ບົດທີ 90

ທຸກຄົນທີ່ຕາບອດຕ້ອງອອກຈາກເຮົາໄປ ແລະ ຕ້ອງບໍ່ຢູ່ດົນກວ່ານີ້, ສຳລັບຜູ້ທີ່ເຮົາຕ້ອງການແມ່ນຜູ້ທີ່ສາມາດຮູ້ຈັກເຮົາ, ຜູ້ທີ່ສາມາດເຫັນເຮົາ ແລະ ຜູ້ທີ່ສາມາດໄດ້ຮັບທຸກສິ່ງຈາກເຮົາ. ແລ້ວໃຜຈະສາມາດໄດ້ຮັບທຸກສິ່ງຈາກເຮົາແທ້ໆ? ແນ່ນອນທີ່ສຸດວ່າມີຄົນປະເພດນີ້ໜ້ອຍຫຼາຍ ແລະ ພວກເຂົາຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ. ເຮົາຮັກຄົນເຫຼົ່ານີ້ ແລະ ເຮົາຈະເລືອກເອົາພວກເຂົາເທື່ອລະຄົນໃຫ້ເປັນມືຂວາຂອງເຮົາ, ເປັນການສະແດງອອກຂອງເຮົາ. ເຮົາຈະເຮັດໃຫ້ທຸກຊົນຊາດ ແລະ ທຸກຄົນສັນລະເສີນເຮົາຢ່າງບໍ່ຢຸດເຊົາ, ເຊີດຊູຕໍ່ໄປເລື້ອຍໆເພື່ອເຫັນແກ່ຄົນເຫຼົ່ານີ້. ໂອ ພູຊີໂອນເອີຍ! ຈົ່ງຍົກແຜ່ນປ້າຍແຫ່ງໄຊຊະນະຂຶ້ນ ແລະ ເຊີດຊູເຮົາ! ຍ້ອນວ່າເຮົາໄປທົ່ວຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ, ປົກຄຸມທຸກມຸມຂອງພູ, ແມ່ນ້ຳ ແລະ ທຸກສິ່ງ ກ່ອນທີ່ຈະກັບມານີ້ອີກຄັ້ງ. ເຮົາກັບມາຢ່າງມີໄຊພ້ອມດ້ວຍຄວາມຊອບທຳ, ການພິພາກສາ, ຄວາມໂກດຮ້າຍ ແລະ ການເຜົາໄໝ້ ແລະ ຍິ່ງໄປກວ່ານັ້ນແມ່ນພ້ອມກັບລູກຊາຍກົກຂອງເຮົາ. ທຸກສິ່ງທີ່ເຮົາກຽດຊັງ ແລະ ທຸກຄົນ, ທຸກເລື່ອງ ແລະ ວັດຖຸທີ່ເຮົາລັງກຽດ, ເຮົາກໍໂຍນຖິ້ມໄປໄກໆ. ເຮົາມີໄຊຊະນະ ແລະ ເຮົາສຳເລັດທຸກສິ່ງທີ່ເຮົາຕ້ອງການກະທຳ. ໃຜກ້າເວົ້າວ່າເຮົາບໍ່ໄດ້ສຳເລັດພາລະກິດຂອງເຮົາ? ໃຜກ້າເວົ້າວ່າເຮົາບໍ່ໄດ້ຮັບລູກຊາຍກົກຂອງເຮົາ? ໃຜກ້າເວົ້າວ່າເຮົາບໍ່ໄດ້ກັບຄືນມາພ້ອມກັບໄຊຊະນະ? ຄົນເຊັ່ນນັ້ນແມ່ນພັກພວກຂອງຊາຕານຢ່າງແນ່ນອນ; ພວກເຂົາແມ່ນຜູ້ທີ່ຍາກຈະໄດ້ຮັບການອະໄພໂທດຈາກເຮົາ. ພວກເຂົາຕາບອດ, ພວກເຂົາເປັນຜີຮ້າຍທີ່ສົກກະປົກ ແລະ ເຮົາກຽດຊັງພວກເຂົາທີ່ສຸດ. ໃນສິ່ງເຫຼົ່ານີ້ ເຮົາຈະເລີ່ມເປີດເຜີຍຄວາມໂກດຮ້າຍຂອງເຮົາ ແລະ ການພິພາກສາຂອງເຮົາທັງໝົດ ແລະ ຜ່ານໄຟທີ່ເຜົາໄໝ້ຂອງເຮົາ ເຮົາຈະຈຸດໄຟໃຫ້ແກ່ຈັກກະວານ ແລະ ແຜ່ນດິນໂລກແຕ່ຕົ້ນຈົນຈົບ, ສ່ອງສະຫວ່າງທຸກໆມຸມ, ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ.

ທັນທີທີ່ເຈົ້າເຂົ້າໃຈພຣະທຳຂອງເຮົາ, ເຈົ້າຄວນໄດ້ຮັບການປອບໃຈຈາກພວກມັນ; ເຈົ້າຕ້ອງບໍ່ປ່ອຍໃຫ້ພວກມັນຜ່ານໄປໂດຍບໍ່ໄດ້ຮັບການເອົາໃຈໃສ່. ພຣະຄຳແຫ່ງການພິພາກສາເກີດຂຶ້ນທຸກມື້, ແລ້ວເປັນຫຍັງພວກເຈົ້າຈຶ່ງໂງ່ຈ້າ ແລະ ເຢັນຊາແທ້? ເປັນຫຍັງເຈົ້າຈຶ່ງບໍ່ຮ່ວມມືກັບເຮົາ? ເຈົ້າເຕັມໃຈທີ່ຈະໄປນະຮົກບໍ? ເຮົາກ່າວວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມເມດຕາຕໍ່ລູກຊາຍກົກຂອງເຮົາ, ຕໍ່ລູກຊາຍ ແລະ ຄົນຂອງເຮົາ, ແລ້ວພວກເຈົ້າເຂົ້າໃຈເລື່ອງນີ້ໄດ້ແນວໃດ? ນີ້ບໍ່ແມ່ນຄຳເວົ້າທີ່ທຳມະດາ ແລະ ມັນຄວນຖືກເຂົ້າໃຈຈາກທັດສະນະຄະຕິດ້ານບວກ. ໂອ ມະນຸດຊາດທີ່ຕາບອດເອີຍ! ເຮົາໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນຫຼາຍເທື່ອແລ້ວ, ນຳພວກເຈົ້າອອກຈາກກຳມືຂອງຊາຕານ ແລະ ອອກຈາກການຂ້ຽນຕີ ເພື່ອວ່າພວກເຈົ້າອາດຈະໄດ້ຮັບຄຳສັນຍາຂອງເຮົາ, ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ສະແດງຄວາມເຫັນໃຈໃດໆແກ່ຫົວໃຈຂອງເຮົາ? ພວກເຈົ້າຄົນໃດໜຶ່ງຈະສາມາດຖືກຊ່ວຍໃຫ້ລອດພົ້ນດ້ວຍວິທີນີ້ບໍ? ຄວາມຊອບທຳ, ຄວາມສະຫງ່າຜ່າເຜີຍ ແລະ ການພິພາກສາຂອງເຮົາບໍ່ສະແດງຄວາມເມດຕາຕໍ່ຊາຕານ. ແຕ່ເທົ່າທີ່ພວກເຈົ້າຮູ້, ຈຸດປະສົງຂອງສິ່ງເຫຼົ່ານີ້ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແຕ່ພວກເຈົ້າພຽງບໍ່ສາມາດເຂົ້າໃຈອຸປະນິໄສຂອງເຮົາໄດ້ ແລະ ພວກເຈົ້າບໍ່ຮູ້ຈັກຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ. ພວກເຈົ້າຄິດວ່າເຮົາບໍ່ໄດ້ແຕກຕ່າງໃນຄວາມຮຸນແຮງຂອງການກະທຳຕ່າງໆຂອງເຮົາ ແລະ ເຮົາບໍ່ໄດ້ແຕກຕ່າງລະຫວ່າງເປົ້າໝາຍຕ່າງໆຂອງການກະທຳຂອງເຮົາ, ຊ່າງໂງ່ແທ້! ເຮົາສາມາດເຫັນທຸກຄົນ, ທຸກເຫດການ ແລະ ທຸກສິ່ງໄດ້ຢ່າງຊັດເຈນ. ເຮົາເຂົ້າໃຈດ້ວຍຄວາມກະຈ່າງແຈ້ງທີ່ສົມບູນເຖິງທາດແທ້ຂອງທຸກຄົນ ເຊິ່ງເວົ້າໄດ້ວ່າ ເຮົາເຫັນທະລຸສິ່ງຕ່າງໆທີ່ຄົນມີຢູ່ພາຍໃນຕົວພວກເຂົາຢ່າງຄົບຖ້ວນ. ເຮົາສາມາດເຫັນໄດ້ຢ່າງຊັດເຈນວ່າຄົນໆໜຶ່ງເປັນຄົນຊົ່ວຮ້າຍທີ່ໄຮ້ຢາງອາຍ ຫຼື ຍິງແພດສະຫຍາ ແລະ ເຮົາຮູ້ວ່າໃຜເຮັດຫຍັງຢ່າງລັບໆ. ຢ່າອວດສະເໜ່ຂອງເຈົ້າຕໍ່ໜ້າເຮົາ, ເຈົ້າຜູ້ໜ້າສົມເພດເອີຍ! ອອກໄປຈາກບ່ອນນີ້ດຽວນີ້! ສະນັ້ນ ເພື່ອຫຼີກຫຼ່ຽງບໍ່ໃຫ້ນຳເອົາຄວາມອັບອາຍມາສູ່ນາມຂອງເຮົາ, ເຮົາບໍ່ໃຊ້ຄົນແບບນັ້ນ! ພວກເຂົາບໍ່ສາມາດເປັນພະຍານໃຫ້ແກ່ນາມຂອງເຮົາໄດ້ ແລະ ກົງກັນຂ້າມ ພວກເຂົາຕໍ່ຕ້ານເພື່ອບໍ່ໃຫ້ເກີດຜົນ ແລະ ນຳເອົາຄວາມອັບອາຍມາສູ່ຄອບຄົວຂອງເຮົາ! ພວກເຂົາຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາທັນທີ. ເຮົາບໍ່ຕ້ອງການພວກເຂົາ. ເຮົາຈະບໍ່ທົນຕໍ່ຄວາມລ້າຊ້າແມ່ນແຕ່ວິນາທີດຽວ! ສຳລັບຄົນເຫຼົ່ານັ້ນ, ບໍ່ວ່າພວກເຂົາສະແຫວງຫາແນວໃດກໍຕາມ ມັນກໍບໍ່ມີປະໂຫຍດ ເພາະວ່າໃນອານາຈັກຂອງເຮົາ ທຸກຄົນບໍລິສຸດ ແລະ ບໍ່ມີມົນທິນແຕ່ຢ່າງໃດເລີຍ. ຖ້າເຮົາກ່າວວ່າເຮົາບໍ່ຕ້ອງການຜູ້ໃດຜູ້ໜຶ່ງ ແລະ ນັ້ນລວມເຖິງຄົນຂອງເຮົາເອງ ແລ້ວເຮົາກໍໝາຍຄວາມວ່າແນວນັ້ນ; ຢ່າຖ້າໃຫ້ເຮົາປ່ຽນໃຈເລີຍ. ເຮົາບໍ່ສົນວ່າເມື່ອກ່ອນເຈົ້າດີກັບເຮົາສ່ຳໃດ!

ເຮົາເປີດເຜີຍຄວາມລຶກລັບແກ່ພວກເຈົ້າທຸກມື້. ພວກເຈົ້າຮູ້ຈັກວິທີການເວົ້າຂອງເຮົາບໍ? ແມ່ນຫຍັງຄືພື້ນຖານທີ່ເຮົາເປີດເຜີຍຄວາມລຶກລັບຂອງເຮົາ? ພວກເຈົ້າຮູ້ບໍ? ພວກເຈົ້າມັກເວົ້າວ່າເຮົາແມ່ນພຣະເຈົ້າທີ່ສະໜອງໃຫ້ພວກເຈົ້າຖືກເວລາ, ດັ່ງນັ້ນ ພວກເຈົ້າເຂົ້າໃຈແນວໃດກ່ຽວກັບແງ່ມຸມເຫຼົ່ານີ້? ເຮົາເປີດເຜີຍຄວາມລຶກລັບຂອງເຮົາໃຫ້ແກ່ພວກເຈົ້າເທື່ອລະຂໍ້ໂດຍສອດຄ່ອງກັບບາດກ້າວພາລະກິດຂອງເຮົາ ແລະ ເຮົາສະໜອງໃຫ້ພວກເຈົ້າໂດຍສອດຄ່ອງກັບແຜນການຂອງເຮົາ ແລະ ຍິ່ງໄປກວ່ານັ້ນແມ່ນສອດຄ່ອງກັບວຸດທິພາວະຕົວຈິງຂອງພວກເຈົ້າ (ເມື່ອໃດກໍຕາມທີ່ກ່າວເຖິງການສະໜອງຂອງເຮົາ, ມັນກໍແມ່ນໝາຍເຖິງທຸກໆຄົນໃນອານາຈັກ). ວິທີການເວົ້າຂອງເຮົາເປັນເຊັ່ນນີ້: ສຳລັບຄົນທີ່ຢູ່ໃນເຮືອນຂອງເຮົານັ້ນເຮົາມອບຄວາມສະບາຍໃຈ, ເຮົາສະໜອງໃຫ້ແກ່ພວກເຂົາ ແລະ ເຮົາພິພາກສາພວກເຂົາ; ສຳລັບຊາຕານນັ້ນ ເຮົາບໍ່ສະແດງຄວາມເມດຕາແມ່ນແຕ່ໜ້ອຍເລີຍ ແລະ ທັງໝົດແມ່ນຄວາມໂກດຮ້າຍ ແລະ ການເຜົາໄໝ້. ເຮົາຈະໃຊ້ບົດບັນຍັດການປົກຄອງຂອງເຮົາເພື່ອຂັບໄລ່ຜູ້ທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ຫຼື ບໍ່ໄດ້ຖືກເລືອກອອກຈາກເຮືອນຂອງເຮົາເທື່ອລະຄົນ. ບໍ່ຈຳເປັນຕ້ອງຮູ້ສຶກກັງວົນໃຈ. ຫຼັງຈາກທີ່ເຮົາເຮັດໃຫ້ພວກເຂົາເປີດເຜີຍລັກສະນະເດີມຂອງພວກເຂົາ (ຫຼັງຈາກທີ່ພວກເຂົາໃຫ້ການບໍລິການແກ່ລູກຊາຍຂອງເຮົາເມື່ອຈຸດຈົບມາເຖິງ), ພວກເຂົາຈະກັບຄືນສູ່ຂຸມເລິກ ຫຼື ບໍ່ດັ່ງນັ້ນ ເຮົາຈະບໍ່ມີວັນເຮັດໃຫ້ເລື່ອງນີ້ຢຸດ ແລະ ເຮົາຈະບໍ່ປ່ອຍວາງ. ຄົນມັກກ່າວເຖິງນະຮົກ ແລະ ດິນແດນມໍລະນາ. ແຕ່ຄຳເວົ້າສອງຄຳນີ້ໝາຍເຖິງຫຍັງ ແລະ ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກມັນ? ພວກມັນໝາຍເຖິງບາງມຸມທີ່ໜາວເຢັນ ແລະ ມືດມົວບໍ? ຈິດໃຈມະນຸດຂັດຂວາງການຄຸ້ມຄອງຂອງເຮົາຢູ່ສະເໝີ ໂດຍຄິດວ່າການໄຕ່ຕອງທີ່ແລ້ວແຕ່ເວນແຕ່ກຳຂອງພວກເຂົາເອງດີເລີດແທ້ໆ! ແຕ່ສິ່ງເຫຼົ່ານີ້ບໍ່ມີຫຍັງເລີຍ ນອກຈາກຈິນຕະນາການຂອງພວກເຂົາເອງ. ທັງດິນແດນມໍລະນາ ແລະ ນະຮົກໝາຍເຖິງວິຫານແຫ່ງຄວາມສົກກະປົກທີ່ຊາຕານ ຫຼື ວິນຍານຊົ່ວຮ້າຍໄດ້ອາໄສຢູ່ກ່ອນໜ້ານີ້. ໝາຍຄວາມວ່າ ໃຜກໍຕາມທີ່ຖືກຊາຕານ ຫຼື ວິນຍານຊົ່ວຮ້າຍຄອບຄອງມາກ່ອນ ມັນແມ່ນພວກເຂົາທີ່ເປັນດິນແດນມໍລະນາ ແລະ ມັນແມ່ນພວກເຂົາທີ່ເປັນນະຮົກ, ບໍ່ມີຂໍ້ຜິດພາດໃດໆ! ນີ້ແມ່ນເຫດຜົນທີ່ເຮົາໄດ້ກ່າວຊ້ຳໆໃນອະດີດວ່າເຮົາບໍ່ອາໄສຢູ່ໃນວິຫານທີ່ສົກກະປົກ. ເຮົາ (ພຣະເຈົ້າເອງ) ຈະສາມາດອາໄສຢູ່ໃນດິນແດນມໍລະນາ ຫຼື ໃນນະຮົກໄດ້ບໍ? ນັ້ນຈະບໍ່ແມ່ນເລື່ອງໄຮ້ສາລະທີ່ເປັນຕາຫົວບໍ? ເຮົາໄດ້ເວົ້າເລື່ອງນີ້ຫຼາຍຄັ້ງແລ້ວ ແຕ່ພວກເຈົ້າຍັງບໍ່ເຂົ້າໃຈສິ່ງທີ່ເຮົາໝາຍເຖິງ. ເມື່ອປຽບທຽບກັບນະຮົກ, ດິນແດນມໍລະນາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງຫຼາຍກວ່າ. ຜູ້ທີ່ມີໄວ້ສຳລັບດິນແດນມໍລະນາແມ່ນກໍລະນີທີ່ຮ້າຍແຮງທີ່ສຸດ ແລະ ເຮົາພຽງແຕ່ບໍ່ໄດ້ກຳນົດຄົນເຫຼົ່ານີ້ໄວ້ລ່ວງໜ້າ; ຜູ້ທີ່ມີໄວ້ສຳລັບນະຮົກແມ່ນບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ຕໍ່ມາກໍຖືກກຳຈັດ. ເວົ້າງ່າຍໆກໍ່ຄື ເຮົາບໍ່ໄດ້ເລືອກຄົນເຫຼົ່ານີ້ແມ່ນແຕ່ຄົນດຽວ.

ຜູ້ຄົນມັກສະແດງຕົວວ່າເປັນຜູ້ຊ່ຽວຊານທີ່ເຂົ້າໃຈພຣະທຳຂອງເຮົາຢ່າງຜິດໆ. ຖ້າເຮົາບໍ່ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນ ແລະ ຊີ້ແຈງສິ່ງຕ່າງໆເທື່ອລະໜ້ອຍ, ມີໃຜໃນພວກເຈົ້າທີ່ຈະເຂົ້າໃຈ? ແມ່ນແຕ່ພຣະທຳທີ່ເຮົາກ່າວ, ພວກເຈົ້າກໍເຊື່ອພຽງແຕ່ເຄິ່ງໜຶ່ງ, ບໍ່ຕ້ອງເວົ້າເຖິງສິ່ງຕ່າງໆທີ່ບໍ່ໄດ້ຖືກກ່າວເຖິງມາກ່ອນ. ປັດຈຸບັນນີ້ ການຂັດແຍ້ງພາຍໃນໄດ້ເລີ່ມຕົ້ນຂຶ້ນໃນທຸກປະເທດ: ຄົນງານຂັດແຍ້ງກັນກັບຫົວໜ້າ, ນັກຮຽນກັບອາຈານ, ພົນລະເມືອງກັບເຈົ້າໜ້າທີ່ລັດຖະບານ ແລະ ກິດຈະກຳທັງໝົດເຊັ່ນນີ້ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບກໍເກີດຂຶ້ນກ່ອນໝູ່ໃນທຸກປະເທດ ແລະ ນີ້ເປັນພຽງສ່ວນໜຶ່ງຂອງການບໍລິການທີ່ຖືກມອບໃຫ້ເຮົາ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າການບໍລິການຖືກມອບໃຫ້ແກ່ເຮົາຜ່ານສິ່ງເຫຼົ່ານີ້? ເຮົາມີຄວາມສຸກໃນຄວາມໂຊກຮ້າຍຂອງຜູ້ຄົນບໍ? ເຮົານັ່ງໂດຍບໍ່ສົນໃຈບໍ? ແນ່ນອນວ່າບໍ່! ເພາະນີ້ແມ່ນການທີ່ຊາຕານກຳລັງຮ້ອງກາກໃສ່ຄວາມເຈັບປວດປາງຕາຍຂອງມັນ ແລະ ຈຸດປະສົງຂອງສິ່ງເຫຼົ່ານີ້ທັງໝົດແມ່ນເພື່ອຄວບຄຸມສິ່ງທີ່ບໍ່ດີໃຫ້ເຮັດໜ້າທີ່ເປັນຕົວປະກອບສຳລັບອຳນາດຂອງເຮົາ ແລະ ສຳລັບການກະທຳອັນໜ້າອັດສະຈັນຂອງເຮົາ. ທັງໝົດເປັນປະຈັກພະຍານທີ່ໜັກແໜ້ນເຊິ່ງເປັນພະຍານໃຫ້ເຮົາ ແລະ ເປັນອາວຸດເພື່ອໂຈມຕີຊາຕານ. ພຽງແຕ່ເມື່ອທຸກປະເທດໃນໂລກຕໍ່ສູ້ເພື່ອດິນແດນ ແລະ ອິດທິພົນ, ລູກຊາຍກົກຂອງເຮົາ ແລະ ເຮົາກໍປົກຄອງເປັນກະສັດຮ່ວມກັນ ແລະ ຈັດການກັບພວກເຂົາ ແລະ ມັນຢູ່ເໜືອຈິນຕະນາການຂອງພວກເຂົາທີ່ຢູ່ພາຍໃຕ້ສະພາບແວດລ້ອມທີ່ໜ້າສົມເພດເຫຼົ່ານີ້ຢ່າງແນ່ນອນ, ອານາຈັກຂອງເຮົາຖືກເຮັດໃຫ້ກາຍເປັນຈິງຢ່າງທີ່ສຸດທ່າມກາງມະນຸດ. ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາຍາດຊິງອຳນາດ ແລະ ຕ້ອງການທີ່ຈະຕັດສິນຄົນອື່ນ, ຄົນອື່ນກໍຕັດສິນພວກເຂົາ ແລະ ພວກເຂົາຖືກເຜົາໄໝ້ດ້ວຍຄວາມໂກດຮ້າຍຂອງເຮົາ, ຊ່າງໜ້າເວດທະນາແທ້! ໜ້າເວດທະນາແທ້! ອານາຈັກຂອງເຮົາຖືກເຮັດໃຫ້ກາຍເປັນຈິງທ່າມກາງມະນຸດ, ນີ້ຊ່າງເປັນເຫດການທີ່ມີສະຫງ່າລາສີແທ້!

ການເປັນມະນຸດ (ບໍ່ວ່າຈະເປັນຄົນໃນອານາຈັກຂອງເຮົາ ຫຼື ລູກຫຼານຂອງຊາຕານ), ພວກເຈົ້າທຸກຄົນຕ້ອງເຫັນການກະທຳອັນໜ້າອັດສະຈັນຂອງເຮົາ, ບໍ່ດັ່ງນັ້ນ ເຮົາກໍຈະບໍ່ມີວັນຢຸດເລື່ອງນີ້. ເຖິງແມ່ນວ່າເຈົ້າເຕັມໃຈທີ່ຈະຍອມຮັບການພິພາກສາຂອງເຮົາກໍຕາມ, ມັນກໍຈະເປັນໄປບໍ່ໄດ້ທີ່ເຈົ້າບໍ່ໄດ້ເຫັນການກະທຳທີ່ໜ້າອັດສະຈັນຂອງເຮົາ. ທຸກຄົນຕ້ອງເຊື່ອໝັ້ນດ້ວຍໃຈ, ດ້ວຍຄຳເວົ້າ ແລະ ດ້ວຍສາຍຕາ ແລະ ບໍ່ສາມາດປ່ອຍຜູ້ໃດໄປຢ່າງງ່າຍໆໄດ້. ທຸກຄົນຕ້ອງມອບຄວາມສະຫງ່າລາສີໃຫ້ແກ່ເຮົາ. ໃນທີ່ສຸດ ເຮົາເຖິງກັບຈະເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ລຸກຂຶ້ນ ແລະ ສັນລະເສີນເຮົາສຳລັບໄຊຊະນະຂອງເຮົາ. ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ, ເຈົ້າຈະຈື່ມັນບໍ? ທຸກຄົນຕ້ອງສັນລະເສີນເຮົາຢ່າງບໍ່ສິ້ນສຸດ ແລະ ມອບຄວາມສະຫງ່າລາສີໃຫ້ແກ່ເຮົາ!

ກ່ອນນີ້: ບົດທີ 89

ຕໍ່ໄປ: ບົດທີ 91

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້