ບົດທີ 95

ຜູ້ຄົນຈິນຕະນາການວ່າທຸກສິ່ງງ່າຍດາຍຢ່າງທີ່ສຸດ, ເມື່ອໃນຄວາມເປັນຈິງແລ້ວ ສິ່ງນີ້ບໍ່ແມ່ນຄວາມຈິງ. ມີຄວາມລຶກລັບທີ່ລີ້ລັບຢູ່ພາຍໃນທຸກສິ່ງ ພ້ອມທັງສະຕິປັນຍາຂອງເຮົາ ແລະ ການຈັດແຈງຂອງເຮົາ. ບໍ່ມີລາຍລະອຽດໃດທີ່ຈະຖືກເບິ່ງຂ້າມ ແລະ ທຸກສິ່ງຖືກຈັດແຈງໂດຍເຮົາເອງ. ການພິພາກສາຂອງມື້ທີ່ຍິ່ງໃຫຍ່ເກີດຂຶ້ນຕໍ່ທຸກຄົນທີ່ບໍ່ຮັກເຮົາຢ່າງຈິງໃຈ (ໃຫ້ຈື່ໄວ້ວ່າ ການພິພາກສາຂອງມື້ທີ່ຍິ່ງໃຫຍ່ແມ່ນແນໃສ່ທຸກຄົນທີ່ໄດ້ຮັບນາມນີ້) ແລະ ເຮັດໃຫ້ພວກເຂົາຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສຽງຮ້ອງໄຫ້ຄໍ່າຄວນມາຈາກດິນແດນມໍລະນາ ແລະ ມາຈາກນະຮົກ; ມັນບໍ່ແມ່ນຜູ້ຄົນທີ່ຮ້ອງໄຫ້, ແຕ່ເປັນມານຮ້າຍ. ມັນຄືການພິພາກສາຂອງເຮົາທີ່ນໍາການຮ້ອງໄຫ້ນີ້ມາ, ທີ່ນໍາຄວາມລອດພົ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາມາໃຫ້ແກ່ຜູ້ຄົນ. ເຮົາເຄີຍຕັ້ງຄວາມຫວັງບາງຢ່າງໄວ້ກັບບາງຄົນ. ແຕ່ເມື່ອຫຼຽວເບິ່ງໃນຕອນນີ້, ເຮົາຕ້ອງປະຖິ້ມຄົນເຫຼົ່ານີ້ເທື່ອລະຄົນ, ຍ້ອນນີ້ແມ່ນຂັ້ນຕອນທີ່ພາລະກິດຂອງເຮົາໄດ້ໄປເຖິງ ແລະ ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດສາມາດປ່ຽນແປງໄດ້. ທຸກຄົນທີ່ບໍ່ແມ່ນລູກຊາຍກົກຂອງເຮົາ ຫຼື ປະຊາຊົນຂອງເຮົາຕ້ອງຖືກປະຖິ້ມ ແລະ ຕ້ອງໜີໄປຈາກເຮົາ! ເຈົ້າຕ້ອງເຂົ້າໃຈວ່າ ໃນປະເທດຈີນ ນອກຈາກລູກຊາຍກົກຂອງເຮົາ ແລະ ປະຊາຊົນຂອງເຮົາ, ທຸກຄົນທີ່ເຫຼືອເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ຕ້ອງຖືກປະຖິ້ມ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈ, ໃນທີ່ສຸດແລ້ວ ປະເທດຈີນກໍເປັນຊົນຊາດທີ່ຖືກເຮົາສາບແຊ່ງ ແລະ ປະຊາຊົນຂອງເຮົາສອງສາມຄົນກໍເປັນພຽງຄົນທີ່ໃຫ້ບໍລິການແກ່ພາລະກິດຂອງເຮົາໃນອະນາຄົດ. ເວົ້າອີກຢ່າງໜຶ່ງກໍຄື ນອກຈາກລູກຊາຍກົກຂອງເຮົາ ບໍ່ແມ່ນຜູ້ໃດອີກ ນັ້ນກໍຄື ພວກເຂົາທຸກຄົນຕ້ອງຈິບຫາຍ. ຢ່າຄິດວ່າ ເຮົາຮຸນແຮງເກີນໄປໃນການກະທຳຂອງເຮົາ ນັ້ນກໍຄື ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ຄົນທີ່ທົນທຸກກັບຄຳສາບແຊ່ງຂອງເຮົາແມ່ນເປົ້າໝາຍຂອງຄວາມກຽດຊັງຂອງເຮົາ ແລະ ສິ່ງນີ້ຖືກກຳນົດໄວ້ໃນກ້ອນຫີນ. ເຮົາບໍ່ໄດ້ເຮັດຜິດ; ຖ້າເຮົາເຫັນຜູ້ໃດຜູ້ໜຶ່ງທີ່ບໍ່ເຮັດໃຫ້ເຮົາພໍໃຈ, ເຮົາຈະເຕະພວກເຂົາອອກ; ສິ່ງນັ້ນແມ່ນເຄື່ອງພິສູດຢ່າງພຽງພໍວ່າ ເຈົ້າຖືກເຮົາສາບແຊ່ງ ແລະ ເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ໃຫ້ເຮົາອະທິບາຍແກ່ເຈົ້າອີກຄັ້ງ ນັ້ນກໍຄື ມີພຽງລູກຊາຍກົກຂອງເຮົາເທົ່ານັ້ນທີ່ຢູ່ໃນປະເທດຈີນ (ນອກຈາກປະຊາຊົນຂອງເຮົາທີ່ໃຫ້ບໍລິການ) ແລະ ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ແຕ່ລູກຊາຍກົກຂອງເຮົາມີຢູ່ຈຳນວນໜ້ອຍ ແລະ ທຸກຄົນຖືກເຮົາກຳນົດໄວ້ລ່ວງໜ້າ ນັ້ນກໍຄື ເຮົາຮູ້ວ່າເຮົາກຳລັງເຮັດຫຍັງ. ເຮົາບໍ່ຢ້ານຄວາມຄິດລົບຂອງເຈົ້າ ແລະ ເຮົາບໍ່ຢ້ານວ່າ ເຈົ້າຈະຫັນຫຼັງກັບ ແລະ ກັດເຮົາ ຍ້ອນເຮົາມີບົດບັນຍັດການປົກຄອງຂອງເຮົາ ແລະ ເຮົາມີຄວາມໂກດຮ້າຍ. ນັ້ນໝາຍຄວາມວ່າ ເຮົາມີໄພພິບັດອັນຍິ່ງໃຫຍ່ໃນມືຂອງເຮົາ ແລະ ເຮົາບໍ່ຢ້ານຫຍັງ ຍ້ອນເຮົາຖືວ່າທຸກສິ່ງໄດ້ຖືກບັນລຸແລ້ວ ແລະ ເມື່ອມື້ນັ້ນມາເຖິງ ເຮົາຈະຈັດການກັບເຈົ້າຢ່າງສົມບູນ. ຄົນໃດໜຶ່ງບໍ່ສາມາດຖືກມະນຸດເຮັດໃຫ້ສົມບູນ ຫຼື ຖືກແກ້ໄຂໃຫ້ກາຍເປັນລູກຊາຍກົກຂອງເຮົາໄດ້ ນັ້ນກໍຄື ເລື່ອງນີ້ແມ່ນຂຶ້ນຢູ່ກັບການກຳນົດລ່ວງໜ້າຂອງເຮົາທັງສິ້ນ. ຜູ້ໃດກໍຕາມທີ່ເຮົາເວົ້າວ່າເປັນລູກຊາຍກົກກໍເປັນລູກຊາຍກົກ; ຢ່າພະຍາຍາມຍາດຊິງ ຫຼື ຍຶດຄອງມັນ. ທຸກສິ່ງແມ່ນຂຶ້ນຢູ່ກັບເຮົາ ພຣະເຈົ້າເອງຜູ້ທີ່ມີລິດທານຸພາບສູງສຸດ.

ມື້ໜຶ່ງ ເຮົາຈະເຮັດໃຫ້ພວກເຈົ້າທຸກຄົນໄດ້ເຫັນວ່າ ບົດບັນຍັດການປົກຄອງຂອງເຮົາແມ່ນຫຍັງ ແລະ ຄວາມໂກດຮ້າຍຂອງເຮົາແມ່ນຫຍັງ (ທຸກຄົນຈະຄຸເຂົ່າລົງຕໍ່ເຮົາ, ທຸກຄົນຈະນະມັດສະການເຮົາ, ທຸກຄົນຈະຂໍການອະໄພໂທດຈາກເຮົາ ແລະ ທຸກຄົນຈະເຊື່ອຟັງ; ປັດຈຸບັນນີ້ ເຮົາອະນຸຍາດໃຫ້ລູກຊາຍກົກຂອງເຮົາເຫັນມັນພຽງແຕ່ບາງສ່ວນເທົ່ານັ້ນ). ເຮົາຈະເຮັດໃຫ້ລູກຫຼານທຸກຄົນຂອງມັງກອນແດງຜູ້ຍິ່ງໃຫຍ່ໄດ້ເຫັນວ່າ ເຮົາຄັດເລືອກຫຼາຍຄົນໃຫ້ເສຍສະຫຼະ (ທຸກຄົນຍົກເວັ້ນລູກຊາຍກົກຂອງເຮົາ) ເພື່ອເຮັດໃຫ້ລູກຊາຍກົກຂອງເຮົາສົມບູນ, ເຮົາໄດ້ເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ຕົກເປັນເຫຍື່ອກົນອຸບາຍທີ່ມີເລ່ຫຼ່ຽມຂອງມັນເອງ. (ໃນແຜນການຄຸ້ມຄອງຂອງເຮົາ, ມັງກອນແດງຜູ້ຍິ່ງໃຫຍ່ສົ່ງຄົນທີ່ໃຫ້ບໍລິການແກ່ເຮົາ ນັ້ນກໍຄື ທຸກຄົນ ຍົກເວັ້ນລູກຊາຍກົກຂອງເຮົາ ໃຫ້ກໍ່ກວນແຜນການຄຸ້ມຄອງຂອງເຮົາ; ແຕ່ມັນກໍຕົກເປັນເຫຍື່ອກົນອຸບາຍທີ່ມີເລ່ຫຼ່ຽມຂອງມັນເອງ ແລະ ພວກເຂົາທຸກຄົນກໍໃຫ້ບໍລິການແກ່ພາລະກິດຂອງເຮົາ. ນີ້ແມ່ນສ່ວນໜຶ່ງຂອງຄວາມໝາຍທີ່ແທ້ຈິງຂອງການທີ່ເຮົາລະດົມທຸກຄົນເພື່ອໃຫ້ບໍລິການແກ່ເຮົາ). ມື້ນີ້ ເມື່ອທຸກສິ່ງໄດ້ຖືກບັນລຸ, ເຮົາຈະໂຍນພວກເຂົາທຸກຄົນຖິ້ມ, ຢຽບພວກເຂົາຢູ່ໃຕ້ຕີນຂອງເຮົາ ແລະ ຜ່ານສິ່ງນີ້ ເຮົາຈະເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ຂາຍໜ້າ ແລະ ເຮັດໃຫ້ມັນອັບອາຍຢ່າງທີ່ສຸດ (ພວກເຂົາພະຍາຍາມຫຼອກລວງເພື່ອຮັບເອົາພອນ, ແຕ່ພວກເຂົາບໍ່ເຄີຍຄິດວ່າ ພວກເຂົາຈະໃຫ້ບໍລິການແກ່ເຮົາ), ນີ້ແມ່ນສະຕິປັນຍາຂອງເຮົາ. ເມື່ອໄດ້ຍິນສິ່ງນີ້ ຜູ້ຄົນກໍຄິດວ່າເຮົາບໍ່ມີຄວາມຮູ້ສຶກ ຫຼື ຄວາມເມດຕາ ແລະ ເຮົາບໍ່ມີຄວາມເປັນມະນຸດ. ແນ່ນອນ ເຮົາບໍ່ມີຄວາມຮູ້ສຶກ ຫຼື ຄວາມເມດຕາຕໍ່ຊາຕານ ແລະ ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າເອງ ຜູ້ທີ່ຢູ່ເໜືອຄວາມເປັນມະນຸດ. ເຈົ້າສາມາດເວົ້າໄດ້ແນວໃດວ່າເຮົາເປັນພຣະເຈົ້າທີ່ມີຄວາມເປັນມະນຸດ? ເຈົ້າບໍ່ຮູ້ບໍວ່າ ເຮົາບໍ່ໄດ້ມາຈາກໂລກ? ເຈົ້າບໍ່ຮູ້ບໍວ່າ ເຮົາຢູ່ເໜືອທຸກສິ່ງ? ນອກຈາກລູກຊາຍກົກຂອງເຮົາ ບໍ່ມີຜູ້ໃດຄືເຮົາ, ບໍ່ມີຜູ້ໃດມີອຸປະນິໄສຂອງເຮົາ (ອຸປະນິໄສທີ່ບໍ່ແມ່ນຂອງມະນຸດ, ແຕ່ເປັນຂອງພຣະເຈົ້າ) ແລະ ບໍ່ມີຜູ້ໃດມີຄຸນລັກສະນະຂອງເຮົາ.

ເມື່ອປະຕູສູ່ໂລກຝ່າຍວິນຍານຖືກເປີດອອກ, ພວກເຈົ້າຈະໄດ້ເຫັນຄວາມລຶກລັບທັງໝົດ ທີ່ເຮັດໃຫ້ພວກເຈົ້າສາມາດເຂົ້າສູ່ອານາຈັກອິດສະຫຼະ, ເຂົ້າສູ່ອ້ອມກອດອັນເປັນທີ່ຮັກຂອງເຮົາ ແລະ ເຂົ້າສູ່ພອນຊົ່ວນິດນິລັນຂອງເຮົາ. ມືຂອງເຮົາຄໍ້າຊູມະນຸດຊາດຢູ່ສະເໝີ. ແຕ່ມີມະນຸດຊາດສ່ວນໜຶ່ງທີ່ເຮົາຈະຊ່ວຍໃຫ້ລອດພົ້ນ ແລະ ສ່ວນໜຶ່ງທີ່ເຮົາຈະບໍ່ຊ່ວຍໃຫ້ລອດພົ້ນ. (ເຮົາເວົ້າວ່າ “ຄໍ້າຊູ” ເພາະຫາກປາສະຈາກການຄໍ້າຊູຂອງເຮົາ ໂລກທັງປວງກໍຈະຕົກລົງສູ່ດິນແດນມໍລະນາແຕ່ດົນແລ້ວ). ໃຫ້ເຂົ້າໃຈສິ່ງນີ້ໄວ້! ນີ້ແມ່ນແຜນການຄຸ້ມຄອງຂອງເຮົາ. ແລ້ວແຜນການຄຸ້ມຄອງຂອງເຮົາແມ່ນຫຍັງ? ເຮົາສ້າງມະນຸດຊາດ, ແຕ່ເຮົາບໍ່ເຄີຍວາງແຜນທີ່ຈະຮັບທຸກໆຄົນ, ພຽງແຕ່ຮັບເອົາມະນຸດຊາດສ່ວນເລັກນ້ອຍ. ແລ້ວເປັນຫຍັງເຮົາຈຶ່ງສ້າງຫຼາຍຄົນແບບນັ້ນ? ເຮົາໄດ້ເວົ້າກ່ອນນັ້ນແລ້ວວ່າ ເມື່ອມີເຮົາ ທຸກສິ່ງແມ່ນອິດສະຫຼະພາບ ແລະ ການປົດປ່ອຍ ແລະ ເຮົາເຮັດຫຍັງກໍຕາມທີ່ເຮົາປາຖະໜາ. ເມື່ອເຮົາສ້າງມະນຸດຊາດ, ມັນກໍເປັນແບບນັ້ນ ເພື່ອວ່າພວກເຂົາຈະສາມາດມີຊີວິດຕາມປົກກະຕິ ແລະ ຫຼັງຈາກນັ້ນກໍເກີດມີມະນຸດຊາດສ່ວນເລັກນ້ອຍທີ່ຈະເປັນລູກຊາຍກົກຂອງເຮົາ, ລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ. ມັນສາມາດເວົ້າໄດ້ວ່າ ທຸກຄົນ, ທຸກເຫດການ ແລະ ທຸກສິ່ງ ນັ້ນກໍຄື ນອກຈາກລູກຊາຍກົກຂອງເຮົາ, ປະຊາຊົນຂອງເຮົາ ແລະ ລູກຊາຍຂອງເຮົາ ທຸກຄົນເປັນຜູ້ໃຫ້ບໍລິການ ແລະ ຕ້ອງພິນາດໄປທັງໝົດ. ໃນລັກສະນະນີ້ ແຜນການຄຸ້ມຄອງທັງໝົດຂອງເຮົາຈະສິ້ນສຸດລົງ. ນີ້ແມ່ນແຜນການຄຸ້ມຄອງຂອງເຮົາ, ມັນຄືພາລະກິດຂອງເຮົາ ແລະ ມັນຄືບາດກ້າວທີ່ເຮົາປະຕິບັດ. ເມື່ອທຸກສິ່ງສິ້ນສຸດໄປ ເຮົາກໍຈະໄດ້ພັກຜ່ອນຢ່າງສົມບູນ. ໃນເວລານັ້ນ ທຸກສິ່ງຈະປົກກະຕິດີ; ທຸກສິ່ງຈະສະຫງົບສຸກ ແລະ ໝັ້ນຄົງ.

ໄລຍະກ້າວຂອງພາລະກິດຂອງເຮົາວ່ອງໄວຫຼາຍຈົນມັນຢູ່ເໜືອຈິນຕະນາການຂອງມະນຸດ. ມັນປ່ຽນແປງໃນແຕ່ລະມື້ ແລະ ຜູ້ໃດກໍຕາມທີ່ບໍ່ສາມາດຕາມທັນກໍຈະທົນທຸກກັບການສູນເສຍ; ຄົນໃດໜຶ່ງພຽງແຕ່ສາມາດຍຶດໝັ້ນກັບແສງສະຫວ່າງໃໝ່ໃນແຕ່ລະມື້ (ເຖິງແມ່ນວ່າບໍ່ເຄີຍມີການປ່ຽນແປງໃນບົດບັນຍັດການປົກຄອງຂອງເຮົາ ພ້ອມທັງນິມິດ ແລະ ຄວາມຈິງທີ່ເຮົາສົນທະນາເຖິງ). ເປັນຫຍັງເຮົາຈຶ່ງເວົ້າໃນແຕ່ລະມື້? ເປັນຫຍັງເຮົາຈຶ່ງສ່ອງແສງສະຫວ່າງໃຫ້ແກ່ເຈົ້າຢ່າງສະໝໍ່າສະເໝີ? ເຈົ້າເຂົ້າໃຈຄວາມໝາຍແທ້ຈິງທີ່ຢູ່ພາຍໃນບໍ? ໃນຕອນນີ້ ຄົນສ່ວນໃຫຍ່ຍັງກຳລັງຫົວຂວັນ ແລະ ເວົ້າຫຼິ້ນ ແລະ ບໍ່ສາມາດຈິງຈັງໄດ້. ພວກເຂົາບໍ່ໄດ້ເອົາໃຈໃສ່ຫຍັງເລີຍຕໍ່ພຣະທຳຂອງເຮົາ, ພຽງແຕ່ຮູ້ສຶກເຖິງຄວາມວິຕົກທີ່ຖ່າຍທອດອອກມາ ເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນ. ຫຼັງຈາກນັ້ນ ອີກບໍ່ດົນ ພຣະທຳຂອງເຮົາກໍຖືກລືມ ແລະ ອີກບໍ່ດົນ ພວກເຂົາກໍບໍ່ຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ພວກເຂົາກໍບໍ່ໃສ່ໃຈ. ເຈົ້າຮູ້ບໍວ່າສະຖານະຂອງເຈົ້າແມ່ນຫຍັງ? ບໍ່ວ່າຜູ້ໃດຜູ້ໜຶ່ງໃຫ້ບໍລິການແກ່ເຮົາ ຫຼື ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເຮົາເລືອກໄວ້ ຫຼື ບໍ່ນັ້ນແມ່ນຖືກຈັດການໂດຍມືຂອງເຮົາເທົ່ານັ້ນ; ບໍ່ມີຜູ້ໃດສາມາດປ່ຽນແປງສິ່ງນີ້ໄດ້ ນັ້ນກໍຄື ເຮົາຕ້ອງເຮັດສິ່ງນີ້ດ້ວຍຕົນເອງ, ເຮົາຕ້ອງເລືອກ ແລະ ກຳນົດພວກເຂົາລ່ວງໜ້າໄວ້ດ້ວຍຕົນເອງ. ຜູ້ໃດກ້າເວົ້າວ່າ ເຮົາເປັນພຣະເຈົ້າທີ່ບໍ່ມີສະຕິປັນຍາ? ພຣະທຳທຸກຂໍ້ທີ່ເຮົາເວົ້າ ແລະ ທຸກສິ່ງທີ່ເຮົາເຮັດແມ່ນສະຕິປັນຍາຂອງເຮົາ. ຜູ້ໃດກ້າກໍ່ກວນການຄຸ້ມຄອງຂອງເຮົາ ຫຼື ທຳລາຍແຜນການຂອງເຮົາອີກຄັ້ງ? ເຮົາຈະບໍ່ໃຫ້ອະໄພພວກເຂົາຢ່າງແນ່ນອນ! ເວລາຢູ່ໃນມືຂອງເຮົາ ແລະ ເຮົາບໍ່ຢ້ານການຊັກຊ້າ; ບໍ່ແມ່ນເຮົາບໍທີ່ເປັນຜູ້ກຳນົດວ່າແຜນການຄຸ້ມຄອງຂອງເຮົາຈະສິ້ນສຸດລົງເມື່ອໃດ? ມັນບໍ່ໄດ້ລ້ວນແລ້ວແຕ່ຂຶ້ນຢູ່ກັບຄວາມຄິດດຽວຂອງເຮົາບໍ? ເມື່ອເຮົາເວົ້າວ່າມັນເກີດຂຶ້ນ ມັນກໍເກີດຂຶ້ນ ແລະ ເມື່ອເຮົາເວົ້າວ່າມັນສິ້ນສຸດລົງ ມັນກໍສິ້ນສຸດລົງ. ເຮົາບໍ່ໄດ້ຮີບຮ້ອນ ແລະ ເຮົາຈະດຳເນີນການຈັດແຈງຢ່າງເໝາະສົມ. ຜູ້ຄົນຕ້ອງບໍ່ສອດຮູ້ສອດເຫັນໃນພາລະກິດຂອງເຮົາ ແລະ ພວກເຂົາຕ້ອງບໍ່ເຮັດສິ່ງຕ່າງໆໃຫ້ແກ່ເຮົາ ເຊິ່ງເຮັດຕາມວິທີທີ່ພວກເຂົາພໍໃຈ. ເຮົາສາບແຊ່ງຜູ້ໃດກໍຕາມທີ່ສອດຮູ້ສອດເຫັນ ນັ້ນກໍຄື ນີ້ແມ່ນໜຶ່ງໃນບົດບັນຍັດການປົກຄອງຂອງເຮົາ. ເຮົາປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ແລະ ເຮົາບໍ່ຕ້ອງການຜູ້ໃດອີກ (ເຮົາອະນຸຍາດຜູ້ໃຫ້ບໍລິການເຫຼົ່ານີ້ເຮັດ ບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ກ້າເຮັດຢ່າງໃຈຮ້ອນ ຫຼື ຢ່າງຕາບອດ). ພາລະກິດທັງໝົດແມ່ນຖືກຈັດແຈງໂດຍເຮົາ ແລະ ຖືກຕັດສິນໂດຍເຮົາ ຍ້ອນເຮົາເປັນພຣະເຈົ້າໜຶ່ງດຽວ.

ທຸກຊົນຊາດໃນໂລກຍາດຊິງກັນເອງເພື່ອອຳນາດ ແລະ ຜົນປະໂຫຍດ ແລະ ຕໍ່ສູ້ກັນຍາດດິນແດນ, ແຕ່ບໍ່ໃຫ້ຕື່ນຕົກໃຈ ຍ້ອນທຸກສິ່ງເຫຼົ່ານີ້ແມ່ນເປັນການຮັບໃຊ້ຂອງເຮົາ. ແລ້ວເປັນຫຍັງເຮົາຈຶ່ງເວົ້າວ່າ ພວກມັນແມ່ນການຮັບໃຊ້ຂອງເຮົາ? ເຮົາເຮັດສິ່ງຕ່າງໆໂດຍບໍ່ຕ້ອງຍົກນິ້ວມື. ເພື່ອພິພາກສາຊາຕານ, ເຮົາເຮັດໃຫ້ພວກເຂົາໂຕ້ແຍ້ງກັນທ່າມກາງພວກເຂົາເອງກ່ອນ ແລະ ໃນທີ່ສຸດກໍຈະນໍາພວກເຂົາໄປສູ່ຄວາມພິນາດ ແລະ ເຮັດໃຫ້ພວກເຂົາຕົກເປັນເຫຍື່ອກົນອຸບາຍທີ່ມີເລ່ຫຼ່ຽມຂອງພວກເຂົາເອງ (ພວກເຂົາປາຖະໜາທີ່ຈະຍາດຊິງກັນກັບເຮົາເພື່ອອຳນາດ, ແຕ່ພວກເຂົາກໍຈົບລົງດ້ວຍການໃຫ້ບໍລິການແກ່ເຮົາ). ເຮົາພຽງແຕ່ກ່າວ ແລະ ອອກຄຳສັ່ງຂອງເຮົາ ແລະ ທຸກຄົນກໍເຮັດຕາມສິ່ງທີ່ເຮົາບອກໃຫ້ເຈົ້າເຮັດ ຫຼື ບໍ່ດັ່ງນັ້ນ ເຮົາຈະທຳລາຍເຈົ້າທັນທີ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງການພິພາກສາຂອງເຮົາ ຍ້ອນເຮົາບັນຊາທຸກສິ່ງ ແລະ ທຸກສິ່ງຖືກກຳນົດໄວ້ໂດຍເຮົາ. ຜູ້ໃດກໍຕາມທີ່ເຮັດຫຍັງກໍຕາມກໍເຮັດຢ່າງບໍ່ສະໝັກໃຈ, ເຮັດໂດຍການຈັດແຈງຂອງເຮົາເອງ. ເຮົາຫວັງວ່າ ພວກເຈົ້າຈະສາມາດເຕັມໄປດ້ວຍສະຕິປັນຍາຂອງເຮົາໃນເຫດການທີ່ຈະເກີດຂຶ້ນໃນອີກບໍ່ດົນ. ຢ່ານໍາໃຊ້ວິທີການທີ່ບໍ່ລະວັງ, ແຕ່ໃຫ້ຍັບເຂົ້າໃກ້ເຮົາເລື້ອຍໆຂຶ້ນ ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຈົ້າ; ໃຫ້ລະມັດລະວັງ ແລະ ຮອບຄອບໃນທຸກລັກສະນະເພື່ອຫຼີກເວັ້ນບໍ່ໃຫ້ເຮັດຜິດຕໍ່ການຂ້ຽນຕີຂອງເຮົາ ແລະ ເພື່ອຫຼີກເວັ້ນບໍ່ໃຫ້ຕົກເປັນເຫຍື່ອກົນອຸບາຍທີ່ມີເລ່ຫຼ່ຽມຂອງຊາຕານ. ພວກເຈົ້າຄວນໄດ້ຮັບຄວາມເຂົ້າໃຈຈາກພຣະທຳຂອງເຮົາ, ຮູ້ຈັກສິ່ງທີ່ເຮົາເປັນ ແລະ ເຫັນສິ່ງທີ່ເຮົາມີ. ເຈົ້າຕ້ອງເຮັດສິ່ງຕ່າງໆຕາມທ່າທີ່ໆມີຄວາມໝາຍຂອງເຮົາ ແລະ ຕ້ອງບໍ່ປະຕິບັດຢ່າງເລິນເລີ້. ເຮັດສິ່ງທີ່ເຮົາເຮັດ ແລະ ເວົ້າສິ່ງທີ່ເຮົາເວົ້າ. ເຮົາເວົ້າສິ່ງຕ່າງໆຕໍ່ພວກເຈົ້າລ່ວງໜ້າ ເພື່ອວ່າພວກເຈົ້າຈະສາມາດຫຼີກເວັ້ນບໍ່ເຮັດຜິດ ແລະ ຫຼີກເວັ້ນທີ່ຈະຖືກລໍ້ລວງ. “ສິ່ງທີ່ເຮົາເປັນ” ແລະ “ສິ່ງທີ່ເຮົາມີ” ແມ່ນຫຍັງ? ພວກເຈົ້າຮູ້ຈັກແທ້ໆບໍ? ຄວາມເຈັບປວດທີ່ເຮົາທົນທຸກເປັນສ່ວນໜຶ່ງຂອງສິ່ງທີ່ເຮົາເປັນ ຍ້ອນມັນເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ສິ່ງທີ່ເຮົາເປັນຍັງສາມາດພົບໄດ້ໃນຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ, ພວກເຈົ້າຮູ້ຈັກສິ່ງນີ້ບໍ? ສິ່ງທີ່ເຮົາເປັນປະກອບດ້ວຍສອງລັກສະນະ: ລັກສະນະໜຶ່ງແມ່ນຄວາມເປັນມະນຸດຂອງເຮົາ, ໃນຂະນະທີ່ອີກລັກສະນະໜຶ່ງແມ່ນຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ. ມີພຽງແຕ່ສອງລັກສະນະເຫຼົ່ານີ້ລວມກັນຈຶ່ງເປັນພຣະເຈົ້າຢ່າງສົມບູນ. ສິ່ງທີ່ເປັນຄວາມເປັນພຣະເຈົ້າຢ່າງສົມບູນຂອງເຮົາຍັງປະກອບມີຫຼາຍສິ່ງທີ່ດີ: ເຮົາບໍ່ທົນທຸກຕໍ່ຂໍ້ຈຳກັດໂດຍບຸກຄົນໃດໜຶ່ງ, ເລື່ອງໃດໜຶ່ງ ຫຼື ສິ່ງໃດໜຶ່ງ; ເຮົາຢູ່ເໜືອທຸກສະພາບແວດລ້ອມ; ເຮົາຢູ່ເໜືອຂໍ້ຈຳກັດຂອງເວລາ ຫຼື ອາວະກາດ ຫຼື ພູມສາດ; ເຮົາຮູ້ຈັກທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງຢ່າງແທ້ຈິງ ຄືກັບຮູ້ຈັກຫຼັງມືຂອງເຮົາ; ແລະ ເຖິງຢ່າງໃດກໍຕາມເຮົາກໍຍັງເປັນເນື້ອໜັງ ແລະ ກະດູກ ແລະ ເຮົາຢູ່ໃນຮູບຮ່າງທີ່ສາມາດຈັບຕ້ອງໄດ້; ເຮົາຍັງເປັນບຸກຄົນນີ້ໃນສາຍຕາຂອງຜູ້ຄົນ, ແຕ່ທຳມະຊາດໄດ້ປ່ຽນແປງ ນັ້ນກໍຄື ມັນບໍ່ແມ່ນເນື້ອໜັງ ແຕ່ເປັນຮ່າງກາຍ. ສິ່ງເຫຼົ່ານີ້ເປັນພຽງສ່ວນເລັກນ້ອຍຂອງມັນເທົ່ານັ້ນ. ລູກຊາຍກົກທັງໝົດຂອງເຮົາຈະເປັນແບບນີ້ໃນອະນາຄົດເຊັ່ນກັນ; ນີ້ແມ່ນເສັ້ນທາງທີ່ຕ້ອງໄດ້ຍ່າງຕາມ ແລະ ຄົນທີ່ເຖິງວາລະກໍບໍ່ສາມາດຫຼົບໜີໄດ້. ໃນຂະນະທີ່ເຮົາກຳລັງເຮັດສິ່ງນີ້, ທຸກຄົນທີ່ບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າກໍຈະຖືກເຕະອອກໄປ (ຍ້ອນນີ້ແມ່ນການທີ່ຊາຕານທົດສອບເຮົາເພື່ອເບິ່ງວ່າພຣະທຳຂອງເຮົາຖືກຕ້ອງ ຫຼື ບໍ່). ຄົນທີ່ຖືກກຳນົດໄວ້ລ່ວງໜ້າບໍ່ສາມາດຫຼົບໜີມັນໄດ້ ບໍ່ວ່າພວກເຂົາຈະໄປໃສກໍຕາມ ແລະ ພວກເຈົ້າຈະໄດ້ເຫັນຫຼັກການທີ່ຢູ່ເບື້ອງຫຼັງການກະທຳດັ່ງກ່າວນີ້ຂອງເຮົາ. “ສິ່ງທີ່ເຮົາມີ” ໝາຍເຖິງສະຕິປັນຍາຂອງເຮົາ, ຄວາມຮູ້ຂອງເຮົາ, ໄຫວພິບຂອງເຮົາ ແລະ ພຣະທຳທຸກຂໍ້ທີ່ເຮົາກ່າວ. ທັງຄວາມເປັນມະນຸດຂອງເຮົາ ແລະ ຄວາມເປັນພຣະເຈົ້າກໍມີມັນ. ນັ້ນໝາຍຄວາມວ່າ ທຸກສິ່ງທີ່ຖືກດຳເນີນໂດຍຄວາມເປັນມະນຸດຂອງເຮົາ ພ້ອມທັງສິ່ງທີ່ຖືກດຳເນີນໂດຍຄວາມເປັນພຣະເຈົ້າຂອງເຮົາກໍເປັນສິ່ງທີ່ເຮົາມີ; ບໍ່ມີຜູ້ໃດສາມາດເອົາສິ່ງເຫຼົ່າໄປ ຫຼື ກຳຈັດພວກມັນໄດ້; ພວກມັນຢູ່ໃນການຄອບຄອງຂອງເຮົາ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງພວກມັນໄດ້. ນີ້ແມ່ນບົດບັນຍັດການປົກຄອງທີ່ຮຸນແຮງທີ່ສຸດຂອງເຮົາ (ຍ້ອນວ່າໃນແນວຄິດຂອງມະນຸດ ຫຼາຍສິ່ງທີ່ເຮົາເຮັດບໍ່ໄດ້ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ; ນີ້ແມ່ນບົດບັນຍັດທີ່ທຸກໆຄົນເຮັດຜິດໄດ້ຢ່າງງ່າຍດາຍທີ່ສຸດ ແລະ ມັນຍັງຮຸນແຮງທີ່ສຸດດ້ວຍ. ສະນັ້ນ ໃນທີ່ນີ້ ຊີວິດຂອງພວກເຂົາຈຶ່ງທົນທຸກກັບການສູນເສຍ). ເຮົາຈະເວົ້າອີກຄັ້ງວ່າ ພວກເຈົ້າຕ້ອງນໍາໃຊ້ວິທີການທີ່ຮອບຄອບ ເຊິ່ງເຮົາໄດ້ແນະນໍາໃຫ້ພວກເຈົ້າເຮັດ ນັ້ນກໍຄື ພວກເຈົ້າຕ້ອງບໍ່ປະໝາດ!

ກ່ອນນີ້: ບົດທີ 94

ຕໍ່ໄປ: ບົດທີ 116

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1.ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2.ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ...

ກ່ຽວກັບການປະຕິບັດຂອງການອະທິຖານ

ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້