ບົດທີ 100

ເຮົາກຽດຊັງທຸກຄົນທີ່ບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໂດຍເຮົາ. ເພາະສະນັ້ນ ເຮົາຕ້ອງເອົາຄົນເຫຼົ່ານີ້ອອກໄປຈາກເຮືອນຂອງເຮົາເທື່ອລະຄົນ ແລ້ວດ້ວຍເຫດນັ້ນຈຶ່ງເຮັດໃຫ້ວິຫານຂອງເຮົາບໍລິສຸດ ແລະ ບໍ່ມີມົນທິນ, ເຮືອນຂອງເຮົາໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ, ຊື່ອັນບໍລິສຸດຂອງເຮົາແມ່ນສາມາດເຜີຍແຜ່ໄປຕະຫຼອດການ ແລະ ຄົນບໍລິສຸດຂອງເຮົາສາມາດກາຍເປັນສຸດທີ່ຮັກຂອງເຮົາໄດ້. ສາກແບບນີ້, ເຮືອນແບບນີ້, ລາຊະອານາຈັກແບບນີ້ແມ່ນເປົ້າໝາຍຂອງເຮົາ ແລະ ທີ່ຢູ່ອາໃສຂອງເຮົາ; ນີ້ແມ່ນພື້ນຖານແຫ່ງການຊົງສ້າງທຸກສິ່ງຂອງເຮົາ. ບໍ່ມີໃຜທີ່ອາດແກວ່ງ ຫຼື ປ່ຽນແປງມັນໄດ້. ຈະມີພຽງແຕ່ເຮົາ ແລະ ບຸດຊາຍສຸດທີ່ຮັກຂອງເຮົາເທົ່ານັ້ນທີ່ອາໄສຢູ່ຮ່ວມກັບພາຍໃນມັນ ແລະ ຈະບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຢຽບຢໍ້າມັນລົງໃຕ້ຕີນໄດ້, ບໍ່ມີຫຍັງທີ່ຈະໄດ້ຮັບອະນຸຍາດໃຫ້ຄອບຄອງມັນ ແລະ ແຮງແລ້ວທີ່ສິ່ງທີ່ບໍ່ພຶ່ງປະສົງຈະໄດ້ຮັບອະນຸຍາດໃຫ້ເກີດຂຶ້ນໄດ້. ທັງໝົດຈະແມ່ນການສັນລະເສີນ ແລະ ການເຊີດຊູ ແລະ ທັງໝົດຈະເປັນສາກທີ່ມະນຸດບໍ່ສາມາດຈິນຕະນາການໄດ້. ເຮົາປາດຖະໜາພຽງແຕ່ວ່າພວກເຈົ້າຖະຫວາຍພາລະກຳລັງທັງໝົດຂອງພວກເຈົ້າໃຫ້ແກ່ເຮົາແບບໝົດຈິດໝົດໃຈຂອງພວກເຈົ້າ ແລະ ດ້ວຍສຸດຄວາມສາມາດຂອງພວກເຈົ້າ. ບໍ່ວ່າຈະເປັນມື້ນີ້ ຫຼື ມື້ອື່ນ, ບໍ່ວ່າເຈົ້າຈະເປັນຜູ້ທີ່ໃຫ້ບໍລິການແກ່ເຮົາ ຫຼື ເປັນຜູ້ທີ່ໄດ້ຮັບພອນ, ພວກເຈົ້າທັງໝົດຄວນອອກແຮງວັດກຳລັງຂອງພວກເຈົ້າເພື່ອລາຊະອານາຈັກຂອງເຮົາ. ນີ້ແມ່ນຂໍ້ມູກມັດທີ່ຜູ້ທີ່ຖືກສ້າງທັງໝົດຄວນຮັບເອົາ ແລະ ມັນຕ້ອງຖືກປະຕິບັດ ແລະ ຖືກຈັດຕັ້ງປະຕິບັດດ້ວຍວິທີນີ້. ເຮົາຈະກະຕຸ້ນໃຫ້ທຸກສິ່ງໃຫ້ບໍລິການເພື່ອເຮັດໃຫ້ຄວາມງົດງາມຂອງລາຊະອານາຈັກຂອງເຮົາໃໝ່ຕະຫຼອດໄປ ແລະ ເພື່ອເຮັດໃຫ້ເຮືອນຂອງເຮົານັ້ນມີຄວາມກົມກຽວ ແລະ ສາມັກຄີກັນ. ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ທ້າທາຍເຮົາ ແລະ ໃຜກໍຕາມທີ່ເຮັດເຊັ່ນນັ້ນຈະຕ້ອງປະສົບກັບການພິພາກສາ ແລະ ຖືກສາບແຊ່ງ. ປັດຈຸບັນນີ້ ຄຳສາບແຊ່ງຂອງເຮົາເລີ່ມຕົກລົງສູ່ທຸກຊາດ ແລະ ທຸກຄົນ, ການສາບແຊ່ງຂອງເຮົານັ້ນຮ້າຍແຮງຍິ່ງກວ່າການພິພາກສາຂອງເຮົາອີກ. ຕອນນີ້ແມ່ນເວລາທີ່ຈະເລີ່ມລົງໂທດທຸກຄົນ, ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າເປັນຄຳສາບແຊ່ງ. ນີ້ກໍຍ້ອນວ່າ ປັດຈຸບັນນີ້ແມ່ນຍຸກສຸດທ້າຍ ແລະ ບໍ່ແມ່ນຍຸກແຫ່ງການຊົງສ້າງ. ເນື່ອງຈາກຍຸກສະໄໝຜັນປ່ຽນ, ຈັງຫວະຂອງພາລະກິດເຮົາຕອນນີ້ຈຶ່ງແຕກຕ່າງກັນຫຼາຍ. ເນື່ອງຈາກຄວາມຕ້ອງການຂອງພາລະກິດຂອງເຮົາ, ຄົນທີ່ເຮົາຕ້ອງການກໍແຕກຕ່າງກັນດ້ວຍ; ບັນດາຜູ້ທີ່ຄວນຖືກປະຖິ້ມຈະຖືກປະຖິ້ມ; ບັນດາຜູ້ທີ່ຄວນຖືກຕັດອອກຈະຖືກຕັດອອກ; ບັນດາຜູ້ທີ່ຄວນຖືກຂ້າຈະຖືກຂ້າ ແລະ ບັນດາຜູ້ທີ່ຄວນຖືກປະໄວ້ຈະຖືກປະໄວ້. ນີ້ເປັນແນວໂນ້ມທີ່ຫຼີກຫຼ່ຽງບໍ່ໄດ້ເຊິ່ງຂຶ້ນຢູ່ກັບຄວາມປະສົງຂອງມະນຸດ ແລະ ບໍ່ມີມະນຸດຄົນໃດຈະສາມາດປ່ຽນແປງມັນໄດ້. ມັນຕ້ອງສຳເລັດໄປຕາມຄວາມປະສົງຂອງເຮົາ! ເຮົາຈະປະຖິ້ມບັນດາຜູ້ທີ່ເຮົາຕ້ອງການປະຖິ້ມ ແລະ ກໍາຈັດບັນດາຜູ້ທີ່ເຮົາຢາກກໍາຈັດ; ບໍ່ມີໃຜຈະກະທຳໂດຍພາລະການ. ເຮົາປະບັນດາຜູ້ທີ່ເຮົາປາດຖະໜາຢາກປະໄວ້ ແລະ ເຮົາຮັກຜູ້ທີ່ເຮົາປາດຖະໜາທີ່ຈະຮັກ; ນີ້ຕ້ອງເປັນໄປຕາມຄວາມປະສົງຂອງເຮົາ! ເຮົາບໍ່ໄດ້ເຮັດຕາມອາລົມ; ເຮົາມີພຽງຄວາມຊອບທຳ, ການພິພາກສາ ແລະ ຄວາມໂກດຮ້າຍ ໂດຍທີ່ບໍ່ມີອາລົມແມ່ນແຕ່ໜ້ອຍເລີຍ. ບໍ່ມີຮ່ອງຮອຍຈາງໆຂອງມະນຸດໃນຕົວເຮົາ ຍ້ອນວ່າເຮົາແມ່ນພຣະເຈົ້າ, ຕົວຕົນຂອງພຣະເຈົ້າ. ຍ້ອນວ່າຄົນທັງໝົດເຫັນແງ່ມຸມຂອງເຮົາເຊິ່ງແມ່ນຄວາມເປັນມະນຸດຂອງເຮົາ ແລະ ພວກເຂົາບໍ່ໄດ້ເຫັນແງ່ມຸມທີ່ເປັນຄວາມເປັນພຣະເປັນເຈົ້າຂອງເຮົາ. ແທ້ຈິງແລ້ວ ພວກເຂົາຕາບອດ ແລະ ສັບສົນ!

ພວກເຈົ້າຕ້ອງເກັບຮັກສາສິ່ງທີ່ເຮົາບອກພວກເຈົ້າໄວ້ໃນໃຈຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າໃຈຫົວໃຈຂອງເຮົາຜ່ານພຣະທຳຂອງເຮົາ ແລະ ສະແດງຄວາມເຫັນໃຈຕໍ່ພາລະຂອງເຮົາ. ເມື່ອນັ້ນພວກເຈົ້າຈຶ່ງຈະໄດ້ຮູ້ຈັກຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ເຫັນຕົວຕົນຂອງເຮົາ. ເພາະວ່າພຣະທຳຂອງເຮົາແມ່ນພຣະທຳແຫ່ງສະຕິປັນຍາ ແລະ ບໍ່ມີໃຜສາມາດເຂົ້າໃຈຫຼັກການ ຫຼື ບົດບັນຍັດທີ່ຢູ່ເບື້ອງຫຼັງພຣະທຳຂອງເຮົາໄດ້. ຄົນຄິດວ່າເຮົາຝຶກຝົນການຫຼອກລວງ ແລະ ການຄົດໂກງ ແລະ ພວກເຂົາບໍ່ໄດ້ຮູ້ຈັກເຮົາຜ່ານພຣະທຳຂອງເຮົາ, ແຕ່ກົງກັນຂ້າມ, ພວກເຂົາກັບໝິ່ນປະໝາດເຮົາ. ພວກເຂົາຊ່າງຕາບອດ ແລະ ໂງ່ຈ້າແທ້ໆ! ພວກເຂົາຂາດແມ່ນແຕ່ການຢັ່ງຮູ້ທີ່ນ້ອຍທີ່ສຸດ. ທຸກປະໂຫຍກທີ່ເຮົາກ່າວມີສິດອຳນາດ ແລະ ການພິພາກສາ ແລະ ບໍ່ມີໃຜສາມາດປ່ຽນແປງພຣະທຳຂອງເຮົາໄດ້. ເມື່ອພຣະທຳຂອງເຮົາອອກມາ, ສິ່ງຕ່າງໆຈະສຳເລັດລົງຕາມພຣະທຳຂອງເຮົາຢ່າງແນ່ນອນ; ນີ້ແມ່ນອຸປະນິໄສຂອງເຮົາ. ພຣະທຳຂອງເຮົາແມ່ນສິດອຳນາດ ແລະ ຜູ້ໃດທີ່ແກ້ໄຂພຣະທໍາເຫຼົ່ານັ້ນແມ່ນໄດ້ລ່ວງເກີນການຂ້ຽນຕີຂອງເຮົາ ແລະ ເຮົາຈະຕ້ອງລົງມືກັບພວກເຂົາ. ໃນກໍລະນີຮ້າຍແຮງ ພວກເຂົານຳເອົາການທໍາລາຍມາສູ່ຊີວິດຂອງຕົນເອງ ແລະ ພວກເຂົາກໍ່ລົງສູ່ແດນມໍລະນາ ຫຼື ສູ່ຂຸມເລິກ. ນີ້ແມ່ນວິທີດຽວທີ່ເຮົາຈັດການກັບມວນມະນຸດ ແລະ ມະນຸດບໍ່ມີທາງທີ່ຈະປ່ຽນແປງມັນໄດ້ ເນື່ອງຈາກນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ຈົ່ງຈື່ຈຳສິ່ງນີ້ໄວ້! ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລ່ວງເກີນພຣະດຳລັດຂອງເຮົາ; ສິ່ງຕ່າງໆຕ້ອງເປັນໄປຕາມຄວາມປະສົງຂອງເຮົາ! ໃນອະດີດ, ເຮົາງ່າຍກັບພວກເຈົ້າຫຼາຍເກີນໄປ ແລະ ພວກເຈົ້າກໍຜະເຊີນແຕ່ກັບພຣະທຳຂອງເຮົາເທົ່ານັ້ນ. ພຣະທຳທີ່ເຮົາກ່າວກ່ຽວກັບການລົງມືກັບຄົນນັ້ນຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ແຕ່ນັບຈາກມື້ນີ້ໄປ, ໄພພິບັດທັງໝົດ (ສິ່ງເຫຼົ່ານີ້ກ່ຽວຂ້ອງກັບພຣະດຳລັດແຫ່ງການປົກຄອງຂອງເຮົາ) ຈະມາຕາມໆກັນເພື່ອລົງໂທດທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງເຮົາ. ຈະຕ້ອງມີການມາເຖິງຂອງຄວາມຈິງ, ບໍ່ດັ່ງນັ້ນ ຄົນກໍຈະບໍ່ສາມາດເຫັນຄວາມໂກດຮ້າຍຂອງເຮົາ ແຕ່ຈະເຮັດໃຫ້ຕົວເອງເສື່ອມຊາມຊ້ຳແລ້ວຊ້ຳອີກ. ນີ້ແມ່ນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນວິທີເຊິ່ງເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດເຮົາ. ເຮົາກ່າວແບບນີ້ກັບພວກເຈົ້າລ່ວງໜ້າເພື່ອວ່າພວກເຈົ້າຈະສາມາດຫຼີກຫຼ່ຽງການກະທຳຄວາມຜິດ ແລະ ການທົນທຸກກັບການລົງໂທດທີ່ບໍ່ມີທີ່ສິ້ນສຸດຕະຫຼອດໄປ. ໝາຍຄວາມວ່າ ນັບແຕ່ມື້ນີ້ໄປ, ເຮົາຈະເຮັດໃຫ້ທຸກຄົນໄດ້ຮັບບ່ອນທີ່ເໝາະສົມຂອງພວກເຂົາຕາມຄວາມປະສົງຂອງເຮົາ ແລະ ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ຍົກເວັ້ນແຕ່ບຸດຊາຍກົກຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ພວກເຂົາຫຼຸດລອດໄປແມ່ນແຕ່ຄົນດຽວ. ພວກເຈົ້າກ້າເສເພອີກແມ້! ເຈົ້າກ້າກະບົດອີກແມ້! ເຮົາເຄີຍກ່າວມາກ່ອນແລ້ວວ່າເຮົາຊອບທໍາກັບທຸກຄົນ, ວ່າເຮົາບໍ່ມີເສດສ້ຽວຄວາມຮູ້ສຶກ ແລະ ນີ້ສະແດງໃຫ້ເຫັນວ່າອຸປະນິໄສຂອງເຮົາຕ້ອງບໍ່ຖືກລ່ວງເກີນ. ນີ້ແມ່ນຕົວຕົນຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ທຸກຄົນໄດ້ຍິນພຣະທຳຂອງເຮົາ ແລະ ທຸກຄົນເຫັນໂສມໜ້າທີ່ມີລັດສະໝີຂອງເຮົາ. ທຸກຄົນຕ້ອງເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຢ່າງແນ່ນອນ. ນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ທຸກຄົນທົ່ວຈັກກະວານ ແລະ ຈົນສຸດແຜ່ນດິນໂລກຄວນສັນລະເສີນ ແລະ ເຊີດຊູເຮົາ ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ, ຍ້ອນວ່າເຮົາແມ່ນຕົວຕົນຂອງພຣະເຈົ້າ. ບໍ່ມີໃຜສາມາດປ່ຽນແປງພຣະທຳ ແລະ ຄຳເວົ້າຂອງເຮົາ, ຄຳປາໄສ ແລະ ທ່າທາງຂອງເຮົາໄດ້ ຍ້ອນວ່າສິ່ງເຫຼົ່ານີ້ແມ່ນເລື່ອງຂອງເຮົາຜູ້ດຽວ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາໄດ້ມີມາແຕ່ສະໄໝບູຮານ ແລະ ຈະມີຢູ່ຕະຫຼອດໄປ.

ຄົນປິດບັງຄວາມຕັ້ງໃຈເພື່ອທົດສອບເຮົາ ແລະ ພວກເຂົາຕ້ອງການພົບບາງຢ່າງພາຍໃນພຣະທຳຂອງເຮົາເຊິ່ງພວກເຂົາສາມາດໃຊ້ຕໍ່ຕ້ານເຮົາ ເພື່ອໃສ່ຮ້າຍປ້າຍສີເຮົາ. ເຮົາຕ້ອງຖືກເຈົ້າໃສ່ຮ້າຍປ້າຍສີບໍ? ເຮົາຕ້ອງຖືກພິພາກສາແບບສະບາຍສະບາຍບໍ? ທຸລະຂອງເຮົາຕ້ອງຖືກສົນທະນາແບບສະບາຍສະບາຍບໍ? ພວກເຈົ້າເປັນພວກທີ່ບໍ່ຮູ້ວ່າແມ່ນຫຍັງດີສຳລັບພວກເຈົ້າແທ້ໆ! ພວກເຈົ້າບໍ່ຮູ້ຈັກເຮົາແມ່ນແຕ່ໜ້ອຍເລີຍ! ພູຊີໂອນແມ່ນຫຍັງ? ທີ່ພັກອາໄສຂອງເຮົາແມ່ນຫຍັງ? ດິນແດນທີ່ແສນດີຂອງການາອານແມ່ນຫຍັງ? ພື້ນຖານຂອງການຊົງສ້າງແມ່ນຫຍັງ? ເປັນຫຍັງໃນຊ່ວງສອງສາມວັນທີ່ຜ່ານມາເຮົາຈຶ່ງໄດ້ສືບຕໍ່ກ່າວເຖິງພຣະທຳເຫຼົ່ານີ້? ພູຊີໂອນ, ທີ່ພັກອາໄສຂອງເຮົາ, ດິນແດນທີ່ແສນດີຂອງການາອານ, ພື້ນຖານຂອງການຊົງສ້າງ; ທັງໝົດນີ້ໄດ້ຖືກກ່າວເຖິງກໍເພື່ອອ້າງອີງເຖິງຕົວຕົນຂອງເຮົາ (ອ້າງອີງເຖິງຮ່າງກາຍ). ຄົນທັງຫຼາຍຄິດວ່າສິ່ງເຫຼົ່ານີ້ແມ່ນສະຖານທີ່ທີ່ມີຢູ່ຈິງເປັນຮູບປະທໍາ. ຕົວຕົນຂອງເຮົາແມ່ນພູຊີໂອນ; ມັນແມ່ນບ່ອນພັກພິງຂອງເຮົາ. ໃຜກໍຕາມທີ່ເຂົ້າສູ່ໂລກຝ່າຍວິນຍານຈະປີນພູຊີໂອນ ແລະ ຈະເຂົ້າສູ່ບ່ອນພັກພິງຂອງເຮົາ. ເຮົາສ້າງທຸກສິ່ງພາຍໃນຕົວເຮົາເອງ; ນັ້ນກໍຄື ທຸກສິ່ງໄດ້ຖືກສ້າງຂຶ້ນມາຢູ່ໃນຮ່າງກາຍ, ເພາະສະນັ້ນມັນຈຶ່ງເປັນພື້ນຖານ. ເປັນຫຍັງເຮົາຈຶ່ງກ່າວວ່າພວກເຈົ້າຈະກັບຄືນສູ່ຮ່າງກາຍພ້ອມກັນກັບເຮົາ? ມີຄວາມໝາຍດັ່ງເດີມຢູ່ໃນນັ້ນ. ຄືກັນກັບຊື່ “ພຣະເຈົ້າ”, ນາມເຫຼົ່ານີ້ບໍ່ມີຄວາມໝາຍໃນຕົວຂອງມັນເອງ ແຕ່ກົງກັນຂ້າມ ແມ່ນຊື່ທີ່ແຕກຕ່າງທີ່ເຮົາຕັ້ງໃຫ້ສະຖານທີ່ຕ່າງໆ. ດັ່ງນັ້ນ ຢ່າໃສ່ໃຈກັບຄວາມໝາຍຕາມຕົວອັກສອນຂອງພວກມັນຫຼາຍເກີນໄປ ແຕ່ຈົ່ງສຸມໃສ່ການໄດ້ຍິນພຣະທຳຂອງເຮົາເທົ່ານັ້ນ. ເຈົ້າຕ້ອງເຫັນພວກມັນໃນທາງນີ້ ແລະ ຫຼັງຈາກນັ້ນເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງເຮົາໄດ້. ເປັນຫຍັງເຮົາຈຶ່ງເຕືອນຄວາມຈຳພວກເຈົ້າຊ້ຳໆວ່າໃຫ້ມີສະຕິປັນຍາຢູ່ໃນພຣະທຳຂອງເຮົາ? ມີຈັກຄົນໃນບັນດາພວກເຈົ້າທີ່ໄດ້ພະຍາຍາມຫາຄວາມໝາຍທີ່ຢູ່ເບື້ຶອງຫຼັງເລື່ອງນີ້? ພວກເຈົ້າທຸກຄົນກຳລັງວິເຄາະແບບສຸ່ມສີ່ສຸ່ມຫ້າ ແລະ ບໍ່ສົມເຫດສົມຜົນ!

ຕອນນີ້ພວກເຈົ້າກໍຍັງບໍ່ເຂົ້າໃຈໃນສິ່ງຕ່າງໆເປັນສ່ວນໃຫຍ່ທີ່ເຮົາໄດ້ກ່າວໃນອະດີດ. ພວກເຈົ້າຢູ່ໃນສະຖານະຂອງຄວາມສົງໄສ ແລະ ບໍ່ສາມາດເຮັດໃຫ້ເຮົາພໍໃຈໄດ້. ໃນເວລາໃດກໍຕາມທີ່ເຈົ້າສາມາດແນ່ໃຈກ່ຽວກັບທຸກໆປະໂຫຍກທີ່ເຮົາກ່າວ, ນັ້ນຈະແມ່ນເວລາທີ່ຊີວິດຂອງພວກເຈົ້າຈະເລີນເຕີບໂຕ. ສຳລັບເຮົາແລ້ວ, ມື້ໜຶ່ງເປັນຄືກັບພັນປີ ແລະ ພັນປີເປັນຄືກັບມື້ໜຶ່ງ; ພວກເຈົ້າຄິດແນວໃດຕໍ່ເວລາທີເຮົາກ່າວເຖິງ? ພວກເຈົ້າຈະອະທິບາຍມັນແນວໃດ? ພວກເຈົ້າຕີຄວາມໝາຍມັນຜິດໄປ! ຍິ່ງໄປກວ່ານັ້ນ, ຄົນສ່ວນໃຫຍ່ອຶກກະທຶກກ່ຽວກັບເລື່ອງນີ້ກັບເຮົາ ໂດຍປາດຖະໜາທີ່ຈະພົບບາງສິ່ງເພື່ອໃຊ້ຕໍ່ຕ້ານເຮົາ; ພວກເຈົ້າບໍ່ຮູ້ວ່າແມ່ນຫຍັງດີສຳລັບພວກເຈົ້າ! ຈົ່ງລະວັງ, ບໍ່ດັ່ງນັ້ນເຮົາຈະລົງມືກັບພວກເຈົ້າ! ເມື່ອວັນທີ່ທຸກສິ່ງຖືກເຮັດໃຫ້ຊັດເຈນມາຮອດ, ພວກເຈົ້າຈະເຂົ້າໃຈຢ່າງຄົບຖ້ວນ. ຕອນນີ້ເຮົາຍັງບໍ່ບອກພວກເຈົ້າເທື່ອ (ຕອນນີ້ແມ່ນເວລາເປີດໂປງຄົນ; ທຸກຄົນຕ້ອງຮອບຄອບ ແລະ ລະມັດລະວັງເພື່ອໃຫ້ສາມາດເຮັດຕາມຄວາມປະສົງຂອງເຮົາໄດ້). ເຮົາຈະເປີດໂປງທຸກຄົນຜ່ານພຣະທຳຂອງເຮົາ ແລະ ຮູບແບບເດີມຂອງພວກເຂົາຈະຖືກເປີດເຜີຍເພື່ອສະແດງໃຫ້ເຫັນວ່າພວກມັນຂອງແທ້ ຫຼື ບໍ່. ຖ້າບາງຄົນເປັນໂສເພນີ ຫຼື ຍິງຊົ່ວຮ້າຍ, ເຮົາກໍຕ້ອງເປີດໂປງພວກເຂົາ. ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ ເຮົາກະທຳສິ່ງຕ່າງໆໂດຍບໍ່ໄດ້ຕີງນິ້ວມືແມ່ນແຕ່ນິ້ວດຽວ ແລະ ເຮົາໃຊ້ພຽງພຣະທຳຂອງເຮົາເພື່ອເປີດໂປງຄົນ. ເຮົາບໍ່ຢ້ານການປອມຕົວ; ເມື່ອພຣະທຳຂອງເຮົາຖືກກ່າວອອກມາ, ເຈົ້າຕ້ອງເປີດເຜີຍຮູບແບບເດີມຂອງເຈົ້າ ແລະ ບໍ່ວ່າເຈົ້າຈະປອມຕົວມາດີປານໃດກໍຕາມ ເຮົາກໍຈະເບິ່ງຊອດມັນໄດ້ຢ່າງແນ່ນອນ. ນີ້ແມ່ນຫຼັກການຂອງການກະທຳຂອງເຮົາ ໂດຍໃຊ້ພຽງແຕ່ຄຳເວົ້າ ແລະ ບໍ່ໄດ້ໃຊ້ພາລະກຳລັງແຕ່ຢ່າງໃດເລີຍ. ຄົນເປັນປະສາດຫຼາຍວ່າພຣະທຳຂອງເຮົາຈະຖືກຕື່ມເຕັມ ຫຼື ບໍ່ ແລະ ພວກເຂົາກັງວົນໃຈເພື່ອເຮົາ ແລະ ເປັນຫ່ວງເຮົາ ແຕ່ຄວາມພະຍາຍາມເຫຼົ່ານີ້ບໍ່ຈໍາເປັນແທ້ໆ; ພວກເຂົາແມ່ນລາຄາທີ່ບໍ່ຈຳເປັນຕ້ອງຈ່າຍ. ເຈົ້າເປັນຫ່ວງເຮົາ ແຕ່ວ່າຊີວິດຂອງເຈົ້າເອງນັ້ນເຕີບໃຫຍ່ແລ້ວບໍ? ຊະຕາກຳຂອງຕົວເຈົ້າເອງເດເປັນແນວໃດ? ຈົ່ງຖາມຕົວເຈົ້າເອງເລື້ອຍໆ ແລະ ຢ່າເລິນເລີ້. ທຸກຄົນຄວນເອົາພາລະກິດຂອງເຮົາໄປພິຈາລະນາ ແລະ ເຫັນຕົວຕົນຂອງເຮົາ, ມີຄວາມຮູ້ຫຼາຍຂຶ້ນກ່ຽວກັບເຮົາ, ຮູ້ຈັກລິດທານຸພາບສູງສຸດຂອງເຮົາ, ຮູ້ຈັກສະຕິປັນຍາຂອງເຮົາ, ຮູ້ຈັກເຄື່ອງມື ແລະ ວິທີການທີ່ເຮົາສ້າງທຸກສິ່ງຜ່ານການກະທຳ ແລະ ພຣະທຳຂອງເຮົາ ເຊິ່ງດ້ວຍເຫດນັ້ນຈຶ່ງເປັນການສັນລະເສີນເຮົາໂດຍທີ່ບໍ່ມີສິ້ນສຸດ. ເຮົາຈະເຮັດໃຫ້ທຸກຄົນເຫັນວ່າເຮົາວາງມືແຫ່ງພຣະດຳລັດແຫ່ງການປົກຄອງຂອງເຮົາໃສ່ໃຜ, ເຮົາປະຕິບັດພາລະກິດໃນຕົວໃຜ, ສິ່ງທີ່ເຮົາຢາກກະທຳ ແລະ ສິ່ງທີ່ເຮົາຢາກເຮັດໃຫ້ສຳເລັດ. ນີ້ແມ່ນບາງສິ່ງທີ່ທຸກໆຄົນຕ້ອງບັນລຸ ຍ້ອນວ່ານີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ເຮົາຈະເຮັດສິ່ງທີ່ເຮົາກ່າວໃຫ້ສຳເລັດ. ບໍ່ມີໃຜຄວນວິເຄາະພຣະທຳຂອງເຮົາແບບສະບາຍໆ; ທຸກຄົນຕ້ອງເຫັນຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາຜ່ານພຣະທຳຂອງເຮົາ ແລະ ຈາກພຣະທຳຂອງເຮົາກໍຮູ້ວ່າແມ່ນຫຍັງຄືຄວາມໂກດຮ້າຍຂອງເຮົາ, ແມ່ນຫຍັງຄືຄຳສາບແຊ່ງຂອງເຮົາ ແລະ ແມ່ນຫຍັງຄືການພິພາກສາຂອງເຮົາ. ສິ່ງທັງໝົດເຫຼົ່ານີ້ຂຶ້ນຢູ່ກັບພຣະທຳຂອງເຮົາ ແລະ ແມ່ນສິ່ງທີ່ຄວນຖືກເຫັນໂດຍທຸກຄົນພາຍໃນພຣະທຳທຸກຂໍ້ຂອງເຮົາ.

ກ່ອນນີ້: ບົດທີ 99

ຕໍ່ໄປ: ບົດທີ 101

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້