ບົດທີ 103

ສຽງທີ່ດັງຄືສຽງຟ້າຮ້ອງໄດ້ດັງອອກມາ ເຊິ່ງເຮັດໃຫ້ຈັກກະວານທັງໝົດສັ່ນສະເທືອນ. ມັນເຮັດໃຫ້ໜວກຫູຫຼາຍຈົນຜູ້ຄົນບໍ່ສາມາດຫຼົບຫຼີກຈາກທາງຂອງມັນໄດ້ທັນເວລາ. ບາງຄົນຖືກຂ້າ, ບາງຄົນຖືກທໍາລາຍ ແລະ ບາງຄົນຖືກພິພາກສາ. ມັນເປັນພາບທີ່ສະຫງ່າງາມແທ້ໆ ເຊິ່ງເປັນສິ່ງທີ່ບໍ່ເຄີຍມີໃຜເຫັນມາກ່ອນ. ຈົ່ງຟັງດີໆ: ສຽງຟ້າຮ້ອງແມ່ນຕາມດ້ວຍສຽງຮ້ອງໄຫ້ ແລະ ສຽງນີ້ແມ່ນມາຈາກແດນມໍລະນາ; ມັນມາຈາກນະຮົກ. ມັນເປັນສຽງທີ່ຂົມຂື່ນຂອງບຸດຊາຍແຫ່ງການກະບົດເຫຼົ່ານັ້ນ ທີ່ຖືກເຮົາພິພາກສາ. ຜູ້ທີ່ບໍ່ໄດ້ຟັງໃນສິ່ງທີ່ເຮົາກ່າວ ແລະ ຜູ້ທີ່ບໍ່ໄດ້ນໍາເອົາພຣະທໍາຂອງເຮົາໄປປະຕິບັດແມ່ນຖືກພິພາກສາຢ່າງໜັກ ແລະ ໄດ້ຮັບການສາບແຊ່ງຈາກຄວາມໂກດຮ້າຍຂອງເຮົາ. ສຽງຂອງເຮົາແມ່ນການພິພາກສາ ແລະ ຄວາມໂກດຮ້າຍ; ເຮົາບໍ່ປະຕິບັດກັບຜູ້ໃດດ້ວຍຄວາມອ່ອນໂຍນ ແລະ ບໍ່ສະແດງຄວາມເມດຕາຕໍ່ຜູ້ໃດ ເພາະວ່າເຮົາແມ່ນພຣະເຈົ້າທີ່ຊອບທໍາ ແລະ ເຮົາມີຄວາມໂກດຮ້າຍ; ເຮົາມີການເຜົາຜານ, ການຊໍາລະລ້າງ ແລະ ການທໍາລາຍລ້າງ. ໃນຕົວເຮົາ ແມ່ນບໍ່ມີສິ່ງໃດທີ່ລີ້ລັບ ຫຼື ມີອາລົມ ແຕ່ໃນທາງກົງກັນຂ້າມ ທຸກສິ່ງແມ່ນເປີດເຜີຍ, ຊອບທໍາ ແລະ ຍຸຕິທໍາ. ຍ້ອນບຸດຊາຍກົກຂອງເຮົາແມ່ນຢູ່ກັບເຮົາທີ່ບັນລັງແລ້ວ ໂດຍທີ່ປົກຄອງທຸກຊາດ ແລະ ທຸກຄົນ, ສິ່ງຕ່າງໆ ແລະ ຜູ້ຄົນເຫຼົ່ານັ້ນທີ່ບໍ່ຍຸຕິທໍາ ແລະ ບໍ່ຊອບທໍາຈຶ່ງເລີ່ມຖືກພິພາກສາໃນຕອນນີ້. ເຮົາຈະສືບສວນພວກເຂົາເທື່ອລະຄົນ ໂດຍບໍ່ໃຫ້ພາດຫຍັງ ແລະ ຈະເປີດໂປງພວກເຂົາຈົນໝົດ. ເນື່ອງຈາກການພິພາກສາຂອງເຮົາໄດ້ຖືກເປີດໂປງຈົນໝົດ ແລະ ເປີດເຜີຍຈົນໝົດ ແລະ ເຮົາບໍ່ໄດ້ເກັບຫຍັງໄວ້ເລີຍ; ເຮົາຈະໂຍນທຸກສິ່ງທີ່ບໍ່ເຮັດຕາມຄວາມປະສົງຂອງເຮົາຖິ້ມ ແລະ ປ່ອຍໃຫ້ມັນດັບສູນໃນຂຸມເລິກຊົ່ວນິດນິລັນ. ຢູ່ບ່ອນນັ້ນ ເຮົາຈະປ່ອຍໃຫ້ມັນຖືກເຜົາໄໝ້ຕະຫຼອດການ. ນີ້ແມ່ນຄວາມຊອບທໍາຂອງເຮົາ ແລະ ນີ້ແມ່ນຄວາມຊື່ຕົງຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ທຸກຄົນຕ້ອງຢູ່ພາຍໃຕ້ການບັນຊາຂອງເຮົາ.

ຄົນສ່ວນໃຫຍ່ເມີນເສີຍຕໍ່ການກ່າວພຣະທໍາຂອງເຮົາ ໂດຍຄິດວ່າ ພຣະທໍາເປັນພຽງພຣະທໍາ ແລະ ຄວາມຈິງກໍຄືຄວາມຈິງ. ພວກເຂົາຈັ່ງແມ່ນຕາບອດ! ພວກເຂົາບໍ່ຮູ້ວ່າ ເຮົາແມ່ນພຣະເຈົ້າຜູ້ຊື່ສັດບໍ? ພຣະທໍາ ແລະ ຄວາມຈິງຂອງເຮົາແມ່ນເກີດຂຶ້ນໃນເວລາດຽວກັນ. ນີ້ບໍ່ແມ່ນເລື່ອງທີ່ແທ້ຈິງບໍ? ຜູ້ຄົນພຽງແຕ່ບໍ່ເຂົ້າໃຈພຣະທໍາຂອງເຮົາ ແລະ ມີແຕ່ຜູ້ທີ່ໄດ້ຮັບແສງສະຫວ່າງເທົ່ານັ້ນ ທີ່ສາມາດເຂົ້າໃຈໄດ້ຢ່າງແທ້ຈິງ. ນີ້ແມ່ນຄວາມຈິງ. ທັນທີທີ່ຜູ້ຄົນເຫັນພຣະທໍາຂອງເຮົາ, ພວກເຂົາກໍຕົກໃຈຫຼາຍ ແລະ ແລ່ນໜີໄປທົ່ວທຸກບ່ອນເພື່ອໄປລີ້. ນີ້ຍິ່ງເປັນເລື່ອງກວ່າ ເມື່ອການພິພາກສາຂອງເຮົາໄດ້ຕົກລົງມາ. ເມື່ອເຮົາສ້າງທຸກສັບພະສິ່ງ, ເມື່ອເຮົາທໍາລາຍໂລກ ແລະ ເມື່ອເຮົາເຮັດໃຫ້ບຸດຊາຍກົກສົມບູນ, ສິ່ງເຫຼົ່ານີ້ທັງໝົດຈະຖືກບັນລຸດ້ວຍພຣະທໍາພຽງຂໍ້ດຽວຈາກປາກຂອງເຮົາ. ນີ້ກໍຍ້ອນວ່າ ພຣະທໍາຂອງເຮົາແມ່ນສິດອໍານາດ; ມັນແມ່ນການພິພາກສາ. ສາມາດເວົ້າໄດ້ວ່າ ຄົນທີ່ເຮົາເປັນແມ່ນການພິພາກສາ ແລະ ຄວາມສະຫງ່າຜ່າເຜີຍ, ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ນີ້ແມ່ນພາກສ່ວນໜຶ່ງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ; ມັນແມ່ນວິທີໜຶ່ງທີ່ເຮົາພິພາກສາຜູ້ຄົນ. ໃນສາຍຕາຂອງເຮົາ, ທຸກສິ່ງ ລວມທັງທຸກຄົນ, ທຸກເລື່ອງ ແລະ ທຸກຢ່າງແມ່ນຢູ່ໃນມືຂອງເຮົາ ແລະ ຢູ່ພາຍໃຕ້ການພິພາກສາຂອງເຮົາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດກ້າທີ່ຈະປະພຶດຢ່າງປ່າເຖື່ອນ ແລະ ໂດຍເຈດຕະນາ ແລະ ທຸກສິ່ງຈະຕ້ອງຖືກບັນລຸຕາມພຣະທໍາທີ່ເຮົາກ່າວ. ຈາກພາຍໃນແນວຄິດຂອງມະນຸດ, ທຸກຄົນເຊື່ອພຣະທໍາຂອງຄົນທີ່ເຮົາເປັນ. ເມື່ອພຣະວິນຍານຂອງເຮົາອອກສຽງ, ທຸກຄົນກໍສົງໄສ. ຜູ້ຄົນບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍກ່ຽວກັບອໍານາດອັນໄພສານຂອງເຮົາ ແລະ ພວກເຂົາເຖິງກັບກ່າວຫາເຮົາ. ເຮົາຂໍບອກເຈົ້າຕອນນີ້ເລີຍວ່າ ຜູ້ໃດກໍຕາມທີ່ມີຄວາມສົງໄສຕໍ່ພຣະທໍາຂອງເຮົາ ແລະ ໃຜກໍຕາມທີ່ດູຖູກພຣະທໍາຂອງເຮົາ, ຄົນເຫຼົ່ານີ້ຈະເປັນຜູ້ທີ່ຖືກທໍາລາຍ; ພວກເຂົາແມ່ນບຸດຊາຍທີ່ຕົກນະຮົກຊໍ້າແລ້ວຊໍ້າອີກ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ມີໜ້ອຍຄົນທີ່ແມ່ນບຸດຊາຍກົກ ຍ້ອນນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ. ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານັ້ນ, ເຮົາເຮັດໃຫ້ທຸກສິ່ງສໍາເລັດ ໂດຍທີ່ບໍ່ໄດ້ເໜັງນິ້ວມື; ເຮົາໃຊ້ແຕ່ພຣະທໍາຂອງເຮົາເທົ່ານັ້ນ. ແລ້ວນີ້ກໍແມ່ນບ່ອນທີ່ມີອໍານາດອັນໄພສານຂອງເຮົາ. ໃນພຣະທໍາຂອງເຮົາ, ບໍ່ມີໃຜສາມາດຊອກຫາແຫຼ່ງທີ່ມາ ແລະ ຈຸດປະສົງຂອງສິ່ງທີ່ເຮົາກ່າວ. ຜູ້ຄົນບໍ່ສາມາດບັນລຸສິ່ງນີ້ ແລະ ພວກເຂົາສາມາດກະທໍາການ ໃນຂະນະທີ່ຕິດຕາມການນໍາພາຂອງເຮົາເທົ່ານັ້ນ ແລະ ເຮັດທຸກສິ່ງໃຫ້ສອດຄ່ອງກັບຄວາມປະສົງຂອງເຮົາ ຕາມຄວາມຊອບທໍາຂອງເຮົາ ເຊິ່ງເຮັດໃຫ້ຄອບຄົວຂອງເຮົາມີຄວາມຊອບທໍາ ແລະ ຄວາມສະຫງົບ, ມີຊີວິດຕະຫຼອດການ ແລະ ໝັ້ນຄົງ ແລະ ບໍ່ຫວັ່ນໄຫວຊົ່ວນິລັນດອນ.

ການພິພາກສາຂອງເຮົາແມ່ນມາເຖິງທຸກຄົນ, ພຣະດໍາລັດແຫ່ງການປົກຄອງຂອງເຮົາສໍາຜັດທຸກຄົນ ແລະ ພຣະທໍາຂອງເຮົາ ແລະ ຕົວເຮົາແມ່ນຖືກເປີດເຜີຍຕໍ່ທຸກຄົນ. ນີ້ແມ່ນເວລາສໍາລັບພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານຂອງເຮົາ (ໃນເວລານີ້, ຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍແມ່ນຖືກຈໍາແນກອອກຈາກກັນ). ທັນທີທີ່ມີການກ່າວພຣະທໍາຂອງເຮົາ, ເຮົາກໍໄດ້ຈໍາແນກຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍ. ທັງໝົດນີ້ແມ່ນຊັດເຈນ ແລະ ເຮົາສາມາດເຫັນມັນໝົດພາຍໃນແວບດຽວ. (ເຮົາກໍາລັງກ່າວສິ່ງນີ້ກ່ຽວກັບຄວາມເປັນມະນຸດຂອງເຮົາ; ສະນັ້ນ, ພຣະທໍາເຫຼົ່ານີ້ຈຶ່ງບໍ່ຂັດກັບການກໍານົດລ່ວງໜ້າ ແລະ ການຄັດເລືອກຂອງເຮົາ). ເຮົາຕະເວນໄປທົ່ວພູເຂົາ ແລະ ແມ່ນໍ້າ ແລະ ໃນທ່າມກາງສິ່ງທັງປວງ, ຂ້າມອາວະກາດຂອງຈັກກະວານ, ສັງເກດເບິ່ງ ແລະ ຊໍາລະລ້າງທຸກບ່ອນ ເພື່ອວ່າ ສະຖານທີ່ໆບໍ່ສະອາດເຫຼົ່ານັ້ນ ແລະ ດິນແດນທີ່ຫຍຸ້ງເຫຍີງເຫຼົ່ານັ້ນຈະຫາຍໄປ ແລະ ຖືກເຜົາເປັນຄວາມວ່າງເປົ່າເນື່ອງຈາກພຣະທໍາຂອງເຮົາ. ສໍາລັບເຮົາແລ້ວ, ທຸກສິ່ງແມ່ນງ່າຍດາຍ. ຖ້າຕອນນີ້ແມ່ນເວລາທີ່ເຮົາໄດ້ກໍານົດລ່ວງໜ້າເພື່ອການທໍາລາຍລ້າງໂລກ, ເຮົາຈະສາມາດກືນມັນດ້ວຍການກ່າວພຣະທໍາຂໍ້ດຽວ. ຢ່າງໃດກໍຕາມ, ຕອນນີ້ຍັງບໍ່ແມ່ນເວລາເທື່ອ. ທຸກຢ່າງຕ້ອງມີຄວາມພ້ອມກ່ອນເຮົາຈະປະຕິບັດພາລະກິດ ເພື່ອວ່າ ແຜນການຂອງເຮົາຈະບໍ່ຖືກລົບກວນ ແລະ ການຄຸ້ມຄອງຂອງເຮົາຈະບໍ່ຖືກຂັດຂວາງ. ເຮົາຮູ້ວິທີເຮັດສິ່ງນີ້ຢ່າງເໝາະສົມ: ເຮົາມີສະຕິປັນຍາຂອງເຮົາ ແລະ ເຮົາມີການຈັດກຽມຂອງເຮົາເອງ. ຜູ້ຄົນຕ້ອງບໍ່ເໜັງຕີງແມ່ນແຕ່ນິ້ວດຽວ; ຈົ່ງລະວັງຕົວເພື່ອບໍ່ໃຫ້ຖືກຂ້າດ້ວຍມືຂອງເຮົາ. ສິ່ງນີ້ແມ່ນໄດ້ແຕະຕ້ອງພຣະດໍາລັດແຫ່ງການປົກຄອງຂອງເຮົາແລ້ວ. ຈາກສິ່ງນີ້ ຄົນເຮົາແມ່ນສາມາດເຫັນເຖິງຄວາມໂຫດຮ້າຍຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ ພ້ອມກັບຫຼັກການທີ່ຢູ່ເບື້ອງຫຼັງພຣະດໍາລັດແຫ່ງການປົກຄອງເຫຼົ່ານັ້ນ ເຊິ່ງມີສອງດ້ານ: ໃນດ້ານໜຶ່ງ, ເຮົາຂ້າທຸກຄົນທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຜູ້ທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາ; ໃນອີກດ້ານ, ເຮົາສາບແຊ່ງທຸກຄົນທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາໃນຄວາມໂກດຮ້າຍຂອງເຮົາ. ສອງພາກສ່ວນເຫຼົ່ານີ້ແມ່ນຂາດບໍ່ໄດ້ ແລະ ແມ່ນຫຼັກການບໍລິຫານຢູ່ເບື້ອງຫຼັງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ. ທຸກຄົນແມ່ນຖືກຈັດການຕາມສອງຫຼັກການເຫຼົ່ານີ້ ໂດຍບໍ່ມີອາລົມ ບໍ່ວ່າຄົນເຮົາຈະຈົງຮັກພັກດີຫຼາຍສໍ່າໃດກໍຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມຊອບທໍາຂອງເຮົາ, ຄວາມສະຫງ່າຜ່າເຜີຍຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ ເຊິ່ງຈະເຜົາທຸກສິ່ງທີ່ເປັນຂອງແຜ່ນດິນໂລກ, ທຸກສິ່ງທີ່ເປັນທາງໂລກ ແລະ ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ. ໃນພຣະທໍາຂອງເຮົາແມ່ນມີຄວາມລຶກລັບທີ່ຍັງລີ້ລັບຢູ່ ແລະ ມີຄວາມລຶກລັບທີ່ຖືກເປີດເຜີຍໃນພຣະທໍາຂອງເຮົາເຊັ່ນກັນ. ສະນັ້ນ, ຕາມແນວຄິດຂອງມະນຸດ ແລະ ໃນຄວາມຄິດຂອງມະນຸດ, ພຣະທໍາຂອງເຮົາແມ່ນບໍ່ສາມາດຈະເຂົ້າໃຈໄດ້ຕະຫຼອດ ແລະ ຫົວໃຈຂອງເຮົາກໍບໍ່ສາມາດຢັ່ງເຖິງໄດ້ຕະຫຼອດ. ນັ້ນກໍຄື ເຮົາຕ້ອງຖິ້ມມະນຸດອອກຈາກແນວຄິດ ແລະ ຄວາມຄິດຂອງພວກເຂົາ. ນີ້ແມ່ນສິ່ງທີ່ສໍາຄັນທີ່ສຸດຂອງແຜນການຄຸ້ມຄອງຂອງເຮົາ. ເຮົາຕ້ອງເຮັດມັນດ້ວຍວິທີນີ້ ເພື່ອຮັບເອົາບຸດຊາຍກົກຂອງເຮົາ ແລະ ເພື່ອປະຕິບັດສິ່ງຕ່າງໆທີ່ເຮົາຕ້ອງການປະຕິບັດໃຫ້ສໍາເລັດ.

ໄພພິບັດຂອງໂລກແມ່ນໃຫຍ່ຂຶ້ນໃນແຕ່ລະມື້ ແລະ ໄພພິບັດທີ່ໃຫ້ຄວາມເສຍຫາຍຫຼາຍທີ່ສຸດກໍຍິ່ງຮ້າຍແຮງຫຼາຍຂຶ້ນໃນເຮືອນຂອງເຮົາ. ຜູ້ຄົນບໍ່ມີບ່ອນລີ້ແທ້ໆ, ບໍ່ມີບ່ອນປິດບັງຕົວເອງ. ຍ້ອນການປ່ຽນແປງກໍາລັງເກີດຂຶ້ນໃນຕອນນີ້, ຜູ້ຄົນຈຶ່ງບໍ່ຮູ້ວ່າ ພວກເຂົາຈະຜ່ານຂັ້ນຕອນຕໍ່ໄປຂອງພວກເຂົາຢູ່ບ່ອນໃດ. ສິ່ງນີ້ຈະກາຍເປັນສິ່ງທີ່ເຫັນໄດ້ຊັດເຈນຫຼັງຈາກການພິພາກສາຂອງເຮົາເທົ່ານັ້ນ. ຈົ່ງຈື່ໄວ້! ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງເຮົາ ແລະ ມັນແມ່ນວິທີທີ່ເຮົາປະຕິບັດພາລະກິດ. ເຮົາຈະປອບໃຈບຸດຊາຍກົກຂອງເຮົາເທື່ອລະຄົນ ແລະ ຍົກພວກເຂົາຂຶ້ນເທື່ອລະບາດກ້າວ; ສ່ວນຜູ້ເຮັດການບໍລິການ, ເຮົາຈະກໍາຈັດ ແລະ ປະຖິ້ມພວກເຂົາທຸກຄົນເທື່ອລະຄົນ. ນີ້ແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາ. ບໍ່ວ່າຢ່າງໃດກໍຕາມ, ຜູ້ເຮັດການບໍລິການຈະຖືກເປີດໂປງ ແລະ ບຸດຊາຍກົກຂອງເຮົາກໍຈະຖືກເປີດເຜີຍເຊັ່ນກັນ. (ສໍາລັບເຮົາແລ້ວ, ສິ່ງນີ້ແມ່ນງ່າຍຫຼາຍ. ຫຼັງຈາກທີ່ພວກເຂົາໄດ້ຍິນພຣະທໍາຂອງເຮົາ, ຜູ້ເຮັດການບໍລິການທຸກຄົນເຫຼົ່ານັ້ນຈະຫົດລົງຢູ່ຕໍ່ໜ້າການພິພາກສາ ແລະ ຄໍາຂູ່ຈາກພຣະທໍາຂອງເຮົາເທື່ອລະໜ້ອຍ ແລະ ບຸດຊາຍກົກຂອງເຮົາເທົ່ານັ້ນທີ່ຈະຍັງຄົງຢູ່. ນີ້ບໍ່ແມ່ນສິ່ງທີ່ເຮັດດ້ວຍຄວາມສະໝັກໃຈ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດຈະສາມາດປ່ຽນໄດ້; ກົງກັນຂ້າມ, ນີ້ແມ່ນການປະຕິບັດພາລະກິດຂອງພຣະວິນຍານຂອງເຮົາດ້ວຍຕົວເອງ). ນີ້ບໍ່ແມ່ນເຫດການທີ່ຫ່າງໄກ ແລະ ໃນລະດັບໜຶ່ງ ເຈົ້າກໍຄວນຈະສາມາດເບິ່ງເຫັນມັນຈາກພາຍໃນໄລຍະການປະຕິບັດພາລະກິດຂອງເຮົາ ແລະ ພຣະທໍາຂອງເຮົາ. ເປັນຫຍັງເຮົາຈຶ່ງກ່າວຫຼາຍ ແລະ ແກ່ນແທ້ທີ່ຄາດເດົາບໍ່ໄດ້ຂອງການກ່າວພຣະທໍາຂອງເຮົາແມ່ນເປັນສິ່ງທີ່ຜູ້ຄົນບໍ່ສາມາດຢັ່ງເຖິງ. ເຮົາກ່າວກັບບຸດຊາຍກົກຂອງເຮົາດ້ວຍນໍ້າສຽງທີ່ປອບໃຈ, ມີຄວາມເມດຕາ ແລະ ຄວາມຮັກ (ເພາະວ່າ ເຮົາໃຫ້ແສງສະຫວ່າງແກ່ຜູ້ຄົນເຫຼົ່ານີ້ສະເໝີ ແລະ ເຮົາຈະບໍ່ປະພວກເຂົາໄວ້ ເນື່ອງຈາກເຮົາໄດ້ກໍານົດໃຫ້ພວກເຂົາລ່ວງໜ້າແລ້ວ) ໃນຂະນະທີ່ເຮົາປະຕິບັດກັບຜູ້ຄົນອື່ນ ທີ່ນອກເໜືອຈາກບຸດຊາຍກົກຂອງເຮົາ ດ້ວຍການພິພາກສາທີ່ຮ້າຍແຮງ, ດ້ວຍການຂົ່ມຄູ່ ແລະ ດ້ວຍການຂູ່ຂວັນ ໂດຍເຮັດໃຫ້ພວກເຂົາຮູ້ສຶກຕົກໃຈຕະຫຼອດເວລາຈົນຮອດຂັ້ນທີ່ເສັ້ນປະສາດຂອງພວກເຂົາເຮັດວຽກຢູ່ຕະຫຼອດເວລາ. ເມື່ອສະຖານະການພັດທະນາໄດ້ໃນລະດັບໃດໜຶ່ງ, ພວກເຂົາກໍຈະພົ້ນຈາກສະພາບການນີ້ (ເມື່ອເຮົາທໍາລາຍໂລກ, ຜູ້ຄົນເຫຼົ່ານີ້ກໍຈະຢູ່ໃນຂຸມເລິກ) ແຕ່ພວກເຂົາຈະບໍ່ມີວັນໜີຈາກມືແຫ່ງການພິພາກສາຂອງເຮົາ ຫຼື ເປັນອິດສະຫຼະຈາກສະຖານະການນີ້ໄດ້. ນີ້ກໍແມ່ນການພິພາກສາຂອງພວກເຂົາ; ນີ້ແມ່ນການຂ້ຽນຕີຂອງພວກເຂົາ. ໃນມື້ທີ່ຊາວຕ່າງຊາດມາເຖິງ, ເຮົາຈະເປີດໂປງຜູ້ຄົນເຫຼົ່ານີ້ເທື່ອລະຄົນ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ຕອນນີ້ພວກເຈົ້າເຂົ້າໃຈເຈດຕະນາ ທີ່ຢູ່ເບື້ອງຫຼັງການກ່າວພຣະທໍາເຫຼົ່ານັ້ນຂອງເຮົາກ່ອນໜ້ານັ້ນແລ້ວບໍ? ໃນຄວາມເຫັນຂອງເຮົາ, ສິ່ງທີ່ບໍ່ໄດ້ຖືກເຮັດໃຫ້ສໍາເລັດກໍຍັງແມ່ນສິ່ງທີ່ໄດ້ຖືກເຮັດໃຫ້ສໍາເລັດ ແຕ່ສິ່ງທີ່ໄດ້ຖືກເຮັດໃຫ້ສໍາເລັດບໍ່ຈໍາເປັນຕ້ອງແມ່ນສິ່ງທີ່ໄດ້ຖືກບັນລຸ. ນີ້ກໍຍ້ອນວ່າ ເຮົາມີສະຕິປັນຍາຂອງເຮົາ ແລະ ວິທີທາງໃນການປະຕິບັດພາລະກິດຂອງເຮົາ ເຊິ່ງມະນຸດພຽງແຕ່ບໍ່ສາມາດເຂົ້າໃຈໄດ້. ເມື່ອເຮົາບັນລຸຜົນດ້ວຍຂັ້ນຕອນນີ້ (ເມື່ອເຮົາໄດ້ເປີດໂປງຄົນຊົ່ວທຸກຄົນທີ່ຕໍ່ຕ້ານເຮົາ), ເຮົາຈະເລີ່ມຂັ້ນຕອນຕໍ່ໄປ ເນື່ອງຈາກຄວາມປະສົງຂອງເຮົາແມ່ນບໍ່ສາມາດຖືກກີດຂວາງໄດ້ ແລະ ບໍ່ມີຜູ້ໃດກ້າທີ່ຈະຂັດຂວາງແຜນການຄຸ້ມຄອງຂອງເຮົາ ແລະ ບໍ່ມີສິ່ງໃດກ້າຕໍ່ຕ້ານ. ທຸກຢ່າງຕ້ອງຫຼີກທາງ! ລູກໆຂອງມັງກອນແດງຜູ້ຍິ່ງໃຫຍ່ເອີຍ, ຈົ່ງຟັງເຮົາ! ເຮົາມາຈາກພູເຂົາຊີໂອນ ແລະ ກາຍເປັນເນື້ອໜັງໃນໂລກເພື່ອຮັບເອົາບຸດຊາຍກົກຂອງເຮົາ, ເພື່ອເຮັດໃຫ້ບິດາຂອງພວກເຈົ້າອັບອາຍ (ພຣະທໍາເຫຼົ່ານີ້ແມ່ນແນໃສ່ລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່), ເພື່ອໃຫ້ການສະໜັບສະໜູນແກ່ບຸດຊາຍກົກຂອງເຮົາ ແລະ ເພື່ອເຮັດໃຫ້ສິ່ງທີ່ຜິດທີ່ຖືກກະທໍາຕໍ່ບຸດຊາຍກົກຂອງເຮົາຖືກຕ້ອງ. ສະນັ້ນ, ຈົ່ງຢ່າມີຄວາມປ່າເຖື່ອນອີກ; ເຮົາຈະປ່ອຍໃຫ້ບຸດຊາຍກົກຂອງເຮົາຈັດການກັບພວກເຈົ້າ. ໃນອະດີດ, ບຸດຊາຍຂອງເຮົາຖືກຂົ່ມເຫັງ ແລະ ຖືກກົດຂີ່ ແລະ ໃນເມື່ອພຣະບິດາແກວ່ງພະລັງອໍານາດເພື່ອບຸດຊາຍຂອງພຣະອົງ, ບຸດຊາຍຂອງເຮົາກໍຈະກັບຄືນສູ່ອ້ອມກອດທີ່ຮັກແພງຂອງເຮົາ ໂດຍທີ່ຈະບໍ່ຖືກຂົ່ມເຫັງ ແລະ ກົດຂີ່ອີກຕໍ່ໄປ. ເຮົາບໍ່ໄດ້ມີຄວາມບໍ່ຊອບທໍາ; ນີ້ສະແດງໃຫ້ເຫັນເຖິງຄວາມຊອບທໍາຂອງເຮົາ ແລະ ມັນແມ່ນ “ຄວາມຮັກທີ່ມີຕໍ່ຜູ້ຄົນເຫຼົ່ານັ້ນທີ່ເຮົາຮັກ ແລະ ຄວາມກຽດຊັງທີ່ມີຕໍ່ຜູ້ຄົນເຫຼົ່ານັ້ນທີ່ເຮົາກຽດຊັງ” ຢ່າງແທ້ຈິງ. ຖ້າພວກເຈົ້າເວົ້າວ່າ ເຮົາບໍ່ຊອບທໍາ, ພວກເຈົ້າກໍຄວນຟ້າວ ແລະ ອອກໄປ. ຈົ່ງຢ່າໄຮ້ຢ່າງອາຍ ແລະ ເອົາປຽບຜູ້ອື່ນໃນເຮືອນຂອງເຮົາ. ເຈົ້າຄວນກັບໄປເຮືອນຂອງເຈົ້າຢ່າງຮີບດ່ວນ ເພື່ອວ່າ ເຮົາຈະບໍ່ໄດ້ເຫັນເຈົ້າອີກຕໍ່ໄປ. ຂຸມເລິກແມ່ນຈຸດໝາຍປາຍທາງຂອງພວກເຈົ້າ ແລະ ນັ້ນຈະເປັນບ່ອນທີ່ພວກເຈົ້າຈະພັກຜ່ອນ. ຖ້າພວກເຈົ້າຢູ່ໃນເຮືອນຂອງເຮົາ, ມັນກໍຈະບໍ່ມີບ່ອນສໍາລັບພວກເຈົ້າ ຍ້ອນວ່າ ພວກເຈົ້າແມ່ນສັດຮ້າຍທີ່ເປັນພາລະ; ພວກເຈົ້າແມ່ນເຄື່ອງມືທີ່ເຮົາໃຊ້. ເມື່ອເຮົາບໍ່ໃຊ້ພວກເຈົ້າອີກຕໍ່ໄປ, ເຮົາກໍຈະໂຍນພວກເຈົ້າເຂົ້າສູ່ກອງໄຟເພື່ອໃຫ້ເຜົາຜານພວກເຈົ້າ. ນີ້ແມ່ນພຣະດໍາລັດແຫ່ງການປົກຄອງຂອງເຮົາ; ເຮົາຕ້ອງປະຕິບັດສິ່ງນີ້ດ້ວຍວິທີນີ້ ແລະ ມີແຕ່ສິ່ງນີ້ເທົ່ານັ້ນ ທີ່ສະແດງເຖິງວິທີການທີ່ເຮົາປະຕິບັດພາລະກິດ ແລະ ເປີດເຜີຍຄວາມຊອບທໍາຂອງເຮົາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາ. ຍິ່ງໄປກວ່ານັ້ນ, ດ້ວຍວິທີນີ້ເທົ່ານັ້ນ ບຸດຊາຍກົກຂອງເຮົາຈຶ່ງຈະຖືກອະນຸຍາດໃຫ້ປົກຄອງພ້ອມດ້ວຍອຳນາດກັບເຮົາ.

ກ່ອນນີ້: ບົດທີ 102

ຕໍ່ໄປ: ບົດທີ 104

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້