ບົດທີ 104
ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ນອກຕົວເຮົາຈະຜ່ານໄປສູ່ຄວາມວ່າງເປົ່າ, ໃນຂະນະທີ່ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ພາຍໃນຕົວເຮົາຈະໄດ້ຮັບທຸກສິ່ງຈາກເຮົາ ແລະ ເຂົ້າໄປສູ່ຄວາມສະຫງ່າລາສີຮ່ວມກັບເຮົາ, ເຂົ້າໄປຢູ່ເທິງພູເຂົາຊີໂອນຂອງເຮົາ, ເຂົ້າໄປສູ່ບ່ອນພັກເຊົາຂອງເຮົາ ແລະ ຢູ່ຮ່ວມກັບເຮົາຕະຫຼອດໄປ. ເຮົາໄດ້ສ້າງທຸກສິ່ງໃນເບື້ອງຕົ້ນ ແລະ ເຮົາຈະເຮັດໃຫ້ພາລະກິດຂອງເຮົາສຳເລັດລົງໃນຕອນສຸດທ້າຍ. ພ້ອມນັ້ນ ເຮົາຍັງຈະດໍາລົງຢູ່ ແລະ ປົກຄອງເໝືອນດັ່ງກະສັດຕະຫຼອດໄປ. ໃນລະຫວ່າງເວລານັ້ນ, ເຮົາຍັງຈະນຳພາ ແລະ ຄວບຄຸມຈັກກະວານທັງໝົດອີກດ້ວຍ. ບໍ່ມີໃຜສາມາດຍຶດເອົາສິດອຳນາດຂອງເຮົາໄປໄດ້, ເພາະວ່າເຮົາຄືພຣະເຈົ້າອົງດຽວ. ຍິ່ງໄປກວ່ານັ້ນ ເຮົາຍັງມີອຳນາດທີ່ຈະສົ່ງຕໍ່ສິດອຳນາດຂອງເຮົາໃຫ້ແກ່ລູກຊາຍກົກຂອງເຮົາ ເພື່ອວ່າພວກເຂົາຈະຂຶ້ນຄອງລາດຢູ່ຄຽງຂ້າງເຮົາ. ສິ່ງເຫຼົ່ານີ້ຈະມີຢູ່ຊົ່ວນິລັນດອນ ແລະ ບໍ່ສາມາດປ່ຽນແປງໄດ້. ນີ້ຄືດຳລັດການບໍລິຫານຂອງເຮົາ. (ບ່ອນໃດກໍຕາມທີ່ເຮົາສົນທະນາເຖິງດຳລັດການບໍລິຫານຂອງເຮົາ ເຮົາກຳລັງໝາຍເຖິງສິ່ງທີ່ເກີດຂຶ້ນໃນອານາຈັກຂອງເຮົາ ແລະ ສິ່ງທີ່ຈະມີຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້). ທຸກຄົນຕ້ອງເຊື່ອໝັ້ນຢ່າງໝົດໃຈ ແລະ ຕ້ອງເຫັນອຳນາດອັນຍິ່ງໃຫຍ່ຂອງເຮົາໃນຜູ້ຄົນທີ່ເຮົາຮັກ. ບໍ່ມີໃຜສາມາດເຮັດໃຫ້ພຣະນາມຂອງເຮົາເສຍຊື່ສຽງໄດ້; ຜູ້ໃດເຮັດໃຫ້ຊື່ສຽງຂອງເຮົາເສື່ອມເສຍຕ້ອງອອກໄປຈາກບ່ອນນີ້! ບໍ່ແມ່ນວ່າເຮົາບໍ່ມີຄວາມເມດຕາ, ແຕ່ຍ້ອນວ່າເຈົ້າບໍ່ມີຄວາມຊອບທຳ. ຖ້າເຈົ້າລະເມີດຕໍ່ການຕີສອນຂອງເຮົາ ແລ້ວເຮົາກໍຈະຈັດການເຈົ້າ ແລະ ເຮັດໃຫ້ເຈົ້າດັບສູນໄປຊົ່ວນິລັນດອນ. (ແນ່ນອນ, ທັງໝົດນີ້ແມ່ນແນໃສ່ຄົນທີ່ບໍ່ແມ່ນລູກຊາຍກົກຂອງເຮົາ). ເຮືອນຂອງເຮົາບໍ່ຕ້ອນຮັບຂີ້ເຫຍື້ອດັ່ງກ່າວ, ດັ່ງນັ້ນ ຈົ່ງຟ້າວອອກໄປຈາກບ່ອນນີ້ໂດຍໄວ! ຢ່າໄດ້ຊັກຊ້ານາທີດຽວ ຫຼື ແມ່ນແຕ່ວິນາທີດຽວ! ເຈົ້າຕ້ອງປະຕິບັດສິ່ງທີ່ເຮົາກ່າວ, ບໍ່ດັ່ງນັ້ນ ເຮົາຈະທຳລາຍເຈົ້າດ້ວຍພຣະທໍາຄໍາດຽວ. ທາງທີ່ດີເຈົ້າບໍ່ຕ້ອງລັງເລໃຈ ແລະ ເຈົ້າບໍ່ຕ້ອງພະຍາຍາມຫຼອກລວງ. ເມື່ອຢູ່ຕໍ່ໜ້າເຮົາ, ເຈົ້າສ້າງເລື່ອງໄຮ້ສາລະ ແລະ ເວົ້າຕົວະຕໍ່ໜ້າເຮົາ. ຈົ່ງໜີໄປໄກໆ! ເຮົາມີເວລາຈໍາກັດສຳລັບເລື່ອງດັ່ງກ່າວ. (ເມື່ອເຖິງເວລາຮັບໃຊ້ ຜູ້ຄົນເຫຼົ່ານີ້ກໍຈະຮັບໃຊ້ ແລະ ເມື່ອເຖິງເວລາຈາກໄປ ພວກເຂົາກໍຈະຈາກໄປ. ເຮົາປະຕິບັດສິ່ງຕ່າງໆດ້ວຍສະຕິປັນຍາ, ບໍ່ເຄີຍມີແມ່ນແຕ່ນາທີດຽວ ຫຼື ວິນາທີດຽວທີ່ນອກເວລາ; ບໍ່ເຄີຍມີແມ່ນແຕ່ສ້ຽວວິນາທີດຽວ. ທຸກການກະທໍາຂອງເຮົາແມ່ນຊອບທຳ ແລະ ຖືກຕ້ອງທັງໝົດ). ຢ່າງໃດດໍຕາມ ສຳລັບລູກຊາຍກົກຂອງເຮົາ, ເຮົາອົດທົນສະເໝີ ແລະ ຄວາມຮັກຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນເປັນນິດ, ເຮັດໃຫ້ພວກເຈົ້າໄດ້ຮັບພອນທີ່ດີ ແລະ ມີຊີວິດນິລັນດອນຮ່ວມກັບເຮົາ. ໃນຂະນະດຽວກັນ ພວກເຈົ້າຈະບໍ່ເຄີຍພົບກັບຄວາມພ່າຍແພ້ ຫຼື ໄດ້ຮັບການພິພາກສາ. (ສິ່ງນີ້ໝາຍເຖິງ ເມື່ອພວກເຈົ້າເລີ່ມຮັບພອນຕ່າງໆ). ນີ້ແມ່ນພອນ ແລະ ຄຳສັນຍາຢ່າງບໍ່ມີວັນສິ້ນສຸດທີ່ເຮົາສັນຍາໄວ້ຕໍ່ບັນດາລູກຊາຍກົກຂອງເຮົາເມື່ອເຮົາສ້າງໂລກ. ພວກເຈົ້າຄວນເຫັນຄວາມຊອບທຳຂອງເຮົາຢູ່ໃນນັ້ນ: ເຮົາຮັກບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າແລ້ວ ແລະ ເຮົາຊັງບັນດາຜູ້ທີ່ເຮົາໄດ້ປະຖິ້ມ ແລະ ໂຍນອອກຕະຫຼອດໄປເປັນນິດ.
ໃນຖານະເປັນລູກຊາຍກົກຂອງເຮົາ, ພວກເຈົ້າທັງໝົດຄວນຍຶດໝັ້ນໃນໜ້າທີ່ຂອງຕົນ ແລະ ມີຄວາມຕັ້ງໝັ້ນໃນຕຳແຫນ່ງຂອງຕົນ. ຈົ່ງເປັນໝາກໄມ້ທີ່ສຸກກ່ອນໝູ່ທີ່ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ ແລະ ຍອມຮັບການກວດສອບສ່ວນຕົວຂອງເຮົາ ເພື່ອວ່າພວກເຈົ້າຈະສາມາດມີຊີວິດຢູ່ໄດ້ໃນພາບສະຫງ່າລາສີຂອງເຮົາ ແລະ ເພື່ອວ່າແສງລັດສະໝີຂອງເຮົາຈະໄດ້ສ່ອງໃສ່ໃບໜ້າຂອງພວກເຈົ້າ, ເພື່ອວ່າຄຳເວົ້າຂອງເຮົາຈະໄດ້ກະຈາຍອອກຈາກປາກຂອງພວກເຈົ້າ, ເພື່ອວ່າອານາຈັກຂອງເຮົາຈະໄດ້ປົກຄອງໂດຍພວກເຈົ້າ ແລະ ກໍເພື່ອວ່າຄົນຂອງເຮົາຈະໄດ້ປົກຄອງໂດຍພວກເຈົ້າ. ໃນນີ້ເຮົາໄດ້ກ່າວເຖິງ “ໝາກໄມ້ທີ່ສຸກກ່ອນໝູ່” ແລະ ຍັງມີຄຳວ່າ “ຍົກຂຶ້ນມາ” ອີກດ້ວຍ. “ໝາກໄມ້ທີ່ສຸກກ່ອນໝູ່” ແມ່ນຫຍັງ? ອີງຕາມຄວາມຄິດຂອງຄົນ, ພວກເຂົາຄິດວ່າມັນແມ່ນກຸ່ມຄົນທຳອິດທີ່ຖືກຍົກຂຶ້ນມາ ຫຼື ຜູ້ມີໄຊຊະນະ ຫຼື ຄົນທີ່ເປັນລູກຊາຍກົກ. ທັງໝົດນີ້ແມ່ນບໍ່ຖືກຕ້ອງ ແລະ ເປັນການຕີຄວາມໝາຍຜິດກ່ຽວກັບພຣະທຳຂອງເຮົາ. ໝາກໄມ້ທີ່ສຸກກ່ອນໝູ່ ແມ່ນຄົນທີ່ໄດ້ຮັບການເປີດເຜີຍຈາກເຮົາ ແລະ ຜູ້ທີ່ໄດ້ຮັບສິດອຳນາດຈາກເຮົາ. ຄໍາທີ່ວ່າ “ສຸກກ່ອນໝູ່” ໝາຍເຖິງຢູ່ໃນການຄອບຄອງຂອງເຮົາ ແລະ ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໂດຍເຮົາ. “ສຸກກ່ອນໝູ່” ບໍ່ໄດ້ໝາຍເຖິງ “ລຳດັບທຳອິດ”. “ໝາກໄມ້ສຸກກ່ອນໝູ່” ບໍ່ແມ່ນວັດຖຸສິ່ງຂອງທີ່ເຫັນດ້ວຍສາຍຕາຂອງມະນຸດ. ທີ່ເອີ້ນວ່າ “ໝາກໄມ້” ໝາຍເຖິງສິ່ງທີ່ສົ່ງກິ່ນຫອມອອກມາ (ນີ້ແມ່ນຄວາມໝາຍປຽບທຽບ); ນັ້ນກໍຄື ໝາຍເຖິງບັນດາຜູ້ທີ່ສາມາດໃຊ້ຊີວິດຢູ່ກັບເຮົາ, ສະແດງໃຫ້ເຮົາເຫັນ ແລະ ຢູ່ກັບເຮົາຕະຫຼອດໄປ. ເມື່ອເຮົາກ່າວກ່ຽວກັບ “ໝາກໄມ້” ແມ່ນເຮົາໝາຍເຖິງລູກຊາຍ ແລະ ຄົນຂອງເຮົາທັງໝົດ, ສ່ວນ “ໝາກໄມ້ສຸກກ່ອນໝູ່” ແມ່ນໝາຍເຖິງລູກຊາຍກົກທີ່ຈະປົກຄອງຢູ່ຄຽງຂ້າງເຮົາດັ່ງກະສັດ. ເພາະສະນັ້ນ, “ສຸກກ່ອນໝູ່” ຄວນຖືກອະທິບາຍວ່າ ເປັນຜູ້ຮັບສິດອຳນາດ; ນັ້ນຄືຄວາມໝາຍທີ່ແທ້ຈິງຂອງມັນ. “ຖືກຍົກຂຶ້ນມາ” ບໍ່ໄດ້ໝາຍເຖິງການຖືກຍົກຈາກບ່ອນຕໍ່າຂຶ້ນໄປບ່ອນສູງແບບທີ່ຄົນອາດຈິນຕະນາການ; ນັ້ນແມ່ນຄວາມເຂົ້າໃຈຜິດຢ່າງໃຫຍ່ຫຼວງ. “ຖືກຍົກຂຶ້ນມາ” ແມ່ນໝາຍເຖິງການກຳນົດໄວ້ລ່ວງໜ້າ ແລະ ການຄັດເລືອກຂອງເຮົາ. ມັນແນໃສ່ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ທັງໝົດ. ທຸກຄົນທີ່ຖືກຍົກຂຶ້ນຄືຄົນທີ່ໄດ້ຮັບສະຖານະເປັນລູກຊາຍກົກ ຫຼື ລູກຊາຍ ຫຼື ຄົນຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ບໍ່ສອດຄ່ອງທີ່ສຸດກັບຄວາມຄິດຂອງຄົນ. ຜູ້ທີ່ຈະໄດ້ຮັບການແບ່ງປັນຢູ່ໃນເຮືອນຂອງເຮົາໃນອະນາຄົດແມ່ນຜູ້ທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ. ນີ້ແມ່ນເລື່ອງແທ້ແນ່ນອນ, ບໍ່ເຄີຍປ່ຽນແປງ ແລະ ບໍ່ສາມາດໂຕ້ຖຽງໄດ້. ມັນແມ່ນການຕອບໂຕ້ຕໍ່ຊາຕານ. ທຸກຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າຈະຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ.
ຄົນໃດໜຶ່ງຈະອະທິບາຍຄໍາວ່າ “ແກສັກສິດ” ວ່າແນວໃດ? ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບສິ່ງນີ້ແມ່ນຫຍັງ? ເປັນຫຍັງຈິ່ງເວົ້າວ່າສັກສິດ ແລະ ມັນຈຶ່ງມີສຽງດັງຂຶ້ນແລ້ວ? ນີ້ຄວນຖືກອະທິບາຍຈາກຂັ້ນຕອນຂອງພາລະກິດຂອງເຮົາ ແລະ ຄວນເຂົ້າໃຈຈາກວິທີການທີ່ເຮົາປະຕິບັດພາລະກິດ. ເມື່ອເວລາການຕັດສິນຂອງເຮົາຖືກເປີດເຜີຍຕໍ່ສາທາລະນະຊົນແມ່ນເວລາທີ່ອຸປະນິໄສຂອງເຮົາຖືກເປີດເຜີຍຕໍ່ທຸກຊາດ ແລະ ທຸກຄົນ. ນັ້ນແມ່ນເວລາທີ່ສຽງແກສັກສິດດັງຂຶ້ນ. ນັ້ນກໍຄື ເຮົາເວົ້າຢູ່ສະເໝີວ່າ ອຸປະນິໄສຂອງເຮົານັ້ນສັກສິດ ແລະ ບໍ່ສາມາດຖືກລ່ວງເກີນໄດ້, ດັ່ງນັ້ນຄຳວ່າ “ສັກສິດ” ຈຶ່ງຖືກໃຊ້ເພື່ອບັນລະຍາຍຄຳວ່າ “ແກ”. ຈາກສິ່ງນີ້ມັນສາມາດພິສູດໄດ້ວ່າ “ແກ” ໝາຍເຖິງອຸປະນິໄສຂອງເຮົາ ແລະ ເປັນຕົວແທນໃນສິ່ງທີ່ເຮົາເປັນ ແລະ ມີ. ນີ້ສາມາດເວົ້າໄດ້ເຊັ່ນກັນວ່າ ການພິພາກສາຂອງເຮົານັ້ນຄືບໜ້າໄປທຸກມື້, ຄວາມໂກດຮ້າຍຂອງເຮົາຖືກປ່ອຍອອກທຸກມື້ ແລະ ການສາບແຊ່ງຂອງເຮົາເກີດຂຶ້ນກັບທຸກສິ່ງທີ່ບໍ່ສອດຄ່ອງກັບອຸປະນິໄສຂອງເຮົາທຸກມື້. ດັ່ງນັ້ນ ມັນສາມາດເວົ້າໄດ້ວ່າ ເວລາການຕັດສິນຂອງເຮົາເລີ່ມຕົ້ນຂຶ້ນແມ່ນເວລາທີ່ສຽງແກສັກສິດດັງກ້ອງຂຶ້ນ ແລະ ມັນກໍຈະສືບຕໍ່ດັງຂຶ້ນທຸກມື້, ໂດຍຈະບໍ່ຢຸດພຽງຊ່ວງເວລາໃດໜຶ່ງ ແລະ ບໍ່ຢຸດແມ່ນແຕ່ນາທີດຽວ ຫຼື ວິນາທີດຽວເລີຍ. ຈາກນີ້ໄປ, ແກສັກສິດຈະສົ່ງສຽງດັງຂຶ້ນເລື້ອຍໆພ້ອມກັບການລົງມາຢ່າງຕໍ່ເນື່ອງຂອງໄພພິບັດຄັ້ງໃຫຍ່. ເວົ້າໄດ້ອີກຢ່າງກໍ່ຄື ມັນ ຄຽງຄູ່ກັບການເປີດເຜີຍການພິພາກສາອັນຊອບທຳຂອງເຮົາ, ອຸປະນິໄສຂອງເຮົາກໍຈະຖືກເປີດກວ້າງສູ່ສາທາລະນະຊົນໄປເລື້ອຍໆ ແລະ ສິ່ງທີ່ເຮົາເປັນ ແລະ ມີຈະຖືກເພີ່ມເຂົ້າໃນບັນດາລູກຊາຍກົກຂອງເຮົາຫຼາຍຂຶ້ນ. ນີ້ແມ່ນວິທີການທີ່ເຮົາຈະປະຕິບັດພາລະກິດໃນອະນາຄົດ: ດ້ານໜຶ່ງ ແມ່ນຮັກສາ ແລະ ຊ່ວຍບັນດາຄົນທີ່ເຮົາຮັກໃຫ້ລອດພົ້ນ, ອີກດ້ານໜຶ່ງ ແມ່ນໃຊ້ພຣະທຳຂອງເຮົາເປີດເຜີຍບັນດາຜູ້ທີ່ເຮົາກຽດຊັງທັງໝົດ. ຈົ່ງຈື່ຈຳເອົາໄວ້! ນີ້ແມ່ນວິທີການແຫ່ງພາລະກິດຂອງເຮົາ, ບາດກ້າວພາລະກິດຂອງເຮົາ ທີ່ເປັນຈິງແທ້ແນ່ນອນ. ເຮົາໄດ້ວາງແຜນສິ່ງນີ້ນັບຕັ້ງແຕ່ການຊົງສ້າງ ແລະ ມັນບໍ່ສາມາດປ່ຽນແປງໄດ້.
ຍັງມີຫຼາຍພາກສ່ວນກ່ຽວກັບພຣະທຳຂອງເຮົາທີ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈ, ດັ່ງນັ້ນ ເຮົາໄດ້ປັບປຸງຮູບແບບການປາກເວົ້າຂອງເຮົາ ແລະ ວິທີການທີ່ເຮົາເປີດເຜີຍຂໍ້ເລິກລັບ. ເວົ້າອີກຢ່າງໜຶ່ງກໍຄື ຮູບແບບການປາກເວົ້າຂອງເຮົາກຳລັງປ່ຽນແປງ ແລະ ປັບປຸງຂຶ້ນທຸກມື້, ດ້ວຍຮູບແບບ ແລະ ວິທີການແຕ່ລະວັນ. ນີ້ແມ່ນບາດກ້າວພາລະກິດຂອງເຮົາ ແລະ ມັນບໍ່ສາມາດປ່ຽນແປງໄດ້. ຄົນສາມາດປາກເວົ້າ ແລະ ປະຕິບັດຕາມສິ່ງທີ່ເຮົາກ່າວເທົ່ານັ້ນ. ນີ້ແມ່ນຄວາມຈິງຢ່າງແທ້ແນ່ນອນ. ເຮົາໄດ້ເຮັດການຈັດແຈງທີ່ເໝາະສົມທັງໃນຕົວເຮົາ ແລະ ເນື້ອໜັງຂອງເຮົາ. ພາຍໃນທຸກກິດຈະການ ແລະ ການກະທຳແຫ່ງຄວາມເປັນມະນຸດຂອງເຮົາ ແມ່ນມີຮູບແບບແຫ່ງສະຕິປັນຍາຂອງຄວາມເປັນພຣະເຈົ້າຂອງເຮົາປະປົນຢູ່. (ໃນຖານະເປັນມະນຸດທີ່ບໍ່ມີສະຕິປັນຍາໃດເລີຍ ການເວົ້າວ່າ ລູກຊາຍກົກມີສະຕິປັນຍາຂອງເຮົານັ້ນ ໝາຍເຖິງ ແທ້ຈິງແລ້ວພວກເຂົາມີອຸປະນິໄສຄວາມເປັນພຣະເຈົ້າຂອງເຮົາຢູ່ໃນຕົວພວກເຂົາ). ເມື່ອລູກຊາຍກົກເຮັດໃນສິ່ງໂງ່ຈ້າ, ກໍຍ້ອນວ່າພວກເຈົ້າຍັງມີອົງປະກອບຂອງມະນຸດຢູ່ໃນຕົວພວກເຈົ້າຢູ່. ເພາະສະນັ້ນ ເຈົ້າຕ້ອງກຳຈັດຄວາມໂງ່ຈ້າຂອງມະນຸດດັ່ງກ່າວນັ້ນອອກ ແລະ ປະຕິບັດສິ່ງທີ່ເຮົາຮັກ ແລະ ປະຖິ້ມສິ່ງທີ່ເຮົາຊັງ. ໃຜກໍຕາມທີ່ມາຈາກເຮົາ ຕ້ອງກັບເຂົ້າມາຢູ່ພາຍໃນເຮົາ ແລະ ໃຜກໍຕາມທີ່ເກີດມາຈາກເຮົາຕ້ອງກັບເຂົ້າມາຢູ່ພາຍໃນສະຫງ່າລາສີຂອງເຮົາ. ບັນດາຜູ້ທີ່ເຮົາຊັງຕ້ອງຖືກປະຖິ້ມ ແລະ ຖືກຕັດອອກຈາກເຮົາເທື່ອລະຄົນ. ສິ່ງເຫຼົ່ານີ້ແມ່ນບາດກ້າວຂອງພາລະກິດຂອງເຮົາ; ມັນຄືການຄຸ້ມຄອງຂອງເຮົາ ແລະ ມັນຄືແຜນການຂອງການສ້າງຫົກພັນປີຂອງເຮົາ. ບັນດາຜູ້ທີ່ເຮົາປະຖິ້ມຄວນຍອມຮັບ ແລະ ຈົ່ງຈາກເຮົາໄປຢ່າງເຊື່ອຟັງ. ຍ້ອນພອນທີ່ເຮົາໄດ້ປະທານໃຫ້ພວກເຂົາ, ບັນດາຜູ້ທີ່ເຮົາຮັກທັງໝົດຄວນສັນລະເສີນເຮົາ ເພື່ອວ່າພຣະນາມຂອງເຮົາຈະເຕີບໂຕຍິ່ງໃຫຍ່ຂຶ້ນໄປເລື້ອຍໆ ແລະ ເພື່ອວ່າແສງສະຫວ່າງອັນມີສະຫງ່າລາສີຈະໄດ້ຖືກຕື່ມເຕັມເຂົ້າສູ່ໃບໜ້າອັນສະຫງ່າລາສີຂອງເຮົາ ເພື່ອວ່າພວກເຂົາຈະເຕັມໄປດ້ວຍສະຕິປັນຍາຂອງເຮົາທີ່ຢູ່ໃນຄວາມສະຫງ່າລາສີຂອງເຮົາ ແລະ ຖວາຍກຽດແດ່ພຣະນາມຂອງເຮົາໃນແສງສະຫວ່າງອັນຍິ່ງໃຫຍ່ຂອງເຮົາຫຼາຍຍິ່ງຂຶ້ນ!