ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ອິດທິພົນຂອງຄວາມມືດແມ່ນຫຍັງ? ສິ່ງທີ່ເອີ້ນວ່າ “ອິດທິພົນຂອງຄວາມມືດ” ນີ້ແມ່ນອິດທິພົນຈາກການຫຼອກລວງ, ຄວາມເສື່ອມຊາມ, ການຜູກມັດ ແລະ ຄວບຄຸມຜູ້ຄົນຂອງຊາຕານ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຈະຈິບຫາຍຢ່າງແນ່ນອນ. ເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແນວໃດ ຫຼັງຈາກທີ່ໄດ້ຮັບເອົາຄວາມເຊື່ອໃນພຣະເຈົ້າ? ຫຼັງຈາກເຈົ້າໄດ້ອະທິຖານຫາພຣະເຈົ້າຢ່າງຈິງໃຈ, ເຈົ້າກໍ່ຫັນຫົວໃຈຂອງເຈົ້າໄປຫາພຣະອົງຢ່າງສົມບູນ ເຊິ່ງໃນຈຸດນັ້ນ ຫົວໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າເລີ່ມເຕັມໃຈທີ່ມອບຕົນເອງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ໃນຊ່ວງເວລານີ້ ເຈົ້າຈະຫຼົບໜີຈາກອິດທິພົນຂອງຄວາມມືດ. ຖ້າທຸກສິ່ງທີ່ມະນຸດຄົນເຮັດຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ, ແລ້ວເຂົາກໍ່ເປັນຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະອົງ. ຖ້າຜູ້ຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຖ້າພວກເຂົາພະຍາຍາມຫຼອກລວງພຣະອົງຢູ່ສະເໝີ, ເຮັດໃນລັກສະນະທີ່ພໍເປັນພິທີຕໍ່ພຣະອົງ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະອົງ, ແລ້ວຄົນເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມະນຸດທີ່ບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ; ນັ້ນໝາຍຄວາມວ່າ ພວກເຂົາທຸກຄົນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ແມ່ນແຕ່ຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າກໍ່ອາດຈະບໍ່ຈຳເປັນຕ້ອງດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ຍ້ອນຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະອົງແທ້ໆ ຫຼື ສາມາດອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດຖືກຈຳກັດໃນການເຊື່ອໃນພຣະເຈົ້າ ແລະ ຍ້ອນເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາຈຶ່ງ ຍັງດໍາລົງຊີວິດຢູ່ພາຍໃນກົດເກນເດີມໆ, ຢູ່ທ່າມກາງພຣະທຳທີ່ຕາຍແລ້ວ, ມີຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ສະນັ້ນ ໃນຂະນະທີີ່ມັນຊັດເຈນຢູ່ແລ້ວວ່າ ຜູ້ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນແຕ່ຜູ້ທີ່ເຊື່ອໃນພຣະເຈົ້າກໍ່ອາດສາມາດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງມັນເຊັ່ນກັນ ຍ້ອນພວກເຂົາຂາດພາລະກິດຂອງພຣະວິນຍານບໍລິສຸດ. ຜູ້ທີ່ບໍ່ໄດ້ຮັບພຣະຄຸນ ຫຼື ຄວາມເມດຕາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເບິ່ງເຫັນພາລະກິດຂອງພຣະວິນຍານບໍລິສຸດລ້ວນແລ້ວແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ໃນເວລາສ່ວນໃຫຍ່ ຜູ້ທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງກໍ່ດຳລົງຊີວິດຢູ່ພາຍໃຕ້ອິດພົນຂອງມັນເຊັ່ນກັນ. ຖ້າມະນຸດເຊື່ອໃນພຣະເຈົ້າ ແຕ່ໃຊ້ຊີວິດສ່ວນໃຫຍ່ເພື່ອດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແລ້ວການເປັນຢູ່ຂອງມະນຸດຄົນນີ້ກໍ່ສູນເສຍຄວາມໝາຍຂອງມັນ, ແລ້ວມັນຈຳເປັນຫຍັງທີ່ຕ້ອງກ່າວເຖິງຜູ້ທີ່ບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ?

ທຸກຄົນທີ່ບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ ຫຼື ຜູ້ທີ່ຍອມພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະອົງໄດ້ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມີແຕ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນຈຶ່ງຈະໄດ້ຮັບພອນຈາກພຣະອົງ ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ຈະໜີພົ້ນຈາກອິດທິພົນຂອງຄວາມມືດ. ຄົນທີ່ຍັງບໍ່ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ, ຄົນທີ່ຖືກສິ່ງໃດໜຶ່ງຄວບຄຸມຢູ່ສະເໝີ ແລະ ຄົນບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າກໍ່ເປັນຄົນທີ່ຢູ່ພາຍໃຕ້ພັນທະນາການຂອງຊາຕານ ເຊິ່ງດໍາລົງຊີວິດຢູ່ພາຍໃຕ້ກິ່ນອາຍຂອງຄວາມຕາຍ. ຄົນທີ່ບໍ່ສັດຊື່ຕໍ່ໜ້າທີ່ຂອງພວກເຂົາເອງ, ຄົນທີ່ບໍ່ສັດຊື່ຕໍ່ການຝາກຝັງຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກກໍ່ເປັນຄົນທີ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ຕັ້ງໃຈປັ່ນປ່ວນຊີວິດຄຣິສຕະຈັກ, ຄົນທີ່ຕັ້ງໃຈສ້າງຄວາມແຕກແຍກລະຫວ່າງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ຄົນທີ່ສ້າງຕັ້ງພັກພວກກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດຫຼາຍຂຶ້ນອີກ, ຢູ່ໃນພັນທະນາການຂອງຊາຕານ. ຄົນທີ່ມີຄວາມສໍາພັນບໍ່ປົກກະຕິກັບພຣະເຈົ້າ, ຄົນທີ່ມີຄວາມປາຖະໜາເກີນຕົວ, ຄົນທີ່ເອົາປຽບຄົນອື່ນຢູ່ສະເໝີ ແລະ ຄົນທີ່ບໍ່ເຄີຍສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ໃສ່ໃຈ ແລະ ບໍ່ຈິງຈັງໃນການປະຕິບັດຕາມຄວາມຈິງຂອງພວກເຂົາຈັກເທື່ອ ແລະ ຄົນທີ່ບໍ່ສະແຫວງຫາເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ແຕ່ສະແຫວງຫາເພື່ອຕອບສະໜອງເນື້ອໜັງຂອງພວກເຂົາເອງເທົ່ານັ້ນ ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດເຊັ່ນກັນ ເຊິ່ງອ້ອມລ້ອມໄປດ້ວຍຄວາມຕາຍ. ຄົນທີ່ມີສ່ວນຮ່ວມໃນການຄົດໂດງ ແລະ ການຫຼອກລວງ ເມື່ອກຳລັງເຮັດວຽກໃຫ້ກັບພຣະເຈົ້າ, ຄົນທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ, ຄົນທີ່ສໍ້ໂກງພຣະເຈົ້າ ແລະ ຄົນທີ່ວາງແຜນສຳລັບພວກເຂົາເອງຢູ່ສະເໝີກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າຢ່າງຈິງໃຈ, ຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ຄົນທີ່ບໍ່ເອົາໃຈໃສ່ໃນການປ່ຽນແປງອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ.

ຖ້າເຈົ້າຢາກໃຫ້ພຣະເຈົ້າຍົກຍ້ອງ ແລ້ວເຈົ້າຕ້ອງໜີອອກຈາກອິດທິພົນທີ່ມືດມົວຂອງຊາຕານກ່ອນ, ເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຫັນຫົວໃຈມາຫາພຣະອົງຢ່າງສົມບູນ. ພຣະເຈົ້າຈະຍົກຍ້ອງສິ່ງຕ່າງໆທີ່ເຈົ້າກຳລັງເຮັດໃນຕອນນີ້ບໍ? ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າແລ້ວບໍ? ສິ່ງຕ່າງໆທີ່ເຈົ້າໄດ້ເຮັດນັ້ນແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? ໃຫ້ສໍາຫຼວດຕົນເອງຢູ່ຕະຫຼອດເວລາ ແລະ ເອົາໃຈໃສ່ໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ; ເປີດຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ, ຮັກພຣະອົງດ້ວຍຄວາມຈິງໃຈ ແລະ ສະຫຼະຕົນເອງໃຫ້ກັບພຣະອົງຢ່າງເຫຼື້ອມໃສ. ຄົນທີ່ເຮັດແບບນີ້ ຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ. ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ກໍ່ບໍ່ມີທາງທີ່ຈະໜີອອກຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຂອງພວກເຂົາດ້ວຍຄວາມຊື່ສັດ, ຄົນທີ່ປະພຶດຢ່າງໜຶ່ງຕໍ່ໜ້າຄົນອື່ນ ແຕ່ເຮັດອີກຢ່າງລັບຫຼັງຂອງພວກເຂົາ, ຄົນທີ່ສະແດງລັກສະນະຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ເຖິງແມ່ນແກ່ນແທ້ຂອງພວກເຂົາເປັນຄົນຮ້າຍກາດ, ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ, ຄົນເຫຼົ່ານີ້ເປັນຕົວແທນທົ່ວໄປຂອງຄົນທີ່ດໍາລົງຊີວິດພາຍໃຕ້ອິດທິພົນຂອງຄວາມມືດມົວ; ພວກເຂົາເປັນເຊື້ອສາຍຂອງງູພິດ. ຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າເພື່ອຜົນປະໂຫຍດຂອງພວກເຂົາເອງ, ຄົນທີ່ຖືວ່າຕົນເອງຊອບທຳ ແລະ ຈອງຫອງ, ຄົນທີ່ອວດໂອ້ ແລະ ຄົນທີ່ປົກປ້ອງສະຖານະຂອງພວກເຂົາເອງແມ່ນຄົນທີ່ຮັກຊາຕານ ແລະ ຕໍ່ຕ້ານຄວາມຈິງ. ຄົນເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ຄົນຄົນທີ່ບໍ່ເອົາໃຈໃສ່ໃນພາລະຂອງພຣະເຈົ້າ, ຄົນທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຄົນທີ່ເປັນຫ່ວງຜົນປະໂຫຍດຂອງພວກເຂົາເອງ ແລະ ຜົນປະໂຫຍດໃນຄອບຄົວຂອງພວກເຂົາຢູ່ສະເໝີ, ຄົນທີ່ບໍ່ສາມາດປະຖິ້ມທຸກຢ່າງເພື່ອສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຄົນທີ່ບໍ່ເຄີຍດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າກໍ່ເປັນຄົນທີ່ດໍາລົງຊີວິດຢູ່ນອກພຣະທໍາຂອງພຣະອົງ. ຄົນດັ່ງກ່າວບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະເຈົ້າ.

ເມື່ອພຣະເຈົ້າເນລະມິດສ້າງມະນຸດ, ມັນກໍ່ເພື່ອໃຫ້ພວກເຂົາສາມາດມີຄວາມສຸກກັບຄວາມອຸດົມສົມບູນຂອງພຣະອົງ ແລະ ຮັກພຣະອົງຢ່າງແທ້ຈິງ; ດ້ວຍວິທີນີ້ ມະນຸດຈະດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ. ມື້ນີ້ ສຳລັບທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າ, ບໍ່ເອົາໃຈໃສ່ພາລະຂອງພຣະອົງ, ບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງຢ່າງສົມບູນ, ບໍ່ສາມາດຮັບເອົາໃຈຂອງພຣະອົງມາເປັນຫົວໃຈຂອງພວກເຂົາເອງ ແລະ ບໍ່ສາມາດແບກຮັບພາລະຂອງພຣະອົງມາເປັນພາລະຂອງພວກເຂົາເອງ, ແສງສະຫວ່າງຂອງພຣະເຈົ້າຈະບໍ່ສ່ອງໃສ່ຄົນດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈິ່ງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ພວກເຂົາກໍາລັງຢູ່ໃນເສັ້ນທາງທີ່ຕໍ່ຕ້ານຄວາມປະສົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວໃນແມ່ນຫຍັງກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາກິ້ງເກືອກຢູ່ໃນຕົມຮ່ວມກັບຊາຕານ; ພວກເຂົາເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ຖ້າເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ເລື້ອຍໆ ແລະ ເອົາໃຈໃສ່ຄວາມປະສົງຂອງພຣະອົງ ແລະ ນໍາພຣະທໍາຂອງພຣະອົງໄປປະຕິບັດ, ແລ້ວເຈົ້າກໍ່ເປັນຂອງພຣະເຈົ້າ ແລະ ເຈົ້າເປັນຜູ້ທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະອົງ. ເຈົ້າເຕັມໃຈຫຼົບໜີຈາກອຳນາດຂອງຊາຕານ ແລະ ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າບໍ? ຖ້າເຈົ້າດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະມີໂອກາດທີ່ຈະປະຕິບັດພາລະກິດຂອງພຣະອົງ; ຖ້າເຈົ້າດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວເຈົ້າກໍ່ຈະບໍ່ໃຫ້ໂອກາດດັ່ງກ່າວແກ່ພຣະວິນຍານບໍລິສຸດ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດ, ແສງສະຫວ່າງທີ່ພຣະອົງສ່ອງໃຫ້ແກ່ພວກເຂົາ ແລະ ຄວາມໝັ້ນໃຈທີ່ພຣະອົງມອບໃຫ້ພວກເຂົາກໍ່ຢູ່ໄດ້ພຽງໄລຍະສັ້ນ; ຖ້າຜູ້ຄົນບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່, ແລ້ວພາລະກິດຂອງພຣະວິນຍານບໍລິສຸດກະທໍາກໍຈະຜ່ານພວກເຂົາໄປ. ຖ້າມະນຸດດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະຢູ່ກັບພວກເຂົາ ແລະ ປະຕິບັດພາລະກິດໃນພວກເຂົາ. ຖ້າມະນຸດບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ດຳລົງຊີວີດຢູ່ໃນພັນທະນາການຂອງຊາຕານ. ຖ້າມະນຸດດຳລົງຊີວິດຢູ່ກັບອຸປະນິໄສທີ່ເສື່ອມຊາມ, ແລ້ວພວກເຂົາກໍ່ຈະບໍ່ມີການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າດໍາລົງຊີວິດຢູ່ໃນຂອບເຂດພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າດໍາລົງຊີວິດຢູ່ໃນສະພາວະທີ່ພຣະເຈົ້າຕ້ອງການ, ແລ້ວເຈົ້າກໍ່ເປັນຄົນຂອງພຣະອົງ ແລະ ພາລະກິດຂອງພຣະອົງກໍ່ຈະຖືກປະຕິບັດໃນຕົວເຈົ້າ; ຖ້າເຈົ້າບໍ່ດໍາລົງຊີວິດພາຍໃນຂອບເຂດຄວາມຕ້ອງການຂອງພຣະເຈົ້າ ແຕ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ແລ້ວເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານຢ່າງແນ່ນອນ. ມີພຽງແຕ່ໂດຍການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ ແລະ ການມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດບັນລຸຕາມຄວາມຕ້ອງການຂອງພຣະອົງໄດ້; ເຈົ້າຕ້ອງປະຕິບັດຕາມສິ່ງທີ່ພຣະເຈົ້າກ່າວໄວ້, ເຮັດໃຫ້ຖ້ອຍຄຳຂອງພຣະອົງເປັນພື້ນຖານໃນການເປັນຢູ່ ແລະ ຄວາມເປັນຈິງໃນຊີວິດຂອງເຈົ້າ; ໃນເມື່ອນັ້ນເອງ ເຈົ້າຈິ່ງຈະເປັນຂອງພຣະເຈົ້າ. ຖ້າເຈົ້າປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ພຣະອົງກໍ່ຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍ່ຈະດໍາລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ, ໃນແສງສະຫວ່າງຈາກໃບໜ້າຂອງພຣະອົງ; ເຈົ້າຈະເຂົ້າໃຈພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ຮູ້ສຶກເຖິງຄວາມປິຕິຍິນດີໃນການສະຖິດຂອງພຣະເຈົ້າ.

ເພື່ອຫຼົບໜີຈາກອິດທິພົນຂອງຄວາມມືດ ມົວ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າກ່ອນ ແລະ ມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ໃນເມື່ອນັ້ນເອງ ເຈົ້າຈິ່ງມີສະພາວະທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການຫຼົບໜີຈາກອິດທິພົນຂອງຄວາມມືດມົວ. ການບໍ່ມີສະພາວະທີ່ຖືກຕ້ອງບໍ່ແມ່ນການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ບໍ່ແມ່ນການມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ແລະ ການຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ຈະເປັນໄປບໍ່ໄດ້. ພຣະທຳຂອງເຮົາແມ່ນພື້ນຖານສຳລັບການທີ່ມະນຸດຫຼົບໜີຈາກອິດທິພົນທີ່ມືດມົວ ແລະ ຄົນທີ່ບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ກໍ່ຈະບໍ່ສາມາດຫຼົບໜີຈາກພັນທະນາການໃນອິດທິພົນຂອງຄວາມມືດມົວໄດ້. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງຄືການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ສະແຫວງຫາຄວາມຈິງ, ການດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ສະຫຼະຕົນເອງເພື່ອເຫັນແກ່ພຣະເຈົ້າ ແລະ ການດໍາລົງຊີວິດຢູ່ໃນສະພາວະທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ດໍາລົງຊີວິດຢູ່ໃນສະພາວະເຫຼົ່ານີ້ ແລະ ຢູ່ພາຍໃນຄວາມເປັນຈິງນີ້ກໍ່ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ພວກເຂົາຈະປ່ຽນແປງເມື່ອພາລະກິດເລິກເຊິ່ງຂຶ້ນ; ແລະ ໃນທີ່ສຸດ ພວກເຂົາກໍ່ຈະກາຍມາເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ສາມາດຄົ້ນຫາຄວາມປະສົງຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈຄວາມປະສົງເທື່ອລະໜ້ອຍ, ໃນທີ່ສຸດກໍ່ກາຍເປັນມິດສະຫາຍຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ບໍ່ກະບົດຕໍ່ພຣະອົງເທົ່ານັ້ນ, ແຕ່ພວກເຂົາເຖິງກັບລັງກຽດແນວຄິດເຫຼົ່ານັ້ນ ແລະ ຄວາມກະບົດທີ່ຄອບງຳພວກເຂົາໃນເມື່ອກ່ອນ ແລະ ຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າກໍ່ເກີດຂຶ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ລ້ວນແລ້ວແຕ່ໝົກໝົ້ນກັບເນື້ອໜັງ ແລະ ເຕັມໄປດ້ວຍຄວາມກະບົດ; ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດຊະຍາສຳລັບການດຳລົງຊີວິດ ພ້ອມທັງເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ສິ່ງທີ່ພຣະເຈົ້າຮຽກຮ້ອງຄືຄວາມຮັກຢ່າງດຽວຈາກມະນຸດ; ສິ່ງທີ່ພຣະອົງຮຽກຮ້ອງກໍ່ຄືໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ເຕັມໄປດ້ວຍຄວາມຮັກໃນຫົວໃຈສຳລັບພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນຫາສິ່ງທີ່ພວກເຂົາຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າຍ້ອນພຣະທໍາຂອງພຣະອົງ, ການດຳເນີນການສຳລັບພຣະທໍາຂອງພຣະເຈົ້າ, ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືເປົ້າໝາຍທີ່ມະນຸດຕ້ອງພະຍາຍາມບັນລຸ. ທຸກສິ່ງຕ້ອງຖືກສ້າງຂຶ້ນເທິງພຣະທໍາຂອງພຣະເຈົ້າ; ມີແຕ່ເມື່ອນັ້ນ ມະນຸດຈິ່ງຈະສາມາດຕອບສະໜອງຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ປະກອບດ້ວຍພຣະທໍາຂອງພຣະເຈົ້າ, ແລ້ວເຂົາກໍ່ເປັນພຽງໜອນທີ່ຖືກຊາຕານຄອບງຳ! ໃຫ້ຊັ່ງຊາເບິ່ງວ່າ: ພຣະທໍາຂອງພຣະເຈົ້າໄດ້ຝັງຮາກພາຍໃນເຈົ້າຫຼາຍສໍ່າໃດ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະອົງ? ມີສິ່ງໃດແດ່ທີ່ເຈົ້າບໍ່ໄດ້ໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງຳຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ, ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງຳໂດຍພຣະທຳຂອງພຣະເຈົ້າ? ພຣະທຳຂອງພຣະອົງຄືພື້ນຖານທີ່ຄໍາອະທິຖານຂອງເຈົ້າອີງໃສ່ບໍ? ເຈົ້າໄດ້ອອກມາຈາກສະພາວະທີ່ບໍ່ດີຂອງເຈົ້າຜ່ານແສງສະຫວ່າງໃນພຣະທໍາຂອງພຣະເຈົ້າບໍ? ການຖືເອົາພຣະທໍາຂອງພຣະເຈົ້າເປັນຮາກຖານສຳລັບການເປັນຢູ່ຂອງເຈົ້າ, ນີ້ແມ່ນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຢູ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍ່ກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະອົງ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອໃນພຣະເຈົ້າຂອງຄົນດັ່ງກ່າວຄືບັນຫາ ແລະ ຄວາມວຸ້ນວາຍແທ້ໆ. ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ໄດ້ດໍາລົງຊີວິດຕາມພຣະທໍາຂອງພຣະອົງ? ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ບໍ່ໄດ້ດຳລົງຊີວິດຕາມພຣະທໍາຂອງພຣະອົງ? ມີພຣະທຳຫຼາຍສໍ່າໃນບັນດາພຣະທຳທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າທີ່ໄດ້ສໍາເລັດໃນຕົວເຈົ້າ? ມີພຣະທໍາຫຼາຍສໍ່າໃດທີ່ໄດ້ສູນເສຍໃນຕົວເຈົ້າ? ເຈົ້າໄດ້ພິຈາລະນາເບິ່ງສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?

ການຫຼົບໜີຈາກອິດທິພົນຂອງຄວາມມືດມົວແມ່ນຈຳເປັນຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຮ່ວມມືຢ່າງອຸທິດຕົນຂອງມະນຸດ. ເປັນຫຍັງເຮົາຈິ່ງເວົ້າວ່າມະນຸດບໍ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ? ຄົນທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ ສາມາດມອບຫົວໃຈຂອງພວກເຂົາໃຫ້ພຣະເຈົ້າກ່ອນ. ນີ້ຄືໜ້າທີ່ທີ່ຕ້ອງໃຊ້ເວລາຍາວນານຫຼາຍໃນການປະຕິບັດ, ຍ້ອນມະນຸດຊາດໄດ້ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວຢູ່ສະເໝີ ແລະ ຢູ່ພາຍໃຕ້ພັນທະນາການຂອງຊາຕານເປັນເວລາຫຼາຍພັນປີ. ສະນັ້ນ ທາງເຂົ້ານີ້ຈຶ່ງບໍ່ສາມາດບັນລຸໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້. ເຮົາຍົກປະເດັນນີ້ຂຶ້ນມາເວົ້າໃນມື້ນີ້ກໍ່ເພື່ອໃຫ້ມະນຸດສາມາດເຂົ້າໃຈກ່ຽວກັບສະພາວະຂອງພວກເຂົາເອງ; ຫຼັງຈາກທີ່ມະນຸດສາມາດແຍກແຍະສິ່ງທີ່ເປັນອິດທິພົນຂອງຄວາມມືດມົວ ແລະ ຄວາມໝາຍຂອງການດໍາລົງຊີວິດຢູ່ໃນແສງສະຫວ່າງ, ແລ້ວທາງເຂົ້າຈຶ່ງຈະງ່າຍຂຶ້ນຫຼາຍ. ນີ້ກໍ່ເພາະເຈົ້າຕ້ອງຮູ້ວ່າແມ່ນຫຍັງຄືອິດທິພົນຂອງຊາຕານກ່ອນທີ່ເຈົ້າຈະສາມາດຫຼົບໜີຈາກມັນໄດ້; ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງຈະມີທາງທີ່ຈະກຳຈັດມັນຖິ້ມ. ສໍາລັບສິ່ງທີ່ຄວນເຮັດຕໍ່ຈາກນັ້ນ, ນັ້ນຄືທຸລະຂອງມະນຸດເອງ. ໃຫ້ເຂົ້າສູ່ທຸກຢ່າງຈາກລັກສະນະທີ່ດີ ແລະ ບໍ່ໃຫ້ລໍຖ້າຢູ່ຊື່ໆ. ໃນລັກສະນະນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ.

ກ່ອນນີ້: ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ຕໍ່ໄປ: ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້