78. ບົດຮຽນທີ່ໄດ້ຮຽນຮູ້ຈາກການເປັນມະເຮັງຕັບ

ໂດຍ ຫຼີຢົງ, ຈີນ

ຫຼັງຈາກຂ້ອຍໄດ້ກາຍເປັນຄຣິດຕຽນ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນຫຼາຍຄັ້ງ, ແຕ່ຂ້ອຍບໍ່ເຄີຍທໍລະຍົດພຣະຜູ້ເປັນເຈົ້າຈັກເທື່ອ. ຂ້ອຍໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສອງສາມປີກ່ອນ ແລະ ຂ້ອຍໄດ້ເທດສະໜາຂ່າວປະເສີດ ແລະ ໄດ້ເຮັດຫນ້າທີ່ຂອງຂ້ອຍຜ່ານແດດຜ່ານຝົນຢ່າງກະຕືລືລົ້ນຢູ່ສະເໝີ. ຂ້ອຍຄິດວ່າຂ້ອຍຈະຈົງຮັກພັກດີຕໍ່ພຣະເຈົ້າຢູ່ສະເໝີ, ບໍ່ວ່າຂ້ອຍຈະຕ້ອງອົດທົນກັບຫຍັງກ່ໍຕາມ. ຈົນກວ່າຮອດເວລາທີ່ຂ້ອຍຕ້ອງອົດທົນກັບຄວາມເຈັບປ່ວຍທີ່ຜະເຊີນໜ້າກັບຄວາມເປັນຄວາມຕາຍຂອງຂ້ອຍ, ຂ້ອຍຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບແຮງຈູງໃຈຂອງຂ້ອຍພາຍໃນຄວາມເຊື່ອຂອງຂ້ອຍໃນການໄດ້ຮັບພອນ.

ມື້ໜຶ່ງ, ໃນເດືອນຕຸລາຂອງປີ 2014, ຂ້ອຍໄດ້ກັບມາຈາກການການເຕົ້າໂຮມ ເມື່ອຂ້ອຍຮູ້ສຶກວ່າແຂນຂາຂອງຂ້ອຍອ່ອນແອລົງ ແລະ ບາດກ້າວຂອງຂ້ອຍໂຊເຊ. ຂ້ອຍຄິດວ່າມັນເປັນຍ້ອນຄວາມຊຸ່ມຊື່ນໃນຮ່າງກາຍ ແລະ ຂ້ອຍພຽງແຕ່ຕ້ອງຮັບປະທານຢາບາງຢ່າງ. ຂ້ອຍບໍ່ໄດ້ກັງວົນຫຼາຍເກີນໄປ. ແຕ່ບໍ່ດົນຫຼັງຈາກນັ້ນ, ຫູ, ນິ້ວມື ແລະ ນິ້ວຕີນຂອງຂ້ອຍກໍ່ເລີ່ມຄ່ອຍໆກາຍເປັນສີດໍາ ແລະ ຂ້ອຍເລີ່ມຕົ້ນຈ່ອຍລົງເລື້ອຍໆ.

ຂ້ອຍເລີ່ມຄິດວ່າຂ້ອຍອາດມີບາງສິ່ງທີ່ຮ້າຍແຮງ, ແຕ່ຂ້ອຍຄິດວ່າ ເພາະຄວາມພະຍາຍາມທີ່ຂ້ອຍມີໃນການເຮັດໜ້າທີ່ຂອງຂ້ອຍຕະຫຼອດຫຼາຍປີ, ພຣະເຈົ້າຈະປົກປ້ອງຂ້ອຍ. ມັນບໍ່ສາມາດເປັນສິ່ງທີ່ບໍ່ດີເກີນໄປ. ຂ້ອຍແນ່ໃຈວ່າມັນຈະແກ້ໄຂຕົນເອງ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ຫຼັງຈາກໄດ້ຮັບປະທານຢາບາງຢ່າງ, ຂ້ອຍກໍ່ບໍ່ດີຂຶ້ນ. ເມຍ ແລະ ລູກສາວຂອງຂ້ອຍໄດ້ພາຂ້ອຍໄປໂຮງໝໍເພື່ກວດສຸຂະພາບ ແລະ ເມື່ອຜົນກວດອອກມາ, ພວກເຂົາໄດ້ເວົ້າວ່າຂ້ອຍມີກໍລະນີທີ່ຮ້າຍແຮງຂອງພາວະເລືອດຈາງ ແລະ ພະຍາດອັກເສບຕັບບີ. ພວກເຂົາເວົ້າວ່າຖ້າມັນມັນຮ້າຍແຮງຂຶ້ນຫຼາຍ, ມັນຈະບໍ່ສາມາດປິ່ນປົວໄດ້. ເມື່ອຂ້ອຍໄດ້ຍິນເລື່ອງນີ້, ຂ້ອຍຮູ້ສຶກວ່າທົ່ວຮ່າງກາຍຂອງຂ້ອຍບໍ່ມີກຳລັງ. ຂ້ອຍບໍ່ສາມາດຍອມຮັບສິ່ງທີ່ຂ້ອຍໄດ້ຍິນ. ຂ້ອຍຄິດວ່າ, “ຂ້ອຍໄດ້ເສຍສະຫຼະຢ່າງຫຼວງຫຼາຍເປັນເວລາຫຼາຍປີ. ຂ້ອຍໄດ້ທົນທຸກຢ່າງຫຼວງຫຼາຍເພື່ອເຮັດໜ້າທີ່ຂອງຂ້ອຍ. ຂ້ອຍຖືກຈັບກຸມ ແລະ ຖືກຂົ່ມຂູ່ໂດຍພັກກອມມູນິດຈີນ, ແຕ່ຂ້ອຍບໍ່ເຄີຍທໍລະຍົດພຣະເຈົ້າຈັກເທື່ອ ແລະ ກັບໄປເຮັດໜ້າທີ່ຂອງຂ້ອຍເມື່ອຂ້ອຍຖືກປ່ອຍຕົວ. ຂ້ອຍຈະເຈັບປ່ວຍແບບນີ້ໄດ້ແນວໃດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ? ເປົ້າໝາຍຂອງການເສຍສະຫຼະທັງໝົດຂອງຂ້ອຍແມ່ນຫຍັງ, ຖ້າຂ້ອຍບໍ່ສາມາດດີຂຶ້ນໄດ້? ຂ້ອຍເຊື່ອໃນພຣະເຈົ້າຕະຫລອດເວລາຫຼາຍປີເຫຼົ່ານີ້ ໂດຍທີ່ບໍ່ໄດ້ຮັບພອນຈາກພຣະອົງ ແລະ ຕອນນີ້ ຮ່າງກາຍຂອງຂ້ອຍກໍ່ມີພະຍາດ. ຂ້ອຍເດົາວ່າ ຂ້ອຍບໍ່ຄວນພະຍາຍາມຢ່າງຫນັກເພື່ອເຮັດໜ້າທີ່ຂອງຂ້ອຍອີກຕໍ່ໄປ; ບໍ່ວ່າຂ້ອຍຈະທົນທຸກຫຼາຍສໍ່າໃດກໍ່ຕາມ, ມັນກ່ໍຈະບໍ່ມີປະໂຫຍດຫຍັງເລີຍ”. ໃນເວລານີ້, ຂ້ອຍຍັງເຮັດໜ້າທີ່ຂອງຂ້ອຍ. ແຕ່ຂ້ອຍເຮັດມັນໂດຍບໍ່ມີຄວາມກະຕືລືລົ້ນ. ໃນລະຫວ່າງການພົບປະ, ຂ້ອຍບໍ່ໄດ້ຖາມອ້າຍເອື້ອຍນ້ອງຂອງຂ້ອຍກ່ຽວກັບບັນຫາຂອງພວກເຂົາ. ຂ້ອຍອ່ານພຣະທຳຂອງພຣະເຈົ້າ, ແຕ່ຂ້ອຍບໍ່ຢາກໂອ້ລົມ. ຫຼັງຈາກຊົ່ວໄລຍະໜຶ່ງ, ອາການຂອງຂ້ອຍກໍ່ເລີ່ມຮ້າຍແຮງຂຶ້ນເລື້ອຍໆ. ຮ່າງກາຍຂອງຂ້ອຍບໍ່ສາມາດຄ້ຳຊູຕົນເອງໄດ້ ແລະ ຂ້ອຍຮູ້ສຶກວິນຫົວໝົດມື້ື. ຜູ້ນໍາຂອງຂ້ອຍໄດ້ໃຫ້ເວລາແກ່ຂ້ອຍໄປພັກຜ່ອນ ແລະ ຟື້ນຕົວຢູ່ເຮືອນ. ຂ້ອຍໄດ້ເຫັນອ້າຍເອື້ອຍນ້ອງເຮັດຫນ້າທີ່ຂອງພວກເຂົາຢ່າງມີຄວາມສຸກ ແລະ ຢ່າງຫ້າວຫັນ. ແຕ່ຂ້ອຍເດ? ຕອນນີ້ ຂ້ອຍເຈັບປ່ວຍຫຼາຍ, ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍເລີຍ. ຂ້ອຍຄິດວ່າ ບາງທີ ພຣະເຈົ້າໄດ້ຕັດສິນໃຈທີ່ຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນ. ແລ້ວຍິ່ງຂ້ອຍໄດ້ຄິດກ່ຽວກັບເລື່ອງນີ້ຫຼາຍສໍ່າໃດ, ຂ້ອຍກໍຮູ້ສຶກໂສກເສົ້າ ແລະ ເຈັບປວດຫຼາຍສໍ່ານັ້ນ. ຂ້ອຍໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ເລີ່ມອະທິຖານວ່າ: “ພຣະເຈົ້າ! ຂ້ານ້ອຍໄດ້ຖືກໂຈມຕີໂດຍພະຍາດເຫຼົ່ານີ້ ແລະ ຂ້ານ້ອຍຮູ້ສຶກອ່ອນແອ ແລະ ທໍລະມານຫຼາຍ. ຂ້ານ້ອຍຮູ້ວ່າຂ້ານ້ອຍບໍ່ຄວນກ່າວໂທດພຣະອົງ, ແຕ່ຂ້ານ້ອຍບໍ່ເຂົ້າໃຈວ່າຄວາມປະສົງຂອງພຣະອົງແມ່ນຫຍັງ. ໄດ້ໂປດຊີ້ນໍາໃຫ້ຂ້ານ້ອຍເຂົ້າໃຈ”.

ຫຼັງຈາກທີ່ໄດ້ອະທິຖານ, ຂ້ອຍໄດ້ອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າວ່າ: “ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ” (ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໄດ້ພິຈາລະນາຢ່າງລະມັດລະວັງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈວ່າຄວາມປະສົງຂອງພຣະເຈົ້າໃນການທີ່ເຮັດໃຫ້ຂ້ອຍເຈັບປ່ວຍບໍ່ແມ່ນເພື່ອກໍາຈັດຂ້ອຍ, ແຕ່ເພື່ອເຮັດໃຫ້ຂ້ອຍເຂົ້າໃຈເຈດຕະນາທີ່ບໍ່ສະອາດຢູ່ເບື້ອງຫຼັງຄວາມເຊື່ອຂອງຂ້ອຍ ແລະ ປ່ຽນແປງມຸມມອງທີ່ບໍ່ຖືກຕ້ອງຂອງຂ້ອຍຕໍ່ການສະແຫວງຫາ ເພື່ອວ່າຂ້ອຍຈະສາມາດຮັກ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ພຣະເຈົ້າພະຍາຍາມຊໍາລະລ້າງ ແລະ ຊ່ວຍຂ້ອຍໃຫ້ລອດພົ້ນ. ການຮູ້ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກອັບອາຍໃນຕົນເອງແທ້ໆ. ການຜະເຊີນໜ້າກັບຄວາມເຈັບປ່ວຍເປັນຄວາມຮັກຂອງພຣະເຈົ້າ. ຂ້ອຍບໍ່ໄດ້ສະແຫວງຫາເພື່ອເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແຕ່ກົງກັນຂ້າມ ຂ້ອຍອ່ານໃຈພຣະອົງຢ່າງຜິດໆ ແລະ ກ່າວໂທດພຣະອົງ. ຂ້ອຍຊ່າງບໍ່ມີເຫດຜົນຫຼາຍ! ຂ້ອຍບໍ່ສາມາດອາໄສຢູ່ໃນຄວາມຄິດລົບ ແລະ ເຈັບປວດ. ຂ້ອຍຕ້ອງເຊື່ອຟັງ, ສະແຫວງຫາຄວາມຈິງ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ.

ຕໍ່ມາ, ຂ້ອຍໄດ້ອ່ານອີກຂໍ້ຄວາມໜຶ່ງໃນພຣທຳຂອງພຣະເຈົ້າວ່າ: “ຜູ້ຄົນພຽງຖືວ່າ ການໄດ້ຮັບພຣະຄຸນ ແລະ ການມີຄວາມສະຫງົບສຸກເປັນສັນຍາລັກຂອງການເຊື່ອໃນພຣະເຈົ້າ ແລະ ເຫັນການສະແຫວງຫາພອນເປັນພື້ນຖານຂອງການເຊື່ອໃນພຣະເຈົ້າ. ມີໜ້ອຍຄົນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າ ຫຼື ສະແຫວງຫາການປ່ຽນແປງອຸປະນິໄສຂອງພວກເຂົາ. ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ ເພື່ອເຮັດໃຫ້ພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ເພື່ອເຮັດໃຫ້ພຣະອົງຮັກສາຄວາມສຳພັນຢ່າງຜາສຸກ ແລະ ເປັນກັນເອງກັບພວກເຂົາ ເພື່ອວ່າ ບໍ່ວ່າຈະຢູ່ໃນເວລາໃດກໍຕາມ ຈະບໍ່ເຄີຍມີຂໍ້ຂັດແຍ້ງໃດໆລະຫວ່າງພວກເຂົາ. ນັ້ນກໍຄື ການເຊື່ອໃນພຣະເຈົ້າຂອງພວກເຂົາຮຽກຮ້ອງໃຫ້ພຣະອົງສັນຍາທີ່ຈະປະຕິບັດຕາມເງື່ອນໄຂຂອງພວກເຂົາ ແລະ ເພື່ອປະທານໃຫ້ພວກເຂົາທຸກສິ່ງທີ່ພວກເຂົາອະທິຖານຫາ, ເພື່ອໃຫ້ສອດຄ່ອງກັບພຣະທໍາທີ່ພວກເຂົາອ່ານໃນພຣະຄຳພີ ‘ເຮົາຈະຮັບຟັງຄຳອະທິຖານໝົດທຸກຢ່າງຂອງພວກເຈົ້າ’. ພວກເຂົາຄາດຫວັງວ່າພຣະເຈົ້າຈະບໍ່ຕັດສິນໃຜ ຫຼື ຈັດການກັບໃຜ, ຍ້ອນວ່າພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ພົ້ນທີ່ມີຄວາມເມດຕາສະເໝີ, ເປັນຜູ້ທີ່ຮັກສາຄວາມສຳພັນທີ່ດີກັບມະນຸດຢູ່ທຸກເວລາ ແລະ ທຸກບ່ອນ. ນີ້ຄືວິທີທາງທີ່ພວກເຂົາເຊື່ອໃນພຣະເຈົ້າ: ພວກເຂົາຮຽກຮ້ອງທຸກສິ່ງຈາກພຣະເຈົ້າຢ່າງບໍ່ອັບອາຍ, ໂດຍເຊື່ອວ່າບໍ່ວ່າພວກເຂົາຈະກະບົດ ຫຼື ເຊື່ອຟັງກໍ່ຕາມ ພຣະອົງຈະປະທານທຸກສິ່ງໃຫ້ກັບພວກເຂົາຢ່າງຕາບອດ. ພວກເຂົາໄດ້ແຕ່ ‘ທວງໜີ້’ ຈາກພຣະເຈົ້າຢ່າງບໍ່ຢຸດຢັ້ງ, ໂດຍເຊື່ອວ່າພຣະອົງຕ້ອງ ‘ໃຊ້ໜີ້’ ພວກເຂົາໂດຍບໍ່ມີການຕໍ່ວ່າຕໍ່ຂານ ແລະ ຫຼາຍໄປກວ່ານັ້ນ, ໃຫ້ໃຊ້ຄືນເປັນສອງເທົ່າ, ພວກເຂົາຄິດວ່າ ບໍ່ວ່າພຣະເຈົ້າຈະເຄີຍໄດ້ຫຍັງຈາກພວກເຂົາ ຫຼື ບໍ່ກໍ່ຕາມ, ພຣະອົງພຽງແຕ່ສາມາດຢູ່ໃນການຄວບຄຸມຂອງພວກເຂົາເທົ່ານັ້ນ ແລະ ພຣະອົງບໍ່ສາມາດປັ້ນແຕ່ງຜູ້ຄົນໄດ້ຕາມໃຈມັກ, ແຮງໄກທີ່ຈະສາມາດເປີດເຜີຍສະຕິປັນຍາ ແລະ ອຸປະນິໄສອັນຊອບທໍາຂອງພຣະອົງໃຫ້ກັບຜູ້ຄົນ ທີ່ໄດ້ຖືກປິດລັບເປັນເວລາຫຼາຍປີ ຕາມຄວາມຕ້ອງການຂອງພຣະອົງ ແລະ ປາສະຈາກການອະນຸຍາດຈາກພວກເຂົາ. ພວກເຂົາພຽງແຕ່ສາລະພາບບາບຂອງພວກເຂົາກັບພຣະເຈົ້າ ໂດຍເຊື່ອວ່າພຣະເຈົ້າຈະໃຫ້ອະໄພພວກເຂົາ ແລະ ບໍ່ສາມາດເບື່ອໜ່າຍກັບການເຮັດແບບນັ້ນ ແລະ ສິ່ງນີ້ກໍຈະດຳເນີນໄປແບບນີ້ຕະຫຼອດການ. ພວກເຂົາໄດ້ແຕ່ສັ່ງພຣະເຈົ້າ ໂດຍເຊື່ອວ່າ ພຣະອົງຈະເຊື່ອຟັງພວກເຂົາ, ຍ້ອນວ່າມັນຖືກບັນທຶກໄວ້ໃນພຣະຄຳພີແລ້ວວ່າ ພຣະເຈົ້າບໍ່ໄດ້ມາເພື່ອໃຫ້ມະນຸດຮັບໃຊ້, ແຕ່ມາເພື່ອຮັບໃຊ້ມະນຸດ ແລະ ທີ່ພຣະອົງມາກໍ່ເພື່ອມາເປັນຄົນຮັບໃຊ້ມະນຸດ. ບໍ່ແມ່ນພວກເຈົ້າເຊື່ອແບບນີ້ສະເໝີມາບໍ? ເມື່ອພວກເຈົ້າບໍ່ໄດ້ຫຍັງຈາກພຣະເຈົ້າ ພວກເຈົ້າກໍ່ປາດຖະໜາຢາກແລ່ນໜີ. ເມື່ອພວກເຈົ້າບໍ່ເຂົ້າໃຈສິ່ງໃດໜຶ່ງ ພວກເຈົ້າກໍ່ບໍ່ພໍໃຈ ແລະ ເຖິງກັບຮ້ອງດ່າພຣະອົງສາລະພັດສິ່ງ. ພວກເຈົ້າບໍ່ຍອມໃຫ້ພຣະເຈົ້າເອງສະແດງສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງໄດ້ຢ່າງເຕັມທີ່ເລີຍ, ກົງກັນຂ້າມ ພວກເຈົ້າພຽງແຕ່ຕ້ອງການຄວາມສະບາຍໃຈ ແລະ ຄວາມສະດວກສະບາຍຊົ່ວຄາວເທົ່ານັ້ນ. ຈົນເຖິງປັດຈຸບັນນີ້, ທັດສະນະຄະຕິໃນການເຊື່ອພຣະເຈົ້າຂອງພວກເຈົ້າກໍຍັງເປັນຄືກັບທັດສະນະແບບເກົ່າຢູ່. ຖ້າພຣະເຈົ້າສະແດງໃຫ້ພວກເຈົ້າເຫັນຄວາມສະຫງ່າງາມພຽງເລັກນ້ອຍ ພວກເຈົ້າກໍ່ບໍ່ພໍໃຈ. ຕອນນີ້ ພວກເຈົ້າເຫັນຄັກແລ້ວບໍວ່າ ວຸດທິພາວະຂອງພວກເຈົ້ານັ້ນເປັນແນວໃດ? ຢ່າຄິດວ່າພວກເຈົ້າທຸກຄົນພັກດີກັບພຣະເຈົ້າໃນເມື່ອຄວາມຈິງແລ້ວທັດສະນະແບບເກົ່າຂອງພວກເຈົ້ານັ້ນແມ່ນຍັງບໍ່ໄດ້ປ່ຽນແປງ. ເມື່ອບໍ່ມີຫຍັງເກີດຂຶ້ນກັບເຈົ້າ, ເຈົ້າກໍເຊື່ອວ່າທຸກສິ່ງດຳເນີນໄປຢ່າງລາບລື້ນ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍເຖິງຈຸດສູງສຸດ. ເມື່ອມີບາງສິ່ງເລັກນ້ອຍເກີດຂຶ້ນກັບເຈົ້າ, ເຈົ້າກໍ່ຕົກລົງສູ່ແດນມໍລະນາ. ນີ້ແມ່ນເຈົ້າພັກດີຕໍ່ພຣະເຈົ້າບໍ?” (ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະທີ່ແທ້ຈິງຂອງຂ້ອຍໃຫ້ຂ້ອຍຮູ້. ຂ້ອຍບໍ່ໄດ້ເສຍສະຫຼະເພື່ອຮັບເອົາຄວາມຈິງ. ກົງກັນຂ້າມ, ຂ້ອຍໄດ້ເສຍສະຫຼະເພື່ອຮັບເອົາຄວາມກະລຸນາ ແລະ ພອນຂອງພຣະເຈົ້າ. ຂ້ອຍໄດ້ພະຍາຍາມຫຼອກລວງ ແລະ ຕໍ່ລອງກັບພຣະເຈົ້າ. ເມື່ອທຸກສິ່ງເປັນໄປດ້ວຍດີ ແລະ ຂ້ອຍໄດ້ຮັບຄວາມກະລຸນາຂອງພຣະເຈົ້າແລ້ວ, ຂ້ອຍກໍ່ເຮັດໜ້າທີ່ຂອງຂ້ອຍຢ່າງກະຕືລືລົ້ນ. ຂ້ອຍມີຄວາມສຸກຢູ່ສະເໝີີທີ່ໄດ້ຊ່ວຍເຫຼືອ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງຂອງຂ້ອຍ, ບໍ່ວ່າພວກເຂົາຈະຢູ່ໄກສໍ່າໃດກໍ່ຕາມ ຫຼື ຂ້ອຍຕ້ອງໄດ້ເຮັດວຽກໜັກສໍ່າໃດກໍ່ຕາມ ຫຼື ສະພາບອາກາດຈະເປັນແນວໃດກໍ່ຕາມ. ແຕ່ຕອນນີ້ເມື່ອຂ້ອຍເຈັບປ່ວຍ ແລະ ບໍ່ໄດ້ຮັບຄວາມກະລຸນາ, ຂ້ອຍຮູ້ສຶກໂສກເສົ້າ ແລະ ຂ້ອຍໄດ້ຈົ່ມຕໍ່ວ່າ ແລະ ກ່າວໂທດພຣະເຈົ້າ. ຂ້ອຍຕໍ່ຕ້ານ ແລະ ໂຕ້ຖຽງພຣະອົງ. ໂດຍສະເພາະໃນຕອນນີ້ເມື່ອອາການຂອງຂ້ອຍນັບມື້ນັບຮ້າຍແຮງຂຶ້ນ, ຂ້ອຍໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ຂີ້ຄ້ານເຮັດໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອສະແຫວງຫາຄວາມຈິງ ຫຼື ຊີວິດ. ຂ້ອຍໄດ້ໃຊ້ພຣະເຈົ້າເພື່ອຕອບສະໜອງຄວາມປາດຖະຫນາຂອງຂ້ອຍເອງໃນການຮັບເອົາພອນຢູ່ສະເໝີ. ຂ້ອຍໄດ້ເຮັດມັນເພື່ອເຫັນແກ່ຜົນປະໂຫຍດຂອງຂ້ອຍເອງ. ຄວາມເຊື່ອຂອງຂ້ອຍໃນພຣະອົງແມ່ນບໍ່ຈິງໃຈ. ຂ້ອຍເຫັນແກ່ຕົວ ແລະ ເປັນຕາກຽດຊັງຫຼາຍ! ໂດຍການເຊື່ອໃນພຣະເຈົ້າແບບນີ້, ເຖິງແມ່ນວ່າຂ້ອຍຈະໄດ້ຮັບພອນທາງດ້ານວັດຖຸ, ຖ້າອຸປະນິໄສຂອງຂ້ອຍບໍ່ປ່ຽນແປງ, ຂ້ອຍກໍ່ຈະຖືກພຣະເຈົ້າກໍາຈັດ.

ຕໍ່ມາ, ຂ້ອຍໄດ້ອ່ານອີກຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າວ່າ: “ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ຢູ່ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດລອງເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ” (ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ຊ່ວຍໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະອົງວ່າ ການປ່ອຍໃຫ້ຂ້ອຍເຈັບປ່ວຍເປັນວິທີການທີ່ພຣະເຈົ້າຊໍາລະລ້າງຄວາມເສື່ອມຊາມຂອງຂ້ອຍ. ຂ້ອຍບໍ່ໄດ້ທໍລະຍົດພຣະເຈົ້າ ເມື່ອຖືກຂັງຄຸກ. ຂ້ອຍບໍ່ເຄີຍກ່າວໂທດພຣະເຈົ້າສໍາລັບຄວາມລຳບາກທີ່ຂ້ອຍຕ້ອງຜະເຊີນ. ຂ້ອຍຄິດວ່າຂ້ອຍຈົງຮັກພັກດີກັບພຣະເຈົ້າ ແລະ ມີຄວາມເຊື່ອທີ່ເຂັ້ມແຂງໃນພຣະອົງ. ຖ້າພະຍາດນີ້ບໍ່ໄດ້ເກີດຂຶ້ນ, ຂ້ອຍຈະບໍ່ຮູ້ຈັກກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ແລະ ເຈດຕະນາທີ່ບໍ່ບໍລິສຸດຂອງຂ້ອຍໃນການສະແຫວງຫາພອນໄດ້ຈັກເທື່ອ, ແຮງໄກທີ່ຈະສາມາດສະແຫວງຫາຄວາມຈິງ ແລະ ໄດ້ຮັບການປ່ຽນແປງໄດ້. ການທີ່ພະຍາດນີ້ເກີດຂຶ້ນເປັນວິທີການທີ່ພຣະເຈົ້າຊ່ວຍຂ້ອຍໃຫ້ລອດພົ້ນ. ນີ້ແມ່ນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ຂ້ອຍ! ເມື່ອຮັບຮູ້ສິ່ງນີ້ແລ້ວ, ຂ້ອຍກໍ່ບໍ່ໄດ້ກ່າວໂທດ ແລະ ເຂົ້າໃຈພຣະເຈົ້າໃນທາງທີ່ຜິດອີກຕໍ່ໄປ. ບໍ່ວ່າອາການຂອງຂ້ອຍຈະເປັນແນວໃດກໍ່ຕາມ, ຂ້ອຍຈະເຊື່ອຟັງການປັ້ນແຕ່ງຂອງພຣະເຈົ້າ ແລະ ປະຖິ້ມເຈດຕະນາຂອງຂ້ອຍໃນການຮັບເອົາພອນ. ຫຼັງຈາກນັ້ນ, ຂ້ອຍໄດ້ຮັບປະທານຢາຂອງຂ້ອຍ ແລະ ຝາກຝັງຕົນເອງໃຫ້ກັບພຣະເຈົ້າໝົດທຸກສິ່ງ ໃນຂະນະທີ່ກຳລັງສະແຫວງຫາການຊີ້ນໍາຂອງພຣະອົງ. ທຸກໆມື້, ຂ້ອຍໄດ້ພະຍາຍາມຈົນສຸດຄວາມສາມາດຂອງຂ້ອຍເພື່ອເຮັດໜ້າທີ່ຂອງຂ້ອຍ. ສິ່ງທີ່ຂ້ອຍບໍ່ໄດ້ຄາດຫວັງກໍ່ຄື ຄວາມເຈັບປ່ວຍຂອງຂ້ອຍດີຂຶ້ນໂດຍທີ່ຂ້ອຍບໍ່ຮູ້ຕົວ! ຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມຂອບໃຈຕໍ່ພຣະເຈົ້າ!

ໃນເດືອນພຶດສະພາຂອງປີ 2015, ຂ້ອຍໄດ້ຮັບໜ້າທີ່ໃນການລ້ຽງດູ. ຂ້ອຍທະນຸຖະໜອມໜ້າທີ່ນີ້ແທ້ໆ. ຂ້ອຍໄດ້ໃຊ້ເວລາເພື່ອໄຕ່ຕອງພຣະທຳຂອງພຣະເຈົ້າ ແລະ ເມື່ອອ້າຍເອື້ອຍນ້ອງຂອງຂ້ອຍມີບັນຫາ, ຂ້ອຍກໍ່ຈະໄຕ່ຕອງພຣະທຳເຫຼົ່ານີ້ ແລະ ຊອກຫາຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ສາມາດຊ່ວຍພວກເຂົາໄດ້. ຫຼັງຈາກນັ້ນບໍ່ດົນ, ຊີວິດແຫ່ງຄຣິດຕະຈັກກໍ່ດີຂຶ້ນ. ອ້າຍເອື້ອຍນ້ອງຂອງຂ້ອຍໄດ້ຖືກຜັກດັນຫຼາຍຂຶ້ນໃນການເຮັດໜ້າທີ່ຂອງພວກເຂົາ ແລະ ມີຄວາມເຊື່ອທີ່ຈະຢືນເປັນພະຍານເມື່ອຜະເຊີນໜ້າກັບຄວາມລຳບາກ ແລະ ການກົດຂີ່ຂົ່ມເຫັງ. ຂ້ອຍຮູ້ສຶກປິຕິຍິນດີ. ຂ້ອຍຄິດວ່າພຣະເຈົ້າໄດ້ອວຍພອນຂ້ອຍໂດຍການເຮັດໃຫ້ຂ້ອຍມີປະສິດທິພາບຫຼາຍຂຶ້ນໃນໜ້າທີ່ຂອງຂ້ອຍ, ເຊິ່ງໄດ້ພິສູດວ່າພຣະອົງກຳລັງຍ້ອງຍໍວຽກງານທີ່ໜັກຂອງຂ້ອຍ.

ແຕ່ປີນັ້ນ, ໃນວັນທີຫ້າຂອງເດືອນມິຖຸນາ, ຂ້ອຍກຳລັງກຽມພ້ອມທີ່ຈະໄປທີ່ການເຕົ້າໂຮມ ເມື່ອຂ້ອຍຮູ້ສຶກວິນຫົວຫຼາຍຢ່າງກະທັນຫັນ. ມັນຮູ້ສຶກວ່າພື້ນດິນກໍາລັງປິ່ນ. ບໍ່ດົນ ໃບໜ້າ ແລະ ເສື້ອຜ້າຂອງຂ້ອຍກ່ໍເຕັມໄປດ້ວຍເຫື່ອ ແລະ ຂ້ອຍເຈັບຫົວຢ່າງຮຸນແຮງ. ມັນຄືກັບອາການທີ່ຂ້ອຍເຄີຍມີເມື່ອຂ້ອຍເຈັບປ່ວຍໃນຕອນທຳອິດ, ແຕ່ຮ້າຍແຮງກວ່າເກົ່າ. ມັນຮູ້ສຶກຄືກັບວ່າຂ້ອຍກໍາລັງຈະຕາຍ. ຂ້ອຍຄິດກັບຕົນເອງວ່າ: “ຄວາມເຈັບປ່ວຍນີ້ກັບມາໄດ້ແນວໃດ? ຂ້ອຍເຮັດວຽກໜັກເພື່ອເຮັດໜ້າທີ່ຂອງຂ້ອຍໃນທຸກໆມື້, ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງຂ້ອຍ? ຂ້ອຍຍັງບໍ່ຈົງຮັກພັກດີພໍຕໍ່ພຣະເຈົ້າບໍ?” ເມຍຂອງຂ້ອຍໄດ້ສັງເກດເຫັນສະພາວະທີ່ຂ້ອຍຕົກຢູ່ ແລະ ລາວ ແລະ ລູກສາວຂອງຂ້ອຍໄດ້ຟ້າວພາຂ້ອຍໄປໂຮງໝໍ. ເມື່ອຜົນກວດອອກມາ, ທ່ານໝໍຫຼົບຫຼີກຈາກຂ້ອຍ ແລະ ໄດ້ເວົ້າລົມກັບລູກສາວຂອງຂ້ອຍແທນ. ໃນເວລານັ້ນ, ຂ້ອຍຮູ້ວ່າຖ້າມັນບໍ່ແມ່ນມະເຮັງ, ມັນກໍ່ຕ້ອງເປັນຫຍັງທີ່ບໍ່ດີ. ຂ້ອຍເລີ່ມໃຈຮ້າຍ, ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດວ່າ “ນັ້ນຄືສິ່ງທີ່ຮູ້ສຶກຈາກອາການໃນຄັ້ງທຳອິດ ແລະ ມັນກ່ໍດີຂຶ້ນໃນທີ່ສຸດ! ມື້ນີ້, ສິ່ງນີ້ຢູ່ໃນມືຂອງພຣະເຈົ້າອີກດ້ວຍ. ຂ້ອຍຍັງເຮັດໜ້າທີ່ຂອງຂ້ອຍຢູ່, ສະນັ້ນ ມັນບໍ່ຄວນຈະເປັນຫຍັງບໍ່ດີເກີນໄປ, ແມ່ນບໍ?” ເມື່ອຄິດແບບນີ້, ຂ້ອຍກໍ່ເລີ່ມໃຈເຢັນລົງ. ໃນຊ່ວງເວລາຕໍ່ມາ, ລູກສາວສອງຄົນຂອງຂ້ອຍໄດ້ເຂົ້າມາ, ຮ້ອງໄຫ້ ແລະ ໄດ້ບອກເມຍຂອງຂ້ອຍວ່າ: “ທ່ານໝໍເວົ້າວ່າພໍ່ເປັນມະເຮັງຕັບ...” ລາວຕົກໃຈຫຼາຍເມື່ອລາວໄດ້ຍິນເລື່ອງນີ້. ພວກເຂົາທັງສາມກອດກັນ ແລ້ວຮ້ອງໄຫ້ຢ່າງຂົມຂື່ນ.

ຈິດໃຈຂອງຂ້ອຍໄດ້ຖືກໂຍນເຂົ້າໄປໃນຄວາມວຸ້ນວາຍຢ່າງສິ້ນເຊີງ ແລະ ຂ້ອຍຮູ້ສຶກເຈັບປວດຫຼາຍ. ຂ້ອຍຈະເປັນມະເຮັງຕັບໄດ້ແນວໃດ? ມັນເກືອບເປັນໄປບໍ່ໄດ້ທີ່ຈະປິ່ນປົວ ແລະ ຂ້ອຍສາມາດຕາຍໄດ້ໃນເວລາໃດກໍ່ໄດ້. ຖ້າຂ້ອຍຕາຍ, ເມຍ ແລະ ລູກສາວຂອງຂ້ອຍຈະເຮັດແນວໃດ? ນີ້ແມ່ນສິ່ງທີ່ເກີດຂຶ້ນຈາກການເຮັດວຽກໜັກ ແລະ ການເສຍສະຫຼະຂອງຂ້ອຍເປັນເວລາຫຼາຍປີບໍ? ພອນແຫ່ງອານາຈັກສະຫວັນໄດ້ຖືກປະຕິເສດສຳລັບຂ້ອຍບໍ? ໃນເວລານັ້ນ, ຂ້ອຍຮູ້ສຶກໂສກເສົ້າ ແລະ ສິ້ນຫວັງຫຼາຍ. ເມຍຂອງຂ້ອຍເວົ້າກັບຂ້ອຍ ພ້ອມທັງຮ້ອງໄຫ້ວ່າ: “ຖ້າເຈົ້າເປັນພະຍາດນີ້, ມັນກໍ່ເປັນເພາະວ່າພຣະເຈົ້າໄດ້ອະນຸຍາດໃຫ້ເປັນ. ພຣະເຈົ້າຊອບທໍາ. ພວກເຮົາຕ້ອງບໍ່ກ່າວໂທດ ຫຼື ເຮັດຜິດຕໍ່ພຣະອົງ. ພວກເຮົາຕ້ອງພະຍາຍາມເຂົ້າໃຈຄວາມປະສົງຂອງພຣະອົງ”. ຄຳເວົ້າຂອງເມຍຂອງຂ້ອຍໄດ້ເຕືອນຂ້ອຍວ່າ ແມ່ນແລ້ວ ພຣະເຈົ້າຊອບທໍາ. ຂ້ອຍຕ້ອງສະແຫວງຫາຄວາມປະສົງຂອງພຣະອົງ ໂດຍບໍ່ຈົ່ມຕໍ່ວ່າ. ເມື່ອເຫັນຄວາມເຈັບປວດທີ່ເມຍຂອງຂ້ອຍມີ, ຂ້ອຍກໍ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກຮ້ອງໄຫ້ຄືກັນ. ໂດຍມີນໍ້າຕາໃນຕາຂອງຂ້ອຍ, ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆວ່າ: “ພຣະເຈົ້າ! ພຣະອົງບໍ່ເຮັດຫຍັງໂດຍປາສະຈາກຄວາມໝາຍ. ໄດ້ໂປດຊີ້ນໍາຂ້ານ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ”. ຫຼັງຈາກທີ່ໄດ້ອະທິຖານ, ຂ້ອຍກໍ່ຮູ້ສຶກສະຫງົບລົງຫຼາຍ. ຂ້ອຍຮູ້ວ່າບໍ່ມີຢາປິ່ນປົວສໍາລັບສິ່ງທີ່ຂ້ອຍເປັນ ແລະ ຂ້ອຍບໍ່ຢາກເຮັດໃຫ້ຄອບຄົວຂອງຂ້ອຍມີຄວາມກົດດັນທາງດ້ານການເງິນຫຼາຍຂຶ້ນ, ດັ່ງນັ້ນ ຂ້ອຍຈຶ່ງຂໍທີ່ຈະຖືກສົ່ງກັບເຮືອນເພື່ອພັກຜ່ອນ.

ຫຼັງຈາກສອງມື້, ອ້າຍເອື້ອຍນ້ອງຂອງຂ້ອຍໄດ້ມາຢ້ຽມຂ້ອຍ ແລະ ຖາມຂ້ອຍວ່າຂ້ອຍຮູ້ສຶກແນວໃດ. ເມື່ອເຫັນພວກເຂົາ ແລະ ຄິດວ່າອາການຂອງຂ້ອຍຮ້າຍແຮງຫຼາຍສໍ່າໃດ, ຂ້ອຍກໍ່ເລີ່ມຮ້ອງໄຫ້ ແລະ ເວົ້າວ່າ: “ການທີ່ພວກເຈົ້າທຸກຄົນຢູ່ກັບຂ້ອຍ, ດູແລເບິ່ງແຍງຂ້ອຍ ແມ່ນຄວາມຮັກຂອງພຣະເຈົ້າ. ແຕ່ໂດຍມີພະຍາດແບບນີ້, ຂ້ອຍຈະຢູ່ໄດ້ອີກບໍດົນ. ຂ້ອຍຈະບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ຕາມປົກກະຕິອີກຕໍ່ໄປ ແລະ ຂ້ອຍຈະບໍ່ມີຊີວິດທີ່ຈະເຫັນອານາຈັກຂອງພຣະເຈົ້າກາຍເປັນຈິງ”. ເອື້ອຍຄົນໜຶ່ງໜູນໃຈຂ້ອຍ ແລະ ໄດ້ເວົ້າກັບຂ້ອຍຢ່າງໃຈເຢັນວ່າ: “ນ້ອງເອີຍ, ພະຍາດນີ້ເປັນໜຶ່ງໃນຄວາມຮັກຂອງພຣະເຈົ້າ. ເຈົ້າຕ້ອງອະທິຖານຕື່ມອີກ, ສະແຫວງຫາຄວາມຈິງ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຢືນເປັນພະຍານໃນຄວາມເຈັບປ່ວຍຂອງເຈົ້າ!” ຕໍ່ມາ, ລາວໄດ້ໃຫ້ຂໍ້ຄວາມສອງສາມຂໍ້ໃນພຣະທຳຂອງພຣະເຈົ້າແກ່ຂ້ອຍ. ໜຶ່ງໃນພຣະທຳເຫຼົ່ານັ້ນສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ກັບຂ້ອຍ: “ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ສິ່ງທີ່ຜູ້ຄົນສະແຫວງຫາກໍຄືການໄດ້ຮັບເອົາພອນສຳລັບອະນາຄົດ; ນີ້ແມ່ນເປົ້າໝາຍໃນຄວາມເຊື່ອຂອງພວກເຂົາ. ທຸກຄົນມີເຈດຕະນາ ແລະ ຄວາມຫວັງນີ້, ແຕ່ທໍາມະຊາດຄວາມເສື່ອມຊາມຂອງພວກເຂົາຕ້ອງຖືກແກ້ໄຂຕະຫຼອດການທົດລອງ. ໃນດ້ານໃດກໍຕາມທີ່ເຈົ້າບໍ່ໄດ້ຖືກຊໍາລະລ້າງ, ສິ່ງເຫຼົ່ານັ້ນຄືດ້ານທີ່ເຈົ້າຕ້ອງຖືກຫຼໍ່ຫຼອມ, ນີ້ຄືການຈັດແຈງຂອງພຣະເຈົ້າ. ພຣະເຈົ້າສ້າງສະພາບແວດລ້ອມໃຫ້ກັບເຈົ້າ, ບັງຄັບໃຫ້ເຈົ້າຖືກຫຼໍ່ຫຼອມໃນສະພາບແວດລ້ອມນັ້ນ ເພື່ອວ່າ ເຈົ້າຈະສາມາດຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ. ໃນທີ່ສຸດ, ເຈົ້າຈະໄປເຖິງຈຸດທີ່ເຈົ້າຍອມຕາຍດີກວ່າ ແລະ ປະຖິ້ມກົນອຸບາຍ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ຖ້າຜູ້ຄົນບໍ່ມີການຫຼໍ່ຫຼອມເປັນເວລາຫຼາຍປີ, ຖ້າພວກເຂົາບໍ່ໄດ້ອົດທົນກັບຄວາມທົນທຸກໃນລະດັບໃດໜຶ່ງ, ພວກເຂົາກໍຈະບໍ່ສາມາດເຮັດໃຫ້ຕົນເອງລອດພົ້ນອອກຈາກພັນທະນາການແຫ່ງຄວາມເສື່ອມຊາມຂອງເນື້ອໜັງທີ່ຢູ່ໃນຄວາມຄິດຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ. ໃນດ້ານໃດກໍຕາມ, ເຈົ້າກໍຍັງຈະຕົກເປັນທາດຂອງຊາຕານ ແລະ ໃນດ້ານໃດກໍຕາມ ເຈົ້າຍັງຈະມີຄວາມປາຖະໜາ ແລະ ຄວາມຕ້ອງການຂອງເຈົ້າເອງ, ສິ່ງເຫຼົ່ານີ້ຄືດ້ານທີ່ເຈົ້າຄວນທົນທຸກ. ພຽງຜ່ານການທົນທຸກນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮຽນຮູ້ບົດຮຽນ ເຊິ່ງໝາຍ ເຖິງການສາມາດຮັບເອົາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃນຄວາມເປັນຈິງ, ຄວາມຈິງຕ່າງໆແມ່ນຖືກເຂົ້າໃຈໂດຍການຜະເຊີນກັບການທົດລອງຢ່າງເຈັບປວດ. ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ຮູ້ຈັກຄວາມເດຊານຸພາບ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເມື່ອຢູ່ໃນສະພາບແວດລ້ອມທີ່ສະດວກສະບາຍ ຫຼື ເມື່ອສະຖານະການເອື້ອອຳນວຍ. ນັ້ນເປັນໄປບໍ່ໄດ້!” (ຄັດຈາກບົດ “ວິທີທີ່ຄົນໃດໜຶ່ງຄວນປະຕິບັດຕາມໃຈພຣະເຈົ້າໃນທ່າມກາງການທົດລອງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຫຼັງຈາກທີ່ໄດ້ອ່ານສິ່ງນີ້ແລ້ວ, ຂ້ອຍກໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ. ກ່ອນໜ້ານີ້, ເມື່ອຂ້ອຍເຈັບປ່ວຍ, ຂ້ອຍສາມາດຍອມຮັບຜ່ານການສະແຫວງຫາຄວາມຈິງ. ຂ້ອຍຄິດວ່າຂ້ອຍໄດ້ຍຶດໝັ້ນ ແລະ ໄດ້ປະຖິ້ມເຈດຕະນາໃນການຮັບເອົາພອນ. ແຕ່ຕອນນີ້ເມື່ອພະຍາດຂອງຂ້ອຍໄດ້ກັບມາ ແລະ ຮ້າຍແຮງກວ່າເກົ່າ, ຂ້ອຍກໍ່ຖືກເປີດໂປງອີກຄັ້ງ. ຂ້ອຍໄດ້ເຫັນວ່າເຈດຕະນາຂອງຂ້ອຍໃນການຮັບເອົາພອນໄດ້ຝັງເລິກຫຼາຍ ແລະ ຂ້ອຍບໍ່ສາມາດຜ່ານບົດທົດສອບຂອງພຣະເຈົ້າໄດ້. ຖ້າສຸຂະພາບຂອງຂ້ອຍບໍ່ໄດ້ລົ້ມເຫຼວອີກ, ເຈດຕະນາທີ່ຝັງເລິກນີ້ໃນການຮັບເອົາພອນ ແລະ ຄວາມປາຖະໜາທີ່ບ້າປ່ວງຂອງຂ້ອຍກໍ່ຄົງຈະເຫັນໄດ້ຍາກ, ແຮງໄກທີ່ຈະປ່ຽນແປງ ແລະ ຖືກຊໍາລະລ້າງ. ໃນເວລາດຽວກັນ, ຂ້ອຍໄດ້ເຫັນເຖິງອຸປະນິໄສທີ່ບໍລິສຸດ ແລະ ຊອກທຳຂອງພຣະເຈົ້າ. ພຣະອົງໄດ້ກວດສອບຫົວໃຈຂອງມະນຸດ ແລະ ສະນັ້ນ ພຣະອົງຈຶ່ງຮູ້ຈັກຄວາມເສື່ອມຊາມ ແລະ ສິ່ງເຈືອປົນທີ່ຢູ່ພາຍໃນຂ້ອຍ. ພຣະອົງໄດ້ໃຊ້ພະຍາດຂອງຂ້ອຍເພື່ອບັງຄັບໃຫ້ຂ້ອຍໄຕ່ຕອງກ່ຽວກັບຕົນເອງ, ສະແຫວງຫາຄວາມຈິງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ. ນີ້ແມ່ນຄວາມຮັກຂອງພຣະເຈົ້າ! ຕໍ່ມາ, ຂ້ອຍໄດ້ໄຕ່ຕອງກ່ຽວກັບພຶດຕິກໍາຂອງຂ້ອຍ, ສົງໄສວ່າເປັນຫຍັງເມື່ອຜະເຊີນກັບຄວາມເຈັບປ່ວຍຂອງຂ້ອຍ, ປະຕິກິລິຍາຂອງຂ້ອຍຈຶ່ງເປັນການເຂົ້າໃຈຜິດ ແລະ ກ່າວໂທດພຣະເຈົ້າ. ຂ້ອຍຍັງບໍ່ໄດ້ພະຍາຍາມທີ່ຈະຕໍ່ລອງກັບພຣະເຈົ້າບໍ່? ບໍ່ແມ່ນຂ້ອຍກຳລັງຕ້ອງການພອນຂອງພຣະເຈົ້າ, ແຕ່ບໍ່ເຕັມໃຈທີ່ຈະຍອມຮັບສິ່ງທີ່ພຣະອົງໄດ້ຈັດແຈງສຳລັບຂ້ອຍບໍ? ຂ້ອຍພະຍາຍາມເຮັດການຄ້າພຣະເຈົ້າຢູ່ສະເໝີ, ແຕ່ແມ່ນຫຍັງຄືສາຍເຫດຂອງສິ່ງນັ້ນ?

ບໍ່ດົນຫຼັງຈາກນັ້ນ, ຂ້ອຍໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າ: “ມະນຸດທີ່ເສື່ອມຊາມທຸກຄົນມີຊີວິດຢູ່ເພື່ອຕົນເອງ. ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ, ນີ້ແມ່ນການສະຫຼຸບທຳມະຊາດຂອງມະນຸດ. ຜູ້ຄົນເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຕົນເອງ; ພວກເຂົາປະຖິ້ມສິ່ງຕ່າງໆ, ເສຍສະຫຼະຕົນເອງເພື່ອພຣະອົງ ແລະ ຊື່ສັດຕໍ່ພຣະອົງ, ແຕ່ພວກເຂົາຍັງເຮັດສິ່ງທັງໝົດເຫຼົ່ານີ້ຍ້ອນເຫັນແກ່ຕົນເອງ. ສະຫຼຸບແລ້ວ, ທີ່ເຮັດໄປທັງໝົດແມ່ນເພື່ອວັດຖຸປະສົງຂອງການໄດ້ຮັບພອນເພື່ອຕົນເອງ. ໃນສັງຄົມ, ທຸກສິ່ງທີ່ເຮັດແມ່ນເພື່ອຜົນປະໂຫຍດສ່ວນຕົວ; ການເຊື່ອໃນພຣະເຈົ້າແມ່ນເຮັດພຽງແຕ່ເພື່ອໃຫ້ໄດ້ຮັບພອນ. ເພື່ອທີ່ຈະໄດ້ຮັບພອນຜູ້ຄົນເຖິງກັບປະຖິ້ມທຸກສິ່ງ ແລະ ສາມາດທົນຕໍ່ຄວາມທົນທຸກໄດ້ຫຼາຍ: ນີ້ແມ່ນຫຼັກຖານທີ່ຊັດເຈນທັງໝົດຂອງທຳມະຊາດອັນເສື່ອມຊາມຂອງມະນຸດ” (ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງການປ່ຽນແປງພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ບໍ່ມີຫຍັງທີ່ຈະແກ້ໄຂຍາກໄປກວ່າຂໍ້ຮຽກຮ້ອງຢ່າງຕໍ່ເນື່ອງຂອງຜູ້ຄົນຈາກພຣະເຈົ້າ. ຖ້າສິ່ງທີ່ພຣະເຈົ້າເຮັດບໍ່ມີຫຍັງສອດຄ່ອງກັບຄວາມຄິດຂອງເຈົ້າ ແລະ ຖ້າພຣະອົງບໍ່ປະຕິບັດຕາມຄວາມຄິດຂອງເຈົ້າ, ແລ້ວເຈົ້າກໍມີແນວໂນ້ມທີ່ຈະຕໍ່ຕ້ານ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ເຈົ້າເປັນຜູ້ຕໍ່ຕ້ານພຣະເຈົ້າໂດຍທຳມະຊາດ. ການຮູ້ຈັກບັນຫານີ້ບັນລຸໄດ້ໂດຍການໄຕ່ຕອງກ່ຽວກັບຕົວເຈົ້າເອງເລື້ອຍໆເທົ່ານັ້ນ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ; ສະນັ້ນ, ມັນສາມາດຖືກແກ້ໄຂໄດ້ຢ່າງເຕັມທີ່ຜ່ານການສະແຫວງຫາຄວາມຈິງເຊັ່ນກັນ. ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາຮຽກຮ້ອງຫຼາຍຢ່າງຈາກພຣະເຈົ້າ, ໃນຂະນະທີ່ເມື່ອພວກເຂົາເຂົ້າໃຈຄວາມຈິງຢ່າງແທ້ຈິງ, ພວກເຂົາບໍ່ໄດ້ຮຽກຮ້ອງຫຍັງ; ພວກເຂົາພຽງແຕ່ຮູ້ສຶກວ່າພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈໃນລະດັບທີ່ພຽງພໍ, ພວກເຂົາບໍ່ໄດ້ເຊື່ອຟັງພຣະເຈົ້າຢ່າງພຽງພໍ. ການທີ່ຜູ້ຄົນຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີສະທ້ອນໃຫ້ເຫັນເຖິງທຳມະຊາດທີ່ເສື່ອມຊາມຂອງພວກເຂົາ. ຖ້າເຈົ້າບໍ່ປະຕິບັດຕໍ່ສິ່ງນີ້ຄືບັນຫາທີ່ຮ້າຍແຮງ, ຖ້າເຈົ້າບໍ່ປະຕິບັດຄືກັບວ່າມັນເປັນສິ່ງທີ່ສຳຄັນ, ແລ້ວກໍຈະມີຄວາມຫາຍະນະ ແລະ ອັນຕະລາຍທີ່ແອບແຝງໃນເສັ້ນທາງຄວາມເຊື່ອຂອງເຈົ້າ. ເຈົ້າຈະສາມາດເອົາຊະນະສິ່ງທີ່ເປັນທຳມະດາເທົ່ານັ້ນ, ແຕ່ເມື່ອໂຊກຊະຕາ, ຄວາມຄາດຫວັງ ແລະ ຈຸດໝາຍປາຍທາງຂອງເຈົ້າກ່ຽວພັນກັບສິ່ງນັ້ນ, ບາງທີ ເຈົ້າກໍບໍ່ສາມາດເອົາຊະນະໄດ້. ໃນເວລານັ້ນ, ຖ້າເຈົ້າຍັງບໍ່ມີຄວາມຈິງ, ເຈົ້າອາດກັບໄປໃນຫົນທາງເດີມຂອງເຈົ້າ ແລະ ຈະກາຍມາເປັນໜຶ່ງໃນຄົນທີ່ຖືກທຳລາຍ” (ຄັດຈາກບົດ “ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ການເປີດເຜີຍໃນພຣະທຳຂອງພຣະເຈົ້າໄດ້ຊ່ວຍຂ້ອຍໃຫ້ເຂົ້າໃຈວ່າຄວາມພະຍາຍາມເຫຼົ່ານີ້ທີ່ຈະຄ້າຂາຍກັບພຣະເຈົ້າແມ່ນອີງໃສ່ພິດຂອງຊາຕານທີ່ວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແລະ “ຢ່າຍົກນິ້ວມື ຖ້າບໍ່ມີລາງວັນ”. ບໍ່ວ່າຂ້ອຍຈະເຮັດຫຍັງກໍ່ຕາມ, ຂ້ອຍຄິດກ່ອນຢູ່ສະເໝີວ່າຂ້ອຍຈະສາມາດສ້າງຜົນປະໂຫຍດສຳລັບຕົນເອງ ແລະ ຮັບເອົາພອນໄດ້ແນວໃດ. ແມ່ນແຕ່ໃນໜ້າທີ່ຂອງຂ້ອຍ, ຂ້ອຍມີແຮງຈູງໃຈ ແລະ ມົນທິນຂອງຂ້ອຍເອງຢູ່ສະເໝີ. ເມື່ອຫວນຄິດເຖິງເສັ້ນທາງທີ່ຂ້ອຍໄດ້ຍ່າງ, ຂ້ອຍໄດ້ເສຍສະຫຼະພໍເປັນພິທີສຳລັບພາລະກິດຂອງພຣະເຈົ້າຢູ່ສະເໝີ, ເມື່ອໃນຄວາມຈິງແລ້ວ ຂ້ອຍໄດ້ພະຍາຍາມແລກປ່ຽນການເສຍສະຫຼະທີ່ເລັກນ້ອຍເຫຼົ່ານີ້ກັບພອນທີ່ຍິ່ງໃຫຍ່. ເພື່ອຮັບເອົາພອນຈາກພຣະເຈົ້າ, ການທົນທຸກໃດໜຶ່ງກໍ່ເບິ່ງຄືກັບວ່າຄຸ້ມຄ່າ. ແຕ່ເມື່ອບໍ່ເປັນໄປຕາມຄວາມປາຖະຫນາຂອງຂ້ອຍ ແລະ ຂ້ອຍໄດ້ເຈັບປ່ວຍຊໍ້າແລ້ວຊໍ້າອີກ, ຈົນເຖິງຈຸດທີ່ມັນເບິ່ງຄືວ່າຂ້ອຍຈະຕາຍ, ຄວາມເຂົ້າໃຈຜິດ, ການກ່າວໂທດ, ການຕໍ່ຕ້ານ ແລະ ການທໍລະຍົດທັງໝົດຂອງຂ້ອຍຕໍ່ພຣະເຈົ້າກໍ່ໄດ້ຖືກເປີດເຜີຍ. ຂ້ອຍໄດ້ເຮັດໜ້າທີ່ຂອງຂ້ອຍເພື່ອຈະໄປເຖິງຈຸດໝາຍປາຍທາງຂອງຂ້ອຍ. ຂ້ອຍກຳລັງນໍາໃຊ້ພຣະເຈົ້າ, ສໍ້ໂກງພຣະອົງ. ຂ້ອຍໄດ້ສູນເສຍຄວາມສຳນຶກ ແລະ ເຫດຜົນຂອງຂ້ອຍ. ຂ້ອຍເປັນຄົນຊົ່ວ ແລະ ເປັນຕາລັງກຽດ! ຖ້າການປັ້ນແຕ່ງຂອງພຣະເຈົ້າບໍ່ໄດ້ເປີດໂປງຂ້ອຍຊ້ໍາແລ້ວຊ້ໍາອີກ, ຂ້ອຍກໍ່ຄົງບໍ່ເຫັນວ່າຂ້ອຍເຫັນແກ່ຕົວ ແລະ ຫຼອກລວງຫຼາຍສໍ່າໃດ. ຂ້ອຍໄດ້ປະຕິບັດຕໍ່ການສະແຫວງຫາພອນຂອງຂ້ອຍຕາມຄວາມເໝາະສົມ ແລະ ໄດ້ປ່ອຍໃຫ້ການຮຽກຮ້ອງຂອງພຣະເຈົ້າຢູ່ເບື້ອງຫຼັງ. ບໍ່ວ່າຂ້ອຍໄດ້ເຮັດຫຍັງກ່ໍຕາມ, ບໍ່ວ່າຂ້ອຍໄດ້ເສຍສະລະຫຍັງກໍ່ຕາມ, ມັນກໍ່ບໍ່ສໍາຄັນ ນັ້ນກໍ່ຄື ພຣະເຈົ້າຈະບໍ່ຍ້ອງຍໍສິ່ງນີ້ຈັກເທື່ອ. ຖ້າຂ້ອຍບໍ່ໄດ້ສະແຫວງຫາຄວາມຈິງ, ຖ້າເຈດຕະນາຂອງຂ້ອຍຍັງເປັນການຮັບເອົາພອນສໍາລັບຕົນເອງ, ພຣະເຈົ້າຈະລັງກຽດ ແລະ ລົງໂທດຂ້ອຍ. ຂ້ອຍຂອບຄຸນສຳລັບພຣະທຳຂອງພຣະເຈົ້າທີ່ໄດ້ສ່ອງແສງໃຫ້ແກ່ຂ້ອຍ, ທີ່ອະນຸຍາດໃຫ້ຂ້ອຍຮູ້ຈັກຕົນເອງຜ່ານຄວາມເຈັບປ່ວຍນີ້ ແລະ ປະຖິ້ມຄວາມຕ້ອງການທີ່ບ້າປ່ວງຂອງຂ້ອຍ. ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າສໍາລັບຂ້ອຍ! ຍິ່ງຂ້ອຍຄິດເຖິງສິ່ງນີ້ຫຼາຍສໍ່າໃດ, ຂ້ອຍກ່ໍຍິ່ງຮູ້ສຶກວ່າຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຂ້ອຍໄດ້ອະທິຖານຫາພຣະເຈົ້າວ່າ: “ພຣະເຈົ້າ! ຄວາມປະສົງທີ່ດີຂອງພຣະອົງແມ່ນຢູ່ເບື້ອງຫຼັງການເປັນມະເຮັງຂອງຂ້ານ້ອຍ. ຊີວິດ ແລະ ຄວາມຕາຍຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ. ຂ້ານ້ອຍຈະເຊື່ອຟັງພຣະອົງ ແລະ ຢືນເປັນພະຍານເພື່ອເຮັດໃຫ້ພຣະອົງພໍໃຈ”.

ຫຼັງຈາກທີ່ໄດ້ອະທິຖານ, ຂ້ອຍໄດ້ອ່ານຂໍ້ຄວາມຈາກພຣະທຳຂອງພຣະເຈົ້າວ່າ: “ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ‘ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ?’ ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີສັກສີທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ແລ້ວລົ້ມເຫຼວທີ່ຈະຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ແລ້ວເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນທ່າມກາງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ແລ້ວເຈົ້າກໍກຳລັງຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍກ່ຽວກັບພຣະອົງ ຫຼື ແນວຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ” (ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນເຖິງຄວາມບໍລິສຸດ ແລະ ຄວາມຊອບທໍາຂອງພຣະອົງ. ພຣະເຈົ້າພຽງແຕ່ປາກົດຕົວຕໍ່ຜູ້ທີ່ຢືນເປັນພະຍານໃນຂະນະທີ່ຖືກທົດລອງ ແລະ ຖືກຫຼໍ່ຫຼອມ. ເມື່ອພຣະເຈົ້າທົດລອງໂຢບ, ຄວາມຮັ່ງມີຂອງໂຢບ, ລູກຂອງລາວ, ສຸຂະພາບຂອງລາວ ແລະ ຄວາມສຸກຂອງລາວຖືກຊາຕານເອົາໄປໝົດ ແລະ ຮ່າງກາຍຂອງລາວກໍ່ເຕັມໄປດ້ວຍຕຸ່ມ. ແຕ່ລາວບໍ່ໄດ້ຈົ່ມຕໍ່ວ່າ ຫຼື ກ່າວໂທດພຣະເຈົ້າ. ລາວພຽງແຕ່ກຽດຊັງ ແລະ ສາບແຊ່ງຕົນເອງ. ເມື່ອຜະເຊີນໜ້າກັບການທົດລອງທີ່ຍິ່ງໃຫຍ່ນີ້, ລາວຍັງສາມາດເຊື່ອຟັງອຳນາດອະທິປະໄຕຂອງພຣະເຈົ້າ ແລະ ຍົກຍ້ອງພຣະນາມຂອງພຣະອົງໃນຕໍາແໜ່ງຂອງລາວໃນຖານະສິ່ງທີ່ຖືກສ້າງ. ລາວເຖິງກັບກ່າວອີກວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ” (ໂຢບ 1:21). ພຣະທຳເຫຼົ່ານີ້ໄດ້ຢືນເປັນພະຍານທີ່ສວຍງາມ ແລະ ກ້ອງກັງວານໃຫ້ກັບພຣະເຈົ້າເມື່ອຜະເຊີນໜ້າກັບຊາຕານ ແລະ ໃນທີ່ສຸດ ພຣະເຈົ້າໄດ້ປາກົດຕົວຕໍ່ໂຢບ. ນີ້ແມ່ນຄຸນຄ່າທີ່ຊີວິດຂອງໂຢບມີ. ຄວາມເຈັບປ່ວຍທີ່ຂ້ອຍຜະເຊີນໄດ້ເກີດຂຶ້ນ ເພາະພຣະເຈົ້າກຳລັງສະແດງຄວາມເມດຕາທີ່ພິເສດໃຫ້ແກ່ຂ້ອຍ. ຂ້ອຍຕ້ອງເຊື່ອຟັງການປັ້ນແຕ່ງຂອງພຣະເຈົ້າ, ຄືກັບທີ່ໂຢບເຮັດ. ຂ້ອຍບໍ່ຄວນຖືກຈຳກັດໂດຍພະຍາດມະເຮັງຂອງຂ້ອຍ. ກົງກັນຂ້າມ, ຂ້ອຍຄວນມອບຊີວິດຂອງຂ້ອຍໃຫ້ກັບພຣະເຈົ້າ ແລະ ເປັນພະຍານທີ່ໜັກແໜ້ນ ແລະ ກ້ອງກັງວານໃຫ້ກັບພຣະເຈົ້າເມື່ອຜະເຊີນໜ້າກັບຊາຕານ, ເຮັດໃຫ້ພຣະເຈົ້າສະບາຍໃຈ. ຂ້ອຍໄດ້ປະຖິ້ມຄວາມກັງວົນຂອງຂ້ອຍ ແລະ ຍອມຈຳນົນຕໍ່ອໍານາດອະທິປະໄຕຂອງພຣະເຈົ້າ ແລະ ບໍ່ດົນ ອາການຂອງຂ້ອຍກໍ່ດີຂຶ້ນ. ອາຫານຂອງຂ້ອຍມີລົດຊາດດີຂຶ້ນ, ຂ້ອຍສາມາດເຄື່ອນຍ້າຍໄດ້ຕາມປົກກະຕິ ແລະ ຍັງສາມາດເຮັດໜ້າທີ່ຂອງຂ້ອຍຈົນສຸດຄວາມສາມາດຂອງຂ້ອຍ. ຕໍ່ມາ, ລູກສາວຂອງຂ້ອຍໄດ້ພາຂ້ອຍໄປໂຮງໝໍເພື່ອໄປກວດສຸຂະພາບ. ທ່ານໝໍບໍ່ເຊື່ອໃນສິ່ງທີ່ເກີດຂຶ້ນເລີຍ. ລາວບອກວ່າຄົນເຈັບຄືກັບຂ້ອຍແມ່ນຫາໄດ້ຍາກ ແລະ ຂໍ້ແທ້ຈິງທີ່ຂ້ອຍລອດຊີວິດໂດຍບໍ່ໄດ້ຮັບການປິ່ນປົວຢູ່ໂຮງໝໍກໍ່ເປັນປະຕິຫານຢ່າງແນ່ນອນ! ຕອນນັ້ນ ຂ້ອຍຮູ້ວ່ານີ້ແມ່ນການທີ່ພຣະເຈົ້າປົກປ້ອງຂ້ອຍ. ຂ້ອຍຮູ້ສຶກວ່າຊີວິດຂອງຂ້ອຍຢູ່ໃນມືຂອງພຣະເຈົ້າ ແລະ ປະສົບກັບອໍານາດອະທິປະໄຕຂອງພຣະເຈົ້າເໜືອທຸກສິ່ງ.

ບໍ່ດົນຫຼັງຈາກນັ້ນ, ຄວາມເຈັບປ່ວຍຂອງຂ້ອຍໄດ້ເກີດຂຶ້ນອີກເທື່ອຫນຶ່ງ. ເມຍ ແລະ ລູກສາວຂອງຂ້ອຍໄດ້ພາຂ້ອຍໄປໂຮງໝໍ ແລະ ເມື່ອທ່ານໝໍໃຫຍ່ໄດ້ເຫັນວ່າຄວາມເຈັບປ່ວຍຂອງຂ້ອຍຮ້າຍແຮງສໍ່າໃດ, ລາວກໍ່ໄດ້ໂທຫາຜູ້ຊ່ຽວຊານຄົນໜຶ່ງເພື່ອມາກວດຂ້ອຍ. ເມື່ອຜົນຈາກຫ້ອງວິເຄາະໄດ້ອອກມາ, ຜູ້ຊ່ຽວຊານກໍ່ບອກຂ້ອຍວ່າພວກເຂົາຂາດອຸປະກອນໃນການປິ່ນປົວພະຍາດຂອງຂ້ອຍ ແລະ ແນະນໍາໃຫ້ພວກເຮົາຈ່າຍເງິນຫຼາຍກວ່າ 200.000 ຢວນເພື່ອຍ້າຍໄປໂຮງໝໍແຂວງ ເຊິ່ງເປັນບ່ອນທີ່ພວກເຂົາອາດຈະປິ່ນປົວໄດ້. ລູກສາວຂອງຂ້ອຍໄດ້ເວົ້າກັບເມຍໂດຍຮ້ອງໄຫ້ວ່າ: “ເຈົ້າໄດ້ຍິນລັກສະນະທີ່ລາວເວົ້າສິ່ງນັ້ນບໍ? ບໍ່ມີໃຜສາມາດປິ່ນປົວພໍ່ໄດ້. ມີຄົນຫຼາຍກວ່າສາມສິບຄົນໄດ້ຕິດມະເຮັງໃນບ້ານຂອງພວກເຮົາໃນສອງສາມປີທີ່ຜ່ານມາ ແລະ ພວກເຂົາທຸກຄົນກໍ່ເສຍຊີວິດ...” ໜ້າເມຍຂອງຂ້ອຍປຽກຊຸ່ມດ້ວຍນໍ້າຕາ. ຂ້ອຍຮູ້ສຶກຄືກັບຄົນທີ່ຖືກປະນາມ. ອີກຄັ້ງໜຶ່ງ, ຂ້ອຍໄດ້ຮູ້ສຶກວ່າຄວາມຕາຍກຳລັງໃກ້ເຂົ້າມາຫາຂ້ອຍ ແລະ ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກສົງໄສວ່າ: ພະຍາດນີ້ຈະກັບມາ ແລະ ຍັງຮຸນແຮງແບບນັ້ນໄດ້ແນວໃດ? ແຕ່ຄັ້ງນີ້, ຂ້ອຍໄດ້ຕຳນິຕົນເອງ. ຂ້ອຍຮູ້ສຶກເສຍໃຈສໍາລັບການບໍ່ເຊື່ອຟັງພຣະເຈົ້າ. ຂ້ອຍໄດ້ຄິດເຖິງເວລາທັງໝົດທີ່ຂ້ອຍເກືອບຕາຍ ແລະ ພຣະເຈົ້າໄດ້ປົກປ້ອງຂ້ອຍ ແລະ ຮັກສາຂ້ອຍໃຫ້ມີຊີວິດຢູ່ໃນແຕ່ລະຄັ້ງແນວໃດ. ຂ້ອຍໄດ້ເຫັນອໍານາດອະທິປະໄຕຂອງພຣະເຈົ້າຢ່າງແຈ່ມແຈ້ງແລ້ວ, ສະນັ້ນ ຂ້ອຍບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ? ພຣະເຈົ້າຜູ້ດຽວມີສິດອໍານາດເໜືອຊີວິດ ແລະ ຄວາມຕາຍ, ບໍ່ແມ່ນທ່ານໝໍເຫຼົ່ານີ້! ດັ່ງນັ້ນ, ຂ້ອຍຈຶ່ງໄດ້ໄປຢູ່ຕໍ່ຫນ້າພຣະເຈົ້າ ແລະ ອະທິຖານ. ຂ້ອຍໄດ້ເວົ້າວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຜະເຊີນໜ້າກັບຄວາມຕາຍຂອງຂ້ານ້ອຍເອງອີກຄັ້ງ. ຂ້ານ້ອຍຮູ້ວ່າຄວາມປະສົງທີ່ດີຂອງພຣະອົງແມ່ນຢູ່ເບື້ອງຫຼັງສິ່ງນີ້. ຊີວິດ ແລະ ຄວາມຕາຍຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ. ຂ້ານ້ອຍຈະເຊື່ອຟັງພຣະອົງ ແລະ ຢືນເປັນພະຍານເພື່ອເຮັດໃຫ້ພຣະອົງພໍໃຈ!”

ຫຼັງຈາກຂ້ອຍໄດ້ອະທິຖານແລ້ວ, ຂ້ອຍກໍ່ໄດ້ອ່ານພຣະທຳບາງຂໍ້ຂອງພຣະເຈົ້າ: “ແມ່ນໃຜຈາກມະນຸດຊາດທັງໝົດທີ່ບໍ່ໄດ້ຮັບການເອົາໃຈໃສ່ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດແດ່? ແມ່ນໃຜທີ່ບໍ່ໄດ້ອາໄສຢູ່ໃນທ່າມກາງການລິຂິດຂອງອົງຊົງລິດທານຸພາບສູງສຸດແດ່? ຊີວິດ ແລະ ຄວາມຕາຍຂອງມະນຸດເກີດຈາກການເລືອກຂອງເຂົາເອງບໍ? ມະນຸດຄວບຄຸມຊະຕາກໍາຂອງເຂົາເອງໄດ້ບໍ? ຫຼາຍຄົນຮ້ອງຫາຄວາມຕາຍ ແຕ່ຄວາມຕາຍກໍຍັງໄກຈາກພວກເຂົາຫຼາຍ; ຫຼາຍຄົນຕ້ອງການເປັນຄົນທີ່ເຂັ້ມແຂງໃນຊີວິດ ແລະ ຢ້ານຄວາມຕາຍ ແຕ່ພວກເຂົາກໍບໍ່ຮູ້ວ່າ ມື້ແຫ່ງຄວາມຕາຍຂອງພວກເຂົາແມ່ນໃກ້ເຂົ້າມາແລ້ວ ແລະ ມັນຈະໂຍນພວກເຂົາລົງສູ່ແດນແຫ່ງຄວາມຕາຍ; ຫຼາຍຄົນແນມເບິ່ງທ້ອງຟ້າ ແລະ ຖອນໃຈໃຫຍ່; ຫຼາຍຄົນຮ້ອງໄຫ້ຢ່າງໜັກ, ຮ້ອງໄຫ້ສະອຶກສະອື້ນດ້ວຍຄວາມເສຍໃຈ; ຫຼາຍຄົນຕົກຢູ່ທ່າມກາງການທົດລອງ ແລະ ຫຼາຍຄົນໄດ້ກາຍເປັນນັກໂທດຂອງການລໍ້ລວງ. ເຖິງແມ່ນວ່າ ເຮົາບໍ່ປາກົດດ້ວຍຕົວເອງເພື່ອອະນຸຍາດໃຫ້ມະນຸດເຫັນເຮົາຢ່າງຊັດເຈນ ແຕ່ຫຼາຍຄົນກໍຢ້ານທີ່ຈະເຫັນໜ້າຂອງເຮົາ, ຢ້ານຫຼາຍວ່າ ເຮົາຈະໂຈມຕີ ແລະ ກໍາຈັດພວກເຂົາ. ມະນຸດຮູ້ຈັກເຮົາແທ້ບໍ ຫຼື ເຂົາບໍ່ຮູ້ຈັກເຮົາເລີຍບໍ? ສິ່ງນີ້ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ແລ້ວມັນບໍ່ແມ່ນແບບນັ້ນແທ້ບໍ?” (ຄັດຈາກ “ບົດທີ 11” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າມີລິດອຳນາດ ແລະ ສິດອຳນາດ ແລະ ມອບຄວາມໝັ້ນໃຈໃຫ້ແກ່ຂ້ອຍ. ພຣະເຈົ້າເປັນພຣະຜູ້ສ້າງ ແລະ ພຣະເຈົ້າຄວບຄຸມທຸກສິ່ງ. ໃນຖານະສິ່ງຖືກສ້າງ, ຂ້ອຍຮູ້ວ່າຂ້ອຍຕ້ອງເຊື່ອຟັງອຳນາດອະທິປະໄຕຂອງພຣະຜູ້ສ້າງ. ຖ້າຂ້ອຍເຊີດຊູຊີວິດຂອງຂ້ອຍ ແລະ ກ່າວໂທດພຣະເຈົ້າ, ຂ້ອຍກໍ່ຈະຕໍ່ຕ້ານພຣະອົງ, ທໍລະຍົດພຣະອົງ ແລະ ຂ້ອຍຈະອັບອາຍທີ່ຈະພົບໜ້າກັບພຣະອົງ ແລະ ຊີວິດຂອງຂ້ອຍຈະບໍ່ມີຄວາມໝາຍ. ເມື່ອຂ້ອຍເຂົ້າໃຈທຸກສິ່ງນີ້, ຂ້ອຍກໍ່ບໍ່ຮູ້ສຶກຖືກຈຳກັດໂດຍຄວາມຕາຍ ຫຼື ພະຍາດອີກຕໍ່ໄປ. ຂ້ອຍເວົ້າກັບເມຍ ແລະ ລູກສາວຂອງຂ້ອຍວ່າ: “ຢ່າໂສກເສົ້າເລີຍ. ເຖິງແມ່ນທ່ານໝໍໄດ້ປະນາມຂ້ອຍໃຫ້ຕາຍ, ຂ້ອຍກໍ່ເຊື່ອວ່າຊີວິດ ແລະ ຄວາມຕາຍແມ່ນຢູ່ໃນມືຂອງພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຊອບທຳ. ຕາບໃດທີ່ຂ້ອຍສາມາດຫາຍໃຈ, ຂ້ອຍຈະຢືນ ແລະ ເປັນພະຍານເພື່ອເຮັດໃຫ້ພຣະເຈົ້າພໍໃຈ!” ຕໍ່ມາ, ຂ້ອຍກັບຄືນໄປເຮືອນເພື່ອພັກຟື້ນ. ທຸກມື້ ຂ້ອຍຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າ. ຂ້ອຍຮູ້ສຶກສະຫງົບ ແລະ ມີສັນຕິສຸກ. ທ່ານໝໍມອບກ່ອງຢາສັກສອງກ່ອງໃຫ້ຂ້ອຍເພື່ອສັກ ເຊິ່ງມີມູນຄ່າຕໍ່າກວ່າສິບຢວນ. ມັນໃຊ້ເວລາໜຶ່ງເດືອນ ແລະ ສີນິ້ວມືຂອງຂ້ອຍກໍ່ກັບຄືນເປັນປົກກະຕິ ແລະ ຄວາມຢາກອາຫານຂອງຂ້ອຍກໍ່ກັບມາ. ຂ້ອຍເລີ່ມຄ່ອຍໆໄດ້ຮັບກຳລັງ ແລະ ຄວາມແຂງແຮງຂອງຂ້ອຍ ຈົນມັນເປັນຄືກັບທີ່ເຄີຍເປັນກ່ອນທີ່ຂ້ອຍຈະເຈັບປ່ວຍ. ເມື່ອຂ້ອຍກັບໄປໂຮງໝໍເພື່ອກວດສຸຂະພາບ, ທ່ານໝໍກໍ່ເວົ້າວ່າມັນເປັນປະຕິຫານທີ່ຂ້ອຍຟື້ນຕົວໄດ້ໄວຫຼາຍ. ຂ້ອຍຮູ້ວ່າທຸກສິ່ງນີ້ເປັນຍ້ອນພຣະເຈົ້າ, ບໍ່ມີຜູ້ໃດສາມາດຊ່ວຍຂ້ອຍໄດ້ນອກຈາກພຣະອົງ. ມັນເປັນຄືກັບທີ່ພຣະເຈົ້າໄດ້ເວົ້າວ່າ: “ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນມະນຸດທີ່ມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ, ບໍ່ແມ່ນສິ່ງມີຊີວິດໃດໃນໂລກທຳມະຊາດ ແຕ່ແມ່ນພຣະຜູ້ຊົງສ້າງ ຜູ້ທີ່ມີສິດອຳນາດເປັນເອກະລັກ. ຊີວິດ ແລະ ຄວາມຕາຍຂອງມະນຸດຊາດ ບໍ່ແມ່ນຜົນຜະລິດຈາກບາງກົດເກນຂອງໂລກແຫ່ງທຳມະຊາດ, ແຕ່ເປັນຜົນມາຈາກອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ” (ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍໄດ້ຜະເຊີນກັບອຳນາດອະທິປະໄຕ, ສິດອຳນາດຂອງພຣະເຈົ້າ ແລະ ການກະທຳທີ່ອັດສະຈັນຂອງພຣະອົງ. ຂ້ອຍໄດ້ເຫັນເຖິງຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງ. ຈາກກົ້ນເລິກຫົວໃຈຂອງຂ້ອຍ, ຂ້ອຍຂອບໃຈ ແລະ ສັນລະເສີນພຣະອົງ. ເມື່ອຜູ້ຄົນໃນບ້ານເຫັນຂ້ອຍ, ພວກເຂົາທຸກຄົນກໍ່ຕົກໃຈ. ພວກເຂົາເວົ້າວ່າພວກເຂົາບໍ່ຄິດວ່າຂ້ອຍຈະລອດໄດ້, ພວກເຂົາບໍ່ຄາດຫວັງວ່າຈະໄດ້ເຫັນຂ້ອຍມີສຸຂະພາບນີ້ແບບນີ້ອີກຄັ້ງ ແລະ ຂ້ອຍກໍ່ໂຊກດີແທ້ໆທີ່ໄດ້ຫຼົບຫຼີກຈາກຄວາມຕາຍແບບຫວຸດຫວິດ. ແຕ່ຂ້ອຍຮູ້ໃນຫົວໃຈຂອງຂ້ອຍວ່າ: ສິ່ງນີ້ບໍ່ກ່ຽວຫຍັງກັບຄວາມໂຊກດີ. ສິ່ງນີ້ແມ່ນລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ. ພຣະເຈົ້າໄດ້ຊ່ວຍຊີວິດຂ້ອຍ! ບໍ່ດົນຫຼັງຈາກນັ້ນ, ຂ້ອຍກໍ່ສືບຕໍ່ໜ້າທີ່ຂອງຂ້ອຍໃນຄຣິດຕະຈັກ. ຫ້າປີຜ່ານໄປ ແລະ ພະຍາດຂອງຂ້ອຍກໍ່ບໍ່ກັບມາອີກ. ສິ່ງນີ້ເປັນຫຼາຍກວ່າສິ່ງທີ່ຂ້ອຍກ້າທີ່ຈະຄາດຫວັງ. ຂ້ອຍຂອບໃຈພຣະເຈົ້າສຳລັບສິ່ງທີ່ເກີດຂຶ້ນແທ້ໆ.

ຜ່ານຄວາມເຈັບປ່ວຍນີ້, ໂດຍການເປີດເຜີຍຈາກພຣະທຳຂອງພຣະເຈົ້າ ແລະ ເມື່ອຜະເຊີນໜ້າກັບຂໍ້ແທ້ຈິງ, ຂ້ອຍກໍ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບມຸມມອງທີ່ບໍ່ຖືກຕ້ອງຂອງຂ້ອຍໃນຄວາມເຊື່ອ ແລະ ອຸປະນິໄສທີ່ເສື່ອມຊາມ ແລະ ມາຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ແກ່ນແທ້ທີ່ສວຍງາມຂອງພຣະອົງ. ຂ້ອຍໄດ້ປະຖິ້ມເຈດຕະນາຂອງຂ້ອຍໃນການຮັບເອົາພອນ ແລະ ຮຽນຮູ້ວິທີການດຳລົງຊີວິດໃຫ້ມີຄວາມໝາຍ ແລະ ມີຄຸນຄ່າທີ່ສຸດ. ຂ້ອຍຂອບໃຈຄວາມກະລຸນາຂອງພຣະເຈົ້າຫຼາຍ!

ກ່ອນນີ້: 77. ການເກັບກ່ຽວທີ່ເກີດຂຶ້ນຜ່ານຄວາມເຈັບປວດ

ຕໍ່ໄປ: 79. ພອນທີ່ມາຈາກການເຈັບປ່ວຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

Woe to Those Who Crucify God Once Again

During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God.

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້