ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ ພວກເຈົ້າຕ້ອງຮັກພຣະເຈົ້າ ແລະ ເຂົ້າຫາພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລ້ວເຈົ້າຈະສ້າງຄວາມອັບອາຍໃຫ້ກັບຊາຕານບໍ່ໄດ້. ຕະຫຼອດການເຕີບໃຫຍ່ຂອງຊີວິດຂອງພວກເຈົ້າ ພວກເຈົ້າປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ນໍາຄວາມອັບອາຍຂາຍໜ້າທີ່ສຸດມາສູ່ມັນ ແລະ ພຽງເມື່ອນັ້ນ ມັງກອນແດງທີ່ຍິ່ງໃຫຍ່ຈຶ່ງຈະໄດ້ຮັບຄວາມອັບອາຍຢ່າງແທ້ຈິງ. ຍິ່ງເຈົ້າເຕັມໃຈນໍາເອົາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສໍ່າໃດ ຍິ່ງເປັນການພິສູດເຖິງຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ຄວາມກຽດຊັງທີ່ເຈົ້າມີຕໍ່ມັງກອນແດງທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ; ຍິ່ງເຈົ້າເຊື່ອຟັງພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ກໍຍິ່ງເປັນການພິສູດເຖິງຄວາມສະແຫວງຫາຄວາມຈິງຂອງເຈົ້າຫຼາຍສໍ່ານັ້ນ. ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແມ່ນຄົນທີ່ປາດສະຈາກຊີວິດ. ຄົນເຫຼົ່ານັ້ນແມ່ນຄົນທີ່ຢູ່ນອກພຣະທຳຂອງພຣະເຈົ້າ ແລະ ເປັນຄົນຂອງສາສະໜາ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມີຄວາມຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ໂດຍຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງແທ້ຈິງໄດ້ ແລະ ຖ້າເຈົ້າບໍ່ມີຄວາມຮູ້ໃນພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ມີວິທີໃດທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້.

ໃນຄວາມເຊື່ອພຣະເຈົ້າຂອງເຈົ້າ ເຈົ້າຄວນຮູ້ຈັກພຣະເຈົ້າແນວໃດ? ເຈົ້າຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ຜິດພ້ຽນໃນຄວາມເຊື່ອ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ເຈົ້າຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດການຍອມຮັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນການຍອມຮັບທີ່ພິດພ້ຽນ ແລະ ບໍ່ຖືກຕ້ອງ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກຍອມຮັບໃນອະດີດ ແລ້ວກວດສອບຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຂຶ້ນໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີສິ່ງກີດກັ້ນ ແລະ ການປະຕິບັດຂອງເຈົ້າກໍຈະລ້າສະໄໝ ເຊິ່ງເປັນພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ...; ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ ແລະ ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ລ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການຍອມຮັບພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະເປັນສິ່ງຂັດຂວາງຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດກັບມະນຸດເລີຍ. ຖ້າມະນຸດບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນຕົວເຂົາ ທີ່ເປັນສ່ວນໜຶ່ງຂອງແນວຄວາມຄິດທາງສາສະໜານັ້ນອອກ ແລ້ວສິ່ງເຫຼົ່ານັ້ນກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງມະນຸດ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ່າຊ້າໃນທຸກບາດກ້າວ, ເພາະແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າມັນລ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ແນ່ນອນ ເຈົ້າສາມາດປະຖິ້ມແນວຄວາມຄິດຂອງເຈົ້າ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ຖ້າມະນຸດສາມາດປະຖິ້ມແນວຄວາມຄິດທາງສາສະໜາ, ພວກເຂົາຈະບໍ່ນໍາໃຊ້ຄວາມຄິດຂອງຕົນເອງເພື່ອປະເມີນພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແຕ່ຈະເຊື່ອຟັງໂດຍກົງ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ່ຄືກັບພາລະກິດໃນອະດີດຢ່າງຊັດເຈນ, ເຈົ້າສາມາດປະຖິ້ມຄວາມຄິດເຫັນໃນອະດີດ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ໂດຍກົງ. ຖ້າເຈົ້າມີຄວາມຮູ້ດັ່ງກ່າວ ແລະ ເຈົ້າໃຫ້ຄວາມສໍາຄັນທີ່ສຸດຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ສົນໃຈວ່າພຣະອົງປະຕິບັດພາລະກິດໃນອະດີດແນວໃດ, ເຈົ້າກໍເປັນຄົນທີ່ປະຖິ້ມແນວຄວາມຄິດຂອງຕົນແລ້ວ, ເປັນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ເປັນຄົນທີ່ສາມາດເຊື່ອຟັງພາລະກິດ ແລະ ພຣະທຳຂອງພຣະເຈົ້າ ແລະ ເດີນຕາມບາດກ້າວຂອງພຣະເຈົ້າ. ດ້ວຍວິທີນີ້ ເຈົ້າຈະເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ເຈົ້າຈະບໍ່ວິເຄາະ ຫຼື ກວດສອບພາລະກິດຂອງພຣະເຈົ້າ. ໃນເມື່ອພຣະເຈົ້າໄດ້ລືມພາລະກິດໃນອະດີດຂອງພຣະອົງ ເຈົ້າກໍຄວນລືມມັນເຊັ່ນດຽວກັນ. ປັດຈຸບັນຄືປັດຈຸບັນ ແລະ ອະດີດກໍຄືອະດີດ. ໃນເມື່ອພຣະເຈົ້າໄດ້ປ່ອຍປະສິ່ງທີ່ພຣະອົງກະທຳໃນອະດີດແລ້ວ ເຈົ້າກໍບໍ່ຄວນຍຶດຕິດຢູ່ກັບມັນ. ເມື່ອເຈົ້າບໍ່ຍຶດຕິດກັບມັນ ເມື່ອນັ້ນເຈົ້າຈະເປັນຄົນທີ່ເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ປະຖິ້ມແນວຄວາມຄິດທາງສາສະໜາຂອງຕົນຢ່າງສົມບູນ.

ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ດັ່ງນັ້ນ ຈຶ່ງມີພາລະກິດໃໝ່ ແລະ ດ້ວຍເຫດນັ້ນ ຈຶ່ງຍັງມີພາລະກິດທີ່ລ້າສະໄໝ ແລະ ເກົ່າ. ພາລະກິດເກົ່າ ແລະ ໃໝ່ນີ້ບໍ່ໄດ້ຂັດແຍ່ງກັນ ແຕ່ສົ່ງເສີມກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດໃນຈິດໃຈຂອງມະນຸດ. ແຕ່ສິ່ງທີ່ຄາດຫວັງໄປຫຼາຍກວ່ານັ້ນກ່ຽວກັບການສ້າງແນວຄວາມຄິດດັ່ງກ່າວຂອງມະນຸດກໍຄື ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງຢ່າງສົມບູນ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນ ຮ່ວມກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີ. ມັນຖືກຕ້ອງທີ່ຈະເວົ້າວ່າ ໃນລະຫວ່າງເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄວາມຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມຮູ້ຂອງມະນຸດຢ່າງຕໍ່ເນື່ອງ ເຊິ່ງພວກເຂົາມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະເຈົ້າ ແລະ ຜົນຕາມມາກໍຄື ຫຼາຍຄົນທີ່ເຄັ່ງຄັດທາງສາສະໜາທີ່ຮັບໃຊ້ພຣະເຈົ້າກໍກາຍມາເປັນສັດຕູຂອງພຣະອົງ. ດ້ວຍເຫດນັ້ນ ເມື່ອແນວຄວາມຄິດທາງສາສະໜາຂອງຄົນໜັກແໜັນຂຶ້ນ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ແຕ່ທາງກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ພາລະກິດນີ້ແມ່ນເປັນການສະແດງອອກເຖິງຈິດໃຈໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸຕາມເປົ້າໝາຍ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ຖືກປາບປາມ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ພວກເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈພວກເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ພວກເຂົາພຽງແຕ່ມັກພຣະເຈົ້າໃນຮູບແບບເກົ່າທີ່ລ້າສະໄໝທີ່ມີຜົນສີຂາວ ແລະ ເຄືອນທີ່ບໍ່ໄດ້. ຍ້ວນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນນອກເໜືອທີ່ຈະໄດ້ຮັບການແກ້ໄຂແລ້ວ. ບາງເທື່ອ ເປັນຍ້ອນຄວາມດື້ດ້ານຂອງມະນຸດ ຫຼື ເປັນຍ້ອນຂໍ້ບັນຍັດການຈັດການຂອງພຣະເຈົ້າທີ່ມະນຸດບໍ່ສາມາດຝ່າຝືນໄດ້ ທີ່ເປັນຕົ້ນເຫດເຮັດໃຫ້ຄູສອນສາດສະໜາ ແລະ ຜູ້ຍິງເຫຼົ່ານັ້ນຍັງຍຶດຕິດກັບໜັງສື ແລະ ປື້ມເກົ່າແກ່ທີ່ຂາດຄຸນນະພາບ, ໃນຂະນະທີ່ພຣະເຈົ້າສືບຕໍ່ປະຕິບັດພາລະກິດການຄຸ້ມຄອງຂອງພຣະອົງທີ່ຍັງບໍ່ສຳເລັດນັ້ນ ເບິ່ງຄືວ່າບໍ່ມີໃຜຢູ່ຄຽງຂ້າງພຣະອົງເລີຍ. ເຖິງແມ່ນຂໍ້ຂັດແຍ້ງເຫຼົ່ານີ້ເຮັດໃຫ້ມະນຸດເປັນສັດຕູກັບພຣະເຈົ້າ ແລະ ເຖິງແມ່ນວ່າ ຂໍ້ຂັດແຂ້ງດັ່ງກ່າວຈະບໍ່ສາມາດແກ້ໄຂໄດ້ ພຣະເຈົ້າກໍບໍ່ໃສ່ໃຈໃນສິ່ງເຫຼົ່ານັ້ນ, ພຣະອົງບໍ່ສົນໃຈຂໍ້ຂັດແຍ້ງໃດໆທັງສິ້ນ. ບໍ່ວ່າຈະມີ ຫຼື ບໍ່ມີ. ເຖິງຢ່າງໃດກໍຕາມ ມະນຸດຍັງຍຶດຖືໃນຄວາມເຊື່ອ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ເຄີຍປະຖິ້ມຄວາມເຊື່ອ ແລະ ແນວຄວາມຄິດນັ້ນເລີຍ. ແຕ່ມີສິ່ງໜຶ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນກໍຄື: ເຖິງແມ່ນວ່າ ມະນຸດຈະບໍ່ຜິດພ້ຽນໄປຈາກທ່າທີຂອງຕົນ, ແຕ່ ບາດກ້າວຂອງພຣະເຈົ້າແມ່ນເຄື່ອນຍ້າຍເປັນປະຈຳ ແລະ ພຣະອົງປ່ຽນແປງທ່າທີຂອງພຣະອົງຕາມສະພາບແວດລ້ອມຢູ່ສະເໝີ ເຊິ່ງໃນທີ່ສຸດກໍຈະແມ່ນມະນຸດເອງທີ່ໄດ້ຮັບການຜ່າຍແພ້ໂດຍບໍ່ມີການຕໍ່ສູ້. ໃນຂະນະດຽວກັນ ພຣະເຈົ້າແມ່ນຍິ່ງໃຫຍ່ທີ່ສຸດທີ່ສັດຕູທັງຫຼາຍຂອງພຣະອົງບໍ່ສາມາດເອົາຊະນະໄດ້ ແລະ ພຣະອົງຍັງເປັນຜູ້ຊະນະເລີດຂອງມະນຸດຊາດທັງປວງລວມທັງຜູ້ທີ່ໄດ້ເອົາຊະນະ ແລະ ຜູ້ທີ່ບໍ່ໄດ້ເອົາຊະນະ. ມີຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າ ແລະ ໄດ້ຮັບໄຊຊະນະ? ແນວຄວາມຄິດຂອງມະນຸດອາດເບິ່ງຄືວ່າ ມາຈາກພຣະເຈົ້າ ຍ້ອນວ່າ ພວກເຂົາທຸກຄົນເກີດຈາກພາລະກິດຂອງພຣະເຈົ້າ. ແຕ່ພຣະເຈົ້າບໍ່ໄດ້ໃຫ້ອະໄພມະນຸດຍ້ອນສິ່ງນີ້, ຍິ່ງໄປກວ່ານັ້ນ ພຣະອົງຍັງບໍ່ຍົກຍ້ອງມະນຸດທີ່ປະຕິບັດພາລະກິດ “ເພື່ອພຣະເຈົ້າ” ເຊິ່ງຢູ່ນອກພາລະກິດຂອງພຣະອົງ. ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດແນວຄວາມຄິດຂອງມະນຸດ ແລະ ຄວາມເຊື່ອທີ່ເກົ່າ ແລະ ຈອມປອມ ແລະ ແມ່ນແຕ່ວັນທີແຫ່ງການກໍ່ເກີດແນວຄວາມຄວາມຄິດເຫຼົ່ານີ້ຂອງມະນຸດ ພຣະອົງກໍຍັງບໍ່ໃສ່ໃຈ. ພຣະອົງບໍ່ຍອມຮັບເລີຍວ່າ ແນວຄວາມຄິດເຫຼົ່ານີ້ເກີດມາຈາກພາລະກິດຂອງພຣະອົງ ຍ້ອນແນວຄວາມຄິດຂອງມະນຸດແຜ່ຂະຫຍາຍໂດຍມະນຸດ; ແຫຼ່ງກຳເນີດຂອງພວກມັນແມ່ນມາຈາກຄວາມຄິດ ແລະ ຈິດໃຈຂອງມະນຸດເອງ ແລະ ບໍ່ແມ່ນມາຈາກພຣະເຈົ້າ ແຕ່ມາຈາກຊາຕານ. ຄວາມປະສົງຂອງພຣະເຈົ້າກໍຄືການເຮັດໃຫ້ພາລະກິດຂອງພຣະອົງໃໝ່ ແລະ ມີຊີວິດຊີວາຢູ່ສະເໝີ ບໍ່ແມ່ນແກ່ເຖົ້າ ແລະ ບໍ່ມີຊີວິດຊີວາ ແລະ ເປັນພາລະກິດທີ່ພຣະອົງເຮັດໃຫ້ມະນຸດຕັ້ງໝັ້ນກັບການປ່ຽນແປງໃນແຕ່ລະຍຸກ ແລະ ແຕ່ລະສະໄໝ, ບໍ່ເປັນນິດນິລັນ ແລະ ບໍ່ເປັນອໍາມະຕະ. ນັ້ນກໍຍ້ອນວ່າ ພຣະອົງແມ່ນພຣະເຈົ້າ ຜູ້ສ້າງມະນຸດໃຫ້ມີຊີວິດ ແລະ ເປັນຄົນໃໝ່ ເຊິ່ງກົງກັນຂ້າມກັບມານຮ້າຍຜູ້ທີ່ເຮັດໃຫ້ມະນຸດຕາຍ ແລະ ເປັນຄົນເກົ່າ. ພວກເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ບໍ? ເຈົ້າມີແນວຄວາມຄິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດປະຖິ້ມຄວາມຄິດດັ່ງກ່າວນັ້ນໄດ້ ກໍຍ້ອນເຈົ້າມີຄວາມຄິດຄັບແຄບ. ບໍ່ແມ່ນເປັນຍ້ອນເຫດຜົນທີ່ວ່າ ພາລະກິດຂອງພຣະເຈົ້າເລັກນ້ອຍເກີນໄປ ຫຼື ຍ້ອນພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ຂອງພຣະອົງ. ການທີ່ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າກໍຍ້ອນວ່າ ເຈົ້າຂາດຄວາມເຊື່ອຟັງຫຼາຍເກີນໄປ ແລະ ຍ້ອນເຈົ້າບໍ່ມີລັກສະນະທີ່ຄ້າຍຄືກັບສິ່ງທີ່ພຣະເຈົ້າສ້າງແມ່ນແຕ່ໜ້ອຍດຽວ ແລະ ບໍ່ແມ່ນຍ້ອນພຣະເຈົ້າເຮັດໃຫ້ທຸກສິ່ງຢ່າງຫຍຸ້ງຍາກໄປໝົດສຳລັບເຈົ້າ. ສິ່ງທັງໝົດນີ້ເປັນຜົນມາຈາກເຈົ້າ ແລະ ບໍ່ກ່ຽວຂ້ອງຫຍັງເລີຍກັບພຣະເຈົ້າ; ຄວາມທົນທຸກທໍລະມານ ແລະ ຄວາມໂຊກຮ້າຍແມ່ນເປັນຜົນມາຈາກມະນຸດ. ເພາະວ່າ ຄວາມປະສົງຂອງພຣະເຈົ້າແມ່ນດີສະເໝີ: ພຣະອົງບໍ່ຕ້ອງການໃຫ້ເຈົ້າມີແນວຄວາມຄິດຕ່າງໆນາໆ ແຕ່ຕ້ອງການໃຫ້ເຈົ້າປ່ຽນແປງ ແລະ ຖືກສ້າງໃໝ່ຕາມຍຸກສະໄໝຂອງມັນ. ແຕ່ເຈົ້າບໍ່ສາມາດເບິ່ງອອກຈາກສອງສິ່ງນີ້ ທີ່ແຕກຕ່າງກັນເລີຍ ແລະ ມີແຕ່ກວດສອບ ຫຼື ວິເຄາະຢູ່ເປັນປະຈຳ. ມັນບໍ່ແມ່ນວ່າ ພຣະເຈົ້າເຮັດໃຫ້ທຸກສິ່ງຫຍຸ້ງຍາກໄປສຳລັບເຈົ້າ ແຕ່ເຈົ້າບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ເກີນໄປ. ສິ່ງທີ່ມີຊີວິດນ້ອຍໆຄືພວກເຈົ້າຍັງກ້າຮັບເອົາສິ່ງບໍ່ສໍາຄັນທີ່ພຣະເຈົ້າມອບໃຫ້ພວກເຈົ້າກ່ອນໜ້ານີ້ ແລ້ວນໍາໃຊ້ມັນເພື່ອໂຈມຕີພຣະເຈົ້າ, ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງຂອງມະນຸດບໍ? ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ມະນຸດບໍ່ມີຄຸນສົມບັດແທ້ໆໃນການສະແດງຄວາມຄິດເຫັນຕໍ່ພຣະເຈົ້າ ຢ່າວ່າແຕ່ເຂົາມີຄຸນສົມບັດໃນການສະເໜີຂໍ້ຄິດເຫັນທີ່ໄຮ້ປະໂຫຍດ, ມີກິ່ນເໝັນ, ເປັນຂໍ້ຄວາມທີ່ເໜົ່າເປື່ອຍຕາມຄວາມຮູ້ສຶກຂອງພວກເຂົາ ເພື່ອເວົ້າເຖິງເລື່ອງຫຍັງກໍຕາມທີ່ເປັນແນວຄວາມຄິດເປິເປື້ອນເຫຼົ່ານັ້ນ. ແລ້ວພວກເຂົາບໍ່ແມ່ນໄຮ້ຄ່າຫຼາຍກວ່ານັ້ນອີກບໍ?

ບາງຄົນທີ່ຮັບໃຊ້ພຣະເຈົ້າແທ້ໆແມ່ນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າ ແລະ ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາຂອງພວກເຂົາ. ຖ້າເຈົ້າຕ້ອງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ໄດ້ຜົນ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າເຈົ້າຕ້ອງການຮັບໃຊ້ພຣະເຈົ້າ, ກ່ອນອື່ນເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜານັ້ນກ່ອນ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ນີ້ແມ່ນສິ່ງທີ່ຄົນຮັບໃຊ້ພຣະເຈົ້າຄວນມີ. ຖ້າເຈົ້າປາດສະຈາກຄວາມຮູ້ນີ້ແລ້ວ ໃນເວລາເຈົ້າເລີ່ມຕົ້ນຮັບໃຊ້ພຣະເຈົ້າ, ເຈົ້າກໍຈະສ້າງສິ່ງຂັດຂວາງ, ສິ່ງລົບກວນ ແລະ ຖ້າເຈົ້າຕັ້ງໝັ້ນໃນແນວຄວາມຄິດຂອງເຈົ້າ, ເຈົ້າກໍຈະຖືກພຣະເຈົ້າລົ້ມເຈົ້າລົງຢ່າງບໍ່ສາມາດຫຼີກເວັ້ນໄດ້ ແລະ ເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ. ຈົ່ງເອົາປັດຈຸບັນເປັນຕົວຢ່າງ. ທຸກໆຖ້ອຍຄຳ ແລະ ພາລະກິດໃນປັດຈຸບັນນີ້ແມ່ນບໍ່ຖືກກັນກັບພຣະຄຳພີ ແລະ ບໍ່ຖືກກັນກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດກ່ອນໜ້ານີ້ ແລະ ຖ້າເຈົ້າບໍ່ມີຄວາມຕ້ອງການທີ່ຈະເຊື່ອຟັງ ແລ້ວເຈົ້າອາດຈະລົ້ມລົງໄດ້ທຸກເວລາ. ຖ້າເຈົ້າຕ້ອງການຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜານັ້ນກ່ອນ ແລະ ແກ້ໄຂຄວາມຄິດເຫັນຂອງເຈົ້າເອງໃຫ້ຖືກຕ້ອງ. ຫຼາຍສິ່ງທີ່ກ່າວເຖິງໃນອະນາຄົດຈະບໍ່ຄືກັນກັບສິ່ງທີ່ກ່າວໄວ້ໃນອະດີດ ແລະ ຖ້າເຈົ້າປາດສະຈາກຄວາມໃຝ່ຫາທີ່ຈະເຊື່ອຟັງ ເຈົ້າຈະບໍ່ສາມາດຍ່າງຕາມເສັ້ນທາງທີ່ຢູ່ຂ້າງໜ້າໄດ້. ຖ້າວິທີການປະຕິບັດພາລະກິດໃດໜຶ່ງຂອງພຣະເຈົ້າໄດ້ຝັງເລິກເຂົ້າໃນໃຈເຈົ້າ ແລະ ເຈົ້າບໍ່ຍອມປະຖິ້ມມັນຈັກເທື່ອ, ວິທີການດັ່ງກ່າວກໍຈະກາຍເປັນແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າສິ່ງທີ່ພຣະເຈົ້າເປັນ ໄດ້ຝັງເລິກເຂົ້າໃນຕົວເຈົ້າ ແລ້ວເຈົ້າໄດ້ຮັບຄວາມຈິງ ແລະ ຖ້າພຣະທຳ ແລະ ຄວາມຈິງຂອງພຣະເຈົ້າສາມາດກາຍເປັນຊີວິດຂອງເຈົ້າ, ເຈົ້າກໍຈະບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະເຈົ້າອີກຕໍ່ໄປ. ຜູ້ຄົນທີ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າຈະບໍ່ມີແນວຄວາມຄິດ ແລະ ຍຶດຕິດກັບທິດສະດີ.

ປຸກຕົວເອງໃຫ້ຕື່ນດ້ວຍຄຳຖາມດັ່ງລຸ່ມນີ້:

1. ຄວາມຮູ້ທີ່ຢູ່ພາຍໃນຕົວເຈົ້າແຊກແຊງການຮັບໃຊ້ພຣະເຈົ້າບໍ?

2. ມີການປະຕິບັດທາງສາສະໜາຫຼາຍປານໃດໃນຊີວິດປະຈຳວັນຂອງເຈົ້າ? ຖ້າເຈົ້າມີຄວາມສັດທາພຽງແຕ່ຮູບພາຍນອກ, ແລ້ວນີ້ໝາຍຄວາມວ່າ ຊີວິດຂອງເຈົ້າໄດ້ເຕີບໃຫຍ່ ແລະ ບັນລຸວຸທິພາວະແລ້ວບໍ?

3. ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າໄດ້ບໍ?

4. ເມື່ອເຈົ້າອະທິຖານ ເຈົ້າສາມາດອະທິຖານໂດຍປາດສະຈາກພິທີກຳທາງສາສະໜາໄດ້ບໍ?

5. ເຈົ້າເປັນຄົນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ບໍ່?

6. ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າປະກອບດ້ວຍແນວຄວາມຄິດທາງສາສະໜາຫຼາຍສໍ່າໃດ?

ກ່ອນນີ້ : ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ຕໍ່ໄປ : ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ພາລະກິດທັງໝົດທີ່ດໍາເນີນມາຫຼາຍກ່ວາຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ...

ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ...

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້