ບົດທີ 92

ທຸກຄົນສາມາດເຫັນຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາຂອງເຮົາໃນພຣະທຳຂອງເຮົາ ແລະ ການກະທຳຂອງເຮົາ. ບໍ່ວ່າເຮົາຈະໄປບ່ອນໃດກໍຕາມ, ພາລະກິດຂອງເຮົາກໍຢູ່ບ່ອນນັ້ນ. ຮອຍພຣະບາດຂອງເຮົາບໍ່ໄດ້ຢູ່ພຽງແຕ່ປະເທດຈີນເທົ່ານັ້ນ; ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນພວກມັນຢູ່ໃນທຸກຊົນຊາດທົ່ວໂລກ. ຢ່າງໃດກໍຕາມ, ຜູ້ທຳອິດທີ່ໄດ້ຮັບຊື່ນີ້ແມ່ນເຈັດປະເທດທີ່ໄດ້ສົນທະນາກັນກ່ອນໜ້ານີ້ເທົ່ານັ້ນ ເພາະວ່ານີ້ແມ່ນລຳດັບພາລະກິດຂອງເຮົາ; ໃນອະນາຄົດອັນໃກ້ນີ້, ພວກເຈົ້າຈະມີຄວາມກະຈ່າງແຈ້ງຫຼາຍກ່ຽວກັບເລື່ອງນີ້, ເຂົ້າໃຈມັນຢ່າງຖີ່ຖ້ວນ. ຖ້າເຮົາບອກພວກເຈົ້າຕອນນີ້ເຮົາຢ້ານວ່າ ຄົນສ່ວນໃຫຍ່ຈະລົ້ມລົງຕາມມາ ເພາະເຮົາໄດ້ກ່າວໄວ້ກ່ອນແລ້ວວ່າເຮົາກ່າວກັບພວກເຈົ້າ ແລະ ເປັ່ງສຽງຂອງເຮົາກັບພວກເຈົ້າຕາມວຸດທິພາວະຂອງພວກເຈົ້າ ແລະ ທຸກສິ່ງທີ່ເຮົາເຮັດແມ່ນມີສະຕິປັນຍາບໍ່ສິ້ນສຸດຂອງເຮົາຢູ່ພາຍໃນສິ່ງນັ້ນ ເຊິ່ງບໍ່ມີໃຜສາມາດຢັ່ງຮູ້ໄດ້; ວິທີດຽວຄືບອກພວກເຈົ້າເປັນຊຸດ. ຈົ່ງຮູ້ສິ່ງນີ້ໄວ້! ໃນສາຍຕາຂອງເຮົາ ພວກເຈົ້າເປັນເດັກນ້ອຍຕະຫຼອດໄປ; ໃນທຸກບາດກ້າວທີ່ເຈົ້າຍ່າງ, ເຈົ້າຕ້ອງຖືກເຮົານຳພາ ແລະ ແນະນຳ. ຄົນເອີຍ, ພຽງແຕ່ຢູ່ພາຍໃຕ້ການນຳທາງຂອງເຮົາເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດຢູ່ຕະຫຼອດຊີວິດຂອງເຈົ້າ; ຫາກບໍ່ມີມັນແລ້ວ ບໍ່ມີໃຜຈະສາມາດມີຊີວິດຢູ່ຕໍ່ໄດ້. ໂລກຈັກກະວານທັງໝົດຢູ່ໃນມືຂອງເຮົາ, ແຕ່ເຈົ້າບໍ່ທັນເຫັນເຮົາຮ້ອນຮົນເທື່ອ. ກົງກັນຂ້າມ, ເຮົາຜ່ອນຄາຍ ແລະ ມີຄວາມສຸກ. ຜູ້ຄົນບໍ່ຮູ້ຈັກຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ຈະຮູ້ສຶກເປັນກັງວົນໃຈກັບເຮົາ, ເຈົ້າຊ່າງຮູ້ຈັກຕົວເອງໜ້ອຍແທ້! ເຈົ້າຍັງໂອ້ອວດສິ່ງເລັກນ້ອຍທີ່ໄຮ້ຄ່າຂອງເຈົ້າຕໍ່ໜ້າເຮົາ ໂດຍຊົມເຊີຍຕົວເອງ! ເຮົາເບິ່ງທະລຸສິ່ງນີ້ມາດົນແລ້ວ. ເຈົ້າມີສ່ວນຮ່ວມໃນການລໍ້ລວງຕໍ່ໜ້າເຮົາ, ເຈົ້າຄົນຊົ່ວທີ່ໜ້າລັງກຽດເອີຍ! ຈົ່ງອອກໄປຈາກເຮືອນຂອງເຮົາດຽວນີ້! ເຮົາບໍ່ຕ້ອງການສິ່ງຊົ່ວຮ້າຍແບບເຈົ້າ. ເຮົາບໍ່ຢາກໃຫ້ໃຜໃນອານາຈັກຂອງເຮົາເປັນຄືພວກເຈົ້າ ຄົນຊົ່ວທີ່ໜ້າລັງກຽດເອີຍ! ເຈົ້າຮູ້ບໍວ່າເຮົາຢຸດປະຕິບັດພາລະກິດໃນຕົວເຈົ້າແລ້ວ, ເຖິງແມ່ນຈະມີຂໍ້ແທ້ຈິງທີ່ວ່າເຈົ້າຍັງກິນ ແລະ ແຕ່ງຕົວຕາມປົກກະຕິກໍຕາມ? ແຕ່ເຈົ້າຮູ້ບໍວ່າເຈົ້າກຳລັງມີຊີວິດຢູ່ເພື່ອຊາຕານ ແລະ ເຈົ້າກຳລັງໃຫ້ບໍລິການແກ່ຊາຕານຢູ່? ແຕ່ເຈົ້າກໍຍັງໜ້າດ້ານທີ່ຈະຢືນຢູ່ຕໍ່ໜ້າເຮົາ! ເຈົ້າຊ່າງໄຮ້ຢາງອາຍແທ້ໆ!

ໃນອະດີດ ເຮົາເວົ້າເລື້ອຍໆວ່າ “ໄພພິບັດອັນຍິ່ງໃຫຍ່ຈະມາເຖິງໃນໄວໆນີ້; ໄພພິບັດອັນຍິ່ງໃຫຍ່ໄດ້ຕົກລົງຈາກມືຂອງເຮົາແລ້ວ”. “ໄພພິບັດອັນຍິ່ງໃຫຍ່” ໝາຍເຖິງຫຍັງ ແລະ ຄຳວ່າ “ຕົກລົງ” ນີ້ຄວນຖືກອະທິບາຍແນວໃດ? ພວກເຈົ້າຄິດວ່າໄພພິບັດອັນຍິ່ງໃຫຍ່ເຫຼົ່ານີ້ໝາຍເຖິງໄພພິບັດທີ່ບໍ່ສາມາດຫຼົບໜີໄດ້ ເຊິ່ງທຳຮ້າຍຈິດໃຈ, ວິນຍານ ແລະ ຮ່າງກາຍຂອງມະນຸດ ແລະ ເຈົ້າຄິດວ່າ “ແຜ່ນດິນໄຫວ, ຄວາມອຶດຢາກ ແລະ ໂລກລະບາດ” ທີ່ເຮົາເວົ້າເຖິງແມ່ນໄພພິບັດອັນຍິ່ງໃຫຍ່ເຫຼົ່ານີ້. ແຕ່ພວກເຈົ້າບໍ່ຮູ້ວ່າພວກເຈົ້າໄດ້ຕີຄວາມໝາຍພຣະທຳຂອງເຮົາຜິດໄປ. ພວກເຈົ້າຄິດວ່າ “ຕົກລົງ” ນີ້ໝາຍຄວາມວ່າໄພພິບັດອັນຍິ່ງໃຫຍ່ໄດ້ເລີ່ມຂຶ້ນແລ້ວ, ນີ້ຊ່າງເປັນຕາຢາກຫົວແທ້! ນີ້ແມ່ນວິທີທີ່ພວກເຈົ້າເຂົ້າໃຈມັນຢ່າງແນ່ນອນ ແລະ ເມື່ອໄດ້ຍິນຄຳອະທິບາຍຂອງພວກເຈົ້າ, ເຮົາໃຈຮ້າຍແທ້ໆ. ຄວາມລຶກລັບທີ່ຜູ້ຄົນບໍ່ເຄີຍສາມາດເປີດເຜີຍນັ້ນ (ເຊິ່ງແມ່ນຄວາມລຶກລັບທີ່ລີ້ລັບທີ່ສຸດ) ຍັງເປັນສິ່ງທີ່ຖືກຕີຄວາມໝາຍຜິດຢ່າງຮ້າຍແຮງທີ່ສຸດໃນທຸກຍຸກທຸກສະໄໝອີກດ້ວຍ ແລະ ມັນແມ່ນຄວາມລຶກລັບທີ່ບໍ່ມີໃຜໄດ້ມີປະສົບການສ່ວນຕົວ (ເພາະວ່າມັນຖືກນຳອອກມາພຽງແຕ່ໃນຍຸກສຸດທ້າຍເທົ່ານັ້ນ ແລະ ມີແຕ່ໃນຍຸກສຸດທ້າຍເທົ່ານັ້ນມະນຸດຈຶ່ງສາມາດເຫັນມັນໄດ້ ເຖິງແມ່ນວ່າພວກເຂົາຈະບໍ່ຮັບຮູ້ມັນກໍຕາມ), ຍ້ອນວ່າເຮົາຜະລຶກມັນໄວ້ແໜ້ນທີ່ສຸດ, ຈົນມະນຸດຈຶ່ງບໍ່ສາມາດເຈາະມັນໄດ້ (ແມ່ນແຕ່ຈະໄດ້ເຫັນສ່ວນທີ່ນ້ອຍທີ່ສຸດຂອງມັນ). ປັດຈຸບັນນີ້ ເມື່ອພາລະກິດຂອງເຮົາໄດ້ຖືກດຳເນີນມາຮອດຂັ້ນຕອນນີ້, ເຮົາສ່ອງສະຫວ່າງພວກເຈົ້າຕາມຄວາມຕ້ອງການຂອງພາລະກິດຂອງເຮົາ; ບໍ່ດັ່ງນັ້ນ ຜູ້ຄົນກໍຈະບໍ່ມີທາງເຂົ້າໃຈໄດ້. ປັດຈຸບັນນີ້ ເຮົາເລີ່ມສົນທະນາ; ທຸກຄົນຄວນເອົາໃຈໃສ່ ເພາະວ່າໃຜກໍຕາມທີ່ບໍ່ລະມັດລະວັງ ລວມເຖິງລູກຊາຍກົກຂອງເຮົາ ກໍຈະທົນທຸກກັບການພິພາກສາຂອງເຮົາ ແລະ ໃນກໍລະນີທີ່ຮ້າຍແຮງທີ່ສຸດ ພວກເຂົາຈະຖືກມືຂອງເຮົາໂຈມຕີໃຫ້ລົ້ມລົງ (ເຊິ່ງໝາຍຄວາມວ່າ ຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາຈະຖືກເອົາຈາກໄປ). ໄພພິບັດອັນຍິ່ງໃຫຍ່ໄດ້ຖືກກ່າວເຖິງໂດຍກ່ຽວຂ້ອງກັບບົດບັນຍັດການປົກຄອງທຸກຂໍ້ແຫ່ງອານາຈັກຂອງເຮົາ ແລະ ບົດບັນຍັດການປົກຄອງຂອງເຮົາທຸກຂໍ້ແມ່ນສ່ວນໜຶ່ງຂອງໄພພິບັດອັນຍິ່ງໃຫຍ່ຕ່າງໆ. (ບົດບັນຍັດການປົກຄອງຂອງເຮົາບໍ່ໄດ້ຖືກເປີດເຜີຍໃຫ້ແກ່ພວກເຈົ້າທັງໝົດ, ແຕ່ຢ່າເປັນຫ່ວງ ຫຼື ຮູ້ສຶກກັງວົນໃຈກ່ຽວກັບເລື່ອງນີ້ເລີຍ; ມີບາງສິ່ງທີ່ຈະເຮັດໃຫ້ພວກເຈົ້າໄດ້ຮັບຜົນປະໂຫຍດເລັກນ້ອຍ ຫາກພວກເຈົ້າມາຮູ້ຈັກພວກມັນໄວເກີນໄປ. ຈົ່ງຈື່ສິ່ງນີ້ໄວ້! ເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ). ດັ່ງນັ້ນ, ພາກສ່ວນອື່ນໆແມ່ນຫຍັງ? ໄພພິບັດອັນຍິ່ງໃຫຍ່ປະກອບດ້ວຍສອງພາກສ່ວນຄື: ບົດບັນຍັດການປົກຄອງຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ. ເວລາທີ່ໄພພິບັດອັນຍິ່ງໃຫຍ່ມາເຖິງຈະເປັນເວລາທີ່ເຮົາເລີ່ມໂກດແຄ້ນ ແລະ ບັງຄັບໃຊ້ບົດບັນຍັດການປົກຄອງຂອງເຮົາອີກດ້ວຍ. ໃນທີ່ນີ້, ເຮົາບອກແກ່ລູກຊາຍກົກຂອງເຮົາວ່າ: ພວກເຈົ້າຕ້ອງບໍ່ເສື່ອມສະພາບເນື່ອງຈາກສິ່ງນີ້. ເຈົ້າລືມໄປແລ້ວບໍວ່າທຸກສິ່ງ ແລະ ທຸກເລື່ອງໄດ້ຖືກເຮົາກຳນົດໄວ້ລ່ວງໜ້າແລ້ວ? ລູກຊາຍເອີຍ, ຢ່າຢ້ານກົວເລີຍ! ເຮົາຈະປົກປ້ອງເຈົ້າຢ່າງແນ່ນອນ; ເຈົ້າຈະຊື່ນຊົມພອນທີ່ດີກັບເຮົາຕະຫຼອດໄປ ແລະ ຈະຢູ່ຮ່ວມກັບເຮົາຕະຫຼອດໄປເປັນນິດ. ຍ້ອນວ່າເຈົ້າແມ່ນຄົນທີ່ເຮົາຮັກ, ເຮົາຈະບໍ່ປະຖິ້ມເຈົ້າ. ເຮົາບໍ່ເຮັດສິ່ງທີ່ໂງ່ຈ້າ, ແຕ່ຖ້າເຮົາທຳລາຍສິ່ງທີ່ຖືກເຮັດສຳເລັດຢ່າງລຳບາກນັ້ນລົງ ເຮົາບໍ່ໄດ້ກຳລັງຍິງຕີນຕົວເອງບໍ? ເຮົາຮູ້ສິ່ງທີ່ເຈົ້າຄິດຢູ່ໃນໃຈເຈົ້າ. ເຈົ້າຈື່ສິ່ງນີ້ໄດ້ບໍ? ເຈົ້າຈະໃຫ້ເຮົາເວົ້າຫຍັງອີກ? ເຮົາຈະເວົ້າຕື່ມກ່ຽວກັບໄພພິບັດທີ່ຍິ່ງໃຫຍ່. ເມື່ອໄພພິບັດທີ່ຍິ່ງໃຫຍ່ມາເຖິງ, ມັນຈະເປັນເວລາທີ່ເປັນຕາຢ້ານທີ່ສຸດ ແລະ ພວກມັນຈະເປີດເຜີຍຄວາມຂີ້ຮ້າຍຂອງມະນຸດໃນລະດັບທີ່ສູງສຸດ. ໃບໜ້າຜີຮ້າຍທຸກຊະນິດຈະຖືກເປີດໂປງໃນແສງສະຫວ່າງຂອງໃບໜ້າເຮົາ ແລະ ພວກມັນຈະບໍ່ມີບ່ອນໃຫ້ລີ້, ບໍ່ມີບ່ອນໃຫ້ຊອກຫາແນວປິດ; ພວກມັນຈະຖືກເປີດໂປງແທ້ໆ. ຜົນກະທົບຂອງໄພພິບັດອັນຍິ່ງໃຫຍ່ຈະເຮັດໃຫ້ທຸກຄົນທີ່ບໍ່ແມ່ນຜູ້ທີ່ເຮົາເລືອກ ແລະ ກຳນົດໄວ້ລ່ວງໜ້າຄຸເຂົ່າລົງຕໍ່ໜ້າເຮົາ ແລະ ຮ້ອງຂໍການໃຫ້ອະໄພ ພ້ອມທັງຮ້ອງໄຫ້ ແລະ ກັດແຂ້ວ. ນີ້ແມ່ນການພິພາກສາຂອງເຮົາຕໍ່ຊາຕານ ເຊິ່ງແມ່ນການພິພາກສາທີ່ໂກດຮ້າຍຂອງເຮົາ. ໃນປັດຈຸບັນນີ້ ເຮົາໄດ້ມີສ່ວນຮ່ວມໃນພາລະກິດນີ້ ແລະ ບາງທີ ມີບາງຄົນທີ່ທຳທ່າວ່າມີຄຸນວຸດທິ ແລະ ຫຼອກວ່າເຮັດສຳເລັດ; ຍິ່ງພວກເຂົາເຮັດແບບນັ້ນຫຼາຍເທົ່າໃດ, ຊາຕານຍິ່ງຈະປະຕິບັດພາລິດໃນຕົວພວກເຂົາຫຼາຍຂຶ້ນເທົ່ານັ້ນ, ຈົນກວ່າຈະເຖິງຈຸດໜຶ່ງທີ່ລັກສະນະເດີມຂອງພວກເຂົາຖືກເປີດເຜີຍ.

ເຮົາບໍ່ຟ້າວທີ່ຈະປະຕິບັດພາລະກິດຂອງເຮົາ ແລະ ເຮົາປັ້ນແຕ່ງທຸກຄົນດ້ວຍຕົວເຮົາເອງ (ນີ້ເປັນການເຍາະເຍີ້ຍພວກເຂົາ ໂດຍພິສູດວ່າພວກເຂົາແມ່ນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ເຮົາບໍ່ສົນໃຈພວກເຂົາ, ດັ່ງນັ້ນ ມັນບໍ່ໄດ້ເກີນໄປທີ່ຈະໃຊ້ຄຳວ່າ “ປັ້ນແຕ່ງ”) ແລະ ເຮັດທຸກການກະທຳດ້ວຍຕົວເຮົາເອງ. ທຸກສິ່ງປະສົບຜົນສຳເລັດຍ້ອນເຮົາ ແລະ ມັນຄືຄວາມສຳເລັດທີ່ປອດໄພ ແລະ ໝັ້ນຄົງ; ທຸກສິ່ງທີ່ເຮົາກະທຳໄດ້ຖືກຈັດແຈງໄວ້ແລ້ວເປັນຂັ້ນເປັນຕອນ. ເຮົາບອກຄວາມປະສົງຂອງເຮົາ ແລະ ພາລະຂອງເຮົາແກ່ພວກເຈົ້າເທື່ອລະໜ້ອຍ. ນັບແຕ່ຈຸດນີ້ໄປ, ພຣະທຳຂອງເຮົາເລີ່ມປາກົດຕົວແກ່ທຸກຊົນຊາດ ແລະ ທຸກຄົນ. ຍ້ອນວ່າລູກຊາຍກົກຂອງເຮົາໄດ້ຖືກເຮັດໃຫ້ສົມບູນເປັນທີ່ແບບຮຽບຮ້ອຍແລ້ວ (ພຣະທຳຂອງເຮົາແນໃສ່ລູກຊາຍຂອງເຮົາ ແລະ ຄົນຂອງເຮົາ). ວິທີທີ່ເຮົາປະຕິບັດພາລະກິດໄດ້ເລີ່ມຂຶ້ນອີກຄັ້ງເພື່ອປ່ຽນແປງ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ພວກເຈົ້າຮູ້ສຶກໄດ້ເຖິງນ້ຳສຽງຂອງພຣະທຳຂອງເຮົາໃນສອງສາມມື້ທີ່ຜ່ານມານີ້ບໍ? ເຮົາປອບໃຈລູກຊາຍກົກຂອງເຮົາທຸກບາດກ້າວທີ່ໃນວິທີ, ແຕ່ຈາກນີ້ໄປ (ຍ້ອນວ່າລູກຊາຍກົກຂອງເຮົາໄດ້ຖືກເຮັດໃຫ້ສົມບູນແບບເປັນທີ່ຮຽບຮ້ອຍແລ້ວ), ເຮົາຖືມີດໄວ້ໃນມືຂອງເຮົາ (“ມີດ” ໝາຍເຖິງ “ຄຳເວົ້າທີ່ຮຸນແຮງທີ່ສຸດ”). ໃຜກໍຕາມທີ່ເຮົາຖືວ່າບໍ່ເປັນທີ່ຊົມຊອບໃນຊົ່ວໄລຍະໜຶ່ງ (ນີ້ໝາຍເຖິງຜູ້ທີ່ບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ຫຼື ຖືກເລືອກ ແລະ ເພາະສະນັ້ນຈຶ່ງບໍ່ມີຂໍ້ໂຕ້ແຍ້ງ), ເຮົາບໍ່ສົນວ່າພວກເຂົາໃຫ້ບໍລິການແກ່ເຮົາ ຫຼື ຖ້າວ່າພວກເຂົາເປັນຢ່າງອື່ນ; ເຮົາຈະຖິ້ມພວກເຂົາທັນທີ. ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຮົາສາມາດເຮັດໃຫ້ທຸກຄົນໃຫ້ບໍລິການແກ່ເຮົາໄດ້. ເຮົາບໍ່ສະໝັກໃຈທີ່ຈະມີສ່ວນຮ່ວມກັບຄົນເຊັ່ນນີ້ເລີຍ; ຖ້າເຮົາເວົ້າວ່າເຮົາບໍ່ຕ້ອງການພວກເຂົາ ແລ້ວເຮົາກໍບໍ່ຕ້ອງການພວກເຂົາ. ດຽວນີ້ ເວລານີ້ໄດ້ມາເຖິງ, ເຮົາຕ້ອງການພຽງແຕ່ເຫັນຄົນທີ່ເຮັດໃຫ້ເຮົາບໍ່ພໍໃຈເທົ່ານັ້ນ ແລະ ເຮົາຈະປະຖິ້ມພວກເຂົາທັນທີໂດຍບໍ່ມີການກວດສອບ ເພາະວ່າເຮົາແມ່ນພຣະເຈົ້າທີ່ຮັກສາຄຳເວົ້າຂອງຕົນເອງ. ສຳລັບບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າວ່າຈະຕ້ອງຢູ່ໃນການຮັບໃຊ້ຂອງເຮົາ, ບໍ່ວ່າເຈົ້າຈະດີປານໃດກໍຕາມ, ບໍ່ວ່າເຈົ້າໄດ້ເຮັດສິ່ງໃດທີ່ທ້າທາຍເຮົາ, ຖ້າເຈົ້າເຮັດໃຫ້ເຮົາບໍ່ພໍໃຈ, ເຮົາກໍຈະເຕະເຈົ້າອອກເສຍ. ເຮົາບໍ່ຢ້ານບັນຫາໃນອະນາຄົດ. ເຮົາມີບົດບັນຍັດການປົກຄອງຂອງເຮົາ, ເຮົາຮັກສາຄຳເວົ້າຂອງເຮົາ ແລະ ພຣະທຳຂອງເຮົາຈະສຳເລັດລົງ. ເຮົາຈະປ່ອຍໃຫ້ຊາຕານຍັງຢູ່ບໍ? ຄົນເອີຍ ຈົ່ງຟັງເຮົາ! ພວກເຈົ້າບໍ່ຈຳເປັນຕ້ອງຢ້ານ; ເຈົ້າຕ້ອງອອກໄປເມື່ອໃດກໍຕາມທີ່ເຮົາຂໍໃຫ້ເຈົ້າອອກໄປ. ຢ່າແກ້ຕົວກັບເຮົາ; ເຮົາບໍ່ມີພຣະທຳຫຍັງຈະເວົ້າກັບເຈົ້າ! ເພາະວ່າເຮົາໄດ້ໃຊ້ຄວາມອົດທົນເຊັ່ນນັ້ນ ແລະ ເວລາທີ່ຈະບັງຄັບໃຊ້ບົດບັນຍັດການປົກຄອງຂອງເຮົາໄດ້ມາເຖິງແລ້ວ ແລະ ມື້ສຸດທ້າຍຂອງພວກເຈົ້າກໍຢູ່ບ່ອນນີ້ດ້ວຍ. ນັບເປັນເວລາຫຼາຍພັນປີທີ່ພວກເຈົ້າເສເພ ແລະ ເຮັດສິ່ງຕ່າງໆຢ່າງຫົວແຂງ, ຢ່າງຫົວດື້ຢູ່ສະເໝີ, ແຕ່ເຮົາກໍທົນຢູ່ສະເໝີ (ເນື່ອງຈາກເຮົາເປັນຄົນໃຈກວ້າງ ແລະ ອະນຸຍາດໃຫ້ຄວາມເສື່ອມຊາມຂອງເຈົ້າມີຢູ່ຈົນເຖິງຂອບເຂດໃດໜຶ່ງ). ແຕ່ປັດຈຸບັນນີ້, ວັນສິ້ນສຸດຄວາມເມດຕາປານີຂອງເຮົາມາເຖິງແລ້ວ ແລະ ເວລາໄດ້ມາເຖິງເພື່ອພວກເຈົ້າຈະຖືກຄອບງຳ ແລະ ຖືກໂຍນລົງທະເລສາບແຫ່ງໄຟ ແລະ ມາດ. ຈົ່ງຮີບຮ້ອນ ແລະ ອອກໄປໃຫ້ພົ້ນທາງ. ເຮົາເລີ່ມບັງຄັບໃຊ້ການພິພາກສາຂອງເຮົາຢ່າງເປັນທາງການ ແລະ ເຮົາຈະເລີ່ມປົດປ່ອຍຄວາມໂກດຮ້າຍຂອງເຮົາ.

ໃນທຸກຊົນຊາດ ແລະ ທຸກແຫ່ງຫົນທົ່ວໂລກ, ແຜ່ນດິນໄຫວ, ໄພອຶດຢາກ, ໂລກລະບາດ ແລະ ໄພພິບັດທຸກປະເພດເກີດຂຶ້ນເລື້ອຍໆ. ໃນຂະນະທີ່ເຮົາປະຕິບັດພາລະກິດອັນຍິ່ງໃຫຍ່ຂອງເຮົາໃນທຸກຊົນຊາດ ແລະ ທຸກແຫ່ງຫົນ, ໄພພິບັດເຫຼົ່ານີ້ຈະເກີດຂຶ້ນພ້ອມກັບຄວາມຮ້າຍແຮງຫຼາຍກວ່າເວລາອື່ນໆນັບຕັ້ງແຕ່ການຊົງສ້າງໂລກ. ນີ້ແມ່ນການເລີ່ມຕົ້ນຂອງການພິພາກສາຂອງເຮົາຕໍ່ທຸກຄົນ, ແຕ່ລູກຊາຍຂອງເຮົາສາມາດພັກຜ່ອນໄດ້ຢ່າງງ່າຍດາຍ; ໄພພິບັດຈະບໍ່ເກີດຂຶ້ນກັບພວກເຈົ້າ ແລະ ເຮົາຈະປົກປ້ອງພວກເຈົ້າ. (ນີ້ໝາຍຄວາມວ່າ ຫຼັງຈາກນີ້ ພວກເຈົ້າຈະມີຊີວິດຢູ່ໃນຮ່າງກາຍ ແຕ່ບໍ່ແມ່ນໃນເນື້ອໜັງ, ດັ່ງນັ້ນ ເຈົ້າຈະບໍ່ທົນທຸກກັບຄວາມເຈັບປວດຂອງໄພພິບັດໃດໆ). ເຈົ້າພຽງແຕ່ຈະປົກຄອງເປັນກະສັດ ແລະ ພິພາກສາທຸກຊົນຊາດ ແລະ ທຸກຄົນຮ່ວມກັນກັບເຮົາ, ຊື່ນຊົມພອນທີ່ດີຮ່ວມກັບເຮົາຕະຫຼອດໄປໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ. ພຣະທຳເຫຼົ່ານີ້ຈະຖືກບັນລຸທັງໝົດ ແລະ ພວກມັນຈະຖືກບັນລຸຕໍ່ໜ້າຕໍ່ຕາພວກເຈົ້າໃນໄວໆນີ້. ເຮົາບໍ່ຊັກຊ້າແມ່ນແຕ່ຊົ່ວໂມງດຽວ ຫຼື ແມ່ນແຕ່ມື້ດຽວ; ເຮົາກະທຳສິ່ງຕ່າງໆໂດຍໄວຢ່າງບໍ່ໜ້າເຊື່ອ. ຢ່າເປັນຫ່ວງ ຫຼື ກັງວົນໃຈເລີຍ; ພອນທີ່ເຮົາໃຫ້ເຈົ້າແມ່ນບາງສິ່ງທີ່ບໍ່ມີໃຜສາມາດເອົາໄປຈາກເຈົ້າໄດ້, ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ທຸກຄົນຈະເຊື່ອຟັງເຮົາ ຍ້ອນການກະທຳຕ່າງໆຂອງເຮົາ; ພວກເຂົາຈະເບີກບານໂດຍບໍ່ຢຸດຢັ້ງ ແລະ ຫຼາຍໄປກວ່ານັ້ນພວກເຂົາຈະໂດດເຕັ້ນດ້ວຍຄວາມປິຕິຍິນດີຢ່າງບໍ່ສິ້ນສຸດ.

ກ່ອນນີ້: ບົດທີ 91

ຕໍ່ໄປ: ບົດທີ 93

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້