ບົດທີ 105
ຍ້ອນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳຂອງເຮົາ ແລະ ຍ້ອນລັກສະນະທີ່ເຮົາປະຕິບັດພາລະກິດ ຜູ້ຄົນຈຶ່ງປະຕິເສດເຮົາ; ນີ້ແມ່ນຈຸດປະສົງທີ່ຢູ່ເບື້ອງຫຼັງການເວົ້າຂອງເຮົາເປັນເວລາຍາວນານ (ສິ່ງນີ້ແມ່ນແນໃສ່ເຊື້ອສາຍທຸກຄົນຂອງມັງກອນແດງຜູ້ຍິ່ງໃຫຍ່). ນີ້ແມ່ນວິທີການທີ່ມີສະຕິປັນຍາຂອງພາລະກິດຂອງເຮົາ; ມັນຄືການທີ່ເຮົາພິພາກສາມັງກອນແດງຜູ້ຍິ່ງໃຫຍ່. ນີ້ແມ່ນຍຸດທະສາດຂອງເຮົາ ແລະ ບໍ່ມີບຸກຄົນໃດສາມາດເຂົ້າໃຈມັນໄດ້ຢ່າງສົມບູນ. ໃນຈຸດປ່ຽນທຸກຈຸດ ນັ້ນກໍຄື ໃນທຸກໄລຍະທີ່ປ່ຽນແປງໃນແຜນການຄຸ້ມຄອງຂອງເຮົາ ບາງຄົນຕ້ອງຖືກກຳຈັດ; ພວກເຂົາຖືກກຳຈັດຕາມຜົນຕາມມາຂອງພາລະກິດຂອງເຮົາ. ສິ່ງນີ້ ແລະ ສິ່ງນີ້ເທົ່ານັ້ນແມ່ນວິທີການທີ່ແຜນການຄຸ້ມຄອງທັງໝົດຂອງເຮົາດຳເນີນການໄປ. ຫຼັງຈາກທີ່ເຮົາໄດ້ໂຍນຜູ້ຄົນທີ່ເຮົາຕ້ອງການກຳຈັດຖິ້ມເທື່ອລະຄົນ, ແລ້ວເຮົາກໍເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ເຖິງຢ່າງໃດກໍຕາມ ນີ້ແມ່ນຄັ້ງສຸດທ້າຍທີ່ການໂຍນອອກນີ້ຈະເກີດຂຶ້ນ (ແລະ ນີ້ກໍໝາຍເຖິງຢູ່ພາຍໃນຄຣິສຕະຈັກໃນປະເທດຈີນ) ແລະ ມັນຍັງເປັນເວລາທີ່ຜູ້ຄົນຈຳນວນຫຼວງຫຼາຍທີ່ສຸດຈະຖືກກຳຈັດ ໃນລະຫວ່າງໄລຍະທີ່ປ່ຽນແປງ ນັບຕັ້ງແຕ່ການເນລະມິດສ້າງໂລກ. ຕະຫຼອດປະຫວັດສາດ ທຸກຄັ້ງທີ່ຜູ້ຄົນຖືກກຳຈັດ ມັນກໍຈະມີຄົນຈຳນວນໜຶ່ງທີ່ຫຼົງເຫຼືອໄວ້ເພື່ອໃຫ້ບໍລິການແກ່ເຮົາສຳລັບພາລະກິດຕໍ່ມາ. ເຖິງຢ່າງໃດກໍຕາມ ຄັ້ງນີ້ບໍ່ໄດ້ຄືກັນກັບຄັ້ງທີ່ຜ່ານມາ; ມັນສະອາດ ແລະ ມີປະສິດທິພາບ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ ແລະ ຄວບຄຸມທີ່ສຸດຕະຫຼອດການ. ເຖິງແມ່ນຄົນສ່ວນໃຫຍ່ໄດ້ພະຍາຍາມບັງຄັບໃຫ້ເກີດມີຄວາມສົງໄສຈາກຄວາມຄິດຂອງພວກເຂົາ ຫຼັງຈາກທີ່ໄດ້ອ່ານພຣະທຳຂອງເຮົາ, ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດເອົາຊະນະມັນໄດ້ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຕົກລົງຢູ່ໃນຄວາມດີ້ນລົນຂອງພວກເຂົາ. ສິ່ງນີ້ບໍ່ໄດ້ຂຶ້ນກັບພວກເຂົາທີ່ຈະຕັດສິນໃຈ ຍ້ອນຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າບໍ່ສາມາດຫຼົບໜີໄດ້ ແລະ ເຮົາພຽງແຕ່ສາມາດດູຖູກຄົນທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ. ຄົນດຽວທີ່ເຮົາຮັກແມ່ນຄົນທີ່ເຮົາຫຼຽວເບິ່ງດ້ວຍຄວາມຊົມຊອບ; ບໍ່ດັ່ງນັ້ນກໍຈະບໍ່ມີແມ່ນແຕ່ຄົນດຽວທີ່ອາດຈາກໄປ ແລະ ເຂົ້າສູ່ອານາຈັກຂອງເຮົາຢ່າງອິດສະຫຼະ. ນີ້ແມ່ນທ່ອນເຫຼັກຂອງເຮົາ ແລະ ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄຳພະຍານທີ່ມີພະລັງ ແລະ ການສະແດງອອກຢ່າງສົມບູນເຖິງການປະຕິບັດບົດບັນຍັດການປົກຄອງຂອງເຮົາ. ແນ່ນອນ ສິ່ງນີ້ບໍ່ແມ່ນເລື່ອງການໄດ້ຮັບການປຸກໃຈເທົ່ານັ້ນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ຊາຕານໄຮ້ອຳນາດຕໍ່ການລົ້ມສະຫຼາຍ? ໃນຕອນທຳອິດ ມັນມີກຳລັງ ແຕ່ມັນຢູ່ໃນມືຂອງເຮົາ; ຖ້າເຮົາຂໍໃຫ້ມັນນອນລົງ ມັນກໍຕ້ອງນອນລົງ ແລະ ຖ້າເຮົາຂໍໃຫ້ມັນລຸກຂຶ້ນເພື່ອໃຫ້ບໍລິການແກ່ເຮົາ ມັນກໍຕ້ອງລຸກຂຶ້ນ ແລະ ໃຫ້ບໍລິການແກ່ເຮົາ ແລະ ເຮັດເປັນຢ່າງດີ. ມັນບໍ່ແມ່ນວ່າຊາຕານເຕັມໃຈເຮັດສິ່ງນີ້; ມັນແມ່ນທ່ອນເຫຼັກຂອງເຮົາທີ່ປົກຄອງຊາຕານ ແລະ ດ້ວຍວິທີນີ້ເທົ່ານັ້ນ ມັນຈຶ່ງເຊື່ອໝັ້ນດ້ວຍຫົວໃຈ ແລະ ດ້ວຍຄຳເວົ້າ. ບົດບັນຍັດການປົກຄອງຂອງເຮົາປົກຄອງມັນ ແລະ ເຮົາມີອຳນາດຂອງເຮົາ ສະນັ້ນ ຊາຕານຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກເຊື່ອໝັ້ນຢ່າງທີ່ສຸດ; ມັນຕ້ອງຖືກຢຽບຢໍ່າຢູ່ໃຕ້ບ່ອນຮອງຕີນຂອງເຮົາ ໂດຍບໍ່ມີການຕໍ່ຕ້ານແມ່ນແຕ່ໜ້ອຍດຽວ. ໃນອະດີດ ເມື່ອມັນກຳລັງໃຫ້ບໍລິການແກ່ລູກຊາຍຂອງເຮົາ ຊາຕານກໍໜ້າດ້ານທີ່ສຸດ ແລະ ຕັ້ງໃຈຂົ່ມເຫັງພວກເຂົາ ແລ້ວກໍຫວັງທີ່ຈະເຮັດໃຫ້ເຮົາອັບອາຍ ແລະ ກ່າວອ້າງວ່າເຮົາບໍ່ສາມາດເຮັດຫຍັງໄດ້. ຊ່າງຕາບອດ! ເຮົາຈະຢຽບຢໍ່າເຈົ້າຈົນຕາຍ! ເລີ່ມເຮັດເລີຍ; ເຮົາທ້າໃຫ້ເຈົ້າໂຫດຮ້າຍອີກຄັ້ງໜຶ່ງ! ເຮົາທ້າໃຫ້ເຈົ້າປະຕິບັດຕໍ່ລູກຊາຍຂອງເຮົາດ້ວຍຄວາມເມີນເສີຍທີ່ເຢັນຊາອີກຄັ້ງ! ຍິ່ງຜູ້ຄົນຊື່ສັດຫຼາຍສໍ່າໃດ ແລະ ຍິ່ງພວກເຂົາຟັງພຣະທຳຂອງເຮົາ ແລະ ຍອມຕໍ່ເຮົາຫຼາຍສໍ່າໃດ, ເຈົ້າກໍຍິ່ງຂົ່ມເຫັງ ແລະ ແຍກດ່ຽວພວກເຂົາຫຼາຍສໍ່ານັ້ນ (ໃນທີ່ນີ້ ເຮົາກຳລັງໝາຍເຖິງການທີ່ເຈົ້າເຕົ້າໂຮມຜູ້ສົມຮູ້ຮ່ວມຄິດຂອງເຈົ້າເພື່ອກໍ່ຕົວເປັນພັກພວກ). ບັດນີ້ ມື້ແຫ່ງຄວາມໂຫດຮ້າຍຂອງເຈົ້າເຖິງຈຸດຈົບແລ້ວ ແລະ ເຮົາຈະຊໍາລະລ້າງບັນຊີກັບເຈົ້າເທື່ອລະໜ້ອຍ; ເຮົາຈະບໍ່ປ່ອຍໃຫ້ເຈົ້າຈາກໄປດ້ວຍສິ່ງທີ່ເຈົ້າໄດ້ເຮັດແມ່ນແຕ່ເສດສ່ວນດຽວ. ຕອນນີ້ ມັນບໍ່ແມ່ນເຈົ້າ ນັ້ນກໍຄື ຊາຕານ ທີ່ໄດ້ມີອຳນາດ; ກົງກັນຂ້າມ ເຮົາຈະເອົາອຳນາດນັ້ນຄືນມາ ແລະ ເວລາທີ່ຈະເອີ້ນລູກຊາຍຂອງເຮົາໃຫ້ມາຈັດການກັບເຈົ້າກໍໄດ້ມາເຖິງແລ້ວ. ເຈົ້າຕ້ອງເຊື່ອຟັງ ແລະ ບໍ່ຕໍ່ຕ້ານແມ່ນແຕ່ໜ້ອຍດຽວ. ໃນອະດີດ ບໍ່ວ່າເຈົ້າຈະປະພຶດດີສໍ່າໃດກໍຕາມເມື່ອຢູ່ຕໍ່ໜ້າເຮົາ ສິ່ງນັ້ນກໍຈະບໍ່ຊ່ວຍຫຍັງເຈົ້າໃນມື້ນີ້. ຖ້າເຈົ້າບໍ່ແມ່ນໜຶ່ງໃນຄົນທີ່ເຮົາຮັກ ແລ້ວເຮົາກໍບໍ່ຕ້ອງການເຈົ້າ. ຫຼາຍເກີນໄປພຽງໜຶ່ງຄົນກໍບໍ່ສາມາດຮັບໄດ້; ມັນຕ້ອງເປັນຈຳນວນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໜ້ອຍລົງກວ່ານັ້ນໜຶ່ງຄົນກໍຍິ່ງໂຫດຮ້າຍກວ່າເກົ່າ. ຊາຕານເອີຍ ຢ່າກໍ່ກວນ! ມັນເປັນໄປໄດ້ບໍວ່າ ເຮົາບໍ່ຊັດເຈນຢູ່ພາຍໃນຫົວໃຈຂອງເຮົາເອງກ່ຽວກັບວ່າເຮົາຮັກຜູ້ໃດ ແລະ ເຮົາກຽດຊັງຜູ້ໃດ? ເຮົາຈຳເປັນຕ້ອງໃຫ້ເຈົ້າເຕື່ອນເຮົາບໍ? ຊາຕານສາມາດໃຫ້ກຳເນີດແກ່ລູກຊາຍຂອງເຮົາບໍ? ທຸກຄົນໄຮ້ເຫດຜົນ! ທຸກຄົນເປັນຕາເວດທະນາ! ເຮົາຈະປະຖິ້ມທຸກຄົນຢ່າງທົ່ວເຖິງ ແລະ ຢ່າງສົມບູນ. ບໍ່ຕ້ອງການແມ່ນແຕ່ຄົນດຽວ; ທຸກຄົນຕ້ອງອອກໄປ! ແຜນການຄຸ້ມຄອງຫົກພັນປີໄດ້ມາເຖິງຈຸດຈົບ, ພາລະກິດຂອງເຮົາສິ້ນສຸດລົງ ແລະ ເຮົາຕ້ອງຊໍາລະລ້າງຝູງສັດຮ້າຍ ແລະ ສັດປ່ານີ້!
ຄົນທີ່ເຊື່ອພຣະທຳຂອງເຮົາ ແລະ ປະຕິບັດຕາມພຣະທຳເຫຼົ່ານີ້ຕ້ອງເປັນຄົນທີ່ເຮົາຮັກ; ເຮົາຈະບໍ່ປະຖິ້ມພວກເຂົາແມ່ນແຕ່ຄົນດຽວ ແລະ ເຮົາຈະບໍ່ປ່ອຍໄປແມ່ນແຕ່ຄົນດຽວ. ສະນັ້ນ ຄົນທີ່ເປັນລູກຊາຍກົກບໍ່ຈຳເປັນຕ້ອງກັງວົນ. ຍ້ອນມັນຖືກມອບໃຫ້ໂດຍເຮົາ, ບໍ່ມີຜູ້ໃດສາມາດເອົາມັນໄປໄດ້ ແລະ ເຮົາໝັ້ນໃຈວ່າຈະປະທານມັນໃຫ້ແກ່ຄົນທີ່ເຮົາອວຍພອນ. ຄົນທີ່ເຮົາຮອງຮັບ (ກ່ອນໜ້າການເນລະມິດສ້າງໂລກ), ເຮົາກໍອວຍພອນ (ໃນມື້ນີ້). ນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ ແລະ ມັນຍັງເປັນຫຼັກການຫຼັກທີ່ຢູ່ເບື້ອງຫຼັງແຕ່ລະຂໍ້ຄວາມທີ່ຢູ່ໃນບົດບັນຍັດການປົກຄອງຂອງເຮົາ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້; ບໍ່ມີການເພີ່ມເຂົ້າແມ່ນແຕ່ພຣະທຳຂໍ້ດຽວ ຫຼື ປະໂຫຍກດຽວ ຫຼື ບໍ່ມີການເອົາອອກແມ່ນແຕ່ພຣະທຳ ຫຼື ປະໂຫຍກດຽວ. ໃນອະດີດ ເຮົາໄດ້ເວົ້າຢູ່ເລື້ອຍໆວ່າ ຕົວຕົນຂອງເຮົາປາກົດຕໍ່ພວກເຈົ້າ. ແລ້ວ “ຕົວຕົນ” ຂອງເຮົາແມ່ນຫຍັງ ແລະ ມັນປາກົດຂຶ້ນແນວໃດ? ສິ່ງນີ້ພຽງແຕ່ໝາຍເຖິງຕົວຕົນທີ່ເຮົາເປັນບໍ? ມັນພຽງແຕ່ໝາຍເຖິງທຸກປະໂຫຍກທີ່ເຮົາເວົ້າບໍ? ສອງລັກສະນະເຫຼົ່ານີ້ ໃນຂະນະທີ່ບໍ່ສາມາດຕັດຂາດອອກຈາກກັນ ກໍພຽງແຕ່ປະກອບເປັນສ່ວນເລັກນ້ອຍ; ນັ້ນກໍຄື ພວກມັນບໍ່ໄດ້ປະກອບເປັນການອະທິບາຍຢ່າງສົມບູນເຖິງຕົວຕົນຂອງເຮົາ. ຕົວຕົນຂອງເຮົາປະກອບມີຕົວຕົນທີ່ເປັນເນື້ອໜັງຂອງເຮົາ, ພຣະທຳຂອງເຮົາ ແລະ ການກະທຳຂອງເຮົາອີກດ້ວຍ, ແຕ່ຄຳອະທິບາຍທີ່ຖືກຕ້ອງທີ່ສຸດກໍຄື ລູກຊາຍກົກຂອງເຮົາ ແລະ ເຮົາແມ່ນຕົວຕົນຂອງເຮົາ. ນັ້ນໝາຍຄວາມວ່າ ກຸ່ມຄະນະມະນຸດທີ່ເປັນຄຣິສຕຽນ ຜູ້ທີ່ປົກຄອງ ແລະ ມີອຳນາດແມ່ນຕົວຕົນຂອງເຮົາ. ດັ່ງນັ້ນ ລູກຊາຍກົກແຕ່ລະຄົນກໍບໍ່ສາມາດຕັດຂາດຈາກກັນ ແລະ ເປັນສ່ວນໜຶ່ງຂອງຕົວຕົນຂອງເຮົາ ແລະ ສະນັ້ນ ເຮົາຈຶ່ງເນັ້ນຢໍ້າວ່າ ຈຳນວນຂອງຄົນບໍ່ສາມາດຫຼາຍເກີນໄປແມ່ນແຕ່ໜຶ່ງຄົນ (ເພາະຈະນໍາຄວາມອັບອາຍມາສູ່ນາມຂອງເຮົາ) ຫຼື ທີ່ສຳຄັນໄປກວ່ານັ້ນກໍຄືບໍ່ສາມາດມີໜ້ອຍລົງແມ່ນແຕ່ຄົນດຽວ (ເພາະຈະບໍ່ສາມາດສະແດງເຖິງເຮົາໄດ້ຢ່າງສົມບູນ). ຍິ່ງໄປກວ່ານັ້ນ ເຮົາໄດ້ເນັ້ນຢໍ້າຊໍ້າໄປຊໍ້າມາວ່າ ລູກຊາຍກົກແມ່ນຜູ້ທີ່ເປັນທີ່ຮັກທີ່ສຸດຂອງເຮົາ, ເປັນຊັບສົມບັດຂອງເຮົາ ແລະ ເປັນຜະລຶກແຫ່ງແຜນການຄຸ້ມຄອງຫົກພັນປີຂອງເຮົາ; ມີແຕ່ພວກເຂົາເທົ່ານັ້ນທີ່ສາມາດຮວມກັນເປັນການສະແດງອອກທີ່ສົມບູນ ແລະ ຄົບຖ້ວນຂອງເຮົາ. ເຮົາເອງກໍພຽງແຕ່ສາມາດເປັນການສະແດງອອກທີ່ຄົບຖ້ວນໃຫ້ແກ່ຕົວຕົນຂອງເຮົາ; ມີແຕ່ເມື່ອຮ່ວມກັນກັບລູກຊາຍກົກເທົ່ານັ້ນ ເຮົາເອງຈຶ່ງສາມາດເວົ້າໄດ້ວ່າເປັນການສະແດງອອກທີ່ສົມບູນ ແລະ ຄົບຖ້ວນໄດ້. ສະນັ້ນ ເຮົາຈຶ່ງຮຽກຮ້ອງຢ່າງເຄັ່ງຄັດກັບລູກຊາຍກົກຂອງເຮົາ ໂດຍບໍ່ເບິ່ງຂ້າມແມ່ນແຕ່ສິ່ງດຽວ ແລະ ເຮົາຕັດອອກ ແລະ ຂ້າທຸກຄົນທີ່ນອກເໜືອຈາກລູກຊາຍກົກຂອງເຮົາຊໍ້າໄປຊໍ້າມາ; ສິ່ງນີ້ແມ່ນຕົ້ນຕໍຂອງທຸກສິ່ງທີ່ເຮົາໄດ້ເວົ້າ ແລະ ເປັນເປົ້າໝາຍສຸດທ້າຍຂອງທຸກສິ່ງທີ່ເຮົາໄດ້ກ່າວ. ຍິ່ງໄປກວ່ານັ້ນ ຄັ້ງແລ້ວຄັ້ງເລົ່າ ເຮົາໄດ້ເນັ້ນຢໍ້າວ່າ ພວກເຂົາຕ້ອງເປັນຄົນທີ່ຖືກຮອງຮັບຈາກເຮົາ ເຊິ່ງເປັນຄົນທີ່ເຮົາໄດ້ເລືອກເປັນການສ່ວນຕົວ ນັບຕັ້ງແຕ່ການເນລະມິດສ້າງໂລກ. ແລ້ວຈະອະທິບາຍຄຳວ່າ “ປາກົດ” ວ່າແນວໃດ? ມັນກ່ຽວກັບເວລາທີ່ຄົນໃດໜຶ່ງເຂົ້າສູ່ໂລກຝ່າຍວິນຍານບໍ? ຄົນສ່ວນໃຫຍ່ເຊື່ອວ່າ ມັນແມ່ນເວລາທີ່ຕົວຕົນທີ່ເປັນເນື້ອໜັງຂອງເຮົາຖືກເຈີມ ຫຼື ເວລາທີ່ພວກເຂົາໄດ້ເຫັນຕົວຕົນທີ່ເປັນເນື້ອໜັງຂອງເຮົາ, ແຕ່ທຸກສິ່ງນີ້ແມ່ນປອມ; ມັນບໍ່ໄດ້ໃກ້ຄຽງແມ່ນແຕ່ໜ້ອຍດຽວ. ຄຳວ່າ “ປາກົດ” ຕາມຄວາມໝາຍເດີມຂອງມັນແລ້ວ ບໍ່ໄດ້ເຂົ້າໃຈຍາກເລີຍ, ແຕ່ການເຂົ້າໃຈມັນຕາມເຈດຕະນາຂອງເຮົາແຮງຍາກຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ແບບນີ້: ເມື່ອເຮົາສ້າງມະນຸດຊາດ, ເຮົາໃສ່ຄຸນລັກສະນະຂອງເຮົາເຂົ້າໃນຄົນກຸ່ມນີ້ທີ່ເຮົາຮັກ ແລະ ຄົນກຸ່ມນີ້ກໍເປັນຕົວຕົນຂອງເຮົາ. ເວົ້າອີກຢ່າງກໍຄື ຕົວຕົນຂອງເຮົາໄດ້ປາກົດຂຶ້ນໃນຕອນນັ້ນແລ້ວ. ມັນບໍ່ແມ່ນວ່າ ຕົວຕົນຂອງເຮົາປາກົດຂຶ້ນຫຼັງຈາກທີ່ນາມນີ້ໄດ້ຖືກຮັບເອົາ; ກົງກັນຂ້າມ ມັນຄື ການປາກົດຂຶ້ນຫຼັງຈາກທີ່ເຮົາໄດ້ກຳນົດຄົນກຸ່ມນີ້ໄວ້ລ່ວງໜ້າ, ຍ້ອນພວກເຂົາມີຄຸນລັກສະນະຂອງເຮົາ (ທຳມະຊາດຂອງພວກເຂົາບໍ່ປ່ຽນແປງ ແລະ ພວກເຂົາຍັງເປັນສ່ວນໜຶ່ງຂອງຕົວຕົນຂອງເຮົາ). ສະນັ້ນ ຕົວຕົນຂອງເຮົານັບຕັ້ງແຕ່ເວລາແຫ່ງການເນລະມິດສ້າງໂລກຈົນເຖິງປັດຈຸບັນຈຶ່ງໄດ້ປາກົດຂຶ້ນຢູ່ສະເໝີ. ຄົນສ່ວນໃຫຍ່ເຊື່ອແນວຄິດທີ່ວ່າ ຕົວຕົນທີ່ເປັນເນື້ອໜັງຂອງເຮົາແມ່ນຕົວຕົນຂອງເຮົາ ເຊິ່ງບໍ່ໄດ້ເປັນແບບນັ້ນເດັດຂາດ; ແນວຄວາມຄິດນັ້ນພຽງແຕ່ເກີດມາຈາກຄວາມຄິດ ແລະ ແນວຄິດຂອງພວກເຂົາ. ຖ້າຕົວຕົນທີ່ເປັນເນື້ອໜັງຂອງເຮົາເທົ່ານັ້ນແມ່ນຕົວຕົນຂອງເຮົາ, ແລ້ວສິ່ງນັ້ນກໍບໍ່ພຽງພໍທີ່ຈະເຮັດໃຫ້ຊາຕານອັບອາຍ. ມັນບໍ່ສາມາດຖວາຍສະຫງ່າລາສີໃຫ້ແກ່ນາມຂອງເຮົາໄດ້ ແລະ ໃນຄວາມເປັນຈິງແລ້ວ ມັນມີຜົນຕອບໂຕ້ ແລ້ວນໍາຄວາມອັບອາຍມາສູ່ນາມຂອງເຮົາ ແລະ ກາຍມາເປັນເຄື່ອງໝາຍທີ່ຊາຕານເຮັດໃຫ້ນາມຂອງເຮົາອັບອາຍທົ່ວຍຸກຕ່າງໆ. ເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ເຮົາຈະບໍ່ເຮັດສິ່ງທີ່ໂງ່ຈ້າແບບນັ້ນຈັກເທື່ອ.
ພາລະກິດຂອງເຮົາຕ້ອງມີຜົນໄດ້ຮັບ ແລະ ຍິ່ງໄປກວ່ານັ້ນ ເຮົາຕ້ອງກ່າວພຣະທຳໂດຍມີວິທີການ; ພຣະທຳ ແລະ ພຣະຄຳທັງໝົດຂອງເຮົາແມ່ນຖືກກ່າວຄຽງຄູ່ກັບພຣະວິນຍານຂອງເຮົາ ແລະ ເຮົາເວົ້າຕາມທຸກສິ່ງທີ່ພຣະວິນຍານຂອງເຮົາເຮັດ. ສະນັ້ນ ທຸກຄົນຄວນຮູ້ສຶກເຖິງພຣະວິນຍານຂອງເຮົາຜ່ານພຣະທຳຂອງເຮົາ, ເຫັນເຖິງສິ່ງທີ່ພຣະວິນຍານຂອງເຮົາກຳລັງເຮັດ; ພວກເຂົາຄວນເຫັນວ່າເຮົາຕ້ອງການເຮັດຫຍັງກັນແທ້, ພວກເຂົາຄວນເຫັນວິທີການທີ່ເຮົາປະຕິບັດພາລະກິດໂດຍອີງຕາມພຣະທຳຂອງເຮົາ ແລະ ເຫັນວ່າຫຼັກການແຫ່ງແຜນການຄຸ້ມຄອງທັງໝົດຂອງເຮົາແມ່ນຫຍັງ. ເຮົາເຝົ້າເບິ່ງພາບລວມຂອງຈັກກະວານ: ທຸກຄົນ, ທຸກເຫດການ ແລະ ທຸກຫົນແຫ່ງລ້ວນແລ້ວແຕ່ລົ້ມລົງຢູ່ພາຍໃຕ້ຄຳສັ່ງຂອງເຮົາ. ບໍ່ມີຜູ້ໃດກ້າລະເມີດແຜນການຂອງເຮົາ; ທຸກສິ່ງດຳເນີນໄປເທື່ອລະບາດກ້າວໃນລຳດັບທີ່ເຮົາໄດ້ກຳນົດໄວ້. ນີ້ແມ່ນອຳນາດຂອງເຮົາ; ນີ້ແມ່ນບ່ອນທີ່ມີສະຕິປັນຍາຂອງແຫ່ງການຄຸ້ມຄອງແຜນການທັງໝົດຂອງເຮົາ. ບໍ່ມີຜູ້ໃດສາມາດເຂົ້າໃຈໄດ້ຢ່າງສົມບູນ ຫຼື ເວົ້າໄດ້ຢ່າງຊັດເຈນ; ທຸກສິ່ງຖືກປະຕິບັດໂດຍເຮົາເປັນການສ່ວນຕົວ ແລະ ຖືກຄວບຄຸມໂດຍເຮົາແຕ່ພຽງຜູ້ດຽວ.