ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ, ນັ້ນແມ່ນຮູບແບບທຳມະດາຂອງການຝຶກຝົນຝ່າຍວິນຍານ; ມັນແມ່ນວິທີການປະຕິບັດທີ່ຕື້ນທີ່ສຸດ ແລະ ງ່າຍດາຍທີ່ສຸດ ກ່ອນທີ່ຜູ້ຄົນຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ມັນປະກອບມີຂັ້ນຕອນທຳອິດຂອງການປະຕິບັດໃນຄວາມເຊື່ອຂອງຜູ້ຄົນ. ຖ້າຜູ້ຄົນເພິ່ງພາການປະຕິບັດແບບນີ້ຢູ່ສະເໝີໃນຊີວິດຂອງພວກເຂົາ, ພວກເຂົາຈະມີຄວາມຮູ້ສຶກຫຼາຍຢ່າງ ແລະ ຈະມັກເຮັດຜິດ ແລະ ພວກເຂົາຈະບໍ່ສາມາດເຂົ້າສູ່ປະສົບການໃນຊີວິດທີ່ແທ້ຈິງໄດ້; ພວກເຂົາຈະພຽງແຕ່ສາມາດຝຶກຝົນວິນຍານຂອງພວກເຂົາ, ຫຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງເປັນປົກກະຕິ ແລະ ຈະຄົ້ນພົບຄວາມປິຕິຍິນດີຢ່າງຫຼວງຫຼາຍໃນການມີພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາຈະຈຳກັດຕົນເອງໃນຂອບເຂດນ້ອຍໆຂອງການທີ່ພວກເຂົາຢູ່ຮ່ວມກັບພຣະເຈົ້າ ແລະ ຈະບໍ່ສາມາດເຂົ້າຫາສິ່ງໃດສິ່ງໜຶ່ງຢ່າງເລິກເຊິ່ງໄດ້. ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃນຂອບເຂດເຫຼົ່ານີ້ແມ່ນບໍ່ສາມາດຄືບໜ້າໄດ້ເລີຍ. ໃນເວລາໃດກໍຕາມ, ພວກເຂົາອາດຈະຮ້ອງຂຶ້ນວ່າ “ໂອ້ຍ! ພຣະເຢຊູເຈົ້າ. ອາແມນ!” ໃນແຕ່ລະມື້ ພວກເຂົາເປັນແບບນີ້ແທ້ໆ, ມັນຄືການປະຕິບັດໃນອະດີດ, ການປະຕິບັດແຫ່ງການດຳລົງຊີວິດຢູ່ໃນວິນຍານທຸກຊ່ວງເວລາ. ມັນບໍ່ທຳມະດາບໍ? ໃນປັດຈຸບັນ, ເມື່ອມັນເຖິງເວລາທີ່ຈະໄຕ່ຕອງພຣະທຳຂອງພຣະເຈົ້າ, ກໍໃຫ້ໃສ່ໃຈກັບການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ກໍໃຫ້ໃສ່ໃຈກັບການນຳຄວາມຈິງເຂົ້າສູ່ການປະຕິບັດເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະປະຕິບັດໜ້າທີ່ຂອງເຈົ້າ, ກໍໃຫ້ໃສ່ໃຈກັບການປະຕິບັດໜ້າທີ່ຂອງເຈົ້າເທົ່ານັ້ນ. ການປະຕິບັດແບບນີ້ແມ່ນເປັນອິດສະຫຼະພໍສົມຄວນ; ມັນປົດປ່ອຍເຈົ້າ. ມັນບໍ່ແມ່ນຄືກັບວິທີທີ່ຜູ້ເຖົ້າທີ່ເຄັ່ງສາສະໜາອະທິຖານ ແລະ ກ່າວຄຳອະທິຖານສັ້ນໆ. ແນ່ນອນ ເມື່ອກ່ອນ ສິ່ງນີ້ເປັນການປະຕິບັດຂອງຜູ້ຄົນທີ່ມີຄວາມເຊື່ອ, ແຕ່ໃນປັດຈຸບັນ ການປະຕິບັດໃນລັກສະນະນີ້ເປັນສິ່ງທີ່ຫຼ້າຫຼັງເກີນໄປ. ບັດນີ້ ພາລະກິດຂອງພຣະເຈົ້າຢູ່ໃນລະດັບສູງ; ສິ່ງທີ່ຖືກເວົ້າເຖິງໃນປັດຈຸບັນ “ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ” ແມ່ນລັກສະນະທີ່ສຳຄັນທີ່ສຸດຂອງການປະຕິບັດ. ນີ້ແມ່ນຄວາມເປັນມະນຸດປົກກະຕິທີ່ຜູ້ຄົນຖືກຄາດຫວັງໃຫ້ມີໃນຊີວິດຈິງຂອງພວກເຂົາ ແລະ ສິ່ງທີ່ຜູ້ຄົນຄວນມີໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາກໍລ້ວນແລ້ວແຕ່ແມ່ນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ. ການນໍາພຣະທຳເຫຼົ່ານີ້ຂອງພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງແມ່ນຄວາມໝາຍຕົວຈິງຂອງ “ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ”. ໃນປັດຈຸບັນ, ຜູ້ຄົນຄວນປະກອບຕົນເອງດ້ວຍສິ່ງດັ່ງຕໍ່ໄປນີ້ເປັນຫຼັກ: ໃນດ້ານໜຶ່ງ, ພວກເຂົາຕ້ອງປັບປຸງຄວາມສາມາດຂອງພວກເຂົາ, ມີການສຶກສາ ແລະ ປັບປຸງທັກສະການອ່ານ ແລະ ການເຂົ້າໃຈຂອງພວກເຂົາ; ໃນອີກດ້ານໜຶ່ງ, ພວກເຂົາຕ້ອງມີຊີວິດຂອງບຸກຄົນທີ່ປົກກະຕິ. ເຈົ້າຫາກໍມາຈາກໂລກເພື່ອຢູ່ຕໍ່ໜ້າພຣະເຈົ້າ; ເຈົ້າຕ້ອງຝຶກຝົນຫົວໃຈຂອງເຈົ້າໃຫ້ສະຫງົບງຽບຢູ່ຕໍ່ໜ້າພຣະເຈົ້າ. ນີ້ແມ່ນການເລີ່ມຕົ້ນທີ່ສຸດຂອງການປະຕິບັດ ແລະ ມັນຍັງເປັນບາດກ້າວທຳອິດໃນການບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ. ບາງຄົນຂ້ອນຂ້າງປັບຕົວໃນການປະຕິບັດຂອງພວກເຂົາໄດ້ດີ; ພວກເຂົາໄຕ່ຕອງຄວາມຈິງ ໃນຂະນະທີ່ເຮັດວຽກ, ຄົ້ນຫາຄວາມຈິງ ແລະ ຫຼັກການແຫ່ງການປະຕິບັດທີ່ພວກເຂົາຄວນເຂົ້າໃຈໃນຄວາມເປັນຈິງ. ດ້ານໜຶ່ງກໍຄື ເຈົ້າຕ້ອງມີຊີວິດມະນຸດທີ່ປົກກະຕິ ແລະ ອີກດ້ານກໍຄື ຕ້ອງມີການເຂົ້າສູ່ຄວາມຈິງ. ທຸກສິ່ງເຫຼົ່ານີ້ປະກອບເປັນການປະຕິບັດທີ່ດີທີ່ສຸດສຳລັບຊີວິດທີ່ເປັນຈິງ.

ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງຂອງຜູ້ຄົນ ຫຼັກໆແມ່ນຮຽກຮ້ອງໃຫ້ພວກເຂົານະມັດສະການພຣະເຈົ້າ, ສະແຫວງຫາເພື່ອຮູ້ຈັກພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າພາຍໃນຄວາມເປັນມະນຸດທີ່ເປັນປົກກະຕິ. ມັນບໍ່ແມ່ນວ່າພວກເຂົາຕ້ອງອະທິຖານຫາພຣະເຈົ້າທຸກຄັ້ງທີ່ພວກເຂົາເຮັດບາງສິ່ງບາງຢ່າງແນ່ນອນ, ບໍ່ແມ່ນວ່າມັນບໍ່ດີ ແລະ ພວກເຂົາຄວນຮູ້ສຶກວ່າ ຕິດໜີ້ບຸນຄຸນພຣະອົງ ຖ້າພວກເຂົາບໍ່ອະທິຖານ. ການປະຕິບັດໃນປັດຈຸບັນບໍ່ແມ່ນແບບນັ້ນ; ມັນສະບາຍ ແລະ ງ່າຍດາຍແທ້ໆ! ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຄຳສັ່ງສອນ. ກົງກັນຂ້າມ, ແຕ່ລະຄົນຄວນປະພຶດຕາມວຸດທິພາວະສ່ວນຕົວຂອງພວກເຂົາ: ຖ້າສະມາຊິກໃນຄອບຄົວຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ ກໍປະຕິບັດຕໍ່ພວກເຂົາແບບຄົນບໍ່ເຊື່ອ ແລະ ຖ້າເຂົາເຊື່ອ ກໍປະຕິບັດຕໍ່ຄົນແບບຄົນທີ່ເຊື່ອ. ຢ່ານໍາໃຊ້ຄວາມຮັກ ແລະ ຄວາມອົດທົນ, ກົງກັນຂ້າມ ໃຫ້ນໍາໃຊ້ສະຕິປັນຍາ. ບາງຄົນໄປຊື້ຜັກ ແລະ ໃນຂະນະທີ່ພວກເຂົາກຳລັງຍ່າງໄປ ພວກເຂົາຈົ່ມພຶມພໍາວ່າ “ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍຊື້ຜັກຫຍັງໃນມື້ນີ້? ຂ້ານ້ອຍຂໍຄວາມຊ່ວຍເຫຼືອຈາກພຣະອົງ. ພຣະເຈົ້າຮຽກຮ້ອງໃຫ້ພວກຂ້ານ້ອຍຖວາຍກຽດແກ່ພຣະນາມຂອງພຣະອົງໃນທຸກສິ່ງ ແລະ ໃຫ້ພວກຂ້ານ້ອຍທຸກຄົນເປັນພະຍານ, ສະນັ້ນ ເຖິງແມ່ນຄົນຂາຍເອົາບາງສິ່ງທີ່ເນົ່າໃຫ້ກັບຂ້ານ້ອຍ, ຂ້ານ້ອຍກໍຍັງຈະຂອບພຣະຄຸນພຣະເຈົ້າ, ຂ້ານ້ອຍຈະອົດທົນ. ພວກຂ້ານ້ອຍທີ່ເຊື່ອໃນພຣະເຈົ້າບໍ່ສາມາດເອົາ ແລະ ເລືອກຜັກໄດ້”. ພວກເຂົາຄິດວ່າການເຮັດແບບນີ້ແມ່ນການເປັນພະຍານ ແລະ ຜົນຕາມມາກໍຄື ພວກເຂົາໃຊ້ເງິນເພື່ອຊື້ຜັກຈຳພວກທີ່ເນົ່າ, ແຕ່ພວກເຂົາຍັງອະທິຖານ ແລະ ເວົ້າວ່າ “ໂອ ພຣະເຈົ້າເອີຍ! ຂ້ານ້ອຍຍັງຈະກິນຜັກທີ່ເນົ່າເຫຼົ່ານີ້ ຕາບໃດທີ່ພຣະອົງຄິດວ່າມັນເໝາະສົມ”. ການປະຕິບັດດັ່ງກ່າວສົມເຫດສົມຜົນບໍ? ມັນບໍ່ແມ່ນການປະຕິບັດຕາມຄຳສັ່ງສອນບໍ? ເມື່ອກ່ອນ ຜູ້ຄົນຖືກຝຶກຝົນໃຫ້ດຳລົງຊີວິດໃນວິນຍານທຸກເວລາ, ສິ່ງນີ້ແມ່ນກ່ຽວພັນກັບພາລະກິດທີ່ປະຕິບັດຜ່ານມາໃນຍຸກແຫ່ງພຣະຄຸນ. ຄວາມເຄັ່ງຄັດໃນສາສະໜາ, ຄວາມຖ່ອມຕົນ, ຄວາມຮັກ, ຄວາມອົດທົນ, ການຂອບຄຸນສຳລັບທຸກສິ່ງ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຮຽກຮ້ອງຈາກຜູ້ເຊື່ອທຸກຄົນໃນຍຸກແຫ່ງພຣະຄຸນ. ໃນເວລານັ້ນ ຜູ້ຄົນອະທິຖານຫາພຣະເຈົ້າໃນທຸກໆສິ່ງ; ພວກເຂົາຈະອະທິຖານເມື່ອພວກເຂົາຊື້ເຄື່ອງນຸ່ງ ແລະ ເມື່ອໄດ້ຮັບແຈ້ງເຕືອນກ່ຽວກັບການຊຸມນຸມ, ພວກເຂົາກໍຈະຍັງອະທິຖານວ່າ “ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍໄປ ຫຼື ບໍ່? ຖ້າພຣະອົງຈະໃຫ້ຂ້ານ້ອຍໄປ, ແລ້ວຂໍໃຫ້ຈັດກຽມເສັ້ນທາງທີ່ລາບລື່ນໃຫ້ກັບຂ້ານ້ອຍດ້ວຍເທີ້ນ. ຖ້າພຣະອົງບໍ່ໃຫ້ຂ້ານ້ອຍໄປ, ຂໍໃຫ້ພຣະອົງເຮັດໃຫ້ຂ້ານ້ອຍສະດຸດ ແລະ ລົ້ມລົງ”. ພວກເຂົາຈະອ້ອນວອນຫາພຣະເຈົ້າໃນຂະນະທີ່ກຳລັງອະທິຖານ ແລະ ຫຼັງຈາກທີ່ອະທິຖານ ພວກເຂົາກໍຈະຮູ້ສຶກອຶດອັດ ແລະ ຈະບໍ່ຈາກໄປ. ເອື້ອຍນ້ອງບາງຄົນຈະຮູ້ສຶກອຶດອັດເມື່ອພວກເຂົາອະທິຖານ ແລະ ຈະບໍ່ໄປຮ່ວມການຊຸມນຸມ ຍ້ອນຢ້ານວ່າ ຫຼັງຈາກທີ່ກັບຈາກການຊຸມນຸມມາເຮືອນ ພວກເຂົາອາດທົນທຸກກັບການຕີຈາກສາມີທີ່ບໍ່ໄດ້ເຊື່ອຂອງພວກເຂົາ. ພວກເຂົາເຊື່ອວ່າສິ່ງນີ້ແມ່ນຄວາມປະສົງຂອງພຣະເຈົ້າ, ເມື່ອໃນຄວາມເປັນຈິງແລ້ວ ຖ້າພວກເຂົາໄປ ມັນກໍບໍ່ໄດ້ມີຫຍັງເກີດຂຶ້ນ. ຜົນຕາມມາກໍຄືພວກເຂົາຂາດການຊຸມນຸມ. ທຸກສິ່ງນີ້ແມ່ນຜົນມາຈາກຄວາມບໍ່ຮູ້ຂອງຜູ້ຄົນ. ຜູ້ຄົນທີ່ປະຕິບັດໃນລັກສະນະນີ້ລ້ວນແລ້ວແຕ່ດຳລົງຊີວິດດ້ວຍຄວາມຮູ້ສຶກຂອງພວກເຂົາເອງ. ຫົນທາງແຫ່ງການປະຕິບັດນີ້ແມ່ນຜິດພາດຫຼາຍ ແລະ ບໍ່ສົມເຫດສົມຜົນ ແລະ ເຕັມໄປດ້ວຍຄວາມບໍ່ຊັດເຈນ. ມີຄວາມຮູ້ສຶກ ແລະ ຄວາມຄິດສ່ວນຕົວຂອງພວກເຂົາຫຼາຍເກີນໄປ. ຖ້າເຈົ້າຖືກແຈ້ງໃຫ້ຮູ້ກ່ຽວກັບການຊຸມນຸມ, ແລ້ວໃຫ້ໄປ; ບໍ່ຈຳເປັນຕ້ອງອະທິຖານຫາພຣະເຈົ້າເພີ່ມອີກ. ສິ່ງນີ້ບໍ່ແມ່ນເລື່ອງງ່າຍໆບໍ? ຖ້າເຈົ້າຕ້ອງການຊື້ເຄື່ອງນຸ່ງໃນມື້ນີ້, ແລ້ວໃຫ້ອອກໄປ ແລະ ຊື້ເລີຍ. ຢ່າອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍໄປ ຫຼື ບໍ່ໄປ? ຖ້າອ້າຍເອື້ອຍນ້ອງຄົນໜຶ່ງບັງເອີນມາຫາຕອນທີ່ຂ້ານ້ອຍໄປເດ?” ເຈົ້າຢ້ານວ່າອ້າຍ ຫຼື ເອື້ອຍນ້ອງອາດຈະມາຫາ ສະນັ້ນ ເຈົ້າຈຶ່ງບໍ່ໄປ, ແຕ່ຜົນຕາມມາກໍຄື ຈົນຮອດຍາມແລງ ແລະ ບໍ່ມີໃຜມາ. ແມ່ນແຕ່ໃນຍຸກແຫ່ງພຣະຄຸນ, ວິທີການປະຕິບັດແບບນີ້ແມ່ນອອກຈາກທິດທາງ ແລະ ຜິດພາດ. ສະນັ້ນ ຖ້າຜູ້ຄົນປະຕິບັດດັ່ງໃນອະດີດ, ຈະບໍ່ມີການປ່ຽນແປງໃນຊີວິດຂອງພວກເຂົາ. ພວກເຂົາພຽງແຕ່ຈະຍອມຮັບເອົາສິ່ງໃດກໍຕາມທີ່ເກີດຂຶ້ນກັບພວກເຂົາຢ່າງໂງ່ຈ້າ, ຈະບໍ່ໃສ່ໃຈຕໍ່ການຢັ່ງຮູ້ ແລະ ຈະບໍ່ເຮັດຫຍັງນອກຈາກເຊື່ອຟັງ ແລະ ອົດທົນຢ່າງຫຼັບຫູຫຼັບຕາ. ໃນເວລານັ້ນ, ຜູ້ຄົນຈະເລັ່ງໃສ່ການຖວາຍກຽດໃຫ້ແກ່ພຣະເຈົ້າ, ແຕ່ພຣະເຈົ້າຈະບໍ່ໄດ້ຮັບສະຫງ່າລາສີຈາກພວກເຂົາເລີຍ, ຍ້ອນພວກເຂົາບໍ່ໄດ້ດຳລົງຊີວິດຕາມສິ່ງທີ່ເປັນຈິງ. ພວກເຂົາພຽງແຕ່ຢັບຢັ້ງຕົນເອງ ແລະ ຈຳກັດຕົນເອງຕາມແນວຄິດສ່ວນຕົວຂອງພວກເຂົາ ແລະ ເຖິງແມ່ນການປະຕິບັດເປັນເວລາຫຼາຍປີກໍບໍ່ສາມາດນໍາການປ່ຽນແປງມາສູ່ຊີວິດຂອງພວກເຂົາໄດ້. ພວກເຂົາພຽງແຕ່ຮູ້ຈັກການອົດທົນ, ການຖ່ອມຕົນ, ການຮັກ ແລະ ການໃຫ້ອະໄພ, ແຕ່ບໍ່ມີແສງສະຫວ່າງແມ່ນແຕ່ໜ້ອຍດຽວຈາກພຣະວິນຍານບໍລິສຸດ. ຜູ້ຄົນຈະສາມາດຮູ້ຈັກພຣະເຈົ້າໃນລັກສະນະນັ້ນໄດ້ແນວໃດ? ແລ້ວພວກເຂົາຈະຖວາຍກຽດແກ່ພຣະເຈົ້າໄດ້ແນວໃດ?

ຜູ້ຄົນພຽງແຕ່ສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າໄດ້ ຖ້າພວກເຂົານໍາພຣະເຈົ້າເຂົ້າສູ່ຊີວິດທີ່ແທ້ຈິງຂອງພວກເຂົາ ແລະ ເຂົ້າສູ່ຊີວິດມະນຸດທີ່ປົກກະຕິຂອງພວກເຂົາ. ພຣະທຳຂອງພຣະເຈົ້າຊີ້ນໍາພວກເຈົ້າໃນປັດຈຸບັນ; ບໍ່ຈຳເປັນຕ້ອງສະແຫວງຫາ ແລະ ງົມຫາຄືຢູ່ໃນອະດີດ. ເມື່ອເຈົ້າສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ສາມາດວິເຄາະ ແລະ ວັດຕົນເອງຕາມສະພາວະມະນຸດທີ່ເຮົາໄດ້ເປີດເຜີຍ, ແລ້ວເຈົ້າກໍຈະສາມາດບັນລຸການປ່ຽນແປງໄດ້. ນີ້ບໍ່ແມ່ນຄຳສັ່ງສອນ, ແຕ່ເປັນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ໃນປັດຈຸບັນ ໃຫ້ເຮົາບອກເຈົ້າວ່າສິ່ງຕ່າງໆເປັນແນວໃດ: ໃຫ້ໃສ່ໃຈຕົນເອງແຕ່ກັບການປະຕິບັດຕາມພຣະທຳຂອງເຮົາ. ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າແມ່ນອີງຕາມຄວາມຕ້ອງການຂອງຄົນປົກກະຕິ. ເຮົາໄດ້ບອກພຣະທຳຂອງເຮົາໃຫ້ກັບເຈົ້າແລ້ວ; ຕາບໃດທີ່ເຈົ້າໃສ່ໃຈກັບການປະຕິບັດພຣະທຳເຫຼົ່ານັ້ນ, ເຈົ້າກໍຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ບັດນີ້ເປັນເວລາແຫ່ງການດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າແລ້ວ. ພຣະທຳຂອງພຣະເຈົ້າໄດ້ອະທິບາຍທຸກຢ່າງແລ້ວ, ທຸກສິ່ງຖືກເຮັດໃຫ້ຊັດເຈນ ແລະ ຕາບໃດທີ່ເຈົ້າດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ, ເຈົ້າຈະມີຊີວິດທີ່ເປັນອິດສະຫຼະ ແລະ ຖືກປົດປ່ອຍຢ່າງສົມບູນ. ໃນອະດີດ ເມື່ອຜູ້ຄົນນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງຂອງພວກເຂົາ, ພວກເຂົາກໍປະຕິບັດ ແລະ ຜ່ານຄຳສັ່ງສອນ ແລະ ພິທີກຳຢ່າງຫຼວງຫຼາຍ; ໃນແມ່ນແຕ່ເລື່ອງທີ່ເລັກນ້ອຍ, ພວກເຂົາກໍຈະອະທິຖານ ແລະ ສະແຫວງຫາ ໂດຍປະຖິ້ມພຣະທຳທີ່ລະບຸໄວ້ຢ່າງຊັດເຈນຂອງພຣະເຈົ້າ ແລະ ປະຕິເສດທີ່ຈະອ່ານພຣະທຳເຫຼົ່ານັ້ນ. ກົງກັນຂ້າມ ພວກເຂົາຈະອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາເຂົ້າໃນການສະແຫວງຫາ, ຜົນຕາມມາກໍຄື ບໍ່ມີປະສິດທິພາບ. ຍົກຕົວຢ່າງຄືເລື່ອງອາຫານ ແລະ ເຄື່ອງນຸ່ງ: ເຈົ້າອະທິຖານ ແລະ ວາງບັນຫາເຫຼົ່ານີ້ຢູ່ໃນມືຂອງພຣະເຈົ້າ, ຂໍໃຫ້ພຣະເຈົ້າແກ້ໄຂທຸກສິ່ງໃຫ້ກັບເຈົ້າ. ເມື່ອພຣະເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້, ພຣະອົງຈະກ່າວວ່າ “ເຮົາຈຳເປັນຕ້ອງໃສ່ໃຈຕົນເອງກັບລາຍລະອຽດທີ່ບໍ່ສຳຄັນແບບນີ້ບໍ? ຄວາມເປັນມະນຸດ ແລະ ເຫດຜົນທີ່ທຳມະດາທີ່ເຮົາໄດ້ສ້າງໃຫ້ເຈົ້ານັ້ນຫາຍໄປໃສແລ້ວ?” ບາງເທື່ອ ບາງຄົນເຮັດຜິດໃນການກະທຳຂອງພວກເຂົາ; ແລ້ວພວກເຂົາກໍເຊື່ອວ່າພວກເຂົາໄດ້ລ່ວງເກີນພຣະເຈົ້າ ແລະ ພວກເຂົາກໍຖືກຢັບຢັ້ງ. ສະພາບຂອງບາງຄົນແມ່ນດີຫຼາຍ, ແຕ່ເມື່ອພວກເຂົາເຮັດບາງສິ່ງເລັກນ້ອຍທີ່ບໍ່ຖືກຕ້ອງ ພວກເຂົາກໍເຊື່ອວ່າ ພຣະເຈົ້າກຳລັງຂ້ຽນຕີພວກເຂົາ. ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າ, ແຕ່ເປັນອິດທິພົນຈາກຄວາມຄິດຂອງຜູ້ຄົນເອງ. ບາງຄັ້ງ ບໍ່ມີຫຍັງຜິດກັບສິ່ງທີ່ເຈົ້າກຳລັງຜະເຊີນ, ແຕ່ຄົນອື່ນເວົ້າວ່າເຈົ້າບໍ່ໄດ້ຜະເຊີນຢ່າງຖືກຕ້ອງ ແລະ ແລ້ວເຈົ້າກໍຕິດກັບດັກ, ເຈົ້າເລີ່ມຄິດລົບ ແລະ ມືດມົນຢູ່ພາຍໃນ. ຫຼາຍຄັ້ງທີ່ຜູ້ຄົນຄິດລົບໃນລັກສະນະນີ້, ພວກເຂົາກໍເຊື່ອວ່າພວກເຂົາກຳລັງຖືກຂ້ຽນຕີໂດຍພຣະເຈົ້າ, ແຕ່ພຣະເຈົ້າເວົ້າວ່າ “ເຮົາບໍ່ໄດ້ປະຕິບັດພາລະກິດແຫ່ງການຂ້ຽນຕີໃນຕົວເຈົ້າ; ສະນັ້ນ ເຈົ້າຈະໂທດເຮົາໄດ້ແນວໃດ?” ຜູ້ຄົນເລີ່ມຄິດລົບແບບງ່າຍໆເກີນໄປ. ພ້ອມນັ້ນ ພວກເຂົາຍັງອ່ອນໄຫວເກີນໄປຢູ່ເລື້ອຍໆ ແລະ ຕໍ່ວ່າກັບພຣະເຈົ້າຢູ່ຕະຫຼອດເວລາ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າທົນທຸກໃນລັກສະນະນັ້ນ, ແຕ່ເຈົ້າກໍຍອມໃຫ້ຕົນເອງຕົກລົງສູ່ສະພາບດັ່ງກ່າວ. ບໍ່ມີຄຸນຄ່າຫຍັງເລີຍໃນການທົນທຸກແບບນັ້ນ. ຜູ້ຄົນບໍ່ຮູ້ຈັກພາລະກິດທີ່ພຣະເຈົ້າປະຕິບັດ ແລະ ໃນຫຼາຍສິ່ງ ພວກເຂົາກໍບໍ່ຮູ້ ແລະ ບໍ່ສາມາດເຫັນໄດ້ຢ່າງຊັດເຈນ, ສະນັ້ນ ພວກເຂົາຈຶ່ງຕິດຢູ່ກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ຍິ່ງຫຍຸ້ງຍາກຫຼາຍຂຶ້ນກວ່າເກົ່າ. ບາງຄົນເວົ້າວ່າທຸກສິ່ງ ແລະ ບັນຫາທຸກຢ່າງແມ່ນຢູ່ໃນມືຂອງພຣະເຈົ້າ, ແລ້ວພຣະເຈົ້າຈະບໍ່ຮູ້ໄດ້ແນວໃດເມື່ອຜູ້ຄົນຄິດລົບ? ແນ່ນອນ ພຣະເຈົ້າຮູ້. ເມື່ອເຈົ້າຕິດກັບດັກໃນແນວຄິດຂອງມະນຸດ, ພຣະວິນຍານບໍລິສຸດກໍບໍ່ມີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ມີຫຼາຍຄັ້ງທີ່ບາງຄົນຕິດກັບດັກໃນສະພາວະດ້ານລົບ, ແຕ່ເຮົາກໍຍັງສືບຕໍ່ປະຕິບັດພາລະກິດຂອງເຮົາ. ບໍ່ວ່າເຈົ້າຈະຄິດລົບ ຫຼື ບວກ, ເຮົາບໍ່ໄດ້ຖືກຈຳກັດໂດຍເຈົ້າ, ແຕ່ເຈົ້າຄວນຮູ້ວ່າ ພຣະທຳຫຼາຍຂໍ້ທີ່ເຮົາກ່າວ ແລະ ພາລະກິດຈຳນວນຫຼວງຫຼາຍທີ່ເຮົາປະຕິບັດ ແມ່ນເຊື່ອມໂຍງກັນຢ່າງໃກ້ຊິດ ຕາມສະພາວະຂອງຜູ້ຄົນ. ເມື່ອເຈົ້າຄິດລົບ, ສິ່ງນີ້ກໍບໍ່ໄດ້ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ. ໃນລະຫວ່າງເວລາແຫ່ງການຂ້ຽນຕີ ແລະ ເວລາຂອງການທົດລອງແຫ່ງຄວາມຕາຍ, ທຸກຄົນຕິດກັບດັກໃນສະພາວະດ້ານລົບ, ແຕ່ສິ່ງນີ້ກໍບໍ່ໄດ້ຂັດຂວາງພາລະກິດຂອງເຮົາ. ເມື່ອເຈົ້າຄິດລົບ, ພຣະວິນຍານບໍລິສຸດກໍສືບຕໍ່ປະຕິບັດສິ່ງທີ່ຈຳເປັນຕ້ອງເຮັດໃນຄົນອື່ນ. ເຈົ້າອາດເຊົາສະແຫວງຫາເປັນເວລາໜຶ່ງເດືອນ, ແຕ່ເຮົາກໍສືບຕໍ່ປະຕິບັດພາລະກິດຂອງເຮົາ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມໃນປັດຈຸບັນ ແລະ ໃນອະນາຄົດ, ມັນກໍບໍ່ສາມາດຢຸດພາລະກິດຂອງພຣະວິນຍານບໍລິສຸດໄດ້. ສະພາວະດ້ານລົບບາງຢ່າງມາຈາກຄວາມອ່ອນແອຂອງມະນຸດ; ເມື່ອຜູ້ຄົນເຊື່ອວ່າພວກເຂົາບໍ່ສາມາດບັນລຸຕາມເງື່ອນໄຂຂອງພຣະເຈົ້າ ຫຼື ເຂົ້າໃຈສິ່ງເຫຼົ່ານັ້ນໄດ້ຢ່າງແທ້ຈິງ, ພວກເຂົາກໍເລີ່ມຄິດລົບ. ຕົວຢ່າງເຊັ່ນ ໃນລະຫວ່າງເວລາແຫ່ງການຂ້ຽນຕີ, ພຣະທຳຂອງພຣະເຈົ້າເວົ້າເຖິງການຮັກພຣະເຈົ້າຈົນເຖິງຈຸດໃດໜຶ່ງໃນທ່າມກາງການຂ້ຽນຕີ, ແຕ່ຜູ້ຄົນເຊື່ອວ່າພວກເຂົາເອງບໍ່ສາມາດເຮັດໄດ້. ພວກເຂົາຮູ້ສຶກໂສກເສົ້າ ແລະ ເສຍໃຈເປັນພິເສດ ຈົນເນື້ອໜັງຂອງພວກເຂົາເລີ່ມຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກໜ່ວງ ແລະ ຄວາມສາມາດຂອງພວກເຂົາແມ່ນຕົກຕໍ່າຫຼາຍ. ພວກເຂົາຮູ້ສຶກວ່າ ມັນຊ່າງເປັນຕາເສຍດາຍທີ່ພວກເຂົາເກີດໃນສະພາບແວດລ້ອມແບບນີ້. ແລ້ວບາງຄົນກໍຮູ້ສຶກວ່າ ມັນຊ້າເກີນໄປສຳລັບພວກເຂົາທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ສົມຄວນແກ່ການຖືກເຮັດໃຫ້ສົມບູນ. ທຸກສິ່ງເຫຼົ່ານີ້ແມ່ນສະພາວະທີ່ປົກກະຕິຂອງມະນຸດ.

ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ລ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການທີ່ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າເປັນອິດສະຫຼະຈາກສິ່ງເຫຼົ່ານີ້ຂອງຊາຕານ. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖືກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນຄວາມລອດພົ້ນ ແລະ ຍິ່ງໄປກວ່ານັ້ນ ມັນຄືການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງ. ມັນມີຫຼາຍລັກສະນະ. ພວກເຈົ້າທຸກຄົນຈະເຫັນວ່າ ພຣະຄຳຂອງພຣະເຈົ້າມີການພິພາກສາ ແລະ ການຂ້ຽນຕີ, ພ້ອມທັງການສາບແຊ່ງອີກດ້ວຍ. ເຮົາເວົ້າເພື່ອບັນລຸຜົນ, ເພື່ອເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງ ແລະ ບໍ່ແມ່ນເພື່ອໃຫ້ຜູ້ຄົນຕາຍ. ຫົວໃຈຂອງເຮົາແມ່ນເພື່ອເຫັນແກ່ພວກເຈົ້າ. ການກ່າວແມ່ນໜຶ່ງໃນວິທີທີ່ເຮົາປະຕິບັດພາລະກິດ; ຜ່ານທາງພຣະທຳ ເຮົາໄດ້ສະແດງເຖິງອຸປະນິໄສຂອງພຣະເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ເນື້ອໜັງຂອງເຈົ້າອາດຕາຍ, ແຕ່ເຈົ້າຈະມີຈິດໃຈ ແລະ ຈິດວິນຍານ. ຖ້າຜູ້ຄົນມີພຽງແຕ່ເນື້ອໜັງ, ກໍຈະບໍ່ມີຄວາມໝາຍໃນຄວາມເຊື່ອຂອງພວກເຂົາ ຫຼື ບໍ່ມີຄວາມໝາຍໃນພາລະກິດເຫຼົ່ານີ້ທີ່ເຮົາໄດ້ປະຕິບັດ. ໃນປັດຈຸບັນ, ເຮົາໄດ້ເວົ້າດ້ວຍໜຶ່ງວິທີ ແລະ ຫຼັງຈາກນັ້ນກໍດ້ວຍອີກໜຶ່ງວິທີ; ໃນເວລາໜຶ່ງ ເຮົາກໍກຽດຊັງຜູ້ຄົນຫຼາຍທີ່ສຸດ ແລະ ແລ້ວບາງຄັ້ງ ເຮົາກໍຮັກຫຼາຍທີ່ສຸດ; ເຮົາເຮັດສິ່ງນີ້ເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ, ພ້ອມທັງປ່ຽນແປງແນວຄິດຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ.

ຍຸກສຸດທ້າຍໄດ້ມາເຖິງແລ້ວ ແລະ ບັນດາປະຊາຊາດທົ່ວໂລກກຳລັງຢູ່ໃນຄວາມວຸ້ນວາຍ. ມີຄວາມສັບສົນບໍ່ເປັນລະບຽບທາງການເມືອງ, ມີຄວາມອຶດຢາກ, ໂລກລະບາດຮ້າຍແຮງ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງປະກົດຂຶ້ນທຸກຫົນແຫ່ງ. ມີໄພພິບັດໃນໂລກມະນຸດ; ສະຫວັນໄດ້ສົ່ງໄພຮ້າຍແຮງລົງມາເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສັນຍານຂອງຍຸກສຸດທ້າຍ. ແຕ່ສຳລັບຜູ້ຄົນແລ້ວ, ມັນເບິ່ງຄືກັບວ່າໂລກແຫ່ງຄວາມເບີກບານ ແລະ ຄວາມສະຫງ່າງາມ: ມັນເປັນໂລກທີ່ກຳລັງຢູ່ໃນສະພາບດັ່ງກ່າວນັ້ນຫຼາຍຍິ່ງຂຶ້ນ, ຫົວໃຈຂອງຜູ້ຄົນລ້ວນແລ້ວແຕ່ຖືກດຶງມາຫາສິ່ງນັ້ນ ແລະ ຫຼາຍຄົນກໍຕິດກັບດັກ ແລະ ບໍ່ສາມາດປົດປ່ອຍຕົນເອງອອກຈາກສິ່ງນັ້ນ; ຄົນຈຳນວນຫຼວງຫຼາຍຈະຖືກຫຼອກລວງໂດຍຄົນທີ່ປະຕິບັດໃນການລໍ້ລວງ ແລະ ເວດມົນຄາຖາ. ຖ້າເຈົ້າບໍ່ພະຍາຍາມເພື່ອຄວາມກ້າວໜ້າ, ບໍ່ມີອຸດົມການ ແລະ ບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ເຈົ້າກໍຈະຖືກກວາດລ້າງດ້ວຍຄື້ນກະແສຂອງຄວາມບາບ. ຈີນເປັນປະເທດທີ່ຫຼ້າຫຼັງທີ່ສຸດໃນບັນດາປະເທດຕ່າງໆ; ມັນຄືດິນແດນທີ່ມັງກອນແດງໃຫຍ່ນອນຂົດຢູ່, ມັນມີຄົນສ່ວນໃຫຍ່ນະມັດສະການພະທຽມ ແລະ ມີສ່ວນຮ່ວມໃນເວດມົນຄາຖາ, ວັດສ່ວນໃຫຍ່ເປັນສະຖານທີ່ຂອງພວກຜີຮ້າຍທີ່ສົກກະປົກອາໄສຢູ່. ເຈົ້າເກີດຈາກສິ່ງນັ້ນ, ເຈົ້າຖືກສັ່ງສອນໂດຍສິ່ງນັ້ນ ແລະ ແຊ່ຢູ່ໃນອິດທິພົນຂອງມັນ; ເຈົ້າຖືກມັນເຮັດໃຫ້ເສື່ອມຊາມ ແລະ ທໍລະມານ, ແຕ່ຫຼັງຈາກທີ່ຖືກປຸກໃຫ້ຕື່ນຂຶ້ນ ເຈົ້າກໍປະຖິ້ມມັນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ນີ້ແມ່ນສະຫງ່າລາສີຂອງພຣະເຈົ້າ ແລະ ນີ້ຄືເຫດຜົນທີ່ວ່າເປັນຫຍັງຂັ້ນຕອນນີ້ຂອງພາລະກິດຈຶ່ງມີຄວາມສຳຄັນຢ່າງຍິ່ງ. ພຣະເຈົ້າໄດ້ປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່, ໄດ້ກ່າວພຣະທຳຫຼາຍຂໍ້ ແລະ ໃນທີ່ສຸດ ພຣະອົງກໍຈະຮັບເອົາພວກເຈົ້າຢ່າງສົມບູນ, ນີ້ແມ່ນສ່ວນໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ພວກເຈົ້າກໍເປັນ “ຂອງທີ່ໄດ້ມາຈາກການຊະນະເສິກ” ຂອງການສູ້ຮົບຂອງພຣະເຈົ້າກັບຊາຕານ. ຍິ່ງພວກເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ ແລະ ຍິ່ງຊີວິດໃນຄຣິສຕະຈັກຂອງພວກເຈົ້າດີຂຶ້ນຫຼາຍສໍ່າໃດ, ມັງກອນແດງໃຫຍ່ກໍຍິ່ງຈະຖືກເຮັດໃຫ້ຄຸເຂົ່າລົງຫຼາຍສໍ່ານັ້ນ. ສິ່ງເຫຼົ່ານີ້ແມ່ນບັນຫາທັງໝົດຂອງໂລກຝ່າຍວິນຍານ, ສິ່ງເຫຼົ່ານີ້ເປັນການສູ້ຮົບຂອງໂລກຝ່າຍວິນຍານ ແລະ ເມື່ອພຣະເຈົ້າມີໄຊຊະນະ, ຊາຕານກໍຈະຖືກເຮັດໃຫ້ອັບອາຍ ແລະ ລົ້ມລົງ. ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າມີຄວາມສຳຄັນຢ່າງໃຫຍ່ຫຼວງ. ພຣະເຈົ້າປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ຊ່ວຍຄົນກຸ່ມນີ້ໃຫ້ລອດພົ້ນທັງໝົດ ເພື່ອວ່າພວກເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຊາຕານ, ດຳລົງຊີວິດຢູ່ໃນດິນແດນທີ່ສັກສິດ, ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ມີການນຳພາ ແລະ ການຊີ້ນໍາຂອງແສງສະຫວ່າງ. ແລ້ວມັນຈຶ່ງມີຄວາມໝາຍໃນຊີວິດຂອງເຈົ້າ. ສິ່ງທີ່ພວກເຈົ້າກິນ ແລະ ນຸ່ງແມ່ນແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ; ພວກເຈົ້າໄດ້ຮັບພຣະທໍາຂອງພຣະເຈົ້າ ແລະ ດຳລົງຊີວິດທີ່ມີຄວາມໝາຍ ແລະ ພວກເຂົາໄດ້ຮັບຫຍັງ? ພວກເຂົາພຽງແຕ່ໄດ້ຮັບ “ມໍລະດົກຂອງບັນພະບຸລຸດ” ຂອງພວກເຂົາ ແລະ “ວິນຍານແຫ່ງຊາດ” ຂອງພວກເຂົາ. ພວກເຂົາບໍ່ມີຮ່ອງຮອຍຂອງຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ! ເຄື່ອງນຸ່ງ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແຕກຕ່າງຈາກພວກເຂົາທັງນັ້ນ. ໃນທີ່ສຸດແລ້ວ ພວກເຈົ້າຈະຫຼົບໜີຈາກຄວາມສົກກະປົກຢ່າງຄົບຖ້ວນ, ບໍ່ໄດ້ຕິດກັບດັກຢູ່ໃນການລໍ້ລວງຂອງຊາຕານອີກຕໍ່ໄປ ແລະ ໄດ້ຮັບເອົາການຈັດກຽມປະຈຳວັນຂອງພຣະເຈົ້າ. ພວກເຈົ້າຄວນລະມັດລະວັງຢູ່ສະເໝີ. ເຖິງແມ່ນພວກເຈົ້າດຳລົງຊີວິດໃນສະຖານທີ່ສົກກະປົກ, ພວກເຈົ້າກໍບໍ່ໄດ້ມີມົນທິນຈາກຄວາມສົກກະປົກ ແລະ ສາມາດດຳລົງຊີວິດຢູ່ຂ້າງໆພຣະເຈົ້າ, ຮັບການປົກປ້ອງທີ່ຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າໄດ້ເລືອກພວກເຈົ້າຈາກຄົນທັງໝົດໃນດິນແດນສີເຫຼືອງນີ້. ພວກເຈົ້າບໍ່ແມ່ນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ ແລະ ເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຮັບເອົາຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

ກ່ອນນີ້: ການປະຕິບັດ (1)

ຕໍ່ໄປ: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້