ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້

ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ຖືກຈັດການ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ. ຖ້າເຈົ້າເວົ້າວ່າ ສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ດ້ວຍເຫດນ້ັນ ເຈົ້າກໍສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ເຈົ້າແມ່ນເປັນຄົນທີ່ກ່າວຄຳເວົ້າແບບຈອງຫອງ ແລະ ເປັນມະນຸດທີ່ໄຮ້ສາລະທີ່ສຸດ. ມະນຸດປະເພດນີ້ຄືອັກຄະເທວະດາ! ທຳມະຊາດທີ່ມີມາແຕ່ເກີດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ມະນຸດຕ້ອງປະຖິ້ມທຳມະຊາດທີ່ມີມາແຕ່ເກີດຂອງເຂົາໂດຍຜ່ານການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຫຼັງຈາກນັ້ນ ມີພຽງແຕ່ການເອົາໃຈໃສຄວາມປະສົງຂອງພຣະເຈົ້າ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືການປະສົບພາລະກິດຂອງພຣະວິນຍານບໍລິສຸດ, ການດຳລົງຊີວິດຂອງເຂົາຈຶ່ງສາມາດໄດ້ຮັບການເຫັນດີຈາກພຣະເຈົ້າໄດ້. ບໍ່ມີໃຜຜູ້ເຊິ່ງດຳລົງຊີວິດຢູ່ໃນເນື້ອໜັງສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ ນອກຈາກເຂົາຈະເປັນມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ແມ່ນແຕ່ສຳລັບຄົນປະເພດນີ້, ອຸປະນິໄສຂອງເຂົາ ແລະ ສິ່ງທີ່ເຂົາດຳລົງຊີວິດຕາມກໍບໍ່ສາມາດເວົ້າໄດ້ທັງໝົດວ່າເປັນຕົວແທນໃຫ້ກັບພຣະເຈົ້າ; ຄົນໃດໜຶ່ງສາມາດພຽງແຕ່ເວົ້າໄດ້ວ່າ ສິ່ງທີ່ເຂົາດຳລົງຊີວິດຕາມນັ້ນ ແມ່ນໄດ້ຮັບການຊີ້ນໍາຈາກພຣະວິນຍານບໍລິສຸດເທົ່ານັ້ນ. ອຸປະນິໄສຂອງມະນຸດປະເພດດັ່ງກ່າວບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້.

ເຖິງແມ່ນວ່າ ອຸປະນິໄສຂອງມະນຸດໄດ້ຮັບການດົນບັນດານຈາກພຣະເຈົ້າ ເຊິ່ງນີ້ເປັນສິ່ງທີ່ບໍ່ຕ້ອງສົງໄສ ແລະ ສາມາດຖືໄດ້ວ່າເປັນສິ່ງບວກ ແຕ່ມັນໄດ້ຖືກດໍາເນີນການໂດຍຊາຕານ. ດ້ວຍເຫດນັ້ນ ອຸປະນິໄສທັງໝົດຂອງມະນຸດຈຶ່ງເປັນອຸປະນິໄສຂອງຊາຕານ. ບາງຄົນອາດເວົ້າວ່າ ໂດຍອຸປະນິໄສຂອງພຣະອົງແລ້ວ ພຣະເຈົ້າກົງໄປກົງມາໃນການກະທຳທຸກສິ່ງທຸກຢ່າງ ແລະ ພວກເຂົາກໍປະພຶດຕົວແບບນີ້ເຊັ່ນກັນ, ພວກເຂົາກໍມີລັກສະນະແບບນີ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເວົ້າໄດ້ວ່າ ອຸປະນິໄສແບບນີ້ຂອງພວກເຂົາເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ນີ້ແມ່ນມະນຸດປະເພດໃດ? ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ບໍ? ໃຜກໍຕາມທີ່ປະກາດວ່າ ອຸປະນິໄສຂອງພວກເຂົາເປັນຕົວແທນໃຫ້ກັບພຣະເຈົ້າ, ຄົນນັ້ນແມ່ນໝິ່ນປະໝາດພຣະເຈົ້າ ແລະ ດູຖູກພຣະວິນຍານບໍລິສຸດ! ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດສະແດງໃຫ້ເຫັນວ່າ ພາລະກິດທີ່ພຣະເຈົ້າປະຕິບັດເທິງແຜ່ນດິນໂລກແມ່ນເພື່ອເອົາຊະນະເທົ່ານັ້ນ. ດັ່ງນັ້ນ ອຸປະນິໄສຊາຕານທີ່ເສື່ອມຊາມແບບຊາຕານຫຼາຍຢ່າງຂອງມະນຸດຍັງບໍ່ໄດ້ຮັບການຊໍາລະລ້າງເທື່ອ ແລະ ສິ່ງທີ່ເຂົາດຳລົງຊີວິດຕາມຍັງເປັນພາບລັກຂອງຊາຕານ. ມັນແມ່ນສິ່ງທີ່ມະນຸດເຊື່ອວ່າດີ ແລະ ເປັນຕົວແທນໃຫ້ກັບການກະທຳຂອງເນື້ອໜັງຂອງມະນຸດ ຫຼື ຖ້າຈະເວົ້າໃຫ້ຖືກຕ້ອງຫຼາຍກວ່ານັ້ນກໍຄື ມັນເປັນຕົວແທນໃຫ້ກັບຊາຕານ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງແນ່ນອນ. ເຖິງແມ່ນວ່າ ຄົນໃດໜຶ່ງໄດ້ຮັກພຣະເຈົ້າຈົນເຖິງຂັ້ນທີ່ວ່າພວກເຂົາສາມາດຊື່ນຊົມຊີວິດແຫ່ງສະຫວັນເທິງແຜ່ນດິນໂລກ ທີ່ສາມາດກ່າວປະໂຫຍກທີ່ວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງພຽງພໍ” ແລະ ໄດ້ເຂົ້າເຖິງຂອບເຂດທີ່ສູງສຸດ, ມັນກໍຍັງບໍ່ສາມາດເວົ້າໄດ້ວ່າພວກເຂົາດຳລົງຊີວິດຕາມພຣະເຈົ້າ ຫຼື ເປັນຕົວແທນໃຫ້ກັບພຣະເຈົ້າໄດ້, ຍ້ອນແກ່ນແທ້ຂອງມະນຸດບໍ່ຄືກັບແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດບໍ່ສາມາດດຳລົງຊີວິດຕາມພຣະເຈົ້າໄດ້, ຢ່າວ່າແຕ່ກາຍມາເປັນພຣະເຈົ້າເລີຍ. ສິ່ງທີ່ພຣະວິນຍານບໍລິສຸດໄດ້ຊີ້ນໍາໃຫ້ມະນຸດດຳລົງຊີວິດຕາມນັ້ນ ແມ່ນພຽງແຕ່ອີງຕາມສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເທົ່ານັ້ນ.

ການປະຕິບັດ ແລະ ການກະທຳທຸກຢ່າງຂອງຊາຕານແມ່ນໄດ້ສະແດງອອກໃນມະນຸດ. ໃນປັດຈຸບັນ ການປະຕິບັດ ແລະ ການກະທຳທຸກຢ່າງຂອງມະນຸດແມ່ນການສະແດງອອກຂອງຊາຕານ ແລະ ດ້ວຍເຫດນີ້ ຈຶ່ງບໍ່ສາມາດເປັນຕົວແທນພຣະເຈົ້າໄດ້. ມະນຸດຄືພາບຫຼັກຂອງຊາຕານ ແລະ ອຸປະນິໄສຂອງເຂົາບໍ່ສາມາດເປັນຕົວແທນອຸປະນິໄສຂອງພຣະເຈົ້າໄດ້. ມະນຸດບາງຄົນມີລັກສະນະທີ່ດີ, ພຣະເຈົ້າອາດປະຕິບັດພາລະກິດບາງຢ່າງຜ່ານລັກສະນະດັ່ງກ່າວຂອງມະນຸດ ແລະ ພາລະກິດທີ່ພວກເຂົາປະຕິບັດແມ່ນໄດ້ຮັບການຊີ້ນໍາຈາກພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ອຸປະນິໄສຂອງພວກເຂົາແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຂົາບໍ່ມີຫຍັງຫຼາຍໄປກວ່າການປະຕິບັດພາລະກິດຮ່ວມ ແລະ ຂະຫຍາຍສິ່ງທີ່ມີຢູ່ພາຍໃນພວກເຂົາ. ຈະເປັນພວກປະກາດພຣະທຳໃນຍຸກອະດີດ ຫຼື ມະນຸດທີ່ພຣະເຈົ້າໃຊ້, ບໍ່ມີໃຜສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ໂດຍກົງ. ຜູ້ຄົນມາຮູ້ຈັກຮັກພຣະເຈົ້າພຽງແຕ່ພາຍໃຕ້ສະຖານະການບີບບັງຄັບເທົ່ານັ້ນ ແລະ ບໍ່ມີໃຜພະຍາຍາມທີ່ຈະຮ່ວມມືດ້ວຍຄວາມສະໝັກໃຈຂອງພວກເຂົາເອງ. ສິ່ງທີ່ເປັນດ້ານບວກຄືຫຍັງ? ທຸກໆສິ່ງທີ່ມາຈາກພຣະເຈົ້າໂດຍກົງຄືສິ່ງທີ່ເປັນດ້ານບວກ. ເຖິງຢ່າງໃດກໍຕາມ, ອຸປະນິໄສຂອງມະນຸດແມ່ນຖືກຄອບງຳໂດຍຊາຕານ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມີພຽງແຕ່ຄວາມຮັກ, ຄວາມປະສົງເພື່ອທົນທຸກທໍລະມານ, ຄວາມຊອບທຳ, ຄວາມຍິນຍອມ, ຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ນີ້ເປັນເພາະວ່າ ເມື່ອພຣະອົງມາ, ພຣະອົງປາສະຈາກທຳມະຊາດແຫ່ງຄວາມຜິດບາບ ແລະ ມາຈາກພຣະເຈົ້າໂດຍກົງ, ໂດຍບໍ່ໄດ້ຖືກຄອບງຳໂດຍຊາຕານ. ພຣະເຢຊູພຽງແຕ່ຢູ່ໃນຄວາມຄ້າຍຄືເນື້ອໜັງທີ່ເປັນບາບ ແລະ ບໍ່ແມ່ນຕົວແທນໃຫ້ກັບຄວາມບາບ; ເພາະສະນັ້ນ, ການປະຕິບັດ, ການກະທຳ ແລະ ພຣະທຳຂອງພຣະອົງ ຈົນເຖິງເວລາກ່ອນການສຳເລັດຂອງພາລະກິດຜ່ານການຖືກຄຶງທີ່ໄມ້ກາງແຂນ (ລວມເຖິງຊ່ວງເວລາທີ່ຖືກຄຶງໄວ້ທີ່ໄມ້ກາງແຂນຂອງພຣະອົງ), ທັງໝົດນີ້ລ້ວນແລ້ວແຕ່ເປັນຕົວແທນຂອງພຣະເຈົ້າໂດຍກົງ. ຕົວຢ່າງຂອງພຣະເຢຊູແມ່ນພຽງພໍທີ່ຈະພິສູດວ່າ ມະນຸດຄົນໃດກໍຕາມທີ່ມີຄວາມຜິດບາບໂດຍທໍາມະຊາດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ແລະ ຄວາມຜິດບາບຂອງມະນຸດນັ້ນ ຄືຕົວແທນໃຫ້ກັບຊາຕານ. ເວົ້າໄດ້ວ່າ ຄວາມຜິດບາບບໍ່ແມ່ນຕົວແທນພຣະເຈົ້າ ແລະ ພຣະເຈົ້າປາສະຈາກຄວາມຜິດບາບ. ແມ່ນແຕ່ພາລະກິດທີ່ກະທຳໃນມະນຸດໂດຍພຣະວິນຍານບໍລິສຸດກໍພຽງແຕ່ສາມາດຖືໄດ້ວ່າເປັນການນໍາພາໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ມະນຸດໄດ້ກະທຳແທນພຣະເຈົ້າ. ແຕ່ເທົ່າທີ່ມະນຸດໄດ້ໄຕ່ຕອງແລ້ວ ບໍ່ວ່າຄວາມຜິດບາບຂອງເຂົາ ຫຼື ອຸປະນິໄສຂອງເຂົາແມ່ນບໍ່ສາມາດແທນພຣະເຈົ້າໄດ້. ຈາກການເບິ່ງພາລະກິດທີ່ພຣະວິນຍານບໍລິສຸດກະທຳໃນມະນຸດຈາກອະດີດຈົນເຖິງປັດຈຸບັນ, ຄົນເຮົາຈະເຫັນວ່າ ມະນຸດມີສິ່ງທີ່ເຂົາດຳລົງຊີວິດຕາມ; ທັງໝົດກໍຍ້ອນວ່າ ພຣະວິນຍານບໍລິສຸດໄດ້ເຮັດພາລະກິດໃນຕົວເຂົາ. ມີຄົນໜ້ອຍຫຼາຍທີ່ສາມາດດຳລົງຊີວິດຕາມຄວາມຈິງ ຫຼັງຈາກທີ່ຖືກຈັດການ ແລະ ຖືກລົງວິໄນໂດຍພຣະວິນຍານບໍລິສຸດ. ເວົ້າໄດ້ວ່າ ມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ມີຢູ່ ແລະ ການຮ່ວມມືໃນສ່ວນຂອງມະນຸດແມ່ນຂາດຫາຍໄປ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ເມື່ອເປັນແບບນີ້, ເຈົ້າຄວນເຮັດແນວໃດເພື່ອຮ່ວມກັບພຣະອົງຢ່າງສຸດຄວາມສາມາດ ແລະ ເພື່ອບັນລຸໜ້າທີ່ຂອງເຈົ້າໃນຊະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ?

ກ່ອນນີ້: ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຕໍ່ໄປ: ການບໍລິການທາງສາສະໜາຕ້ອງຖືກລົບລ້າງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້