ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດຄວາມຈິງເທົ່ານັ້ນທີ່ແມ່ນການມີຄວາມເປັນຈິງ

ການທີ່ສາມາດອະທິບາຍພຣະທໍາຂອງພຣະເຈົ້າຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າຄອບຄອງຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ບໍ່ວ່າເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີ ແມ່ນບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ ແຕ່ກົງກັນຂ້າມແມ່ນອີງຕາມສິ່ງທີ່ເຈົ້າອາໄສຢູ່ນໍາ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ຖ້ອຍຄໍາແບບທໍາມະຊາດຂອງເຈົ້າ, ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າ ເປັນຄວາມເປັນຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າ ເຈົ້າໄດ້ມີຄວາມເຂົ້າໃຈ ແລະ ສະຖານະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບເປັນໄລຍະຍາວ ແລະ ເຈົ້າຕ້ອງສາມາດອາໄສຢູ່ນໍາຄວາມຄ້າຍຄືກັນຕາມຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ເຈົ້າ; ມັນຕ້ອງບໍ່ແມ່ນພຽງແຕ່ທ່າທາງ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ໃນເມື່ອນັ້ນເທົ່ານັ້ນ ເຈົ້າຈິ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ເມື່ອນັ້ນເທົ່ານັ້ນ ເຈົ້າຈິ່ງຈະໄດ້ຮັບຊີວິດ. ເຮົາຂໍໃຊ້ຕົວຢ່າງຂອງການທົດສອບຜູ້ຮັບໃຊ້ທີ່ທຸກຄົນຄຸ້ນເຄີຍ. ໃຜກໍສາມາດເວົ້າກ່ຽວກັບທິດສະດີ ທີ່ສູງສົ່ງກ່ຽວກັບຜູູ້ຮັບໃຊ້; ພວກເຈົ້າທຸກຄົນແມ່ນມີລະດັບຄວາມເຂົ້າໃຈ ທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ແລະ ພວກເຈົ້າແຕ່ລະຄົນແມ່ນມີຄວາມຊໍານານຫຼາຍ ໃນການເວົ້າກ່ຽວກັບບັນຫານີ້ຫຼາຍກວ່າບັນຫາກ່ອນໜ້ານັ້ນ ຄືດັ່ງວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ປະສົບກັບການທົດສອບທີ່ສໍາຄັນ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ເວົ້າສັ້ນໆກໍຄື ການອາໄສຢູ່ຂອງມະນຸດແມ່ນຍັງຂາດຫາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາ. ດັ່ງນັ້ນ, ມັນຈິ່ງຍັງບໍ່ໄດ້ກາຍເປັນສະຖານະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ສະຖານະຂອງເຂົາແມ່ນຍັງຄ້າຍຄືກັບຫໍປະສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ກວາຍໄປກວາຍມາ ແລະ ໃກ້ທີ່ຈະຍຸບຕົວລົງ. ມະນຸດແມ່ນມີຄວາມເປັນຈິງໜ້ອຍດຽວ ເຊິ່ງມັນກໍເກືອບຈະເປັນໄປບໍ່ໄດ້ ທີ່ຈະຊອກຫາຄວາມເປັນຈິງໃດໜຶ່ງໃນຕົວມະນຸດ. ມີຄວາມເປັນຈິງຈໍານວນທີ່ໜ້ອຍຫຼາຍ ທີ່ໄຫຼອອກຈາກມະນຸດ ແລະ ຄວາມເປັນຈິງທັງໝົດໃນຊີວິດຂອງມະນຸດແມ່ນຖືກບັງຄັບ ເຊິ່ງນັ້ນກໍແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ມີຄວາມເປັນຈິງ. ຢ່າໄປເຊື່ອມະນຸດທີ່ເວົ້າວ່າ ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍມີການປ່ຽນແປງ. ນີ້ແມ່ນສິ່ງທີ່ພວກເຂົາເວົ້າເທົ່ານັ້ນ ກ່ອນທີ່ພວກເຂົາຈະພະເຊີນກັບການທົດສອບ. ເມື່ອພວກເຂົາຕ້ອງພະເຊີນກັບການທົດສອບຢ່າງກະທັນຫັນ, ສິ່ງທີ່ພວກເຂົາເວົ້າເຖິງຈະກາຍເປັນສິ່ງທີ່ເຂົ້າກັບຄວາມເປັນຈິງບໍ່ໄດ້ອີກຄັ້ງ ແລະ ມັນຈະພິສູດໃຫ້ເຫັນອີກຄັ້ງວ່າ ມະນຸດບໍ່ມີຄວາມເປັນຈິງ. ສາມາດເວົ້າໄດ້ວ່າ ເວລາໃດກໍຕາມທີ່ເຈົ້າພະເຊີນກັບສິ່ງທີ່ບໍ່ເຂົ້າກັບຄວາມຄິດຂອງເຈົ້າ ແລະ ມີຄວາມຕ້ອງການໃຫ້ເຈົ້າບໍ່ສົນໃຈຕົວເອງ, ນີ້ກໍແມ່ນການທົດສອບຂອງເຈົ້າ. ກ່ອນຈະມີການເປີດເຜີຍຄວາມປະສົງຂອງພຣະເຈົ້າ, ຈະມີການທົດສອບທີ່ເຄັ່ງຄັດສໍາລັບມະນຸດທຸກຄົນ ເຊິ່ງແມ່ນການທົດສອບຢ່າງຫຼວງຫຼາຍສໍາລັບທຸກຄົນ. ເຈົ້າສາມາດເຫັນບັນຫານີ້ຢ່າງຊັດເຈນບໍ? ໃນເວລາທີ່ພຣະເຈົ້າຕ້ອງການທົດສອບມະນຸດ, ພຣະອົງແມ່ນໃຫ້ພວກເຂົາເລືອກດ້ວຍຕົວເອງທຸກຄັ້ງ ກ່ອນທີ່ຄວາມຈິງຂອງຄວາມເປັນຈິງຈະຖືກເປີດເຜີຍ. ນີ້ກໍເພື່ອເວົ້າວ່າ ໃນເວລາທີ່ພຣະເຈົ້າທົດສອບເຈົ້າ, ພຣະອົງຈະບໍ່ບອກເຈົ້າຄວາມຈິງຈັກເທື່ອ ແລະ ນັ້ນແມ່ນວິທີທີ່ມະນຸດຖືກເປີດເຜີຍ. ນີ້ແມ່ນວິທີໜຶ່ງ ທີ່ພຣະເຈົ້າດໍາເນີນພາລະກິດຂອງພຣະອົງ ເພື່ອເບິ່ງວ່າ ເຈົ້າເຂົ້າໃຈພຣະເຈົ້າໃນປະຈຸບັນ ຫຼື ບໍ່ ແລະ ເພື່ອເບິ່ງວ່າ ເຈົ້າມີຄວາມເປັນຈິງ ຫຼື ບໍ່. ເຈົ້າແມ່ນປາດສະຈາກຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຈະສາມາດຢືນຢ່າງໝັ້ນຄົງ ໃນເວລາທີ່ການທົດສອບທີ່ສໍາຄັນມາເຖິງເຈົ້າໄດ້ບໍ? ໃຜກ້າເວົ້າວ່າ “ຂ້ອຍຮັບປະກັນວ່າ ຈະບໍ່ມີບັນຫາ”? ໃຜກ້າເວົ້າວ່າ “ຄົນອື່ນອາດຈະສົງໄສ ແຕ່ຂ້ອຍຈະບໍ່ມີວັນສົງໄສ”? ຄ້າຍຄືກັບຕອນທີ່ເປໂຕຖືກທົດສອບ. ລາວໄດ້ເວົ້າໃຫຍ່ມາຕະຫຼອດກ່ອນຄວາມຈິງຈະຖືກເປີດເຜີຍ. ນີ້ແມ່ນຂໍ້ຜິດພາດສະເພາະສ່ວນຕົວຂອງເປໂຕ; ນີ້ແມ່ນຄວາມລໍາບາກທີ່ຍິ່ງໃຫຍ່ ທີ່ມະນຸດທຸກຄົນໃນປະຈຸບັນຕ້ອງພະເຊີນ. ຖ້າເຮົາຕ້ອງໄປຢ້ຽມຢາມຫຼາຍໆບ່ອນ ຫຼື ຖ້າເຮົາຕ້ອງໄປຢ້ຽມຢາມອ້າຍເອື້້ອຍນ້ອງຫຼາຍຄົນ ເພື່ອເບິ່ງຄວາມເຂົ້າໃຈຂອງພວກເຈົ້າ ກ່ຽວກັບພາລະກິດໃນປະຈຸບັນຂອງພຣະເຈົ້າ, ພວກເຈົ້າຈະສາມາດເວົ້າກ່ຽວກັບຄວາມເຂົ້າໃຈຫຼາຍໆຢ່າງຂອງພວກເຈົ້າຢ່າງແນ່ນອນ ແລະ ມັນກໍຈະປະກົດວ່າ ພວກເຈົ້າບໍ່ມີຂໍ້ສົງໄສຫຍັງເລີຍ. ຖ້າເຮົາຕ້ອງຖາມເຈົ້າ: “ເຈົ້າສາມາດຕັດສິນວ່າ ພຣະເຈົ້າເປັນຜູ້ປະຕິບັດພາລະກິດໃນປະຈຸບັນດ້ວຍພຣະອົງເອງແທ້ບໍ? ບໍ່ຕ້ອງສົງໄສບໍ?” ເປັນສິ່ງແນ່ນອນຢູ່ແລ້ວທີ່ເຈົ້າຈະຕອບວ່າ: “ບໍ່ຕ້ອງສົງໄສເລີຍ, ມັນແມ່ນພາລະກິດທີ່ປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ”. ເມື່ອເຈົ້າໄດ້ຕອບຄໍາຖາມດ້ວຍວິທີດັ່ງກ່າວນີ້, ເຈົ້າຈະບໍ່ສົງໄສອີກຢ່າງແນ່ນອນ ແລະ ເຈົ້າອາດຈະຮູ້ສຶກມີຄວາມສຸກຫຼາຍ. ເຈົ້າອາດຈະຮູ້ສຶກວ່າ ເຈົ້າໄດ້ຮັບຄວາມເປັນຈິງໜ້ອຍໜຶ່ງ. ຜູ້ທີ່ມັກຈະເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ ແມ່ນຜູ້ທີ່ມີຄວາມເປັນຈິງໜ້ອຍ; ຍິ່ງຄົນໆໜຶ່ງຄິດວ່າຕົນມີ ຄົນໆນັ້ນກໍຍິ່ງບໍ່ສາມາດຢືນຢ່າງໝັ້ນຄົງໃນການທົດສອບໄດ້. ຂໍໃຫ້ຄົນທີ່ອວດດີ ແລະ ຈອງຫອງພົບກັບຄວາມໂສກເສົ້າ ແລະ ຂໍໃຫ້ຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງພົບກັບຄວາມໂສກເສົ້າ. ຄົນດັ່ງກ່າວແມ່ນເກັ່ງໃນການເວົ້າຫຼາຍ ແຕ່ຂີ້ຮ້າຍທີ່ສຸດໃນການກະທໍາຂອງພວກເຂົາ. ເມື່ອມີຄວາມຫຍຸ້ງຍາກໜ້ອຍໜຶ່ງ,​ ຄົນເຫຼົ່ານີ້ຈະເລີ່ມມີຂໍ້ສົງໄສ ແລະ ຄວາມຄິດທີ່ຈະລົ້ມເລີກກໍຈະເຂົ້າໄປຢູ່ໃນສະໝອງຂອງພວກເຂົາ. ພວກເຂົາບໍ່ມີຄວາມເປັນຈິງໃດໆເລີຍ; ສິ່ງດຽວທີ່ພວກເຂົາມີແມ່ນທິດສະດີທີ່ສູງສົ່ງກວ່າທິດສະດີທາງສາສະໜາ ໂດຍທີ່ບໍ່ມີຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງຕ້ອງການ. ເຮົາລັງກຽດຄົນທີ່ເວົ້າເຖິງແຕ່ທິດສະດີ ແລະ ບໍ່ມີຄວາມເປັນຈິງທີ່ສຸດ. ພວກເຂົາຮ້ອງສຽງດັງເວລາດໍາເນີນພາລະກິດຂອງພວກເຂົາ ແຕ່ພວກເຂົາກໍລົ້ມເຫຼວທັນທີທີ່ພວກເຂົາພະເຊີນກັບຄວາມເປັນຈິງ. ມັນບໍ່ສະແດງໃຫ້ເຫັນວ່າ ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງບໍ? ບໍ່ວ່າລົມ ແລະ ຄື້ນທະເລຈະຮຸນແຮງຊໍ່າໃດກໍຕາມ, ຖ້າເຈົ້າຍັງສາມາດຢືນຢູ່ໂດຍທີ່ບໍ່ມີຂໍ້ສົງໄສໃດໆເຂົ້າໄປຢູ່ໃນສະໝອງຂອງເຈົ້າ ແລະ ເຈົ້າສາມາດຢືນຢ່າງໝັ້ນຄົງ ແລະ ບໍ່ໄດ້ຢູ່ໃນສະພາບຂອງການປະຕິເສດເຖິງແມ່ນວ່າຈະບໍ່ມີໃຜຍັງຄົງເຫຼືອຢູ່ກໍຕາມ, ມັນກໍຈະເປັນການຖືວ່າ ເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງ ແລະ ເຈົ້າມີຄວາມເປັນຈິງທີ່ແທ້ຈິງ. ຖ້າເຈົ້າເດີນຕາມທິດທາງຂອງລົມ, ຖ້າເຈົ້າເດີນຕາມຄົນສ່ວນໃຫຍ່ ແລະ ຮຽນເວົ້າສິ່ງທີ່ຜູ້ອື່ນກໍາລັງເວົ້າ, ບໍ່ວ່າເຈົ້າຈະເວົ້າສິ່ງດັ່ງກ່າວໄດ້ດີຊໍ່າໃດກໍຕາມ, ມັນກໍຈະບໍ່ໄດ້ພິສູດວ່າ ເຈົ້າມີຄວາມເປັນຈິງ. ດັ່ງນັ້ນ, ເຮົາຂໍແນະນໍາວ່າ ເຈົ້າຈົ່ງຢ່າຟ້າວຮ້ອງພຣະທໍາທີ່ເປົ່າວ່າງໄວກ່ອນກໍານົດ. ເຈົ້າຮູ້ຈັກພາລະກິດທີ່ພຣະເຈົ້າຈະປະຕິບັດບໍ? ຢ່າປະພຶດຕົນເປັນຄືເປໂຕອີກຄົນ ເພາະຢ້ານວ່າ ເຈົ້າຈະນໍາເອົາຄວາມອັບອາຍມາສູ່ຕົວເອງ ແລະ ເຈົ້າຈະບໍ່ສາມາດເງີຍຫົວຂຶ້ນສູງໄດ້. ສິ່ງນີ້ບໍ່ນໍາປະໂຫຍດມາສູ່ຜູ້ໃດເລີຍ. ມະນຸດສ່ວນໃຫຍ່ບໍ່ມີສະຖານະທີ່ແທ້ຈິງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແຕ່ພຣະອົງບໍ່ໄດ້ເຮັດໃຫ້ຄວາມເປັນຈິງມາສູ່ຜູ້ຄົນ; ຖ້າຈະເວົ້າໃຫ້ຖືກແທ້ໆກໍຄື ພຣະເຈົ້າບໍ່ເຄີຍລົງທັນຜູ້ໃດດ້ວຍຕົວພຣະອົງເອງຈັກເທື່ອ. ສະນັ້ນ, ພວກເຂົາບາງຄົນຈິ່ງຖືກເປີດເຜີຍໂດຍການທົດສອບດັ່ງກ່າວ ເຊິ່ງງວງແຫ່ງຄວາມບາບຂອງພວກເຂົາແມ່ນຄືບຄານອອກໄປໄກໆ ໂດຍທີ່ພວກເຂົາຄິດວ່າ ຕົນສາມາດປະຕິບັດຕໍ່ພຣະເຈົ້າໃນລັກສະນະທີ່ບໍ່ໃສ່ໃຈ ແລະ ເຮັດສິ່ງຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ. ໃນເມື່ອພວກເຂົາບໍ່ສາມາດແມ່ນແຕ່ຈະທົນຕໍ່ການທົດສອບປະເພດນີ້, ການທົດສອບທີ່ທ້າທາຍກວ່າເກົ່າກໍຈະເປັນໄປບໍ່ໄດ້ ແລະ ຄວາມເປັນຈິງກໍຍັງເປັນໄປບໍ່ໄດ້ເຊັ່ນກັນ. ນີ້ບໍ່ແມ່ນການພະຍາຍາມຫຼອກລວງພຣະເຈົ້າບໍ? ການມີຄວາມເປັນຈິງບໍ່ແມ່ນສິ່ງທີ່ສາມາດທໍາທ່າເຮັດໄດ້ ແລະ ບໍ່ແມ່ນສິ່ງທີ່ເຈົ້າສາມາດໄດ້ມາຈາກຄວາມຮູ້ຂອງເຈົ້າທີ່ມີກ່ຽວກັບມັນ. ມັນອີງຕາມສະຖານະທີ່ແທ້ຈິງຂອງເຈົ້າ ແລະ ມັນອີງຕາມວ່າ ເຈົ້າສາມາດທົນຕໍ່ການທົດສອບທັງໝົດໄດ້ ຫຼື ບໍ່. ຕອນນີ້ເຈົ້າເຂົ້າໃຈແລ້ວບໍ?

ຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ ບໍ່ແມ່ນພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບຄວາມເປັນຈິງ. ນັ້ນຈະບໍ່ງ່າຍຫຼາຍບໍ? ເປັນຫຍັງພຣະເຈົ້າເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງເວົ້າກ່ຽວກັບການປ່ຽນແປງ? ຖ້າຄົນໆໜຶ່ງພຽງແຕ່ສາມາດເວົ້າແບບເປົ່າວ່າງກ່ຽວກັບຄວາມຈິງ ແລ້ວການປ່ຽນແປງນິໄສຈະສາມາດເຮັດສໍາເລັດໄດ້ບໍ? ການເຝິກກຸ່ມທະນາຫານທີ່ດີຂອງອະນາຈັກ ແມ່ນບໍ່ຄືກັນກັບການເຝິກຄົນທີ່ສາມາດເວົ້າກ່ຽວກັບຄວາມເປັນຈິງເທົ່ານັ້ນ ຫຼື ຄົນທີ່ໂອອວດເທົ່ານັ້ນ ແຕ່ໃນການເຝິກຄົນທີ່ສາມາດອາໄສຢູ່ນໍາພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ຜູ້ທີ່ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ຜູ້ທີ່ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ຜູ້ທີ່ບໍ່ກັບໄປສູ່ໂລກພິພົບ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງເປັນສິ່ງທີ່ທໍາມະດາຫຼາຍ. ພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດບໍ່ໄດ້ທຽບເທົ່າກັບການຄອບຄອງຄວາມເປັນຈິງ: ນີ້ບໍ່ແມ່ນສະຖານະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ແລະ ມັນບໍ່ໄດ້ກາຍເປັນຜົນສໍາເລັດຂອງມະນຸດ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງຕ້ອງມີລັດສະໝີຂອງເປໂຕ ເຊິ່ງແມ່ນສິ່ງທີ່ມະນຸດອາໄສຢູ່ນໍາຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມເຊື່ອທີ່ຜິດ,​ ນີ້ບໍ່ເໝາະກັບຄວາມປະສົງຂອງພຣະເຈົ້າ ແລະ ມັນບໍ່ມີຄວາມສໍາຄັນທີ່ແທ້ຈິງ. ຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ໃຫ້ຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈທີ່ຜິດກ່ຽວກັບພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ຍິ່ງໜ້ອຍກວ່ານັ້ນ ແມ່ນບໍ່ມີສະຖານະທີ່ແທ້ຈິງ; ພວກເຂົາແມ່ນຄົນທີ່ໂງ່ ທີ່ປາດສະຈາກຄວາມເປັນຈິງ. ນັ້ນກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າເປັນດັ່ງຊີວິດຂອງພວກເຂົາ. ດັ່ງນັ້ນ, ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດອາໄສຢູ່ນໍາພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ມັນເປັນເຊັ່ນນັ້ນ ເພື່ອວ່າທຸກຄົນຈະອາໄສຢູ່ນໍາຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ. ມັນບໍ່ແມ່ນພຽງແຕ່ວ່າ ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ ແຕ່ທີ່ສໍາຄັນທີ່ສຸດກໍຄືທຸກຄົນສາມາດອາໄສຢູ່ນໍາຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າໄດ້. ຄວາມເປັນຈິງທີ່ມະນຸດເຫັນແມ່ນບໍ່ສໍາຄັນຫຼາຍ, ມັນບໍ່ມີຄຸນຄ່າ,​ ມັນບໍ່ສາມາດບັນລຸຄວາມປະສົງຂອງພຣະເຈົ້າໄດ້, ມັນຕໍ່າຕ້ອຍຫຼາຍ, ບໍ່ມີຄ່າແມ່ນແຕ່ຈະໃຫ້ກ່າວເຖິງ,​ ຂາດແຄນຫຼາຍ ແລະ ຫ່າງໄກຫຼາຍຈາກມາດຕະຖານຂອງຄວາມຕ້ອງການຂອງພຣະເຈົ້າ. ພວກເຈົ້າແຕ່ລະຄົນຈະຖືກກວດກາຢ່າງໃຫຍ່ ເພື່ອເບິ່ງວ່າ ພວກເຈົ້າຜູ້ໃດທີ່ຮູ້ແຕ່ເວົ້າກ່ຽວກັບຄວາມເຂົ້າໃຈຂອງເຈົ້າເທົ່ານັ້ນ ແຕ່ບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງ ແລະ ເພື່ອເບິ່ງວ່າ ພວກເຈົ້າຜູ້ໃດທີ່ເປັນຄົນທີ່ບໍ່ມີຄ່າ. ໃຫ້ຈື່ນີ້ໄວ້ໃນອະນາຄົດ! ຢ່າເວົ້າກ່ຽວກັບຄວາມເຂົ້າໃຈທີ່ເປົ່າວ່າງ.​ ໃຫ້ເວົ້າກ່ຽວກັບເສັ້ນທາງໃນການປະຕິບັດ ແລະ ກ່ຽວກັບຄວາມເປັນຈິງເທົ່ານັ້ນ. ການປ່ຽນແປງຈາກຄວາມຮູ້ທີ່ແທ້ຈິງໄປເປັນການປະຕິບັດທີ່ແທ້ຈິງ ແລະ ຫຼັງຈາກນັ້ນແມ່ນການປ່ຽນແປງຈາກການປະຕິບັດໄປເປັນການອາໄສຢູ່ນໍາຄວາມເປັນຈິງ. ຢ່າໄປສັ່ງສອນຄົນອື່ນ ແລະ ຢ່າເວົ້າກ່ຽວກັບຄວາມຮູ້ທີ່ແທ້ຈິງ. ຖ້າຄວາມເຂົ້າໃຈຂອງເຈົ້າແມ່ນເສັ້ນທາງ, ເຈົ້າກໍສາມາດປົດປ່ອຍມັນໄດ້; ຖ້າມັນບໍ່ແມ່ນເສັ້ນທາງ ກໍຈົ່ງກະລຸນາຫຸບປາກ ແລະ ຢຸດເວົ້າ. ສິ່ງທີ່ເຈົ້າເວົ້າແມ່ນບໍ່ມີປະໂຫຍດ. ມັນເປັນພຽງບາງຄໍາເວົ້າ ກ່ຽວກັບຄວາມເຂົ້າໃຈເພື່ອຫຼອກລວງພຣະເຈົ້າ ແລະ ເພື່ອເຮັດໃຫ້ຄົນອື່ນອິດສາເຈົ້າ. ນັ້ນບໍ່ແມ່ນຄວາມທະເຍີທະຍານຂອງເຈົ້າບໍ? ນີ້ບໍ່ແມ່ນການຫຼິ້ນກັບຜູ້ອື່ນໂດຍເຈດຕະນາບໍ? ມັນມີຄຸນຄ່າໃນສິ່ງນີ້ບໍ? ໃຫ້ເວົ້າກ່ຽວກັບຄວາມເຂົ້າໃຈ ພາຍຫຼັງທີ່ເຈົ້າໄດ້ປະສົບກັບມັນເທົ່ານັ້ນ ແລະ ຫຼັງຈາກນັ້ນ ເຈົ້າຈະບໍ່ເວົ້າໂອ້ອວດອີກຕໍ່ໄປ. ບໍ່ສະນັ້ນ ເຈົ້າຈະເປັນຄົນທີ່ມີຄໍາເວົ້າທີ່ອວດດີເທົ່ານັ້ນ. ໃນປະສົບການຂອງເຈົ້າ, ເຈົ້າບໍ່ສາມາດແມ່ນແຕ່ຈະເອົາຊະນະຫຼາຍສິ່ງ ຫຼື ຕໍ່ຕ້ານເນື້ອໜັງຂອງຕົວເອງໄດ້, ມີແຕ່ເຮັດໃນສິ່ງໃດກໍຕາມ ທີ່ກະຕຸ້ນໃຫ້ເຈົ້າເຮັດໃນສິ່ງທີ່ເຈົ້າປາດຖະໜາ ໂດຍທີ່ບໍ່ໄດ້ຕອບສະໜອງຄວາມປະສົງຂອງພຣະເຈົ້າ ແຕ່ເຈົ້າຍັງມີຄວາມໜ້າດ້ານໃນການເວົ້າກ່ຽວກັບຄວາມເຂົ້າໃຈທາງທິດສະດີ. ຈັ່ງແມ່ນເຈົ້າບໍ່ມີຢາງອາຍ! ເຈົ້າຍັງມີຄວາມໜ້າດ້ານໃນການເວົ້າເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທໍາຂອງພຣະເຈົ້າ. ຈັ່ງແມ່ນເຈົ້າອວດດີແທ້ໆ! ການກ່າວປາໄສ ແລະ ການເວົ້າໂອ້ອວດໄດ້ກາຍເປັນທໍາມະຊາດຂອງເຈົ້າ ແລະ ເຈົ້າແມ່ນລຶ້ງເຄີຍກັບການເຮັດສິ່ງນີ້. ມັນຢູ່ປາຍນິ້ວຂອງເຈົ້າທຸກເວລາທີ່ເຈົ້າຕ້ອງການເວົ້າ, ເຈົ້າເຮັດມັນໄດ້ຄ່ອງ ແລະ ຢ່າງທັນທີ ແລະ ເຈົ້າໝົກມຸ່ນກັບການເສີມແຕ່ງເມື່ອເຖິງເວລາປະຕິບັດ. ນີ້ບໍ່ແມ່ນການຫຼອກລວງຄົນອື່ນບໍ? ເຈົ້າອາດຈະສາມາດຫຼອກມະນຸດໄດ້ ແຕ່ບໍ່ສາມາດຫຼອກລວງພຣະເຈົ້າໄດ້. ມະນຸດບໍ່ຮູ້ ແລະ ບໍ່ມີການຍັ່ງຮູ້ ແຕ່ພຣະເຈົ້າມີຄວາມຕັ້ງໃຈແທ້ກ່ຽວກັບບັນຫາດັ່ງກ່າວ ແລະ ພຣະອົງຈະບໍ່ລະເວັ້ນເຈົ້າ. ອ້າຍເອື້ອຍນ້ອງຂອງເຈົ້າອາດຈະສົ່ງເສີມເຈົ້າ, ຍ້ອງຍໍຄວາມເຂົ້າໃຈຂອງເຈົ້າ, ຊົມເຊີຍເຈົ້າ ແຕ່ເຈົ້າບໍ່ມີຄວາມເປັນຈິງ ແລະ ພຣະວິນຍານບໍລິສຸດຈະບໍ່ລະເວັ້ນເຈົ້າ. ບາງເທື່ອພຣະເຈົ້າທີ່ແທ້ຈິງຈະບໍ່ເລືອກເອົາຂໍ້ບົກຜ່ອງຂອງເຈົ້າ ແຕ່ພຣະວິນຍານຂອງພຣະເຈົ້າຈະບໍ່ສົນໃຈເຈົ້າ ແລະ ນັ້ນກໍພຽງພໍທີ່ຈະເຮັດໃຫ້ເຈົ້າຮັບເອົາ. ເຈົ້າເຊື່ອໃນສິ່ງນີ້ບໍ? ໃຫ້ເວົ້າຫຼາຍກ່ຽວກັບຄວາມເປັນຈິງໃນການປະຕິບັດ; ເຈົ້າລືມມັນແລ້ວບໍ? ໃຫ້ເວົ້າຫຼາຍກ່ຽວກັບເສັ້ນທາງທີ່ແທ້ຈິງ; ເຈົ້າລືມມັນແລ້ວບໍ? “ເວົ້າໃຫ້ໜ້ອຍລົງກ່ຽວກັບທິດສະດີທີ່ສູງສົ່ງ ຫຼື ມີຄໍາເວົ້າອັນໃຫຍ່ໂຕທີ່ບໍ່ມີຄ່າ ແລະ ມັນດີທີ່ສຸດທີ່ຈະເລີ່ມປະຕິບັດໂດຍເລີ່ມແຕ່ດຽວນີ້”. ເຈົ້າລືມພຣະທໍາເຫຼົ່ານີ້ແລ້ວບໍ? ເຈົ້າເຂົ້າໃຈສິ່ງນີ້ຢູ່ບໍ? ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າບໍ?

​ກ່ອນ​ນີ້ :ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ

ຕໍ່​ໄປ:ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ

ທ່ານອາດຈະຍັງມັກ