ບົດທີ 99

ຍ້ອນບາດກ້າວພາລະກິດຂອງເຮົາກຳລັງກ້າວໄວຂຶ້ນ ຈຶ່ງບໍ່ມີໃຜສາມາດນຳທັນບາດກ້າວຂອງເຮົາໄດ້ ແລະ ບໍ່ມີໃຜສາມາດຢັ່ງເຖິງຈິດໃຈຂອງເຮົາໄດ້, ແຕ່ນີ້ແມ່ນວິທີດຽວທີ່ຈະກ້າວໄປຂ້າງໜ້າ. ນີ້ແມ່ນ “ຄວາມຕາຍ” (ໝາຍເຖິງ ການທີ່ບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາໄດ້, ບໍ່ສາມາດເຂົ້າໃຈສິ່ງທີ່ເຮົາໝາຍເຖິງຈາກພຣະທຳຂອງເຮົາ; ນີ້ແມ່ນອີກຄຳອະທິບາຍກ່ຽວກັບ “ຄວາມຕາຍ” ແລະ ບໍ່ໄດ້ໝາຍຄວາມວ່າ “ຖືກປະຖິ້ມໂດຍພຣະວິນຍານຂອງເຮົາ”) ໃນໄລຍະ “ການຟື້ນຄືນຊີບຈາກຄວາມຕາຍ” ເຊິ່ງໄດ້ກ່າວມາແລ້ວ. ເມື່ອພວກເຈົ້າ ແລະ ເຮົາໄດ້ປ່ຽນຈາກໄລຍະນີ້ເປັນຮ່າງກາຍ, ເມື່ອນັ້ນຄວາມໝາຍທີ່ແທ້ຈິງຂອງ “ການຟື້ນຄືນຊີບຈາກຄວາມຕາຍ” ກໍຈະຖືກບັນລຸ (ນັ້ນກໍຄື, ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການຟື້ນຄືນຊີບຈາກຄວາມຕາຍ). ປັດຈຸບັນ, ນີ້ແມ່ນສະພາບທີ່ພວກເຈົ້າທັງໝົດດຳລົງຢູ່: ພວກເຈົ້າບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ ແລະ ພວກເຈົ້າບໍ່ສາມາດຊອກເຫັນບາດກ້າວຂອງເຮົາ. ຍິ່ງໄປກວ່ານັ້ນ, ພວກເຈົ້າບໍ່ສາມາດສະຫງົບໃນວິນຍານຂອງພວກເຈົ້າໄດ້, ດັ່ງນັ້ນພວກເຈົ້າຈຶ່ງຮູ້ສຶກອຶດອັດໃຈ. ສະພາບແບບນີ້ແມ່ນ “ຄວາມທໍລະມານ” ຢ່າງແທ້ຈິງທີ່ເຮົາກ່າວເຖິງ ແລະ ຜູ້ຄົນບໍ່ສາມາດທົນຕໍ່ຄວາມທໍລະມານນີ້ໄດ້, ດ້ານໜຶ່ງພວກເຈົ້າກຳລັງຄິດເຖິງອະນາຄົດຂອງຕົວເອງ, ອີກດ້ານໜຶ່ງພວກເຈົ້າຍອມຮັບການເຜົາໄໝ້ ແລະ ການພິພາກສາຂອງເຮົາ ເຊິ່ງກຳລັງສຸມຍິງ ແລະ ໂຈມຕີພວກເຈົ້າຈາກທຸກທິດທາງ. ນອກນັ້ນ, ພວກເຈົ້າຍັງບໍ່ເຂົ້າໃຈກົດເກນຈາກນ້ຳສຽງ ແລະ ທ່າທາງທີ່ເຮົາກ່າວ ແລະ ໃນມື້ໜຶ່ງການກ່າວຈະມີນ້ຳສຽງຫຼາຍປະເພດ ເພື່ອວ່າ ພວກເຈົ້າຈະໄດ້ທົນທຸກຢ່າງໃຫຍ່ຫຼວງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນພາລະກິດຂອງເຮົາ. ນີ້ແມ່ນສະຕິປັນຍາຂອງເຮົາ. ໃນອະນາຄົດ, ພວກເຈົ້າຈະປະສົບກັບຄວາມທຸກທໍລະມານໃນລັກສະນະນີ້ຫຼາຍຂຶ້ນ ເຊິ່ງທັງໝົດນີ້ແມ່ນເພື່ອເປີດເຜີຍຄົນໜ້າຊື່ໃຈຄົດທັງໝົດ. ບັດນີ້ ສິ່ງນີ້ຄວນຊັດເຈນແລ້ວ! ນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ. ດ້ວຍແຮງຈູງໃຈຈາກຄວາມທຸກທໍລະມານແບບນີ້ ແລະ ຫຼັງຈາກທີ່ໄດ້ປະສົບກັບຄວາມເຈັບປວດນີ້ ເຊິ່ງທຽບເທົ່າກັບຄວາມຕາຍ, ພວກເຈົ້າຈະໄດ້ເຂົ້າສູ່ອີກອານາຈັກໜຶ່ງ. ພວກເຈົ້າຈະໄດ້ເຂົ້າສູ່ຮ່າງກາຍ ແລະ ຂຶ້ນປົກຄອງທຸກຊາດ ແລະ ທຸກຄົນຮ່ວມກັບເຮົາ.

ເປັນຫຍັງບໍ່ດົນມານີ້ເຮົາຈຶ່ງເວົ້າດ້ວຍນໍ້າສຽງທີ່ຮຸນແຮງຫຼາຍ? ເປັນຫຍັງນ້ຳສຽງຂອງເຮົາຈຶ່ງປ່ຽນຢູ່ເລື້ອຍໆ ແລະ ເປັນຫຍັງວິທີການເຮັດວຽກຂອງເຮົາກໍປ່ຽນແປງຢູ່ເລື້ອຍໆເຊັ່ນກັນ? ສະຕິປັນຍາຂອງເຮົາຢູ່ໃນສິ່ງເຫຼົ່ານີ້. ພຣະທຳຂອງເຮົາຖືກກ່າວສໍາລັບທຸກຄົນທີ່ຍອມຮັບຊື່ນີ້ (ບໍ່ວ່າພວກເຂົາຈະເຊື່ອວ່າພຣະທໍາຂອງເຮົາຈະສາມາດເຮັດສໍາເລັດໄດ້ ຫຼື ບໍ່ກໍຕາມ), ດັ່ງນັ້ນ ພຣະທຳຂອງເຮົາຄວນຖືກໄດ້ຍິນ ແລະ ໄດ້ເຫັນໂດຍທຸກຄົນ, ພວກມັນຈະຕ້ອງບໍ່ຖືກສະກັດກັ້ນ ຍ້ອນວ່າເຮົາມີວິທີປະຕິບັດພາລະກິດຂອງເຮົາ ແລະ ເຮົາມີສະຕິປັນຍາຂອງເຮົາ. ເຮົາໃຊ້ພຣະທຳຂອງເຮົາເພື່ອພິພາກສາຄົນ, ເພື່ອເປີດເຜີຍຄົນ ແລະ ເພື່ອເປີດເຜີຍທາດແທ້ຂອງມະນຸດ. ສະນັ້ນ, ເຮົາຄັດເລືອກບັນດາຜູ້ທີ່ຖືກເຮົາເລືອກ ແລະ ເຮົາກຳຈັດບັນດາຜູ້ທີ່ບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ຫຼື ຖືກເຮົາເລືອກ. ທັງໝົດນີ້ແມ່ນສະຕິປັນຍາຂອງເຮົາ ແລະ ມັນແມ່ນຄວາມມະຫັດສະຈັນຂອງພາລະກິດຂອງເຮົາ. ນີ້ແມ່ນວິທີການຂອງເຮົາໃນໄລຍະນີ້ຂອງພາລະກິດຂອງເຮົາ. ທ່າມກາງຜູ້ຄົນ, ມີຜູ້ໃດທີ່ສາມາດເຂົ້າໃຈຄວາມປະສົງຂອງເຮົາບໍ? ທ່າມກາງຜູ້ຄົນ, ມີຜູ້ໃດທີ່ສາມາດພິຈາລະນາເຖິງພາລະຂອງເຮົາບໍ? ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ ເຊິ່ງກໍຄືພຣະເຈົ້າເອງ. ມັນຈະມີມື້ໜຶ່ງທີ່ພວກເຈົ້າຈະເຂົ້າໃຈຄວາມໝາຍຂອງພຣະທຳເຫຼົ່ານີ້ຂອງເຮົາຢ່າງຄົບຖ້ວນ ແລະ ພວກເຈົ້າກໍຈະຊັດເຈນກ່ຽວກັບເຫດຜົນທີ່ເຮົາຢາກກ່າວພຣະທຳເຫຼົ່ານີ້ຢ່າງສົມບູນ. ສະຕິປັນຍາຂອງເຮົານັ້ນບໍ່ສິ້ນສຸດ, ແນ່ນອນ ແລະ ບໍ່ສາມາດວັດແທກໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈໄດ້ຢ່າງຄົບຖ້ວນ. ມະນຸດເຫັນພຽງພາກສ່ວນດຽວຈາກສິ່ງທີ່ເຮົາກະທຳ, ແຕ່ເຖິງຢ່າງນັ້ນ ສິ່ງທີ່ພວກເຂົາເຫັນກໍຍັງມີຂໍ້ບົກຜ່ອງ ແລະ ບໍ່ສົມບູນ. ເມື່ອພວກເຈົ້າໄດ້ປ່ຽນຈາກໄລຍະນີ້ໄປສູ່ໄລຍະໃໝ່ຢ່າງສົມບູນ, ພວກເຈົ້າກໍຈະສາມາດເຫັນມັນໄດ້ຢ່າງຊັດເຈນ. ຈົ່ງຈື່ເອົາໄວ້! ຕອນນີ້ແມ່ນຍຸກສະໄໝທີ່ລ້ຳຄ່າທີ່ສຸດ, ມັນແມ່ນໄລຍະສຸດທ້າຍທີ່ພວກເຈົ້າຢູ່ໃນເນື້ອໜັງ. ຊີວິດຂອງພວກເຈົ້າຕອນນີ້ແມ່ນຊີວິດຝ່າຍຮ່າງກາຍສຸດທ້າຍຂອງພວກເຈົ້າ. ເມື່ອພວກເຈົ້າເຂົ້າສູ່ໂລກຝ່າຍວິນຍານຈາກເນື້ອໜັງ, ເວລານັ້ນຄວາມເຈັບປວດທັງໝົດກໍຈະຈາກພວກເຈົ້າໄປ. ພວກເຈົ້າຈະປິຕິຍິນດີ ແລະ ມີຄວາມສຸກຢ່າງຍິ່ງ ແລະ ພວກເຈົ້າຈະໂດດເຕັ້ນດີໃຈຢ່າງບໍ່ຢຸດຢັ້ງ. ແຕ່ພວກເຈົ້າຕ້ອງຊັດເຈນວ່າພຣະທຳເຫຼົ່ານີ້ທີ່ເຮົາກ່າວແມ່ນສຳລັບລູກຊາຍກົກເທົ່ານັ້ນ, ຍ້ອນວ່າມີພຽງລູກຊາຍກົກເທົ່ານັ້ນທີ່ຄູ່ຄວນກັບພອນນີ້. ການເຂົ້າສູ່ໂລກຝ່າຍວິນຍານແມ່ນພອນທີ່ຍິ່ງໃຫຍ່ທີ່ສຸດ, ພອນສູງສຸດ ແລະ ສິ່ງທີ່ມີຄຸນຄ່າທີ່ສຸດທີ່ໄດ້ຮັບ. ສິ່ງທີ່ພວກເຈົ້າໄດ້ຮັບເພື່ອກິນ ແລະ ນຸ່ງໃນຕອນນີ້ ແມ່ນບໍ່ມີຫຍັງຫຼາຍໄປກວ່າຄວາມສຸກຂອງເນື້ອໜັງ; ພວກມັນແມ່ນພຣະຄຸນ ແລະ ເຮົາບໍ່ໄດ້ສົນໃຈໃນສິ່ງເຫຼົ່ານີ້. ຈຸດສຸມຂອງພາລະກິດເຮົາແມ່ນຢູ່ໃນໄລຍະຕໍ່ໄປ (ການເຂົ້າສູ່ໂລກຝ່າຍວິນຍານ ແລະ ການຜະເຊີນໜ້າກັບໂລກຈັກກະວານ).

ເຮົາໄດ້ເວົ້າວ່າມັງກອນແດງຜູ້ຍິ່ງໃຫຍ່ໄດ້ຖືກເຮົາໂຍນລົງ ແລະ ທໍາລາຍແລ້ວ. ພວກເຈົ້າຈະບໍ່ເຊື່ອພຣະທຳຂອງເຮົາໄດ້ແນວໃດ? ເປັນຫຍັງພວກເຈົ້າຍັງປາດຖະໜາທີ່ຈະອົດທົນກັບການຂົ່ມເຫັງ ແລະ ຄວາມຍາກລໍາບາກເພື່ອເຮົາ? ນີ້ບໍ່ແມ່ນລາຄາທີ່ບໍ່ຈຳເປັນສຳລັບພວກເຈົ້າທີ່ຕ້ອງຈ່າຍບໍ? ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງແລ້ວວ່າພວກເຈົ້າພຽງແຕ່ຕ້ອງມີຄວາມສຸກເທົ່ານັ້ນ ໃນຂະນະທີ່ເຮົາປະຕິບັດພາລະກິດດ້ວຍຕົວເຮົາເອງເປັນການສ່ວນຕົວ. ເປັນຫຍັງພວກເຈົ້າຈຶ່ງກະຕືລືລົ້ນຢາກເຮັດສິ່ງນີ້? ພວກເຈົ້າຈັງແມ່ນບໍ່ຮູ້ຈັກວິທີມີຄວາມສຸກແທ້ໆ! ເຮົາໄດ້ກະກຽມທຸກສິ່ງສຳລັບພວກເຈົ້າຢ່າງຄົບຖ້ວນ ແລ້ວເປັນຫຍັງຈຶ່ງບໍ່ມີໃຜໃນພວກເຈົ້າມາຫາເຮົາເພື່ອທວງເອົາມັນ? ພວກເຈົ້າຍັງບໍ່ແນ່ໃຈກັບສິ່ງທີ່ເຮົາໄດ້ເວົ້າ! ພວກເຈົ້າບໍ່ເຂົ້າໃຈເຮົາ! ພວກເຈົ້າຄິດວ່າເຮົາເວົ້າຫລິ້ນລ້າໆ; ພວກເຈົ້າຄືມາສັບສົນແທ້! (ການກະກຽມທີ່ຄົບຖ້ວນທີ່ເຮົາເວົ້າເຖິງໝາຍຄວາມວ່າພວກເຈົ້າຄວນເຊີດຊູເຮົາຫຼາຍຂຶ້ນ ແລະ ອະທິຖານຕໍ່ໜ້າເຮົາຫຼາຍຂຶ້ນ ໃນຂະນະທີ່ເຮົາຈະປະຕິບັດພາລະກິດດ້ວຍຕົວເອງເພື່ອສາບແຊ່ງທຸກຄົນທີ່ຕໍ່ຕ້ານເຮົາ ແລະ ເພື່ອລົງໂທດທຸກຄົນທີ່ກົດຂີ່ຂົ່ມເຫັງພວກເຈົ້າ). ພວກເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບພຣະທຳຂອງເຮົາເລີຍ! ເຮົາເປີດເຜີຍຄວາມລຶກລັບທັງໝົດຂອງເຮົາແກ່ພວກເຈົ້າ, ແຕ່ມີຈັກຄົນໃນບັນດາພວກເຈົ້າທີ່ເຂົ້າໃຈມັນໄດ້ຢ່າງແທ້ຈິງ? ມີຈັກຄົນໃນບັນດາພວກເຈົ້າທີ່ເຂົ້າໃຈມັນໄດ້ຢ່າງເລິກເຊິ່ງ? ບັນລັງຂອງເຮົາແມ່ນຫຍັງ? ຄ້ອນເຫຼັກຂອງເຮົາແມ່ນຫຍັງ? ມີໃຜໃນບັນດາພວກເຈົ້າທີ່ຮູ້ແດ່? ເມື່ອເວົ້າເຖິງບັນລັງຂອງເຮົາ, ຄົນສ່ວນໃຫຍ່ຄິດວ່າແມ່ນບ່ອນທີ່ເຮົານັ່ງ ຫຼື ໝາຍເຖິງທີ່ຢູ່ອາໄສຂອງເຮົາ ຫຼື ໝາຍເຖິງເຮົາ, ໝາຍເຖິງຕົວຕົນທີ່ເຮົາເປັນ. ນີ້ແມ່ນຄວາມເຂົ້າໃຈທີ່ຜິດທັງໝົດ, ເປັນພຽງຄວາມຫຍຸ້ງເຫຍີງຂອງຄວາມເຂົ້າໃຈເທົ່ານັ້ນ! ຄວາມໝາຍເຫຼົ່ານີ້ບໍ່ຖືກຕ້ອງ, ແມ່ນບໍ? ນີ້ແມ່ນວິທີທີ່ພວກເຈົ້າທັງຫຼາຍເຂົ້າໃຈ ແລະ ຢັ່ງຮູ້ໄດ້, ນີ້ເປັນພຽງການບ່ຽງເບນຄວາມເຂົ້າໃຈຢ່າງແຮງ! ສິດອຳນາດແມ່ນຫຍັງ? ແມ່ນຫຍັງຄືຄວາມສຳພັນລະຫວ່າງສິດອຳນາດ ແລະ ບັນລັງ? ບັນລັງແມ່ນສິດອຳນາດຂອງເຮົາ. ເມື່ອລູກຊາຍກົກຂອງເຮົາຍົກສູງບັນລັງຂອງເຮົາ, ນັ້ນແມ່ນເວລາທີ່ລູກຊາຍກົກຂອງເຮົາຈະໄດ້ຮັບສິດອຳນາດຈາກເຮົາ. ມີພຽງເຮົາທີ່ມີສິດອຳນາດ, ດັ່ງນັ້ນຈຶ່ງມີພຽງເຮົາທີ່ມີບັນລັງ. ເວົ້າອີກຢ່າງໜຶ່ງກໍຄື ຫຼັງຈາກລູກຊາຍກົກຂອງເຮົາໄດ້ທົນທຸກແບບດຽວກັບທີ່ເຮົາທົນທຸກ, ພວກເຂົາກໍຈະຍອມຮັບສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີ ແລະ ຈະໄດ້ຮັບທຸກສິ່ງທຸກຢ່າງຈາກເຮົາ; ນີ້ແມ່ນຂະບວນການສໍາລັບພວກເຂົາທີ່ຈະໄດ້ຮັບສະຖານະຂອງລູກຊາຍກົກ. ມັນຈະແມ່ນເວລາທີ່ລູກຊາຍກົກຂອງເຮົາຍົກສູງບັນລັງຂອງເຮົາ ແລະ ນີ້ກໍຈະເປັນເວລາທີ່ພວກເຂົາຈະຍອມຮັບສິດອຳນາດຈາກເຮົາເຊັ່ນກັນ. ພວກເຈົ້າຄວນເຂົ້າໃຈເລື່ອງນີ້! ທຸກສິ່ງທີ່ເຮົາກ່າວແມ່ນຊັດເຈນ ແລະ ບໍ່ມີການແອບແຝງທັງສິ້ນ ເພື່ອວ່າທຸກຄົນຈະເຂົ້າໃຈ. ຈົ່ງວາງແນວຄວາມຄິດຂອງພວກເຈົ້າເອງໄວ້ທາງຂ້າງ ແລະ ລໍຖ້າຮັບເອົາຄວາມເລິກລັບທີ່ເຮົາເປີດເຜີຍແກ່ພວກເຈົ້າ! ແລ້ວແມ່ນຫຍັງຄືຄ້ອນເຫຼັກ? ໃນໄລຍະຜ່ານມາ, ມັນໝາຍເຖິງພຣະທຳທີ່ຮຸນແຮງຂອງເຮົາ, ແຕ່ຕອນນີ້ມັນແຕກຕ່າງຈາກອະດີດ: ປັດຈຸບັນນີ້ຄ້ອນເຫຼັກໝາຍເຖິງການກະທຳຂອງເຮົາ ເຊິ່ງແມ່ນໄພພິບັດອັນຍິ່ງໃຫຍ່ທີ່ເຕັມໄປດ້ວຍສິດອຳນາດ. ດັ່ງນັ້ນ, ເມື່ອໃດກໍຕາມທີ່ກ່າວເຖິງຄ້ອນເຫຼັກ, ມັນຈະເຊື່ອມໂຍງກັບສິດອຳນາດຢູ່ສະເໝີ. ຄວາມໝາຍເດີມຂອງຄ້ອນເຫຼັກທີ່ຖືກກ່າວເຖິງໃນມຸມມອງຂອງໄພພິບັດອັນຍິ່ງໃຫຍ່ ຄືພາກສ່ວນຂອງສິດອຳນາດ. ທຸກຄົນຕ້ອງເຫັນເລື່ອງນີ້ຢ່າງຊັດເຈນ ເພື່ອວ່າພວກເຂົາຈະສາມາດເຂົ້າໃຈຄວາມປະສົງຂອງເຮົາ ແລະ ໄດ້ຮັບການເປີດເຜີຍຈາກພຣະທຳຂອງເຮົາ. ໃຜກໍຕາມທີ່ມີພາລະກິດຂອງພຣະວິນຍານບໍລິສຸດທີ່ຖືຄ້ອນເຫຼັກໃນມືຂອງພວກເຂົາ ແມ່ນຜູ້ທີ່ມີສິດອຳນາດ ແລະ ມີສິດທີ່ຈະດຳເນີນໄພພິບັດທີ່ຍິ່ງໃຫຍ່. ນີ້ແມ່ນໜຶ່ງໃນພຣະດຳລັດແຫ່ງການບໍລິຫານຂອງເຮົາ.

ທຸກສິ່ງ ແລະ ທຸກຢ່າງໄດ້ເປີດອອກສຳລັບພວກເຈົ້າ (ນີ້ໝາຍເຖິງພາກສ່ວນທີ່ມີການຊີ້ໃຫ້ເຫັນຢ່າງຊັດເຈນ) ແລະ ທຸກສິ່ງທຸກຢ່າງໄດ້ປິດບັງຈາກພວກເຈົ້າ (ນີ້ໝາຍເຖິງພາກສ່ວນລີ້ລັບຂອງພຣະທຳຂອງເຮົາ). ເຮົາກ່າວດ້ວຍສະຕິປັນຍາ: ເຮົາໃຫ້ພວກເຈົ້າເຂົ້າໃຈພຽງແຕ່ຄວາມໝາຍຕາມຕົວຂອງພຣະທຳບາງຂໍ້ຂອງເຮົາເທົ່ານັ້ນ ໃນຂະນະທີ່ເຮົາໃຫ້ພວກເຈົ້າຢັ່ງຮູ້ເຖິງຄວາມໝາຍຂອງພຣະທໍາຂໍ້ອື່ນໆ (ແຕ່ຄົນສ່ວນຫຼາຍບໍ່ສາມາດເຂົ້າໃຈໄດ້), ຍ້ອນວ່ານີ້ແມ່ນລຳດັບພາລະກິດຂອງເຮົາ. ເຮົາສາມາດບອກຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາແກ່ພວກເຈົ້າເມື່ອພວກເຈົ້າບັນລຸລະດັບໃດໜຶ່ງເທົ່ານັ້ນ. ນີ້ແມ່ນສະຕິປັນຍາຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນການກະທຳອັນໜ້າອັດສະຈັນຂອງເຮົາ (ເພື່ອເຮັດໃຫ້ພວກເຈົ້າສົມບູນ ແລະ ເພື່ອເອົາຊະນະຊາຕານໂດຍສົມບູນ ແລະ ເຮັດໃຫ້ມານຮ້າຍອັບອາຍ). ຈົນກວ່າພວກເຈົ້າໄດ້ເຂົ້າສູ່ອານາຈັກອື່ນ ພວກເຈົ້າຈຶ່ງຈະສາມາດເຂົ້າໃຈໄດ້ຢ່າງຄົບຖ້ວນ. ເຮົາຕ້ອງປະຕິບັດມັນດ້ວຍວິທີນີ້ ຍ້ອນວ່າໃນຄວາມຄິດມະນຸດມີຫຼາຍສິ່ງທີ່ຜູ້ຄົນບໍ່ສາມາດເຂົ້າໃຈໄດ້ ແລະ ເຖິງແມ່ນວ່າເຮົາຈະກ່າວຢ່າງຊັດເຈນ ພວກເຈົ້າກໍຍັງຈະບໍ່ເຂົ້າໃຈ. ແນວຄິດຂອງມະນຸດມີຂີດຈຳກັດ ແລະ ມີຫຼາຍສິ່ງທີ່ເຮົາສາມາດສື່ເຖິງພວກເຈົ້າໄດ້ກໍຕໍ່ເມື່ອພວກເຈົ້າໄດ້ເຂົ້າສູ່ໂລກຝ່າຍວິນຍານເທົ່ານັ້ນ; ບໍ່ດັ່ງນັ້ນ, ເນື້ອໜັງຂອງມະນຸດກໍຈະບໍ່ສາມາດເຮັດໜ້າທີ່ນີ້ໄດ້ ແລະ ນີ້ກໍຈະເປັນການຂັດຂວາງການຄຸ້ມຄອງຂອງເຮົາເທົ່ານັ້ນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ລຳດັບພາລະກິດຂອງເຮົາ” ທີ່ເຮົາກ່າວເຖິງ. ໃນຄວາມຄິດຂອງພວກເຈົ້າ, ພວກເຈົ້າເຂົ້າໃຈເຮົາຫຼາຍປານໃດ? ຄວາມເຂົ້າໃຈຂອງພວກເຈົ້າບໍ່ມີຂໍ້ບົກຜ່ອງບໍ? ມັນແມ່ນຄວາມຮູ້ທີ່ຢູ່ພາຍໃນວິນຍານບໍ? ເພາະສະນັ້ນ, ເຮົາຕ້ອງໃຫ້ພວກເຈົ້າຫັນປ່ຽນໄປສູ່ອານາຈັກອື່ນ ເພື່ອໃຫ້ພວກເຈົ້າສຳເລັດພາລະກິດຂອງເຮົາ ແລະ ປະຕິບັດຕາມຄວາມປະສົງຂອງເຮົາ. ແທ້ຈິງແລ້ວ ອານາຈັກອື່ນນີ້ແມ່ນຫຍັງ? ມັນແມ່ນຄວາມເຂົ້າໃຈວ່າເປັນສິ່ງເໜືອທໍາມະຊາດແບບທີ່ຄົນຄິດແທ້ບໍ? ແທ້ຈິງແລ້ວມັນແມ່ນບາງສິ່ງຄືກັບອາກາດ ເຊິ່ງບໍ່ສາມາດເບິ່ງເຫັນໄດ້ ຫຼື ສໍາຜັດໄດ້ ແຕ່ມີຢູ່ຈິງບໍ? ດັ່ງທີ່ເຮົາໄດ້ກ່າວ, ສະພາບຂອງການຢູ່ໃນຮ່າງກາຍແມ່ນການມີເນື້ອໜັງ ແລະ ກະດູກ, ມີຮູບຮ່າງ ແລະ ຮູບຊົງ. ນີ້ແມ່ນຈິງແທ້ແນ່ນອນ ແລະ ບໍ່ຕ້ອງສົງໄສ ແລະ ທຸກຄົນຕ້ອງເຊື່ອມັນ. ນີ້ແມ່ນສະພາບທີ່ແທ້ຈິງໃນຮ່າງກາຍ. ຍິ່ງໄປກວ່ານັ້ນ, ໃນຮ່າງກາຍບໍ່ມີເລື່ອງທີ່ຄົນກຽດຊັງ. ແຕ່ແທ້ຈິງແລ້ວສະພາບນີ້ແມ່ນຫຍັງ? ເມື່ອຄົນຜ່ານຈາກເນື້ອໜັງສູ່ຮ່າງກາຍ, ກຸ່ມໃຫຍ່ຕ້ອງປາກົດຂຶ້ນ. ເວົ້າໄດ້ວ່າ ພວກເຂົາຈະຫຼຸດພົ້ນຈາກເຮືອນທີ່ເປັນເລືອດເນື້ອຂອງພວກເຂົາ ແລະ ສາມາດເວົ້າໄດ້ວ່າແຕ່ລະຄົນຈະປະຕິບັດຕາມປະເພດຂອງຕົນ: ເນື້ອໜັງຮ່ວມໂຕກັນເປັນເນື້ອໜັງ ແລະ ຮ່າງກາຍໂຮມໂຕກັນເປັນຮ່າງກາຍ. ຕອນນີ້ ບັນດາຜູ້ທີ່ແຍກຕົວອອກຈາກເຮືອນ, ພໍ່ແມ່, ເມຍ, ຜົວ, ລູກຊາຍ ແລະ ລູກສາວຂອງພວກເຂົາ ເລີ່ມເຂົ້າສູ່ໂລກຝ່າຍວິນຍານ. ໃນທີ່ສຸດ, ມັນກໍຈະເປັນເຊັ່ນນີ້: ສະພາບການຢູ່ໃນໂລກຝ່າຍວິນຍານຈະມີລູກຊາຍກົກເຕົ້າໂຮມກັນ, ຮ້ອງເພງ ແລະ ເຕັ້ນລຳ, ສັນລະເສີນ ແລະ ເຊີດຊູນາມອັນບໍລິສຸດຂອງເຮົາ. ນີ້ເປັນສາກທີ່ງົດງາມ ແລະ ໃໝ່ຕະຫຼອດການ. ທັງໝົດແມ່ນລູກຊາຍສຸດທີ່ຮັກຂອງເຮົາ ທີ່ສັນລະເສີນເຮົາຢ່າງບໍ່ຢຸດຢັ້ງ ແລະ ຍົກສູງນາມອັນບໍລິສຸດຂອງເຮົາຕະຫຼອດໄປ. ນີ້ແມ່ນສະພາບການຫຼັງຈາກເຂົ້າສູ່ໂລກຝ່າຍວິນຍານ, ນີ້ແມ່ນພາລະກິດຫຼັງຈາກເຂົ້າສູ່ໂລກຝ່າຍວິນຍານອີກດ້ວຍ ແລະ ນີ້ຍັງແມ່ນສະຖານະການທີ່ເຮົາໄດ້ກ່າວເຖິງກ່ຽວກັບການລ້ຽງດູຄຣິສຕະຈັກໃນໂລກຝ່າຍວິນຍານ. ຍິ່ງໄປກວ່ານັ້ນ, ຕົວຕົນຂອງເຮົາກໍຈະປາກົດຕົວຕໍ່ທຸກຊາດໃນຈັກກະວານ ແລະ ທ່າມກາງທຸກຊາດ ແລະ ທຸກຄົນ; ແບກຮັບສິດອຳນາດຂອງເຮົາ, ຄວາມໂກດຮ້າຍຂອງເຮົາ ແລະ ການພິພາກສາຂອງເຮົາ ແລະ ນອກນັ້ນກໍຈະແບກຮັບຄ້ອນເຫຼັກຂອງເຮົາເພື່ອປົກຄອງທຸກຊາດ ແລະ ທຸກຄົນ. ທ່າມກາງທຸກຄົນ ແລະ ຈັກກະວານທັງປວງ ສິ່ງນີ້ເປັນພະຍານໃຫ້ແກ່ເຮົາທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ເຊິ່ງເຮັດໃຫ້ທຸກຄົນ ແລະ ທຸກສິ່ງທີ່ຢູ່ເທິງພູ, ໃນແມ່ນ້ຳ, ໃນທະເລສາບ ແລະ ສຸດແຜ່ນດິນໂລກສັນລະເສີນເຮົາ ແລະ ເຊີດຊູເຮົາ, ຮູ້ຈັກເຮົາຜູ້ເປັນພຣະເຈົ້າອົງດຽວ ຜູ້ທີ່ເປັນພຣະຜູ້ສ້າງຂອງທຸກສິ່ງ ແລະ ເປັນຜູ້ນຳທາງທຸກສິ່ງ, ຄຸ້ມຄອງທຸກສິ່ງ, ພິພາກສາທຸກສິ່ງ, ເຮັດໃຫ້ທຸກສິ່ງສຳເລັດ, ລົງໂທດທຸກສິ່ງ ແລະ ທຳລາຍທຸກສິ່ງ. ນີ້ແມ່ນການປາກົດຕົວທີ່ແທ້ຈິງຂອງຕົວຕົນຂອງເຮົາ.

ກ່ອນນີ້: ບົດທີ 98

ຕໍ່ໄປ: ບົດທີ 100

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້