75. ບົດທົດສອບຄວາມເຈັບປ່ວຍ

ໂດຍ ຈົງຊິນ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ” (ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຂ້ານ້ອຍໄດ້ອ່ານສິ່ງນີ້ກ່ອນໜ້ານັ້ນ, ຂ້ານ້ອຍພຽງແຕ່ເວົ້າວ່າທຸກສິ່ງທີ່ພຣະເຈົ້າເວົ້າໃນທີ່ນີ້ເປັນຂໍ້ແທ້ຈິງ, ແຕ່ຂ້ານ້ອຍບໍ່ເຄີຍເຂົ້າໃຈມັນຢ່າງແທ້ຈິງຈັກເທື່ອ. ຂ້ານ້ອຍຄິດວ່າ ນັບຕັ້ງແຕ່ທີ່ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ສະລະອາຊີບ ແລະ ຄອບຄົວຂອງຂ້ານ້ອຍ, ເສຍສະລະຕົນເອງ ແລະ ທົນທຸກຢ່າງຫຼວງຫຼາຍໃນໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ກ່າວໂທດພຣະເຈົ້າ ຫຼື ທໍລະຍົດພຣະອົງເມື່ອຜະເຊີນໜ້າກັບການທົນທຸກ ແລະ ສຸຂະພາບທີ່ເຈັບປ່ວຍ. ແຕ່ເມື່ອຂ້ານ້ອຍໄດ້ຜ່ານບົດທົດສອບຄວາມເຈັບປ່ວຍທີ່ຮ້າຍແຮງ, ຂ້ານ້ອຍກໍ່ເຂົ້າໃຈຜິດ ແລະ ກ່າວໂທດພຣະເຈົ້າ. ແຮງຜັກດັນຂອງຂ້ານ້ອຍເພື່ອໄດ້ຮັບພອນ ແລະ ຕໍ່ລອງກັບພຣະເຈົ້າຖືກເປີດໂປງອອກຕໍ່ໜ້າສາທາລະນະຊົນ. ມີແຕ່ຕອນນັ້ນ ຂ້ານ້ອຍຈຶ່ງເຊື່ອໝັ້ນຢ່າງສົມບູນໃນພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຄົນ ແລະ ມຸມມອງຂອງຂ້ານ້ອຍກ່ຽວກັບການສະແຫວງຫາໃນຄວາມເຊື່ອຂອງຂ້ານ້ອຍຈຶ່ງໄດ້ຜ່ານການປ່ຽນແປງ.

ມື້ໜຶ່ງໃນເດືອນກໍລະກົດຂອງປີ 2018, ຂ້ານ້ອຍໄດ້ຄົ້ນພົບກ້ອນເນື້ອນ້ອຍໆທີ່ແຂງໆໃນເຕົ້ານົມເບື້ອງຊ້າຍຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ຄິດຫຼາຍກ່ຽວກັບມັນ ແລະ ຄິດວ່າຢາແກ້ອັກເສບບາງປະເພດຈະແກ້ໄຂມັນໄດ້. ແຕ່ຕະຫຼອດເວລາສອງເດືອນຕໍ່ມາ, ມັນກໍ່ຮ້າຍແຮງຂຶ້ນເລື້ອຍໆ. ຂ້ານ້ອຍເຫື່ອອອກໃນຕອນກາງຄືນ ແລະ ບໍ່ມີກຳລັງ ແລະ ບໍລິເວນທີ່ມີກ້ອນເນື້ອຂອງຂ້ານ້ອຍກໍ່ເຈັບປວດແທ້ໆ. ຂ້ານ້ອຍເລີ່ມສົງໄສວ່າມີຫຍັງຜິດປົກກະຕິແທ້ໆ ຫຼື ບໍ່, ແຕ່ຂ້ານ້ອຍກໍ່ປອບໃຈຕົນເອງອີກຄັ້ງວ່າມັນບໍ່ແມ່ນເລື່ອງໃຫຍ່. ຂ້ານ້ອຍມີຄວາມເຊື່ອໃນພຣະເຈົ້າ ແລະ ຫຍຸ້ງວຽກທຸກມື້ໃນຄຣິດຕະຈັກ ໂດຍເຮັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍຄິດວ່າພຣະເຈົ້າຈະປົກປ້ອງຂ້ານ້ອຍ. ຄືນໜຶ່ງ, ຂ້ານ້ອຍຖືກເຮັດໃຫ້ຕື່ນຂຶ້ນຍ້ອນຄວາມເຈັບປວດທີ່ຮຸນແຮງ. ນໍ້າເຫຼືອງໄຫຼອອກມາຈາກເຕົ້ານົມຂອງຂ້ານ້ອຍ ແລະ ຂ້ານ້ອຍຮູ້ວ່າເກີດບາງຢ່າງທີ່ຜິດພາດຂຶ້ນ. ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍຟ້າວໄປໂຮງໝໍເພື່ອກວດສຸຂະພາບ. ຜົນອອກມາກໍ່ຄື: ຂ້ານ້ອຍເປັນມະເຮັງເຕົ້ານົມ. ຫົວໃຈຂອງຂ້ານ້ອຍເຕັ້ນແຮງ ເມື່ອຂ້ານ້ອຍໄດ້ຍິນທ່ານໝໍເວົ້າແບບນັ້ນ. ຂ້ານ້ອຍຄິດວ່າ “ມະເຮັງເຕົ້ານົມບໍ? ຂ້ານ້ອຍຫາກໍ່ອາຍຸກາຍ 30 ປີ! ສິ່ງນັ້ນເປັນໄປໄດ້ແນວໃດ?” ຂ້ານ້ອຍພຽງແຕ່ບອກກັບຕົນເອງວ່າ “ບໍ່ມີທາງ. ສິ່ງນີ້ບໍ່ສາມາດເກີດຂຶ້ນກັບຂ້ານ້ອຍ. ຂ້ານ້ອຍເປັນຜູ້ເຊື່ອ ແລະ ຂ້ານ້ອຍໄດ້ເຮັດໜ້າທີ່ຂອງຂ້ານ້ອຍໃນຄຣິດຕະຈັກເປັນເວລາຫຼາຍປີ. ພຣະເຈົ້າຈະດູແລຂ້ານ້ອຍ ແລະ ປົກປ້ອງຂ້ານ້ອຍ. ທ່ານໝໍຕ້ອງກວດມັນຜິດ”. ຂ້ານ້ອຍກໍ່ຫວັງວ່າມັນບໍ່ເປັນຈິງ. ຂ້ານ້ອຍບໍ່ຈື່ແມ່ນແຕ່ວ່າຈະກັບໄປເຮືອນຈາກໂຮງໝໍແນວໃດໃນມື້ນັ້ນ. ຜົວຂອງຂ້ານ້ອຍເຫັນທ່າທາງທີ່ມຶນງົງເທິງໃບໜ້າຂອງຂ້ານ້ອຍ ແລະ ພະຍາຍາມປອບໃຈຂ້ານ້ອຍ ໂດຍເວົ້າວ່າ “ນີ້ເປັນພຽງໂຮງໝໍນ້ອຍ ແລະ ທ່ານໝໍກໍ່ບໍ່ໄດ້ມີທັກສະຫຼາຍຂະໜາດນັ້ນ. ພວກເຂົາອາດຈະກວດຜິດພາດກໍ່ເປັນໄດ້. ໃຫ້ພວກເຮົາໄປກວດເຈົ້າໃນໂຮງໝໍໃຫຍ່”. ຂ້ານ້ອຍຮູ້ສຶກເຖິງມີຄວາມຫວັງທີ່ມົວໆເມື່ອລາວເວົ້າແບບນັ້ນ. ເປັນເລື່ອງໂຊກຮ້າຍ, ທ່ານໝໍໃນໂຮງໝໍໃຫຍ່ກໍ່ຢືນຢັນການບົ່ງມະຕິວ່າ: ມັນເປັນມະເຮັງເຕົ້ານົມ. ລາວຍັງເວົ້າວ່າມັນເປັນໄລຍະກາງຫາທ້າຍ ແລະ ຂ້ານ້ອຍຕ້ອງເຂົ້າຮັບການປິ່ນປົວດ້ວຍເຄມີບຳບັດ ແລະ ການຜ່າຕັດ, ຖ້າບໍ່ດັ່ງນັ້ນ ມັນສາມາດຮ້າຍແຮງຈົນເຖິງຕາຍໄດ້. ຈິດໃຈຂອງຂ້ານ້ອຍວ່າງເປົ່າແທ້ໆ ແລະ ຫົວໃຈຂອງຂ້ານ້ອຍໄດ້ຕົກລົງ. ຂ້ານ້ອຍຄິດວ່າ “ທຸກສິ່ງນີ້ຈະໃຊ້ຈ່າຍເງິນຫຼາຍສໍ່າໃດ? ຖ້າຂ້ານ້ອຍຕາຍໃນລະຫວ່າງທີ່ເຮັດເຄມີບຳບັດເດ? ຄອບຄົວຂອງຂ້ານ້ອຍຈະຈັດການກັບໜີ້ສິນທັງໝົດນັ້ນໄດ້ແນວໃດ?” ຂ້ານ້ອຍສິ້ນຫວັງ ແລະ ຮູ້ສຶກໝົດຫວັງຢ່າງທີ່ສຸດ.

ຫຼັງຈາກທີ່ຂ້ານ້ອຍເຮັດເຄມີບຳບັດຮອບທຳອິດ, ທົ່ວຮ່າງກາຍຂອງຂ້ານ້ອຍກໍ່ໄດ້ຮັບຄວາມເຈັບປວດ. ຂ້ານ້ອຍບໍ່ຕ້ອງການເຮັດຫຍັງ ແລະ ມຶນງົງຢູ່ສະເໝີ. ຫຼັງຈາກທີ່ລິດຂອງຢາເລີ່ມຫາຍໄປໃນສອງສາມມື້ຕໍ່ມາ, ຂ້ານ້ອຍຈຶ່ງເລີ່ມຟື້ນຕົວ. ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ເສຍສະລະ ແລະ ສະລະຕົນເອງເພື່ອໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍເຮັດໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ ບໍ່ວ່າສະຖານະການຈະເປັນແນວໃດກໍ່ຕາມ ແລະ ບໍ່ເຄີຍພາດການເຕົ້າໂຮມ. ຂ້ານ້ອຍຊ່ວຍອ້າຍເອື້ອຍນ້ອງຂອງຂ້ານ້ອຍໃນບັນຫາຂອງພວກເຂົາຢູ່ສະເໝີ. ຂ້ານ້ອຍເຮັດວຽກໜັກຫຼາຍ ແລ້ວເພື່ອຫຍັງ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ານ້ອຍ? ຕອນນີ້ ຂ້ານ້ອຍບໍ່ສາມາດເຮັດໜ້າທີ່ໃດເລີຍ. ຂ້ານ້ອຍກຳລັງໃກ້ຈະຕາຍແທ້ໆ. ພຣະເຈົ້າຕ້ອງການກຳຈັດຂ້ານ້ອຍບໍ? ຂ້ານ້ອຍໄດ້ຮັບເຄມີບຳບັດອີກຫ້າຄັ້ງ ແລະ ຫຼັງຈາກນັ້ນກໍ່ຜ່າຕັດ. ຂ້ານ້ອຍຈະຮັບມືໄດ້ແນວໃດ? ນອກຈາກຄວາມເຈັບປວດ ແລະ ການທົນທຸກທັງໝົດ, ຖ້າຂ້ານ້ອຍຕາຍ ນັ້ນຈະບໍ່ໝາຍຄວາມວ່າຕະຫຼອດເວລາຫຼາຍປີທີ່ເຊື່ອເປັນການເສຍເວລາຊື່ໆບໍ? ຄວາມຄິດນັ້ນເຮັດໃຫ້ຂ້ານ້ອຍຮ້ອງໄຫ້. ຂ້ານ້ອຍທໍລະມານແທ້ໆຕະຫຼອດສອງສາມມື້ເຫຼົ່ານັ້ນ. ຂ້ານ້ອຍອ່ານພຣະທຳຂອງພຣະເຈົ້າ ແຕ່ພຣະທຳເຫຼົ່ານັ້ນກໍ່ບໍ່ໄດ້ເຂົ້າໃນຫົວ ແລະ ຂ້ານ້ອຍບໍ່ເຕັມໃຈທີ່ຈະອະທິຖານ. ຈິດໃຈຂອງຂ້ານ້ອຍດຳມືດຫຼາຍ ແລະ ຂ້ານ້ອຍອອກຫ່າງຈາກພຣະເຈົ້າເລື້ອຍໆ.

ມື້ໜຶ່ງ, ເອື້ອຍລີຈາກຄຣິດຕະຈັກໄດ້ມາເພື່ອເບິ່ງຂ້ານ້ອຍ ແລະ ຖາມກ່ຽວກັບອາການຂອງຂ້ານ້ອຍຢ່າງໃຈດີ. ເມື່ອເຫັນວ່າຂ້ານ້ອຍເຈັບປວດແບບນັ້ນ ແລະ ຮູ້ສຶກເສົ້າໃຈຫຼາຍ, ລາວຈຶ່ງໂອ້ລົມກັບຂ້ານ້ອຍ. ລາວເວົ້າວ່າ “ພຣະເຈົ້າອະນຸຍາດໃຫ້ຄວາມເຈັບປ່ວຍເກີດຂຶ້ນກັບພວກເຮົາ. ພວກເຮົາຈຳເປັນຕ້ອງອະທິຖານ ແລະ ສະແຫວງຫາຫຼາຍຂຶ້ນ ແລະ ພຣະເຈົ້າຈະນໍາພາພວກເຮົາໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງຢ່າງແນ່ນອນ...” ການໄດ້ຍິນການໂອ້ລົມຂອງລາວໄດ້ກະຕຸ້ນຫົວໃຈຂອງຂ້ານ້ອຍ. ບາງທີ ພຣະເຈົ້າບໍ່ໄດ້ຕ້ອງການທີ່ຈະກຳຈັດຂ້ານ້ອຍ ແຕ່ມີບົດຮຽນທີ່ພຣະອົງຕ້ອງການໃຫ້ຂ້ານ້ອຍຮຽນຮູ້! ຫຼັງຈາກທີ່ລາວຈາກໄປ, ຂ້ານ້ອຍກໍ່ໄປຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ໂດຍເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍດຳລົງຊີວິດຢູ່ໃນຄວາມເຈັບປວດນັບຕັ້ງແຕ່ທີ່ຂ້ານ້ອຍເລີ່ມເຈັບປ່ວຍ, ແລ້ວເຂົ້າໃຈຜິດ ແລະ ກ່າວໂທດພຣະອົງ. ຜ່ານການເຕືອນຂອງເອື້ອຍຂອງຂ້ານ້ອຍໃນມື້ນີ້, ຕອນນີ້ ຂ້ານ້ອຍຮູ້ວ່າມີຄວາມປະສົງຂອງພຣະອົງທີ່ຢູ່ເບື້ອງຫຼັງຄວາມເຈັບປ່ວຍນີ້, ແຕ່ຂ້ານ້ອຍຍັງບໍ່ຮູ້ວ່າຂ້ານ້ອຍຄວນຮຽນຮູ້ບົດຮຽນຫຍັງໃນສະຖານະການນີ້. ໄດ້ໂປດຊີ້ນໍາຂ້ານ້ອຍ”.

ຫຼັງຈາກນັ້ນ, ຂ້ານ້ອຍກໍ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຫາພຣະອົງແບບນີ້ທຸກມື້. ມື້ໜຶ່ງ, ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ ‘ຄວາມເລິກລັບຕ່າງໆ’ ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ” (ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຂ້ານ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ໃນທີ່ສຸດ ຂ້ານ້ອຍກໍ່ເລີ່ມເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າປະຕິບັດພາລະກິດໃນຍຸກສຸດທ້າຍເພື່ອເຮັດໃຫ້ຜູ້ຄົນສົມບູນໂດຍການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາຜ່ານສະຖານະການທຸກຮູບແບບ ແລະ ໂດຍການນໍາໃຊ້ການພິພາກສາ ແລະ ການເປີດເຜີຍພຣະທຳຂອງພຣະອົງເພື່ອເຮັດໃຫ້ພວກເຮົາເຂົ້າໃຈອຸປະນິໄສແບບຊາຕານຂອງພວກເຮົາ, ສະແຫວງຫາ ແລະ ປະຕິບັດຄວາມຈິງ ແລະ ເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໄດ້ຮັບການຊໍາລະລ້າງ ແລະ ການປ່ຽນແປງໃນທີ່ສຸດ. ຂ້ານ້ອຍເຂົ້າໃຈວ່າພຣະເຈົ້າໄດ້ອະນຸຍາດໃຫ້ຂ້ານ້ອຍເຈັບປ່ວຍບໍ່ແມ່ນເພາະພຣະອົງຕ້ອງການກຳຈັດຂ້ານ້ອຍ ຫຼື ທຳຮ້າຍຂ້ານ້ອຍໂດຍເຈດຕະນາ, ແຕ່ເພື່ອຊໍາລະລ້າງ ແລະ ປ່ຽນແປງຂ້ານ້ອຍ. ຂ້ານ້ອຍບໍ່ສາມາດເຂົ້າໃຈພຣະເຈົ້າຜິດ ຫຼື ຫຼົງຜິດອີກຕໍ່ໄປ. ຂ້ານ້ອຍຕ້ອງຍອມອ່ອນນ້ອມ, ສະແຫວງຫາຄວາມຈິງໃນຄວາມເຈັບປ່ວຍຂອງຂ້ານ້ອຍ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ຫຼັງຈາກທີ່ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍຈຶ່ງບໍ່ຮູ້ສຶກວ່າຜິດຫວັງ ຫຼື ເຈັບປວດແບບນັ້ນອີກຕໍ່ໄປ. ຂ້ານ້ອຍກ່າວຄຳອະທິຖານທີ່ອ່ອນນ້ອມຫາພຣະເຈົ້າ.

ແລ້ວຫຼັງຈາກທີ່ຂ້ານ້ອຍສຳເລັດ, ຂໍ້ຄວາມຈາກພຣະທຳຂອງພຣະເຈົ້າກໍ່ປາກົດເຂົ້າມາໃນຄວາມຄິດ: “ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ...” (ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຟ້າວເບິ່ງມັນໃນໜັງສືພຣະທຳຂອງພຣະເຈົ້າຂອງຂ້ານ້ອຍ ແລະ ຄົ້ນພົບຂໍ້ຄວາມນີ້: “ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອໄດ້ຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະຫຼະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ” (ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເປີດເຜີຍຢ່າງຊັດເຈນເຖິງຄວາມປາຖະໜາຂອງຂ້ານ້ອຍທີ່ຈະໄດ້ຮັບພອນໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍຄິດກັບຄືນມາຫຼາຍປີທີ່ຂ້ານ້ອຍເຊື່ອ, ຍ້ອນຄືນຫາເວລາທີ່ທຸກຢ່າງເປັນປົກກະຕິຢູ່ເຮືອນ, ຂ້ານ້ອຍມີສຸຂະພາບດີ ແລະ ທຸກຢ່າງກໍ່ດີ, ຂ້ານ້ອຍໄດ້ມີສ່ວນຮ່ວມໃນໜ້າທີ່ຂອງຂ້ານ້ອຍຢ່າງຫ້າວຫັນ ແລະ ເບິ່ງຄືວ່າມີພະລັງທີ່ບໍ່ສິ້ນສຸດ. ແຕ່ຫຼັງຈາກທີ່ຂ້ານ້ອຍເປັນມະເຮັງ, ຂ້ານ້ອຍກໍ່ກາຍເປັນຄົນຄິດລົບ ແລະ ຂ້ານ້ອຍເຂົ້າໃຈຜິດ ແລະ ກ່າວໂທດໃສ່ພຣະເຈົ້າທີ່ບໍ່ປົກປ້ອງຂ້ານ້ອຍ. ຂ້ານ້ອຍໄດ້ໃຊ້ປະໂຫຍດຈາກວຽກງານທີ່ຂ້ານ້ອຍໄດ້ເຮັດ ແລະ ໂຕ້ຖຽງກັບພຣະເຈົ້າ. ຂ້ານ້ອຍເຖິງກັບເສຍໃຈສຳລັບການເສຍສະລະຕະຫຼອດປີທີ່ຜ່ານມາຂອງຂ້ານ້ອຍ. ຂ້ານ້ອຍມີຊີວິດຢູ່ໃນສະພາວະຫຼົບຫຼີກ ແລະ ທໍລະຍົດພຣະເຈົ້າ. ມີແຕ່ເມື່ອຂ້ານ້ອຍຖືກເປີດໂປງຜ່ານການເຈັບປ່ວຍ, ຂ້ານ້ອຍຈຶ່ງເຫັນວ່າຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ານ້ອຍ ແລະ ເສຍສະລະເພື່ອສະແຫວງຫາຄວາມຈິງ ຫຼື ເຮັດໜ້າທີ່ຂອງສິ່ງຖືກສ້າງ, ແຕ່ຂ້ານ້ອຍໄດ້ເຮັດສິ່ງເຫຼົ່ານັ້ນເພື່ອຮັບເອົາຄວາມສະຫງົບສຸກ ແລະ ພອນ. ຂ້ານ້ອຍໄດ້ເຮັດຂໍ້ຕົກລົງກັບພຣະເຈົ້າເພື່ອຮັບເອົາພອນເປັນການຕອບແທນສຳລັບການເສຍສະລະທີ່ຂ້ານ້ອຍໄດ້ເຮັດ. ຂ້ານ້ອຍຕ້ອງການທຸກສິ່ງໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. ຕອນນີ້ ຂ້ານ້ອຍເປັນມະເຮັງ ແລະ ເມື່ອມັນເບິ່ງຄືວ່າຂ້ານ້ອຍກຳລັງຈະຕາຍ ແລະ ຂ້ານ້ອຍຈະບໍ່ໄດ້ຮັບພອນ, ຂ້ານ້ອຍກໍ່ກ່າວໂທດພຣະເຈົ້າວ່າບໍ່ຍຸຕິທໍາ, ຂ້ານ້ອຍບໍ່ມີຄວາມເປັນມະນຸດເລີຍ. ຂ້ານ້ອຍຄິດຫາຕະຫຼອດເວລາຫຼາຍປີທີ່ຂ້ານ້ອຍເຊື່ອ. ຂ້ານ້ອຍໄດ້ຮັບຄວາມກະລຸນາ ແລະ ພອນຢ່າງຫຼວງຫຼາຍຈາກພຣະເຈົ້າ ແລະ ໄດ້ຮັບການລ້ຽງດູ ແລະ ການສະໜັບສະໜູນຫຼາຍໂດຍຄວາມຈິງ. ພຣະເຈົ້າໄດ້ປະທານໃຫ້ຂ້ານ້ອຍຫຼາຍ, ແຕ່ຂ້ານ້ອຍບໍ່ເຄີຍຄິດທີ່ຈະຕອບແທນຄວາມຮັກຂອງພຣະອົງ. ເມື່ອຂ້ານ້ອຍເຈັບປ່ວຍ, ຂ້ານ້ອຍບໍ່ຍອມອ່ອນນ້ອມຕໍ່ພຣະເຈົ້າເລີຍ. ຂ້ານ້ອຍພຽງແຕ່ເຂົ້າໃຈຜິດ ແລະ ກ່າວໂທດພຣະອົງ. ຂ້ານ້ອຍບໍ່ມີສະຕິ ແລະ ໄຮ້ຄວາມຮູ້ສຶກຢ່າງສິ້ນເຊີງ! ໃນທີ່ສຸດ, ຂ້ານ້ອຍກໍ່ເຂົ້າໃຈວ່າພຣະເຈົ້າໄດ້ອະນຸຍາດໃຫ້ຂ້ານ້ອຍເຈັບປ່ວຍເພື່ອເປີດໂປງ ແລະ ຊໍາລະລ້າງແຮງຈູງໃຈຂອງຂ້ານ້ອຍໃນການຮັບພອນໃນຄວາມເຊື່ອ ແລະ ມຸມມອງທີ່ຜິດຂອງຂ້ານ້ອຍກ່ຽວກັບການສະແຫວງຫາ ແລະ ເຮັດໃຫ້ຂ້ານ້ອຍໄດ້ເອົາໃຈໃສ່ໃນການສະແຫວງຫາຄວາມຈິງ ແລະ ການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງຂ້ານ້ອຍ. ຂ້ານ້ອຍຮູ້ສຶກເສຍໃຈຫຼາຍ ແລະ ຕໍານິຕົນເອງຫຼັງຈາກທີ່ຂ້ານ້ອຍເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ. ຂ້ານ້ອຍໄດ້ຕັ້ງໃຈຢ່າງງຽບໆວ່າ: “ບໍ່ວ່າຂ້ານ້ອຍຈະດີຂຶ້ນ ຫຼື ບໍ່, ຂ້ານ້ອຍຈະບໍ່ຮຽກຮ້ອງຈາກພຣະເຈົ້າອີກຕໍ່ໄປ. ຂ້ານ້ອຍພຽງແຕ່ຢາກມອບຊີວິດ ແລະ ຄວາມຕາຍຂອງຂ້ານ້ອຍໄວ້ໃນມືຂອງພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ”. ຂ້ານ້ອຍຮູ້ສຶກສະຫງົບລົງຫຼາຍຫຼັງຈາກນັ້ນ. ຂ້ານ້ອຍບໍ່ມີຄວາມວິຕົກກັງວົນ ແລະ ທຸກໃຈອີກຕໍ່ໄປ ແລະ ຂ້ານ້ອຍສາມາດເຮັດໃຫ້ຕົນເອງງຽບສະຫງົບເພື່ອອ່ານພຣະທຳຂອງພຣະເຈົ້າ, ອະທິຖານ ແລະ ສະແຫວງຫາກັບພຣະເຈົ້າ.

ເມື່ອຂ້ານ້ອຍໄດ້ຍອມອ່ອນນ້ອມ, ການກັບຄືນໄປເຮັດເຄມີບຳບັດກໍ່ບໍ່ເຈັບປວດຄືກັບທີ່ເຄີຍເປັນມາ. ເຖິງແມ່ນວ່າຂ້ານ້ອຍຍັງຮູ້ສຶກປວດຮາກຢູ່, ແຕ່ທຸກຢ່າງກໍ່ດີ. ຄົນເຈັບຄົນອື່ນປະຫຼາດໃຈ ແລະ ອິດສາ. ຂ້ານ້ອຍຮູ້ຢູ່ໃນຫົວໃຈຂອງຂ້ານ້ອຍວ່ານີ້ແມ່ນຄວາມເມດຕາ ແລະ ການປົກປ້ອງຂອງພຣະເຈົ້າຢ່າງສິ້ນເຊີງ. ຂ້ານ້ອຍຮູ້ສຶກຂອບໃຈພຣະເຈົ້າຫຼາຍ. ຫຼັງຈາກເຄມີບຳບັດຫຼາຍຮອບ, ເນື້ອງອກທີ່ມີຂະໜາດເທົ່າກັບໄຂ່ກໍ່ນ້ອຍລົງ. ມັນບໍ່ໄດ້ເຈັບປວດຫຼາຍປານໃດ ແລະ ບໍ່ມີນໍ້າໜອງໄຫຼອີກຕໍ່ໄປ. ທ່ານເວົ້າວ່າການຟື້ນຕົວຂອງຂ້ານ້ອຍເປັນໄປດ້ວຍດີ ແລະ ຖ້າສິ່ງຕ່າງໆສືບຕໍ່ເປັນແນວນັ້ນ, ຫຼັງຈາກການເຮັດເຄມີບຳບັດຫົກຮອບ, ຂ້ານ້ອຍອາດຈະບໍ່ຕ້ອງຜ່າຕັດເລີຍ. ຂ້ານ້ອຍດີໃຈຫຼາຍທີ່ໄດ້ຍິນເລື່ອງນີ້ ແລະ ສືບຕໍ່ຂອບໃຈພຣະເຈົ້າ. ຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າກໍ່ເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ຂ້ານ້ອຍຄິດວ່າຖ້າຂ້ານ້ອຍໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງຢ່າງຈິງຈັງ, ບາງທີ ຂ້ານ້ອຍອາດຈະດີຂຶ້ນໂດຍບໍ່ຕ້ອງຜ່າຕັດ.

ມື້ໜຶ່ງໃນເດືອນມີນາ, ຂ້ານ້ອຍໄດ້ຮັບເຄມີບຳບັດເປັນຄັ້ງສຸດທ້າຍ. ຂ້ານ້ອຍທັງຕື່ນເຕັ້ນ ແລະ ມີຄວາມຫວັງ. ເມື່ອມັນຜ່ານໄປ, ທ່ານໝໍກໍ່ບອກວ່າຂ້ານ້ອຍຍັງຕ້ອງຜ່າຕັດ, ຫຼັງຈາກນັ້ນກໍ່ໄດ້ເຮັດເຄມີບຳບັດຕື່ມອີກສອງຮອບ ແລະ ຫຼັງຈາກນັ້ນກໍ່ມີການບຳບັດດ້ວຍລັງສີ. ຫົວໃຈຂອງຂ້ານ້ອຍຕົກລົງຢູ່ໃນທ້ອງຂອງຂ້ານ້ອຍ ແລະ ຈິດໃຈຂອງຂ້ານ້ອຍກໍ່ສັ່ນສະເທືອນ. ຂ້ານ້ອຍຄິດວ່າ, “ສິ່ງນີ້ເປັນໄປໄດ້ແນວໃດ? ຂ້ານ້ອຍໄດ້ໄຕ່ຕອງຄືກັບທີ່ຂ້ານ້ອຍຄວນເຮັດ ແລະ ເຂົ້າໃຈສິ່ງທີ່ຂ້ານ້ອຍຄວນເຮັດ. ເປັນຫຍັງຂ້ານ້ອຍຈຶ່ງບໍ່ດີຂຶ້ນໃນຕອນນີ້? ມັນເປັນການຜ່າຕັດໃຫຍ່ ແລະ ນອກຈາກຮອຍແປ້ວ, ເຄມີບຳບັດ ແລະ ການບຳບັດດ້ວຍລັງສີທີ່ຂ້ານ້ອຍຕ້ອງໄດ້ຮັບແມ່ນເຈັບປວດຫຼາຍ. ຂ້ານ້ອຍອາດຈະຕາຍໄດ້...”. ຂ້ານ້ອຍຮູ້ສຶກບໍ່ມີຄວາມສຸກຫຼາຍຂຶ້ນເລື້ອຍໆ ແລະ ຮ່າງກາຍຂອງຂ້ານ້ອຍອ່ອນແອລົງ. ຂ້ານ້ອຍເລີ່ມຮ້ອງໄຫ້ໃນຄວາມບໍ່ຍຸຕິທຳທັງໝົດ. ຄືນຫຼັງຈາກການຜ່າຕັດຂອງຂ້ານ້ອຍ, ຫຼັງຈາກທີ່ລິດຂອງຢາສະຫຼົບໄດ້ຫາຍໄປ, ຄວາມເຈັບປວດຈາກການຜ່າຕັດກໍ່ຮຸນແຮງຫຼາຍຈົນເຮັດໃຫ້ຂ້ານ້ອຍຮ້ອງໄຫ້. ຂ້ານ້ອຍເຖິງກັບບໍ່ສາມາດຫາຍໃຈເລິກໆໄດ້. ຂ້ານ້ອຍຮູ້ສຶກສິ້ນຫວັງ ແລະ ຮູ້ສຶກຜິດຫຼາຍ. ມັນຮຸນແຮງເກີນໄປສໍາລັບຂ້ານ້ອຍ, ຄວາມເຈັບປວດນີ້ຈະຈົບລົງໃນເມື່ອໃດ? ໃນການທົນທຸກຂອງຂ້ານ້ອຍ, ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ: “ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ” (ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳທຸກຂໍ້ຂອງພຣະເຈົ້າເຂົ້າໄປໃນຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກໄດ້ຮັບການດົນບັນດານຫຼາຍ. ຂ້ານ້ອຍຮູ້ວ່າຄວາມປະສົງຂອງພຣະເຈົ້າທີ່ເຮັດໃຫ້ຂ້ານ້ອຍເຈັບປ່ວຍແມ່ນຢາກໃຫ້ຂ້ານ້ອຍພັດທະນາຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ, ເພື່ອເຮັດໃຫ້ຂ້ານ້ອຍສາມາດສະແຫວງຫາຄວາມຈິງ ແລະ ເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍໄດ້ຮັບການຊໍາລະລ້າງ ແລະ ການປ່ຽນແປງ. ກ່ອນໜ້ານີ້, ເຖິງແມ່ນຂ້ານ້ອຍຮູ້ວ່າຂ້ານ້ອຍບໍ່ຄວນສະແຫວງຫາພອນໃນຄວາມເຊື່ອຂອງຂ້ານ້ອຍ, ຂ້ານ້ອຍກໍ່ບໍ່ໄດ້ປະຖິ້ມແຮງຈູງໃຈຂອງຂ້ານ້ອຍທີ່ຈະໄດ້ຮັບພອນຢ່າງສົມບູນ. ຂ້ານ້ອຍຍັງເຊື່ອງການຮຽກຮ້ອງທີ່ເຫຼືອເກີນຈາກພຣະເຈົ້າໃນສ່ວນເລິກໃນຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຄິດວ່າ ເມື່ອຂ້ານ້ອຍໄດ້ໄຕ່ຕອງກ່ຽວກັບຕົນເອງ ແລະ ມາຮູ້ຈັກຕົນເອງໜ້ອຍໜຶ່ງ, ຫຼັງຈາກນັ້ນ ພຣະເຈົ້າກໍ່ຄວນເອົາຄວາມເຈັບປ່ວຍຂອງຂ້ານ້ອຍໄປ. ການໄຕ່ຕອງກ່ຽວກັບຕົນເອງ ແລະ ຄວາມຮູ້ກ່ຽວກັບຕົນເອງຂອງຂ້ານ້ອຍໄດ້ຖືກປົນເປື້ອນດ້ວຍແຮງຈູງໃຈສ່ວນຕົວ ແລະ ພວກມັນເປັນພຽງເຄື່ອງປົກປິດຄວາມປາຖະໜາຂອງຂ້ານ້ອຍທີ່ຈະຕໍ່ລອງກັບພຣະເຈົ້າ. ຂ້ານ້ອຍບໍ່ໄດ້ກັບໃຈຢ່າງແທ້ຈິງເລີຍ! ພຣະເຈົ້າໄດ້ກວດສອບຄວາມຄິດຂອງຂ້ານ້ອຍ ແລະ ໃຊ້ຄວາມເຈັບປ່ວຍຂອງຂ້ານ້ອຍເພື່ອເປີດໂປງຂ້ານ້ອຍ, ເພື່ອເຮັດໃຫ້ຂ້ານ້ອຍໄຕ່ຕອງກ່ຽວກັບຕົນເອງຕື່ມອີກ ແລະ ກັບໃຈຢ່າງແທ້ຈິງ. ນີ້ແມ່ນຄວາມຮັກຂອງພຣະເຈົ້າສຳລັບຂ້ານ້ອຍ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ໄດ້ອະທິຖານຫາພຣະເຈົ້າ ໂດຍກ່າວວ່າ, “ຂ້າແຕ່ພຣະເຈົ້າ, ຕອນນີ້ ຂ້ານ້ອຍໄດ້ເຂົ້າໃຈຄວາມປະສົງຂອງພຣະອົງແລ້ວ. ຂ້ານ້ອຍປາຖະໜາທີ່ຈະປະຖິ້ມທາງເລືອກ ແລະ ການຮ້ອງຂໍສ່ວນຕົວທັງໝົດ ແລະ ສະແຫວງຫາຄວາມຈິງໃນສະຖານະການທີ່ພຣະອົງໄດ້ຈັດແຈງໄວ້. ໄດ້ໂປດຊີ້ນໍາຂ້ານ້ອຍດ້ວຍ”.

ສອງສາມມື້ຕໍ່ມາ, ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າ, ຜູ້ໃດໃນບັນດາພວກເຂົາທີ່ບໍ່ມີຈຸດປະສົງ, ແຮງຜັກດັນ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ? ເຖິງແມ່ນມີແຕ່ສ່ວນໜຶ່ງຂອງພວກເຂົາທີ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ເຊິ່ງໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງມີແຮງຜັກດັນເຫຼົ່ານັ້ນ ແລະ ຈຸດປະສົງສູງສຸດຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຮັບເອົາພອນຂອງພຣະອົງ ແລະ ສິ່ງທີ່ພວກເຂົາຕ້ອງການ... ທຸກຄົນຄຳນວນສິ່ງດັ່ງກ່າວຢູ່ພາຍໃນຫົວໃຈຂອງພວກເຂົາຢູ່ເລື້ອຍໆ ແລະ ພວກເຂົາຮຽກຮ້ອງພຣະເຈົ້າໃຫ້ແບກຮັບເອົາແຮງຈູງໃຈຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມຄິດແບບເຫັນແກ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ນີ້ໝາຍຄວາມວ່າ ໃນຫົວໃຈຂອງເຂົາ ມະນຸດກຳລັງທົດສອບພຣະເຈົ້າຢູ່ເລື້ອຍໆ, ຄິດວາງແຜນກ່ຽວກັບພຣະເຈົ້າຢູ່ເລື້ອຍໆ, ໂຕ້ຖຽງກັບພຣະເຈົ້າເພື່ອຜົນໄດ້ຮັບຂອງເຂົາເອງ ແລະ ພະຍາຍາມຖອດຖອນຄຳເວົ້າຂອງພຣະເຈົ້າ, ເບິ່ງວ່າພຣະເຈົ້າຈະສາມາດມອບສິ່ງທີ່ເຂົາຕ້ອງການໃຫ້ແກ່ເຂົາ ຫຼື ບໍ່. ໃນຂະນະທີ່ສະແຫວງຫາພຣະເຈົ້າ, ມະນຸດບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າ. ມະນຸດພະຍາຍາມທີ່ຈະເຮັດຂໍ້ຕົກລົງຕໍ່ກັບພຣະເຈົ້າຢູ່ສະເໝີ, ຮຽກຮ້ອງຈາກພຣະອົງຢ່າງບໍ່ຢຸດຢັ້ງ ແລະ ເຖິງກັບກົດດັນພຣະອົງໃນທຸກດ້ານ, ພະຍາຍາມເອົາສອກຫຼັງຈາກໄດ້ຄືບ. ໃນຂະນະທີ່ພະຍາຍາມຕົກລົງກັບພຣະເຈົ້າ, ມະນຸດໂຕ້ຖຽງກັບພຣະອົງ ແລະ ຍັງມີຄົນທີ່ອ່ອນແອ, ຂີ້ຄ້ານ ແລະ ເມີນເສີຍໃນວຽກງານຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍການຕໍ່ວ່າພຣະເຈົ້າ ເມື່ອການທົດລອງເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາຜະເຊີນກັບສະຖານະການໃດໜຶ່ງ. ຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດ, ເຂົາໄດ້ພິຈາລະນາໃຫ້ພຣະເຈົ້າເປັນເຂົາແກະແຫ່ງອຸດົມສົມບູນ, ເປັນມີດຂອງກອງທັບສະວິດເຊີແລນ ແລະ ເຂົາໄດ້ພິຈາລະນາຕົນເອງໃຫ້ເປັນເຈົ້າໜີ້ທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ຄືກັບວ່າການພະຍາຍາມຮັບເອົາພອນ ແລະ ສັນຍາຈາກພຣະເຈົ້າຄືສິດ ແລະ ພັນທະໂດຍທຳມະຊາດຂອງເຂົາ, ໃນຂະນະທີ່ຄວາມຮັບຜິດຊອບຂອງພຣະເຈົ້າແມ່ນເພື່ອປົກປ້ອງ ແລະ ດູແລມະນຸດ ແລະ ສະໜອງໃຫ້ແກ່ເຂົາ. ສິ່ງດັ່ງກ່າວຄືຄວາມເຂົ້າໃຈພື້ນຖານກ່ຽວກັບ ‘ຄວາມເຊື່ອໃນພຣະເຈົ້າ’ ຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ສິ່ງດັ່ງກ່າວຄືຄວາມເຂົ້າໃຈທີ່ເລິກເຊິ່ງທີ່ສຸດກ່ຽວກັບແນວຄິດແຫ່ງຄວາມເຊື່ອໃນພຣະເຈົ້າ. ນັບຕັ້ງແຕ່ທາດແທ້ແຫ່ງທຳມະຊາດຂອງມະນຸດຈົນເຖິງການສະແຫວງຫາສ່ວນຕົວຂອງເຂົາ, ບໍ່ມີຫຍັງທີ່ກ່ຽວພັນກັບຄວາມຢຳເກງພຣະເຈົ້າ. ເປົ້າໝາຍຂອງມະນຸດໃນການເຊື່ອໃນພຣະເຈົ້າບໍ່ສາມາດເປັນໄປໄດ້ທີ່ຈະກ່ຽວຂ້ອງກັບການນະມັດສະການພຣະເຈົ້າ. ນັ້ນໝາຍຄວາມວ່າ ມະນຸດບໍ່ເຄີຍພິຈາລະນາ ຫຼື ເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າຮຽກຮ້ອງການຢຳເກງ ແລະ ການນະມັດສະການພຣະເຈົ້າ. ອີງຕາມສະຖານະການດັ່ງກ່າວແລ້ວ, ສາມາດເຫັນໄດ້ເຖິງທາດແທ້ຂອງມະນຸດຢ່າງຊັດເຈນ. ແມ່ຫຍັງຄືທາດແທ້ນີ້? ມັນກໍຄື ຫົວໃຈຂອງມະນຸດມີເຈດຕະນາຮ້າຍ, ມີການທໍລະຍົດ ແລະ ການຫຼອກລວງ, ບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ ແລະ ມັນເປັນຕາລັງກຽດ ແລະ ເປັນຄົນໂລບມາກໂລພາ. ຫົວໃຈຂອງມະນຸດບໍ່ສາມາດປິດຕໍ່ພຣະເຈົ້າໄປຫຼາຍກວ່ານີ້ອີກແລ້ວ; ເຂົາບໍ່ໄດ້ມອບມັນໃຫ້ກັບພຣະເຈົ້າເລີຍ. ພຣະເຈົ້າບໍ່ເຄີຍເຫັນຫົວໃຈທີ່ແທ້ຈິງຂອງມະນຸດ ຫຼື ມະນຸດບໍ່ເຄີຍນະມັດສະການພຣະອົງ” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຮູ້ສຶກລະອາຍໃຈຫຼາຍ ເມື່ອຂ້ານ້ອຍໄດ້ອ່ານສິ່ງນີ້. ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະທີ່ແທ້ຈິງຂອງຂ້ານ້ອຍຢ່າງຖືກຕ້ອງ. ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ຢາກໄດ້ຮັບພອນຢູ່ສະເໝີ, ຕໍ່ລອງກັບພຣະເຈົ້າຢູ່ສະເໝີ. ຂ້ານ້ອຍຮູ້ສຶກວ່າ ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ແລະ ໄດ້ເຮັດໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ ແລະ ເສຍສະລະຕົນເອງໃນຄຣິດຕະຈັກ, ພຣະເຈົ້າຄວນເບິ່ງແຍງຂ້ານ້ອຍ ແລະ ປົກປ້ອງຂ້ານ້ອຍ ແລະ ຮັກສາຂ້ານ້ອຍຈາກຄວາມເຈັບປ່ວຍ ແລະ ອັນຕະລາຍທັງໝົດ. ຂ້ານ້ອຍຄິດວ່າສິ່ງນີ້ເປັນສິ່ງດຽວທີ່ຖືກຕ້ອງ ແລະ ເໝາະສົມ. ເມື່ອຂ້ານ້ອຍພົບວ່າຂ້ານ້ອຍເປັນມະເຮັງ, ຂ້ານ້ອຍກໍ່ເລີ່ມຈົ່ມຕໍ່ວ່າພຣະເຈົ້າໃນທັນທີ ແລະ ຕ້ອງການໃຊ້ປະໂຫຍດຈາກການທົນທຸກ ແລະ ການເສຍສະລະເວລາຫຼາຍປີຂອງຂ້ານ້ອຍເພື່ອໂຕ້ຖຽງກັບພຣະອົງ. ເມື່ອຂ້ານ້ອຍເລີ່ມດີຂຶ້ນ, ຂ້ານ້ອຍກໍ່ເວົ້າວ່າ “ຂອບໃຈພຣະເຈົ້າ” ດ້ວຍປາກຂອງຂ້ານ້ອຍ, ແຕ່ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຕ້ອງການຫຼາຍກວ່ານັ້ນອີກ. ຂ້ານ້ອຍຕ້ອງການໃຫ້ພຣະເຈົ້າເອົາຄວາມເຈັບປ່ວຍຂອງຂ້ານ້ອຍອອກໄປທັງໝົດ ເພື່ອວ່າຂ້ານ້ອຍຈະບໍ່ຕ້ອງທົນທຸກອີກຕໍ່ໄປ. ເມື່ອບໍ່ຕອບສະໜອງຕາມຄວາມປາຖະໜາທີ່ເຫຼືອເກີນຂອງຂ້ານ້ອຍ, ທໍາມະຊາດທີ່ຊົ່ວຮ້າຍຂອງຂ້ານ້ອຍກໍ່ໂຜ່ຫົວອອກມາອີກ ແລະ ຂ້ານ້ອຍກໍ່ກ່າວໂທດພຣະເຈົ້າອີກເທື່ອໜຶ່ງ ແລະ ພະຍາຍາມໂຕ້ຖຽງກັບພຣະອົງ. ພຶດຕິກຳຂອງຂ້ານ້ອຍແມ່ນຄືກັບທີ່ພຣະເຈົ້າເປີດເຜີຍໃນພຣະທຳຂອງພຣະອົງ: “ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ ‘ໃຈດີ’ ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍເຫຼົ່ານີ້ຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ?” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ແທງທະລຸຫົວໃຈຂອງຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ຂ້ານ້ອຍບໍ່ໄດ້ນະມັດສະການ ຫຼື ຍອມຈໍານົນຕໍ່ພຣະອົງຄືກັບທີ່ຂ້ານ້ອຍຄວນເຮັດ. ກົງກັນຂ້າມ, ຂ້ານ້ອຍກຳລັງປະຕິບັດຕໍ່ພຣະອົງຄືກັບທ່ານໝໍທີ່ມີອຳນາດ, ຄືກັບບ່ອນລີ້ໄພ. ຂ້ານ້ອຍກຳລັງໃຊ້ພຣະເຈົ້າເພື່ອບັນລຸເປົ້າໝາຍຂອງຂ້ານ້ອຍເອງ, ພະຍາຍາມທີ່ຈະໄດ້ຮັບຄວາມສະຫງົບສຸກໃນຊີວິດນີ້ ແລະ ພອນໃນອະນາຄົດຈາກພຣະອົງ. ຂ້ານ້ອຍເຫັນວ່າຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າບໍ່ມີຫຍັງເລີຍ ນອກເໜືອໄປຈາກການຕໍ່ລອງທີ່ໄຮ້ຢາງອາຍ ແລະ ຂ້ານ້ອຍກຳລັງໃຊ້ພຣະເຈົ້າເພື່ອຮັບເອົາຄວາມກະລຸນາ ແລະ ພອນຈາກພຣະອົງ. ຂ້ານ້ອຍບໍ່ໄດ້ຫຼອກລວງ ແລະ ຕໍ່ຕ້ານພຣະເຈົ້າບໍ? ຂ້ານ້ອຍເຫັນວ່າຂ້ານ້ອຍເຫັນແກ່ຕົວ ແລະ ຫຼອກລວງຫຼາຍສໍ່າໃດ ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ເສດດຽວ, ບໍ່ໄດ້ດໍາລົງຊີວິດຕາມຫຍັງ ນອກຈາກອຸປະນິໄສແບບຊາຕານ. ພຣະເຈົ້າຕ້ອງລັງກຽດ ແລະ ກຽດຊັງຂ້ານ້ອຍແທ້ໆ!

ຫຼັງຈາກນັ້ນ, ຂ້ານ້ອຍກໍ່ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ໂຢບບໍ່ໄດ້ເວົ້າເຖິງການແລກປ່ຽນກັບພຣະເຈົ້າ ແລະ ບໍ່ໄດ້ຂໍຮ້ອງ ຫຼື ຮຽກຮ້ອງຈາກພຣະເຈົ້າ. ການທີ່ເພິ່ນຍົກຍ້ອງນາມຂອງພຣະເຈົ້າກໍແມ່ນຍ້ອນລິດອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າໃນການປົກຄອງສິ່ງທັງປວງ ແລະ ມັນບໍ່ຂຶ້ນກັບວ່າເພິ່ນໄດ້ຮັບພອນ ຫຼື ຖືກໂຈມຕີໂດຍໄພພິບັດ. ເພິ່ນເຊື່ອວ່າ ບໍ່ວ່າພຣະເຈົ້າຈະອວຍພອນຜູ້ຄົນ ຫຼື ນໍາໄພພິບັດມາສູ່ພວກເຂົາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ບໍ່ວ່າສະຖານະການຂອງບຸກຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ການທີ່ມະນຸດຖືກພຣະເຈົ້າອວຍພອນກໍຍ້ອນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແລະ ເມື່ອໄພພິບັດເກີດຂຶ້ນກັບມະນຸດ, ມັນກໍຍ້ອນອຳນາດການປົກຄອງສູງສຸດຂອງພຣະເຈົ້າເຊັ່ນກັນ. ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າປົກຄອງ ແລະ ຈັດແຈງທຸກສິ່ງທີ່ກ່ຽວກັບມະນຸດ; ຄວາມແຕກຕ່າງຂອງໂຊກຊະຕາຂອງມະນຸດຄືການສະແດງອອກເຖິງລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ບໍ່ວ່າມຸມມອງຂອງຜູ້ຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ນີ້ແມ່ນສິ່ງທີ່ໂຢບໄດ້ຜະເຊີນ ແລະ ມາຮູ້ຈັກໃນລະຫວ່າງການດໍາລົງຊີວິດຂອງເພິ່ນ. ທຸກຄວາມຄິດ ແລະ ທຸກການກະທຳຂອງໂຢບໄດ້ໄປເຖິງຫູຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ພຣະເຈົ້າກໍເຫັນວ່າສຳຄັນ. ພຣະເຈົ້າຊື່ນຊົມຄວາມຮູ້ນີ້ຂອງໂຢບ ແລະ ເຊີດຊູໂຢບທີ່ມີຫົວໃຈແບບນັ້ນ. ຫົວໃຈນີ້ໄດ້ລໍຄອຍຄຳສັ່ງຂອງພຣະເຈົ້າຢູ່ສະເໝີ ແລະ ໃນທຸກແຫ່ງຫົນ ແລະ ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດກໍຕາມ, ມັນຕ້ອນຮັບທຸກສິ່ງທີ່ເກີດຂຶ້ນກັບເພິ່ນ. ໂຢບບໍ່ໄດ້ຮຽກຮ້ອງຈາກພຣະເຈົ້າ. ສິ່ງທີ່ເພິ່ນຮຽກຮ້ອງກັບຕົນເອງກໍເພື່ອລໍຖ້າ, ຍອມຮັບ, ຜະເຊີນ ແລະ ເຊື່ອຟັງການຈັດແຈງທັງໝົດທີ່ມາຈາກພຣະເຈົ້າ; ໂຢບເຊື່ອວ່ານີ້ຄືໜ້າທີ່ຂອງເພິ່ນ ແລະ ມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແທ້ຈິງ” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ານ້ອຍຮູ້ສຶກໄດ້ຮັບການດົນບັນດານຫຼາຍເມື່ອຂ້ານ້ອຍຕຶກຕອງພຣະທຳຂອງພຣະເຈົ້າ. ຂ້ານ້ອຍຄິດວ່າ, “ພຣະເຈົ້າເປັນພຣະຜູ້ສ້າງ. ພຣະເຈົ້າສາມາດປະທານຄວາມກະລຸນາ ແລະ ພອນໃຫ້ແກ່ພວກເຮົາ ແລະ ພຣະອົງສາມາດພິພາກສາ, ລົງໂທດ, ທົດສອບ ແລະ ຫຼໍ່ຫຼອມພວກເຮົາ. ພຣະເຈົ້າບໍ່ສາມາດໃຫ້ການທົດສອບແກ່ພວກເຮົາບໍ ເຖິງແມ່ນວ່າຄວາມຈິງແລ້ວພຣະອົງຈະຮັກພວກເຮົາ?” ຂ້ານ້ອຍຄິດເຖິງໂຢບ. ພຣະເຈົ້າໄດ້ປະທານຄວາມຮັ່ງມີທີ່ໃຫຍ່ຫຼວງໃຫ້ແກ່ລາວ ແລະ ລາວກໍ່ຂອບໃຈ ແລະ ຍ້ອງຍໍພຣະເຈົ້າ, ແຕ່ລາວບໍ່ຢາກໄດ້ຄວາມຮັ່ງມີທາງວັດຖຸ. ເມື່ອພຣະເຈົ້າເອົາທຸກສິ່ງໄປຈາກລາວ, ລາວກໍ່ຍັງສາມາດຍົກຍ້ອງຊື່ຂອງພຣະເຈົ້າຜ່ານການທົດລອງຂອງລາວ ໂດຍກ່າວວ່າ “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” (ໂຢບ 2:10). ໂຢບຮູ້ວ່າທຸກສິ່ງທີ່ລາວໄດ້ຮັບມາແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຊອບທໍາ ບໍ່ວ່າພຣະເຈົ້າຈະໃຫ້ ຫຼື ເອົາສິ່ງຂອງໄປກໍ່ຕາມ. ຄວາມເຊື່ອຂອງໂຢບໃນພຣະເຈົ້າບໍ່ໄດ້ຖືກເຮັດໃຫ້ປົນເປື້ອນດ້ວຍແຮງຈູງໃຈສ່ວນຕົວ ແລະ ລາວບໍ່ໄດ້ຄິດເລີຍວ່າລາວຈະໄດ້ຮັບພອນ ຫຼື ພົບກັບໄພພິບັດ. ລາວບໍ່ໄດ້ຈົ່ມຕໍ່ວ່າ ບໍ່ວ່າພຣະເຈົ້າເຮັດຫຍັງກໍ່ຕາມ. ລາວສາມາດໃຊ້ຕໍາແໜ່ງຂອງລາວໃນຖານະສິ່ງຖືກສ້າງເພື່ອນະມັດສະການ ແລະ ຍອມຕໍ່ພຣະເຈົ້າ. ເມື່ອເຫັນຄວາມເປັນມະນຸດ ແລະ ເຫດຜົນຂອງໂຢບ, ຂ້ານ້ອຍກໍ່ຮູ້ສຶກອາຍແທ້ໆ. ທຸກສິ່ງທີ່ຂ້ານ້ອຍມີ, ແມ່ນແຕ່ລົມຫາຍໃຈຂອງຂ້ານ້ອຍ, ແມ່ນໄດ້ມາຈາກພຣະເຈົ້າ. ແຕ່ຂ້ານ້ອຍບໍ່ໄດ້ຂອບໃຈຫຍັງເລີຍ, ກົງກັນຂ້າມ ຂ້ານ້ອຍກ່າວໂທດພຣະເຈົ້າເມື່ອຂ້ານ້ອຍເຈັບປ່ວຍ. ຂ້ານ້ອຍບໍ່ມີຄວາມສຳນຶກ ຫຼື ເຫດຜົນໃດເລີຍ! ຂ້ານ້ອຍເຊື່ອໃນພຣະເຈົ້າແຕ່ບໍ່ຮູ້ຈັກພຣະອົງ ແລະ ຂ້ານ້ອຍບໍ່ຮູ້ຕໍາແໜ່ງທີ່ເໝາະສົມຂອງຂ້ານ້ອຍຕໍ່ໜ້າພຣະອົງ ຫຼື ຂ້ານ້ອຍຄວນອ່ອນນ້ອມຕໍ່ພຣະຜູ້ສ້າງແນວໃດ. ເມື່ອເຊື່ອໃນພຣະເຈົ້າດ້ວຍແນວຄິດ, ຈິນຕະນາການ ແລະ ຄວາມຄິດຂອງຂ້ານ້ອຍກ່ຽວກັບການຕໍ່ລອງ, ຂ້ານ້ອຍໄດ້ຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງເມື່ອຜະເຊີນໜ້າກັບຄວາມເຈັບປ່ວຍ. ເຖິງປານນັ້ນ, ຂ້ານ້ອຍກໍ່ຕ້ອງການພອນ ແລະ ຄວາມກະລຸນາຈາກພຣະເຈົ້າຢູ່ສະເໝີີ ແລະ ຕ້ອງການເຂົ້າໄປໃນອານາຈັກຂອງພຣະເຈົ້າ. ຂ້ານ້ອຍບໍ່ຮູ້ຈັກອາຍແທ້ໆ! ຂ້ານ້ອຍໄດ້ເຫັນສິ່ງນັ້ນ, ເຖິງແມ່ນວ່າຂ້ານ້ອຍຕ້ອງຕາຍໃນເວລານັ້ນ, ມັນຈະເປັນຄວາມຊອບທໍາຂອງພຣະເຈົ້າສໍາລັບຄວາມກະບົດ ແລະ ຄວາມເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍພົບເສັ້ນທາງແຫ່ງການປະຕິບັດໃນປະສົບການຂອງໂຢບ. ບໍ່ວ່າຂ້ານ້ອຍຈະເຈັບປ່ວຍດົນສໍ່າໃດ ຫຼື ຂ້ານ້ອຍຈະດີຂຶ້ນ ຫຼື ບໍ່ກໍ່ຕາມ, ຂ້ານ້ອຍປາຖະໜາທີ່ຈະຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນເຫດຜົນທີ່ຂ້ານ້ອຍຄວນມີໃນຖານະທີ່ເປັນສິ່ງຖືກສ້າງ. ຄວາມຄິດນີ້ເຮັດໃຫ້ຂ້ານ້ອຍມີຄວາມຮູ້ສຶກໂລ່ງໃຈຫຼາຍ.

ກ່ອນທີ່ຂ້ານ້ອຍຈະຮູ້ຕົວ, ມັນກໍ່ເປັນເວລາສໍາລັບການປິ່ນປົວດ້ວຍລັງສີ. ຄົນເຈັບທີ່ເປັນມະເຮັງຄົນອື່ນເວົ້າວ່າການປິ່ນປົວດ້ວຍລັງສີເປັນສິ່ງທີ່ໂຫດຮ້າຍແທ້ໆສຳລັບຮ່າງກາຍ ແລະ ມັນຈະເຮັດໃຫ້ເນື້ອໜັງຂອງຂ້ານ້ອຍເຜົາໄໝ້. ພວກເຂົາເວົ້າວ່າຂ້ານ້ອຍຈະວິນຫົວ ແລະ ປວດຮາກທຸກຄັ້ງ ແລະ ຂ້ານ້ອຍບໍ່ສາມາດຊີມລົດຊາດຫຍັງໄດ້. ເມື່ອຂ້ານ້ອຍໄດ້ຍິນທັງໝົດນີ້, ຂ້ານ້ອຍກໍ່ເລີ່ມຂໍພຣະເຈົ້າໃຫ້ຊ່ວຍຂ້ານ້ອຍຫຼົບໜີຈາກສະຖານະການນີ້ອີກຄັ້ງ, ແຕ່ຂ້ານ້ອຍກໍ່ຮູ້ໃນທັນທີວ່າສະພາວະຂອງຂ້ານ້ອຍບໍ່ຖືກຕ້ອງ ແລະ ໄດ້ອະທິຖານຫາພຣະເຈົ້າ. ຫຼັງຈາກນັ້ນ, ເນ້ືອເພງບາງແຖວຈາກເພງສັນລະເສີນໃນພຣະທຳຂອງພຣະເຈົ້າໄດ້ປາກົດເຂົ້າມາໃນຄວາມຄິດ: “ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນເຊື່ອຟັງພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າໄດ້. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ” (ຈາກບົດເພງ “ສິ່ງທີ່ຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າຄວນສະແຫວງຫາ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ຂ້ານ້ອຍຮູ້ວ່າສະຖານະການນີ້ຄືການທີ່ພຣະເຈົ້າທົດສອບຂ້ານ້ອຍ ແລະ ຂ້ານ້ອຍບໍ່ສາມາດຂໍສິ່ງໃດໆຈາກພຣະເຈົ້າ ຫຼື ທໍາຮ້າຍພຣະອົງໂດຍບໍ່ມີສຳນຶກອີກຕໍ່ໄປ. ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງຍອມຕໍ່ການຈັດແຈງຂອງພຣະອົງ. ເມື່ອຂ້ານ້ອຍຍອມອ່ອນນ້ອມ, ເຖິງແມ່ນວ່າຂ້ານ້ອຍຕ້ອງໄດ້ຮັບການປິ່ນປົວດ້ວຍລັງສີທຸກມື້ ແລະ ຮ່າງກາຍຂອງຂ້ານ້ອຍເຈັບປວດຢູ່ໃນສ່ວນຕ່າງໆ, ມັນກໍ່ບໍ່ໄດ້ຮ້າຍແຮງຄືກັບຄົນເຈັບຄົນອື່ນໄດ້ເວົ້າ. ຂ້ານ້ອຍຮູ້ວ່ານີ້ຄືການທີ່ພຣະເຈົ້າມີຄວາມເມດຕາ ແລະ ດູແລຂ້ານ້ອຍ. ເມື່ອຂ້ານ້ອຍສຳເລັດການປິ່ນປົວດ້ວຍລັງສີ, ການຟື້ນຟູທາງຮ່າງກາຍຂອງຂ້ານ້ອຍກໍ່ໄວແທ້ໆ. ຂ້ານ້ອຍທັງເບິ່ງດີ ແລະ ຮູ້ສຶກດີຫຼາຍແທ້ໆ. ອ້າຍເອື້ອຍນ້ອງຂອງຂ້ານ້ອຍຢູ່ໃນຄຣິດຕະຈັກກໍ່ເວົ້າວ່າຂ້ານ້ອຍບໍ່ໄດ້ເບິ່ງຄືກັບຄົນເປັນມະເຮັງເລີຍ. ໃນໄລຍະເວລາຕໍ່ມາ, ຂ້ານ້ອຍກໍ່ເລີ່ມເຮັດໜ້າທີ່ຂອງຂ້ານ້ອຍອີກຄັ້ງ. ຄວາມເຊື່ອຂອງຂ້ານ້ອຍໃນພຣະເຈົ້າກໍ່ເພີ່ມຂຶ້ນຜ່ານປະສົບການນີ້ ແລະ ຂ້ານ້ອຍເລີ່ມຫວງແຫນໂອກາດນີ້ທີ່ຈະເຮັດໜ້າທີ່ຂອງຂ້ານ້ອຍຫຼາຍຍິ່ງຂຶ້ນ.

ມັນເກືອບ 2 ປີແລ້ວຕັ້ງແຕ່ນັ້ນມາ, ແຕ່ເມື່ອໃດກໍ່ຕາມທີ່ຂ້ານ້ອຍຄິດຍ້ອນຫຼັງຫາສິບເດືອນເຫຼົ່າທີ່ຂ້ານ້ອຍເຈັບປ່ວຍ, ມັນກໍ່ຮູ້ສຶກຄືກັບວ່າມັນຫາກໍ່ເກີດຂຶ້ນມື້ວານນີ້ເອງ. ເຖິງແມ່ນວ່າເນື້ອໜັງຂອງຂ້ານ້ອຍທົນທຸກໜ້ອຍໜຶ່ງ, ແຕ່ຂ້ານ້ອຍເລີ່ມເຂົ້າໃຈແຮງຈູງໃຈຂອງຂ້ານ້ອຍສໍາລັບພອນ ແລະ ມຸມມອງທີ່ຜິດໆຂອງຂ້ານ້ອຍກ່ຽວກັບສິ່ງທີ່ຕ້ອງສະແຫວງຫາ. ຕອນນີ້, ຂ້ານ້ອຍຮູ້ວ່າຂ້ານ້ອຍຕ້ອງສະແຫວງຫາຄວາມຈິງ ແລະ ສະແຫວງຫາທີ່ຈະເຊື່ອຟັງພຣະເຈົ້າດ້ວຍຄວາມເຊື່ອຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະໄດ້ຮັບພອນ ຫຼື ຂ້ານ້ອຍພົບກັບໄພພິບັດ, ຂ້ານ້ອຍຕ້ອງຍອມຕໍ່ການປັ້ນແຕ່ງ, ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າຢູ່ສະເໝີ. ສິ່ງນີ້ແມ່ນຄວາມຮູ້ສຶກເຖິງເຫດຜົນທີ່ສິ່ງຖືກສ້າງຄວນມີ. ຂ້ານ້ອຍບໍ່ສາມາດໄດ້ຮັບທຸກສິ່ງນີ້ ຖ້າທຸກຢ່າງໃນຊີວິດດຳເນີນໄປຢ່າງລາບລື້ນ. ນີ້ແມ່ນຄວາມຮັ່ງມີຂອງຊີວິດທີ່ພຣະເຈົ້າໄດ້ປະທານໃຫ້ຂ້ານ້ອຍ. ຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ກ່ອນນີ້: 74. ການຮຽນຮູ້ທີ່ຈະຍອມອ່ອນນ້ອມຜ່ານຄວາມລຳບາກ

ຕໍ່ໄປ: 76. ຜ່ານຄວາມເຈັບປ່ວຍ, ແຮງຈູງໃຈຂອງຂ້ອຍໃນການຮັບເອົາພອນໄດ້ຖືກເປີດເຜີຍອອກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ.

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້