ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຈາກພາຍນອກ, ມັນເບິ່ງຄືວ່າ ຂັ້ນຕອນຂອງພາລະກິດໃນປັດຈຸບັນຂອງພຣະເຈົ້າໄດ້ສໍາເລັດລົງແລ້ວ ແລະ ມະນຸດໄດ້ປະສົບກັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຫຼໍ່ຫຼອມຕາມພຣະທໍາຂອງພຣະອົງ ແລະ ໄດ້ປະສົບຜ່ານຂັ້ນຕອນ ເຊັ່ນ: ການທົດລອງຂອງຜູ້ບໍລິການ, ການຫຼໍ່ຫຼອມໃນເວລາການຕີສອນ, ການທົດລອງແຫ່ງຄວາມຕາຍ, ການທົດລອງດ້ວຍການປຽບທຽບ ແລະ ໃນເວລາແຫ່ງຄວາມຮັກຂອງພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນໄດ້ຜ່ານຄວາມທຸກທໍລະມານຢ່າງຍິ່ງໃຫຍ່ໃນແຕ່ລະຂັ້ນຕອນ ພວກເຂົາກໍຍັງບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃຫ້ພິຈາລະນາການທົດລອງຂອງຜູ້ບໍລິການ, ຕົວຢ່າງເຊັ່ນ: ພວກເຂົາຍັງບໍ່ມີຄວາມຊັດເຈນກ່ຽວກັບສິ່ງທີ່ພວກເຂົາໄດ້ຮັບ, ສິ່ງທີ່ພວກເຂົາໄດ້ມາຮູ້ຈັກ ແລະ ຜົນທີ່ພຣະເຈົ້າຕ້ອງການຈະບັນລຸ. ເມື່ອຄວາມໄວຂອງພາລະກິດຂອງພຣະເຈົ້າ, ມັນເບິ່ງຄືວ່າມະນຸດບໍ່ສາມາດຕາມທັນຄວາມໄວຂອງມື້ນີ້. ມັນສາມາດເຫັນໄດ້ຈາກເລື່ອງນັ້ນວ່າ ທຳອິດ ພຣະເຈົ້າໄດ້ເປີດເຜີຍຂັ້ນຕອນເຫຼົ່ານີ້ຂອງພາລະກິດຂອງພຣະອົງຕໍ່ມະນຸດ ແລະ ແທນທີ່ຕ້ອງບັນລຸລະດັບທີ່ມະນຸດສາມາດຈິນຕະນາການໄດ້ໃນຂັ້ນຕອນໃດໜຶ່ງ, ພຣະອົງພະຍາຍາມໃຊ້ວິທີການນີ້ເພື່ອອະທິບາຍບັນຫາ. ເພື່ອໃຫ້ພຣະເຈົ້າເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ເພື່ອໃຫ້ພຣະອົງຮັບເອົາຢ່າງແທ້ຈິງ, ພຣະອົງຕ້ອງດໍາເນີນຂັ້ນຕອນຕ່າງໆທີ່ຢູ່ຂ້າງເທິງນີ້. ເປົ້າໝາຍຂອງການປະຕິບັດພາລະກິດນີ້ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຈົ້າຕ້ອງດໍາເນີນຂັ້ນຕອນໃດເພື່ອເຮັດໃຫ້ກຸ່ມຄົນໃດໜຶ່ງສົມບູນ. ສະນັ້ນ ເມື່ອເບິ່ງຈາກທາງນອກ, ຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນໄດ້ສໍາເລັດໄປແລ້ວ, ແຕ່ໂດຍເນື້ອແທ້ແລ້ວ ພຣະອົງຫາກໍ່ໄດ້ເລີ່ມຕົ້ນການເຮັດໃຫ້ມະນຸດຊາດສົມບູນຢ່າງເປັນທາງການ. ຜູ້ຄົນຄວນຊັດເຈນກ່ຽວກັບສິ່ງນີ້ ນັ້ນກໍຄື ຂັ້ນຕອນຂອງພາລະກິດຂອງພຣະອົງທີ່ໄດ້ສໍາເລັດ, ແຕ່ພາລະກິດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ແຕ່ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອຈາກວ່າ ຂັ້ນຕອນທັງໝົດຂອງພາລະກິດຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ມະນຸດ ແລະ ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ພາລະກິດຂອງພຣະອົງໄດ້ສິ້ນສຸດແລ້ວ. ວິທີການເບິ່ງສິ່ງຕ່ງງໆຜິດພາດຢ່າງສິ້ນເຊີງ. ພາລະກິດຂອງພຣະເຈົ້າກົງກັນຂ້າມກັບແນວຄວາມຄິດຂອງຜູ້ຄົນ ແລະ ໂຈມຕີແນວຄິດດັ່ງກ່າວໃນທຸກລັກສະນະ; ໂດຍສະເພາະແລ້ວ ຂັ້ນຕອນຂອງພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄວາມຄິດຂອງມະນຸດ. ທຸກສິ່ງນີ້ສະແດງໃຫ້ເຫັນສະຕິປັນຍາຂອງພຣະເຈົ້າ. ສາມາດເຫັນໄດ້ຈາກສິ່ງນັ້ນວ່າ ແນວຄວາມຄິດຂອງຜູ້ຄົນກໍ່ໃຫ້ເກີດການຂັດຂວາງໃນທຸກທຸກດ້ານ ແລະ ພຣະເຈົ້າໂຈມຕີກັບໃສ່ທຸກສິ່ງທີ່ມະນຸດຈິນຕະນາການ ເຊິ່ງຊັດເຈນຂຶ້ນໃນລະຫວ່າງປະສົບການຕົວຈິງ. ທຸກຄົນຄິດວ່າ ພຣະເຈົ້າປະຕິບັດພາລະກິດໄວເກີນໄປ ແລະ ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດໄປກ່ອນທີ່ພວກເຂົາຈະຮູ້, ກ່ອນທີ່ພວກເຂົາຈະໄດ້ຮັບຄວາມເຂົ້າໃຈ ແລະ ໃນຂະນະທີ່ພວກເຂົາຍັງຢູ່ໃນສະພາວະທີ່ສັບສົນ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນເປັນແບບນີ້. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ພຣະເຈົ້າຫຼອກລໍ້ຜູ້ຄົນ, ແຕ່ວ່າຈຸດປະສົງທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະອົງບໍ່ແມ່ນແນວນັ້ນ. ວິທີການປະຕິບັດພາລະກິດຂອງພຣະອົງແມ່ນຜ່ານການຄົ້ນຄິດຕຶກຕອງເປັນຢ່າງດີ, ທໍາອິດແມ່ນຄືກັບການເບິ່ງດອກໄມ້ໃນຂະນະທີ່ຂີ່ຢູ່ເທິງຫຼັງມ້າ, ຫຼັງຈາກນັ້ນກໍເຂົ້າສູ່ລາຍລະອຽດ ແລະ ຈາກນັ້ນແມ່ນກັ່ນຕອງລາຍລະອຽດເຫຼົ່ານີ້ຢ່າງຄົບຖ້ວນ. ຜູ້ຄົນພະຍາຍາມຫຼອກລວງພຣະເຈົ້າ ໂດຍຄິດວ່າຖ້າພວກເຂົາສາມາດໃຊ້ຊີວິດໄປຈົນເຖິງຈຸດໃດໜຶ່ງ, ພຣະເຈົ້າກໍຈະພໍໃຈ. ໃນຄວາມຈິງແລ້ວ, ພຣະເຈົ້າຈະສາມາດເພິ່ງພໍໃຈກັບຄວາມພະຍາຍາມຂອງມະນຸດໃນການໃຊ້ຊີວິດໄປແຕ່ລະມື້ໄດ້ແນວໃດ? ເພື່ອໃຫ້ບັນລຸຜົນດີທີ່ສຸດ, ພຣະເຈົ້າປະຕິບັດພາລະກິດໂດຍຜ່ານວິທີການທີ່ເຮັດໃຫ້ຜູ້ຄົນປະຫຼາດໃຈ, ໂດຍການໂຈມຕີໃນຂະນະທີ່ພວກເຂົາບໍ່ຮູ້ສຶກຕົວ; ສິ່ງນີ້ຈະເຮັດໃຫ້ພວກເຂົາມີຄວາມຮູ້ຫຼາຍຂຶ້ນກ່ຽວກັບສະຕິປັນຍາຂອງພຣະອົງ ແລະ ເຂົ້າໃຈຄວາມຊອບທໍາ, ສະຫງ່າລາສີ ແລະ ອຸປະນິໄສທີ່ບໍ່ສາມາດລ່ວງເກີນໄດ້ຂອງພຣະອົງຫຼາຍຂຶ້ນ.

ມື້ນີ້, ພຣະເຈົ້າໄດ້ເລີ່ມຕົ້ນການເຮັດໃຫ້ຜູ້ຄົນສົມບູນຢ່າງເປັນທາງການແລ້ວ. ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຜູ້ຄົນຕ້ອງໄດ້ຜ່ານການເປີດເຜີຍ, ການພິພາກສາ ແລະ ການຕີສອນໂດຍພຣະທໍາຂອງພຣະເຈົ້າ, ພວກເຂົາຕ້ອງຜະເຊີນກັບການທົດລອງ ແລະ ການຫຼໍ່ຫຼອມຕາມພຣະທໍາຂອງພຣະອົງ (ເຊັ່ນການທົດລອງຂອງຜູ້ບໍລິການ) ແລະ ພວກເຂົາຕ້ອງສາມາດອົດທົນກັບການທົດລອງແຫ່ງຄວາມຕາຍ. ນັ້ນໝາຍຄວາມວ່າ ທ່າມກາງການພິພາກສາ, ການຕີສອນ ແລະ ການທົດລອງຂອງພຣະເຈົ້າ, ຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງຈະສາມາດສັນລະເສີນພຣະເຈົ້າຈາກສ່ວນເລິກໃນຫົວໃຈຂອງພວກເຂົາ ແລະ ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ ແລະ ປະຖິ້ມຕົນເອງ, ແລ້ວຮັກພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ, ໃຈດຽວ ແລະ ດ້ວຍຄວາມບໍລິສຸດ; ຄົນດັ່ງກ່າວແມ່ນບຸກຄົນທີ່ສົມບູນ ແລະ ມັນແມ່ນພາລະກິດທີ່ພຣະເຈົ້າຕ້ອງການເຮັດ ແລະ ພາລະກິດທີ່ພຣະເຈົ້າຕ້ອງການໃຫ້ສໍາເລັດ. ຜູ້ຄົນບໍ່ສາມາດດ່ວນສະຫຼຸບກ່ຽວກັບວິທີການທີ່ພຣະເຈົ້າປະຕິບັດພາລະກິດ. ພວກເຂົາຄວນພຽງແຕ່ສະແຫວງຫາທາງເຂົ້າສູ່ຊີວິດ. ນີ້ແມ່ນພື້ນຖານ. ຢ່າກວດສອບຢ່າງເລິກເຊິ່ງກ່ຽວກັບວິທີການປະຕິບັດພາລະກິດຂອງພຣະເຈົ້າ; ການເຮັດແບບນັ້ນຈະເປັນອຸປະສັກຕໍ່ຄວາມຈະເລີນໃນອະນາຄົດຂອງເຈົ້າ. ເຈົ້າເຫັນວິທີການປະຕິບັດພາລະກິດຂອງພຣະອົງຫຼາຍສໍ່າໃດ? ເຈົ້າເປັນຄົນເຊື່ອຟັງຫຼາຍສໍ່າໃດ? ເຈົ້າໄດ້ຮັບຫຼາຍສໍ່າໃດຈາກແຕ່ລະວິທີການປະຕິບັດພາລະກິດຂອງພຣະອົງ? ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າບໍ? ເຈົ້າປາຖະໜາທີ່ຈະເປັນຄົນທີ່ສົມບູນບໍ? ສິ່ງເຫຼົ່ານີ້ລ້ວນເແລ້ວແຕ່ເປັນ ສິ່ງທີ່ພວກເຈົ້າຄວນເຂົ້າໃຈຢ່າງຊັດເຈນ ແລະ ເຂົ້າຫາ.

ກ່ອນນີ້: ຜູ້ເຊື່ອຄວນມີມຸມມອງແບບໃດ

ຕໍ່ໄປ: ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້