ບົດທີ 102

ເຮົາໄດ້ເວົ້າໃນລະດັບໃດໜຶ່ງ ແລະ ພາລະກິດຂອງເຮົາກໍໄດ້ໄປເຖິງຈຸດໃດໜຶ່ງ; ພວກເຈົ້າແຕ່ລະຄົນຄວນເຂົ້າໃຈຄວາມປະສົງຂອງເຮົາ ແລະ ສາມາດຄຳນຶງເຖິງພາລະຂອງເຮົາຈົນເຖິງລະດັບທີ່ແຕກຕ່າງກັນໄປ. ຕອນນີ້ແມ່ນຈຸດປ່ຽນ ເມື່ອເນື້ອໜັງປ່ຽນເຂົ້າສູ່ໂລກຝ່າຍວິນຍານ, ພວກເຈົ້າເປັນຜູ້ບຸກເບີກທີ່ຂ້າມລະຫວ່າງຍຸກຕ່າງໆ, ຜູ້ຄົນທົ່ວໄປທີ່ເດີນທາງຂ້າມຈັກກະວານ ແລະ ສຸດປາຍແຜ່ນດິນໂລກ. ພວກເຈົ້າເປັນຜູ້ເປັນທີ່ຮັກທີ່ສຸດຂອງເຮົາ; ພວກເຈົ້າເປັນຄົນທີ່ເຮົາຮັກ. ມັນສາມາດເວົ້າໄດ້ວ່າ ເຮົາບໍ່ໄດ້ຮັກຜູ້ໃດເລີຍ ນອກຈາກພວກເຈົ້າ, ເພາະຄວາມພະຍາຍາມອັນພາກພຽນທັງໝົດຂອງເຮົາແມ່ນເພື່ອເຫັນແກ່ພວກເຈົ້າ. ມັນເປັນໄປໄດ້ບໍວ່າ ພວກເຈົ້າບໍ່ຮູ້ຈັກເຖິງສິ່ງນັ້ນ? ເປັນຫຍັງເຮົາຈຶ່ງສ້າງທຸກສິ່ງ? ເປັນຫຍັງເຮົາຈຶ່ງເຄື່ອນຍ້າຍພວກມັນທັງໝົດ ເພື່ອໃຫ້ຮັບໃຊ້ພວກເຈົ້າ? ການກະທຳທັງໝົດນີ້ແມ່ນການສະແດງອອກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພວກເຈົ້າ. ພູເຂົາ ແລະ ທຸກສິ່ງທີ່ຢູ່ໃນພູເຂົາ ແລະ ແຜ່ນດິນໂລກ ແລະ ທຸກສິ່ງເທິງແຜ່ນດິນໂລກກໍສັນລະເສີນເຮົາ ແລະ ຖວາຍສະຫງ່າລາສີໃຫ້ແກ່ເຮົາທີ່ໄດ້ຮັບເອົາພວກເຈົ້າ. ແທ້ຈິງແລ້ວ ທຸກສິ່ງໄດ້ຖືກດຳເນີນ; ຍິ່ງໄປກວ່ານັ້ນ ທຸກສິ່ງໄດ້ຖືກດຳເນີນຢ່າງລະອຽດຮອບຄອບ. ພວກເຈົ້າເປັນພະຍານທີ່ດັງກ້ອງກັງວານໃຫ້ແກ່ເຮົາ ແລະ ພວກເຈົ້າໄດ້ເຮັດໃຫ້ມານຮ້າຍ ແລະ ຊາຕານຂາຍໜ້າເພື່ອເຮົາ. ທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງທີ່ຢູ່ພາຍນອກຂອງເຮົາກໍຍອມຕໍ່ສິດອຳນາດຂອງເຮົາ ແລະ ທຸກຢ່າງກໍປະຕິບັດຕາມປະເພດຂອງພວກມັນເອງ ເນື່ອງຈາກການສຳເລັດແຜນການຄຸ້ມຄອງຂອງເຮົາ (ປະຊາຊົນຂອງເຮົາກໍເປັນຂອງເຮົາ ແລະ ພັກພວກຂອງຊາຕານກໍລ້ວນແລ້ວແຕ່ເປັນຂອງທະເລສາບແຫ່ງໄຟ ນັ້ນກໍຄື ພວກເຂົາຈະຕົກລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ຊົ່ວນິດນິລັນ ແລະ ພິນາດໄປຕະຫຼອດການ). ເມື່ອເຮົາເວົ້າວ່າ “ພິນາດ” ແລະ “ນັບຕັ້ງແຕ່ເວລານັ້ນເປັນຕົ້ນມາ ກໍເອົາຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາໄປ”, ເຮົາກຳລັງກ່າວເຖິງການມອບພວກເຂົາໃຫ້ແກ່ຊາຕານ ແລະ ອະນຸຍາດໃຫ້ພວກເຂົາຖືກຢຽບຢໍ່າ. ເວົ້າອີກຢ່າງໜຶ່ງກໍຄື ທຸກຄົນທີ່ບໍ່ໄດ້ຢູ່ໃນເຮືອນຂອງເຮົາຈະເປັນເປົ້າໝາຍໃນການທຳລາຍ ແລະ ພວກເຂົາຈະເຊົາມີຊີວິດຢູ່. ນີ້ບໍ່ໄດ້ໝາຍຄວາມຕາມທີ່ຜູ້ຄົນຈິນຕະນາການວ່າ ພວກເຂົາຈະຫາຍໄປ. ມັນຍັງສາມາດເວົ້າໄດ້ວ່າ ທຸກສິ່ງທີ່ຢູ່ພາຍນອກຕົວເຮົາບໍ່ມີຢູ່ໃນຄວາມຄິດເຫັນຂອງເຮົາ ແລະ ນີ້ບໍ່ແມ່ນຄວາມໝາຍທີ່ແທ້ຈິງຂອງການຕົກນະຮົກ. ໃນສາຍຕາຂອງມະນຸດ ສິ່ງເຫຼົ່ານີ້ຍັງປາກົດວ່າມີຢູ່, ແຕ່ໃນມຸມມອງຂອງເຮົາ ພວກມັນໄດ້ກາຍເປັນຄວາມວ່າງເປົ່າ ແລະ ຈະພິນາດຕະຫຼອດໄປເປັນນິດ. (ເຮົາເນັ້ນຢໍ້າວ່າ ຄົນທີ່ເຮົາບໍ່ປະຕິບັດພາລະກິດອີກຕໍ່ໄປແມ່ນຢູ່ພາຍນອກຕົວເຮົາ). ໃນມະນຸດແລ້ວ ບໍ່ວ່າພວກເຂົາຈະຄິດແນວໃດ, ພວກເຂົາກໍບໍ່ສາມາດຄິດເລື່ອງນີ້ອອກ ແລະ ບໍ່ວ່າພວກເຂົາຈະເຫັນໄດ້ດີສໍ່າໃດ ພວກເຂົາກໍບໍ່ສາມາດເບິ່ງທະລຸມັນໄດ້. ຜູ້ຄົນບໍ່ສາມາດເຂົ້າໃຈໄດ້ຢ່າງຊັດເຈນ ນອກຈາກເຮົາຈະສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ, ເຍືອງທາງໃຫ້ແກ່ພວກເຂົາ ແລະ ຊີ້ແຈງມັນອອກຢ່າງຊັດເຈນໃຫ້ແກ່ພວກເຂົາ. ຍິ່ງໄປກວ່ານັ້ນ ພວກເຂົາທຸກຄົນເລີ່ມບໍ່ຊັດເຈນຫຼາຍຂຶ້ນເລື້ອຍໆກ່ຽວກັບມັນ, ຍິ່ງຮູ້ສຶກວ່າງເປົ່າຂຶ້ນຕື່ມ ແລະ ຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າ ບໍ່ມີເສັ້ນທາງໃຫ້ຕິດຕາມ ນັ້ນກໍຄື ພວກເຂົາເກືອບເປັນຄືກັບຄົນຕາຍ. ໃນຕອນນີ້ ມະນຸດສ່ວນໃຫຍ່ (ໝາຍຄວາມວ່າທຸກຄົນ ຍົກເວັ້ນລູກຊາຍກົກ) ແມ່ນຢູ່ໃນສະພາບນີ້. ເຮົາໄດ້ຊີ້ແຈ້ງສິ່ງເຫຼົ່ານີ້ດ້ວຍຄວາມຊັດເຈນສໍ່ານັ້ນ ແຕ່ຜູ້ຄົນເຫຼົ່ານີ້ກໍບໍ່ມີປະຕິກິລິຍາຕອບໂຕ້ຫຍັງ ແລະ ຍັງເປັນຫ່ວງຄວາມສຸກທາງເນື້ອໜັງຂອງພວກເຂົາ. ພວກເຂົາກິນ ແລະ ຫຼັງຈາກນັ້ນ ພວກເຂົາກໍນອນ; ພວກເຂົານອນ ແລະ ຫຼັງຈາກນັ້ນ ພວກເຂົາກໍກິນ. ພວກເຂົາບໍ່ໄຕ່ຕອງໃນພຣະທຳຂອງເຮົາ. ແມ່ນແຕ່ເມື່ອພວກເຂົາມີກຳລັງ ມັນກໍເປັນພຽງຊົ່ວຄາວເທົ່ານັ້ນ; ຫຼັງຈາກນັ້ນ ພວກເຂົາກໍຍັງເປັນຄືກັບທີ່ພວກເຂົາເຄີຍເປັນ, ບໍ່ປ່ຽນແປງຫຍັງທັງສິ້ນ, ຄືກັບວ່າພວກເຂົາບໍ່ໄດ້ຟັງເຮົາເລີຍ. ຜູ້ຄົນເຫຼົ່ານີ້ເປັນມະນຸດທີ່ປົກກະຕິ ແລະ ໄຮ້ປະໂຫຍດ ຜູ້ທີ່ບໍ່ມີພາລະ; ພວກເຂົາເປັນຄົນສວຍໂອກາດຢ່າງຊັດເຈນທີ່ສຸດ. ໃນວັນເວລາຕໍ່ມາ ເຮົາຈະປະຖິ້ມພວກເຂົາເທື່ອລະຄົນ; ບໍ່ຕ້ອງກັງວົນ! ເຮົາຈະສົ່ງພວກເຂົາກັບຄືນສູ່ຂຸມເລິກທີ່ບໍ່ສິ້ນສຸດເທື່ອລະຄົນ. ພຣະວິນຍານບໍລິສຸດບໍ່ເຄີຍປະຕິບັດພາລະກິດໃນຜູ້ຄົນດັ່ງກ່າວ ແລະ ທຸກສິ່ງທີ່ພວກເຂົາເຮັດກໍຫຼັ່ງໄຫຼອອກມາຈາກພອນສະຫວັນທີ່ພວກເຂົາໄດ້ຮັບ. ເມື່ອເຮົາເວົ້າເຖິງພອນສະຫວັນ, ເຮົາໝາຍຄວາມວ່າ ຜູ້ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ມີຊີວິດ, ຄົນທີ່ເປັນຜູ້ໃຫ້ບໍລິການຂອງເຮົາ; ເຮົາບໍ່ຕ້ອງການພວກເຂົາຈັກຄົນ ແລະ ເຮົາຈະກຳຈັດພວກເຂົາ (ແຕ່ໃນຕອນນີ້ ພວກເຂົາຍັງມີໂຫຍດຢູ່ໜ້ອຍໜຶ່ງ). ພວກເຈົ້າເປັນຜູ້ໃຫ້ບໍລິການ, ຈົ່ງຟັງໄວ້! ຢ່າຄິດວ່າການທີ່ເຮົາໃຊ້ເຈົ້າໝາຍຄວາມວ່າ ເຮົານິຍົມຊົມຊອບເຈົ້າ; ມັນບໍ່ໄດ້ງ່າຍແບບນັ້ນ. ຖ້າເຈົ້າຕ້ອງການໃຫ້ເຮົານິຍົມຊົມຊອບໃນຕົວເຈົ້າ, ແລ້ວເຈົ້າກໍຕ້ອງເປັນຄົນທີ່ເຮົາຮອງຮັບ ແລະ ເປັນຄົນທີ່ເຮົາເຮັດໃຫ້ສົມບູນດ້ວຍຕົນເອງ. ນີ້ແມ່ນຄົນປະເພດທີ່ເຮົາຮັກ. ເຖິງແມ່ນວ່າຜູ້ຄົນເວົ້າວ່າ ເຮົາໄດ້ເຮັດຜິດ ເຮົາກໍຈະບໍ່ຜິດຄຳສັນຍາຈັກເທື່ອ. ເຈົ້າຮູ້ຈັກສິ່ງນີ້ບໍ? ຄົນທີ່ໃຫ້ບໍລິການເປັນພຽງງົວຄວາຍ ແລະ ມ້າ; ພວກເຂົາຈະສາມາດເປັນລູກຊາຍກົກຂອງເຮົາໄດ້ແນວໃດ? ແບບນັ້ນຈະບໍ່ໄຮ້ສາລະບໍ? ມັນບໍ່ແມ່ນການລະເມີດກົດເກນທຳມະຊາດບໍ? ຜູ້ໃດກໍຕາມທີ່ມີຊີວິດຂອງເຮົາ ແລະ ຄຸນລັກສະນະຂອງເຮົາ, ຄົນເຫຼົ່ານີ້ເປັນລູກຊາຍກົກຂອງເຮົາ. ນີ້ແມ່ນສິ່ງທີ່ສົມເຫດສົມຜົນ; ບໍ່ມີຜູ້ໃດສາມາດໂຕ້ແຍ້ງມັນໄດ້. ມັນຕ້ອງເປັນແບບນັ້ນ; ບໍ່ດັ່ງນັ້ນຈະບໍ່ມີຜູ້ໃດເຮັດບົດບາດນີ້ໄດ້ ແລະ ບໍ່ມີຜູ້ໃດສາມາດທົດແທນມັນໄດ້. ນີ້ບໍ່ແມ່ນເລື່ອງທີ່ຖືກປະຕິບັດຕາມອາລົມ ຍ້ອນເຮົາເອງເປັນພຣະເຈົ້າທີ່ຊອບທຳ; ເຮົາເອງເປັນພຣະເຈົ້າທີ່ບໍລິສຸດ. ເຮົາເປັນພຣະເຈົ້າທີ່ສະຫງ່າຜ່າເຜີຍ ແລະ ບໍ່ສາມາດລ່ວງເກີນໄດ້!

ທຸກສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດກໍດຳເນີນໄປຢ່າງລາບລື່ນ ແລະ ເປັນອິດສະຫຼະສຳລັບເຮົາ. ບໍ່ມີຜູ້ໃດສາມາດຢຸດມັນໄດ້ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ໂລກນີ້ພ້ອມກັບຄວາມໃຫຍ່ໂຕຂອງມັນທັງໝົດແມ່ນຢູ່ໃນມືຂອງເຮົາທັງສິ້ນ ບໍ່ຕ້ອງກ່າວເຖິງຊາຕານຊົ່ວຮ້າຍໂຕນ້ອຍໆ. ຖ້າມັນບໍ່ແມ່ນຍ້ອນແຜນການຄຸ້ມຄອງຂອງເຮົາ ແລະ ຖ້າມັນບໍ່ແມ່ນຍ້ອນລູກຊາຍກົກຂອງເຮົາ ເຮົາຄົງຈະທຳລາຍຄົນຊົ່ວຮ້າຍທີ່ເຖົ້າແກ່ນີ້ ພ້ອມທັງຍຸກທີ່ສົບສັນປົນເປເຊິ່ງຖືກແຊກຊຶມດ້ວຍກິ່ນເໝັນແຫ່ງຄວາມຕາຍແຕ່ດົນແລ້ວ. ເຖິງຢ່າງໃດກໍຕາມ ເຮົາປະຕິບັດດ້ວຍຄວາມຖືກຕ້ອງ ແລະ ເຮົາບໍ່ເວົ້າແບບງ່າຍໆ. ຫຼັງຈາກທີ່ເຮົາເວົ້າບາງສິ່ງໄປ ມັນກໍຈະສຳເລັດ; ເຖິງແມ່ນວ່າສິ່ງນີ້ບໍ່ໄດ້ເປັນແບບນັ້ນ ມັນກໍຈະມີລັກສະນະຂອງສະຕິປັນຍາຂອງເຮົາຢູ່ສະເໝີ ເຊິ່ງຈະເຮັດໃຫ້ທຸກສິ່ງສຳເລັດໄປສຳລັບເຮົາ ແລະ ເປີດຫົນທາງໃຫ້ແກ່ການກະທຳຂອງເຮົາ. ນີ້ກໍຍ້ອນວ່າພຣະທຳຂອງເຮົາຄືສະຕິປັນຍາຂອງເຮົາ; ພຣະທຳຂອງເຮົາແມ່ນທຸກສິ່ງ. ໂດຍພື້ນຖານແລ້ວ ຜູ້ຄົນລົ້ມເຫຼວທີ່ຈະເຂົ້າໃຈພວກມັນ ແລະ ບໍ່ສາມາດຄິດພວກມັນອອກໄດ້. ເຮົາມັກກ່າວເຖິງ “ທະເລສາບແຫ່ງໄຟ”. ມັນໝາຍຄວາມວ່າແນວໃດ? ມັນແຕກຕ່າງຈາກທະເລສາບແຫ່ງໄຟ ແລະ ມາດແນວໃດ? ທະເລສາບແຫ່ງໄຟ ແລະ ມາດໝາຍເຖິງອິດທິພົນຂອງຊາຕານ, ໃນຂະນະທີ່ທະເລສາບແຫ່ງໄຟໝາຍເຖິງໂລກທັງປວງທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ. ທຸກຄົນຢູ່ໃນໂລກຕົກຢູ່ພາຍໃຕ້ການເຜົາຕົວເອງໃນທະເລສາບແຫ່ງໄຟ (ນັ້ນກໍຄື ພວກເຂົາເລີ່ມເສື່ອມຊາມຂຶ້ນເລື້ອຍໆ ແລະ ຫຼັງຈາກທີ່ຄວາມເສື່ອມຊາມຂອງພວກເຂົາໄດ້ໄປເຖິງລະດັບໃດໜຶ່ງ ພວກເຂົາກໍຈະຖືກເຮົາທຳລາຍເທື່ອລະຄົນ ເຊິ່ງເຮົາຈະສາມາດເຮັດໄດ້ແບບງ່າຍໆດ້ວຍພຣະຄຳພຽງຄຳດຽວເທົ່ານັ້ນ). ຍິ່ງຄວາມໂກດຮ້າຍຂອງເຮົາມີຫຼາຍສໍ່າໃດ, ໄຟກໍຈະລຸກໄໝ້ສູງຂຶ້ນທົ່ວທະເລສາບແຫ່ງໄຟຫຼາຍຂຶ້ນສໍ່ານັ້ນ. ສິ່ງນີ້ໝາຍເຖິງວິທີທີ່ຜູ້ຄົນເລີ່ມຊົ່ວຮ້າຍຂຶ້ນເລື້ອຍໆ. ເວລາທີ່ຄວາມໂກດຮ້າຍຂອງເຮົາລະເບີດອອກຍັງຈະເປັນເວລາທີ່ທະເລສາບແຫ່ງໄຟລະເບີດອອກ; ນັ້ນກໍຄື ມັນຈະເປັນເວລາທີ່ຈັກກະວານທັງປວງຈະພິນາດໄປ. ໃນມື້ນັ້ນ ອານາຈັກຂອງເຮົາຈະກາຍເປັນຈິງຢ່າງສົມບູນເທິງແຜ່ນດິນໂລກ ແລະ ຊີວິດໃໝ່ຈະເລີ່ມຕົ້ນຂຶ້ນ. ນີ້ແມ່ນສິ່ງທີ່ຈະຖືກບັນລຸໃນອີກບໍ່ດົນ. ເມື່ອເຮົາກຳລັງເວົ້າເຖິງມັນ ທຸກສິ່ງກໍຈະປາກົດອອກມາເປັນມຸມມອງທີ່ສົມບູນ. ນີ້ແມ່ນມຸມມອງຂອງມະນຸດກ່ຽວກັບສິ່ງນັ້ນ, ແຕ່ໃນມຸມມອງຂອງເຮົາ ສິ່ງຕ່າງໆໄດ້ຖືກເຮັດໃຫ້ສຳເລັດລ່ວງໜ້າແລ້ວ ຍ້ອນເຮົາ ທຸກສິ່ງຈຶ່ງງ່າຍດາຍ. ເຮົາເວົ້າ ແລະ ມັນກໍສຳເລັດ; ເຮົາເວົ້າ ແລະ ມັນກໍຖືກກຳນົດຂຶ້ນ.

ທຸກມື້ ພວກເຈົ້າກິນຈາກພຣະທຳຂອງເຮົາ, ເພີດເພີນກັບຄວາມຕຸ້ຍພີໃນວິຫານຂອງເຮົາ, ດື່ມນໍ້າຈາກແມ່ນໍ້າແຫ່ງຊີວິດຂອງເຮົາ ແລະ ເດັດໝາກໄມ້ອອກຈາກຕົ້ນໄມ້ແຫ່ງຊີວິດຂອງເຮົາ. ແລ້ວແມ່ນຫຍັງຄືຄວາມຕຸ້ຍພີໃນວິຫານຂອງເຮົາ? ແມ່ນຫຍັງຄືນໍ້າໃນແມ່ນໍ້າແຫ່ງຊີວິດຂອງເຮົາ? ແມ່ນຫຍັງຄືຕົ້ນໄມ້ແຫ່ງຊີວິດ? ແມ່ນຫຍັງຄືໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ? ເຖິງແມ່ນວະລີເຫຼົ່ານີ້ອາດເປັນວະລີທົ່ວໄປ ເຖິງແນວໃດກໍຕາມ ມະນຸດທຸກຄົນຜູ້ທີ່ສັບສົນທັງໝົດກໍບໍ່ສາມາດເຂົ້າໃຈພວກມັນໄດ້. ພວກເຂົາເວົ້າພວກມັນໂດຍບໍ່ມີຄວາມຮັບຜິດຊອບ, ໃຊ້ພວກມັນຢ່າງເລິນເລີ້ ແລະ ນໍາໃຊ້ພວກມັນຕາມອຳເພີໃຈ. ຄວາມຕຸ້ຍພີໃນວິຫານບໍ່ໄດ້ໝາຍເຖິງພຣະທຳທີ່ເຮົາໄດ້ກ່າວ ຫຼື ຄວາມກະລຸນາທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ. ແລ້ວມັນໝາຍເຖິງຫຍັງກັນແທ້? ນັບຕັ້ງແຕ່ເວລາດຶກດຳບັນ ບໍ່ເຄີຍມີຜູ້ໃດທີ່ໂຊກດີພໍທີ່ຈະໄດ້ເພີດເພີນກັບຄວາມຕຸ້ຍພີໃນວິຫານຂອງເຮົາ. ມີແຕ່ໃນຍຸກສຸດທ້າຍເທົ່ານັ້ນ ໃນທ່າມກາງລູກຊາຍກົກຂອງເຮົາ ຜູ້ຄົນຈຶ່ງສາມາດເຫັນວ່າ ຄວາມຕຸ້ຍພີນີ້ໃນວິຫານຂອງເຮົາໝາຍເຖິງຫຍັງ. “ວິຫານ” ໃນວະລີນີ້ໝາຍເຖິງຕົວຕົນຂອງເຮົາ; ມັນໝາຍເຖິງພູຊີໂອນ, ທີ່ພັກອາໄສຂອງເຮົາ. ຫາກບໍ່ມີການອະນຸຍາດຂອງເຮົາ ບໍ່ມີຜູ້ໃດສາມາດເຂົ້າສູ່ມັນໄດ້ ຫຼື ອອກຈາກມັນໄດ້. “ຄວາມຕຸ້ຍພີ” ໝາຍເຖິງຫຍັງ? ມັນໝາຍເຖິງພອນຂອງການທີ່ສາມາດປົກຄອງກັບເຮົາໃນຮ່າງກາຍ. ເວົ້າໂດຍທົ່ວໄປແລ້ວ ນີ້ໝາຍເຖິງພອນຂອງລູກຊາຍກົກທີ່ສາມາດປົກຄອງກັບເຮົາໃນຮ່າງກາຍ ແລະ ສິ່ງນີ້ບໍ່ໄດ້ເຂົ້າໃຈຍາກເລີຍ. ນໍ້າຈາກແມ່ນໍ້າແຫ່ງຊີວິດມີສອງຄວາມໝາຍ: ໃນດ້ານໜຶ່ງ ມັນໝາຍເຖິງນໍ້າທີ່ມີຊີວິດທີ່ຫຼັ່ງໄຫຼຈາກການເປັນຢູ່ຂ້າງໃນສຸດຂອງເຮົາ ນັ້ນກໍຄື ພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງເຮົາ. ໃນອີກດ້ານໜຶ່ງແມ່ນມັນໝາຍເຖິງສະຕິປັນຍາ ແລະ ຍຸດທະສາດທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ ພ້ອມທັງສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີ. ພຣະທຳຂອງເຮົາມີຄວາມລຶກລັບທີ່ບໍ່ສິ້ນສຸດ ແລະ ລີ້ລັບ (ແລະ ການທີ່ຄວາມລຶກລັບບໍ່ໄດ້ລີ້ລັບອີກຕໍ່ໄປແມ່ນຖືກກ່າວເຖິງໂດຍກົງກັນຂ້າມກັບອະດີດ, ແຕ່ເມື່ອປຽບທຽບກັບການເປີດເຜີຍສູ່ສາທາລະນະທີ່ຈະເກີດຂຶ້ນໃນອະນາຄົດ ພວກມັນກໍຍັງລີ້ລັບຢູ່. ໃນທີ່ນີ້ “ການລີ້ລັບ” ບໍ່ໄດ້ເດັດຂາດ; ມັນກ່ຽວຂ້ອງກັນ). ເວົ້າອີກຢ່າງໜຶ່ງກໍຄື ນໍ້າຈາກແມ່ນໍ້າແຫ່ງຊີວິດແມ່ນໄຫຼຢູ່ຕະຫຼອດ. ໃນຕົວເຮົາແມ່ນມີສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ຜູ້ຄົນບໍ່ສາມາດເຂົ້າໃຈສິ່ງທີ່ເຮົາເປັນ ແລະ ສິ່ງທີ່ເຮົາມີໄດ້ຢ່າງສິ້ນເຊີງ; ນັ້ນກໍຄື ນໍ້າຈາກແມ່ນໍ້າແຫ່ງຊີວິດໄຫຼຢູ່ຕະລອດ. ໃນມຸມມອງຂອງມະນຸດແມ່ນມີຕົ້ນໄມ້ທີ່ສາມາດຈັບຕ້ອງໄດ້ຫຼາຍປະເພດ, ແຕ່ບໍ່ມີຜູ້ໃດເຄີຍເຫັນຕົ້ນໄມ້ແຫ່ງຊີວິດ. ເຖິງຢ່າງໃດກໍຕາມ ເຖິງແມ່ນຈະເຫັນມັນໃນມື້ນີ້ ຜູ້ຄົນກໍຍັງບໍ່ຮັບຮູ້ມັນໄດ້ ແລະ ເຖິງຢ່າງໃດກໍຕາມ ພວກເຂົາເຖິງກັບເວົ້າເຖິງການກິນຈາກຕົ້ນໄມ້ແຫ່ງຊີວິດ. ມັນເປັນຕາຫົວແທ້ໆ! ພວກເຂົາຈະໄດ້ກິນຈາກມັນໂດຍບໍ່ຈຳແນກ! ເປັນຫຍັງເຮົາຈຶ່ງເວົ້າວ່າ ໃນມື້ນີ້ ຜູ້ຄົນເຫັນມັນ ແຕ່ບໍ່ຮັບຮູ້ມັນ? ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາບໍ? ພຣະເຈົ້າທີ່ແທ້ຈິງໃນມື້ນີ້ແມ່ນຕົວຕົນທີ່ເຮົາເປັນ ແລະ ພຣະອົງຄືຕົ້ນໄມ້ແຫ່ງຊີວິດ. ຢ່າໃຊ້ແນວຄິດມະນຸດເພື່ອວັດແທກເຮົາ. ໃນພາຍນອກ ເຮົາບໍ່ໄດ້ເບິ່ງຄືຕົ້ນໄມ້, ແຕ່ເຈົ້າຮູ້ບໍວ່າ ໃນຄວາມເປັນຈິງແລ້ວ ເຮົາເປັນຕົ້ນໄມ້ແຫ່ງຊີວິດ? ທຸກໆການເໜັງຕງຂອງເຮົາ, ຄຳເວົ້າຂອງເຮົາ ແລະ ລັກສະນະຂອງເຮົາແມ່ນໝາກຜົນຈາກຕົ້ນໄມ້ແຫ່ງຊີວິດ ແລະ ພວກມັນແມ່ນຕົວຕົນຂອງເຮົາ ນັ້ນກໍຄື ພວກມັນແມ່ນສິ່ງທີ່ລູກຊາຍກົກຂອງເຮົາຄວນກິນ ສະນັ້ນ ໃນທີ່ສຸດແລ້ວ ມີພຽງແຕ່ລູກຊາຍກົກຂອງເຮົາ ແລະ ເຮົາເທົ່ານັ້ນທີ່ຈະຄ້າຍຄືກັນແທ້ໆ. ພວກເຂົາຈະສາມາດດຳລົງຊີວິດຕາມເຮົາ ແລະ ເປັນພະຍານໃຫ້ແກ່ເຮົາ. (ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຈະເກີດຂຶ້ນຫຼັງຈາກທີ່ພວກເຮົາເຂົ້າສູ່ໂລກຝ່າຍວິນຍານ. ພຽງແຕ່ໃນຮ່າງກາຍເທົ່ານັ້ນ ພວກເຮົາຈຶ່ງສາມາດເປັນຄືກັນໄດ້ແທ້ໆ; ໃນເນື້ອໜັງ ພວກເຮົາສາມາດມີຄວາມຄ້າຍຄືກັນໂດຍພໍປະມານເທົ່ານັ້ນ ແຕ່ພວກເຮົາຍັງມີຄວາມມັກຂອງພວກເຮົາເອງ). 

ເຮົາບໍ່ພຽງແຕ່ຈະເປີດເຜີຍອຳນາດຂອງເຮົາໃນລູກຊາຍກົກຂອງເຮົາເທົ່ານັ້ນ, ແຕ່ເຮົາຍັງຈະເປີດເຜີຍມັນໃນການທີ່ພວກເຂົາປົກຄອງເໜືອທຸກຊົນຊາດ ແລະ ທຸກຄົນ. ນີ້ແມ່ນບາດກ້າວໜຶ່ງໃນພາລະກິດຂອງເຮົາ. ຕອນນີ້ແມ່ນກະແຈ ແລະ ຍິ່ງໄປກວ່ານັ້ນ ຕອນນີ້ແມ່ນຈຸດປ່ຽນ. ເມື່ອທຸກສິ່ງໄດ້ສຳເລັດລົງ ພວກເຈົ້າກໍຈະໄດ້ເຫັນວ່າ ມືຂອງເຮົາກຳລັງເຮັດວຽກກັບຫຍັງ ແລະ ພວກເຈົ້າຈະເຫັນວ່າ ເຮົາວາງແຜນແນວໃດ ແລະ ເຮົາຈັດການແນວໃດ ນັ້ນກໍຄື ເຖິງຢ່າງໃດກໍຕາມ ນີ້ກໍບໍ່ແມ່ນສິ່ງທີ່ເລື່ອນລອຍ. ໃນທ່າມກາງພະລັງຂອງທຸກປະເທດເທິງໂລກ, ມັນບໍ່ໄດ້ຫ່າງໄກຫຼາຍເກີນໄປ; ມັນແມ່ນສິ່ງທີ່ຜູ້ຄົນບໍ່ສາມາດຈິນຕະນາການໄດ້ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດຮູ້ໄດ້ລ່ວງໜ້າ. ເຈົ້າຕ້ອງບໍ່ປະໝາດ ຫຼື ລະເລີຍໂດຍເດັດຂາດ ເພື່ອວ່າຈະບໍ່ໄດ້ພາດໂອກາດທີ່ຈະໄດ້ຮັບພອນ ແລະ ໄດ້ຮັບລາງວັນ. ໂອກາດຂອງອານາຈັກແມ່ນໄດ້ປາກົດຂຶ້ນແລ້ວ ແລະ ໂລກທັງປວງກໍາລັງລົ້ມລົງຕາຍເທື່ອລະໜ້ອຍ. ຈາກຂຸມເລິກທີ່ບໍ່ສິ້ນສຸດ ແລະ ຈາກທະເລສາບແຫ່ງໄຟ ແລະ ມາດ, ສຽງຮ້ອງໄຫ້ທີ່ດັງກໍປາກົດອອກມາ, ເຮັດໃຫ້ຜູ້ຄົນຢ້ານຫຼາຍແທ້ໆ ແລະ ເຮັດໃຫ້ພວກເຂົາຮູ້ສຶກຢ້ານກົວ ແລະ ບໍ່ມີບ່ອນໃຫ້ຫຼົບລີ້. ຜູ້ໃດກໍຕາມທີ່ຖືກເລືອກໃນນາມຂອງເຮົາ ແລະ ຫຼັງຈາກນັ້ນຖືກກຳຈັດຈະຈົບລົງໃນຂຸມເລິກທີ່ບໍ່ສິ້ນສຸດ. ສະນັ້ນ ດັ່ງທີ່ເຮົາໄດ້ເວົ້າຫຼາຍໆຄັ້ງແລ້ວ ເຮົາຈະໂຍນເປົ້າໝາຍແຫ່ງການກຳຈັດເຫຼົ່ານີ້ລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ເມື່ອໂລກທັງປວງຖືກທຳລາຍ, ທຸກສິ່ງທີ່ຖືກທຳລາຍຈະຕົກລົງສູ່ທະເລສາບແຫ່ງໄຟ ແລະ ມາດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງເຫຼົ່ານີ້ຈະຖືກເຄື່ອນຍ້າຍຈາກທະເລສາບແຫ່ງໄຟໄປສູ່ທະເລສາບແຫ່ງໄຟ ແລະ ມາດ. ໃນເວລານັ້ນ ທຸກຄົນຈະຖືກກຳນົດເພື່ອຮັບຄວາມພິນາດຕະຫຼອດໄປເປັນນິດ (ໝາຍຄວາມເຖິງທຸກຄົນທີ່ຢູ່ພາຍນອກຕົວເຮົາ) ຫຼື ຮັບຊີວິດຕະຫຼອດໄປເປັນນິດ (ໝາຍເຖິງທຸກຄົນທີ່ຢູ່ພາຍໃນຕົວເຮົາ). ໃນເວລານັ້ນ ເຮົາ ແລະ ລູກຊາຍກົກຂອງເຮົາຈະປາກົດອອກຈາກອານາຈັກ ແລະ ເຂົ້າສູ່ຄວາມນິລັນດອນ. ນີ້ແມ່ນສິ່ງທີ່ຈະຖືກເຮັດໃຫ້ສຳເລັດໃນພາຍຫຼັງ; ເຖິງແມ່ນວ່າເຮົາຕ້ອງບອກພວກເຈົ້າໃນຕອນນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈ. ພວກເຈົ້າພຽງແຕ່ຕິດຕາມການນໍາພາຂອງເຮົາ, ຍ່າງໃນແສງສະຫວ່າງຂອງເຮົາ, ຕິດຕາມເຮົາໃນຄວາມຮັກຂອງເຮົາ, ພົບກັບຄວາມສຸກຮ່ວມກັບເຮົາໃນເຮືອນຂອງເຮົາ, ປົກຄອງຮ່ວມກັບເຮົາໃນອານາຈັກຂອງເຮົາ ແລະ ປົກຄອງຮ່ວມກັບເຮົາເໜືອທຸກຊົນຊາດ ແລະ ທຸກຄົນພາຍໃຕ້ສິດອຳນາດຂອງເຮົາ. ທຸກສິ່ງທີ່ເຮົາໄດ້ອະທິບາຍຂ້າງເທິງປະກອບມີພອນອັນບໍ່ສິ້ນສຸດທີ່ເຮົາກຳລັງມອບໃຫ້ແກ່ພວກເຈົ້າ.

ກ່ອນນີ້: ບົດທີ 105

ຕໍ່ໄປ: ບົດທີ 72

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເມື່ອໃບໄມ້ທີ່ລົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ພວກເຈົ້າທຸກຄົນໄດ້ເຫັນພາລະກິດທີ່ເຮົາໄດ້ເຮັດທ່າມກາງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າເອງແມ່ນໄດ້ຮັບຟັງພຣະທໍາທີ່ເຮົາໄດ້ກ່າວ ແລະ...

ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ

ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້