ບົດທີ 96

ເຮົາຈະຂ້ຽນຕີທຸກຄົນທີ່ເກີດຈາກເຮົາ ທີ່ຍັງບໍ່ຮູ້ຈັກເຮົາເທື່ອ ເພື່ອເຮັດໃຫ້ເປັນທີ່ປະຈັກເຖິງຄວາມໂກດຮ້າຍທັງໝົດຂອງເຮົາ, ອໍານາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ສະຕິປັນຍາທີ່ສົມບູນຂອງເຮົາ. ພາຍໃນຕົວເຮົາ ທຸກຢ່າງແມ່ນຊອບທໍາ ແລະ ບໍ່ມີຄວາມບໍ່ຊອບທໍາ, ບໍ່ມີການຫຼອກລວງ ແລະ ບໍ່ມີຄວາມຄົດໂກງຢ່າງແນ່ນອນ; ຜູ້ໃດກໍຕາມທີ່ຄົດໂກງ ແລະ ຫຼອກລວງຕ້ອງແມ່ນບຸດຊາຍຂອງນະຮົກ ເຊິ່ງເກີດໃນແດນມໍລະນາ. ພາຍໃນຕົວເຮົາ ທຸກຢ່າງແມ່ນເປີດເຜີຍ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຕ້ອງຖືກເຮັດໃຫ້ສໍາເລັດ ແລະ ຈະຖືກເຮັດໃຫ້ສໍາເລັດຢ່າງແນ່ນອນ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຖືກສ້າງຕັ້ງ, ຈະຖືກສ້າງຕັ້ງຂຶ້ນ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງ ຫຼື ຮຽນແບບສິ່ງເຫຼົ່ານີ້ໄດ້ ຍ້ອນວ່າເຮົາແມ່ນພຣະເຈົ້າພຽງຜູ້ດຽວ. ໃນສິ່ງທີ່ຈະມາເຖິງ, ທຸກຄົນທີ່ຢູ່ໃນກຸ່ມບຸດຊາຍກົກຂອງເຮົາ ທີ່ຖືກກໍານົດໄວ້ລ່ວງໜ້າ ແລະ ຖືກເລືອກແມ່ນຈະຖືກເປີດເຜີຍເທື່ອລະຄົນ ແລະ ທຸກຄົນທີ່ບໍ່ໄດ້ຢູ່ໃນກຸ່ມບຸດຊາຍກົກກໍຈະຖືກເຮົາກໍາຈັດຜ່ານສິ່ງນີ້. ນີ້ແມ່ນວິທີທີ່ເຮົາປະຕິບັດ ແລະ ເຮັດໃຫ້ສຳເລັດພາລະກິດຂອງເຮົາ. ຕອນນີ້ ເຮົາເປີດໂປງພຽງແຕ່ບາງຄົນເທົ່ານັ້ນເພື່ອວ່າ ບຸດຊາຍກົກຂອງເຮົາຈະສາມາດເຫັນການກະທໍາອັນມະຫັດສະຈັນຂອງເຮົາ ແຕ່ຫຼັງຈາກນັ້ນ ເຮົາຈະບໍ່ປະຕິບັດພາລະກິດດ້ວຍວິທີນີ້. ກົງກັນຂ້າມ, ເຮົາຈະດໍາເນີນຈາກສະຖານະການທົ່ວໄປ ແທນທີ່ຈະປ່ອຍໃຫ້ພວກເຂົາສະແດງທາດແທ້ຂອງພວກເຂົາອອກມາເທື່ອລະຄົນ (ຍ້ອນໂດຍທົ່ວໄປແລ້ວ ພວກຜີສາດແມ່ນຄືກັນໝົດ ແລະ ມັນພຽງພໍທີ່ຈະເລືອກເອົາບາງໂຕເທົ່ານັ້ນເພື່ອເປັນຕົວຢ່າງ). ບຸດຊາຍກົກຂອງເຮົາທັງໝົດແມ່ນມີຄວາມຊັດເຈນໃນໃຈຂອງພວກເຂົາ ແລະ ບໍ່ຈໍາເປັນຕ້ອງໃຫ້ເຮົາອະທິບາຍ (ເພາະໃນເວລາທີ່ນັດໝາຍ ພວກເຂົາຈະຖືກເປີດເຜີຍເທື່ອລະຄົນຢ່າງແນ່ນອນ).

ມັນແມ່ນອຸປະນິໄສຂອງເຮົາທີ່ຈະຮັກສາສັນຍາຂອງເຮົາ ແລະ ໃນຕົວເຮົາແມ່ນບໍ່ມີຫຍັງຖືກເຊື່ອງ ຫຼື ປິດບັງ. ເຮົາຈະບອກພວກເຈົ້າກ່ຽວກັບທຸກສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ ແລະ ເຮົາຈະບໍ່ບອກພວກເຈົ້າໃນສິ່ງທີ່ພວກເຈົ້າບໍ່ຄວນຮູ້ຢ່າງແນ່ນອນ ໂດຍຢ້ານວ່າພວກເຈົ້າຈະສາມາດຢືນຢັດໄດ້. ຈົ່ງຢ່າຍຶດຕິດກັບສິ່ງເລັກນ້ອຍ ແລະ ສູນເສຍສິ່ງທີ່ສໍາຄັນຍ້ອນເຫດນັ້ນ. ມັນບໍ່ຄຸ້ມແທ້ໆ. ຈົ່ງເຊື່ອວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫຼັງຈາກນັ້ນ ທຸກສິ່ງກໍຈະສຳເລັດລົງ ແລະ ທຸກຢ່າງກໍຈະງ່າຍ ແລະ ເປັນທີ່ພໍໃຈ. ນີ້ແມ່ນວິທີທີ່ເຮົາປະຕິບັດສິ່ງຕ່າງໆ. ໃຜກໍຕາມທີ່ເຊື່ອ ແມ່ນເຮົາຈະອະນຸຍາດໃຫ້ເຂົາເຫັນ ແລະ ໃຜກໍຕາມທີ່ບໍ່ເຊື່ອ ແມ່ນເຮົາຈະບໍ່ອະນຸຍາດໃຫ້ເຂົາຮູ້ຈັກ ແລະ ເຮົາຈະບໍ່ມີວັນໃຫ້ເຂົາເຂົ້າໃຈ. ພາຍໃນຕົວເຮົາແມ່ນບໍ່ມີຄວາມຮູ້ສຶກ ຫຼື ຄວາມເມດຕາ ແລະ ບໍ່ວ່າໃຜຈະລ່ວງເກີນການຂ້ຽນຕີຂອງເຮົາ ເຮົາກໍຈະຂ້າພວກເຂົາໂດຍທີ່ບໍ່ຢັບຢັ້ງມືຂອງເຮົາຢ່າງແນ່ນອນ ແລະ ເຮົາຈະປະຕິບັດກັບພວກເຂົາທຸກຄົນຄືກັນໝົດ. ເຮົາປະຕິບັດກັບທຸກຄົນຄືກັນໝົດ. ເຮົາບໍ່ມີຄວາມຮູ້ສຶກສ່ວນຕົວ ແລະ ບໍ່ກະທໍາການໃນທາງໃດທາງໜຶ່ງດ້ວຍອາລົມ. ຜູ້ຄົນບໍ່ເຫັນຄວາມຊອບທໍາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາຜ່ານສິ່ງນີ້ໄດ້ແນວໃດ? ນີ້ແມ່ນສະຕິປັນຍາຂອງເຮົາ ແລະ ອຸປະນິໄສຂອງເຮົາ ເຊິ່ງບໍ່ມີຜູ້ໃດສາມາດປ່ຽນແປງໄດ້ ແລະ ບໍ່ມີຜູ້ໃດສາມາດຮູ້ຈັກຢ່າງຄົບຖ້ວນ. ມືຂອງເຮົາແມ່ນສັ່ງການທຸກສິ່ງຕະຫຼອດເວລາ ແລະ ເຮົາຈັດກຽມທຸກຢ່າງຕະຫຼອດເວລາເພື່ອໃຫ້ບໍລິການແກ່ເຮົາເມື່ອເຮົາຕ້ອງການ. ຄົນຈຳນວນຫຼາຍກໍາລັງໃຫ້ບໍລິການໃນນາມຂອງເຮົາ ເພື່ອປະຕິບັດແຜນການຄຸ້ມຄອງຂອງເຮົາໃຫ້ສໍາເລັດ ແຕ່ໃນທີ່ສຸດແລ້ວ ພວກເຂົາເຫັນພອນ ແຕ່ບໍ່ສາມາດຮັບພອນໄດ້. ຈັ່ງແມ່ນໜ້າເວດທະນາແທ້ເດ! ແຕ່ບໍ່ມີໃຜສາມາດປ່ຽນໃຈເຮົາໄດ້. ນີ້ແມ່ນພຣະດໍາລັດແຫ່ງການປົກຄອງຂອງເຮົາ (ເມື່ອໃດກໍຕາມທີ່ພຣະດໍາລັດແຫ່ງການປົກຄອງຖືກກ່າວເຖິງ, ນີ້ກໍໝາຍເຖິງບາງສິ່ງທີ່ບໍ່ມີຜູ້ໃດສາມາດປ່ຽນແປງໄດ້, ສະນັ້ນ ເມື່ອເຮົາກ່າວໃນອະນາຄົດ ແລະ ຖ້າເຮົາໄດ້ຕັ້ງໃຈຂອງເຮົາໃສ່ບາງສິ່ງ, ນັ້ນກໍແມ່ນພຣະດໍາລັດແຫ່ງການປົກຄອງຂອງເຮົາຢ່າງແນ່ນອນ. ຈົ່ງຈື່ໄວ້! ຈົ່ງຢ່າລ່ວງເກີນສິ່ງນີ້ອີກ ບໍ່ສະນັ້ນ ພວກເຈົ້າຈະໄດ້ທົນທຸກກັບການສູນເສຍ) ແລະ ມັນຍັງແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດຂອງເຮົາເອງ ແລະ ບໍ່ແມ່ນບາງສິ່ງທີ່ມະນຸດຄົນໃດກໍສາມາດເຮັດໄດ້. ເຮົາຕ້ອງປະຕິບັດສິ່ງນີ້. ເຮົາຕ້ອງຈັດກຽມສິ່ງນີ້ ເຊິ່ງພຽງພໍທີ່ຈະສະແດງເຖິງອໍານາດອັນໄພສານຂອງເຮົາ ແລະ ເພື່ອສະແດງຄວາມໂກດຮ້າຍຂອງເຮົາ.

ຄົນສ່ວນໃຫຍ່ຍັງບໍ່ຮູ້ຈັກ ແລະ ບໍ່ຊັດເຈນກ່ຽວກັບຄວາມເປັນມະນຸດຂອງເຮົາ. ເຮົາໄດ້ກ່າວມັນຫຼາຍຄັ້ງ ແຕ່ພວກເຈົ້າຍັງບໍ່ຊັດເຈນ ແລະ ບໍ່ເຂົ້າໃຈຫຼາຍ. ແຕ່ນີ້ແມ່ນພາລະກິດຂອງເຮົາ ແລະ ຕອນນີ້, ໃນເວລານີ້, ໃຜກໍຕາມທີ່ຮູ້ຈັກແມ່ນຮູ້ຈັກ ແລະ ໃຜກໍຕາມທີ່ບໍ່ຮູ້ຈັກ ເຮົາກໍຈະບໍ່ບັງຄັບ. ມັນສາມາດເປັນແບບນີ້ເທົ່ານັ້ນ. ເຮົາໄດ້ກ່າວກ່ຽວກັບສິ່ງນັ້ນດ້ວຍຄວາມຊັດເຈນ ແລະ ຫຼັງຈາກນັ້ນ ເຮົາຈະບໍ່ກ່າວເຖິງມັນອີກ (ເພາະເຮົາໄດ້ກ່າວຫຼາຍແລ້ວ ແລະ ເຮົາໄດ້ກ່າວຢ່າງຊັດເຈນຫຼາຍແລ້ວ. ຜູ້ທີ່ຮູ້ຈັກເຮົາແມ່ນມີພາລະກິດຂອງພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ແມ່ນບຸດຊາຍກົກຂອງເຮົາຢ່າງບໍ່ຕ້ອງສົງໄສ. ຜູ້ທີ່ບໍ່ຮູ້ຈັກເຮົາບໍ່ແມ່ນບຸດຊາຍກົກຂອງເຮົາໂດຍບໍ່ຕ້ອງສົງໄສ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ຖອນພຣະວິນຍານຂອງເຮົາຈາກເຂົາແລ້ວ). ແຕ່ໃນທີ່ສຸດແລ້ວ, ເຮົາຈະເຮັດໃຫ້ທຸກຄົນຮູ້ຈັກເຮົາ ໂດຍໃຫ້ຮູ້ຈັກເຮົາຢ່າງສົມບູນ ທັງໃນຄວາມເປັນມະນຸດຂອງເຮົາ ແລະ ໃນຄວາມເປັນພຣະເຈົ້າຂອງເຮົາ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງເຮົາ ແລະ ເຮົາຕ້ອງປະຕິບັດພາລະກິດດ້ວຍວິທີນີ້. ນີ້ຍັງແມ່ນພຣະດໍາລັດແຫ່ງການປົກຄອງຂອງເຮົາ. ທຸກຄົນຕ້ອງເອີ້ນເຮົາວ່າພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສັນລະເສີນ ແລະ ສົ່ງສຽງເຊຍເຮົາໂດຍບໍ່ຢຸດເຊົາ.

ແຜນການຄຸ້ມຄອງຂອງເຮົາໄດ້ສໍາເລັດຢ່າງສົມບູນແລ້ວ ແລະ ທຸກສິ່ງກໍໄດ້ບັນລຸແຕ່ດົນແລ້ວ. ໃນສາຍຕາຂອງມະນຸດ, ເບິ່ງຄືກັບວ່າ ພາລະກິດຫຼາຍຢ່າງຂອງເຮົາແມ່ນຍັງດໍາເນີນຢູ່ ແຕ່ເຮົາໄດ້ຈັດກຽມມັນຢ່າງຖືກຕ້ອງແລ້ວ ແລະ ສິ່ງດຽວທີ່ຍັງລໍຖ້າແມ່ນການເຮັດໃຫ້ມັນສໍາເລັດ ຕາມຂັ້ນຕອນຂອງເຮົາ ທີ່ເປັນການເຮັດເທື່ອລະໜ້າວຽກ (ນີ້ກໍເພາະວ່າ ກ່ອນການຊົງສ້າງໂລກ ເຮົາໄດ້ກໍານົດລ່ວງໜ້າຜູ້ທີ່ຈະສາມາດຕັ້ງໝັ້ນພາຍໃຕ້ການທົດລອງ, ຜູ້ທີ່ບໍ່ສາມາດຖືກເລືອກ ແລະ ກໍານົດລ່ວງໜ້າໂດຍເຮົາ ແລະ ຜູ້ທີ່ບໍ່ສາມາດແບ່ງປັນຄວາມທົນທຸກຂອງເຮົາ. ຜູ້ທີ່ສາມາດແບ່ງປັນຄວາມທົນທຸກຂອງເຮົາ ນັ້ນກໍຄື ຜູ້ທີ່ຖືກເຮົາກໍານົດລ່ວງໜ້າ ແລະ ເລືອກໄວ້, ເຮົາຈະຮັກສາພວກເຂົາໄວ້ ແລະ ເຮັດໃຫ້ພວກເຂົາສາມາດຂ້າມຜ່ານທຸກສິ່ງຢ່າງແນ່ນອນ). ເຮົາມີຄວາມຊັດເຈນຢູ່ໃນໃຈຂອງເຮົາ ກ່ຽວກັບບົດບາດຂອງແຕ່ລະຄົນ. ເຮົາຮູ້ດີວ່າ ຜູ້ໃດຈະໃຫ້ບໍລິການແກ່ເຮົາ, ຜູ້ໃດແມ່ນບຸດຊາຍກົກ ແລະ ຜູ້ໃດທີ່ຢູ່ທ່າມກາງບຸດຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ. ເຮົາຮູ້ຈັກສິ່ງນີ້ຄືກັບຫຼັງມືຂອງເຮົາ. ໃຜກໍຕາມທີ່ເຮົາໄດ້ກ່າວເຖິງໃນອະດີດວ່າ ເປັນບຸດຊາຍກົກກໍຍັງເປັນບຸດຊາຍກົກໃນຕອນນີ້ ແລະ ໃຜກໍຕາມທີ່ເຮົາໄດ້ກ່າວໃນອະດີດວ່າ ບໍ່ແມ່ນບຸດຊາຍກົກກໍຍັງບໍ່ແມ່ນບຸດຊາຍກົກໃນຕອນນີ້. ເຮົາບໍ່ເສຍໃຈກັບສິ່ງທີ່ເຮົາໄດ້ກະທໍາໄປ ແລະ ບໍ່ໄດ້ປ່ຽນແປງມັນຢ່າງງ່າຍດາຍ. ເຮົາຕັ້ງໃຈໃນສິ່ງທີ່ເຮົາກ່າວ (ພາຍໃນຕົວເຮົາແມ່ນບໍ່ມີສິ່ງໃດທີ່ບໍ່ສໍາຄັນ) ແລະ ມັນບໍ່ເຄີຍປ່ຽນ! ຜູ້ທີ່ໃຫ້ບໍລິການແກ່ເຮົາຈະໃຫ້ບໍລິການແກ່ເຮົາຕະຫຼອດ: ພວກເຂົາແມ່ນງົວຄວາຍຂອງເຮົາ; ພວກເຂົາແມ່ນມ້າຂອງເຮົາ (ແຕ່ຜູ້ຄົນເຫຼົ່ານີ້ບໍ່ເຄີຍໄດ້ຮັບແສງສະຫວ່າງໃນວິນຍານຂອງພວກເຂົາ; ເມື່ອເຮົາໃຊ້ພວກເຂົາ ພວກເຂົາກໍມີປະໂຫຍດ ແຕ່ເມື່ອເຮົາບໍ່ໃຊ້ພວກເຂົາ ເຮົາກໍຂ້າພວກເຂົາ. ເມື່ອເຮົາກ່າວເຖິງງົວຄວາຍ ແລະ ມ້າ, ເຮົາໝາຍເຖິງຜູ້ທີ່ບໍ່ໄດ້ຮັບແສງສະຫວ່າງໃນວິນຍານຂອງພວກເຂົາ, ຜູ້ທີ່ບໍ່ຮູ້ຈັກເຮົາ ແລະ ຜູ້ທີ່ບໍ່ເຊື່ອຟັງເຮົາ ແລະ ເຖິງວ່າພວກເຂົາເຊື່ອຟັງ ແລະ ອ່ອນນ້ອມ ແລະ ທໍາມະດາ ແລະ ສັດຊື່, ພວກເຂົາກໍຍັງແມ່ນງົວຄວາຍ ແລະ ມ້າແທ້ໆ). ຕອນນີ້ ຄົນສ່ວນໃຫຍ່ບໍ່ມີເຫດຜົນ ແລະ ບໍ່ມີລະບຽບເມື່ອຢູ່ຕໍ່ໜ້າເຮົາ ໂດຍເວົ້າ ແລະ ຫົວຢ່າງວຸ້ນວາຍ ແລະ ປະພຶດຕົນຢ່າງບໍ່ມີຄວາມເຄົາລົບ. ພວກເຂົາເຫັນແຕ່ຄວາມເປັນມະນຸດຂອງເຮົາເທົ່ານັ້ນ ແລະ ບໍ່ໄດ້ເຫັນຄວາມເປັນພຣະເຈົ້າຂອງເຮົາ. ໃນຄວາມເປັນມະນຸດຂອງເຮົາ, ພຶດຕິກໍາເຫຼົ່ານີ້ແມ່ນສາມາດຜ່ານໄປໄດ້ ແລະ ເຮົາສາມາດຝືນໃຈຕົວເອງເພື່ອໃຫ້ອະໄພພວກເຂົາ ແຕ່ໃນຄວາມເປັນພຣະເຈົ້າຂອງເຮົາແມ່ນບໍ່ງ່າຍເລີຍ. ໃນອະນາຄົດ, ເຮົາຈະຕັດສິນວ່າ ເຈົ້າໄດ້ກະທໍາບາບໃນການໝິ່ນປະໝາດ. ເວົ້າອີກແບບໜຶ່ງກໍຄື ຄວາມເປັນມະນຸດຂອງເຮົາແມ່ນສາມາດຖືກລ່ວງເກີນໄດ້ ແຕ່ຄວາມເປັນພຣະເຈົ້າແມ່ນບໍ່ສາມາດຖືກລ່ວງເກີນໄດ້ ແລະ ໃຜກໍຕາມທີ່ຂັດແຍ້ງກັບເຮົາແມ່ນແຕ່ໜ້ອຍດຽວ ເຮົາກໍຈະພິພາກສາທັນທີໂດຍບໍ່ມີການຊັກຊ້າ. ຈົ່ງຢ່າຄິດວ່າ ຍ້ອນເຈົ້າໄດ້ພົວພັນເປັນເວລາຫຼາຍປີກັບຄົນຜູ້ນີ້ທີ່ເຮົາເປັນ ແລະ ໄດ້ຄຸ້ນເຄີຍກັບເຮົາ, ເຈົ້າຈະສາມາດເວົ້າ ແລະ ກະທໍາການຢ່າງບໍ່ມີເຫດຜົນ. ເຮົາບໍ່ສົນໃຈແທ້ໆ! ບໍ່ວ່າມັນຈະແມ່ນໃຜກໍຕາມ, ເຮົາຈະປະຕິບັດກັບພວກເຂົາດ້ວຍຄວາມຊອບທໍາ. ນີ້ຄືຄວາມຊອບທໍາຂອງເຮົາ.

ຄວາມລຶກລັບຂອງເຮົາແມ່ນຖືກເປີດເຜີຍຕໍ່ຜູ້ຄົນໃນແຕ່ລະມື້ ແລະ ພວກເຂົາໄດ້ມີຄວາມຊັດເຈນຂຶ້ນໃນແຕ່ລະມື້ ພາຍຫຼັງຂັ້ນຕອນການເປີດເຜີຍ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມໄວຂອງພາລະກິດຂອງເຮົາ. ນີ້ແມ່ນສະຕິປັນຍາຂອງເຮົາ (ເຮົາບໍ່ກ່າວມັນໂດຍກົງ. ເຮົາໃຫ້ແສງສະຫວ່າງແກ່ບຸດຊາຍກົກຂອງເຮົາ ແລະ ເຮັດໃຫ້ລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ຕາບອດ). ນອກຈາກນັ້ນ, ໃນປັດຈຸບັນ ເຮົາຈະເປີດເຜີຍຄວາມລຶກລັບຂອງເຮົາໃຫ້ກັບພວກເຈົ້າຜ່ານບຸດຊາຍຂອງເຮົາ. ເຮົາຈະເປີດເຜີຍສິ່ງຕ່າງໆທີ່ຜູ້ຄົນຄິດບໍ່ເຖິງໃຫ້ກັບພວກເຈົ້າໃນມື້ນີ້ ເພື່ອໃຫ້ພວກເຈົ້າຮູ້ຈັກຢ່າງລະອຽດ ແລະ ມີຄວາມເຂົ້າໃຈທີ່ຊັດເຈນ. ຍິ່ງໄປກວ່ານັ້ນ, ຄວາມລຶກລັບນີ້ແມ່ນມີຢູ່ໃນທຸກຄົນນອກຈາກບຸດຊາຍກົກຂອງເຮົາ ແຕ່ບໍ່ມີຜູ້ໃດສາມາດເຂົ້າໃຈມັນໄດ້. ເຖິງວ່າມັນຊິຢູ່ພາຍໃນແຕ່ລະຄົນ ແຕ່ບໍ່ມີໃຜສາມາດຮັບຮູ້ມັນໄດ້. ເຮົາກໍາລັງກ່າວຫຍັງ? ໃນພາລະກິດຂອງເຮົາ ແລະ ໃນພຣະຄຳຂອງເຮົາໃນຊ່ວງໄລຍະນີ້, ເຮົາມັກຈະກ່າວເຖິງມັງກອນແດງຜູ້ຍິ່ງໃຫຍ່, ຊາຕານ, ຜີຮ້າຍ ແລະ ອັກຄະເທວະດາ. ພວກເຂົາແມ່ນຫຍັງ? ສາຍພົວພັນຂອງພວກເຂົາແມ່ນຫຍັງ? ແມ່ນຫຍັງທີ່ສະແດງອອກໃນສິ່ງເຫຼົ່ານີ້? ການສະແດງອອກຂອງມັງກອນແດງຜູ້ຍິ່ງໃຫຍ່ແມ່ນການຕໍ່ຕ້ານເຮົາ, ການຂາດຄວາມເຂົ້າໃຈ ແລະ ການຂາດການຢັ່ງຮູ້ເຖິງຄວາມໝາຍຂອງພຣະທໍາຂອງເຮົາ, ການຂົ່ມເຫັງເຮົາເປັນປະຈໍາ ແລະ ການສະແຫວງຫາທີ່ຈະໃຊ້ແຜນອຸບາຍ ເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ຊາຕານແມ່ນຖືກສະແດງອອກດັ່ງນີ້: ການດິ້ນຮົນຍາດອໍານາດຈາກເຮົາ, ຄວາມຕ້ອງການທີ່ຈະຄອບຄອງຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ການປ່ອຍຖ້ອຍຄໍາທີ່ບໍ່ດີເພື່ອຫຼອກລວງປະຊາຊົນຂອງເຮົາ. ການສະແດງອອກຂອງຜີຮ້າຍ (ຜູ້ທີ່ບໍ່ຍອມຮັບເອົານາມຂອງເຮົາ ແລະ ຜູ້ທີ່ບໍ່ເຊື່ອລ້ວນແລ້ວແຕ່ແມ່ນຜີຮ້າຍ) ແມ່ນມີດັ່ງນີ້: ການປາດຖະໜາຄວາມສຸກທາງເນື້ອໜັງ, ລວມເຖິງການປ່ອຍຕົວໄປກັບຕັນຫາທີ່ຊົ່ວຮ້າຍ, ການດໍາລົງຊີວິດໂດຍເປັນທາດຂອງຊາຕານ, ບາງຄົນຕໍ່ຕ້ານເຮົາ ແລະ ບາງຄົນສະໜັບສະໜູນເຮົາ (ແຕ່ບໍ່ໄດ້ພິສູດວ່າ ພວກເຂົາແມ່ນບຸດຊາຍທີ່ເປັນທີ່ຮັກຂອງເຮົາ). ການສະແດງອອກຂອງອັກຄະເທວະດາແມ່ນມີດັ່ງນີ້: ການເວົ້າອວດດີ, ການຜິດສິນລະທຳ, ການໃຊ້ນໍ້າສຽງຂອງເຮົາເປັນປະຈໍາ ເພື່ອສັ່ງສອນຜູ້ຄົນ, ການສົນໃຈກັບການຮຽນແບບເຮົາທາງພາຍນອກເທົ່ານັ້ນ, ການກິນສິ່ງທີ່ເຮົາກິນ ແລະ ໃຊ້ສິ່ງທີ່ເຮົາໃຊ້; ເວົ້າສັ້ນໆກໍຄື ຄວາມຕ້ອງການທີ່ຈະທຽບເທົ່າກັບເຮົາ, ການມີຄວາມທະເຍີທະຍານ ແຕ່ຂາດຄວາມສາມາດຂອງເຮົາ ແລະ ບໍ່ມີຊີວິດຂອງເຮົາ ແລະ ເປັນສິ່ງທີ່ບໍ່ມີປະໂຫຍດ. ຊາຕານ, ຜີຮ້າຍ ແລະ ອັກຄະເທວະດາແມ່ນການສະແດງອອກທີ່ເປັນຕົວຢ່າງຂອງມັງກອນແດງຜູ້ຍິ່ງໃຫຍ່, ສະນັ້ນ ຜູ້ທີ່ບໍ່ໄດ້ຖືກເຮົາກໍານົດລ່ວງໜ້າ ແລະ ບໍ່ໄດ້ຖືກເລືອກລ້ວນແລ້ວແຕ່ແມ່ນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່. ມັນເປັນແບບນີ້ແທ້ໆ! ພວກເຫຼົ່ານີ້ທັງໝົດແມ່ນສັດຕູຂອງເຮົາ. (ຢ່າງໃດກໍຕາມ, ການຂັດຂວາງຂອງຊາຕານແມ່ນຖືກແຍກອອກ. ຖ້າທໍາມະຊາດຂອງເຈົ້າແມ່ນຄຸນນະພາບຂອງເຮົາ ກໍບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ຍ້ອນໃນຕອນນີ້ ເຈົ້າຍັງດໍາລົງຊີວິດໃນເນື້ອໜັງ, ເຈົ້າກໍຈະຜະເຊີນກັບການລໍ້ລວງຂອງຊາຕານເປັນຄັ້ງຄາວ. ສິ່ງນີ້ແມ່ນຫຼີກຫຼ່ຽງບໍ່ໄດ້ ແຕ່ເຈົ້າຕ້ອງລະມັດລະວັງຢູ່ຕະຫຼອດ). ດັ່ງນັ້ນ, ເຮົາຈະປະຖິ້ມລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ອອກຈາກບຸດຊາຍກົກຂອງເຮົາ. ທໍາມະຊາດຂອງພວກເຂົາແມ່ນບໍ່ມີວັນທີ່ຈະສາມາດປ່ຽນແປງໄດ້ ເພາະມັນແມ່ນຄຸນນະພາບຂອງຊາຕານ. ພວກເຂົາສະແດງອອກເຖິງຜີຮ້າຍ ແລະ ມັນແມ່ນຫົວໜ້າທູດສະຫວັນທີ່ພວກເຂົາດໍາລົງຢູ່. ສິ່ງນີ້ຖືກຕ້ອງແທ້ໆ. ມັງກອນແດງຜູ້ຍິ່ງໃຫຍ່ທີ່ເຮົາກ່າວເຖິງບໍ່ແມ່ນມັງກອນແດງໂຕໃຫຍ່; ກົງກັນຂ້າມ ມັນແມ່ນຈິດວິນຍານຊົ່ວຮ້າຍທີ່ຕໍ່ຕ້ານເຮົາ ເຊິ່ງ “ມັງກອນແດງຜູ້ຍິ່ງໃຫຍ່” ແມ່ນຄໍາສັບທີ່ມີຄວາມໝາຍຄືກັນ. ສະນັ້ນ, ຈິດວິນຍານທັງໝົດນອກຈາກພຣະວິນຍານບໍລິສຸດແມ່ນຈິດວິນຍານທີ່ຊົ່ວຮ້າຍ ແລະ ຍັງສາມາດເວົ້າໄດ້ວ່າເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່. ສິ່ງນີ້ຄວນຈະມີຄວາມຊັດເຈນທີ່ສຸດກັບທຸກຄົນ.

ກ່ອນນີ້: ບົດທີ 95

ຕໍ່ໄປ: ບົດທີ 97

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້