ບົດທີ 98

ທຸກສິ່ງຈະເກີດຂຶ້ນກັບພວກເຈົ້າທຸກຄົນ ແລະ ພວກມັນຈະເຮັດໃຫ້ພວກເຈົ້າຮູ້ກ່ຽວກັບເຮົາຫຼາຍຂຶ້ນ ແລະ ແນ່ໃຈກ່ຽວກັບເຮົາຫຼາຍຂຶ້ນ. ພວກມັນຈະເຮັດໃຫ້ເຈົ້າຮູ້ຈັກເຮົາຜູ້ທີ່ເປັນພຣະເຈົ້າອົງດຽວ, ຮູ້ຈັກເຮົາ ອົງຊົງລິດທານຸພາບສູງສຸດ, ຮູ້ຈັກເຮົາພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ຫຼັງຈາກນັ້ນ, ເຮົາຈະອອກມາຈາກເນື້ອໜັງ, ກັບຄືນສູ່ຊີໂອນ, ສູ່ດິນແດນທີ່ດີຂອງການາອານ ເຊິ່ງເປັນບ່ອນພັກເຊົາຂອງເຮົາ ແລະ ຈຸດໝາຍປາຍທາງຂອງເຮົາ, ຖານທີ່ເຮົາສ້າງທຸກສິ່ງ. ຕອນນີ້, ບໍ່ມີໃຜໃນພວກເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳທີ່ເຮົາກຳລັງກ່າວ; ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈຄວາມໝາຍຂອງພຣະທຳເຫຼົ່ານີ້. ມີແຕ່ເມື່ອທຸກສິ່ງຖືກເປີດເຜີຍໃຫ້ແກ່ພວກເຈົ້າເທົ່ານັ້ນ ພວກເຈົ້າຈຶ່ງຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງກ່າວພຣະທຳເຫຼົ່ານີ້. ເຮົາບໍ່ໄດ້ເປັນຂອງໂລກ, ແຮງແລ້ວທີ່ເຮົາຈະເປັນຂອງຈັກກະວານ, ຍ້ອນວ່າເຮົາແມ່ນພຣະເຈົ້າອົງດຽວ. ເຮົາຖືໂລກຈັກກະວານທັງໝົດໄວ້ໃນມືຂອງເຮົາ, ເຮົາຮັບຜິດຊອບມັນດ້ວຍຕົວເຮົາເອງ ແລະ ຄົນພຽງແຕ່ສາມາດຍອມຕໍ່ອຳນາດອະທິປະໄຕຂອງເຮົາເທົ່ານັ້ນ, ກ່າວນາມອັນບໍລິສຸດຂອງເຮົາ, ເຊີດຊູເຮົາ ແລະ ສັນລະເສີນເຮົາ. ທຸກສິ່ງຈະຄ່ອຍໆຖືກເປີດເຜີຍແກ່ພວກເຈົ້າ. ເຖິງແມ່ນວ່າບໍ່ມີຫຍັງຖືກປິດບັງໄວ້, ພວກເຈົ້າກໍຍັງບໍ່ສາມາດເຂົ້າໃຈວິທີການເວົ້າຂອງເຮົາ ຫຼື ນ້ຳສຽງແຫ່ງພຣະທຳຂອງເຮົາໄດ້. ເຈົ້າຍັງບໍ່ເຂົ້າໃຈວ່າ ແຜນການຄຸ້ມຄອງຂອງເຮົານັ້ນແມ່ນລ້ວນແລ້ວແຕ່ກ່ຽວກັບຫຍັງ. ດັ່ງນັ້ນ, ເຮົາຈະບອກເຈົ້າພາຍຫຼັງກ່ຽວກັບທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາໄດ້ກ່າວ ຍ້ອນວ່າ ສຳລັບເຮົາແລ້ວ ທຸກສິ່ງລຽບງ່າຍ ແລະ ຊັດເຈນ, ໃນຂະນະທີ່ສຳລັບເຈົ້າ ມັນຍາກສຸດໆ ແລະ ເຈົ້າພຽງແຕ່ບໍ່ເຂົ້າໃຈມັນແມ່ນແຕ່ໜ້ອຍເລີຍ. ດ້ວຍເຫດນີ້, ເຮົາຈະປ່ຽນວິທີການເວົ້າຂອງເຮົາ ແລະ ເມື່ອເຮົາກ່າວ ເຮົາຈະບໍ່ເຊື່ອມໂຍງສິ່ງຕ່າງໆເຂົ້າດ້ວຍກັນ, ແຕ່ຈະຊີ້ແຈງແຕ່ລະຈຸດເທື່ອລະອັນ.

ການກັບເປັນຄືນມາຈາກຄວາມຕາຍໝາຍຄວາມວ່າແນວໃດ? ມັນໝາຍເຖິງການຕາຍໃນເນື້ອໜັງ ແລະ ຕໍ່ມາກໍກັບຄືນສູ່ຮ່າງກາຍຫຼັງຈາກຄວາມຕາຍບໍ? ນີ້ແມ່ນສິ່ງທີ່ການເປັນຄືນມາຈາກຄວາມຕາຍໝາຍເຖິງບໍ? ມັນງ່າຍປານນັ້ນບໍ? ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ; ເຈົ້າຮູ້ຫຍັງກ່ຽວກັບເລື່ອງນີ້? ເຈົ້າເຂົ້າໃຈແນວໃດກ່ຽວກັບເລື່ອງນີ້? ການເປັນຄືນມາຈາກຄວາມຕາຍຂອງເຮົາໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດຂອງເຮົາສາມາດຖືກປະຕິບັດຕາມຕົວອັກສອນຢ່າງແທ້ຈິງບໍ? ຂະບວນການແມ່ນດັ່ງທີ່ໄດ້ບັນລະຍາຍໃນຂໍ້ຄວາມເຫຼົ່ານັ້ນແທ້ໆບໍ? ເຮົາໄດ້ກ່າວວ່າຖ້າເຮົາບໍ່ເວົ້າຢ່າງກົງໄປກົງມາ ແລະ ຖ້າເຮົາບໍ່ບອກຄົນຢ່າງຊັດເຈນ, ແລ້ວກໍຈະບໍ່ມີໃຜສາມາດເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາໄດ້. ຕະຫຼອດຍຸກຕ່າງໆ ບໍ່ມີຄົນໃດທີ່ບໍ່ຄິດວ່າການເປັນຄືນມາຈາກຄວາມຕາຍເປັນເຊັ່ນນັ້ນ. ນັບຕັ້ງແຕ່ເວລາຂອງການສ້າງໂລກ, ບໍ່ມີໃຜທີ່ໄດ້ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງສິ່ງນີ້. ເຮົາໄດ້ຖືກຕອກຕະປູຄຶງໃສ່ໄມ້ກາງແຂນແທ້ບໍ? ແລ້ວຫຼັງຈາກຄວາມຕາຍ, ເຮົາໄດ້ອອກມາຈາກຂຸມຝັງສົບບໍ? ມັນເກີດຂຶ້ນແບບນີ້ແທ້ໆບໍ? ເລື່ອງນີ້ເປັນຈິງໄດ້ແທ້ໆບໍ? ຕະຫຼອດຍຸກຕ່າງໆ, ບໍ່ມີໃຜໃຊ້ພະຍາຍາມໃນເລື່ອງນີ້, ບໍ່ມີໃຜໄດ້ຮູ້ຈັກເຮົາຈາກເລື່ອງນີ້ ແລະ ບໍ່ມີໃຜຈັກຄົນທີ່ບໍ່ເຊື່ອເລື່ອງນີ້; ທຸກຄົນຄິດວ່າມັນແມ່ນຄວາມຈິງ. ພວກເຂົາບໍ່ຮູ້ວ່າພຣະທຳທຸກໆຂໍ້ຂອງເຮົາມີຄວາມໝາຍພາຍໃນຢູ່. ແລ້ວການເປັນຄືນມາຈາກຄວາມຕາຍແມ່ນຫຍັງແທ້? (ໃນອະນາຄົດອັນໃກ້ນີ້, ພວກເຈົ້າຈະປະສົບກັບເລື່ອງນີ້, ດັ່ງນັ້ນເຮົາຈຶ່ງກຳລັງບອກພວກເຈົ້າກ່ຽວກັບມັນລ່ວງໜ້າ). ບໍ່ມີສິ່ງມີຊີວິດທີ່ຖືກສ້າງຂຶ້ນໃດທີ່ເຕັມໃຈຕາຍ; ພວກມັນທັງໝົດຢາກມີຊີວິດຢູ່. ຈາກທັດສະນະຂອງເຮົາ, ຄວາມຕາຍຂອງເນື້ອໜັງບໍ່ແມ່ນຄວາມຕາຍທີ່ແທ້ຈິງ. ເມື່ອພຣະວິນຍານຂອງເຮົາຖືກເອີ້ນຄືນຈາກຄົນໆໜຶ່ງ, ຄົນໆນັ້ນກໍຕາຍ. ເພາະສະນັ້ນ, ເຮົາເອີ້ນບັນດາມານຮ້າຍທັງໝົດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ (ບັນດາຜູ້ທີ່ບໍ່ມີຄວາມເຊື່ອ, ຜູ້ທີ່ບໍ່ເຊື່ອທັງໝົດ) ວ່າເປັນ ຄົນທີ່ຕາຍແລ້ວ. ນັບແຕ່ເວລາການສ້າງໂລກເປັນຕົ້ນມາ, ເຮົາໄດ້ມອບພຣະວິນຍານຂອງເຮົາໃຫ້ແກ່ທຸກຄົນທີ່ເຮົາໄດ້ເລືອກສັນໄວ້. ແນວໃດກໍ່ຕາມ, ຫຼັງຈາກໄລຍະໜຶ່ງຫຼັງຈາກເວລາແຫ່ງການສ້າງ, ຜູ້ຄົນກໍຖືກຄອບງຳໂດຍຊາຕານໃນຊົ່ວໄລຍະໜຶ່ງ. ດັ່ງນັ້ນເຮົາຈຶ່ງຈາກໄປ ແລະ ຜູ້ຄົນເລີ່ມທົນທຸກ (ຄວາມທຸກທົນທີ່ເຮົາໄດ້ຮັບເມື່ອເຮົາບັງເກີດເປັນມະນຸດ ແລະ ຖືກຄຶງໃສ່ໄມ້ກາງແຂນ ດັ່ງທີ່ໄດ້ຖືກກ່າວເຖິງ). ແນວໃດກໍຕາມ, ໃນເວລາທີ່ເຮົາໄດ້ຖືກກຳນົດໄວ້ລ່ວງໜ້າ (ເວລາເມື່ອການທີ່ເຮົາປະຖິ້ມຄົນໄດ້ສິ້ນສຸດລົງ), ເຮົາເອີ້ນຄືນຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າແລ້ວ ແລະ ເຮົາຈະໃສ່ພຣະວິນຍານຂອງເຮົາໃນພວກເຈົ້າອີກຄັ້ງໜຶ່ງ ເພື່ອວ່າພວກເຈົ້າຈະໄດ້ກັບຄືນມາມີຊີວິດ. ນີ້ເອີ້ນວ່າ “ການເປັນຄືນມາຈາກຄວາມຕາຍ”. ໃນປັດຈຸບັນນີ້, ບັນດາຜູ້ທີ່ອາໄສຢູ່ໃນພຣະວິນຍານແທ້ໆ ລ້ວນແລ້ວແຕ່ເປັນເລີດ ແລະ ພວກເຂົາທັງໝົດອາໄສຢູ່ໃນຮ່າງກາຍ. ແນວໃດກໍຕາມ, ອີກບໍ່ດົນ, ພວກເຈົ້າຈະປະຖິ້ມຄວາມຄິດທັງໝົດຂອງພວກເຈົ້າ, ແນວຄວາມຄິດຂອງພວກເຈົ້າ ແລະ ຄວາມພົວພັນທາງໂລກທັງໝົດ. ແຕ່ມັນບໍ່ແມ່ນການຟື້ນຄືນມາກຄວາມຕາຍຫຼັງຈາກທີ່ທົນທຸກທໍລະມານແບບທີ່ຜູ້ຄົນຈິນຕະນາການ. ການທີ່ພວກເຈົ້າດຳລົງຊີວິດຢູ່ໃນປັດຈຸບັນນີ້ແມ່ນເງື່ອນໄຂລ່ວງໜ້າຂອງການດຳລົງຊີວິດໃນຮ່າງກາຍ; ມັນແມ່ນເສັ້ນທາງທີ່ຈຳເປັນເພື່ອເຂົ້າສູ່ໂລກຝ່າຍວິນຍານ. ການຂ້າມຜ່ານຄວາມເປັນມະນຸດທຳມະດາທີ່ເຮົາກ່າວເຖິງໝາຍເຖິງການບໍ່ມີຄອບຄົວ, ບໍ່ມີເມຍ, ບໍ່ມີລູກ ແລະ ບໍ່ມີຄວາມຕ້ອງການຂອງມະນຸດ. ມັນຄືການຕັ້ງໃຈດຳລົງຊີວິດຕາມຮູບລັກສະນະຂອງເຮົາເທົ່ານັ້ນ, ການຕັ້ງໃຈເຂົ້າຢູ່ໃນຕົວເຮົາເທົ່ານັ້ນ ແລະ ບໍ່ຄິດກ່ຽວກັບສິ່ງອື່ນໃດທີ່ຢູ່ນອກຕົວເຮົາ; ທຸກຫົນແຫ່ງທີ່ເຈົ້າໄປແມ່ນເຮືອນຂອງເຈົ້າ. ນີ້ແມ່ນການຂ້າມຜ່ານຂອງຄວາມເປັນມະນຸດທຳມະດາ. ພວກເຈົ້າເຂົ້າໃຈຜິດພຣະທຳເຫຼົ່ານີ້ຂອງເຮົາຢ່າງທີ່ສຸດ; ຄວາມເຂົ້າໃຈຂອງພວກເຈົ້ານັ້ນຕື້ນເກີນໄປ. ເຮົາຈະປາກົດຕົວຕໍ່ທຸກຊົນຊາດ ແລະ ທຸກຄົນແນວໃດແທ້? ໃນເນື້ອໜັງໃນມື້ນີ້ບໍ? ບໍ່! ເມື່ອຮອດເວລາ, ເຮົາຈະປາກົດຕົວໃນຮ່າງກາຍຂອງເຮົາໃນທຸກຊົນຊາດຂອງຈັກກະວານ. ເວລາເມື່ອຄົນຕ່າງຊາດຕ້ອງການໃຫ້ພວກເຈົ້າລ້ຽງດູພວກເຂົາຍັງບໍ່ທັນມາຮອດເທື່ອ. ໃນເວລານັ້ນ ພວກເຈົ້າຈະຕ້ອງອອກມາຈາກເນື້ອໜັງ ແລະ ເຂົ້າສູ່ຮ່າງກາຍເພື່ອລ້ຽງດູພວກເຂົາ. ນີ້ແມ່ນຄວາມຈິງ, ແຕ່ມັນບໍ່ແມ່ນ “ການເປັນຄືນມາຈາກຄວາມຕາຍ” ທີ່ຄົນຈິນຕະນາການ. ໃນເວລາທີ່ກຳນົດໄວ້, ພວກເຈົ້າຈະອອກຈາກເນື້ອໜັງໂດຍບໍ່ຮູ້ຕົວ ແລະ ເຂົ້າສູ່ໂລກຝ່າຍວິນຍານ ແລະ ປົກຄອງທຸກຊົນຊາດຮ່ວມກັບເຮົາ. ມັນຍັງບໍ່ຮອດເວລາເທື່ອ. ເມື່ອເຮົາຕ້ອງການໃຫ້ພວກເຈົ້າຢູ່ໃນເນື້ອໜັງ, ພວກເຈົ້າກໍຈະຢູ່ໃນເນື້ອໜັງ (ອີງຕາມການຮຽກຮ້ອງຂອງພາລະກິດເຮົາ, ຕອນນີ້ ພວກເຈົ້າຕ້ອງມີຄວາມຄິດ ແລະ ຍັງຕ້ອງດຳລົງຊີວິດຢູ່ໃນເນື້ອໜັງ, ດັ່ງນັ້ນ ພວກເຈົ້າຄວນເຮັດສິ່ງທີ່ພວກເຈົ້າຕ້ອງເຮັດໃນເນື້ອໜັງຕາມຂັ້ນຕອນຂອງເຮົາອີກດ້ວຍ; ຢ່າຖ້າຢ່າງຂີ້ຄ້ານ ຍ້ອນວ່າສິ່ງນີ້ຈະເຮັດໃຫ້ຊັກຊ້າ). ເມື່ອເຮົາຕ້ອງການໃຫ້ພວກເຈົ້າເຮັດໜ້າທີ່ໃນຮ່າງກາຍດັ່ງຄົນລ້ຽງດູຄຣິສຕະຈັກ, ພວກເຈົ້າຈະອອກມາຈາກເນື້ອໜັງ, ໂຍນຖິ້ມຄວາມຄິດຂອງພວກເຈົ້າ ແລະ ເພິ່ງພາເຮົາເພື່ອມີຊີວິດຢູ່ຢ່າງສິ້ນເຊີງ. ຈົ່ງມີຄວາມສັດທາໃນລິດອຳນາດຂອງເຮົາ ແລະ ໃນສະຕິປັນຍາຂອງເຮົາ. ທຸກສິ່ງຈະຖືກປະຕິບັດໂດຍເຮົາເປັນການສ່ວນຕົວ. ພວກເຈົ້າພຽງແຕ່ຕ້ອງຖ້າ ແລະ ຊື່ນຊົມ. ພອນທັງໝົດຈະມາຫາພວກເຈົ້າ ແລະ ພວກເຈົ້າຈະໄດ້ຮັບການສະໜອງທີ່ໄຮ້ຂອບເຂດ ແລະ ບໍ່ມີທີ່ສິ້ນສຸດ. ເມື່ອວັນນັ້ນມາເຖິງ, ພວກເຈົ້າຈະເຂົ້າໃຈຫຼັກການຂອງວິທີທີ່ເຮົາກະທຳສິ່ງນີ້, ເຈົ້າຈະຮູ້ຈັກການກະທຳອັນໜ້າອັດສະຈັນຂອງເຮົາ ແລະ ເຈົ້າຈະເຂົ້າໃຈວິທີທີ່ເຮົານຳເອົາລູກຊາຍກົກຂອງເຮົາກັບຄືນສູ່ຊີໂອນ. ນີ້ບໍ່ໄດ້ຊັບຊ້ອນແບບທີ່ພວກເຈົ້າຈິນຕະນາການແທ້ໆ, ແຕ່ມັນກໍບໍ່ໄດ້ງ່າຍແບບທີ່ພວກເຈົ້າຄິດເຊັ່ນກັນ.

ເຮົາຮູ້ວ່າເມື່ອເຮົາເວົ້າເລື່ອງນີ້ ພວກເຈົ້າແຮງບໍ່ສາມາດເຂົ້າໃຈວັດຖຸປະສົງທີ່ຢູ່ເບື້ອງຫຼັງພຣະທຳຂອງເຮົາ ແລະ ແຮງສັບສົນຫຼາຍຂຶ້ນຊ້ຳ. ເຈົ້າຈະປະສົມພວກມັນເຂົ້າກັນກັບສິ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ ເພາະສະນັ້ນ ເຈົ້າຈຶ່ງບໍ່ສາມາດເຂົ້າໃຈຫຍັງເລີຍ ແລະ ມັນຈະເບິ່ງຄືວ່າບໍ່ມີທາງອອກ. ແນວໃດກໍຕາມ, ບໍ່ຕ້ອງເປັນຫ່ວງ. ເຮົາຈະບອກພວກເຈົ້າທຸກຢ່າງ. ທຸກສິ່ງທີ່ເຮົາກ່າວມີຄວາມໝາຍ. ເຮົາໄດ້ກ່າວວ່າເຮົາສາມາດເຮັດໃຫ້ສິ່ງທີ່ມີຢູ່ກັບຄືນໄປສູ່ຄວາມວ່າງເປົ່າ ແລະ ສາມາດເຮັດໃຫ້ສິ່ງຕ່າງໆເພີ່ມທະວີຂຶ້ນຈາກຄວາມວ່າງເປົ່າ. ໃນຈິນຕະນາການຂອງມະນຸດ, ເພື່ອເຂົ້າສູ່ຮ່າງກາຍຈາກເນື້ອໜັງ, ຄົນໆໜຶ່ງຕ້ອງເປັນຄືນມາຈາກຄວາມຕາຍ. ໃນອະດີດ, ເຮົາໃຊ້ວິທີນີ້ ແລະ ສະແດງສິ່ງອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ, ແຕ່ປັດຈຸບັນນີ້ບໍ່ຄືອະດີດ. ເຮົາຈະນໍາພວກເຈົ້າຈາກເນື້ອໜັງໃຫ້ເຂົ້າສູ່ຮ່າງກາຍໂດຍກົງ. ນີ້ບໍ່ແມ່ນສັນຍານ ແລະ ສິ່ງອັດສະຈັນທີ່ຍິ່ງໃຫຍ່ກວ່າບໍ? ນີ້ບໍ່ແມ່ນການສະແດງອອກຫຼາຍຂຶ້ນກ່ຽວກັບອຳນາດອັນໄພສານຂອງເຮົາບໍ? ເຮົາມີແຜນຂອງເຮົາ ແລະ ເຮົາມີເຈດຕະນາຂອງເຮົາ. ໃຜບໍ່ໄດ້ຢູ່ໃນມືຂອງເຮົາ? ເຮົາຮູ້ຈັກພາລະກິດທີ່ເຮົາປະຕິບັດ. ວິທີການປະຕິບັດພາລະກິດຂອງເຮົາໃນມືນີ້ແມ່ນແຕກຕ່າງຈາກອະດີດທັງໝົດ. ເຮົາປັບປ່ຽນວິທີການປະຕິບັດພາລະກິດຂອງເຮົາຕາມການປ່ຽນແປງຂອງຍຸກສະໄໝ. ເມື່ອເຮົາຖືກຄຶງໃສ່ໄມ້ກາງແຂນ, ນັ້ນແມ່ນຍຸກແຫ່ງພຣະຄຸນ, ແຕ່ຕອນນີ້ແມ່ນຍຸກສຸດທ້າຍ. ບາດກ້າວພາລະກິດຂອງເຮົາກຳລັງເລັ່ງໄວຂຶ້ນ; ມັນບໍ່ໄດ້ດຳເນີນໄປດ້ວຍຄວາມໄວດຽວກັນກັບທີ່ເຄີຍດຳເນີນໃນອະດີດ ແລະ ແຮງແລ້ວທີ່ມັນຈະຊ້າກວ່າໃນອະດີດ. ກົງກັນຂ້າມ, ມັນດຳເນີນການໄປໄວກວ່າໃນອະດີດຫຼາຍ. ບໍ່ມີວິທີທີ່ຈະອະທິບາຍມັນແທ້ໆ ແລະ ບໍ່ຈຳເປັນຕ້ອງມີຫຼາຍໆຂະບວນການທີ່ຊັບຊ້ອນ. ເຮົາມີອິດສະຫຼະທີ່ຈະເຮັດຫຍັງກໍໄດ້. ມັນບໍ່ແມ່ນຄວາມຈິງບໍວ່າມັນໃຊ້ພຽງແຕ່ພຣະທຳແຫ່ງສິດອຳນາດຄຳດຽວຈາກເຮົາເທົ່ານັ້ນເພື່ອກຳນົດວິທີທີ່ຄວາມປະສົງຂອງເຮົາຈະສຳເລັດລົງ ແລະ ວິທີທີ່ເຮົາຈະເຮັດໃຫ້ພວກເຈົ້າສົມບູນແບບ? ທຸກສິ່ງທີ່ເຮົາກ່າວຈະສຳເລັດລົງຢ່າງແນ່ນອນ. ໃນອະດີດ, ເຮົາກ່າວເລື້ອຍໆວ່າເຮົາຈະທົນທຸກ ແລະ ເຮົາບໍ່ໄດ້ອະນຸຍາດໃຫ້ຄົນເວົ້າເຖິງຄວາມທຸກທໍລະມານທີ່ເຮົາໄດ້ທົນທຸກມາກ່ອນ; ການເວົ້າເຖິງເລື່ອງນີ້ແມ່ນການໝິ່ນປະໝາດເຮົາ. ນີ້ກໍຍ້ອນວ່າເຮົາແມ່ນພຣະເຈົ້າເອງ ແລະ ສຳລັບເຮົາບໍ່ມີຄວາມລຳບາກ; ເມື່ອເຈົ້າກ່າວເຖິງຄວາມທຸກທໍລະມານນີ້ ເຈົ້າກໍເຮັດໃຫ້ຄົນຮ້ອງໄຫ້. ເຮົາໄດ້ເວົ້າວ່າໃນອະນາຄົດຈະບໍ່ມີການຖອນຫາຍໃຈ ແລະ ນ້ຳຕາ. ສິ່ງນີ້ຄວນຖືກອະທິບາຍຈາກລັກສະນະນີ້ ແລະ ຫຼັງຈາກນັ້ນ ຄວາມໝາຍຂອງພຣະທຳຂອງເຮົາຈຶ່ງສາມາດຖືກເຂົ້າໃຈໄດ້. ຄວາມໝາຍຂອງ “ມະນຸດພຽງແຕ່ບໍ່ສາມາດທົນຕໍ່ຄວາມທຸກທໍລະມານນີ້” ແມ່ນເຮົາສາມາດແຍກອອກຈາກແນວຄວາມຄິດ ແລະ ຄວາມຄິດຂອງມະນຸດ, ແຍກອອກຈາກອາລົມຂອງເນື້ອໜັງ, ແຍກອອກຈາກທຸກຮ່ອງຮອຍຂອງການເປັນເນື້ອໜັງຂອງໂລກ ແລະ ຍ່າງອອກມາຈາກເນື້ອໜັງ ແລະ ວ່າເຮົາສາມາດຢືນຢູ່ໄດ້ເມື່ອທຸກຄົນກຳລັງໂຕ້ແຍ້ງເຮົາ. ສິ່ງນີ້ກໍພຽງພໍທີ່ຈະພິສູດວ່າເຮົາແມ່ນພຣະເຈົ້າອົງດຽວ. ເຮົາໄດ້ກ່າວວ່າ “ລູກຊາຍກົກທຸກຄົນຈະຕ້ອງເຂົ້າສູ່ໂລກຝ່າຍວິນຍານຈາກເນື້ອໜັງ; ນີ້ແມ່ນເສັ້ນທາງທີ່ພວກເຂົາຕ້ອງເດີນເພື່ອປົກຄອງຮ່ວມກັບເຮົາດັ່ງກະສັດ”. ຄວາມໝາຍຂອງປະໂຫຍກນີ້ແມ່ນ ເມື່ອເຈົ້າຜະເຊີນໜ້າກັບສິ່ງທີ່ພວກເຈົ້າໄດ້ຈິນຕະນາການໃນອະດີດ ເຈົ້າຈະອອກມາຈາກເນື້ອໜັງຢ່າງເປັນທາງການ ແລະ ຈະເຂົ້າສູ່ຮ່າງກາຍເພື່ອເລີ່ມພິພາກສາເຈົ້າຊາຍ ແລະ ກະສັດເຫຼົ່ານັ້ນຢ່າງເປັນທາງການ. ພວກເຂົາຈະຖືກພິພາກສາອີງຕາມສິ່ງທີ່ເກີດຂຶ້ນໃນເວລານີ້. ແນວໃດກໍຕາມ, ມັນບໍ່ໄດ້ຊັບຊ້ອນແບບທີ່ພວກເຈົ້າຈິນຕະນາການ, ມັນຈະສຳເລັດລົງໃນທັນທີ. ພວກເຈົ້າບໍ່ຈຳເປັນຕ້ອງຟື້ນຄືນຈາກຄວາມຕາຍ ແລະ ພວກເຈົ້າກໍບໍ່ຈຳເປັນແມ່ນແຕ່ຈະທົນທຸກ (ຍ້ອນວ່າຄວາມທຸກທໍລະມານ ແລະ ຄວາມລຳບາກຂອງພວກເຈົ້າເທິງແຜ່ນດິນໂລກໄດ້ມາຮອດຈຸດຈົບແລ້ວ ແລະ ເຮົາໄດ້ກ່າວແລ້ວວ່າ ຫຼັງຈາກນີ້ເຮົາຈະບໍ່ຈັດການກັບລູກຊາຍກົກຂອງເຮົາອີກຕໍ່ໄປ). ລູກຊາຍກົກຈະຊື່ນຊົມພອນຂອງພວກເຂົາ ດັ່ງທີ່ໄດ້ກ່າວເຖິງໃນຄວາມຈິງທີ່ວ່າ ເຈົ້າຈະເຂົ້າສູ່ໂລກຝ່າຍວິນຍານໂດຍບໍ່ຮູ້ຕົວ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ແມ່ນຄວາມເມດຕາ ແລະ ພຣະຄຸນຂອງເຮົາ? ຖ້າຄົນໜຶ່ງສາມາດເຂົ້າສູ່ໂລກຝ່າຍວິນຍານຫຼັງຈາກຟື້ນຄືນຈາກຄວາມຕາຍເທົ່ານັ້ນ, ນີ້ກໍຈະໄກຈາກຄວາມເມດຕາ ແລະ ຄວາມກະລຸນາ. ດັ່ງນັ້ນ ນີ້ແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນທີ່ສຸດຂອງຄວາມເມດຕາ ແລະ ພຣະຄຸນຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ສິ່ງນີ້ເປີດເຜີຍໃຫ້ເຫັນເຖິງການກຳນົດໄວ້ລ່ວງໜ້າຂອງເຮົາ ແລະ ການຄັດເລືອກຄົນຂອງເຮົາ. ມັນພຽງພໍທີ່ສາມາດສະແດງໃຫ້ເຫັນໄດ້ວ່າ ບົດບັນຍັດການປົກຄອງຂອງເຮົານັ້ນເຂັ້ມງວດພຽງໃດ. ເຮົາຈະມີຄວາມກະລຸນາຕໍ່ໃຜກໍຕາມທີ່ເຮົາປາຖະໜາ ແລະ ມີຄວາມເມດຕາຕໍ່ໃຜກໍຕາມທີ່ເຮົາປາຖະໜາ. ບໍ່ມີໃຜທີ່ຈະໂຕ້ແຍ້ງ ຫຼື ຕໍ່ສູ້. ເຮົາຈະຕັດສິນໃຈທັງໝົດນີ້.

ຄົນບໍ່ສາມາດຄິດອອກໄດ້ ແລະ ພວກເຂົາກົດດັນຕົວເອງຈົນພວກເຂົາບໍ່ສາມາດຫາຍໃຈໄດ້, ແຕ່ມັນກໍເປັນພວກເຂົາທີ່ຜູກມັດຕົວເອງ. ຄວາມຄິດຂອງຄົນນັ້ນມີຈຳກັດແທ້ໆ, ດັ່ງນັ້ນພວກເຂົາຈຶ່ງເຮັດຕາມຄວາມຄິດ ແລະ ແນວຄວາມຄິດຂອງມະນຸດ. ເພາະສະນັ້ນ, ເຮົາຕ້ອງອອກຈາກເນື້ອໜັງ ແລະ ເຂົ້າສູ່ໂລກຝ່າຍວິນຍານເພື່ອຄວບຄຸມທຸກສິ່ງ, ເພື່ອຄຸ້ມຄອງທຸກສິ່ງ. ນີ້ແມ່ນວິທີດຽວທີ່ຈະປົກຄອງທຸກຄົນ ແລະ ທຸກຊົນຊາດ ແລະ ເພື່ອປະຕິບັດຄວາມປະສົງຂອງເຮົາ. ມັນບໍ່ໄດ້ໄກເກີນໄປ. ພວກເຈົ້າບໍ່ມີຄວາມສັດທາໃນອຳນາດອັນໄພສານຂອງເຮົາ ແລະ ເຈົ້າບໍ່ຮູ້ວ່າເຮົາແມ່ນໃຜ. ເຈົ້າຄິດວ່າເຮົາເປັນພຽງມະນຸດຄົນໜຶ່ງເທົ່ານັ້ນ ແລະ ເຈົ້າບໍ່ສາມາດເຫັນຄວາມເປັນພຣະເຈົ້າຂອງເຮົາເລີຍ. ສິ່ງຕ່າງໆຈະສົມບູນເມື່ອໃດກໍຕາມທີ່ເຮົາຕ້ອງການໃຫ້ພວກມັນສົມບູນ. ທັງໝົດທີ່ຕ້ອງໃຊ້ແມ່ນຄຳເວົ້າໜຶ່ງຈາກປາກຂອງເຮົາ. ພວກເຈົ້າພຽງແຕ່ເອົາໃຈໃສ່ຕໍ່ລັກສະນະຂອງຄວາມເປັນມະນຸດຂອງເຮົາໃນສິ່ງທີ່ເຮົາຫາກໍກ່າວມາ ແລະ ໃນການທຸກໆການເຄື່ອນໄຫວຂອງເຮົາ, ແຕ່ເຈົ້າບໍ່ໄດ້ໃສ່ໃຈໃນລັກສະນະຂອງຄວາມເປັນພຣະເຈົ້າຂອງເຮົາ. ນັ້ນໝາຍຄວາມວ່າ ເຈົ້າຄິດວ່າເຮົາກໍມີຄວາມຄິດ ແລະ ແນວຄວາມຄິດເຊັ່ນກັນ. ແຕ່ເຮົາໄດ້ເວົ້າແລ້ວວ່າຄວາມຄິດ, ແນວຄວາມຄິດ ແລະ ຈິດໃຈຂອງເຮົາ, ທຸກການເຄື່ອນໄຫວຂອງເຮົາ, ທຸກສິ່ງທີ່ເຮົາກະທຳ ແລະ ທຸກສິ່ງທີ່ເຮົາກ່າວ ແມ່ນການສະແດງອອກທີ່ສົມບູນແບບຂອງພຣະເຈົ້າເອງ. ພວກເຈົ້າລືມສິ່ງທັງໝົດນີ້ແລ້ວບໍ? ພວກເຈົ້າທັງໝົດເປັນຄົນສັບສົນ! ເຈົ້າບໍ່ເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາ. ເຮົາໄດ້ອະນຸຍາດໃຫ້ພວກເຈົ້າເຫັນລັກສະນະຄວາມເປັນມະນຸດທຳມະດາຂອງເຮົາຈາກສິ່ງທີ່ເຮົາໄດ້ກ່າວ (ເຮົາໄດ້ອະນຸຍາດໃຫ້ພວກເຈົ້າເຫັນຄວາມເປັນມະນຸດທຳມະດາຂອງເຮົາໃນຊີວິດປະຈຳວັນຂອງເຮົາ, ໃນຄວາມເປັນຈິງ, ຍ້ອນວ່າພວກເຈົ້າຍັງບໍ່ເຂົ້າໃຈລັກສະນະຄວາມເປັນມະນຸດທຳມະດາຂອງເຮົາຈາກສິ່ງທີ່ເຮົາໄດ້ກ່າວໃນໄລຍະເວລານີ້), ແຕ່ເຈົ້າບໍ່ເຂົ້າໃຈຄວາມເປັນມະນຸດທຳມະດາຂອງເຮົາ ແລະ ເຈົ້າພຽງແຕ່ພະຍາຍາມຈະຈັບເອົາບາງສິ່ງບາງຢ່າງທີ່ສາມາດໃຊ້ຕໍ່ຕ້ານເຮົາ, ເຈົ້າດື້ດ້ານຢູ່ຕໍ່ໜ້າເຮົາ. ເຈົ້າຕາບອດ! ເຈົ້າມັນໂງ່ຈ້າ! ເຈົ້າບໍ່ຮູ້ຈັກເຮົາ! ເຮົາໄດ້ເວົ້າຢ່າງສູນເປົ່າເປັນເວລາດົນແລ້ວ! ພວກເຈົ້າບໍ່ໄດ້ຮູ້ຈັກເຮົາເລີຍ ແລະ ພວກເຈົ້າພຽງແຕ່ບໍ່ໃສ່ໃຈຄວາມເປັນມະນຸດທຳມະດາຂອງເຮົາວ່າເປັນສ່ວນໜຶ່ງຂອງພຣະເຈົ້າທີ່ສົມບູນແບບ! ຈະບໍ່ໃຫ້ເຮົາໂກດຮ້າຍໄດ້ແນວໃດ? ຈະໃຫ້ເຮົາມີຄວາມເມດຕາໄດ້ອີກແນວໃດ? ເຮົາພຽງແຕ່ສາມາດຕອບໂຕ້ເດັກນ້ອຍທີ່ບໍ່ເຊື່ອຟັງເຫຼົ່ານີ້ດ້ວຍຄວາມໂກດຮ້າຍຂອງເຮົາເທົ່ານັ້ນ. ພວກເຈົ້າທະນົງຕົວແທ້ໆ, ພວກເຈົ້າບໍ່ຮູ້ຈັກເຮົາເລີຍ! ເຈົ້າຄິດວ່າເຮົາໄດ້ເຮັດຜິດ! ເຮົາສາມາດເຮັດຜິດໄດ້ບໍ? ເຮົາຈະເລືອກຮ່າງກາຍຝ່າຍເນື້ອໜັງໃດໜຶ່ງຢ່າງບໍ່ລະມັດລະວັງ ເພື່ອມາບັງເກີດເປັນມະນຸດບໍ? ຄວາມເປັນມະນຸດຂອງເຮົາ ແລະ ຄວາມເປັນພຣະເຈົ້າຂອງເຮົາ ແມ່ນສອງພາກສ່ວນທີ່ບໍ່ສາມາດແຍກອອກຈາກກັນໄດ້ ເຊິ່ງປະກອບເປັນພຣະເຈົ້າທີ່ສົມບູນແບບ. ຕອນນີ້ ພວກເຈົ້າຄວນຊັດເຈນກ່ຽວກັບເລື່ອງນີ້ຢ່າງສົມບູນແບບ! ພຣະທຳຂອງເຮົາໄດ້ບັນລຸຈຸດສູງສຸດຂອງມັນແລ້ວ ແລະ ພຣະທຳຂອງເຮົາບໍ່ສາມາດຖືກອະທິບາຍໄດ້ກວ້າງກວ່ານີ້ອີກຕໍ່ໄປ!

ກ່ອນນີ້: ບົດທີ 97

ຕໍ່ໄປ: ບົດທີ 99

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້