ບົດທີ 94

ເຮົາກັບຄືນສູ່ຊີໂອນພ້ອມກັບລູກຊາຍກົກຂອງເຮົາ, ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ແທ້ໆບໍ? ດັ່ງທີ່ເຮົາໄດ້ເຕືອນພວກເຈົ້າຄັ້ງແລ້ວຄັ້ງເລົ່າ, ເຮົາຕ້ອງການໃຫ້ພວກເຈົ້າເຕີບໃຫຍ່ຂຶ້ນໂດຍໄວ ແລະ ປົກຄອງຮ່ວມກັບເຮົາ. ພວກເຈົ້າຈື່ບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງໂດຍກົງກັບການບັງເກີດເປັນມະນຸດຂອງເຮົາ: ຈາກຊີໂອນ, ເຮົາໄດ້ມາສູ່ໂລກໃນເນື້ອໜັງ ເພື່ອຮັບເອົາຄົນກຸ່ມໜຶ່ງທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາຜ່ານເນື້ອໜັງ ແລະ ເມື່ອເປັນດັ່ງນັ້ນ, ເຮົາຈະກັບຄືນສູ່ຊີໂອນ. ນີ້ໝາຍຄວາມວ່າພວກເຮົາຍັງຈຳເປັນຕ້ອງກັບຄືນຈາກເນື້ອໜັງສູ່ຮ່າງກາຍເດີມ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ການກັບຄືນສູ່ຊີໂອນ”. ນີ້ຍັງແມ່ນຄວາມໝາຍທີ່ແທ້ຈິງ ແລະ ຈຸດສຳຄັນຂອງແຜນການຄຸ້ມຄອງທັງໝົດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງແຜນການຄຸ້ມຄອງຂອງເຮົາ ເຊິ່ງບໍ່ມີໃຜສາມາດກີດຂວາງໄດ້ ແລະ ເຊິ່ງຈະບັນລຸໄດ້ທັນທີ. ເມື່ອຢູ່ໃນເນື້ອໜັງ, ຄົນໆໜຶ່ງບໍ່ສາມາດໂຍນຖິ້ມແນວຄິດ ແລະ ຄວາມຄິດຂອງມະນຸດໄດ້ ແລະ ແຮງໄກທີ່ຄົນໆນັ້ນຈະສາມາດໂຍນຖິ້ມອາກາດເທິງໂລກ ຫຼື ໂຍນຖິ້ມຂີ້ຝຸ່ນໄດ້ ແລະ ຄົນໆນັ້ນຈະເປັນດິນໜຽວຢູ່ສະເໝີ; ມີພຽງແຕ່ໃນຮ່າງກາຍເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີສິດຊື່ນຊົມພອນໄດ້. ພອນແມ່ນຫຍັງ? ພວກເຈົ້າຈື່ບໍ? ໃນເນື້ອໜັງ, ບໍ່ມີການຄຳນຶງເຖິງພອນໃດໆ, ດັ່ງນັ້ນ ເສັ້ນທາງຈາກເນື້ອໜັງສູ່ຮ່າງກາຍເປັນເສັ້ນທາງດຽວທີ່ລູກຊາຍກົກທຸກຄົນຕ້ອງປະຕິບັດຕາມ. ໃນເນື້ອໜັງ, ເຈົ້າຖືກກົດຂີ່ ແລະ ຖືກຂົ່ມເຫັງໂດຍມັງກອນແດງຜູ້ຍິ່ງໃຫຍ່ (ເຊິ່ງເປັນຍ້ອນເຈົ້າບໍ່ມີລິດອຳນາດ ແລະ ບໍ່ໄດ້ຮັບສະຫງ່າລາສີ), ແຕ່ໃນຮ່າງກາຍ ມັນຈະແຕກຕ່າງກັນຫຼາຍ ແລະ ເຈົ້າຈະພາກພູມໃຈ ແລະ ປິຕິຍິນດີຫຼາຍ. ມື້ແຫ່ງການກົດຂີ່ຈະສຳເລັດລົງທັງໝົດ ແລະ ເຈົ້າຈະໄດ້ຮັບການປົດປ່ອຍ ແລະ ເປັນອິດສະຫຼະຕະຫຼອດໄປ. ມີພຽງວິທີນີ້ເທົ່ານັ້ນ ເຮົາຈຶ່ງສາມາດຮ່ວມສິ່ງທີ່ເຮົາເປັນ ແລະ ສິ່ງທີເຮົາມີເຂົ້າໃນຕົວພວກເຈົ້າໄດ້. ບໍ່ດັ່ງນັ້ນ, ເຈົ້າກໍຈະມີພຽງແຕ່ຄຸນນະພາບຂອງເຮົາເທົ່ານັ້ນ. ບໍ່ວ່າຄົນໆໜຶ່ງຮຽນແບບຄົນອື່ນແນວໃດກໍຕາມໃນພາຍນອກ, ແທ້ຈິງແລ້ວ ພວກເຂົາກໍບໍ່ສາມາດເປັນຄືກັນໄດ້. ມີພຽງແຕ່ໃນຮ່າງກາຍຝ່າຍວິນຍານອັນບໍລິສຸດເທົ່ານັ້ນ (ໝາຍເຖິງຮ່າງກາຍ) ພວກເຮົາຈຶ່ງສາມາດເປັນຄືກັນໄດ້ແທ້ໆ (ເຊິ່ງໝາຍເຖິງການມີຄຸນນະພາບດຽວກັນ, ການເປັນຢູ່ດຽວກັນ, ການຄອບຄອງອັນດຽວກັນ ແລະ ການສາມາດເປັນຈິດໜຶ່ງໃຈດຽວກັນ, ສາມັກຄີ, ບໍ່ຖືກແບ່ງແຍກ ແລະ ບໍ່ຖືກແບ່ງເປັນສ່ວນໆ ເພາະວ່າທັງໝົດແມ່ນຮ່າງກາຍຝ່າຍວິນຍານອັນບໍລິສຸດ).

ເປັນຫຍັງຕອນນີ້ພວກເຈົ້າຈຶ່ງເລີ່ມກຽດຊັງໂລກ, ເປັນທີ່ລັງກຽດກັບການກິນ, ການນຸ່ງເຄື່ອງ ແລະ ທຸກຮູບແບບຂອງສິ່ງທີ່ໜ້າເບື່ອໜ່າຍເຊັ່ນນັ້ນ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ສາມາດຖ້າທີ່ຈະກຳຈັດພວກມັນໄດ້? ນີ້ເປັນສັນຍານວ່າເຈົ້າຈະເຂົ້າສູ່ໂລກຝ່າຍວິນຍານ (ຮ່າງກາຍ). ພວກເຈົ້າທຸກຄົນສັງຫອນໃຈກ່ຽວກັບເລື່ອງນີ້ (ເຖິງແມ່ນວ່າພວກມັນແຕກຕ່າງກັນດ້ານລະດັບກໍຕາມ). ເຮົາຈະໃຊ້ປະໂຫຍດຈາກຄົນທີ່ແຕກຕ່າງກັນ, ເຫດການທີ່ແຕກຕ່າງກັນ ແລະ ສິ່ງຕ່າງໆ, ທັງໝົດເພື່ອຮັບໃຊ້ບາດກ້າວທີ່ສຳຄັນທີ່ສຸດຂອງເຮົາ ແລະ ສິ່ງເຫຼົ່ານີ້ທັງໝົດຈະໃຫ້ບໍລິການແກ່ເຮົາ. ເຮົາຕ້ອງກະທຳເຊັ່ນນັ້ນ. (ແນ່ນອນ, ເຮົາບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໃນເນື້ອໜັງໄດ້ ແລະ ມີພຽງພຣະວິນຍານເອງເທົ່ານັ້ນທີ່ສາມາດປະຕິບັດພາລະກິດນີ້ໄດ້, ຍ້ອນວ່າຍັງບໍ່ທັນຮອດເວລາເທື່ອ). ນີ້ແມ່ນໜ້າທີ່ໆນ້ອຍສຸດທ້າຍທີ່ໂລກຈັກກະວານທັງໝົດປະຕິບັດ. ທຸກຄົນຈະສັນລະເສີນເຮົາ ແລະ ໂຮ່ຮ້ອງຕ້ອນຮັບເຮົາຢ່າງປິຕິຍິນດີ. ພາລະກິດອັນຍິ່ງໃຫຍ່ຂອງເຮົາສຳເລັດແລ້ວ. ຂັນທັງເຈັດຂອງໂລກລະບາດໄດ້ຖອກເທອອກຈາກມືຂອງເຮົາແລ້ວ, ສຽງຟ້າຮ້ອງທັງເຈັດດັງກັງວານ, ແກທັງເຈັດສົ່ງສຽງ ແລະ ຕາປະທັບທັງເຈັດໄດ້ຖືກເປີດອອກແກ່ໂລກຈັກກະວານ, ແກ່ທຸກຊົນຊາດ ແລະ ທຸກຄົນ ແລະ ແກ່ພູເຂົາ, ແມ່ນ້ຳ ແລະ ທຸກສິ່ງ. ຂັນທັງເຈັດຂອງໂລກລະບາດແມ່ນຫຍັງ? ແມ່ນຫຍັງຄືເປົ້າໝາຍທີ່ແນ່ນອນຂອງພວກມັນ? ເປັນຫຍັງເຮົາຈຶ່ງກ່າວວ່າພວກມັນຈະຖອກເທອອກຈາກມືຂອງເຮົາ? ເວລາຈະຜ່ານໄປອີກດົນກ່ອນທີ່ທຸກຄົນຈະເຊື່ອຢ່າງເຕັມປ່ຽມ, ກ່ອນທີ່ທຸກຄົນຈະເຂົ້າໃຈຢ່າງຖີ່ຖ້ວນ. ເຖິງແມ່ນວ່າເຮົາບອກພວກເຈົ້າໃນຕອນນີ້, ພວກເຈົ້າກໍຈະເຂົ້າໃຈພຽງພາກສ່ວນນ້ອຍໆເທົ່ານັ້ນ. ຕາມຈິນຕະນາການຂອງມະນຸດແລ້ວ, ຂັນທັງເຈັດຂອງໂລກລະບາດເລັງເປົ້າໄປທີ່ທຸກປະເທດ ແລະ ທຸກຄົນໃນໂລກ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ບໍ່ເປັນຈິງ. “ຂັນທັງເຈັດຂອງໂລກລະບາດ” ໝາຍເຖິງອິດທິພົນຂອງຊາຕານມານຮ້າຍ ແລະ ໝາຍເຖິງການສົມຮູ້ຮ່ວມຄິດຂອງມັງກອນແດງຜູ້ຍິ່ງໃຫຍ່ (ເປົ້າໝາຍທີ່ເຮົາໃຊ້ເພື່ອໃຫ້ບໍລິການແກ່ເຮົາ). ໃນເວລານັ້ນ ເຮົາຈະປົດປ່ອຍຊາຕານ ແລະ ມັງກອນແດງຜູ້ຍິ່ງໃຫຍ່ໃຫ້ຂ້ຽນຕີລູກຊາຍ ແລະ ປະຊາຊົນ ແລະດ້ວຍວິທີນີ້ ມັນຈະເປີດເຜີຍໃຫ້ເຫັນວ່າໃຜເປັນລູກຊາຍ ແລະ ໃຜເປັນປະຊາຊົນ. ຄົນທີ່ຖືກຫຼອກລວງແມ່ນຜູ້ທີ່ບໍ່ແມ່ນເປົ້າໝາຍຂອງການກຳນົດໄວ້ລ່ວງໜ້າຂອງເຮົາ, ໃນຂະນະທີ່ລູກຊາຍກົກຂອງເຮົາໃນເວລານັ້ນຈະປົກຄອງຮ່ວມກັບເຮົາ. ດ້ວຍວິທີນີ້, ເຮົາຈະເຮັດໃຫ້ລູກຊາຍ ແລະ ປະຊາຊົນສົມບູນ. ການຖອກເທໂລກລະບາດທັງເຈັດຂັນອອກຈະບໍ່ເກີດຂຶ້ນກັບທຸກຊົນຊາດ ແລະ ທຸກຄົນ, ແຕ່ຈະເກີດກັບລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາເທົ່ານັ້ນ. ພອນບໍ່ໄດ້ມາງ່າຍໆ; ຕ້ອງໄດ້ຈ່າຍລາຄາເຕັມ. ເມື່ອລູກຊາຍ ແລະ ປະຊາຊົນເຕີບໃຫຍ່ຂຶ້ນ, ໂລກລະບາດທັງເຈັດຂັນຈະຖືກລົບລ້າງໄປຢ່າງສິ້ນເຊີງ ແລະ ຫຼັງຈາກນັ້ນ ພວກມັນກໍຈະບໍ່ມີຢູ່ອີກ. “ສຽງຟ້າຮ້ອງທັງເຈັດດັງກັງວານ” ແມ່ນຫຍັງ? ສິ່ງນີ້ບໍ່ໄດ້ເຂົ້າໃຈຍາກ. ໃນຊ່ວງເວລາທີ່ລູກຊາຍກົກຂອງເຮົາ ແລະ ເຮົາກາຍເປັນຮ່າງກາຍ, ສຽງຟ້າຮ້ອງທັງເຈັດຈະດັງກັງວານ. ສິ່ງນີ້ຈະສັ່ນສະເທືອນຈັກກະວານທັງປວງ ຄືກັບວ່າສະຫວັນ ແລະ ແຜ່ນດິນໂລກຫງ່າຍທ້ອງຢູ່. ທຸກຄົນຈະຮູ້ເລື່ອງນີ້; ບໍ່ມີໃຜຈະບໍ່ຮູ້ກ່ຽວກັບມັນ. ໃນເວລານັ້ນ, ລູກຊາຍກົກຂອງເຮົາ ແລະ ເຮົາຈະຢູ່ໃນສະຫງ່າລາສີພ້ອມກັນ ແລະ ເລີ່ມບາດກ້າວໃໝ່ຂອງພາລະກິດ. ຫຼາຍຄົນຈະຄຸເຂົ່າລົງຮ້ອງຂໍຄວາມເມດຕາ ແລະ ຄວາມກະລຸນາຍ້ອນສຽງດັງກັງວານຂອງສຽງຟ້າຮ້ອງທັງເຈັດ. ແຕ່ມັນຈະບໍ່ແມ່ນຍຸກແຫ່ງພຣະຄຸນອີກຕໍ່ໄປ: ມັນຈະເປັນເວລາແຫ່ງຄວາມໂກດຮ້າຍ. ສ່ວນທຸກຄົນທີ່ເຮັດຊົ່ວ (ຜູ້ທີ່ເຮັດຜິດປະເວນີ ຫຼື ຜູ້ທີ່ມີສ່ວນໃນເງິນສົກກະປົກ ຫຼື ມີຂອບເຂດທີ່ບໍ່ຊັດເຈນກັບເພດກົງກັນຂ້າມ ຫຼື ຜູ້ທີ່ຂັດຂວາງ ຫຼື ເຮັດໃຫ້ການຄຸ້ມຄອງຂອງເຮົາເສຍຫາຍ ຫຼື ຜູ້ທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ ຫຼື ຜູ້ທີ່ຖືກວິນຍານຊົ່ວຮ້າຍຄອບງຳ ແລະ ອື່ນໆອີກ, ທຸກຄົນ ຍົກເວັ້ນຜູ້ທີ່ເຮົາເລືອກ), ບໍ່ມີໃຜຈະຖືກປ່ອຍໄປ ຫຼື ຖືກອະໄພໂທດ, ແຕ່ພວກເຂົາແຕ່ລະຄົນຈະຖືກໂຍນຖິ້ມລົງສູ່ດິນແດນມໍລະນາ ບ່ອນທີ່ພວກເຂົາຈະພິນາດໄປຕະຫຼອດການ! “ການສົ່ງສຽງຂອງແກທັງເຈັດ” ບໍ່ໄດ້ໝາຍເຖິງສະພາບແວດລ້ອມທີ່ຍິ່ງໃຫຍ່ ແລະ ໂຫດຮ້າຍ ຫຼື ມັນບໍ່ໄດ້ໝາຍເຖິງການປະກາດໃດໆຕໍ່ໂລກດ້ວຍ; ສິ່ງເຫຼົ່ານີ້ແມ່ນແນວຄິດຂອງມະນຸດທັງໝົດ. “ແກທັງເຈັດ” ໝາຍເຖິງພຣະຄຳທີ່ໂກດຮ້າຍຂອງເຮົາ. ເມື່ອສຽງຂອງເຮົາ (ການພິພາກສາອັນສະຫງ່າຜ່າເຜີຍ ແລະ ການພິພາກສາອັນໂກດຮ້າຍ) ເປັ່ງອອກມາ, ແກທັງເຈັດກໍສົ່ງສຽງ. (ໃນສະພາບການຢູ່ໃນເຮືອນຂອງເຮົາຕອນນີ້, ນີ້ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ ແລະ ບໍ່ມີໃຜສາມາດຫຼົບໜີຈາກມັນໄດ້). ແລ້ວຜີຮ້າຍທັງໝົດໃນດິນແດນມໍລະນາ ແລະ ໃນນະຮົກ, ໃຫຍ່ ແລະ ນ້ອຍ ຈະເອົາມືຈັບຫົວຕົວເອງ ແລະ ໜີໄປທຸກທິດທາງ ພ້ອມທັງຮ້ອງໄຫ້ ແລະ ກັດແຂ້ວຂອງພວກມັນ, ອັບອາຍ ແລະ ບໍ່ມີບ່ອນໃຫ້ລີ້. ໃນຕອນນີ້, ມັນບໍ່ແມ່ນແກທັງເຈັດທີ່ກຳລັງເລີ່ມສົ່ງສຽງ, ແຕ່ແມ່ນຄວາມໂກດແຄ້ນທີ່ຮ້ອນຮົນຂອງເຮົາ ແລະ ການພິພາກສາທີ່ຮຸນແຮງທີ່ສຸດຂອງເຮົາ ເຊິ່ງບໍ່ມີໃຜສາມາດໜີພົ້ນ ແລະ ທຸກຄົນຕ້ອງໄດ້ຜ່ານ. ໃນເວລານີ້, ສິ່ງທີ່ໄດ້ຖືກເປີດເຜີຍບໍ່ແມ່ນເນື້ອໃນຂອງຕາປະທັບທັງເຈັດ. ຕາປະທັບທັງເຈັດແມ່ນພອນທີ່ພວກເຈົ້າຈະຊື່ນຊົມໃນອະນາຄົດ. “ການເປີດອອກ” ໝາຍເຖິງການແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບພວກມັນເທົ່ານັ້ນ ແຕ່ພວກເຈົ້າຍັງບໍ່ທັນໄດ້ຊື່ນຊົມພອນເຫຼົ່ານີ້ເທື່ອ. ເມື່ອພວກເຈົ້າຊື່ນຊົມພອນເຫຼົ່ານີ້, ພວກເຈົ້າກໍຈະຮູ້ເນື້ອຫາຂອງຕາປະທັບທັງເຈັດ. ໃນຕອນນີ້ ເຈົ້າພຽງແຕ່ສຳຜັດສ່ວນໜຶ່ງທີ່ຍັງບໍ່ທັນສົມບູນເທື່ອ. ເຮົາສາມາດບອກໄດ້ພຽງແຕ່ລະຂັ້ນຕອນທີ່ມັນເກີດຂຶ້ນໃນລະຫວ່າງພາລະກິດໃນອະນາຄົດເທົ່ານັ້ນ, ດັ່ງນັ້ນ ພວກເຈົ້າຈະປະສົບກັບມັນເປັນການສ່ວນຕົວ ແລະ ຮູ້ສຶກໄດ້ເຖິງສະຫງ່າລາສີທີ່ບໍ່ສາມາດປຽບທຽບໄດ້ ແລະ ພວກເຈົ້າຈະຢູ່ໃນສະພາວະແຫ່ງຄວາມປິຕິຍິນດີທີ່ບໍ່ສິ້ນສຸດ.

ເພື່ອທີ່ຈະສາມາດຊື່ນຊົມພອນຂອງລູກຊາຍກົກນັ້ນບໍ່ແມ່ນສິ່ງທີ່ງ່າຍ ຫຼື ບໍ່ແມ່ນສິ່ງທີ່ຄົນທົ່ວໄປສາມາດບັນລຸໄດ້. ເຮົາຈະເນັ້ນຢໍ້າອີກຄັ້ງ ແລະ ກ່າວຢ່າງໜັກແໜ້ນຫຼາຍຂຶ້ນວ່າເຮົາຕ້ອງສ້າງຂໍ້ຮຽກຮ້ອງທີ່ເຂັ້ມງວດຕໍ່ລູກຊາຍກົກຂອງເຮົາ. ບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ສາມາດເຊີດຊູນາມຂອງເຮົາໄດ້. ເຮົາປະຕິເສດຢ່າງເດັດຂາດຕໍ່ໃຜກໍຕາມທີ່ມີຊື່ສຽງບໍ່ດີໃນໂລກ ແລະ ຍິ່ງໄປກວ່ານັ້ນ ເຮົາປະຕິເສດໃຜກໍຕາມທີ່ສຳສ່ອນ. (ພວກເຂົາບໍ່ມີສ່ວນໃນການກາຍເປັນຄົນຂອງພຣະເຈົ້າ, ເຮົາໃຫ້ຄວາມສຳຄັນເປັນພິເສດໃນເລື່ອງນີ້). ຢ່າຄິດວ່າສິ່ງທີ່ເຈົ້າເຮັດໃນອະດີດໝົດໄປ ແລະ ຈົບລົງແລ້ວ, ເຮັດແນວໃດຈຶ່ງຈະມີສິ່ງທີ່ດີແບບນີ້! ມັນງ່າຍຫຼາຍບໍທີ່ຈະໄດ້ຮັບສະຖານະຂອງລູກຊາຍກົກ? ໃນທຳນອງດຽວກັນ ເຮົາປະຕິເສດໃຜກໍຕາມທີ່ຕໍ່ຕ້ານເຮົາ, ໃຜກໍຕາມທີ່ບໍ່ຮັບຮູ້ເຮົາໃນເນື້ອໜັງຂອງເຮົາ, ໃຜກໍຕາມທີ່ແຊກແຊງເຮົາໃນຂະນະທີ່ເຮົາປະຕິບັດຕາມຄວາມປະສົງຂອງເຮົາ ແລະ ໃຜກໍຕາມຂົ່ມເຫັງເຮົາ, ສິ່ງນີ້ບອກວ່າເຮົາໂຫດຮ້າຍສໍ່າໃດ (ຍ້ອນວ່າເຮົາໄດ້ຍຶດອຳນາດຂອງເຮົາຄືນຢ່າງສິ້ນເຊີງ)! ໃນທີ່ສຸດ, ເຮົາກໍປະຕິເສດໃຜກໍຕາມທີ່ບໍ່ເຄີຍມີຄວາມລົ້ມເຫຼວໃດໆໃນຊີວິດໃນທຳນອງດຽວກັນ. ເຮົາຕ້ອງການຜູ້ທີ່ພົ້ນຈາກຄວາມເດືອດຮ້ອນຂອງພວກເຂົາຄືກັນກັບເຮົາ, ເຖິງແມ່ນວ່າພວກມັນແມ່ນຄວາມເດືອດຮ້ອນເລັກນ້ອຍກໍຕາມ. ຖ້າວ່າພວກເຂົາບໍ່ໄດ້ພົ້ນ, ພວກເຂົາກໍເປັນຄົນປະເພດທີ່ເຮົາຈະເຕະອອກເສຍ. ຢ່າງເປັນຄົນໄຮ້ຢາງອາຍທີ່ຕ້ອງການເປັນລູກຊາຍກົກຂອງເຮົາ, ແຫ່ຕົວເອງຕໍ່ໜ້າເຮົາ. ຈົ່ງໜີໄກຈາກເຮົາໄວໆ! ກ່ອນໜ້ານີ້ ເຈົ້າໄດ້ບອກເຮົາເຖິງເລື່ອງເລັກໆນ້ອຍໆ, ສະແຫວງຫາທີ່ຈະໄດ້ຄວາມສຸກຂອງເຮົາ! ນີ້ແມ່ນຄວາມຕາບອດ! ເຈົ້າບໍ່ຮູ້ບໍວ່າເຮົາກຽດຊັງເຈົ້າ, ເຈົ້າຄົນໜ້າເວດທະນາທີ່ໄຮ້ຄ່າເອີຍ? ເຈົ້າຄິດວ່າເຮົາບໍ່ຮູ້ຈັກການຈັດການແບບລັບໆຂອງເຈົ້າບໍ? ເຈົ້າປິດບັງຄັ້ງແລ້ວຄັ້ງເລົ່າ! ເຈົ້າບໍ່ຮູ້ບໍວ່າເຈົ້າໄດ້ສະແດງໃບໜ້າຂອງຜີຮ້າຍຂອງເຈົ້າອອກມາ? ເຖິງແມ່ນວ່າຄົນບໍ່ສາມາດເຫັນມັນໄດ້, ເຈົ້າຄິດວ່າເຮົາບໍ່ສາມາດເຫັນມັນໄດ້ບໍ? ບັນດາຜູ້ທີ່ໃຫ້ບໍລິການແກ່ເຮົາເປັນຄົນບໍ່ດີ; ພວກເຂົາແມ່ນກຸ່ມຄົນຊົ່ວຮ້າຍທີ່ໄຮ້ຄ່າ. ເຮົາຕ້ອງຈັດການພວກເຂົາ. ເຮົາຈະໂຍນພວກເຂົາລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ແລະ ເຜົາພວກເຂົາເສຍ!

ເຈົ້າເວົ້າໃນລັກສະນະທີ່ບໍ່ເຫຼື້ອມໃສ, ກະທຳຢ່າງບໍ່ຊື່ສັດ ແລະ ບໍ່ຮ່ວມມືກັບຄົນອື່ນຢ່າງເໝາະສົມ; ຄົນເຊັ່ນນີ້ຍັງປາຖະໜາທີ່ຈະເປັນກະສັດ, ບໍ່ແມ່ນເຈົ້າກຳລັງຝັນຢູ່ບໍ? ບໍ່ແມ່ນເຈົ້າປະສາດຫຼອນບໍ? ເຈົ້າບໍ່ເຫັນສິ່ງທີ່ເຈົ້າເປັນບໍ? ເຈົ້າຊ່າງເປັນຄົນໜ້າເວດທະນາທີ່ໄຮ້ຄ່າແທ້! ມີປະໂຫຍດຈາກຄົນເຊັ່ນນີ້ບໍ? ຈົ່ງຟ້າວໜີໄປຈາກສາຍຕາເຮົາ! ທຸກຄົນຄວນເຂົ້າໃຈສິ່ງທີ່ເຮົາກ່າວຢ່າງຊັດເຈນ, ໄດ້ຮັບການດົນໃຈໂດຍພຣະທຳຂອງເຮົາ, ຮັບຮູ້ອຳນາດອັນໄພສານຂອງເຮົາ ແລະ ຮູ້ຈັກສະຕິປັນຍາຂອງເຮົາ. ມັນຖືກກ່າວເລື້ອຍໆວ່າຮ່າງກາຍຝ່າຍວິນຍານອັນບໍລິສຸດໄດ້ປາກົດມາແລ້ວ. ໃນທີ່ສຸດ, ພວກເຈົ້າຈະເວົ້າບໍວ່າຮ່າງກາຍຝ່າຍວິນຍານອັນບໍລິສຸດໄດ້ປາກົດຂຶ້ນແລ້ວ ຫຼື ຍັງ? ສິ່ງທີ່ເຮົາກ່າວເປັນການເວົ້າທີ່ວ່າງເປົ່າບໍ? ຮ່າງກາຍຝ່າຍວິນຍານອັນບໍລິສຸດແມ່ນຫຍັງ? ຮ່າງກາຍຝ່າຍວິນຍານອັນບໍລິສຸດດຳລົງຢູ່ໃນສະຖານະການໃດ? ສຳລັບມະນຸດ, ມັນບໍ່ສາມາດຈິນຕະນາການໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້. ເຮົາບອກພວກເຈົ້າວ່າ: ເຮົາບໍ່ມີຕໍານິ ແລະ ໃນເຮົາທຸກຢ່າງແມ່ນເປີດເຜີຍ ແລະ ທຸກສິ່ງຖືກປົດປ່ອຍ (ຍ້ອນວ່າເຮົາກະທຳຢ່າງມີສະຕິປັນຍາ ແລະ ເຮົາກ່າວຢ່າງເປັນອິດສະຫຼະ). ໃນບັນດາການກະທຳຂອງເຮົາ, ບໍ່ມີອັນໃດທີ່ໜ້າອັບອາຍ ແລະ ທັງໝົດໄດ້ຖືກເຮັດສຳເລັດຢ່າງເປີດເຜີຍ ເພື່ອໃຫ້ທຸກຄົນສາມາດໝັ້ນໃຈໄດ້ຢ່າງເຕັມທີ່. ຍິ່ງໄປກວ່ານັ້ນ, ບໍ່ມີມະນຸດຄົນໃດສາມາດຍຶດເອົາສິ່ງໃດກໍຕາມທີ່ຢູ່ໃນຕົວພວກເຂົາເພື່ອໃຊ້ພວກມັນຕໍ່ຕ້ານເຮົາ. ນັ້ນແມ່ນຄຳອະທິບາຍຂອງຄຳວ່າ “ບໍລິສຸດ” ໃນ “ຮ່າງກາຍຝ່າຍວິນຍານອັນບໍລິສຸດ”. ສະນັ້ນ, ເຮົາໄດ້ເນັ້ນຢ້ຳຊ້ຳແລ້ວຊ້ຳອີກວ່າ ເຮົາບໍ່ຕ້ອງການຜູ້ໃດທີ່ເຮັດສິ່ງທີ່ໜ້າອັບອາຍ. ນີ້ແມ່ນຂໍ້ໜຶ່ງຂອງບົດບັນຍັດການບໍລິຫານຂອງເຮົາ ແລະ ມັນຍັງແມ່ນສ່ວນໜຶ່ງຂອງອຸປະນິໄສຂອງເຮົາດ້ວຍ. “ຮ່າງກາຍຝ່າຍວິນຍານ” ໝາຍເຖິງພຣະຄຳຂອງເຮົາ. ສິ່ງທີ່ເຮົາກ່າວມີຈຸດປະສົງຢູ່ສະເໝີ, ມີສະຕິປັນຍາຢູ່ສະເໝີ, ແຕ່ບໍ່ຢູ່ພາຍໃຕ້ການຄວບຄຸມ. (ເຮົາກ່າວສິ່ງທີ່ເຮົາຕ້ອງການກ່າວ ແລະ ແມ່ນພຣະວິນຍານຂອງເຮົາທີ່ເປັ່ງສຽງຂອງພຣະອົງອອກມາ ແລະ ແມ່ນຕົວຕົນຂອງເຮົາທີ່ກຳລັງກ່າວ). ສິ່ງທີ່ເຮົາກ່າວຖືກປົດປ່ອຍຢ່າງເປັນອິດສະຫຼະ ແລະ ເມື່ອບໍ່ເປັນໄປຕາມແນວຄິດຂອງຜູ້ຄົນ, ນັ້ນກໍແມ່ນເວລາທີ່ຈະເປີດເຜີຍຜູ້ຄົນ. ນີ້ແມ່ນການຈັດແຈງທີ່ເໝາະສົມຂອງເຮົງ. ເພາະສະນັ້ນ, ເມື່ອໃດກໍຕາມທີ່ຕົວຕົນຂອງເຮົາກ່າວ ຫຼື ກະທຳ, ມັນເປັນໂອກາດທີ່ດີສະເໝີທີ່ຈະເປີດໂປງທາດແທ້ຂອງຊາຕານ. ເມື່ອຕົວຕົນທີ່ເຮົາເປັນໄດ້ຖືກເຈີມນ້ຳມັນ, ຮ່າງກາຍຝ່າຍວິນຍານອັນບໍລິສຸດກໍປາກົດອອກມາ. ໃນອະນາຄົດ, “ຮ່າງກາຍຝ່າຍວິນຍານອັນບໍລິສຸດ” ຈະໝາຍເຖິງຮ່າງກາຍ ແລະ ມີສອງແງ່ມຸມໃນຄວາມໝາຍນີ້. ມີແງ່ມຸມໜຶ່ງຂອງຄວາມໝາຍໃນປັດຈຸບັນ ແລະ ອີກແງ່ມຸມໜຶ່ງຂອງຄວາມໝາຍໃນອະນາຄົດ. ແຕ່ໃນອະນາຄົດ, ຮ່າງກາຍຝ່າຍວິນຍານອັນບໍລິສຸດຈະແຕກຕ່າງກັນຫຼາຍກັບປັດຈຸບັນ, ຄວາມແຕກຕ່າງຈະເປັນຄືກັບລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ບໍ່ມີໃຜສາມາດຢັ່ງຮູ້ມັນໄດ້ ແລະ ເຮົາຈະຕ້ອງເປີດເຜີຍມັນໃຫ້ແກ່ພວກເຈົ້າເປັນການສ່ວນຕົວ.

ກ່ອນນີ້: ບົດທີ 93

ຕໍ່ໄປ: ບົດທີ 95

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້