ບົດທີ 106

ຄົນທີ່ບໍ່ຮູ້ຈັກພຣະທຳຂອງເຮົາ, ຄົນທີ່ບໍ່ຮູ້ຈັກຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ຄົນທີ່ທ້າທາຍຄວາມເປັນພຣະເຈົ້າຂອງເຮົາທຸກຄົນຈະຖືກທຳລາຍໃຫ້ກາຍເປັນຄວາມວ່າງເປົ່າ. ບໍ່ມີຜູ້ໃດຈະໄດ້ຮັບການລະເວັ້ນຈາກສິ່ງນີ້ ແລະ ທຸກຄົນຕ້ອງຜ່ານມາດຕະຖານທີ່ເໝາະສົມໃນລັກສະນະນີ້ ຍ້ອນມັນຄືບົດບັນຍັດການປົກຄອງຂອງເຮົາ ແລະ ນີ້ແມ່ນບົດບັນຍັດທີ່ຮຸນແຮງທີ່ສຸດທີ່ຕ້ອງໄດ້ປະຕິບັດ. ຄົນທີ່ບໍ່ຮູ້ຈັກພຣະທຳຂອງເຮົາກໍເປັນຄົນທີ່ຟັງສິ່ງຕ່າງໆທີ່ເຮົາຊີ້ແຈງຢ່າງຊັດເຈນ ແຕ່ຍັງບໍ່ມີຄວາມຮູ້ກ່ຽວກັບສິ່ງເຫຼົ່ານັ້ນ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາເປັນຄົນທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ (ຍ້ອນເຮົາບໍ່ໄດ້ສ້າງຄວາມສາມາດຂອງມະນຸດທີ່ຕອບໂຕ້ກັບເລື່ອງຝ່າຍວິນຍານ, ເຮົາບໍ່ຮຽກຮ້ອງຈາກພວກເຂົາຫຼາຍ; ເຮົາພຽງແຕ່ຮຽກຮ້ອງໃຫ້ພວກເຂົາຟັງພຣະທຳຂອງເຮົາ ແລະ ສາມາດນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ). ຄົນເຫຼົ່ານັ້ນບໍ່ແມ່ນປະຊາຊົນໃນເຮືອນຂອງເຮົາ ຫຼື ພວກເຂົາບໍ່ແມ່ນປະເພດດຽວກັນກັບເຮົາ; ພວກເຂົາເປັນຂອງປະເທດຂອງຊາຕານ. ສະນັ້ນ ເຮົາຈຶ່ງບໍ່ຕ້ອງການຜູ້ຄົນເຫຼົ່ານີ້ທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານຂອງເຮົາແມ່ນແຕ່ຄົນດຽວ. ແຕ່ກ່ອນ ພວກເຈົ້າຄິດວ່າເຮົາໄປໄກເກີນໄປ, ແຕ່ໃນຕອນນີ້ ພວກເຈົ້າຄວນເຂົ້າໃຈ. ສັດຮ້າຍຈະສາມາດສົນທະນາກັບພຣະເຈົ້າໄດ້ແນວໃດ? ນັ້ນຈະບໍ່ແມ່ນສິ່ງທີ່ບໍ່ສົມເຫດສົມຜົນບໍ? ຜູ້ຄົນທີ່ບໍ່ຮູ້ຈັກຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນຄົນທີ່ໃຊ້ແນວຄິດຂອງພວກເຂົາເອງເພື່ອວັດແທກສິ່ງທີ່ເຮົາກະທຳໃນຄວາມເປັນມະນຸດຂອງເຮົາ. ແທນທີ່ຈະຍອມຈຳນົນ, ພວກເຂົາພັດມາຈັບຜິດເຮົາດ້ວຍສາຍຕາໃນເນື້ອໜັງຂອງພວກເຂົາ. ບາງທີ ພຣະທຳທີ່ເຮົາກ່າວນັ້ນສູນເປົ່າບໍ? ເຮົາໄດ້ເວົ້າວ່າ ຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນສ່ວນທີ່ບໍ່ສາມາດຂາດໄດ້ໃນຕົວເຮົາ ຜູ້ເປັນພຣະເຈົ້າທີ່ສົມບູນ ແລະ ນີ້ແມ່ນວິທີທີ່ຖືກຕ້ອງເຊິ່ງຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາເຮັດວຽກຮ່ວມກັນ. ເມື່ອສິ່ງຕ່າງໆທີ່ເຮົາເຮັດຜ່ານຄວາມເປັນມະນຸດທີ່ປົກກະຕິຂອງເຮົາບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ຄົນທີ່ທ້າທາຍເຮົາ ແລະ ຄົນທີ່ບໍ່ເຂົ້າກັນໄດ້ກັບເຮົາກໍຖືກເປີດເຜີຍອອກ. ຫຼັງຈາກນັ້ນ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາຈຶ່ງກ່າວຜ່ານຄວາມເປັນມະນຸດ ແລະ ເຮົາໄດ້ຈັດການກັບບາງຄົນດ້ວຍວິທີນີ້. ຖ້າເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາກະທຳ ແຕ່ກໍຍອມບໍ່ວ່າຫຍັງກໍຕາມ, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາຈະບໍ່ກ່າວໂທດ; ເຮົາພຽງແຕ່ສ່ອງແສງສະຫວ່າງແກ່ຄົນດັ່ງກ່າວ. ເຮົາຮັກຄົນດັ່ງກ່າວ ແລະ ຍ້ອນຄວາມອ່ອນນ້ອມຂອງເຈົ້າ ເຮົາຈຶ່ງສ່ອງແສງສະຫວ່າງແກ່ເຈົ້າ. ຄົນທີ່ທ້າທາຍຄວາມເປັນພຣະເຈົ້າຂອງເຮົາລວມເຖິງຄົນທີ່ບໍ່ຮູ້ຈັກພຣະທຳຂອງເຮົາ, ຄົນທີ່ບໍ່ສາມາດເຂົ້າກັນໄດ້ກັບຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ຄົນທີ່ບໍ່ເຫັນດີກັບສິ່ງທີ່ເຮົາກະທຳໃນຄວາມເປັນພຣະເຈົ້າ (ຕົວຢ່າງເຊັ່ນ: ການທີ່ເຮົາໃຈຮ້າຍ ຫຼື ສ້າງຕັ້ງຄຣິສຕະຈັກ ແລະ ອື່ນໆອີກ). ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງການຕໍ່ຕ້ານຄວາມເປັນພຣະເຈົ້າຂອງເຮົາ. ເຖິງຢ່າງໃດກໍຕາມ ມີສິ່ງໜຶ່ງທີ່ເຮົາຕ້ອງເນັ້ນຢໍ້າ ແລະ ພວກເຈົ້າແຕ່ລະຄົນຄວນເອົາໃຈໃສ່: ຄົນທີ່ບໍ່ສາມາດເຂົ້າກັນໄດ້ກັບຕົວຕົນທີ່ເຮົາເປັນໃນມື້ນີ້ແມ່ນກຳລັງຕໍ່ຕ້ານຄວາມເປັນພຣະເຈົ້າຂອງເຮົາ. ເປັນຫຍັງເຮົາຈຶ່ງສືບຕໍ່ເວົ້າວ່າ ຕົວຕົນທີ່ເຮົາເປັນແມ່ນພຣະເຈົ້າທີ່ສົມບູນເອງ? ອຸປະນິໄສຂອງຕົວຕົນທີ່ເຮົາເປັນປະກອບມີອຸປະນິໄສທີ່ສັກສິດທັງໝົດ; ຢ່າໃຊ້ແນວຄິດຂອງມະນຸດເພື່ອວັດແທກເຮົາ. ແມ່ນແຕ່ໃນຕອນນີ້ ຫຼາຍຄົນຍັງເວົ້າວ່າ ເຮົາມີຄວາມເປັນມະນຸດທີ່ປົກກະຕິ ແລະ ທຸກສິ່ງທີ່ເຮົາເຮັດກໍບໍ່ໄດ້ຈຳເປັນຕ້ອງຖືກ. ເມື່ອຜູ້ຄົນເປັນແບບນີ້, ເຈົ້າບໍ່ໄດ້ກຳລັງຂໍຮ້ອງທີ່ຈະຕາຍເທົ່ານັ້ນບໍ? ພວກເຂົາບໍ່ຮູ້ຈັກແມ່ນແຕ່ໜ້ອຍດຽວວ່າເຮົາກຳລັງກ່າວພຣະທຳຫຍັງ ແລະ ພວກເຂົາເປັນເຊື້ອສາຍຂອງຄົນຕາບອດແທ້ໆ ແລະ ເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່! ເຮົາຈະບອກທຸກຄົນອີກຄັ້ງ (ແລະ ເຮົາຈະບໍ່ເວົ້າສິ່ງນີ້ອີກຄັ້ງໃນພາຍຫຼັງ ແລະ ທຸກຄົນທີ່ເຮັດຜິດແບບນີ້ອີກຄັ້ງກໍຈະຖືກສາບແຊ່ງຢ່າງແນ່ນອນ): ພຣະທຳຂອງເຮົາ, ສຽງຫົວຂອງເຮົາ, ການກິນຂອງເຮົາ, ການໃຊ້ຊີວິດຂອງເຮົາ, ຄຳເວົ້າຂອງເຮົາ ແລະ ພຶດຕິກຳຂອງເຮົາແມ່ນລ້ວນແລ້ວແຕ່ຖືກກະທຳໂດຍເຮົາ ນັ້ນກໍຄື ພຣະເຈົ້າເອງ ແລະ ບໍ່ມີຮ່ອງຮອຍຂອງມະນຸດປະປົນຢູ່ໃນທີ່ນີ້ແມ່ນແຕ່ໜ້ອຍດຽວ. ບໍ່ມີ! ບໍ່ມີເລີຍ! ທຸກຄົນຕ້ອງເຊົາຫຼິ້ນເກມທາງຈິດ ແລະ ຢຸດການຄຳນວນທີ່ບໍ່ສຳຄັນຂອງພວກເຂົາ. ຍິ່ງຜູ້ຄົນສືບຕໍ່ເຮັດສິ່ງເຫຼົ່ານີ້ຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະຈິບຫາຍຫຼາຍສໍ່ານັ້ນ. ໃຫ້ເອົາໃຈໃສ່ຄຳແນະນໍາຂອງເຮົາ!

ເຮົາຄົ້ນເບິ່ງໃນສ່ວນເລິກທີ່ສຸດໃນຫົວໃຈຂອງທຸກຄົນຢູ່ສະເໝີ, ຄົ້ນເບິ່ງທຸກໆຄຳເວົ້າ ແລະ ການກະທຳຂອງແຕ່ລະຄົນ. ເຮົາເຫັນຄົນທີ່ເຮົາມັກ ແລະ ຄົນທີ່ເຮົາບໍ່ມັກເທື່ອລະຄົນຢ່າງຊັດເຈນ. ນີ້ແມ່ນບາງສິ່ງທີ່ຜູ້ຄົນບໍ່ສາມາດຈິນຕະນາການໄດ້ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຮົາໄດ້ເວົ້າຫຼາຍຢ່າງ ແລະ ເຮົາໄດ້ເຮັດຫຼາຍສິ່ງ; ຜູ້ໃດຈະສາມາດຄົ້ນຫາວ່າຈຸດປະສົງຂອງພຣະທຳຂອງເຮົາແມ່ນຫຍັງ ແລະ ຈຸດປະສົງຂອງສິ່ງທີ່ເຮົາເຮັດແມ່ນຫຍັງ? ບໍ່ມີຜູ້ໃດສາມາດເຮັດໄດ້. ຕັ້ງແຕ່ນີ້ໄປ ເຮົາຈະຍິ່ງກ່າວພຣະທຳຫຼາຍຂຶ້ນ; ໃນດ້ານໜຶ່ງ ສິ່ງນີ້ຈະກຳຈັດທຸກຄົນທີ່ເຮົາບໍ່ມັກ ໃນຂະນະທີ່ໃນອີກດ້ານໜຶ່ງ ມັນຈະເຮັດໃຫ້ພວກເຈົ້າທົນທຸກອີກໜ້ອຍໜຶ່ງໃນເລື່ອງນີ້ ເພື່ອວ່າເຈົ້າຈະໄດ້ຊີມລົດຊາດຂອງການຟື້ນຄືນຊີບອີກຄັ້ງ, ພຽງແຕ່ດ້ວຍຄວາມຮຸນແຮງຫຼາຍຂຶ້ນ. ສິ່ງນີ້ບໍ່ສາມາດຖືກກຳນົດໂດຍຜູ້ຄົນ ຫຼື ບໍ່ມີຜູ້ໃດສາມາດຫ້າມບໍ່ໃຫ້ມັນເກີດຂຶ້ນໄດ້. ເຖິງແມ່ນວ່າເຈົ້າຮູ້ເຖິງສິ່ງນີ້ໃນຕອນນີ້, ເມື່ອເວລາມາເຖິງ ເຈົ້າຈະຍັງບໍ່ສາມາດຫຼີກເວັ້ນການທົນທຸກແບບນີ້ ຍ້ອນນີ້ແມ່ນວິທີການແຫ່ງພາລະກິດຂອງເຮົາ. ເຮົາຕ້ອງປະຕິບັດພາລະກິດແບບນີ້ເພື່ອບັນລຸເປົ້າໝາຍຂອງເຮົາ ແລະ ເພື່ອວ່າຄວາມປະສົງຂອງເຮົາຈະສາມາດຖືກປະຕິບັດໃນພວກເຈົ້າໄດ້. ນີ້ຄືເຫດຜົນທີ່ມັນຖືກເອີ້ນວ່າ “ການທົນທຸກຄັ້ງສຸດທ້າຍທີ່ພວກເຈົ້າຈຳເປັນຕ້ອງໄດ້ຮັບ”. ຫຼັງຈາກນັ້ນ ເນື້ອໜັງຂອງພວກເຈົ້າຈະບໍ່ທົນທຸກອີກຕໍ່ໄປ ຍ້ອນມັງກອນແດງຜູ້ຍິ່ງໃຫຍ່ຈະຖືກເຮົາທຳລາຍລ້າງ ແລະ ຈະບໍ່ກ້າກໍ່ການຈາລາຈົນອີກຕໍ່ໄປ. ນີ້ແມ່ນບາດກ້າວສຸດທ້າຍກ່ອນເຂົ້າສູ່ຮ່າງກາຍ; ມັນແມ່ນຂັ້ນຕອນການປ່ຽນແປງ. ແຕ່ຢ່າຢ້ານ, ເຮົາຈະນໍາພາພວກເຈົ້າໃຫ້ຜ່ານຄວາມຫຍຸ້ງຍາກຊໍ້າແລ້ວຊໍ້າອີກຢ່າງແນ່ນອນ. ໃຫ້ເຊື່ອວ່າເຮົາເປັນພຣະເຈົ້າທີ່ຊອບທຳ ແລະ ສິ່ງທີ່ເຮົາເວົ້າກໍຈະເກີດຂຶ້ນຢ່າງແນ່ນອນ. ເຮົາເປັນພຣະເຈົ້າທີ່ເພິ່ງພາໄດ້. ທຸກປະເທດ, ທຸກດິນແດນ ແລະ ທຸກນິກາຍກຳລັງກັບຄືນມາຫາເຮົາ ແລະ ຫຼັ່ງໄຫຼມາສູ່ບັນລັງຂອງເຮົາ. ນີ້ແມ່ນອຳນາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ເຮົາຈະພິພາກສາລູກແຫ່ງຄວາມກະບົດທຸກຄົນ ແລະ ໂຍນພວກເຂົາລົງສູ່ທະເລສາບແຫ່ງໄຟ ແລະ ມາດ ໂດຍບໍ່ມີການຍົກເວັ້ນ. ທຸກຄົນຕ້ອງລ້າຖອຍ. ນີ້ແມ່ນບາດກ້າວສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ ແລະ ຫຼັງຈາກທີ່ມັນສຳເລັດລົງ ເຮົາກໍຈະເຂົ້າສູ່ການພັກຜ່ອນ ຍ້ອນທຸກສິ່ງຈະຖືກເຮັດໃຫ້ສຳເລັດ ແລະ ແຜນການຄຸ້ມຄອງຂອງເຮົາຈະມາເຖິງຈຸດຈົບ.

ຍ້ອນໄລຍະກ້າວຂອງພາລະກິດຂອງເຮົາໄດ້ເພີ່ມຂຶ້ນ (ເຖິງແມ່ນວ່າເຮົາບໍ່ໄດ້ຮູ້ສຶກກະວົນກະວາຍເລີຍ), ເຮົາກໍເປີດເຜີຍພຣະທຳຂອງເຮົາໃຫ້ແກ່ພວກເຈົ້າໃນແຕ່ລະມື້ ແລະ ເຮົາເປີດເຜີຍຄວາມລຶກລັບທີ່ເຮົາມີໃຫ້ແກ່ພວກເຈົ້າໃນແຕ່ລະມື້ ເພື່ອວ່າພວກເຈົ້າຈະສາມາດຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດໄດ້. (ນີ້ແມ່ນສະຕິປັນຍາຂອງເຮົາ; ເຮົາໃຊ້ພຣະທຳຂອງເຮົາເພື່ອເຮັດໃຫ້ຜູ້ຄົນສົມບູນ, ແຕ່ຍັງເພື່ອໂຈມຕີຜູ້ຄົນໃຫ້ລົ້ມລົງ. ທຸກຄົນອ່ານພຣະທຳຂອງເຮົາ ແລະ ສາມາດປະຕິບັດຕາມຄວາມປະສົງຂອງເຮົາທີ່ຢູ່ໃນພຣະທຳຂອງເຮົາ. ຄົນທີ່ຄິດລົບກໍຈະຄິດລົບ ແລະ ຄົນທີ່ຈະຖືກເປີດເຜີຍກໍຈະສະແດງທາດແທ້ຂອງພວກເຂົາອອກມາ; ຄົນທີ່ທ້າທາຍກໍຈະຕໍ່ຕ້ານ ແລະ ຄົນທີ່ຮັກເຮົາຢ່າງຈົ່ງຮັກພັກດີກໍຍິ່ງຈະຈົ່ງຮັກພັກດີຫຼາຍຂຶ້ນ. ສະນັ້ນ ທຸກຄົນຈະສາມາດຕິດຕາມບາດກ້າວຂອງເຮົາ. ທຸກສະຖານະການເຫຼົ່ານີ້ທີ່ເຮົາໄດ້ອະທິບາຍແມ່ນວິທີການທີ່ເຮົາປະຕິບັດພາລະກິດ ແລະ ເປົ້າໝາຍທີ່ເຮົາປາຖະໜາຈະບັນລຸ). ໃນອະດີດ ເຮົາໄດ້ເວົ້າເຖິງສິ່ງແບບນີ້: ເຮົານໍາພາພວກເຈົ້າແນວໃດ ພວກເຈົ້າກໍຄວນສະແຫວງຫາໃນລັກສະນະດຽວກັນ; ບໍ່ວ່າເຮົາຈະເວົ້າຫຍັງກໍຕາມກັບພວກເຈົ້າ, ພວກເຈົ້າກໍຄວນຟັງ. ເຈົ້າໝາຍຄວາມວ່າແນວໃດກັບສິ່ງນີ້? ພວກເຈົ້າຮູ້ຈັກບໍ? ແມ່ນຫຍັງຄືຈຸດປະສົງ ແລະ ຄວາມໝາຍຂອງພຣະທຳຂອງເຮົາ? ພວກເຈົ້າເຂົ້າໃຈບໍ? ມີເທົ່າໃດຄົນທີ່ສາມາດເວົ້າສິ່ງນີ້ອອກຢ່າງສົມບູນໄດ້? ເມື່ອເຮົາເວົ້າວ່າ “ເຮົານໍາພາພວກເຈົ້າແນວໃດ ພວກເຈົ້າກໍຄວນສະແຫວງຫາໃນລັກສະນະດຽວກັນ”, ເຮົາບໍ່ພຽງແຕ່ໝາຍເຖິງການນໍາທາງທີ່ເຮົາສະໜອງໃຫ້ໃນດ້ວຍຕົວຕົນທີ່ເຮົາເປັນ; ຍິ່ງໄປກວ່ານັ້ນ ເຮົາກຳລັງໝາຍເຖິງພຣະທຳທີ່ເຮົາກ່າວ ແລະ ເສັ້ນທາງທີ່ເຮົາຍ່າງ. ມື້ນີ້ ພຣະທຳເຫຼົ່ານີ້ໄດ້ຖືກບັນລຸຢ່າງແທ້ຈິງ. ທັນທີທີ່ເຮົາໄດ້ກ່າວພຣະທຳຂອງເຮົາ ໃບໜ້າຂອງມານຮ້າຍທຸກຮູບແບບກໍຖືກເປີດໂປງຕໍ່ໜ້າແສງສະຫວ່າງແຫ່ງການສະຖິດຢູ່ຂອງເຮົາ ໂດຍມອບມຸມມອງທີ່ຊັດເຈນກ່ຽວກັບພວກມັນທັງໝົດໃຫ້ແກ່ພວກເຈົ້າ. ພຣະຄຳເຫຼົ່ານີ້ຂອງເຮົາບໍ່ພຽງແຕ່ເປັນການປະກາດຕໍ່ຊາຕານ, ແຕ່ຍັງເປັນການຝາກຝັງໃຫ້ແກ່ພວກເຈົ້າທຸກຄົນ. ພວກເຈົ້າສ່ວນໃຫຍ່ເມີນເສີຍຕໍ່ພຣະທຳເຫຼົ່ານີ້ ໂດຍເຊື່ອວ່າພວກມັນເປັນການຝາກຝັງໃຫ້ແກ່ພວກເຈົ້າ; ພວກເຈົ້າບໍ່ຮັບຮູ້ວ່າ ພວກມັນເປັນພຣະທຳແຫ່ງການພິພາກສາ ແລະ ພຣະທຳທີ່ມີສິດອຳນາດ. ຈຸດປະສົງຂອງພຣະທຳຂອງເຮົາແມ່ນເພື່ອສັ່ງການຊາຕານໃຫ້ເຮັດບໍລິການແກ່ເຮົາຢ່າງຖືກຕ້ອງ ແລະ ຍອມຕໍ່ເຮົາຢ່າງສົມບູນ. ຈາກບັນດາຄວາມລຶກລັບທີ່ເຮົາໄດ້ເປີດເຜີຍໃນອະດີດ ແມ່ນຍັງມີຫຼາຍຢ່າງທີ່ພວກເຈົ້າບໍ່ທັນເຂົ້າໃຈເທື່ອ. ເມື່ອເປັນດັ່ງນັ້ນ ໃນອະນາຄົດ ເຮົາຈະເປີດເຜີຍໃຫ້ແກ່ພວກເຈົ້າຫຼາຍຂຶ້ນ ເພື່ອວ່າພວກເຈົ້າຈະສາມາດບັນລຸຄວາມເຂົ້າໃຈທີ່ຊັດເຈນຫຼາຍຂຶ້ນ ແລະ ທົ່ວເຖິງຫຼາຍຂຶ້ນ.

ເມື່ອໄພພິບັດທີ່ຍິ່ງໃຫຍ່ມາເຖິງ, ທຸກຄົນກໍຢ້ານກົວ. ທຸກຄົນຮ້ອງໄຫ້ດ້ວຍຄວາມໂສກເສົ້າ ແລະ ຮູ້ສຶກກຽດຊັງສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນອະດີດ ແຕ່ໃນຕອນນັ້ນ ມັນກໍຊ້າເກີນໄປແລ້ວ ຍ້ອນນີ້ແມ່ນຍຸກແຫ່ງຄວາມໂກດຮ້າຍ. ມັນບໍ່ແມ່ນເວລາທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ມອບຄວາມກະລຸນາ, ແຕ່ເປັນເວລາທີ່ຈະຊໍາລະລ້າງຜູ້ໃຫ້ບໍລິການທັງໝົດ ແລະ ອະນຸຍາດໃຫ້ລູກຊາຍຂອງເຮົາປົກຄອງແທນເຮົາ. ແນ່ນອນ ສິ່ງນີ້ແມ່ນແຕກຕ່າງຈາກເວລາທີ່ຢູ່ໃນອະດີດ; ມັນບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ການເນລະມິດສ້າງໂລກ. ຍ້ອນເຮົາເຄີຍສ້າງໂລກຄັ້ງໜຶ່ງ ເຮົາຈະທຳລາຍມັນອີກຄັ້ງ ແລະ ສິ່ງທີ່ເຮົາໄດ້ກຳນົດລ່ວງໜ້າກໍບໍ່ສາມາດປ່ຽນແປງໄດ້ໂດຍຜູ້ໃດກໍຕາມ. ໃນເມື່ອກ່ອນ ຄຳສັບສອງຄຳ “ມະນຸດທີ່ເປັນຄຣິສຕຽນແບບຄະນະ” ແລະ “ມະນຸດສາກົນທີ່ເປັນຄົນໃໝ່ແບບຄະນະ” ແມ່ນຖືກກ່າວເຖິງຂ້ອນຂ້າງເລື້ອຍໆ. ຄວນອະທິບາຍພວກມັນວ່າແນວໃດ? ຄຳວ່າ “ມະນຸດທີ່ເປັນຄຣິສຕຽນແບບຄະນະ” ໝາຍເຖິງລູກຊາຍກົກບໍ? ຄຳວ່າ “ມະນຸດສາກົນທີ່ເປັນຄົນໃໝ່ແບບຄະນະ” ໝາຍເຖິງລູກຊາຍກົກເຊັ່ນກັນບໍ? ບໍ່; ຜູ້ຄົນບໍ່ໄດ້ຕີຄວາມໝາຍຂອງວະລີເຫຼົ່ານັ້ນຢ່າງຖືກຕ້ອງ. ຍ້ອນແນວຄິດຂອງມະນຸດພຽງແຕ່ສາມາດຊ່ວຍໃຫ້ພວກເຂົາເຂົ້າໃຈສິ່ງຕ່າງໆຈົນຮອດລະດັບນີ້, ເຮົາຈຶ່ງຈະຊີ້ແຈງພວກມັນໃຫ້ກັບພວກເຈົ້າ ໃນທີ່ນີ້ ແລະ ໃນຕອນນີ້. ມະນຸດທີ່ເປັນຄຣິສຕຽນແບບຄະນະ ແລະ ມະນຸດສາກົນທີ່ເປັນຄົນໃໝ່ແບບຄະນະບໍ່ຄືກັນ; ຄວາມໝາຍຂອງພວກມັນແມ່ນແຍກອອກຈາກກັນ. ເຖິງແມ່ນສອງຄຳສັບເຫຼົ່ານີ້ມີຄວາມຄ້າຍຄືກັນຫຼາຍ ແລະ ພວກມັນອາດເບິ່ງຄືກັບວ່າເປັນສິ່ງດຽວກັນ, ສະຖານະການທີ່ແທ້ຈິງແມ່ນກົງກັນຂ້າມຢ່າງສິ້ນເຊີງ. “ມະນຸດທີ່ເປັນຄຣິສຕຽນແບບຄະນະ” ໝາຍເຖິງຜູ້ໃດກັນແທ້? ຫຼື ມັນໝາຍເຖິງຫຍັງ? ເມື່ອເວົ້າເຖິງມະນຸດທີ່ເປັນຄຣິສຕຽນ, ທຸກຄົນຈະຄິດເຖິງເຮົາຢ່າງພ້ອມໃຈກັນ. ພວກເຂົາບໍ່ໄດ້ຜິດເລີຍທີ່ຈະຄິດແບບນັ້ນ. ຍິ່ງໄປກວ່ານັ້ນ ໃນແນວຄິດຂອງມະນຸດ ຄຳວ່າ “ມະນຸດ” ຈະໝາຍເຖິງມະນຸດຢ່າງແນ່ນອນ; ບໍ່ມີແມ່ນແຕ່ຄົນດຽວທີ່ຈະເຊື່ອມໂຍງມັນກັບສິ່ງອື່ນອີກ. ເມື່ອເວົ້າເຖິງຄຳວ່າ “ຄະນະ” ຜູ້ຄົນຈະຄິດວ່າມັນໝາຍເຖິງການຊຸມນຸມກັນຂອງຫຼາຍຄົນເພື່ອເປັນໜຶ່ງຫົວໜ່ວຍໃນທາງປະຕິບັດ ແລະ ດ້ວຍເຫດນັ້ນ ຈຶ່ງເອີ້ນວ່າ “ຄະນະ”. ໃນທີ່ນີ້ ມັນສາມາດເຫັນໄດ້ວ່າ ຄວາມຄິດຂອງມະນຸດລຽບງ່າຍເກີນໄປ; ພວກເຂົາບໍ່ສາມາດເຂົ້າໃຈຄວາມໝາຍຂອງເຮົາເລີຍ. ບັດນີ້ ເຮົາຈະເລີ່ມຕົ້ນສົນທະນາຢ່າງເປັນທາງການວ່າ ມະນຸດທີ່ເປັນຄຣິສຕຽນແບບຄະນະແມ່ນຫຍັງ (ແຕ່ທຸກຄົນຕ້ອງປະຖິ້ມແນວຄິດຂອງພວກເຂົາເອງ; ບໍ່ດັ່ງນັ້ນ ຈະບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດເຂົ້າໃຈ ແລະ ເຖິງແມ່ນວ່າເຮົາໄດ້ອະທິບາຍຄຳສັບດັ່ງກ່າວ ພວກເຂົາກໍຈະບໍ່ເຊື່ອ ຫຼື ບໍ່ສາມາດເຂົ້າໃຈມັນໄດ້): ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກ, ລູກຊາຍກົກຂອງເຮົາຈະສາມາດປະຕິບັດໂດຍສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ສະແດງເຖິງຄວາມປະສົງຂອງເຮົາ ສະນັ້ນ ພວກເຂົາຈຶ່ງເປັນຈິດໜຶ່ງໃຈດຽວກັນ ແລະ ມີປາກດຽວກັນ. ໃນຂະນະທີ່ພວກເຂົາຕັດສິນທຸກຊົນຊາດ ແລະ ທຸກຄົນ, ພວກເຂົາຈະສາມາດປະຕິບັດຄວາມຊອບທຳຂອງເຮົາ ແລະ ນໍາໃຊ້ບົດບັນຍັດການປົກຄອງຂອງເຮົາ; ພວກເຂົາເປັນການສະແດງເຖິງເຮົາ ແລະ ພວກເຂົາເປັນການສະແດງອອກຂອງເຮົາ. ສະນັ້ນ ມັນຈຶ່ງສາມາດເວົ້າໄດ້ວ່າ ມະນຸດທີ່ເປັນຄຣິສຕຽນແບບຄະນະແມ່ນຂໍ້ແທ້ຈິງທີ່ລູກຊາຍກົກນໍາໃຊ້ບົດບັນຍັດການປົກຄອງຂອງເຮົາ; ພວກເຂົາເປັນສິດອຳນາດໃນມືຂອງລູກຊາຍກົກ. ສິ່ງນີ້ແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບພຣະຄຣິດ ນັ້ນກໍຄື ຄຳວ່າ “ມະນຸດທີ່ເປັນຄຣິສຕຽນ”. ນອກຈາກນັ້ນ ລູກຊາຍທຸກຄົນສາມາດປະຕິບັດຕາມຄວາມປະສົງຂອງເຮົາ ແລະ ຍ້ອນເຫດຜົນນີ້ ເຮົາຈຶ່ງໃຊ້ຄຳວ່າ “ຄະນະ”. ຄຳວ່າ “ມະນຸດທີ່ເປັນຄຣິສຕຽນແບບຄະນະ” ໝາຍເຖິງທຸກຄົນທີ່ຢູ່ໃນນາມຂອງເຮົາ; ເວົ້າອີກຢ່າງໜຶ່ງກໍຄື ລູກຊາຍກົກຂອງເຮົາ, ລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ. ຄຳວ່າ “ໃໝ່” ໝາຍເຖິງນາມຂອງເຮົາ. ຍ້ອນພວກເຂົາຢູ່ໃນນາມຂອງເຮົາ (ນາມຂອງເຮົາມີທຸກສິ່ງ ແລະ ໃໝ່ຕະຫຼອດການ ແລະ ບໍ່ເຄີຍເກົ່າຈັກເທື່ອ; ມະນຸດຄົນໃດກໍບໍ່ສາມາດປ່ຽນແປງມັນໄດ້) ແລະ ຍ້ອນພວກເຂົາຈະຍັງມີຊີວິດຢູ່ຕະຫຼອດໄປໃນອະນາຄົດ, ພວກເຂົາຈຶ່ງເປັນມະນຸດສາກົນທີ່ເປັນຄົນໃໝ່. ຄຳວ່າ “ຄະນະ” ໃນທີ່ນີ້ແມ່ນກ່ຽວຂ້ອງກັບຈຳນວນຜູ້ຄົນ ແລະ ມັນບໍ່ໄດ້ຄ້າຍຄືກັບກໍລະນີກ່ອນໜ້າ. ເມື່ອພຣະທຳຂອງເຮົາຖືກກ່າວອອກມາ ທຸກຄົນກໍຄວນເຊື່ອມັນ. ຢ່າສົງໄສ. ໃຫ້ປະຖິ້ມແນວຄິດຂອງມະນຸດ ແລະ ຄວາມຄິດແບບມະນຸດຂອງພວກເຈົ້າ. ຂະບວນການໃນປັດຈຸບັນຂອງເຮົາທີ່ເປີດເຜີຍຄວາມລຶກລັບແມ່ນຂະບວນການທີ່ກຳຈັດແນວຄິດ ແລະ ຄວາມຄິດຂອງມະນຸດຢ່າງແທ້ຈິງ (ຍ້ອນຜູ້ຄົນໃຊ້ແນວຄິດຂອງພວກເຂົາເອງເພື່ອວັດແທກເຮົາ ແລະ ວັດແທກສິ່ງທີ່ເຮົາເວົ້າ, ເຮົາໃຊ້ຄວາມລຶກລັບທີ່ຖືກເປີດເຜີຍຂອງເຮົາເອງເພື່ອກຳຈັດແນວຄິດ ແລະ ຄວາມຄິດຂອງມະນຸດ). ໃນອີກບໍ່ດົນ ພາລະກິດນີ້ກໍຈະສຳເລັດ. ເມື່ອຄວາມລຶກລັບຂອງເຮົາຖືກເປີດເຜີຍອອກຈົນເຖິງລະດັບໃດໜຶ່ງ, ຜູ້ຄົນກໍຈະເກືອບບໍ່ມີຂະບວນການຄວາມຄິດກ່ຽວກັບພຣະທຳຂອງເຮົາອີກຕໍ່ໄປ ແລະ ພວກເຂົາຈະເຊົາວັດແທກເຮົາໂດຍໃຊ້ແນວຄິດແບບມະນຸດຂອງພວກເຂົາ. ສິ່ງທີ່ພວກເຂົາຄິດໃນແຕ່ລະມື້, ເຮົາຈະເປີດເຜີຍ ແລະ ເຮົາຈະໂຈມຕີຄືນ. ໃນຈຸດໃດໜຶ່ງ ຜູ້ຄົນຈະບໍ່ຄິດອີກຕໍ່ໄປ; ຫົວຂອງພວກເຂົາຈະປາສະຈາກຄວາມຄິດທຸກຢ່າງ ແລະ ພວກເຂົາຈະຍອມຕໍ່ພຣະທຳຂອງເຮົາຢ່າງສົມບູນ. ນັ້ນຈະເປັນເວລາທີ່ພວກເຈົ້າຈະເຂົ້າສູ່ໂລກຝ່າຍວິນຍານ. ນີ້ແມ່ນບາດກ້າວໜຶ່ງໃນພາລະກິດຂອງເຮົາ ເຊິ່ງມາກ່ອນທີ່ເຮົາຈະອະນຸຍາດໃຫ້ພວກເຈົ້າເຂົ້າສູ່ໂລກຝ່າຍວິນຍານ. ພວກເຈົ້າຕ້ອງກຳຈັດແນວຄິດແບບມະນຸດທັງໝົດອອກຈາກຕົນເອງ ກ່ອນທີ່ພວກເຈົ້າຈະສາມາດບໍລິສຸດ ແລະ ໄຮ້ມົນທິນ ແລະ ເຂົ້າສູ່ໂລກຝ່າຍວິນຍານໄດ້. ນີ້ແມ່ນຄວາມໝາຍຂອງຄຳວ່າ “ເຮົາເປັນຮ່າງກາຍຝ່າຍວິນຍານທີ່ບໍລິສຸດ”. ເຖິງຢ່າງໃດກໍຕາມ ພວກເຈົ້າຕ້ອງປະຕິບັດຕາມບາດກ້າວຂອງເຮົາ ແລະ ກ່ອນທີ່ພວກເຈົ້າຈະຮັບຮູ້ມັນໄດ້ ເວລາຂອງເຮົາກໍຈະມາເຖິງ.

ກ່ອນນີ້: ບົດທີ 105

ຕໍ່ໄປ: ບົດທີ 107

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້