90. ຄວາມເຊື່ອຖືກເຮັດໃຫ້ສົມບູນຜ່ານການທົດລອງ ແລະ ຄວາມທຸກຍາກລຳບາກ

ໂດຍ ຊູຊາງ, ເກົາຫຼີໃຕ້

ແມ່ຂອງຂ້ອຍເລີ່ມມີບັນຫາທາງສຸຂະພາບໃນປີ 1993 ແລະ ຜົນຕາມມາກໍ່ຄື ຄອບຄົວທັງໝົດຂອງຂ້ອຍໄດ້ຮັບຄວາມເຊື່ອໃນພຣະເຢຊູເຈົ້າ. ຫຼັງຈາກນັ້ນ, ລາວກໍ່ໄດ້ປະສົບກັບການຟື້ນຕົວທີ່ເປັນປະຕິຫານ ແລະ ຂ້ອຍກໍ່ໄປຄຣິດຕະຈັກກັບລາວທຸກໆວັນອາທິດນັບຕັ້ງແຕ່ນັ້ນມາ. ຫຼັງຈາກນັ້ນ, ໃນລະດູໃບໄມ້ປົ່ງຂອງປີ 2000, ຂ່າວທີ່ປິຕິຍິນດີກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເຮືອນຂອງພວກເຮົາ. ໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາແນ່ໃຈວ່າພຣະອົງຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ພວກເຮົາກໍ່ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາເລີ່ມອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທຸກມື້, ມີຄວາມສຸກກັບການລ້ຽງດູ ແລະ ການບຳລຸງລ້ຽງທີ່ພຣະທຳເຫຼົ່ານັ້ນຈັດໃຫ້. ສິ່ງນີ້ໄດ້ບຳລຸງລ້ຽງຂ້ອຍຝ່າຍວິນຍານແທ້ໆ. ເມື່ອຄິດເຖິງຈຳນວນຄົນທີ່ປາຖະໜາການມາເຖິງຂອງພຣະຜູ້ເປັນເຈົ້າເຊິ່ງຍັງບໍ່ໄດ້ຍິນສຽງຂອງພຣະເຈົ້າ ຫຼື ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ຂ້ອຍກໍ່ຮູ້ວ່າຂ້ອຍຕ້ອງຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ແບ່ງປັນຂ່າວປະເສີດແຫ່ງອານາຈັກກັບພວກເຂົາ. ບໍ່ດົນ ຂ້ອຍກໍ່ເລີ່ມເຮັດໜ້າທີ່ຂອງຂ້ອຍເພື່ອແບ່ງປັນຂ່າວປະເສີດ. ແຕ່ຄວາມປະຫຼາດໃຈຂອງຂ້ອຍ, ສິ່ງນັ້ນໄດ້ເຮັດໃຫ້ຂ້ອຍຖືກຈັບໂດຍພັກກອມມູນິດຈີນ.

ມັນແມ່ນເດືອນມັງກອນຂອງປີ 2013 ໃນຂະນະທີ່ຂ້ອຍຢູ່ໃນການເຕົ້າໂຮມກັບອ້າຍເອື້ອຍນ້ອງອີກຫົກຄົນ, ເມື່ອໃນທັນໃດນັ້ນ ເຈົ້າໜ້າທີ່ຕໍາຫຼວດຫຼາຍກວ່າ 20 ຄົນໄດ້ບຸກເຂົ້າມາ. ຜູ້ຊາຍສອງຄົນຟ້າວແລ່ນໄປທາງໜ້າ ພ້ອມທັງມີປືນໃນມື ແລະ ຮ້ອງໃສ່ພວກເຮົາວ່າ, “ຢ່າຍັບ! ພວກເຈົ້າຖືກປິດລ້ອມໄວ້ແລ້ວ”. ອີກສອງຄົນມີກະບອງໄຟຟ້າ ແລະ ຮ້ອງຂຶ້ນວ່າ, “ຍົກມືຂຶ້ນ ແລະ ຫັນໜ້າເຂົ້າຫາກຳແພງ!” ໜຶ່ງໃນເຈົ້າໜ້າທີ່ໆມີປືນໄດ້ເວົ້າວ່າ “ພວກເຮົາໄດ້ຕິດຕາມພວກເຈົ້າມາເປັນເວລາສອງສາມອາທິດແລ້ວຕອນນີ້. ເຈົ້າແມ່ນສຽວສຽວ”. ການໄດ້ຍິນແບບນີ້ເຮັດໃຫ້ຂ້ອຍຕົກໃຈຢ້ານ. ພວກເຂົາຮູ້ຈັກນາມແຝງຂອງຂ້ອຍໄດ້ແນວໃດ? ແລ້ວລາວກໍ່ເວົ້າວ່າ ພວກເຂົາໄດ້ຕິດຕາມຂ້ອຍມາສອງສາມອາທິດແລ້ວ, ສະນັ້ນ ພວກເຂົາຮູ້ທຸກບ່ອນທີ່ຂ້ອຍໄປວ່າງບໍ່ດົນມານີ້ບໍ? ອ້າຍເອື້ອຍນ້ອງທັງໝົດເຫຼົ່ານັ້ນຈະຖືກຈັບຄືກັນບໍ? ຂ້ອຍບໍ່ສາມາດທົນຄິດໄດ້ອີກຕໍ່ໄປ. ຂ້ອຍພຽງແຕ່ອະທິຖານຢ່າງງຽບໆສໍາລັບຄົນອື່ນ. ເນື່ອງຈາກການກະກຽມທີ່ຕໍາຫຼວດໄດ້ດຳເນີນການ, ຂ້ອຍຮູ້ວ່າພວກເຂົາຈະບໍ່ປ່ອຍຂ້ອຍໄປງ່າຍໆ. ດ້ວຍຄວາມວິຕົກກັງວົນ, ຂ້ອຍໄດ້ຮ້ອງຫາພຣະເຈົ້າ. ຫຼັງຈາກນັ້ນ, ພຣະທຳເຫຼົ່ານີ້ຈາກພຣະເຈົ້າກໍ່ປາກົດໃນຄວາມຄິດ: “ເຈົ້າບໍ່ຄວນຢ້ານຫັ້ນໆນີ້ໆ. ບໍ່ວ່າເຈົ້າຈະຜະເຊີນກັບຄວາມຫຍຸ້ງຍາກ ແລະ ໄພອັນຕະລາຍຫຼາຍສໍ່າໃດ, ເຈົ້າກໍຈະໝັ້ນຄົງຢູ່ຕໍ່ໜ້າເຮົາ; ຢ່າທໍ້ຖອຍໃນສິ່ງໃດເລີຍ ເພື່ອຄວາມປະສົງຂອງເຮົາຈະໄດ້ຮັບການປະຕິບັດ. ສິ່ງນີ້ຈະເປັນໜ້າທີ່ຂອງເຈົ້າ... ຢ່າຢ້ານເລີຍ; ດ້ວຍການຊ່ວຍເຫຼືອຂອງເຮົາ, ແມ່ນໃຜທີ່ຈະສາມາດຂວາງຫົນທາງໄດ້?” (ຄັດຈາກ “ບົດທີ 10” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າໄດ້ນໍາຄວາມຮູ້ສຶກສະຫງົບສຸກມາໃຫ້ຂ້ອຍ. ຂ້ອຍຮູ້ວ່າທຸກສິ່ງຢູ່ໃນມືຂອງພຣະອົງ, ແມ່ນແຕ່ຕຳຫຼວດເຫຼົ່ານັ້ນທັງໝົດ. ພຣະເຈົ້າເປັນກອງກໍາລັງສໍາຮອງຂອງຂ້ອຍ, ສະນັ້ນ ຂ້ອຍຕ້ອງອະທິຖານຫາພຣະອົງ ແລະ ເພິ່ງພາພຣະອົງ. ໂດຍທີ່ຮູ້ວ່າຂ້ອຍໄດ້ຖືກຕໍາຫຼວດຕິດຕາມຕະຫຼອດເວລານັ້ນໂດຍບໍ່ຮູ້ຕົວ ແລ້ວນໍາບັນຫາໃຫຍ່ມາສູ່ຄຣິດຕະຈັກ, ຂ້ອຍກໍ່ກຽດຊັງຕົວເອງທີ່ບໍ່ຮູ້ເລື່ອງຫຍັງເລີຍ ແລະ ຮັບຮູ້ຊ້າ. ສິ່ງທີ່ຂ້ອຍສາມາດເຮັດໄດ້ໃນຈຸດນັ້ນກໍ່ຄືການອະທິຖານເພື່ອອ້າຍເອື້ອຍນ້ອງຂອງຂ້ອຍ. ດ້ວຍຄວາມຕັ້ງໃຈຂອງຂ້ອຍ, ຂ້ອຍໄດ້ອະທິຖານແບບນີ້, “ບໍ່ວ່າຕຳຫຼວດອາດທໍລະມານຂ້ານ້ອຍແນວໃດກໍ່ຕາມ, ຂ້ານ້ອຍຈະບໍ່ຂາຍອ້າຍເອື້ອຍນ້ອງຂອງຂ້ານ້ອຍຈັກເທື່ອ. ຂ້ານ້ອຍຈະບໍ່ເປັນຢູດາ ແລະ ທໍລະຍົດພຣະເຈົ້າ”. ຂ້ອຍບໍ່ຮູ້ສຶກຢ້ານປານໃດຫຼັງຈາກທີ່ໄດ້ອະທິຖານ. ຂ້ອຍເຕັມໄປດ້ວຍຄວາມເຊື່ອ ແລະ ຄວາມເຂັ້ມແຂງ.

ຕຳຫຼວດໄດ້ພິກເຮືອນເພື່ອຮື້ຄົ້ນ, ເຮັດຄືກັບວ່າເປັນພວກໂຈນ. ພວກເຂົາໄດ້ຍຶດໂທລະສັບມືຖືຂອງພວກເຮົາ, ເຄື່ອງຫຼີ້ນວີດີໂອແປດໜ່ວຍ, ແທັບເລັດສີ່ໜ່ວຍ, ໜັງສືຂ່າວປະເສີດສິບສອງເຫຼັ້ມ ແລະ ເງິນ 10.000 ຢວນ. ພວກເຂົາໄດ້ພາຂ້ອຍ ແລະ ເອື້ອຍນ້ອງອີກສອງຄົນໄປທີ່ຫ້ອງຮັບແຂກ ແລະ ບັງຄັບໃຫ້ພວກເຮົານັ່ງຢ່ອງຢໍ້ເທິງພື້ນ. ຫຼັງຈາກນັ້ນເອງ, ສຽງຕຳຫຼວດທີ່ກຳລັງຕີອ້າຍນ້ອງຢ່າງບໍ່ຢຸດກໍ່ເລີ່ມດັງອອກມາຈາກໜຶ່ງໃນຫ້ອງນອນ. ດ້ວຍຄວາມບໍ່ພໍໃຈ, ຂ້ອຍຈຶ່ງຮ້ອງຂໍວ່າ “ພວກເຮົາພຽງແຕ່ເຊື່ອໃນພຣະເຈົ້າ, ພວກເຮົາບໍ່ໄດ້ເຮັດຫຍັງຜິດກົດໝາຍ. ເປັນຫຍັງພວກເຈົ້າຈຶ່ງຈັບພວກເຮົາ?” ໜຶ່ງໃນເຈົ້າໜ້າທີ່ໄດ້ເວົ້າດ້ວຍຄວາມກຽດຊັງວ່າ, “ການມີຄວາມເຊື່ອເປັນການລະເມີດກົດໝາຍ, ມັນຄືອາຊະຍາກຳ. ຖ້າພັກກອມມູນິດເວົ້າວ່າພວກເຈົ້າກໍາລັງລະເມີດກົດໝາຍ, ສະນັ້ນ ພວກເຈົ້າກໍ່ກໍາລັງລະເມີດກົດໝາຍ. ພັກບໍ່ອະນຸຍາດໃຫ້ມີຄວາມເຊື່ອໃນພຣະເຈົ້າ ແຕ່ເຈົ້າຍັງກ້າເຮັດແນວນັ້ນຢູ່ໃນດິນແດນຂອງພວກເຂົາ. ສິ່ງນີ້ຄືການທີ່ພວກເຈົ້າເຮັດໃຫ້ຕົນເອງຕໍ່ສູ້ກັບພັກ. ເຈົ້າປາຖະໜາຢາກຕາຍ!” ຂ້ອຍເວົ້າວ່າ, “ອິດສະຫຼະພາບທາງຄວາມເຊື່ອບໍ່ໄດ້ຖືກຮອງຮັບໂດຍກົດໝາຍບໍ?” ພວກເຂົາເວົ້າພ້ອມທັງຫົວຂວັນວ່າ, “ເຈົ້າບໍ່ຮູ້ເລື່ອງຫ່າຫຍັງເລີຍ! ອິດສະຫຼະພາບທາງຄວາມເຊື່ອເປັນພຽງການສະແດງ, ເພື່ອໃຫ້ຕ່າງຊາດໄດ້ເຫັນ, ແຕ່ນີ້ແມ່ນສິ່ງທີ່ເຈົ້າເຊິ່ງເປັນຜູ້ເຊື່ອຈະໄດ້ຮັບ!” ເມື່ອລາວເວົ້າແບບນີ້, ລາວໄດ້ຕົບຂ້ອຍທົ່ວໃບໜ້າ ແລະ ເຈົ້າໜ້າທີ່ຍິງຄົນໜຶ່ງໄດ້ມາ ແລະ ເຕະແຂນຂອງຂ້ອຍ. ຂ້ອຍຄຽດແຄ້ນ ແລະ ພຣະທຳເຫຼົ່ານີ້ຂອງພຣະເຈົ້າໄດ້ປາກົດເຂົ້າມາໃນຄວາມຄິດ: “ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ!” (ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ການມີພັກກອມມູນິດຄວບຄຸມຄືການໃຫ້ຊາຕານຄວບຄຸມແທ້ໆ. ກົດໝາຍທັງໝົດຂອງພວກເຂົາມີຈຸດປະສົງເພື່ອຫຼອກລວງ. ພວກເຂົາບອກຄົນພາຍນອກວ່າມີອິດສະຫຼະພາບທາງຄວາມເຊື່ອ, ແຕ່ຄວາມເປັນຈິງກໍ່ຄືພວກເຂົາບໍ່ອະນຸຍາດໃຫ້ຜູ້ໃດເຊື່ອໃນພຣະເຈົ້າ ແລະ ຮັບເອົາເສັ້ນທາງທີ່ຖືກຕ້ອງ. ພວກເຂົາຈະບໍ່ຍອມໃຫ້ມີຫຍັງທີ່ດີ. ພວກເຂົາຈັບກຸມ ແລະ ທຳຮ້າຍຄຣິດຕຽນໃນວົງກວ້າງ. ຕຳຫຼວດເຫຼົ່ານັ້ນເປັນພຽງພວກໂຈນ ແລະ ອັນຕະພານໃນເຄື່ອງແບບ. ມັນເປັນເລື່ອງຕະຫຼົກທີ່ຂ້ອຍພະຍາຍາມໃຊ້ເຫດຜົນກັບພວກເຂົາ! ເມື່ອພວກເຂົາເອົາຂ້ອຍເຂົ້າໄປໃນລົດຕໍາຫຼວດ, ຂ້ອຍກໍ່ເຫັນວ່າມີລົດຕໍາຫຼວດຫຼາຍກວ່າສິບສອງຄັນທີ່ຢູ່ອ້ອມຂ້າງພວກເຮົາ.

ເມື່ອພວກເຮົາຖືກພາຕົວໄປທີ່ກອງບັນຊາການປ້ອງກັນຄວາມໝັ້ນຄົງແຫ່ງຊາດປະຈຳເຂດປົກຄອງ, ເຈົ້າໜ້າທີ່ຄົນໜຶ່ງໄດ້ເວົ້າກັບຂ້ອຍວ່າ, “ພວກເຮົາໄດ້ຈັບປາໂຕໃຫຍ່ພ້ອມກັບເຈົ້າ. ພວກເຮົາຮູ້ທຸກສິ່ງກ່ຽວກັບພວກເຈົ້າ. ພວກເຮົາຮູ້ຈັກທຸກເມືອງ, ທຸກເຂດປົກຄອງທີ່ເຈົ້າເຄີຍໄປໃນສອງສາມອາທິດຜ່ານມາ. ເຈົ້າຕ້ອງເປັນຜູ້ນໍາຂອງຄຣິດຕະຈັກ, ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ລະດົມກອງກໍາລັງໃຫຍ່ຂະໜາດນີ້ເພື່ອມາຈັບເຈົ້າ. ພວກເຮົາຈະບໍ່ສອບສວນເຈົ້າໃນທີ່ນີ້. ພວກເຮົາມີ ‘ສະຖານທີ່ໆດີ’ ສຳລັບເລື່ອງນັ້ນ. ຂ້ອຍພຽງແຕ່ຢ້ານວ່າມັນຈະໜັກໜ່ວງສຳລັບເຈົ້າ!” ພຽງແຕ່ຕອນນັ້ນເອງ, ຂ້ອຍຈຶ່ງຮູ້ວ່າພວກເຂົາເຂົ້າໃຈຜິດວ່າຂ້ອຍເປັນຜູ້ນໍາໃນຄຣິດຕະຈັກ. ໃນຕອນນັ້ນ ຂ້ອຍຮູ້ສຶກໂລ່ງໃຈໜ້ອຍໜຶ່ງ ໂດຍທີ່ຮູ້ວ່າຜູ້ນໍາທີ່ແທ້ຈິງຈະປອດໄພຂຶ້ນໜ້ອຍໜຶ່ງ. ແຕ່ຂ້ອຍກໍ່ຍັງກັງວົນ. ຂ້ອຍຮູ້ວ່າພວກເຂົາຈະບໍ່ປ່ອຍໃຫ້ຂ້ອຍໄປງ່າຍໆ, ຍ້ອນພວກເຂົາຄິດວ່າຂ້ອຍເປັນຜູ້ນໍາຄຣິດຕະຈັກ. ຂ້ອຍບໍ່ຮູ້ວ່າພວກເຂົາຈະທໍລະມານຂ້ອຍແນວໃດ. ຂ້ອຍໄດ້ອະທິຖານຫາພຣະເຈົ້າສໍາລັບຄວາມເຊື່ອ ແລະ ຄວາມເຂັ້ມແຂງ, ເພື່ອຊ່ວຍຂ້ອຍຢືນເປັນພະຍານ. ຫຼັງຈາກ 11 ໂມງຂອງຄືນນັ້ນ, ພວກເຂົາໄດ້ເອົາຂ້ອຍເຂົ້າໄປໃນລົດຕໍາຫຼວດເພື່ອພາຂ້ອຍໄປຫາ “ສະຖານທີ່ໆດີ”. ໃນລົດ, ຕຳຫຼວດເວົ້າວ່າ, “ພວກເຈົ້າບໍ່ຮູ້ວິທີຈັດການກັບຜູ້ເຊື່ອເຫຼົ່ານີ້ໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຈົ້າຕ້ອງໃຊ້ມືໜັກໆແທ້ໆເພື່ອເອົາຂໍ້ມູນໃດໜຶ່ງຈາກພວກເຂົາ. ພວກເຮົາຕ້ອງເຮັດແມ່ນຫຍັງກໍ່ຕາມທີ່ຈະເກີດຜົນ, ຖ້າບໍ່ດັ່ງນັ້ນ ພວກເຂົາອາດຈະບໍ່ສາລະພາບ”. ເຈົ້າໜ້າທີ່ຄົນອື່ນເວົ້າວ່າ, “ໂອ ແມ່ນແລ້ວ, ແນ່ນອນ. ມີຂ່າວລືວ່າເຈົ້າຕ້ອງໃຊ້ກົນອຸບາຍສູງສຸດກັບຜູ້ເຊື່ອເຫຼົ່ານັ້ນ. ນັ້ນຄືເຫດຜົນທີ່ພວກເຮົາໃຫ້ເຈົ້າຈັດການເລື່ອງນີ້”. ການໄດ້ຍິນແບບນີ້ເຮັດໃຫ້ຂ້ອຍສົງໄສວ່າພວກເຂົາຈັດຕຽມການທໍລະມານປະເພດໃດໃຫ້ກັບຂ້ອຍ. ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງງຽບໆ ແລະ ພຣະທຳເຫຼົ່ານີ້ຈາກພຣະເຢຊູເຈົ້າໄດ້ປາກົດໃນຄວາມຄິດ: “ແລ້ວຢ່າຢ້ານພວກເຂົາທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ບໍ່ສາມາດຂ້າຈິດວິນຍານໄດ້: ແຕ່ກົງກັນຂ້າມ ໃຫ້ຢຳເກງພຣະອົງຜູ້ທີ່ສາມາດທໍາລາຍທັງຈິດວິນຍານ ແລະ ຮ່າງກາຍໃນນະຮົກ” (ມັດທາຍ 10:28). “ຍ້ອນວ່າຜູ້ໃດກໍ່ຕາມທີ່ຢາກຮັກສາຊີວິດຂອງເຂົາໄວ້ ກໍ່ຈະສູນເສຍຊີວິດນັ້ນ ແລະ ຜູ້ໃດກໍ່ຕາມທີ່ຈະສູນເສຍຊີວິດຂອງເຂົາເພື່ອເຫັນແກ່ເຮົາກໍ່ຈະພົບກັບຊີວິດນັ້ນ” (ມັດທາຍ 16:25). ພຣະທຳຂອງພຣະເຈົ້າມອບຄວາມເຂັ້ມແຂງໃນຄວາມເຊື່ອຂອງຂ້ອຍໃຫ້ແກ່ຂ້ອຍ. ຂ້ອຍຮູ້ວ່າຊີວິດຂອງຂ້ອຍຢູ່ໃນມືຂອງພຣະເຈົ້າ, ຈິດວິນຍານຂອງຂ້ອຍຢູ່ໃນມືຂອງພຣະອົງ. ຂ້ອຍຕັດສິນໃຈທີ່ຈະຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ບໍ່ທໍລະຍົດພຣະອົງຈັກເທື່ອ, ເຖິງແມ່ນມັນໝາຍຄວາມວ່າຂ້ອຍຕ້ອງຕາຍກໍຕາມ!

ພວກເຂົາພາຂ້ອຍໄປທີ່ສະຖານີຕໍາຫຼວດປະຈຳເຂດປົກຄອງ ແລະ ວິນາທີທີ່ພວກເຮົາເຂົ້າໄປໃນຫ້ອງສອບສວນ, ຂ້ອຍໄດ້ຍິນສຽງອ້າຍຄົນໜຶ່ງຮ້ອງໄຫ້ຢ່າງຂົມຂື່ນ. ເຈົ້າໜ້າທີ່ຄົນໜຶ່ງໄດ້ອອກຄຳສັ່ງໃຫ້ປິດອຸປະກອນເຝົ້າລະວັງ, ຫຼັງຈາກນັ້ນອີກສອງຄົນໄດ້ເຂົ້າມາ ແລະ ມັດກະແຈມືໃສ່ຂ້ອຍ ໂດຍບິດແຂນເບື້ອງຂວາຂອງຂ້ອຍໃຫ້ຢູ່ຫຼັງບ່າໄຫຼ່ຂອງຂ້ອຍ ແລະ ແຂນເບື້ອງຊ້າຍຂອງຂ້ອຍຖືກດຶງຂຶ້ນຈາກດ້ານຫຼັງຂອງຂ້ອຍ. ພວກເຂົາກະຊາກກະແຈມືຂຶ້ນໆລົງໆ ແລະ ມັນຮູ້ສຶກຄືກັບວ່າແຂນຂອງຂ້ອຍກໍາລັງຈະຫັກ. ຫຼັງຈາກນັ້ນ, ພວກເຂົາກໍ່ຍູ້ບ່ອນວາງແຂນຂອງຕັ່ງທໍລະມານໃຫ້ມາຢູ່ລະຫວ່າງແຂນຂອງຂ້ອຍ ແລະ ຫຼັງຂອງຂ້ອຍ. ຂ້ອຍຮູ້ສຶກຄືກັບວ່າແຂນຂອງຂ້ອຍຖືກຫັກອອກຈາກກັນ. ມັນເຈັບປວດຫຼາຍຈົນເຫື່ອໄຫຼລົງຕາມໜ້າຂອງຂ້ອຍ. ເຈົ້າໜ້າທີ່ຄົນໜຶ່ງໄດ້ດຶງກະແຈມື ແລະ ເວົ້າວ່າ, “ເຈັບຫຼາຍບໍ? ມັນຮູ້ສຶກແນວໃດ?” ອີກຜູ້ໜຶ່ງເວົ້າ ແລ້ວຫົວຂວັນວ່າ “ເປັນຫຍັງເຈົ້າບໍ່ເຮັດວຽກເປັນໂສເພນີ? ແລ້ວພວກເຮົາກໍ່ຈະບໍ່ຈັບເຈົ້າ”. ພວກເຂົາສ່ວນທີ່ເຫຼືອກໍ່ຫົວຂວັນຂຶ້ນດັງກັບສິ່ງນັ້ນ. ຂ້ອຍຮູ້ສຶກປວດຮາກກັບການຂາດຢາງອາຍຂອງພວກເຂົາທັງສິ້ນ. ຂ້ອຍບໍ່ເຄີຍຈິນຕະນາການວ່າຈະມີແມ່ນຫຍັງທີ່ເປັນຕາຂີ້ດຽດອອກມາຈາກປາກຂອງເຈົ້າໜ້າທີ່ຕໍາຫຼວດ. ພວກເຂົາຕ້ອຍຕໍ່າກວ່າສັດຮ້າຍ! ຫຼັງຈາກນັ້ນ ໜຶ່ງໃນພວກເຂົາກໍ່ເວົ້າວ່າ, “ຢ່າຟ້າວສອບສວນເລື່ອງນີ້. ລາວຈະຕ້ອງການຢາກບອກພວກເຮົາໃຈຈະຂາດກ່ຽວກັບສິ່ງທີ່ລາວຮູ້ໃນທີ່ສຸດ. ນັບຕັ້ງແຕ່ຕອນນີ້, ຢ່າໃຫ້ລາວກິນເຂົ້າ, ນອນ ຫຼື ໃຊ້ຫ້ອງນໍ້າ. ມາເບິ່ງກັນວ່າລາວຈະສາມາດທົນຢູ່ໄດ້ດົນປານໃດ!” ຫຼັງຈາກນັ້ນ, ລາວໄດ້ດຶງແຂນຂອງຂ້ອຍຢ່າງແຮງ, ບິດພວກມັນເຖິງແມ່ນວ່າພວກມັນຖືກກະແຈມືຮັດຕິດໃນລາງໂລຫະທີ່ສູງສໍ່າແອວ. ຂ້ອຍບໍ່ສາມາດຄຸເຂົ່າລົງ ຫຼື ຢືນຂຶ້ນໄດ້ ແລະ ຫຼັງ ແລະ ໃນອີກບໍ່ດົນຂາຂອງຂ້ອຍກໍ່ເລີ່ມເຈັບ. ພວກເຂົາບໍ່ຍອມໃຫ້ຂ້ອຍນອນ ຫຼື ແມ່ນແຕ່ປິດຕາຂອງຂ້ອຍ. ໃນຊ່ວງເວລາທີ່ຕາຂອງຂ້ອຍເລີ່ມຫຼັບ, ຕຳຫຼວດຈະຕົບໂຕະ, ເຕະຕັ່ງ ຫຼື ຕີລາງໂລຫະ. ຖ້າບໍ່ດັ່ງນັ້ນ, ພວກເຂົາກໍ່ຈະຮ້ອງໃສ່ຫູຂອງຂ້ອຍ ຫຼື ສົ່ງສຽງດັງແປກໆທຸກຮູບແບບເພື່ອເຮັດໃຫ້ຂ້ອຍຢ້ານ. ສິ່ງນີ້ເຮັດໃຫ້ຂ້ອຍຕົກຢູ່ໃນສະພາວະທີ່ຕື່ນຕົວສູງ ແລະ ຂ້ອຍບໍ່ສາມາດຊອກຫາຄວາມສະຫງົບໄດ້ໃນຊ່ວງເວລາໃດໜຶ່ງ. ຂ້ອຍໄດ້ອະທິຖານຢ່າງງຽບໆ ແລະ ຮ້ອງຫາພຣະເຈົ້າຢ່າງບໍ່ຢຸດ ແລະ ຫຼັງຈາກນັ້ນກໍ່ໄດ້ຄິດເຖິງສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ” (ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ພຣະທຳຂອງພຣະເຈົ້າເຮັດໄດ້ມອບຄວາມເຊື່ອໃຫ້ແກ່ຂ້ອຍ. ການທົນທຸກແມ່ນຫຍັງກໍ່ຕາມ ກໍ່ຄຸ້ມຄ່າທີ່ຈະໄດ້ຮັບຄວາມຈິງ ແລະ ຂ້ອຍຕ້ອງຍຶດໝັ້ນຢູ່ກັບມັນ, ບໍ່ວ່າຂ້ອຍຈະທົນທຸກສໍ່າໃດກໍ່ຕາມ. ຂ້ອຍຕັ້ງໃຈທີ່ຈະຢືນເປັນພະຍານ ແລະ ເຮັດໃຫ້ຊາຕານອັບອາຍ.

ໃນຕອນເຊົ້າມື້ຕໍ່ມາ, ເຈົ້າໜ້າທີ່ຫົກ ຫຼື ເຈັດຄົນໄດ້ມາຖາມຂ້ອຍກ່ຽວກັບສະຖານທີ່ຕັ້ງຂອງກອງທຶນຂອງຄຣິດຕະຈັກ ແລະ ຜູ້ໃດເປັນຜູ້ນຳຂັ້ນເທິງ. ພວກເຂົາຕົບຂ້ອຍຢ່າງໂຫດຮ້າຍເມື່ອຂ້ອຍຈະບໍ່ບອກຫຍັງຕໍາພວກເຂົາ. ທັນທີຫຼັງຈາກທີ່ພວກເຂົາຈາກໄປ, ອີກສອງສາມຄົນມາຖາມຂ້ອຍດ້ວຍຄໍາຖາມດຽວກັນ. ພວກເຂົາຖາມຂ້ອຍຢ່າງບໍ່ຢຸດເຊົາເປັນເວລາຕະຫຼອດ 24 ຊົ່ວໂມງ. ຫຼັງຈາກສີ່ມື້, ທົ່ວຮ່າງກາຍຂອງຂ້ອຍກໍ່ໂພງ ແລະ ແຄ່ງຂອງຂ້ອຍບວມຫຼາຍຈົນພວກມັນໃຫຍ່ສໍ່າກັບຕົ້ນຂາຂອງຂ້ອຍ. ຂ້ອຍຫິວເຂົ້າ ແລະ ອ່ອນເພຍ. ເຈົ້າໜ້າທີ່ແມ່ຍິງຄົນໜຶ່ງເຫັນຂ້ອຍງຶກຫົວເຫງົານອນ ແລະ ເຕະຂ້ອຍທີ່ຕີນຢ່າງແຮງເທົ່າທີ່ລາວສາມາດເຮັດໄດ້. ຂ້ອຍໄດ້ສູນເສຍຄວາມຮູ້ສຶກຢູ່ໃນຮ່າງກາຍສ່ວນລຸ່ມທັງໝົດຂອງຂ້ອຍ ແລະ ຫຼັງຂອງຂ້ອຍກໍ່ມີຄວາມເຈັບປວດທີ່ບໍ່ສາມາດທົນໄດ້, ຄືກັບວ່າມັນໄດ້ຫັກ. ຕາຂອງຂ້ອຍບວມຂຶ້ນ ແລະ ເຈັບປວດຢ່າງແຮງຫຼາຍ. ມັນຮູ້ສຶກຄືກັບວ່າໜ່ວຍຕາຂອງຂ້ອຍຈະພຸ່ງອອກມາໄດ້ໃນທຸກຊ່ວງເວລາ. ມັນເຈັບປວດຢ່າງບໍ່ເປັນຕາເຊື່ອ. ຄວາມຄິດທີ່ຈະປິດຕາຂອງຂ້ອຍ ຫຼື ພັກຂາຂອງຂ້ອຍສໍາລັບແມ່ນແຕ່ຊ່ວງເວລາໜຶ່ງເບິ່ງຄືວ່າເປັນຄວາມຫຼູຫຼາທີ່ແທ້ຈິງ. ຂ້ອຍບໍ່ຮູ້ວ່າພວກເຂົາຈະທໍລະມານຂ້ອຍອີກດົນປານໃດ. ຂ້ອຍຮູ້ສຶກວ່າຮ່າງກາຍຂອງຂ້ອຍໄດ້ເຖິງຂີດຈໍາກັດຂອງມັນແລ້ວ ຈົນບໍ່ສາມາດອົດທົນອີກຕໍ່ໄປແລ້ວ. ຂ້ອຍຮູ້ສຶກອ່ອນແອໃນຫົວໃຈຂອງຂ້ອຍຢ່າງບໍ່ເປັນຕາເຊື່ອ. ຂ້ອຍໄດ້ອະທິຖານຫາພຣະເຈົ້າ, ຂໍຄວາມເຊື່ອ ແລະ ຄວາມເຂັ້ມແຂງຈາກພຣະອົງ. ຫຼັງຈາກນັ້ນ, ຂ້ອຍກໍ່ຄິດເຖິງເພງສັນລະເສີນເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ: “ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ? ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ. ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ. ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ, ພວກເຈົ້າຈະໄດ້ສືບທອດພອນຂອງເຮົາ ແລະ ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ” (ຈາກບົດເພງ “ເພງຂອງຜູ້ຊະນະ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). “ໃນອະດີດ, ເປໂຕຖືກຄຶງໃສ່ໄມ້ກາງແຂນທາງປີ້ນເພື່ອພຣະເຈົ້າ; ແຕ່ໃນທີ່ສຸດແລ້ວ ເຈົ້າກໍຄວນເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃຊ້ເຫື່ອແຮງຂອງເຈົ້າທັງໝົດເພື່ອພຣະເຈົ້າ. ສິ່ງມີຊີວິດທີ່ຖືກສ້າງຂຶ້ນສາມາດເຮັດຫຍັງໄດ້ແທນພຣະເຈົ້າແດ່?” (ຈາກບົດເພງ “ສິ່ງມີຊີວິດທີ່ຖືກສ້າງຂຶ້ນແມ່ນຢູ່ໃນຄວາມເມດຕາຂອງພຣະເຈົ້າ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ພຣະທຳຂອງພຣະເຈົ້າໃຫ້ກໍາລັງໃຈຂ້ອຍ ແລະ ເສີມກໍາລັງຂອງຂ້ອຍ. ຂ້ອຍໄດ້ຖືກທໍລະມານຢ່າງໂຫດຮ້າຍ, ແຕ່ພຣະເຈົ້າໄດ້ຢູ່ຄຽງຂ້າງຂ້ອຍ ແລະ ພຣະອົງໄດ້ຊີ້ນໍາຂ້ອຍດ້ວຍພຣະທຳຂອງພຣະອົງ. ຂ້ອຍຍັງຮູ້ວ່າຂ້ອຍກໍາລັງປະສົບກັບຄວາມຍາກລໍາບາກແບບນີ້ ເພື່ອວ່າພຣະເຈົ້າຈະສາມາດເຮັດໃຫ້ຄວາມເຊື່ອຂອງຂ້ອຍສົມບູນ ແລະ ຂ້ອຍຕ້ອງໃຫ້ຄໍາພະຍານທີ່ມີໄຊຊະນະຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່. ຖ້າຂ້ອຍທໍລະຍົດພຣະເຈົ້າເພາະຢ້ານການທົນທຸກທາງເນື້ອໜັງ, ຊີວິດຂອງຂ້ອຍກໍ່ຈະຖືກປະຖິ້ມໂດຍບໍ່ມີຄວາມໝາຍຫຍັງເລີຍ. ມັນຈະເປັນການອັບອາຍຄັ້ງໃຫຍ່. ຂ້ອຍຄິດຫາອັກຄະສາວົກ ແລະ ຜູ້ປະກາດພຣະທຳທົ່ວທຸກຍຸກ, ພວກເຂົາຖືກຂົ່ມເຫັງ ແລະ ຜະເຊີນໜ້າກັບຄວາມຕາຍ, ແຕ່ພວກເຂົາຍັງຮັກສາຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ເປັນພະຍານທີ່ດັງກ້ອງໃຫ້ກັບພຣະອົງ. ຂ້ອຍຖືກຕຳຫຼວດທໍລະມານ ແລະ ທຳຮ້າຍດ້ວຍການອະນຸຍາດຂອງພຣະເຈົ້າ. ວຸດທິພາວະຂ້ອຍຍັງນ້ອຍ ແລະ ຂ້ອຍບໍ່ສາມາດທຽບໄດ້ກັບໄພ່ພົນໃນຍຸກຕ່າງໆແມ່ນແຕ່ໜ້ອຍດຽວ, ແຕ່ຂ້ອຍໂຊກດີຫຼາຍທີ່ໄດ້ມີໂອກາດໄດ້ເປັນພະຍານນັ້ນໃຫ້ກັບພຣະເຈົ້າ. ຂ້ອຍເຕັມໃຈທີ່ຈະສ່ຽງຊີວິດໃນການຢືນເປັນພະຍານໃຫ້ກັບພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າມີຄວາມສະບາຍໃຈໜ້ອຍໜຶ່ງ. ການຄິດກ່ຽວກັບພຣະທຳຂອງພຣະເຈົ້າເບິ່ງຄືວ່າຊ່ວຍບັນເທົາຄວາມເຈັບປວດທາງຮ່າງກາຍຂອງຂ້ອຍໄດ້ໜ້ອຍໜຶ່ງ. ເມື່ອເຫັນວ່າຂ້ອຍກໍາລັງເຊືອບຫຼັບ, ຫົວໜ້າກໍ່ໄດ້ຈັບຜົມຂອງຂ້ອຍ ແລະ ກະຊາກຫົວຂອງຂ້ອຍໄປມາ ແລະ ຊົກຫົວ ແລະ ໜ້າເອິກຂອງຂ້ອຍດ້ວຍກໍາປັ້ນຂອງລາວ. ພວກເຂົາຈະບໍ່ຍອມໃຫ້ຂ້ອຍໃຊ້ຫ້ອງນໍ້າເຊັ່ນກັນ ໂດຍເວົ້າວ່າຂ້ອຍບໍ່ສາມາດໄປຈົນກວ່າຈະເຖິງເວລາທີ່ສະເພາະ. ເມື່ອຂ້ອຍໄປຫ້ອງນໍ້າ, ເຈົ້າໜ້າທີ່ຊາຍສອງສາມຄົນໄດ້ຢືນຢູ່ຂ້າງໆຫ້ອງນໍ້າ ແລະ ເວົ້າຄໍາຫຍາບຄາຍທຸກປະເພດ. ຂ້ອຍອັບອາຍຫຼາຍ. ຂ້ອຍຮູ້ສຶກວ່າຂ້ອຍຢາກຕາຍ. ຫຼັງຈາກນັ້ນ, ຂ້ອຍກໍ່ຄິດເຖິງພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: ‘ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ’. ໃນອະດີດ, ພວກເຈົ້າທຸກຄົນໄດ້ຍິນຖ້ອຍຄຳເຫຼົ່ານີ້ ແຕ່ບໍ່ມີໃຜເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳ. ໃນມື້ນີ້ພວກເຈົ້າໄດ້ຮູ້ດີເຖິງຄວາມໝາຍແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ. ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຮັບຄວາມໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນອາໄສຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ສະນັ້ນ, ໃນດິນແດນແຫ່ງນີ້ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າກໍຈະຖືກເຍາະເຍີ້ຍ ແລະ ຖືກຂົ່ມເຫັງ. ນີ້ຄືເຫດຜົນທີ່ພຣະທຳເຫຼົ່ານີ້ຈະກາຍເປັນຄວາມຈິງໃນກຸ່ມຄົນຂອງພວກເຈົ້າ” (ຄັດຈາກບົດ “ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ແສງສະຫວ່າງຈາກພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ຂ້ອຍເຫັນວ່າການຖືກເຮັດໃຫ້ອັບອາຍ ແລະ ຖືກທໍລະມານຍ້ອນຄວາມເຊື່ອຂອງຂ້ອຍຄືການທົນທຸກເພື່ອເຫັນແກ່ຄວາມຊອບທຳ. ມັນເປັນພຣະຄຸນຂອງພຣະເຈົ້າທີ່ໃຫ້ໂອກາດຂ້ອຍເປັນພະຍານ; ມັນເປັນກຽດສຳລັບຂ້ອຍ. ແຕ່ເມື່ອຂ້ອຍຮູ້ສຶກອັບອາຍໜ້ອຍໜຶ່ງ ຫຼື ປະສົບກັບການທົນທຸກທາງຮ່າງກາຍໜ້ອຍໜຶ່ງ, ຂ້ອຍກໍ່ສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ເຖິງກັບຄິດກ່ຽວກັບຄວາມຕາຍ. ຂ້ອຍໃສ່ໃຈຫຼາຍເກີນໄປໃນການຮັບເອົາສະຫງ່າລາສີ ຫຼື ຄວາມອັບອາຍສ່ວນຕົວ. ນັ້ນເປັນຄຳພະຍານແບບໃດໜຶ່ງໄດ້ແນວໃດ? ຂ້ອຍໄດ້ຕັດສິນໃຈແລ້ວວ່າ ເຖິງແມ່ນວ່າຂ້ອຍຕ້ອງຕາຍ ຂ້ອຍກໍ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ຂ້ອຍກຳລັງຄິດທີ່ຈະສິ້ນສຸດມັນລົງ ພຽງແຕ່ເພາະການທົນທຸກທີ່ເລັກນ້ອຍທາງເນື້ອໜັງ. ບໍ່ແມ່ນຂ້ອຍຕົກຢູ່ໃນກົນອຸບາຍຂອງຊາຕານບໍ? ບໍ່ແມ່ນຊາຕານກຳລັງພະຍາຍາມເຮັດໃຫ້ຂ້ອຍທໍລະຍົດພຣະເຈົ້າບໍ? ຂ້ອຍບໍ່ສາມາດຖອຍຫຼັງ ແລະ ກາຍມາເປັນຕົວຕະຫຼົກຂອງຊາຕານ. ຂ້ອຍຕ້ອງດໍາລົງຊີວິດຕໍ່ໄປ, ຢືນເປັນພະຍານໃຫ້ກັບພຣະເຈົ້າ ແລະ ນໍາຄວາມອັບອາຍມາສູ່ຊາຕານ! ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍ່ເວົ້າຄໍາອະທິຖານນີ້: “ພຣະເຈົ້າເອີຍ, ຂ້ານ້ອຍພ້ອມທີ່ຈະວາງຕົນເອງໄວ້ໃນມືຂອງພຣະອົງ. ບໍ່ວ່າຊາຕານຈະທໍລະມານຂ້ານ້ອຍແນວໃດກໍ່ຕາມ, ຂ້ານ້ອຍກໍ່ຈະຢືນເປັນພະຍານໃຫ້ພຣະອົງ ແລະ ຈະບໍ່ທໍລະຍົດພຣະອົງຈັກເທື່ອ. ຂ້ານ້ອຍຈະເຮັດຕາມການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງໃນທຸກສິ່ງ!” ຂ້ອຍຮູ້ສຶກເຂັ້ມແຂງຂຶ້ນຫຼັງຈາກທີ່ຂ້ອຍໄດ້ອະທິຖານ.

ກັບຄືນໄປຢູ່ໃນຫ້ອງສອບສວນ, ຕຳຫຼວດໄດ້ເປີດຄອມພິວເຕີ ເຊິ່ງເປັນບ່ອນທີ່ພວກເຂົານໍາຮູບພາບຂອງເອື້ອຍນ້ອງສອງສາມຄົນມາໃຫ້ຂ້ອຍລະບຸ. ພວກເຂົາຍັງເວົ້າອີກວ່າປະມານບ່າຍ 2 ໂມງຕອນສວາຍຂອງວັນທີ 24 ມັງກອນ, ພວກເຂົາໄດ້ຈັບກຸມອ້າຍເອື້ອຍນ້ອງໃນສອງສາມສະຖານທີ່ໆແຕກຕ່າງກັນ. ມັນຄືການປະຕິບັດງານທີ່ມີການປະສານງານ. ຂ້ອຍໃຈຮ້າຍຫຼາຍ. ເມື່ອເຫັນວ່າຂ້ອຍບໍ່ຕອບ, ພວກເຂົາກໍ່ທັງຂົ່ມຂູ່ ແລະ ຊັກຈູງຂ້ອຍ ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ພວກເຮົາຮູ້ຈັກທຸກຢ່າງກ່ຽວກັບພວກເຈົ້າ. ບໍ່ມີປະໂຫຍດທີ່ຈະຕໍ່ສູ້. ຄົນອື່ນໄດ້ເວົ້າ, ສະນັ້ນ ມັນຈະດີຫຍັງທີ່ເຈົ້າບໍ່ເວົ້າເພື່ອເຫັນແກ່ພວກເຂົາ? ເຖິງແມ່ນວ່າພວກເຮົາຈະປ່ອຍເຈົ້າໄປໃນຕອນນີ້, ແຕ່ຄຣິດຕະຈັກຂອງເຈົ້າກໍ່ຈະບໍ່ປ່ອຍໃຫ້ເຈົ້າກັບຄືນໄປ. ຈົ່ງສະຫຼາດແມະ, ບອກພວກເຮົາວ່າຜູ້ນໍາຂັ້ນເທິງແມ່ນຜູ້ໃດ ແລະ ກອງທຶນຂອງຄຣິດຕະຈັກຖືກເກັບໄວ້ຢູ່ໃສ. ຫຼັງຈາກນັ້ນ ພວກເຮົາຈະພາເຈົ້າກັບເມືອເຮືອນໃຫ້ທັນສໍາລັບການສະເຫຼີມສະຫຼອງປີໃໝ່”. ຂ້ອຍຍັງບໍ່ໄດ້ເວົ້າຫຍັງຈັກຄຳ, ດັ່ງນັ້ນ ພວກເຂົາຈຶ່ງຮ້ອງໃສ່ຂ້ອຍວ່າ, “ຖ້າເຈົ້າບໍ່ບອກພວກເຮົາວ່າເງິນຂອງຄຣິດຕະຈັກຢູ່ໃສ, ພວກເຮົາຈະແກ້ເຄື່ອງຂອງເຈົ້າອອກ, ຫ້ອຍເຈົ້າລົງຈາກເພດານ ແລະ ຕີເຈົ້າຈົນເປັນເນື້ອຊໍ້າເລືອດ. ພວກເຮົາຈະຊີມລົດຊາດຂອງມັນທຸກນາທີ”. ການໄດ້ຍິນແບບນີ້ເຮັດໃຫ້ຂ້ອຍຢ້ານ. ຂ້ອຍເຫັນວ່າມານຮ້າຍເຫຼົ່ານັ້ນມີຄວາມສາມາດສຳລັບທຸກສິ່ງເລີຍ ແລະ ຂ້ອຍບໍ່ຮູ້ວ່າຂ້ອຍຈະສາມາດຮັບມັນໄດ້ ຫຼື ບໍ່. ຂ້ອຍຢູ່ໃກ້ໜ້າຜາແທ້ໆ ແລະ ຂ້ອຍບໍ່ຮູ້ວ່າພວກເຂົາຈະເຮັດຫຍັງກັບຂ້ອຍໃນຄືນນັ້ນ. ເມື່ອຖືກໂຈມຕີດ້ວຍຄວາມຢ້ານ ແລະ ຄວາມໂສກເສົ້າຄື້ນແລ້ວຄື້ນເລົ່າ, ຂ້ອຍກໍ່ຮູ້ສຶກສິ້ນຫວັງຢ່າງບໍ່ໜ້າເຊື່ອ. ຂ້ອຍຟ້າວອະທິຖານຫາພຣະເຈົ້າ ແລະ ຂໍການປົກປ້ອງຈາກພຣະອົງ. ຂ້ອຍຄິດເຖິງພຣະທຳເຫຼົ່ານີ້ຂອງພຣະເຈົ້າຫຼັງຈາກທີ່ຂ້ອຍໄດ້ອະທິຖານ: “ເມື່ອຜູ້ຄົນພ້ອມທີ່ຈະເສຍສະຫຼະຊີວິດຂອງພວກເຂົາເອງ, ທຸກສິ່ງກໍຈະກາຍເປັນສິ່ງເລັກນ້ອຍ ແລະ ບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້. ແມ່ນຫຍັງຈະສຳຄັນໄປກວ່າຊີວິດ? ດ້ວຍເຫດນັ້ນ ຊາຕານຈຶ່ງບໍ່ສາມາດເຮັດຫຍັງໄດ້ອີກໃນຜູ້ຄົນ, ບໍ່ມີຫຍັງທີ່ມັນສາມາດເຮັດກັບມະນຸດໄດ້. ເຖິງແມ່ນວ່າ ໃນນິຍາມຂອງ ‘ເນື້ອໜັງ’ ມີການເວົ້າວ່າ ເນື້ອໜັງຖືກຊາຕານເຮັດໃຫ້ເສື່ອມຊາມ, ຖ້າຜູ້ຄົນຖວາຍຕົນເອງຢ່າງແທ້ຈິງ ແລະ ບໍ່ໄດ້ຖືກຂັບເຄື່ອນໂດຍຊາຕານ, ແລ້ວກໍຈະບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້” (ຄັດຈາກ “ບົດທີ 36” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ). ຜ່ານແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈວ່າຂ້ອຍຢ້ານຢ່າງສຸດຂີດທີ່ຈະຖືກເຮັດໃຫ້ອັບອາຍ ແລະ ຕາຍ. ຊາຕານກຳລັງຈັບເອົາຈຸດອ່ອນຂອງຂ້ອຍເພື່ອເຮັດໃຫ້ຂ້ອຍທໍລະຍົດພຣະເຈົ້າ. ນັ້ນຄືກົນອຸບາຍຂອງມັນ. ຖ້າຂ້ອຍສາມາດສ່ຽງຊີວິດຂອງຂ້ອຍໄດ້, ມີຫຍັງອີກທີ່ຂ້ອຍບໍ່ສາມາດເຮັດໄດ້? ຂ້ອຍຍັງເຫັນອີກວ່າການທີ່ພວກເຂົາປະຕິບັດຕໍ່ຂ້ອຍເປັນພຽງຄວາມຊົ່ວຮ້າຍ ແລະ ຄວາມເປັນຕາລັງກຽດຂອງຕໍາຫຼວດ. ເນື້ອໜັງຂອງຂ້ອຍບໍ່ມີຄ່າຫຍັງເລີຍ. ຂ້ອຍເຕັມໃຈທີ່ຈະເສຍສະຫຼະຊີວິດຂອງຂ້ອຍເພື່ອເປັນພະຍານໃຫ້ກັບພຣະເຈົ້າ ແລະ ເຮັດໃຫ້ຊາຕານອັບອາຍ. ຂ້ອຍຮູ້ວ່າມັນຈະຄຸ້ມຄ່າ ຖ້າຂ້ອຍສາມາດເປັນພະຍານໃຫ້ກັບພຣະເຈົ້າ, ຂ້ອຍຈະບໍ່ມີຊີວິດຢູ່ໂດຍໄຮ້ປະໂຫຍດ. ໃນຄວາມຄິດນີ້, ຂ້ອຍບໍ່ຮູ້ສຶກຢ້ານອີກຕໍ່ໄປ. ຂ້ອຍເຕັມໄປດ້ວຍຄວາມເຂັ້ມແຂງ ແລະ ຄວາມເຊື່ອ.

ປະມານ 1 ໂມງຂອງຕອນສວຍຂອງມື້ນັ້ນ, ຫົວໃຈຂອງຂ້ອຍເລີ່ມເຕັ້ນແຮງ ແລະ ຂ້ອຍຫາຍໃຈລຳບາກ. ຂາຂອງຂ້ອຍຮູ້ສຶກອ່ອນແອ ແລະ ຂ້ອຍພຽງແຕ່ລົ້ມລົງກັບພື້ນ. ເມື່ອເຫັນວ່າຂ້ອຍເປັນແບບນັ້ນ, ພວກເຂົາກໍ່ພຽງແຕ່ເວົ້າວ່າ, “ຢ່າເສຍເວລາເຮັດຄືກັບວ່າເຈົ້າກໍາລັງຈະຕາຍ. ພວກເຮົາຍັງຈະບໍ່ປ່ອຍໃຫ້ເຈົ້າໄປ. ຄະນະກຳມະການສູນກາງເວົ້າວ່າມັນບໍ່ເປັນຫຍັງ ຖ້າພວກເຮົາທຸບຕີຜູ້ເຊື່ອຖືຄົນໜຶ່ງຈົນຕາຍ. ຄົນຕາຍອີກໜຶ່ງຄົນໝາຍເຖິງຜູ້ເຊື່ອໜ້ອຍລົງອີກໜຶ່ງຄົນ! ພວກເຮົາພຽງແຕ່ສາມາດຂຸດຂຸມ ແລະ ຖິ້ມຮ່າງກາຍຂອງເຈົ້າໃສ່ທີ່ນັ້ນ. ຈະບໍ່ມີຜູ້ໃດຮູ້”. ຕໍ່ມາ ພວກເຂົາເຫັນວ່າຂ້ອຍບໍ່ສະບາຍດີແທ້ໆ ແລະ ຢ້ານວ່າຂ້ອຍຈະຕາຍ ແລະ ພວກເຂົາຈະສູນເສຍການນໍາຂອງພວກເຂົາ, ພວກເຂົາຈຶ່ງພາຂ້ອຍໄປໂຮງໝໍເພື່ອກວດສຸຂະພາບ. ທ່ານໝໍເວົ້າວ່າກຳລັງຂອງຂ້ອຍໄດ້ຫຼຸດລົງ ແລະ ມັນກໍ່ໃຫ້ເກີດບັນຫາທາງຫົວໃຈ. ລາວເວົ້າວ່າຂ້ອຍຄວນຈະໄດ້ຮັບອາຫານ ແລະ ພັກຜ່ອນໃຫ້ພຽງພໍ. ແຕ່ພວກເຂົາບໍ່ສົນໃຈວ່າຂ້ອຍຈະມີຊີວິດຢູ່ ຫຼື ຕາຍ. ເຄິ່ງຊົ່ວໂມງຫຼັງຈາກກັບມາຈາກໂຮງໝໍ, ພວກເຂົາໄດ້ຮັດກະແຈມືໃສ່ລາງໂລຫະອີກຄັ້ງ. ເມື່ອເຫັນວ່າພວກເຂົາຈະໄປບໍ່ຮອດໃສ່ດ້ວຍວິທີການທີ່ຮຸນແຮງຂອງພວກເຂົາ, ພວກເຂົາຈຶ່ງປ່ຽນມາໃຊ້ວິທີການທີ່ອ່ອນລົງ. ໜຶ່ງໃນເຈົ້າໜ້າທີ່ໄດ້ເວົ້າກັບຂ້ອຍດ້ວຍນໍ້າສຽງທີ່ທຳທ່າອ່ອນໂຍນວ່າ ລາວບໍ່ໄດ້ຕໍ່ຕ້ານຄວາມເຊື່ອໃນພຣະຜູ້ເປັນເຈົ້າ ແລະ ແມ່ຕູ້ຂອງລາວກໍ່ເປັນຄຣິດຕຽນ. ລາວຍັງເວົ້າວ່າລາວບໍ່ມີແຟນ ແລະ ເມື່ອເຫັນວ່າຂ້ອຍເປັນຕາຮັກສໍ່າໃດ ລາວກໍ່ຕ້ອງການຊອກຫາແຟນຄືກັບຂ້ອຍແທ້ໆ. ຫຼັງຈາກນັ້ນ ຜູ້ຊາຍອີກຄົນໜຶ່ງກໍ່ເວົ້າວ່າ, “ເຖິງແມ່ນເຈົ້າຈະບໍ່ຄິດເຖິງຕົວເອງ, ໃຫ້ຄິດເຖິງພໍ່ແມ່ຂອງເຈົ້າ. ມັນໃກ້ຈະຮອດປີໃໝ່ຈີນແລ້ວ ແລະ ທຸກຄົນກໍ່ຢູ່ກັບຄອບຄົວຂອງພວກເຂົາ. ແຕ່ເຈົ້າກຳລັງທົນທຸກຢູ່ທີ່ນີ້. ພໍ່ແມ່ຂອງເຈົ້າກໍ່ຈະເສຍໃຈຫຼາຍ ຖ້າພວກເຂົາຮູ້”. ເຈົ້າໜ້າທີ່ອີກຄົນໜຶ່ງເວົ້າຂຶ້ນວ່າ “ຂ້ອຍມີລູກທີ່ອາຍຸສໍ່າກັບເຈົ້າ ແລະ ຂ້ອຍບໍ່ຢາກເຫັນເຈົ້າທົນທຸກແບບນີ້ເຊັ່ນກັນ. ພຽງແຕ່ບອກຂ້ອຍວ່າເຈົ້າຕ້ອງການຫຍັງ, ຂ້ອຍມີອຳນາດຕັດສິນໃຈຢູ່ໃນທີ່ນີ້. ຂ້ອຍຍັງສາມາດຊ່ວຍໃຫ້ເຈົ້າຊອກຫາວຽກໄດ້. ເຈົ້າສາມາດບອກແມ່ນຫຍັງກໍ່ຕາມທີ່ເຈົ້າຮູ້ໃຫ້ຂ້ອຍເທົ່ານັ້ນ”. ການເຫັນພຶດຕິກໍາທີ່ປະຈົບສໍພໍຢູ່ໃນສ່ວນຂອງພວກເຂົາເຮັດໃຫ້ຂ້ອຍປວດຮາກ ແລະ ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າວ່າ: “ພວກເຈົ້າຕ້ອງຕື່ນຕົວ ແລະ ລໍຖ້າຢູ່ຕະຫຼອດເວລາ, ພວກເຈົ້າຕ້ອງອະທິຖານຫາເຮົາຫຼາຍຂຶ້ນ. ພວກເຈົ້າຕ້ອງຮັບຮູ້ແຜນການຕ່າງໆ ແລະ ແຜນການອັນສະຫຼາດຫຼັກແຫຼມຂອງຊາຕານ, ຮັບຮູ້ວິນຍານ, ຮູ້ຈັກຄົນ ແລະ ສາມາດແຍກແຍະຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆ” (ຄັດຈາກ “ບົດທີ 17” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ). ຊາຕານກຳລັງພະຍາຍາມໃຊ້ຄວາມຮູ້ສຶກຂອງຂ້ອຍ ແລະ ຄວາມເຫັນໃຈໜ້ອຍໜຶ່ງເພື່ອຊື້ຂ້ອຍ, ເພື່ອລໍ້ລວງຂ້ອຍໃຫ້ທໍລະຍົດພຣະເຈົ້າ. ມັນຊ່າງໄຮ້ຢາງອາຍ ແລະ ເປັນຕາລັງກຽດ! ຂ້ອຍຮູ້ວ່າຂ້ອຍບໍ່ສາມາດຕົກເປັນເຫຍື່ອກົນອຸບາຍຂອງຊາຕານໄດ້. ຫຼັງຈາກນັ້ນ, ບໍ່ວ່າພວກເຂົາຈະຂົ່ມຂູ່ ຫຼື ຊັກຈູງຂ້ອຍແນວໃດກໍ່ຕາມ, ຂ້ອຍກໍ່ບໍ່ໄດ້ເວົ້າຫຍັງຈັກຄຳ. ພວກເຂົາເຂົ້າມາເປັນກຸ່ມຄັ້ງລະຫົກ ຫຼື ເຈັດຄົນ ແລະ ພວກເຂົາຜັດປ່ຽນກັນຖາມຂ້ອຍເປັນເວລາແປດມື້ແປດຄືນ. ພວກເຂົາໃຊ້ການເຮັດໃຫ້ຢ້ານ, ການຂົ່ມຂູ່ ແລະ ການທໍລະມານເພື່ອບີບເອົາຄຳສາລະພາບຈາກຂ້ອຍ, ແຕ່ພວກເຂົາບໍ່ໄດ້ຮັບຂໍ້ມູນຫຍັງທີ່ອອກມາຈາກຂ້ອຍ. ໃນທີ່ສຸດ, ໜຶ່ງໃນເຈົ້າໜ້າທີ່ກໍ່ເວົ້າວ່າ, “ເຈົ້າເດັດດ່ຽວຢ່າງບໍ່ໜ້າເຊື່ອ ແລະ ພຣະເຈົ້າຂອງເຈົ້າກໍ່ຍິ່ງໃຫຍ່”. ການໄດ້ຍິນແບບນີ້ເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ, ຂ້ອຍໄດ້ເຫັນຊາຕານອັບອາຍ ແລະ ຜ່າຍແພ້.

ຫຼັງຈາກນັ້ນ ພວກເຂົາກໍ່ໄດ້ພາຂ້ອຍໄປສູນກັກຂັງ. ເມື່ອຂ້ອຍໄປຮອດບ່ອນນັ້ນ, ເຈົ້າໜ້າທີ່ແມ່ຍິງຄົນໜຶ່ງກໍ່ໄດ້ດຳເນີນການກວດຄົ້ນໃນຕົວຂ້ອຍໂດຍເປີດໃຊ້ການເຝົ້າລະວັງ. ຫຼັງຈາກທີ່ຂ້ອຍໄປຫ້ອງຂັງ, ນັກໂທດຄົນອື່ນໆທັງໝົດກໍ່ເບິ່ງຂ້ອຍຢ່າງປ່າເຖື່ອນ ແລະ ຜູ້ຄຸມຄຸກກໍ່ກະຕຸ້ນພວກເຂົາ ໂດຍເວົ້າວ່າ “ຄົນນີ້ແມ່ນຜູ້ເຊື່ອອີກຄົນໜຶ່ງ. ໃຫ້ແນ່ໃຈວ່າ ‘ຈະດູແລລາວເປັນຢ່າງດີ’”. ກ່ອນທີ່ຂ້ອຍຈະຮັບໂສ້ລ່າມ, ນັກໂທດຄົນໜຶ່ງໄດ້ສັ່ງໃຫ້ຂ້ອຍອາບນໍ້າເຢັນ ແລະ ຂ້ອຍກໍ່ສັ່ນຢ້ານຫຼັງຈາກທີ່ອ່າງນໍ້າເຢັນຖືກໂຍນໃສ່ຮ່າງກາຍຂ້ອຍຄັ້ງແລ້ວຄັ້ງເລົ່າ. ນັກໂທດຄົນອື່ນກໍ່ຢູ່ຂ້າງໆພຽງແຕ່ຫົວຂວັນ. ຂ້ອຍຕ້ອງແບກຖັງນໍ້າຫຼາຍກວ່າສິບສອງຖັງທຸກມື້ ເພື່ອທໍາຄວາມສະອາດຫ້ອງນໍ້າ ແລະ ອະນາໄມ ແລະ ໃນເວລາກິນເຂົ້າ ພວກເຂົາກໍ່ຕັ້ງໃຈໃຫ້ອາຫານຂ້ອຍໜ້ອຍລົງ. ຂ້ອຍບໍ່ເຄີຍກິນຈົນອີ່ມຈັກເທື່ອ. ໃນຕອນກາງຄືນ, ພວກເຂົາຈະເຕະຂອບຕຽງຂອງຂ້ອຍຢ່າງແຮງແທ້ໆຈົນຂ້ອຍນອນບໍ່ຫຼັບ. ມັນເຮັດໃຫ້ຂ້ອຍຢ້ານ ແລະ ເຮັດໃຫ້ຫົວໃຈຂອງຂ້ອຍເຕັ້ນແຮງ. ມັນເປັນຕາຢ້ານ. ຕໍ່ມາ ພວກເຂົາໄດ້ເຮັດໃຫ້ຂ້ອຍນອນຄົນດຽວເທິງພື້ນຄອນກຣີດທີ່ເຢັນ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ຜູ້ຄຸມໄດ້ປຸກປັ່ນໃຫ້ຫົວໜ້ານັກໂທດ ແລະ ຄາດຕະກອນບາງຄົນທໍລະມານຂ້ອຍ ແລະ ຕຳຫຼວດສອບຖາມຂ້ອຍຢູ່ຕະຫຼອດ ແລະ ຂົ່ມຂູ່ຂ້ອຍ ໂດຍເວົ້າວ່າ, “ເຈົ້າເປັນອາຊະຍາກອນທາງການເມືອງ. ບໍ່ມີຜູ້ໃດຈະສົນໃຈ ຖ້າເຈົ້າຕາຍ. ຖ້າເຈົ້າບໍ່ເວົ້າ, ພວກເຮົາຈະເກັບເຈົ້າໄວ້ໃນທີ່ນີ້ໂດຍບໍ່ມີກໍານົດ. ຢ່າຄິດເລີຍວ່າຈະອອກຈາກທີ່ນີ້ໄດ້!” ການໄດ້ຍິນແບບນັ້ນເຮັດໃຫ້ຂ້ອຍຮູ້ສຶກຢ້ານຫຼາຍ. ທຸກມື້ໃນເວລາສີ່ເດືອນເຫຼົ່ານີ້ເປັນການທໍລະມານ ແລະ ຂ້ອຍບໍ່ສາມາດທົນມັນໄດ້ອີກຕໍ່ໄປ. ຂ້ອຍບໍ່ຮູ້ວ່າທຸກຢ່າງຈະຈົບລົງໃນເມື່ອໃດ. ຂ້ອຍຮູ້ສຶກວ່າຂ້ອຍບໍ່ມີກຳລັງທີ່ຈະສືບຕໍ່ດໍາເນີນການ. ຂ້ອຍຮູ້ສຶກອ່ອນແອແທ້ໆ. ຂ້ອຍປາຖະໜາທີ່ຈະຕາຍເພື່ອຫຼົບໜີຈາກຄວາມເຈັບປວດ. ຂ້ອຍໄດ້ອະທິຖານຫາພຣະເຈົ້າດ້ວຍຄວາມເຈັບປວດຂອງຂ້ອຍ ແລະ ຮ້ອງໄຫ້ຢ່າງຂົມຂື່ນເມື່ອຂ້ອຍອະທິຖານ. ຂ້ອຍຄິດກ່ຽວກັບວ່າພຣະເຈົ້າກາຍເປັນເນື້ອໜັງ, ມາສູ່ແຜ່ນດິນໂລກເພື່ອສະແດງຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ. ຂ້ອຍມີຄວາມສຸກກັບການລ້ຽງດູ ແລະ ການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ ແຕ່ຂ້ອຍຕ້ອງການຈາກໂລກນີ້ໄປກ່ອນທີ່ຂ້ອຍຈະຕອບແທນຄວາມຮັກຂອງພຣະເຈົ້າ. ຂ້ອຍເຕັມໄປດ້ວຍຄວາມຮູ້ສຶກຜິດ ແລະ ຄວາມເສຍໃຈ; ຂ້ອຍຮູ້ສຶກບໍ່ດີຫຼາຍ, ຄືກັບວ່າໄດ້ມີການໂຈມຕີທີ່ຫົວໃຈຂອງຂ້ອຍ. ຫຼັງຈາກນັ້ນ, ຂ້ອຍກໍ່ຄິດເຖິງພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ” (ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). “ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ... ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?” (ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຂ້ອຍຮູ້ສຶກອາຍແທ້ໆເມື່ອພົບກັບພຣະທຳເຫຼົ່ານີ້ຂອງພຣະເຈົ້າ. ພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເທິງແຜ່ນດິນໂລກເພື່ອສະແດງຄວາມຈິງຫຼາຍຢ່າງສຳລັບການບຳລຸງລ້ຽງຂອງພວກເຮົາ ແລະ ພຣະອົງຕ້ອງການໃຫ້ຜູ້ຄົນເປັນພະຍານໃຫ້ກັບພຣະອົງໃນຕອນນີ້, ແຕ່ຂ້ອຍຕ້ອງການຫຼົບໜີຈາກສະຖານະການນັ້ນຜ່ານຄວາມຕາຍ, ພຽງແຕ່ເພາະຂ້ອຍຜະເຊີນກັບຄວາມອັບອາຍໜ້ອຍໜຶ່ງ, ເພາະວ່າຂ້ອຍທົນທຸກທາງຮ່າງກາຍ. ນັ້ນບໍ່ແມ່ນການເຊື່ອຟັງທີ່ແທ້ຈິງ. ນັ້ນບໍ່ແມ່ນການກະບົດຕໍ່ພຣະເຈົ້າບໍ? ຂ້ອຍຄິດເຖິງໂຢບທີ່ສູນເສຍຊັບສິນທັງໝົດຂອງລາວ ແລະ ລູກຂອງລາວ ແລະ ລາວທົນທຸກທໍລະມານຈາກຄວາມເຈັບປ່ວຍ, ແຕ່ລາວບໍ່ເຄີຍກ່າວໂທດພຣະເຈົ້າເລີຍ. ລາວສືບຕໍ່ສັນລະເສີນພຣະນາມຂອງພຣະເຈົ້າ ແລະ ລາວຍອມຕໍ່ພຣະເຈົ້າ. ລາວເປັນພະຍານທີ່ກ້ອງກັງວານໃຫ້ກັບພຣະເຈົ້າ. ແລ້ວຕະຫຼອດຍຸກຕ່າງໆ, ສາວົກ ແລະ ຜູ້ປະກາດພຣະທຳໄດ້ສະຫຼະຊີວິດຂອງພວກເຂົາ ແລະ ໄດ້ຫຼັ່ງເລືອດຂອງພວກເຂົາໃຫ້ກັບພຣະເຈົ້າ. ຂ້ອຍໄດ້ຮັບຄວາມສຸກຫຼາຍຈາກພຣະເຈົ້າ, ແຕ່ຂ້ອຍໄດ້ເສຍສະຫຼະຫຍັງແດ່ເພື່ອພຣະອົງ? ຂ້ອຍເຫັນແກ່ຕົວ ແລະ ເປັນຕາກຽດຊັງຫຼາຍ ແລະ ຂ້ອຍບໍ່ໄດ້ດຳລົງຊີວິດຕາມລາຄາທີ່ພຣະເຈົ້າໄດ້ຈ່າຍໃຫ້ກັບຂ້ອຍ. ຂ້ອຍບໍ່ສົມຄວນແມ່ນແຕ່ຈະຖືກເອີ້ນວ່າມະນຸດເລີຍ! ຂ້ອຍໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈ ແລະ ອະທິຖານ ໂດຍເວົ້າວ່າ, “ໂອ ພຣະເຈົ້າ, ຂ້ານ້ອຍໄດ້ຜິດພາດ. ຂ້ານ້ອຍບໍ່ຄວນຄິດເຖິງຄວາມຕາຍ. ຂ້ານ້ອຍຕ້ອງການເປັນຄືກັບໂຢບ, ຄືກັບເປໂຕ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບແມ່ນຫຍັງກໍ່ຕາມ, ຂ້ານ້ອຍກໍ່ປາຖະໜາທີ່ຈະຢືນເປັນພະຍານໃຫ້ກັບພຣະອົງ”. ການອະທິຖານເຮັດໃຫ້ຂ້ອຍມີຄວາມເຂັ້ມແຂງທີ່ຈະຜະເຊີນກັບແມ່ນຫຍັງກໍ່ຕາມທີ່ເກີດຂຶ້ນຕໍ່ໄປ. ບໍ່ດົນ, ຫົວໜ້ານັກໂທດຖືກຍ້າຍໄປຢູ່ຄຸກເພື່ອປະຕິບັດຕາມຄຳຕັດສິນຂອງລາວ ແລະ ນັກໂທດອີກສອງສາມຄົນໄດ້ຖືກຍົກຍ້າຍເຂົ້າມາ ຜູ້ເຊິ່ງໄດ້ເລີ່ມດູແລຂ້ອຍ. ພວກເຂົາໄດ້ແບ່ງປັນເຄື່ອງໃຊ້ທີ່ຈໍາເປັນບາງຢ່າງໃຫ້ກັບຂ້ອຍ ແລະ ມອບເສື້ອຜ້າໃຫ້ຂ້ອຍນຸ່ງສໍາລັບລະດູການ. ຂ້ອຍຮູ້ວ່ານີ້ເປັນການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດັ່ງທີ່ມັນກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ: “ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ” (ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ຕໍ່ມາ, ຂ້ອຍໄດ້ພົບເອື້ອຍຄົນໜຶ່ງໃນສູນກັກຂັງ. ມັນເຮັດໃຫ້ຂ້ອຍອົບອຸ່ນໃຈແທ້ໆ. ພວກເຮົາໄດ້ຄັດລອກພຣະທຳບາງຂໍ້ຂອງພຣະເຈົ້າຢ່າງລັບໆເພື່ອໃຫ້ກໍາລັງໃຈກັນ ແລະ ໂອ້ລົມກັນ. ຫົວໃຈຂອງຂ້ອຍຮູ້ສຶກເຕີມເຕັມ ແລະ ປິຕິຍິນດີ. ຫຼັງຈາກນັ້ນ, ມື້ໜຶ່ງໃນເດືອນກັນຍາ, ຕໍາຫຼວດໄດ້ມາສອບຖາມຂ້ອຍອີກ. ພວກເຂົາຖ່າຍຮູບພາບຂອງຂ້ອຍທັນທີທີ່ຂ້ອຍເຂົ້າໄປໃນຫ້ອງສອບສວນ ແລະ ພວກເຂົາເວົ້າວ່າພວກເຂົາຈະໃຊ້ມັນໃນອອນລາຍ ແລະ ຊອກຫາຕົວຕົນຂອງຂ້ອຍ. ພວກເຂົາຂົ່ມຂູ່ຂ້ອຍ ໂດຍເວົ້າວ່າ, “ຄະດີຂອງເຈົ້າກຳລັງຈະຖືກຕັດສິນແລ້ວ. ຢ່າແມ່ນແຕ່ຄິດທີ່ຈະໄດ້ອອກໄປ! ນະໂຍບາຍຂອງພັກກອມມູນິດສໍາລັບຄຣິດຕຽນຄືການປ່ຽນຄຳຕັດສິນໜຶ່ງປີໃຫ້ເປັນຄຳຕັດສິນສາມປີ ແລະ ຄຳຕັດສິນສາມປີໃຫ້ເປັນຄຳຕັດສິນເຈັດປີ. ພວກເຂົາສາມາດຕີຄຣິດຕຽນຈົນເຖິງແກ່ຄວາມຕາຍດ້ວຍຄວາມຕັ້ງໃຈ ແລະ ບໍ່ມີຜູ້ໃດຈະຕ້ອງຮັບຜິດຊອບສຳລັບສິ່ງນັ້ນ. ພວກເຮົາຈະເບິ່ງວ່າເຈົ້າຈະສາມາດທົນໄດ້ອີກດົນສໍ່າໃດ”. ການທີ່ເຫັນວ່າພັກກອມມູນິດຈີນຊົ່ວຮ້າຍ ແລະ ເປັນຕາລັງກຽດສໍ່າໃດໄດ້ເຮັດໃຫ້ຂ້ອຍກຽດຊັງຊາຕານທີ່ເປັນມານຮ້າຍຫຼາຍຍິ່ງຂຶ້ນ. ຂ້ອຍຈະບໍ່ຍອມຈຳນົນ ແລະ ທໍລະຍົດພຣະເຈົ້າຢ່າງແນ່ນອນ. ຂ້ອຍເວົ້າກັບພວກເຂົາຢ່າງຈິງຈັງວ່າ, “ເຈົ້າສາມາດລືມສິ່ງນັ້ນໄປໄດ້ເລີຍ. ຂ້ອຍບໍ່ມີແຜນທີ່ຈະໜີອອກໄປ. ຕາບໃດທີ່ຂ້ອຍສາມາດຮູ້ຈັກພຣະເຈົ້າ ແລະ ຢືນເປັນພະຍານໃຫ້ກັບພຣະຜູ້ສ້າງໃນຊ່ວງຊີວິດຂອງຂ້ອຍ, ມັນກໍ່ຈະຄຸ້ມຄ່າ, ເຖິງແມ່ນວ່າຂ້ອຍຕ້ອງຕາຍໃນທີ່ນີ້ກໍ່ຕາມ!” ຫຼັງຈາກນັ້ນ ຕຳຫຼວດກໍ່ຍ່າງອອກໄປໂດຍໄວດ້ວຍຄວາມໃຈຮ້າຍ.

ຂ້ອຍໄດ້ຖືກປ່ອຍຕົວໃນເດືອນພະຈິກຂອງປີ 2013, ຫຼັງຈາກ 10 ເດືອນທີ່ຖືກກັກຕົວຢ່າງບໍ່ຖືກຕ້ອງຕາມກົດໝາຍໂດຍເຈົ້າໜ້າທີ່. ເຖິງແມ່ນວ່າຂ້ອຍທົນທຸກທາງຮ່າງກາຍໃນປະສົບການຂອງຂ້ອຍທີ່ຖືກຈັບກຸມໂດຍພັກກອມມູນິດ, ພຣະທຳຂອງພຣະເຈົ້າໄດ້ສ່ອງແສງໃຫ້ຂ້ອຍຕະຫຼອດເວລາ, ຊີ້ນໍາຂ້ອຍໃຫ້ມີໄຊຊະນະເໜືອການລໍ້ລວງຂອງຊາຕານ ແລະ ຢືນເປັນພະຍານ. ຂ້ອຍໄດ້ຜະເຊີນກັບລິດອຳນາດ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ຄວາມເຊື່ອຂອງຂ້ອຍໃນພຣະເຈົ້າໄດ້ເຕີບໃຫຍ່ຂຶ້ນ. ຂ້ອຍຍັງໄດ້ເຫັນຢ່າງຊັດເຈນເຖິງແກ່ນແທ້ທີ່ຊົ່ວຮ້າຍຂອງພັກກອມມູນິດຈີນທີ່ກຽດຊັງພຣະເຈົ້າ ແລະ ເປັນສັດຕູຂອງພຣະອົງ. ຂ້ອຍໄດ້ຫັນຫຼັງໃຫ້ມັນຢ່າງສົມບູນ ແລະ ບໍ່ປະຕິເສດມັນ ແລະ ເສີມສ້າງຄວາມຕັ້ງໃຈຂອງຂ້ອຍທີ່ຈະຕິດຕາມພຣະເຈົ້າ. ຂອບພຣະຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ກ່ອນນີ້: 89. ການຕໍ່ສູ້ກັບການລ້າງສະໝອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ໂດຍ ໜູລີ່, ຈີນຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້