ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າໄດ້ນໍາໃຊ້ຜູ້ຄົນຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງຕະຫຼອດຍຸກຕ່າງໆ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ມີບ່ອນພັກຜ່ອນທີ່ເໝາະສົມ ເຊິ່ງນີ້ແມ່ນເຫດຜົນທີ່ພຣະເຈົ້າປ່ຽນຜູ້ຄົນຕ່າງໆໃນການເຮັດພາລະກິດຂອງພຣະອົງ. ໂດຍລວມແລ້ວ ພາລະກິດຂອງພຣະອົງແມ່ນຖືກເຮັດຜ່ານຜູ້ຄົນ. ນັ້ນໝາຍຄວາມວ່າ ຫຼາຍປີຜ່ານມາ ພາລະກິດຂອງພຣະເຈົ້າ ແມ່ນບໍ່ເຄີຍຢຸດ ແຕ່ສືບຕໍ່ດໍາເນີນຢູ່ໃນມະນຸດເລື້ອຍມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າພຣະເຈົ້າໄດ້ກ່າວພຣະທໍາຫຼາຍພຽງໃດ ແລະ ໄດ້ປະຕິບັດພາລະກິດຫຼາຍເທົ່າໃດກໍຕາມ ແຕ່ມະນຸດກໍຍັງບໍ່ຮູ້ຈັກພຣະເຈົ້າ ເຊິ່ງນັ້ນກໍເນື່ອງຈາກວ່າພຣະເຈົ້າບໍ່ເຄີຍປາກົດຕົວໃຫ້ມະນຸດໄດ້ເຫັນ ແລະ ພ້ອມນີ້ ພຣະອົງບໍ່ມີເນື້ອກາຍທີ່ສາມາດຈັບຕ້ອງໄດ້. ສະນັ້ນພຣະເຈົ້າຈຶ່ງຕ້ອງນໍາເອົາພາລະກິດດັ່ງກ່າວນີ້ມາສູ່ຄວາມສໍາເລັດ ເຊິ່ງເປັນພາລະກິດທີ່ຈະເຮັດໃຫ້ມະນຸດທຸກຄົນໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນຂອງພຣະເຈົ້າອົງແທ້ຈິງ. ເພື່ອບັນລຸຜົນສໍາເລັດນີ້ ພຣະເຈົ້າຕ້ອງເປີດເຜີຍພຣະວິນຍານຂອງພຣະອົງໃຫ້ມວນມະນຸດໄດ້ສໍາຜັດ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງພວກເຂົາ. ນັ້ນໝາຍຄວາມວ່າ ເມື່ອພຣະວິນຍານຂອງພຣະເຈົ້າຮັບເອົາຮູບຮ່າງທີ່ເປັນຮູບປະທໍາ, ໃສ່ເນື້ອໜັງ ແລະ ກະດູກ ແລະ ສາມາດຍ່າງໃນທ່າມກາງຜູ້ຄົນຢ່າງເປີດເຜີຍ, ຕິດຕາມພວກເຂົາໃນຊີວິດຂອງພວກເຂົາ, ບາງຄັ້ງປາກົດຕົວ ແລະ ບາງຄັ້ງລົບຊ້ອນພຣະອົງເອງ, ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ຖ້າພຣະເຈົ້າຍັງສະຖິດຢູ່ໃນເນື້ອໜັງເທົ່ານັ້ນ, ພຣະອົງຈະບໍ່ສາມາດສໍາເລັດພາລະກິດທັງໝົດຂອງພຣະອົງໄດ້. ຫລັງຈາກປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງໃນໄລຍະໜຶ່ງ ແລະ ໄດ້ສໍາເລັດພັນທະກິດທີ່ຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ, ພຣະອົງກໍຈະອອກຈາກເນື້ອໜັງ ແລະ ເຮັດພາລະກິດໃນໂລກວິນຍານໃນຮູບລັກຂອງເນື້ອໜັງ ຄືດັງພຣະເຢຊູໄດ້ກະທໍາຫຼັງຈາກທີ່ພຣະອົງໄດ້ເຮັດພາລະກິດໃນໄລຍະໜຶ່ງໃນຄວາມເປັນມະນຸດທໍາມະດາ ແລະ ສໍາເລັດພາລະກິດທັງໝົດທີ່ພຣະອົງຈໍາເປັນຕ້ອງເຮັດໃຫ້ສຳເລັດ. ພວກເຈົ້າອາດຈື່ບົດຄວາມນີ້ຈາກ “ເສັ້ນທາງ... (5)” ທີ່ວ່າ: “ເຮົາຈື່ພຣະບິດາຂອງເຮົາກ່າວຕໍ່ເຮົາວ່າ ‘ເທິງແຜ່ນດິນໂລກ, ໃຫ້ສະແຫວງຫາເພື່ອປະຕິບັດຄວາມປະສົງຂອງພຣະບິດາຂອງເຈົ້າເທົ່ານັ້ນ ແລະ ເຮັດໃຫ້ການຝາກຝັງຂອງພຣະອົງສຳເລັດ. ບໍ່ມີສິ່ງໃດອີກທີ່ກ່ຽວຂ້ອງກັບເຈົ້າ’”. ເຈົ້າເຫັນຫຍັງແດ່ໃນບົດຄວາມນີ້? ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າວພຣະຄຳຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ມີສ່ວນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັກສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແນວໃດກໍ່ຕາມ ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປັດຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາລ້ວນເຂົ້າໃຈເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕິແບບມະນຸດ ແລະ ມີທຸກສິ່ງທີ່ຜູ້ຄົນປົກກະຕິຄວນມີ. ສ່ວນໃຫຍ່ພວກເຂົາມີຄວາມສາມາດພິເສດ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ພອນສະຫວັນຂອງພວກເຂົາ ເຊິ່ງເປັນພອນສະຫວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະວິນຍານຂອງພຣະເຈົ້ານໍາໃຊ້ພອນສະຫວັນຂອງພວກເຂົາ ໂດຍໃຊ້ຈຸດແຂງຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ແກ່ນແທ້ຂອງພຣະເຈົ້າແມ່ນປາສະຈາກແນວຄິດ ຫຼື ຄວາມຄິດ, ປາສະຈາກເຈດຕະນາຂອງມະນຸດ ແລະ ແມ່ນແຕ່ຂາດສິ່ງທີ່ມະນຸດທໍາມະດາມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກການກ່ຽວກັບການປະພຶດຂອງມະນຸດ. ມັນເປັນແນວນີ້ເມື່ອພຣະເຈົ້າໃນປັດຈຸບັນມາສູ່ແຜ່ນດິນໂລກ. ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍ່ໄດ້ປົນກັບເຈດຕະນາ ຫຼື ຄວາມຄິດຂອງມະນຸດ ແຕ່ສິ່ງເຫຼົ່ານັ້ນແມ່ນການສະແດງອອກໂດຍກົງເຖິງເຈດຕະນາຂອງພຣະວິນຍານ ແລະ ພຣະອົງເຮັດພາລະກິດໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານເວົ້າໂດຍກົງ ເຊິ່ງກໍຄື ຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງໂດຍບໍ່ໄດ້ໄປປົນກັບເຈດຕະນາຂອງມະນຸດແມ່ນແຕ່ໜ້ອຍ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນສະແດງໃຫ້ເຫັນເຖິງຄວາມເປັນພຣະເຈົ້າໂດຍກົງ ໂດຍປາສະຈາກຄວາມຄິດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການປະພຶດຂອງມະນຸດ. ຖ້າມີພຽງແຕ່ຄວາມເປັນພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງປະຕິບັດພາລະກິດ) ກໍຈະບໍ່ມີທາງທີ່ພາລະກິດຂອງພຣະເຈົ້າຈະຖືກປະຕິບັດຢູ່ເທິງແຜ່ນດິນໂລກ. ສະນັ້ນ ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດພາລະກິດພາຍໃນມະນຸດຊາດ ຮ່ວມກັບພາລະກິດທີ່ພຣະເຈົ້າກະທໍາໃນຄວາມເປັນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໃຊ້ວຽກງານຂອງມະນຸດເພື່ອສະໜັບສະໜູນພາລະກິດສັກສິດຂອງພຣະອົງ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດຈະສາມາດພົວພັນກັບພາລະກິດທີ່ສັກສິດໄດ້ໂດຍກົງ. ມັນເປັນແນວນີ້ສໍາລັບພຣະເຢຊູ ແລະ ອັກຄະສາວົກທັງຫຼາຍຂອງພຣະອົງ. ໃນສະໄໝທີ່ພຣະອົງຢູ່ໃນໂລກ, ພຣະເຢຊູໄດ້ລົບລ້າງພຣະບັນຍັດເກົ່າ ແລະ ສ້າງພຣະບັນຍັດໃໝ່. ພ້ອມນີ້ພຣະອົງໄດ້ກ່າວພຣະທໍາໄວ້ຫຼາຍຂໍ້. ພາລະກິດທັງໝົດນີ້ແມ່ນກະທໍາໃນຄວາມເປັນພຣະເຈົ້າ. ສ່ວນບຸກຄົນອື່ນເຊັ່ນ: ເປໂຕ, ໂປໂລ ແລະ ໂຢຮັນ ລ້ວນແລ້ວແຕ່ອີງພາລະກິດທີ່ເກີດຂຶ້ນພາຍຫຼັງຂອງພວກເຂົາໃສ່ພື້ນຖານພຣະທໍາຂອງພຣະເຢຊູ. ນັ້ນກໍຄື ພຣະເຈົ້າໄດ້ລິເລີ່ມພາລະກິດຂອງພຣະອົງໃນຍຸກນັ້ນ ເຊິ່ງເປັນການນໍາໄປສູ່ການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ; ນັ້ນກໍຄື ພຣະອົງໄດ້ນໍາມາຍຸກໃໝ່, ລົບລ້າງຍຸກເກົ່າ ພ້ອມທັງໄດ້ສໍາເລັດຂໍ້ພຣະທໍາທີ່ວ່າ “ພຣະເຈົ້າແມ່ນການເລີ່ມຕົ້ນ ແລະ ການສິ້ນສຸດ”. ເວົ້າອີກແບບໜຶ່ງກໍຄື ມະນຸດຕ້ອງເຮັດວຽກງານຂອງມະນຸດບົນພື້ນຖານຂອງພາລະກິດທີ່ສັກສິດ. ຫລັງຈາກທີ່ພຣະເຢຊູໄດ້ກ່າວໃນສິ່ງທີ່ພຣະອົງຕ້ອງການກ່າວ ແລະ ໄດ້ສໍາເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງກໍຈາກມະນຸດໄປ. ຫລັງຈາກນີ້ ທຸກຄົນທີ່ກໍາລັງກະທໍາພາລະກິດ ກໍເຮັດຕາມຫຼັກການທີ່ໄດ້ສະແດງອອກໃນພຣະທໍາຂອງພຣະອົງ ແລະ ປະຕິບັດຕາມຄວາມຈິງທີ່ພຣະອົງໄດ້ກ່າວໄວ້. ຜູ້ຄົນທັງໝົດເຫຼົ່ານີ້ແມ່ນກະທໍາພາລະກິດເພື່ອພຣະເຢຊູ. ຖ້າຫາກມີແຕ່ພຣະເຢຊູກະທໍາພາລະກິດພຽງແຕ່ພຣະອົງເທົ່ານັ້ນ, ບໍ່ວ່າພຣະອົງຈະກ່າວພຣະທໍາຫຼາຍພຽງໃດ ຜູ້ຄົນກໍຈະບໍ່ທີທາງເຂົ້າຮ່ວມກັບພຣະທໍາຂອງພຣະອົງໄດ້ ເພາະວ່າ ພຣະອົງກະທໍາພາລະກິດໃນຄວາມເປັນພຣະເຈົ້າ ແລະ ສາມາດພຽງແຕ່ກ່າວພຣະທໍາໃນຄວາມເປັນພຣະເຈົ້າເທົ່ານັ້ນ ແລະ ພຣະອົງບໍ່ສາມາດອະທິບາຍເຖິງສິ່ງຕ່າງໆເຖິງຈຸດທີ່ຜູ້ຄົນທົ່ວໄປສາມາດເຂົ້າໃຈພຣະທໍາຂອງພຣະອົງໄດ້. ສະນັ້ນ ພຣະອົງຈໍາເປັນຕ້ອງໄດ້ມີອັກຄະສາວົກ ແລະ ສາສະດາ ທີ່ມານໍາຫລັງພຣະອົງເພື່ອຊ່ວຍພາລະກິດຂອງພຣະອົງ. ນີ້ແມ່ນຫຼັກການພຣະເຈົ້າຜູ້ບັງເກີດເປັນມະນຸດເຮັດພາລະກິດຂອງພຣະອົງ ເຊິ່ງນໍາໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດເພື່ອກ່າວ ແລະ ເຮັດພາລະກິດ ເພື່ອໃຫ້ສໍາເລັດພາລະກິດຂອງຄວາມເປັນພຣະເຈົ້າ ແລະ ຫຼັງຈາກນັ້ນກໍໄດ້ນໍາໃຊ້ຜູ້ຄົນສາມສີ່ຄົນ ຫຼື ອາດຫຼາຍກວ່ານັ້ນ ທີ່ສະແຫວງຫາໃຈຂອງພຣະເຈົ້າ ເພື່ອຊ່ວຍເຫຼືອພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະເຈົ້ານໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງ ເພື່ອກະທໍາພາລະກິດໃນການຊີ້ນໍາ ແລະ ລ້ຽງດູມະນຸດຊາດ ເພື່ອວ່າຄົນທີ່ພຣະເຈົ້າເລືອກອາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ.

ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນສະແຫວງຫາໃຈຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສະແຫວງຫາໃຈຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິດຕະຈັກ ເພື່ອລະດັບຂະບວນການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາສາມາດປະມວນນັ້ນຈະສາມາດຈິນຕະນາການໄດ້ສຳເລັດ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສະແຫວງຫາໃຈຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນໄດ້. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງຮູ້ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລີ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອູປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລີ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນ ເຊິ່ງເປັນເວລາທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງສິ້ນສິ້ນລົງ.

ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ມາເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ. ພຣະອົງມາເພື່ອກະທໍາພາລະກິດຂອງຄວາມເປັນພຣະເຈົ້າໃນຄວາມເປັນມະນຸດທໍາມະດາເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບຄວາມເປັນມະນຸດຊາດທໍາມະດາບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ “ຄວາມເປັນມະນຸດທໍາມະດາ” ວ່າເປັນການມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ ເຊິ່ງເປັນສິ່ງພິສູດວ່າ ຄົນເຮົາແມ່ນຄົນປົກກະຕິ; ແຕ່ຢ່າງໃດກໍຕາມ, ພຣະເຈົ້າບໍ່ເຫັນຄວາມເປັນມະນຸດທໍາມະດາໃນທໍານອງນັ້ນ. ພຣະອົງເຫັນຄວາມເປັນມະນຸດທໍາມະດາວ່າ ເປັນການມີຄວາມຄິດແບບມະນຸດທໍາມະດາ, ມີຊີວິດແບບມະນຸດທໍາມະດາ ແລະ ເກີດເປັນຄົນທໍາມະດາ. ແຕ່ຄວາມທໍາມະດາຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ຄືດັ່ງມະນຸດເວົ້າກັນກ່ຽວກັບຄວາມທໍາມະດາ. ສໍາລັບມະນຸດແລ້ວ ການເປັນມະນຸດທໍາມະດາທີ່ພຣະເຈົ້າກ່າວເຖິງ ແມ່ນສິ່ງທີ່ມະນຸດຈະຖືວ່າ ການຂາດຄວາມເປັນມະນຸດ ໂດຍທີ່ເກືອບຂາດອາລົມ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານເນື້ອໜັງຄືດັ່ງພຣະເຢຊູ ທີ່ມີຮູບລັກພາຍນອກຂອງຄົນທໍາມະດາ ແລະ ມີລັກສະນະຂອງຄົນທໍາມະດາເທົ່ານັ້ນ ແຕ່ໃນແກ່ນແທ້ແລ້ວ ແມ່ນບໍ່ໄດ້ມີທຸກສິ່ງທີ່ຄົນທໍາມະດາຄວນມີ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີຄວາມເປັນມະນຸດທໍາມະດາທັງໝົດ ແຕ່ມີພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອສະໜັບສະໜູນວຽກປະຈໍາຂອງຊີວິດມະນຸດທໍາມະດາ ແລະ ຮັກສາພະລັງແຫ່ງເຫດຜົນຂອງມະນຸດທໍາມະດາເທົ່ານັ້ນ. ແຕ່ວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ຄວາມເປັນມະນຸດທໍາມະດາ. ສິ່ງເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນທີ່ຢືນຢັນເຊິ່ງສາມາດເວົ້າໄດ້ວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທໍາມະດາ ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ ເຊິ່ງກໍຄືຄອບຄົວເທົ່ານັ້ນ; ພວກເຂົາເວົ້າວ່າ ຖ້າບໍ່ມີສິ່ງນີ້ ພຣະອົງກໍບໍ່ແມ່ນ ຄົນທໍາມະດາ. ຊັ້ນເຮົາຂໍຖາມເຈົ້າດັ່ງນີ້ວ່າ “ພຣະເຈົ້າມີເມຍບໍ? ເປັນໄປໄດ້ບໍທີ່ພຣະເຈົ້າຈະມີຜົວ? ພຣະເຈົ້າສາມາດມີລູກໄດ້ບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ເຖິງຢ່າງໃດກໍຕາມ, ພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດເກີດຈາກຮອຍແຕກລະຫວ່າງຫີນໄດ້ ຫຼື ຫຼົ່ນລົງມາແຕ່ເທິງຟ້າ. ພຣະອົງສາມາດບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາເທົ່ານັ້ນ. ນັ້ນແມ່ນເຫດຜົນທີ່ວ່າ ພຣະອົງຈຶ່ງມີພໍ່ແມ່, ເອື້ອຍ ແລະ ນ້ອງສາວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວາມເປັນມະນຸດທໍາມະດາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຊັ່ນດຽວກັບກໍລະນີຂອງພຣະເຢຊູ; ພຣະເຢຊູມີພໍ່ ແລະ ແມ່, ອ້າຍ, ເອື້ອຍ ແລະ ນ້ອງ ແລະ ທັງໝົດນີ້ແມ່ນປົກກະຕິ. ແຕ່ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ, ພຣະອົງຈະບໍ່ແມ່ນມະນຸດທໍາມະດາ ທີ່ພຣະເຈົ້າຕັ້ງໃຈໃຫ້ພຣະເຈົ້າຜູ້ບັງເກີດເປັນມະນຸດມີ. ຖ້າເປັນດັ່ງນີ້ ພຣະອົງຈະບໍ່ສາມາດກະທໍາພາລະກິດໃນນາມພຣະເຈົ້າໄດ້. ຍ້ອນພຣະອົງບໍ່ມີເມຍ ຫຼື ລູກ ແຕ່ກໍເກີດຈາກຜູ້ຄົນທໍາມະດາໃນຄອບຄົວທໍາມະດາ, ພຣະອົງຈຶ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ເວົ້າໃຫ້ຈະແຈ້ງກວ່ານີ້ກໍຄື ສິ່ງທີ່ພຣະເຈົ້າຖືວ່າ ເປັນຄົນທໍາມະດາແມ່ນຄົນທີ່ເກີດຢູ່ໃນຄອບຄົວທໍາມະດາ. ມີພຽງແຕ່ບຸກຄົນແບບນີ້ເທົ່ານັ້ນທີ່ມີຄຸນສົມບັດເຮັດພາລະກິດສັກສິດໄດ້. ໃນທາງກົງກັນຂ້າມ ຖ້າຫາກວ່າບຸກຄົນນັ້ນມີເມຍ, ລູກ ຫຼື ຜົວ, ຄົນນັ້ນຈະບໍ່ສາມາດເຮັດພາລະກິດສັກສິດໄດ້ ເພາະວ່າພວກເຂົາຈະມີພຽງແຕ່ຄວາມເປັນມະນຸດທໍາມະດາທີ່ມະນຸດຕ້ອງການ ແຕ່ບໍ່ແມ່ນຄວາມເປັນມະນຸດທໍາມະດາທີ່ພຣະເຈົ້າຕ້ອງການ. ສິ່ງທີ່ພຣະເຈົ້າຄິດເອົາໄວ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈແມ່ນແຕກຕ່າງກັນຫຼາຍ. ໃນຂັ້ນຕອນພາລະກິດນີ້ຂອງພຣະເຈົ້າ ມີຫຼາຍສິ່ງທີ່ກົງກັນຂ້າມ ແລະ ແຕກຕ່າງຈາກແນວຄິດຂອງຄົນຫຼາຍ. ຄົນເຮົາສາມາດເວົ້າໄດ້ວ່າ ຂັ້ນຕອນພາລະກິດນີ້ຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ມີຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງ ໂດຍທີ່ມີມະນຸດຮັບໜ້າທີ່ເປັນຜູ້ສະໜັບສະໜູນ. ເນື່ອງຈາກວ່າ ພຣະເຈົ້າມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ແທນທີ່ຈະອະນຸຍາດໃຫ້ມະນຸດກະທໍາແທນພຣະອົງ, ພຣະອົງຈຶ່ງບັງເກີດເປັນມະນຸດໃນເນື້ອໜັງ (ເປັນຄົນທໍາມະດາທີ່ບໍ່ສົມບູນ) ເພື່ອເຮັດພາລະກິດຂອງພຣະອົງ. ພຣະອົງໃຊ້ການບັງເກີດເປັນມະນຸດນີ້ເພື່ອສະແດງຍຸກໃໝ່ກັບມະນຸດ, ເພື່ອບອກມະນຸດກ່ຽວກັບຂັ້ນຕໍ່ໄປຂອງພາລະກິດຂອງພຣະອົງ ແລະ ເພື່ອຂໍໃຫ້ຜູ້ຄົນປະຕິບັດຕາມເສັ້ນທາງທີ່ໄດ້ອະທິບາຍໄວ້ໃນພຣະທໍາຂອງພຣະອົງ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າໃນເນື້ອໜັງຈຶ່ງສໍາເລັດ; ພຣະອົງກໍາລັງຈະຈາກມະນຸດໄປ ໂດຍທີ່ຈະບໍ່ອາໄສຢູ່ໃນເນື້ອໜັງຂອງມະນຸດທໍາມະດາອີກຕໍ່ໄປ, ແຕ່ຈະໜີຈາກມະນຸດໄປສືບຕໍ່ດໍາເນີນພາລະກິດອີກສ່ວນໜຶ່ງຂອງພຣະອົງແທນ. ຫຼັງຈາກນັ້ນ ພຣະອົງຈະສືບຕໍ່ດໍາເນີນພາລະກິດຂອງພຣະອົງເທິງແຜ່ນດິນໂລກໃນທ່າມກາງຄົນກຸ່ມນີ້ ແຕ່ຈະດໍາເນີນຢູ່ໃນຄວາມເປັນມະນຸດຂອງພວກເຂົາ ໂດຍນໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງເອງ.

ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະເຈົ້າມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອໜັງ; ພຣະອົງຕ້ອງອອກຈາກເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດໃນຮູບລັກຂອງເນື້ອໜັງກໍຕາມ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ພຣະອົງບໍ່ໄດ້ລໍຖ້າຈົນກວ່າພຣະອົງຈະມີຮູບຮ່າງທີ່ຄົນທໍາມະດາຄວນຈະໄດ້ຮັບກ່ອນຕາຍ ຫຼື ອອກຈາກການເປັນມະນຸດ. ບໍ່ວ່າເນື້ອໜັງຂອງພຣະອົງຈະໄດ້ຈັກປີກໍຕາມ ແຕ່ເມື່ອພາລະກິດຂອງພຣະອົງໄດ້ສໍາເລັດ, ພຣະອົງກໍຈະໄປ ແລະ ອອກຈາກມະນຸດ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ; ແຕ່ກົງກັນຂ້າມ ພຣະອົງຈົບຊີວິດຂອງພຣະອົງທີ່ສະຖິດໃນເນື້ອໜັງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າ ໃນການມາສູ່ເນື້ອໜັງນັ້ນ ພຣະເຈົ້າຕ້ອງມີອາຍຸຮອດຂອບເຂດໃດໜຶ່ງ, ຕ້ອງເຕີບໃຫຍ່ເປັນຜູ້ໃຫຍ່, ມີອາຍຸເຖົ້າແກ່ ແລະ ຈາກໄປເມື່ອຮ່າງກາຍນັ້ນເຮັດພາລະກິດບໍ່ໄດ້ແລ້ວ. ນີ້ຄືຈິນຕະນາການຂອງມະນຸດ; ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສູ່ເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາເທົ່ານັ້ນ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໃຫຍ່ ແລະ ສ້າງຄອບຄົວ ແລະ ເລີ່ມຕົ້ນອາຊີບ, ມີລູກ ແລະ ລ້ຽງລູກ ຫຼື ປະສົບກັບຄວາມສຸກທຸກຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເປັນກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມເນື້ອໜັງຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງກໍຄືການມາສູ່ເນື້ອໜັງ ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບຄົນທໍາມະດາສາມັນ. ພຣະອົງມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງມາສູ່ເນື້ອໜັງ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງເນື້ອໜັງກໍຈະບໍ່ສົມບູນ. ແຕ່ກົງກັນຂ້າມ ໃນເວລາທີ່ພຣະເຈົ້າໄດ້ກໍານົດໄວ້ລ່ວງໜ້າ, ຄວາມເປັນພຣະເຈົ້າກໍປະຕິບັດພາລະກິດໂດຍກົງ. ຫຼັງຈາກນັ້ນ, ຫລັງຈາກໄດ້ກະທໍາທຸກສິ່ງທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ສໍາເລັດພັນທະກິດຂອງພຣະອົງຢ່າງຄົບຖ້ວນ, ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຂັ້ນຕອນນີ້ກໍສໍາເລັດລົງ ເຊິ່ງໃນຈຸດນັ້ນ ຊີວິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດກໍສິ້ນສຸດລົງເຊັ່ນກັນ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຂອງພຣະອົງຈະມີຊີວິດຍືນຍາວ ຫຼື ບໍ່ກໍ່ຕາມ. ນັ້ນໝາຍຄວາມວ່າ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຈະຮອດຂັ້ນຕອນຂອງຊີວິດໃດກໍຕາມ, ບໍ່ວ່າຮ່າງກາຍນັ້ນຈະມີຊີວິດຢູ່ແຜ່ນດິນໂລກດົນປານໃດກໍຕາມ, ທຸກສິ່ງແມ່ນຖືກຕັດສິນໂດຍພາລະກິດຂອງພຣະວິນຍານ. ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ເປັນຄວາມເປັນມະນຸດທໍາມະດາ. ຍົກຕົວຢ່າງພຣະເຢຊູ. ພຣະອົງໄດ້ໃຊ້ຊີວິດໃນເນື້ອໜັງເປັນເວລາສາມສິບສາມປີເຄິ່ງ. ໃນດ້ານຂອງອາຍຸໄຂຂອງຮ່າງກາຍມະນຸດ, ພຣະອົງບໍ່ຄວນຈະຕາຍໃນໄວອາຍຸນັ້ນ ແລະ ພຣະອົງບໍ່ຄວນຈາກໄປເທື່ອ. ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະວິນຍານຂອງພຣະເຈົ້າຕ້ອງສົນໃຈ. ຫລັງຈາກພາລະກິດຂອງພຣະອົງສໍາເລັດ ເຊິ່ງໃນຈຸດນັ້ນ ຮ່າງກາຍແມ່ນຖືກເອົາໄປແລ້ວ ໂດຍຫາຍໄປພ້ອມກັບພຣະວິນຍານ. ນີ້ຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ສະນັ້ນ, ເວົ້າໂດຍສະເພາະແລ້ວ ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສໍາຄັນຫຼາຍ. ເວົ້າອີກກໍຄື ພຣະອົງມາສູ່ແຜ່ນດິນໂລກບໍ່ແມ່ນເພື່ອໃຊ້ຊີວິດແບບມະນຸດທໍາມະດາ. ພຣະອົງບໍ່ໄດ້ສ້າງຊີວິດຂອງມະນຸດທໍາມະດາກ່ອນ ແລ້ວຫລັງຈາກນັ້ນເລີ່ມປະຕິບັດພາລະກິດ. ແຕ່ກົງກັນຂ້າມ ຕາບເທົ່າທີ່ພຣະອົງບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາ ພຣະອົງກໍຈະສາມາດກະທໍາພາລະກິດສັກສິດໄດ້ ເຊິ່ງເປັນພາລະກິດທີ່ບໍ່ມີມົນທິນຈາກເຈດຕະນາຂອງມະນຸດ, ທີ່ບໍ່ເປັນເນື້ອໜັງ, ບໍ່ໃຊ້ແນວທາງຂອງສັງຄົມ ຫຼື ກ່ຽວຂ້ອງກັບຄວາມຄິດ ຫຼື ແນວຄວາມຄິດຂອງມະນຸດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ໄດ້ກ່ຽວຂ້ອງກັບປັດຊະຍາສໍາລັບການດໍາລົງຊີວິດຂອງມະນຸດ. ນີ້ແມ່ນພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຕັ້ງໃຈກະທໍາ ແລະ ຍັງແມ່ນຄວາມໝາຍອັນສໍາຄັນຂອງການບັງເກີດເປັນມະນຸດທີ່ແທ້ຈິງຂອງພຣະອົງດ້ວຍ. ຕົ້ນຕໍແລ້ວພຣະເຈົ້າມາສູ່ເນື້ອໜັງເພື່ອປະຕິບັດຂັ້ນຕອນໜຶ່ງຂອງພາລະກິດທີ່ຈໍາເປັນຕ້ອງປະຕິບັດໃນເນື້ອໜັງ ໂດຍບໍ່ຕ້ອງຜ່ານຂະບວນການໃດທີ່ບໍ່ສໍາຄັນ ແລະ ສ່ວນດ້ານປະສົບການຂອງມະນຸດທໍາມະດານັ້ນ ພຣະອົງກໍບໍ່ມີ. ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງກະທໍາບໍ່ໄດ້ປະກອບມີປະສົບການຂອງມະນຸດທໍາມະດາ. ສະນັ້ນ ພຣະເຈົ້າມາສູ່ເນື້ອໜັງເພື່ອສໍາເລັດພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ. ສ່ວນອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະອົງ; ພຣະອົງບໍ່ໄດ້ຜ່ານຂະບວນການທີ່ບໍ່ສໍາຄັນທັງຫຼາຍ. ເມື່ອພາລະກິດຂອງພຣະເອງສໍາເລັດ, ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ. ການເຮັດສໍາເລັດຂັ້ນຕອນນີ້ແມ່ນໝາຍຄວາມວ່າ ພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃນເນື້ອໜັງໄດ້ສິ້ນສຸດລົງ ແລະ ພັນທະກິດຂອງເນື້ອໜັງຂອງພຣະອົງແມ່ນໄດ້ສໍາເລັດ. ແຕ່ພຣະອົງບໍ່ສາມາດປະຕິບັດພາລະກິດຢູ່ໃນເນື້ອໜັງໄດ້ຕະຫຼອດໄປ. ພຣະອົງຕ້ອງເຄື່ອນຍ້າຍໄປບ່ອນອື່ນເພື່ອກະທໍາພາລະກິດ ເຊິ່ງເປັນບ່ອນທີ່ຢູ່ນອກເນື້ອໜັງ. ດ້ວຍເຫດນັ້ນເທົ່ານັ້ນ ຈຶ່ງສາມາດປະຕິບັດພາລະກິດຂອງພຣະອົງຢ່າງຄົບຖ້ວນ ແລະ ຂະຫຍາຍອອກໄປຢ່າງກວ້າງຂວາງ. ພຣະເຈົ້າກະທໍາພາລະກິດຕາມແຜນການດັ່ງເດີມຂອງພຣະອົງ. ພາລະກິດໃດທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ພາລະກິດໃດທີ່ພຣະອົງໄດ້ສໍາເລັດ, ພຣະອົງຮູ້ຢ່າງແຈ່ມແຈ້ງຄືດັ່ງຝາມືຂອງພຣະອົງ. ພຣະເຈົ້ານໍາພາທຸກຄົນເພື່ອຍ່າງຕາມເສັ້ນທາງທີ່ພຣະອົງໄດ້ກໍານົດໄວ້ລ່ວງໜ້າ. ບໍ່ມີໃຜສາມາດລົບໜີໄດ້. ມີພຽງຜູ້ທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້. ບາງເທື່ອໃນພາລະກິດຕໍ່ໄປ ມັນຈະບໍ່ແມ່ນພຣະເຈົ້າທີ່ເວົ້າໃນເນື້ອໜັງເພື່ອຊີ້ນໍາມະນຸດ ແຕ່ເປັນພຣະວິນຍານທີ່ຢູ່ໃນຮູບແບບທີ່ຈັບຕ້ອງໄດ້ທີ່ນໍາພາຊີວິດມະນຸດ. ຫຼັງຈາກນັ້ນເທົ່ານັ້ນ ມະນຸດຈະສາມາດຈັບຕ້ອງພຣະເຈົ້າຢ່າງເປັນຮູບປະທໍາ, ແນມເບິ່ງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງທີ່ພຣະເຈົ້າຕ້ອງການໄດ້ດີຂຶ້ນ ເພື່ອຈະໃຫ້ພຣະເຈົ້າທີ່ແທ້ຈິງເຮັດໃຫ້ສົມບູນ. ນີ້ແມ່ນພາລະກິດທີ່ພຣະເຈົ້າຕັ້ງໃຈຈະກະທໍາໃຫ້ສໍາເລັດ ແລະ ເປັນສິ່ງທີ່ພຣະອົງວາງແຜນໄວ້ດົນນານມາແລ້ວ. ຈາກສິ່ງນີ້, ພວກເຈົ້າທຸກຄົນຄວນເຫັນເສັ້ນທາງທີ່ພວກເຈົ້າຄວນຍ່າງໄດ້ແລ້ວ!

ກ່ອນນີ້: ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ຕໍ່ໄປ: ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້