ບົດທີ 91
ພຣະວິນຍານຂອງເຮົາກ່າວ ແລະ ເປັ່ງສຽງຂອງເຮົາຢູ່ຢ່າງສະໝໍ່າສະເໝີ, ມີຈັກຄົນທ່າມກາງພວກເຈົ້າທີ່ສາມາດຮູ້ຈັກເຮົາໄດ້? ເປັນຫຍັງເຮົາຈຶ່ງຕ້ອງກາຍເປັນເນື້ອໜັງ ແລະ ມາຢູ່ທ່າມກາງພວກເຈົ້າ? ນີ້ແມ່ນຄວາມລຶກລັບທີ່ຍິ່ງໃຫຍ່. ພວກເຈົ້າຄິດເຖິງເຮົາ ແລະ ປາຖະໜາເຮົາໝົດມື້ ແລະ ເຈົ້າສັນລະເສີນເຮົາ, ຊື່ນຊົມເຮົາ, ກິນ ແລະ ດື່ມຈາກເຮົາທຸກໆມື້, ແຕ່ມື້ນີ້ ພວກເຈົ້າຍັງບໍ່ຮູ້ຈັກເຮົາ. ພວກເຈົ້າຊ່າງບໍ່ມີຄວາມຮູ້ ແລະ ຕາບອດແທ້! ພວກເຈົ້າຊ່າງຮູ້ຈັກເຮົາໜ້ອຍແທ້! ມີຈັກຄົນໃນພວກເຈົ້າທີ່ສາມາດຄຳນຶງເຖິງຄວາມປະສົງຂອງເຮົາ? ນັ້ນກໍຄື ມີຈັກຄົນໃນພວກເຈົ້າທີ່ສາມາດຮູ້ຈັກເຮົາໄດ້? ພວກເຈົ້າທຸກຄົນລ້ວນແລ້ວແແຕ່ເປັນຄົນປະເພດທີ່ຊົ່ວຮ້າຍ, ແຕ່ພວກເຈົ້າກໍຍັງຕ້ອງການເຮັດຕາມຄວາມປະສົງຂອງເຮົາບໍ? ລືມໄປເສຍ! ເຮົາຂໍບອກເຈົ້າວ່າ: ບໍ່ວ່າການກະທຳຂອງຊາຕານຈະດີພຽງໃດ, ພວກມັນແມ່ນມີເຈດຕະນາເພື່ອທຳລາຍການກໍ່ສ້າງຂອງເຮົາ ແລະ ເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ບໍ່ວ່າການກະທຳຂອງມັນຈະດີພຽງໃດກໍຕາມ, ທາດແທ້ຂອງມັນກໍບໍ່ປ່ຽນແປງ, ມັນທ້າທາຍເຮົາ. ເພາະສະນັ້ນ, ຫຼາຍຄົນຈຶ່ງຖືກມືຂອງເຮົາໂຈມຕີໂດຍບໍ່ຮູ້ຕົວ ແລະ ຖືກຂັບໄລ່ອອກຈາກຄອບຄົວຂອງເຮົາໂດຍບໍ່ຮູ້ຕົວ. ປັດຈຸບັນນີ້, ບໍ່ມີແມ່ນແຕ່ສິ່ງດຽວ (ບໍ່ວ່າໃຫຍ່ ຫຼື ນ້ອຍ) ທີ່ຖືກປັ້ນແຕ່ງໂດຍມະນຸດ; ທັງໝົດຢູ່ໃນມືຂອງເຮົາ. ຖ້າບາງຄົນເວົ້າວ່າທຸກສິ່ງຢູ່ພາຍໃຕ້ການຄວບຄຸມຂອງມະນຸດ, ແລ້ວເຮົາກໍຈະເວົ້າວ່າ ເຈົ້າທ້າທາຍເຮົາ ແລະ ແນ່ນອນ ເຮົາຈະຂ້ຽນຕີເຈົ້າຢ່າງຮຸນແຮງ ແລະ ປ່ອຍເຈົ້າ ບໍ່ມີບ່ອນວາງຫົວຂອງເຈົ້າຕະຫຼອດໄປ. ຈາກທຸກເຫດການ ແລະ ທຸກສິ່ງ, ແມ່ນຫຍັງທີ່ບໍ່ໄດ້ຢູ່ພາຍໃນມືຂອງເຮົາ? ແມ່ນຫຍັງທີ່ມືຂອງເຮົາບໍ່ໄດ້ຕັ້ງຂຶ້ນ ຫຼື ບໍ່ໄດ້ຖືກກຳນົດໄວ້ໂດຍເຮົາ? ແລະ ເຈົ້າຍັງເວົ້າເຖິງການຮູ້ຈັກເຮົາຢູ່! ຄຳເວົ້າເຫຼົ່ານີ້ເປັນຄຳເວົ້າທີ່ຊົ່ວຮ້າຍ. ເຈົ້າໄດ້ໂກງຄົນອື່ນ, ດັ່ງນັ້ນເຈົ້າຈຶ່ງຄິດວ່າເຈົ້າສາມາດໂກງເຮົາໄດ້ເຊັ່ນກັນບໍ? ເຈົ້າຄິດວ່າຖ້າບໍ່ມີຄົນຮູ້ສິ່ງທີ່ເຈົ້າໄດ້ເຮັດ, ແລ້ວມັນກໍຈະບໍ່ມີຫຍັງເກີດຂຶ້ນບໍ? ຢ່າຄິດວ່າເຈົ້າຈະຖືກປ່ອຍໄປຢ່າງງ່າຍດາຍ! ເຮົາຕ້ອງເຮັດໃຫ້ເຈົ້າຄຸເຂົ່າລົງຕໍ່ໜ້າເຮົາ ແລະ ເວົ້າມັນອອກມາ. ມັນເປັນທີ່ຍອມຮັບບໍ່ໄດ້ທີ່ຈະບໍ່ເວົ້າ; ນີ້ບົດບັນຍັດການປົກຄອງຂອງເຮົາ!
ພວກເຈົ້າເຂົ້າໃຈແທ້ໆບໍວ່າພຣະວິນຍານຂອງເຮົາແມ່ນໃຜ ແລະ ຕົວຕົນທາງເນື້ອໜັງຂອງເຮົາແມ່ນໃຜ? ຄວາມສຳຄັນຂອງການບັງເກີດເປັນມະນຸດຂອງເຮົາແມ່ນຫຍັງ? ຜູ້ໃດທ່າມກາງພວກເຈົ້າທີ່ໄດ້ໄຕ່ຕອງເລື່ອງຍິ່ງໃຫຍ່ນີ້ຢ່າງຮອບຄອບ ແລະ ໄດ້ຮັບການເປີດເຜີຍບາງຢ່າງຈາກເຮົາ? ພວກເຈົ້າທຸກຄົນຫຼອກຕົວເອງ! ເປັນຫຍັງເຮົາຈຶ່ງເວົ້າວ່າເຈົ້າເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່? ປັດຈຸບັນນີ້, ເຮົາເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງເຮົາໃຫ້ແກ່ພວກເຈົ້າ ເຊິ່ງເປັນຄວາມລຶກລັບທີ່ມະນຸດບໍ່ສາມາດແກ້ໄດ້ນັບຕັ້ງແຕ່ການສ້າງໂລກ ເຊິ່ງໄດ້ນຳເປົ້າໝາຍຫຼາຍຢ່າງຂອງຄວາມກຽດຊັງຂອງເຮົາມາເພື່ອທຳລາຍ. ແລະ ມັນກໍເປັນມື້ນີ້. ຍ້ອນເນື້ອໜັງຂອງເຮົາ, ຫຼາຍຄົນທີ່ເຮົາຮັກໄດ້ຖືກເຮັດໃຫ້ສົມບູນແບບ. ເປັນຫຍັງເຮົາຕ້ອງກາຍເປັນເນື້ອໜັງແທ້ໆ? ແລະ ເປັນຫຍັງເຮົາຈຶ່ງປາກົດຕົວດັ່ງທີ່ເຮົາເຮັດ (ໃນທຸກສິ່ງ, ລວມເຖິງຄວາມສູງ, ຮູບລັກສະນະ, ວຸດທິພາວະຂອງເຮົາ ແລະ ອື່ນໆອີກ)? ໃຜມີຫຍັງທີ່ຈະເວົ້າກ່ຽວກັບເລື່ອງນັ້ນບໍ? ມີຄວາມສຳຄັນຫຼາຍໃນການບັງເກີດເປັນມະນຸດຂອງເຮົາ ເຊິ່ງມັນບໍ່ສາມາດເວົ້າໄດ້ທັງໝົດ. ຕອນນີ້ ເຮົາຈະບອກພວກເຈົ້າພຽງແຕ່ສ່ວນໜຶ່ງຂອງມັນ (ຕາມຂັ້ນຕອນພາລະກິດຂອງເຮົາຈົນເຮັດໃຫ້ມັນມາໄກປານນີ້, ເຮົາຕ້ອງກະທຳສິ່ງນີ້ ແລະ ກ່າວສິ່ງນີ້): ຫຼັກໆແລ້ວ ການບັງເກີດເປັນມະນຸດຂອງເຮົາແນໃສ່ລູກຊາຍກົກຂອງເຮົາ ເພື່ອວ່າເຮົາອາດລ້ຽງດູພວກເຂົາ ແລະ ເພື່ອວ່າພວກເຂົາຈະສາມາດສົນທະນາ ແລະ ເວົ້າກັບເຮົາຊ່ອງໜ້າໄດ້; ມັນຍິ່ງສະແດງໃຫ້ເຫັນຕື່ມອີກວ່າ ເຮົາ ແລະ ລູກຊາຍກົກຂອງເຮົາມີຄວາມສະໜິດສະໜົມກັນ (ໝາຍຄວາມວ່າພວກເຮົາກິນນຳກັນ, ຢູ່ນຳກັນ, ດຳລົງຊີວິດຮ່ວມກັນ ແລະ ປະຕິບັດງານຮ່ວມກັນ), ເພື່ອວ່າພວກເຂົາອາດຈະຖືກເຮົາລ້ຽງດູຈາກເຮົາໃນຄວາມເປັນຈິງ, ສິ່ງເຫຼົ່ານີ້ບໍ່ແມ່ນພຣະທຳທີ່ວ່າງເປົ່າ ແຕ່ແມ່ນຄວາມເປັນຈິງ. ກ່ອນໜ້ານີ້, ຄົນເຊື່ອໃນເຮົາ ແຕ່ບໍ່ສາມາດເຂົ້າໃຈຄວາມເປັນຈິງໄດ້ ແລະ ນີ້ກໍຍ້ອນວ່າເຮົາຍັງບໍ່ທັນໄດ້ບັງເກີດເປັນມະນຸດເທື່ອ. ປັດຈຸບັນນີ້, ການບັງເກີດເປັນມະນຸດຂອງເຮົາອະນຸຍາດໃຫ້ພວກເຈົ້າທຸກຄົນເຂົ້າໃຈຄວາມເປັນຈິງ ແລະ ອະນຸຍາດຜູ້ທີ່ຮັກເຮົາຢ່າງຈິງໃຈໃຫ້ຮູ້ຈັກເຮົາ ຜູ້ເປັນພຣະເຈົ້າທີ່ມີສະຕິປັນຍາ ຜ່ານການເວົ້າ ແລະ ພຶດຕິກຳຂອງເຮົາ ແລະ ຫຼັກການທີ່ຢູ່ເບື້ອງຫຼັງວິທີການທີ່ເຮົາຈັດການເລື່ອງຕ່າງໆ. ມັນຍັງອະນຸຍາດໃຫ້ບັນດາຜູ້ທີ່ບໍ່ສະແຫວງຫາເຮົາຢ່າງຈິງໃຈໄດ້ເຫັນການກະທຳທີ່ເບິ່ງບໍ່ເຫັນຂອງເຮົາໃນແງ່ມຸມຂອງເຮົານັ້ນກໍຄືຄວາມເປັນມະນຸດຂອງເຮົາ ແລະ ດັ່ງນັ້ນຈຶ່ງທ້າທາຍເຮົາ ແລະ ຕໍ່ມາກໍຕາຍໂດຍ “ບໍ່ມີເຫດຜົນຫຍັງເລີຍ”, ຖືກມືຂອງເຮົາໂຈມຕີ. ເພື່ອເຮັດໃຫ້ຊາຕານອັບອາຍ, ການບັງເກີດເປັນມະນຸດເປັນພະຍານທີ່ດັງກ້ອງກັງວານທີ່ສຸດໃຫ້ແກ່ເຮົາ; ບໍ່ພຽງແຕ່ເຮົາສາມາດອອກມາຈາກເນື້ອໜັງໄດ້ເທົ່ານັ້ນ, ແຕ່ເຮົາຍັງສາມາດມີຊີວິດຢູ່ພາຍໃນເນື້ອໜັງອີກດ້ວຍ. ເຮົາບໍ່ທົນທຸກຕໍ່ຂໍ້ຈຳກັດດ້ານມິຕິ ແລະ ພູມີສາດ; ສຳລັບເຮົາແລ້ວ ບໍ່ມີສິ່ງກີດຂວາງຫຍັງ ແລະ ທຸກສິ່ງໄຫຼວຽນຢ່າງລາບລື້ນ. ມັນແມ່ນໃນສິ່ງນີ້ທີ່ເຮັດໃຫ້ຊາຕານອັບອາຍຂາຍໜ້າທີ່ສຸດ ແລະ ເມື່ອເຮົາອອກມາຈາກເນື້ອໜັງ, ເຮົາກໍຍັງປະຕິບັດພາລະກິດໃນເນື້ອໜັງຂອງເຮົາ ແລະ ເຮົາບໍ່ໄດ້ຮັບຜົນກະທົບຫຍັງເລີຍ. ເຮົາຍັງຄົງກ້າວຂ້າມພູ, ແມ່ນ້ຳ, ທະເລສາບ ແລະ ທຸກມຸມຂອງຈັກກະວານ ພ້ອມທັງສິ່ງຕ່າງໆທີ່ຢູ່ພາຍໃນນັ້ນອີກດ້ວຍ. ເຮົາໄດ້ບັງເກີດເປັນມະນຸດເພື່ອເປີດເຜີຍທຸກຄົນທີ່ເກີດມາຈາກເຮົາ ແຕ່ໄດ້ລຸກຂຶ້ນມາທ້າທາຍເຮົາ. ຖ້າເຮົາບໍ່ກາຍເປັນເນື້ອໜັງ, ມັນກໍຈະບໍ່ມີທາງທີ່ຈະເປີດເຜີຍພວກເຂົາໄດ້ (ໝາຍເຖິງບັນດາຜູ້ທີ່ເຮັດແບບໜຶ່ງຕໍ່ໜ້າເຮົາ ແລະ ອີກແບບໜຶ່ງຢູ່ລັບຫຼັງເຮົາ). ຖ້າເຮົາຍັງຄົງເປັນພຣະວິນຍານຢູ່, ຄົນກໍຈະນະມັດສະການເຮົາໃນແນວຄິດຂອງພວກເຂົາ ແລະ ຈະຄິດວ່າ ເຮົາແມ່ນພຣະເຈົ້າທີ່ບໍ່ມີຮູບຮ່າງ ແລະ ບໍ່ສາມາດເຂົ້າເຖິງໄດ້. ການບັງເກີດເປັນມະນຸດຂອງເຮົາໃນປັດຈຸບັນນີ້ ຂ້ອນຂ້າງກົງກັນຂ້າມກັບແນວຄິດຂອງຜູ້ຄົນ (ເວົ້າເຖິງຄວາມສູງ ແລະ ຮູບລັກສະນະຂອງເຮົາ) ເນື່ອງຈາກວ່າພຣະອົງເບິ່ງຄືວ່າທຳມະດາ ແລະ ບໍ່ໄດ້ສູງຫຼາຍ. ມັນແມ່ນປະເດັນນີ້ທີ່ເຮັດໃຫ້ຊາຕານອັບອາຍຂາຍໜ້າຫຼາຍທີ່ສຸດ ແລະ ເປັນຕົວຕໍ່ຕ້ານທີ່ມີອຳນາດທີ່ສຸດຕໍ່ແນວຄິດຂອງຜູ້ຄົນ (ການໝິ່ນປະໝາດຂອງຊາຕານ). ຖ້າຮູບລັກສະນະຂອງເຮົາແຕກຕ່າງຈາກຄົນອື່ນໆ, ນັ້ນກໍຈະເປັນບັນຫາ, ທຸກຄົນກໍຈະມານະມັດສະການເຮົາ ແລະ ເຂົ້າໃຈເຮົາຜ່ານແນວຄິດຂອງຕົນເອງ ແລະ ພວກເຂົາຈະບໍ່ສາມາດເປັນພະຍານທີ່ງົດງາມໃຫ້ເຮົາໄດ້. ສະນັ້ນ, ເຮົາຈຶ່ງນໍາໃຊ້ພາບລັກທີ່ເຮົາມີໃນວັນນີ້ ເຊິ່ງບໍ່ຍາກທີ່ຈະເຂົ້າໃຈເລີຍ. ທຸກຄົນຄວນກ້າວອອກຈາກແນວຄິດຂອງມະນຸດ ແລະ ບໍ່ຖືກຫຼອກລວງໂດຍກົນອຸບາຍທີ່ເລ່ລ່ຽມຂອງຊາຕານ. ໃນອະນາຄົດ ເຮົາຈະບອກພວກເຈົ້າຕື່ມອີກເທື່ອລະສ່ວນ ຕາມຄວາມຕ້ອງການຂອງພາລະກິດຂອງເຮົາ.
ປັດຈຸບັນນີ້ ພາລະກິດອັນຍິ່ງໃຫຍ່ຂອງເຮົາໄດ້ປະສົບຜົນສຳເລັດ ແລະ ແຜນການຂອງເຮົາກໍສຳເລັດແລ້ວ. ເຮົາໄດ້ຮັບຄົນກຸ່ມໜຶ່ງທີ່ຮ່ວມມືກັບເຮົາດ້ວຍໃຈທີ່ເປັນໜຶ່ງດຽວ ແລະ ສາມັກຄີກັນ. ນີ້ເປັນຊ່ວງເວລາທີ່ມີສະຫງ່າລາສີທີ່ສຸດສຳລັບເຮົາ. ລູກຊາຍທີ່ຮັກຂອງເຮົາ (ທຸກຄົນທີ່ຮັກເຮົາ) ສາມາດເປັນຈິດໜຶ່ງໃຈດຽວກັນກັບເຮົາໃນການເຮັດສຳເລັດທຸກສິ່ງທີ່ເຮົາຕ້ອງເຮັດຮ່ວມກັນກັບເຮົາ. ນີ້ແມ່ນສິ່ງມະຫັດສະຈັນ. ຫຼັງຈາກມື້ນີ້ໄປ, ຄົນທີ່ເຮົາຖືວ່າບໍ່ເປັນທີ່ຮັກຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ, ໝາຍຄວາມວ່າ ເຮົາຈະປະຖິ້ມຜູ້ທີ່ບໍ່ສອດຄ່ອງກັບສິ່ງທີ່ເຮົາກ່າວໃນອະດີດ. ຜູ້ຄົນຕ້ອງສອດຄ່ອງກັບສິ່ງທີ່ເຮົາກ່າວຢ່າງສົມບູນ. ຈົ່ງຈື່ຈຳສິ່ງນີ້ໄວ້! ເຈົ້າຕ້ອງສອດຄ່ອງຢ່າງສົມບູນ. ຢ່າເຂົ້າໃຈຜິດ; ທຸກສິ່ງຂຶ້ນຢູ່ກັບເຮົາ. ຄົນເອີຍ, ຢ່າເວົ້າເຖິງເງື່ອນໄຂກັບເຮົາ. ຖ້າເຮົາເວົ້າວ່າເຈົ້າມີຄຸນສົມບັດ, ແລ້ວມັນກໍຈະຖືກຂຽນໄວ້ໃນແຜ່ນຫີນ; ຖ້າເຮົາເວົ້າວ່າເຈົ້າບໍ່ມີຄຸນສົມບັດ, ຢ່າເບິ່ງຄືວ່າເຈັບປວດ ແລະ ໂທດສະຫວັນ ແລະ ແຜ່ນດິນໂລກເລີຍ. ມັນແມ່ນການຈັດແຈງຂອງເຮົາທັງໝົດ. ໃຜເວົ້າວ່າເຈົ້າຄວນດູໝິ່ນຕົວເອງ? ໃຜເວົ້າວ່າເຈົ້າຄວນກະທຳຄວາມໂງ່ຈ້າທີ່ໜ້າອັບອາຍນັ້ນ? ເຖິງແມ່ນວ່າເຈົ້າບໍ່ໄດ້ເວົ້າຫຍັງ, ເຈົ້າກໍບໍ່ສາມາດປິດບັງຄວາມຈິງຈາກເຮົາໄດ້. ພຣະທຳຂອງເຮົາມີຄວາມໝາຍສຳລັບໃຜເມື່ອເຮົາເວົ້າວ່າເຮົາແມ່ນພຣະເຈົ້າຜູ້ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ? ເຮົາກ່າວມັນກັບຄົນທີ່ບໍ່ຊື່ສັດ. ຊ່າງໄຮ້ຢາງອາຍແທ້, ເຮັດສິ່ງດັ່ງກ່າວລັບຫຼັງເຮົາ! ເຈົ້າຕ້ອງການທີ່ຈະລວງຕາເຮົາບໍ? ມັນບໍ່ໄດ້ງ່າຍປານນັ້ນ! ອອກໄປຈາກບ່ອນນີ້ດຽວນີ້ເສຍ! ບຸດແຫ່ງຄວາມກະບົດເອີຍ! ເຈົ້າບໍ່ຮັກຕົວເອງ ແລະ ເຈົ້າບໍ່ເຄົາລົບຕົວເອງ! ເຈົ້າບໍ່ສົນໃຈຕົວເອງ ແຕ່ເຈົ້າຍັງຢາກໃຫ້ເຮົາຮັກເຈົ້າບໍ? ລືມໄປເສຍ! ເຮົາບໍ່ຕ້ອງການຄົນໜ້າເວດທະນາໃນລັກສະນະດັ່ງກ່າວແມ່ນແຕ່ຄົນດຽວ. ພວກເຈົ້າທຸກຄົນຈົ່ງໜີໄປໄກໆຈາກເຮົາ! ນີ້ນຳເອົາຄວາມອັບອາຍທີ່ຮ້າຍແຮງທີ່ສຸດມາສູ່ນາມຂອງເຮົາ; ຖ້າພວກເຈົ້າບໍ່ເຫັນສິ່ງນີ້ຢ່າງຊັດເຈນ ມັນຈະບໍ່ມີຜົນຫຍັງເລີຍ. ເຈົ້າຕ້ອງປົກປ້ອງຕົວເອງຈາກການຖືກເຮັດໃຫ້ເປື້ອນໝອງດ້ວຍສິ່ງສົກກະປົກໃດໆໃນຍຸກເກົ່າທີ່ຊົ່ວຮ້າຍ ແລະ ສໍ່າສ່ອນນີ້; ເຈົ້າຕ້ອງບໍລິສຸດ ແລະ ບໍ່ມີມົນທິນຢ່າງສົມບູນ. ປັດຈຸບັນນີ້, ຄົນທີ່ມີຄຸນສົມບັດທີ່ຈະປົກຄອງເປັນກະສັດຮ່ວມກັບເຮົາ ແມ່ນຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ເປື້ອນໝອງດ້ວຍຄວາມສົກກະປົກໃດໆ ເພາະວ່າເຮົາແມ່ນພຣະເຈົ້າຜູ້ບໍລິສຸດ ແລະ ເຮົາບໍ່ຕ້ອງການຜູ້ໃດທີ່ເຮັດໃຫ້ນາມຂອງເຮົາອັບອາຍ. ຄົນເຊັ່ນນັ້ນຖືກຊາຕານສົ່ງມາເມື່ອທົດສອບເຮົາ ແລະ ແນ່ນອນວ່າພວກເຂົາທັງໝົດແມ່ນພັກພວກຂອງຊາຕານທີ່ຕ້ອງຖືກໂຈມຕີຄືນ (ໂຍນພວກເຂົາລົງຖິ້ມໃນຂຸມເລິກທີ່ບໍ່ສິ້ນສຸດ).
ຄອບຄົວຂອງເຮົາບໍລິສຸດ ແລະ ບໍ່ມີມົນທິນ ແລະ ພຣະວິຫານຂອງເຮົາກໍງົດງາມ ແລະ ສະຫງ່າຜ່າເຜີຍ (ໝາຍເຖິງຜູ້ທີ່ມີສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີ). ໃຜກ້າເຂົ້າໄປ ແລະ ສ້າງບັນຫາໄດ້ຕາມໃຈຂອງພວກເຂົາ? ເຮົາຈະບໍ່ໃຫ້ອະໄພພວກເຂົາຢ່າງແນ່ນອນ. ພວກເຂົາຈະຕ້ອງຖືກທຳລາຍຢ່າງສິ້ນເຊີງ ແລະ ຖືກເຮັດໃຫ້ລະອາຍໃຈເປັນຢ່າງຍິ່ງ. ເຮົາກະທຳຢ່າງສະຫຼາດ. ເຮົາເອົາຊະນະຜູ້ທີ່ທ້າທາຍເຮົາ ແລະ ເຮັດໃຫ້ນາມຂອງເຮົາອັບອາຍຢ່າງສິ້ນເຊີງ ໂດຍປາສະຈາກດາບ, ປາສະຈາກປືນ ແລະ ໂດຍບໍ່ຕ້ອງຍົກນິ້ວມືຂຶ້ນ. ເຮົາເປັນຄົນໃຈກວ້າງ ແລະ ເຮົາສືບຕໍ່ພາລະກິດຂອງເຮົາດ້ວຍຈັງຫວະທີ່ໝັ້ນຄົງ ແມ່ນແຕ່ເມື່ອຊາຕານລົບກວນຈົນເຖິງຂອບເຂດດັ່ງກ່າວ; ເຮົາກໍບໍ່ສົນໃຈມັນ ແລະ ເຮົາຈະເອົາຊະນະມັນດ້ວຍຄວາມສຳເລັດຂອງແຜນການຄຸ້ມຄອງຂອງເຮົາ. ນີ້ແມ່ນລິດອຳນາດຂອງເຮົາ ແລະ ສະຕິປັນຍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນເປັນສ່ວນນ້ອຍໆຂອງຄວາມສະຫງ່າລາສີທີ່ບໍ່ສິ້ນສຸດຂອງເຮົາ. ໃນສາຍຕາຂອງເຮົາ, ຄົນທີ່ທ້າທາຍເຮົາເປັນຄືກັບແມງໄມ້ທີ່ເລືອຢູ່ໃນດິນທີ່ເຮົາສາມາດຢຽບໃຫ້ຕາຍໃຕ້ຕີນຕາມເຈດຕະນາຂອງເຮົາໄດ້ຕະຫຼອດເວລາ. ຢ່າງໃດກໍຕາມ, ເຮົາກະທຳສິ່ງຕ່າງໆດ້ວຍສະຕິປັນຍາ. ເຮົາຈະໃຫ້ລູກຊາຍກົກຂອງເຮົາຈັດການພວກເຂົາ; ເຮົາບໍ່ໄດ້ຟ້າວ. ເຮົາກະທຳຢ່າງມີແບບແຜນ, ຕາມລັກສະນະທີ່ເປັນລະບົບລະບຽບ ແລະ ບໍ່ມີຂໍ້ຜິດພາດແມ່ນແຕ່ໜ້ອຍເລີຍ. ບັນດາລູກຊາຍກົກທີ່ເກີດມາຈາກເຮົາຄວນມີສິ່ງທີ່ເຮົາເປັນ ແລະ ສາມາດເຫັນສະຕິປັນຍາອັນບໍ່ສິ້ນສຸດຂອງເຮົາໃນການກະທຳຂອງເຮົາ!