85. ເວລາແຫ່ງການທໍລະມານທີ່ໂຫດຮ້າຍ

ໂດຍ ເຊີງຮຸ່ຍ, ຈີນ

ຂ້ອຍເຕີບໃຫຍ່ໃນຄອບຄົວຄົນທຳມະດາໃນປະເທດຈີນ. ພໍ່ຂອງຂ້ອຍຢູ່ໃນກອງທະຫານ ແລະ ເພາະຂ້ອຍຖືກຫຼໍ່ຫຼອມ ແລະ ໄດ້ຮັບອິດທິພົນຈາກລາວນັບຕັ້ງແຕ່ອາຍຸຍັງນ້ອຍ, ຂ້ອຍຈຶ່ງເຊື່ອວ່າການເກນທະຫານ ແລະ ໜ້າທີ່ຂອງທະຫານຄືການຮັບໃຊ້ແຜ່ນດິນແມ່, ເຮັດຕາມຄຳສັ່ງ ແລະ ເຮັດໜ້າທີ່ຕາງໜ້າໃຫ້ກັບພັກກອມມູນິດ ແລະ ປະຊາຊົນຢ່າງບໍ່ເຫັນແກ່ຕົວ. ຂ້ອຍເອງຍັງຕັ້ງໃຈທີ່ຈະກາຍມາເປັນທະຫານ ແລະ ຕິດຕາມບາດກ້າວຂອງພໍ່ຂອງຂ້ອຍ. ເຖິງຢ່າງໃດກໍ່ຕາມ, ເມື່ອເວລາຜ່ານໄປ ແລະ ເຫດການໃດໜຶ່ງໄດ້ປາກົດຂຶ້ນ, ຊ່ວງເວລາຊີວິດຂອງຂ້ອຍ ແລະ ທິດທາງການສະແຫວງຫາຂອງຂ້ອຍກໍ່ປ່ຽນໄປຊ້າໆ. ໃນປີ 1983, ຂ້ອຍໄດ້ຍິນຂ່າວປະເສີດກ່ຽວກັບພຣະເຢຊູເຈົ້າ. ມັນຄືການຊີ້ນໍາທີ່ພິເສດຈາກພຣະວິນຍານບໍລິສຸດທີ່ເຮັດໃຫ້ຄົນຄືຂ້ອຍ ຜູ້ເຊິ່ງໄດ້ຮັບພິດຈາກຄວາມເຊື່ອທີ່ບໍ່ມີພຣະເຈົ້າ ແລະ ອຸດົມການແບບກອມມູນິດຈີນນັບຕັ້ງແຕ່ທີ່ອາຍຸຍັງນ້ອຍ, ທີ່ຈະຖືກດົນບັນດານໂດຍຄວາມຮັກຂອງພຣະເຢຊູເຈົ້າຢ່າງເລິກເຊິ່ງ. ເມື່ອໄດ້ຍິນຂ່າວປະເສີດ, ຂ້ອຍກໍ່ເລີ່ມກ້າວເດີນໃນຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າ ນັ້ນກໍ່ຄື ຂ້ອຍເລີ່ມເຂົ້າຮ່ວມຄຣິດຕະຈັກ, ອະທິຖານ ແລະ ຮ້ອງເພງສັນລະເສີນເພື່ອນະມັດສະການພຣະຜູ້ເປັນເຈົ້າ. ຊີວິດໃໝ່ນີ້ໄດ້ນໍາຄວາມສະຫງົບງຽບ ແລະ ສັນຕິສຸກອັນຍິ່ງໃຫຍ່ມາໃຫ້ຂ້ອຍ. ໃນປີ 1999, ຂ້ອຍໄດ້ຍອມຮັບຂ່າວປະເສີດແຫ່ງຍຸກສຸດທ້າຍກ່ຽວກັບພຣະເຢຊູເຈົ້າທີ່ກັບຄືນມາ ນັ້ນກໍ່ຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜ່ານການອ່ານພຣະທຳຂອງພຣະເຈົ້າຢ່າງບໍ່ຢຸດເຊົາ ແລະ ການພົບປະ ແລະ ການໂອ້ລົມກັບອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍຈຶ່ງໄດ້ມາເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຮຽນຮູ້ເຖິງເຈດຕະນາອັນຮີບດ່ວນຂອງພຣະເຈົ້າທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂ້ອຍຮູ້ສຶກວ່າພຣະເຈົ້າໄດ້ປະທານກະແສຮຽກ ແລະ ຄວາມຮັບຜິດຊອບທີ່ຍິ່ງໃຫຍ່ໃຫ້ແກ່ພວກເຮົາແຕ່ລະຄົນ ແລະ ດ້ວຍເຫດນັ້ນ ຂ້ອຍຈຶ່ງທຸ້ມເທໃນວຽກງານການເຜີຍແຜ່ຂ່າວປະເສີດຢ່າງກະຕືລືລົ້ນ. ເຖິງຢ່າງໃດກໍ່ຕາມ, ການຂົ່ມເຫັງທີ່ໂຫດຮ້າຍຂອງລັດຖະບານຂອງພັກກອມມູນິດຈີນໄດ້ເຮັດໃຫ້ຊີວິດທີ່ສະຫງົບສຸກ ແລະ ມີຄວາມສຸກຂອງຂ້ອຍແຕກສະຫຼາຍ.

ໃນເດືອນສິງຫາຂອງປີ 2002, ຂ້ອຍໄດ້ເດີນທາງໄປພາກຕະເວັນຕົກສ່ຽງເໜືອກັບສາມີຂອງຂ້ອຍເພື່ອເຜີຍແຜ່ຂ່າວປະເສີດໃຫ້ກັບເພື່ອນຮ່ວມງານສອງສາມຄົນຂອງພວກເຮົາໃນພຣະຜູ້ເປັນເຈົ້າ. ຄືນໜຶ່ງ, ໃນຂະນະທີ່ຂ້ອຍກຳລັງພົບປະກັບອ້າຍເອື້ອຍນ້ອງສອງຄົນທີ່ຫາກໍ່ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ຂ້ອຍກໍ່ໄດ້ຍິນສຽງຮ້ອງດັງ ແລະ ເຫັນປະຕູຖືກເຕະລົງຢ່າງຮຸນແຮງ ແລະ ຕໍາຫຼວດຫົກ ຫຼື ເຈັດຄົນທີ່ເບິ່ງຄືກັບຄົນປ່າເຖື່ອນທີ່ກຳລັງຖືກະບອງໄດ້ບຸກເຂົ້າມາ. ໜຶ່ງໃນຕຳຫຼວດໄດ້ຊີ້ມືມາທີ່ຂ້ອຍ ແລະ ເວົ້າດ້ວຍນໍ້າສຽງທີ່ດຸເດືອດວ່າ “ເອົາກະແຈມືໃສ່ລາວ!” ຕຳຫຼວດສອງຄົນສັ່ງໃຫ້ພວກເຮົາຢືນອີງກຳແພງ ແລະ ບໍ່ໃຫ້ເໜັງຕີງ, ໃນຂະນະທີ່ພວກເຂົາເລີ່ມຮື້ຄົ້ນກ່ອງ ແລະ ຫີບຕ່າງໆໃນເຮືອນຄືກັບກຸ່ມໂຈນທີ່ກຳລັງໂຈມຕີ. ພວກເຂົາຊອກຫາແມ່ນຫຍັງກໍ່ຕາມຢ່າງລະມັດລະວັງ ເຊິ່ງເປັນສິ່ງທີ່ພວກເຂົາສົງໄສວ່າອາດຖືກນໍາໃຊ້ເພື່ອປິດບັງ ແລະ ໃນເວລາບໍ່ດົນ ພວກເຂົາກໍ່ໄດ້ຮື້ມ້າງສະຖານທີ່ທາງໃນອອກນອກ ແລະ ປີ້ນໄປໝົດ. ໃນທີ່ສຸດ, ໜຶ່ງໃນຕໍາຫຼວດກໍ່ໄດ້ຄົ້ນພົບແຜ່ນພັບແຫ່ງຂ່າວປະເສີດ ແລະ ໜັງສືພຣະທຳຂອງພຣະເຈົ້າໃນກະເປົ໋າຂອງເອື້ອຍຂອງຂ້ອຍ ແລະ ຈ້ອງເບິ່ງຂ້ອຍດ້ວຍສາຍຕາທີ່ໂຫດຮ້າຍ ແລ້ວຮ້ອງຂຶ້ນວ່າ “ຫ່າມຶງເອີຍ, ມຶງຢາກເຮັດໃຫ້ຕົນເອງຖືກຂ້າບໍ? ການມາທີ່ນີ້ ແລະ ເຜີຍແຜ່ຂ່າວປະເສີດຂອງມຶງ. ສິ່ງນີ້ມາແຕ່ໃສ?” ຂ້ອຍບໍ່ໄດ້ຕອບ ແລະ ດ້ວຍເຫດນັ້ນ ລາວຈຶ່ງຮ້ອງດ່າໃສ່ຂ້ອຍ ໂດຍເວົ້າວ່າ “ຈະບໍ່ເວົ້າ, ແມ່ນບໍ? ພວກກູຈະເປີດປາກຂອງມຶງ. ຍ່າງອອກໄປ! ມຶງຈະເວົ້າໃນບ່ອນທີ່ພວກເຮົາກຳລັງຈະໄປ!” ເມື່ອເວົ້າແນວນັ້ນ, ລາວກໍ່ລາກຂ້ອຍອອກຈາກເຮືອນ ແລະ ໂຍນຂ້ອຍໃສ່ລົດຕໍາຫຼວດ. ໃນເວລານີ້, ຂ້ອຍຮູ້ວ່າພວກເຂົາບໍ່ພຽງແຕ່ສົ່ງຕໍາຫຼວດຫົກ ຫຼື ເຈັດຄົນ, ຢູ່ຂ້າງນອກມີຕໍາຫຼວດພິເສດທີ່ຕິດອາວຸດອີກຫຼາຍຄົນຢືນລຽງກັນຢູ່ແຄມທາງ. ເມື່ອຂ້ອຍເຫັນວ່າພວກເຂົາໄດ້ລະດົມຄົນຢ່າງຫຼາຍເພື່ອມາຈັບກຸມພວກເຮົາ, ຂ້ອຍກໍ່ເລີ່ມຢ້ານ ແລະ ເລີ່ມອະທິຖານຫາພຣະເຈົ້າໂດຍບໍ່ຄິດ ເພື່ອຂໍການຊີ້ນໍາ ແລະ ການປົກປ້ອງຂອງພຣະອົງ. ບໍ່ດົນຫຼັງຈາກນັ້ນ, ຂໍ້ຄວາມຈາກພຣະທຳຂອງພຣະເຈົ້າກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍ, “ເຈົ້າຮູ້ບໍ່ວ່າ ທຸກສິ່ງໃນສະພາບແວດລ້ອມອ້ອມຂ້າງເຈົ້າເກີດຂຶ້ນກໍຍ້ອນເຮົາອະນຸຍາດ, ທຸກສິ່ງແມ່ນຈັດກຽມໂດຍເຮົາ. ຈົ່ງເບິ່ງໃຫ້ຊັດເຈນ ແລະ ເຮັດໃຫ້ເຮົາພໍໃຈໃນສະພາບແວດລ້ອມທີ່ເຮົາໄດ້ມອບໃຫ້ກັບເຈົ້າ. ຢ່າຢ້ານ, ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຈັກກະວານຈະຢູ່ກັບເຈົ້າຢ່າງແນ່ນອນ; ພຣະອົງໜູນຫຼັງພວກເຈົ້າ ແລະ ພຣະອົງເປັນແນວກຳບັງຂອງພວກເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 26). ຂ້ອຍຄິດວ່າ “ນັ້ນເປັນສິ່ງທີ່ຖືກຕ້ອງ! “ພຣະເຈົ້າເປັນເສົາຂອງຂ້ອຍ; ບໍ່ວ່າຂ້ອຍອາດຜະເຊີນໜ້າກັບສະຖານະການປະເພດໃດກໍ່ຕາມ, ພຣະເຈົ້າ ເຊິ່ງເປັນຜູ້ປົກຄອງ ແລະ ພຣະຜູ້ສ້າງສິ່ງທັງປວງ ກໍ່ຢູ່ຄຽງຂ້າງຂ້ອຍຢູ່ສະເໝີ. ພຣະອົງຈະນໍາພາຂ້ອຍໃຫ້ເອົາຊະນະສະຖານະການຫຍັງກໍ່ຕາມທີ່ຂ້ອຍອາດຜະເຊີນໜ້າ. ຍ້ອນພຣະອົງຊື່ສັດ ແລະ ມັນຄືພຣະອົງທີ່ປົກຄອງ ແລະ ປັ້ນແຕ່ງສິ່ງທັງປວງ”. ເມື່ອຄິດເຖິງສິ່ງເຫຼົ່ານີ້, ຂ້ອຍກໍ່ໄດ້ຮັບຄວາມຮູ້ສຶກສະຫງົບຂອງຂ້ອຍອີກຄັ້ງ.

ມັນເປັນເວລາປະມານສິບໂມງໃນຄືນນັ້ນ ເມື່ອຂ້ອຍຖືກນໍາມາທີ່ກອງບັງຊາການຕໍາຫຼວດຄະດີອາຍາ. ຂ້ອຍຖືກຖ່າຍພາບ ແລະ ຫຼັງຈາກນັ້ນ ຂ້ອຍກໍ່ຖືກນໍາເຂົ້າໄປໃນຫ້ອງສອບສວນ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ມີອັນຕະພານທີ່ເບິ່ງຄືຄົນປ່າເຖື່ອນສີ່ ຫຼື ຫ້າຄົນທີ່ຢູ່ໃນທີ່ນັ້ນແລ້ວ ເຊິ່ງກຳລັງຈ້ອງເບິ່ງຂ້ອຍເມື່ອຂ້ອຍເຂົ້າໄປ. ທັນທີທີ່ຂ້ອຍເຂົ້າໄປໃນຫ້ອງ, ພວກເຂົາກໍ່ມາອ້ອມຂ້ອຍຄືກັບຝູງໝາປ່າທີ່ຫິວໂຫຍ ເຊິ່ງເບິ່ງຄືກັບວ່າກຳລັງຈ້ອງເບິ່ງເພື່ອຂ້າ. ຂ້ອຍກະວົນກະວາຍໃຈຫຼາຍແທ້ໆ ແລະ ອະທິຖານຫາພຣະເຈົ້າດ້ວຍຄວາມສິ້ນຫວັງ. ໃນຕອນທຳອິດ, ອັນຕະພານຕໍາຫຼວດເຫຼົ່ານີ້ບໍ່ໄດ້ແຕະຕ້ອງຂ້ອຍແມ່ນແຕ່ໜ້ອຍເລີຍ, ແຕ່ສັ່ງໃຫ້ຂ້ອຍຢືນຢູ່ຊື່ໆເປັນເວລາສາມ ຫຼື ສີ່ຊົ່ວໂມງເທົ່ານັ້ນ. ຂ້ອຍຢືນດົນຫຼາຍຈົນຂາ ແລະ ຕີນຂອງຂ້ອຍເລີ່ມເຈັບປວດ ແລະ ເລີ່ມມຶນຊາ ແລະ ທົ່ວຮ່າງກາຍຂອງຂ້ອຍເລີ່ມອິດເມື່ອຍຫຼາຍ. ປະມານໜຶ່ງ ຫຼື ສອງໂມງໃນຕອນເຊົ້າ, ຫົວໜ້າຂອງກອງບັນຊາການຕໍາຫຼວດຄະດີອາຍາໄດ້ເຂົ້າມາເພື່ອສອບສວນຂ້ອຍ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ນອກຈາກສັ່ນດ້ວຍຄວາມຢ້ານກົວ. ລາວຈ້ອງເບິ່ງຂ້ອຍ ແລະ ເລີ່ມສອບສວນຂ້ອຍຢ່າງດຸເດືອດ ໂດຍເວົ້າວ່າ “ເວົ້າແມະ! ເຈົ້າມາຈາກໃສ? ຜູ້ຕິດຕໍ່ຂອງເຈົ້າແມ່ນຜູ້ໃດໃນທີ່ນີ້? ຜູ້ບັງຄັບບັນຊາຂອງເຈົ້າແມ່ນຜູ້ໃດ? ເຈົ້າກຳລັງພົບປະກັນຢູ່ໃສ? ມີຈັກຄົນທີ່ເຮັດວຽກພາຍໃຕ້ເຈົ້າ?” ເມື່ອຂ້ອຍບໍ່ໄດ້ເວົ້າ, ລາວກໍ່ໃຈຮ້າຍຂຶ້ນ ແລ້ວຈັບຜົມຂອງຂ້ອຍ ແລະ ທັງຊົກ ແລະ ເຕະຂ້ອຍຢ່າງບໍ່ຢຸດເຊົາ. ຫຼັງຈາກທີ່ຂ້ອຍຖືກຕົບຕີຈົນລົ້ມລົງກັບພື້ນ, ລາວກໍ່ສືບຕໍ່ເຕະຂ້ອຍແຮງກວ່າເກົ່າ. ຫູຂອງຂ້ອຍເລີ່ມອື້ໃນທັນທີຈົນຂ້ອຍບໍ່ສາມາດໄດ້ຍິນຫຍັງເລີຍ ແລະ ຫົວຂອງຂ້ອຍຮູ້ສຶກຄືກັບວ່າມັນກຳລັງຈະລະເບີດດ້ວຍຄວາມເຈັບປວດທີ່ໂຫດຮ້າຍ. ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຮ້ອງໄຫ້ດ້ວຍຄວາມເຈັບປວດ. ຫຼັງຈາກຊ່ວງເວລາທີ່ດີ້ນລົນອີກສອງສາມຄັ້ງ, ຂ້ອຍກໍ່ນອນຢູ່ເທິງພື້ນ, ບໍ່ສາມາດເຄື່ອນໄຫວຫຍັງ. ຫົວໜ້າໄດ້ຈັບຜົມຂອງຂ້ອຍອີກຄັ້ງ ແລະ ລາກຂ້ອຍໃຫ້ຢູ່ໃນທ່າຢືນ, ເຊິ່ງເປັນຈຸດທີ່ອັນຕະພານທີ່ປ່າເຖື່ອນເຫຼົ່ານັ້ນອີກສີ່ ຫຼື ຫ້າຄົນໄດ້ມາຫຸ້ມຂ້ອຍ ແລະ ເລີ່ມເຕະ ແລະ ຊົກຂ້ອຍ; ຂ້ອຍລົ້ມລົງເທິງພື້ນ, ມືຂອງຂ້ອຍຄຸມຫົວຂອງຂ້ອຍ, ກິ້ງ ແລະ ດີ້ນໄປມາດ້ວຍຄວາມເຈັບປວດ. ອັນຕະພານທີ່ເປັນຕໍາຫຼວດເຫຼົ່ານີ້ບໍ່ໄດ້ຍັບຍັ້ງຫຍັງເລີຍ, ການເຕະທຸກຄັ້ງ ແລະ ການຊົກທຸກຄັ້ງແມ່ນມີກຳລັງທີ່ຮຸນແຮງຫຼາຍ. ເມື່ອພວກເຂົາຕີຂ້ອຍ, ພວກເຂົາກໍ່ຮ້ອງຂຶ້ນວ່າ “ເຈົ້າຈະເວົ້າ ຫຼື ບໍ່? ຂ້ອຍທ້າບໍ່ໃຫ້ເຈົ້າເວົ້າ! ເວົ້າ ຫຼື ເຈົ້າຕ້ອງຕາຍ!” ເມື່ອຫົວໜ້າເຫັນວ່າຂ້ອຍຍັງບໍ່ເວົ້າ, ລາວກໍ່ເຕາະຂ້ອຍຢ່າງຮ້າຍແຮງໃນຂໍ້ຕີນ. ທຸກຄັ້ງທີ່ລາວເຕະຂ້ອຍ, ມັນຮູ້ສຶກຄືກັບວ່າຄົນໃດໜຶ່ງໄດ້ຕອກຕະປູໃສ່ກະດູກຂອງຂ້ອຍ, ມັນເປັນຄວາມເຈັບປວດທີ່ຮ້າຍແຮງຫຼາຍ. ຫຼັງຈາກນັ້ນ, ພວກເຂົາກໍ່ເລີ່ມເຕະຂ້ອຍທົ່ວຮ່າງກາຍຈົນຂ້ອຍຮູ້ສຶກຄືກັບວ່າພວກເຂົາໄດ້ບີບກະດູກທຸກສ່ວນໃນຮ່າງກາຍຂອງຂ້ອຍໃຫ້ແຫຼກລະອຽດ ແລະ ອາການກ້າມເນື້ອກະຕຸກຢ່າງຮຸນແຮງທີ່ທຳລາຍພາຍໃນຂອງຂ້ອຍໄດ້ເຮັດໃຫ້ຂ້ອຍເຈັບປວດຫຼາຍຈົນຂ້ອຍເກືອບບໍ່ສາມາດຫາຍໃຈໄດ້. ຂ້ອຍນອນຢູ່ເທິງພື້ນ ແລ້ວອ້າປາກຫາອາກາດ ແລະ ຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຢ່າງທີ່ສຸດ. ໃນຫົວໃຈຂອງຂ້ອຍ, ຂ້ອຍເອີ້ນຫາພຣະເຈົ້າ ໂດຍເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດມີຊີວິດຕໍ່ໄປໄດ້. ໄດ້ໂປດປົກປ້ອງຂ້ານ້ອຍ ຍ້ອນຂ້ານ້ອຍຢ້ານວ່າຂ້ານ້ອຍຈະບໍ່ສາມາດຜ່ານຄືນນີ້ໄປໄດ້. ໂອ ພຣະເຈົ້າ, ມອບຄວາມເຂັ້ມແຂງໃຫ້ຂ້ານ້ອຍດ້ວຍ....” ຂ້ອຍບໍ່ຮູ້ວ່າການທໍລະມານຈະສືບຕໍ່ໄດ້ດົນສໍ່າໃດ. ຂ້ອຍພຽງແຕ່ຮູ້ສຶກວິນຫົວຫຼາຍແທ້ໆ ແລະ ຂ້ອຍຢູ່ໃນຄວາມເຈັບປວດທີ່ທໍລະມານຫຼາຍຈົນຂ້ອຍຮູ້ສຶກຄືກັບວ່າແຂນຂາຂອງຂ້ອຍໄດ້ຂາດອອກຈາກກັນ. ຄວາມເຈັບປວດຮຸນແຮງຫຼາຍຈົນຂ້ອຍມຶນຊາທົ່ວຮ່າງກາຍຂອງຂ້ອຍແທ້ໆ. ໜຶ່ງໃນອັນຕະພານທີີ່ເປັນຕຳຫຼວດເວົ້າວ່າ “ເບິ່ງຄືວ່າເຈົ້າຍັງຖືກທໍລະມານບໍ່ພໍ. ໂອ ເຈົ້າຈະເວົ້າວ່າບໍ່ເປັນຫຍັງ!” ເມື່ອລາວເວົ້າ, ລາວກໍ່ຈັບສິ່ງທີ່ເບິ່ງຄືກັບຄ້ອນຕີໄຟຟ້າ ແລະ ຕີມັນໃສ່ໜ້າຜາກຂອງຂ້ອຍ. ຂ້ອຍຮູ້ສຶກວ່າການກະແທກທຸກຄັ້ງໄດ້ຝັງລົງເລິກໃສ່ໄຂກະດູກຂອງຂ້ອຍ ແລະ ແຕ່ລະຄັ້ງທີ່ລາວຕີຂ້ອຍ ທົ່ວຮ່າງກາຍຂອງຂ້ອຍກໍ່ມຶນຊາ ແລະ ຫຼັງຈາກນັ້ນ ຂ້ອຍກໍ່ຈະອ່ອນກຳລັງ ແລະ ສັ່ນຢ້ານຢ່າງບໍ່ຢຸດເຊົາ. ເມື່ອພວກເຂົາເຫັນວ່າຂ້ອຍກຳລັງທົນທຸກຫຼາຍສໍ່າໃດ, ພວກເຂົາກໍ່ເບິ່ງຄືກັບວ່າພໍໃຈໃນວຽກງານຂອງພວກເຂົາ ແລະ ເລີ່ມສົ່ງສຽງຫົວຂວັນຂຶ້ນ. ໃນທ່າມກາງຄວາມທົນທຸກຂອງຂ້ອຍ, ຂໍ້ຄວາມຈາກພຣະທຳຂອງພຣະເຈົ້າໄດ້ມອບການຊີ້ນໍາ ແລະ ແສງສະຫວ່າງໃຫ້ແກ່ຂ້ອຍ: “ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ). ພຣະທຳຂອງພຣະເຈົ້າໄດ້ມອບຄວາມເຂັ້ມແຂງທີ່ບໍ່ເປັນຕາເຊື່ອໃຫ້ແກ່ຂ້ອຍ ແລະ ຂ້ອຍໄດ້ເວົ້າຂໍ້ຄວາມນັ້ນຊໍ້າໄປຊໍ້າມາໃນຄວາມຄິດຂອງຂ້ອຍ. ຂ້ອຍຄິດວ່າ: “ຂ້ອຍບໍ່ສາມາດຍອມຕໍ່ຊາຕານ ແລະ ເຮັດໃຫ້ພຣະເຈົ້າຜິດຫວັງ. ເພື່ອທີ່ຈະຮັບເອົາຄວາມຈິງ, ຂ້ອຍສາບານທີ່ຈະອົດກັ້ນກັບການທົນທຸກໃດໜຶ່ງ ແລະ ເຖິງແມ່ນວ່າມັນໝາຍຄວາມວ່າຂ້ອຍຕ້ອງຕາຍ, ມັນກໍ່ຈະຄຸ້ມຄ່າ ແລະ ຂ້ອຍກໍ່ຈະບໍ່ມີຊີວິດຢ່າງເສຍເປົ່າ!” ກຸ່ມມານຮ້າຍນີ້ສອບສວນຂ້ອຍໝົດຄືນຈົນຮອດຕອນເຊົ້າຂອງມື້ຕໍ່ມາ, ແຕ່ເພາະຂ້ອຍມີພຣະທຳຂອງພຣະເຈົ້າເພື່ອໃຫ້ກຳລັງໃຈແກ່ຂ້ອຍ, ຂ້ອຍກໍ່ສາມາດອົດທົນຕໍ່ການທໍລະມານຂອງພວກເຂົາ. ໃນທີ່ສຸດ, ພວກເຂົາກໍ່ໄດ້ໃຊ້ທຸກກົນລະຍຸດສຸດທ້າຍທີ່ພວກເຂົາສາມາດຄິດຫາ ແລະ ເວົ້າຢ່າງສິ້ນຫວັງວ່າ “ເຈົ້າເບິ່ງຄືກັບວ່າເປັນແມ່ເຮືອນທີ່ທຳມະດາເຊິ່ງບໍ່ມີພອນສະຫວັນທີ່ສະເພາະ, ແລ້ວພຣະເຈົ້າມອບຄວາມເຂັ້ມແຂງທີ່ມະຫາສານດັ່ງກ່າວໃຫ້ກັບເຈົ້າໄດ້ແນວໃດ?” ຂ້ອຍຮູ້ວ່າມັນບໍ່ແມ່ນຍ້ອນຂ້ອຍທີ່ອັນຕະພານທີ່ເປັນຕໍາຫຼວດເຫຼົ່ານີ້ກຳລັງຜ່ອນຜັນ, ແຕ່ກົງກັນຂ້າມ ພວກເຂົາກຳລັງຍອມຈຳນົນຢູ່ພາຍໃຕ້ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ຂ້ອຍໄດ້ເປັນພະຍານເປັນການສ່ວນຕົວວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ມັນສາມາດເຮັດໃຫ້ຜູ້ຄົນເຕັມລົ້ນດ້ວຍຄວາມເຂັ້ມແຂງຢ່າງມະຫາສານ ແລະ ໂດຍການປະຕິບັດຕາມພຣະທຳຂອງພຣະເຈົ້າ ຄົນໆໜຶ່ງກໍ່ສາມາດເອົາຊະນະຄວາມຢ້ານກົວຄວາມຕາຍຂອງພວກເຂົາ ແລະ ເອົາຊະນະຊາຕານ. ຜົນຕາມມາຂອງທັງໝົດນີ້ກໍ່ຄື ຄວາມເຊື່ອຂອງຂ້ອຍໃນພຣະເຈົ້າກໍ່ຍິ່ງເຂັ້ມແຂງຂຶ້ນ.

ໃນຕອນເຊົ້າຂອງມື້ທີສອງ ຕອນເວລາປະມານເຈັດໂມງ, ຫົວໜ້າໄດ້ເຂົ້າມາເພື່ອສອບສວນຂ້ອຍອີກຄັ້ງ. ເມື່ອລາວເຫັນວ່າຂ້ອຍຍັງບໍ່ເຕັມໃຈທີ່ຈະເວົ້າ, ລາວກໍ່ພະຍາຍາມລໍ້ລວງຂ້ອຍດ້ວຍອີກກົນອຸບາຍທີ່ມີເລ່ຫຼ່ຽມ. ຕໍາຫຼວດທີ່ຫົວລ້ານ ແລະ ນຸ່ງເສື້ອຜ້າທຳມະດາໄດ້ເຂົ້າມາ, ຊ່ວຍຂ້ອຍໃຫ້ລຸກຂຶ້ນ ແລະ ພາຂ້ອຍໄປນັ່ງເທິງໂຊຟາ. ລາວເຊັດເສື້ອຜ້າຂອງຂ້ອຍ, ຕົບບ່າໄຫຼ່ຂ້ອຍຢ່າງຄ່ອຍໆ ແລະ ເວົ້າດ້ວຍຮອຍຍິ້ມທີ່ປອມ ໂດຍທຳທ່າເປັນຫ່ວງ “ເບິ່ງເຈົ້າແມະ, ບໍ່ມີເຫດຜົນທີ່ເຈົ້າຕ້ອງທົນທຸກແບບນີ້. ພຽງແຕ່ລົມກັບພວກເຮົາ ແລະ ຫຼັງຈາກນັ້ນ ເຈົ້າກໍ່ກັບເຮືອນໄດ້. ເປັນຫຍັງເຈົ້າຈຶ່ງຢູ່ທີ່ນີ້ ແລະ ທົນທຸກກັບການທໍລະມານທັງໝົດນີ້? ລູກຂອງເຈົ້າກຳລັງລໍຖ້າເຈົ້າຢູ່ທີ່ເຮືອນ. ເຈົ້າຮູ້ບໍວ່າມັນທໍລະມານສໍ່າໃດທີ່ຂ້ອຍຕ້ອງເຫັນເຈົ້າທົນທຸກແບບນີ້?” ເມື່ອຮັບຟັງຄຳເວົ້າຕົວະທັງໝົດຂອງລາວ ແລະ ໄດ້ຫຼຽວເບ່ິງໃບໜ້າທີ່ເປັນຕາກຽດຊັງ ແລະ ໄຮ້ຢາງອາຍນັ້ນ, ຂ້ອຍກໍ່ກັດແຂ້ວຂອງຂ້ອຍດ້ວຍຄວາມໃຈຮ້າຍ ແລະ ຄິດກັບຕົນເອງວ່າ “ເຈົ້າເປັນພຽງແຕ່ມານຮ້າຍທີ່ເວົ້າຄຳເວົ້າຕົວະທຸກປະເພດຢ່າງລອຍໆເພື່ອຫຼອກລວງຂ້ອຍ. ເຈົ້າຢ່າຄິດແມ່ນແຕ່ນາທີດຽວວ່າຂ້ອຍຈະທໍລະຍົດພຣະເຈົ້າ! ເຈົ້າຢ່າແມ່ນແຕ່ຝັນວ່າຂ້ອຍຈະເວົ້າແມ່ນແຕ່ຄຳດຽວກ່ຽວກັບຄຣິດຕະຈັກ!” ເມື່ອຕໍາຫຼວດເຫັນວ່າຂ້ອຍຍັງບໍ່ເວົ້າຫຍັງ, ລາວກໍ່ຈ້ອງຂ້ອຍດ້ວຍສາຍຕາທີ່ເຕັມໄປດ້ວຍຕັນຫາ ແລະ ເລີ່ມລູບຄຳຂ້ອຍດ້ວຍມືຂອງລາວ. ຂ້ອຍຍັບອອກຈາກລາວໂດຍທັນທີ, ແຕ່ຄົນຊົ່ວຄົນນັ້ນກໍ່ຈັບຂ້ອຍດ້ວຍມືເບື້ອງໜຶ່ງເພື່ອຂ້ອຍຈະບໍ່ສາມາດເຄື່ອນເໜັງໄດ້ ແລະ ຫຼັງຈາກນັ້ນ ລາວກໍ່ກຳໜ້າເອິກຂອງຂ້ອຍດ້ວຍມືອີກເບື້ອງໜຶ່ງຂອງລາວ. ຂ້ອຍຮ້ອງໄຫ້ດ້ວຍຄວາມເຈັບປວດ ແລະ ຮູ້ສຶກກຽດຊັງຢ່າງຫຼວງຫຼາຍສຳລັບຊາຍຄົນນີ້; ຂ້ອຍໃຈຮ້າຍຫຼາຍຈົນທົ່ວຮ່າງກາຍຂອງຂ້ອຍສັ່ນ ແລະ ນໍ້າຕາໄດ້ໄຫຼລົງມາອາບແກ້ມຂອງຂ້ອຍ. ຂ້ອຍຈ້ອງເບິ່ງລາວດ້ວຍສາຍຕາທີ່ໂຫດຮ້າຍ ແລະ ເມື່ອເຫັນແບບນັ້ນໃນສາຍຕາຂອງຂ້ອຍ ລາວກໍ່ປ່ອຍຂ້ອຍໄປ. ຜ່ານປະສົບການສ່ວນຕົວນີ້, ຂ້ອຍໄດ້ເປັນພະຍານເຖິງທຳມະຊາດທີ່ຊົ່ວຮ້າຍ, ມີປະຕິກິລິຍາຕອບໂຕ້ທີ່ຮ້າຍແຮງ ແລະ ໂຫດຮ້າຍຂອງລັດຖະບານຂອງພັກກອມມູນິດຈີນຢ່າງແທ້ຈິງ. ຂ້ອຍໄດ້ເຫັນວ່າ “ຕຳຫຼວດຂອງປະຊາຊົນທີ່” ທີ່ກຳລັງເຮັດວຽກສຳລັບສະຖາບັນຂອງພັກກອມມູນິດຈີນເປັນພຽງອັນຕະພານທີ່ເປັນຕາລັງກຽດ, ໄຮ້ຢາງອາຍແທ້ໆ ແລະ ເປັນສິ່ງມີຊີວິດທີ່ຕໍ່າຕ້ອຍເຊິ່ງບໍ່ມີຄວາມສຳນຶກໃດໆເລີຍ! ເພາະຂ້ອຍບໍ່ໄດ້ດື່ມນໍ້າແມ່ນແຕ່ຢອດດຽວເປັນເວລາ 24 ຊົ່ວໂມງ, ຮ່າງກາຍຂອງຈຶ່ງເລີ່ມອິດເມື່ອຍ ແລະ ໝົດແຮງລົງຢ່າງເປັນອັນຕະລາຍ ແລະ ຂ້ອຍບໍ່ແນ່ໃຈແທ້ໆວ່າຂ້ອຍຈະສາມາດມີຊີວິດຕໍ່ໄປອີກດົນ ຫຼື ບໍ່. ຂ້ອຍຖືກໂຈມຕີດ້ວຍຄວາມຮູ້ສຶກທໍລະມານ ແລະ ສິ້ນຫວັງຢ່າງເລິກເຊິ່ງໃນທັນທີ. ໃນຊ່ວງເວລານັ້ນ, ຂ້ອຍຄິດເຖິງເພງສັນລະເສີນໃນຄຣິດຕະຈັກ. “ເຖິງແມ່ນວ່າຈະຖືກກົດຂີ່ ແລະ ຖືກຈັບກຸມໂດຍມັງກອນແດງທີ່ຍິ່ງໃຫຍ່, ແຕ່ຂ້ອຍຍິ່ງຕັ້ງໃຈຂຶ້ນກວ່າເກົ່າທີ່ຈະຕິດຕາມພຣະເຈົ້າ. ຂ້ອຍເຫັນວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນຊົ່ວຮ້າຍຂະໜາດໃດ; ມັນສາມາດທົນກັບພຣະເຈົ້າໄດ້ແນວໃດ? ພຣະເຈົ້າໄດ້ມາຢູ່ໃນເນື້ອໜັງ. ຂ້ອຍຈະບໍ່ຕິດຕາມພຣະອົງໄດ້ແນວໃດ? ຂ້ອຍປະຖິ້ມຊາຕານ ແລະ ຕິດຕາມພຣະເຈົ້າດ້ວຍຄວາມຕັ້ງໃຈທີ່ໜັກແໜ້ນຄືເຫຼັກ. ບ່ອນໃດກໍຕາມທີ່ມານຮ້າຍຢູ່ໃນອຳນາດ, ຄວາມລຳບາກແມ່ນເສັ້ນທາງຂອງການເຊື່ອໃນພຣະເຈົ້າ. ຊາຕານຂຸບຢູ່ສົ້ນຕີນຂອງຂ້ອຍ; ມັນບໍ່ມີບ່ອນປອດໄພທີ່ຈະອາໄສຢູ່ໄດ້. ການເຊື່ອ ແລະ ການນະມັດສະການພຣະເຈົ້າເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດຢ່າງແທ້ຈິງ. ເມື່ອໄດ້ເລືອກທີ່ຈະຮັກພຣະເຈົ້າແລ້ວ, ຂ້ອຍຈະຊື່ສັດຈົນເຖິງທີ່ສຸດ. ກົນອຸບາຍຕ່າງໆຂອງມານຮ້າຍເປັນສິ່ງທີ່ປ່າເຖື່ອນ, ໂຫດຮ້າຍ ແລະ ໜ້າລັງກຽດຢ່າງແທ້ຈິງ. ເມື່ອໄດ້ຮັບທັດສະນະທີ່ຊັດເຈນກ່ຽວກັບໜ້າຕາຂອງຊາຕານ, ຂ້ອຍຍິ່ງຮັກພຣະຄຣິດຫຼາຍຂຶ້ນ. ຂ້ອຍຈະບໍ່ມີວັນຍອມແພ້ຕໍ່ຊາຕານ ຫຼື ມີການດໍາລົງຄົງຢູ່ທີ່ບໍ່ມີຄ່າ. ຂ້ອຍຈະທົນທຸກຕໍ່ທຸກການທໍລະມານ, ຄວາມລໍາບາກ ແລະ ຄວາມເຈັບປວດທັງໝົດ ແລະ ອົດທົນຜ່ານຄວາມມືດທີ່ສຸດຂອງຄໍ່າຄືນ. ເພື່ອນໍາຄວາມສະບາຍໃຈໃຫ້ແກ່ພຣະເຈົ້າ, ຂ້ອຍຈະທົນເປັນພະຍານທີ່ຊະນະ ແລະ ເຮັດໃຫ້ຊາຕານອັບອາຍ” (ຈາກບົດເພງ “ການລຸກຂຶ້ນທ່າມກາງຄວາມມືດ ແລະ ການກົດຂີ່ຂູດຮີດ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ເພງສັນລະເສີນທີ່ກ້ອງກັງວານ ແລະ ມີພະລັງນີ້ເປັນແຮງຜັກດັນທີ່ຍິ່ງໃຫຍ່ສຳລັບຂ້ອຍ: ມານຮ້າຍເຫຼົ່ານີ້ກຳລັງຂົ່ມເຫັງຜູ້ເຊື່ອໃນພຣະເຈົ້າໃນລັກສະນະນີ້ ເພາະພວກເຂົາກຽດຊັງພຣະເຈົ້າ. ເປົ້າໝາຍທີ່ຕາຂາວ ແລະ ຊົ່ວຮ້າຍຂອງພວກເຂົາແມ່ນເພື່ອຫ້າມບໍ່ໃຫ້ພວກເຮົາເຊື່ອ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນກໍ່ຂັດຂວາງ ແລະ ທຳລາຍພາລະກິດຂອງພຣະເຈົ້າ ແລະ ທຳລາຍໂອກາດຂອງມະນຸດຊາດທີ່ຈະໄດ້ຮັບຄວາມລອດພົ້ນ. ໃນຊ່ວງເວລາທີີ່ສຳຄັນຂອງການສູ້ຮົບຝ່າຍວິນຍານນີ້, ຂ້ອຍກໍ່ບໍ່ສາມາດນອນລົງ ແລະ ປ່ອຍໃຫ້ຕົນເອງເປັນຕົວຕະລົກໃຫ້ກັບຊາຕານໄດ້. ຍິ່ງຊາຕານທໍລະມານຂ້ອຍຫຼາຍສໍ່າໃດ, ຂ້ອຍກໍ່ຍິ່ງເຫັນໄດ້ເຖິງໃບໜ້າທີ່ໂຫດຮ້າຍຂອງມັນຊັດເຈນສ່ຳນັ້ນ ແລະ ຂ້ອຍຍິ່ງຕ້ອງການປະຖິ້ມມັນ ແລະ ຢືນຢູ່ຂ້າງພຣະເຈົ້າ. ຂ້ອຍເຊື່ອວ່າພຣະເຈົ້າຈະເອົາຊະນະ ແລະ ຊາຕານຕ້ອງຖືກລົ້ມລົງດ້ວຍຄວາມປະລາໄຊຢ່າງແນ່ນອນ. ຂ້ອຍບໍ່ສາມາດຍອມຈຳນົນໄດ້ ແລະ ຂ້ອຍປາຖະໜາທີ່ຈະເພິ່ງພາພຣະເຈົ້າ ແລະ ເປັນພະຍານທີ່ເຂັ້ມແຂງ ແລະ ກ້ອງກັງວານໃຫ້ກັບພຣະອົງ.

ເມື່ອຕໍາຫຼວດຮູ້ວ່າພວກເຂົາຈະບໍ່ໄດ້ຂໍ້ມູນຫຍັງທີ່ມີຄ່າຈາກຂ້ອຍ, ພວກເຂົາກໍ່ເຊົາການສອບສວນ ແລະ ໃນຕອນແລງຂອງມື້ນັ້ນ ພວກເຂົາກໍ່ຂົນສົ່ງຂ້ອຍໄປທີ່ເຮືອນກັກຂັງ. ໃນຈຸດນັ້ນ, ຂ້ອຍຖືກຕີຈົນຈື່ບໍ່ໄດ້ ນັ້ນກໍ່ຄື ໃບໜ້າຂອງຂ້ອຍບວມ, ຂ້ອຍບໍ່ສາມາດມືນຕາຂອງຂ້ອຍ ແລະ ຮີມສົບຂອງຂ້ອຍກໍ່ເຕັມໄປດ້ວຍຄວາມເຈັບປວດ. ຜູ້ຄຸມຄຸກທີ່ເຮືອນກັກຂັງກໍ່ຫຼຽວເບິ່ງຂ້ອຍແຕ່ຄັ້ງດຽວ ແລະ ເມື່ອເຫັນວ່າຂ້ອຍຖືກຕີຈົນເກືອບຈະຕາຍແລ້ວ ພວກເຂົາກໍ່ບໍ່ຕ້ອງການມີຄວາມຜິດຊອບຫຍັງສຳລັບສິ່ງທີ່ເກີດຂຶ້ນ ແລະ ປະຕິເສດທີ່ຈະຮັບເອົາຂ້ອຍ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກການເຈລະຈາບາງຢ່າງ ຂ້ອຍກໍ່ຖືກຮັບເຂົ້າໃນທີ່ສຸດ ຕອນປະມານເຈັດໂມງໃນຕອນກາງຄືນຂອງມື້ນັ້ນ ແລະ ຂ້ອຍຖືກພາໄປຫ້ອງຂັງ.

ໃນຄືນນັ້ນ, ຂ້ອຍໄດ້ກິນອາຫານທຳອິດຂອງຂ້ອຍນັບຕັ້ງແຕ່ທີ່ຖືກຈັບກຸມ: ສາລະເປົາໜຶ້ງທີ່ແຂງ, ດຳ ແລະ ຫຍາບ ເຊິ່ງຍໍ້າຍາກ ແລະ ກືນຍາກ ແລະ ແກງຖ້ວຍໜຶ່ງທີ່ມີຜັກຫ່ຽວໆພ້ອມກັບໜອນທີ່ຕາຍແລ້ວລອຍຢູ່ເທິງແກງ ແລະ ຊັ້ນຝຸ່ນຢູ່ລຸ່ມຖ້ວຍ. ບໍ່ມີຫຍັງໃນສິ່ງນັ້ນທີ່ສາມາດຢຸດຂ້ອຍຈາກການຊົດກິນອາຫານນັ້ນໃຫ້ໄວເທົ່າທີ່ຂ້ອຍສາມາດເຮັດໄດ້. ເພາະຂ້ອຍເປັນຜູ້ເຊື່ອ, ໃນມື້ຕໍ່ມາ ເຈົ້າໜ້າທີ່ດັດສ້າງຈຶ່ງມັກກະຕຸ້ນໃຫ້ນັກໂທດຄົນອື່ນໆເຮັດໃຫ້ຊີວິດຂອງຂ້ອຍເປັນນະຮົກ. ຄັ້ງໜຶ່ງ, ຫົວໜ້ານັກໂທດໃນຫ້ອງຂັງຂອງພວກເຮົາອອກຄຳສັ່ງ ແລະ ລູກນ້ອງຂອງລາວກໍ່ຈັບຜົມຂອງຂ້ອຍ ແລະ ເອົາຫົວຂອງຂ້ອຍທູບໃສ່ກຳແພງ. ພວກເຂົາເອົາຫົວຂອງຂ້ອຍທຸບແຮງຫຼາຍຈົນຂ້ອຍຮູ້ສຶກວິນຫົວ ແລະ ບໍ່ສາມາດເບິ່ງໄດ້ແຈ້ງ. ອີກຢ່າງ, ໃນຕອນກາງຄືນ ພວກເຂົາຈະບໍ່ຍອມໃຫ້ຂ້ອຍນອນຫຼັບເທິງຕຽງ ແລະ ສະນັ້ນ ຂ້ອຍຈຶ່ງຕ້ອງນອນເທິງພື້ນຊີມັງທີ່ເຢັນໃກ້ໆກັບຫ້ອງນໍ້າ. ຍິ່ງໄປກວ່ານັ້ນ, ຜູ້ຄຸມຄຸກບັງຄັບໃຫ້ຂ້ອຍທ່ອງຈຳກົດລະບຽບຂອງເຮືອນກັກຂັງ ແລະ ຖ້າຂ້ອຍທ່ອງພວກມັນຜິດ ຫຼື ລືມພວກມັນ, ພວກເຂົາກໍ່ຈະຕີຂ້ອຍດ້ວຍສາຍແອວໜັງ. ເມື່ອຜະເຊີນໜ້າກັບການທໍລະມານ ແລະ ການເຮັດໃຫ້ອັບອາຍທີ່ບໍ່ມີມະນຸດສະທຳແບບນີ້ເກືອບຕະຫຼອດເວລາ, ຂ້ອຍກໍ່ເລີ່ມອ່ອນແອ ແລະ ຄິດວ່າມັນດີກວ່າທີ່ຈະຕາຍ ແທນທີ່ຈະທົນທຸກຄືກັບສັດທີ່ຢູ່ໃນກົງມື້ແລ້ວມື້ເລົ່າ. ໃນຫຼາຍເຫດການ, ເມື່ອຂ້ອຍກຳລັງຈະຖືກທຸບຫົວຂອງຂ້ອຍໃສ່ກຳແພງ ແລະ ກຳລັງຈະຈົບລົງ, ພຣະທຳຂອງພຣະເຈົ້າຈະຊີ້ນໍາຂ້ອຍ ໂດຍເວົ້າວ່າ “ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ). ພຣະທຳຂອງພຣະເຈົ້າໃຫ້ການໜູນໃຈແກ່ຂ້ອຍ ແລະ ເຮັດໃຫ້ຫົວໃຈຂອງຂ້ອຍອົບອຸ່ນ. ເມື່ອຂ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າ, ນໍ້າຕາກໍ່ໄຫຼອອກຈາກຕາຂອງຂ້ອຍ. ຂ້ອຍຄິດເຖິງເວລາທີ່ຂ້ອຍຖືກຕີຢ່າງໂຫດຮ້າຍໂດຍອັນຕະພານທີ່ເປັນຕໍາຫຼວດ, ມັນຄືຄວາມຮັກຂອງພຣະເຈົ້າທີ່ໄດ້ດູແລຂ້ອຍຕະຫຼອດເວລາ, ພຣະອົງໄດ້ຊີ້ນໍາຂ້ອຍດ້ວຍພຣະທຳຂອງພຣະອົງ ແລະ ພຣະອົງໄດ້ມອບຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ກັບຂ້ອຍ ແລະ ປ່ອຍໃຫ້ຂ້ອຍຢູ່ລອດຜ່ານການທໍລະມານທີ່ໂຫດຮ້າຍນັ້ນຢ່າງເຫຼືອເຊື່ອ. ຫຼັງຈາກທີ່ຖືກທາລຸນ ແລະ ຖືກຂົ່ມເຫັງໂດຍຫົວໜ້ານັກໂທດໃນຫ້ອງຂັງຂອງພວກເຮົາ ແລະ ຖືກທໍລະມານໂດຍນັກໂທດຄົນອື່ນໆຈົນເຖິງຈຸດທີ່ຂ້ອຍເກືອບມີອາການລະບົບປະສາດລົ້ມເຫຼວ ແລະ ກຳລັງຕຶກຕອງທີ່ຈະຈົບຊີວິດຂອງຂ້ອຍເອງ, ພຣະທຳຂອງພຣະເຈົ້າກໍ່ມອບຄວາມເຊື່ອ ແລະ ຄວາມກ້າຫານໃຫ້ຂ້ອຍອີກຄັ້ງເພື່ອລຸກຂຶ້ນໃໝ່. ຖ້າພຣະເຈົ້າບໍ່ໄດ້ຢູ່ຂ້າງຂ້ອຍ, ເຝົ້າເບິ່ງຂ້ອຍ, ຂ້ອຍກໍ່ຄົງຈະຖືກທໍລະມານຈົນຕາຍໂດຍຄົນປ່າເຖື່ອນທີ່ຊົ່ວຮ້າຍເຫຼົ່ານັ້ນຕັ້ງແຕ່ດົນແລ້ວ. ເມື່ອຜະເຊີນໜ້າກັບຄວາມຮັກ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ຂ້ອຍກໍ່ບໍ່ສາມາດຕໍ່ຕ້ານຢູ່ຊື່ໆ ແລະ ເຮັດໃຫ້ຫົວໃຈຂອງພຣະເຈົ້າໄດ້ຮັບຄວາມໂສກເສົ້າອີກຕໍ່ໄປ. ຂ້ອຍຕ້ອງຍຶດໝັ້ນກັບພຣະເຈົ້າ ແລະ ຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຄວາມຈົງຮັກພັກດີ. ໂດຍບໍ່ຄາດຄິດ, ຫຼັງຈາກທີ່ຂ້ອຍແກ້ໄຂສະພາວະຄວາມຄິດຂອງຂ້ອຍ, ພຣະເຈົ້າໄດ້ເຮັດໃຫ້ນັກໂທດອີກຄົນລຸກຂຶ້ນ ແລະ ປະທ້ວງຕ່າງໜ້າຂ້ອຍ ແລະ ລາວ ແລະ ຫົວໜ້ານັກໂທດກໍ່ຕໍ່ສູ້ກັນຢ່າງໃຫຍ໋. ໃນທີ່ສຸດ, ຫົວໜ້ານັກໂທດກໍ່ຍອມ ແລະ ປ່ອຍໃຫ້ຂ້ອຍນອນເທິງຕຽງ. ຂອບພຣະຄຸນພຣະເຈົ້າ. ຖ້າມັນບໍ່ແມ່ນຍ້ອນຄວາມກະລຸນາຂອງພຣະເຈົ້າ, ການນອນຢູ່ເທິງພື້ນຊີມັງທີ່ປຽກ ແລະ ເຢັນເປັນເວລາດົນນານກໍ່ຄົງຈະຂ້າຂ້ອຍ ຫຼື ເຮັດໃຫ້ຂ້ອຍພິການ ເນື່ອງຈາກສະພາບຮ່າງກາຍທີ່ອ່ອນແອຂອງຂ້ອຍ. ໃນລັກສະນະນີ້, ຂ້ອຍສາມາດຢູ່ລອດຕະຫຼອດສອງເດືອນທີ່ທໍລະຫົດໃນເຮືອນກັກຂັງ. ໃນລະຫວ່າງເວລານັ້ນ, ອັນຕະພານທີ່ເປັນຕຳຫຼວດໄດ້ຖາມຂ້ອຍອີກສອງຄັ້ງໂດຍໃຊ້ຍຸດທະສາດຕໍາຫຼວດດີ, ຕໍາຫຼວດຊົ່ວແບບເກົ່າ. ແຕ່ດ້ວຍການປົກປ້ອງຂອງພຣະເຈົ້າ, ຂ້ອຍກໍ່ສາມາດເຫັນທະລຸແຜນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານ ແລະ ເບິ່ງເຫັນກົນອຸບາຍທີ່ຊົ່ວຮ້າຍຂອງພວກເຂົາ. ໃນທີ່ສຸດ, ພວກເຂົາກໍ່ພຽງແຕ່ໝົດຍຸດທະສາດ ແລະ ຫຼັງຈາກທີ່ພວກເຂົາລົ້ມເຫຼວໃນການສອບສວນທັງໝົດ, ໃນທີ່ສຸດ ພວກເຂົາກໍ່ຕັດສິນຂ້ອຍໃຫ້ຕິດຄຸກເປັນເວລາສາມປີ ແລະ ສົ່ງຂ້ອຍໄປຢູ່ທີ່ຄຸກແມ່ຍິງທີສອງເພື່ອປະຕິບັດຕາມຄຳຕັດສິນຂອງຂ້ອຍ.

ນັບຕັ້ງແຕ່ມື້ທຳອິດທີ່ຂ້ອຍມາຮອດຄຸກ, ຂ້ອຍກໍ່ຖືກບັງຄັບໃຫ້ໃຊ້ແຮງງານຮ່າງກາຍຢ່າງໜັກໜ່ວງ. ຂ້ອຍຕ້ອງເຮັດວຽກຫຼາຍກວ່າສິບຊົ່ວໂມງຕໍ່ມື້ ແລະ ຂ້ອຍຕ້ອງຖັກເສື້ອກັນໜາວໜຶ່ງຜືນ ຫຼື ຜະລິດຜ້າແພສາມສິບຫາສີ່ສິບຜືນ ຫຼື ຫຸ້ມຫໍ່ໄມ້ຄີບຖູ່ສິບພັນຄູ່ໃນແຕ່ລະມື້. ຖ້າຂ້ອຍບໍ່ສາມາດສຳເລັດວຽກງານເຫຼົ່ານີ້ໄດ້, ເງື່ອນໄຂເວລາໃນຄຳຕັດສິນຂອງຂ້ອຍກໍ່ຈະຖືກເລື່ອນ. ຄືກັບວ່າການອອກແຮງງານຮ່າງກາຍທີ່ຮຸນແຮງຍັງບໍ່ເມື່ອຍພໍ, ໃນຕອນກາງຄືນ ພວກເຮົາຖືກບັງຄັບໃຫ້ມີສ່ວນຮ່ວມໃນການລ້າງສະຫມອງທາງດ້ານການເມືອງປະເພດໜຶ່ງທີ່ມີເຈດຕະນາເພື່ອທໍາລາຍຈິດວິນຍານຂອງພວກເຮົາ, ເຊິ່ງພວກເຮົາຖືກບັງຄັບໃຫ້ສຶກສາກົດລະບຽບໃນຄຸກ, ກົດໝາຍ, ລັດທິມາກ-ເລນິນ ແລະ ແນວຄິດຂອງເໝົາ ເຈີຕຸງ. ເມື່ອໃດກໍ່ຕາມທີ່ຂ້ອຍໄດ້ຍິນເຈົ້າໜ້າທີ່ດັດສ້າງອະທິບາຍຄວາມໂງ່ຈ້າທີ່ເຊື່ອວ່າບໍ່ມີພຣະເຈົ້າຂອງພວກເຂົາ, ຂ້ອຍກໍ່ຈະຮູ້ສຶກປວດຮາກ ແລະ ຮູ້ສຶກກຽດຊັງວິທີການທີ່ເປັນຕາລັງກຽດ ແລະ ໄຮ້ຢາງອາຍຂອງພວກເຂົາເປັນຢ່າງຍິ່ງ. ຕະຫຼອດເວລາທີ່ຂ້ອຍຢູ່ໃນຄຸກ, ບໍ່ມີແມ່ນແຕ່ຄືນດຽວທີ່ຂ້ອຍຈະນອນຫຼັບດີ, ພວກເຮົາມັກຈະຖືກເຮັດໃຫ້ຕົກໃຈໃຫ້ຕື່ນຈາກການນອນຫຼັບຂອງພວກເຮົາໃນກາງຄືນໂດຍສຽງເປົ່າໝາກຫວີດຂອງຜູ້ຄຸມຄຸກ. ພວກເຂົາຈະບັງຄັບໃຫ້ພວກເຮົາຕື່ນຂຶ້ນ ແລະ ຢືນຢູ່ໃນທາງຍ່າງໂດຍບໍ່ມີເຫດຜົນທີ່ຊັດເຈນ ຫຼື ມອບໝາຍວຽກງານໃຫ້ພວກເຮົາ ເຊັ່ນ: ການຂົນມັນຝຣັ່ງ, ໝາກສາລີ ແລະ ອາຫານ. ແຕ່ລະຖົງມີນໍ້າໜັກຫຼາຍກວ່າ 50 ກິໂລກຣາມ. ໃນລະຫວ່າງກາງຄືນຂອງລະດູໜາວ, ພວກເຮົາຕ້ອງຕໍ່ສູ້ກັບສຽງລົມທີ່ໂຫມກະໜ່ຳ ແລະ ເຢັນໜາວຈົນຮອດກະດູກ. ພວກເຮົາຈະຕ້ອງຄານ ແລະ ຍ່າງໂຊເຊຕະຫຼອດເສັ້ນທາງຂອງພວກເຮົາ, ໂດຍໃຊ້ຕີນເທື່ອລະຂ້າງ, ບາງເທື່ອກໍ່ເຖິງກັບລົ້ມລົງພາຍໃຕ້ນໍ້າໜັກຂອງເຄື່ອງແບກຫາບຂອງພວກເຮົາ. ຂ້ອຍມັກຈະລາກຮ່າງກາຍທີ່ອ່ອນເພຍຂອງຂ້ອຍກັບຄືນໄປຫາຫ້ອງຂັງຂອງຂ້ອຍໃນເວລາສອງ ຫຼື ສາມໂມງຕອນເຊົ້າ, ອິດເມື່ອຍ ແລະ ນໍ້າຕາໄຫຼ. ໃນຄືນດັ່ງກ່າວ, ການປະສົມກັນລະຫວ່າງຄວາມອ່ອນເພຍ, ຄວາມໜາວ ແລະ ຄວາມໃຈຮ້າຍຈະເຮັດໃຫ້ຂ້ອຍບໍ່ສາມາດນອນຫຼັບໄດ້. ເມື່ອໃດກໍ່ຕາມທີ່ຂ້ອຍຄິດກ່ຽວກັບວ່າຂ້ອຍຍັງຕ້ອງທົນກັບການຕິດຄຸກເປັນເວລາສາມປີ, ຂ້ອຍກໍ່ຈະຕົກລົງສູ່ຄວາມສິ້ນຫວັງຍິ່ງກວ່າເກົ່າ ແລະ ທົ່ວຮ່າງກາຍຂອງຂ້ອຍຈະຮູ້ສຶກເປັນອໍາມະພາດດ້ວຍຄວາມອິດເມື່ອຍ. ພຣະເຈົ້າຮູ້ດີກ່ຽວກັບຄວາມທົນທຸກຂອງຂ້ອຍ ແລະ ໃນຈຸດທີ່ຕົກຕໍ່າທີ່ສຸດຂອງຂ້ອຍ, ພຣະອົງໄດ້ຊີ້ນໍາຂ້ອຍໃຫ້ຈື່ຂໍ້ຄວາມນີ້ໃນພຣະທຳຂອງພຣະອົງ, “ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41). ພຣະທຳຂອງພຣະເຈົ້າເປັນການປອບໂຍນຢ່າງເລິກເຊິ່ງສໍາລັບຫົວໃຈທີ່ໂສກເສົ້າ ແລະ ທົນທຸກຂອງຂ້ອຍ ແລະ ພຣະທຳເຫຼົ່ານັ້ນເຮັດໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ. ສະຖານະການທີ່ຂ້ອຍພົບວ່າຕົນເອງຢູ່ໃນຕອນນີ້ເປັນການທົດສອບທີ່ແທ້ຈິງ. ພຣະເຈົ້າຕ້ອງການເບິ່ງວ່າຂ້ອຍຈະຄົງຈົງຮັກພັກດີຕໍ່ພຣະອົງຢູ່ ຫຼື ບໍ່ ໃນທ່າມກາງການທົນທຸກດັ່ງກ່າວ ແລະ ຂ້ອຍຈະຮັກພຣະອົງຢ່າງແທ້ຈິງ ຫຼື ບໍ່. ເຖິງແມ່ນວ່າການຢູ່ໃນຄຸກເປັນເວລາສາມປີແມ່ນເວລາດົນຫຼາຍ, ດ້ວຍພຣະທຳຂອງພຣະເຈົ້າທີ່ຈະຊີ້ນໍາຂ້ອຍ ແລະ ຄວາມຮັກຂອງພຣະເຈົ້າທີ່ສະໜັບສະໜູນຂ້ອຍ, ຂ້ອຍຮູ້ວ່າຂ້ອຍບໍ່ໄດ້ຢູ່ຄົນດຽວ. ຂ້ອຍຈະເພິ່ງພາພຣະເຈົ້າເພື່ອອົດທົນກັບຄວາມເຈັບປວດ ແລະ ຄວາມທົນທຸກທັງໝົດ ແລະ ເອົາຊະນະຊາຕານ. ຂ້ອຍບໍ່ສາມາດປ່ອຍໃຫ້ຕົວເອງຂີ້ຢ້ານຕາຂາວໄດ້.

ຄວາມມືດ ແລະ ຄວາມຊົ່ວຮ້າຍຂອງລັດຖະບານຂອງພັກກອມມູນິດຈີນແມ່ນຊັດເຈນໃນທຸກດ້ານຂອງຄຸກນີ້ທີ່ພວກເຂົາດູແລ, ແຕ່ຄວາມຮັກຂອງພຣະເຈົ້າຢູ່ກັບຂ້ອຍຢູ່ສະເໝີ. ຄັ້ງ ໜຶ່ງ, ຜູ້ຄຸມຄຸກຄົນໜຶ່ງໄດ້ສັ່ງໃຫ້ຂ້ອຍຂົນຖົງໄມ້ຄີບຖູ່ຂຶ້ນໄປຊັ້ນທີຫ້າ. ເພາະຂັ້ນໄດຖືກປົກຄຸມດ້ວຍນໍ້າກ້ອນ, ຂ້ອຍຕ້ອງຍ່າງຊ້າຫຼາຍເນື່ອງຈາກນໍ້າໜັກຂອງຖົງ. ເຖິງຢ່າງໃດກໍ່ຕາມ, ຜູ້ຄຸມສືບຕໍ່ບອກໃຫ້ຂ້ອຍຟ້າວ ແລະ ໂດຍຢ້ານວ່າຂ້ອຍຈະຖືກທຸບຕີຢ່າງໜັກ ຖ້າຂ້ອຍບໍ່ສຳເລັດການມອບໝາຍຂອງຂ້ອຍ, ຂ້ອຍຈຶ່ງວິຕົກກັງວົນ ແລະ ມື່ນລົ້ມຍ້ອນຄວາມຟ້າວຂອງຂ້ອຍ, ຕົກລົງຂັ້ນໄດ ແລະ ເຮັດໃຫ້ກະດູກສົ້ນຕີນຂອງຂ້ອຍແຕກ. ຂ້ອຍນອນຢຽດໂຕຢູ່ເທິງພື້ນ, ບໍ່ສາມາດຍັບຂາຂອງຂ້ອຍ ແລະ ຢູ່ໃນເຫື່ອທີ່ໜາວເຢັນ ເນື່ອງຈາກຄວາມເຈັບປວດທີ່ຮຸນແຮງຈາກກະດູກທີ່ຫັກ. ເຖິງຢ່າງໃດກໍ່ຕາມ, ຜູ້ຄຸມບໍ່ໄດ້ສະແດງຄວາມສົນໃຈແມ່ນແຕ່ໜ້ອຍດຽວ. ລາວເວົ້າວ່າຂ້ອຍທຳທ່າເຮັດ ແລະ ສັ່ງໃຫ້ຂ້ອຍລຸກຂຶ້ນ ແລະ ເຮັດວຽກຕໍ່ໄປ, ແຕ່ຂ້ອຍບໍ່ສາມາດຢືນໄດ້. ເອື້ອຍຄົນໜຶ່ງຈາກຄຣິດຕະຈັກ ຜູ້ທີ່ກຳລັງປະຕິບັດຕາມຄຳຕັດສິນໃນຄຸກດຽວກັນກັບຂ້ອຍ ໄດ້ເຫັນສິ່ງທີ່ເກີດຂຶ້ນ ແລະ ພາຂ້ອຍໄປທີ່ຄລີນິກປະຈຳຄຸກໃນທັນທີ. ທີ່ຄລີນິກ, ທ່ານໝໍທີ່ດູແລຮັກສາພຽງແຕ່ພັນບາດໃນຕີນຂອງຂ້ອຍ, ເອົາຢາບາງຢ່າງທີ່ຖືກໆສອງສາມເມັດໃຫ້ແກ່ຂ້ອຍ ແລະ ສົ່ງຂ້ອຍກັບຄືນໄປ. ໂດຍຢ້ານວ່າຂ້ອຍຈະບໍ່ສາມາດບັນລຸໂກຕ້າວຽກຂອງຂ້ອຍ, ຜູ້ຄຸມຄຸກໄດ້ປະຕິເສດທີ່ຈະອະນຸຍາດໃຫ້ຂ້ອຍປິ່ນປົວ, ສະນັ້ນ ຂ້ອຍຈຶ່ງຕ້ອງໄດ້ສືບຕໍ່ເຮັດວຽກດ້ວຍຕີນທີ່ຫັກຂອງຂ້ອຍ. ບ່ອນໃດກໍ່ຕາມທີ່ພວກເຮົາໄປເຮັດວຽກ, ເອື້ອຍຄົນນັ້ນຈະແບກຂ້ອຍຂຶ້ນຫຼັງຂອງລາວໄປທີ່ນັ້ນ. ເພາະຄວາມຮັກຂອງພຣະເຈົ້າໄດ້ຜູກມັດຫົວໃຈຂອງພວກເຮົາເຂົ້າກັນ, ເມື່ອໃດກໍ່ຕາມທີ່ລາວມີໂອກາດ, ເອື້ອຍຄົນນັ້ນກໍ່ຈະໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າກັບຂ້ອຍເພື່ອໃຫ້ກໍາລັງໃຈຂ້ອຍ. ນີ້ເປັນການປອບໂຍນທີ່ໃຫຍ່ຫຼວງໃຫ້ກັບຂ້ອຍໃນຊ່ວງເວລາທີ່ຕົກຕໍ່າທີ່ສຸດ ແລະ ລໍາບາກທີ່ສຸດຂອງຂ້ອຍ. ໃນລະຫວ່າງຊ່ວງເວລານັ້ນ, ຂ້ອຍບໍ່ຮູ້ວ່າມີຈັກຄັ້ງທີ່ຂ້ອຍຮູ້ສຶກເຈັບປວດ ແລະ ອ່ອນແອຈົນຂ້ອຍເກືອບບໍ່ສາມາດລຸກຂຶ້ນໄດ້ ແລະ ເກືອບບໍ່ມີກຳລັງທີ່ຈະຫາຍໃຈ ແລະ ມີຫຼາຍເທື່ອທີ່ຂ້ອຍຈະລີ້ຢູ່ໃນຜ້າຫົ່ມເພື່ອອະທິຖານຫາພຣະເຈົ້າດ້ວຍນໍ້າຕາ, ແຕ່ເພງສັນລະເສີນສອງເພງນີ້ໃຫ້ກໍາລັງໃຈ ແລະ ປອບໃຈຂ້ອຍຢູ່ສະເໝີ: “ເຫດຜົນທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຊໍາລະລ້າງຂອງພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າສາມາດຮັບໜ້າທີ່ມອບໝາຍຈາກພຣະເຈົ້າ ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າໃນເວລາເບື້ອງຕົ້ນແລ້ວ, ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເວລາທີ່ເຈົ້າຖືກຕີສອນ. ບໍ່ມີໃຜທີ່ສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວພວກເຈົ້າໄປໃສໄດ້ ແລະ ພອນທີ່ໄດ້ມອບໃຫ້ກັບພວກເຈົ້າ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ມອບໃຫ້ກັບພວກເຈົ້າໄປໃສໄດ້. ຄົນແຫ່ງສາສະໜາບໍ່ມີທາງທຽບກັບພວກເຈົ້າໄດ້. ພວກເຈົ້າບໍ່ມີຄວາມຊ່ຽວຊານທີ່ຍິ່ງໃຫຍ່ໃນພຣະຄຳພີ ແລະ ບໍ່ມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວພວກເຈົ້າ, ພວກເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນທົ່ວທຸກຍຸກ ແລະ ດັ່ງນັ້ນ, ນີ້ຄືການໄດ້ຮັບພອນທີ່ຍິ່ງໃຫຍ່ຂອງພວກເຈົ້າ(ຈາກບົດເພງ “ເຈົ້າບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າຜິດຫວັງໄດ້” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). “ເສັ້ນທາງໄປສູ່ອານາຈັກເປັນທາງຫີນທີ່ມີຂຶ້ນ ແລະ ລົງຫຼາຍ. ຈາກຄວາມຕາຍໄປສູ່ຊີວິດທ່າມກາງການທໍລະມານ ແລະ ນໍ້າຕາຈົນນັບບໍ່ຖ້ວນ. ໂດຍປາສະຈາກການຊີ້ນໍາ ແລະ ການປົກປ້ອງຂອງພຣະເຈົ້າ, ໃຜສາມາດຢູ່ຮອດມື້ນີ້ໄດ້? ໂດຍທີ່ເກີດໃນຍຸກສຸດທ້າຍ, ຂ້ອຍໂຊກດີທີ່ໄດ້ຕິດຕາມພຣະຄຣິດ ເຊິ່ງເປັນການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ພຣະເຈົ້າຖ່ອມຕົວພຣະອົງເອງເພື່ອກາຍເປັນບຸດຂອງມະນຸດ ແລະ ພຣະອົງທົນທຸກກັບຄວາມອັບອາຍອັນໃຫຍ່ຫຼວງ. ພຣະເຈົ້າໄດ້ທົນທຸກທໍລະມານຫຼາຍ, ຂ້ອຍສາມາດຖືກເອີ້ນວ່າເປັນມະນຸດໄດ້ແນວໃດຖ້າຂ້ອຍບໍ່ຮັກພຣະອົງ? ... ເມື່ອໄດ້ກ້າວເຂົ້າສູ່ເສັ້ນທາງຂອງການຮັກພຣະເຈົ້າແລ້ວ, ຂ້ອຍຈະບໍ່ມີວັນເສຍໃຈທີ່ໄດ້ຕິດຕາມພຣະອົງ ແລະ ເປັນພະຍານໃຫ້ພຣະອົງ. ເຖິງແມ່ນວ່າຂ້ອຍສາມາດອ່ອນແອ ແລະ ຄິດລົບໄດ້, ຫົວໃຈຂອງຂ້ອຍຍັງຮັກພຣະເຈົ້າດ້ວຍນໍ້າຕາ. ຂ້ອຍອົດທົນກັບຄວາມທຸກທໍລະມານ ແລະ ມອບຄວາມຮັກຂອງຂ້ອຍໃຫ້ກັບພຣະເຈົ້າ, ບໍ່ເຄີຍເຮັດໃຫ້ພຣະອົງໂສກເສົ້າອີກເລີຍ. ການມີອາລົມໃນຄວາມຍາກລໍາບາກແມ່ນດີເທົ່າກັບຄໍາທີ່ຖືກທົດລອງໂດຍໄຟ; ຂ້ອຍບໍ່ສາມາດທຸ່ມເທຫົວໃຈຂອງຂ້ອຍໄດ້ແນວໃດ? ເສັ້ນທາງໄປສະຫວັນເປັນທາງທີ່ແຂງ ແລະ ມີຫີນ. ມັນຈະມີນ້ຳຕາ, ແຕ່ຂ້ອຍຈະຍິ່ງຮັກພຣະເຈົ້າເລິກເຊິ່ງກວ່າເກົ່າ ແລະ ຈະບໍ່ເສຍໃຈ” (ຈາກບົດເພງ “ເພງຂອງການຮັກພຣະເຈົ້າໂດຍປາສະຈາກຄວາມເສຍໃຈ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ພຣະທຳຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າໄດ້ຊ່ວຍຂ້ອຍໃຫ້ລອດພົ້ນຈາກຄວາມເລິກຂອງຄວາມສິ້ນຫວັງ ແລະ ມອບຄວາມກ້າຫານໃຫ້ແກ່ຂ້ອຍຄັ້ງແລ້ວຄັ້ງເລົ່າເພື່ອສືບຕໍ່ດໍາລົງຊີວິດ. ໃນນະຮົກທີ່ເຢັນ ແລະ ມືດເທິງແຜ່ນດິນໂລກນີ້, ຂ້ອຍໄດ້ປະສົບກັບຄວາມອົບອຸ່ນ ແລະ ການປົກປ້ອງຈາກຄວາມຮັກຂອງພຣະເຈົ້າ ແລະ ຂ້ອຍຕັ້ງໃຈທີ່ຈະດໍາເນີນຊີວິດຕໍ່ໄປເພື່ອວ່າຂ້ອຍຈະສາມາດຕອບແທນຄວາມຮັກຂອງພຣະເຈົ້າ. ບໍ່ວ່າຂ້ອຍຈະທົນທຸກຫຼາຍສໍ່າໃດກໍ່ຕາມ, ຂ້ອຍຕ້ອງມີຊີວິດຕໍ່ໄປ; ເຖິງແມ່ນວ່າຂ້ອຍເຫຼືອພຽງແຕ່ລົມຫາຍໃຈຄັ້ງດຽວ, ຂ້ອຍກໍ່ຕ້ອງຮັກສາຄວາມຈົງຮັກພັກດີຕໍ່ພະເຈົ້າ. ຕະຫຼອດເວລາສາມປີທີ່ຂ້ອຍຢູ່ໃນຄຸກ, ຂ້ອຍໄດ້ຮັບການດົນບັນດານຫຼາຍທີ່ສຸດເມື່ອເອື້ອຍຂອງຂ້ອຍມອບໜ້າເຈ້ຍບາງຢ່າງທີ່ມີພຣະທຳຂອງພຣະເຈົ້າເຊິ່ງຖືກຂຽນດ້ວຍມື. ການທີ່ຂ້ອຍສາມາດອ່ານພຣະທຳຂອງພຣະເຈົ້າຢູ່ໃນຄຸກທີ່ຖືກຄວບຄຸມໂດຍມານຮ້າຍ ເຊິ່ງຖືກຄວບຄຸມໜາແໜ້ນກວ່າປ້ອມນັອກ ແມ່ນເປັນຂໍ້ພິສູດທີ່ຊັດເຈນເຖິງຄວາມຮັກທີ່ໃຫຍ່ຫຼວງ ແລະ ຄວາມເມດຕາທີ່ພຣະເຈົ້າໄດ້ສະແດງໃຫ້ກັບຂ້ອຍແທ້ໆ. ມັນເປັນພຣະທຳເຫຼົ່ານີ້ຂອງພຣະເຈົ້າທີ່ໃຫ້ກໍາລັງໃຈ ແລະ ຊີ້ນໍາຂ້ອຍ, ເຮັດໃຫ້ຂ້ອຍສາມາດອົດທົນກັບຊ່ວງເວລາເຫຼົ່ານັ້ນທີ່ຕ້ອງດີ້ນລົນຫຼາຍທີ່ສຸດ.

ໃນເດືອນກັນຍາຂອງປີ 2005, ເວລາຂອງຂ້ອຍໄດ້ສິ້ນສຸດລົງ ແລະ ໃນທີ່ສຸດ ຂ້ອຍກໍ່ສາມາດປະຖິ້ມມື້ທີ່ມືດມົວໃນຄຸກໄວ້ທາງຫຼັງຂ້ອຍ. ເມື່ອຂ້ອຍຍ່າງອອກຈາກຄຸກ, ຂ້ອຍກໍ່ຫາຍໃຈເຂົ້າເລິກໆ ແລະ ຂອບໃຈພຣະເຈົ້າຈາກກົ້ນເລິກຫົວໃຈຂອງຂ້ອຍສໍາລັບຄວາມຮັກ ແລະ ການປົກປ້ອງຂອງພຣະອົງ, ເຊິ່ງໄດ້ເຮັດໃຫ້ຂ້ອຍຢູ່ລອດຕະຫຼອດເວລາການຕິດຄຸກຂອງຂ້ອຍ. ເພາະປະສົບການສ່ວນຕົວຂອງຂ້ອຍທີ່ຖືກຈັບກຸມ ແລະ ຖືກຂົ່ມເຫັງໂດຍລັດຖະບານຂອງພັກກອມມູນິດຈີນ, ຕອນນີ້ ຂ້ອຍຮູ້ວ່າແມ່ນຫຍັງຊອບທຳ ແລະ ແມ່ນຫຍັງຊົ່ວຮ້າຍ, ແມ່ນຫຍັງດີ ແລະ ແມ່ນຫຍັງບໍ່ດີ ແລະ ແມ່ນຫຍັງຄືການຄິດບວກ ແລະ ແມ່ນຫຍັງຄືການຄິດລົບ. ຂ້ອຍຮູ້ສິ່ງທີ່ຂ້ອຍຄວນປະຖິ້ມທຸກສິ່ງເພື່ອສະແຫວງຫາ ແລະ ສິ່ງທີ່ຂ້ອຍຄວນປະຕິເສດດ້ວຍຄວາມກຽດຊັງ ແລະ ການສາບແຊ່ງ. ຜ່ານປະສົບການນີ້, ຂ້ອຍຮູ້ຢ່າງແທ້ຈິງວ່າພຣະທຳຂອງພຣະເຈົ້າເປັນຊີວິດຂອງພຣະເຈົ້າເອງ ແລະ ເຕັມລົ້ນດ້ວຍລິດອໍານາດທີ່ເໜືອທໍາມະຊາດ ເຊິ່ງສາມາດເປັນແຮງຈູງໃຈທີ່ຂັບເຄື່ອນຢູ່ເບື້ອງຫຼັງຊີວິດຂອງມະນຸດ. ຕາບໃດທີ່ມະນຸດດໍາລົງຊີວິດຕາມພຣະທຳຂອງພຣະເຈົ້າ, ເຂົາກໍ່ສາມາດເອົາຊະນະກອງກໍາລັງທັງໝົດຂອງຊາຕານ ແລະ ສາມາດເອົາຊະນະໄດ້ແມ່ນແຕ່ຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດ. ຂອບພຣະຄຸນພຣະເຈົ້າ!

ກ່ອນນີ້: 84. ຄວາມເຊື່ອທີ່ບໍ່ສາມາດທຳລາຍໄດ້

ຕໍ່ໄປ: 86. ມື້ແລ້ວມື້ເລົ່າໃນຄຸກຂອງພັກກອມມູນິດຈີນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້