ບົດທີ 97
ເຮົາຈະເຮັດໃຫ້ທຸກໆຄົນໄດ້ເຫັນການກະທຳທີ່ອັດສະຈັນຂອງເຮົາ ແລະ ໄດ້ຍິນພຣະທຳທີ່ມີສະຕິປັນຍາຂອງເຮົາ. ນີ້ຕ້ອງລວມເຖິງທຸກໆຄົນ ແລະ ມັນຕ້ອງເກີດຂຶ້ນຜ່ານທຸກໆສິ່ງ. ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ ແລະ ນີ້ແມ່ນຄວາມໂກດຮ້າຍຂອງເຮົາ. ເຮົາຈະສຳຜັດທຸກໆຄົນ ແລະ ທຸກໆເລື່ອງ ເພື່ອວ່າທຸກຄົນທີ່ຢູ່ທຸກຫົນແຫ່ງໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນດ້ວຍຕາຂອງພວກເຂົາເອງ; ເຮົາຈະບໍ່ຢຸດຈັກເທື່ອ ຈົນກວ່າສິ່ງນີ້ໄດ້ຖືກບັນລຸແລ້ວ. ຄວາມໂກດຮ້າຍຂອງເຮົາໄດ້ຖອກເທອອກຢ່າງຄົບຖ້ວນ ໂດຍບໍ່ຖືກກັກໄວ້ແມ່ນແຕ່ໜ້ອຍດຽວ. ມັນແນໃສ່ທຸກໆຄົນທີ່ຍອມຮັບນາມນີ້ (ອີກບໍ່ດົນ ມັນຈະຖືກຫັນໄປສູ່ທຸກຊົນຊາດເທິງແຜ່ນດິນໂລກ). ແລ້ວຄວາມໂກດຮ້າຍນີ້ແມ່ນຫຍັງ? ມັນຮຸນແຮງສໍ່າໃດ? ຄວາມໂກດຮ້າຍຂອງເຮົາຈະເກີດຂຶ້ນກັບຄົນປະເພດໃດ? ຄົນສ່ວນໃຫຍ່ຄິດວ່າຄວາມໂກດຮ້າຍແມ່ນຄວາມໃຈຮ້າຍລະດັບທີ່ຮຸນແຮງທີ່ສຸດ, ແຕ່ນີ້ກໍບໍ່ໄດ້ອະທິບາຍມັນຢ່າງເຕັມສ່ວນ. ຄວາມໂກດຮ້າຍຂອງເຮົາ ແລະ ບົດບັນຍັດການປົກຄອງຂອງເຮົາແມ່ນສອງສ່ວນທີ່ບໍ່ສາມາດແຍກອອກຈາກກັນໄດ້; ເມື່ອເຮົາອອກບົດບັນຍັດການປົກຄອງຂອງເຮົາ, ຄວາມໂກດຮ້າຍກໍຕາມໆກັນມາ. ແລ້ວຄວາມໂກດຮ້າຍແມ່ນຫຍັງກັນແທ້? ຄວາມໂກດຮ້າຍແມ່ນລະດັບການພິພາກສາທີ່ເຮົາຕັດສິນໃຫ້ກັບຜູ້ຄົນ ແລະ ມັນແມ່ນຫຼັກການທີ່ຢູ່ເບື້ອງຫຼັງການອອກບົດບັນຍັດການປົກຄອງໃດໜຶ່ງຂອງເຮົາ. ຜູ້ໃດກໍຕາມທີ່ເຮັດຜິດຕໍ່ໜຶ່ງໃນບົດບັນຍັດຂອງເຮົາ, ຄວາມໂກດຮ້າຍຂອງເຮົາກໍຈະມີຂະໜາດຄ້າຍຄືກັນ ໂດຍຂຶ້ນກັບວ່າໄດ້ເຮັດຜິດບົດບັນຍັດອັນໃດ. ເມື່ອປາກົດມີຄວາມໂກດຮ້າຍຂອງເຮົາ, ມັນກໍແນ່ນອນວ່າມີບົດບັນຍັດການປົກຄອງຂອງເຮົາເຊັ່ນກັນ ແລະ ໃນທຳນອງກັບກັນ. ບົດບັນຍັດການປົກຄອງ ແລະ ຄວາມໂກດຮ້າຍຂອງເຮົາປະກອບກັນເປັນສ່ວນສົມບູນທີ່ບໍ່ສາມາດແຍກອອກຈາກກັນໄດ້. ມັນຄືການພິພາກສາທີ່ຮຸນແຮງທີ່ສຸດ ເຊິ່ງບໍ່ມີຜູ້ໃດອາດລະເມີດໄດ້. ທຸກຄົນຕ້ອງປະຕິບັດຕາມມັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ສາມາດຫຼີກເວັ້ນທີ່ຈະຖືກມືຂອງເຮົາໂຈມຕີໄດ້ຢ່າງງ່າຍດາຍ. ຜູ້ຄົນບໍ່ເຄີຍຮູ້ເຖິງມັນເລີຍຕະຫຼອດຍຸກຕ່າງໆ (ເຖິງແມ່ນມີບາງຄົນທີ່ທົນທຸກຕໍ່ຄວາມເຈັບປວດທີ່ເກີດຂຶ້ນຈາກໄພພິບັດທີ່ຍິ່ງໃຫຍ່, ພວກເຂົາກໍຍັງບໍ່ຮູ້ຈັກມັນເລີຍ; ເຖິງຢ່າງໃດກໍຕາມ, ການປະຕິບັດບົດບັນຍັດການປົກຄອງນີ້ຫຼັກໆແລ້ວແມ່ນເລີ່ມຕົ້ນຈາກຕອນນີ້), ແຕ່ມື້ນີ້ ເຮົາໄດ້ເປີດເຜີຍມັນອອກທັງໝົດໃຫ້ແກ່ພວກເຈົ້າ ເພື່ອໃຫ້ພວກເຈົ້າຫຼີກເວັ້ນທີ່ຈະເຮັດຜິດ.
ທຸກຄົນຄວນໄດ້ຍິນສຽງຂອງເຮົາ ແລະ ເຊື່ອໃນພຣະທຳຂອງເຮົາ. ບໍ່ດັ່ງນັ້ນ ເຮົາຈະບໍ່ກະທຳ ຫຼື ເຮົາຈະບໍ່ປະຕິບັດພາລະກິດໃດໆ. ພຣະທຳ ແລະ ການກະທຳທຸກຢ່າງຂອງເຮົາແມ່ນຕົວຢ່າງທີ່ພວກເຈົ້າຄວນປະຕິບັດຕາມ; ພວກມັນແມ່ນແບບຢ່າງຂອງພວກເຈົ້າ ແລະ ພວກມັນເປັນຕົ້ນແບບໃຫ້ພວກເຈົ້າໄດ້ປະຕິບັດຕາມ. ເຫດຜົນທີ່ເປັນຫຍັງເຮົາຈຶ່ງກາຍມາເປັນເນື້ອໜັງກໍເພື່ອໃຫ້ພວກເຈົ້າໄດ້ເຫັນສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີໃນຄວາມເປັນມະນຸດຂອງເຮົາ. ໃນອະນາຄົດ ເຮົາຈະເຮັດໃຫ້ພວກເຈົ້າເປັນພະຍານເຖິງສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີໃນຄວາມເປັນພຣະເຈົ້າຂອງເຮົາ. ສິ່ງຕ່າງໆຕ້ອງດຳເນີນການເທື່ອລະບາດກ້າວໃນລັກສະນະນີ້. ບໍ່ດັ່ງນັ້ນ ຜູ້ຄົນຈະບໍ່ສາມາດເຊື່ອໄດ້ແທ້ໆ ແລະ ພວກເຂົາຈະບໍ່ມີຄວາມຮູ້ກ່ຽວກັບເຮົາ. ກົງກັນຂ້າມ ພວກເຂົາຈະສາມາດມີພຽງນິມິດທີ່ບໍ່ຊັດເຈນ ແລະ ຄຸມເຄືອ ແລະ ພວກເຂົາຈະບໍ່ສາມາດມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບເຮົາ. ພຣະທຳຂອງເຮົາໄດ້ສະແດງວ່າ ຕົວຕົນຂອງເຮົາໄດ້ປາກົດຕໍ່ພວກເຈົ້າຢ່າງສົມບູນ ແຕ່ຜູ້ຄົນໄດ້ຍິນພຣະທຳຂອງເຮົາ ແລະ ຍັງບໍ່ຮູ້ຈັກເຮົາ, ຍ້ອນເຫດຜົນດຽວກໍຄືພວກເຂົາໂງ່ຈ້າ ແລະ ບໍ່ມີຄວາມຮູ້. ແມ່ນແຕ່ໃນຕອນນີ້ທີ່ເຮົາໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນຍັງທ້າທາຍເຮົາ ເພາະສະນັ້ນ ເຮົາຈຶ່ງນໍາໃຊ້ຄວາມໂກດຮ້າຍຂອງເຮົາ ແລະ ບົດບັນຍັດການປົກຄອງຂອງເຮົາເພື່ອລົງໂທດຍຸກເດີມທີ່ຊົ່ວຮ້າຍ ແລະ ສັບສົນປົນເປນີ້ ແລະ ເພື່ອເຮັດໃຫ້ຊາຕານ ແລະ ມານຮ້າຍອັບອາຍຢ່າງທີ່ສຸດ. ນີ້ແມ່ນວິທີດຽວ; ມັນຄືຈຸດໝາຍປາຍທາງສຳລັບມະນຸດຊາດ ແລະ ມັນຄືຈຸດຈົບທີ່ລໍຖ້າມະນຸດຊາດ. ຜົນຕາມມາແມ່ນບົດສະຫຼຸບທີ່ຮັບຮູ້ກ່ອນໜ້າແລ້ວ ເຊິ່ງບໍ່ມີຜູ້ໃດສາມາດປ່ຽນແປງ ຫຼື ຫຼີກເວັ້ນໄດ້. ເຮົາຜູ້ດຽວເທົ່ານັ້ນທີ່ມີສິດເດັດຂາດ; ນີ້ແມ່ນການຄຸ້ມຄອງຂອງເຮົາ ແລະ ນີ້ແມ່ນແຜນການຂອງເຮົາ. ທຸກຄົນຕ້ອງເຊື່ອ ແລະ ເຊື່ອໝັ້ນດ້ວຍໃຈ ແລະ ດ້ວຍຄຳເວົ້າ. ຄົນທີ່ໄດ້ຮັບໂຊກຊະຕາທີ່ດີໃນຊີວິດນີ້ຈະທົນທຸກຊົ່ວນິດນິລັນຢ່າງແນ່ນອນ, ໃນຂະນະທີ່ຄົນທີ່ທົນທຸກໃນຊີວິດນີ້ຈະໄດ້ຮັບພອນຊົ່ວນິດນິລັນຢ່າງແນ່ນອນ ນັ້ນກໍຄື ເຮົາໄດ້ກຳນົດສິ່ງນີ້ໄວ້ລ່ວງໜ້າ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ບໍ່ມີຜູ້ໃດສາມາດປ່ຽນໃຈເຮົາໄດ້ ແລະ ບໍ່ມີຜູ້ໃດສາມາດເພີ່ມແມ່ນແຕ່ຄຳດຽວໃສ່ພຣະທຳຂອງເຮົາອີກ ແລະ ແຮງໄກທີ່ພວກເຂົາຈະໄດ້ຮັບອະນຸຍາດໃຫ້ເອົາພຣະທຳແມ່ນແຕ່ຂໍ້ດຽວອອກຕາມອຳເພີໃຈ; ຖ້າມີຜູ້ໃດລະເມີດສິ່ງນີ້, ເຮົາຈະຂ້ຽນຕີພວກເຂົາຢ່າງແນ່ນອນ.
ຄວາມລຶກລັບຂອງເຮົາຖືກເປີດເຜີຍໃຫ້ແກ່ພວກເຈົ້າໃນແຕ່ລະມື້, ພວກເຈົ້າເຂົ້າໃຈພວກມັນແທ້ໆບໍ? ພວກເຈົ້າໝັ້ນໃຈກ່ຽວກັບພວກມັນແທ້ໆບໍ? ເມື່ອຊາຕານກຳລັງລໍ້ລວງເຈົ້າ, ເຈົ້າສາມາດເບິ່ງທະລຸມັນໄດ້ບໍ? ສິ່ງນີ້ແມ່ນຖືກກຳນົດຕາມວຸດທິພາວະຂອງພວກເຈົ້າໃນຊີວິດ. ຍ້ອນເຮົາເວົ້າວ່າທຸກສິ່ງຖືກເຮົາກຳນົດໄວ້ລ່ວງໜ້າ, ແລ້ວເປັນຫຍັງເຮົາຈຶ່ງບັງເກີດເປັນມະນຸດດ້ວຍຕົນເອງເພື່ອເຮັດໃຫ້ລູກຊາຍຂອງເຮົາສົມບູນ? ຍິ່ງໄປກວ່ານັ້ນ ເປັນຫຍັງເຮົາຈຶ່ງປະຕິບັດພາລະກິດຫຼາຍຢ່າງທີ່ຜູ້ຄົນຄິດວ່າໄຮ້ປະໂຫຍດ? ແມ່ນເຮົາບໍທີ່ສັບສົນ? ໃຫ້ຈື່ສິ່ງນີ້ໄວ້! ທຸກສິ່ງທີ່ເຮົາເຮັດໄດ້ເກີດຂຶ້ນບໍ່ແມ່ນເພື່ອຮັບເອົາລູກຊາຍກົກຂອງເຮົາເທົ່ານັ້ນ ແຕ່ທີ່ສຳຄັນໄປກວ່ານັ້ນກໍຄືເພື່ອເຮັດໃຫ້ຊາຕານອັບອາຍ. ເຖິງແມ່ນຊາຕານທ້າທາຍເຮົາ ແຕ່ເຮົາກໍມີລິດອຳນາດທີ່ຈະເຮັດໃຫ້ລູກຫຼານຂອງມັນກະບົດຕໍ່ມັນ ແລະ ຫັນມາສັນລະເສີນເຮົາ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ເຮົາເຮັດແມ່ນເພື່ອໃຫ້ບາດກ້າວຕໍ່ໄປຂອງພາລະກິດດຳເນີນໄປຢ່າງລາບລື່ນ ແລະ ໃຫ້ໂລກທັງປວງໄດ້ຮ້ອງໂຮ ແລະ ສັນລະເສີນເຮົາ ແລະ ທຸກສິ່ງທີ່ຫາຍໃຈກໍຈະຄຸເຂົ່າລົງໃຫ້ເຮົາ ແລະ ຖວາຍສະຫງ່າລາສີໃຫ້ແກ່ເຮົາ; ມື້ນັ້ນຈະເປັນມື້ແຫ່ງສະຫງ່າລາສີຢ່າງແທ້ຈິງ. ເຮົາຖືທຸກສິ່ງໃນມືຂອງເຮົາ ແລະ ເມື່ອສຽງຟ້າຮ້ອງທັງເຈັດດັງຂຶ້ນ, ທຸກສິ່ງຈະຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ບໍ່ປ່ຽນແປງຈັກເທື່ອ, ທຸກສິ່ງໄດ້ຖືກກຳນົດໄວ້ແລ້ວ. ນັບຕັ້ງແຕ່ຈຸດນັ້ນເປັນຕົ້ນມາ ແມ່ນຈະໄດ້ເຂົ້າສູ່ຊີວິດໃໝ່ໃນສະຫວັນໃໝ່ ແລະ ເທິງແຜ່ນດິນໂລກໃໝ່, ຈະເຂົ້າສູ່ສະພາບການໃໝ່ທັງສິ້ນ ແລະ ຊີວິດໃໝ່ແຫ່ງອານາຈັກກໍຈະເລີ່ມຕົ້ນຂຶ້ນ. ແຕ່ພາຍໃນອານາຈັກເປັນແນວໃດ? ຜູ້ຄົນບໍ່ສາມາດຮັບຮູ້ມັນໄດ້ຢ່າງຊັດເຈນແທ້ໆ (ເພາະບໍ່ມີຜູ້ໃດເຄີຍຊີມລົດຊາດຂອງຊີວິດໃນອານາຈັກມາກ່ອນ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນພຽງການຈິນຕະນາການໃນຄວາມຄິດຂອງຜູ້ຄົນ ແລະ ການຄຸ່ນຄິດໃນຫົວໃຈຂອງພວກເຂົາ). ໃນການຫັນປ່ຽນຈາກຊີວິດໃນຄຣິສຕະຈັກໃຫ້ກາຍເປັນຊີວິດແຫ່ງອານາຈັກ ເຊິ່ງກຳລັງຫັນປ່ຽນຈາກສະພາບປັດຈຸບັນໃຫ້ກາຍເປັນສະພາບໃນອະນາຄົດ, ຫຼາຍສິ່ງຈະເກີດຂຶ້ນໃນລະຫວ່າງເວລານີ້ ເຊິ່ງຜູ້ຄົນບໍ່ເຄີຍຈິນຕະນາການມາກ່ອນ. ຊີວິດໃນຄຣິສຕະຈັກແມ່ນສິ່ງທີ່ມາກ່ອນການເຂົ້າສູ່ຊີວິດແຫ່ງອານາຈັກ, ສະນັ້ນ ກ່ອນທີ່ຊີວິດແຫ່ງອານາຈັກຈະເກີດຂຶ້ນ, ເຮົາຈະພະຍາຍາມຢ່າງສຸດຄວາມສາມາດເພື່ອສົ່ງເສີມຊີວິດໃນຄຣິສຕະຈັກ. ຊີວິດໃນຄຣິສຕະຈັກແມ່ນຫຍັງ? ມັນເປັນແບບນີ້: ທຸກຄົນ ເຊິ່ງລວມເຖິງລູກຊາຍກົກຂອງເຮົາ ກິນ, ດື່ມ ແລະ ໄດ້ຮັບພຣະທຳຂອງເຮົາ ແລະ ຮູ້ຈັກເຮົາ ແລ້ວກໍໄດ້ຮັບການເຜົາໄໝ້ ແລະ ການຊໍາລະລ້າງໃຫ້ບໍລິສຸດຂອງເຮົາ ເພື່ອວ່າພວກເຂົາອາດເຂົ້າໃຈບົດບັນຍັດການປົກຄອງຂອງເຮົາ, ການພິພາກສາຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ ແລະ ຫຼີກເວັ້ນທີ່ຈະເຮັດຜິດໃນຊີວິດແຫ່ງອານາຈັກ. ແລ້ວ “ຊີວິດແຫ່ງອານາຈັກ” ແມ່ນຫຍັງ? ຊີວິດແຫ່ງອານາຈັກແມ່ນບ່ອນທີ່ລູກຊາຍກົກຂອງເຮົາປົກຄອງເປັນກະສັດຮ່ວມກັນກັບເຮົາ, ປົກຄອງເໜືອທຸກຄົນ ແລະ ທຸກຊົນຊາດ (ມີພຽງແຕ່ລູກຊາຍກົກຂອງເຮົາ ແລະ ເຮົາເທົ່ານັ້ນທີ່ສາມາດຊື່ນຊົມຊີວິດແຫ່ງອານາຈັກ). ເຖິງແມ່ນລູກຊາຍກົກຂອງເຮົາ ແລະ ປະຊາຊົນຂອງເຮົາມາຈາກທຸກຊົນຊາດ ແລະ ທຸກຄົນໄດ້ເຂົ້າສູ່ອານາຈັກ, ພວກເຂົາກໍບໍ່ສາມາດຊື່ນຊົມຊີວິດແຫ່ງອານາຈັກໄດ້. ມີພຽງແຕ່ຄົນທີ່ເຂົ້າສູ່ໂລກຝ່າຍວິນຍານເທົ່ານັ້ນຈຶ່ງສາມາດຊື່ນຊົມຊີວິດແຫ່ງອານາຈັກໄດ້. ສະນັ້ນ ມີພຽງແຕ່ລູກຊາຍກົກຂອງເຮົາ ແລະ ເຮົາເທົ່ານັ້ນທີ່ສາມາດດຳລົງຊີວິດໃນຮ່າງກາຍ, ໃນຂະນະທີ່ລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາຍັງມີຊີວິດຢູ່ໃນເນື້ອໜັງ. (ແຕ່ນີ້ກໍບໍ່ແມ່ນເນື້ອໜັງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ນີ້ແມ່ນຄວາມໝາຍຂອງການທີ່ລູກຊາຍກົກຂອງເຮົາປົກຄອງຮ່ວມກັນກັບເຮົາດັ່ງກະສັດ). ຄົນສ່ວນທີ່ເຫຼືອທັງໝົດແມ່ນຈະຖືກຮັບເອົາຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາ ແລະ ໂຍນລົງສູ່ດິນແດນມໍລະນາ. ນັ້ນໝາຍຄວາມວ່າ ຜູ້ຄົນເຫຼົ່ານີ້ຈະພິນາດຢ່າງສິ້ນເຊີງ ແລະ ຈະເຊົາມີຊີວິດຢູ່ (ແຕ່ພວກເຂົາຕ້ອງຜ່ານພັນທະນາການ ແລະ ຄວາມໂຫດຮ້າຍທັງໝົດຂອງຊາຕານ ເຊັ່ນ: ຄວາມລຳບາກ ແລະ ໄພພິບັດ). ຫຼັງຈາກທີ່ໄດ້ເຮັດສິ່ງນີ້ແລ້ວ, ຊີວິດແຫ່ງອານາຈັກຈະດຳເນີນຕາມເສັ້ນທາງຢ່າງເປັນທາງການ ແລະ ເຮົາຈະເລີ່ມເປີດເຜີຍເຖິງການກະທຳຂອງເຮົາຢ່າງເປັນທາງການ (ເພື່ອໃຫ້ເປີດເຜີຍສູ່ສາທາລະນະ ແລະ ບໍ່ລີ້ລັບ). ແຕ່ນັ້ນມາ, ຈະບໍ່ມີການຖອນຫາຍໃຈ ແລະ ບໍ່ມີນໍ້າຕາອີກຕໍ່ໄປຢ່າງແນ່ນອນ. (ຍ້ອນຈະບໍ່ມີສິ່ງໃດອີກທີ່ສາມາດທຳຮ້າຍຜູ້ຄົນ ຫຼື ເຮັດໃຫ້ພວກເຂົາຮ້ອງໄຫ້ ຫຼື ເຮັດໃຫ້ພວກເຂົາທົນທຸກ ແລະ ສິ່ງນີ້ກໍເກີດຂຶ້ນກັບລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາເຊັ່ນກັນ; ແຕ່ມີໜຶ່ງຈຸດທີ່ຕ້ອງໄດ້ຮັບການເນັ້ນຢໍ້າ ເຊິ່ງກໍຄື ລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາຈະເປັນເນື້ອໜັງຕະຫຼອດໄປ). ທຸກຄົນຈະດີອົກດີໃຈ ນັ້ນກໍຄື ນິມິດແຫ່ງຄວາມປິຕິຍິນດີ. ມັນຈະບໍ່ເປັນສິ່ງທີ່ສາມາດຈັບຕ້ອງໄດ້, ແຕ່ກົງກັນຂ້າມ ມັນຈະເປັນສິ່ງທີ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ຄົນທີ່ເປັນລູກຊາຍກົກຂອງເຮົາຈະສາມາດໄດ້ຮັບມັນເຊັ່ນກັນ; ນີ້ຄືການກະທຳທີ່ອັດສະຈັນຂອງເຮົາ ແລະ ນີ້ຄືລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ.
ເຮົາປາຖະໜາໃຫ້ພວກເຈົ້າສາມາດສະແຫວງຫາຄວາມປະສົງຂອງເຮົາ ແລະ ຄຳນຶງເຖິງຫົວໃຈຂອງເຮົາຕະຫຼອດເວລາ. ຄວາມສຸກຊົ່ວຄາວສາມາດທຳລາຍຊີວິດທັງໝົດຂອງເຈົ້າ ໃນຂະນະທີ່ການທົນທຸກຊົ່ວຄາວສາມາດເຮັດໃຫ້ໄດ້ຮັບພອນຕະຫຼອດໄປເປັນນິດ. ບໍ່ໃຫ້ເສົ້າໃຈ; ນີ້ແມ່ນເສັ້ນທາງທີ່ຕ້ອງຍ່າງຕາມ. ເຮົາໄດ້ເວົ້າຢູ່ເລື້ອຍໆກ່ອນໜ້ານີ້ວ່າ: “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ແລ້ວ “ພອນ” ແມ່ນຫຍັງ? ພວກມັນບໍ່ແມ່ນພຽງສິ່ງທີ່ໄດ້ຮັບໃນມື້ນີ້, ແຕ່ຍິ່ງໄປກວ່ານັ້ນ ພວກມັນແມ່ນສິ່ງທີ່ຈະໄດ້ຮັບໃນອະນາຄົດ ນັ້ນກໍຄື ມີພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນທີ່ເປັນພອນແທ້ຈິງ. ເມື່ອພວກເຈົ້າກັບຄືນສູ່ພູຊີໂອນ, ພວກເຈົ້າຈະສະແດງຄວາມຮູ້ສຶກຂອບໃຈທີ່ບໍ່ສິ້ນສຸດສຳລັບການທົນທຸກໃນປັດຈຸບັນຂອງພວກເຈົ້າ ຍ້ອນນີ້ແມ່ນພອນຂອງເຮົາ. ການດຳລົງຊີວິດໃນເນື້ອໜັງໃນຕອນນີ້ຄືການຢູ່ເທິງພູຊີໂອນ (ໝາຍຄວາມວ່າ ເຈົ້າດຳລົງຊີວິດພາຍໃນເຮົາ), ໃນຂະນະທີ່ການດຳລົງຊີວິດໃນເນື້ອໜັງໃນມື້ອື່ນຈະເປັນມື້ແຫ່ງສະຫງ່າລາສີ ແລະ ຍິ່ງໄປກວ່ານັ້ນ ນີ້ກໍຄືການຢູ່ເທິງພູຊີໂອນ. ຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ທີ່ເຮົາໄດ້ເວົ້າ, ພວກເຈົ້າກໍເຂົ້າໃຈວ່າ “ພູຊີໂອນ” ໝາຍເຖິງຫຍັງ. ພູຊີໂອນແມ່ນຄຳພ້ອງຄວາມໝາຍສຳລັບອານາຈັກ ແລະ ມັນຍັງເປັນໂລກຝ່າຍວິນຍານ. ເທິງພູຊີໂອນໃນມື້ນີ້, ເຈົ້າຢູ່ໃນເນື້ອໜັງ ໂດຍໄດ້ຮັບການປອບໃຈ ແລະ ໄດ້ຮັບຄວາມກະລຸນາຂອງເຮົາ; ເທິງພູຊີໂອນໃນອະນາຄົດ, ເຈົ້າຈະຢູ່ໃນຮ່າງກາຍ ໂດຍໄດ້ຮັບພອນເພື່ອປົກຄອງດັ່ງກະສັດ. ໂດຍແທ້ຈິງແລ້ວ ສິ່ງນີ້ຕ້ອງບໍ່ຖືກເມີນເສີຍ. ແລ້ວບໍ່ມີທາງທີ່ຈະອະນຸຍາດໃຫ້ເວລາທີ່ສາມາດໄດ້ຮັບພອນຜ່ານໄປແບບງຽບໆ; ໃນທີ່ສຸດແລ້ວ ມື້ນີ້ກໍຄືມື້ນີ້ ແລະ ມັນແຕກຕ່າງຫຼາຍຈາກມື້ອື່ນ. ເມື່ອເຈົ້າມາຮັບພອນ, ເຈົ້າຈະຄິດວ່າ ຄວາມກະລຸນາໃນມື້ນີ້ບໍ່ມີຄ່າໃຫ້ກ່າວເຖິງເລີຍ. ນີ້ແມ່ນສິ່ງທີ່ເຮົາຝາກຝັງໃຫ້ແກ່ເຈົ້າ ແລະ ນີ້ແມ່ນຄຳແນະນໍາສຸດທ້າຍຂອງເຮົາ.