73. ຄວາມລອດພົ້ນຂອງພຣະເຈົ້າ

ໂດຍ ຢີ່ເຊີນ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມືອໄດ້ອ່ານຂໍ້ຄວາມນີ້, ຂ້ອຍກໍ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດວ່າຂ້ອຍເຄີຍອວດດີສໍ່າໃດ. ຂ້ອຍເຄີຍມີຄວາມປາຖະໜາທີ່ໄຮ້ຂີດຈຳກັດດັ່ງກ່າວ, ສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ, ຍາດຊິງ ແລະ ປຽບທຽບຕົນເອງກັບຄົນອື່ນ. ຂ້ອຍມີຊີວິດຢູ່ໂດຍບໍ່ມີລັກສະນະໃດເລີຍຂອງມະນຸດ. ຫຼັງຈາກທີ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ ແລະ ການລົງວິໄນຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍ່ເລີ່ມເຂົ້າໃຈທຳມະຊາດແບບຊາຕານຂອງຂ້ອຍໜ້ອຍໜຶ່ງ. ຂ້ອຍເລີ່ມສາມາດເສຍໃຈ ແລະ ລັງກຽດຕົນເອງ ແລະ ຊື່ສັດ ແລະ ຖ່ອມຕົນຫຼາຍຂຶ້ນໜ້ອຍໜຶ່ງ. ຂ້ອຍຮູ້ສຶກແທ້ໆວ່າການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າຄືຄວາມລອດພົ້ນສຳລັບມະນຸດຊາດ.

ໃນປີ 2005, ເປັນເວລາຫຼາຍກວ່າໜຶ່ງປີຫຼັງຈາກທີ່ໄດ້ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍກໍ່ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ. ເມື່ອຖືກຍົກຂຶ້ນໂດຍພຣະເຈົ້າ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍກໍ່ອະທິຖານຫາພຣະເຈົ້າ ໂດຍຕັ້ງໃຈທີ່ຈະເຮັດໜ້າທີ່ຂອງຂ້ອຍເປັນຢ່າງດີເພື່ອຕອບແທນຄວາມຮັກຂອງພຣະອົງ. ຂ້ອຍໝົກໝົ້ນຢູ່ກັບວຽກງານຂອງຄຣິດຕະຈັກໃນທັນທີ. ເມື່ອຄົນອື່ນຕົກລົງສູ່ສະພາວະໃດໜຶ່ງ ຫຼື ມີຄວາມຫຍຸ້ງຍາກ, ຂ້ອຍກໍ່ຫາພຣະທຳບາງຂໍ້ຂອງພຣະເຈົ້າເພື່ອຊ່ວຍພວກເຂົາ ແລະ ຄິດວ່າສິ່ງທີ່ຂ້ອຍໂອ້ລົມເປັນສິ່ງທີ່ຕື້ນໆ, ຂ້ອຍຍັງເຫັນຜົນໄດ້ຮັບບາງຢ່າງ. ອ້າຍເອື້ອຍນ້ອງເວົ້າວ່າການໂອ້ລົມຂອງຂ້ອຍຊ່ວຍພວກເຂົາໜ້ອຍໜຶ່ງ. ຍ້ອນຂ້ອຍປະສົບຜົນສຳເລັດບາງຢ່າງໃນໜ້າທີ່ຂອງຂ້ອຍ, ໃນເວລາຕໍ່ມາ ຜູ້ນໍາໄດ້ຂໍໃຫ້ຂ້ອຍເຮັດວຽກສຳລັບຄຣິດຕະຈັກຫຼາຍແຫ່ງ. ຂ້ອຍຕື່ນເຕັ້ນຫຼາຍ. ໂດຍສະເພາະເມື່ອຂ້ອຍເຫັນວ່າຂ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າໄວກວ່າເອື້ອຍທີ່ຂ້ອຍເຮັດວຽກນໍາ ແລະ ຜູ້ນໍາກໍ່ເຄົາລົບຂ້ອຍເປັນຢ່າງສູງ, ຂ້ອຍຂ້ອນຂ້າງພໍໃຈກັບຕົນເອງ. ຂ້ອຍຄິດວ່າຜູ້ນໍາເຫັນວ່າຂ້ອຍເປັນຄົນທີ່ມີສັກກະຍາພາບທີ່ແທ້ຈິງ, ພອນສະຫວັນທີ່ຂາດບໍ່ໄດ້ໃນຄຣິດຕະຈັກ. ໃນເວລານັ້ນ ຂ້ອຍເລີ່ມອວດດີຫຼາຍຂຶ້ນເລື້ອຍໆ ແລະ ຄິດວ່າ ຕອນນີ້ ຂ້ອຍມີຄວາມເປັນຈິງແຫ່ງຄວາມຈິງໂດຍເລັກນ້ອຍ. ຂ້ອຍຈິ່ງເຊົາໃຫ້ຄວາມໃສ່ໃຈກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງຕົນເອງ ແລະ ຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ເມື່ອຂ້ອຍປະສົບກັບບັນຫາ. ຂ້ອຍພໍໃຈກັບຕົນເອງຫຼາຍ, ທະນົງຕົວ ແລະ ດູຖູກອ້າຍເອື້ອຍນ້ອງຂອງຂ້ອຍຢູ່ສະເໝີ. ເມື່ອຂ້ອຍເຫັນພວກເຂົາບາງຄົນຖືກຈຳກັດຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ, ຂ້ອຍກໍ່ເຊົາໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍພວກເຂົາດ້ວຍຄວາມຮັກ, ແຕ່ຮ້າຍດ່າພວກເຂົາຢ່າງໃຈຮ້າຍ: “ພຣະທຳຂອງພຣະເຈົ້າໄດ້ມາຮອດຈຸດນີ້ແລ້ວ, ແຕ່ເຈົ້າຍັງມີຄວາມສູກກັບເນື້ອໜັງຢ່າງໂລບມາກ. ເຈົ້າບໍ່ຢ້ານບໍວ່າເຈົ້າຈະຕົກລົງສູ່ໄພພິບັດ ແລະ ຖືກລົງໂທດ? ຖ້າເຈົ້າບໍ່ເລີ່ມເຮັດໜ້າທີ່ຂອງເຈົ້າຢ່າງດີ, ເຈົ້າຈະຖືກກຳຈັດ”. ຂ້ອຍເຫັນວ່າພວກເຂົາຝືນໃຈ ແລະ ບໍ່ຕ້ອງການເຫັນຂ້ອຍ, ແຕ່ຂ້ອຍບໍ່ໄດ້ໄຕ່ຕອງຕົນເອງ, ກົງກັນຂ້າມ ຂ້ອຍຈົ່ມວ່າພວກເຂົາທີ່ບໍ່ໄດ້ສະແຫວງຫາຄວາມຈິງ.

ຕໍ່ມາບໍ່ດົນ, ຜູ້ນໍາໄດ້ມາທີ່ການເຕົ້າໂຮມຂອງພວກເຮົາ. ຂ້ອຍຄິດວ່າມັນແມ່ນເພື່ອເລື່ອນຕໍາແໜ່ງຂ້ອຍ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ລາວເວົ້າວ່າທາງເຂົ້າສູ່ຊີວິດຂອງຂ້ອຍຕື້ນ, ການໂອ້ລົມຂອງຂ້ອຍບໍ່ສາມາດແກ້ໄຂບັນຫາ ແລະ ຂ້ອຍບໍ່ເໝາະສົມທີ່ຈະຮັບຜິດຊອບວຽກງານຂອງຄຣິດຕະຈັກຫຼາຍແຫ່ງ. ເມື່ອໄດ້ຍິນແບບນີ້, ຂ້ອຍກໍ່ຕົກຕະລຶງ, ຈິດໃຈຂອງຂ້ອຍວ່າງເປົ່າທັງສິ້ນ. ຂ້ອຍບໍ່ຮູ້ແມ່ນແຕ່ວ່າຈະກັບເຮືອນແນວໃດ ຫຼັງຈາກການເຕົ້າໂຮມ. ຂ້ອຍພຽງແຕ່ຈື່ວ່າໄດ້ຮ້ອງໄຫ້ຕະຫຼອດທີ່ເດີນທາງກັບ ໂດຍຄິດວ່າ: “ຂ້ອຍໄດ້ເຮັດວຽກຢ່າງໜັກຫຼາຍໃນໜ້າທີ່ຂອງຂ້ອຍ, ແຕ່ແທນທີ່ຈະກ້າວໄປຂ້າງໜ້າ ຂ້ອຍພັດຈົມລົງ. ອ້າຍເອື້ອຍນ້ອງຈະຄິດແນວໃດກ່ຽວກັບຂ້ອຍ? ມັນເບິ່ງຄືກັບວ່າຂ້ອຍບໍ່ສາມາດຮັບວຽກງານໃນຂອບເຂດທີ່ໃຫຍ່ແບບນັ້ນໄດ້, ແຕ່ຂ້ອຍຈະລາອອກເພື່ອເຮັດໜ້າທີ່ໆເລັກນ້ອຍໄດ້ແນວໃດ?” ເປັນເວລາສອງສາມມື້ທີ່ຂ້ອຍບໍ່ສາມາດກິນ ຫຼື ນອນຫຼັບໄດ້, ແຕ່ຈົມຢູ່ໃນຄວາມທຸກຍາກ. ຂ້ອຍພຽງແຕ່ອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງສ່ອງແສງ ແລະ ຊີ້ນໍາຂ້ອຍ ເພື່ອວ່າຂ້ອຍຈະສາມາດເຂົ້າໃຈຄວມປະສົງຂອງພຣະອົງ. ຂ້ອຍຮູ້ສຶກສະຫງົບລົງຫຼາຍຂຶ້ນຫຼັງຈາກທີ່ໄດ້ອະທິຖານ ແລະ ຂ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ... ບັດນີ້ ພວກເຈົ້າເປັນຜູ້ຕິດຕາມ ແລະ ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພາລະກິດຂັ້ນຕອນນີ້. ເຖິງຢ່າງໃດກໍຕາມ, ພວກເຈົ້າກໍຍັງບໍ່ໄດ້ປະຖິ້ມຄວາມປາຖະໜາສຳລັບສະຖານະຂອງພວກເຈົ້າ. ເມື່ອສະຖານະຂອງພວກເຈົ້າສູງ ພວກເຈົ້າກໍສະແຫວງຫາເປັນຢ່າງດີ, ແຕ່ເມື່ອສະຖານະຂອງພວກເຈົ້າຕໍ່າ ພວກເຈົ້າກໍບໍ່ສະແຫວງຫາອີກຕໍ່ໄປ. ການໃຫ້ພອນທາງດ້ານສະຖານະແມ່ນຢູ່ໃນຄວາມຄິດຂອງພວກເຈົ້າສະເໝີ. ເປັນຫຍັງຜູ້ຄົນສ່ວນໃຫຍ່ຈຶ່ງບໍ່ສາມາດເຮັດໃຫ້ຕົນເອງໜີອອກຈາກຄວາມຄິດດ້ານລົບນີ້ໄດ້? ຄໍາຕອບທີ່ປະຕິເສດບໍ່ໄດ້ກໍຄື ມັນບໍ່ແມ່ນຍ້ອນຄວາມຄາດຫວັງທີ່ວ່າງເປົ່າບໍ? ... ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ?” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າຫຼັງຈາກທີ່ໄດ້ອ່ານສິ່ງນີ້. ພຣະອົງໄດ້ຈັດສະຖານະການນັ້ນຂຶ້ນເພື່ອຈັດການກັບຄວາມປາຖະໜາຢາກໄດ້ສະຖານະຂອງຂ້ອຍ, ເພື່ອເຮັດໃຫ້ຂ້ອຍໄຕ່ຕອງກ່ຽວກັບຕົນເອງ ແລະ ດຳເນີນໃນເສັ້ນທາງທີ່ຖືກຕ້ອງໃນການສະແຫວງຫາຄວາມຈິງ. ຂ້ອຍຄິດກ່ຽວກັບການສະແຫວງຫາທີ່ກະຕືລືລົ້ນ ແລະ ການເສຍສະລະຂອງຂ້ອຍໃນຄວາມເຊື່ອຂອງຂ້ອຍແມ່ນເພື່ອສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງສິ່ງຖືກສ້າງແທ້ໆ ຫຼື ບໍ່. ຄວາມເປັນຈິງກໍ່ຄືມັນແມ່ນເພື່ອຕອບສະໜາມຄວາມທະເຍີທະຍານຂອງຂ້ອຍທີ່ຈະນໍາໜ້າຄົນອື່ນ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ! ສະນັ້ນ ຫຼັງຈາກທີ່ຂ້ອຍໄດ້ຮັບຕໍາແໜ່ງ, ຂ້ອຍກໍ່ຂ້ອນຂ້າງພໍໃຈກັບຕົນເອງ ແລະ ບໍ່ພະຍາຍາມກ້າວໜ້າ. ເມື່ອຂ້ອຍຖືກປົດຕໍາແໜ່ງ, ຂ້ອຍບໍ່ພຽງແຕ່ບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ, ແຕ່ຂ້ອຍຄິດລົບ ແລະ ອ່ອນແອ ແລະ ກ່າວໂທດພຣະເຈົ້າ. ຂ້ອຍເຖິງກັບຄິດກ່ຽວກັບການປະລະໜ້າທີ່ ແລະ ທໍລະຍົດພຣະເຈົ້າ. ຂ້ອຍໄຮ້ຄວາມສຳນຶກ ແລະ ໄຮ້ເຫດຜົນຫຼາຍ, ເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ. ການຖືກປົດຕໍາແໜ່ງຄືການທີ່ພຣະເຈົ້າປົກປ້ອງຂ້ອຍ. ຂ້ອຍບໍ່ຄວນຄິດລົບ ຫຼື ເຂົ້າໃຈພຣະເຈົ້າຜິດ, ແຕ່ຄວນສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມເສື່ອມຊາມຂອງຂ້ອຍ. ຫຼັງຈາກທີ່ຂ້ອຍຮູ້ແບບນັ້ນ, ຂ້ອຍກໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການສະແຫວງຫາສະຖານະອີກຕໍ່ໄປ. ຂ້ານ້ອຍປາຖະໜາທີ່ຈະຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະອົງ, ສະແຫວງຫາຄວາມຈິງແທ້ໆ ແລະ ເຮັດສຳເລັດໜ້າທີ່ຂອງຂ້ານ້ອຍເພື່ອເຮັດໃຫ້ພຣະອົງພໍໃຈ”. ໃນມື້ຕໍ່ມາ, ຂ້ອຍກໍ່ໃສ່ໃຈກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ເມື່ອຂ້ອຍເປີດເຜີຍອຸປະນິໄສທີ່ອວດດີຂອງຂ້ອຍອີກຄັ້ງ, ຂ້ອຍກໍ່ອະທິຖານຫາພຣະເຈົ້າຢ່າງມີສະຕິ ແລະ ປະຖິ້ມຕົນເອງ. ຂ້ອຍຮູ້ສຶກດີຂຶ້ນຫຼັງຈາກທີ່ໄດ້ປະຕິບັດແບບນີ້ເປັນຊົ່ວໄລຍະໜຶ່ງ ແລະ ຂ້ອຍສາມາດມີປະຕິສຳພັນກັບອ້າຍເອື້ອຍນ້ອງຢ່າງຖືກຕ້ອງ.

ຫຼັງຈາກເວລາສອງສາມປີນີ້, ຂ້ອຍກໍ່ຖືກເລືອກຕັ້ງໃຫ້ເປັນຜູ້ນໍາຄຣິດຕະຈັກອີກຄັ້ງ. ບໍ່ດົນຫຼັງຈາກນັ້ນ, ຄຣິດຕະຈັກຂອງຂ້ອຍກໍ່ຄວບເຂົ້າກັບຄຣິດຕະຈັກອື່ນ, ສະນັ້ນ ພວກເຮົາຈຶ່ງຈຳເປັນຕ້ອງຈັດການເລືອກຕັ້ງສຳລັບຜູ້ນໍາອີກຄັ້ງ. ຄວາມປາຖະໜາຢາກໄດ້ສະຖານະຂອງຂ້ອຍກໍ່ປາກົດຫົວຂອງມັນຂຶ້ນອີກຍ້ອນສິ່ງນີ້ ແລະ ຂ້ອຍຢ້ານທີ່ຈະສູນເສຍຕໍາແໜ່ງຂອງຂ້ອຍແທ້ໆ. ໃນການເຕົ້າໂຮມກັບຜູ້ນໍາໃນຄຣິດຕະຈັກແຫ່ງອື່ນ, ຂ້ອຍກໍ່ພົບວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມກ່ຽວກັບຄວາມຈິງບໍ່ໄດ້ເປັນຫຍັງທີ່ພິເສດເລີຍ, ສະນັ້ນ ຂ້ອຍຈຶ່ງຄິດວ່າການຖືກເລືອກໃຫ້ເປັນຜູ້ນໍາເປັນສິ່ງແນ່ນອນສຳລັບຂ້ອຍ. ເພື່ອຮັກສາຕໍາແໜ່ງຂອງຂ້ອຍ ແລະ ເຮັດໃຫ້ອີກຫຼາຍຄົນເຫັນວ່າຂ້ອຍມີຄວາມສາມາດສໍ່າໃດ, ຂ້ອຍໄດ້ສະເໜີທີ່ຈະໄປຈັດການກັບບັນຫາບາງຢ່າງໃນຄຣິດຕະຈັກທີ່ອ່ອນແອກວ່າ ໂດຍສັນຍາທີ່ຈະແກ້ໄຂພວກມັນໂດຍໄວ. ຫຼັງຈາກນັ້ນ ຂ້ອຍກໍ່ເຮັດໃຫ້ຕົນເອງຫຍຸ້ງໃນການເຕົ້າໂຮມທຸກໆມື້, ໂອ້ລົມ ແລະ ແກ້ໄຂບັນຫາ ແລະ ໃນການໂອ້ລົມຂອງຂ້ອຍ, ຂ້ອຍໄດ້ລົມຢ່າງມີເປົ້າໝາຍກ່ຽວກັບວ່າຂ້ອຍເຮັດວຽກຂອງຂ້ອຍແນວໃດໃນອະດີດ, ຄວາມສຳເລັດທີ່ຍິ່ງໃຫຍ່ທີ່ຂ້ອຍໄດ້ເຮັດ ແລະ ຜູ້ນໍາໃນເວລານັ້ນນັ້ນເຊີດຊູຂ້ອຍແນວໃດ. ຂ້ອຍຍັງຕັ້ງໃຈເວົ້າກ່ຽວກັບຂໍ້ຜິດພາດ ແລະ ການບ່ຽງເບນໃນວຽກງານຂອງຜູ້ນໍາຄຣິດຕະຈັກຄົນອື່ນ ເພື່ອຍົກຕົນເອງຂຶ້ນຢ່າງແອບແຝງ ແລະ ເຮັດໃຫ້ພວກເຂົາຕໍ່າລົງ. ແຕ່ພຣະເຈົ້າເຫັນຫົວໃຈ ແລະ ຄວາມຄິດຂອງຂ້ອຍ ແລະ ຍ້ອນແຮງຈູງໃຈຂອງຂ້ອຍໃນໜ້າທີ່ຂອງຂ້ອຍບໍ່ຖືກຕ້ອງ ພຣະເຈົ້າກໍ່ເຊື່ອງພຣະອົງເອງຈາກຂ້ອຍ. ໃນເວລານັ້ນ, ເຖິງແມ່ນວ່າຂ້ອຍຫຍຸ້ງວຽກຢູ່ສະເໝີ, ຂ້ອຍກໍ່ບໍ່ໄດ້ບັນລຸຫຍັງໃນວຽກງານຂອງຂ້ອຍ. ຂ້ອຍເລີ່ມມີອາການປວດໃນປາກຂອງຂ້ອຍ ແລະ ແມ່ນແຕ່ການດື່ມນໍ້າກໍ່ເຈັບປວດ. ຂ້ອຍທົນທຸກແທ້ໆ ແລະ ຂ້ອຍຄິດກ່ຽວກັບວ່າ ນັບຕັ້ງແຕ່ທີ່ຂ້ອຍຢູ່ທີ່ນັ້ນ ຂ້ອຍບໍ່ໄດ້ແກ້ໄຂແມ່ນແຕ່ສິ່ງດຽວ ແລະ ວຽກງານຂອງຂ້ອຍກໍ່ບໍ່ໄດ້ບັນລຸຜົນຫຍັງ. ຂ້ອຍສົງໄສວ່າຜູ້ນໍາຈະເບິ່ງຂ້ອຍແນວໃດ, ພວກເຂົາຈະຄິດວ່າຂ້ອຍບໍ່ມີຄວາມສາມາດ ຫຼື ບໍ່. ຈະເປັນແນວໃດຖ້າຂ້ອຍຖືກປົດຈາກຕໍາແໜ່ງແມ່ນແຕ່ກ່ອນການເລືອກຕັ້ງເດ? ຊ່າງເປັນຄວາມອັບອາຍ! ໃນຄວາມຄິດນີ້ ຂ້ອຍປາຖະໜາທີ່ຈະແກ້ໄຂບັນຫາທັງໝົດໃນທັນທີ, ແຕ່ບໍ່ວ່າຂ້ອຍຈະໂອ້ລົມແນວໃດກໍ່ຕາມ, ສິ່ງຕ່າງໆກໍ່ລາກຍາວຄືກັບແຕ່ກອນ. ຂ້ອຍຮູ້ສຶກທໍລະມານຫຼາຍ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮ້ອງຫາພຣະອົງດ້ວຍຄຳອະທິຖານ: “ໂອ ພຣະເຈົ້າ! ຂ້ານ້ອຍຕົກລົງໃນຄວາມມືດມິດ ແລະ ຂ້ານ້ອຍບໍ່ເຂົ້າໃຈບັນຫາໃດເລີຍ. ໂອ ພຣະເຈົ້າ, ຂ້ານ້ອຍຄົງຈະທ້າທາຍພຣະອົງ, ສະນັ້ນ ຂ້ານ້ອຍຈຶ່ງວອນຂໍພຣະອົງເພື່ອຊີ້ນໍາຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະໄຕ່ຕອງກ່ຽວກັບຕົນເອງ ແລະ ກັບໃຈມາຫາພຣະອົງ”.

ຕໍ່ມາ ຂ້ອຍໄດ້ອ່ານຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ: “ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປາກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປາກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ” (ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າເຮັດໃຫ້ຂ້ອຍສັ່ນດ້ວຍຄວາມຢ້ານ! ຂ້ອຍຫວນຄິດກ່ຽວກັບວ່າຂ້ອຍກຳລັງຄິດ ແລະ ເຮັດແນວໃດ. ເພື່ອຮັບປະກັນຕໍາແໜ່ງຂອງຂ້ອຍໃນຖານະຜູ້ນໍາ ແລະ ໃຫ້ອີກຫຼາຍຄົນເຄົາລົບຂ້ອຍ, ຂ້ອຍໄດ້ຈັດສາກການສະແດງໃນການແກ້ໄຂບັນຫາຜ່ານການໂອ້ລົມ ເພື່ອພິສູດຕົນເອງ ແລະ ຈັບໃຈ, ຍົກຕົນເອງຂຶ້ນ ແລະ ດູຖູກຄົນອື່ນໃນທຸກຢ່າງ. ຂ້ອຍປະຕິບັດຕໍ່ອ້າຍເອື້ອຍນ້ອງຄືກັບຄູ່ແຂ່ງ, ນໍາໃຊ້ກົນອຸບາຍ ແລະ ກົນລະຍຸດ. ຂ້ອຍບໍ່ມີລັກສະນະຂອງບຸກຄົນທີ່ມີຄວາມເຊື່ອ, ບໍ່ມີຄວາມເປັນມະນຸດ. ຂ້ອຍແຕກຕ່າງຈາກສັດທີ່ກຳລັງຕໍ່ສູ່ເພື່ອຍາດເສດອາຫານແນວໃດ? ຂ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ! ຂ້ອຍກຳລັງເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າດ້ວຍການກະທຳຂອງຂ້ອຍ ແລະ ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະອົງແຕ່ດົນແລ້ວ. ການທົນທຸກກັບຄວາມເຈັບປວດ ແລະ ການບໍ່ບັນລຸຫຍັງເລີຍໃນວຽກງານຂອງຂ້ອຍຄືການທີ່ພຣະເຈົ້າຂ້ຽນຕີ ແລະ ລົງວິໄນຂ້ອຍ. ຄວາມປະສົງຂອງພຣະອົງແມ່ນເພື່ອໃຫ້ຂ້ອຍໄດ້ໄຕ່ຕອງຕົນເອງ, ກັບໃຈ ແລະ ປ່ຽນແປງ. ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າເປັນຫຍັງຂ້ອຍຈຶ່ງສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ, ຈັດວາງພວກມັນເໜືອທຸກສິ່ງ. ມັນລ້ວນແລ້ວແຕ່ເປັນຍ້ອນການຖືກຊາຕານຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ. ມັນໃຊ້ການສຶກສາ ແລະ ອິດທິພົນທາງສັງຄົມເພື່ອແຊ່ຫົວໃຈຂອງຂ້ອຍໃນພິດ ແລະ ປັດຊະຍາເຫຼົ່ານີ້ ຄືກັນກັບ “ຄົນທີ່ເຮັດວຽກໜັກດ້ວຍຄວາມຄິດຂອງພວກເຂົາແມ່ນປົກຄອງຄົນອື່ນ ແລະ ຄົນທີ່ເຮັດວຽກໜັກດ້ວຍມືຂອງພວກເຂົາແມ່ນຖືກຄົນອື່ນປົກຄອງ” ແລະ “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ”. ປັດຊະຍາແບບຊາຕານເຫຼົ່ານີ້ຖືກຝັງເລິກໃນຫົວໃຈຂອງຂ້ອຍ ແລະ ກາຍມາເປັນທຳມະຊາດຂອງຂ້ອຍ. ຂ້ອຍກຳລັງດຳລົງຊີວິດໂດຍພິດເຫຼົ່ານີ້, ອວດດີ ແລະ ຫຼອກລວງຫຼາຍຂຶ້ນເລື້ອຍໆ, ເທີດທູນຊື່ສຽງ ແລະ ສະຖານະ, ພະຍາຍາມນໍາໜ້າ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຍ້ອນຂ້ອຍບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ, ແຕ່ກຳລັງດຳລົງຊີວິດພາຍໃນອຸປະນິໄສແບບຊາຕານທີ່ເສື່ອມຊາມນີ້, ຂ້ອຍຈຶ່ງຕາບອດ ແລະ ບໍ່ສາມາດເຫັນເຖິງສາຍເຫດຂອງບັນຫາໃດໜຶ່ງ ຫຼື ຂ້ອຍບໍ່ສາມດແກ້ໄຂບັນຫາຂອງຄົນອື່ນ ແລະ ຂ້ອຍຖ່ວງດຶງວຽກງານຂອງຄຣິດຕະຈັກ. ຂ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ອຍ, ແຕ່ກຳລັງເຮັດການຊົ່ວ. ຂ້ອຍກົ້ມລົງຢູ່ຕໍ່ໜ້າພຣະເຈົ້າ ແລະ ກັບໃຈມາຫາພຣະອົງ: “ພຣະເຈົ້າ ຂ້ານ້ອຍໄດ້ເມີນເສີຍຕໍ່ໜ້າທີ່ຂອງຂ້ານ້ອຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ພະຍາຍາມຕົວະ ແລະ ສໍ້ໂກງພຣະອົງ. ຂ້ານ້ອຍຄວນຖືກສາບແຊ່ງ! ໂອ ພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການເປັນແບບນີ້ອີກຕໍ່ໄປ. ຂ້ານ້ອຍຕ້ອງການກັບໃຈມາຫາພຣະອົງ”. ຫຼັງຈາກນັ້ນ ຂ້ອຍກໍ່ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ຍ້ອນພວກເຈົ້າເປັນສິ່ງຖືກສ້າງຂອງພຣະເຈົ້າ, ພວກເຈົ້າຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ບໍ່ມີເງື່ອນໄຂອື່ນອີກສຳລັບພວກເຈົ້າ. ນີ້ຄືວິທີທີ່ພວກເຈົ້າຄວນອະທິຖານ: ‘ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ... ຂ້ານ້ອຍບໍ່ໄດ້ຄິດກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍກໍເປັນພຽງສິ່ງຖືກສ້າງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນຂຸມເລິກທີ່ສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍ່ເປັນພຽງແຕ່ສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍກໍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງ’” (ຄັດຈາກບົດ “ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ມອບເສັ້ນທາງແຫ່ງການປະຕິບັດໃຫ້ກັບຂ້ອຍ. ບໍ່ວ່າຂ້ອຍຖືກແທນທີ່ ຫຼື ບໍ່ ຫຼື ບໍ່ວ່າຂ້ອຍມີສະຖານະ ຫຼື ບໍ່, ຂ້ອຍກໍ່ຕ້ອງສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ໃສ່ໃຈກັບການປະຕິບັດຄວາມຈິງໃນໜ້າທີ່ຂອງຂ້ອຍ ແລະ ປະຖິ້ມອຸປະນິໄສແບບຊາຕານຂອງຂ້ອຍ. ຫຼັງຈາກທີ່ຂ້ອຍໄດ້ແກ້ໄຂແຮງຈູງໃຈຂອງຂ້ອຍໃນໜ້າທີ່ຂອງຂ້ອຍ ແລະ ໃສ່ໃຈກັບການເຮັດໃຫ້ຕົນເອງສະຫງົບງຽບຢູ່ຕໍ່ໜ້າພຣະອົງເພື່ອອ່ານພຣະທຳຂອງພຣະອົງ ແລະ ອະທິຖານ. ຂ້ອຍວາງບັນຫາຂອງຄຣິດຕະຈັກໄວ້ໃນມືຂອງພຣະເຈົ້າ ແລະ ເບິ່ງຫາພຣະອົງ ແລະ ຂ້ອຍສະແຫວງຫາຄວາມຈິງກັບອ້າຍເອື້ອຍນ້ອງ. ບັນຫາເຫຼົ່ານັ້ນໃນຄຣິດຕະຈັກຖືກແກ້ໄຂຢ່າງໄວຫຼາຍ. ຂ້ອຍເຕັມໄປດ້ວຍຄວາມຂອບໃຈພຣະເຈົ້າ. ພຣະເຈົ້າເປັນຈິງຫຼາຍ, ເປັນຕາຮັກຫຼາຍ ແລະ ພຣະອົງຢູ່ຂ້າງຂ້ອຍ, ກຳນົດສິ່ງຕ່າງໆເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ອຍ. ຂ້ອຍຍັງຮູ້ວ່າມັນຈຳເປັນຫຼາຍສໍ່າໃດທີ່ຈະສະແຫວງຫາຄວາມຈິງ ແລະ ການປ່ຽນແປງດ້ານອຸປະນິໄສໃນຄວາມເຊື່ອຂອງຂ້ອຍ.

ຫົກເດືອນຕໍ່ມາ, ຂ້ອຍໄດ້ຮັບຄວມຮັບຜີດຊອບສຳລັບວຽກງານຂອງອີກສອງສາມຄຣິດຕະຈັກ. ໂດຍຮູ້ວ່າຄວາມປາຖະໜາຢາກໄດ້ສະຖານະຂອງຂ້ອຍມີຫຼາຍສໍ່າໃດ ແລະ ອຸປະນິໄສຂອງຂ້ອຍອວດດີສໍ່າໃດ, ຂ້ອຍໄດ້ອະທິຖານຢ່າງຈິງຈັງຫາພຣະເຈົ້າ ເພື່ອວ່າຂ້ອຍຈະສາມາດແກ້ໄຂແຮງຈູງໃຈຂອງຂ້ອຍ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຂ້ອຍຖືກຈັບຄູ່ກັບເອື້ອຍຫວັງໃນເວລານັ້ນ ຜູ້ເຊິ່ງມີທັດສະນະທີ່ຊັດເຈນກ່ຽວກັບບັນຫາ ແລະ ມີວຸດທິພາວະໃນການຈັດການກັບບັນຫາ. ຂ້ອຍຂໍຄຳແນະນຳຂອງລາວຢູ່ເລື້ອຍໆ ແລະ ຮຽນຮູ້ຈາກຈຸດແຂງຂອງລາວ. ຫຼັງຈາກສອງສາມເດືອນແບບນີ້, ຂ້ອຍກໍ່ກ້າວໜ້າຂ້ອນຂ້າງຫຼາຍໃນການໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ ແລະ ເຮັດຫຼາກຫຼາຍວຽກງານໃນຄຣິດຕະຈັກ. ອ້າຍເອື້ອຍນ້ອງເຄົາລົບຂ້ອຍເຊັ່ນກັນ. ກ່ອນທີ່ຂ້ອຍຈະຮູ້ຕົວ, ຂ້ອຍກໍ່ເລີ່ມພໍໃຈກັບຕົນເອງແທ້ໆ ໂດຍຄິດວ່າ ເຖິງແມ່ນຂ້ອຍຂ້ອນຂ້າງເປັນຜູ້ເຊື່ອໃໝ່, ການໂອ້ລົມຂອງຂ້ອຍກໍ່ດີສໍ່າຂອງເອື້ອຍຫວັງ ແລະ ຂ້ອຍເຕີບໃຫຍ່ໃນຄວາມສາມາດຂອງຂ້ອຍໃນການຈັດການກັບບັນຫາ. ຂ້ອຍຄິດວ່າວຸດທິພາວະຂອງຂ້ອຍໄດ້ເຕີບໃຫຍ່. ຂ້ອຍບໍ່ຮູ້ວ່າຄວາມອວດດີຂອງຂ້ອຍກຳລັງສະແດງອອກໃນທຸກດ້ານ ແລະ ຄວາມປາຖະໜາຢາກໄດ້ຊື່ສຽງ ແລະ ສະຖານະຂອງຂ້ອຍກໍ່ກັບຄືນມາຫຼາຍກວ່າເກົ່າ. ຂ້ອຍຕ້ອງການໃຫ້ເອື້ອຍຫວັງຮັບຟັງຂ້ອຍໃນທຸກສິ່ງ. ຂ້ອຍບໍ່ສາມາດຢືນເບິ່ງຄົນອື່ນເຫັນດີກັບການໂອ້ລົມຂອງລາວ ຫຼື ລາວນໍາພາໃນເລື່ອງລາວຕ່າງໆຂອງຄຣິດຕະຈັກ. ຂ້ອຍຮູ້ສຶກວ່າຂ້ອຍມີການປະຕິບັດບາງຢ່າງ ແລະ ໄດ້ສະສົມປະສົບການຢ່າງຫຼວງຫຼາຍ, ຂ້ອຍບໍ່ແມ່ນຄົນໃໝ່ທີ່ບໍ່ຮູ້ເລື່ອງຫຍັງເລີຍ ແລະ ຄວາມສາມາດຂອງຂ້ອຍກໍ່ທຽບເທົ່າກັບຂອງລາວ. ພວກເຮົາທັງສອງເປັນຜູ້ນໍາ, ສະນັ້ນ ເປັນຫຍັງລາວຈຶ່ງໄດ້ນໍາພາຢູ່ສະເໝີ? ເປັນຫຍັງຂ້ອຍຈຶ່ງຄວນຟັງລາວ? ຖ້າມັນສືບຕໍ່ເປັນແບບນັ້ນ, ຂ້ອຍຈະບໍ່ເປັນຜູ້ນໍາໃນນາມເທົ່ານັ້ນບໍ? ນັບຕັ້ງແຕ່ນັ້ນມາ, ຂ້ອຍກໍ່ເລີ່ມເຮັດວຽກໜັກຂຶ້ນ ແລະ ປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ ເພື່ອວ່າຂ້ອຍຈະສາມາດເກັ່ງກວ່າລາວ ແລະ ໃນລະຫວ່າງການສົນທະນາຂອງພວກເຮົາກ່ຽວກັບວຽກງານຂອງຄຣິດຕະຈັກທີ່ການພົບປະກັນຂອງເພື່ອນຮ່ວມງານ, ເມື່ອລາວສະແດງຄຳຄິດເຫັນຂອງລາວ ຂ້ອຍກໍ່ຕັ້ງໃຈຈັບຜິດ ແລະ ຊອກຫາຂໍ້ຜິດພາດໃນຄຳຄິດເຫັນເຫຼົ່ານັ້ນ. ຫຼັງຈາກນັ້ນ ຂ້ອຍກໍ່ຈະແບ່ງປັນ “ແນວຄິດທີ່ດີເລີດ” ຂອງຂ້ອຍເພື່ອໂຕ້ແຍ້ງ ແລະ ຍົກຕົນເອງຂຶ້ນ. ຕໍ່ມາອີກບໍ່ດົນ, ໃນຂະນະທີ່ກຳລັງສົນທະນາກ່ຽວກັບວຽກງານໃນຄຣິດຕະຈັກ, ເພື່ອນຮ່ວມງານສອງສາມຄົນມັກແນວຄິດຂອງຂ້ອຍ ແລະ ພວກເຂົາເລີ່ມມາຫາຂ້ອຍ ເມື່ອພວກເຂົາມີບັນຫາ ແລະ ຮັບຟັງຂໍ້ສະເໜີຂອງຂ້ອຍ. ຂ້ອຍພຽງແຕ່ມັກເບິ່ງພວກເຂົາມາອ້ອມຮອບຂ້ອຍ. ຕໍ່ມາ, ເອື້ອຍຫວັງກໍ່ບໍ່ສາມາດໄປປະຕິບັດໜ້າທີ່ຂອງລາວໄດ້ ເພາະພັກກອມມູນິດຈີນກຳລັງຕິດຕາມລາວ, ສະນັ້ນ ຂ້ອຍຈຶ່ງຮັບຜິດຊອບສຳລັບວຽກງານໃນຄຣິດຕະຈັກໃນຊ່ວງເວລານັ້ນໂດຍລຳພັງ. ຂ້ອຍບໍ່ຮູ້ສຶກໜັກໜ່ວງຈາກວຽກງານ, ແຕ່ຜ່ອນຄາຍແທ້ໆ ແລະ ຄິດວ່າໃນທີ່ສຸດຂ້ອຍກໍ່ສາມາດມີສິດຕັດສິນໃຈໃນທຸກສິ່ງ. ໃນເວລານັ້ນ, ຂ້ອຍຮູ້ວ່າວິທີການຄິດຂອງຂ້ອຍບໍ່ຖືກຕ້ອງ, ແຕ່ຂ້ອຍກໍ່ບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ ຫຼື ເກັບມັນໃສ່ໃຈເລີຍ.

ມື້ໜຶ່ງ ຜູ້ນໍາໄດ້ບອກຂ້ອຍວ່າ ຂ້ອຍຈຳເປັນຕ້ອງເຂົ້າຮ່ວມການເຕົ້າໂຮມໃນພື້ນທີ່ອື່ນ. ຂ້ອຍຮຽນຮູ້ວ່າມີພຽງແຕ່ 10 ຫຼື ປະມານນັ້ນທີ່ຖືກເລືອກຈາກພາກພື້ນ ເຊິ່ງເປັນບ່ອນທີ່ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍຍັງໄດ້ຍິນມາວ່າຂ້ອຍຈະຖືກເລື່ອນຕໍາແໜ່ງ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍເປັນບາງສິ່ງແທ້ໆ, ຂ້ອຍເປັນທາງເລືອກທີ່ດີທີ່ສຸດໃນພາກພື້ນຂອງພວກເຮົາ. ຂ້ອຍຂຶ້ນລົດໄຟກັບເອື້ອຍຄົນອື່ນອີກສີ່ຄົນດ້ວຍຄວາມລ່າເລີງ, ແຕ່ບາງສິ່ງທີ່ບໍ່ຄາດຄິດກໍ່ເກີດຂຶ້ນໃນລະຫວ່າງທາງ. ພວກເຮົາຖືກຕິດຕາມ ແລະ ຖືກຈັບກຸມໂດຍຕຳຫຼວດຂອງພັກກອມມູນິດຈີນ. ການສອບສວນຂອງພວກເຂົາໄຮ້ປະໂຫຍດ, ສະນັ້ນ ພວກເຂົາຈຶ່ງຕັດສິນໃຫ້ຂ້ອຍໃຊ້ແຮງງານສອງປີ ຍ້ອນ “ຈັດການ ແລະ ນໍາໃຊ້ອົງກອນ ເສຍ ຈຽວ ເພື່ອຂັດຂວາງການບັງຄັບໃຊ້ກົດໝາຍ”. ຂ້ອຍຈົມລົງສູ່ການຫຼໍ່ຫຼອມຫຼັງຈາກຄຳຕັດສິນຂອງຂ້ອຍ. ຄວາມເຂົ້າໃຈຜິດ ແລະ ຂໍ້ສົງໄສຂອງຂ້ອຍກ່ຽວກັບພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງຂ້ອຍ: “ເປັນຫຍັງຂ້ອຍຈຶ່ງຖືກຈັບກຸມ ແລະ ຖືກໂຍນເຂົ້າຄຸກ ເມື່ອຂ້ອຍກຳລັງຈະຖືກເລື່ອນຕໍາແໜ່ງ? ມັນຄືການທີ່ພຣະເຈົ້າກຳລັງຫ້າມຂ້ອຍ ໂດຍໃຊ້ສິ່ງນີ້ເພື່ອເປີດໂປງ ແລະ ກຳຈັດຂ້ອຍບໍ? ຂ້ອຍເສຍໂອກາດຂອງຂ້ອຍໃນການເຮັດໜ້າທີ່ຂອງຂ້ອຍ ແລະ ການໄດ້ຮັບຄວາມລອດພົ້ນບໍ?” ຂ້ອຍເຈັບປວດຫຼາຍ ແລະ ຂ້ອຍກໍ່ສັບສົນຫຼາຍ. ມີຫຼາຍຄັ້ງ, ຂ້ອຍຮ້ອງໄຫ້ ແລະ ອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະອົງໃນຕອນນີ້. ມັນຮູ້ສຶກຄືກັບວ່າພຣະອົງກຳລັງປະຕິເສດຂ້ານ້ອຍ, ພຣະອົງບໍ່ຕ້ອງການຂ້ານ້ອຍ. ພຣະເຈົ້າ, ຂ້ານ້ອຍວອນຂໍໃຫ້ພຣະອົງສ່ອງແສງ ແລະ ຊີ້ນໍາຂ້ານ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ, ເພື່ອວ່າຂ້ານ້ອຍອາດຮູ້ຈັກວິທີການເຂົ້າສູ່ຄວາມຈິງໃນສະຖານະການນີ້”. ຂອບໃຈພຣະເຈົ້າທີ່ຮັບຟັງຄຳອະທິຖານຂອງຂ້ອຍ. ມື້ໜຶ່ງ, ເອື້ອຍນ້ອງທີ່ຢູ່ໃນຫ້ອງຂັງດຽວກັນໄດ້ລັກຍື່ນແຜ່ນເຈ້ຍທີ່ມີພຣະທຳບາງຂໍ້ຂອງພຣະເຈົ້າທີ່ລາວໄດ້ຄັດລອກໃຫ້ກັບຂ້ອຍ. ພຣະທຳເຫຼົ່ານີ້ກ່າວວ່າ: “ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ” (ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຫົວໃຈຂອງຂ້ອຍສົດຊື່ນຂຶ້ນໃນທັນທີ. ສະຖານະການນີ້ຄືການທົດລອງຂອງພຣະເຈົ້າສຳລັບຂ້ອຍ. ມັນບໍ່ແມ່ນຄວາມປະສົງຂອງພຣະອົງທີ່ຈະກຳຈັດຂ້ອຍ, ແຕ່ເພື່ອເຮັດໃຫ້ຂ້ອຍສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ເຂົ້າສູ່ຄວາມຈິງ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດຄິດລົບ ແລະ ອ່ອນແອໄດ້ອີກຕໍ່ໄປ ແລະ ຂ້ອຍບໍ່ສາມາດດຳເນີນຕາມແນວຄິດຂອງຂ້ອຍເອງ ແລະ ຄາດເດົາກ່ຽວກັບຄວາມປະສົງຂອງພຣະເຈົ້າແທ້ໆ. ກົງກັນຂ້າມ, ຂ້ອຍຄວນເຮັດໃຫ້ຕົນເອງສະຫງົບ ແລະ ສະແຫວງຫາຄວາມຈິງ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງຢ່າງຈິງຈັງ.

ຄືນໜຶ່ງ, ຂ້ອຍບໍ່ສາມາດນອນຫຼັບແທ້ໆ ແລະ ໂດຍບໍ່ໄດ້ຄຳນຶງຫາຕົນເອງ, ຂ້ອຍສົງໄສວ່າເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ສິ່ງນີ້ເກີດຂຶ້ນກັບຂ້ອຍ. ຫຼັງຈາກນັ້ນ ພຣະທຳຂອງພຣະເຈົ້າກໍ່ປາກົດຂຶ້ນໃນຄວາມຄິດ: “ພວກເຈົ້າຊັງມັງກອນແດງໃຫຍ່ແທ້ບໍ? ພວກເຈົ້າຊັງມັນແທ້ໆ ແລະ ຢ່າງຈິງໃຈບໍ? ເປັນຫຍັງເຮົາຈຶ່ງຖາມພວກເຈົ້າຫຼາຍຄັ້ງ? ເປັນຫຍັງເຮົາຈຶ່ງຖາມຄຳຖາມນີ້ກັບພວກເຈົ້າກັບໄປກັບມາ?” (ຄັດຈາກ “ບົດທີ 28” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ຂ້ອຍຖາມຕົນເອງຊໍ້າແລ້ວຊໍ້າອີກວ່າ: “ຂ້ອຍຊັງມັງກອນແດງໃຫຍ່ແທ້ໆບໍ? ຂ້ອຍຊັງມັນຢ່າງແທ້ຈິງ ແລະ ຢ່າງເປັນຈິງບໍ?” ຫຼັງຈາກນັ້ນ ຂ້ອຍກໍ່ຄິດຫາຂໍ້ຄວາມນີ້ຈາກ ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ: “ບາງຄົນເວົ້າບາງສິ່ງບາງຢ່າງ ເຊັ່ນ: ‘ຂ້ອຍກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຫຼາຍກວ່າສິ່ງໃດ. ມັນໄດ້ບີບບັງຄັບຂ້ອຍ ແລະ ໄລ່ລ່າຂ້ອຍ ແລະ ຂ້ອຍໄດ້ເຫັນໜ້າອັນຊົ່ວຮ້າຍຂອງມັນມາດົນແລ້ວ. ຂ້ອຍຫັນຫຼັງໃຫ້ກັບມັນແລ້ວ’. ເຈົ້າເວົ້າວ່າເຈົ້າໄດ້ຫັນຫຼັງໃຫ້ກັບມັນ, ນັ້ນໝາຍຄວາມວ່າເຈົ້າອ່ອນນ້ອມຕໍ່ພຣະເຈົ້າຢ່າງເຕັມທີ່ແລ້ວບໍ? ເຈົ້າມີຄວາມຮັກອັນແທ້ຈິງຕໍ່ພຣະເຈົ້າບໍ? ມັນຕ້ອງມີຕົວຊີ້ບອກທີ່ເປັນຮູບປະທໍາບາງຢ່າງກ່ຽວກັບການປະຖິ້ມມັງກອນແດງທີ່ຍິ່ງໃຫຍ່. ຖ້າເຈົ້າຍັງເຕັມໄປດ້ວຍສານພິດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຈົ້າຍັງຕັດສິນສິ່ງຕ່າງໆຕາມທັດສະນະຕ່າງໆຂອງມັນ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ປະຖິ້ມມັນຢ່າງແທ້ຈິງ. ບໍ່ວ່າເຈົ້າຈະກຽດຊັງມັນຫຼາຍປານໃດກໍຕາມ, ຖ້າເຈົ້າຍັງຂາດຄວາມເຂົ້າໃຈກ່ຽວກັບຄວາມຄິດ ແລະ ທັດສະນະຕ່າງໆຂອງມັນ, ກ່ຽວກັບເລື່ອງທີ່ບໍ່ຖືກຕ້ອງ ແລະ ຄວາມເຊື່ອຜິດໆຂອງມັນ, ຖ້າທັດສະນະ ແລະ ການກະທໍາຕ່າງໆຂອງເຈົ້າຍັງຖືກປົກຄອງໂດຍສານພິດຂອງມັນ, ແລ້ວເຈົ້າສາມາດເວົ້າໄດ້ແນວໃດວ່າເຈົ້າໄດ້ຫັນຫຼັງໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ແລ້ວ? ຄວາມຄິດຕ່າງໆຂອງເຈົ້າ, ທັດສະນະຄະຕິຂອງເຈົ້າຕໍ່ຊີວິດ, ທັດສະນະຕ່າງໆຂອງເຈົ້າແມ່ນຄືກັນກັບຂອງມັງກອນແດງທີ່ຍິ່ງໃຫຍ່ທັງໝົດ. ພວກມັນທັງໝົດເປັນຂອງມັນ ແລະ ສິ່ງນີ້ແມ່ນເຫດຜົນທີ່ເຈົ້າຍັງດໍາລົງຊີວິດຢູ່ພາຍໃຕ້ໂປ້ມືຂອງຊາຕານ... ເພື່ອທີ່ຈະໜີຈາກອິດທິພົນຂອງຊາຕານຢ່າງແທ້ຈິງ, ພວກເຮົາຕ້ອງໄດ້ຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະເຈົ້າ; ພວກເຮົາຕ້ອງລຶບລ້າງ ແລະ ຊໍາລະລ້າງສານພິດທັງໝົດຂອງຊາຕານທີ່ຢູ່ພາຍໃນພວກເຮົາອອກໃຫ້ໝົດ. ພວກເຮົາຕ້ອງສາມາດຮັກ ແລະ ອ່ອນນ້ອມຕໍ່ພຣະເຈົ້າຈາກສ່ວນເລິກຂອງຫົວໃຈຂອງພວກເຮົາ. ສິ່ງນີ້ເປັນການປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ຢ່າງແທ້ຈິງເທົ່ານັ້ນ. ເມື່ອມັນເປັນຄວາມຈິງ, ເມື່ອມັນເປັນພຣະທໍາຂອງພຣະເຈົ້າທີ່ປົກຄອງຢູ່ພາຍໃນໃຈຂອງພວກເຮົາ, ເມື່ອພວກເຮົາຍົກຍໍພຣະເຈົ້າວ່າຍິ່ງໃຫຍ່ ແລະ ມີການອ່ອນນ້ອມ ແລະ ນະມັດສະການຕໍ່ພຣະເຈົ້າຢ່າງບໍ່ມີສິ້ນສຸດ ແລະ ພວກເຮົາບໍ່ຢູ່ພາຍໃຕ້ການຫຼອກລວງ, ຂໍ້ຈໍາກັດ ແລະ ການເສື່ອມຊາມຂອງມັງກອນແດງທີ່ຍິ່ງໃຫຍ່ອີກຕໍ່ໄປ. ເມື່ອນັ້ນເທົ່ານັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພວກເຮົາໄດ້ຫຼຸດພົ້ນອອກຈາກອິດທິພົນຂອງຊາຕານຢ່າງແທ້ຈິງ”. ໃນແສງສະຫວ່າງຂອງພຣະທຳເຫຼົ່ານີ້, ຂ້ອຍຮູ້ວ່າຂ້ອຍພຽງແຕ່ກຽດຊັງມັງກອນແດງໃຫຍທີ່ໄດ້ຈັບກຸມ ແລະ ຂົ່ມເຫັງອ້າຍເອື້ອຍນ້ອງ ແລະ ຂັດຂວາງ ແລະ ກໍ່ວິນາດສະກຳແກ່ພາລະກິດຂອງພຣະເຈົ້າ, ແຕ່ນັ້ນບໍ່ແມ່ນການຊັງ ແລະ ການປະຖິ້ມມັນຢ່າງແທ້ຈິງ. ການຊັງ ແລະ ການປະຖິ້ມຢ່າງແທ້ຈິງສາມາດມາຈາກການເຫັນເຖິງແກ່ນແທ້ທີ່ຊົ່ວຮ້າຍ ແລະ ເປັນປໍລະປັກຂອງມັນຢ່າງສົມບູນເທົ່ານັ້ນ, ສະນັ້ນ ພວກເຮົາສາມາດຊັງມັນຢ່າງແທ້ຈິງຈາກໄຂກະດູກຂອງພວກເຮົາ ແລະ ປະຖິ້ມພິດຂອງມັນທີ່ຢູ່ພາຍໃນພວກເຮົາ. ໂດຍການຜະເຊີນເປັນການສ່ວນຕົວກັບການຈັບກຸມ, ການຂົ່ມເຫັງ ແລະ ການທໍລະມານໂດຍມັງກອນແດງໃຫຍ່ ແລະ ການຖືກປູກຝັງຢ່າງບັງຄັບ, ຂ້ອຍໄດ້ເຫັນແທ້ໆວ່າມັນເປັນມານຮ້າຍທີ່ກຽດຊັງຄວາມຈິງ ແລະ ກຽດຊັງພຣະເຈົ້າ. ຂ້ອຍເຫັນວ່າມັນເປັນຜູ້ຫຼອກລວງ ແລະ ຜູ້ເຮັດໃຫ້ມະນຸດເສື່ອມຊາມ. ມັນສົ່ງເສີມອະເທວານິຍົມ ແລະ ວັດຖຸນິຍົມ, ຕັ້ງໃຈຢ່າງບໍ່ຖົດຖອຍໃນການປະຕິເສດການເປັນຢູ່ຂອງພຣະເຈົ້າ ແລະ ການເຮັດທຸກສິ່ງທີ່ມັນສາມາດເຮັດໄດ້ເພື່ອຍົກຍ້ອງ ແລະ ໂອ້ອວດວ່າຕົນເອງ “ຍິ່ງໃຫຍ່, ມີສະຫງ່າລາສີ ແລະ ຖືກຕ້ອງ”. ມັນສັນເສີນຕົນເອງວ່າເປັນພຣະຜູ້ຊ່ວຍຂອງຜູ້ຄົນ ແລະ ຕ້ອງການໃຫ້ທຸກຄົນນະມັດສະການມັນ ແລະ ເຊື່ອໃນຕົວມັນຄືກັບວ່າມັນເປັນພຣະເຈົ້າ, ຫວັງຢ່າງໄຮ້ປະໂຫຍດທີ່ຈະແທນທີ່ພຣະເຈົ້າໃນຫົວໃຈຂອງຜູ້ຄົນ. ມັງກອນແດງໃຫຍ່ເປັນຕາລັງກຽດ, ຊົ່ວຮ້າຍ ແລະ ໄຮ້ຢາງອາຍຫຼາຍ. ແລ້ວຂ້ອຍກໍ່ຮູ້ວ່າແກ່ນແທ້ຂອງຂ້ອຍຂ້ອນຂ້າງຢູ່ໃນລະດັບດຽວກັນກັບແກ່ນແທ້ຂອງມັນ. ພຣະເຈົ້າຍົກຂ້ອຍຂຶ້ນ, ປ່ອຍໃຫ້ຂ້ອຍປະຕິບັດໃນໜ້າທີ່ຂອງຜູ້ນໍາ ແລະ ຮຽນຮູ້ວິທີການແກ້ໄຂບັນຫາຜ່ານການໂອ້ລົມກ່ຽວກັບຄວາມຈິງ ເພື່ອວ່າຄົນອື່ນຈະສາມາດຮູ້ ແລະ ຍອມຕໍ່ພຣະເຈົ້າ, ແຕ່ຂ້ອຍເຄີຍໃຊ້ໂອກາດນັ້ນເພື່ອໂອ້ອວດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ພຽງແຕ່ຕ້ອງການໃຫ້ຄົນອື່ນເຄົາລົບຂ້ອຍ ແລະ ເຮັດຕາມທີ່ຂ້ອຍເວົ້າ. ຂ້ອຍບໍ່ໄດ້ກຳລັງຕໍ່ຕ້ານພຣະເຈົ້າໂດຍການເຮັດແບບນັ້ນບໍ? ຂ້ອຍອິດສາເອື້ອຍຫວັງ ແລະ ຂ້ອຍກີດກັນລາວ ໂດຍວິພາກວິຈານຂໍ້ຜິດພາດຂອງລາວ ແລະ ດູຖູກລາວຢູ່ສະເໝີ. ຂ້ອຍເຖິງກັບຢາກໃຫ້ລາວຖືກປົດຕໍາແໜ່ງ ເພື່ອວ່າຂ້ອຍຈະສາມາດມີສິດຕັດສິນໃຈໃນຄຣິດຕະຈັກ. ບໍ່ແມ່ນຂ້ອຍໄດ້ເຮັດຕົວຄືກັບຜະເດັດການບໍ? ບໍ່ແມ່ນຂ້ອຍໄດ້ກຳລັງຖືກຄວບຄຸມໂດຍພິດຂອງມັງກອນແດງໃຫຍ່ ເຊັ່ນ: “ສາມາດມີຜູ້ນໍາທີ່ເປັນຜູ້ຊາຍພຽງຄົນດຽວ” ແລະ “ຂ້າພະເຈົ້າເປັນເຈົ້າຂອງຕົນເອງທົ່ວທັງສະຫວັນ ແລະ ແຜ່ນດິນໂລກ” ບໍ? ບົດບັນຍັດບໍລິຫານຂອງພຣະເຈົ້າກ່າວວ່າ, “ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ” (ຄັດຈາກບົດ “ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຫຼຽວກັບໄປເບິ່ງທຸກສິ່ງທີ່ຂ້ອຍສະແດງອອກ, ສິ່ງນັ້ນຈະສາມາດຖືກເອີ້ນວ່າເປັນການເຮັດໜ້າທີ່ຂອງຂ້ອຍໄດ້ແນວໃດ? ຂ້ອຍກຳລັງເຮັດການຊົ່ວ ແລະ ຕໍ່ຕ້ານພຣະເຈົ້າ! ການກະທຳຂອງຂ້ອຍໄດ້ລະເມີດບົດບັນຍັດບໍລິຫານຂອງພຣະເຈົ້າຕັ້ງແຕ່ດົນແລ້ວ ແລະ ຖ້າພຣະເຈົ້າບໍ່ໄດ້ລົງວິໄນຂ້ອຍ, ຖ້າພຣະອົງບໍ່ໄດ້ໃຊ້ສະຖານະການນັ້ນເພື່ອຢຸດຂ້ອຍໃນເສັ້ນທາງທີ່ຊົ່ວຮ້າຍຂອງຂ້ອຍ, ຖ້າຂ້ອຍສືບຕໍ່ເຮັດຕາມທຳມະຊາດ ແລະ ຄວາມທະເຍີທະຍານຂອງຂ້ອຍເອງ, ຂ້ອຍກໍ່ໝັ້ນໃຈວ່າຂ້ອຍຈະບໍ່ຢຸດຕາມຫາຊື່ສຽງ ແລະ ສະຖານະຈົນກວ່າຂ້ອຍຈະເຮັດສິ່ງຊົ່ວຮ້າຍທີ່ໃຫຍ່ຫຼວງໃນທີ່ສຸດ ແລະ ຈົບລົງໂດຍການຖືກລົງໂທດໂດຍພຣະເຈົ້າ. ເມື່ອຮູ້ວ່າສິ່ງນີ້ເປັນການເອີ້ນໃຫ້ຂ້ອຍຕື່ນຂຶ້ນຢ່າງຈິງຈັງ. ຂ້ອຍໄດ້ໄປເຖິງຈຸດທີ່ອັນຕະລາຍນັ້ນ, ແຕ່ບໍ່ຮູ້ຕົວຢ່າງສິ້ນເຊີງ. ຖ້າບໍ່ມີມານຮ້າຍນີ້ ເຊິ່ງກໍ່ຄືມັງກອນແດງໃຫຍ່ ເປັນຕົວປຽບທຽບ, ຂ້ອຍກໍ່ອາດຈະບໍ່ເຫັນຈັກເທື່ອວ່າມີພິດຂອງມັນຫຼາຍສໍ່າໃດພາຍໃນຕົວຂ້ອຍ, ຂ້ອຍເປັນພັກພວກຂອງມັນຢ່າງແທ້ຈິງ. ຂ້ອຍຈະບໍ່ສາມາດປະຖິ້ມມັນ ແລະ ສະແຫວງຫາເພື່ອເຮັດໃຫ້ຕົນເອງເປັນອິດສະຫຼະຈາກພິດຂອງມັນແທ້ໆ. ຂ້ອຍເຫັນວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນແມ່ນເພື່ອຊໍາລະລ້າງຂ້ອຍ ແລະ ຂ້ອຍຂອບໃຈພຣະອົງຈາກກົ້ນເລິກໃນຫົວໃຈຂອງຂ້ອຍທີ່ຊ່ວຍຂ້ອຍໃຫ້ລອດພົ້ນ.

ຂ້ອຍໄຕ່ຕອງກ່ຽວກັບຕົນເອງຫຼາຍຢ່າງຢູ່ໃນຄຸກ ແລະ ຂ້ອຍເສຍໃຈເປັນພິເສດທີ່ຂ້ອຍບໍ່ໄດ້ຮັກສາໂອກາດຂອງຂ້ອຍທີ່ຈະເຮັດໜ້າທີ່ຂອງຂ້ອຍ, ແຕ່ກົງກັນຂ້າມ ຂ້ອຍສືບຕໍ່ສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ດຳລົງຊີວິດຕາມພິດຂອງຊາຕານ. ຂ້ອຍເຮັດຫຼາຍສິ່ງທີ່ຂັດກັບຄວາມຈິງ ແລະ ທຳຮ້າຍອ້າຍເອື້ອຍນ້ອງ ແລະ ຂ້ອຍໄດ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິດຕະຈັກ. ຂ້ອຍໄດ້ທຳຮ້າຍພຣະເຈົ້າຢ່າງຫຼວງຫຼາຍ; ຂ້ອຍຕິດໜີ້ຫຼາຍ ແລະ ເຕັມໄປດ້ວຍຄວາມເສຍໃຈ. ມີແຕ່ເມື່ອນັ້ນ ຂ້ອຍຈຶ່ງມີຄວາມປາຖະໜາຢ່າງເລິກເຊິ່ງທີ່ຈະສະແຫວງຫາຄວາມຈິງ ແລະ ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ເພື່ອວ່າໃນອີກບໍ່ດົນຂ້ອຍຈະສາມາດກຳຈັດພິດເຫຼົ່ານີ້ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດ. ຂ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ອຍຫຼັງຈາກທີ່ອອກໄປ ແລະ ເມື່ອຂ້ອຍຖືກເລືອກຕັ້ງໃຫ້ເປັນຜູ້ນໍາຄຣິດຕະຈັກອີກຄັ້ງ, ຂ້ອຍກໍ່ບໍ່ໄດ້ຮູ້ສຶກຄືກັບວ່າພໍໃຈ ແລະ ຊົມເຊີຍຕົນເອງຄືກັບແຕ່ກ່ອນ. ກົງກັນຂ້າມ, ຂ້ອຍຮູ້ສຶກວ່າມັນເປັນຄວາມຮັບຜິດຊອບທີ່ຍິ່ງໃຫຍ່, ມັນຄືການຝາກຝັງຂອງພຣະເຈົ້າສຳລັບຂ້ອຍທີ່ຂ້ອຍຄວນເຊີດຊູ ແລະ ຂ້ອຍຄວນເຮັດສຸດຄວາມສາມາດຂອງຂ້ອຍເພື່ອສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ການຖືກຂ້ຽນຕີ ແລະ ການຖືກລົງວິໄນຄັ້ງແລ້ວຄັ້ງເລົ່າ ໃນທີ່ສຸດ ກໍ່ໄດ້ປຸກວິນຍານຂອງຂ້ອຍ ເຊິ່ງຖືກຫຼອກລວງໂດຍຊາຕານ. ຂ້ອຍຮູ້ວ່າມີພຽງແຕ່ການສະແຫວງຫາຄວາມຈິງ, ການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງຂ້ອຍ ແລະ ການເຮັດໜ້າທີ່ຂອງສິ່ງຖືກສ້າງໃຫ້ເປັນຢ່າງດີເທົ່ານັ້ນຈຶ່ງເປັນການສະແຫວງຫາທີ່ຖືກຕ້ອງ! ຄວາມປາຖະໜາຢາກໄດ້ຊື່ສຽງ ແລະ ສະຖານະຂອງຂ້ອຍບໍ່ໄດ້ແຮງກ້າຄືກັບທີ່ມັນເຄີຍເປັນ ແລະ ຂ້ອຍກໍ່ອວດດີໜ້ອຍລົງເລື້ອຍໆ. ຂ້ອຍສາມາດເຮັດວຽກກັບຄົນອື່ນ ແລະ ເຮັດໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ ແລະ ຕອນນີ້ ຂ້ອຍໄດ້ດຳລົງຊີວິດຕາມລັກສະນະບາງຢ່າງຂອງມະນຸດ. ຂ້ອຍຮູ້ສຶກຢ່າງເລິກເຊິ່ງວ່າການປ່ຽນແປງເລັກໆນ້ອຍໆບໍ່ໄດ້ມາຢ່າງງ່າຍດາຍ. ສິ່ງນີ້ລ້ວນແລ້ວແຕ່ຖືກບັນລຸໂດຍການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ຂ້ອຍຂອບໃຈຄວາມລອດພົ້ນຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສຳລັບຂ້ອຍ!

ກ່ອນນີ້: 72. ການກັບໃຈຂອງຄົນໜ້າຊື່ໃຈຄົດ

ຕໍ່ໄປ: 74. ການຮຽນຮູ້ທີ່ຈະຍອມອ່ອນນ້ອມຜ່ານຄວາມລຳບາກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Only God Loves Man Most

God becomes flesh in the last days to save man for He loves man. Driven by His love, He carries out today's work. It's under the foundation...

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້