ບົດທີ 101

ເຮົາຈະບໍ່ຜ່ອນຜັນແມ່ນແຕ່ໜ້ອຍດຽວຕໍ່ຜູ້ໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ຜູ້ທີ່ສະແຫວງຫາເພື່ອທຳລາຍແຜນການຂອງເຮົາ. ທຸກຄົນຄວນເຂົ້າໃຈຄວາມໝາຍຂອງເຮົາຈາກພຣະທຳທີ່ເຮົາກ່າວອອກມາ ແລະ ຄວນມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງທີ່ເຮົາກຳລັງເວົ້າເຖິງ. ຍ້ອນສະຖານະການໃນປັດຈຸບັນ, ພວກເຈົ້າແຕ່ລະຄົນຄວນກວດສອບຕົນເອງ: ເຈົ້າກຳລັງເຮັດບົດບາດຫຍັງ? ເຈົ້າກຳລັງມີຊີວິດຢູ່ເພື່ອເຮົາ ຫຼື ເຈົ້າກຳລັງຮັບໃຊ້ຊາຕານ? ການກະທຳທຸກຢ່າງຂອງເຈົ້າອອກມາຈາກເຮົາ ຫຼື ມາຈາກມານຮ້າຍ? ເຈົ້າຄວນຊັດເຈນກ່ຽວກັບທຸກສິ່ງນີ້ ເພື່ອຫຼີກເວັ້ນບໍ່ໃຫ້ເຮັດຜິດຕໍ່ກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ດ້ວຍເຫດນັ້ນ ກໍເຮັດໃຫ້ເຮົາເກີດມີຄວາມໃຈຮ້າຍຢ່າງຮຸນແຮງ. ເມື່ອຫວນຄິດຄືນຫາອະດີດ, ຜູ້ຄົນບໍ່ຊື່ສັດ ແລະ ອະກະຕັນຍູຕໍ່ເຮົາຢູ່ສະເໝີ; ພວກເຂົາບໍ່ເຄົາລົບນັບຖື ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ທໍລະຍົດເຮົາ. ຍ້ອນເຫດຜົນເຫຼົ່ານີ້ ຜູ້ຄົນເຫຼົ່ານີ້ຈຶ່ງຜະເຊີນກັບການພິພາກສາຂອງເຮົາໃນມື້ນີ້. ເຖິງແມ່ນວ່າເຮົາປາກົດວ່າເປັນພຽງມະນຸດ, ທຸກຄົນທີ່ເຮົາບໍ່ຮອງຮັບ (ເຈົ້າຄວນເຂົ້າໃຈຄວາມໝາຍຂອງເຮົາຈາກສິ່ງນີ້: ມັນບໍ່ໄດ້ກ່ຽວກັບວ່າເຈົ້າສວຍງາມສໍ່າໃດ ຫຼື ເຈົ້າມີສະເໜ່ສໍ່າໃດ, ແຕ່ມັນກ່ຽວກັບວ່າເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກເອົາເຈົ້າ ຫຼື ບໍ່) ຈະຖືກເຮົາໂຍນອອກ. ສິ່ງນີ້ເປັນຈິງຢ່າງແນ່ນອນ. ນີ້ກໍຍ້ອນເຮົາອາດຈະປາກົດວ່າເປັນມະນຸດໃນພາຍນອກ, ແຕ່ເຈົ້າຕ້ອງເບິ່ງຜ່ານຄວາມເປັນມະນຸດຂອງເຮົາເພື່ອຮັບເອົາຄວາມເປັນພຣະເຈົ້າຂອງເຮົາ. ດັ່ງທີ່ເຮົາໄດ້ກ່າວຫຼາຍຄັ້ງວ່າ “ຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນແມ່ນສອງສ່ວນຂອງພຣະເຈົ້າທີ່ສົມບູນແບບຢ່າງບໍ່ສາມາດແຍກອອກຈາກກັນໄດ້”. ເຖິງຢ່າງໃດກໍຕາມ ພວກເຈົ້າກໍຍັງບໍ່ເຂົ້າໃຈເຮົາ; ພວກເຈົ້າພຽງແຕ່ໃຫ້ຄວາມສຳຄັນກັບພຣະເຈົ້າທີ່ເລື່ອນລອຍຂອງເຈົ້າເທົ່ານັ້ນ. ພວກເຈົ້າເປັນຄົນທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນດັ່ງກ່າວກໍຍັງປາຖະໜາທີ່ຈະເປັນລູກຊາຍກົກຂອງເຮົາ. ຊ່າງໄຮ້ຢາງອາຍແທ້ໆ! ພວກເຂົາບໍ່ເຫັນວ່າ ສະຖານະຂອງພວກເຂົາເອງນັ້ນແມ່ນຫຍັງກັນແທ້! ພວກເຂົາເຖິງກັບບໍ່ມີສະຖານະທີ່ຈະຮັບໃຊ້ເປັນປະຊາຊົນຂອງເຮົາ ແລ້ວພວກເຂົາຈະເປັນລູກຊາຍກົກຂອງເຮົາ ແລະ ເປັນກະສັດຄຽງຂ້າງເຮົາໄດ້ແນວໃດ? ຜູ້ຄົນດັ່ງກ່າວບໍ່ຮູ້ຈັກຕົນເອງ; ພວກເຂົາເປັນພັກພວກຂອງຊາຕານ ແລະ ບໍ່ເໝາະສົມທີ່ຈະເປັນເສົາໃນຄົວເຮືອນຂອງເຮົາ, ແຮງໄກທີ່ຈະຮັບໃຊ້ຕໍ່ໜ້າເຮົາ. ສະນັ້ນ ເຮົາຈຶ່ງຈະກຳຈັດພວກເຂົາເທື່ອລະຄົນ ແລະ ເຮົາຈະເປີດເຜີຍໃບໜ້າທີ່ແທ້ຈິງຂອງພວກເຂົາເທື່ອລະຄົນ.

ພາລະກິດຂອງເຮົາດຳເນີນໄປເທື່ອລະບາດກ້າວ ໂດຍບໍ່ມີຫຍັງຂັດຂວາງ ແລະ ໂດຍບໍ່ມີອຸປະສັກແມ່ນແຕ່ໜ້ອຍດຽວ, ເພາະເຮົາໄດ້ຮັບເອົາໄຊຊະນະ ແລະ ຍ້ອນເຮົາໄດ້ປົກຄອງດັ່ງກະສັດທົ່ວຈັກກະວານທັງປວງ. (ສິ່ງທີ່ເຮົາກຳລັງໝາຍເຖິງກໍຄື ນັບຕັ້ງແຕ່ໄດ້ເອົາຊະນະຊາຕານທີ່ຊົ່ວຮ້າຍ ເຮົາກໍໄດ້ຟື້ນຟູອຳນາດຂອງເຮົາຄືນໃໝ່). ເມື່ອເຮົາໄດ້ຮັບລູກຊາຍກົກທັງໝົດ, ທຸງແຫ່ງໄຊຊະນະກໍຈະປາກົດຂຶ້ນເທິງພູຊີໂອນ. ນັ້ນໝາຍຄວາມວ່າ ລູກຊາຍກົກຂອງເຮົາຄືທຸງແຫ່ງໄຊຊະນະຂອງເຮົາ, ຄືສະຫງ່າລາສີຂອງເຮົາ ແລະ ສິ່ງທີ່ເຮົາໂອ້ອວດ; ພວກມັນເປັນສັນຍານວ່າ ເຮົາໄດ້ເຮັດໃຫ້ຊາຕານຂາຍໜ້າ ແລະ ພວກມັນເປັນວິທີການທີ່ເຮົາປະຕິບັດພາລະກິດ. (ຜ່ານກຸ່ມຄົນທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ຫຼັງຈາກທີ່ເຮົາໄດ້ກຳນົດພວກເຂົາໄວ້ລ່ວງໜ້າ, ແຕ່ຜູ້ທີ່ກັບຄືນມາຢູ່ຄຽງຂ້າງເຮົາອີກຄັ້ງ, ເຮົາໄດ້ເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ອັບອາຍ ແລະ ປົກຄອງເໜືອລູກຊາຍແຫ່ງຄວາມກະບົດທັງໝົດ). ລູກຊາຍກົກຂອງເຮົາແມ່ນບ່ອນທີ່ລິດທານຸພາບສູງສຸດຂອງເຮົາສະຖິດຢູ່; ພວກເຂົາແມ່ນຄວາມສຳເລັດອັນຍິ່ງໃຫຍ່ຂອງເຮົາ ເຊິ່ງບໍ່ສາມາດປ່ຽນແປງໄດ້ ແລະ ບໍ່ສາມາດໂຕ້ແຍ້ງໄດ້. ມັນແມ່ນຜ່ານພວກເຂົາທີ່ເຮົາຈະເຮັດໃຫ້ແຜນການຄຸ້ມຄອງຂອງເຮົາສຳເລັດລົງ. ນີ້ແມ່ນສິ່ງທີ່ເຮົາໝາຍເຖິງໃນອະດີດ ເມື່ອເຮົາເວົ້າວ່າ “ມັນແມ່ນຜ່ານພວກເຈົ້າ ທີ່ເຮົາຈະເຮັດໃຫ້ທຸກຊົນຊາດ ແລະ ທຸກຄົນກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາ”. ມັນຍັງເປັນສິ່ງທີ່ເຮົາກຳລັງໝາຍເຖິງ ເມື່ອເຮົາເວົ້າຄຳວ່າ “ພາລະອັນໜັກໜ່ວງທີ່ຢູ່ເທິງບ່າໄຫຼ່ຂອງພວກເຈົ້າ”. ສິ່ງນັ້ນຊັດເຈນບໍ? ເຈົ້າເຂົ້າໃຈບໍ? ລູກຊາຍກົກແມ່ນແກ້ວຜະລຶກແຫ່ງແຜນການຄຸ້ມຄອງທັງໝົດຂອງເຮົາ; ດ້ວຍເຫດນີ້ ເຮົາຈຶ່ງບໍ່ເຄີຍປະຕິບັດຕໍ່ກຸ່ມນີ້ຢ່າງອ່ອນໂຍນ ແລະ ເຮົາໄດ້ລົງວິໄນພວກເຂົາຢ່າງຮຸນແຮງຢູ່ສະເໝີ (ວິໄນທີ່ຮຸນແຮງນັ້ນແມ່ນຄວາມທຸກຍາກທີ່ໄດ້ທົນທຸກໃນໂລກ, ຄວາມໂຊກຮ້າຍຂອງຄອບຄົວ ແລະ ການຖືກພໍ່ແມ່, ຜົວ, ເມຍ ແລະ ລູກໆປະຖິ້ມ, ສະຫຼຸບກໍຄື ການຖືກໂລກປະຖິ້ມ ແລະ ການຖືກຍຸກດັ່ງກ່າວປະຖິ້ມ) ແລະ ນີ້ຄືເຫດຜົນທີ່ເຈົ້າໂຊກດີທີ່ໄດ້ມາຢູ່ຕໍ່ໜ້າເຮົາໃນມື້ນີ້. ນີ້ແມ່ນຄຳຕອບສຳລັບຄຳຖາມທີ່ພວກເຈົ້າໄດ້ໄຕ່ຕອງຢູ່ເລື້ອຍໆ: “ເປັນຫຍັງຜູ້ຄົນຈຶ່ງບໍ່ຍອມຮັບເອົານາມນີ້, ແຕ່ເຮົາຈຶ່ງຍອມຮັບ?” ບັດນີ້ ເຈົ້າກໍຮູ້ແລ້ວ!

ມື້ນີ້ ບໍ່ມີສິ່ງໃດເປັນຄືດັ່ງໃນອະດີດ. ແຜນການຄຸ້ມຄອງຂອງເຮົາໄດ້ນໍາໃຊ້ວິທີການໃໝ່, ພາລະກິດຂອງເຮົາຍິ່ງແຕກຕ່າງກວ່າທີ່ມັນເຄີຍເປັນ ແລະ ບັດນີ້ ພຣະຄຳຂອງເຮົາກໍຍິ່ງເປັນສິ່ງທີ່ບໍ່ເຄີຍມີມາກ່ອນ. ສະນັ້ນ ເຮົາຈຶ່ງໄດ້ເນັ້ນຊໍ້າແລ້ວຊໍ້າອີກວ່າ ພວກເຈົ້າຄວນໃຫ້ບໍລິການແກ່ເຮົາຢ່າງຖືກຕ້ອງ (ສິ່ງນີ້ແມ່ນເວົ້າກັບຜູ້ໃຫ້ບໍລິການ). ຢ່າປະຕິບັດຕໍ່ຕົນເອງໃນທາງລົບ, ແຕ່ໃຫ້ຮັກສາການສະແຫວງຫາຢ່າງຈິງຈັງ. ມັນບໍ່ສຳລານໃຈບໍທີ່ຈະຮັບເອົາຄວາມກະລຸນາບາງຢ່າງ? ມັນດີກວ່າທີ່ຈະທົນທຸກໃນໂລກຫຼາຍ. ເຮົາຂໍບອກເຈົ້າ! ຖ້າເຈົ້າບໍ່ໃຫ້ບໍລິການແກ່ເຮົາຢ່າງສຸດໃຈ ແລະ ກົງກັນຂ້າມ ເຈົ້າຕໍານິເຮົາວ່າບໍ່ຊອບທຳ, ແລ້ວມື້ອື່ນ ເຈົ້າຈະລົງສູ່ດິນແດນມໍລະນາ ແລະ ນະຮົກ. ບໍ່ມີຜູ້ໃດຕ້ອງການຕາຍໄວກ່ອນກຳນົດ, ມັນບໍ່ແມ່ນແບບນັ້ນບໍ? ເຖິງແມ່ນມີອີກມື້ໜຶ່ງໃນຊີວິດກໍເປັນມື້ທີ່ມີຄວາມໝາຍ, ສະນັ້ນ ເຈົ້າຄວນອຸທິດຕົນເອງທັງໝົດໃຫ້ແກ່ແຜນການຄຸ້ມຄອງຂອງເຮົາ ແລະ ຫຼັງຈາກນັ້ນກໍໃຫ້ລໍຖ້າເຮົາພິພາກສາເຈົ້າ ແລະ ລໍຖ້າໃຫ້ການຂ້ຽນຕີອັນຊອບທຳຂອງເຮົາເກີດຂຶ້ນກັບເຈົ້າ. ຢ່າສັນນິຖານວ່າ ສິ່ງທີ່ເຮົາກຳລັງເວົ້າເປັນສິ່ງທີ່ໄຮ້ສາລະ; ເຮົາເວົ້າຈາກຄວາມຊອບທຳຂອງເຮົາ ແລະ ຈາກອຸປະນິໄສຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາປະຕິບັດດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມຊອບທຳຂອງເຮົາ. ການທີ່ທຸກຄົນເວົ້າວ່າ ເຮົາບໍ່ຊອບທຳ ກໍເປັນຍ້ອນພວກເຂົາບໍ່ຮູ້ຈັກເຮົາ; ນີ້ແມ່ນການສະແດງອອກຢ່າງຊັດເຈນເຖິງອຸປະນິໄສທີ່ກະບົດຂອງພວກເຂົາ. ແຕ່ສຳລັບເຮົາແມ່ນບໍ່ມີຄວາມຮູ້ສຶກ; ກົງກັນຂ້າມແມ່ນມີພຽງແຕ່ຄວາມຊອບທຳ, ຄວາມສະຫງ່າຜ່າເຜີຍ, ການພິພາກສາ ແລະ ຄວາມໂກດຮ້າຍເທົ່ານັ້ນ. ຍິ່ງເວລາຜ່ານໄປ, ເຈົ້າກໍຍິ່ງຈະໄດ້ເຫັນອຸປະນິໄສຂອງເຮົາ. ປັດຈຸບັນແມ່ນຂັ້ນຕອນການປ່ຽນແປງ ແລະ ພວກເຈົ້າສາມາດເຫັນພຽງແຕ່ສ່ວນເລັກນ້ອຍໃນສິ່ງນີ້; ພວກເຈົ້າພຽງແຕ່ສາມາດເຫັນສິ່ງທີ່ຖືກສະແດງອອກທາງພາຍນອກບາງສ່ວນເທົ່ານັ້ນ. ເມື່ອລູກຊາຍກົກຂອງເຮົາປາກົດຂຶ້ນ, ເຮົາຈະອະນຸຍາດໃຫ້ພວກເຈົ້າເຫັນທຸກສິ່ງ ແລະ ເຂົ້າໃຈມັນໝົດທຸກຢ່າງ. ທຸກຄົນຈະເຊື່ອດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍຄຳເວົ້າຂອງພວກເຂົາ. ເຮົາຈະເຮັດໃຫ້ພວກເຈົ້າເວົ້າອອກມາເພື່ອເປັນພະຍານໃຫ້ແກ່ເຮົາ, ສັນລະເສີນເຮົາຕະຫຼອດໄປ ແລະ ຍົກຍ້ອງເຮົາຕະຫຼອດໄປ. ສິ່ງນີ້ແມ່ນຫຼີກເວັ້ນບໍ່ໄດ້ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງໄດ້. ຜູ້ຄົນບໍ່ສາມາດຈິນຕະນາການມັນໄດ້, ແຮງໄກທີ່ພວກເຂົາຈະເຊື່ອມັນ.

ຄົນທີ່ເປັນລູກຊາຍກົກມີຄວາມຊັດເຈນເພີ່ມຂຶ້ນເລື້ອຍໆກ່ຽວກັບນິມິດ ແລະ ຄວາມຮັກຂອງພວກເຂົາສຳລັບເຮົາກໍເຕີບໂຕຂຶ້ນເລື້ອຍໆ. (ນີ້ບໍ່ແມ່ນຄວາມຮັກແບບບ່າວສາວ ແຕ່ເປັນການລໍ້ລວງຂອງຊາຕານຕໍ່ເຮົາ ແລະ ເປັນສິ່ງທີ່ຕ້ອງເບິ່ງຢ່າງລະອຽດ. ດ້ວຍເຫດນີ້ ເຮົາຈຶ່ງກ່າວໄວ້ກ່ອນໜ້ານີ້ວ່າ ມີຄົນທີ່ໂອ້ອວດສະເໜ່ຂອງພວກເຂົາຕໍ່ໜ້າເຮົາ. ຜູ້ຄົນດັ່ງກ່າວເປັນລູກນ້ອງຂອງຊາຕານທີ່ເຊື່ອວ່າເຮົາຈະຖືກດຶງດູດດ້ວຍຮູບລັກສະນະຂອງພວກເຂົາ. ຊ່າງໄຮ້ຢາງອາຍແທ້ໆ! ພວກເຂົາເປັນຄົນຕໍ່າຊ້າທີ່ຊົ່ວຊ້າທີ່ສຸດ!) ເຖິງຢ່າງໃດກໍຕາມ ຜ່ານພຣະທໍາເຫຼົ່ານີ້ທີ່ເຮົາໄດ້ກ່າວຕະຫຼອດເວລາ, ຜູ້ຄົນທີ່ບໍ່ແມ່ນລູກຊາຍກົກເອງກໍເລີ່ມບໍ່ຊັດເຈນຂຶ້ນເລື້ອຍໆກ່ຽວກັບນິມິດ ແລະ ໄດ້ສູນເສຍຄວາມເຊື່ອໃນບຸກຄົນທີ່ເຮົາເປັນ. ຕັ້ງແຕ່ນັ້ນເປັນຕົ້ນມາ ພວກເຂົາກໍເລີ່ມເສີຍເມີຍຂຶ້ນເລື້ອຍໆ ຈົນໃນທີ່ສຸດພວກເຂົາກໍລົ້ມລົງ. ຜູ້ຄົນດັ່ງກ່າວບໍ່ສາມາດຊ່ວຍເຫຼືອຕົນເອງໄດ້. ນັ້ນແມ່ນເປົ້າໝາຍຂອງສິ່ງທີ່ເຮົາກຳລັງເວົ້າໃນລະຫວ່າງຊ່ວງເວລານີ້; ທຸກຄົນຄວນເຫັນສິ່ງນີ້ (ເຮົາກຳລັງເວົ້າຕໍ່ລູກຊາຍກົກ) ແລະ ຜ່ານພຣະຄຳ ແລະ ການກະທຳຂອງເຮົາ ໃຫ້ເບິ່ງຄວາມອັດສະຈັນຂອງເຮົາ. ເປັນຫຍັງຈຶ່ງເວົ້າວ່າ ເຮົາເປັນເຈົ້າຊາຍແຫ່ງສັນຕິພາບ, ເປັນພຣະບິດາຊົ່ວນິດນິລັນ, ເຮົາເປັນຜູ້ອັດສະຈັນ ແລະ ເຮົາເປັນທີ່ປຶກສາ? ການອະທິບາຍສິ່ງນີ້ຈາກທັດສະນະແຫ່ງຕົວຕົນຂອງເຮົາ, ພຣະຄຳຂອງເຮົາ ຫຼື ຈາກສິ່ງທີ່ເຮົາເຮັດກໍຈະຜິວເຜີນເກີນໄປ; ມັນບໍ່ມີຄ່າໃຫ້ກ່າວເຖິງເລີຍ. ເຫດຜົນທີ່ເອີ້ນເຮົາວ່າເຈົ້າຊາຍແຫ່ງສັນຕິພາບແມ່ນມາຈາກອຳນາດຂອງເຮົາທີ່ຈະເຮັດໃຫ້ລູກຊາຍກົກ, ການທີ່ເຮົາພິພາກສາຊາຕານ ແລະ ພອນອັນບໍ່ສິ້ນສຸດທີ່ເຮົາໄດ້ປະທານໃຫ້ແກ່ລູກຊາຍກົກນັ້ນສົມບູນ. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ລູກຊາຍກົກເທົ່ານັ້ນທີ່ມີຄຸນສົມບັດເອີ້ນເຮົາວ່າ ເຈົ້າຊາຍແຫ່ງສັນຕິພາບ ຍ້ອນເຮົາຮັກລູກຊາຍກົກຂອງເຮົາ ແລະ ສາຍາ “ເຈົ້າຊາຍແຫ່ງສັນຕິພາບ” ກໍຄວນມາຈາກປາກຂອງພວກເຂົາ. ສຳລັບພວກເຂົາແລ້ວ ເຮົາເປັນເຈົ້າຊາຍແຫ່ງສັນຕິພາບ. ສຳລັບລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ, ເຮົາເປັນທີ່ຮູ້ຈັກໃນນາມພຣະບິດາຊົ່ວນິດນິລັນ. ເນື່ອງຈາກການເປັນຢູ່ຂອງລູກຊາຍກົກຂອງເຮົາ ແລະ ຍ້ອນພວກເຂົາສາມາດມີອຳນາດຂອງກະສັດຮ່ວມກັນກັບເຮົາ ແລະ ປົກຄອງເໜືອທຸກຊົນຊາດ ແລະ ທຸກຄົນ (ນັ້ນກໍຄື ລູກຊາຍ ແລະ ປະຊາຊົນ), ສະນັ້ນ ລູກຊາຍ ແລະ ປະຊາຊົນກໍຄວນເອີ້ນເຮົາວ່າ ພຣະບິດາຊົ່ວນິດນິລັນ ເຊິ່ງໝາຍເຖິງພຣະເຈົ້າເອງ ຜູ້ທີ່ຢູ່ເໜືອລູກຊາຍກົກ. ເຮົາເປັນຜູ້ມະຫັດສະຈັນສຳລັບຄົນທີ່ບໍ່ແມ່ນລູກຊາຍ, ປະຊາຊົນ ຫຼື ລູກຊາຍກົກ. ຍ້ອນຄວາມມະຫັດສະຈັນຂອງພາລະກິດຂອງເຮົາ, ຜູ້ທີ່ບໍ່ເຊື່ອຈຶ່ງບໍ່ສາມາດເຫັນເຮົາເລີຍ (ຍ້ອນເຮົາໄດ້ປົກປິດຕາຂອງພວກເຂົາ) ແລະ ບໍ່ມີມຸມມອງທີ່ຊັດເຈນກ່ຽວກັບພາລະກິດຂອງເຮົາ. ສະນັ້ນ ສຳລັບພວກເຂົາແລ້ວ ເຮົາຈຶ່ງເປັນຜູ້ມະຫັດສະຈັນ. ສຳລັບມານຮ້າຍ ແລະ ສຳລັບຊາຕານທັງໝົດ, ເຮົາເປັນທີ່ປຶກສາ ເພາະທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຮັດໃຫ້ພວກມັນອັບອາຍ; ການກະທຳທັງໝົດຂອງເຮົາແມ່ນເພື່ອເຫັນແກ່ລູກຊາຍກົກຂອງເຮົາ. ທຸກບາດກ້າວຂອງເຮົາດຳເນີນໄປຢ່າງລາບລື້ນ ແລະ ເຮົາໄດ້ຮັບເອົາໄຊຊະນະໃນແຕ່ລະບາດກ້າວ. ຍິ່ງໄປກວ່ານັ້ນ ເຮົາສາມາດເບິ່ງທະລຸກົນອຸບາຍທັງໝົດຂອງຊາຕານ ແລະ ນໍາໃຊ້ພວກມັນເພື່ອຮັບໃຊ້ເຮົາ, ເຮັດໃຫ້ມັນເປັນເປົ້າໝາຍເພື່ອຮັບໃຊ້ຈຸດປະສົງຂອງເຮົາຈາກດ້ານລົບ. ນີ້ແມ່ນຄວາມໝາຍຂອງການທີ່ເຮົາເປັນ “ທີ່ປຶກສາ” ເຊິ່ງບໍ່ມີຜູ້ໃດສາມາດປ່ຽນແປງ ແລະ ບໍ່ມີຜູ້ໃດສາມາດເຂົ້າໃຈໄດ້ຢ່າງສົມບູນ. ເຖິງຢ່າງໃດກໍຕາມ ໃນເລື່ອງຕົວຕົນຂອງເຮົາ, ເຮົາເປັນເຈົ້າຊາຍແຫ່ງສັນຕິພາບ ແລະ ພຣະບິດາຊົ່ວນິດນິລັນ ພ້ອມທັງເປັນທີ່ປຶກສາ ແລະ ຜູ້ມະຫັດສະຈັນ. ບໍ່ມີຫຍັງໃນສິ່ງນີ້ທີ່ບໍ່ເປັນຄວາມຈິງ. ມັນຄືຄວາມຈິງທີ່ບໍ່ສາມາດໂຕ້ແຍ້ງໄດ້ ແລະ ບໍ່ສາມາດປ່ຽນແປງໄດ້!

ເຮົາມີຫຼາຍຢ່າງທີ່ຈະເວົ້າ; ແຕ່ບໍ່ມີຄຳອຸປະມາທີ່ສາມາດຖອດຖອນໃຫ້ເຫັນຢ່າງງ່າຍດາຍ. ສະນັ້ນ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າອົດທົນ ແລະ ລໍຖ້າ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າໜີໄປຢ່າງກະທັນຫັນ. ເພາະສິ່ງທີ່ພວກເຈົ້າເຂົ້າໃຈໃນອະດີດແມ່ນຫຼ້າສະໄໝແລ້ວໃນຕອນນີ້, ມັນບໍ່ສາມາດນໍາໃຊ້ໄດ້ແລ້ວ ແລະ ປັດຈຸບັນແມ່ນເວລາແຫ່ງການປ່ຽນແປງ ນັ້ນກໍຄື ມັນເປັນຄືກັບການປ່ຽນແປງລະຫວ່າງລາຊະວົງ. ຍ້ອນເຫດຜົນນີ້ ເຮົາຈຶ່ງຕ້ອງການໃຫ້ພວກເຈົ້າປ່ຽນແປງການຄິດຂອງພວກເຈົ້າ ແລະ ປະຖິ້ມແນວຄິດເດີມຂອງພວກເຈົ້າ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ການສວມໃສ່ເສື້ອຄຸມອັນບໍລິສຸດແຫ່ງຄວາມຊອບທຳ”. ມີພຽງແຕ່ເຮົາເທົ່ານັ້ນທີ່ສາມາດອະທິບາຍພຣະທຳຂອງເຮົາເອງ ແລະ ມີພຽງແຕ່ເຮົາເອງເທົ່ານັ້ນທີ່ຮູ້ຈັກວ່າເຮົາໄດ້ຮັບຜິດຊອບໃຫ້ເຮັດຫຍັງ. ສະນັ້ນ ມີແຕ່ພຣະທຳຂອງເຮົາເທົ່ານັ້ນທີ່ໄຮ້ມົນທິນ ແລະ ເປັນສິ່ງທີ່ເຮົາເຈດຕະນາທັງສິ້ນ ແລະ ສະນັ້ນ ມັນກໍຄືການສວມໃສ່ເສື້ອຄຸມອັນບໍລິສຸດແຫ່ງຄວາມຊອບທຳ. ການເຂົ້າໃຈຄວາມຄິດຂອງມະນຸດເປັນພຽງຈິນຕະນາການ; ຄວາມເຂົ້າໃຈຂອງມະນຸດບໍ່ບໍລິສຸດ ແລະ ບໍ່ສາມາດບັນລຸເຈດຕະນາຂອງເຮົາໄດ້. ສະນັ້ນ ເຮົາເອງຈຶ່ງເວົ້າ ແລະ ເຮົາເອງຈຶ່ງອະທິບາຍ ແລະ ນີ້ແມ່ນສິ່ງທີ່ເຮົາໝາຍເຖິງ ເມື່ອເຮົາເວົ້າວ່າ “ເຮົາປະຕິບັດພາລະກິດດ້ວຍຕົນເອງ”. ມັນຄືພາກສ່ວນທີ່ບໍ່ສາມາດຂາດໄດ້ໃນແຜນການຄຸ້ມຄອງຂອງເຮົາ ແລະ ທຸກຄົນຕ້ອງຖວາຍສະຫງ່າລາສີໃຫ້ແກ່ເຮົາ ແລະ ສັນລະເສີນເຮົາ. ເມື່ອເວົ້າເຖິງການເຂົ້າໃຈພຣະທຳຂອງເຮົາ, ເຮົາບໍ່ເຄີຍມອບອຳນາດນັ້ນໃຫ້ແກ່ມະນຸດຈັກເທື່ອ ຫຼື ພວກເຂົາຈະບໍ່ມີຄວາມສາມາດເຮັດແບບນັ້ນໄດ້. ນີ້ແມ່ນໜຶ່ງໃນວິທີການຂອງເຮົາທີ່ຈະເຮັດໃຫ້ມານຮ້າຍອັບອາຍ. (ຖ້າມະນຸດເຂົ້າໃຈພຣະຄຳຂອງເຮົາ ແລະ ສາມາດກວດສອບເຈດຕະນາຂອງເຮົາໃນທຸກບາດກ້າວ, ແລ້ວຊາຕານກໍຈະສາມາດຄອບຄອງຜູ້ຄົນໃນເວລາໃດກໍຕາມທີ່ມັນຕ້ອງການ ແລະ ຜົນຕາມມາກໍຄື ພວກເຂົາຈະຫັນກັບມາຕໍ່ຕ້ານເຮົາ ແລະ ເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະບັນລຸເປົ້າໝາຍຂອງເຮົາໃນການຄັດເລືອກລູກຊາຍກົກ. ຖ້າເຮົາເຂົ້າໃຈຄວາມລຶກລັບທຸກຢ່າງ ແລະ ຕົວຕົນທີ່ເຮົາເປັນສາມາດກ່າວພຣະຄຳທີ່ບໍ່ມີຜູ້ໃດສາມາດຢັ່ງເຖິງ, ແລ້ວເຮົາກໍຈະສາມາດຖືກຊາຕານຄອບງຳໄດ້ເຊັ່ນກັນ. ນີ້ຄືເຫດຜົນທີ່ວ່າ ໃນຂະນະທີ່ເຮົາຢູ່ໃນເນື້ອໜັງ ເຮົາບໍ່ໄດ້ຢູ່ເໜືອທຳມະຊາດເລີຍ). ມັນຈຳເປັນສຳລັບທຸກຄົນທີ່ຈະມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມໝາຍຂອງພຣະທຳເຫຼົ່ານີ້ ແລະ ຕິດຕາມການນໍາພາຂອງເຮົາ. ຢ່າພະຍາຍາມເຂົ້າໃຈພຣະທຳ ແລະ ຄຳສັ່ງສອນທີ່ເລິກເຊິ່ງທັງໝົດດ້ວຍຕົນເອງ.

ກ່ອນນີ້: ບົດທີ 100

ຕໍ່ໄປ: ບົດທີ 102

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້