ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ? ມີຈັກເທື່ອທີ່ເຈົ້າທັງຫຼາຍເຮັດຕາມພຣະທໍາຂອງພຣະເຈົ້າຍ້ອນເຈົ້າຖືວ່າເປັນພາລະຂອງພຣະອົງ ແລະ ສະແຫວງຫາເພື່ອບັນລຸຕາມຄວາມປາຖະໜາຂອງພຣະອົງ? ຈົ່ງເຂົ້າໃຈໃນພຣະທໍາຂອງພຣະເຈົ້າ ແລະ ນໍາເອົາໄປປະຕິບັດຕາມນັ້ນ. ຈົ່ງຍຶດຖືຫຼັກການໃນການປະຕິບັດ ແລະ ການກະທໍາຂອງພວກເຈົ້າ. ນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ ຫຼື ຝືນໃຈເຮັດພຽງເປັນການສະແດງອອກເທົ່ານັ້ນ. ນີ້ຄືການປະຕິບັດຄວາມຈິງ ແລະ ການດໍາເນີນຊີວິດໂດຍພຣະທໍາຂອງພຣະເຈົ້າ. ມີພຽງການປະຕິບັດດັ່ງນີ້ເທົ່ານັ້ນທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ທໍານຽມໃດໆກໍຕາມທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ທໍານຽມນັ້ນບໍ່ແມ່ນກົດລະບຽບ ແຕ່ເປັນວິທີການປະຕິບັດຄວາມຈິງ. ບາງຄົນມັກດຶງດູດຄວາມສົນໃຈໃຫ້ກັບຕົນເອງ. ຢູ່ຕໍ່ໜ້າໝູ່ເພື່ອນ ແລະ ອ້າຍເອື້ອຍນ້ອງ, ພວກເຂົາກໍອ້າງວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ລັບຫລັງພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດທຸກສິ່ງໄປໃນທາງທີ່ກົງກັນຂ້າມ. ແບບນີ້ມັນບໍ່ແມ່ນເປັນແບບພວກຟາຣີຊາຍທີ່ບູຊາສາສະໜານແລ້ວບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງໃຈແມ່ນບຸກຄົນທີ່ມີຄວາມຈົ່ງຮັກພັກດີຕໍ່ພຣະເຈົ້າ, ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະຍອມປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຄັດກັບຄວາມຮູ້ສຶກຜິດຊອບຂອງຕົນ. ບຸກຄົນດັ່ງກ່າວຈະສະແດງອອກສະຕິປັນຍາ ເມື່ອເກີດມີບັນຫາ ແລະ ບໍ່ວ່າຢູ່ໃນສະຖານະການໃດໆກໍຕາມຈະຍຶດໝັ້ນຕໍ່ຫຼັກການໃນການກະທໍາຂອງຕົນສະເໝີ. ບຸກຄົນແບບນີ້ແມ່ນບຸກຄົນທີ່ຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ມີບາງຄົນກໍມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາມີຕໍ່ພຣະເຈົ້າ. ພວກເຂົາເຫຼົ່ານີ້ແຕ່ລະມື້ແມ່ນຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດສີໜ້າໂສກເສົ້າ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ພວກເຈົ້າຕິດໜີ້ບຸນຄຸນພຣະເຈົ້າແບບໃດ? ກະລຸນາບອກຂ້ອຍໄດ້ບໍ່!” ພວກເຂົາກໍຈະປາກບໍ່ອອກຈັກຄໍາ. ຖ້າເຈົ້າຈົ່ງຮັກພັກດີຕໍ່ພຣະເຈົ້າ ກໍຢ່າເວົ້າກ່ຽວກັບມັນຢູ່ພາຍນອກ, ແຕ່ຈົ່ງນໍາໃຊ້ພາກປະຕິບັດອັນແທ້ຈິງຂອງເຈົ້າເພື່ອສະແດງຄວາມຮັກຂອງເຈົ້າມີຕໍ່ພຣະເຈົ້າ ແລະ ຈົ່ງອະທິຖານຫາພຣະອົງດ້ວຍຈິດໃຈທີ່ບໍລິສຸດ. ຄົນໃດທີ່ໃຊ້ແຕ່ຄໍາເວົ້າໃນທາງປະຕິບັດຕໍ່ພຣະເຈົ້າ ພວກເຂົາເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄົນໜ້າຊື່ໃຈຄົດທັງນັ້ນ. ບາງຄົນເວລາອະທິຖານແຕ່ລະເທື່ອກໍເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າ ແລະ ກໍຈະພາກັນຮ້ອງໄຫ້ແຕ່ລະເທື່ອທີ່ພວກເຂົາອະທິຖານ ເຖິງແມ່ນວ່າຈະບໍ່ມີພຣະວິນຍານບໍລິສຸດປະກົດຢູ່ກໍຕາມ. ຄົນພວກນີ້ແມ່ນຖືກຄອບງໍາໂດຍພິທິກໍາທາງດ້ານສາສະໜາ ແລະ ຄວາມເຊື່ອ. ພວກເຂົາດໍາເນີນຊີວິດຢູ່ດ້ວຍພິທິກໍາ ແລະ ແນວຄວາມຄິດ ທີ່ເຊື່ອສະເໝີວ່າການກະທໍາດັ່ງກ່າວນັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ການເຊື່ອໃນພຣະເຈົ້າແບບຜິວເຜີນ ຫຼື ການສະແດງນໍ້າຕາໂສກເສົ້າເສຍໃຈເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າພໍໃຈ. ມັນຈະໄດ້ຜົນຫຍັງຈາກການກະທໍາຂອງຄົນທີ່ໄຮ້ເຫດຜົນເຫຼົ່ານີ້? ເພື່ອສະແດງເຖິງຄວາມຖ່ອມຕົວຂອງພວກເຂົາ, ບາງຄົນຕໍ່ໜ້າຄົນອື່ນກໍທໍາທ່າເຮັດເປັນສຸພາບອ່ອນໂຍນ. ບາງຄົນຕໍ່ໜ້າຄົນອື່ນກໍຈົງໃຈເປັນທາດຮັບໃຊ້ເໝືອນລູກແກະທີ່ຂາດແຮງບັນດານໃຈໃດໆທັງສິ້ນ. ເປັນແບບນີ້ບໍ ຄົນຂອງລາຊະອານາຈັກ? ຄົນຂອງລາຊະອານາຈັກຄວນຈະມີຊີວິດຊີວາ ແລະ ເປັນໂຕຂອງໂຕເອງ, ມີຈິດໃຈບໍລິສຸດ ແລະ ມີຄວາມເປີດເຜີຍ; ມີຄວາມຊື່ສັດ, ຄວາມຈົບງາມ ແລະ ເປັນຄົນທີ່ຢູ່ໃນສະພາບເສລີ. ເປັນຄົນມີກຽດ, ສັກສີ ແລະ ສາມາດທົນກັບການປະນາມທຸກຮູບແບບການ. ຄົນເຫຼົ່ານັ້ນຄືຄົນສຸດທີ່ຮັກຂອງພຣະເຈົ້າ ແລະ ສັງຄົມ. ຄົນໃດທີ່ສັດທາແບບຜິວເຜີນຈະມີການປະຕິບັດອອກນອກທິດທາງຫຼາຍຢ່າງ; ພວກເຂົາຕ້ອງໄດ້ຜ່ານໄລຍະເວລາຂອງການຈັດການແກ້ໄຂ ແລະ ດັດສ້າງ. ຄົນໃດທີ່ມີສັດທາໃນພຣະເຈົ້າແບບຢູ່ໃນໃຈຂອງພວກເຂົາທີ່ບໍ່ໄດ້ສະແດງອອກໃຫ້ຄົນອື່ນເຫັນ ແຕ່ການປະພຶດ ແລະ ການກະທໍາຂອງພວກເຂົາແມ່ນຈະຖືກຄົນອື່ນຍ້ອງຍໍສັນລະເສີນ. ມີພຽງຜູ້ຄົນເຫຼົ່ານີ້ທີ່ສາມາດຖືວ່າດໍາເນີນຊີວິດໂດຍອາໄສພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າເທສະໜາກ່ຽວກັບຂ່າວປະເສີດທຸກວັນໃຫ້ກັບບຸກຄົນເຫຼົ່ານີ້ ແລະ ນໍາພາພວກເຂົາໄປສູ່ການໄຖ່ບາບ ແຕ່ສຸດທ້າຍເຈົ້າຍັງຍຶດຕິດຢູ່ກັບກົດລະບຽບ ແລະ ທິດສະດີ ເຈົ້າກໍບໍ່ສາມາດນໍາຄວາມສະຫງ່າລາສີມາສູ່ພຣະເຈົ້າໄດ້. ເພາະເຈົ້າກໍບໍ່ຕ່າງຫຍັງກັບຄົນທີ່ບູຊາສາສະໜາ ແລະ ເປັນຄົນທີ່ໜ້າຊື່ໃຈຄົດອີກດ້ວຍ.

ເມື່ອເວລາໃດທີ່ກຸ່ມຄົນບູຊາສາສາໜາດັ່ງກ່າວນັ້ນຊຸມນຸມກັນ ພວກເຂົ້າກໍຈະຖາມກັນວ່າ “ຄຸນແມ່, ເຈົ້າເປັນແນວໃດມື້ນີ້”, ເພິ່ນກໍຈະຕອບວ່າ “ເຮົາມີຄວາມຮູ້ສຶກຕິດໜີ້ບຸນຄຸນພຣະເຈົ້າ ທີ່ເຮົາບໍ່ສາມາດບັນລຸຄວາມປາດຖະໜາໃນນໍ້າພຣະໄທຂອງພຣະອົງໄດ້”. ອີກຄົນໜຶ່ງກໍເວົ້າວ່າ, “ເຮົາຄືກັນຮູ້ສຶກຕິດໜີບຸນຄຸນຕໍ່ພຣະເຈົ້າ ແລະ ບໍ່ສາມາດເຮັດໃຫ້ພຣະອົງເພິ່ງພໍໃຈໄດ້”. ປະໂຫຍກເລັກນ້ອຍເຫຼົ່ານີ້ ແລະ ພຽງຄໍາເວົ້າຢ່າງດຽວນີ້ ກໍສະແດງໃຫ້ເຫັນຄວາມຊົ່ວຊ້າທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຂົາແລ້ວ. ຄໍາເວົ້າດັ່ງກ່າວແມ່ນບໍ່ດີ ແລະ ເປັນຕາລັງກຽດທີ່ສຸດ. ພວກເຂົາແມ່ນຕ້ານພຣະເຈົ້າໂດຍກໍາເນີດ. ຜູ້ທີ່ເອົາໃຈໃສ່ໃນຄວາມເປັນຈິງແມ່ນຈະສື່ສານແຕ່ສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເປີດອົກເປີດໃຈໃນການສື່ສານ. ບໍ່ແມ່ນການສະແດງອອກແບບຜິດ, ບໍ່ສຸພາບ ຫຼື ການໂອ້ລົມກັນທີ່ບໍ່ມີປະໂຫຍດ. ມັນກໍເປັນເລຶ່ອງທໍາມະດາຢູ່ແລ້ວ ແລະ ບໍ່ມີກົດລະບຽບໃດໃນໂລກທີ່ຕ້ອງປະຕິບັດຕາມ. ແຕ່ຍັງມີບາງຄົນທີ່ມີຄວາມຫຼົງໄຫຼສໍາລັບການສະແດງຕົນສູ່ພາຍນອກເຖິງແມ່ນວ່າມັນບໍ່ມີຄວາມໝາຍຫຍັງ. ເມື່ອຄົນໜື່ງຮ້ອງເພງພວກເຂົາກໍເລິ່ມຟ້ອນ ເຊິ່ງບໍ່ຮູ້ເລີຍວ່າ ເຂົ້າທີ່ຢູ່ໃນໝໍ້ຂອງພວກເຂົາແມ່ນຖືກໄຟໄໝ້ໝົດແລ້ວ. ການປະພຶດຂອງພວກເຂົາດັ່ງກ່າວບໍ່ແມ່ນຄວາມເຫຼື້ອມໃສສັດທາໃນພຣະເຈົ້າ ຫຼື ມີກຽດຕິຍົດຫຍັງ ແລະ ບໍ່ມີຄຸນຄ່າຫຍັງທັງສິ້ນ. ທັງໝົດນີ້ແມ່ນການສະແດງອອກເຖິງການຂາດຄວາມເປັນຈິງ! ບາງຄົນພາກັນເຕົ້າໂຮມກັນເພື່ອເວົ້າເລື່ອງບັນຫາຊີວິດໃນຈິດວິນຍານ ແລະ ເຖິງແມ່ນວ່າພວກເຂົາບໍ່ໄດ້ເວົ້າເຖິງການຕິດໜີ້ຄຸນຕໍ່ພຣະເຈົ້າກໍຕາມ ພວກເຂົາກໍເກັບຄວາມຮັກອັນແທ້ຈິງທີ່ມີຕໍ່ພຣະອົງໄວ້ພາຍໃນໃຈຂອງພວກເຂົາ. ການຕິດໜີ້ບຸນຄຸນຕໍ່ພຣະເຈົ້າຂອງເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບຄົນອື່ນເລີຍ, ເຈົ້າຕິດໜີ້ບຸນຄຸນຕໍ່ພຣະເຈົ້າ ບໍ່ແມ່ນຕິດໜີ້ບຸນຄຸນຕໍ່ມະນຸດ. ສະນັ້ນ ຈະມີຜົນປະໂຫຍດຫຍັງທີ່ເຈົ້າຕ້ອງເວົ້າເຖິງເລຶ່ອງນີ້ກັບຄົນອື່ນຕະຫຼອດເວລາ? ເຈົ້າຕ້ອງໃຫ້ຄວາມສໍາຄັນໃນການເຂົ້າຫາຄວາມເປັນຈິງ, ບໍ່ແມ່ນໃຫ້ຄວາມສໍາຄັນກັບການກະຕຶລືລົ້ນ ຫຼື ການສະແດງຕົນອອກສູ່ພາຍນອກ.

ການກະທໍາດີແບບຜິວເຜີນຂອງມະນຸດແມ່ນສະແດງເຖິງຫຍັງ? ມັນສະແດງເຖິງຮ່າງກາຍພາຍນອກ. ການປະຕິບັດພາຍນອກທີ່ດີທີສຸດ ບໍ່ແມ່ນຕົວແທນຂອງຊີວິດ ມີແຕ່ຄຸນສົມບັດພາຍໃນຕົວຂອງເຈົ້າເທົ່ານັ້ນທີ່ເປັນຕົວແທນຊີວິດຂອງເຈົ້າທີ່ແທ້ຈິງ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າຕະຫຼອດເວລາ ແຕ່ເຈົ້າບໍ່ສາມາດຈັດຕຽມຊີວິດຂອງຄົນອື່ນ ຫຼື ປຸກຈິດສໍານຶກຄົນອື່ນໃຫ້ຮັກພຣະເຈົ້າໄດ້, ແລ້ວເຈົ້າເຊື່ອວ່າການກະທໍາດັ່ງກ່າວນັ້ນເປັນທີ່ພໍໃຈຂອງພຣະເຈົ້າບໍ? ເຈົ້າເຊື່ອວ່ານີ້ຄືຄວາມຕ້ອງການຂອງພຣະເຈົ້າ, ນີ້ຄືແນວທາງທີ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວນີ້ຄືເລື່ອງທີ່ໄຮ້ເຫດຜົນທີ່ສຸດ. ເຈົ້າເຊື່ອວ່າສິ່ງໃດທີ່ເຈົ້າພໍໃຈ ແລະ ສິ່ງໃດທີ່ເຈົ້າປາຖະໜາແມ່ນສິ່ງທີ່ພຣະເຈົ້າສັນລະເສີນຍິນດີ. ສິ່ງທີ່ເຈົ້າພໍໃຈສາມາດເປັນຕົວແທນຂອງພຣະເຈົ້າໄດ້ບໍ່? ບຸກຄະລິກຂອງມະນຸດ ສາມາດເປັນຕົວແທນພຣະເຈົ້າໄດ້ບໍ່? ສິ່ງທີ່ເຈົ້າພໍໃຈ ແທ້ຈິງແລ້ວກໍຄືສິ່ງທີ່ພຣະເຈົ້າກຽດຊັງ ແລະ ນິໄສຂອງເຈົ້າກໍຄືສິ່ງທີ່ພຣະເຈົ້າບໍ່ມັກ ແລະ ບໍ່ຍອມຮັບ. ຖ້າເຈົ້າບໍ່ອະທິຖານຫາພຣະເຈົ້າ ແລະ ຍັງດຶງຄວາມສົນໃຈໃຫ້ກັບຕົນເອງຢູ່ຕໍ່ໜ້າຄົນອື່ນແບບນີ້ຕະຫຼອດເວລາ, ເຈົ້າຈະສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້ແນວໃດ? ຖ້າການກະທໍາຂອງເຈົ້າແມ່ນຍັງຢູ່ໃນຮູບແບບພາຍນອກເທົ່ານັ້ນ, ນີ້ກໍໝາຍຄວາມວ່າເຈົ້າຄືຄົນທີ່ໄຮ້ປະໂຫຍດທີ່ສຸດ. ຜູ້ທີ່ພຽງກະທໍາດີແບບຜິວເຜີນ ແຕ່ຂາດຄວາມເປັນຈິງແມ່ນຄົນແບບໃດ? ຄົນແບບນັ້ນກໍຄືພວກຟາຣິຊາຍທີ່ໜ້າຊື່ໃຈຄົດ ແລະ ພວກທີ່ບູຊາສາສະໜາ. ຖ້າພວກເຈົ້າຍັງບໍ່ເຊົາໃນການປະຕິບັດພຽງພາຍນອກ ແລະ ບໍ່ຍອມປ່ຽນແປງ, ຄວາມໜ້າຊື່ໃຈຄົດທີ່ມີຢູ່ໃນຕົວພວກເຈົ້າກໍຈະເພິ່ມທະວີຂຶ້ນເລື່ອຍໆ. ຍິ່ງຄວາມໜ້າຊື່ໃຈຄົດເພີ່ມຂຶ້ນຫຼາຍເທົ່າໃດ, ການຕໍ່ຕ້ານຕໍ່ພຣະເຈົ້າກໍຍິ້ງເພີ່ມຂຶ້ນຫຼາຍເທົ່ານັ້ນ ແລະ ໃນທີ່ສຸດຄົນປະເພດນີ້ກໍຈະຖືກປະປ່ອຍຖິ້ມ!

ກ່ອນນີ້: ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ

ຕໍ່ໄປ: ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ເພື່ອໃຫ້ເຂົ້າໃຈເຖິງຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ສິ່ງທີ່ເຮັດໃຫ້ມະນຸດປະສົບຜົນສຳເລັດ ແລະ ສໍາຜັດກັບຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດ,...

ພຣະບັນຍັດແຫ່ງຍຸກໃໝ່

ພວກເຈົ້າຖືກສັ່ງໃຫ້ຈັດຕຽມຕົນເອງດ້ວຍພຣະທໍາຂອງພຣະເຈົ້າ ແລະ ເຖິງວ່າຈະມີການກຽມການໃຫ້ພວກເຈົ້າແລ້ວກໍຕາມ...

ພາລະກິດ ແລະ ທາງເຂົ້າ (1)

ຕັ້ງແຕ່ຜູ້ຄົນເລີ່ມເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດ ໄດ້ມີຫຼາຍສິ່ງທີ່ພວກເຂົາຍັງບໍ່ຊັດເຈນ....

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້, ສູງສົ່ງຂຶ້ນຕາມແຕ່ລະບາດກ້າວ; ການເປີດເຜີຍແຫ່ງວັນໃໝ່ຍິ່ງສູງສົ່ງກວ່າວັນນີ້ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້