂອງພຣະເຈົ້າທີ່ມີສິດຄອບຄອງຊະຕາກໍາຂອງມະນຸດຊາດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນຍິ່ງໃຫຍ່, ຄົນມີຊື່ສຽງ, ຄົນສູງສັກ ຫຼື ຄົນທີ່ເຮັດໃຫ້ໂລກສັນຄອນບໍ? (ບໍ່.) ສະນັ້ນ, ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນທີ່ວາງຕີນຢ່າງໝັ້ນຄົງບົນພື້ນດິນ ທີ່ສະແຫວງຫາທີ່ຈະເປັນສິ່ງມີຊີວິດທີ່ມີຄຸນສົມບັດຂອງພຣະເຈົ້າ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ມີຊີວິດໃຫ້ສຳເລັດ ແລະ ຜູ້ທີ່ສາມາດຮັກສາຕຳແໜ່ງຂອງມະນຸດໄດ້” (ຄັດຈາກບົດ “ອຸປະນິໄສທີ່ເສື່ອມຊາມສາມາດຖືກແກ້ໄຂໄດ້ໂດຍການສະແຫວງຫາຄວາມຈິງ ແລະ ການເພິ່ງພາພຣະເຈົ້າເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ເມື່ອໄຕ່ຕອງພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ວ່າພຣະເຈົ້າບໍ່ໄດ້ຕ້ອງການຄົນສູງສົ່ງ ຫຼື ພອນສະຫວັນທີ່ສະທ້ານໂລກ, ແຕ່ຕ້ອງການຄົນຕິດດິນທີ່ສາມາດປະຕິບັດໜ້າທີ່ຂອງຕົນດັ່ງສິ່ງຖືກສ້າງຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ຂ້ອຍມີຄວາມສາມາດຍິ່ງໃຫຍ່ ຫຼື ທັກສະດ້ານວິຊາຊີບຊັ້ນຍອດ, ພຣະອົງຂໍພຽງໃຫ້ຂ້ອຍຮັກສາຕໍາແໜ່ງຂອງຂ້ອຍຕໍ່ໄປ ແລະ ເຮັດສຸດຄວາມສາມາດເພື່ອປະຕິບັດໜ້າທີ່ຂອງຂ້ອຍໃຫ້ສຳເລັດ. ນີ້ແມ່ນບາງສິ່ງທີ່ຂ້ອຍສາມາດເຮັດໄດ້. ພຣະເຈົ້າມອບຄວາມສາມາດທີ່ແຕກຕ່າງກັນ ແລະ ພອນສະຫວັນທີ່ແຕກຕ່າງກັນໃຫ້ທຸກຄົນ. ຕາບໃດທີ່ພວກເຮົາເຮັດສຸດຄວາມສາມາດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເຮັດວຽກຮ່ວມກັນ, ພວກເຮົາກໍ່ຈະເຮັດໜ້າທີ່ຂອງຕົນໃຫ້ສຳເລັດ ແລະ ເຮັດໃຫ້ພຣະເຈົ້າພໍໃຈ.

ຂ້ອຍຍັງໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າດ້ວຍ: “ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງ ຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້” (ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ; ຜູ້ທີ່ພຣະເຈົ້າສັນລະເສີນ, ຈຸດຈົບ ແລະ ຈຸດໝາຍປາຍທາງທີ່ພຣະອົງຕັ້ງໄວ້ໃຫ້ແຕ່ລະຄົນບໍ່ໄດ້ອີງໃສ່ວ່າພວກເຂົາມີກຽດຕິຍົດ ຫຼື ມີຊື່ສຽງ, ມີຈັກຄົນທີ່ສະໜັບສະໜູນ ແລະ ເຫັນດີເຫັນພ້ອມກັບພວກເຂົາ ຫຼື ສິ່ງທີ່ພວກເຂົາດຶງດູດ. ກົງກັນຂ້າມ, ທັງໝົດຂຶ້ນຢູ່ກັບວ່າພວກເຂົາປະຕິບັດຄວາມຈິງ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຄົນເປັນສິ່ງຖືກສ້າງຂອງພຣະເຈົ້າ ຫຼື ບໍ່. ໃຫ້ຖືເອົາພວກຫົວໜ້າປະໂລຫິດ, ພວກທຳມະຈານ ແລະ ພວກຟາຣີຊາຍເປັນຕົວຢ່າງ. ພວກເຂົາມີສະຖານະ ແລະ ອິດທິພົນ, ຫຼາຍຄົນເຊີດຊູພວກເຂົາ ແລະ ຕິດຕາມພວກເຂົາ, ແຕ່ເມື່ອພຣະເຢຊູເຈົ້າມາປະຕິບັດພາລະກິດຂອງພຣະອົງ, ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ຍອມຮັບພາລະກິດຂອງພຣະອົງເລີຍ. ພວກເຂົາເຖິງກັບກ່າວໂທດ ແລະ ຕໍ່ຕ້ານພຣະເຢຊູເຈົ້າຢ່າງປ່າເຖື່ອນ ເພື່ອປົກປ້ອງສະຖານະ ແລະ ລາຍໄດ້ຂອງຕົນເອງ, ໃນທີ່ສຸດກໍ່ຄຶງພຣະອົງໃສ່ໄມ້ກາງແຂນ ແລະ ທົນທຸກກັບການສາບແຊ່ງ ແລະ ການລົງໂທດຂອງພຣະເຈົ້າ. ຂ້ອຍຍັງຄິດເຖິງໂນອາ, ລາວໄດ້ສ້າງເຮືອຕາມທີ່ພຣະເຈົ້າໄດ້ສັ່ງ. ໃນເວລານັ້ນ, ທຸກຄົນຄິດວ່າລາວເປັນບ້າ, ແຕ່ຍ້ອນລາວຟັງພຣະເຈົ້າ ແລະ ເຊື່ອຟັງພຣະອົງ, ລາວໄດ້ຮັບການສັນເສີນຈາກພຣະເຈົ້າ ແລະ ລອດຊີວິດຈາກນ້ຳຖ້ວມ. ແລ້ວກໍ່ມີແມ່ໝ້າຍຜູ້ທຸກຍາກໃນພຣະຄຳພີ. ເງິນສອງຫຼຽນທີ່ລາວໃຫ້ອາດເບິ່ງຄືວ່າບໍ່ຫຼາຍສຳລັບຄົນອື່ນ, ແຕ່ພຣະເຈົ້າສັນເສີນລາວ, ຍ້ອນວ່າລາວໄດ້ມອບທຸກສິ່ງທີ່ລາວມີໃຫ້ແກ່ພຣະເຈົ້າ. ເມື່ອໄຕ່ຕອງເລື່ອງລາວເຫຼົ່ານີ້, ຂ້ອຍເຫັນວ່າພຣະເຈົ້າຊອບທຳຢ່າງແທ້ຈິງ. ພຣະເຈົ້າເຫັນຄ່າຄວາມຈິງໃຈຂອງຜູ້ຄົນ. ມີພຽງການຟັງພຣະທຳຂອງພຣະເຈົ້າ, ອ່ອນນ້ອມຕໍ່ພຣະເຈົ້າ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນດັ່ງສິ່ງຖືກສ້າງຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດໃຊ້ຊີວິດທີ່ມີຄວາມໝາຍໄດ້. ການພະຍາຍາມທີ່ຈະໄດ້ຮັບການຍ້ອງຍໍຈາກຄົນອື່ນພຽງແຕ່ຈະນໍາພວກເຮົາໃຫ້ເຮັດຄວາມຊົ່ວ, ຕໍ່ຕ້ານພຣະເຈົ້າ ແລະ ຮັບເອົາການລົງໂທດຂອງພຣະອົງ. ຂ້ອຍຮັບຮູ້ວ່າພຣະເຈົ້າບໍ່ໄດ້ຈັດແຈງໃຫ້ຂ້ອຍເຮັດໜ້າທີ່ຂອງຕົນໃນສະພາບແວດລ້ອມນັ້ນ ຍ້ອນວ່າພຣະອົງຕ້ອງການໃຫ້ຂ້ອຍທົນທຸກ ຫຼື ຖືກເຮັດໃຫ້ອັບອາຍ, ແຕ່ຍ້ອນພຣະອົງມີແຜນສຳລັບຂ້ອຍ. ຂ້ອຍພຽງຫຼົງໄຫຼກັບສະຖານະຫຼາຍເກີນໄປ, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງປະສົບກັບການຖືກເປີດໂປງ ແລະ ຖືກເຮັດໃຫ້ບໍລິສຸດເພື່ອໃຫ້ຮູ້ຈັກໂຕເອງແທ້ໆ ແລະ ເພື່ອປະຖິ້ມໂສ້ລ່າມແຫ່ງກຽດຕິຍົດ ແລະ ສະຖານະ ແລະ ດຳລົງຊີວິດທີ່ເປັນອິດສະຫຼະ ແລະ ບໍ່ຖືກຈຳກັດຢູ່ຕໍ່ໜ້າພຣະເຈົ້າ. ນີ້ເປັນວິທີທີ່ດີທີ່ສຸດເພື່ອໃຫ້ພຣະເຈົ້າປ່ຽນແປງ ແລະ ເຮັດໃຫ້ຂ້ອຍບໍລິສຸດ, ມັນແມ່ນຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ໃນຄວາມຄິດນີ້, ຂ້ອຍອະທິຖານຫາພຣະເຈົ້າ “ໂອ ພຣະເຈົ້າ, ຂອບໃຈພຣະອົງທີ່ຈັດແຈງສະພາບແວດລ້ອມເຫຼົ່ານີ້ຢ່າງລະອຽດເພື່ອຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຂ້ານ້ອຍບໍ່ຕ້ອງການມີຊີວິດຢູ່ເພື່ອກຽດຕິຍົດ ແລະ ສະຖານະອີກຕໍ່ໄປ, ບໍ່ວ່າຂ້ານ້ອຍໄດ້ຮັບມອບໝາຍໜ້າທີ່ໃດ, ບໍ່ວ່າມັນຕ່ຳຕ້ອຍພຽງໃດໃນສາຍຕາຂອງຄົນອື່ນ, ຂ້ານ້ອຍກໍ່ເຕັມໃຈທີ່ຈະຍອມອ່ອນນ້ອມ ແລະ ເຮັດວຽກຮ່ວມກັນກັບອ້າຍເອື້ອຍນ້ອງຂອງຂ້ານ້ອຍເພື່ອປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ”.

ຫຼັງຈາກນັ້ນ, ທີມຂອງຂ້ອຍຕ້ອງການບາງຄົນເພື່ອໄປຈັດການເລື່ອງຂອງຄຣິດຕະຈັກ. ເມື່ອຂ້ອຍໄດ້ຍິນກ່ຽວກັບເລື່ອງນີ້, ຄວາມປາຖະໜາກໍ່ປາກົດຂຶ້ນມາໃນຕົວຂ້ອຍອີກຄັ້ງໜຶ່ງ. ຂ້ອຍຄິດວ່າ ໃນທີ່ສຸດ ບາງທີ ຂ້ອຍອາດຈະໄດ້ໂອກາດສະແດງຕົວ. ໃນຂະນະທີ່ອ້າຍເອື້ອຍນ້ອງກຳລັງຕັດສິນໃຈວ່າໃຜຈະໄປ, ຂ້ອຍສືບຕໍ່ຫວັງວ່າຈະເປັນຜູ້ທີ່ຖືກເລືອກ, ແຕ່ສຸດທ້າຍກໍ່ຕັດສິນໃຈສົ່ງເອື້ອຍຫຼິວ ແລະ ເອື້ອຍຈາງໄປ. ຂ້ອຍຮູ້ສຶກຜິດຫວັງເລັກນ້ອຍ. ເບິ່ງຄືວ່າຂ້ອຍຈະບໍ່ມີຊ່ວງເວລາທີ່ໄດ້ຮັບຄວາມສົນໃຈໄດ້ຈັກເທື່ອ. ຂ້ອຍຮັບຮູ້ວ່າຂ້ອຍກຳລັງຍາດຊິງຊື່ສຽງອີກຄັ້ງ, ເພາະສະນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າ ແລະ ປ່ອຍວາງແຮງຈູງໃຈຜິດໆຂອງຂ້ອຍ. ຂ້ອຍຄິດຢູ່ຕະຫຼອດວ່າເວລານີ້ຂ້ອຍບໍ່ໄດ້ສຸມໃສ່ວຽກຂອງຂ້ອຍແນວໃດ, ແຕ່ໄດ້ເສຍເວລາ ແລະ ພາລະກຳລັງທີ່ມີຄ່າທັງໝົດນີ້ໃນການຍາດຊິງສະຖານະ ແລະ ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນແມ່ນແຕ່ໜ້ອຍເລີຍ. ຂ້ອຍຕໍ່ສູ້ເພື່ອຊື່ສຽງ ແລະ ສະຖານະທຸກໆມື້ ແລະ ມັນເປັນຄວາມຮູ້ສຶກທີ່ເປັນຕາຢ້ານ. ມັນຮູ້ສຶກຄືກັບວ່າຂ້ອຍຖືກຊາຕານຫຼອກລວງ. ສະຖານະ ແລະ ກຽດຕິຍົດສາມາດສ້າງຄວາມເສຍຫາຍໃຫ້ກັບຜູ້ຄົນໄດ້ແທ້. ແທ້ຈິງແລ້ວ, ອ້າຍເອື້ອຍນ້ອງທຸກຄົນໃນທີມຂອງພວກເຮົາລ້ວນມີທັກສະ ແລະ ຄວາມສາມາດທີ່ແຕກຕ່າງກັນ. ພຣະເຈົ້າຈັດແຈງໃຫ້ພວກເຮົາເຮັດວຽກຮ່ວມກັນ ຍ້ອນພຣະອົງຕ້ອງການໃຫ້ພວກເຮົາແຕ່ລະຄົນໃຊ້ທັກສະຂອງຕົນ, ຮຽນຮູ້ ແລະ ເຕີມເຕັມເຊິ່ງກັນ ແລະ ກັນ ແລະ ເຮັດວຽກຮ່ວມກັນໃຫ້ດີ ເພື່ອປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ. ພຣະເຈົ້າກຳນົດຄວາມສາມາດ ແລະ ວຸດທິພາວະຂອງຂ້ານອຍມາດົນແລ້ວ. ບົດບາດທີ່ຂ້ອຍມີໃນທີມ ແລະ ໜ້າທີ່ໆຂ້ອຍເຮັດກໍ່ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າເຊັ່ນກັນ. ດັ່ງນັ້ນ, ຂ້ອຍຄວນມີຄວາມສຸກໃນບ່ອນທີ່ຂ້ອຍຢູ່, ເຮັດສຸດຄວາມສາມາດເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ ແລະ ເປັນຄົນມີເຫດຜົນທີ່ສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າໄດ້. ພາຍຫຼັງຮັບຮູ້ສິ່ງນີ້, ຂ້ອຍກໍ່ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ. ເມື່ອໃດກໍ່ຕາມທີ່ເອື້ອຍທັງສອງອອກໄປຂ້າງນ້ອຍເພື່ອເຮັດໜ້າທີ່ຂອງພວກເຂົາ, ຂ້ອຍກໍ່ຈະອະທິຖານເພື່ອພວກເຂົາ ແລະ ເຮັດສຸດຄວາມສາມາດເພື່ອເຮັດວຽກປົກກະຕິທັງໝົດໃຫ້ສຳເລັດ ເພື່ອໃຫ້ເອື້ອຍນ້ອງຄົນອື່ນສາມາດສຸມໃສ່ການເຮັດໜ້າທີ່ຂອງຕົນເອງ. ຂ້ອຍຍັງກະຕຸ້ນໃຫ້ອ້າຍເອື້ອຍນ້ອງຂອງຂ້ອຍເຂົ້າຮ່ວມການເຝົ້າດ່ຽວຝ່າຍວິນຍານຂອງພວກເຂົາ ເພື່ອວ່າພວກເຂົາຈະພົບເວລາສຳລັບການເຂົ້າສູ່ຊີວິດຢູ່ຈຸດສູງສຸດຂອງວຽກເຊັ່ນກັນ. ເມື່ອຂ້ອຍເລີ່ມເຮັດສິ່ງຕ່າງໆຢ່າງຕັ້ງໃຈ, ຂ້ອຍຮູ້ສຶກມີພື້ນຖານ ແລະ ສະຫງົບສຸກຫຼາຍຂຶ້ນ. ຂ້ອຍບໍ່ໃຫ້ຄວາມສຳຄັນກັບກຽດຕິຍົດ ແລະ ສະຖານະຫຼາຍອີກຕໍ່ໄປ ແລະ ຂ້ອຍກໍ່ເປີດກວ້າງຫຼາຍຂຶ້ນ. ຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມຮູ້ບຸນຄຸນຕໍ່ພຣະເຈົ້າສຳລັບການປ່ຽນແປງເລັກນ້ອຍນີ້. ມັນແມ່ນການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າທີ່ປຸກຫົວໃຈຂອງຂ້ອຍໃຫ້ຕື່ນຂຶ້ນ, ສະແດງໃຫ້ຂ້ອຍເຫັນຄວາມວ່າງເປົ່າ ແລະ ຄວາມທຸກທໍລະມານຂອງການສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຊ່ວຍຂ້ອຍໃຫ້ເຂົ້າໃຈວ່າ ໂດຍການເຊື່ອໃນພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງສິ່ງຖືກສ້າງເທົ່ານັ້ນ ພວກເຮົາຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້!

ກ່ອນນີ້: 36. ຖືກປົດປ່ອຍຈາກຊື່ສຽງ ແລະ ໂຊກລາບ

ຕໍ່ໄປ: 38. ການຄົ້ນພົບອິດສະຫຼະພາບຈາກສະຖານະ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້