ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ

ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ, ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດບ່ອນທີ່ຖືກຄອບງຳໂດຍພຣະເຈົ້າທີ່ເລື່ອນລອຍ ທີ່ຢູ່ໃນແນວຄວາມຄິດຂອງມະນຸດ ເພື່ອວ່າຈະບໍ່ມີພາບຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງມະນຸດອີກຕໍ່ໄປ. ໂດຍຜ່ານພຣະທຳທີ່ແທ້ຈິງ ແລະ ພາລະກິດທີ່ແທ້ຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ, ພາລະກິດທີ່ພິເສດ ແລະ ປົກກະຕິຂອງພຣະອົງ ທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.

ສິ່ງທີ່ພວກເຈົ້າຕ້ອງຮູ້:

1. ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ເກີນທຳມະຊາດ ແລະ ພວກເຈົ້າບໍ່ຄວນເຊື່ອງຊ້ອນແນວຄວາມຄິດຕ່າງໆກ່ຽວກັບພາລະກິດຂອງພຣະອົງ.

2. ພວກເຈົ້າຕ້ອງເຂົ້າໃຈຈຸດສໍາຄັນຂອງພາລະກິດທີ່ພຣະເຈົ້າຜູ້ມາບັງເກີດເປັນມະນຸດໄດ້ລົງມາເພື່ອປະຕິບັດໃນເວລານີ້.

ພຣະອົງບໍ່ໄດ້ມາເພື່ອຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ ຫຼື ເພື່ອເຮັດການອັດສະຈັນຕ່າງໆ ແລະ ພຣະອົງບໍ່ໄດ້ມາເພື່ອເຜີຍແຜ່ຂ່າວປະເສີດແຫ່ງການກັບໃຈ ຫຼື ເພື່ອມອບຄວາມລອດພົ້ນໃຫ້ກັບມະນຸດ. ນັ້ນກໍຍ້ອນວ່າ ພຣະເຢຊູໄດ້ສໍາເລັດພາລະກິດນີ້ແລ້ວ ແລະ ພຣະເຈົ້າຈະບໍ່ກະທໍາຊໍ້າພາລະກິດແບບດຽວກັນ. ໃນປັດຈຸບັນ ພຣະເຈົ້າລົງມາເພື່ອນໍາຈຸດຈົບມາສູ່ຍຸກແຫ່ງພຣະຄຸນ ແລະ ຍົກເລີກການປະຕິບັດທຸກຢ່າງຂອງຍຸກແຫ່ງພຣະຄຸນ. ພຣະເຈົ້າທີ່ແທ້ຈິງໄດ້ລົງມາເພື່ອສະແດງວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງກ່າວພຣະທຳພຽງເລັກນ້ອຍ; ສິ່ງທີ່ສຳຄັນກໍຄື ພຣະອົງສະແດງການອັດສະຈັນ, ເຮັດໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ ແລະ ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຫຼື ບໍ່ດັ່ງນັ້ນ ພຣະອົງກໍຈະກ່າວຄຳທຳນາຍເພື່ອຊັກຈູງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາເຫັນວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ແລະ ພຣະອົງເປັນພຣະເຈົ້າທີ່ບໍ່ມີອະຄະຕິ. ໃນທີ່ສຸດແລ້ວ, ພຣະອົງສໍາເລັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ. ພຣະເຈົ້າແຫ່ງຍຸກປັດຈຸບັນບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນໃດໆ ຫຼື ພຣະອົງບໍ່ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ເມື່ອພຣະເຢຊູມາ, ພາລະກິດທີ່ພຣະອົງປະຕິບັດແມ່ນພຽງສະແດງເຖິງສ່ວນໜຶ່ງຂອງພຣະເຈົ້າ ແຕ່ປັດຈຸບັນນີ້ ພຣະເຈົ້າແມ່ນມາເພື່ອປະຕິບັດຂັ້ນຕອນຂອງພາລະກິດທີ່ກໍານົດໄວ້ທັງໝົດ ຍ້ອນພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ; ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ດ້ວຍເຫດນີ້ ທຸກສິ່ງທີ່ເຈົ້າເຫັນໃນປັດຈຸບັນແມ່ນພຣະທຳ ແລະ ພາລະກິດຂອງພຣະເຈົ້າທີ່ແທ້ຈິງ.

ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດອັນໄພສານ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ໂດຍຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ, ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດເຫັນວ່າພຣະເຈົ້າສູງສົ່ງ, ແຕ່ພຣະອົງຖ່ອມຕົວ ແລະ ຄວາມລີ້ລັບ ແລະ ສາມາດກາຍເປັນຜູ້ຕ່ຳຕ້ອຍທີ່ສຸດໄດ້. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້, ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ເປັນຄວາມຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນຊ່ວງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ແມ່ນຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າ. ໃນຊ່ວງຍຸກຂອງພຣະເຢຊູແມ່ນບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ແລະ ພວກເຂົາບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ, ນີ້ຄືຄວາມລຳບາກຍາກແຄ້ນທີ່ຖືກເວົ້າເຖິງ. ໃນປັດຈຸບັນ ພຣະເຈົ້າກ່າວເພື່ອເຮັດໃຫ້ເກີດຄວາມເຊື່ອ, ຄວາມຮັກ, ການຍອມຮັບຄວາມທົນທຸກ ແລະ ຄວາມເຊື່ອຟັງໃນຜູ້ຄົນເຫຼົ່ານີ້. ພຣະທຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແມ່ນຖືກກ່າວໂດຍອີງຕາມທາດແທ້ ແລະ ທຳມະຊາດຂອງມະນຸດ, ອີງຕາມການປະພຶດຂອງມະນຸດ ແລະ ອີງຕາມສິ່ງທີ່ມະນຸດຄວນເຂົ້າສູ່ໃນປັດຈຸບັນ. ພຣະທຳຂອງພຣະອົງທັງເປັນຈິງ ແລະ ທຳມະດາ: ພຣະອົງບໍ່ໄດ້ກ່າວເຖິງອະນາຄົດ ຫຼື ພຣະອົງບໍ່ໄດ້ຫັນເບິ່ງໃນອະດີດ; ພຣະອົງພຽງແຕ່ກ່າວເຖິງສິ່ງທີ່ຄວນເຂົ້າເຖິງ, ການນໍາໄປປະຕິບັດ ແລະ ການເຂົ້າໃຈໃນປັດຈຸບັນເທົ່ານັ້ນ. ຖ້າໃນຊ່ວງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງປອມທີ່ຖືກສ້າງຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ເຊິ່ງເປັນການຮຽນແບບພຣະເຢຊູ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ: ພັນທະສັນຍາເດີມໄດ້ທຳນາຍການມາຂອງພຣະເມຊີອາ, ແຕ່ຜົນຮັບຂອງຄຳທຳນາຍນີ້ແມ່ນການມາຂອງພຣະເຢຊູ. ສິ່ງນີ້ໄດ້ເກີດຂຶ້ນແລ້ວ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ແຕ່ລະຊື່ກໍອະທິບາຍລັກສະນະຂອງຍຸກນັ້ນໆ. ໃນແນວຄວາມຄິດຂອງມະນຸດ, ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ. ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນຊ່ວງຍຸກສຸດທ້າຍ, ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ, ພຣະເຈົ້າກໍຈະປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້. ເປັນຫຍັງພາລະກິດຂອງພຣະເຈົ້າໃນປັດຈຸບັນຈຶ່ງແຕກຕ່າງຈາກພາລະກິດຂອງພຣະເຢຊູ? ເປັນຫຍັງພຣະເຈົ້າໃນປັດຈຸບັນຈຶ່ງບໍ່ສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ, ບໍ່ຂັບໄລ່ຜີຮ້າຍ ແລະ ບໍ່ຮັກສາຄົນປ່ວຍ? ຖ້າພາລະກິດຂອງພຣະເຈົ້າເປັນແບບດຽວກັນກັບພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ, ພຣະອົງຈະສາມາດຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະບັນຍັດໄດ້ບໍ? ພຣະອົງຈະສາມາດຕາງໜ້າໃຫ້ກັບພຣະເຈົ້າຂອງຍຸກແຫ່ງພຣະຄຸນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດໄດ້ບໍ? ໃນຍຸກແຫ່ງພຣະບັນຍັດ, ຖ້າພຣະເຢຊູເຂົ້າໄປໃນວິຫານ ແລະ ຮັກສາວັນສະບາໂຕ, ກໍຈະບໍ່ມີໃຜຂົ່ມເຫັງພຣະອົງ ແລະ ໝົດທຸກຄົນກໍຈະຮັບເອົາພຣະອົງ. ຖ້າເປັນດັ່ງນັ້ນ, ພຣະອົງຈະສາມາດຖືກຄຶງໄວ້ທີ່ໄມ້ກາງແຂນໄດ້ບໍ? ພຣະອົງຈະສາມາດເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດໄດ້ບໍ? ແມ່ນຫຍັງຄືຈຸດສຳຄັນ ຖ້າພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຄືກັບພຣະເຢຊູ? ມີພຽງການປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍເທົ່ານັ້ນ ເຊິ່ງເປັນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະອົງ, ມະນຸດຈຶ່ງຈະສາມາດຮັບຄວາມຮູ້ຢ່າງເລິກເຊິ່ງຍິ່ງຂຶ້ນກ່ຽວກັບພຣະເຈົ້າ ແລະ ມີພຽງວິທີນີ້ເທົ່ານັ້ນ ແຜນການຄຸ້ມຄອງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ.

ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ພຣະອົງນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ຄວາມເປັນຈິງ ແລະ ຄວາມທໍາມະດາຂອງພຣະເຈົ້າ ແລະ ເພື່ອວ່າພາບລັກຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບລັກໃໝ່ຂອງພຣະເຈົ້າ. ທັນທີທີ່ພາບລັກຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂັ້ນຕອນນັ້ນ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ກົງກັນຂ້າມ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ຍ້ອນພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງພຽງໜຶ່ງສ່ວນໃນແຕ່ລະຍຸກ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງທຳມະຊາດ, ແກ່ນແທ້ຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ ແລະ ຄວາມຄິດທີ່ຫຼ້າສະໄໝ; ຄວາມຮູ້ ແລະ ວັດທະນະທຳຂອງມະນຸດຕ້ອງຖືກຊໍາລະລ້າງຜ່ານການຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ, ບໍ່ແມ່ນໝາຍສຳຄັນ ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ. ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ, ເພື່ອພິພາກສາມະນຸດ, ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ, ເພື່ອວ່າໃນພຣະທຳຂອງພຣະເຈົ້າ ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ ມະນຸດຈະເຫັນການກະທຳຂອງພຣະເຈົ້າ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາໄດ້ນໍາໂມເຊອອກຈາກປະເທດອີຢິບດ້ວຍພຣະທຳຂອງພຣະອົງ ແລະ ກ່າວພຣະທຳບາງຂໍ້ກັບຊາວອິດສະຣາເອນ; ໃນເວລານັ້ນ ການກະທຳບາງສ່ວນຂອງພຣະເຈົ້າຖືກເຮັດໃຫ້ເຂົ້າໃຈໄດ້ງ່າຍ ແຕ່ຍ້ອນຄວາມສາມາດຂອງມະນຸດມີຂີດຈຳກັດ ແລະ ບໍ່ມີສິ່ງໃດທີ່ສາມາດເຮັດໃຫ້ຄວາມຮູ້ຂອງເຂົາສົມບູນໄດ້ ພຣະເຈົ້າຈຶ່ງສືບຕໍ່ກ່າວ ແລະ ປະຕິບັດພາລະກິດຂອງພຣະອົງ. ໃນຍຸກແຫ່ງພຣະຄຸນ ມະນຸດເຫັນການກະທຳບາງສ່ວນຂອງພຣະເຈົ້າອີກຄັ້ງ. ພຣະເຢຊູສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ, ສາມມື້ຫຼັງຈາກນັ້ນ ພຣະອົງຟື້ນຄືນມາ ແລະ ປາກົດຕົວຜ່ານເນື້ອໜັງຕໍ່ໜ້າມະນຸດ. ມະນຸດບໍ່ຮູ້ຫຍັງຫຼາຍໄປກວ່ານີ້ກ່ຽວກັບພຣະເຈົ້າ. ມະນຸດຮູ້ຫຼາຍເທົ່າທີ່ພຣະເຈົ້າສະແດງໃຫ້ເຂົາເຫັນ ແລະ ຖ້າພຣະເຈົ້າບໍ່ສະແດງໃຫ້ມະນຸດເຫັນຫຼາຍກວ່ານີ້ ແລ້ວສິ່ງດັ່ງກ່າວກໍເປັນຂອບເຂດທີ່ມະນຸດກຳນົດໄວ້ກ່ຽວກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສືບຕໍ່ປະຕິບັດພາລະກິດຂອງພຣະອົງ ເພື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຈະເລິກເຊິ່ງຂຶ້ນ ແລະ ເພື່ອມະນຸດຈະຄ່ອຍໆຮູ້ຈັກທາດແທ້ຂອງພຣະເຈົ້າຫຼາຍຂຶ້ນ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ. ຈິດໃຈທີ່ເສື່ອມໂຊມຂອງເຈົ້າຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ແນວຄວາມຄິດທາງສາສະໜາຂອງເຈົ້າຖືກແທນທີ່ໂດຍຄວາມເປັນຈິງຂອງພຣະເຈົ້າ. ພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ລົງມາ ໂດຍສະເພາະຢ່າງຍິ່ງແມ່ນເພື່ອປະຕິບັດຕາມພຣະທຳທີ່ກ່າວວ່າ “ພຣະທຳກາຍມາເປັນມະນຸດ, ພຣະທຳເກີດມາເປັນມະນຸດ ແລະ ພຣະທໍາປາກົດໃນຮ່າງກາຍ” ແລະ ຖ້າເຈົ້າບໍ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບສິ່ງນີ້ ແລ້ວເຈົ້າຈະບໍ່ສາມາດຕັ້ງໝັ້ນໃນຕົວເອງໄດ້. ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນພາລະກິດຂອງພຣະທຳທີ່ປາກົດໃນເນື້ອໜັງມະນຸດ ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ. ດ້ວຍເຫດນັ້ນ ຄວາມຮູ້ຂອງພວກເຈົ້າຕ້ອງຊັດເຈນ; ບໍ່ວ່າວິທີການປະຕິບັດພາລະກິດຂອງພຣະອົງຈະເປັນຢ່າງໃດກໍຕາມ, ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດກຳນົດຂອບເຂດພຣະອົງ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດນີ້ໃນລະຫວ່າງຍຸກສຸດທ້າຍ ແລ້ວຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ສາມາດສືບຕໍ່ໄດ້. ເຈົ້າຈະຮູ້ຈັກພຽງແຕ່ວ່າ ພຣະເຈົ້າຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ສາມາດທຳລາຍເມືອງໂຊໂດມ ແລະ ພຣະເຢຊູສາມາດຟື້ນຄືນຊີບໄດ້ ແລະ ປາກົດໃຫ້ເປໂຕເຫັນ... ແຕ່ເຈົ້າຈະບໍ່ມີທາງເວົ້າໄດ້ວ່າ ພຣະທຳຂອງພຣະເຈົ້າສາມາດເຮັດໃຫ້ທຸກຢ່າງສຳເລັດໄດ້ ແລະ ສາມາດເອົາຊະນະມະນຸດໄດ້. ມີພຽງແຕ່ການຜະເຊີນກັບພຣະທຳຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດກ່າວໄດ້ວ່າມີຄວາມຮູ້ກ່າວກັບພຣະເຈົ້າ ແລະ ເມື່ອເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍພຽງໃດ ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງກໍຈະຮອບຄອບຫຼາຍພຽງນັ້ນ. ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຢຸດກຳນົດຂອບເຂດພຣະເຈົ້າໂດຍໃຊ້ແນວຄວາມຄິດຂອງເຈົ້າເອງ. ມະນຸດມາຮູ້ຈັກພຣະເຈົ້າໂດຍການຜະເຊີນກັບພາລະກິດຂອງພຣະອົງ ແລະ ບໍ່ມີວິທີທີ່ຖືກຕ້ອງອື່ນໃດອີກໃນການຮູ້ຈັກພຣະເຈົ້າ. ໃນປັດຈຸບັນ ມີຫຼາຍຄົນທີ່ບໍ່ເຮັດຫຍັງ ແຕ່ລໍຖ້າເພື່ອເຫັນໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ເວລາແຫ່ງໄພພິບັດອັນຍິ່ງໃຫຍ່. ເຈົ້າເຊື່ອໃນພຣະເຈົ້າບໍ ຫຼື ເຈົ້າເຊື່ອໃນໄພພິບັດອັນຍິ່ງໃຫຍ່? ເມື່ອໄພພິບັດອັນຍິ່ງໃຫຍ່ມາເຖິງ ມັນກໍຈະຊ້າເກີນໄປ ແລະ ຖ້າພຣະເຈົ້າບໍ່ສົ່ງໄພພິບັດອັນຍິ່ງໃຫຍ່ມາ ແລ້ວພຣະອົງບໍ່ແມ່ນພຣະເຈົ້າບໍ? ເຈົ້າເຊື່ອໃນໝາຍສຳຄັນ ແລະ ສິ່ງອັດສະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າເອງ? ພຣະເຢຊູບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ໃນເວລາຄົນຫົວເຍາະເຍີ້ຍພຣະອົງ; ແຕ່ພຣະອົງບໍ່ແມ່ນພຣະເຈົ້າບໍ? ເຈົ້າເຊື່ອໃນໝາຍສຳຄັນ ແລະ ສິ່ງອັດສະຈັນບໍ ຫຼື ເຈົ້າເຊື່ອໃນທາດແທ້ຂອງພຣະເຈົ້າ? ມຸມມອງຂອງມະນຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າແມ່ນຜິດ! ພຣະເຢໂຮວາກ່າວພຣະທຳຫຼາຍຂໍ້ໃນລະຫວ່າງຍຸກແຫ່ງພຣະບັນຍັດ ແຕ່ມາຮອດປັດຈຸບັນ ບາງສ່ວນກໍຍັງບໍ່ຖືກເຮັດໃຫ້ສຳເລັດເທື່ອ. ເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຢໂຮວາບໍ່ແມ່ນພຣະເຈົ້າ?

ໃນປັດຈຸບັນ ພວກເຈົ້າຄວນຮູ້ຊັດເຈນແລ້ວວ່າ ໃນຍຸກສຸດທ້າຍນີ້ ຄວາມຈິງແລ້ວພຣະເຈົ້າແມ່ນໄດ້ເຮັດສໍາເລັດ “ພຣະທຳກາຍມາເປັນມະນຸດ” ແລ້ວ. ຜ່ານພາລະກິດທີ່ແທ້ຈິງຂອງພຣະອົງເທິງແຜ່ນດິນໂລກ ພຣະອົງຈຶ່ງເຮັດໃຫ້ມະນຸດຮູ້ຈັກພຣະອົງ, ມີສ່ວນຮ່ວມປະຕິບັດກັບພຣະອົງ ແລະ ເຮັດໃຫ້ພວກເຂົາໄດ້ເຫັນເຖິງການກະທຳທີ່ແທ້ຈິງຂອງພຣະອົງ. ພຣະອົງເຮັດໃຫ້ມະນຸດເຫັນໄດ້ຢ່າງຊັດເຈນວ່າ ພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ມີບາງເວລາທີ່ພຣະອົງກໍບໍ່ສາມາດເຮັດແບບນັ້ນໄດ້, ນີ້ກໍຍ້ອນວ່າການປະຕິບັດພາລະກິດຂອງພຣະອົງໃນແຕ່ລະຍຸກແມ່ນແຕກຕ່າງກັນ. ຈາກສິ່ງນີ້ ເຈົ້າສາມາດເຫັນວ່າ ພຣະເຈົ້າບໍ່ແມ່ນບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ກົງກັນຂ້າມ ພຣະອົງປ່ຽນແປງການປະຕິບັດຂອງພຣະອົງໃຫ້ສຳເລັດໂດຍອີງຕາມພາລະກິດ ແລະ ອີງຕາມຍຸກ. ໃນຂັ້ນຕອນຂອງພາລະກິດໃນປັດຈຸບັນ ພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຫດຜົນທີ່ພຣະອົງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງໃນຍຸກຂອງພຣະເຢຊູກໍຍ້ອນວ່າ ພາລະກິດຂອງພຣະອົງໃນຍຸກນັ້ນແມ່ນແຕກຕ່າງກັນ. ພຣະເຈົ້າບໍ່ປະຕິບັດພາລະກິດດັ່ງກ່າວນັ້ນໃນຍຸກປັດຈຸບັນ ແລະ ບາງຄົນເຊື່ອວ່າ ພຣະອົງບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຄິດວ່າ ຖ້າພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ. ນີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ພຣະເຈົ້າສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ພຣະອົງກຳລັງປະຕິບັດພາລະກິດໃນຍຸກທີ່ແຕກຕ່າງກັນ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງບໍ່ເຮັດໃນສິ່ງດັ່ງກ່າວ. ຍ້ອນວ່າ ນີ້ແມ່ນຍຸກທີ່ແຕກຕ່າງກັນ ແລະ ຍ້ອນວ່າ ນີ້ແມ່ນບາດກ້າວພາລະກິດທີ່ແຕກຕ່າງກັນ. ສິ່ງທີ່ພຣະເຈົ້າເຮັດເພື່ອໃຫ້ມະນຸດເຂົ້າໃຈໄດ້ງ່າຍນັ້ນກໍແຕກຕ່າງເຊັ່ນດຽວກັນ. ໃນລະຫວ່າງຍຸກໃໝ່ນີ້ ຄວາມເຊື່ອໃນພຣະເຈົ້າຂອງມະນຸດບໍ່ແມ່ນຄວາມເຊື່ອໃນໝາຍສຳຄັນ ແລະ ສິ່ງອັດສະຈັນ, ບໍ່ແມ່ນຄວາມເຊື່ອໃນສິ່ງອັດສະຈັນ, ແຕ່ເປັນຄວາມເຊື່ອໃນພາລະກິດທີ່ແທ້ຈິງຂອງພຣະອົງ. ມະນຸດມາຮູ້ຈັກພຣະເຈົ້າຜ່ານວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ຄວາມຮູ້ນີ້ຂອງມະນຸດເຮັດໃຫ້ເກີດຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ ເຊິ່ງເວົ້າໄດ້ວ່າ ນັ້ນຄືຄວາມເຊື່ອໃນພາລະກິດ ແລະ ການກະທຳຂອງພຣະເຈົ້າ. ໃນບາດກ້າວນີ້ຂອງພາລະກິດ ພຣະເຈົ້າຖືເອົາການກ່າວພຣະທໍາເປັນຫຼັກ. ດັ່ງນັ້ນ ຢ່າລໍຖ້າເບິ່ງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຈົ້າຈະບໍ່ເຫັນສິ່ງໃດເລີຍ! ນີ້ກໍ່ຍ້ອນວ່າເຈົ້າບໍ່ໄດ້ເກີດຢູ່ໃນຍຸກແຫ່ງພຣະຄຸນ. ຖ້າເຈົ້າໄດ້ເກີດຢູ່ໃນຍຸກນັ້ນ ເຈົ້າກໍຈະສາມາດເຫັນໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ເຈົ້າເກີດຢູ່ໃນຍຸກສຸດທ້າຍ ແລະ ເຈົ້າສາມາດເຫັນພຽງແຕ່ຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າ. ຢ່າຄາດຫວັງທີ່ຈະໄດ້ເຫັນພຣະເຢຊູໃນຮູບແບບເໜືອທຳມະຊາດໃນລະຫວ່າງຍຸກສຸດທ້າຍ. ເຈົ້າສາມາດພຽງແຕ່ເຫັນພຣະເຈົ້າທີ່ແທ້ຈິງຜູ້ບັງເກີດເປັນມະນຸດ ຜູ້ທີ່ບໍ່ແຕກຕ່າງຫຍັງຈາກມະນຸດທຳມະດາ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃນສິ່ງທີ່ແຕກຕ່າງໃຫ້ເຂົ້າໃຈໄດ້ງ່າຍ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃຫ້ການກະທຳຕ່າງໆຂອງພຣະເຈົ້າເຂົ້າໃຈໄດ້ງ່າຍ ແລະ ພາລະກິດຂອງແຕ່ລະຍຸກ ສ່ວນໜຶ່ງແມ່ນສະແດງເຖິງອຸປະນິໄສຂອງພຣະເຈົ້າ ແລະ ອີກສ່ວນໜຶ່ງສະແດງເຖິງການກະທຳຂອງພຣະເຈົ້າ. ການກະທຳທີ່ພຣະອົງໄດ້ເຮັດໃຫ້ເຂົ້າໃຈໄດ້ງ່າຍແຕກຕ່າງກັນໄປຕາມຍຸກທີ່ພຣະອົງປະຕິບັດພາລະກິດ ແຕ່ພວກມັນທັງໝົດເຮັດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງຫຼາຍຂຶ້ນ, ມີຄວາມເຊື່ອໃນພຣະເຈົ້າທີ່ເປັນຈິງ ແລະ ທໍາມະດາຫຼາຍຂຶ້ນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳທັງໝົດຂອງພຣະເຈົ້າ ແລະ ຍ້ອນພຣະເຈົ້າອັດສະຈັນຫຼາຍ, ຍິ່ງໃຫຍ່ຫຼາຍ ຍ້ອນພຣະອົງມີລິດທານຸພາບສູງສຸດ ແລະ ບໍ່ສາມາດຢັ່ງເຖິງໄດ້. ຖ້າເຈົ້າເຊື່ອໃນພຣະເຈົ້າ ຍ້ອນພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ສາມາດຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລ້ວມຸມມອງຂອງເຈົ້າກໍຜິດ ແລະ ບາງຄົນຈະເວົ້າກັບເຈົ້າວ່າ “ວິນຍານຊົ່ວຮ້າຍບໍ່ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້ຄືກັນບໍ?” ນີ້ບໍ່ແມ່ນເພື່ອສືບຕໍ່ເຮັດໃຫ້ພາບລັກຂອງພຣະເຈົ້າ ແລະ ພາບລັກຂອງຊາຕານສັບສົນກັນບໍ? ໃນປັດຈຸບັນ ຄວາມເຊື່ອໃນພຣະເຈົ້າຂອງມະນຸດເກີດຂຶ້ນກໍຍ້ອນວ່າການກະທຳຫຼາຍຢ່າງຂອງພຣະອົງ ແລະ ຍ້ອນພາລະກິດຈຳນວນຫຼວງຫຼາຍທີ່ພຣະອົງປະຕິບັດ ແລະ ຫຼາຍວິທີການທີ່ພຣະອົງກ່າວ. ພຣະເຈົ້ານໍາໃຊ້ຖ້ອຍຄໍາຂອງພຣະອົງເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ເຂົາສົມບູນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳຫຼາຍຢ່າງຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ. ຜູ້ຄົນໄດ້ຮູ້ຈັກພຣະເຈົ້າໂດຍການເປັນພະຍານເຖິງການກະທຳຂອງພຣະອົງ. ມີພຽງການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກວິທີທີ່ພຣະອົງປະຕິບັດພາລະກິດ, ວິທີການທີ່ເປັນເລີດທີ່ພຣະອົງນໍາໃຊ້, ວິທີທີ່ພຣະອົງກ່າວ ແລະ ວິທີທີ່ພຣະອົງເຮັດໃຫ້ມະນຸດສົມບູນແບບ, ມີພຽງການຮູ້ຈັກໃນຮູບແບບລັກສະນະເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມເປັນຈິງຂອງພຣະເຈົ້າໄດ້, ເຂົ້າໃຈອຸປະນິໄສຂອງພຣະອົງ, ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ ແລະ ວິທີທີ່ພຣະອົງປະຕິບັດພາລະກິດກັບມະນຸດ. ດ້ວຍການຮູ້ຈັກຄວາມມັກ ແລະ ຄວາມບໍ່ມັກຂອງພຣະເຈົ້າ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນທາງບວກ ແລະ ສິ່ງທີ່ເປັນທາງລົບ ແລະ ຜ່ານຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າ, ເຈົ້າຈະມີຄວາມຄືບໜ້າໃນຊີວິດ. ສະຫຼຸບກໍຄື ເຈົ້າຕ້ອງຮັບເອົາຄວາມຮູ້ຂອງພາລະກິດຂອງພຣະເຈົ້າ ແລະ ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ.

ກ່ອນນີ້: ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ

ຕໍ່ໄປ: ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້