ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ການອິດທິລິດ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ສິ່ງທີ່ອອກນອກຮູ້ນອກທາງ; ບໍ່ວ່າຈະໃນກໍລະນີໃດກໍຕາມ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ຄວາມຜິດພາດ ແລະ ຄວາມບໍ່ຖືກຕ້ອງຂອງເພິ່ນພຽງແຕ່ເປັນຕົວແທນໃຫ້ກັບເພິ່ນເອງ, ແຕ່ພາລະກິດຂອງເພິ່ນເປັນຕົວແທນຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດເວົ້າວ່າທັງໝົດຂອງເພິ່ນເປັນຕົວແທນໃຫ້ກັບພຣະເຈົ້າ. ການນອກຮູ້ນອກທາງ ແລະ ຄວາມຜິດພາດຂອງເພິ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າເຊັ່ນກັນບໍ? ຄວາມຜິດພາດໃນການເປັນຕົວແທນໃຫ້ກັບມະນຸດແມ່ນເປັນສິ່ງປົກກະຕິ, ແຕ່ຖ້າຄົນໜຶ່ງອອກນອກຮູ້ນອກທາງໃນການເປັນຕົວແທນໃຫ້ກັບພຣະເຈົ້າ, ແລ້ວນັ້ນຈະບໍ່ແມ່ນການບໍ່ເຄົາລົບຕໍ່ພຣະເຈົ້າບໍ? ນັ້ນຈະບໍ່ແມ່ນການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າຢ່າງງ່າຍດາຍ ເຖິງແມ່ນເຂົາຈະໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນອື່ນ. ຖ້າເຂົາບໍ່ແມ່ນພຣະເຈົ້າ, ເຂົາກໍຈະບໍ່ສາມາດຍຶດໝັ້ນໃນທີ່ສຸດ. ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດເປັນຕົວແທນໃຫ້ກັບພຣະເຈົ້າຕາມອຳເພີໃຈຂອງມະນຸດ! ຕົວຢ່າງເຊັ່ນ: ມັນແມ່ນພຣະວິນຍານບໍລິສຸດທີ່ເປັນພະຍານໃຫ້ກັບໂຢຮັນ ແລະ ພຣະວິນຍານບໍລິສຸດຍັງເປັນຜູ້ເປີດເຜີຍເພິ່ນໃຫ້ເປັນຜູ້ປູທາງໃຫ້ກັບພຣະເຢຊູ, ແຕ່ວ່າ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເພິ່ນນັ້ນ ແມ່ນໄດ້ວັດແທກເປັນຢ່າງດີ. ສິ່ງທີ່ຮຽກຮ້ອງຈາກໂຢຮັນແມ່ນໃຫ້ເປັນຜູ້ປູທາງໃຫ້ແກ່ພຣະເຢຊູ ເພື່ອຈັດກຽມຫົນທາງໃຫ້ກັບບພຣະອົງ. ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດພຽງແຕ່ສົ່ງເສີມພາລະກິດຂອງເພິ່ນໃນການປູເສັ້ນທາງ ແລະ ອະນຸຍາດໃຫ້ເພິ່ນປະຕິບັດພາລະກິດດັ່ງກ່າວເທົ່ານັ້ນ, ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດພາລະກິດອື່ນ. ໂຢຮັນເປັນຕົວແທນໃຫ້ກັບເອລີຢາ ແລະ ເພິ່ນເປັນຕົວແທນໃຫ້ກັບຜູ້ປະກາດພຣະທຳໃນການປູທາງໃຫ້ພຣະອົງເຈົ້າ. ພຣະວິນຍານບໍລິສຸດສົ່ງເສີມເພິ່ນໃນສິ່ງນີ້; ຕາບໃດທີ່ພາລະກິດຂອງເພິ່ນຄືການປູທາງ, ພຣະວິນຍານບໍລິສຸດກໍສົ່ງເສີມເພິ່ນ. ແຕ່ຖ້າຫາກເພິ່ນອ້າງຕົນເອງວ່າເປັນພຣະເຈົ້າ ແລະ ເວົ້າວ່າເພິ່ນໄດ້ມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ, ພຣະວິນຍານບໍລິສຸດກໍຈະຕ້ອງລົງວິໄນເພິ່ນ. ບໍ່ວ່າພາລະກິດຂອງໂຢຮັນຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດນັ້ນກໍຕາມ, ພາລະກິດຂອງເພິ່ນແມ່ນມີຂອບເຂດ. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດຂອງເພິ່ນແທ້, ແຕ່ລິດອຳນາດທີ່ມອບໃຫ້ກັບເພິ່ນໃນເວລານັ້ນແມ່ນຖືກຈຳກັດພຽງແຕ່ຢູ່ໃນການຈັດກຽມເສັ້ນທາງ. ເພິ່ນບໍ່ສາມາດປະຕິບັດພາລະກິດອື່ນໄດ້, ຍ້ອນເພິ່ນເປັນພຽງໂຢຮັນທີ່ເປັນຜູ້ປູທາງເທົ່ານັ້ນ ແລະ ບໍ່ແມ່ນພຣະເຢຊູ. ສະນັ້ນ ຄຳພະຍານຂອງພຣະວິນຍານບໍລິສຸດແມ່ນກະແຈສຳຄັນ, ແຕ່ວ່າພາລະກິດທີ່ພຣະວິນຍານບໍລິສຸດອະນຸຍາດໃຫ້ມະນຸດປະຕິບັດແມ່ນຍິ່ງສຳຄັນຫຼາຍກວ່າ. ໂຢຮັນບໍ່ໄດ້ເປັນພະຍານຢ່າງແທ້ຈິງບໍໃນເວລານັ້ນ? ພາລະກິດຂອງເພິ່ນບໍ່ໄດ້ຍິ່ງໃຫຍ່ເຊັ່ນກັນບໍ? ແຕ່ເຖິງຢ່າງໃດກໍຕາມ ພາລະກິດທີ່ເພິ່ນປະຕິບັດບໍ່ສາມາດລື່ນພາລະກິດຂອງພຣະເຢຊູໄດ້, ຍ້ອນວ່າ ເພິ່ນເປັນພຽງມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງໄດ້ ແລະ ດ້ວຍເຫດນັ້ນ ພາລະກິດທີ່ເພິ່ນປະຕິບັດຈຶ່ງມີຂໍ້ຈຳກັດ. ຫຼັງຈາກທີ່ເພິ່ນໄດ້ສຳເລັດພາລະກິດແຫ່ງການປູທາງ ກໍບໍ່ມີໃຜສົ່ງເສີມຄຳພະຍານຂອງເພິ່ນ, ບໍ່ມີພາລະກິດໃໝ່ເກີດຂຶ້ນຕາມຫຼັງເພິ່ນ ແລະ ເມື່ອພາລະກິດຂອງພຣະເຈົ້າເອງໄດ້ເລີ່ມຕົ້ນຂຶ້ນ, ໂຢຮັນກໍຈາກໄປ.

ມີບາງຄົນທີ່ຖືກຄອບງໍາໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ “ເຮົາເປັນພຣະເຈົ້າ!” ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ. ເຮົາບໍ່ເຄີຍຮ້ອງຂຶ້ນວ່າ “ເຮົາເປັນພຣະເຈົ້າ, ເຮົາເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ!” ແຕ່ພາລະກິດທີ່ເຮົາປະຕິບັດແມ່ນພາລະກິດຂອງພຣະເຈົ້າ. ເຮົາຈຳເປັນຕ້ອງຮ້ອງຂຶ້ນບໍ? ບໍ່ຈຳເປັນຕ້ອງຍ້ອງຍໍສັນລະເສີນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຕ້ອງການໃຫ້ມະນຸດມອບສະຖານະໃຫ້ກັບພຣະອົງ ຫຼື ມອບນາມມະຍົດອັນສູງສົ່ງໃຫ້ກັບພຣະອົງ: ພາລະກິດຂອງພຣະອົງແມ່ນພຽງພໍທີ່ຈະເປັນເປັນຕົວແທນໃຫ້ກັບພຣະອົງ ແລະ ສະຖານະຂອງພຣະອົງ. ກ່ອນພຣະອົງຈະໄດ້ຮັບບັບຕິດສະມາ, ພຣະເຢຊູບໍ່ແມ່ນພຣະເຈົ້າເອງບໍ? ພຣະອົງບໍ່ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ? ແນ່ນອນ ມັນບໍ່ສາມາດເວົ້າໄດ້ວ່າ ພຽງແຕ່ຫຼັງຈາກທີ່ໄດ້ຮັບຄຳພະຍານ ພຣະອົງຈຶ່ງກາຍເປັນພຣະບຸດອົງດຽວຂອງພຣະເຈົ້າ? ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງ, ໄດ້ມີມະນຸດທີ່ຊື່ວ່າພຣະເຢຊູຢູ່ແລ້ວບໍ? ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້.

ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ (ນັ້ນກໍຄື ມະນຸດທີ່ພຣະວິນຍານບໍລິສຸດໃຊ້) ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດຕອນທຳອິດຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລາກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີ້ທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກຄຳສັ່ງສອນ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ຕ້ອງຖືກປະຕິບັດ ແລະ ກ່າວໂດຍພຣະເຈົ້າເອງ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ໜີງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລາກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ລ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງກັນ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ເຮັດວຽກເພື່ອພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ,​ ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ”. ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ໃນກໍລະນີນັ້ນ, ເປັນຫຍັງໂຢຮັນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ ສິ່ງທັງໝົດນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ? ເຖິງແມ່ນວ່າ ໂຢຮັນໄດ້ເວົ້າວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” ແລະ ເພິ່ນກໍໄດ້ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນເຊັ່ນກັນ, ແຕ່ພາລະກິດຂອງເພິ່ນກໍບໍ່ໄດ້ພັດທະນາເພີ່ມເຕີ່ມ ແລະ ພຽງແຕ່ກໍ່ຕັ້ງເປັນຈຸດເລີ່ມຕົ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະເຢຊູເລີ່ມຕົ້ນຍຸກໃໝ່ພ້ອມທັງນໍາຍຸກເກົ່າມາສູ່ຈຸດສິ້ນສຸດ ແລະ ນອກຈາກນັ້ນ ພຣະອົງຍັງປະຕິບັດກົດລະບຽບແຫ່ງພຣະສັນຍາເດີມອີກດ້ວຍ. ພາລະກິດທີ່ພຣະອົງປະຕິບັດແມ່ນຍິ່ງໃຫຍ່ກວ່າພາລະກິດຂອງໂຢຮັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ມາເພື່ອໄຖ່ມະນຸດຊາດທັງປວງ, ພຣະອົງເຮັດໃຫ້ຂັ້ນຕອນນັ້ນຂອງພາລະກິດສຳເລັດ. ແຕ່ສຳລັບໂຢຮັນ, ເພິ່ນພຽງແຕ່ຈັດກຽມຫົນທາງ. ເຖິງແມ່ນພາລະກິດຂອງເພິ່ນກໍຍິ່ງໃຫຍ່, ຄຳເວົ້າຂອງເພິ່ນກໍມີຫຼາຍ ແລະ ອັກຄະສາວົກທີ່ຕິດຕາມເພິ່ນກໍມີຫຼາຍເຊັ່ນກັນ, ພາລະກິດຂອງເພິ່ນປະຕິບັດແມ່ນພຽງນໍາເອົາຈຸດເລີ່ມຕົ້ນໃໝ່ມາສູ່ມະນຸດເທົ່ານັ້ນ. ມະນຸດບໍ່ເຄີຍໄດ້ຮັບຊີວິດ, ຫົນທາງ ຫຼື ຄວາມຈິງຢ່າງເລິກເຊິ່ງຈາກເພິ່ນ ຫຼື ມະນຸດບໍ່ເຄີຍໄດ້ຮັບການເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຜ່ານເພິ່ນຈັກເທື່ອ. ໂຢຮັນເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ (ເອລີຢາ) ຜູ້ເຊິ່ງເປີດເຜີຍສະໜາມໃໝ່ໃຫ້ກັບພາລະກິດຂອງພຣະເຢຊູ ແລະ ຈັດຕຽມຄົນທີ່ຖືກເລືອກ; ເພິ່ນເປັນຜູ້ບຸກເບີກທາງໃຫ້ກັບຍຸກແຫ່ງພຣະຄຸນ. ເລື່ອງດັ່ງກ່າວບໍ່ສາມາດແຍກແຍະໄດ້ຈາກການສັງເກດພຽງແຕ່ຮູບຮ່າງພາຍນອກທຳມະດາຂອງພວກເຂົາເທົ່ານັ້ນ. ສິ່ງນີ້ຍິ່ງເປັນຈິງຫຼາຍຂຶ້ນ ໃນເມື່ອໂຢຮັນກໍໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍພໍສົມຄວນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖືກສັນຍາໂດຍພຣະວິນຍານບໍລິສຸດ ແລະ ພາລະກິດຂອງເພິ່ນກໍໄດ້ຮັບການສົ່ງເສີມໂດຍພຣະວິນຍານບໍລິສຸດເຊັ່ນກັນ. ເມື່ອເປັນດັ່ງນີ້, ຕ້ອງເບິ່ງຜ່ານພາລະກິດທີ່ພວກເຂົາປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດແຍກແຍະຕົວຕົນຂອງພວກເຂົາໄດ້, ຍ້ອນບໍ່ມີທາງທີ່ຈະແຍກແຍະທາດແທ້ຂອງມະນຸດຈາກຮູບຮ່າງພາຍນອກຂອງເຂົາ ຫຼື ບໍ່ມີທາງທີ່ມະນຸດຈະຄົ້ນຫາໃຫ້ແນ່ໃຈວ່າແມ່ນຫຍັງຄືຄຳພະຍານຂອງພຣະວິນຍານບໍລິສຸດ. ພາລະກິດທີ່ໂຢຮັນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດບໍ່ໄດ້ຄືກັນ ພ້ອມທັງມີທຳມະຊາດທີ່ແຕກຕ່າງກັນ. ການທີ່ຄົນໜຶ່ງກຳນົດວ່າເຂົາເປັນພຣະເຈົ້າ ຫຼື ບໍ່ນັ້ນ ກໍແມ່ນມາຈາກສິ່ງນີ້. ພາລະກິດຂອງພຣະເຢຊູແມ່ນການເລີ່ມຕົ້ນ, ການສືບຕໍ່, ການເຮັດໃຫ້ສຳເລັດ ແລະ ການເຮັດໃຫ້ບັນລຸຜົນ. ພຣະອົງປະຕິບັດແຕ່ລະຂັ້ນຕອນເຫຼົ່ານີ້ ໃນຂະນະທີ່ພາລະກິດຂອງໂຢຮັນເປັນພຽງການສ້າງຈຸດເລີ່ມຕົ້ນ. ໃນຕອນເລີ່ມຕົ້ນ, ພຣະເຢຊູເຜີຍແຜ່ຂ່າວປະເສີດ ແລະ ເທດສະໜາກ່ຽວກັບວິທີແຫ່ງການກັບໃຈ ແລະ ຫຼັງຈາກນັ້ນກໍໃຫ້ບັບຕິດສະມາແກ່ມະນຸດ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ສຸດທ້າຍ, ພຣະອົງກໍໄດ້ໄຖ່ມະນຸດຊາດຈາກຄວາມບາບ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃນຍຸກນັ້ນສໍາເລັດລົງ. ພຣະອົງຍັງເດີນທາງໄປມາທົ່ວທຸກຫົນແຫ່ງ, ເທດສະໜາຕໍ່ມະນຸດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ໃນກໍລະນີນີ້ ພຣະອົງ ແລະ ໂຢຮັນແມ່ນຄືກັນ, ແຕ່ຄວາມແຕກຕ່າງກໍຄື ພຣະເຢຊູເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກແຫ່ງພຣະຄຸນມາສູ່ມະນຸດ. ຈາກປາກຂອງພຣະອົງແມ່ນເຕັມໄປດ້ວຍພຣະທຳກ່ຽວກັບສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ຫົນທາງທີ່ມະນຸດຄວນຕິດຕາມໃນຍຸກແຫ່ງພຣະຄຸນ ແລະ ໃນທີ່ສຸດແລ້ວ ພຣະອົງກໍເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ໂຢຮັນບໍ່ເຄີຍປະຕິບັດພາລະກິດນີ້ຈັກເທື່ອ. ດ້ວຍເຫດນັ້ນ ຈຶ່ງເປັນພຣະເຢຊູທີ່ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ແມ່ນພຣະອົງເອງທີ່ເປັນພຣະເຈົ້າ ແລະ ຜູ້ເຊິ່ງເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ແນວຄິດຂອງມະນຸດບອກວ່າທຸກຄົນທີ່ເກີດໂດຍພຣະສັນຍາ, ເກີດຈາກພຣະວິນຍານ, ໄດ້ຮັບການສົ່ງເສີມຈາກພຣະວິນຍານບໍລິສຸດ ແລະ ຜູ້ເຊິ່ງເປີດເຜີຍຫົນທາງໃໝ່ອອກກໍເປັນພຣະເຈົ້າໄດ້. ອີງຕາມການໃຫ້ເຫດຜົນແບບນີ້, ໂຢຮັນກໍຈະເປັນພຣະເຈົ້າເຊັ່ນກັນ ແລະ ໂມເຊ,​ ອັບຣາຮາມ ແລະ ເດວິດ ..., ພວກເຂົາກໍຈະລ້ວນແລ້ວແຕ່ເປັນພຣະເຈົ້າເຊັ່ນກັນ. ນີ້ບໍ່ແມ່ນເລື່ອງຕະລົກທີ່ສຸດບໍ?

ກ່ອນທີ່ຈະປະຕິບັດພັນທະກິດຂອງພຣະອົງ, ພຣະເຢຊູກໍເປັນພຽງແຕ່ມະນຸດທຳມະດາເຊັ່ນກັນ ທີ່ເຮັດຕາມທຸກສິ່ງທີ່ພຣະວິນຍານເຮັດ. ບໍ່ວ່າພຣະອົງຈະຮູ້ຈັກຕົວຕົນຂອງພຣະອົງເອງ ຫຼື ບໍ່ ໃນເວລານັ້ນ, ພຣະອົງກໍເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ພຣະວິນຍານບໍລິສຸດບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງກ່ອນທີ່ຈະເລີ່ມຕົ້ນພັນທະກິດຂອງພຣະອົງ. ພຽງແຕ່ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ ພຣະອົງຈຶ່ງຍົກເລີກກົດລະບຽບເຫຼົ່ານັ້ນ ແລະ ກົດເກນເຫຼົ່ານັ້ນ ແລະ ຈົນເຖິງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ ພຣະທຳຂອງພຣະອົງຈຶ່ງເລີ່ມເຕັມໄປດ້ວຍສິດອຳນາດ ແລະ ລິດອຳນາດ. ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງເທົ່ານັ້ນ ພາລະກິດຂອງພຣະອົງໃນການລິເລີ່ມຍຸກໃໝ່ຈຶ່ງເລີ່ມຕົ້ນຂື້ນ. ກ່ອນໜ້ານີ້, ພຣະວິນຍານບໍລິສຸດແມ່ນສະຖິດຢ່າງລີ້ລັບຢູ່ໃນພຣະອົງເປັນເວລາ 29 ປີ, ໃນເວລານັ້ນ ພຣະອົງເປັນຕົວແທນໃຫ້ກັບມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຕົວຕົນຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າເລີ່ມຕົ້ນດ້ວຍການທີ່ພຣະອົງປະຕິບັດພາລະກິດ ແລະ ປະຕິບັດພັນທະກິດຂອງພຣະອົງ, ພຣະອົງປະຕິບັດພາລະກິດຂອງພຣະອົງຕາມແຜນການທີ່ຢູ່ໃນໃຈຂອງພຣະອົງ ໂດຍບໍ່ຄຳນຶງເຖິງວ່າມະນຸດຮູ້ຈັກພຣະອົງຫຼາຍສໍ່າໃດ ແລະ ພາລະກິດທີ່ພຣະອົງປະຕິບັດນັ້ນ ກໍເປັນການສະແດງອອກເຖິງພຣະເຈົ້າໂດຍກົງ. ໃນເວລານັ້ນ, ພຣະເຢຊູຖາມຄົນທີ່ຢູ່ອ້ອມຂ້າງພຣະອົງວ່າ “ພວກເຈົ້າຄິດວ່າເຮົາແມ່ນຜູ້ໃດ?” ພວກເຂົາຕອບວ່າ “ພຣະອົງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນສາສະດາຈານທີ່ດີເລີດຂອງພວກຂ້ານ້ອຍ”. ບາງຄົນກໍຕອບວ່າ “ພຣະອົງເປັນປະໂລຫິດສູງສຸດຂອງພວກຂ້ານ້ອຍ”. ... ແຕ່ລະຄົນແມ່ນຕອບຄຳຖາມແຕກຕ່າງກັນໄປ, ບາງຄົນເຖິງກັບເວົ້າວ່າ ພຣະອົງເປັນໂຢຮັນ, ພຣະອົງເປັນເອລີຢາ. ຫຼັງຈາກນັ້ນ ພຣະເຢຊູຈຶ່ງຫັນໄປຫາຊີໂມນເປໂຕ ແລະ ຖາມວ່າ “ເຈົ້າຄິດວ່າເຮົາແມ່ນຜູ້ໃດ?” ເປໂຕຕອບວ່າ “ພຣະອົງເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ມີຊີວິດຢູ່”. ຕັ້ງແຕ່ນັ້ນເປັນຕົ້ນໄປ, ຜູ້ຄົນຈຶ່ງຮູ້ວ່າ ພຣະອົງເປັນພຣະເຈົ້າ. ເມື່ອຕົວຕົນຂອງພຣະອົງຖືກເປີດເຜີຍ, ມັນແມ່ນເປໂຕທີ່ເປັນຄົນທຳອິດທີ່ຮູ້ຈັກເລື່ອງນີ້ ແລະ ເລື່ອງນີ້ກໍຖືກເວົ້າອອກຈາກປາກຂອງເພິ່ນ. ດັ່ງນັ້ນ ພຣະເຢຊູຈຶ່ງກ່າວວ່າ “ສິ່ງທີ່ເຈົ້າເວົ້ານັ້ນບໍ່ແມ່ນຖືກເປີດເຜີຍໂດຍເນື້ອໜັງ ແລະ ເລືອດ, ແຕ່ໂດຍພຣະບິດາຂອງເຮົາ”. ຫຼັງຈາກການຮັບບັບຕິດສະມາຂອງພຣະອົງ, ບໍ່ວ່າຄົນອື່ນຈະຮູ້ຈັກສິ່ງນີ້ ຫຼື ບໍ່, ພາລະກິດທີ່ພຣະອົງປະຕິບັດແມ່ນຕາງໜ້າພຣະເຈົ້າ. ພຣະອົງມາເພື່ອປະຕິບັດພາລະກິດຂອງພຣະອົງ ບໍ່ແມ່ນເພື່ອເປີດເຜີຍຕົວຕົນຂອງພຣະອົງ. ພຽງແຕ່ຫຼັງຈາກທີ່ເປໂຕເວົ້າເຖິງສິ່ງນີ້ ຕົວຕົນຂອງພຣະອົງຈຶ່ງຖືກເປີດເຜີຍຕໍ່ມະນຸດ. ບໍ່ວ່າເຈົ້າຈະຮູ້ວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່, ເມື່ອເວລາມາເຖິງ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ. ບໍ່ວ່າເຈົ້າຈະຮູ້ສິ່ງນັ້ນ ຫຼື ບໍ່, ພຣະອົງແມ່ນສືບຕໍ່ປະຕິບັດພາລະກິດຂອງພຣະອົງຄືດັ່ງຜ່ານມາ. ເຖິງແມ່ນເຈົ້າປະຕິເສດມັນ, ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ ແລະ ຈະປະຕິບັດພາລະກິດນັ້ນ ເມື່ອມັນເຖິງເວລາ. ພຣະອົງມາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພັນທະກິດຂອງພຣະອົງ, ບໍ່ແມ່ນເພື່ອໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ແຕ່ເພື່ອໃຫ້ມະນຸດຮັບເອົາພາລະກິດຂອງພຣະອົງ. ຖ້າເຈົ້າບໍ່ສາມາດເຂົ້າໃຈວ່າ ຂັ້ນຕອນຂອງພາລະກິດໃນປັດຈຸບັນນີ້ແມ່ນພາລະກິດຂອງພຣະເຈົ້າເອງ, ນັ້ນກໍຍ້ອນວ່າ ເຈົ້າຂາດນິມິດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດປະຕິເສດຂັ້ນຕອນນີ້ຂອງພາລະກິດໄດ້; ຄວາມລົ້ມເຫຼວໃນການເຂົ້າໃຈໃນສິ່ງນັ້ນບໍ່ໄດ້ພິສູດວ່າພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດ ຫຼື ພາລະກິດຂອງພຣະອົງຜິດພາດ. ມີຄົນທີ່ເຖິງກັບວ່າກວດສອບພາລະກິດໃນປັດຈຸບັນໃສ່ກັບພາລະກິດຂອງພຣະເຢຊູໃນພຣະຄຳພີ ແລະ ໃຊ້ຄວາມບໍ່ສອດຄ່ອງກັນເພື່ອປະຕິເສດຂັ້ນຕອນນີ້ຂອງພາລະກິດ. ນີ້ບໍ່ແມ່ນການກຳທະຂອງຄົນຕາບອດບໍ? ສິ່ງຕ່າງໆທີ່ຖືກບັນທຶກໃນພຣະຄຳພີແມ່ນມີຈຳກັດ; ສິ່ງເຫຼົ່ານັ້ນບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດທັງໝົດຂອງພຣະເຈົ້າໄດ້. ພຣະກິດຕິຄຸນທັງສີ່ຮວມກັນມີໜ້ອຍກວ່າໜຶ່ງຮ້ອຍບົດ ທີ່ຂຽນເຖິງເຫດການໃນຈຳນວນທີ່ຈໍາກັດ ເຊັ່ນ: ການທີ່ພຣະເຢຊູສາບແຊ່ງຕົ້ນເດື່ອ, ການທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ, ການທີ່ພຣະເຢຊູປະກົດຕົວຕໍ່ອັກຄະສາວົກຫຼັງຈາກຖືກຄຶງເທິງໄມ້ກາງແຂນ ແລະ ການຟື້ນຄືນຊີບຂອງພຣະອົງ, ຄຳສັ່ງສອນກ່ຽວກັບການຖືອົດອາຫານ, ຄໍາສັ່ງສອນກ່ຽວກັບຄຳອະທິຖານ, ຄຳສັ່ງສອນກ່ຽວກັບການຢ່າຮ້າງ, ການກຳເນີດ ແລະ ວົງຕະກູນຂອງພຣະເຢຊູ, ການແຕ່ງຕັ້ງສາວົກຂອງພຣະເຢຊູ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ ມະນຸດເຊີດຊູສິ່ງເຫຼົ່ານັ້ນເປັນຊັບສົມບັດ ເຖິງກັບຢືນຢັນພາລະກິດໃນປັດຈຸບັນໃສ່ກັບສິ່ງເຫຼົ່ານັ້ນ. ພວກເຂົາເຖິງກັບເຊື່ອວ່າ ພາລະກິດທັງໝົດທີ່ພຣະເຢຊູປະຕິບັດໃນຊີວິດຂອງພຣະອົງມີຫຼາຍພຽງແຕ່ສໍ່ານັ້ນ ຄືກັນກັບວ່າພຣະເຈົ້າພຽງແຕ່ສາມາດປະຕິບັດຫຼາຍສໍ່ານີ້ ແລະ ບໍ່ມີຫຼາຍກວ່ານີ້ອີກ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນທີ່ສຸດບໍ?

ເວລາທີ່ພຣະເຢຊູມີຢູ່ເທິງແຜ່ນດິນໂລກແມ່ນສາມສິບສາມປີເຄິ່ງ ນັ້ນກໍຄື ພຣະອົງດຳລົງຊີວິດຢູ່ເທິງໂລກເປັນເວລາສາມສິບສາມປີເຄິ່ງ. ມີພຽງແຕ່ສາມປີເຄິ່ງຂອງສາມສິບສາມປີທີ່ຖືກໃຊ້ເພື່ອປະຕິບັດພັນທະກິດຂອງພຣະອົງ; ສ່ວນເວລາທີ່ເຫຼືອແມ່ນພຣະອົງດຳລົງຊີວິດແບບມະນຸດທຳມະດາ. ໃນຕອນເລີ່ມຕົ້ນ, ພຣະອົງເຂົ້າຮ່ວມພິທີສາສະໜາໃນທຳມະສາລາ ແລະ ໃນທີ່ນັ້ນ ພຣະອົງໄດ້ຟັງການອະທິບາຍຂໍ້ພຣະທຳຂອງປະໂລຫິດ ແລະ ຄຳເທດສະໜາຂອງຄົນອື່ນໆ. ພຣະອົງໄດ້ຮັບຄວາມຮູ້ຫຼາຍຢ່າງກ່ຽວກັບພຣະຄຳພີ: ພຣະອົງບໍ່ໄດ້ເກີດມາພ້ອມກັບຄວາມຮູ້ດັ່ງກ່າວ ແລະ ພຽງແຕ່ໄດ້ຮັບມັນຜ່ານທາງການອ່ານ ແລະ ການຟັງ. ມັນຖືກບັນທຶກໄວ້ໃນພຣະຄຳພີຢ່າງຊັດເຈນວ່າ ພຣະອົງໄດ້ຖາມຄຳຖາມກັບອາຈານໃນທຳມະສາລາເມື່ອອາຍຸສິບສອງປີ: ແມ່ນຫຍັງຄືຄຳທຳນວາຍຂອງຜູ້ປະກາດພຣະທຳບູຮານ? ແມ່ນຫຍັງຄືກົດລະບຽບຂອງໂມເຊ? ແມ່ນຫຍັງຄືພຣະສັນຍາເດີມ? ແລ້ວແມ່ນໃຜທີ່ຮັບໃຊ້ພຣະເຈົ້າດ້ວຍເສື້ອຄຸມປະໂລຫິດໃນພຣະວິຫານ? ... ພຣະອົງຖາມຫຼາຍຄຳຖາມ ຍ້ອນພຣະອົງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈເລີຍ. ເຖິງແມ່ນພຣະອົງຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງກໍກຳເນີດເປັນມະນຸດທຳມະດາທັງສິ້ນ; ເຖິງແມ່ນວ່າ ພຣະອົງຈະມີລັກສະນະພິເສດໂດຍສະເພາະ ພຣະອົງກໍຍັງເປັນມະນຸດທຳມະດາ. ສະຕິປັນຍາຂອງພຣະອົງເຕີບໃຫຍ່ຂຶ້ນຕາມສັດສ່ວນຂອງວຸດທິພາວະຂອງພຣະອົງ ແລະ ອາຍຸຂອງພຣະອົງ ແລະ ພຣະອົງໄດ້ຜ່ານພາວະຕ່າງໆຂອງຊີວິດມະນຸດທຳມະດາ. ໃນຈິນຕະນາການຂອງມະນຸດ, ພຣະເຢຊູບໍ່ໄດ້ຜ່ານຊ່ວງທີ່ເປັນເດັກນ້ອຍ ແລະ ໄວໜຸ່ມ; ພຣະອົງເລີ່ມຕົ້ນດຳລົງຊີວິດເປັນຜູ້ຊາຍສາມສິບປີທັນທີທີ່ພຣະອົງເກີດມາ ແລະ ພຣະອົງຖືກຄຶງເທິງໄມ້ກາງແຂນເມື່ອສຳເລັດພາລະກິດຂອງພຣະອົງ. ພຣະອົງອາດບໍ່ໄດ້ຜ່ານພາວະຕ່າງໆໃນຊີວິດຂອງມະນຸດທຳມະດາ; ພຣະອົງບໍ່ໄດ້ກິນ ຫຼື ຄົບຄ້າສະມາຄົມກັບມະນຸດຄົນອື່ນ ແລະ ມັນກໍບໍ່ໄດ້ງ່າຍສຳລັບມະນຸດທີ່ຈະເຫັນພຣະອົງແມ່ນແຕ່ນາທີດຽວ. ພຣະອົງອາດເປັນຄົນຜິດປົກກະຕິ ທີ່ເຮັດໃຫ້ຜູ້ຄົນທີ່ເຫັນພຣະອົງພາກັນຢ້ານກົວ ເພາະວ່າ ພຣະອົງເປັນພຣະເຈົ້າ. ມະນຸດເຊື່ອວ່າພຣະເຈົ້າທີ່ມາສະຖິດຢູ່ໃນເນື້ອໜັງບໍ່ໄດ້ດຳລົງຊີວິດແບບມະນຸດທຳມະດາຢ່າງແນ່ນອນ; ພວກເຂົາເຊື່ອວ່າພຣະອົງສະອາດ ໂດຍບໍ່ຕ້ອງຖູແຂ້ວຂອງພຣະອົງ ຫຼື ລ້າງໜ້າຂອງພຣະອົງ, ຍ້ອນວ່າ ພຣະອົງເປັນບຸກຄົນທີ່ບໍລິສຸດ. ສິ່ງເຫຼົ່ານີ້ບໍ່ແມ່ນແນວຄິດຂອງມະນຸດທັງໝົດບໍ? ພຣະຄຳພີບໍ່ໄດ້ບັນທຶກເຖິງຊີວິດຂອງພຣະເຢຊູໃນຖານະເປັນມະນຸດ ພຽງແຕ່ບັນທຶກພາລະກິດຂອງພຣະອົງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າພຣະອົງບໍ່ມີຄວາມເປັນມະນຸດທຳມະດາ ຫຼື ພຣະອົງບໍ່ໄດ້ດຳລົງຊີວິດແບບມະນຸດທຳມະດາກ່ອນທີ່ຈະຮອດອາຍຸສາມສິບປີ. ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການຕອນພຣະອົງໄດ້ອາຍຸ 29 ປີ, ແຕ່ເຈົ້າບໍ່ສາມາດເບິ່ງຂ້າມຊີວິດທັງໝົດຂອງພຣະອົງທີ່ເປັນມະນຸດໃນໄລຍະຊາວເກົ້າປີນັ້ນໄດ້. ພຣະຄຳພີພຽງແຕ່ຕັດຊ່ວງໄລຍະນັ້ນອອກຈາກການບັນທຶກເທົ່ານັ້ນ; ຍ້ອນວ່າ ຊີວິດຂອງພຣະອົງແມ່ນຢູ່ໃນຖານະທີ່ເປັນມະນຸດທຳມະດາ ແລະ ບໍ່ແມ່ນຊ່ວງໄລຍະພາລະກິດອັນສັກສິກຂອງພຣະອົງ, ຈຶ່ງບໍ່ຈຳເປັນຕ້ອງຂຽນມັນລົງ. ຍ້ອນວ່າ ກ່ອນການຮັບບັບຕິດສະມາຂອງພຣະເຢຊູ, ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໂດຍກົງ, ແຕ່ພຽງຮັກສາພຣະອົງຢູ່ໃນຊີວິດແບບມະນຸດທຳມະດາຈົນເຖິງມື້ທີ່ພຣະເຢຊູຕ້ອງປະຕິບັດພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງແມ່ນໄດ້ຜ່ານຂະບວນການເຕີບໃຫຍ່ແບບມະນຸດທຳມະດາ. ຂະບວນການຂອງການເຕີບໃຫຍ່ນີ້ແມ່ນຖືກຕັດອອກຈາກພຣະຄຳພີ. ມັນຖືກຕັດອອກກໍເພາະວ່າ ມັນບໍ່ສາມາດສະໜອງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ສຳລັບການເຕີບໂຕໃນຊີວິດຂອງມະນຸດໄດ້. ຊ່ວງໄລຍະເວລາກ່ອນການຮັບບັບຕິດສະມາຂອງພຣະອົງເປັນຊ່ວງໄລຍະເວລາທີ່ຖືກເຊື່ອງໄວ້ ເຊິ່ງເປັນຊ່ວງໄລຍະເວລາທີ່ພຣະອົງບໍ່ໄດ້ປະຕິບັດໝາຍສຳຄັນ ແລະ ການອັດສະຈັນ. ພຽງແຕ່ຫຼັງຈາກການຮັບບັບຕິດສະມາຂອງພຣະອົງ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດທັງໝົດເພື່ອການໄຖ່ບາບຂອງມະນຸດຊາດ, ພາລະກິດທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍຄວາມກະລຸນາ, ຄວາມຈິງ ແລະ ຄວາມຮັກ ແລະ ຄວາມເມດຕາ. ການເລີ່ມຕົ້ນຂອງພາລະກິດນີ້ຍັງເປັນການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນອີກດ້ວຍ; ຍ້ອນເຫດຜົນນີ້, ມັນຈຶ່ງຖືກຂຽນລົງ ແລະ ສົ່ງຕໍ່ຈົນເຖິງປັດຈຸບັນ. ມັນແມ່ນເພື່ອເປີດຫົນທາງ ແລະ ເຮັດໃຫ້ທຸກສິ່ງບັນລຸຜົນເພື່ອຄົນໃນຍຸກແຫ່ງພຣະຄຸນຈະໄດ້ຍ່າງໃນເສັ້ນທາງຂອງຍຸກແຫ່ງພຣະຄຸນ ແລະ ເສັ້ນທາງແຫ່ງໄມ້ກາງແຂນ. ເຖິງແມ່ນມັນມາຈາກການບັນທຶກທີ່ຖືກຂຽນຂຶ້ນໂດຍມະນຸດ, ທຸກສິ່ງກໍເປັນຄວາມຈິງ ຍົກເວັ້ນຈະຄົ້ນພົບຂໍ້ຜິດພາດເລັກນ້ອຍຢູ່ນີ້ ແລະ ຢູ່ນັ້ນ. ເຖິງແມ່ນເປັນແບບນັ້ນກໍຕາມ ການບັນທຶກເຫຼົ່ານີ້ບໍ່ສາມາດເວົ້າໄດ້ວ່າເປັນສິ່ງທີ່ບໍ່ແມ່ນຄວາມຈິງ. ສິ່ງຕ່າງໆຄືຄວາມຈິງທັງໝົດ, ພຽງແຕ່ເມື່ອຂຽນສິ່ງເຫຼົ່ານັ້ນລົງ ມະນຸດໄດ້ເຮັດຜິດພາດ. ມີບາງຄົນທີ່ເວົ້າວ່າ ຖ້າພຣະເຢຊູເປັນຄົນທີ່ມີຄວາມເປັນມະນຸດທຳມະດາ ແລະ ປົກກະຕິ, ເປັນໄປໄດ້ແນວໃດທີ່ພຣະອົງຈະສາມາດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ? ສີ່ສິບມື້ແຫ່ງການທົດລອງທີ່ພຣະເຢຊູໄດ້ຜະເຊີນກໍເປັນໝາຍສຳຄັນທີ່ອັດສະຈັນ ເປັນສິ່ງໜຶ່ງທີ່ມະນຸດທຳມະດາຈະບໍ່ສາມາດບັນລຸໄດ້. ສີ່ສິບມື້ແຫ່ງການທົດລອງຂອງພຣະອົງແມ່ນຢູ່ໃນທຳມະຊາດຂອງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ; ແລ້ວຄົນໜຶ່ງຈະສາມາດເວົ້າໄດ້ແນວໃດວ່າ ບໍ່ມີຄວາມເໜືອທຳມະຊາດໃນຕົວພຣະອົງແມ່ນແຕ່ໜ້ອຍດຽວ? ຄວາມສາມາດໃນປະຕິບັດໝາຍສຳຄັນ ແລະ ການອັດສະຈັນຂອງພຣະອົງບໍ່ໄດ້ພິສູດວ່າພຣະອົງເປັນມະນຸດທີ່ຢູ່ເໜືອທຳມະຊາດ ແລະ ບໍ່ແມ່ນມະນຸດທຳມະດາ; ມັນພຽງແຕ່ເປັນພຣະວິນຍານບໍລິສຸດເທົ່ານັ້ນທີ່ປະຕິບັດພາລະກິດໃນມະນຸດທຳມະດາແບບພຣະອົງ, ສະນັ້ນຈຶ່ງເປັນໄປໄດ້ສໍາລັບພຣະອົງທີ່ຈະປະຕິບັດໃນສິ່ງອັດສະຈັນ ແລະ ແມ່ນແຕ່ປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນກວ່າເກົ່າ. ກ່ອນທີ່ພຣະເຢຊູຈະປະຕິບັດພັນທະກິດຂອງພຣະອົງ ຫຼື ຕາມທີ່ພຣະຄຳພີກ່າວວ່າ ກ່ອນທີ່ພຣະວິນຍານຈະລົງມາສູ່ພຣະອົງ, ພຣະເຢຊູເປັນພຽງມະນຸດທຳມະດາ ແລະ ບໍ່ມີທາງທີ່ຈະຢູ່ເໜືອທຳມະຊາດໄດ້. ເມື່ອພຣະວິນຍານບໍລິສຸດລົງມາສູ່ພຣະອົງ ນັ້ນກໍຄື ເມື່ອພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງແມ່ນເຕັມໄປດ້ວຍຄວາມເໜືອທຳມະຊາດ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາ ແລະ ຍິ່ງໄປກວ່ານັ້ນຍັງມີແນວຄິດແບບຜິດໆວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເປັນມະນຸດ. ແນ່ນອນ ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ມະນຸດເຫັນກ່ຽວກັບພຣະອົງເປັນສິ່ງທີ່ເໜືອທຳມະຊາດ. ສິ່ງທີ່ເຈົ້າເຫັນດ້ວຍຕາຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ຍິນດ້ວຍຫູຂອງເຈົ້າລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດ ຍ້ອນມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງໄດ້. ຖ້າສິ່ງໃດໜຶ່ງໃນສະຫວັນຖືກນໍາລົງມາເທິງແຜ່ນດິນໂລກ, ແລ້ວມັນຈະເປັນສິ່ງອື່ນໄປໄດ້ແນວໃດ ຖ້າບໍ່ແມ່ນສິ່ງທີ່ເໜືອທຳມະຊາດ? ເມື່ອຄວາມເລິກລັບແຫ່ງອານາຈັກສະຫວັນຖືກນໍາມາເທິງແຜ່ນດິນໂລກ, ຄວາມເລິກລັບທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ຢັ່ງເຖິງໄດ້, ທີ່ມະຫັດສະຈັນ ແລະ ເຕັມໄປດ້ວຍສະຕິປັນຍາອັນປະເສີດ, ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດບໍ? ເຖິງຢ່າງໃດກໍຕາມ, ເຈົ້າຄວນຮູ້ໄວ້ວ່າ ບໍ່ວ່າມັນຈະເໜືອທຳມະຊາດສໍ່າໃດກໍຕາມ, ທຸກສິ່ງຖືກປະຕິບັດພາຍໃນຄວາມເປັນມະນຸດທຳມະດາ. ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເຕັມໄປດ້ວຍຄວາມເປັນມະນຸດ; ບໍ່ດັ່ງນັ້ນ ພຣະອົງກໍຈະບໍ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ພຣະເຢຊູປະຕິບັດສິ່ງອັດສະຈັນທີ່ຍິ່ງໃຫຍ່ຫຼາຍຢ່າງໃນເວລາຂອງພຣະອົງ. ສິ່ງທີ່ຊາວອິດສະຣາເອັນເຫັນໃນເວລານັ້ນກໍເຕັມໄປດ້ວຍສິ່ງທີ່ເໜືອທຳມະຊາດ; ພວກເຂົາເຫັນທູດສະຫວັນ ແລະ ຜູ້ສົ່ງຂ່າວ ແລະ ໄດ້ຍິນສຽງຂອງພຣະເຢໂຮວາ. ສິ່ງນີ້ບໍ່ລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດບໍ? ແນ່ນອນ ໃນປັດຈຸບັນ ມີວິນຍານຊົ່ວຮ້າຍບາງຢ່າງທີ່ເຮັດວຽກຜ່ານສິ່ງທີ່ເໜືອທຳມະຊາດເພື່ອຫຼອກລວງມະນຸດ; ບໍ່ມີຫຍັງນອກຈາກພວກມັນລອກແບບ ເພື່ອຫຼອກລວງມະນຸດຜ່ານທາງພາລະກິດທີ່ບໍ່ໄດ້ຖືກປະຕິບັດໃນປັດຈຸບັນໂດຍພຣະວິນຍານບໍລິສຸດ. ວິນຍານຊົ່ວຮ້າຍຫຼາຍຕົນລອກແບບໃນການປະຕິບັດສິ່ງອັດສະຈັນ ແລະ ປິ່ນປົວຄົນເຈັບປ່ວຍ; ສິ່ງເຫຼົ່ານີ້ເປັນພຽງພາລະກິດຂອງວິນຍານຊົ່ວຮ້າຍ, ຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດດັ່ງກ່າວອີກຕໍ່ໄປໃນຍຸກປັດຈຸບັນ ແລະ ທຸກຄົນທີ່ລອກແບບພາລະກິດຂອງພຣະວິນຍານບໍລິສຸດຕັ້ງແຕ່ເວລານັ້ນເປັນຕົ້ນມາ ພວກເຂົາກໍເປັນວິນຍານຊົ່ວຮ້າຍຢ່າງແນ່ນອນ. ພາລະກິດທຸກຢ່າງທີ່ຖືກປະຕິບັດໃນອິດສະຣາເອັນໃນເວລານັ້ນແມ່ນພາລະກິດຂອງທຳມະຊາດທີ່ຢູ່ເໜືອທຳມະຊາດ, ພຽງແຕ່ໃນປັດຈຸບັນ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດແບບນັ້ນອີກແລ້ວ ແລະ ຖ້າມີພາລະກິດແບບດັ່ງກ່າວອີກ ນັ້ນກໍແມ່ນການກະທຳຂອງຊາຕານ, ການລົບກວນຂອງຊາຕານ ແລະ ມາຈາກວິນຍານຊົ່ວຮ້າຍ. ພາລະກິດທຸກຢ່າງທີ່ຖືກປະຕິບັດໃນອິດສະຣາເອັນໃນເວລານັ້ນແມ່ນພາລະກິດຂອງທຳມະຊາດທີ່ຢູ່ເໜືອທຳມະຊາດ, ພຽງແຕ່ໃນປັດຈຸບັນ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດແບບນັ້ນອີກແລ້ວ ແລະ ຖ້າມີພາລະກິດແບບດັ່ງກ່າວອີກ ນັ້ນກໍແມ່ນການກະທຳຂອງຊາຕານ, ການລົບກວນຂອງຊາຕານ ແລະ ມາຈາກວິນຍານຊົ່ວຮ້າຍ. ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ແມ່ນຫຍັງກໍຕາມທີ່ເໜືອທຳມະຊາດແມ່ນມາຈາກວິນຍານຊົ່ວຮ້າຍ, ສິ່ງນີ້ແມ່ນຂຶ້ນຢູ່ກັບຍຸກແຫ່ງພາລະກິດຂອງພຣະເຈົ້າ. ໃຫ້ພິຈາລະນາເບິ່ງພາລະກິດທີ່ຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ: ດ້ານໃດຂອງພາລະກິດທີ່ບໍ່ແມ່ນຢູ່ເໜືອທຳມະຊາດ? ເຈົ້າສາມາດເຂົ້າໃຈ ແລະ ບັນລຸພຣະທຳຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ພຣະອົງປະຕິບັດ. ສິ່ງທີ່ພຣະອົງເຂົ້າໃຈ ມະນຸດແມ່ນບໍ່ມີທາງເຂົ້າໃຈ ແລະ ສຳລັບຄວາມຮູ້ຂອງພຣະອົງ ມະນຸດກໍບໍ່ຮູ້ວ່າມັນມາຈາກໃສ. ມີບາງຄົນທີ່ເວົ້າວ່າ “ຂ້ານ້ອຍກໍທຳມະດາຄືກັນກັບພຣະອົງເຊັ່ນກັນ, ແຕ່ເປັນໄປໄດ້ແນວໃດທີ່ຂ້ານ້ອຍບໍ່ຮູ້ຈັກສິ່ງທີ່ພຣະອົງຮູ້ຈັກ?” ຂ້ານ້ອຍເຖົ້າກວ່າ ແລະ ມີປະສົບການຫຼາຍກວ່າ, ແຕ່ພຣະອົງຮູ້ຈັກສິ່ງທີ່ຂ້ານ້ອຍບໍ່ຮູ້ໄດ້ແນວໃດ? ເທົ່າທີ່ມະນຸດເຂົ້າໃຈ ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ມະນຸດບໍ່ມີທາງບັນລຸໄດ້. ແລ້ວກໍມີຄົນທີ່ເວົ້າວ່າ: “ບໍ່ມີໃຜຮູ້ຈັກພາລະກິດທີ່ປະຕິບັດໃນອິດສະຣາເອັນ; ພຣະອົງຈະຮູ້ໄດ້ແນວໃດ? ແມ່ນແຕ່ຜູ້ອະທິບາຍພຣະຄຳພີກໍຍັງບໍ່ສາມາດອະທິບາຍໄດ້; ພຣະອົງຈະຮູ້ໄດ້ແນວໃດ?” ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງທີ່ເໜືອທຳມະຊາດບໍ? ພຣະອົງບໍ່ໄດ້ຜະເຊີນກັບການອັດສະຈັນ, ແຕ່ພຣະອົງກໍຮູ້ຈັກທຸກສິ່ງ ແລະ ພຣະທຳກໍປາກົດໃນຕົວພຣະອົງຢ່າງງ່າຍທີ່ສຸດ. ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດບໍ? ພາລະກິດຂອງພຣະອົງຢູ່ເໜືອສິ່ງທີ່ມະນຸດສາມາດບັນລຸໄດ້. ຄວາມຄິດຂອງມະນຸດຄົນໃດກໍຕາມທີ່ມີຮ່າງກາຍຂອງເນື້ອໜັງແມ່ນບໍ່ສາມາດບັນລຸໄດ້ ແລະ ເຫດຜົນທີ່ມາຈາກຄວາມຄິດຂອງມະນຸດກໍບໍ່ອາດຄິດໄດ້. ເຖິງແມ່ນພຣະອົງບໍ່ເຄີຍອ່ານພຣະຄຳພີ, ພຣະອົງກໍເຂົ້າໃຈພາລະກິດຂອງພຣະເຈົ້າໃນອິດສະຣາເອັນ. ແລ້ວເຖິງແມ່ນພຣະອົງຢືນຢູ່ເທິງແຜ່ນດິນໂລກເມື່ອພຣະອົງກ່າວ, ພຣະອົງກໍກ່າວເຖິງຄວາມເລິກລັບຂອງສະຫວັນຊັ້ນສາມ. ເມື່ອມະນຸດອ່ານພຣະທຳເຫຼົ່ານັ້ນ, ຄວາມຮູ້ສຶກນີ້ກໍຈະເອົາຊະນະເຂົາ: “ສິ່ງນີ້ບໍ່ແມ່ນພາສາຂອງສະຫວັນຊັ້ນສາມບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນທຸກເລື່ອງທີ່ຢູ່ເໜືອສິ່ງທີ່ມະນຸດທຳມະດາສາມາດບັນລຸໄດ້ບໍ? ໃນເວລານັ້ນ ເມື່ອພຣະເຢຊູຜະເຊີນກັບສີ່ສິບມື້ແຫ່ງການອົດອາຫານ, ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດບໍ? ຖ້າເຈົ້າເວົ້າວ່າສີ່ສິບມື້ແຫ່ງການອົດອາຫານໃນທຸກກໍລະນີເປັນສິ່ງທີ່ເໜືອທຳມະຊາດ, ເຊັ່ນ ການກະທຳຂອງວິນຍານຊົ່ວຮ້າຍ, ແລ້ວເຈົ້າບໍ່ໄດ້ກ່າວຮ້າຍພຣະເຢຊູບໍ? ກ່ອນປະຕິບັດພັນທະກິດຂອງພຣະອົງ, ພຣະເຢຊູເປັນມະນຸດທຳມະດາ. ພຣະອົງກໍໄປໂຮງຮຽນ; ບໍ່ັດັ່ງນັ້ນ ພຣະອົງຈະຮຽນອ່ານ ແລະ ຂຽນໄດ້ແນວໃດ? ເມື່ອພຣະເຈົ້າກາຍເປັນເນື້ອໜັງ, ພຣະວິນຍານກໍສະຖິດຢູ່ໃນເນື້ອໜັງ. ຢ່າງໃດກໍຕາມ, ເມື່ອພຣະອົງເປັນມະນຸດທຳມະດາ ມັນກໍຈຳເປັນສຳລັບພຣະອົງທີ່ຈະຜ່ານຂະບວນການເຕີບໂຕ ແລະ ເປັນຜູ້ໃຫຍ່ ແລະ ຖ້າຄວາມສາມາດໃນການຮັບຮູ້ຂອງພຣະອົງຍັງບໍ່ໄດ້ເຖິງຂັ້ນເປັນຜູ້ໃຫຍ່ ແລະ ພຣະອົງຍັງບໍ່ສາມາດແຍກແຍະສິ່ງຕ່າງໆໄດ້ເທື່ອ, ພຣະອົງກໍຖືວ່າຍັງເປັນມະນຸດທຳມະດາ. ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງໄດ້ເຕີບໃຫຍ່ ພຣະອົງຈຶ່ງສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ພຣະອົງຈະສາມາດປະຕິບັດພັນທະກິດຂອງພຣະອົງໃນຂະນະທີ່ຄວາມເປັນມະນຸດທຳມະດາຂອງພຣະອົງຍັງບໍ່ທັນບັນລຸສະພາວະຄວາມເປັນຜູ້ໃຫຍ່ ແລະ ການໃຫ້ເຫດຜົນຂອງພຣະອົງຍັງບໍ່ທັນໜັກແໜ້ນໄດ້ແນວໃດ? ແນ່ນອນ ພຣະອົງແມ່ນບໍ່ສາມາດຖືກຄາດຫວັງໃຫ້ປະຕິບັດພັນທະກິດຂອງພຣະອົງເມື່ອອາຍຸຫົກ ຫຼື ເຈັດປີ! ເປັນຫຍັງພຣະເຈົ້າຈຶ່ງບໍ່ສຳແດງພຣະອົງເອງຢ່າງເປີດເຜີຍເມື່ອພຣະອົງກາຍມາເປັນເນື້ອໜັງໃນຕອນທຳອິດ? ມັນເປັນຍ້ອນວ່າ ຄວາມເປັນມະນຸດຂອງເນື້ອໜັງຂອງພຣະອົງຍັງບໍ່ທັນບັນລຸສະພາວະຄວາມເປັນຜູ້ໃຫຍ່ເທື່ອ; ຂະບວນການຮັບຮູ້ຂອງເນື້ອໜັງຂອງພຣະອົງ ພ້ອມກັບຄວາມເປັນມະນຸດທຳມະດາຂອງເນື້ອໜັງນີ້ ຈຶ່ງບໍ່ໄດ້ຢູ່ໃນການຄອບຄອງຂອງພຣະອົງຢ່າງສົມບູນ. ຍ້ອນເຫດຜົນນີ້, ມັນຈຶ່ງຈຳເປັນທີ່ສຸດສຳລັບພຣະອົງທີ່ຈະມີຄວາມເປັນມະນຸດທຳມະດາ ແລະ ມີຄວາມສາມັນສຳນຶກຂອງມະນຸດທຳມະດາ ຈົນກວ່າພຣະອົງກຽມພ້ອມຢ່າງພຽງພໍທີ່ຈະຮັບເອົາພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ ກ່ອນທີ່ພຣະອົງຈະສາມາດເລີ່ມຕົ້ນພາລະກິດຂອງພຣະອົງໄດ້. ຖ້າພຣະອົງບໍ່ພຽບພ້ອມສຳລັບໜ້າທີ່ນັ້ນ, ມັນກໍຈຳເປັນສຳລັບພຣະອົງທີ່ຈະສືບຕໍ່ເຕີບໂຕ ແລະ ເປັນຜູ້ໃຫຍ່. ຖ້າພຣະເຢຊູເລີ່ມຕົ້ນພາລະກິດຂອງພຣະອົງໃນຕອນອາຍຸເຈັດ ຫຼື ແປດປີ, ມະນຸດຈະບໍ່ຖືວ່າພຣະອົງເປັນຄົນອັດສະລິຍະບໍ? ມະນຸດທຸກຄົນຈະບໍ່ຄິດວ່າພຣະອົງເປັນເດັກນ້ອຍບໍ? ຜູ້ໃດຈະຄິດວ່າພຣະອົງເປັນຕາເຊື່ອຖືໄດ້? ເດັກນ້ອຍອາຍຸເຈັດ ຫຼື ແປດປີທີ່ຕໍ່າກວ່າແທ່ນທີ່ຢູ່ຕໍ່ໜ້າພຣະອົງ, ພຣະອົງເໝາະສົມທີ່ຈະເທດສະໜາຢູ່ບໍ? ກ່ອນທີ່ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກາຍມາເປັນຜູ້ໃຫຍ່, ພຣະອົງບໍ່ໄດ້ເໝາະສົມສຳລັບໜ້າທີ່ນັ້ນ. ເວົ້າໄດ້ວ່າ ຖ້າຄວາມເປັນມະນຸດຂອງພຣະອົງຍັງບໍ່ໄດ້ບັນລຸວຸດທິພາວະເທື່ອ, ພາລະກິດຫຼາຍພາກສ່ວນກໍຈະບໍ່ສາມາດຖືກບັນລຸຜົນໄດ້. ພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມດ້ວຍຫຼັກການຂອງມັນເອງເຊັ່ນກັນ. ມີແຕ່ເມື່ອພຣະອົງປະກອບມີຄວາມເປັນມະນຸດທຳມະດາ ພຣະອົງຈຶ່ງສາມາດຮັບພາລະກິດ ແລະ ຮັບເອົາການມອບໝາຍຂອງພຣະບິດາໄດ້. ແລ້ວເມື່ອນັ້ນ ພຣະອົງຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງໄດ້. ໃນໄລຍະທີ່ພຣະອົງເປັນເດັກນ້ອຍຢູ່ນັ້ນ, ພຣະເຢຊູແມ່ນບໍ່ສາມາດເຂົ້າໃຈຫຍັງຫຼາຍກ່ຽວກັບສິ່ງທີ່ເກີດຂຶ້ນໃນຍຸກບູຮານ ແລະ ພຽງແຕ່ຜ່ານການຖາມອາຈານໃນທຳມະສາລາ ພຣະອົງຈຶ່ງເຂົ້າໃຈໄດ້. ຖ້າພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງທັນທີທີ່ພຣະອົງຮຽນເວົ້າ, ມັນຈະເປັນໄປໄດ້ບໍທີ່ພຣະອົງຈະບໍ່ສ້າງຄວາມຜິດພາດ? ພຣະເຈົ້າຈະສາມາດເຮັດຜິດໄດ້ແນວໃດ? ສະນັ້ນ ພຽງແຕ່ຫຼັງຈາກທີ່ພຣະອົງສາມາດປະຕິບັດພາລະກິດເທົ່ານັ້ນ ພຣະອົງຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດໃດໆ ຈົນກວ່າພຣະອົງສາມາດຮັບພາລະກິດນັ້ນໄດ້ຢ່າງສົມບູນ.ເມື່ອອາຍຸ 29 ປີ, ພຣະເຢຊູເປັນຜູ້ໃຫຍ່ແລ້ວພໍສົມຄວນ ແລະ ຄວາມເປັນມະນຸດຂອງພຣະອົງກໍພຽງພໍທີ່ຈະຮັບເອົາພາລະກິດທີ່ພຣະອົງຕ້ອງປະຕິບັດ. ມີແຕ່ເມື່ອນັ້ນ ພຣະວິນຍານບໍລິສຸດ ທີ່ເຊື່ອງຊ້ອນເປັນເວລາສາມສິບປີ ຈຶ່ງໄດ້ເລີ່ມເປີດເຜີຍຕົວພຣະອົງເອງ ແລະ ພຣະວິນຍານຂອງພຣະເຈົ້າກໍໄດ້ເລີ່ມຕົ້ນປະຕິບັດພາລະກິດໃນພຣະອົງຢ່າງເປັນທາງການ. ໃນເວລານັ້ນ, ໂຢຮັນໄດ້ຈັດກຽມເປັນເວລາເຈັດປີເພື່ອເປີດຫົນທາງໃຫ້ກັບພຣະອົງ ແລະ ເມື່ອສຳເລັດພາລະກິດຂອງເພິ່ນແລ້ວ, ເພິ່ນກໍຖືກໂຍນເຂົ້າຄຸກ. ຫຼັງຈາກນັ້ນ ພາລະທັງໝົດກໍຕົກຢູ່ກັບພຣະເຢຊູ. ຖ້າພຣະອົງຮັບເອົາພາລະກິດນີ້ຕອນອາຍຸ 21 ຫຼື 22 ປີ, ໃນຕອນທີ່ຄວາມເປັນມະນຸດຂອງພຣະອົງຍັງຂາດເຂີນຢູ່, ໃນຕອນທີ່ພຣະອົງຫາກໍ່ເຂົ້າສູ່ຊ່ວງໄວໜຸ່ມໃໝ່ໆ ແລະ ມີຫຼາຍສິ່ງທີ່ພຣະອົງຍັງບໍ່ເຂົ້າໃຈ, ແລ້ວພຣະອົງກໍຈະບໍ່ສາມາດຄວບຄຸມໄດ້. ໃນເວລານັ້ນ, ໂຢຮັນໄດ້ປະຕິບັດພາລະກິດຂອງເພິ່ນໃນໄລຍະໜຶ່ງແລ້ວກ່ອນທີ່ພຣະເຢຊູຈະເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນເວລາທີ່ພຣະອົງຢູ່ໃນໄວກາງຄົນແລ້ວ. ໃນຕອນອາຍຸສໍ່ານັ້ນ, ຄວາມເປັນມະນຸດທຳມະດາຂອງພຣະອົງກໍພຽງພໍທີ່ຈະຮັບພາລະກິດທີ່ພຣະອົງຄວນປະຕິບັດ. ບັດນີ້ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທຳມະດາ ແລະ ເຖິງແມ່ນວ່າພຣະອົງອາດຈະຫ່າງໄກຈາກຄວາມເປັນຜູ້ໃຫຍ່ເມື່ອທຽບກັບພວກເຈົ້າ, ແຕ່ຄວາມເປັນມະນຸດດັ່ງກ່າວນີ້ແມ່ນພຽງພໍທີ່ຈະຮັບເອົາພາລະກິດຂອງພຣະອົງ. ສະຖານະການອ້ອມຂ້າງພາລະກິດໃນປັດຈຸບັນແມ່ນບໍ່ຄືກັບສະຖານະການທີ່ຢູ່ໃນຍຸກຂອງພຣະເຢຊູທັງໝົດ. ເປັນຫຍັງພຣະເຢຊູຈຶ່ງເລືອກສາວົກສິບສອງຄົນ? ມັນແມ່ນເພື່ອສະໜັບສະໜູນພາລະກິດຂອງພຣະອົງ ແລະ ສອດຄ່ອງກັບພາລະກິດນັ້ນ. ໃນດ້ານໜຶ່ງ ແມ່ນເພື່ອວາງພື້ນຖານສຳລັບພາລະກິດຂອງພຣະອົງໃນເວລານັ້ນ, ໃນຂະນະດຽວກັນ ອີກດ້ານໜຶ່ງ ກໍຍັງເປັນການວາງພື້ນຖານສຳລັບພາລະກິດຂອງພຣະອົງໃນມື້ຕໍ່ມາ. ມັນແມ່ນຄວາມປະສົງຂອງພຣະເຢຊູທີ່ເລືອກເອົາສາວົກສິບສອງຄົນ ເພາະວ່າ ນັ້ນຄືຄວາມປະສົງຂອງພຣະເຈົ້າເອງ ແລະ ເພື່ອໃຫ້ສອດຄ່ອງກັບພາລະກິດໃນເວລານັ້ນ. ພຣະອົງເຊື່ອວ່າພຣະອົງຄວນເລືອກເອົາສາວົກສິບສອງຄົນ ແລະ ຫຼັງຈາກນັ້ນກໍນໍາພາພວກເຂົາເທດສະໜາໃນທຸກຫົນແຫ່ງ. ແຕ່ໃນປັດຈຸບັນນີ້ ບໍ່ຈຳເປັນຕ້ອງມີສິ່ງນີ້ໃນທ່າມກາງພວກເຈົ້າ! ເມື່ອພຣະເຈົ້າທີ່ບັງເກີດເປັນະມຸດປະຕິບັດພາລະກິດໃນເນື້ອໜັງ, ມີຫຼາຍຫຼັກການ ແລະ ມີຫຼາຍເລື່ອງທີ່ມະນຸດແມ່ນບໍ່ເຂົ້າໃຈ; ມະນຸດໃຊ້ແນວຄິດຂອງເຂົາເອງເພື່ອວັດແທກພາລະກິດຂອງພຣະອົງຢູ່ເລື້ອຍໆ ຫຼື ເພື່ອຮຽກຮ້ອງຫຼາຍເກີນໄປຈາກພຣະເຈົ້າ. ແຕ່ຈົນເຖິງປັດຈຸບັນນີ້, ຫຼາຍຄົນກໍຍັງບໍ່ຮູ້ເລີຍວ່າ ຄວາມຮູ້ຂອງພວກເຂົາແມ່ນພຽງປະກອບດ້ວຍແນວຄິດຂອງພວກເຂົາເອງເທົ່ານັ້ນ. ບໍ່ວ່າພຣະເຈົ້າຈະບັງເກີດເປັນມະນຸດໃນຍຸກໃດ ຫຼື ສະຖານທີ່ໃດກໍຕາມ, ຫຼັກການສຳລັບພາລະກິດຂອງພຣະອົງໃນເນື້ອໜັງກໍຍັງບໍ່ປ່ຽນແປງ. ພຣະອົງບໍ່ສາມາດກາຍເປັນເນື້ອໜັງ ແລະ ຢູ່ເໜືອເນື້ອໜັງໃນການປະຕິບັດພາລະກິດຂອງພຣະອົງ; ແຮງໄກທີ່ພຣະອົງຈະກາຍເປັນເນື້ອໜັງ ແລະ ບໍ່ປະຕິບັດພາລະກິດພາຍໃນຄວາມເປັນມະນຸດທຳມະດາຂອງເນື້ອໜັງ. ຖ້າເປັນດັ່ງນັ້ນ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເປົ່າ ແລະ ພຣະທຳທີ່ກາຍເປັນເນື້ອໜັງກໍຈະບໍ່ມີຄວາມໝາຍຫຍັງເລີຍ. ຍິ່ງໄປກວ່ານັ້ນ ມີພຽງແຕ່ພຣະບິດາທີ່ຢູ່ສະຫວັນເທົ່ານັ້ນ (ພຣະວິນຍານ) ທີ່ຮູ້ຈັກການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ບໍ່ມີຄົນໃດອີກເລີຍທີ່ຮູ້ຈັກ, ບໍ່ມີແມ່ນແຕ່ເນື້ອໜັງຂອງພຣະອົງເອງ ຫຼື ຜູ້ສົ່ງຂ່າວຈາກສະຫວັນ. ເມື່ອເປັນດັ່ງນີ້ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນທຳມະດາຫຼາຍຂຶ້ນ ແລະ ສາມາດສະແດງໃຫ້ເຫັນວ່າ ພຣະທຳໄດ້ກາຍມາເປັນເນື້ອໜັງແທ້ຈິງ ແລະ ເນື້ອໜັງກໍໝາຍເຖິງມະນຸດທຳມະດາ ແລະ ປົກກະຕິ.

ບາງຄົນສົງໄສວ່າ ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ? ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານຜ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ. ພຽງແຕ່ຖ້າມະນຸດເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນຍຸກທີ່ພຣະເຈົ້າເອງໄດ້ລິເລີ່ມເທົ່ານັ້ນ ຊາຕານຈຶ່ງຈະຕາຍໃຈຢ່າງສົມບູນ ຍ້ອນນັ້ນຄືໜ້າທີ່ຂອງສິ່ງຖືກສ້າງ. ແລ້ວດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າພຽງແຕ່ຕ້ອງຕິດຕາມ ແລະ ເຊື່ອຟັງ ແລະ ບໍ່ໄດ້ມີການຮຽກຮ້ອງຫຍັງເພີ່ມເຕີ່ມຈາກພວກເຈົ້າ. ນີ້ແມ່ນຄວາມໝາຍຂອງການທີ່ແຕ່ລະຄົນຮັກສາໜ້າທີ່ຂອງເຂົາ ແລະ ແຕ່ລະຄົນປະຕິບັດໜ້າທີ່ຂອງໃຜລາວ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດແທນພຣະອົງ ຫຼື ພຣະອົງບໍ່ເຂົ້າຮ່ວມໃນພາລະກິດຂອງສິ່ງຖືກສ້າງ. ມະນຸດປະຕິບັດໜ້າທີ່ຂອງເຂົາເອງ ແລະ ບໍ່ເຂົ້າຮ່ວມໃນພາລະກິດຂອງພຣະເຈົ້າ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງ ແລະ ການພິສູດຄວາມປະລາໄຊຂອງຊາຕານ. ຫຼັງຈາກທີ່ພຣະເຈົ້າເອງໄດ້ສຳເລັດໃນການລິເລີ່ມຍຸກໃໝ່, ພຣະອົງກໍບໍ່ລົງມາເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງອີກຕໍ່ໄປ. ພຽງແຕ່ເມື່ອນັ້ນ ມະນຸດຈຶ່ງຈະກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ປະຕິບັດພາລະກິດຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ປົກຄອງພາລະກິດ ເຊິ່ງບໍ່ມີໃຜສາມາດຝ່າຝືນໄດ້. ມີແຕ່ການປະຕິບັດພາລະກິດໃນລັກສະນະນີ້ເທົ່ານັ້ນຈຶ່ງເໝາະສົມ ແລະ ສົມເຫດສົມຜົນ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ.” ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ປົກຄອງແຜນການຄຸ້ມຄອງຫົກພັນປີ; ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້ ແລະ ບໍ່ມີໃຜສາມາດນໍາພາລະກິດຂອງພຣະອົງໄປສູ່ຕອນຈົບໄດ້ ຍ້ອນວ່າ ພຣະອົງເປັນຜູ້ຖືທຸກສິ່ງຢູ່ໃນມືຂອງພຣະອົງ. ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍຈະນໍາພາໂລກທັງປວງໃຫ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ແລະ ພຣະອົງກໍຈະເຮັດໃຫ້ຍຸກທັງໝົດສິ້ນສຸດລົງເຊັ່ນກັນ ແລ້ວກໍເຮັດໃຫ້ແຜນການທັງໝົດຂອງພຣະອົງບັນລຸຜົນ!

​ກ່ອນ​ນີ້ :ການປະຕິບັດ (2)

ຕໍ່​ໄປ:ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ທ່ານອາດຈະຍັງມັກ